Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄຣິສມາດໃນນາຮົກ - 2016

CHRISTMAS IN HELL – 2016
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 18/12/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, December 18, 2016


ຂ້າພະເຈົ້າຖາມຕົນເອງວ່າຄວນເທດສະໜາເລື່ອງນີ້“ຄຣິສມາດໃນນາຮົກ”ຊາຕານ ເວົ້າວ່າ“ບໍ່ ຢ່າ! ມັນບໍ່ແມ່ນເລື່ອງທີ່ດີທີ່ຈະເທດໃນວັນຄຣິສມາດ, ມັນແຮງເກີນໄປ”ໃນບໍ່ຊ້າ ທີ່ມັນເວົ້າແບບນັ້ນຂ້າພະເຈົ້າກໍຮູ້ເລີຍວ່າຂ້າພະເຈົ້າຖືກທົດລອງໃຫ້ຍອມແພ້ຕໍ່ນັກປະກາດ ຂ່າວປະເສີດທີ່ອ່ອນແອທີ່ພວກເຮົາທຸກຄົນພະເຊີນຢູ່, ພວກເຮົາໄດ້ເອນອ່ຽງໄປຫາຄວາມ ອ່ອນແອຂອງເຂົາເຈົ້າແລະມັນຈໍາເປັນທີ່ຈະຕ້ອງເທດອອກໄປຈາກພວກເຮົາ. ດຶງອອກ ບໍ່ດັ່ງນັ້ນພວກເຮົາກໍຈະບໍ່ສາມາດທີ່ຈະເປັນນັກຮົບທີ່ພຣະເຈົ້າຢາກໃຫ້ເຮົາເປັນໄດ້, ພວກ ເຮົາຈະເປັນຄົນບໍ່ກ້າແລະອ່ອນແອເກີນໄປທີ່ຈະເອົາຊະນະພວກຟີລິສເຕຍແຫ່ງລັດທິຂ່າວ ປະເສີດໃນຍຸກຂອງພວກເຮົາ.

ຂ້າພະເຈົ້າຈະບໍ່ຍອມໃຫ້ຊາຕານເຮັດໃຫ້ພວກເຮົາຢ້ານທີ່ຈະເທດສະໜາເລື່ອງນາ ຮົກໃນຊ່ວງຄຣິສມາດຫຼືຊ່ວງໃດໆ, ນາຮົກກໍຢູ່ຫັນຕະຫຼອດເປັນຫຍັງຈື່ງບໍ່ເທດໃນຊ່ວງຄຣິສ ມາດລະ? ສະນັ້ນຂ້າພະເຈົ້າຈື່ງໄດ້ເອົາບົດເທດທີ່ລື່ຊື່ຂອງຂ້າພະເຈົ້າ“ຄຣິສມາດໃນນາຮົກ” ມາເທດໃຫ້ພວກທ່ານຟັງເຊິ່ງຂ້າພະເຈົ້າໄດ້ເທດສະໜາມາຫຼາຍເທື່ອແລ້ວໃນສາມສິບສອງປີມານີ້, ພວກນັກເທດທີ່ມີລັກສະນະຜູ້ຍິງໜ້ອຍໜື່ງຫຼາຍຄົນທີ່ພວກເຮົາມີປະຈຸບັນນີ້ບອກບໍ່ ໃຫ້ຂ້າພະເຈົ້າເທດສະໜາເລື່ອງນີ້, ແຕ່ຖ້າທ່ານບໍ່ເທດສະໜາເລື່ອງນາຮົກໃນວັນຄຣິສມາດ ແລ້ວແມ່ນຫຍັງລະຄືຄວາມໝາຍຂອງຄຣິສມາດ?ຄຣິສມາດບໍ່ມີຄວາມໝາຍຫຍັງເລີຍນອກຈາກວ່າໄຟນາຮົກກໍາລັງລໍຖ້າຄົນບາບທີ່ຫຼົງຫາຍຢູ່, ພຣະກຸມມານເຢຊູບໍ່ໄດ້ເກີດທີ່ເບັດເລ ເຮມເພື່ອເອົາຕົ້ນຄຣິສມາດແລະໄຟເຫຼື້ອມໆມາໃຫ້ເຮົາ, ພຣະອົງຊົງເກີດທີ່ເບັດເລເຮມເພື່ອ ຈະຕາຍເທິງໄມ້ກາງແຂນ,ຕາຍເພື່ອທີ່ຄົນບາບຈະສາມາດລອດຈາກໄຟນາຮົກຕະຫຼອດໄປ ເປັນນິດໄດ້, ເພື່ອທີ່ຄົນບາບຈະຖືກຊໍາລະລ້າງຈາກຄວາມຜິດບາບຂອງເຂົາໂດຍພຣະໂລ ຫິດບໍລິສຸດຂອງພຣະອົງ! ເມື່ອທ່ານເອົານາຮົກອອກໄປຈາກຄຣິສມາດມັນກໍບໍ່ເຫຼືອຫຍັງເລີຍ ນອກຈາກວັນພັກຜ່ອນຂອງຄົນບໍ່ເຊື່ອ, ສະນັ້ນໃນເຊົ້ານີ້ຂ້າພະເຈົ້າຈະຂໍເທດບົດເທດທີ່ລື່ຊື່ ຂອງຕົນເລື່ອງ“ຄຣິສມາດໃນນາຮົກ” ມັນເປັນບົດເທດສຸດທ້າຍທີ່ຂ້າພະເຈົ້າໄດ້ເທດຢູ່ຄຣິສ ຕະຈັກຄົນຈີນກ່ອນທີ່ພວກເຂົາຈະປ່ຽນໄປຈາກຄໍາສອນຂອງດຣ.ທິໂມທີລິນແລ້ວເລິ່ມຕະລູດຍາວເຂົ້າໄປສູ່ຄວາມອ່ອນແອ, ບໍ່ມີຊີວິດຊີວາ, ເຊົ້າວັນອາທິດກໍເປັນພຽງລັດທິລາວດີເຊຍ ທີ່ພວກເຂົາສະໜັບສະໜູນໃນປະຈຸບັນນີ້, ບົດເທດນີ້ຖືກປະຕິເສດໂດຍນັກເທດໜຸ່ມສອງ ຄົນທີ່ດຣ.ລິນແຕ່ງຕັ້ງ, ພວກເຂົາດູໝີ່ນບົດເທດນີ້ເຖິງແມ່ນວ່າມີຄົນໜຸ່ມ 27 ຄົນກ້າວອອກ ມາພ້ອມກັບນໍ້າຕາກໍຕາມ, ເຖິງແມ່ນວ່າຂ້າພະເຈົ້າໄດ້ໃຊ້ເວລາສອງຊົ່ວໂມງໃຫ້ຄໍາປຶກສາ ພວກເຂົາທີ່ມີຄວາມຫວັງວ່າກັບໃຈໃໝ່ແລ້ວກໍຕາມ, ນັກເທດທັງສອງຄົນນັ້ນເຮັດຜິດໃນ ຕອນນັ້ນແລະຕອນນີ້ເຊັ່ນກັນແລະຄຣິສຕະຈັກກໍບໍ່ແມ່ນແບບຄຣິສຕະຈັກທີ່ດຣ.ລິນສ້າງຂື້ນອີກຕໍ່ໄປ, ບໍ່ແມ່ນຄຣິສຕະຈັກແບບດຽວທີ່ລາວກໍ່ຕັ້ງຂື້ນເພາະພວກຜູ້ຊາຍທີ່ເທດຢູ່ຫັນເປັນ ຄົນຂີ້ຢ້ານ, ຢ້ານຜູ້ຊາຍກຸ່ມນ້ອຍທີ່ບໍ່ມີຄວາມກ້າຫານ, ບໍ່ມີກ້າມ, ບໍ່ມີໄຟໃນກະດູກຂອງ ເຂົາແລະບໍ່ມີຂ່າວສານໃດຈາກພຣະເຈົ້າເລີຍ, ພວກເຂົາເທດສະໜາເພື່ອໃຫ້ຖືກໃຈພວກຜູ້ ຍິງອາວຸໂສທີ່ຈ່າຍບິນຕ່າງໆ,ພວກເຂົາບໍ່ໄດ້ເທດເພື່ອຊ່ວຍພວກຄົນໜຸ່ມໃຫ້ພົ້ນຈາກນາຮົກ ຊົ່ວນິດນິລັນ.

ຂ້າພະເຈົ້າຖືວ່າ“ຄຣິສມາດໃນນາຮົກ”ເປັນໜື່ງໃນບົດເທດແບບເກົ່າທີ່ດີທີ່ສຸດເທົ່າທີ່ ເຄີຍເທດມາກ່ອນ, ດັ່ງນັ້ນຂ້າພະເຈົ້າຈື່ງຈະຂໍເທດສະໜາຕົງໆເລີຍໂດຍບໍ່ມີເຫຼົ້າປຸກ! ຂໍ້ ພຣະຄໍາພີຂອງຂ້າພະເຈົ້າຢູ່ໃນລູກາ 16:25 ໃນໜ້າ 1099 ຂອງພຣະທໍາສະກໍຟິວສຶກສາ ຂໍເຊີນຢືນຂື້ນແລ້ວເບິ່ງສອງປະໂຫຍກໃນລູກາ 16:25

“ລູກເອີຍ ເຈົ້າຈົ່ງລະນຶກວ່າ” (ລູກາ 16:25)

ຂໍເຊີນນັ່ງລົງ.

ເສດຖີ່ຕາຍແລະຖືກຝັງໄວ້, ວິນຍານຂອງລາວກໍລົງໄປສູ່ແປວໄຟນາຮົກທັນທີ “ແລະເມື່ອຢູ່ໃນນາຮົກທຸກທໍລະມານຫຼາຍ”(ລູກາ 16:23) ເສດຖີເຫັນອັບຣາຮາມ“ຢູ່ໄກ”ໃນ ເມືອງສະຫວັນ, ລາວຈື່ງຂໍນໍ້າໜ້ອຍໜື່ງເພື່ອ“ເຮັດໃຫ້ລິ້ນ(ຂອງລາວ)ເຢັນເພາະ(ລາວ)ທຸກ ທໍລະມານຢູ່ໃນ(ແປວໄຟ)”(ລູກາ 16:24) ອັບຣາຮາມເວົ້າກັບລາວວ່າ:

“ລູກເອີຍເຈົ້າຈົ່ງລະນຶກວ່າເມື່ອເຈົ້າຍັງມີຊີວິດຢູ່ເຈົ້າໄດ້ສິ່ງດີສຳລັບຕົນແລະລາຊາລັດໄດ້ສິ່ງບໍ່ດີ ແຕ່ດຽວນີ້ລາວໄດ້ຮັບຄວາມເລົ້າໂລມແຕ່ເຈົ້າໄດ້ຮັບຄວາມທຸກທໍລະມານ” (ລູກາ 16:25)

ພຣະເຢຊູຄຣິດເຈົ້າໄດ້ຕັດເຖິງເລື່ອງນີ້,ພຣະອົງຊົງບອກເພື່ອເຕືອນຄົນບາບກ່ຽວກັບນາຮົກ.

ສະເປີໂຈນຄືນັກເທດແບັບຕິດທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການ,ສະເປີໂຈນກ່າວວ່າ ຫຼັງຈາກທີ່ລາວຕາຍໄປແລ້ວພວກຜູ້ຊາຍຈະຢ້ານທີ່ຈະເທດສະໜາເລື່ອງນາຮົກ,ວິລລ່ຽມບູດ ຄືຜູ້ກໍ່ຕັ້ງຂອງຊາວເວຊັນອາມີທີຄັ້ງໜື່ງເຄີຍເປັນ,ນັກເທດຜູ້ຍິ່ງໃຫຍ່ທັງສອງຄົນແຫ່ງສະຕະ ວັດທີ 19 ຕ່າງກໍທໍານວາຍວ່າຈະບໍ່ມີການເທດສະໜາເລື່ອງນາຮົກອີກໃນສະຕະວັດທີ 20 ພວກເຂົາເວົ້າຖືກແລະທຸກມື້ນີ້ແຮງຮ້າຍກວ່າເກົ່າ! ບູດຖືກຖາມເຖິງສິ່ງທີ່ລາວຄິດວ່າເປັນອັນ ຕະລາຍລ່ວງໜ້າໃນສະຕະວັດທີຊາວ, ລາວບອກວ່າ“ສະຫວັນປາສະຈາກນາຮົກ” (The War Cry, January 1901, p. 7).ຄໍາທໍານວາຍກາຍເປັນຈິງ, ປະຈຸບັນນີ້ການເທດສະໜາ ເລື່ອງນາຮົກເກືອບບໍ່ໄດ້ຍິນເລີຍ, ແຕ່ມັນບໍ່ຄວນຈະເປັນແບບນັ້ນ, ດຣ.ເຈ.ໄອ.ແພັກເກີເປັນ ນັກສາສະໜາສາດທີ່ມີຊື່ສຽງລາວໄດ້ກ່າວວ່າ:

ພວກນັກປະກາດຂ່າວປະເສີດຄຣິສຕຽນຄວນຈະ(ເວົ້)ເລື່ອງນາຮົກເພາະມັນເປັນສ່ວນໜື່ງຂອງວຽກຂອງພວກເຂົາ...ອີງຕາມພຣະເຢຊູກັບພວກສາວົກ,ຊີວິດຍັງຄົງດໍາເນີນຕໍ່ໄປຫຼັງຈາກຄວາມຕາຍຝ່າຍເນື້ອໜັງແລະຄວາມຫວັງສໍາຫຼັບຄົນທີ່ບໍ່ມີພຣະຄຣິດໃນໂລກໜ້າເປັນສິ່ງທີ່ໜ້າເສົ້າ ແລະໂຫດຮ້າຍ ເທົ່າທີ່ຈະເປັນໄປໄດ້ແລະທຸກຄົນຈໍາເປັນຕ້ອງຖືກບອກໄວ້ so (J. I. Packer, Ph.D., foreword to Whatever Happened to Hell? by John Blanchard, D.D., Evangelical Press, 2005 edition, p. 9

ຂ້າພະເຈົ້າເປັນຜູ້ເຖົ້າຜູ້ໜື່ງ, ຂ້າພະເຈົ້າຈະບໍ່ຢູ່ນີ້ດົນເກີນໄປດອກ,ຄົນທີ່ເທດຫຼັງ ຈາກທີ່ຂ້າພະເຈົ້າຕາຍໄປແລ້ວອາດຈະຢ້ານທີ່ຈະເທດເລື່ອງນາຮົກ, ພວກເຂົາອາດຈະເຊື່ອ ວ່າທ່ານສາມາດຊ່ວຍຄົນບາບໃຫ້ລອດໂດຍການສອນເຂົາດ້ວຍຄໍາອ່ອນຫວານ,ທ່ານຕ້ອງ ຟັງນັກເທດເຖົ້າຄົນນີ້ຕາບໃດທີ່ຂ້າພະເຈົ້າຍັງຢູ່ນີ້.

ຄໍາຕິຊົມດຽວທີ່ຂ້າພະເຈົ້າມີກໍຄືທີ່ດຣ.ແພັກເກີໄດ້ມອບໝາຍໃຫ້ເທດເລື່ອງນາຮົກຕໍ່ “ພວກນັກຂ່າວປະເສີດຄຣິສຕຽນ”ຢ່າງດຽວ, ແຕ່ອັກຄະສາວົກເປົາໂລໄດ້ກ່າວວ່າສິດຍາພິ ບານຈະຕ້ອງ“ເຮັດວຽກຂອງຜູ້ປະກາດຂ່າວປະເສີດ”ເຊັ່ນກັນ(2 ຕີໂມທຽວ 4:5)ພວກສິດ ຍາພິບານ“ຄວນຈະ(ເວົ້າ)ເລື່ອງນາຮົກເພາະມັນຄືສ່ວນໜື່ງຂອງວຽກຂອງພວກເຂົາ”ເຊັ່ນ ກັນ(ແພັກເກີເຫຼັ້ມດຽວກັນ)ຂ້າພະເຈົ້າອະທິຖານແລະຫວັງວ່າພວກຄົນໜຸ່ມທີ່ຕິດຕາມຕົນ ເມື່ອຂ້າພະເຈົ້າຕາຍໄປແລ້ວຈະເທດເລື່ອງຄວາມບາບ,ນາຮົກແລະການພິພາກສາດັ່ງທີ່ຂ້າພະເຈົ້າເຄີຍເທດເປັນເວລາຫ້າສິບປີມາແລ້ວ.

ພຣະເຢຊູຊົງເປັນແບບຢ່າງຂອງພວກເຮົາ“ໃຫ້ເປັນແບບຢ່າງແກ່ເຮົາ ເພື່ອທ່ານຈະໄດ້ຕາມຮອຍພຣະບາດຂອງພຣະອົງ”(1 ເປໂຕ 2:21)ພຣະເຢຊູມັກຈະເທດເລື່ອງນາຮົກ ແລະພຣະອົງຊົງເປັນແບບຢ່າງຂອງເຮົາ, ທີ່ຈະເປັນຄົນຈິງໃຈຕໍ່ພຣະເຢຊູສິດຍາພິບານທຸກ ຄົນຄວນເທດເລື່ອງນາຮົກເປັນບາງຄັ້ງ, ຈະແຈ້ງແລະມີປະເດັ່ນຄືກັບທີ່ພຣະເຢຊູຊົງເຮັດ ຕອນທີ່ພຣະອົງເທດເລື່ອງ“ເສດຖີກັບລາຊາລັດ” ພຣະຄຣິດຕັດວ່າເສດຖີຕາຍແລ້ວລົງໄປ ນາຮົກບ່ອນທີ່ລາວຕ້ອງທຸກທໍລະມານໃນແປວໄຟ, ເສດຖີໄດ້ຂໍຮ້ອງນໍ້າສອງສາມຢອດຈາກ ອັບຣາຮາມ, ອັບຣາຮາມຕອບວ່າ:

“ລູກເອີຍເຈົ້າຈົ່ງລະນຶກວ່າເມື່ອເຈົ້າຍັງມີຊີວິດຢູ່ເຈົ້າໄດ້ສິ່ງດີສຳລັບຕົນແລະລາຊາລັດໄດ້ສິ່ງບໍ່ດີ ແຕ່ດຽວນີ້ລາວໄດ້ຮັບຄວາມເລົ້າໂລມແຕ່ເຈົ້າໄດ້ຮັບຄວາມທຸກທໍລະມານ” (ລູກາ 16:25)

ຂ້າພະເຈົ້າກໍາລັງຍົກສອງປະໂຫຍກຈາກຂໍ້ພຣະຄໍາພີນີ້.

“ລູກເອີຍເຈົ້າຈົ່ງລະນຶກວ່າ” (ລູກາ 16:25)

ນີ້ແມ່ນຊ່ວງຄຣິສມາດ, ຄຣິສຕະຈັກຂອງເຮົາງາມໄປດ້ວຍການປະດັບປະດາ,ພວກ ເຮົາເຄີຍຮ້ອງເພງຄຣິສມາດເກົ່າໆ, ພວກເຮົາກໍາລັງຈະມີງານລ້ຽງວັນຄຣິສມາດທີ່ພິເສດໃນ ຄືນນີ້,ພວກເຮົາຍັງຈະມີອາຫານແລງວັນຄຣິສມາດຢູ່ຄຣິສຕະຈັກນີ້ເວລາ 8 ໂມງໃນຄືນວັນ ເສົາໜ້າໃນວັນຄຣິສມາດສາກົນ, ແຕ່ໃນຊ່ວງຂອງການສະເຫຼີມສະຫຼອງວັນເກີດຂອງພຣະ ຄຣິດທີ່ສວຍງາມ ແລະມີຄວາມໝາຍນີ້ ຂໍຢ່າໃຫ້ເຮົາລືມກ່ຽວກັບນາຮົກ, ນາຮົກເປັນຜົນ ຂອງຄວາມບາບ,ພຣະເຢຊູຊົງເກີດມາເພື່ອຈະຕາຍເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກບາບ,ເພື່ອທີ່ທ່ານຈະບໍ່ຖືກຖີ້ມລົງໃນແປວໄຟທີ່ເປັນຕາຢ້ານ,ອັກຄະສາວົກເປົາໂລໄດ້ ກ່າວວ່າ:

“ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຊ່ວຍຄົນບາບໃຫ້ພົ້ນ” (1 ຕີໂມທຽວ 1:15)

ທູດສະຫວັນຂອງພຣະເຈົ້າກ່າວກັບໂຢເຊບວ່າ:

“ເຈົ້າຈະເອີ້ນນາມຂອງທ່ານວ່າເຢຊູ ເພາະວ່າທ່ານຈະໂຜດຊ່ວຍຊົນຊາດ ຂອງທ່ານໃຫ້ພົ້ນຈາກຄວາມຜິດບາບຂອງເຂົາ” (ມັດທາຍ 1:21)

ອັນນັ້ນບໍ່ແມ່ນຄວາມໝາຍທີ່ແທ້ຈິງທີ່ຄຣິສມາດເວົ້າເຖິງບໍ? ບໍ່ແມ່ນບໍທີ່ຂໍ້ຄວາມ ເລື່ອງຄຣິສມາດກັບຄວາມຈິງທີ່ວ່າພຣະເຢຊູໄດ້ສະເດັດມາຈາກສະຫວັນ?ທີ່ພຣະອົງລົງມາ ເພື່ອຈະຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ,ເພື່ອຮັກສາຄົນບາບຄືກັບທ່ານອອກຈາກນາຮົກ?

ແຕ່ຈະເປັນແນວໃດຖ້າທ່ານຫາກຕາຍກ່ອນວັນຄຣິສມາດລະ? ອາດຈະມີບາງຄົນທີ່ ນີ້ໃນເຊົ້ານີ້ອາດຈະຕາຍໃນສອງສາມມື້ຂ້າງໜ້ານີ້, ຖ້າມັນຫາກເກີດຂື້ນກັບທ່ານໃນວັນທີ 25 ທັນວາທ່ານກໍຈະໃຊ້ຊ່ວງເວລາຄຣິສມາດທໍາອິດຂອງທ່ານໃນນາຮົກ.ແລະເລື່ອງຂອງ ທ່ານກໍຖືກເວົ້າຄືກັບເສດຖີຄົນນັ້ນວ່າ:

“ລູກເອີຍເຈົ້າຈົ່ງລະນຶກວ່າ” (ລູກາ 16:25)

ຖ້າທ່ານຍັງສືບຕໍ່ໃນຄວາມບາບຂອງທ່ານ, ອາດຈະບໍ່ແມ່ນຄຣິສມາດນີ້ແຕ່ມື້ໜື່ງ, ບາງເທື່ອໃນມໍ່ໆກວ່າທີ່ທ່ານຄິດ,ທ່ານກໍຈະໃຊ້ຊ່ວງວັນຄຣິສມາດທໍາອິດຂອງທ່ານໃນສະ ຖານທີ່ແຫ່ງການທໍລະມານດ້ວຍໄຟ, ທ່ານຈະລະນຶກເຖິງຫຍັງເມື່ອທ່ານໃຊ້ເວລາວັນຄຣິສ ມາດທໍາອິດຂອງທ່ານໃນນາຮົກ?

I ໜື່ງ ທ່ານຈະລະນຶກເຖິງຄໍາເທດສະໜາທີ່ທ່ານໄດ້ປະລະ.

ທ່ານຈະລະນຶກວ່າທ່ານຮຽນທີ່ຈະປິດໃຈຂອງທ່ານແນວໃດ,ປີດໃຈບໍ່ຟັງຄໍາເທດສະໜາ, ທ່ານຈະລະນຶກເຖິງວ່າມັນຕ້ອງເຝິກທີ່ຈະເຮັດແບບນັ້ນ, ຕອນທີ່ບົດເທດທໍາອິດເຮັດ ໃຫ້ທ່ານມີບັນຫາ, ມັນເຮັດໃຫ້ທ່ານຄິດກ່ຽວກັບສິ່ງຕ່າງໆທີ່ນິລັນດອນ, ແຕ່ເມື່ອເວລາຜ່ານ ໄປມັນກໍເລີຍງ່າຍສໍາຫຼັບຊາຕານທີ່ຈະ“ຍາດເອົາ”ບົດເທດໄປຈາກໃຈຂອງທ່ານ(ເບິ່ງມັດ ທາຍ 13:19)ພຣະເຢຊູໄດ້ຕັດວ່າ:

“ແລ້ວພະຍາມານມາຍາດເອົາພຣະຄໍາຈາກໃຈຂອງເຂົາເພື່ອບໍ່ໃຫ້ເຂົາເຊື່ອແລະລອດໄດ້” (ລູກາ 8:12)

ຕອນທໍາອິດມັນຍາກທີ່ຊາຕານຈະເຮັດແບບນັ້ນໄດ້, ແຕ່ເມື່ອຫຼາຍເດືອນຜ່ານໄປທ່ານກໍ ຄ່ອຍລື້ງເຄີຍກັບມັນການລໍ້ລວງຂອງຊາຕານຈື່ງບໍ່ລົບກວນທ່ານອີກຕໍ່ໄປແລະທ່ານກໍເລີ່ມທີ່ຈະຫລັບຫລັບແຫ່ງຄວາມຕາຍໃນຊ່ວງທຸກຄໍາເທດສະໜາ, ສຸດທ້າຍຈິດສໍານຶກຂອງທ່ານກໍ ຈະຖືກແທງແລະໃຈຂອງທ່ານກໍຈະກະດ້າງຄືກັບທີ່ພຣະຄຣິດຕັດວ່າ:

“ທ່ານທົນຟັງຄໍາຂອງເຮົາບໍ່ໄດ້” (ໂຢຮັນ 8:43)

ທ່ານສາມາດເປັນຄົນມຶນຫຼາຍໃນເລື່ອງການໄດ້ຍິນ,ຫູໜວກເລື່ອງພຣະຄໍາຂອງພຣະເຈົ້າ ເຊິ່ງມັນສາມາດຖືກເວົ້າເຖິງເລື່ອງຂອງທ່ານໄດ້,ພຣະເຈົ້າຈື່ງຊົງປ່ອຍໃຫ້(ທ່ານ)ມີໃຈຊົ່ວ” (ໂຣມ 1:28)

“ລູກເອີຍເຈົ້າຈົ່ງລະນຶກວ່າ” (ລູກາ 16:25)

ລູກສາວ ເຈົ້າຈົ່ງລະນຶກວ່າ! ໃນນາຮົກທ່ານຈະລະນຶກເຖິງບົດເທດຫຼາຍເລື່ອງ,ເມື່ອທ່ານໃຊ້ ຊ່ວງວັນຄຣິສມາດທໍາອິດຢູ່ໃນຖໍ້າທີ່ໄໝ້ນັ້ນທ່ານກໍຈະບໍ່ສົງໄສທີ່ຈະລະນຶກເຖິງຄໍາເທດສະ ໜານີ້! ໃນນາຮົກທ່ານຈະລະນຶກເຖິງບົດເທດທີ່ທ່ານໄດ້ປະລະ, ທ່ານຈະຮ້ອງອອກມາວ່າ “ໂອພຣະເຈົ້າເປັນຫຍັງຂ້າພະອົງຈື່ງບໍ່ຟັງນັກເທດເຖົ້າຄົນນັ້ນ? ໂອພຣະເຈົ້າຕອນນີ້ມັນ ສວາຍເກີນໄປແລ້ວ! ຕະຫຼອດໄປ-ສວາຍເກີນໄປ. ຂ້ອຍກໍາລັງຖືກເຜົາຢູ່ໃນນາຮົກ, ເປັນ ຫຍັງ ເປັນຫຍັງຂ້ອຍຈື່ງບໍ່ຟັງນັກເທດເຖົ້າຫົວບູຮານຄົນນັ້ນຕອນທີ່ລາວເຕືອນຂ້ອຍລະ?

II. ສອງ ທ່ານຈະລະນຶກເຖິງພຣະວິນຍານຂອງພຣະເຈົ້າທີ່ທ່ານປະຕິເສດ.

ໃນວັນຄຣິສມາດທໍາອິດຂອງທ່ານໃນນາຮົກ,ທ່ານຈະລະນຶກເຖິງເວລາທີ່ພຣະວິນ ຍານບໍລິສຸດໂນ້ມນ້າວໃຈທ່ານໃນເລື່ອງບາບຂອງທ່ານ,ພຣະເຢຊູຕັດວ່າ:

“ເມື່ອພຣະອົງສະເດັດມາແລ້ວ ພຣະອົງຈະຊົງກະທໍາໃຫ້ໂລກຮູ້ສຶກເຖິງ ຄວາມຜິດບາບ” (ໂຢຮັນ 16:8)

ຕອນທີ່ທ່ານກໍາລັງໃຊ້ເວລາໃນນາຮົກໃນວັນຄຣິສມາດທໍາອິດຂອງທ່ານ,ທ່ານກໍຈະລະນຶກ ເຖິງພຣະວິນຍານຂອງພຣະເຈົ້າທີ່ເຮັດໃຫ້ໃຈຂອງທ່ານອ່ອນລົງ, ທ່ານຈະລະນຶກເຖິງເມື່ອ ພຣະວິນຍານເຮັດໃຫ້ທ່ານຢ້ານ, ທ່ານຈະລະນຶກເຖິງວ່ານໍ້າໄຫຼລົງຈາກຕາຂອງທ່ານແນວ ໃດ, ທ່ານຍັງຈະລະນຶກເຖິງການຕໍ່ຕ້ານວຽກໂນ້ມນ້າວໃຈຂອງພຣະອົງ,ວ່າທ່ານຕໍ່ຕ້ານພຣະ ຄຣິດຈົນພຣະວິນຍານຖອຍໄປຈາກທ່ານແນວໃດແລະພຣະເຈົ້າກໍຕັດເລື່ອງທ່ານວ່າ:

“(ເຂົາໄປຜູກພັນຢູ່ກັບຮູບເຄົາລົບ ປ່ອຍໃຫ້ເຂົາຢູ່ພຽງຄົນດຽວ” (ໂຊເຊຢາ 4:17)

ຄືກັບທີ່ດຣ.ຈອນອາໄຣສ໌ໄດ້ກ່າວວ່າ:

ຈາກນັ້ນກໍໜ້າເສົ້າທີ່ປະເຊີນກັບການພິພາກສາ ທ່ານຈະຖືກເອີ້ນຄືນໂດຍບໍ່ມ່ີເມດຕາ
ເຊິ່ງທ່ານຊັກຊ້າແລະຢູ່ລ້າໆຈົນພຣະວິນຍານໄປແລ້ວ
ຊ່າງຕໍານິຕິເຕືອນແລະໂສກເສົ້າເມື່ອຄວາມຕາຍພົບວ່າບໍ່ມີຫວັງ
ທ່ານໄດ້ຊັກຊ້າແລະຢູ່ລ້າໆແລະລໍຖ້າດົນເກີນໄປ
(“If You Linger Too Long” by Dr. John R. Rice, 1895-1980).

“ລູກເອີຍເຈົ້າຈົ່ງລະນຶກວ່າ” (ລູກາ 16:25 )

ຕອນທີ່ທ່ານໃຊ້ເວລາວັນຄຣິສມາດທໍາອິດໃນນາຮົກທ່ານຈະລະນຶກເຖິງວ່າທ່ານຕໍ່ຕ້ານການໂນ້ມນ້າວຂອງພຣະວິນຍານຂອງພຣະເຈົ້າແບບໃດ, ວ່າທ່ານຊັກຊ້າແລະຢູ່ລ້າໆຈົນພຣະ ວິນຍານໄປແລ້ວ”(ໄຣສ໌ເຫຼັ້ມດຽວກັນ)

“ລູກເອີຍເຈົ້າຈົ່ງລະນຶກວ່າ” (ລູກາ 16:25)

ລູກສາວເອີຍຈົ່ງຈື່ໄວ້ວ່າ!ເມື່ອຜ້າກັ້ງລົງມາແລະແສງສະຫວ່າງຈ່າງຫາຍແລະຈິດວິນຍານ ຂອງເຈົ້າຈົ່ມເຂົ້າໃນແປວໄຟ - ລູກຊາຍເອີຍຈົ່ງລະນຶກເຖິງ,ລູກສາວເອີຍຈົ່ງລະນຶກເຖິງ! ທ່ານຈະລະນຶກເຖິງບົດເທດສະໜາທີ່ທ່ານບໍ່ເອົາໃຈໃສ່, ທ່ານຈະລະນຶກເຖິງພຣະວິນຍານ ຂອງພຣະເຈົ້າທີ່ທ່ານໄດ້ປະຕິເສດ.

III. ສາມ ທ່ານຈະລະນຶກເຖິງພຣະຜູ້ຊ່ວຍທີ່ທ່ານບໍ່ໄດ້ເຄົາລົບນັບຖື.

ຢ່າ! ຢ່າບອກຂ້າພະເຈົ້າວ່າທ່ານນັບຖືພຣະຄຣິດ! ຢ່າຕົວະເລີຍ! ພວກທ່ານບໍ່ມີ ຄວາມນັບຖືສໍາຫຼັບພຣະອົງເລີຍ! ບໍ່ມີເລີຍ! ພຣະຄໍາພີກ່າວວ່າທ່ານດູໝີ່ນແລະປະຕິເສດ ພຣະຄຣິດ ພຣະຄໍາພີກ່າວວ່າ:

“ທ່ານຖືກມະນຸດດູໝີ່ນແລະປະຕິເສດ...ແລະພວກເຮົາໄດ້ລີ້ໜ້າຂອງເຮົາ ຈາກພຣະອົງ, ທ່ານຖືກດູຖູກແລະພວກເຮົາບໍ່ໄດ້ນັບຖືທ່ານ” (ເອຊາຢາ 53:3)

ຖ້າທ່ານຫາກນັບຖືພຣະຄຣິດທ່ານກໍຈະຄົ້ນຫາພຣະອົງ, ຖ້າທ່ານຫາກນັບຖືພຣະຄຣິດທ່ານ ກໍຈະ“ພະຍາຍາມ(ດ້ວຍສຸດຄວາມຄິດຂອງທ່ານ)ເຂົ້າໄປ”ຫາພຣະອົງ(ລູກາ 13:24)ທ່ານ ໄດ້ພະຍາຍາມປານໃດ? ທ່ານໄດ້ອະທິຖານເປັນຊົ່ວໂມງຄືກັບລູເທີເຮັດບໍ?ທ່ານໄດ້ຜ່ານ ຄວາມເຈັບປວດໃຈຄືບັນຢັນເປັນບໍ?ທ່ານໄດ້ອົດອາຫານເປັນເວລາຫຼາຍອາທິດຄືກັບວິດຟິວເຮັດບໍ? ທ່ານໄດ້ບັງຄັບຕົນເອງຄືກັບເວສລີບໍ? ທ່ານໄດ້ອອກໄປເພື່ອພົບພຣະຄຣິດໃນພາ ຍຸຫິມະຄືກັບສະເປີໂຈນບໍ? ຂ້າພະເຈົ້າຂໍເວົ້າວ່າທ່ານບໍ່ໄດ້ພະຍາຍາມຫຍັງເລີຍ! ແລະມື້ ໜື່ງເມື່ອທ່ານຢູ່ໃນນາຮົກທ່ານຈະລະນຶກເຖິງວ່າທ່ານຂີ້ຄ້ານຫຼາຍທີ່ວ່າທ່ານບໍ່ເຄີຍພະຍາ ຍາມທີ່ຈະພົບພຣະຄຣິດເລີຍ!

“ລູກເອີຍເຈົ້າຈົ່ງລະນຶກວ່າ” (ລູກາ 16:25)

ລູກສາວເອີຍຈົ່ງຈື່ໄວ້ວ່າ! ທ່ານຈະລະນຶກເຖິງມັນໃນນາຮົກ! ທ່ານຈະຈື່ໄດ້ວ່າທ່ານມີຄວາມ ເຄົາລົບພຣະເຢຊູຄຣິດໜ້ອຍໜື່ງທີ່ວ່າທ່ານບໍ່ໄດ້ສະແຫວງຫາພຣະອົງດ້ວຍຄວາມຈິງໃຈ ພຣະເຢຊູຕັດວ່າ:

“ເຈົ້າຈະສະແຫວງຫາເຮົາແລະພົບເຮົາ ເມື່ອເຈົ້າຄົ້ນຫາເຮົາດ້ວຍສຸດໃຈ ຂອງເຈົ້າ” (ເຢເຣມີ 29:13)

ລູກຊາຍເອີຍເຈົ້າຈົ່ງລະນຶກເຖິງ!ລູກສາວເອີຍຈົ່ງຈື່ໄວ້ວ່າ! ທ່ານຈະຈື່ໄດ້ຢູ່ໃນແປວ ໄຟນິດນິລັນເຖິງການບໍ່ໃຫ້ຄວາມເຄົາລົບນັບຖືພຣະເຢຊູ,ເຖິງການທີ່ທ່ານປະຕິເສດຂໍ້ສະເໜີເລື່ອງຄວາມລອດຂອງທ່ານແນວໃດ, ເຖິງການທີ່ທ່ານຊັງຂ້າພະເຈົ້າທີ່ເທດສະໜາແບບນີ້, ເຖິງການທີ່ທ່ານຕ້ອງການໃຫ້ຊາຍໜຸ່ມຮູບຫລໍ່ເຫຼົ່ານີ້ເອົາການສຶກສາພຣະຄໍາທີ່ອ່ອນຫວານ ໃຫ້ທ່ານເພື່ອດຶງດູດທ່ານມາຫາເຂົາເອງແທນທີ່ຈະສັ່ງທ່ານໃຫ້ກັບໃຈຈາກຄວາມຜິດບາບ ແລ້ວມາຫາພຣະເຢຊູ! ແມ່ນແລ້ວຂ້າພະເຈົ້າຮູ້ດີວ່າພວກທ່ານບາງຄົນຈະດີໃຈເມື່ອຂ້າພະ ເຈົ້າຕາຍ, ແຕ່ທ່ານຈະຕົກນາຮົກເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ຢູ່ນີ້ເພື່ອເຕືອນທ່ານກໍຕາມຈົ່ງ ຟັງດຣ.ຈອນອາໄຣສ໌ຜູ້ຍິ່ງໃຫຍ່

ທ່ານລໍຖ້າຢອກລີ້ນຊື່ໆ,ປະຕິເສດພຣະອົງຢ່າງສິ້ນເຊີງ
ທ່ານໄດ້ເຮັດບາບຢ່າງຍາວນານແທ້ໃຈຂອງທ່ານຜິດຫຼາຍແທ້
ຖ້າພຣະເຈົ້າໝົດຄວາມອົດທົນ,ພຣະວິນຍານຜູ້ອ່ອນຫວານບໍ່ພໍໃຈ
ຖ້າພຣະອົງບໍ່ເອີ້ນທ່ານອີກຄວາມຕາຍກໍເປັນຂອງທ່ານເມື່ອພຣະອົງໄປ
ຈາກນັ້ນກໍໜ້າເສົ້າທີ່ປະເຊີນກັບການພິພາກສາ ທ່ານຈະຖືກເອີ້ນຄືນໂດຍບໍ່ມ່ີເມດຕາ
ເຊິ່ງທ່ານຊັກຊ້າແລະຢູ່ລ້າໆຈົນພຣະວິນຍານໄປແລ້ວ
ຊ່າງເປັນຕາຕໍານິ ແລະໂສກເສົ້າເມື່ອຄວາມຕາຍພົບວ່າບໍ່ມີຫວັງ
ທ່ານໄດ້ຊັກຊ້າແລະຢູ່ລ້າໆແລະລໍຖ້າດົນເກີນໄປ
(“If You Linger Too Long” by Dr. John R. Rice, 1895-1980).

ຖ້າທ່ານກ້າວມາຂ້າງໜ້າໃນການເຊື້ອເຊີນ,ຂ້າພະເຈົ້າບໍ່ຢາກໃຫ້ທ່ານເວົ້າຄໍາດຽວ ກ່ຽວກັບນາຮົກ,ຂ້າພະເຈົ້າຢາກໃຫ້ທ່ານເວົ້າແຕ່ເລື່ອງບາບຂອງທ່ານແລະເລື່ອງພຣະເຢຊູ,ມີພຽງພຣະເຊຢູເທົ່ານັ້ນທີ່ສາມາດອະໄພບາບຂອງທ່ານໄດ້,ມີພຽງພຣະເຢຊູເທົ່ານັ້ນທີ່ສາມາດລ້າງບາບຂອງທ່ານໂດຍພຣະໂລຫິດອັນປະເສີດຂອງພຣະອົງ,ເຊີນມາຫາພຣະເຢຊູແລະ ລອດຈາກບາບທຸກຢ່າງຂອງທ່ານໂດຍພຣະອົງ.

ມັນຂີ້ຮ້າຍຫຼາຍສໍ່າໃດທີ່ທ່ານບໍ່ຄິດເຖິງພຣະເຢຊູຕອນທີ່ທ່ານກ້າວອອກມາຂ້າງໜ້າ ຖ້າຂ້າພະເຈົ້າເອີຍເຖິງການຈັດຕຽມຂອງພຣະເຈົ້າໃນຄໍາເທດສະໜາຂອງຕົນທ່ານກໍເວົ້າ ເຖິງການຈັດຕຽມ,ຖ້າຂ້າພະເຈົ້າເວົ້າເຖິງການຊົງເລືອກໃນຄໍາເທດສະໜາຂອງຕົນທ່ານກໍ ເວົ້າເຖິງການຊົງເລືອກ, ຖ້າຂ້າພະເຈົ້າເວົ້າເຖິງຊາຕານໃນຄໍາເທດສະໜາຂອງຕົນທ່ານກໍ ເວົ້າກ່ຽວກັບຊາຕານ,ຖ້າຂ້າພະເຈົ້າເວົ້າເຖິງຄວາມບາບດັ່ງເດີມຫຼືການເອີ້ນທີ່ມີຜົນ ສິ່ງເຫຼົ່າ ນັ້ນກໍຄືສິ່ງທີ່ພວກທ່ານເວົ້າເຖິງ, ຖ້າຂ້າພະເຈົ້າເທດສະໜາເລື່ອງນາຮົກນັ້ນແລະຄືສິ່ງທີ່ ທ່ານເວົ້າເຖິງ!

ເຖິງຄໍາເທດສະໜາຂອງຂ້າພະເຈົ້າມີຈຸດສູນກາງທີ່ພຣະເຢຊູຕະຫຼອດ,ພວກເຮົາກໍບໍ່ ສາມາດເຮັດໃຫ້ທ່ານເວົ້າກ່ຽວກັບພຣະເຢຊູຄຣິດເອງໄດ້,ພວກເຮົາບໍ່ສາມາດເຮັດໃຫ້ທ່ານ ຄິດກ່ຽວກັບພຣະເຢຊູ, ພວກທ່ານດູຖູກແລະປະຕິເສດພຣະອົງ(ເອຊາຢາ 53:3)ແມ່ນບໍ່ມີຜູ້ ໃດອື່ນທີ່ສາມາດຊ່ວຍທ່ານໃຫ້ພົ້ນຈາກບາບໄດ້, ໂຈເຊບຮາທ(1712-1768)ໄດ້ເວົ້າວ່າ “ບໍ່ມີຜູ້ໃດນອກຈາກພຣະເຢຊູ, ນອກຈາກພຣະເຢຊູທີ່ສາມາດຊ່ວຍຄົນບາບທີ່ໝົດຫວັງໄດ້” (“ເຊີນມາ ທ່ານຄົນບາບ”)

ຄວາມບາບຂອງທ່ານໄດ້ຖືກວາງລົງເທິງພຣະເຢຊູໃນສວນເກັດເສມານີແລ້ວ,ພຣະອົງຖືກບີບພາຍໃຕ້ນໍ້າໜັກແຫ່ງຄວາມບາບຂອງທ່ານຢູ່ໃນສວນຈົນພຣະອົງລົ້ມລົງເທິງພື້ນ ດິນແລະເຫື່ອຍໄຫຼອອກເປັນເລືອດຈາກຮູຂົນແຫ່ງຮ່າງກາຍພຣະອົງ, ພວກເຂົາຈັບພຣະອົງ ແລະຕົບໜ້າພຣະອົງ, ພວກເຂົາດຶງໜວດເຄົາຂອງພຣະອົງອອກ, ປີລາດໃຫ້ເຂົາຕີຫຼັງພຣະ ອົງຈົນດຶງເອົາໜັງເຫັນຮອດກະດູກຂ້າງຂອງພຣະອົງ, ພວກເຂົາຕອກມືແລະຕີນຂອງພຣະ ອົງໃສ່ໄມ້ກາງແຂນ, ທະຫານຄົນໜື່ງເອົາຫອກແທງຂ້າງຂອງພຣະອົງ“ແລະໂລຫິດກັບນໍ້າ ກໍໄຫຼອອກມາທັນທີ”(ໂຢຮັນ 19:34)ພຣະເຢຊູຊົງປະສົບກັບຄວາມເຈັບປວດ,ທໍລະມານທີ່ ເປັນຕາຢ້ານພວກນັ້ນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ,ເພື່ອຊໍາລະທ່ານຈາກຄວາມຜິດບາບດ້ວຍພຣະໂລຫິດອັນບໍລິສຸດຂອງພຣະອົງ! ພຣະຄໍາພີກ່າວວ່າ“ພຣະຄຣິດຊົງສີ້ນພຣະ ຊົນເພື່ອບາບຂອງເຮົາ”(1 ໂກລິນໂທ 15:3)

ໂອຈົ່ງຄິດເຖິງບາບຂອງທ່ານ! ໂອຈົ່ງຄິດເຖິງພຣະເຢຊູຜູ້ຊົງທຸກທໍລະມານ,ໂລຫິດ ໄຫຼແລະຕາຍເພື່ອໄຖ່ທ່ານອອກຈາກຄວາມບາບ, ຈົ່ງຄິດເຖິງພຣະເຢຊູອົງດຽວທີ່ສາມາດ ຍົກໂທດແລະຊໍາລະທ່ານອອກຈາກຄວາມບາບທຸກຢ່າງໄດ້! ຈົ່ງຄິດເຖິງຄວາມບາບຂອງ ທ່ານ!ຈົ່ງຄິດເຖິງພຣະເຢຊູຜູ້ຊົງເປັນອົງດຽວທີ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ຈົ່ງມາຫາພຣະ ເຢຊູ, ຈົ່ງມາຫາພຣະອົງດຽວນີ້ “ບໍ່ມີຜູ້ໃດນອກຈາກພຣະເຢຊູ,ບໍ່ມີຜູ້ໃດນອກຈາກພຣະເຢຊູ ທີ່ສາມາດຊ່ວຍຄົນບາບທີ່ໝົດຫວັງໄດ້ ບໍ່ມີຜູ້ໃດນອກຈາກພຣະເຢຊູບໍ່ມີຜູ້ໃດນອກຈາກ ພຣະເຢຊູທີ່ສາມາດຊ່ວຍຄົນບາບທີ່ໝົດຫວັງໄດ້.

ໃຈຮ້ອນຮົນຂອງຂ້າທີ່ມີມາຍາວນານ
ນໍ້າຕາຂ້າທີ່ໄຫຼໄປຕະຫຼອດການ
ບໍ່ສາມາດໄຖ່ບາບທັງໝົດໄດ້
ມີແຕ່ພຣະເຊຢູອົງດຽວ
(“Rock of Ages, Cleft For Me” by Augustus Toplady, 1740-1778).

ບໍ່ມີຜູ້ໃດນອກຈາກພຣະເຢຊູ ບໍ່ມີຜູ້ໃດນອກຈາກພຣະເຢຊູທີ່ສາມາດຊ່ວຍຄົນບາບທີ່ໝົດ ຫວັງໄດ້, ເຊີນມາຫາພຣະອົງໃນຄວາມເຊື່ອງ່າຍໆ! ນາຍຮ້ອຍຄົນໜື່ງທີ່ຢືນຢູ່ຕີນໄມ້ກາງ ແຂນແນມເບິ່ງພຣະເຢຊູທີ່ຕາຍໄປເພື່ອຄວາມບາບຂອງລາວ,ລາວໄດ້ຄຸເຂົ່າລົງແລ້ວວາງໃຈເຊື່ອໃນພຣະເຢຊູ, ຜູ້ຊາຍທີ່ຂ້າພຣະອົງໄດ້ຮັບຄວາມລອດໃນວິນາທີນັ້ນໂດຍພຣະເຢຊູ! ຊາຍຜູ້ຂ້າພຣະເຢຊູຮ້ອງອອກມາວ່າ“ແທ້ຈິງທ່ານຜູ້ນີ້ເປັນພຣະບຸດຂອງພຣະເຈົ້າ”(ມາລະໂກ 15:39)ຕາມທໍານຽມບອກເຮົາວ່າຊາຍຄົນນີ້ໄດ້ກາຍມາເປັນຄຣິສຕຽນ, ທ່ານຈະມາແລ້ວ ວາງໃຈໃນພຣະເຢຊູຄືກັບທີ່ຊາຍຄົນນັ້ນເຮັດບໍ?ພຣະເຢຊູຊົງຮັກທ່ານແລະຈະຊົງຊ່ວຍທ່ານ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາເບວ ພຣຸດໂຮມ: ລູກາ 16:19-25.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“If You Linger Too Long” (Dr. John R. Rice, 1895-1980).

ໂຄງຮ່າງບົດເທດສະໜາ

ຄຣິສມາດໃນນາຮົກ - 2016

CHRISTMAS IN HELL – 2016

ໂດຍ ດຣ.ອາແອວໄຮເມີ ຈູເນຍ

“ລູກເອີຍ ເຈົ້າຈົ່ງລະນຶກວ່າ”(ລູກາ 16:25)

(ລູກາ 16:23,24,25; 2 ຕີໂມທຽວ 4:5; 1 ເປໂຕ 1:21;
1 ຕີໂມທີ 1:15; ມັດທາຍ 1:21)

I.    ໜື່ງ ທ່ານຈະລະນຶກເຖິງຄໍາເທດສະໜາທີ່ທ່ານໄດ້ປະລະ. ມັດທາຍ 13:19
ລູກາ 8:12; ໂຢຮັນ 8:43; ໂຣມ 1:28.

II.   ສອງ ທ່ານຈະລະນຶກເຖິງພຣະວິນຍານຂອງພຣະເຈົ້າທີ່ທ່ານປະຕິເສດ.
ໂຢຮັນ 16:8; ໂຮເຊຢາ 4:17.

III.  ສາມ ທ່ານຈະລະນຶກເຖິວພຣະຜູ້ຊ່ວຍທີ່ທ່ານບໍ່ໄດ້ເຄົາລົບນັບຖື ເອຊາຢາ
53:3; ລູກາ 13:24; ເຢເຣມີ 29:13; ໂຢຮັນ 19:34; 1 ໂກລິນໂທ
15:3; ມາລະໂກ 15:39.