Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກຜີມານໃນປັດຈຸບັນ

DEMONS TODAY
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນເຊົ້າ 23/10/2016
A sermon preached at the Baptist Tabernacle of Los Angeles
Lord's Day Morning, October 23, 2016

“ຝ່າຍພຣະອົງກັບເຫລົ່າສາວົກກໍຂ້າມທະເລໄປຍັງເມືອງຊາວກາດາຣາ ພໍພຣະອົງສະເດັດຂຶ້ນຈາກເຮືອ ທັນໃດນັ້ນມີຊາຍຄົນໜຶ່ງອອກຈາກອຸໂມງຝັງສົບມີຜີໂສໂຄກສິງໄດ້ມາພົບພຣະອົງ” (ມາລະໂກ 5:1-2)


ຂ້າພະເຈົ້າຍັງບໍ່ເຄີຍໄດ້ຍິນສິດຍາພິບານເທດສະໜາເລື່ອງຊາຍທີ່ຖືກຜີສິງຢູ່ກາດາຣາ, ບິລລີ່ເກຣແຮມເຄີຍເທດສະໜາເລື່ອງນີ້ - ແຕ່ບໍ່ແມ່ນສິດຍາພິບານຂອງຄຣິສຕະຈັກ, ເປັນຫຍັງຈື່ງເປັນແບບນັ້ນລະ? ຂ້າພະເຈົ້າຄິດວ່າມັນເປັນເພາະເລື່ອງນີ້ມັນກ່ຽວກັບພະຍາ ມານ, ກ່ຽວກັບການຕໍ່ສູ້ກັນລະຫວ່າງພຣະຄຣິດກັບຊາຕານ, ມັນເຮັດໃຫ້ຜູ້ຍິງບາງຄົນ ໃນຄຣິສຕະຈັກຢ້ານ, ເດວິດເມີໂຣໄດ້ຂຽນໜັງສືທັງເຫຼັ້ມກ່ຽວກັບເລື່ອງນັ້ນຊື່ວ່າເປັນຫຍັງ ພວກຜູ້ຊາຍຈື່ງຊັງທີ່ຈະໄປໂບດ (Nelson Books, 2005) ຂ້າພະເຈົ້າປາດຖະໜາໃຫ້ສິດຍາພິ ບານທຸກຄົນອ່ານໜັງສືເຫຼັ້ມນັ້ນ! ເມີໂຣໄດ້ຊີ້ໃຫ້ເຫັນວ່າພວກຜູ້ຊາຍແລະຄົນໜຸ່ມ 18-29 ປີມີຈໍານວນໜ້ອຍທີ່ສຸດຢູ່ໃນໂບດ (ໜ້າ 18) ລາວບອກວ່າພວກຜູ້ຊາຍກັບພວກຄົນໜຸ່ມ ເປັນພວກ“ເນັ້ນຄວາມທ້າທາຍ”ເປົ້າໝາຍຂອງເຂົາຄືການພະຈົນໄພ,ຄວາມສ່ຽງ, ຄວາມກ້າ ການຕໍ່ສູ້ກັນ“ພວກເຂົາຢາກເປັນທີ່ຮູ້ຈັກໃນຖານະເປັນຄົນກ້າ,ນັກພະຈົນໄພແມ່ນກະທັ່ງອັນຕະລາຍ” ອີກດ້ານໜື່ງຜູ້ຍິງຫຼາຍຄົນກັບພວກສູງອາຍຸແມ່ນ“ມີແນວໂນ້ມທີ່ຈະເນັ້ນຄວາມ ໝັ້ນຄົງ” (ໜ້າ 19)

ພຣະຄຣິດຊົງເຮັດສິ່ງຕ່າງໆທີ່ອັນຕະລາຍ, ພຣະອົງຊົງມີຄວາມກ້າແລະບໍ່ຢ້ານທີ່ ສ່ຽງແລະເຂົ້າສູ້ຄວາມຂັດແຍ້ງ, ຂ້າພະເຈົ້າຄິດວ່າເດວິດເມີໂຣເວົ້າຖືກ, ຜູ້ຍິງບາງຄົນບໍ່ເປັນ ແບບນັ້ນແລະຜູ້ຊາຍສູງອາຍຸບາງຄົນ, ມັນເປັນເລື່ອງທີ່ໜ້າເສົ້າທີ່ພວກເຂົາມັກຈະຕັ້ງຄ່າ ສຽງໃນຄຣິສຕະຈັກຫຼາຍແຫ່ງຂອງເຮົາ, ບົດເທດສະໜາຕ່າງໆເລື່ອງພະຍາມານແລະຊາ ຕານຍັງບໍ່ຖືກໃຫ້ໃນຖານະຜົນອັນໜື່ງ, ພວກເຂົາບໍ່ຕ້ອງການຄວາມຂັດແຍ້ງໃດໆ.

ບໍ່ສົງໄສເລີຍທີ່ມີຄົນໜຸ່ມຫຼາຍຄົນກໍາລັງກາຍເປັນພວກມູສະລິມຫົວຮຸນແຮງ,ພວກຜູ້ນໍາຂອງເຂົາບອກເຂົາເຈົ້າໃຫ້ອອກໄປແລ້ວເອົາຊະນະໂລກເພື່ອສາສະໜາຂອງເຂົາເຈົ້າ, ພວກເຂົາເປັນຄືກັບຊາຍໜຸ້ມຊາວອາເມລິກາອາຍຸ24 ປີໃນລັດເທັນເນສຊີທີ່ຂ້າທະຫານເຮືອ ສີ່ຄົນ, ເລື່ອງນີ້ກໍາລັງເກີດຂື້ນຊໍ້າອີກໆໃນປະຈຸບັນນີ້, ໄວລຸ້ນພວກນັ້ນກໍາລັງຊອກຫາບາງ ສິ່ງບາງຢ່າງເພື່ອຈະເຊື່ອໃນມັນ, ພວກເຂົາກໍາລັງສະແຫວງຫາເຫດຜົນແລະເປົ້າໝາຍໃນ ຊີວິດຂອງພວກເຂົາ!

ແຕ່ພວກອິດສະລາມຫົວຮຸນແຮງບໍ່ແມ່ນຄໍາຕອບ! ຫຼືບໍ່ວ່າຈະເປັນຄວາມນຸ່ມນວນ ຂອງຄຣິສຕຽນຜູ້ຍິງໃນຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນີ້, ແຕ່ຂ້າພະເຈົ້າຂໍໃຫ້ພວກທ່ານ ຕິດຕາມພຣະເຢຊູ, ຂ້າພະເຈົ້າກໍາລັງຂໍໃຫ້ພວກທ່ານກາຍເປັນສາວົກຫົວຮຸນແຮງຂອງອົງ ພຣະເຢຊູຄຣິດເຈົ້າ! ມີການຕໍ່ສູ້, ພວກເຮົາຢູ່ໃນສົງຄາມ, ແຕ່ສົງຄາມນີ້ບໍ່ແມ່ນຝ່າຍເນື້ອ ໜັງ,ມັນເປັນສົງຄາມຝ່າຍວິນຍານ, ນັກເທດຊາວອັງກິດຜູ້ຍິງໃຫຍ່ດຣ.ມາຕິນລອຍໂຈນ (1899-1981)ໄດ້ເວົ້່າເຖິງສົງຄາມນັ້ນວ່າ“ໃນຂະນະທີ່ພວກເຮົາເຂົ້າສູ່ຊີວິດຄຣິສຕຽນພວກ ເຮົາກໍກາຍເປັນສ່ວນໜື່ງຂອງການຕໍ່ສູ້ໃຫຍ່ນີ້ລະຫວ່າງກອງກໍາລັງຂອງພຣະເຈົ້າແລະກອງກໍາລັງຂອງນາຮົກ...ຊີວິດຂອງເຮົາໃນໂລກນີ້ແມ່ນສົງຄາມຝ່າຍວິນຍານອັນໜື່ງ...ເພາະຊາຕານ” (Life in God, Crossway Books, pp. 105, 179).ຂ້າພະເຈົ້າເຫັນດ້ວຍເຕັມທີ່ກັບລາວ!

ເລື່ອງລາວຂອງພຣະເຢຊູກັບຜູ້ຊາຍທີ່ຖືກຜີສິງນີ້ເປັນເລື່ອງທີ່ສໍາຄັນ, ພຣະເຈົ້າຊົງ ບັນທຶກໄວ້ສາມບ່ອນໃນພຣະຄໍາພີໃໝ່-ໃນມັດທາຍ,ໃນມາລະໂກແລະລູກາ, ມີບົດຮຽນທີ່ ອັນໃຫຍ່ຢູ່ໃນນັ້ນສໍາຫຼັບພວກຄົນໜຸ່ມທີ່ອາໄສຢູ່ໃນຍຸກແຫ່ງການກໍ່ການຮ້າຍແລະສົງຄາມ ຝ່າຍວິນຍານ!

ເປັນເລື່ອງລາວທໍາມະດາ,ພຣະເຢຊູໄດ້ຂີ່ເຮືອນ້ອຍໆຂ້າມທະເລກາລິລີ, ພຣະອົງ ຂ້າມໄປອີກຝາກໜື່ງຂອງທະເລນ້ອຍໆນັ້ນສູ່ເຂດຊົນນະບົດຂອງເມືອງກາດາຣາ,ຂ້າພະເຈົ້າກັບເມຍເຄີຍໄປບ່ອນນັ້ນເມື່ອຫຼາຍປີກ່ອນ, ພວກເຮົາເຫັນດ້ວຍຕາຂອງເຮົາເອງເຖິງສະ ຖານທີ່ບ່ອນທີ່ເລື່ອງເກີດຂື້ນ.

“ທັນໃດນັ້ນມີຊາຍຄົນໜຶ່ງອອກຈາກອຸໂມງຝັງສົບມີຜີໂສໂຄກສິງໄດ້ມາພົບພຣະອົງ” (ມາລະໂກ 5:2)

ຕອນນີ້ຂ້າພະເຈົ້າຈະຂໍເອົາບາງສິ່ງບາງຢ່າງອອກມາຈາກຊາຍໜຸ່ມຄົນນີ້ແລະການປະເຊີນໜ້າຂອງລາວກັບພຣະເຢຊູຄຣິດ.

I. ໜື່ງ ຊາຍໜຸ່ມຄົນນີ້ຖືກຜີສິງ.

ຂ້າພະເຈົ້າເຊື່ອເລື່ອງຜີສິງຄົນບໍ? ແມ່ນແລ້ວ-ຂ້າພະເຈົ້າເຊື່ອຢ່າງແນ່ນອນ! ພຣະ ຄໍາພີສອນວ່າມີພະຍາມານຫຼາຍໂຕ, ອັກຄະສາວົກເປົາໂລໄດ້ເວົ້າເຖິງພວກມັນວ່າ:

“ພວກເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບ...ວິນຍານທີ່ຊົ່ວ” (ເອເຟໂຊ 6:12)

ລາວເວົ້າເຖິງຜີຊະນິດຕ່າງໆແລະວິນຍານຊົ່ວຢູ່ໃນຂໍ້ນັ້ນ, ດຣ.ລອຍໂຈນກ່າວວ່າ“ມີວິນຍານ ຊົ່ວເປັນຈໍານວນຫຼາຍ, ມີວິນຍານຊົ່ວເປັນພັນໆບາງເທື່ອອາດຈະເປັນລ້ານ” (Christian Unity, The Banner of Truth Trust, 1980, p. 58).

ທ່ານຈະສາມາດອະທິບາຍລັດທິກໍ່ການຮ້າຍແລະວັດຖຸນິຍົມແລະຄວາມບາບຂອງ ອາເມລິກາໄດ້ແນວໃດຖ້າພວກທ່ານບໍ່ເຊື່ອໃນເລື່ອງຊາຕານແລະສະມຸນຂອງມັນ?

ແລະຊາຍໜຸ່ມຄົນນີ້ຖືກຜີສິງ,ລາວຖືກຄວບຄຸມໂດຍພະຍາມານ, ຂ້າພະເຈົ້າເຄີຍ ກ່ຽວຂ້ອງກັບຄົນທີ່ຢູ່ໃນສະຖານະການນັ້ນ, ຂ້າພະເຈົ້າຮູ້ດີວ່າມັນສາມາດເກີດຂື້ນໄດ້ເມື່ອ ຄົນໜຸ່ມຜູ້ໜື່ງຫຼີ້ນຢາເສບຕິດຫຼືໄປພົວພັນກັບເວດມົນດໍາແລະເລື່ອງກ່ຽວກັບຜີສາງຫຼືເວດມົນຄາຖາ,

ແຕ່ມີລະດັບທີ່ໜ້ອຍກວ່າຂອງລັດທິພະຍາມານທີ່ຄວບຄຸມຄວາມຄິດຂອງທຸກຄົນທີ່ຍັງບໍ່ກັບໃຈໃໝ່, ອັກຄະສາວົກເປົາໂລໄດ້ເວົ້າເຖິງພະຍາມານໃນຖານະເປັນ“ວິນຍານທີ່ ຕອນນີ້ເຮັດວຽກຢູ່ໃນລູກແຫ່ງການບໍ່ເຊື່ອຟັງ”(ເອເຟຊັດ 2:2) ມີຊ່ວງເວລາໜື່ງເມື່ອຄວາມ ຄິດຂອງຂ້າພະເຈົ້າເອງຖືກພະຍາມານເຮັດໃຫ້ບອດ, ມັນເປັນເລື່ອງຈິງກັບທຸກຄົນທີ່ຍັງບໍ່ ໄດ້ກັບໃຈໃໝ່ແລະຖືກຊ່ວຍໃຫ້ພົ້ນໂດຍພຣະເຢຊູຄຣິດເຈົ້າ, ພວກເຮົາທຸກຄົນຢູ່ໃນສະພາບ ນັ້ນແລະສະຖານະການນັ້ນກ່ອນທີ່ພຣະຄຣິດຈະຊ່ວຍພວກເຮົາໃຫ້ພົ້ນ ແລະ ພວກເຮົາໄດ້ ເກີດໃໝ່, ການກັບໃຈໃໝ່ທີ່ແທ້ຈິງແມ່ນການຊ່ວຍໃຫ່້ພົ້ນຈາກອໍານາດຂອງຊາຕານສະເໝີ!

ພຣະເຢຊູຊົງສີ້ນພຣະຊົນເທິງໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດບາບຂອງ ທ່ານ,ພຣະອົງຊົງຫຼັ່ງໂລຫິດຂອງພຣະອົງເພື່ອຊໍາລະຄວາມຄິດ ແລະ ໃຈຂອງທ່ານຈາກ ຄວາມຜິດບາບທຸກຢ່າງ,ພຣະອົງຊົງຟື້ນຂື້ນຈາກຕາຍຝ່າຍຮ່າງກາຍເພື່ອມອບຊີວິດໃຫ້ທ່ານ- ແລະຊ່ວຍທ່ານໃຫ້ພົ້ນຈາກການທີ່ພະຍາມານເຮັດໃຫ້ບອດ!ນັກເທດແລະນັກແຕ່ງເພງ ຜູ້ຍິ່ງໃຫຍ່ຊາລເວສລີ (1707-1788) ໄດ້ກ່າວວ່າ:

ພຣະອົງຊົງທຸບລິດອໍານາດຂອງບາບ
ພຣະອົງຊົງປ່ອຍນັກໂທດເປັນອິດສະຫຼະ
ໂລຫິດພຣະອົງເຮັດໃຫ້ສິ່ງເປື້ອນສຸດສະອາດໄດ້
ໂລຫິດຂອງພຣະອົງເປັນປະໂຫຍດສໍາຫຼັບຂ້າ
(“O For a Thousand Tongues” by Charles Wesley, 1707-1788).

ພຣະຄຣິດ“ຊົງທຸບລິດອໍານາດ”ຂອງບາບ!ພຣະຄຣິດ“ຊົງປ່ອຍນັກໂທດເປັນອິດສະຫຼະ”ພຣະ ອົງຊົງເຮັດແບບນັ້ນເພື່ອຂ້າພະເຈົ້າໃນເຊົ້າວັນໜື່ງຕອນທີ່ຂ້າພະເຈົ້າໄດ້ອາຍຸສິບສອງປີ -ແລະພຣະອົງຊົງສາມາດເຮັດເພື່ອທ່ານໄດ້ເຊັ່ນກັນ! ມີຄົນຈໍານວນໜື່ງທີ່ຢູ່ທີ່ນີ້ໃນເຊົ້ານີ້ສາ ມາດບອກທ່ານໄດ້ວ່າພຣະຄຣິດຊົງປົດປ່ອຍເຂົາໃຫ້ພົ້ນຈາກຄວາມບາບແລະພະຍາມານໄດ້ ຖ້າທ່ານຫາກລອດແລ້ວໂດຍພຣະເຢຊູຈົ່ງຢືນຂື້ນດຽວນີ້ເລີຍ - ເຊີນນັ່ງລົງໄດ້, ພຣະຄຣິດ ສາມາດເຮັດເພື່ອທ່ານໃນສິ່ງທີ່ພຣະອົງຊົງເຮັດເພື່ອພວກເຂົາແຕ່ລະຄົນໄດ້!

II. ສອງ ຊາຍໜຸ່ມຄົນນີ້ຢູ່ຜູ້ດຽວ.

ພຣະຄໍາພີກ່າວວ່າລາວບໍ່ໄດ້ອາໄສ“ຢູ່ໃນບ້ານໃດໆແຕ່ຢູ່ໃນອຸໂມງຝັງສົບຕ່າງໆ”(ລູກາ 8:27)ຂ້າພະເຈົ້າກັບພັນລະຍາເຄີຍໄປບ່ອນນັ້ນ, ພວກເຮົາເຫັນອຸໂມງຕ່າງໆຢູ່ຂ້າງ ຮ່ອມພູ,ພວກມັນຢູ່ບ່ອນນັ້ນ-ຕາມຮູຕ່າງໆຢູ່ໃນກ້ອນຫີນຂອງຮ່ອມພູບ່ອນທີ່ສົບຄົນຕາຍຖືກ ຝັງໄວ້, ພຣະຄໍາພີກ່າວວ່າ:

“ເຂົາຄັ່ງຮ້ອງອຶງຢູ່ຕາມອຸໂມງຝັງສົບແລະທີ່ພູເຂົາທັງກາງຄືນແລະກາງເວັນສະເໝີ ແລະເອົາຫິນປາດເນື້ອຂອງຕົນ” (ມາລະໂກ 5:5)

ຍິງສາວຫຼາຍຄົນພາກັນເອົາໃບມີດໂກນມາປາດຕົນເອງ, ແລະພວກເຂົາບໍ່ສາມາດ ອະທິບາຍໄດ້ວ່າເປັນຫຍັງຈື່ງເຮັດມັນ, ຂ້າພະເຈົ້າເຫັນສາວໄວລຸ້ນຄົນໜື່ງໃນໂທລະພາບຜູ້ ທີ່ປາດແຂນຂອງຕົນຊໍ້າໄປມາແບບນັ້ນ,ຜູ້ສໍາພາດກໍຖາມນາງວ່າເປັນຫຍັງນາງຈື່ງເຮັດແບບນັ້ນ,ນາງກໍຕອບວ່າ“ຂ້ອຍບໍ່ຮູ້,ຂ້ອຍຮູ້ສຶກວ່າຖືກບັງຄັບໃຫ້ເຮັດມັນ, ຂ້ອຍບໍ່ສາມາດຫ້າມມັນ ໄດ້” ສິ່ງທີ່ຜູ້ຍິງຄົນນັ້ນຕ້ອງການກໍຄືພຣະເຢຊູຄຣິດ! ພຣະຄຣິດສາມາດທໍາລາຍການເປັນ ທາດຂອງຊາຕານໄດ້!

ແລະຜູ້ຊາຍຄົນນີ້ໃນຂໍ້ພຣະຄໍາພີຂອງເຮົາຢູ່ຜູ້ດຽວ! ພວກຜີຕ່າງໆໄດ້ໄລ່ລາວອອກ ໄປໄກຈາກຄອບຄົວຂອງລາວເຂົ້າໄປໃນບ່ອນໂດດດ່ຽວບ່ອນທີ່ພຣະເຢຊູພົບລາວ,ປະຈຸບັນບໍ່ມີບັນຫາໃຫຍ່ກວ່າສໍາຫຼັບຄົນໜຸ່ມໃນອາເມລິກາກັບ ໂລກຕາເວັນຕົກຫຼາຍໄປກວ່າຄວາມ ໂດດດ່ຽວ, ຄວາມໂດດດ່ຽວ!ບັນຫາໃຫຍ່ສ່ວນຫຼາຍທີ່ພວກຄົນໜຸ່ມພົບພໍ້ຄືຮາກເງົ້າຂອງ ຄວາມໂດດດ່ຽວ, ວົງເດິະບີດໂທແຕ່ງຮອດເພງ“ຄົນໂດດດ່ຽວທຸກຄົນພວກເຂົາມາຈາກໃສ” (ອີລີນໍຣິກບີ)

ຟິລິບສະເລເຕີໄດ້ຂຽນໜັງສືເຫຼັ້ມໜື່ງຊື່ວ່າ The Pursuit of Loneliness: American Culture at the Breaking Point, Beacon Press, 2006 edition)ຢູ່ໃນໜັງສື The Pursuit of Loneliness ຜູ້ຂຽນໄດ້ເຊື່ອມຕໍ່ຄວາມໂດດດ່ຽວສູ່“ການຕິດເທັກໂນໂລຢີແຫ່ງຊາດ” ສະເລ ເຕີໄດ້ເວົ້າວ່າ“ຍົກຕົວຢ່າງເຊັ່ນ ລົດຍົນເຮັດຫຼາຍກວ່າສິ່ງອື່ນໃດເພື່ອທໍາລາຍຊີວິດຊຸມຊົນໃນ ປະເທດອາເມລິກາ, ມັນ...ກະຈາຍພວກເຂົາອອກໄປເພື່ອໃຫ້ພວກເຂົາບໍ່ຄຸ້ນເຄີຍກັນ”(ໜ້າ 126,127).

ພວກຄົນໜຸ່ມເຂົ້າໄປໃນລົດຂອງເຂົາແລ້ວຂັບໄປຊານຕາບາບາຣາຫຼືເບີເຄລີເພື່ອໄປວິທະຍາໄລ, ມັນງ່າຍຫຼາຍແຕ່ພວກເຂົາສູນເສຍໝູ່ເພື່ອນທຸກຄົນຂອງເຂົາໜ້າຈະຕະຫຼອດ ໄປເລີຍ, ບໍ່ສົງໄສເລີຍທີ່ພວກຄົນໜຸ່ມວິທະຍາໄລເປັນຄົນໂດດດ່ຽວຫຼາຍ, ພວກທ່ານເວົ້າ ວ່າ“ພວກເຮົາຈະຍັງຕິດຕໍ່ກັນຢູ່” ທ່ານໝາຍຄວາມວ່າທ່ານສາມາດສົ່ງຂໍ້ຄວາມຫາກັນໄດ້, ອັນນັ້ນມັນເຮັດໃຫ້ທ່ານຍັງ“ຕິດຕໍ່ຫາກັນຢູ່ບໍ?”ບໍ່ - ບໍ່ມີ“ການຕິດຕໍ່”ກັນແທ້ຜ່ານທາງມືຖື.

ແມ່ຕູ້ຂອງເມຍຂ້າພະເຈົ້າຢູ່ປະເທດກົວເຕມາລາເປັນຄົນສະຫຼາດຄືກັບນັກສັງຄົມວິທະຍາຜູ້ສະຫຼາດ, ລູກຊາຍຂອງລາວພະຍາຍາມຕິດຕັ້ງໂທລະສັບຢູ່ໃນເຮືອນຂອງລາວ, ລາວບອກວ່າ“ບໍ່ຕ້ອງ ຖ້າຂ້ອຍມີໂທລະສັບ ເຈົ້າກໍຈະບໍ່ມີວັນມາຫາຂ້ອຍ” ເມື່ອຂ້າພະເຈົ້າ ເຫັນຄົນໜຸ່ມສາວຍ່າງໄປມາແລະຕິດໂທລະສັບກໍເຮັດໃຫ້ຂ້າພະເຈົ້າເສົ້າໃຈ, ເຄື່ອງຈັກມັກ ໄປແທນທີ່ຂອງເພື່ອນແທ້.

ພວກທ່ານໄດ້ຍິນໜັງກ່ຽວກັບໜັງທີ່ຊື່ວ່າ“Her”ໄດ້ບໍ? ຂ້າພະເຈົ້າບໍ່ໄດ້ແນະນໍາມັນ- ມັນເປັນໜັງກ່ຽວກັບຊາຍໜຸ່ມທີ່ໂດດດ່ຽວຜູ້ເຊິ່ງຫຼົງຮັກຄອມພິວເຕີຂອງຕົນເຊີ່ງລາວເອີ້ນວ່າ “ຊາແມນທາ”ຂ້າພະເຈົ້າບໍ່ໄດ້ໄປເບິ່ງມັນ, ມັນມີສາກເລື່ອງເພດສໍາພັນທີ່ແຈ່ມແຈ້ງ, ແຕ່ມີ ພວກຄົນໜຸ່ມຜູ້ມີປັນຍາຫຼາຍຄົນໄປເບີ່ງມັນ-ຊາຍໜຸ່ມທີ່ຫຼົງຮັກເຄື່ອງຈັກ!ພວກທ່ານສາມາດ ອ່ານກ່ຽວກັບໜັງເລື່ອງນັ້ນໂດຍການຄລິກທີ່ນີ້ເພື່ອອ່ານບົດຄວາມໃນວິກິພີເດຍ,ຂ້າພະເຈົ້າບໍ່ໄດ້ແນະນໍາໃຫ້ທ່ານໄປເບິ່ງມັນເດີ.

ຂ້າພະເຈົ້າເຊື່ອວ່າວັດທະນາທໍາໂດດດ່ຽວຂອງຊາວອາເມລິກາແລະຢູໂລບແມ່ນຖືກໃຊ້ໂດຍຊາຕານເພື່ອໃຫ້ຄົນໜຸ່ມຂອງເຮົາເປັນທາດແລ້ວທໍາລາຍພວກເຂົາ, ຊາຍໜຸ່ມທີ່ຂ້າ ທະຫານເຮືອສີ່ຄົນນັ້ນມີຄວາມເຊື່ອມໂຍງກັບກຸ່ມໄອຊິສຜ່ານທາງເຄື່ອງຈັກທີ່ເອີ້ນວ່າ“ຄອມພິວເຕີ” ລາວຢູ່ຜູ້ດຽວອີຫຼີ! ຊາຍທີ່ພຣະເຢຊູຊົງປະເຊີນໜ້າແມ່ນຢູ່ຜູ້ດຽວໃນອຸໂມງຕ່າງໆ ລາວຖືກຄວບຄຸມໂດຍພະຍາມານ! ຂໍພຣະເຈົ້າຊ່ວຍພວກເຮົາແດ່ທ້ອນ!

ຂ້າພະເຈົ້າບໍ່ໄດ້ກໍາລັງບອກໃຫ້ພວກທ່ານທໍາລາຍໂທລະສັບຫຼືຄອມພິວເຕີຂອງທ່ານ ແຕ່ຂ້າພະເຈົ້າກໍາລັງເວົ້າວ່າ“ຢ່າປ່ອຍໃຫ້ເຄື່ອງຈັກເຫຼົ່ານັ້ນມາຄວບຄຸມທ່ານ! ຈົ່ງປິດຄອມ ພິວເຕີດົນພໍເພື່ອສ້າງເພື່ອນແທ້! ຈົ່ງປິດຄອມພິວເຕີດົນພໍສ້າງເພື່ອນທີ່ຍາວນານ-ຢູ່ໃນຄຣິສ ຕະຈັກນີ້!” ເຊີນຟັງເພງກ່ຽວກັບຊາຍຄົນນັ້ນທີ່ຢູ່ໃນອຸໂມງຕ່າງໆ.

ວິນຍານຊົ່ວໄລ່ລາວອອກຈາກບ້ານແລະໝູ່ເພື່ອນ
ລາວອາໄສຢູ່ຖ້າມກາງຄົນຕາຍ
ລາວປາດຕົນເອງໃນຂະນະທີ່ອໍານາດຜີໄດ້ສິງລາວ
ຈາກນັ້ນພຣະເຢຊູກໍມາແລ້ວປົດປ່ອຍລາວຈາກທາດ
ເມື່ອພຣະເຢຊູມາລິດຂອງຜູ້ທົດລອງກໍຖືກທໍາລາຍ
ເມື່ອພຣະເຢຊູມານໍ້າຕາກໍຖືກເຊັດອອກໄປ
ພຣະອົງເອົາຄວາມເສົ້າໝອງແລ້ວຕື່ມເຕັມຊີວິດດ້ວຍລາສີ
ເພາະທຸກຢ່າງໄດ້ປ່ຽນໄປເມື່ອພຣະເຢຊູເຂົ້າມາຢູ່
(“Then Jesus Came” by Oswald J. Smith, 1889-1986;
   music by Homer Rodeheaver, 1880-1955).

ຄົນໜຸ່ມເອີຍຂ້າພະເຈົ້າຂໍຮ້ອງທ່ານໃຫ້ເຂົ້າມາໃນຄຣິສຕະຈັກຂອງພວກເຮົາ,ຈົ່ງຢູ່ທີ່ນີ້ທັງເຊົ້າແລະແລງວັນອາທິດ, ຈົ່ງຢູ່ທີ່ນີ້ກັບພວກເຮົາໃນແລງວັນເສົາເຊັ່ນກັນ! ຂ້າພະເຈົ້າ ຂໍສັນຍາກັບພວກທ່ານວ່າ-ພວກເຮົາຈະເປັນເພື່ອນຂອງທ່ານ! ຂໍສັນຍາກັບພວກທ່ານວ່າ-ທ່ານຈະບໍ່ຮູ້ສຶກໂດດດ່ຽວຖ້າທ່ານເຂົ້າມາກັບພວກເຮົາ! ເອແມນ!

III. ສາມ ຊາຍໜຸ່ມຄົນນີ້ຢ້ານພຣະເຢຊູ.

ພຣະຄໍາພີບອກວ່າລາວ

“ແລ້ວຮ້ອງສຽງດັ່ງວ່າ ຂ້າແຕ່ພຣະເຢຊູພຣະບຸດຂອງພຣະເຈົ້າສູງສຸດ ຂ້າພຣະອົງກ່ຽວຂ້ອງອັນໃດກັບທ່ານເລົ່າ ຂ້າພະອົງຂໍໃຫ້ພຣະອົງປະຕິຍານໃນພຣະນາມຂອງພຣະເຈົ້າວ່າ ຈະບໍ່ທໍລະມານຂ້າພະອົງ” (ມາລະໂກ 5:7)

ລາວຮູ້ສຶກຢ້ານພຣະເຢຊູ, ເຊັ່ນກັນມັນເປັນເລື່ອງປົກກະຕິໃນຖ້າມກາງຄົນໜຸ່ມໃນປະຈຸບັນ ພຣະເຢຊູກັບຄຣິສຕະຈັກນີ້ສາມາດສາມາດຊ່ວຍທ່ານໄດ້ແຕ່ທ່ານອາດຈະຢ້ານ! ພວກທ່ານ ອາດຈະຢ້ານເລື່ອງຂໍ້ຜູກມັດ, ພວກທ່ານອາດຈະຢ້ານໃນເລື່ອງການໃຊ້ເວລາສອງສາມຊົ່ວ ໂມງກັບພວກເຮົາໃນຄຣິສຕະຈັກທຸກວັນເສົາອາທິດ,ຂ້າພະເຈົ້າສາມາດເວົ້າໄດ້ແຕ່ວ່າເລື່ອງ ນີ້ມັນເຮັດໃຫ້ຂ້າພະເຈົ້າເສຍໃຈຫຼາຍ, ຂ້າພະເຈົ້າຮູ້ດີວ່າຄວາມຢ້ານຂອງພວກທ່ານມາຈາກ ຊາຕານ,ເປັນຫຍັງມັນຈື່ງເຮັດແບບນັ້ນລະ?ເພາະມັນຮູ້ວ່າມັນຈະເສຍທ່ານໄປຖ້າທ່ານຫາກມາກັບພວກເຮົາແລະມາກັບພຣະເຢຊູ.

ຕອນທີ່ຂ້າພະເຈົ້າໄດ້ 19 ປີຂ້າພະເຈົ້າຍ່າງຕາມຖະໜົນໃນເມືອງລອສແອງເຈີລິສ ໃນຕອນກາງຄືນ,ໝູ່ເພື່ອນສະໄໝມັດທະຍົມຂອງຂ້າພະເຈົ້າໜີໄປໝົດແລ້ວ, ຂ້າພະເຈົ້າຢູ່ຜູ້ ດຽວແລະໂດດດ່ຽວຫຼາຍ, ຄືນວັນເສົາມື້ໜື່ງຂ້າພະເຈົ້າຍ່າງອ້ອມຕາມຖະໜົນໂອເມຣາ,ຂ້າ ພະເຈົ້າຍ່າງຜ່ານໄຊນາທາວ, ລ້ຽວຂວາໄປທາງຖະໜົນເຢວ,ໃກ້ຊິສຸດທາງນັ້ນຂ້າພະເຈົ້າກໍ ເຫັນໂບດຫຼັງໜື່ງ, ຄືຄຣິສຕະຈັກເຟິສແບັບຕິດຈີນ, ຂ້າພະເຈົ້າກໍເຄາະປະຕູແລ້ວມີຜູ້ ສາວຄົນໜື່ງຊື່ວ່າລໍນາລໍາມາເປີດປະຕູແລ້ວລົມກັບຂ້າພະເຈົ້າ, ນາງໄດ້ເຊີນຂ້າພະເຈົ້າເຂົ້າ ໄປໃນໂບດໃນມື້ຕໍ່ມາຊື່ງເປັນວັນອາທິດ, ມື້ຕໍ່ມາຂ້າພະເຈົ້າກໍໄປບ່ອນນັ້ນ, ແລະໄປບ່ອນ ນັ້ນເປັນເວລາຫຼາຍປີຫຼັງຈາກນັ້ນ, ພຣະເຢຊູຊົງຊ່ວຍຂ້າພະເຈົ້າໃຫ້ພົ້ນຢູ່ທີ່ນັ້ນ, ຂ້າພະເຈົ້າ ໄດ້ເຮັດເພື່ອນແທ້,ຕະຫຼອດໄປຢູ່ບ່ອນນັ້ນ, ເພື່ອນຄືກັບລໍນາແລະເມີຟີລໍາ.

ຢ່າສູຢ້ານພວກເຮົາ! ບໍ່ຕ້ອງຢ້ານພຣະເຢຊູ! ເຊີນມາກັບພວກເຮົາແລະພວກເຮົາ ຈະເຮັດດີກັບທ່ານ! ເຊີນກັບມາກັບພວກເຮົາ,ຂ້າພະເຈົ້າຂໍສັນຍາວ່າມັນຈະປ່ຽນແປງຊີວິດ ຂອງທ່ານໃຫ້ດີຂື້ນ, ຖ້າທ່ານມາກັບພວກເຮົາອີກເທື່ອໜື່ງໃນອາທິດໜ້າ-ແລະມາຫາພຣະ ເຢຊູເຊັ່ນກັນ-ທ່ານກໍຈະດີໃຈທີ່ທ່ານໄດ້ຮັບພັນໆປີນັບຈາກມື້ນີ້!

ພຣະເຢຊູຊົງໄລ່ຜີອອກຈາກຜູ້ຊາຍຄົນນັ້ນໃນເມືອງກາດາຣາ, ພຣະເຢຊູຊົງຊ່ວຍ ລາວໃຫ້ລອດ! ແມ່ນແລ້ວລາວລອດໂດຍພຣະເຢຊູຄຣິດ!

ດັ່ງນັ້ນມື້ນີ້ຊາຍຄົນນີ້ໄດ້ພົບກັບພຣະຜູ້ຊ່ວຍ
ເຂົາບໍ່ສາມາດເອົາຊະນະຄວາມຫຼົງໄຫຼ,ຕັນຫາແລະບາບໄດ້
ຫົວໃຈທີ່ອົກຫັກຂອງເຂົາເຮັດໃຫ້ເຂົາເສົ້າໝອງແລະອ່າງວ່າງ
ຈາກນັ້ນພຣະເຢຊູກໍມາແລະຢູ່ນໍາເຂົາພາຍໃນ
ເມື່ອພຣະເຢຊູມາອໍານາດຂອງຜູ້ທົດລອງກໍແຕກສະລາຍ
ເມື່ອພຣະເຢຊູມານໍ້າຕາກໍຖືກເຊັດອອກໄປ
ພຣະອົງເອົາຄວາມເສົ້າໝອງແລ້ວຕື່ມເຕັມຊີວິດດ້ວຍລາສີ
ເພາະທຸກຢ່າງໄດ້ປ່ຽນໄປເມື່ອພຣະເຢຊູເຂົ້າມາຢູ່

ພຣະຄຣິດສາມາດເຮັດໃຫ້ທ່ານເປັນອິດສະຫຼະຈາກຊາຕານໄດ້! ພຣະຄຣິດສາມາດ ມອບຊີວິດແລະລິດເດດແກ່ທ່ານໄດ້! ພຣະຄຣິດສາມາດປ່ຽນແປງຊີວິດຂອງທ່ານໄດ້! ຂໍໂອ ກາດໃຫ້ພວກເຮົາທີ່ຈະສະແດງໃຫ້ທ່ານເຫັນຫົນທາງໄປຫາພຣະເຢຊູ! ຈົ່ງກັບມາແລ້ວພວກ ເຮົາຈະສະແດງໃຫ້ທ່ານເຫັນຫົນທາງ! ບາງຄົນອາດຈະເວົ້າວ່າ “ຂ້ອຍບໍ່ເຊື່ອໃນເລື່ອງຜີ ມານຫຼືຊາຕານ” ບໍ່ເປັນຫຍັງ, ກໍມີຊ່ວງເວລາໜື່ງທີ່ຂ້າພະເຈົ້າບໍ່ເຊື່ອໃນມັນເຊັ່ນກັນ,ແຕ່ອັນ ນັ້ນມັນບໍ່ແມ່ນສິ່ງທີ່ສໍາຄັນທີ່ສຸດ, ສິ່ງທີ່ສໍາຄັນທີ່ສຸດກໍຄືເພື່ອຊີ້ໃຫ້ທ່ານເຫັນວ່າພຣະເຢຊູຊົງ ຮັກທ່ານແລະເພື່ອໃຫ້ຮູ້ສຶກວ່າພວກເຮົາກໍຮັກທ່ານເຊັ່ນກັນ! ນີ້ຄືບ່ອນທີ່ຈະເຮັດໝູ່ເພື່ອນຕະ ຫຼອດໄປ, ນີ້ແມ່ນສະຖານທີ່ບ່ອນທີ່ທ່ານຈະຖືກຮັກແລະຍອມຮັບ! ຈົ່ງວາງຄວາມເຊື່ອຂອງ ທ່ານໃນພຣະເຢຊູພຣະບຸດອົງດຽວທີ່ບັງເກີດມາຂອງພຣະເຈົ້າ ແລະ ພຣະອົງຈະຊົງຊ່ວຍ ທ່ານໃຫ້ພົ້ນຈາກການລົງໂທດບາບທຸກເວລາແລະ ຕະຫຼອດເປັນນິດນິລັນໂດຍຄວາມຕາຍ ເທິງໄມ້ກາງແຂນຂອງພຣະອົງ. ເອແມນ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາເບວ ພຣຸດໂຮມ: ມັດທາຍ 8:28-34,
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Then Jesus Came” (words by Dr. Oswald J. Smith, 1889-1986;
music by Homer Rodeheaver, 1880-1955).

ໂຄງຮ່າງບົດເທດສະໜາ

ພວກຜີມານໃນປັດຈຸບັນ

DEMONS TODAY

ໂດຍ ດຣ.ອາແອວໄຮເມີ ຈູເນຍ

“ຝ່າຍພຣະອົງກັບເຫລົ່າສາວົກກໍຂ້າມທະເລໄປຍັງເມືອງຊາວກາດາຣາ ພໍພຣະອົງສະເດັດຂຶ້ນຈາກເຮືອ ທັນໃດນັ້ນມີຊາຍຄົນໜຶ່ງອອກຈາກອຸໂມງຝັງສົບມີຜີໂສໂຄກສິງໄດ້ມາພົບພຣະອົງ”(ມາລະໂກ 5:1-2)

I.   ໜື່ງ ຊາຍໜຸ່ມຄົນນີ້ຖືກຜີສິງ. ເອເຟຊັດ 6:12; 2:2

II.  ສອງ ຊາຍໜຸ່ມຄົນນີ້ຢູ່ຜູ້ດຽວ. ລູກາ 8:27; ມາລະໂກ 5:5.

III. ສາມ ຊາຍໜຸ່ມຄົນນີ້ຢ້ານພຣະເຢຊູ. ມາລະໂກ 5:7.