Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງກວດສອບໂຕຂອງທ່ານເອງດຽວນີ້!

EXAMINE YOURSELVES NOW!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ຕອນເຊົ້າວັນຂອງພຣະເຈົ້າ 5/2/2017
A sermon preached at the Baptist Tabernacle of Los Angeles
Lord's Day Morning, February 5, 2017

“ທ່ານຈົ່ງພິຈາລະນາເບິ່ງໂຕຂອງທ່ານວ່າ ທ່ານຕັ້ງຢູ່ໃນຄວາມເຊື່ອຫລືບໍ່ ຈົ່ງພິສູດໂຕຂອງທ່ານເອງເຖີດ ທ່ານບໍ່ຮູ້ເອງຫລືວ່າ ພຣະເຢຊູຄຣິດຊົງສະຖິດຢູ່ໃນທ່ານທັງຫລາຍ ນອກຈາກທ່ານຈະເປັນຜູ້ຖືກຖິ້ມ” (2 ໂກລິນໂທ 13:5)


ກຸ່ມຄົນທີ່ຢູ່ໃນຄຣິສຕະຈັກເມືອງໂກລິນໂທພາກັນລົງມືຕໍ່ສູ້ກັບອັກຄະສາວົກເປົາໂລ, ພວກເຂົາຄືຄົນທີ່ບໍ່ເຊື່ອກຸ່ມດຽວກັນທີ່ເປົາໂລເວົ້າເຖິງກ່ອນໜ້ານີ້, ພວກເຂົາເວົ້າວ່າເປົາໂລ ເປັນຄົນອ່ອນແອແລະບໍ່ແມ່ນອັກຄະສາວົກແທ້, ພວກເຂົາເປັນຄືກັບບາງຄົນທີ່ເຮົາມີຢູ່ໃນ ຄຣິສຕະຈັກຂອງພວກເຮົາ-ຜູ້ຄົນທີ່ໂຈມຕີທໍາມາດຄຣິສຕະຈັກ, ພວກເຮົາຕ້ອງຕໍ່ສູ້ກັບພະ ຍາມານເພື່ອທີ່ຈະມີຄຣິສຕະຈັກທີ່ຍິ່ງໃຫຍ່ນີ້ໃນໃຈກາງເມືອງລອສແອງເຈີລິສ, ບາງຄົນໃນ ພວກຊົ່ວນີ້ເວົ້າວ່າເປົາໂລບໍ່ແມ່ນອັກຄະສາວົກແທ້, ດັ່ງນັ້ນເປົາໂລຈື່ງບອກພວກເຂົາໃຫ້“ພິ ຈາລະນາໂຕເຂົາເອງ”ວ່າພວກເຂົາຕັ້ງຢູ່ໃນຄວາມເຊື່ອຫຼືບໍ” ປະໂຫຍກນີ້ສາມາດແປໄດ້ວ່າ “ກວດສອບໂຕຂອງທ່ານເອງເພື່ອເບິ່ງວ່າທ່ານຕັ້ງຢູ່ໃນຄວາມເຊື່ອຫຼືບໍ”ເປົາໂລບອກພວກ ເຂົາໃຫ້ເບິ່ງໃຈແລະຊີວິດຂອງເຂົາເອງຖ້າຫາກພວກເຂົາລອດແທ້,ການທີ່ຈະ “ຕັ້ງຢູ່ໃນ ຄວາມເຊື່ອ”ໝາຍເຖິງການເປັນຄຣິສຕຽນ, ຄົນພວກນັ້ນທີ່ໂຈມຕີເປົາໂລຄືກຸ່ມຄົນທີ່ອອກ ໄປຈາກຄຣິສຕະຈັກຂອງພວກເຮົາໂຈມຕີຂ້າພະເຈົ້າ, ຕອນນີ້ພວກເຂົາສ່ວນຫຼາຍບໍ່ໄປໂບດ ແລ້ວ, ສ່ວນຫຼາຍອອກໄປຫາຄຣິສຕະຈັກຂ່າວປະເສີດໃໝ່ທີ່ອ່ອນແອ, ໂດຍສ່ວນຕົວຂ້າ ພະເຈົ້າຄິດວ່າມີໜ້ອຍຄົນໃນນັ້ນທີ່ວ່າເປັນຄຣິສຕຽນແທ້.

“ທ່ານກວດສອບເບິ່ງໂຕຂອງທ່ານວ່າ ທ່ານຕັ້ງຢູ່ໃນຄວາມເຊື່ອຫລືບໍ່ ຈົ່ງພິສູດ (ຫຼືທົດສອບ) ໂຕຂອງທ່ານເອງເຖີດ”

ອັກຄະສາວົກເປົາໂລບອກພວກທ່ານໃຫ້ກວດສອບໂຕທ່ານເອງ, ລາວບອກວ່າຈົ່ງ ກວດສອບໂຕທ່ານເອງວ່າທ່ານມີຄວາມເຊື່ອທີ່ຊ່ວຍໃຫ້ລອດໄດ້ໃນພຣະຄຣິດຫຼືບໍ,ຖ້າທ່ານບໍ່ກວດສອບໂຕທ່ານເອງຕອນນີ້ພຣະເຈົ້າກໍຈະກວດສອບທ່ານໃນວັນພິພາກສາເທື່ອສຸດ ທ້າຍ, ພຣະເຈົ້າເຫັນຄວາມບາບທຸກຢ່າງທີ່ທ່ານເຮັດ, ພຣະອົງຊົງຈົດຄວາມບາບທຸກຢ່າງ ທີ່ຢູ່ໃນໃຈຂອງທ່ານ ແລະບາບທຸກຢ່າງທີ່ທ່ານໄດ້ເຮັດລົງໄປແລ້ວ, ພຣະອົງຈະຊົງອ່ານ ຄວາມບາບຕ່າງໆຂອງທ່ານ,ພຣະອົງຈະຊົງອ່ານຄວາມບາບຂອງທ່ານຈາກໜັງສືຂອງພຣະອົງ, ເມື່ອທ່ານຕາຍໄປຈິດວິນຍານຂອງທ່ານຈະໄປຢືນຕໍ່ໜ້າພຣະເຈົ້າແລະຖືກຕັດສິນ,ທ່ານ ຈະຕ້ອງກວດສອບຄວາມບາບຂອງທ່ານຕອນນີ້ບໍ່ດັ່ງນັ້ນພຣະເຈົ້າຈະຊົງກວດສອບມັນແລ້ວພິພາກສາມັນແລະພວກທ່ານກໍຈະຖືກ“ໂຍນຖີ້ມລົງໃນບຶງໄຟ”(ພະນິມິດ 20:15),ພວກທ່ານ ຈະຕ້ອງກວດສອບຄວາມຄິດຂອງຕົນເອງ,ຄໍາເວົ້າຕ່າງໆແລະຄວາມບາບພາຍນອກຕອນນີ້ ເລີຍກ່ອນທີ່ທ່ານຈະຕາຍ, ເພາະມັນຈະຊ້າເກີນໄປທີ່ຈະລອດຈາກບຶງໄຟນາຮົກເມື່ອທ່ານ ຕາຍໄປແລ້ວ, “ຈົ່ງກວດສອບໂຕທ່ານເອງວ່າທ່ານຕັ້ງຢູ່ໃນຄວາມເຊື່ອຫຼືບໍ”ດຽວນີ້,ເພາະມັນ ຈະສວາຍເກີນໄປທີ່ຈະລອດໄດ້ຫຼັງຈາກທ່ານຕາຍແລ້ວ, ຖ້າທ່ານບໍ່ຖີ້ມໃຈເກົ່າເອົາໃຈໃໝ່ ແລະວາງໃຈເຊື່ອໃນພຣະເຢຊູຕອນນີ້ທ່ານກໍ“ຈະຖືກທໍລະມານດ້ວຍໄຟແລະມາດ...ແລະ ຄວັນແຫ່ງການທໍລະມານຂອງເຂົາພຸ່ງຂື້ນຕະຫຼອດໄປເປັນນິດແລະຈະບໍ່ມີການພັກຜ່ອນ ເລີຍທັງກາງເວັນແລະກາງຄືນ”(ພະນິມິດ 14:10,11)ນັ້ນແລະທີ່ວ່າເປັນຫຍັງທ່ານຕ້ອງ ກວດສອບໂຕທ່ານເອງຕອນນີ້-ເພາະມັນຈະສວາຍເກີນໄປທີ່ຈະລອດໄດ້ຫຼັງຈາກຕາຍແລ້ວ

ທ່ານບໍ່ສາມາດເຂົ້າມາໃນຄຣິສຕະຈັກຂອງເຮົາໂດຍປາສະຈາກຄວາມຮູ້ສຶກທີ່ວ່າ ພວກເຮົາເດີນຕາມທາງເກົ່າ, ປະການທໍາອິດທີ່ທ່ານເຫັນເມື່ອທ່ານຍ່າງເຂົ້າມາໃນນີ້ກໍຄືການ ຮູບແຕ້ມຕ່າງໆ, ພວກເຂົາເປັນນັກເທດເມື່ອຫຼາຍປີກ່ອນ - ໂຈນາທານເອັດເວີດ, ຈອນບັນ ຢັນ, ຈອຊວິດຟິວ,ຈອນເວສລີ,ມາຕິນລູເທີ,ສະເປີໂຈນ,ເຈມສ໌ຮັດສັນເທລີ, ດຣ.ຈອນຊວງ ແລະຄົນອື່ນໆໃນອະດີດຜ່ານມາ, ສິ່ງຕໍ່ໄປທີ່ທ່ານຈະເຫັນກໍຄືວ່າທຸກຄົນທີ່ຢູ່ໃນຄຣິສຕະຈັກ ຂອງເຮົາມີເສື້ອສູດກັບກາລະວັດ, ມັນເປັນສິ່ງທີ່ຮຽກຮ້ອງຕ້ອງການ,ຖ້າທ່ານບໍ່ມີກາລະວັດ ກັບເສື້ອເສີດສີຂາວພວກເຮົາກໍເອົາໃຫ້ຢືມ, ຖ້າເຂົາປະຕິເສດເຂົາກໍບໍ່ເຂົ້າໄປຂ້າງໃນ,ເຄັ່ງ ຄັດບໍ?ບາງເທື່ອແຕ່ມັນຄືທາງເກົ່າທາງເດີມແລະພວກເຮົາກໍຈະບໍ່ປ່ຽນ,ພວກຜູ້ຍິງຈະຕ້ອງ ແຕ່ງຕົວສຸພາບ, ນັ້ນແລະຄືແບບເດີມແລະເປັນແບບທີ່ຖືກຕ້ອງ, ຄືກັບດຣ.ໂທເຊີໄດ້ກ່າວ ໄວ້ວ່າ“ທາງເກົ່າເປັນທາງຖືກ”ເມື່ອທ່ານເຂົ້າໄປໃນຫ້ອງໂຖງເປຍໂນກັບອໍແກນກໍຈະຫຼີ້ນເພງສະໄໝບູຮານ, ບໍ່ມີກີຕ້າຫຼືກອງໃຫ້ເຫັນຫຼືໄດ້ຍິນຕະຫຼອດການນະມັດສະການ,ເພງທຸກເພງ ກໍຈະຖືກຮ້ອງຕາມສະຕາຍບູຮານ, ບໍ່ມີຂໍ້ຊໍ້າແບບສະໄໝໃໝ່,“ເພງພິເສດ”ມີພຽງແຕ່ຮ້ອງ ເພງດ່ຽວຊື່ງຮ້ອງໂດຍຜູ້ຊ່ວຍອາວຸໂສຂອງເຮົາ,ຊາຍທີ່ອາຍຸຫົກສິບປີແລ້ວ-ເຊິ່ງຮ້ອງເພງບູ ຮານກ່ອນຄໍາເທດສະໜາ,ແລະພວກເຮົາມັກຈະເທດສະໜາຈາກພຣະຄໍາພີສະບັບຄິງເຈມສ໌ເຫຼັ້ມເກົ່າໆສະເໝີ.

ບາງຄົນອາດຈະເວົ້າວ່າ“ເຈົ້າຕ້ອງມີໂບດທີ່ເຕັມໄປດ້ວຍແຕ່ຜູ້ເຖົ້າ”ບໍ່,ບໍ່ມີ! ຄົນຂອງ ເຮົາສ່ວນຫຼາຍແມ່ນອາຍຸຕໍ່າກວ່າສາມສິບປີ! ແລະປະມານຊາວຫ້າເປີເຊັນເປັນລຸ້ນວິທະຍາ ໄລຫຼືມັດທະຍົມປາຍ, ມີໜ້ອຍຄົນທີ່ໃຫຍ່ມາໃນຄຣິສຕະຈັກ, ສ່ວນຫຼາຍແລ້ວຖືກພາມາ ຄຣິສຕະຈັກໂດຍການປະກາດຂ່າວປະເສີດທີ່ຫ້າວຫັນຈາກວິທະຍາໄລແລະມັດທະຍົມຕ່າງໆທີ່ໃກ້ໆນີ້.

ທຸກສິ່ງທຸກຢ່າງທີ່ເຮົາເຮັດພວກເຮົາເຊື່ອໃນການທ້າທາຍ ຄຣິສຕະຈັກສະໄໝໃໝ່ຕ່າງໆ,ພວກເຮົາເຊື່ອໃນການຄິດແຕກຕ່າງ
ຫົນທາງທີ່ເຮົາທ້າທາຍຄຣິສຕະຈັກຕ່າງໆກໍໂດຍການເຮັດໃຫ້ເປັນ
ຄຣິສຕຽນທີ່ດີກວ່າທີ່ພວກເຂົາເຮັດ
ແລະພວກເຮົາເຮັດໃຫ້ເປັນຄຣິສຕຽນທີ່ດີກວ່າທີ່ເຂົາເຮັດແທ້!
ທ່ານຢາກຈະເປັນຄົນໜື່ງບໍ?
(ຖອດຄວາມຈາກ ເລິ່ມດ້ວຍຄໍາວ່າເປັນຫຍັງໂດຍ Simon Sinekໜ້າ41)

ເຊີນມາທີ່ນີ້ເປັນເວລາສອງສາມເດືອນແລະພົບກັບການກັບໃຈໃໝ່ແທ້ແລ້ວທ່ານຈະເປັນ ຄຣິສຕຽນທີ່ດີກວ່າທຸກຄົນທີ່ຄຣິສຕະຈັກ“ສະໄໝໃໝ່”ຕ່າງໆຜະລິດອອກມາ!ທ່ານຈະເປັນ ຄຣິສຕຽນທີ່ດີທີ່ສຸດທີ່ທຸກຄົນຮູ້ຈັກ!

ມີຄຣິສຕະຈັກໜ້ອຍຫຼາຍໃນປະຈຸບັນນີ້ທີ່ດໍາເນີນຕາມທາງເດີມໆ, ພວກເຂົາບໍ່ໄດ້ ຕາມທາງເດີມທີ່ຖືກສອນໂດຍພຣະຄຣິດແລະພວກອັກຄະສາວົກ,ພວກເຂົາບໍ່ໄດ້ເທດສະ ໜາຕາມແບບເດີມຂອງນັກປະຕິຮູບຫຼືພວກພິວຣິທັນຫຼືພວກນັກປະກາດຂ່າວປະເສີດແຫ່ງ ສະຕະວັດທີ 18 ແລະຕົ້ນສະຕະວັດທີ 19, ພວກເຂົາເດີນຕາມທາງໃໝ່,ທາງຜິດໆທີ່ເລີ່ມ ຂື້ນພ້ອມກັບຊາລຟີນນີ່ຊາວເພເລກຽນນອກຮີດ-ແນວທາງທີ່ອອກຜົນແປກໆເປັນລູກເຕົ້າ ແຫ່ງການຕັດສິນໃຈນິຍົມໃນສະໄໝຂອງເຮົາ,ລວມທັງການປະກາດແບບໃໝ່,ພວກຄາຣິສ ເມຕິກ,ພວກນັກສຶກສາພຣະຄໍາພີແອນທິນໍມຽນແລະພວກນີໂອ-ຄາວິນິສ(ຄົນທີ່ເວົ້າເລື່ອງ ຫຼັກຄໍາສອນຄາວິນິສແຕ່ບໍ່ໄດ້ຄົ້ນຫາໃຈຂອງຜູ້ຟັງຂອງເຂົາຄືກັບໂຈນາທານເອັດເວີ,ຈອຊ ວິດຟິວ,ສະເປີໂຈນແລະດຣ.ລອຍໂຈນເຮັດ)ຂ້າພະເຈົ້າຈະບໍ່ຂໍເສຍເວລາພວກທ່ານດ້ວຍ ການອະທິບາຍຜົນຕ່າງໆຂອງຟິນນີ່, ຂ້າພະເຈົ້າຂໍເວົ້າງ່າຍໆວ່າພວກເຮົາສາມາດສັງລວມ ເຂົາທຸກອັນເປັນຂ່າວປະເສີດໃໝ່, ພວກເຂົາເອີ້ນຕົນເອງວ່າ“ຂ່າວປະເສີດໃໝ່”ແລະພວກ ເຂົາເວົ້າຖືກເພາະສິ່ງທີ່ເຂົາສອນແມ່ນໃໝ່ໝົດ, ຂ້າພະເຈົ້າບໍ່ເຊື່ອວ່າທຸກຄົນທີ່ຢູ່ໃນຄຣິສຕະ ຈັກເຫຼົ່ານັ້ນບໍ່ລອດ, ແຕ່ຄົນທີ່ລອດແລ້ວເປັນພຽງຄົນເສດເລັກເສດນ້ອຍໃນຍຸກຂອງເຮົາ,ຖ້າ ທ່ານຕ້ອງການອ່ານກ່ຽວກັບ“ຂ່າວປະເສີດເດີມໆ”ຈົ່ງຊື້ໜັງສືເລື່ອງ“ການປະກາດຂ່າວປະ ເສີດເດີມໆ”ຂອງອຽນເອັຈເມີເຣ, ທ່ານສາມາດຊື້ໄດ້ທີ່ຮ້ານຂາຍປື້ມຂອງເຮົາຫຼືຊື້ທາງອອນ ລາຍໄດ້ທາງ Amazon.com,ທາງຫຼັງປົກເປັນຄໍາອ້າງອີງຂອງດຣ.ເອດັບໂບຢູໂທເຊີຊື່ວ່າ “ທາງເດີມຄືທາງທີ່ແທ້ຈິງແລະບໍ່ມີທາງໃໝ່”-ບໍ່ມີທາງໃໝ່ທີ່ສາມາດຊ່ວຍທ່ານໃຫ້ເປັນຄຣິສ ຕຽນແທ້ໄດ້, ຄືກັບຜູ້ທໍານວາຍເຢເຣມີໄດ້ກ່າວວ່າ:

“ຖາມຫາທາງບູຮານນັ້ນວ່າ ທາງດີຢູ່ໃສ ແລ້ວຈົ່ງເດີນໃນທາງນັ້ນ ແລະ ທ່ານຈະພົບທີ່ພັກສະຫງົບສໍາຫຼັບຈິດໃຈຂອງທ່ານ” (ເຢເຣມີ 6:16)

ຕອນນີ້ຂ້າພະເຈົ້າຈະຂໍປຽບທຽບເພື່ອໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງທາງບູຮານຊື່ງ ນໍາທ່ານສູ່ຄວາມລອດ-ແລະທາງໃໝ່ທີ່ຈະນໍາທ່ານໄປສູ່ການລົງໂທດເປັນນິດ.

1. ໜື່ງ ທາງບູຮານເລີ່ມຕົ້ນໂດຍພຣະເຈົ້າແລະສະຫງ່າລາສີຂອງພຣະອົງ, ທາງໃໝ່
ເລີ່ມຕົ້ນໂດຍມະນຸດກັບຄວາມຕ້ອງການແລະຄວາມຮູ້ສຶກຕ່າງໆຂອງເຂົາ.

ໃນ“ທາງໃໝ່”ພວກເຂົາເອີຍເຖິງພຣະເຈົ້າ,ແຕ່ພຣະອົງບໍ່ແມ່ນພຣະເຈົ້າຂອງພຣະ ຄໍາພີ, ພຣະອົງບໍ່ແມ່ນພຣະເຈົ້າຜູ້ຊົງອະທິປະໄຕແຫ່ງພຣະຄໍາພີ, ພຣະອົງບໍ່ແມ່ນພຣະ ເຈົ້າຜູ້ທີ່ເລືອກຜູ້ທີ່ພຣະອົງຈະຊ່ວຍໃຫ້ລອດແລະຜູ້ທີ່ພຣະອົງຈະປ່ອຍໃຫ້ຢູ່ໃນບາບ, ພຣະ ເຈົ້າຂອງ“ທາງໃໝ່”ບໍ່ແມ່ນພຣະເຈົ້າຂອງພຣະຄໍາພີຂອງຜູ້ທີ່ອັກຄະສາວົກເປົາໂລເວົ້າເຖິງ.

“ເຫດສະນັ້ນພຣະອົງຈະຊົງພຣະກະລຸນາແກ່ຜູ້ໃດ ກໍຈະຊົງພຣະກະລຸນາຜູ້ນັ້ນ ແລະພຣະອົງຈະຊົງໃຫ້ຜູ້ໃດມີໃຈແຂງກະດ້າງ ກໍຈະຊົງໃຫ້ຜູ້ນັ້ນມີໃຈແຂງກະດ້າງ” (ໂຣມ 9:18)

ທາງໃໝ່ບໍ່ເຄີຍເວົ້າເຖິງຄວາມຈິງທີ່ວ່າພຣະເຈົ້າຊົງເລືອກຄົນທີ່ພຣະອົງຈະຊ່ວຍໃຫ້ລອດແລະປ່ອຍໃຫ້ຄົນອື່ນຕົກນາຮົກ, ເມື່ອໃດຄືຄັ້ງລ້າສຸດທີ່ທ່ານໄດ້ຍິນນັກເທດເວົ້າກ່ຽວ ກັບພຣະເຈົ້າ?ພວກທ່ານໜ້າຈະບໍ່ເຄີຍໄດ້ຍິນກ່ຽວກັບພຣະເຈົ້າແທ້ຂອງພຣະຄໍາພີ,ພຣະຄໍາພີເອີ້ນພຣະອົງວ່າ“ພຣະເຈົ້າຜູ້ຊົງລິດແລະໜ້າຢ້ານ”(ພຣະລາຊະບັນຍັດ 7:21)ພຣະຄໍາພີ ເອີ້ນພຣະອົງວ່າ“ພຣະເຈົ້າຜູ້ຊົງຍິ່ງໃຫຍ່ແລະໜ້າຢ້ານ”(ເນຫະມີ 1:5)ແລະອີກເທື່ອໜື່ງ ພຣະເຈົ້າຖືກເອີ້ນວ່າ“ການຕົກຢູ່ອຸ້ງມື້ຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ນັ້ນເປັນຕາຢ້ານ”(ເຮັບ ເລີ 10:31) “ເພາະວ່າພຣະເຈົ້າຂອງເຮົານັ້ນຊົງເປັນໄຟທີ່ເຜົາຜານ”(ເຮັບເລີ 12:29).

ພວກທ່ານເຄີຍໄດ້ຍິນສິດຍາພິບານຫຼືບາດຫຼວງເວົ້າກ່ຽວກັບພຣະເຈົ້ານັ້ນ-ຊື່ງພຣະ ຄໍາພີເອີ້ນວ່າ“ພຣະເຈົ້າຜູ້ຊົງພຣະຊົນຢູ່”ບໍ?(ເຮັບເລີ 10:31),ພວກທ່ານເຄີຍໄດ້ຍິນສິດຍາພິ ບານໃດທີ່ເວົ້າວ່າພຣະເຈົ້າຊົງເລືອກໜ້ອຍຄົນໃຫ້ຮັບຄວາມລອດແລະປ່ອຍຄົນອື່ນໆທີ່ຢູ່ໃນໂລກໄປນາຮົກບໍ? ພຣະຄຣິດກ່າວວ່າ“ຜູ້ທີ່ໄດ້ຮັບເຊີນມີຫຼາຍ ແຕ່ຜູ້ທີ່ຊົງເລືອກມີນ້ອຍ”(ມັດ ທາຍ 22:14) ຫຼືພວກທ່ານໄດ້ຍິນພວກເຂົາເວົ້າກ່ຽວກັບພຣະເຈົ້ານ້ອຍທີ່ບໍ່ສໍາຄັນຜູ້ທີ່ຈະ ຊ່ວຍທຸກຄົນໃຫ້ລອດ-ພຣະເຈົ້າຜູ້ທີ່ຮັບໃຊ້ທ່ານແລະຄວາມຕ້ອງການຂອງທ່ານ-ແທນທີ່ຈະ ເປັນພຣະເຈົ້າຜູ້ເປັນຕາຢ້ານເຊິ່ງຄື“ພຣະເຈົ້າຜູ້ຊົງພຣະຊົນ”ບໍ? ພວກທ່ານເວົ້າວ່າ“ຂ້ອຍບໍ່ ຢາກໄດ້ຍິນກ່ຽວກັບພຣະເຈົ້າຜູ້ເປັນຕາຢ້ານຂອງເຈົ້າດອກ! ຂ້ອຍຈະບໍ່ກັບມາຄຣິສຕະຈັກນີ້ ອີກ”ໂອເຄບໍ່ຕ້ອງກັບມາ! ຈົ່ງສືບຕໍ່ເຊື່ອໃນ“ພຣະເຈົ້າຂອງທ່ານເອງເລີຍ”ແຕ່ຈົ່ງຈື່ໄວ້ວ່າ ພຣະເຈົ້າຂອງທ່ານເອງບໍ່ແມ່ນພຣະເຈົ້າແທ້, ແລະທ່ານຈະບໍ່ມີວັນລອດແລະວັນກາຍເປັນ ຄຣິສຕຽນແທ້ນອກຈາກວ່າທ່ານຈະເຊື່ອໃນ“ພຣະເຈົ້າຜູ້ຊົງພຣະຊົນຢູ່”ຂອງພຣະຄໍາພີກ່ອນ.

2. ສອງ ທາງບູຮານເຮັດໃຫ້ທ່ານຄິດກ່ຽວກັບບາບຂອງທ່ານເຊິ່ງພຣະເຈົ້າທ່ຽງແທ້ຈະ
ລົງໂທດໃນນາຮົກ,ໃນຂະນະທີ່ທາງໃໝ່ຈະເຮັດໃຫ້ທ່ານຄິດກ່ຽວກັບຄວາມຕ້ອງ
ການແລະຄວາມຮູ້ສຶກຕ່າງໆຂອງທ່ານ.

ພວກທ່ານເຄີຍໄດ້ຍິນສິດຍາພິບານຫຼືບາດຫຼວງໃດບອກທ່ານວ່າທ່ານຢູ່ໃນບາບທີ່ ເລິກເຊິ່ງບໍ?ວ່າໃຈຂອງທ່ານຄົດລ້ຽວແລະເປື້ອນບໍ?ວ່າ“ໃຈຂອງທ່ານກໍ້ຫຼອກລວງ”...ແລະ ເສື່ອມຊາມຢ່າງຊົ່ວຮ້າຍ”ບໍ? (ເຢເຣມີ 17:9) ວ່ານອກຈາກວ່າທ່ານຈະກັບໃຈໃໝ່ແທ້ທ່ານ ກໍ“ຈະຕ້ອງອອກໄປຮັບໂທດຢູ່ເປັນນິດ”ບໍ? (ມັດທາຍ 25:46) ຫຼືແມ່ນສິດຍາພິບານທີ່ທ່ານ ໄດ້ຍິນເປັນຄືກັບນັກເທດຣັອບເບວແຫ່ງໂຮງຮຽນສາສະໜາສາດຟູເລີທີ່ເວົ້າວ່າທຸກຄົນຈະ ໄປສະຫວັນແມ່ນແຕ່ຮິດເລີ, ແມ່ນລາວເວົ້າແບບນັ້ນ!(ຄວາມຮັກຊະນະ) ບໍ?ຖ້າໂຮງຮຽນສາ ສະໜາສາດຟູເລີຍັງດີພວກເຂົາກໍຈະລົບລ້າງໃບປະກາດຂອງລາວແລະສົ່ງເງີນລາວຄືນ.

ພວກທ່ານເວົ້າວ່າ“ຂ້ອຍຕ້ອງການນັກເທດທີ່ເວົ້າເຖິງຄວາມຕ້ອງການຂອງຂ້ອຍ ແບບຫວານນິ່ມນວນ,ຂ້ອຍຈະບໍ່ກັບມາຄຣິສຕະຈັກບູຮານທີ່ເທດຕໍ່ຕ້ານຄວາມບາບຂອງ ຂ້ອຍແລະບອກຂ້ອຍວ່າຊິຕົກນາຮົກຢ່າງເດັດຂາດ”ໂອເຄເຊີນໄປໄດ້ແລະປະພວກເຮົາຢູ່ນີ້ ເຊີນໄປແລະເຊື່ອ“ຄໍາອະທິຖານຂອງຄົນບາບ”ທີ່ອ່ອນຫວານຂອງໂຈເອວອອສທີນເລີຍ-ຊື່ງລາວເວົ້າໃນລາຍການໂຊຂອງລາວວ່າ“ພວກເຮົາເຊື່ອວ່າຖ້າທ່ານເວົ້າຕາມຄໍາອະທິຖານນັ້ນທ່ານກໍໄດ້ຮັບການບັງເກີດໃໝ່ແລ້ວ”ເຊີນໄປເຊື່ອລາວໂລດ, ແຕ່ຂ້າພະເຈົ້າເອີ້ນນັກເທດ ແບບລາວວ່າຜູ້ທໍານວາຍປອມ,ພວກນັກເທດຂີ້ຕົວະທີ່ກໍາລັງຈະຕົກນາຮົກເອງ!ເຊີນບອກ ເຂົາເລີຍວ່າຂ້າພະເຈົ້າເວົ້າແບບນັ້ນແລະຂຽນລົງໃນຄໍາເທດສະໜາແລະໃນວິດີໂອນໍາ.

3. ສາມ ທາງບູຮານເຮັດໃຫ້ທ່ານຄິດກ່ຽວກັບຄວາມບາບຂອງທ່ານໂດຍສະເພາະແມ່ນ ບາບລັບໆແລະບາບແຫ່ງໃຈຂອງທ່ານ,ທາງໃໝ່ຈະເຮັດໃຫ້ທ່ານຮູ້ສຶກດີກ່ຽວກັບ ໂຕທ່ານເອງ.

ໂຈນາທານເອັດເວີດ (1703-1758) ກ່າວວ່າ“ມະນຸດໂດຍທໍາມະຊາດແລ້ວ(ມີ)ພຽງ ຄວາມຮັກຕົນເອງເທົ່ານັ້ນ”(ມະນຸດຊົ່ວຫຼາຍແລະສິ່ງຊົງສ້າງທີ່ເຮັດໃຫ້ເຈັບປວດ)ຮັກຕົນເອງແຕ່ບໍ່ມີຄວາມຮັກສໍາຫຼັບພຣະເຈົ້າ, ບໍ່ມີຄວາມຮັກຕໍ່ຜູ້ໃດນອກຈາກໂຕທ່ານເອງ-ເພາະທ່ານ ເປັນຄືກັບທີ່ໂຈນາທານເອັດເວີດເວົ້າ“ຊົ່ວຫຼາຍແລະສິ່ງຊົງສ້າງທີ່ເຮັດໃຫ້ເຈັບປວດ”ເປັນ ຫຍັງທ່ານຈື່ງເປັນແບບນັ້ນ?ກໍເພາະທ່ານສືບທອດສັນດານຊົ່ວ(ບາບເຄົ້າເດີມ)ຈາກອາດາມ ບັນພະບຸລຸດຂອງມະນຸດຊາດ! ນັ້ນແລະທີ່ວ່າເປັນຫຍັງທ່ານຈື່ງຮັກພຽງແຕ່ໂຕທ່ານເອງ,“ບໍ່ ບໍ່”ບາງຄົນເວົ້າວ່າ“ຂ້ອຍຮັກຜົວຂອງຂ້ອຍ”ແມ່ນບໍ?ແລ້ວເປັນຫຍັງທ່ານຈື່ງກະບົດຕໍ່ລາວ ແລະຈົ່ມຕິລາວທັງເວັນທັງຄືນລະ?ຄວາມຈິງກໍຄືວ່າທ່ານຮັກແຕ່ໂຕເອງເທົ່ານັ້ນ!

ຢ່າໄປເຮັດຜິດກ່ຽວກັບມັນເລີຍທ່ານບໍ່ໄດ້ຮັກພຣະເຈົ້າ,ທ່ານພຽງແຕ່ມາໂບດເພື່ອ ພົບເພື່ອນຂອງທ່ານເທົ່ານັ້ນ, ຖ້າໜື່ງໃນໝູ່ຂອງທ່ານໄປຈາກໂບດນີ້ທ່ານກໍຈະໄປເຊັ່ນກັນ, ສິ່ງນີ້ຈະພິສູດໃຫ້ເຫັນວ່າທ່ານເປັນຄົນໜ້າຊື່ໃຈຄົດ! ສິ່ງນີ້ຈະພິສູດບໍ່ວ່າທ່ານຈະເວົ້າຫຍັງ ກໍຕາມກ່ຽວກັບການຮັກພຣະຄຣິດແລະວາງໃຈເຊື່ອພຣະອົງ,ທ່ານພຽງແຕ່ຫລອກໂຕທ່ານ ເອງເທົ່ານັ້ນ, ພວກທ່ານເປັນຄຣິສຕຽນປອມ,ທ່ານລັງກຽດໂຕເອງໃນຖານະເປັນຄຣິສຕຽນ ຄົນໜື່ງ, ພວກທ່ານຍີ້ມຕົວະແລະເບິ່ງຄືເປັນມິດແຕ່ທ່ານປອມໂຕໃນວັນຮາໂລວີນ!ຄວາມ ຈິງກໍຄືທ່ານບໍ່ໄດ້ຮັກພຣະຄຣິດ, ທ່ານພຽງແຕ່ຮັກໂຕທ່ານເອງ,ໂຕທ່ານເອງເທົ່ານັ້ນ! ໂຕ ທ່ານເອງເທົ່ານັ້ນ!ພຣະຄໍາພີກ່າວວ່າ“ໃນຍຸກສຸດທ້າຍຄົນຈະເປັນຄົນຮັກຕົນເອງ” (2 ຕີໂມ ທຽວ 3:1,2) ນັ້ນແລະທີ່ວ່າທ່ານບໍ່ມີເວລາທີ່ຈະອ່ານພຣະຄໍາພີ, ບໍ່ມີເວລາທີ່ຈະອະທິ ຖານ,ບໍ່ມີເວລາທີ່ຈະອອກໄປປະກາດ-ແຕ່ມີເວລາເຫຼືອເຟືອເປັນເວລາຫຼາຍຊົ່ວໂມງທີ່ຈະຫຼີ້ນ ວິດີໂອເກມແລະເບິ່ງໂທລະພາບແລະເບິ່ງໜັງໂປ້, ບໍ່ມີເວລາໄປໂບດໃນແລງວັນເສົາແລະ ແລງວັນອາທິດ-ແຕ່ມີເວລາເຫຼືອທີ່ຈະໄປເບິ່ງໜັງ! ເປັນຫຍັງທ່ານຈື່ງເປັນແບບນັ້ນ?ກໍເພາະ ວ່າທ່ານຮັກແຕ່ຕົນເອງເທົ່ານັ້ນ! ບໍ່ມີຄວາມຮັກຕໍ່ພຣະເຈົ້າ, ບໍ່ມີຄວາມຮັກຕໍ່ພຣະເຢຊູ,ມີພຽງ ແຕ່ຮັກຕົນເອງເທົ່ານັ້ນ, ຍອມຮັບເທີນ! ຈົ່ງຍອມຮັບດຽວນີ້-ບໍ່ດັ່ງນັ້ນທ່ານຈະບໍ່ມີວັນຖີ້ມໃຈ ເກົ່າເອົາໃຈໃໝ່ແລະກາຍເປັນຄຣິສຕຽນແທ້ໂດຍການເຊື່ອວາງໃຈໃນພຣະຄຣິດໄດ້.

ທາງ“ໃໝ່”ເປັນທາງທີ່ກົງກັນຂ້າມກັບທາງເກົ່າເຊິ່ງພວກເຮົາເຊື່ອຢ່າງແນ່ນອນ,ທາງ“ໃໝ່”ປ່ອຍໃຫ້ທ່ານຍ່າງອອກໄປໜ້າຄຣິສຕະຈັກແລ້ວເວົ້າຕາມຄໍາອະທິຖານຂອງຄົນບາບ ຢ່າງໄວວາ,ຫຼັງຈາກນັ້ນເຂົາກໍໃຫ້ທ່ານຮັບບັບຕິດສະມາເລີຍ! ພວກແບັບຕິດຫຼາຍຄົນຈະ ຊັງຂ້າພະເຈົ້າທີ່ເວົ້າແບບນີ້ແຕ່ຂ້າພະເຈົ້າຈະຕ້ອງບອກໃຫ້ທ່ານຮູ້ຄວາມຈິງ,ພວກເຂົາຈະໃຫ້ພວກທ່ານຮັບບັບຕິດສະມາໄວເທົ່າທີ່ຈະໄວໄດ້ຫຼັງຈາກທີ່ທ່ານເຮັດທີ່ເອີ້ນວ່າ“ການຕັດສິນ ໃຈ”ເປັນຫຍັງພວກເຂົາຈື່ງໃຫ້ທ່ານຮັບບັບຕິດສະມາທັນທີເລີຍເຊິ່ງມັກຈະເປັນການນະມັດ ສະການອັນດຽວກັນ? ພວກເຂົາບໍ່ໄດ້ເຮັດເພາະເຂົາຮັກພຣະເຢຊູ! ພວກເຂົາບໍ່ໄດ້ເຮັດ ເພາະເຂົາເຊື່ອພຣະຄໍາພີ! ພວກເຂົາເຮັດເພາະພວກເຂົາຮັກແຕ່ໂຕເຂົາເອງເທົ່ານັ້ນ! ພວກ ເຂົາບໍ່ໄດ້ສົນໃຈທ່ານເລີຍ, ພວກເຂົາສົນໃຈແຕ່ວ່າມີບັບຕິດສະມາຫຼາຍປານໃດທີ່ເຂົາສາ ມາດບັນທຶກໄດ້, ຂ້າພະເຈົ້າຄິດວ່າພວກສິດຍາພິບານທີ່ເຮັດແບບນັ້ນຮູ້ດີວ່າບໍ່ໄດ້ຊ່ວຍໂຕ ພວກເຂົາໃຫ້ລອດໄດ້! ເຊີນບອກພວກເຂົາວ່າຂ້າພະເຈົ້າເວົ້າແບບນັ້ນແລະຂຽນໃສ່ໃນຄໍາ ເທດສະໜາແລະວິດີໂອໄດ້ເລີຍ.

ພວກທ່ານເວົ້າວ່າ“ຂ້ອຍບໍ່ມັກແບບນັ້ນ, ຂ້ອຍບໍ່ມັກທີ່ເຈົ້າບອກຂ້ອຍວ່າຂ້ອຍບໍ່ມີ ຄວາມຮັກສໍາຫຼັບພຣະເຈົ້າ,ຂ້ອຍບໍ່ມັກທີ່ເຈົ້າບອກວ່າຂ້ອຍຮັກແຕ່ໂຕຂ້ອຍເອງ,ຂ້ອຍຈະບໍ່ ກັບມາຄຣິສຕະຈັກນີ້ິອີກ”ໂອເຄຢ່າກັບມາເລີຍ, ແຕ່ຈົ່ງຈື່ໄວ້ວ່ານັກເທດເຖົ້າຄົນນີ້ບອກ ຄວາມຈິງກັບທ່ານ,ຄວາມຈິງທັງໝົດເລີຍແລະບໍ່ມີຢ່າງອື່ນນອກຈາກຄວາມຈິງ-ກ່ຽວກັບໂຕ ທ່ານເອງ! ແລະຂ້າພະເຈົ້າຈະບໍ່ຍອມຢຸດເຮັດບໍ່ວ່າທ່ານຈະເວົ້າຫຼືເຮັດຫຍັງກໍຕາມ,ຄົນໜຸ່ມ ບາງຄົນເວົ້າວ່າ “ຂ້ອຍພາໝູ່ຂອງຂ້ອຍມານີ້ບໍ່ໄດ້ເພາະເຈົ້າເທດສະໜາແຮງໂພດ”ບໍ່ເລີຍທີ່ ຮັກອັນນັ້ນບໍ່ແມ່ນເຫດຜົນ-ແລະທ່ານກໍຮູ້ດີ! ທ່ານບໍ່ໄດ້ພາໝູ່ຂອງທ່ານມານີ້ເພາະທ່ານບໍ່ໄດ້ ເປັນຫ່ວງຈິດວິນຍານຂອງພວກເຂົາ! ທ່ານບໍ່ໄດ້ແຄວິນຍານຂອງເຂົາເລີຍ-ເພາະທ່ານຮັກ ແຕ່ໂຕທ່ານເອງ!ຈົ່ງເຊັດສີໜ້າທີ່ຂີ້ຮ້າຍອອກຈາກໜ້າຂອງທ່ານແລ້ວຄິດເຖິງສິ່ງທີ່ຂ້າພະເຈົ້າກໍາລັງເວົ້າ! ນີ້ແມ່ນບ່ອນທີ່ຖືກຕ້ອງທີ່ຈໍາເປັນຕ້ອງພາເດັກທີ່ບໍ່ລອດທີ່ທ່ານຮູ້ຈັກມາ! ເປັນ ຫຍັງລະ?ເພາະນີ້ຄືບ່່ອນດຽວເທົ່ານັ້ນທີ່ຂ້າພະເຈົ້າຮູ້ຈັກແຖວໆນີ້ບ່ອນທີ່ເຂົາຈະລອດໄດ້ ນັ້ນແຫຼະທີ່ວ່າຖ້າທ່່ານຮັກເຂົາຫຼາຍຄືກັບຮັກຕົນເອງທ່ານກໍຈະບອກເຂົາວ່າ“ເຊີນໄປໂບດກັບຂ້ອຍ! ມັນຢູ່ໃຈກາງ! ໂຮງຮຽນເກົ່າໆ! ແຕ່ມັນຄືໂບດທີ່ດີທີ່ສຸດໃນເມືອງແອວເອ,ແລະມັນ ເຕັມໄປດ້ວຍຄົນໜຸ່ມຄືກັບເຈົ້າແລະຂ້ອຍນີ້ແຫຼະ”ນັ້ນແຫຼະຄືສິ່ງທີ່ທ່ານຕ້ອງບອກເຂົາຖ້າ ທ່ານເປັນຄຣິສຕຽນແທ້,ແຕ່ທ່ານບໍ່ແມ່ນ, ທ່ານເປັນແຕ່ຂອງປອມ!ຄືກັບບຸກຄົນທີ່ຮັກຕົນເອງ ເປັນເດັກທີ່ຍັງບໍ່ລອດ.

ຄືນວັນພຸດມີຍິງສາວທີ່ຍັງບໍ່ເຊື່ອຄົນໜື່ງບອກຂ້າພະເຈົ້າວ່ານາງຈະບໍ່ຟັງຂ້າພະເຈົ້າເພາະຂ້າພະເຈົ້າຮ້ອງສຽງດັງໂພດ,ຂ້າພະເຈົ້າບອກລາວວ່າ“ເຈົ້າຢູ່ນີ້ເປັນເວລາຫຼາຍປີແລ້ວແລະເຈົ້າຍັງບໍ່ລອດແລະກະບົດຢູ່, ຂ້ອຍຄິດວ່າຂ້ອຍຕ້ອງຮ້ອງດັງກວ່າເກົ່າ” ແມ່ນແລ້ວດັງ ຂື້ນ-ດັງຂື້ນ-ດັງຂື້ນອີກ, ຖ້າທ່ານເຫັນຄົນຕາບອດຍ່າງຕາມຖະໜົນທີ່ບໍ່ຈໍາກັດຄວາມໄວ ທ່ານຈະຮ້ອງສຽງດັງບໍ?“ອອກໄປຈາກທາງທີ່ບໍ່ຈໍາກັດຄວາມໄວນັ້ນບໍ່ດັ່ງນັ້ນເຈົ້າຈະຕາຍ” ນັ້ນແຫຼະຄືເຫດຜົນທີ່ຂ້າພະເຈົ້າຮ້ອງດັງ-ເພາະຂ້າພະເຈົ້າຮັກວິນຍານຂອງທ່ານ,ພວກນັກ ເທດທີ່ບໍ່ຮ້ອງສຽງດັງກໍບໍ່ຮັກທ່ານອີກຕໍ່ໄປ, ພວກເຂົາພຽງແຕ່ຢາກໄດ້ເງີນ! ແລະທ່ານຈະບໍ່ ມີມື້ມີການກັບໃຈໃໝ່ທີ່ແທ້ຈິງໄດ້ຈົນກວ່າຈະຍອມຮັບພຣະເຈົ້າແລະຍອມຮັບວ່າຕົນເອງ ບາບແລະເຫັນແກ່ຕົວສໍ່າໃດ, ທ່ານຈະຕ້ອງຖືກໂນ້ມນ້າວໃຈເລື່ອງບາບລັບໆແລະບາບທີ່ຢູ່ ໃນໃຈຂອງທ່ານ, ທ່ານຈະຕ້ອງຮູ້ສຶກຄືກັບດາວິດ“ບາບຂອງຂ້າພະອົງຢູ່ຕໍ່ໜ້າຂ້າພະອົງສະ ເໝີ” (ເພງສັນລະເສີນ 51:3) ນັ້ນແຫຼະຄືທາງບູຮານຂອງການກັບໃຈໃໝ່, ທ່ານຈະຕ້ອງມາ ພາຍໃຕ້ການສໍານຶກເລື່ອງບາບຂອງທ່ານບໍ່ດັ່ງນັນທ່ານກໍຈະບໍ່ມີວັນເຫັນວ່າຕົນເອງຕ້ອງ ການພຣະຄຣິດຜູ້ຊົງຕາຍເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານແລະຫຼັ່ງໂລຫິດຂອງພຣະ ອົງເທິງໄມ້ກາງແຂນເພື່ອຊໍາລະທ່ານອອກຈາກຄວາມຜິດບາບທຸກຢ່າງ.

4. ສີ່ ທາງບູຮານຄືທາງທີ່ກວດສອບໂຕທ່ານເອງ,ທາງໃໝ່ເປັນພຽງແຕ່ການຫຼີ້ນອ້ອມ ໄປມາໃນຄຣິສຕະຈັກຈົນທ່ານອອກໄປແລ້ວກັບໄປຫາຊີວິດບາບ.

ຂໍ້ພຣະຄໍາພີຂອງເຮົາເວົ້າວ່າ“ຈົ່ງພິຈາລະນາໂຕທ່ານວ່າທ່ານຕັ້ງຢູ່ໃນຄວາມເຊື່ອ ຫຼືບໍ,ຈົ່ງພິສູດໂຕຂອງທ່ານເອງເຖີດ(2 ໂກລິນໂທ 13:5),ນັ້ນຄືທາງບູຮານ, ຈົ່ງກວດສອບ ໂຕທ່ານເອງເບິ່ງວ່າທ່ານລອດແທ້ແລ້ວບໍ, ໂຈນາທານເອັດເວີດໄດ້ກ່າວວ່າ“ຈົ່ງເບີ່ງວ່າ (ທ່ານ)ບໍ່ໄດ້ທໍາທ່າສໍານຶກຜີດເລື່ອງບາບ,ແຕ່ໂສກເສົ້າເສຍໃຈເລື່ອງບາບ, ແລະເຊັ່ນກັນ ບາບນັ້ນເປັນພາລະໜັກຕໍ່(ທ່ານ)ແລະເບິ່ງວ່າໃຈ(ຂອງທ່ານ)ອ່ອນແລະສັງເກດເຫັນໄດ້”

ນີ້ຄືສິ່ງທີ່ທ່ານຈະຕ້ອງຮູ້ສຶກບໍ່ດັ່ງນັ້ນທ່ານກໍຈະມີການກັບໃຈໃໝ່ທີ່ຜິດໆ, ພວກທ່ານ ບາງຄົນເຄີຍໄດ້ຍິນຫຼືອ່ານເລື່ອງການກັບໃຈໃໝ່ຂອງຄົນອື່ນ,ຄໍາພະຍານການກັບໃຈໃໝ່ທີ່ ທ່ານໄດ້ຍິນຫຼືອ່ານທີ່ທ່ານຈື່ໄດ້, ຂ້າພະເຈົ້າສາມາດບອກໄດ້ໂດຍການອ່ານຄໍາພະຍານການ ກັບໃຈຂອງບາງຄົນທີ່ພວກເຂົາຈື່ໄດ້ໂດຍການອ່ານຂອງໄຊລາແງັນຫຼືໄດ້ຍິນຄໍາພະຍານທີ່ມີອໍານາດຂອງຈອນເຄແກນ, ທ່ານຈື່ງມາໃຕ້ການສໍານຶກໜ້ອຍໜື່ງແລ້ວກັອບປີ້ອັນຫຼັກໆທີ່ ເຂົາເວົ້າ! ທ່ານບໍ່ໄດ້ມີການກັບໃຈໃໝ່ແທ້,ພຽງແຕ່ທ່ອງຈໍາມັນຈາກຄົນທີ່ມີການກັບໃຈໃໝ່ ແທ້, ຂ້າພະເຈົ້າຈະຂໍອ່ານຄໍາພະຍານທັງໝົດຂອງຈອນເຄແກນ,ໃນຂະນະທີຂ້າພະເຈົ້າຈົ່ງ ກວດເບິ່ງໂຕທ່ານເອງ, ໃນຂະນະທີ່ຂ້າພະເຈົ້າອ່ານຄໍາພະຍານຂອງຈອນເຄແກນຈົ່ງຖາມ ໂຕທ່ານເອງ“ແບບນັ້ນມັນເກີດຂື້ນກັບຂ້ອຍແທ້ບໍ? ຫຼືຂ້ອຍພຽງແຕ່ກັອບປີ້ສິ່ງທີ່ລາວເວົ້າ?” ຖ້າມັນບໍ່ແມ່ນທ່ານກໍມີການກັບໃຈໃໝ່ທີ່ຜິດ, ແລະໃນບໍ່ໍຊ້າຫຼືຕໍ່ໄປທ່ານກໍຈະຖີ້ມຄຣິສຕະຈັກ ຂອງພວກເຮົາໄປຄືກັບທີ່ຫຼາຍຄົນເຮັດ, ທ່ານຈະຕ້ອງມີການກັບໃຈໃໝ່ທີ່ແທ້ຈິງບໍ່ດັ່ງນັ້ນ ທ່ານກໍຈະຖີ້ມຄຣິສຕະຈັກຂອງພວກເຮົາໄປເມື່ອພະຍາມານມາຫາທ່ານ.

ຄໍາພະຍານຂອງຂ້ອຍ
21/6/2009
ໂດຍ ຈອນຊາມູເອວເຄແກນ

ຂ້ອຍສາມາດຈື່ໄດ້ເຖິງວິນາທີການກັບໃຈໃໝ່ຂອງຂ້ອຍທີ່ສົດໃສ ແລະລະອຽດຫຼາຍ ຈົນຄໍາເວົ້າຕ່າງໆເບີ່ງຄືວ່ານ້ອຍເມື່ອປຽບເຖິງຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ພຣະຄຣິດຊົງ ກະທໍາ,ກ່ອນການກັບໃຈຂອງຂ້ອຍຂ້ອຍເປັນຄົນທີ່ເຕັມໄປດ້ວຍຄວາມຢາກຮ້າຍແລະກຽດ ຊັງ,ຂ້ອຍເຢີຢິ່ງໃນຄວາມບາບຂອງຂ້ອຍແລະ ຂ້ອຍມີຄວາມສຸກທີ່ເຮັດໃຫ້ຄົນອື່ນເຈັບ ແລະຂ້ອຍເຂົ້າໄປຜົວພັນກັບຄົນທີ່ຊັງພຣະເຈົ້າ,ສໍາຫຼັບຂ້ອຍຄວາມບາບບໍ່ແມ່ນ“ຄວາມຜິດ ພາດ“ບາງຢ່າງທີ່ເຮັດໃຫ້ເສຍໃຈ, ຂ້ອຍໄດ້ຕັ້ງໃຈທີ່ຈະຕັ້ງຕົນເອງໃນຫົນທາງນີ້, ພຣະເຈົ້າ ເລີ່ມຕົ້ນທີ່ຈະເຮັດວຽກກັບຂ້ອຍໃນຫົນທາງທີ່ຂ້ອຍບໍ່ເຄີຍຄາດມາກ່ອນໃນຂະນະທີ່ໂລກຂອງຂ້ອຍເລີ່ມທີ່ຈະລະລາຍຢ່າງໄວວາອ້ອມຮອບໂຕຂ້ອຍ,ອາທິດເຫຼົ່ານັ້ນກ່ອນການກັບໃຈຂອງຂ້ອຍຮູ້ສຶກຄືກັບກໍາລັງຈະຕາຍ:ຂ້ອຍບໍ່ໄດ້ນອນ,ຂ້ອຍບໍ່ສາມາດຍິ້ມໄດ້,ຂ້ອຍບໍ່ສາມາດພົບ ກັບສັນຕິສຸກໃດໆເລີຍ, ຄຣິສຕະຈັກຂອງເຮົາກໍາລັງມີການປະຊຸມຂ່າວປະເສີດ ແລະ ຂ້ອຍຍັງຈື່ໄດ້ວ່າຫົວຂວັນໃສ່ເຂົາຄືກັບຂ້ອຍບໍ່ໄດ້ເຄົາລົບສິດຍາພິບານກັບພໍ່ຂອງຂ້ອຍເລີຍ. (ຈອນຢູ່ໃນສະພາບທີ່ບໍ່ລອດກໍພຽງແຕ່ໃຈຮ້າຍໃຫ້ຂ້າພະເຈົ້າທີ່ເທດສະໜາສຽງດັງຄືກັບຜູ້ຍິງຄົນນັ້ນທີ່ຂ້າພະເຈົ້າບອກທ່ານໄປແລ້ວ)

ແນ່ນອນພຣະວິນຍານບໍລິສຸດເລີ່ມທີ່ຈະໂນ້ມນ້າວຂ້ອຍເລື່ອງຄວາມບາບຂອງຂ້ອຍໃນເວລານັ້ນແຕ່ໃຈທັງໝົດຂອງຂ້ອຍຂ້ອຍໄດ້ປະຕິເສດທຸກຄວາມຄິດທີ່ຂ້ອຍມີກ່ຽວກັບພຣະເຈົ້າແລະການກັບໃຈໃໝ່,ຂ້ອຍປະຕິເສດທີ່ຈະຄິດເຖິງມັນ,(ຖ້າທ່ານບໍ່ເຄີຍຮູ້ສຶກທໍລະມານ ຍ້ອນຄວາມບາບທ່ານກໍຍັງບໍ່ເຄີຍລອດ)

ໃນຂະນະທີ່ດຣ.ໄຮເມີກໍາລັງເທດສະໜາຢູ່,ຄວາມຫຍິ່ງຂອງຂ້ອຍພະຍາຍາມຢ່າງໜັກທີ່ຈະປະຕິເສດມັນ,ບໍ່ຟັງມັນແຕ່ໃນຂະນະທີ່ລາວເທດສະໜາຢູ່ຂ້ອຍສາມາດຮູ້ສຶກແທ້ໆ ເຖິງຄວາມບາບທຸກຢ່າງທີ່ຢູ່ໃນໃຈຂອງຂ້ອຍຂ້ອຍກໍາລັງນັບເວລາຈົນຄໍາເທດສະໜາເກືອບຈົບລົງແຕ່ສິດຍາພິບານກໍຍັງຄົງເທດແລ້ວຄວາມບາບຂອງຂ້ອຍກໍຮ້າຍແຮງລົງແບບບໍ່ຈົບ ສີ້ນ,ຂ້ອຍບໍ່ສາມາດຖີບປະຕັກ, ຂ້ອຍຈະຕ້ອງລອດ!ເຖິງແມ່ນວ່າມີການເຊື້ອເຊີນຂ້ອຍ ກໍຍັງຕໍ່ຕ້ານ,ພຽງແຕ່ບໍ່ສາມາດເຮັດມັນໄດ້,ຂ້ອຍຮູ້ວ່າຂ້ອຍຊົ່ວຮ້າຍຫຼາຍເທົ່າທີ່ຄົນບາບຈະ ເປັນໄດ້ແລະພຣະເຈົ້າຊົງເປັນຜູ້ຊອບທໍາທີ່ຈະລົງໂທດຂ້ອຍໃນນາຮົກ,(ນັ້ນແມ່ນຄວາມຮູ້ສຶກຢ່າງດຽວທີ່ທ່ານຕ້ອງການ,ໂຈນາທານເອັດເວີດບອກວ່າທ່ານຈະຕ້ອງຮູ້ສຶກແບບນັ້ນບໍ່ດັ່ງນັ້ນທ່ານກໍຈະບໍ່ມີມື້ລອດໄດ້)ຂ້ອຍເມື່ອຍກັບການຕໍ່ສູ້ຂ້ອຍເມື່ອຍຫຼາຍກັບທຸກສິ່ງທີ່ຂ້ອຍເປັນ, ສິດຍາພິບານແນະນໍາຂ້ອຍແລ້ວບອກຂ້ອຍໃຫ້ມາຫາພຣະຄຣິດແຕ່ຂ້ອຍກະບໍ່ມາ,ເຖິງແມ່ນວ່າບາບທຸກຢ່າງໂນ້ມນ້າວຂ້ອຍໆກໍຍັງບໍ່ຍອມມີພຣະເຢຊູ,ຊ່ວງເວລານີ້ເປັນຊ່ວງທີ່ຮ້າຍໃນ ຂະນະທີ່ຂ້ອຍຮູ້ສຶກວ່າຖ້າຂ້ອຍຍັງບໍ່ລອດແລ້ວກໍຈະຕົກນາຮົກ,ຂ້ອຍ“ພະຍາຍາມ”ທີ່ຈະໄດ້ ຮັບຄວາມລອດ,ຂ້ອຍກໍາລັງ“ພະຍາຍາມ”ທີ່ຈະວາງໃນໃນພຣະຄຣິດແລະເຮັດບໍ່ໄດ້,ຂ້ອຍບໍ່ສາມາດມອບຄວາມຢາກໃຫ້ກັບພຣະຄຣິດແລະມັນເຮັດໃຫ້ຂ້ອຍຮູ້ສຶກໝົດຫວັງຫຼາຍ,ຂ້ອຍຮູ້ສຶກໄດ້ວ່າບາບຂອງຂ້ອຍມັນຍູ້ຂ້ອຍລົງນາຮົກ,ຂ້ອຍຮູ້ສຶກໄດ້ເຖິງຄວາມດື້ດຶງທີ່ບັງຄັບນໍ້າຕາຂອງຂ້ອຍ,ຂ້ອຍຕິດຢູ່ໃນການຕໍ່ສູ້ນີ້.(ພວກນັກເທດເກົ່າໆເອີ້ນວ່າ“ຂ່າວປະເສີດຍຶດແໜ້ນ”) ຂ້ອຍຮູ້ສຶກວ່າບາບຂອງຂ້ອຍກໍາລັງຍູ້ຂ້ອຍລົງນາຮົກ,ຄວາມດື້ດຶງຂອງຂ້ອຍກໍາລັງບັງຄັບນໍ້າຕາອອກມາ.(ຄົນໃຈແຂງຈະບໍ່ຮ້ອງໄຫ້,ລາວເປັນຄົນໃຈແຂງ,ແຕ່ພຣະເຈົ້າຊົງຜັກດັນລາວ ໃຫ້ບີບຄັ້ນລາວໃນຂ່າວປະເສີດຍຶດແໜ້ນຈົນລາວໄຫ້)

ທັນໃດນັ້ນຄໍາເທດສະໜາທີ່ເທດໄດ້ຫຼາຍປີແລ້ວໄດ້ເຂົ້າມາໃນຄວາມຄິດຂອງຂ້ອຍ “ຈົ່ງຍອມຕໍ່ພຣະຄຣິດ!ຈົ່ງຍອມຕໍ່ພຣະຄຣິດ”ໃນວິນາທີນັ້ນເອງຂ້ອຍໄດ້ຍອມຕໍ່ພຣະອົງແລະມາຫາພຣະອົງໂດຍຄວາມເຊື່ອ,ໃນວິນາທີນັ້ນມັນເບິ່ງຄືວ່າຂ້ອຍຕ້ອງຍອມໃຫ້ຕົນເອງຕາຍ,ແລ້ວພຣະຄຣິດຊົງມອບຊີວິດໃຫ້ຂ້ອຍ!ບໍ່ມີການກະທໍາຫຼືຄວາມຢາກຂອງຄວາມຄິດຂອງ ຂ້ອຍແຕ່ດ້ວຍຫົວໃຈ,ດ້ວຍການພັກຜ່ອນໃນພຣະຄຣິດ,ພຣະອົງຊົງຊ່ວຍຂ້ອຍ!ພຣະອົງຊົງລ້າງບາບຂອງຂ້ອຍໃນໂລຫິດຂອງພຣະອົງ!ໃນວິນາທີນັ້ນ,ຂ້ອຍກໍຢຸດຕໍ່ສູ້ພຣະຄຣິດ,ມັນຈະແຈ້ງຫຼາຍວ່າສິ່ງທີ່ຂ້ອຍຈະຕ້ອງເຮັດກໍຄືວາງໃຈໃນພຣະອົງ,ຂ້ອຍຈື່ໄດ້ສະເໝີເມື່ອມັນຢຸດ ເປັນຂ້ອຍແລ້ວເປັນພຽງພຣະຄຣິດ,ຂ້ອຍຕ້ອງຍອມ!ໃນວິນາທີນັ້ນບໍ່ມີຄວາມຮູ້ສຶກທາງດ້ານຝ່າຍກາຍຫຼືຕາບອດອີກ,ຂ້ອຍບໍ່ຈໍາເປັນຕ້ອງການຄວາມຮູ້ສຶກ,ຂ້ອຍມີພຣະຄຣິດໃນການ ວາງໃຈໃນພຣະອົງມັນເບິ່ງຄືວ່າຄວາມບາບຂອງຂ້ອຍມັນຖືກຍົກເອົາໄປຈາກຈິດໃຈຂອງ ຂ້ອຍ,ຂ້ອຍໄດ້ຫັນຫຼັງໃຫ້ກັບຄວາມບາບແລ້ວແນມເບີ່ງພຣະເຢຊູພຽງຜູ້ດຽວ!ພຣະເຢຊູຊົງ ຊ່ວຍຂ້ອຍແລ້ວ.

ຫຼັງຈາກໄດ້ຟັງຄໍາພະຍານຂອງຈອນ,ສິ່ງເຫຼົ່ານັ້ນເຄີຍເກີດຂື້ນກັບພວກທ່ານແທ້ບໍ?ຖ້າບໍ່ທ່ານຈໍາເປັນຕ້ອງກັບໃຈໃໝ່ຢ່າງແທ້ຈິງ, ທ່ານຕ້ອງການການກັບໃຈໃໝ່ແທ້ບໍ່ແມ່ນ ລອກແບບຄົນອື່ນ,ທ່ານຕ້ອງເຮັດຫຍັງເພື່ອຈະມີການກັບໃຈໃໝ່ແທ້?ໜື່ງຈົ່ງຄິດເຖິວວ່າໃຈ ຂອງທ່ານບາບປານໃດ,ບາບທີ່ທ່ານບໍ່ໄດ້ຖີ້ມໃຈເກົ່າເອົາໃຈໃໝ່ແລ້ວເຊື່ອວາງໃຈໃນພຣະເຢຊູ, ບາບຫຼາຍຢ່າງທີ່ທ່ານພະຍາຍາມທີ່ຈະຫລອກພວກເຮົາໂດຍການຮຽນພຽງເປັນປະ ໂຫຍກ,ຂ້າພະເຈົ້າເວົ້າຖືກບໍ?ຈາກນັ້ພວກທ່ານຕ້ອງຫັນຫຼັງໃຫ້ຄວາມບາບແຫ່ງໃຈແລະຊີ ວິດຂອງທ່ານ, ແລະທ່ານຈະຕ້ອງມາຫາພຣະເຢຊູແທ້ແລະຖືກລ້າງໃຫ້ສະອາດໃນພຣະໂລ ຫິດທີ່ພຣະອົງຊົງຫຼັ່ງລົງມາເພື່ອທ່ານເທິງໄມ້ກາງແຂນ,ເຊີນມາທີແທ່ນນີ້ແລະພວກເຮົາຈະ ອະທິຖານເພື່ອທ່ານແລະແນະນໍາທ່ານໃນຂະນະທີ່ຄົນອື່ນຂື້ນໄປຊັ້ນເທິງເພື່ອຮັບປະທານ ອາຫານທ່ຽງ,ເຊີນມາດຽວນີ້ເລີຍ,ເຊີນມາທີ່ນີ້ດຽວນີ້ເລີຍ! ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາເບວ ພຣຸດໂຮມ: ເພງສັນລະເສີນ 51:1-3
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“The Old-Fashioned Way” (Civilla D. Martin, 1866-1948).

ໂຄງຮ່າງບົດເທດສະໜາ

ຈົ່ງກວດສອບໂຕຂອງທ່ານເອງດຽວນີ້!

EXAMINE YOURSELVES NOW!

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ທ່ານຈົ່ງພິຈາລະນາເບິ່ງໂຕຂອງທ່ານວ່າ ທ່ານຕັ້ງຢູ່ໃນຄວາມເຊື່ອຫລືບໍ່ ຈົ່ງພິສູດໂຕຂອງທ່ານເອງເຖີດ ທ່ານບໍ່ຮູ້ເອງຫລືວ່າ ພຣະເຢຊູຄຣິດຊົງສະຖິດຢູ່ໃນທ່ານທັງຫລາຍ ນອກຈາກທ່ານຈະເປັນຜູ້ຖືກຖິ້ມ” (2 ໂກລິນໂທ 13:5)

(ພະນິມິດ 20:15; 14:10,11; ເຢເຣມີ 6:16)

1. ໜື່ງ ທາງບູຮານເລີ່ມຕົ້ນໂດຍພຣະເຈົ້າແລະສະຫງ່າລາສີຂອງພຣະອົງ,ທາງໃໝ່
ເລີ່ມຕົ້ນໂດຍມະນຸດກັບຄວາມຕ້ອງການແລະຄວາມຮູ້ສຶກຕ່າງໆຂອງເຂົາ.
ໂຣມ 9:18; ພຣະລາຊະບັນຍັດ 7:21; ເນຫະມີ 1:5;9:32; ເຮັບເລີ 10:31;
12:29; ມັດທາຍ 22:14.

2. ສອງ ທາງບູຮານເຮັດໃຫ້ທ່ານຄິດກ່ຽວກັບບາບຂອງທ່ານເຊິ່ງພຣະເຈົ້າທ່ຽງແທ້ຈະ
ລົງໂທດໃນນາຮົກ,ໃນຂະນະທີ່ທາງໃໝ່ຈະເຮັດໃຫ້ທ່ານຄິດກ່ຽວກັບຄວາມຕ້ອງ
ການແລະຄວາມຮູ້ສຶກຕ່າງໆຂອງທ່ານ.ເຢເຣມີ 17:9; ມັດທາຍ 25:46

3. ສາມ ທາງບູຮານເຮັດໃຫ້ທ່ານຄິດກ່ຽວກັບຄວາມບາບຂອງທ່ານໂດຍສະເພາະແມ່ນ ບາບລັບໆແລະບາບແຫ່ງໃຈຂອງທ່ານ,ທາງໃໝ່ຈະເຮັດໃຫ້ທ່ານຮູ້ສຶກດີກ່ຽວກັບໂຕທ່ານເອງ.
2 ຕີໂມທຽວ 3:1,2; ເພງສັນລະເສີນ 51:3.

4. ສີ່ ທາງບູຮານຄືທາງທີ່ກວດສອບໂຕທ່ານເອງ,ທາງໃໝ່ເປັນພຽງແຕ່ການຫຼີ້ນ
ອ້ອມໄປມາໃນຄຣິສຕະຈັກຈົນທ່ານອອກໄປແລ້ວກັບໄປຫາຊີວິດບາບ.
2ໂກລິນໂທ 13:5.