Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປັນຫຍັງພວກນັກປະກາດຈື່ງເພີ່ມຈໍານວນຄົນ
ເຂົ້າມາໃນຄຣິສຕະຈັກຕ່າງໆຂອງເຮົາບໍ່ໄດ້

(ຕອນທີ່ 4 ໃນເລື່ອງສຽງຮ້ອງຂອງການຕໍ່ສູ້)
WHY EVANGELISTS DON’T ADD PEOPLE
TO OUR CHURCHES
(NUMBER FOUR IN A SERIES OF BATTLE CRIES)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນເສົາ 11/2/2017
A sermon preached at the Baptist Tabernacle of Los Angeles
Saturday Evening, February 11, 2017

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)


ສອງສາມປີທີ່ຜ່ານມາຄຣິສຕະຈັກຂອງເຮົາໄດ້ຮ່ວມກັບຄຣິສຕະຈັກອື່ນໃນເລື່ອງ ການງານປະຊຸມປະກາດຂ່າວປະເສີດ,ພວກເຮົາພາກັນອັດກັນຈົນຮອດຝາໂບດຂອງສິດຍາພິບານຄົນໜື່ງ,ລາວໄດ້ເຊີນນັກປະກາດຂ່າວປະເສີດຄົນໜື່ງມາເທດສະໜາໃຫ້,ມີຄົນເປັນ ຈໍານວນຫຼາຍຍ່າງມາທາງໜ້າຕອນທີ່ມີການເຊື້ອເຊີນ,ແຕ່ບໍ່ມີຜູ້ໃດລອດເລີຍ!ນີ້ຄືສິ່ງທີ່ສິດຍາພິບານຄົນນັ້ນເວົ້າ:

ຄຣິສຕະຈັກຂອງພວກເຮົາເຮັດວຽກໜັກເພື່ອເຮັດໃຫ້ຫ້ອງໂຖງນີ້ເຕັມໃນ ຕອນທ້າຍຂອງການປຸກລະດົມການປະກາດຂ່າວປະເສີດເຊິ່ງຈຸດເດັ່ນຢູ່ທີ່ ນັກເທດທີ່ມີຊື່ສຽງຄົນໜື່ງ...ໃນຄໍ່າຄືນສຸດທ້າຍຂອງການປະຊຸມນັ້ນພວກ ເຮົາມີຄົນຫຼັ່ງໄຫຼມາຈົນເຮັດໃຫ້ພວກຜູ້ຊາຍເປັນຮ້ອຍຄົນຕ້ອງຢືນຢູ່ຂ້າງ ນອກເພື່ອໃຫ້ພວກຜູ້ຍິງແລະເດັກມີບ່ອນນັ່ງໃນຫ້ອງໃຫຍ່ໄດ້,ມັນກະງ່າຍໆເລີຍຄືບໍ່ມີບອ່ນໃຫ້ພວກເຂົາຢູ່,ຂອບຄຸຸນພຣະເຈົ້າທີ່ທຸກຄົນໄດ້ຍິນຂໍ້ຄວາມ ເລື່ອງຂ່າວປະເສີດພ້ອມດ້ວຍມີ 54 ຄົນທີ່ຕອບສະໜອງຕໍ່ການເຊື້ອເຊີນ ເພື່ອທີ່ຈະໄດ້ຮັບຄວາມລອດ...ເມື່ອຂ້າພະເຈົ້າສົ່ງລາຍງານໃຫຍ່ໄປໃຫ້ the Sword of the Lord ຂ້າພະເຈົ້າກໍໄດ້ຮັບຈົດໝາຍຕໍານິຢ່າງໄວວາເລີຍຈາກ ເຄີຕິສຮັດສັນ(ອໍານວຍການຂອງ the Sword of the Lord)“ເຈົ້າກ້າໄດ້ແນວ ໃດທີ່ພັນລະນາເຂົາເຈົ້າໃນຖານະຄົນທີ່ຫວັງວ່າລອດແລ້ວ”ລາວຂຽນວ່າ “ມັນສະແດງໃຫ້ເຫັນການຂາດຄວາມເຊື່ອໃນສ່ວນຂອງເຈົ້າທີ່ຖືວ່າພວກ ເຂົາເປັນຢ່າງອື່ນນອກຈາກຜູ້ທີ່ຖືກສ້າງໃໝ່ໃນພຣະຄຣິດ”ຂ້າພະເຈົ້າຖືກ ແທງໂດຍຄໍາເວົ້າຂອງລາວ, ຫຼັງຈາກຫຼາຍອາທິດແຫ່ງການຕິດຕາມດ້ວຍ ການຂຽນຈົດໝາຍໄປຫາເຂົາ,ໂທຫາ,ການເຊື້ອເຊີນເປັນການສ່ວນຕົວແລະແລ້ວກໍບໍ່ມີຈັກຄົນທີ່ສະຕອບສະໜອງຕໍ່ຄໍາເຊີນໃນຄືນສຸດທ້າຍເຊິ່ງໄດ້ອະທິຖານຕາມຄໍາອະທິຖານຂອງຄົນບາບມາຢ້ຽມຄຣິສຕະຈັກຂອງເຮົາອີກເລີຍ,ຂ້າພະເຈົ້າເຂົ້າໃຈ(ວ່າຄົນພວກນີ້ບໍ່ໄດ້ກັບໃຈໃໝ່ເລີຍ)...ມີໂລກແຫ່ງຄວາມແຕກຕ່າງລະຫວ່າງການຍອມຮັບດ້ວຍຄວາມເຊື່ອ,ບໍ່ວ່າຈະເປັນການອອກ ໄປຊະນະວິນຍານຫຼືຢູ່ຕໍ່ໜ້າຫ້ອງປະຊຸມໃນລະຫວ່າງການເຊື້ອເຊີນ ແລະ ການເພິ່ມຜູ້ໃດໜື່ງເຂົ້າໃນຄຣິສຕະຈັກ.

ພວກນັກປະກາດຂ່າວປະເສີດຄືກັບເຄີຕິສຮັດສັນກໍາລັງດັບສູນ,ພວກສິດຍາພິບານທີ່ສະຫຼາດຈະບໍ່ໃຊ້ພວກເຂົາອີກ,ພວກເຂົາຮູ້ດີວ່ານັກປະກາດພວກນີ້ບໍ່ເຄີຍເພີ່ມຄົນທີ່ກັບໃຈໃໝ່ແທ້ເຂົ້າໃນຄຣິສຕະຈັກຂອງເຂົາເລີຍ,ນັ້ນແຫຼະເປັນເຫດຜົນທີ່ເຂົາບໍ່ໃຊ້ພວກນັ້ນອີກ.

ສິດຍາພິບານຄົນນັ້ນເວົ້າຖືກ,ບໍ່ມີຈັກຄົນທີ່ອອກມາຂ້າງໜ້າແລ້ວອະທິຖານຕາມຄໍາອະທິຖານຂອງຄົນບາບໄດ້ຮັບຄວາມລອດ,ຖ້າພວກເຂົາລອດພວກເຂົາກໍຈະກັບມາຄຣິສຕະຈັກຂອງລາວແລ້ວ!ພວກເຂົາບໍ່ໄດ້ກັບໃຈໃໝ່ຈາກຄວາມບາບຂອງເຂົາ,ພວກເຂົາບໍ່ໄດ້ກັບ ໃຈໃໝ່ຫາພຣະຄຣິດ, ພວກເຂົາບໍ່ໄດ້ກັບໃຈໃໝ່ເລີຍ! ຄືກັບທີ່ສິດຍາພິບານຄົນນັ້ນເວົ້າ ມີໂລກແຫ່ງຄວາມແຕກຕ່າງລະຫວ່າງ...ການຍອມຮັບດ້ວຍຄວາມເຊື່ອ...ແລະການເພິ່ມຜູ້ ໃດໜື່ງເຂົ້າໃນຄຣິສຕະຈັກ”ນັກປະກາດທີ່ມີຊື່ສຽງຄົນນັ້ນບໍ່ໄດ້ຈັກຄົນລອດເລີຍໃນຄືນນັ້ນ,ວິທີຂອງລາວບໍ່ດີ.

ເຄີຕິສຮັດສັນອໍານວຍການຂອງວາລະສານ the Sword of the Lord ຕໍານິສິດຍາພິ ບານວ່າ“ເຈົ້າກ້າໄດ້ແນວໃດທີ່ພັນລະນາເຂົາເຈົ້າໃນຖານະທີ່ຫວັງວ່າລອດແລ້ວ”ພວກເຂົາ ທຸກຄົນຄວນຈະຖືກນັບໃນຖານະ“ຜູ້ທີ່ຖືກສ້າງໃໝ່ໃນພຣະຄຣິດ”ຄວາມຈິງແລ້ວບໍ່ມີຈັກຄົນທີ່ ເປັນຄົນທີ່ຖືກສ້າງໃໝ່ໃນພຣະຄຣິດ,ວິທີຂອງຮັດສັນບໍ່ດີ.

ມີສິດຍາພິບານແບບນັ້ນທົ່ວອາເມລິກາ-ແລະຢູ່ທົ່ວໂລກ,ພວກເຂົາເປັນພວກ“ຕັດ ສິນໃຈນິຍົມ”ຂ້າພະເຈົ້າຈະຂໍອ່ານຈາກນິຍາມຂອງ“ລັດທິຕັດສິນໃຈນິຍົມ”ໃນໜັງສືຂອງເຮົາຊື່ການປະຖີ້ມຄວາມເຊື່ອໃນປະຈຸບັນ (ຈົ່ງກົດທີ່ນີ້ເພື່ອອ່ານໃນຄອມຂອງທ່ານ)ຂຽນໂດຍ ດຣ.ເຄແກນກັບຂ້າພະເຈົ້າ:

ລັດທິຕັດສິນໃຈນິຍົມຄືຄວາມເຊື່ອທີ່ວ່າຄົນຜູ້ໜື່ງໄດ້ຮັບຄວາມລອດໂດຍ ການອອກມາຂ້າງໜ້າ,ການຍົກມື,ການເວົ້າຄໍາອະທິຖານໜື່ງ,ການເຊື່ອຫຼັກຄໍາສອນໜື່ງ,ການເຮັດຂໍ້ຜູກມັດຄວາມເປັນພຣະເຈົ້າຫຼືເລື່ອງພາຍນອກບາງຢ່າງ, ການກະທໍາຕາມແລະອື່ນໆ.

ຜູ້ຄົນທີ່ອອກມາຂ້າງໜ້າ,ພວກເຂົາເຊື່ອຫຼັກຄໍາສອນອັນໜື່ງ,ພວກເຂົາເວົ້າຕາມຄໍາອະທິຖານຂອງຄົນບາບ,ແຕ່ພວກເຂົາບໍ່ໄດ້ມາຫາພຣະຄຣິດ! ພຣະເຢຊູຕັດວ່າ“ແຕ່ທ່ານບໍ່ຍອມມາຫາ ເຮົາເພື່ອຈະໄດ້ຊີວິດ”(ໂຢຮັນ 5:40)ເພາະພວກເຂົາບໍ່ໄດ້ມາຫາພຣະຄຣິດ,ພວກເຂົາບໍ່ໄດ້ ກັບໃຈໃໝ່,ພວກເຂົາຍັງບໍ່ລອດ, ນັ້ນແຫຼະທີ່ວ່າເປັນຫຍັງພວກເຂົາຈື່ງສືບຕໍ່ມາທີ່ຄຣິສຕະ ຈັກ, ພວກເຂົາຕັດສິນໃຈແຕ່ພວກເຂົາບໍ່ແມ່ນຄຣິສຕຽນແທ້, ພວກເຂົາຍັງບໍ່ລອດ.

ນັກປະກາດຂ່າວປະເສີດຄົນນັ້ນ(ແລະມີຫຼາຍຄົນເປັນແບບລາວ)ບໍ່ພຽງແຕ່ເປັນນັກຕັດສິນໃຈນິຍົມ,ເຂົາ ເປັນພວກແຊນດິເມນຽນ,ຈົ່ງຟັງວິທີທີ່ນັກປະກາດຄົນນັ້ນ“ຊະນະວິນ ຍານ”ຈາກບົດຄວາມຂອງລາວ“ການຊະນະຄົນເຄັ່ງສາສະໜາ”ນີ້ຄືວິທີທີ່ລາວຄາດຫວັງວ່າ “ໄດ້ນໍາຜູ້ຍິງຄົນໜື່ງມາຫາພຣະຄຣິດ”

ຫຼັງຈາກນັ້ນຂ້າພະເຈົ້າກໍດໍາເນີນການຕໍ່ໄປເພື່ອນໍານາງມາສູ່ໜັງສືໂຣມ,ເຮັດດີທີ່ສຸດເພື່ອຊ່ວຍນາງໃຫ້ເຂົ້າໃຈວ່າບໍ່ພຽງແຕ່ນາງເປັນຄົນບາບເທົ່ານັ້ນແຕ່ຜົນຂອງຄວາມບາບຄືບາງສິ່ງບາງຢ່າງທີ່ພວກເຮົາບໍ່ສາມາດເອົາອອກ ໄປໂດຍຄວາມພະຍາຍາມສ່ວນຕົວໄດ້,ຈາກນັ້ນຂ້າພະເຈົ້າກໍຊ່ວຍນາງໃຫ້ ເຫັນວ່າພຣະເຢຊູຊົງຈ່າຍບາບໃຫ້ໝົດແລ້ວແລະຖ້າບໍ່ມີການກະທໍາຂອງ ພຣະອົງກໍຈະບໍ່ມີຫົນທາງແຫ່ງຄວາມລອດເລີຍ.

ຫຼັງຈາກນັ້ນລາວກໍນໍາຜູ້ຍິງຄົນນັ້ນອະທິຖານແລະເວົ້າວ່ານາງກໍ“ລອດຢ່າງສະຫງ່າງາມແລ້ວ”ສັງເກດວ່າມັນຂາດຫຍັງ,ຜູ້ຍິງຄົນນັ້ນບໍ່ໄດ້ຖືກໂນ້ມນ້າວເລື່ອງບາບ-ບໍ່ມີການເວົ້າເຖິງເລີຍ, ບໍ່ມີການເອີຍເຖິງພຣະໂລຫິດຂອງພຣະຄຣິດທີ່ລ້າງບາບຂອງນາງ,ມັນຄືທຸກຢ່າງທີ່ຢູ່ໃນ ຄວາມຄິດຂອງນາງ,ລາວໄດ້ຊ່ວຍໃຫ້ນາງເຂົ້າໃຈບາງສິ່ງບາງຢ່າງແລະເພື່ອໃຫ້ເຫັນວ່າ ພຣະເຢຊູຊົງຕາຍເພື່ອນາງ, ເມື່ອນາງເຂົ້າໃຈສິ່ງຕ່າງໆແລະເຫັນສິ່ງຕ່າງໆນາງກໍອະທິຖານ ແລະໝົດເທົ່ານັ້ນ.

ຄໍາເທດສະໜາແລະ“ການຊະນະວິນຍານ”ຂອງນັກປະກາດຄົນນັ້ນເປັນຕົວຢ່າງທີ່ ສົມບູນແບບຂອງລັດທິແຊນດິເມນຽນເຊິ່ງເວົ້າວ່າຄວາມເຊື່ອໃນໃຈຈະຊ່ວຍທ່ານໃຫ້ລອດ ໄດ້,ຄືກັບທີ່ດຣ.ມາຕິນລອຍໂຈນເວົ້າເຖິງລັດທິແຊນດິເມນຽນວ່າ“ຖ້າທ່ານຍອມຮັບຄໍາສອນ ໃນທາງສະຕິປັນຍາແລະກຽມພ້ອມທີ່ຈະຕາມ,ຫຼັງຈາກນັ້ນສິ່ງນັ້ນກໍຈະຊ່ວຍທ່ານໃຫ້ລອດ” (Romans, Exposition of Chapter 10, Saving Faith, Banner of Truth, chapter 14). ພວກນັກປະກາດມີຄວາມຄິດແບບດຽວກັນກັບຄູສອນປອມ R. B. Thieme ເຊິ່ງເຊື່ອວ່າຄົນຜູ້ ໜື່ງຈະຕ້ອງມີ“(ຮູບແບບ)ປະໂຫຍກຕ່າງໆໃນຄວາມຄິດ,ການບອກພຣະເຈົ້າພຣະບິດາວ່າ ເຂົາກໍາລັງວາງໃຈເຊື່ອໃນພຣະຄຣິດສໍາຫຼັບຄວາມລອດ,ກໍບໍ່ມີຫຍັງທີ່ຮຽກຮ້ອງຕ້ອງການອີກ”(ວິກິພີເດຍ),Thieme ກ່າວວ່າພຽງແຕ່ບອກພຣະເຈົ້າໃນຄວາມຄິດຂອງທ່ານວ່າທ່ານວາງ ໃຈເຊື່ອໃນພຣະຄຣິດເທົ່ານັ້ນພໍ,ບາງຄົນທີອ່ານຄໍາເທດສະໜານີ້ຫຼືເບິ່ງວິດີໂອນີ້ອາດຈະເວົ້າ ວ່າ “Thieme ເປັນຄູສອນປອມ” ແຕ່ສິ່ງທີ່ Thieme ເຮັດແຕກຕ່າງຈາກນັກປະກາດເຮັດ -ຫຼືໃນສິ່ງທີ່ນັກຕັດສິນໃຈເຮັດ? ຂ້າພະເຈົ້າຂໍບອກວ່າມັນບໍ່ແຕກຕ່າງຫຍັງເລີຍ! ມັນຄືລັດ ທິຕັດສິນໃຈນິຍົມ, ມັນຄືລັດທິແຊນດິເມນຽນ!

ມີໜ້ອຍຄົນ-ແລະໃນວັນພິພາກສາຄັ້ງສຸດທ້າຍຈະສະແດງໃຫ້ເຫັນວ່າມັນມີໜ້ອຍ ຄົນ, ໜ້ອຍຄົນທີ່ໄດ້ຮັບຄວາມລອດຜ່ານທາງຄໍາເທດສະໜາແບບນັ້ນ, ມີໜ້ອຍ-ໜ້ອຍ ຫຼາຍໆ-ທີ່ໄດ້ຮັບຄວາມລອດຜ່ານທາງການປະກາດຂ່າວປະເສີດແບບນັ້ນ,ມັນໄດ້ທໍາລາຍ ຄຣິສຕະຈັກຕ່າງໆຂອງເຮົາ, ຈົ່ງຫລີກຈາກມັນ! ມັນດີກວ່າທີ່ຈະມີຄົນກັບໃຈໃໝ່ແທ້ຄົນໜື່ງ ຫຼາຍກວ່າຄົນກັບໃຈໃໝ່ແບບຜິດໆເປັນພັນໆ!

ໃນປະເພດຂອງການປະກາດຂ່າວປະເສີດແບບນັ້ນບໍ່ມີການສໍານຶກບາບ,ເປັນພຽງ ການເຫັນດ້ວຍທາງໃຈ,ບໍ່ມີການປະເຊີນໜ້າກັບພຣະຄຣິດເອງ,ບໍ່ມີບຸກຄົນທີ່ວາງໃຈເຊື່ອໃນພຣະຄຣິດເອງ,ເປັນພຽງການເຫັນດ້ວຍທາງໃຈກ່ຽວກັບໃນສີ່ງທີ່ພຣະຄຣິດເປັນ,ເພາະຜູ້ຄົນບໍ່ໄດ້ສໍານຶກບາບ,ພວກເຂົາບໍ່ໄດ້ມາຫາພຣະຄຣິດ,ພວກເຂົາຍັງບໍ່ໄດ້ລອດ,ພວກເຂົາບໍ່ໄດ້ມີຊີ ວິດຕະຫຼອດເປັນນິດຄືກັບທີ່ຂໍ້ພຣະຄໍາພີຂອງເຮົາເວົ້າວ່າ:

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ຕອນນີ້ຂ້າພະເຈົ້າຕ້ອງປ່ຽນຈາກການເວົ້າເລື່ອງນັກປະກາດມາເວົ້າກັບພວກທ່ານ ໂດຍກົງ,ພວກທ່ານດີກວ່າລາວບໍ?ອັນທີ່ເອີ້ນວ່າຄວາມລອດຂອງທ່ານນັ້ນດີກວ່າສິ່ງທີ່ລາວ ເວົ້າບໍ?ບໍ່ ບໍ່ເລີຍ!

ຢ່າສູ່ເຂົ້າໃຈຜິດທ່ານຈໍາເປັນຈະຕ້ອງລອດ,ເມື່ອພຣະເຈົ້າແນມລົງມາຫາທ່ານພຣະ ອົງຊົງເຫັນຫຍັງແດ່?ພຣະອົງທ່ານປົກປິດບາບຢູ່! ພຣະຄໍາພີບອກວ່າ“ພຣະເນດຂອງພຣະ ເຢໂຮວາຢູ່ໃນທຸກແຫ່ງຫົນ ຊົງເຝົ້າເບິ່ງຄົນຊົ່ວ”(ສຸພາສິດ 15:3)ພຣະເຈົ້າຊົງຈົດຄວາມ ບາບທຸກຢ່າງທີ່ທ່ານເຮັດຢູ່ໃນໜັງສືຂອງພຣະອົງ,ໃນວັນພິພາກສາຄັ້ງສຸດທ້າຍພວກທ່ານ ຈະຢືນຢູ່ຕໍ່ໜ້າພຣະເຈົ້າແລະຈະຖືກ“ພິພາກສາຕາມຂໍ້ຄວາມທີ່ຈາລຶກໄວ້ໃນໜັງສືເຫຼົ່ານັ້ນ” (ພະນິມິດ 20:12)ແມ່ນແຕ່ບາບລັບໆຂອງທ່ານກໍຈະຖືກນໍາອອກມາ,ພຣະຄໍາພີກ່າວວ່າ “ພຣະເຈົ້າຈະຊົງເອົາການງານທຸກຢ່າງເຂົ້າສູ່ການພິພາກສາພ້ອມດ້ວຍສິ່ງປິດລັບທຸກຢ່າງ” (ປັນຍາຈານ 12:14),ຈາກນັ້ນທ່ານກໍຈະຖືກ“ໂຍນລົງໃນບຶງໄຟ”(ພະນິມິດ 20:15)

ທ່ານຈະຕ້ອງໃຫ້ພຣະເຈົ້າເຫັນຄວາມແຕກຕ່າງ,ທ່ານຈະຕ້ອງໃຫ້ພຣະເຈົ້າແນມລົງມາຫາທ່ານແລະບໍ່ເຫັນຄວາມບາບຂອງທ່ານ,ທ່ານຈະຕ້ອງໃຫ້ພຣະເຈົ້າເຫັນພຣະໂລຫິດ ຂອງພຣະຄຣິດ, ພວກທ່ານຕ້ອງການພຣະເຢຊູເພາະ“ມີພຣະເຈົ້າອົງດຽວແລະຄົນກາງແຕ່ ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດຄືພຣະເຢຊູຄຣິດຜູ້ຊົງສະພາບເປັນມະນຸດ”(1 ຕິໂມ ທຽວ 2:5),ທ່ານຕ້ອງໃຫ້ພຣະເຢຊູເປັນຄົນກາງຂອງທ່ານທີ່ຈະຢືນຢູ່ລະຫວ່າງທ່ານກັບ ພຣະເຈົ້າຈ່າຍເພື່ອຄ່າຄວາມຜິດບາບຂອງທ່ານ.

ແຕ່ພວກທ່ານກໍາລັງພະຍາຍາມຮຽນຮູ້ທີ່ຈະລອດແນວໃດ,ທ່ານເປັນລັດທິຕັດສິນໃຈ ນິຍົມແຊນດິເມນຽນ, ຊາຍໜຸ່ມຄົນໜື່ງບອກດຣ.ເຄແກນວ່າ“ຂ້ອຍຈະພະຍາຍາມທີ່ຈະວາງ ໃຈເຊື່ອໃນພຣະເຢຊູ, ຂ້ອຍຈະພະຍາຍາມທີ່ຈະວາງໃຈເຊື່ອໃນພຣະອົງໂດຍປາສະຈາກ ການສະແຫວງຫາຄວາມຮູ້ສຶກ”ລາວກໍາລັງພະຍາຍາມທີ່ຈະຮຽນຮູ້ທີ່ຈະ“ເຮັດສິ່ງທີ່ຖືກຕ້ອງ” ເມື່ອລາວ“ເຮັດຖືກ”ລາວຈະຖືກຍອມຮັບແລະຫຼັງຈາກນັ້ນລາວກໍສາມາດສືບຕໍ່ເປັນແບບທີ່ ລາວເປັນໄດ້,ຊາຍຄົນນັ້ນບໍ່ໄດ້ສໍານຶກບາບຂອງຕົນ,ເຖິງແມ່ນວ່າລາວຈະຂຽນລາຍການບາບຕ່າງໆກໍຕາມ, ລາວກໍາລັງພະຍາຍາມທີ່ຈະວາງໃຈໃນພຣະເຢຊູໃນຖານະຜົນສໍາເລັດອັນ ໜື່ງ.

ມື້ທີ່ພຣະຄຣິດຖືກຄຶງມີໂຈນຄົນໜື່ງທີ່ຖືກຄຶງເທິງໄມ້ກາງແຂນໃກ້ກັບພຣະເຢຊູ ລາວບໍ່ຮູ້ຈັກ“ວິທີ”ທີ່ຈະເຊື່ອວາງໃຈໃນພຣະເຢຊູ-ລາວພຽງແຕ່ເຮັດ,ລາວຖືກໂນ້ມນ້າວເລື່ອງ ບາບຂອງຕົນແລະຕ້ອງການພຣະເຢຊູ-ແລະລາວໄດ້ວາງໃຈເຊື່ອໃນພຣະອົງ.

ມື້ໜື່ງຕອນທີ່ພຣະຄຣິດກໍາລັງກິນເຂົ້າຢູ່ໃນເຮືອນຫຼັງໜື່ງ,ມີຜູ້ຍິງຄົນໜື່ງຄານຢູ່ກ້ອງໂຕະມາແລ້ວຈູບຕີນຂອງພຣະອົງ,ນາງບໍ່ຮູ້ຈັກວ່າ“ຈະເຮັດແນວໃດ”ທີ່ຈະວາງໃຈເຊື່ອພຣະ ເຢຊູ-ນາງພຽງແຕ່ມາຫາພຣະອົງ,ພຣະເຢຊູກ່າວຕໍ່ນາງວ່າ“ບາບຂອງເຈົ້າໄດ້ຮັບການອະໄພ ແລ້ວ”(ລູກາ 7:48)

ພວກທ່ານບາງຄົນຄິດວ່າການວາງໃຈເຊື່ອໃນພຣະເຢຊູຄືການເຊື່ອວ່າພຣະອົງຊົງ ຕາຍເທິງໄມ້ກາງແຂນເພື່ອທ່ານຫຼື“ການຮູ້”ວ່າພຣະອົງຊົງຕາຍເພື່ອທ່ານ-ເຊິ່ງແມ່ນອັນດຽວ ກັນ, ທ່ານພຽງແຕ່ເວົ້າໃນໃຈວ່າທ່ານວາງໃຈເຊື່ອໃນພຣະເຢຊູ,ທ່ານພຽງແຕ່ເວົ້າມັນດ້ວຍ ປາກຂອງທ່ານ, ພຣະຄຣິດຊົງຕັດໃນຂໍ້ພຣະຄໍາພີຂອງເຮົາວ່າ:

“ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ທ່ານຍັງບໍ່ໄດ້ວາງໃຈເຊື່ອໃນພຣະຄຣິດເອງເທື່ອ, ທ່ານຍັງບໍ່ໄດ້ມາຫາພຣະອົງເທື່ອ ທ່ານພຽງເຫັນດ້ວຍກັບບາງສິ່ງບາງຢ່າງທີ່ຢູ່ໃນໃຈຂອງທ່ານ,ທ່ານເວົ້າມັນດ້ວຍປາກຂອງ ທ່ານ,ແບບນັ້ນຈະບໍ່ຊ່ວຍທ່ານໃຫ້ພົ້ນໄດ້,ພວກທ່ານບາງຄົນຄິດວ່າທ່ານສາມາດຮຽນຮູ້ພໍທີ່ ຈະເຂົ້າໃຈຄວາມລອດແລະຕອບຄໍາຖາມກ່ຽວກັບມັນໄດ້ທ່ານກໍຈະລອດ,ການຮຽນຮູ້ແລະ ການຕອບຄໍາອະທິຖານແບບນັກຮຽນຈະບໍ່ຊ່ວຍທ່ານໃຫ້ລອດໄດ້,ພຣະຄຣິດຕັດວ່າ“ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ”

ບັນຫາກໍຄືວ່າທ່ານຍັງບໍ່ມີການສໍານຶກເລື່ອງບາບຂອງທ່ານແທ້,ທ່ານພຽງແຕ່ເວົ້າຄໍາສອງຄໍາແຕ່ທ່ານຍັງບໍ່ສໍານຶກ,ແລະທ່ານບໍ່ມີການສໍານຶກເລື່ອງສັນດານບາບຂອງທ່ານ,ຢູ່ຈຸດ ໃຈກາງຂອງຄວາມເປັນທ່ານ,ພາຍໃນທ່ານເປັນຄົນເຫັນແກ່ຕົວ,ຢູ່ພາຍໃນທ່ານເປັນຄົນທີ່ບໍ່ຕ້ອງການພຣະເຈົ້າ,ທ່ານຕ້ອງການແຕ່ຕົນເອງ, ສິ່ງບໍ່ດີທຸກຢ່າງທີ່ທ່ານເຮັດມາຈາກທໍາມະ ຊາດບາບຂອງທ່ານ,ທ່ານຄວນກຽດຊັງຕົນເອງ, ທ່ານຄວນເບື່ອໜ່າຍໂຕເອງ, ຈາກຫຼັງນັ້ນ ທ່ານກໍຈະຍິນດີທີ່ຈະຟັງກ່ຽວກັບພຣະເຢຊູເຊິ່ງຮັກທ່ານແລະປະທານພຣະໂລຫິດເພື່ອທ່ານ.

ແຕ່ພວກທ່ານບໍ່ໄດ້ເຊື່ອໃນພຣະໂລຫິດຂອງພຣະຄຣິດແທ້, ໂອທ່ານອາດຈະຄິດ ເລື່ອງພຣະໂລຫິດໃນໃຈຫຼືເວົ້າເຖິງມັນເພາະທ່ານໄດ້ຍິນກ່ຽວກັບພຣະໂລຫິດໃນຄໍາເທດສະໜາຕ່າງໆແຕ່ນັ້ນຄືທັງໝົດທີ່ທ່ານເຮັດ, ທ່ານບໍ່ໄດ້ມາຫາພຣະຄຣິດເອງຄືກັບຄົນບາບທີ່ຮູ້ ສຶກຜິດ,ບໍ່ມີຄວາມຊ່ວຍເຫຼືອ-ເພື່ອໃຫ້ພຣະອົງລ້າງທ່ານໃນພຣະໂລຫິດຂອງພຣະອົງ,ທ່ານ ກໍາລັງທີ່ຈະຊ່ວຍໂຕເອງໃຫ້ລອດໃນທາງນີ້ຫຼືທາງນັ້ນ,ພຣະໂລຫິດຂອງພຣະຄຣິດບໍ່ແມ່ນ ຄວາມລອດຂອງທ່ານເຖິງແມ່ນວ່າຖ້າທ່ານເວົ້າຄໍາໜື່ງກ່ຽວກັບມັນກໍຕາມ,ໃນໃຈຂອງທ່ານ ທ່ານບໍ່ໄດ້ເຫັນດີກັບເພງບູຮານທີ່ວ່າ:

ຄວາມຫວັງຂອງຂ້າຖືກສ້າງຂື້ນບໍ່ແມ່ນຢ່າງອື່ນ
ນອກຈາກພຣະໂລຫິດແລະຄວາມຊອບຂອງພຣະເຢຊູ
ຂ້າບໍ່ກ້າທີ່ຈະວາງໃຈໃນຮ່າງທີ່ຫວານທີ່ສຸດ(ຂອງຄວາມຄິດຫຼືຮູ້ສຶກ)
ແຕ່ເພິ່ງພາອາໃສໃນພຣະນາມພຣະເຢຊູທັງໝົດ
ອົງພຣະເຢຊູປຽບເໝືອນສີລາຂ້າຈື່ງຢືນຢູ່ໝັ້ນຄົງໜັກໜາ
ຜູ້ອື່ນໝື່ນແສນບໍ່ຂໍສັດທາ
ຜູ້ອື່ນໝື່ນແສນບໍ່ຂໍສັດທາ
   (“The Solid Rock,” Edward Mote, 1797-1874).

ພວກທ່ານເປັນຄົນບາບທີ່ຊົ່ວຮ້າຍ,ແຕ່ພຣະເຢຊູຊົງຮັກພວກທ່ານ,ນັ້ນແຫຼະຄືເຫດຜົນທີ່ພຣະອົງຕາຍເພື່ອທ່ານ,ຖ້າທ່ານມາຫາພຣະອົງພຣະອົງກໍຈະໂຜດຍົກບາບຂອງທ່ານ,ພຣະອົງຈະຊົງລ້າງບາບຂອງທ່ານດ້ວຍພຣະໂລຫິດຂອງພຣະອົງ, ຖ້າທ່ານວາງໃຈໃນພຣະອົງ,ພຣະ ອົງຈະຊົງຊ່ວຍທ່ານໃຫ້ພົ້ນຈາກຄວາມບາບຂອງທ່ານ! ຖ້າທ່ານຕ້ອງການທີ່ຈະສົນທະນາ ແລະອະທິຖານກັບພວກເຮົາກ່ຽວກັບການວາງໃຈເຊື່ອພຣະເຢຊູ,ຂໍເຊີນມາທີ່ນີ້ດຽວນີ້ເລີຍ. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Come Unto Me” (Charles P. Jones, 1865-1949).