Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ອາດໍາເຈົ້າຢູ່ໃສ?

(ບົດເທດສະໜາຕອນທີ່ 89 ໃນໜັງສືປະຖົມມະການ)
ADAM, WHERE ART THOU?
(SERMON #89 ON THE BOOK OF GENESIS)
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 27/11/2016
A sermon preached at the Baptist Tabernacle of Los Angeles
Lord's Day Evening, November 27, 2016

“ພຣະເຢໂຮວາພຣະເຈົ້າຈຶ່ງຊົງມີພຣະດຳລັດສັ່ງມະນຸດນັ້ນວ່າ ບັນດາຕົ້ນໄມ້ທຸກຊະນິດໃນສວນເຈົ້າກິນໄດ້ທັງໝົດ ແຕ່ຕົ້ນໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວເຈົ້າຢ່າກິນໝາກຈາກຕົ້ນນັ້ນເປັນເດັດຂາດ ເພາະວ່າເຈົ້າກິນໃນມື້ໃດ ເຈົ້າຈະຕາຍແທ້ໃນມື້ນັ້ນ”(ປະຖົມມະການ 2:16-17)


ອາດໍາຊາຍຄົນທໍາອິດທີ່ຖືກສ້າງຂື້ນໂດຍພຣະເຈົ້າໃນສະພາບບໍລິສຸດທີ່ສົມບູນແບບ ລາວຖືກພາມາຢູ່ໃນສວນທີ່ສວຍງາມ, ຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນນັ້ນເໝາະສໍາຫຼັບເປັນອາ ຫານ, ອາດໍາສາມາດຍື່ນມືໄປປິດໝາກໄມ້ເປັນອາຫານແຊບໆໄດ້, ລາວບໍ່ມີຄວາມກັງວົນ ແລະບໍ່ມີສັດຕູຢູ່ໃນທີ່ໜ້າຮັກນັ້ນ, ສັດທຸກຊະນິດແລະນົກຕ່າງໆລ້ວນແລ້ວແຕ່ກິນຜັກ, ບໍ່ມີ ອັນໃດທີ່ຈະມາທໍາຮ້າຍລາວຫຼືເຮັດໃຫ້ລາວບາດເຈັບໄດ້ໃນທາງໃດໜື່ງ, ອາດໍາເອງກໍເປັນ ຄົນກິນໝາກໄມ້,ດັ່ງນັ້ນລາວຈື່ງບໍ່ຈໍາເປັນຈະຕ້ອງຂ້າສັດເພື່ອຈະກິນຊີ້ນພວກມັນ,ທຸກສິ່ງທີ່ຢູ່ໃນສວນເອເດນລ້ວນແຕ່ມີຄວາມສະຫງົບ, ບໍ່ມີພາຍຸທີ່ຈະເຮັດໃຫ້ລາວໄປລີ້ເພາະບໍ່ເຄີຍມີ ຝົນຕົກ“ແຕ່ມີໝອກຂຶ້ນມາຈາກແຜ່ນດິນໂລກ ເຮັດໃຫ້ພື້ນແຜ່ນດິນປຽກທົ່ວໄປ”(ປະຖົມມະ ການ 2:6)ຊາຍຄົນນັ້ນບໍ່ມີອັນໃດຕ້ອງໄປກັງວົນ, ລາວບໍ່ມີເຊື້ອໂລກທີ່ຈະເຮັດໃຫ້ລາວ ປ່ວຍ,ລາວບໍ່ມີສັດຕູມາສູ້ກັບລາວແລະບໍ່ມີສັດທີ່ຕ້ອງຢ້ານ,ມັນເປັນສະຫວັນທີ່ສົມບູນແບບ.

ແລະອາດໍາບໍ່ມີຄວາມບາບມາລົບກວນລາວເລີຍ, ລາວບໍ່ມີສັນດານບາບຫຍັງເລີຍ ບໍ່ມີບັນຫາກ່ຽວກັບຈິດທີ່ຈະເຮັດໃຫ້ລາວກັງວົນ, ອາດໍາມີສັນຕິສຸກໃນຕົນເອງ, ອາດໍາມີສັນ ຕິສຸກກັບພຣະເຈົ້າ, ມັນເປັນສະຫວັນທີ່ສົມບູນແບບ, ລາວບໍ່ຈໍາເປັນຕ້ອງກັງວົນແມ່ນແຕ່ ເລື່ອງການຫາແຟນ, ພຣະເຈົ້າຊົງສ້າງຜູ້ຍິງທີ່ຖືກໃຈ,ສົມບູນແບບ,ແລະງາມເພື່ອປອບໃຈ ລາວແລະຊ່ວຍລາວໃນຖານະເປັນເມຍຂອງລາວ, ດັ່ງນັ້ນລາວຈື່ງບໍ່ເຄີຍໂດດດ່ຽວ, ຕັ້ງແຕ່ ທີ່ນາງເປັນຄົນທີ່ສົມບູນແບບນາງກໍບໍ່ມີໂອກາດທີ່ຈະທໍາຮ້າຍຈິດໃຈຂອງລາວເລີຍ, ບໍ່ມີໂອ ກາດທີ່ນາງຈະໄປປະລາວ, ບໍ່ມີຄວາມເປັນໄປໄດ້ທີ່ນາງຈະຢຸດຮັກລາວຫຼືປະຖີ້ມລາວ,ນັບ ຕັ້ງແຕ່ບໍ່ມີຄວາມບາບນາງກໍໍພໍໃຈທຸກຄວາມປາດຖະໜາເລື່ອງເພດສໍາພັນຂອງລາວ ແລະ ຄວາມຕ້ອງການໂດຍປາສະຈາກການທີ່ເຮັດໃຫ້ພຣະເຈົ້າບໍພໍພຣະໄທ, ມັນເປັນສະຫວັນທີ່ ສົມບູນແບບ.

ພຣະເຈົ້າກ່າວກັບລາວທຸກມື້ໃນຄວາມປອງດອງທີ່ສົມບູນແບບ, ລາວບໍ່ເຄີຍຖືກທົດ ລອງ, ລາວບໍ່ຈໍາເປັນຕ້ອງເຮັດຫຍັງເລີຍເພື່ອລະງັບພຣະພິໂລດຂອງພຣະເຈົ້າເພາະບໍ່ມີ ພຣະພິໂລດໃຫ້ລະງັບ, ລາວອາໄສຢູ່ກັບຜູ້ຍິງທີ່ງາມທີ່ສຸດທີ່ຮັກລາວ, ລາວອາໄສຢູ່ໃນສວນ ທີ່ເຕັມໄປດ້ວຍອາຫານທີ່ແຊບນົວ, ລາວມີສັນຕິສຸກກັບພຣະເຈົ້າ,ມັນເປັນສະຫວັນທີ່ສົມບູນ ແບບ.

ພຣະເຈົ້າຊົງມອບກົດໝາຍຂໍ້ດຽວໃຫ້ກັບລາວແລະມັນກໍເປັນກົດໝາຍທີ່ງ່າຍໆຫຼາຍສໍາຫຼັບລາວທີ່ຈະຮັກສາ, ມີພຽງຄໍາສັ່ງອັນດຽວທີ່ງ່າຍຫຼາຍທີ່ຈະເຊື່ອຟັງ, ພຣະເຈົ້າບອກກັບ ລາວວ່າ“ບັນດາຕົ້ນໄມ້ທຸກຢ່າງໃນສວນເຈົ້າກິນໄດ້ທັງໝົດ ແຕ່ຕົ້ນໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວເຈົ້າຢ່າກິນໝາກຈາກຕົ້ນນັ້ນເປັນເດັດຂາດ ເພາະວ່າເຈົ້າກິນໃນມື້ໃດ ມື້ນັ້ນເຈົ້າຈະຕາຍແນ່ນອນ”(ປະຖົມມະການ 2:16-17) ນັ້ນແລະຄືທັງໝົດທີ່ພຣະເຈົ້າຊົງຮຽກຮ້ອງຈາກລາວ ແລະສິ່ງທີ່ລາວຕ້ອງເຮັດກໍຄືບໍ່ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ດີຮູ້ຊົ່ວ, ມັນເປັນກົດ ງ່າຍໆທີ່ຈະຮັກ, ມັນເປັນສະຫວັນທີ່ສົມບູນແບບ.

ຢ່າງໃດກໍຕາມຢູ່ໃນສວນນັ້ນກໍມີອີກຄົນໜື່ງຢູ່, ຊາຕານມັນຢູ່ບ່ອນນັ້ນ, ມັນເຄີຍ ເປັນໜື່ງໃນທູດສະຫວັນທີ່ຢູ່ເມືອງສະຫວັນ, ແຕ່ມັນກະບົດຕໍ່ພຣະເຈົ້າແລະຖືກໄລ່ລົງມາຢູ່ ໃນໂລກ, ຊາຕານມັນເປັນສັດຕູຂອງພຣະເຈົ້າ, ແຕ່ອາດໍາຖືກພຣະເຈົ້າປ້ອງກັນໄວ້ຈາກຊາ ຕານ, ມີຫົນທາງດຽວທີ່ີຊາຕານສາມາດເຮັດໃຫ້ພຣະເຈົ້າເຈັບໃຈກໍຄືເຮັດໃຫ້ອາດໍາກະບົດຕໍ່ ສູ້ພຣະເຈົ້າເຊັ່ນກັນ.

ມີຕົ້ນໄມ້ສອງຕົ້ນທີ່ມີຄວາມສໍາຄັນຫຼາຍທີ່ສຸດໃນສວນນັ້ນ, ຕົ້ນທີ່ໜື່ງແມ່ນຕົ້ນໄມ້ ແຫ່ງຊີວິດ, ຖ້າອໍາດໍາສືບຕໍ່ກິນໝາກຈາກຕົ້ນໄມ້ນັ້ນລາວກໍຈະມີຊີວິດຢູ່ຕະຫຼອດເປັນນິດຢູ່ ໃນສະຫວັນແຫ່ງເອເດນ(ປະຖົມມະການ 3:22)ແຕ່ຖ້າລາວກິນໝາກຈາກຕົ້ນແຫ່ງຄວາມຮູ້ ດີຮູ້ຊົ່ວລາວກໍຈະຕາຍ, ມັນເປັນສະຫວັນທີ່ສົມບູນແບບ - ພ້ອມກັບກົດຂໍ້ດຽວທີ່ຕ້ອງເຊື່ອ ຟັງ - ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດແລະມີຊີວິດຕະຫຼອດເປັນນິດ, ນັ້ນຄືແງ່ບວກ ຂອງກົດຂໍ້ຫ້າມ, ກິນໝາກໄມ້ຈາກຕົ້ນແຫ່ງຄວາມຮູ້ດີຮູ້ຊົ່ວແລ້ວທ່ານຈະຕາຍ, ນັ້ນຄືແງ່ລົບ ຂອງກົດນັ້ນ, ມັນເປັນກົດທີ່ທໍາມະດາ - ແລະງ່າຍທີ່ຈະເຊື່ອຟັງ, ກິນຈາກຕົ້ນນີ້ແລະມີຊີ ວິດຕະຫຼອດເປັນນິດ, ກິນຈາກຕົ້ນອື່ນແລ້ວທ່ານຈະຕາຍ, ມັນເປັນສະຫວັນທີ່ສົມບູນແບບ ພ້ອມກັບກົດຂໍ້ດຽວແລະມີພຽງອັນດຽວທີ່ຈະຕ້ອງເຊື່ອຟັງ-ເປັນກົດງ່າຍໆທີ່ຈະເຊື່ອຟັງ.

ຕອນນີ້ເພາະພຣະເຈົ້າຊົງປ້ອງກັນອາດໍາກັບເມຍຂອງລາວ ຊາຕານຈື່ງບໍ່ສາມາດ ເຮັດອັນຕະຫຼາຍພວກເຂົາໄດ້, ສິ່ງດຽວທີ່ມັນເຮັດໄດ້ກໍຄືທົດລອງເຂົາ,ທົດລອງເຂົາໃຫ້ທໍາ ລາຍກົດທໍາມະດານັ້ນ,ຊາຕານມັນບໍ່ແມ່ນງູທີ່ບິດໄປມາ, ອັນນັ້ນມັນເກີດຂື້ນຕໍ່ມາພາຍຫຼັງທີ່ ພຣະເຈົ້າຊົງສາບແຊ່ງມັນກັບງູ, ແຕ່ຕອນນີ້ໃນເວລານີ້ຊາຕານໄດ້ເຂົ້າສິງສິ່ງທີ່ຖືກສ້າງບາງ ຢ່າງໃນສວນ, ເຊິ່ງຕໍ່ມາມັນແລະພັກພວກຂອງມັນໄດ້ເຂົ້າສິງຢູ່ໃນໝູຕອນທີ່ພຣະເຢຊູສັ່ງ, ຢ່າງໃດກໍຕາມໃນບ່ອນນີ້ມັນໄດ້ປາກົດໃນຖານະເປັນ “ທູດສະຫວັນແຫ່ງຄວາມສະຫວ່າງ” (2 ໂກລິນໂທ 11:14).

ພວກເຮົາບໍ່ຮູ້ວ່າງູດັ່ງເດີມມັນເປັນແນວໃດ,ແຕ່ພວກເຮົາຮູ້ວ່າມັນມີຕີນແລະຮູ້ວ່າມັນໜ້າຈະເຄີຍເປັນສີ່ງຊົງສ້າງທີ່ພວກເຂົາເຫັນຕະຫຼອດຢູ່ໃນສວນເອເດນເພາະເອວາບໍ່ໄດ້ຕົກ ໃຈຢ້ານມັນເລີຍ, ພວກເຮົາຍັງຮູ້ອີກວ່າຊາຕານໄດ້ເຂົ້າສິງສັດໂຕນີ້ແລະເວົ້າກັບເມຍຂອງ ຂອງອາດໍາຜ່ານທາງປາກຂອງມັນ, ນາງບໍ່ໄດ້ຕົກໃຈຕອນທີ່ມັນເວົ້າກັບນາງ, ນາງໜ້າຈະ ເຄີຍລົມກັບມັນຫຼາຍເທື່ອແລ້ວແລະໜ້າຈະລື່ງເຄີຍກັບມັນ. ນັ້ນແລະຄືຫົນທາງທີ່ມັນໃຊ້ ແມ່ນແຕ່ໃນປະຈຸບັນນີ້, ມັນເວົ້າຢູ່ໃນຄວາມຄິດຂອງພວກຄົນບາບຈົນກວ່າພວກເຂົາລື່ງ ເຄີຍມັນແລະບໍ່ຢ້ານມັນ.

ຢູ່ມາມື້ໜື່ງເອວາຢູ່ໃນສວນຄົນດຽວ,ອາດໍາຢູ່ບ່ອນໃດໜື່ງກໍາລັງເບິ່ງແຍງສວນເພື່ອ “ເບິ່ງແຍງແລະຮັກສາສວນ”(ປະຖົມມະການ 2:15), ເອວາຢູ່ກາງສວນກໍາລັງຈ້ອງເບິ່ງ ຕົ້ນໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວ, ນັ້ນແລະຄືຕອນທີ່ຊາຕານມາຫາລາວ, ນັ້ນແລະຄືຕອນທີ່ ງູສຶມໃສ່ຫູລາວ“ແມ່ນບໍທີ່ພຣະເຈົ້າຕັດວ່າ `ເຈົ້າຢ່າກິນໝາກຈາກຕົ້ນໄມ້ທຸກຊະນິດໃນສວນນີ້?”(ປະຖົມມະການ 3:1) ຕໍ່ມາງູໄດ້ຕັ້ງຄໍາຖາມພຣະຄໍາຂອງພຣະເຈົ້າ,ນັ້ນແລະຄືສິ່ງທີ່ຊາ ຕານເຮັດແມ່ນແຕ່ໃນປະຈຸບັນນີ້, ມັນທົດລອງເຮົາບໍ່ໃຫ້ເຊື່ອພຣະຄໍາຂອງພຣະເຈົ້າທີ່ຢູ່ໃນ ພຣະຄໍາພີ, ມັນທົດລອງເຮົາບໍ່ໃຫ້ເຊື່ອສິ່ງທີ່ພຣະເຈົ້າເວົ້າກັບເຮົາ, ມັນທົດລອງບໍ່ໃຫ້ເຮົາ ເຊື່ອໃນສິ່ງທີ່ສິດຍາພິບານເວົ້າກັບເຮົາຕອນທີ່ລາວເທດພຣະຄໍາຂອງພຣະເຈົ້າໃຫ້ເຮົາຟັງ, ແຕ່ຫຼາຍກວ່ານັ້ນຊາຕານໄດ້ປ່ຽນພຣະຄໍາຂອງພຣະເຈົ້າໂດຍໝາຍຄວາມວ່ານາງສາມາດ ກິນຈາກຕົ້ນໄມ້ແຫ່ງຄວາມຕາຍໄດ້ເຊັ່ນກັນຕັ້ງແຕ່ທີ່ພຣະເຈົ້າກ່າວວ່າ“ບັນດາຕົ້ນໄມ້ທຸກຢ່າງໃນສວນເຈົ້າກິນໄດ້ທັງໝົດ ເຊກສະເປຍໄດ້ກ່າວວ່າ“ພະຍາມານສາມາດອ້າງພຣະຄໍາຂອງ ພຣະເຈົ້າໃສ່ກັບຈຸດປະສົງຂອງມັນໄດ້, ຢູ່ນີ້ພະຍາມານໄດ້ຕັດເອົາສ່ວນທີ່ສອງຂອງຂໍ້ພຣະ ຄໍາພີນັ້ນອອກ,“ແຕ່ຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຮູ້ຊົ່ວເຈົ້າຢ່າກິນໝາກຈາກຕົ້ນນັ້ນເປັນເດັດ ຂາດ ເພາະວ່າເຈົ້າກິນໃນມື້ໃດ ໃນມື້ນັ້ນເຈົ້າຈະຕາຍແນ່ນອນ”(ປະຖົມມະການ 2:17)ພະ ຍາມານໄດ້ຕັດສ່ວນນັ້ນຂອງພຣະຄໍາຂອງພຣະເຈົ້າອອກໄປ, ສອງບ່ອນທີ່ພວກເຮົາຖືກ ເຕືອນບໍ່ໃຫ້ຕັດອອກຈາກພຣະຄໍາພີໃນພະລາຊະບັນຍັດ 12:32 ແລະໃນພະນິມິດ 22:19 ບ່ອນທີ່ເວົ້າວ່າ“ແລະຖ້າຜູ້ໃດຕັດຂໍ້ຄວາມອອກຈາກຫນັງສືພະຍາກອນນີ້ ພຣະເຈົ້າກໍຈະຊົງເອົາສ່ວນແບ່ງຂອງຜູ້ນັ້ນທີ່ມີຢູ່ໃນຫນັງສືແຫ່ງຊີວິດ ແລະທີ່ມີຢູ່ໃນເມືອງບໍລິສຸດນັ້ນ...”ຄວາມ ຊົ່ວອັນນີ້ໄດ້ຖືກສອນຢູ່ໃນໂຮງຮຽນພຣະຄໍາພີສາຍເສລີນິຍົມໃນໂລກນີ້, ພວກຄົນໜຸ່ມທີ່ກໍາ ລັງຮຽນເພື່ອຈະຮັບໃຊ້ຖືກສອນວ່າບາງສ່ວນຢູ່ໃນພຣະຄໍາພີບໍ່ແມ່ນຄວາມຈິງ,ເລື່ອງນີ້ໄດ້ຖືກສອນໃຫ້ກັບຂ້າພະເຈົ້າຢູ່ໃນໂຮງຮຽນພຣະຄໍາພີທີ່ຂ້າພະເຈົ້າເຂົ້າ, ມັນຈະສ້າງຄວາມຫາຍະ ນະຕໍ່ການຮັບໃຊ້ຂອງຄົນຜູ້ໜື່ງຖ້າລາວຫາກເຊື່ອຄໍາສອນທີ່ຊົ່ວຮ້າຍນີ້, ອັກຄະສາວົກເປົາ ໂລໄດ້ກ່າວວ່າ“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າແລະເປັນປະໂຫຍດ...” (2 ຕີໂມທຽວ 3:16)ທຸກຄໍາທຸກຕອນຂອງພຣະຄໍາພີໄດ້ຮັບການດົນໃຈຈາກພຣະເຈົ້າຢູ່ໃນ ຄໍາຕົ້ນເດີມພາສາຮິບຣູແລະກຣີກ, ນັ້ນແລະທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງເຄັ່ງຄັດໃນສະບັບ ຄິງເຈມສ໌, ພຣະຄໍາພີສະໄໝໃໝ່ໄດ້ຕັດອອກຄໍາວ່າ“ແລະອົດອາຫານ”ໃນມາລະໂກ 9:29 ຫຼືປ່ຽນ“ພົມມະຈັນ”ເປັນ“ຍິງສາວ”ໃນອິດສະຢາ 7:14 ການປ່ຽນແປງເຫຼົ່ານີ້ແມ່ນອີງຕາມ ສະບັບຄັດລອກເກົ່າແກ່ສອງສະບັບເຊິ່ງຂ້າພະເຈົ້າເຊື່ອວ່າມັນຕິດເຊື້ອໂລກຈາກລັດທິຢອສຕິກຂອງພວກນັກກັອບປີ້.

ຢູ່ທີ່ໂຮງຮຽນພຣະຄໍາພີສາຍເສລີທີ່ຂ້າພະເຈົ້າເຂົ້າຮ່ວມພວກເຂົາບອກໃຫ້ພວກເຮົາ ເອົາພຣະຄໍາພີສະບັບປັບປຸງມາດຕະຖານມາໃຊ້, ແຕ່ຂ້າພະເຈົ້າບໍ່ເຊື່ອຟັງເຂົາແລະມັກເອົາ ສະບັບຄິງເຈມສ໌ໄປກັບຕົນຕະຫຼອດ, ຂ້າພະເຈົ້າບໍ່ໄວ້ໃຈການແປ“ໃໝ່”ອີກຕໍ່ໄປແລະພວກ ທ່ານກໍບໍ່ຄວນເຊັ່ນກັນ, ບາງເທື່ອຂ້າພະເຈົ້າກໍອ້າງຈາກມັນບ່ອນທີ່ມັນຖືກຕ້ອງກັບຄິງເຈມສ໌ ແຕ່ຂ້າພະເຈົ້າບໍ່ເຄີຍໃຊ້ພວກມັນໃນການອ່ານສ່ວນຕົວຫຼືໃນຖານະຫົວຂໍ້ຫຼັກໆຂອງບົດເທດຂອງຂ້າພະເຈົ້າເລີຍ, ຂ້າພະເຈົ້າໄດ້ສ້າງນິໄສຈົນຕາຍທີ່ຈະຍຶດຕິດກັບພຣະທໍາສັບຄິງເຈມສ໌ ແລະພວກທ່ານກໍຄວນເຮັດເຊັ່ນກັນ.

ງູມັນຖາມແລະປີ້ນພຣະຄໍາອັນບໍລິສຸດຂອງພຣະເຈົ້າຕອນທີ່ມັນທົດລອງເອວາຢູ່ໃນສວນໃນມື້ນັ້ນ, ພຣະເຈົ້າຊົງບອກທັງສອງຄົນຊັດເຈນວ່າບໍ່ໃຫ້ກິນໝາກໄມ້ຕ້ອງຫ້າມ,ແຕ່ ພຽງແຕ່ບໍ່ກິນເທົ່ານັ້ນ, ພຣະເຈົ້າບໍ່ໄດ້ບອກເຂົາກ່ຽວກັບບໍ່ໃຫ້“ຈັບ”ຕອນທີ່ເອວາເວົ້າວ່າ“ເຈົ້າຢ່າກິນຫລືແຕະຕ້ອງມັນ ບໍ່ດັ່ງນັ້ນເຈົ້າຈະຕາຍ”ນາງໄດ້ເພີ່ມພຣະຄໍາຂອງພຣະເຈົ້າ,ເຊີ່ງໄດ້ ລະເມີດພະລາຊະບັນຍັດ 12:32 ບ່ອນທີ່ພຣະເຈົ້າຕັດວ່າ“ສິ່ງທີ່ຂ້າພະເຈົ້າສັ່ງທ່ານໄວ້ນັ້ນ ຈົ່ງລະວັງທີ່ຈະເຮັດຕາມ ທ່ານຢ່າເພີ່ມອັນໃດເຂົ້າ...”(ພະລາຊບັນຍັດ 12:32)ຄໍາສັ່ງນີ້ຖືກ ໃຫ້ອີກເທື່ອໜື່ງໃນພະນິມິດ 22:18:

“ຂ້າພະເຈົ້າເປັນພະຍານແກ່ທຸກຄົົນທີ່ໄດ້ຍິນຄຳພະຍາກອນໃນຫນັງສືນີ້ວ່າ ຖ້າຜູ້ໃດຈະເພິ່ມຕື່ມຄຳເຂົ້າໄປໃນຫນັງສືນີ້ ພຣະເຈົ້າກໍຈະຊົງເພີ່ມໄພພິບັດທີ່ຂຽນໄວ້ໃນຫນັງສືມ້ວນນີ້ແກ່ຜູ້ນັ້ນ”(ພະນິມິດ 22:18)

ພວກເສລີໄດ້ປີ້ນແລະຕັດອອກພຣະຄໍາຂອງພຣະເຈົ້າ, ພວກລັດທິທຽມເທັດຢ່າງ ເຊັ່ນພວກມໍມອນໄດ້ຕື່ມໃສ່ພຣະຄໍາຂອງພຣະເຈົ້າເຂົ້າໃນໜັງສືຂອງມໍມອນ,ສະນັ້ນການທົດ ລອງກໍຄືເພື່ອຕັດສ່ວນຂອງພຣະຄໍາຂອງພຣະເຈົ້າອອກຫຼືເພີ່ມເຂົ້າໄປ, ຄໍາພີໂຄຣານຕັດ ອອກການຕາຍເທິງໄມ້ກາງແຂນຂອງພຣະຄຣິດລັດທິທຽມເທັດຕື່ມເຂົ້າໄປຄືກັບພວກວິທະ ຍາສາດຄຣິສຕຽນເຮັດ,ການຕື່ມງານຂຽນຂອງແມຣີ່ເບັກເກີເອັດດີ້, ການແຕະຕ້ອງກັບພຣະ ຄໍາຂອງພຣະເຈົ້າເປັນຮາກເງົ້າຂອງຄໍາສອນຜິດທຸກອັນ, ສະນັ້ນການຕື່ມຫຼືການຕັດສ່ວນ ຕ່າງໆຂອງພຣະຄໍາພີອອກໄດ້ເຮັດໃຫ້ການທົດລອງຂອງເອວາເກີດຂື້ນອີກໃນທຸກມື້ນີ້ແລະຢູ່ໃນໃຈຂອງພວກນອກຮີດທຸກຄົນ.

ຕອນນີ້ງູໄດ້ພາເອວາອອກໄປໄກຫຼາຍໃນການທົດລອງຊື່ງນາງຈະຮັບຟັງການໂຈມຕີຢ່າງເປີດເຜີຍໃນເລື່ອງພຣະຄໍາຂອງພຣະເຈົ້າ, ມັນເວົ້າກັບນາງວ່າ “ເຈົ້າຈະບໍ່ຕາຍແນ່ ນອນ” ຖ້າເຈົ້າກິນໝາກໄມ້ຕ້ອງຫ້າມ.

“ເມື່ອຜູ້ຍິງນັ້ນເຫັນວ່າ ຕົ້ນໄມ້ນັ້ນເໝາະສຳລັບເປັນອາຫານແລະມັນງາມເປັນຕາເບິ່ງ ແລະຕົ້ນໄມ້ຕົ້ນນັ້ນເປັນທີ່ໜ້າປາດຖະຫນາເພື່ອໃຫ້ເກີດປັນຍາ ນາງຈຶ່ງເກັບໝາກໄມ້ນັ້ນແລ້ວກິນເຂົ້າໄປ ແລ້ວສົ່ງໃຫ້ຜົວຂອງນາງນໍາ ແລະເຂົາໄດ້ກິນ ຕາຂອງພວກເຂົາທັງສອງກໍແຈ້ງຂຶ້ນ ພວກເຂົາຈຶ່ງຮູ້ວ່າພວກເຂົາເປື່ອຍກາຍຢູ່ ແລະພວກເຂົາທັງສອງກໍເອົາໃບໝາກເດື່ອມາຫຍິບເປັນເຄື່ອງປົກປິດອະໄວຍະວະສ່ວນລຸ່ມຂອງພວກເຂົາໄວ້”(ປະຖົມມະການ 3:6,7)

ພວກເຂົາບໍ່ເຊື່ອຟັງພຣະຄໍາຂອງພຣະເຈົ້າ, ຕອນນີ້ພວກເຂົາຮູ້ແລ້ວວ່າເຂົາເປັນຄົນບາບທີ່ ເປື່ອຍກາຍ: ແທນທີ່ຈະກັບໃຈໃໝ່ແລະຂໍພຣະເຈົ້າຊົງເມດຕາ“ພວກເຂົາທັງສອງກໍເອົາໃບ ໝາກເດື່ອມາຫຍິບເປັນເຄື່ອງປົກປິດອະໄວຍະວະສ່ວນລຸ່ມຂອງພວກເຂົາໄວ້” (ປະຖົມມະ ການ 3:7)ນັ້ນແລະຄືສິ່ງທີ່ພວກຄົນບາບເຮັດໃນປະຈຸບັນນີ້, ພວກເຂົາພະຍາຍາມທີ່ຈະປົກ ປິດບາບຂອງຕົນໃນທຸກຫົນທາງເຊັ່ນ:ໂດຍການເຮັດ“ຄວາມດີ”ຫຼືໂດຍການພະຍາຍາມທີ່ຈະຊ່ວຍຕົນເອງໃຫ້ລອດໂດຍການ“ມີສະພາບຂອງພຣະເຈົ້າພາຍນອກ”(2 ຕີໂມທຽວ 3:5)

ຕອນນີ້ເມື່ອພວກເຂົາໄດ້ຍິນສຽງຂອງພຣະເຈົ້າເອີ້ນເຂົາ“ອາດຳແລະເມຍຂອງລາວໄປລີ້ຈາກພຣະພັກຂອງພຣະເຢໂຮວາພຣະເຈົ້າ...ແລະພຣະເຢໂຮວາພຣະເຈົ້າຊົງເອີ້ນອາດຳແລະຕັດແກ່ພວກເຂົາວ່າ ເຈົ້າຢູ່ໃສ?”(ປະຖົມມະການ 3:8,9)ດຣ.ດັບໂບຢູເອຄຣິສແວວ ໄດ້ກ່າວວ່າ:

ປະໂຫຍກທີ່ເສົ້າທີ່ສຸດທີ່ພຣະເຈົ້າເຄີຍອອກສຽງກໍຄື “ອາດໍາເຈົ້າຢູ່ໃສ?” (ກ່ອນໜ້ານີ້)ທັງຊາຍແລະຍິງໄດ້ພົບພຣະເຈົ້າດ້ວຍຄວາມແຮງກ້າຈາກສະຫວັນ...ມັນມັກຈະເປັນຊ່ວງເວລາແຫ່ງຄວາມຍິນດີ, ມີກຽດເມື່ອ(ພຣະເຈົ້າ) ລົງມາສົນທະນາກັບພວກເຂົາ, ພວກເຂົາບໍ່ມີຄວາມຢ້ານແຕ່ຕອນນີ້(ພວກ ເຂົາມີບາບ) ຊາຍຄົນນັ້ນຢ້ານ, ທັງສອງຄົນຕ່າງກໍອາຍ ແລະພຣະເຈົ້າຊົງ ເອີ້ນດ້ວຍຄວາມສະອື້ນໃນນໍ້າສຽງຂອງພຣະອົງວ່າ “ໂອ ອາດໍາເຈົ້າຢູ່ໃສ ແລະເຈົ້າໄດ້ເຮັດຫຍັງລົງໄປແລ້ວ?” ຄໍາຕອບຕໍ່ຄໍາຖາມທີ່ອົກຫັກນັ້ນກໍຄື ເລື່ອງລາວທັງໝົດຂອງບາບ, ພຣະຄຸນແລະການໄຖ່(W. A. Criswell, Ph.D., Basic Bible Sermons on the Cross, Broadman Press, 1990, p. 55).

ແລະພຣະເຈົ້າຊົງເອີ້ນພວກທ່ານໃນຄືນນີ້ວ່າ “ໂອຄົນບາບເຈົ້າຢູ່ໃສ?”

“ພຣະເຢໂຮວາພຣະເຈົ້າຊົງເອີ້ນອາດຳແລະກ່າວກັບເຂົາວ່າ ເຈົ້າຢູ່ໃສ” (ປະຖົມມະການ 3:9)

ຂໍ້ປະຍຸກໃຊ້

ດຽວນີ້ຂ້າພະເຈົ້າຈະຂໍເອົາຂໍ້ພຣະຄໍາພີຕອນນີ້ມາໃຫ້ທ່ານປະຍຸກໃຊ້,ທ່ານຢູ່ໃສໃນຄືນນີ້?

1. ພວກທ່ານກໍາລັງລີ້ພຣະເຈົ້າຢູ່ບໍ? ທຸກຄົນທີ່ປະຕິເສດທີ່ຈະກັບໃຈໃໝ່ແລ້ວມາ ຫາພຣະຄຣິດກໍກໍາລັງລີ້ຈາກພຣະເຈົ້າຢູ່, ທ່ານເປັນແບບນັ້ນບໍ? ທ່ານກໍາລັງລີ້ ພຣະເຈົ້າຕອນທີ່ພຣະວິນຍານບໍລິສຸດເອີ້ນທ່ານໃຫ້ມາຫາພຣະຄຣິດບໍ?ນັ້ນແມ່ນ ຄວາມບາບຂອງທ່ານໃນຄືນນີ້ບໍ?

2. ພວກທ່ານກໍາລັງລີ້ພຣະເຈົ້າຢູ່ເພາະທ່ານປະຕິເສດທີ່ຈະເຊື່ອພຣະຄໍາພີບໍ?ຊາ ຕານເຮັດໃຫ້ພວກທ່ານຄິດບໍວ່າພຣະຄໍາຂອງພຣະເຈົ້າເປັນພຽງໜັງສຶືເກົ່າໆເຫຼັ້ມ ໜື່ງ? ເຊິ່ງທ່ານບໍ່ຈໍາເປັນຕ້ອງເຊື່ອມັນແມ່ນບໍ? ມັນບອກທ່ານຫຼືບໍວ່າບໍ່ມີສະ ຫວັນທີ່ຈະໄດ້ມາແລະບໍ່ມີນາຮົກທີ່ຕ້ອງຢ້ານ? ນັ້ນແມ່ນຄວາມບາບຂອງທ່ານ ໃນຄືນນີ້ບໍ?

3. ທ່ານຄິດວ່າທ່ານຕົນເອງມີຊີວິດທີ່ດີແລະມີສິນລະທໍາບໍ? ທ່ານຄິດວ່າທ່ານເປັນ ຄົນດີພໍເຊິ່ງທ່ານບໍ່ຈໍາເປັນຕ້ອງສາລະພາບບາບຂອງທ່ານແລະລອດໂດຍການ ໄຖ່ຂອງພຣະຄຣິດບໍ? ຊີວິດທີ່ດີແລະມີສິນລະທໍາຂອງທ່ານພຽງພໍທີ່ຈະຊ່ວຍ ທ່ານໃຫ້ພົ້ນໄດ້ບໍ? ຊາຕານຜູ້ຂີ້ຕົວະໄດ້ບອກທ່ານແບບນັ້ນບໍ? ນັ້ນແມ່ນສິ່ງທີ່ ທ່ານເຊື່ອບໍ?ນັ້ນແມ່ນຄວາມບາບຂອງທ່ານ ໍໃນຄືນນີ້ບໍ?

4. ເມື່ອພຣະເຈົ້າສະເດັດມາໃນການຟື້ນຟູພວກທ່ານຮູ້ສຶກສໍານຶກເລື່ອງບາບ, ບາບ ແຫ່ງຄວາມຄິດແລະໃຈຊົ່ວຂອງທ່ານບໍ? ພວກທ່ານແນມເບິ່ງຄົນທີ່ຮ້ອງໄຫ້ ເພາະບາບຂອງເຂົາແລ້ວຄິດວ່າເຂົາເປັນອ່ອນແອຫຼືໂງ່ບໍ?ທ່ານຄິດແບບນັ້ນບໍ ໃນຕອນນີ້? ຊາຕານໄດ້ເຮັດໃຫ້ທ່ານຄິດວ່າຄົນທີ່ຮ້ອງໄຫ້ແລະກັບໃຈໃໝ່ເປັນ ຄົນໂງ່ບໍ?ນັ້ນແມ່ນຄວາມບາບຂອງທ່ານໃນຄືນນີ້ບໍ?

5. ຕອນທີ່ທ່ານໄດ້ຍິນຈອນເຄແກນຕໍ່ສູ້ກັບຄວາມບາບຈົນຮອດຈຸດທີ່ນອນບໍ່ຫຼັບ ທ່ານຄິດວ່າລາວເປັນຄົນແປກປະຫຼາດບໍ? ທ່ານຄິດວ່າອັນນີ້ບໍ່ຈໍາເປັນເຊິ່ງມັນ ເປັນພຽງການທີ່ຄົນໜຸ່ມກັງວົນເລື່ອງຄວາມບາບບໍ? ຊາຕານໄດ້ເຮັດໃຫ້ທ່ານ ຄິດວ່າຈອນເຄແກນເປັນຄົນສະເທືອນອາລົມງ່າຍບໍ? ບໍ່ມີອັນໃດແບບນັ້ນທີ່ຈໍາ ເປັນສໍາຫຼັບຈິດວິນຍານຂອງທ່ານບໍ?ນັ້ນແມ່ນຄວາມບາບຂອງທ່ານໃນຄືນນີ້ບໍ?

6. ເມື່ອຂ້າພະເຈົ້າບອກພວກທ່ານວ່າໃນການກັບໃຈໃໝ່ແທ້ນັ້ນທ່ານຈະຕ້ອງຕໍ່ສູ້ ກັບຄວາມບາບແລະຮູ້ສຶກເສຍໃຈສຸດໆສໍາຫຼັບບາບຂອງຕົນ,ທ່ານຟັງຊາຕານບໍ? ພວກທ່ານປະຕິເສດໃນສິ່ງທີ່ຂ້າພະເຈົ້າເວົ້າແລະຄິດວ່າຕົນເອງບໍ່ເປັນຫຍັງໃນ ແບບທີ່ເປັນຢູ່? ນັ້ນແມ່ນຄວາມບາບຂອງທ່ານໃນຄືນນີ້ບໍ?

7. ເມື່ອພວກທ່ານໄດ້ຍິນຂ້າພະເຈົ້າແບບນັ້ນທ່ານຄິດບໍວ່າຄວາມບາບທີ່ທ່ານເຮັດ ມັນນ້ອຍແລະຄົງຈະບໍ່ຕັດສິນທ່ານໃຫ້ຕົກນາຮົກ? ທ່ານເຊື່ອຊາຕານບໍຕອນທີ່ ມັນເອົາຄວາມຄິດນັ້ນໃສ່ໃນໃຈຂອງທ່ານ? ທ່ານຄິດວ່າຄວາມບາບຂອງຕົນ ນ້ອຍພຣະເຈົ້າຄືຊິບໍຕັດສິນໂທດທ່ານດອກແມ່ນບໍ? ນັ້ນແມ່ນຄວາມບາບຂອງ ທ່ານບໍໃນຄືນນີ້?

8. ທ່ານຍັງສືບຕໍ່ມີໝູ່ທີ່ຫຼົງຫາຍບໍ? ທ່ານຄິດບໍວ່າພຣະເຈົ້າຈະອວຍພອນທ່ານແລະ ຊ່ວຍທ່ານໃຫ້ພົ້ນເຖິງແມ່ນວ່າທ່ານມີໝູ່ຫຼາຍຄົນທີ່ບໍ່ແມ່ນຄຣິສຕຽນກໍຕາມ?ເມື່ອ ທ່ານໄດ້ຍິນພຣະຄໍາພີເວົ້າວ່າ “ໃຜກໍຕາມ...ເປັນມິດກັບໂລກກໍເປັນສັດຕູຂອງ ພຣະເຈົ້າ”(ຢາໂກໂບ 4:4)ພວກທ່ານເລິກຄົບໝູ່ຊາວໂລກແລ້ວບໍ? ຫຼືທ່ານຄິດ ວ່າບໍ່ເປັນຫຍັງທີ່ຈະເປັນໝູ່ກັບເຂົາ? ຊາຕານໄດ້ເອົາຄວາມຄິດນີ້ໃສ່ໃນໃຈຂອງ ທ່ານບໍ?ນັ້ນແມ່ນຄວາມບາບຂອງທ່ານໃນຄືນນີ້ບໍ?

9. ທ່ານຍັງສືບຕໍ່ຄິດກ່ຽວກັບການຫຼັບນອນກັບຜູ້ໃດໜື່ງທີ່ທ່ານຮູ້-ແມ່ນແຕ່ຄົນບາງ ຄົນໃນຄຣິສຕະຈັກນີ້-ຊາຕານບອກທ່ານບໍວ່າມັນກໍບໍ່ເປັນຫຍັງທີ່ຈະຄິດເລື່ອງ ພວກນັ້ນແລະຍຸຍົງຕັນຫາຂອງທ່ານກັບເຂົາເຈົ້າ?ນັ້ນແມ່ນຄວາມບາບຂອງ ທ່ານໃນຄືນນີ້ບໍ?

10. ທ່ານຄິດວ່າມັນບໍ່ເປັນຫຍັງບໍທີ່ຈະໃຊ້ເວລາຫຼາຍຊົ່ວໂມງກັບວິດີໂອເກມ?ຫຼືຊາ ຕານບອກທ່ານບໍ່ວ່າມັນເປັນພຽງຄວາມມ່ວນຊື່ນທີ່ບໍ່ມີຜິດໄພຫຍັງ? ນັ້ນແມ່ນ ຄວາມບາບຂອງທ່ານໃນຄືນນີ້ບໍ?

11. ພວກທ່ານຢ້ານຂ້າພະເຈົ້າໃນຖານະເປັນສິດຍາພິບານບໍ?ເປັນຫຍັງຈື່ງຢ້ານຂ້າ ພະເຈົ້າ? ມັນເປັນເພາະຂ້າພະເຈົ້າເຄັ່ງເກີນໄປບໍ? ມັນເປັນເພາະພວກທ່ານ ພົບຄວາມຜິດໃນສິ່ງທີ່ຂ້າພະເຈົ້າເວົ້າຫຼືເຮັດບໍ? ຊາຕານໄດ້ເຮັດໃຫ້ທ່ານຢ້ານ ຂ້າພະເຈົ້າເພາະທ່ານກໍາລັງລີ້ພຣະເຈົ້າຢູ່ແລະຕໍານິຂ້າພະເຈົ້າທີ່ບໍ່ສົມບູນແບບ ບໍ? ທ່ານເວົ້າກັບຈອນເຄແກນໄດ້ບໍໃນສິ່ງທີ່ລາວເວົ້າກ່ຽວກັບຂ້າພະເຈົ້າໃນຄໍາ ເທດສະໜາຂອງລາວມື້ເຊົ້ານີ້ວ່າ“ຂອບຄຸນພຣະເຈົ້າສໍາຫຼັບສິດຍາພິບານຂອງ ເຮົາ”? ພວກທ່ານຮັກຂ້າພະເຈົ້າສໍາຫຼັບ“ການເຝົ້າເບິ່ງຈິດວິນຍານຂອງທ່ານ”- ຫຼືທ່ານຢ້ານຂ້າພະເຈົ້າແລະເຊື້ອງຊີວິດລັບຂອງຕົນຈາກຂ້າພະເຈົ້າໃນຖານະ ເປັນໂຄສົກຂອງພຣະເຈົ້າ, ຄືກັບທີ່ອາດໍາໄປລີ້ຈາກພຣະເຈົ້າເພື່ອບໍ່ໃຫ້ຊີວິດ ຫຼັບໆຂອງຕົນຖືກຕໍານິ? ຊາຕານໄດ້ເຮັດໃຫ້ທ່ານຢ້ານຂ້າພະເຈົ້າບໍ?ນັ້ນແມ່ນ ຄວາມບາບຂອງທ່ານໃນຄືນນີ້ບໍ? (ເຮັບເລີ 13:17)

12. ພວກທ່ານຢາກໄດ້ຄົນຜູ້ໜື່ງໃນຖານະເປັນເປັນແຝນຊາຍຫຼືຍິງໂດຍທີ່ບໍ່ມີການ ລົມກັບສິດຍາພິບານກ່ອນບໍ? ພວກທ່ານໄວ້ໃຈສິດຍາພິບານເຊິ່ງນໍາຄຣິສຕະ ຈັກບໍ ຫຼືທ່ານລີ້ຈາກເພີ່ນຄືກັບທີ່ອາດໍາເຮັດຢູ່ໃນສວນນັ້ນ? ນັ້ນແມ່ນຄວາມ ບາບຂອງທ່ານໃນຄືນນີ້ບໍ?

13. ມີສິ່ງທີ່ມືດອັນໃດຢູ່ໃນໃຈຂອງທ່ານເຊິ່ງເຮັດໃຫ້ທ່ານປິດປາກຂອງຕົນຕອນ ພວກເຮົາຖາມທ່ານວ່າ “ທ່ານຈະເຊື່ອໃນພຣະເຢຊູບໍ?” ອັນນັ້ນແມ່ນສິ່ງທີ່ຊາ ຕານເວົ້າກັບທ່ານບໍ? ມັນບອກທ່ານບໍວ່າຖ້າທ່ານບໍ່ເວົ້າຫຍັງທ່ານກໍຈະມີຂໍ້ແກ້ ໂຕສໍາຫຼັບການປະຕິເສດພຣະເຢຊູ?ນັ້ນແມ່ນຄວາມບາບຂອງທ່ານໃນຄືນນີ້ບໍ? 14ພວກທ່ານອິດສາໃຜໃນຄຣິສຕະຈັກບໍ?ພວກທ່ານອິດສາຄົນທີ່ພວກເຂົານະມັດ ສະການແຕ່ພວກທ່ານບໍເຮັດ? ນັ້ນແມ່ນຄວາມບາບຂອງທ່ານໃນຄືນນີ້ບໍ?

15. ພວກທ່ານປະຕິເສດທີ່ຈະມາຕອນທີ່ພວກເຮົາເຊື້ອເຊິນບໍ?ພວກທ່ານປະຕິເສດ ສິ່ງທີ່ພຣະຄໍາພີເວົ້າບໍວ່າ“ທາງຂອງຄົນໂງ່ນັ້ນຖືກຕ້ອງໃນສາຍຕາຂອງເຂົາເອງ ແຕ່ຄົນທີ່ຍອມຟັງຄໍາແນະນໍາກໍສະຫຼາດ”? ທ່ານເປັນຄົນໂງ່ແບບນັ້ນທີ່ີໄດ້ປະຕິ ເສດທີ່ຈະຖືກແນະນໍາໃນຕອນຈົບຂອງຄໍາເທດສະໜາບໍ? ນັ້ນແມ່ນຄວາມບາບ ຂອງທ່ານໃນຄືນນີ້ບໍ?


ບາບອັນນີ້ຫຼືບາບອັນອື່ນທີ່ຂ້າພະເຈົ້າໄດ້ເວົ້າເຖິງໂຕໃດທີ່ຮັກສາທ່ານຈາກການເຊື່ອໃນພຣະຄຣິດໃນຊ່ວງເວລາແຫ່ງການຟື້ນຟູຢູ່ຄຣິສຕະຈັກຂອງເຮົາໃນປີນີ້?“ໂອອາດໍາເຈົ້າຢູ່ໃສ?” ພວກທ່ານໄດ້ຍິນສຽງຂອງພຣະເຈົ້າເວົ້າກ່ຽວກັບຄວາມບາບຂອງທ່ານບໍ? ທ່ານເວົ້າ ກັບອາດໍາໄດ້ບໍວ່າ“ຂ້າພະອົງໄດ້ຍິນສຽງຂອງພຣະອົງ..ແລະຂ້າພະອົງຢ້ານ..ແລະຂ້າພະອົງຈື່ງໄປລີ້”?ຂ້າພະເຈົ້າຈະເອົາຂໍ້ພຣະຄໍາພີສອງຂໍ້ນີ້ໃຫ້ທ່ານ

“ບຸກຄົນທີ່ເຊື່ອງຄວາມບາບຂອງຕົ້ນຈະບໍ່ຈະເລີນ ແຕ່ບຸກຄົນທີ່ສາລະພາບ ແລະຖີ້ມຄວາມຊົ່ວຈະໄດ້ຮັບຄວາມເມດຕາ”(ສຸພາສິດ 28:13)

“ແຕ່ຖ້າເຮົາດຳເນີນຢູ່ໃນຄວາມສະຫວ່າງ ເໝືອນຢ່າງພຣະອົງຊົງສະຖິດໃນຄວາມສະຫວ່າງ ເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາ ສະຈາກບາບທັງສິ້ນ”(1 ໂຢຮັນ 1:7)

ຂໍເຊີນຢືນຂື້ນພ້ອມກັນ, ດຣ.ເຄແກນ,ຈອນເຄແກນກັບຂ້າພະເຈົ້າຈະຢູ່ທາງໜ້າທໍາມາດນີ້ ເພື່ອໃຫ້ຄໍາປຶກສາແກ່ທຸກຄົນທີ່ພ້ອມທີ່ຈະຫັນຫຼັງກັບຈາກຄວາມບາບ ແລະ ວາງໃຈເຊື່ອໃນ ພຣະເຢຊູຄຣິດເຈົ້າ - ແລະຖືກຊໍາລະອອກຈາກບາບທຸກຢ່າງໂດຍພຣະໂລຫິດອັນປະເສີດ ຂອງພຣະອົງ, ໃນຂະນະທີ່ພວກເຮົາຮ້ອງເພງບົດທີ່ 7 ເຊີນອອກຈາກບ່ອນຂອງທ່ານແລ້ວ ມາທາງໜ້ານີ້, ມັນຢູ່ໃນບົດທີ່ 7.

ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດຂອງຂ້າ
ຂໍໃຫ້ຂ້າເຫັນແຕ່ພຣະເຢຊູເທົ່ານັ້ນໃນວັນນີ້
ເຖິງຈະຜ່ານຮ່ອມພູພຣະອົງກໍຊົງນໍາຂ້າ
ແສງແຫ່ງລາສີພຣະອົງສ່ອງອ້ອມຮອບຂ້າ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງທຸກຄວາມປາດຖະໜາ
ຮັກສາເພື່ອລາສີພຣະອົງ ຈິດໃຈຂ້າໄດ້ຮັບການດົນໃຈ
ກັບຄວາມຄົບສົມບູນ,ຄວາມຮັກອັນບໍລິສຸດຂອງພຣະອົງ
ຖ້ວມທາງເດີນຂອງຂ້າດ້ວຍແສງຈາກເບື້ອງເທິງ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງ ຢ່າໃຫ້ຄວາມດື້ຂອງບາບ
ມາປິດບັງຄວາມສະຫວ່າງທີ່ສ່ອງຢູ່ພາຍໃນ
ຂໍໃຫ້ຂ້າເຫັນພຣະພັກພຣະພອນຂອງພຣະອົງ
ໂຜດລ້ຽງຈິດໃຈຂ້າດ້ວຍພຣະຄຸນອັນໃຫຍ່ຂອງພຣະອົງ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ
(“Fill All My Vision” by Avis Burgeson Christiansen, 1895-1985).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ປະຖົມມະການ 3:8-10.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Search Me, O God” (Psalm 139:23-24)/
“I Am Coming, Lord” (by Lewis Hartsough, 1828-1919; chorus only).