Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວິທີເອົາຊະນະພະຍາມານ

HOW TO OVERCOME THE DEVIL
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 6/11/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, November 6, 2016

“ເຂົາເຫລົ່ານັ້ນຊະນະພະຍາມານດ້ວຍພຣະໂລຫິດຂອງພຣະໂລຫິດ ຂອງເມສານ້ອຍ ແລະໂດຍຄຳພະຍານຂອງພວກເຂົາເອງ ແລະເຂົາບໍ່ໄດ້ເສຍດາຍທີ່ຈະພີຊີບຂອງຕົນ” (ພະນິມິດ 12:11)


ຊາຕານແລະສະມຸນຂອງມັນຖືກໄລ່ອອກຈາກສະຫວັນ, ພວກມັນຍັງຄົງຖືກປ່ອຍຢູ່ ໃນສະຫວັນ, ຊາຕານຖືກເອີ້ນວ່າ“ເຈົ້າຊາຍແຫ່ງອໍານາດໃນຟ້າອາກາດ”(ເອເຟໂຊ 2:2) ພວກພະຍາມານຍັງຄົງສາມາດເຂົ້າໄປໃນ“(ສະຫວັນ)ສະຖານໄດ້”(ເອເຟໂຊ 6:12)-ພວກ ມັນສາມາດເຂົ້າໄປໃນ“ສະຫວັນ”ຫຼາຍໆເທື່ອໄດ້, ນັ້ນແລະທີ່ວ່າເປັນຫຍັງ ໂຢບ 1:6 ຈື່ງ ບອກເຮົາວ່າພວກພະຍາມານ“ມາລາຍງານຕົວຕໍ່ພຣະພັກພຣະເຢໂຮວາແລະຊາຕານກໍໄດ້ ມາຖ້າມກາງພວກເຂົານໍາ” ແຕ່ພວກມັນຈະບໍ່ສາມາດເຮັດແບບນັ້ນໄດ້ໃນຊ່ວງ 3ປີເຄິ່ງທໍາ ອິດແຫ່ງຍຸກຄວາມທຸກລໍາບາກ, ຍຸກແຫ່ງຄວາມທຸກລໍາບາກຊ່ວງເຈັດປີແຫ່ງການຂົ່ມເຫງ ໃຫຍ່ຕໍ່ອິດສະຣາເອວ ແລະ ພວກຄຣິສຕຽນພາຍໃຕ້ການມາຂອງຜູ້ທໍລະຍົດພຣະຄຣິດ, ຄວາມທຸກລໍາບາກໃຫຍ່ເລີ່ມຕົ້ນດ້ວຍການທີ່ຜູ້ທໍລະຍົດພຣະຄຣິດເຮັດພັນທະສັນຍາກັບອິດສະຣາເອວ(ດານຽນ 9:27)

ໃນຕອນກາງຂອງເຈັດປີແຫ່ງຄວາມທຸກລໍາບາກຊາຕານແລະສະມຸນຂອງມັນຈະຖືກໄລ່ອອກຈາກສະຫວັນສະຖານແລະຖືກໂຍນລົງມາໃນໂລກ! ພວກເຮົາອ່ານວ່າ:

“ແລະມີສົງຄາມເກີດຂຶ້ນໃນສະຫວັນ ມີຄາເອວແລະພວກທູດສະຫວັນຂອງທ່ານໄດ້ຕໍ່ສູ້ກັບພະຍານາກ ແລະພະຍານາກກັບພວກທູດຂອງມັນກໍຕໍ່ສູ້ ແຕ່ຝ່າຍພະຍານາກພ່າຍແພ້ ແລະພວກພະຍານາກບໍ່ມີທີ່ຢູ່ໃນສະຫວັນອີກເລີຍ ພະຍານາກໃຫຍ່ຊຶ່ງເປັນງູດຶກດຳບັນ ທີ່ເຂົາເອີ້ນກັນວ່າ ພະຍາມານແລະຊາຕານ ຜູ້ລໍ້ລວງມະນຸດທັງໂລກ ພະຍານາກແລະພວກທູດຂອງມັນກໍຖືກໂຍນຖິ້ມລົງມາໃນແຜ່ນດິນໂລກ” (ພະນິມິດ 12:11)

ຊາຕານຈະໃຈຮ້າຍຫຼາຍເພາະເລື່ອງນີ້, ເພາະພວກເຮົາຖືກບອກວ່າ“ພະຍາມານໄດ້ລົງມາ ຫາເຈົ້າດ້ວຍຄວາມຢາກຮ້າຍຫຼາຍເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ”(ພະນິມິດ 12:12)

ພະຍາມານກໍາລັງໃຈຮ້າຍຫຼາຍຂື້ນໃນຕອນນີ້, ມັນຮູ້ດີວ່າການເກີດໃໝ່ຂອງປະ ເທດອິດສະຣາເອວເປັນສັນຍານຂອງຈຸດຈົບ, ມັນຮູ້ຈັກໝາຍສໍາຄັນຕ່າງໆຂອງຈຸດຈົບດີ ກວ່າພວກນັກເທດແລະພວກສາສະດາຈານສາສະໜາສາດຫຼາຍຄົນ,ນັ້ນແລະທີ່ວ່າເປັນຫຍັງພວກຄຣິສຕຽນຈື່ງຕ້ອງຮູ້ຈັກ“ກົນອຸບາຍຂອງພະຍາມານ” ນັ້ນແລະທີ່ວ່າເປັນຫຍັງພວກເຮົາ ຈື່ງຕ້ອງ“ຕໍ່ສູ້”ຫຼາຍຂື້ນໆກັບມັນແລະສະມຸນຂອງມັນໃນຂະນະທີ່ຈຸດຈົບຂອງຍຸກນີ້ມາໃກ້ຈະ ເຖິງແລ້ວ, ນັ້ນແລະວ່າເປັນຫຍັງພວກເຮົາຈື່ງຖືກເຕືອນວ່າ“ໃນຍຸກສຸດທ້າຍຈະມີເຫດປີ້ນຍຸກ ເກີດຂື້ນ”(2 ຕີໂມທີ 3:1)ພະຍາມານຮູ້ແລ້ວ“ວ່າເວລາຂອງມັນມີໜ້ອຍ”(ພະນິມິດ 12:12)

ບາງຄົນສອນວ່າພວກເຮົາບໍ່ສາມາດມີການຟື້ນຟູຕອນນີ້ໄດ້,ພວກເຂົາເວົ້າວ່າຕອນນີ້ລິດອໍານາດຂອງຊາຕານໃຫຍ່ຫຼາຍສໍາຫຼັບພຣະເຈົ້າທີ່ຈະສົ່ງການຟື້ນຟູລົງມາໃນຄຣິສຕະຈັກຂອງພວກເຮົາ.

ທະນາຍຄວາມເຈເສກູໂລໄດ້ເວົ້າໃນໝໍ່ໆນີ້ວ່າ “ມັນເປັນພາບສຸດທ້າຍທີ່ເຮົາສາມາດ ເຫັນສໍາຫຼັບພວກຄຣິສຕຽນໃນປະເທດອີຣັກແລະຊີເຣຍ,ພວກເຂົາຖືກເຜົາທັງເປັນ, ຖືກຄຶງ ແລະຖືກຕັດຄໍ, ຕອນນີ້ພວກໄອຊິສໄດ້ປ່ອຍອາວຸດເຄມີຕ່າງໆໃສ່,ການສັງຫານໝູ່ເປັນສິ່ງທີ່ ເຫຼືອທົນ” ແມ່ນໃນຊ່ວງເວລາດຽວກັນການຟື້ນຟູທີ່ໃຫຍ່ທີ່ສຸດຕະຫຼອດການກໍກໍາລັງເກີດຂື້ນ ໃນປະເທດອີຣານ, ອີຣັກແລະຊີເຣຍ, ເສກູໂລບອກວ່າໃຫ້ສົ່ງເງີນໄປໃຫ້ລາວເພື່ອຢຸດຢັ້ງ ພວກຜູ້ກໍ່ການຮ້າຍມູສິລິມບ່ອນນັ້ນ, ຂ້າພະເຈົ້າຂໍເວົ້າວ່າມັນບໍ່ເຂົ້າທ່າເລີຍ! ບໍ່ມີປະໂຫຍດ ຫຍັງ! ພວກເຂົາບໍ່ຕ້ອງການເງີນ! ພວກເຂົາຕ້ອງການໃຫ້ພວກເຮົາອະທິຖານຂໍພຣະເຈົ້າໃຫ້ຮັກສາການສົ່ງການຟື້ນຟູລົງມາທີ່ນັ້ນ! ນັ້ນແລະທີ່ວ່າເປັນຫຍັງພວກເຂົາຢາກໃຫ້ພວກ ຄຣິສຕຽນອະທິຖານເພື່ອ.

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ...ເພື່ອໃຫ້ພຣະນາມຂອງພຣະ ອົງເປັນທີ່ຮູ້ຈັກແກ່ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະ ເທືອນຕໍ່ພຣະພັກພຣະອົງ” (ອິດສະຢາ 64:1-2)

ດຣ.ມາຕິນລອຍໂຈນໄດ້ກ່າວວ່າ“ນັ້ນແມ່ນຄໍາອະທິຖານສຸດທ້າຍໃນການເຊື່ອມຕໍ່ ກັບການຟື້ນຟູ!..ພິເສດຄໍາອະທິຖານຮີບດ່ວນສໍາຫຼັບການຢ້ຽມຢາມຂອງພຣະວິນຍານຂອງພຣະເຈົ້າໃນການຟື້ນຟູ. ບໍ່ມີຮູບແບບການສະແດງອອກທີ່ດີກວ່າ(ຄໍາອະທິຖານ)ນີ້ຫຼາຍໄປ ກວ່າວະລີທີ່ຢູ່ໃນໃນເພງຂອງຄາວເປີ ‘ໂອຂໍຊົງແຫວກສະຫວັນລົງມາໄວໆແລະເຮັດໃຫ້ ດວງໃຈຫຼາຍດວງເປັນຂອງພຣະອົງ’...ພວກລູກຫຼານອິດສະຣາເອວ...ອາດຈະມີຊົນຫຼາຍ ຊາດທີ່ບໍ່ເປັນມິດ,ພວກສັດຕູອາດລວມຕົວກັນອ້ອມເຂົາແຕ່ມັນເປັນບັນຫາຫຍັງບໍ? ຢູ່ນີ້ມີ ພຣະເຈົ້າອົງໜື່ງທີ່ຊົງສາມາດສັ່ນພູຕ່າງໆ ແລະນັ້ນຄືສິ່ງທີ່(ພວກເຮົາຄວນ)ອະທິຖານຂໍ” (Lloyd-Jones, Revival, Crossway Books, 1994 edition, pp. 305, 307).

ເມື່ືອພວກທ່ານອ່ານກ່ຽວກັບສິ່ງຕ່າງໆທີ່ເປັນຕາຢ້ານທີ່ພວກມູສະລິມກໍາລັງເຮັດຕໍ່ ພວກຄຣິສຕຽນ,ຢ່າສົ່ງເງີນໄປໃຫ້ທະນາຍຢູ່ປະເທດອາເມລິກາ!ລາວຫຼືຄົນອື່ນໆໃນໂລກນີ້ ຈະສາມາດຊ່ວຍເຂົາໄດ້ແນວໃດ? ພວກເຂົາກໍາລັງປະສົບກັບການຟື້ນຟູແລ້ວດ້ວຍການທີ່ມີ ຄົນມູສະລິມເປັນຮ້ອຍໆຄົນຫັນກັບມາຫາພຣະເຢຊູຄຣິດເຈົ້າ, ຢ່າສົ່ງເງີນໄປ, ເພາະມັນຈະ ບໍ່ຊ່ວຍເຂົາເລີຍ! ຈົ່ງສົ່ງຄໍາອະທິຖານທີ່ໜັກແໜ້ນໄປຫາພຣະເຈົ້າຜູ້ຊົງລິດ, ພຣະອົງແລະ ພຣະອົງຜູ້ດຽວທີ່ສາມາດຊ່ວຍເຂົາໄດ້, ເຖິງແມ່່ນພວກຄຣິສຕຽນໃໝ່ເຫຼົ່ານີ້ຈະຖືກເຜົາ,ຖືກ ຄຶງແລະຖືກຕັດຫົວທັງເປັນ-ພຣະເຈົ້າຈະຊົງເປີດແຂນຂອງພຣະອົງອອກແລ້ວຮັບເອົາເຂົາ ເຈົ້າເຂົ້າສູ່ຄວາມຍິນດີເປັນນິດນິລັນແຫ່ງສະຫວັນ, ແລະຄົນທີ່ພີຊີບເຫຼົ່ານີ້ໂດຍຄວາມທຸກທໍ ລະມານຂອງເຂົາ,ຈະດົນບັນດານໃຈໃຫ້ພວກມູສະລິມຫຼາຍກວ່າເກົ່າຫັນກັບຈາກລັດທິຜູ້ກໍ່ ການຮ້າຍມາຫາພຣະຄຣິດຜູ້ເຊິ່ງຕາຍເທິງໄມ້ກາງແຂນເພື່ອຊ່ວຍຈິດວິນຍານຂອງພວກເຂົາ ຄືກັບທີ່ເທີທູລຽນໄດ້ກ່າວໄວ້ໃນສະຕະວັດທີ່ສອງຂອງພວກຄຣິສຕຽນບູຮານຕອນທີ່ພວກ ເຂົາຖືກຂົ່ມເຫງໂດຍພວກໂຣມັນປ່າເຖື່ອນວ່າ “ເລືອດຂອງພວກຜູ້ພີຊີບເປັນເມັດພືດຂອງ ຄຣິສຕະຈັກ” ພວກເຮົາໄດ້ຍິນຂ່າວລາຍງານວ່າພວກຜູ້ນໍາມູສະລິມຢ້ານແລ້ວເພາະຄົນ ຂອງເຂົາເຈົ້າຫຼາຍຄົນກໍາລັງກັບມາຫາພຣະເຢຊູຄຣິດເຈົ້າ, ນັກປະຕິຮູບຜູ້ຍິ່ງໃຫຍ່ລູເທີໄດ້ ຂຽນເພງສໍາຫຼັບການຂົ່ມເຫງພວກຄຣິສຕຽນໃນສະໄໝຂອງລາວ,ບົດທີ 7 ຢູ່ເຈ້ຍເພງວ່າ:

ເມືອງທີ່ມີປ້ອມເຂັ້ມແຂງຄືພຣະເຈົ້າຂອງເຮົາ,ເຄື່ອງປ້ອງກັນບໍ່ມີວັນລົ້ມ
ພຣະອົງຊົງເປັນຜູ້ຊ່ວຍຂອງເຮົາຖ້າມກາງຄວາມເຈັບເປັນທີ່ຫຼັ່ງໄຫຼ
ເພາະສັດຕູບູຮານຂອງເຮົາຊອກທີ່ຈະທໍາລາຍເຮົາ
ສືມືແລະລິດຂອງມັນຍິ່ງໃຫຍ່ ອ້າແຂນດ້ວຍຄວາມກຽດຊັງ
ໃນໂລກນີ້ບໍ່ແມ່ນຄວາມເທົ່າທຽມກັນ


ພວກເຮົາໄວ້ໃຈໃນກໍາລັງເຮົາເອງ,ການຕໍ່ສູ້ຂອງເຮົາກໍຈະພ່າຍແພ້
ຄົນທີ່ຢູ່ຝ່າຍເຮົາແມ່ນຖືກແລ້ວບໍ,ຄົນທີ່ພຣະເຈົ້າຊົງເລືອກເອງ
ໄດ້ຖາມບໍວ່າອາດຈະເປັນໃຜ? ແມ່ນພຣະເຢຊູຄຣິດ
ພຣະເຈົ້າສະບາໂຕເປັນຊື່ພຣະອົງບໍ ຜ່ານຫຼາຍຍຸກຍັງຄົງຄືເກົ່າບໍ
ແລະພຣະອົງຈະຕ້ອງຊະນະສົງຄາມ
   (“A Mighty Fortress Is Our God” by Martin Luther, Th.D., 1483-1546).

ແລະນີ້ແລະຄືສິ່ງທີ່ເກີດຂື້ນຢູ່ປະເທດຈີນ, ພວກມິດຊັນນາຣີຕ່າງປະເທດຖືກໄລ່ ອອກຈາກຈີນໂດຍພະເດັດການຄອມມູນິດເມົາເຈີຕຸງໃນຊ່ວງການປະຕິວັດວັດທະນາທໍາ, ຄຣິສຕະຈັກຫຼາຍຖືກເຜົາກ້ຽງ, ພວກສິດຍາພິບານຖືກຈັບໃສ່ຄຸກ, ຄຣິສຕຽນຊາວຈີນເປັນ ພັນໆຄົນຖືກຂົ່ມເຫງ,ຖືກຂ້າແລະຕິດຄຸກ, ແຕ່ພຣະເຈົ້າຊົງຢູ່ກັບພວກເຂົາ, ການຟື້ນຟູໃຫຍ່ ຂອງຊາວຄຣິສຕຽນໄດ້ເລີ່ມຂື້ນ, ພວກຄອມມູນິດພະຍາຍາມທຸກວິທີທາງທີ່ພວກເຂົາສາ ມາດເຮັດໄດ້ເພື່ອຢຸດຢັ້ງຊາວຄຣິສຕຽນຈາກການແຜ່ຂະຫຍາຍ, ແຕ່ພວກເຂົາກໍລົ້ມເຫຼວ, ຕອນນີ້ຢູ່ປະເທດຈີນມີຄຣິສຕຽນຫຼາຍກວ່າ 150 ລ້ານຄົນ, ມີຄົນຢູ່ໃນຄຣິສຕະຈັກໃນປະ ເທດຈີນທຸກມື້ນີ້ຫຼາຍກວ່າພວກທີ່ຢູ່ໃນອາເມລິກາ,ຄານາດາແລະຢູໂລບ! ພຣະເຈົ້າຊົງເຮັດ ແບບນັ້ນຢູ່ໃນປະເທດຄອມມູນິດຈີນ - ພຣະເຈົ້າອົງດຽວຊົງສາມາດເຮັດແບບນັ້ນຢູ່ໃນ ແຖວຕາເວັນອອກກາງໄດ້! ຄວາມຈິງແລ້ວພຣະອົງກໍາລັງເຮັດຢູ່! ຈົ່ງອະທິຖານຂໍໃຫ້ພຣະ ເຈົ້າເຮັດໃຫ້ມີຄຣິສຕຽນເປັນໝື່ນໆຄົນຢູ່ໃນດິນແດນມູສິລິມເຫຼົ່ານັ້ນ! ຄືກັບທີ່ມາຕິນລູເທີໄດ້ ເວົ້າໄວ້ວ່າ:

ຂໍໃຫ້ສິ່ງຂອງແລະຍາດພີ່ນ້ອງໄປເຊັ່ນກັນກັບຊີວິດນີ້ເຖິງຕາຍ
ຮ່າງກາຍອາດຖືກເຂົາຂ້າ ຄວາມຈິງຂອງພຣະເຈົ້າຍັງຄົງຢູ່
ອານາຈັກຂອງພຣະອົງດໍາລົງຢູ່ເປັນນິດ

ແລະນີ້ແລະຄືສິ່ງທີ່ຈະເກີດຂື້ນກັບພວກຄຣິສຕຽນແທ້ໃນຊ່ວງຄວາມທຸກລໍາບາກ ໃຫຍ່ທີ່ຈະມາເຖິງ,ຊາຕານຈະໂຈມຕີພວກເຂົາຢ່າງຮ້າຍແຮງ.

ພວກສັດຕູຂອງພຣະຄຣິດຈະມາຈັບຄຣິສຕຽນຂັງຄຸກແລະຕັດຄໍຂອງພວກເຂົາແຕ່ ພວກເຂົາຈະເອົາຊະນະຊາຕານ! ດ້ວຍວິທີໃດ?

“ເຂົາເຫລົ່ານັ້ນຊະນະພະຍາມານໂດຍພຣະໂລຫິດຂອງພຣະເມສານ້ອຍແລະໂດຍຄຳພະຍານຂອງພວກເຂົາເອງ ແລະເຂົາບໍ່ໄດ້ເສຍດາຍທີ່ຈະພີຊີບຂອງຕົນ” (ພະນິມິດ 12:11)

“ດ້ວຍພຣະໂລຫິດຂອງພຣະເມສານ້ອຍ” ພຣະໂລຫິດຂອງພຣະເຢຊູຄຣິດຈະເຮັດໃຫ້ພວກເຂົາໝັ້ນຄົງເປັນນິດ, ແມ່ນແຕ່ໃນປະຈຸບັນນີ້ເມື່ອຊາຕານໂຈມຕີພວກທ່ານ,ເມື່ອມັນເຮັດໃຫ້ພວກທ່ານຮູ້ສຶກບໍ່ດີແລະໝົດຫວັງ, ຈົ່ງລະນຶກເຖິງພຣະໂລຫິດຂອງພຣະຄຣິດ, ເມື່ອທ່ານແນມເບິ່ງພຣະໂລຫິດຂອງພຣະຜູ້ຊ່ວຍ, ພວກທ່ານຈະຖືກຍົກອອກຈາກຄວາມສົມເພດ ແລະຄວາມຢ້ານ,ຄືກັບທີ່ພວກຄຣິສຕຽນຈະຖືກໃນຄວາມທຸກລໍາບາກ, ທ່ານຈະເອົາຊະນະຊາຕານໂດຍພຣະໂລຫິດຂອງລູກແກະຂອງພຣະເຈົ້າທີ່ຮັບເອົາຄວາມຜິດບາບແລະຄວາມເສົ້າໝອງທຸກຢ່າງໄປ.


ແລະພວກເຂົາຈະຊະນະຊາຕານ

“ແລະໂດຍຄຳພະຍານຂອງພວກເຂົາເອງ”ພວກເຂົາຈະເປັນພະຍານເລື່ອງຂອງພຣະຜູ້ຊ່ວຍຂອງພວກເຂົາ, ການສະຫຼະຊີວິດເພື່ອຄວາມເຊື່ອຄືໄຊ ຊະນະອັນຍິ່ງໃຫຍ່ ເໜືອຊາຕານ, “ເລືອດຂອງຜູ້ພີຊີບ(ແນ່ນອນ)ຄືເມັດພັນ ຂອງຄຣິສຕະຈັກ” ອາຈານຊາມູເອວແລມຖືກຈັບຂັງຄຸກຈີນເປັນເວລາຫຼາຍເທື່ອ, ສຸດທ້າຍລາວກໍບອກວ່າ“ພວກຄອມມູນິດຢຸດຈັບຂ້ອຍ” ພວກເຂົາຢຸດຈັບຂ້ອຍເພາະທຸກເທື່ອທີ່ພວກເຂົາເອົາຂ້ອຍເຂົ້າຄຸກຄຣິສຕະຈັກຂອງພວກເຮົາກໍເຕີບໃຫຍ່ຂື້ນ, ການຂົ່ມເຫງເພີ່ມຂື້ນກໍໝາຍຄວາມວ່າພຣະພອນຫຼາຍຂື້ນ”


ຂໍເຊີນຢືນຂື້ນແລ້ວຮອ້ງເພງບົດທີ 8 ຢູ່ໃນປື້ມເພງຂອງທ່ານ.

ຄວາມເຊື່ອຂອງບັນພະບຸລຸດຂອງເຮົາຍັງຄົງດໍາລົງຢູ່
ເຖິງແມ່ນວ່າຈະຄຸກໃຕ້ດິນ,ໄຟແລະດາບ
ໃຈຂອງບັນພະບຸລຸດເຮົາກໍເຕັ້ນແຮງດ້ວຍຄວາມຍິນດີ
ເປັນບ່ອນທີ່ພວກເຮົາໄດ້ຍິນຄໍາຍົກຍ້ອງ
ຄວາມເຊື່ອບັນພະບຸລຸດເຮົາ ຄວາມເຊື່ອບໍລິສຸດ
ພວກເຮົາຈະຈິງໃຈຕໍ່ພຣະອົງຈົນຕາຍ
   (“Faith of Our Fathers” by Frederick W. Faber, 1814-1863).

ແລະພວກຄຣິສຕຽນໃນຍຸກຄວາມທຸກລໍາບາກຈະເອົາຊະນະຊາຕານໂດຍຄວາມເຕັມໃຈທີ່ ຈະຕາຍເພື່ອພຣະຄຣິດຂອງເຂົາ“ແລະເຂົາບໍ່ໄດ້ເສຍດາຍທີ່ຈະພີຊີບຂອງຕົນ” ພວກເຂົາບໍ່ ໄດ້ເສຍດາຍຊີວິດຂອງເຂົາເຖິງແມ່ນວ່າເຂົາຕ້ອງຕາຍເພື່ອພຣະຄຣິດກໍຕາມ, ນັ້ນແລະຄືວິ ທີທີ່ເຂົາເອົາຊະນະຊາຕານ! ເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ 8 ອີກ.

ຄວາມເຊື່ອຂອງບັນພະບຸລຸດຂອງເຮົາຍັງຄົງດໍາລົງຢູ່
ເຖິງແມ່ນວ່າຈະຄຸກໃຕ້ດິນ,ໄຟແລະດາບ
ໃຈຂອງບັນພະບຸລຸດເຮົາກໍເຕັ້ນແຮງດ້ວຍຄວາມຍິນດີ
ເປັນບ່ອນທີ່ພວກເຮົາໄດ້ຍິນຄໍາຍົກຍ້ອງ
ຄວາມເຊື່ອບັນພະບຸລຸດເຮົາ ຄວາມເຊື່ອບໍລິສຸດ
ພວກເຮົາຈະຈິງໃຈຕໍ່ພຣະອົງຈົນຕາຍ

ບັນພະບຸຸລຸດຂອງເຮົາຖືກລ່າມໂສ້ໃນຄຸກມືດ
ກໍຍັງມີອິດສະຫຼະໃນໃຈແລະຈິດສໍານຶກ
ຊາຕາກໍາລູກຂອງເຂົາຈະຫວານເທົ່າໃດ
ຖ້າເປັນຄືເຂົາທີ່ຍອມຕາຍເພື່ອພຣະອົງ
ຄວາມເຊື່ອບັນພະບຸລຸດເຮົາ ຄວາມເຊື່ອບໍລິສຸດ
ພວກເຮົາຈະຈິງໃຈຕໍ່ພຣະອົງຈົນຕາຍ

“ເຂົາເຫລົ່ານັ້ນຊະນະພະຍາມານໂດຍພຣະໂລຫິດຂອງພຣະເມສານ້ອຍແລະໂດຍຄຳພະຍານຂອງພວກເຂົາເອງ ແລະເຂົາບໍ່ໄດ້ເສຍດາຍທີ່ຈະພີຊີບຂອງຕົນ” (ພະນິມິດ 12:11)

ຄົນຜູ້ທີ່ເອາຊະນະຊາຕານດຽວນີ້ແມ່ນຄົນທີ່ດໍາເນີນຊີວິດຕາມພຣະຄໍາຕອນນີ້ໃນຊີ ວິດຂອງເຂົາ, ພວກເຮົາອະທິຖານຂໍໃຫ້ພຣະເຈົ້າສົ່ງການຟື້ນຟູມາໃນຄຣິສຕະຈັກຂອງເຮົາ ເປັນເວລາ 42 ປີ, ແຕ່ບໍ່ເຄີຍມີການຟື້ນຟູມາເທື່ອ, ເຫດຜົນກໍຊັດເຈນສໍາຫຼັບຂ້າພະເຈົ້າ,ຜູ້ ຄົນເຂົ້າມາບຶດໜື່ງແລ້ວຫຼັງຈາກນັ້ນກໍກັບໄປຫາຄວາມບາບອີກ,ຄົນທີ່ຍັງບໍ່ກັບໃຈເຫຼົ່ານັ້ນຈະສາມາດປະສົບກັບການຟື້ນຟູໄດ້ແນວໃດ? ມັນເປັນໄປບໍ່ໄດ້, ເປັນເວລາຫຼາຍປີທີ່ພວກ ເຂົາໜີໄປເພື່ອມີຊີວິດໃນຄວາມບາບ,ຄວາມເຫັນແກ່ຕົວ, ສຸດທ້າຍພວກເຂົາກໍຢຸດອອກໄປ, ສຸດທ້າຍເດັກໆຂອງເຮົາເອງກໍໄດ້ກັບໃຈໃໝ່, ຈາກນັ້ນເທື່ອລະໜ້ອຍກໍເຂົ້າມາແລະກັບໃຈ ໃໝ່ແທ້, ສຸດທ້າຍກໍມີພຽງສີ່ຫຼືຫ້າຄົນຂອງ“ຄຣິສຕະຈັກ”ເດັກທີ່ຍັງບໍ່ລອດເຫຼືອຢູ່ ຈາກນັ້ນສຸດທ້າຍພຣະເຈົ້າກໍຕອບຄໍາອະທິຖານຂອງພວກເຮົາ, ເມື່ອຄົນຊົ່ວຄົນໜື່ງອອກໄປ ພຣະເຈົ້າກໍສົ່ງການຟື້ນຟູລົງມາຫາເຮົາ.

ຜູ້ສາວຄົນໜື່ງເລິ່ມອະທິຖານຈິງຈັງ,ຈິງໃຈເພື່ອການຟື້ນຟູ, ຈາກນັ້ນໜື່ງໃນພວກຜູ້ຍິງກໍອະທິຖານເພື່ອການຟື້ນຟູດ້ວຍນໍ້າຕາໄຫຼ, ປະມານຊ່ວງດຽວກັນຊາຍໜຸ່ມສາມຄົນກໍມາອະທິຖານກັບຂ້າພະເຈົ້າຢູ່ເຮືອນຂອງຂ້າພະເຈົ້າເພື່ອການຟື້ນຟູ, ໃນທີ່ສຸດເມື່ອເກືອບທຸກຄົນທີ່ຫຼົງຫາຍແບບຊາວໂລກອອກໄປແລ້ວ,ຄໍາອະທິຖານຂອງພວກເຮົາກໍຖືກຕອບ,ມີ 24 ຄົນທີ່ຫວັງວ່າລອດແລ້ວໃນເວລາສອງສາມອາທິດ! ພວກເຂົາມາພາຍໃຕ້ການສໍານຶກຜິດເລື່ອງບາບ, ພວກເຂົາຮ້ອງໄຫ້ໃນຂະນະທີ່ມາຫາພຣະເຢຊູ, ມີສອງຄົນທີ່ອາຍຸຫຼາຍກວ່າ 80 ປີເຊິ່ງເປັນສິ່ງທີ່ບໍ່ປົກກະຕິໃນຍຸກຂອງເຮົາ, ສິບສາມຄົນເປັນໄວລຸ້ນຊ່ວງວິທະຍາໄລ, ໜື່ງໃນນັ້ນເປັນຊາຍໜຸ່ມແບັບຕິດໃຕ້ຜູ້ຍັງບໍ່ລອດ, ລາວໂຕ້ຖຽງກັບຂ້າພະເຈົ້າເປັນເວລາຫຼາຍເດືອນວ່າລາວລອດແລ້ວ, ແຕ່ລາວລອດແທ້ໆໃນປີນີ້ໃນການຟື້ນຟູ! ພວກເຮົາບໍ່ເຄີຍເຫັນ 24 ຄົນລອດໃນເວລາອັນສັ້ນ, ພວກເຮົາທຸກຄົນສໍາພັດໄດ້ເຖິງການສະຖິດຢູ່ນໍາຂອງພຣະເຈົ້າໃນການນະມັດສະການຕ່າງໆ, ຂ້າພະເຈົ້າຈະໃຫ້ພວກເຂົາເຄິ່ງໜື່ງຮັບບັບຕິດສະມາໃນສອງສາມອາທິດນີ້.

ນີ້ຄວນຈະເປັນເວລາທີ່ມີຄວາມສຸກຫຼາຍ,ເວລາແຫ່ງການຂອບຄຸນພຣະເຈົ້າສໍາຫຼັບການຖອກເທພຣະວິນຍານຂອງພຣະອົງລົງມາ,ຊັກຈູງຄົນເຫຼົ່ານີ້ໃຫ້ມາຫາພຣະຄຣິດເພື່ອຊໍາລະອອກຈາກຄວາມຜິດບາບໂດຍພຣະໂລຫິດທີ່ໄຫຼລົງມາເທິງໄມ້ກາງແຂນ, ຈົ່ງພ້ອມທີ່ຈະ ກ່າວຄໍາພະຍານໃນຄືນວັນເສົາໜ້າເຖິງສິ່ງທີ່ພຣະເຈົ້າຊົງເຮັດເພື່ອທ່ານ!

ໜ້າຈະມີຄົນເພີ່ມອີກທີ່ຫວັງວ່າຈະກັບໃຈໃໝ່ກ່ອນທີ່ຈະສີ້ນສຸດປີນີ້,ພວກເຮົາມີອີກຄົນໜື່ງມື້ວານນີ້, ແລະຂ້າພະເຈົ້າແນ່ໃຈວ່າພວກເຮົາຈະລະນຶກເຖິງປີ 2016 ນີ້ໃນຖານະເປັນປີທໍາອິດຂອງພວກເຮົາທີ່ພຣະເຈົ້າສົ່ງການຟື້ນຟູມາ.

ແຕ່ພວກເຮົາບໍ່ຄວນຄິດວ່າຄຣິສຕະຈັກຈະຢູ່ໃນສະພາບຟື້ນຟູຕະຫຼອດ,ອາດຈະມີຫຼາຍເດືອນ ຫຼືແມ່ນແຕ່ຫຼາຍປີກ່ອນທີ່ພຣະເຈົ້າຈະເຮັດແບບນີ້ອີກ, ໃນລະຫວ່າງນັ້ນພວກ ເຮົາຈະຕ້ອງຂອບຄຸນພຣະເຈົ້າສໍາຫຼັບການຖອກເທພຣະວິນຍານຂອງພຣະອົງນີ້,ພວກເຮົາຈະຕ້ອງບໍ່ພະຍາຍາມທີ່ຈະມີຊີວິດສະພາບຕິດກັບການຟື້ນຟູ ບໍ່ດັ່ງພວກເຮົາຈະກາຍເປັນຄົນຜິດຫວັງແລະໂສກເສົ້າ, ຄຣິສຕະຈັກບໍ່ສາມາດອາໄສຢູ່ໃນສະພາບແຫ່ງການຟື້ນຟູຕິດຕໍ່ກັນໄດ້, ພວກເຮົາອາດຈະຖືກຟື້ນຟູໃນເລື່ອງສະເຕຣອຍ! ມັນອາດຈະເຜົາໄໝ້ເຮົາ, ດັ່ງນັ້ນຕອນນີ້ຂໍໃຫ້ເຮົາຢຸດໜ້ອຍໜື່ງແລະສັນລະເສີນພຣະເຈົ້າສໍາຫຼັບ 24 ຄົນທີ່ກັບໃຈໃໝ່ແລ້ວ ຈະມີຄົນທີ່ກັບໃຈໃໝ່ເປັນຊ່ວງເວລາໄປ, ແລະໃນອະນາຄົດຂ້າພະເຈົ້າເຊື່ອວ່າອາດຈະມີການຟື້ນຫ່າງໄກໃຫຍ່ອີກອັນໜື່ງ, ແລະຂໍໃຫ້ເຮົາທຸກຄົນອະທິຖານສໍາຫຼັບຄົນທີ່ເຊື່ອໃໝ່ເພື່ອພວກເຂົາຈະເປັນຄືພວກຄຣິສຕຽນໃນຍຸກຄວາມທຸກໃຫຍ່ທີ່ຈະ“ຊະນະ(ຊາຕານ)ໂດຍ ພຣະໂລຫິດຂອງພຣະເມສານ້ອຍແລະໂດຍຄໍາພະຍາຍານຂອງເຂົາເອງແລະ...ບໍ່ເສຍດາຍທີ່ຈະພີຊີບຂອງຕົນ”(ພະນິມິດ 12:11) ຂໍໃຫ້ພວກເຮົາຢືນຂື້ນແລ້ວຮ້ອງເພງຫົວຂໍ້ທີ່ພຣະເຈົ້າສົ່ງການຟື້ນຟູໃຫຍ່ນີ້, ມັນຢູ່ໃນບົດທີ 9 ຢູ່ປື້ມຂອງທ່ານ.

ພຣະຜູ້ຊ່ວຍຂ້າຂໍໂຜດຕື່ມເຕັມທຸກນິມິດຂອງຂ້າ
ຂໍໃຫ້ເຫັນແຕ່ພຣະເຢຊູເທົ່ານັ້ນໃນວັນນີ້
ເຖິງແມ່ນຜ່ານທາງຮ່ອມພູພຣະອົງຊົງນໍາຂ້າ
ສະງ່າລາສີພຣະອົງທີ່ບໍ່ມີວັນຈາງຫາຍລ້ອມຮອບຂ້າ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ໂຜດຕື່ມເຕັມທຸກນິມິດຄວາມປາດຖະໜາຂອງຂ້າ
ຮັກສາໄວ້ເພື່ອກຽດພຣະອົງ,ດົນບັນດານຈິດໃຈຂ້າ
ດ້ວຍຄວາມສົມບູນແບບ,ຄວາມຮັກຂອງພຣະອົງ
ຕື່ມເຕັມທາງເດີນຂອງຂ້າດ້ວຍແສງທີ່ມາຈາກເບື້ອງເທິງ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ
ເງົາຂອງຄວາມໃສແຈ້ງສ່ອງແສງພາຍໃນ
ຂໍໃຫ້ຂ້າເຫັນພຣະພັກຂອງພຣະອົງ
ລ້ຽງຈິດວິນຍານຂ້າດ້ວຍພຣະຄຸນທີ່ບໍ່ວັນໝົດສີ້ນ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
   (“Fill All My Vision” by Avis Burgeson Christiansen, 1895-1985).

ແລະຖ້າທ່ານຍັງບໍ່ທັນລອດເທື່ອພວກເຮົາຢາກຂໍໃຫ້ທ່ານກັບໃຈຈາກຄວາມຜິດບາບຂອງທ່ານ - ແລ້ວກັບມາຫາພຣະຄຣິດແລະເຊື່ອວາງໃຈໃນພຣະອົງ, ຖືກຊໍາລະລ້າງຈາກຄວາມຜິດບາບໂດຍພຣະໂລຫິດທີ່ພຣະອົງຫຼັ່ງລົງມາເທິງໄມ້ກາງແຂນ,ທ່ານຈະຕ້ອງຮູ້ສຶກວ່າທ່ານບາບ, ຈາກນັ້ນທ່ານຈະຕ້ອງເຊື່ອວາງໃຈໃນພຣະເຢຊູເພື່ອໃຫ້ພຣະອົງຊໍາລະບາບຂອງທ່ານອອກໄປໂດຍພຣະໂລຫິດທີ່ຫຼັ່ງລົງມາເທິງໄມ້ກາງແຂນ. ເອແມນ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາເບວ ພຣຸດໂຮມ: ພະນິມິດ 12:7-12.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
         “A Mighty Fortress Is Our God” (Martin Luther, 1483-1546).