Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຮ້ອງເພງກ່ອນເທດສະໜານໍາໂດຍດຣ.ໄຮເມີ.
      “ໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ” (ໂດຍ Avis Burgeson Christiansen, 1895-1985
      “ໂອພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າ” (ເພງສັນລະເສີນ 139:23-24)

ຊາຕານແລະການຟື້ນຟູ

SATAN AND REVIVAL
(Laotian)

ໂດຍດຣ.ອາແອວໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ແລງວັນພະຫັດ 15/9/2015
A sermon preached at the Baptist Tabernacle of Los Angeles
Thursday Evening, September 15, 2016


ເຊີນຢືນຂື້ນແລ້ວເປີດໄປໃນໜ້າທີ່ 1255 ໃນພຣະທໍາສະກໍຟີວສຶກສາ,ເອເຟໂຊ 6:11 ແລະ 12.

“ຈົ່ງສວມເຄື່ອງອາວຸດທັງຊຸດຂອງພຣະເຈົ້າເພື່ອຈະຕໍ່ຕ້ານອຸບາຍຕ່າງໆຂອງພະຍາມານໄດ້ ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ ສັກດິເທບ ເທບຜູ້ຄອງໂລກໃນໂມຫະຄວາມມືດແຫ່ງໂລກນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟໂຊ 6:11 -12)

ຂໍເຊີນນັ່ງລົງ.

ຂໍ້ພຣະຄໍາພີເຫຼົ່ານີ້ສະແດງໃຫ້ເຫັນເຖິງວ່າກອງທັບຂອງຊາຕານເປັນສັດຕູຂອງ ຄຣິສຕຽນແທ້, ພຣະທໍາສະບັບ New American Standard Bible ແປຂໍ້ 12 ແບບນີ້ວ່າ

“ເພາະການຕໍ່ສູ້ຂອງເຮົາບໍ່ແມ່ນສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບພວກຜູ້ ປົກຄອງ, ຕໍ່ສູ້ອໍານາດຕ່າງໆ, ຕໍ່ສູ້ໂລກ(“ພວກຜູ້ປົກຄອງ”ອັງເກີແປ)ແຫ່ງ ຄວາມມືດນີ້,ຕໍ່ສູ້ກອງກໍາລັງຝ່າຍວິນຍານແຫ່ງຄວາມຊົ່ວໃນສະຖານຟ້າສະຫວັນ” (ເອເຟໂຊ 6:12 ສະບັບ NASB)

ດຣ.ເມິຣິສເອັຟອັງເກີເວົ້າວ່າ“ຕໍາແໜ່ງທີ່ໜ້າສົນໃຈທີ່ສຸດຂອງກອງກໍາລັງວິນຍານຊົ່ວ...ຄືຜູ້ຄອບຄອງໂລກແຫ່ງຄວາມມືດນີ້...ການຄອບຄອງວິນຍານຊົ່ວເຫຼົ່ານີ້”(BiblicalDemonology, Kregel Publications, 1994, p. 196). ດຣ.ຊາລສ໌ໄຣຣີໄດ້ອອກຄວາມເຫັນໃນດານຽນ 10:13 ວ່າ“ເຈົ້າຜູ້ຄອງແຫ່ງອານາຈັກເປີເຊຍ...ຖືກສ້າງມາຢ່າງເໜືອທໍາມະຊາດເຊິ່ງພະຍາ ຍາມນໍາພວກຜູ້ຄອບຄອງຂອງເປີເຊຍໃຫ້ຂັດຂວາງແຜນການຂອງພຣະເຈົ້າ, ທູດສະຫວັນ ທີ່ຊົ່ວ (ກອງກໍາລັງຕ່າງໆຝ່າຍໂລກຂອງພະຍາມານ) ສະແຫວງຫາເພື່ອຈະຄອບຄອງວຽກ ງານຕ່າງໆຂອງຊາດຕ່າງໆ...ການສູ້ຮົບລະຫວ່າງຄວາມດີແລະທູດສະຫວັນຊົ່ວເໜືອການ ຄວບຄຸມຊາດຕ່າງໆຍັງຄົງດໍາເນີນຕໍ່ໄປ(Ryrie Study Bible; note on Daniel 10:13).

ຂ້າພະເຈົ້າໝັ້ນໃຈວ່າມີການຄອບຄອງຂອງພະຍາມານເຊິ່ງຄວບຄຸມເໜືອປະເທດ ອາເມລິກາແລະໂລກຕາເວັນຕົກ,ສະກໍຟິວໝາຍເຫດໃນດານຽນ 10:20 ວ່າ“ພວກປີສາດ ມີຄວາມກ່ຽວຂ້ອງໃນນາມຂອງລະບົບໂລກຂອງຊາຕານ”ໝາຍເຫດນີ້ແນ່ໃສ່ “ເຈົ້າຜູ້ຄອງ ແຫ່ງອານາຈັກເປີເຊຍ”“ເຈົ້າຜູ້ຄອງ”ນີ້ກໍາລັງນໍາປີສາດທີ່ຄວບຄຸມອານາຈັກເປີເຊຍ,ປະຈຸບັນນີ້ເຈົ້າຜູ້ຄອງແຫ່ງຕາເວັນຕົກ”ກໍາລັງຄວບຄຸມອາເມລິກາແລະພັນທະມິດຂອງມັນ,ປີສາດຫຼັກໆທີ່ກໍາລັງຄວບຄຸມອາເມລິກາກັບພວກຕາເວັນຕົກໄດ້ມອບລິດອໍານາດໃຫ້ເຊິ່ງເປັນສາເຫດ ໃຫ້ຄວາມສິວິໄລຂອງເຮົາກາຍເປັນວັດຖຸນິຍົມຢ່າງສິ້ນເຊີງ, ພະຍາມານທີ່ກໍາລັງຄອບຄອງ ແຫ່ງວັດຖຸນິຍົມນີ້ໄດ້ຂັດຂວາງການຟື້ນຟູ,ຂັດຂວາງຄໍາອະທິຖານຂອງເຮົາ,ແລະເຮັດໃຫ້ຄົນຂອງເຮົາເປັນທາດ, ພະຍາມານທີ່ຄອບຄອງນີ້ເຮັດຫຍັງກັບຄົນຂອງເຮົາລະ? ເວົ້າເຖິງພະ ຍາມານດຣ.ລອຍໂຈນໄດ້ບອກເຮົາໃນສິ່ງທີ່ລິດຂອງພະຍາມານນີ້ເຮັດ, ລາວບອກວ່າລິດ ຂອງພະຍາມານໄດ້ເຮັດໃຫ້ຈິດໃຈຂອງຄົນຂອງເຮົາບອດ, ລາວບອກວ່າ“(ຄວາມຄິດ)ທັງ ໝົດເລື່ອງຝ່າຍວິນຍານແມ່ນຫາຍໄປໝົດ, ຄວາມຄິດທີ່ເຄີຍເຊື່ອໃນພຣະເຈົ້າຢ່າງແທ້ຈິງ ໄດ້ຫາຍໄປ...ຄວາມເຊື່ອນີ້ກ່ຽວກັບພຣະເຈົ້າ, ສາສະໜາແລະຄວາມລອດ(ແມ່ນ)ຖືກປະຖີ້ມ ແລະລືມເລື່ອນ” (Revival, Crossway Books, 1992, p. 13)ເລື່ອງນີ້ເກີດຂື້ນເປັນເພາະການ ເຮັດວຽກຂອງ“ເຈົ້າຜູ້ຄອງແຫ່ງຕາເວັນຕົກ”ແລະພວກພະຍາມານທີ່ດ້ອຍກວ່າທີ່ຢູ່ໃຕມັນ.

ອັນນັ້ນບໍ່ແມ່ນຄວາມຈິງກັບຊາດອື່ນໆ, ມີຊາດຕ່າງໆໃນໂລກທີ່ສາມບ່ອນທີ່ປີສາດ ແຫ່ງ“ວັດຖຸນິຍົມ”ບໍ່ໄດ້ຄວບຄຸມດ້ວຍກອງກໍາລັງທີ່ມັນມີຢູ່ໃນອາເມລິກາກັບຕາເວັນຕົກ,ຄົນໜຸ່ມເປັນລ້ານໆຄົນຢູ່ປະເທດຈີນ,ໃນອັບຟຣິກາ,ໃນອິນໂດເນເຊຍ,ແມ່ນແຕ່ຢູ່ໃນຊາດມູສະ ລິມ - ພວກຄົນໜຸ່ມເປັນລ້ານໆຄົນກໍາລັງໄດ້ຮັບຄວາມລອດ, ພວກເຂົາເປັນລ້ານຄົນກໍາລັງ ມາເປັນຄຣິສຕຽນແທ້, ແຕ່ໃນອາເມລິກາແລະຕາເວັນຕົກພວກຄົນໜຸ່ມເປັນລ້ານໆຄົນກໍາລັງ ອອກໄປຈາກໂບດ, ແລະມີຄຣິສຕຽນໜ້ອຍທີ່ກາຍມາເປັນຄຣິສຕຽນແທ້ໃນປະເທດອາເມ ລິກາແລະໂລກຕາເວັນຕົກ, ຄຣິສຕະຈັກຫຼາຍແຫ່ງຂອງເຮົາຂາດລິດອໍານາດ,ການປະຊຸມ ອະທິຖານຂອງເຮົາຖືກໜີປະ, ຄົນໜຸ່ມຂອງພວກເຮົາບໍ່ມີຄວາມຫຼົງໄຫຼເພື່ອພຣະເຈົ້າ, ພວກ ເຮົາຖືກບອກວ່າ 88% ຂອງຄົນໜຸ່ມສາວໜີປະຄຣິສຕະຈັກຂອງເຮົາຊ່ວງອາຍຸ 25 ປີ ແລະ“ບໍ່ກັບມາອີກເລີຍ”ອີງຕາມນັກສໍາຫຼວດຈອຊບານາ,ພວກເຂົາຖືກນໍາທັນສື່ລາມົກທີ່ເຂົາ ເບິ່ງທາງອິນເຕີເນັດເປັນເວລາຫຼາຍຊົ່ວໂມງ,ພວກເຂົາຕິດຢາເສບຕິດເຊັ່ນກັນຊາແລະຢາບ້າພວກເຂົາຫົວຂວັນໃສ່ຄໍາອະທິຖານ ແຕ່ພັດຖືກສະກົດຈິດດ້ວຍສື່ສັງຄົມເປັນເວລາຫຼາຍ ຊົ່ວໂມງບໍ່ຮູ້ຈົບ,ພວກເຂົາມີສະມາດໂຟນຢູ່ໃນມືຕະຫຼອດເວລາ, ຄວາມຈິງແລ້ວເຂົາຢູ່ໃຕ້ ການຄວບຄຸມຂອງເຄື່ອງມືນ້ອຍໆເຫຼົ່ານີ້,ພວກເຂົາໃຊ້ເວລາວ່າງທຸກເທື່ອຈ້ອງເບິ່ງມັນ, ຈ້ອງ ເບິ່ງຄືກັບຊາວອິດສະຣາເອວສະໄໝບູຮານຈ້ອງເບິ່ງຮູບເຄົາລົບຂອງເຂົາໃນສະໄໝຜູ້ທໍາ ນາຍໂຮເຊຢາ, ສື່ສັງຄົມອອນລາຍແມ່ນຮູບເຄົາລົບທີ່ຖືກໃຊ້ໂດຍຊາຕານເພື່ອຄວບຄຸມຄົນ ໜຸ່ມຂອງພວກເຮົາ, ແລະສິດຍາພິບານເກືອບທຸກຄົນໃນອາເມລິກາກັບປະເທດຕາເວັນຕົກບໍ່ ເຂົ້າໃຈວ່າເປັນຫຍັງຄຣິສຕະຈັກຂອງພວກເຂົາຈື່ງເປັນແບບຊາວໂລກແລະອ່ອນແອ! ພວກ ເຂົາບໍ່ເຂົ້າໃຈວ່າພວກເຂົາກໍາລັງຕໍ່ສູ້ກັບກອງກໍາລັງຂອງພະຍາມານຄືກັບທີ່ດຣ.ລອຍໂຈນ ເວົ້າເຖິງ!

ມັນຊົ່ວຮ້າຍຫຼາຍໃນສະໄໝຂອງໂຮເຊຢາເຊິ່ງພຣະເຈົ້າກ່າວວ່າ“(ອິດສະຣາເອວ)ກໍຜູກພັນຢູ່ກັບຮູບເຄົາລົບແລ້ວ ປ່ອຍລາວຢູ່ຜູ້ດຽວ”(ໂຮເຊຢາ 4:17),ຊາດຖືກປະຖີ້ມໂດຍ ພຣະເຈົ້າ,ພວກເຂົາຖືກພຣະເຈົ້າຖີ້ມ, ພວກເຂົາຖືກປ່ອຍໃຫ້ໂດດດ່ຽວພາຍໃຕ້ອໍານາດຂອງ ພະຍາມານ,ພາຍໃຕ້ອໍານາດພະຍາມານທີ່ຈັບຄົນຂອງເຮົາເອງເປັນທາດສິ່ງລາມົກ,ກັນຊາ ແລະສື່ສັງຄົມອອນລາຍເປັນເວລາຫຼາຍຊົ່ວໂມງ! ໂດຍພວກປີສາດທີ່ລ້າມໂສ້ຄົນໜຸ່ມໃຫ້ ເສຍໝູ່ເພື່ອນ, ປະເພດຂອງຜີປີສາດທີ່ເຮັດໃຫ້ຄົນໜຸ່ມເປັນທາດຕໍ່ວັກຖຸນິຍົມ,ເຮັດໃຫ້ບາງ ຄົນເປັນທາດຕໍ່ອາຊີບທີ່ຂັດຂວາງເຂົາຈາກເປັນຄຣິສຕຽນຝ່າຍວິນຍານ,ທີ່ເຮັດໃຫ້ຄົນອື່ນໆ ເປັນທາດຕໍ່ເລື່ອງເພດສໍາພັນນອກໃຈຜົວເມຍແລະຮູບລາມົກ,“ “(ອິດສະຣາເອວ)ກໍຜູກພັນ ຢູ່ກັບຮູບເຄົາລົບແລ້ວ ປ່ອຍລາວຢູ່ຜູ້ດຽວ”(ໂຮເຊຢາ 4:17),ພວກທ່ານບາງຄົນໃນທີ່ນີ້ເປັນ ທາດຂອງກອງກໍາລັງພະຍາມານ.

ພວກທ່ານມາທີ່ຄຣິສຕະຈັກຂອງພວກເຮົາ,ແຕ່ພຣະເຈົ້າບໍ່ໄດ້ຢູ່ທີ່ນີ້, ທ່ານຮູ້ສຶກວ່າ ພຣະເຈົ້າບໍ່ຢູ່ທີ່ນີ້! ຜູ້ທໍານາຍໂຮເຊຢາບອກວ່າພວກເຂົາໄປ...“ເພື່ອສະແຫວງຫາພຣະເຈົ້າ ແຕ່ພວກເຂົາ ຈະຊອກພຣະອົງບໍ່ເຫັນ ພຣະອົງຊົງຈາກເຂົາໄປແລ້ວ”(ໂຮເຊຢາ 5:6)ພຣະ ເຈົ້າຊົງໄປແລ້ວ! ພຣະອົງຊົງອອກໄປຈາກຄຣິສຕະຈັກທັງຫຼາຍຂອງເຮົາແລ້ວ,ພຣະອົງຊົງ ປະຄຣິສຕະຈັກຂອງເຮົາແລ້ວ, ພຣະອົງບໍ່ຢູ່ແລ້ວ, ພຣະອົງບໍ່ຢູ່ບໍ່ແມ່ນເພາະພຣະອົງບໍ່ມີຊີ ຢູ່ວິດ ພຣະອົງບໍ່ຢູ່ເພາະພຣະອົງຊົງມີຊີວິດຢູ່! ພຣະເຈົ້າຊົງດໍາລົງພຣະຊົນຢູ່ -ນັ້ນແລະທີ່ ວ່າເປັນຫຍັງພຣະອົງຈື່ງປະພວກເຮົາ! ພຣະອົງຊົງບໍລິສຸດທຸກຢ່າງ, ພຣະອົງຊົງໃຈຮ້າຍກັບ ບາບທັງໝົດຂອງເຮົາ,ນັ້ນແລະທີ່ວ່າເປັນຫຍັງພຣະອົງຈື່ງປະທ່ານໄວ້ຜູ້ດຽວ,ຢູ່ບ້ານຂອງຕົນຜູ້ດຽວ,ໂດດດ່ຽວໃນຄໍາອະທິຖານຂອງທ່ານ,ໂດດດຽວແມ່ນແຕ່ຢູ່ໃນຄຣິສຕະຈັກຂອງເຮົາ,ຜູ້ ດຽວປາສະຈາກແມ່ນແຕ່ການສະຖິດຢູ່ນໍາຂອງພຣະເຈົ້າ, ຂ້າພະເຈົ້າຮູ້ຈັກຜ່ານທາງປະສົບ ການຂອງຕົນເອງວ່າຮູ້ສຶກແນວໃດເມື່ອຂ້າພະເຈົ້າໄປໂບດໃນຖານະເປັນຄົນໜຸ່ມຢູ່ຄຣິສຕະຈັກຄາວເຄຊຽນແລະພຣະເຈົ້າບໍ່ຊົງຢູ່ບ່ອນນັ້ນເພື່ອຂ້າພະເຈົ້າ, ຂ້າພະເຈົ້າໂດດດ່ຽວ - ຢູ່ ໃນຄຣິສຕະຈັກນັ້ນ, ໂດດດ່ຽວຄືກັບກຣິນເດຮ້ອງຢູ່ເພງທີ່ມີຊື່ສຽງວ່າ:

ບາງເທື່ອຂ້ອຍກໍຫວັງວ່າຈະມີບາງຄົນທີ່ຢູ່ຂ້າງນອກນັ້ນພົບຂ້ອຍ
ຈົນຂ້ອຍຍ່າງໄປຜູ້ດຽວ.
   (Green Day, “Boulevard of Broken Dreams,” 2004).

ຂ້າພະເຈົ້າຮູ້ວ່າທ່ານຮູ້ສຶກແນວໃດ,ຂ້າພະເຈົ້າຍ່າງໄປຕາມທາງລອສແອງເຈີລິສຜູ້ ດຽວຕອນທີ່ເປັນໄວລຸ້ນ,ຜູ້ດຽວຕອນທີ່ຂ້າພະເຈົ້າຍັງໜຸ່ມຄືພວກທ່ານ! ຂ້າພະເຈົ້າໂດດດ່ຽວ ແມ່ນແຕ່ຕອນຢູ່ໃນຄຣິສຕະຈັກຄາວເຄຊຽນກ່ອນທີ່ຈະເຂົ້າຮ່ວມຄຣິສຕະຈັກຊາວຈີນ, ແມ່ນ ຂ້າພະເຈົ້າຈື່ໄດ້ວ່າມັນຮູ້ສຶກແນວໃດ! ແລະຂ້າພະເຈົ້າກໍຊັງມັນ! ຂ້າພະເຈົ້າຊັງປີສາດແຫ່ງ ວັດຖຸນິຍົມທີ່ທໍາລາຍຄວາມຮັກໃນບ້ານຂອງທ່ານ,ທີ່ທໍາລາຍຄວາມສຸກຂອງທ່ານ,ທີ່ທ່ານທໍາລາຍຫົວໃຈຂອງທ່ານແລ້ວເຮັດໃຫ້ທ່ານໂດດດ່ຽວ, ຂ້າພະເຈົ້າຊັງປີສາດທີ່ເຮັດໃຫ້ຄຣິສຕະ ຈັກຂອງເຮົາເຢັນຊ່າແລະບໍ່ເປັນມິດ,ຂ້າພະເຈົ້າຊັງຄວາມບາບຂອງອາເມລິກາທີ່ມາລັກຈາກ ທ່ານສິ່ງທີ່ດີທີ່ພຣະເຈົ້າຕ້ອງການໃຫ້ທ່ານມີ! ບາງຄົນແລ່ນຕາມຄູ່ຊີງປະທານາທິບໍດີເພາະ ເຂົາສັນຍາວ່າຈະໃຫ້ທຸກສິ່ງ, ແຕ່ເຂົາກໍຍ່າງອອກໄປແລ້ວບໍ່ໄດ້ປະອັນໃດໃຫ້ກັບທ່ານເລີຍ ພວກນັກເທດສ່ວນຫຼາຍກໍຄືກັນ, ພວກເຂົາສັນຍາວ່າຈະໃຫ້ທຸກຢ່າງແຕ່ພວກເຂົາບໍ່ມີອັນໃດ ແທ້ທີ່ຈະໃຫ້ທ່ານ! ພວກທ່ານຢູ່ໃຕ້ອິດທິພົນຂອງຜີປີສາດທີ່ເຮັດໃຫ້ຕາບອດ! ແລະເພາະ ອິດທິພົນຂອງຊາຕານທ່ານຈື່ງຢູ່ຜູ້ດຽວ! ພຣະເຈົ້າຊົງຍ່າງໄປຈາກອາເມລິກາແລະໂລກຕາ ເວັນຕົກ!ພຣະເຈົ້າຊົງປະເຮົາໄວ້ໃຫ້ໂດດດ່ຽວເພາະຄວາມບາບຂອງເຮົາ! ແລະພຣະເຈົ້າຊົງ ປະທ່ານໄວ້ຜູ້ດຽວເພາະຄວາມບາບຂອງທ່ານ.

ພວກເຮົາຈະຕ້ອງມີພຣະເຈົ້າຢູ່ໃນຄຣິສຕະຈັກຂອງພວກເຮົາ! ພວກເຮົາຕ້ອງມີ ການຢູ່ນໍາຂອງພຣະອົງຢູ່ກັບເຮົາ! ພວກເຮົາບໍ່ສາມາດຊ່ວຍພວກທ່ານທີ່ເປັນຄົນໜຸ່ມ,ພວກ ເຮົາຊ່ວຍຍັງບໍ່ໄດ້ເລີຍ: ພວກເຮົາບໍ່ສາມາດຊ່ວຍໄດ້ນອກຈາກວ່າພຣະເຈົ້າຈະລົງມາ,ພວກ ເຮົາຈະຕ້ອງກັບໃຈໃນຜິດບາບ! ພວກເຮົາຈະຕ້ອງຮ້ອງໄຫ້ເມື່ອເຮົາອະທິຖານ, ຄໍາອະທິ ຖານຂອງພວກເຮົາຈະເປັນພຽງຖ້ອຍຄໍາເທົ່ານັ້ນນອກຈາກວ່າເຮົາຮ້ອງໄຫ້! ພວກເຂົາຮ້ອງ ໄຫ້ຢູ່ໃນປະເທດຈີນແລະພຣະເຈົ້າກໍລົງມາ! ຖ້າບໍ່ມີພຣະເຈົ້າພວກເຮົາກໍບໍ່ມີຫຍັງທີ່ຈະໃຫ້ ພວກຄົນໜຸ່ມ, ພວກເຮົາສາມາດມີງານລ້ຽງໃຫ້ທ່ານໄດ້ແຕ່ບໍ່ສາມາດເອົາພຣະເຈົ້າໃຫ້ ພວກທ່ານໄດ້! ແລະຖ້າພວກເຮົາບໍ່ສາມາດເອົາພຣະເຈົ້າໃຫ້ພວກທ່ານພວກເຮົາກໍບໍ່ມີຫຍັງ ໃຫ້ທ່ານ, ບໍ່ມີຫຍັງທີ່ຈະຢຽວຢາຄວາມໂດດດ່ຽວຂອງທ່ານໄດ້! ບໍ່ມີຫຍັງປອບໃຈທ່ານໄດ້! ບໍ່ມີຫຍັງທີ່ຈະຊ່ວຍຈິດວິນຍານຂອງພວກທ່ານໄດ້! ພວກທ່ານມາຫາພວກເຮົາແລະພວກ ເຮົາບໍ່ມີອັນໃດຕັ້ງໄວ້ຕໍ່ໜ້າພວກທ່ານ, ບໍ່ມີຫຍັງນອກຈາກງານລ້ຽງ, ບໍ່ມີຫຍັງນອກຈາກ ເຄັກວັນເກີດ! ບໍ່ມີຫຍັງນອກຈາກກາຕູນເກົ່າໆ, ພວກເຮົາບໍ່ມີຫຍັງຕັ້ງໄວ້ຕໍ່ໜ້າທ່ານ,ບໍ່ມີ ຫຍັງທີ່ຈະຊ່ວຍທ່ານ,ບໍ່ມີຫຍັງທີ່ຈະຊ່ວຍທ່ານໃຫ້ພົ້ນຈາກໄຟນາຮົກໄດ້! ພວກເຮົາບໍ່ມີຫຍັງ ນອກຈາກມີພຣະເຈົ້າ! ບໍ່ມີຫຍັງນອກຈາກເພງໜື່ງຫຼືສອງເພງ, ບໍ່ມີຫຍັງນອກຈາກຄໍາອະທິ ຖານ,ບໍ່ມີຫຍັງນອກຈາກບົດເທດທີ່ຕາຍໄປເຄິ່ງໜື່ງ, ພວກເຮົາເປັນໝັນ, ບໍ່ມີຄວາມຊ່ວຍ ເຫຼືອ, ພວກເຮົາບໍ່ມີຈັກຢ່າງທີ່ພວກທ່ານຕ້ອງການ, ພວກເຮົາບໍ່ມີຫຍັງໃຫ້ທ່ານຖ້າພວກເຮົາ ບໍ່ມີພຣະເຈົ້າ!

ວັນເສົາສອງເສົາແລ້ວນີ້ຂ້າພະເຈົ້າໄດ້ຂໍໃຫ້ພວກທ່ານເລົ່າຂໍ້ທ່ອງຈໍາຂອງທ່ານ, ພວກທ່ານຫຼາຍຄົນກໍພາກັນເລົ່າມັນ.

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອ ພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບໄຢທີ່ເຮັດໃຫ້ລະລາຍໄໝ້ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ປໍ ລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກພຣະ ອົງ ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ເຖິງ ພຣະອົງສະເດັດລົງມາ ພູກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1-3)

ຂ້າພະເຈ້າຮູ້ສຶກໄດ້ເຖິງການທີ່ພຣະເຈົ້າສະເດັດລົງມາເໝືອນກັບທີ່ພວກທ່ານບາງຄົນທ່ອງ ຈໍາຂໍ້ພຣະຄໍາພີພວກນັ້ນ,ຂ້າພະເຈົ້າຮູ້ສຶກຢູ່ພາຍໃນ, ຫົວໃຈຂອງຂ້າພະເຈົ້າຖືກຂັບເຄື່ອນ ດ້ວຍລິດອໍານາດຂອງພຣະເຈົ້າ, ຂ້າພະເຈົ້າໄດ້ມີການເຊື້ອເຊີນ, ບໍ່ໄດ້ເທດສະໜາຫຍັງ,ບໍ່ ໄດ້ອະທິຖານຫຍັງເລີຍ,ພຽງແຕ່ຂໍ້ພຣະຄໍາພີພວກນັ້ນ,

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອ ພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບໄຢທີ່ເຮັດໃຫ້ລະລາຍໄໝ້ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ປໍ ລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກພຣະ ອົງ ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ເຖິງ ພຣະອົງສະເດັດລົງມາ ພູກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1-3)

ແລະນາງ_____ກໍອະທິຖານດ້ວຍນໍ້າຕາ!ຈາກນັ້ນກໍແມ່ນເຈສັນ_____ຮ້ອງຄາງດ້ວຍສຽງດັງ, ເຣເບັກກາ_____ກໍມາຮ້ອງຢູ່ທີ່ແທ່ນ, ບາງຄົນກໍຮ້ອງວ່າ“ແລ້ວອັບຣາຮາມ_____ເດ່” ລາວກໍເລີ່ມມາ,ແຕ່ລາວກໍຫັນຫຼັງແລ້ວໜີໄປ, ມີຜູ້ຊາຍສາມຄົນແລ່ນຕາມລາວ,ພວກຜີກໍ ອອກມາ, ນໍ້າຕາຕ່າງໆກໍໄຫຼ, ການຂໍຮ້ອງໄດ້ເກີດຂື້ນ, ສຸດທ້າຍສັນຕິສຸກກໍມາສູ່ລາວ,ສອງ ມື້ຕໍ່ມາລາວກໍໄດ້ຮັບຄວາມລອດ! ຕໍ່ມາກໍແມ່ນຄຣິສຕິນາ_____ໄດ້ມາ,ຈອນເຄແກນເວົ້າ ກັບລາວສອງສາມຄໍາກ່ອນທີ່ຂ້າພະເຈົ້າຈະເອີ້ນລາວໃຫ້ໄປລົມກັບຄົນອື່ນ, ນາງກໍໄດ້ມາຫາ ພຣະເຢຊູດ້ວຍໂຕຂອງນາງເອງ - ແລະດຣ.ເຄແກນກໍໄດ້ຍິນຄໍາພະຍານຂອງລາວທີ່ເວົ້າ ວ່າ“ລາວໄດ້ຜ່ານຄວາມຕາຍໄປສູ່ຊີວິດແລ້ວ” ນາງລອດໂດຍພຣະໂລຫິດຂອງພຣະຜູ້ຊ່ວຍ ຜູ້ຊົງຖືກຄຶງຕາຍ, ຫຼັງຈາກອະທິຖານກັບອັບຣາຮາມ_____,ຈັກແງນກັບຂ້າພະເຈົ້າໄດ້ຮ້ອງ ເພງໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ,ພວກເຮົາມີ 13 ຄົນທີ່ຫວັງວ່າກັບໃຈໃໝ່ແລ້ວພາຍໃນ ສາມມື້18,27ແລະ 28ເດືອນສິງຫາ, ຂ້າພະເຈົ້າບອກໃຫ້ນັກເທດຄົນໜື່ງຟັງແລ້ວລາວເວົ້າ ວ່າ“ເຈົ້າກໍາລັງປະສົບກັບການຟື້ນຟູ” ແມ່ນແທ້ແຕ່ມັນເລີ່ມຕົ້ນກັບການກັບໃຈໃໝ່ຫຼາຍຄົນ, ປົກກະຕິມັນເລີ່ມຕົ້ນກັບພວກຄຣິສຕຽນທີ່ສາລະພາບຄວາມບາບຂອງພວກເຂົາ, ແຕ່ມີພຽງ ຄຣິສຕຽນ 4 ຄົນເທົ່ານັ້ນທີ່ສາລະພາບຄຄວາມບາບຂອງຕົນແລະຖືກຟື້ນຟູ, ມີພຽງຄຣິສ ຕຽນສີ່ຄົນເທົ່ານັ້ນ! ສ່ວນທີ່ເຫຼືອກໍເປັນຄົນທີ່ມີໃຈເຢັນຊ່າແລະຂາດຊີວິດຄືເກົ່າ.

Q_________ສູງກວ່າຫົກຟຸດ,ຄົນເມລິລິກາຜິວດໍາໂຕໃຫຍ່ທີ່ມີໃບໜ້າຢາກຮ້າຍ, ລາວຄຸເຂົ່າລົງແລ້ວຮ້ອງໄຫ້ຈົນໃບໜ້າຂອງລາວເຕັມໄປດ້ວຍນໍ້າຕາ, ລາວເປັນຄົນສຸດທ້າຍ ທີ່ລອດໃນຄືນວັນອາທິດແລ້ວນີ້.

ແຕ່ຂ້າພະເຈົ້າສັງເກດເຫັນສອງຢ່າງຢູ່ໃນການນະມັດສະການເຫຼົ່ານັ້ນທີ່ເຮັດໃຫ້ບໍ່ ສະບາຍໃຈແລະຍັງເປັນບັນຫາຄາໃຈຢູ່, ປະການທໍາອິດທີ່ເປັນບັນຫາໃຫ້ຂ້າພະເຈົ້າກໍຄື ຄວາມຈິງທີ່ວ່າພວກທ່ານບໍ່ມີຄວາມຍິນດີກັບ 13 ຄົນໄດ້ກັບໃຈໃໝ່ແລ້ວ,ພວກເຂົາຖືກ ດຣ.ເຄແກນກວບສອບແລ້ວສອງສາມເທື່ອ, ລາວບອກວ່າພວກເຂົາລອດແລ້ວ,ພວກທ່ານບໍ່ ດີໃຈເລີຍ,ບໍ່ດີໃຈແມ່ນແຕ່ຕອນທີ່ດຣ.ເຄແກນບອກທ່ານວ່າລາວໄດ້ຍິນແລ້ວເວົ້າວ່າຫວັງວ່າເຂົາລອດແລ້ວ,ມີແຕ່ແຈັກກັບຂ້າພະເຈົ້າທີ່ຮ້ອງເພງໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ! ບໍ່ມີ ສຽງຮ້ອງສັນລະເສີນ, ບໍ່ມີຄໍາສັນລະເສີນພຣະເຈົ້າ, ມີພຽງຕົບມືເທົ່ານັ້ນ, ມີສຽງຕົບມືອຸ່ນໆ ໜ້ອຍໜື່ງ,ບໍ່ມີສຽງຮ້ອງແຫ່ງຄວາມຍິນດີທີ່ພວກທ່ານອ່ານໃນການຟື້ນຟູຕ່າງໆ, ພວກທ່ານ ທີ່ເປັນຄຣິສຕຽນແລ້ວບໍ່ດີໃຈກັບການກັບໃຈໃໝ່ຂອງ 13 ຄົນໃນການນະມັດການພວກນັ້ນ ບໍ່ມີໃຜຍີ້ມ! ບໍ່ມີໃຜວ່າຮາເລລູຢາ! ບໍ່ມີສຽງຮ້ອງແຫ່ງຄວາມຍິນທີ່ຂ້າພະເຈົ້າເຄີຍເຫັນໃນ ການຟື້ນຟູຕ່າງໆ, ບໍ່ມີການຫຼັງອອກແຫ່ງການຂອບພຣະຄຸນທີ່ທ່ານໄດ້ອ່ານກ່ຽວກັບມັນໃນ ເລື່ອງທີ່ຖືກຂຽນມາຢູ່ການຟື້ນຟູຕ່າງໆໃນອະດີດ, ບໍ່ມີຄວາມຍິນດີເລີຍ,ມີພຽງສຽງຕົບມື ອຸ່ນໆເມື່ອຂ້າພະເຈົ້າອ່ານຊື່ຂອງຄົນທີ່ລອດແລ້ວ,ຂ້າພະເຈົ້າຄິດວ່າພວກທ່ານຈະຢືນຂື້ນ ແລ້ວຮ້ອງວ່າ“ສັນລະເສີນພຣະເຈົ້າ”ພ້ອມກັບຕົບມືດັງໆ,ແຕ່ບໍ່ມີເລີຍ,ມີແຕ່ຕົບມືແບບສຸພາບໜ້ອຍດຽວ - ເໜືອໄຊຊະນະອັນຍິ່ງໃຫຍ່! ນັ້ນແລະຄືປະການທີ່ໜື່ງທີ່ລົບກວນຂ້າພະເຈົ້າ.

ປະການທີ່ສອງທີ່ລົບກວນຂ້າພະເຈົ້າກໍຄືຄວາມຈິງທີ່ວ່າມີພຽງແຕ່ຄຣິສຕຽນເກົ່າແກ່ສີ່ຄົນເທົ່ານັ້ນທີ່ໃນຄຣິສຕະຈັກຂອງເຮົາຖືກຟື້ນຟູໃນການນະມັດສະການເຫຼົ່ານັ້ນ,ມີແຕ່ສີ່ຄົນ ສ່ວນຄົນອື່ນໆກໍຍັງຄົງເຢັນຊ່າແລະໄຮ້ຄວາມຮູ້ສຶກຄືເກົ່າ! ມີຄົນໜື່ງເວົ້າວ່າ“ຂ້ອຍຖືກຟື້ນຟູ ແຕ່ບໍ່ຄືກັບນາງ_______” ພີ່ນ້ອງທີ່ຮັກທັງຊາຍແລະຍິງຂອງຂ້າພະເຈົ້າຖ້າພວກທ່ານບໍ່ ເປັນຄືກັບນາງ_______,ທ່ານກໍຍັງບໍ່ໄດ້ຮັບການຟື້ນຟູຍັງເລີຍ! ຖ້າພວກທ່ານບໍ່ຖືກແຕະ ຕ້ອງໂດຍພຣະເຈົ້າເລີຍຖ້າທ່ານບໍ່ເປັນຄືກັບນາງ_______!

ຂ້າພະເຈົ້າຖາມຈອນເຄແກນວ່າເປັນຫຍັງຈື່ງມີການຟື້ນຟູໜ້ອຍຫຼາຍຢູ່ຖ້າມກາງ ພວກເຈົ້າທີ່ລອດແລ້ວ,ລາວເວົ້າວ່າເພາະຄວາມເຢາະເຢີ້ຍແລະບໍ່ເຊື່ອຂອງທ່ານ,ຂ້າພະເຈົ້າຄິດວ່າລາວເວົ້າຖືກ,ການຂັບເຄື່ອນຂອງພຣະວິນຍານໄດ້ມາແລະ 13 ຄົນກັບຮັບຄວາມ ລອດແຕ່ພວກທ່ານເຢາະເຢີ້ຍ, ພວກທ່ານບໍ່ເຊື່ອມັນ, ພວກເຮົາມີການຂັບເຄື່ອນອັນຍິ່ງ ໃຫຍ່ຂອງພຣະເຈົ້າແຕ່ພວກທ່ານບໍ່ເຊື່ອມັນແທ້, ເປັນຫຍັງພວກທ່ານຈື່ງບໍ່ເຊື່ອແທ້?ຂ້າພະ ເຈົ້າຈະຂໍບອກທ່ານວ່າເປັນຫຍັງ, ມັນເປັນເພາະມີບາງສິ່ງບາງຢ່າງຜິດພາດໃນໂຕທ່ານ!ມັນ ມີບາງສິ່ງບາງຢ່າງຜິດພາດຢ່າງຮ້າຍເລີຍໃນໂຕທ່ານ! ພວກທ່ານບໍ່ມີນໍ້າຕາແຫ່ງຄວາມຍິນ ດີເລີຍ,ພວກທ່ານບໍ່ມີຄວາມຍິນດີຕອບເລີຍ, ພວກທ່ານບໍ່ມີຄວາມຍິນດີເພາະຫົວໃຈຂອງ ທ່ານຜິດພາດ, ແລະຫົວໃຈຂອງທ່ານຜິດເພາະທ່ານບໍ່ໄດ້ກວອດສອບມັນຢ່າງລະມັດລະວັງ ພວກທ່ານຖືກຊາຕານຫລອກ, ທ່ານບໍ່ແມ່ນແຕ່ເຂົ້າໃຈມັນເລີຍ,ທ່ານບໍ່ແມ່ນແຕ່ເຂົ້າໃຈວ່າ ທ່ານຖືກຫລອກໂດຍ“ກົນອຸບາຍຂອງພະຍາມານ” ທ່ານບໍ່ແມ່ນແຕ່ເຂົ້າໃຈວ່າພະຍາມານໄດ້ ອອກອຸບາຍແລະຫລອກລວງທ່ານແລ້ວ! ແລ້ວທ່ານຈະສາມາດ“ເຂັ້ມແຂງຂື້ນໃນພຣະເຈົ້າ ແລະໃນລິດເດດອັນຊົງລິດຂອງພຣະອົງ”ໄດ້ແນວໃດ? ທ່ານຈະສາມາດ“ປ້ຳສູ້”ພະຍາມານ ແນວໃດຖ້າທ່ານບໍ່ຮູ້ວ່າມັນໄດ້ອອກອຸບາຍແລະຫລອກລວງທ່ານແລ້ວ?(ຍົກຕົວຢ່າງເອເຟ ໂຊ 6:10-11)ດຣ.ເມີຣິລເອັຟອັງເກີແຫ່ງໂຮງຮຽນສາສະໜາສາດດາລັສໄດ້ກ່າວວ່າ(ຄຣິສ ຕຽນ)ທີ່ຈະຢູ່ຝ່າຍວິນຍານ ແລະ ມີຊີວິດທີ່ມີໄຊຊະນະອັນຍິ່ງໃຫຍ່ຈະຕ້ອງຂັດແຍງກັບຊາ ຕານກັບຜີປີສາດ(ພວກປີສາດ)ທີ່ຕໍ່ສູ້ຢ່າງແຮງກ້າຕໍ່ຄຣິສຕຽນທີ່ຢູ່ຝ່າຍວິນຍານແລະເປັນປະໂຫຍດ” ” (Biblical Demonology, Kregel, 1994, p. 101).

ພີ່ນ້ອງຊາຍຍິງທັງຫຼາຍພວກເຮົາຈະຕ້ອງກວບເບີ່ງໃຈຂອງເຮົາ,ພວກເຮົາຈະຕ້ອງ ສາລະພາບຄວາມບາບຂອງເຮົາ“ເພື່ອບໍ່ໃຫ້ຊາຕານມີໄຊເໜືອເຮົາເພາະເຮົາຮູ້ກົນອຸບາຍ ຂອງມັນແລ້ວ”(2 ໂກລິນໂທ 2:11),ດຣ.ລອຍໂຈນກ່າວວ່າ“ໜື່ງໃນເຫດຜົນທັງຫຼາຍຂອງ ສະພາບທີ່(ບໍ່ດີ)ຂອງຄຣິສຕະຈັກໃນປະຈຸບັນນີ້ກໍຄືພະຍາມານຖືກລືມໄປແລ້ວ...ຄຣິສຕະຈັກຖືກເມົາຢາແລະຫລອກລວງ, ຄຣິສຕະຈັກບໍ່ໄດ້ລະວັງເລື່ອງຄວາມຂັດແຍ້ງອີກຕໍ່ໄປ” (Christian Warfare, Banner of Truth, 1976, pp. 292, 106). ບໍ່ໄດ້ລະວັງເລື່ອງຄວາມ ຂັດແຍ້ງອີກຕໍ່ໄປບໍ່ລະວັງວ່າຄວາມບາບຂອງທ່ານໄດ້ເຮັດໃຫ້ໃຈຂອງທ່ານດ້ານຊ່າໄປ,ບໍ່ລະວັງວ່າການບໍ່ສາລະພາບບາບໄດ້ແຍກທ່ານອອກຈາກພຣະເຈົ້າ!

ພວກເຮົາຈະເອົາຊະນະພະຍາມານໄດ້ແນວໃດ?ກ່ອນອື່ນໃດພວກເຮົາຈະຕ້ອງຂໍໃຫ້ພຣະເຈົ້າສໍາແດງໃຫ້ເຮົາເຫັນຄວາມບາບຕ່າງໆທີ່ຢູ່ໃນໃຈຂອງພວກເຮົາ,ພວກເຮົາຈະຕ້ອງອະທິຖານດ້ວຍຄວາມສັດຊື່.

“ໂອຂ້າແດ່ພຣະເຈົ້າຂໍຊົງຄົ້ນເບິ່ງຂ້າພະອົງ ແລະ ຊົງຊາບຈິດໃຈຂອງ ຂ້າພະອົງ ຂໍຊົງລອງຂ້າພະອົງ ແລະຊົງຊາບຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ” (ເພງສັນລະເສີນ 139:23,24)

ຢ່າພັກວຽກທີ່ພວກທ່ານເຮັດເພື່ອຄຣິສຕະຈັກ,ພວກທ່ານຫຼາຍຄົນເຮັດວຽກໜັກເພື່ອຄຣິສຕະຈັກຂອງເຮົາ, ພວກທ່ານເຮັດວຽກໜັກແຕ່ພວກທ່ານມີບາບຢູ່ໃນໃຈ, ຢ່າພັກແມ່ນ ແຕ່ໃນຄໍາອະທິຖານຂອງທ່ານ, ພວກທ່ານອາດຈະອະທິຖານທຸກມື້ແລະຍັງມີຄວາມຊົ່ວຢູ່ໃນ ໃຈຂອງທ່ານຢູ່, ຂ້າພະເຈົ້າໄດ້ຖາມຜູ້ຊາຍຄົນໜື່ງໃນຄຣິສຕະຈັກຂອງເຮົາ“ເຈົ້າສະບາຍດີ ບໍ?”“ຂ້ອຍສະບາຍດີ”ລາວຄິດວ່າລາວສະບາຍດີແທ້ແຕ່ຫຼັງຈາກນັ້ນຂ້າພະເຈົ້າໄດ້ຊີ້ໃຫ້ລາວເຫັນບາບທີ່ແຂງແກນທີ່ກໍາລັງທໍາລາຍລາວຢູ່,ລາວບອກວ່າ“ຂ້ອຍບໍ່ເຄີຍຄິດເຖິງເລື່ອງນັ້ນ ໃນຖານະເປັນຄວາມບາບອັນໜື່ງເລີຍ” ມັນສາມາດເປັນຄວາມຈິງໃນໃຈຂອງທ່ານບໍ?ມີ ຄວາມບາບອັນໜື່ງຢູ່ໃນໃຈຂອງທ່ານບໍທີ່ທ່ານບໍ່ເຄີຍຄິດເຖິງມັນເລີຍ?

ທ່ານຍັງຄົງສັດຊື່ຕໍ່ຄຣິສຕະຈັກຂອງເຮົາໃນເມື່ອຄົນອື່ນໄດ້ຖີ້ມຄຣິສຕະຈັກໄປຕອນທີ່ມີການແຕກແຍກ, ຢ່າໄປຢຸດຢູ່ໃນນັ້ນ! ທ່ານສາມາດຢືນຢັດໃນຄຣິສຕະຈັກຂອງເຮົາແລະ ຍັງຄົງມີບາບໃນໃຈຂອງທ່ານທີ່ທ່ານ“ບໍ່ເຄີຍຄິດເຖິງມັນເລີຍ”ໄດ້,ພວກທ່ານບາງຄົນກໍາລັງ ອະທິຖານເພື່ອທີ່ລູກຂອງທ່ານຈະລອດ, ແຕ່ຄໍາອະທິຖານຂອງບໍ່ໄດ້ຮັບຄໍາຕອບ, ມັນສາ ມາດເປັນແບບນັ້ນບໍທີ່ມີບາບບາງອັນຖືກເຊື່ອງໄວ້ຢູ່ໃນໃຈຂອງທ່ານ?ບາບບາງຢ່າງທີ່ພວກທ່ານບໍ່ເຄີຍຄິດເຖິງມັນເລີຍ,ແຕ່ມັນຄືຄວາມບາບແລະຕອນນີ້ຂ້າພະເຈົ້າຫວັງວ່າທ່ານຈະຮູ້ ສຶກມັນ, ຄໍາອະທິຖານເພື່ອລູກຂອງທ່ານຈະບໍ່ຖືກຕອບນອກຈາກທ່ານຈະສາລະພາບຄວາມ ບາບຂອງທ່ານ,ພຣະຄໍາຂອງພຣະເຈົ້າກ່າວວ່າ“ຖ້າຂ້າພະເຈົ້າໄດ້ບົ່ມຄວາມຊົ່ວຊ້າໄວ້ໃນໃຈຂອງຂ້າພະເຈົ້າ ອົງພຣະຜູ້ເປັນເຈົ້າຈະບໍ່ຊົງສະດັບ”(ເພງສັນລະເສີນ 66:18)ມີພຽງຄຣິສ ຕຽນທີ່ສະອາດເທົ່ານັ້ນຈະໄດ້ຮັບຄໍາຕອບຄໍາອະທິຖານ,ພວກທ່ານໄດ້ອະທິຖານເພື່ອພີ່ນ້ອງຂອງທ່ານໃຫ້ໄດ້ຮັບຄວາມລອດ,ແຕ່ຄໍາອະທິຖານຂອງທານບໍ່ຖືກຕອບ,ທ່ານອາດຈະປອບ ໃຈຕົນເອງໂດຍເວົ້າວ່າທ່ານ“ກໍາລັງອະທິຖານຕະຫຼອດ”ຈົນຈະໄດ້ຮັບຄໍາຕອບ, ແຕ່ພວກ ທ່ານບໍ່ມີວັນທີ່ຈະ“ອະທິຖານຕະຫຼອດ”ເພື່ອເຂົາເຈົ້າໃນແບບທີ່ທ່ານເປັນ, “ຖ້າຂ້າພະເຈົ້າໄດ້ ບົ່ມຄວາມຊົ່ວຊ້າໄວ້ໃນໃຈຂອງຂ້າພະເຈົ້າ ອົງພຣະຜູ້ເປັນເຈົ້າຈະບໍ່ຊົງສະດັບ”(ເພງສັນລະ ເສີນ 66:18)ແຕ່ພວກທ່ານພັດເວົ້າວ່າ“ມັນເປັນພຽງແຕ່ບາບນ້ອຍໆ”ພະຍາມານມັນບອກ ທ່ານວ່າມັນ“ນ້ອຍໆ” - ແຕ່ທ່ານຈະຕ້ອງເຫັນວ່າມັນກໍາລັງຂັດຂວາງຄໍາອະທິຖານຂອງ ທ່ານຢູ່,ທ່ານຈະຕ້ອງສາລະພາບຄວາມຜິດບາບທີ່ຢູ່ໃນໃຈຂອງທ່ານຕໍ່ພຣະເຈົ້າ, ທ່ານຈະ ຕ້ອງສາລະພາບມັນບໍ່ດັ່ງນັນພຣະເຈົ້າກໍຈະບໍ່ຟັງທ່ານ.

ນັກຂ່າວປະເສີດໜຸ່ມອີແວນໂຣເບີດຖືກໃຊ້ຢ່າງຍີ່ງໃຫຍ່ໃນການຟື້ນຟູປີ 1904 ຢູ່ ປະເທດເວລສ໌, ອີແວນໂຣເບີດໄດ້ເວົ້າກ່ອນທີ່ພຣະວິນຍານຈະສະເດັດມາໃນການຟື້ນຟູ “ພວກເຮົາກໍາຈັດຄຣິສຕະຈັກແຫ່ງຄວາມຄິດຊົ່ວທຸກຢ່າງ” - ຄວາມຄິດຮ້າຍທຸກຢ່າງ(ການ ກຽດຊັງ,ຄວາມຂົມຂື່ນ)ຄວາມອິດສາ,ອະຄະຕິ(ການຕັດສິນຜູ້ອື່ນ) ແລະ ຄວາມບໍ່ເຂົ້າໃຈ (ການບໍ່ເຫັນດີກັນ,ຄວາມເຢີຢີ່ງ)ຢ່າອະທິຖານຈົນກວ່າການຜິດໃຈກັນທຸກຢ່າງ(ກັບຄົນອື່ນໆໃນຄຣິສຕະຈັກ)ໄດ້ຮັບ(ການສາລະພາບ)ແລະໃຫ້ອະໄພແຕ່ຖ້າທ່ານຄິດວ່າທ່ານບໍ່ສາມາດ ໃຫ້ອະໄພໄດ້,ກົ້ມລົງ(ຄຸເຂົ່າຂອງທ່ານ)ແລ້ວຂໍພຣະວິນຍານການໃຫ້ອະໄພ, ທ່ານກໍຈະໄດ້ ຮັບມັນຫຼັງຈາກນັ້ນ”...ໃນເວລາປົກກະຕິພວກຄຣິສຕຽນໄດ້ເຍຶດຖືສິ່ງເຫຼົ້ານັ້ນ...ແຕ່ໃນການ ຟື້ນຟູບາບລັບໆຈະຖືກນໍາອອກມາ..ສູ່ຄວາມຄິດຂອງຄຣິສຕຽນ ແລະ ຈະບໍ່ມີສັນຕິສຸກຈົນ ກວ່າຈະຖືກສາລະພາບຈົນໝົດສິ້ນ”(ເອັດເວີດເຫຼັ້ມດຽວກັນໜ້າ114)

ຢູ່ຄຣິສຕະຈັກແບັບຕິດຈີນໃນປີ 1969 ແລະ 1970 ມີການສໍານືກບາບທີ່ພິລຶກ ຫຼາຍຖ້າມກາງພວກຄຣິສຕຽນ, ຂ້າພະເຈົ້າເຫັນມັນ, ບາງເທື່ອການສໍານຶກຜິດບາບເປັນ ການເສຍໃຈຫຼາຍ, ຜູ້ຄົນຮ້ອງໄຫ້ຈົນບໍ່ສາມາດຄວບຄຸມໄດ້, ແຕ່ບໍ່ມີການຟື້ນຟູໃດ(ຖ້າມ ກາງພວກຄຣິສຕຽນ)ໂດຍປາສະຈາກການສໍານຶກຜິດແລະໂສກເສົ້າ, ຢູ່ມຸມໜື່ງຂອງຫ້ອງປະ ຊຸມບາງຄົນເລີ່ມຮ້ອງໄຫ້, ຈາກນັ້ນທຸກຄົນກໍຮ້ອງໄຫ້ສືບຕໍ່ເປັນເວລາຫຼາຍຊົ່ວໂມງດ້ວຍ ການສາລະພາບບາບ,ການຮ້ອງໄຫ້,ການອະທິຖານແລະການຮ້ອງເພງເບົາໆ, ທຸກຄົນລືມ ໃນສິ່ງທີ່ຄົນອື່ນຄິດ, ພວກເຂົາຢູ່ຊ້ອງໜ້າກັບພຣະເຈົ້າ.

ບໍ່ມີການຟື້ນຟູໂດຍປາສະຈາກການທີ່ຄຣິສຕຽນມີການສໍານຶກບາບທີ່ເລິກເຊິ່ງ, ອຶດ ອັດໃຈແລະຖ່ອມໃຈ, ຄວາມງຽບຖືກຂັດຈັງຫວະໂດບການຮ້ອງໄຫ້ສະອຶກສະອື້ນຂອງພວກ ຄຣິສຕຽນທີ່ພຣະເຈົ້າຊົງຈັດການນໍາ, ສິດຍາພິບານຄົນຈີນຂອງຂ້າພະເຈົ້າຄືດຣ.ທິໂມທີລິນ ຮູ້ດີວ່າຈະເຮັດແນວໃດ, ລາວປ່ອຍໃຫ້ເລື່ອງນີ້ເກີດຂື້ນເພາະລາວຮູ້ດີຈາກປະສົບການຂອງ ລາວຢູ່ປະເທດຈີນວ່ານີ້ເປັນພຣະເຈົ້າຊົງຂັບເຄື່ອນຖ້າມກາງຄົນຂອງພຣະອົງ,ມັນເປັນການນະມັດສະການທີ່ອັດສະຈັນທີ່ສຸດເທົ່າທີ່ຂ້າພະເຈົ້າເຄີຍເຫັນມາກ່ອນ, ສິ່ງທີ່ຂ້າພະເຈົ້າອະທິ ຖານກໍຄືວ່າເຮົາຈະເຫັນພຣະເຈົ້າເຮັດແບບນັ້ນຢູ່ໃນຄຣິສຕະຈັກຂອງເຮົາ, ພວກເຮົາມີ“ການ ແຕະຕ້ອງແຫ່ງຟື້ນຟູ”ເມື່ອຄຣິສຕຽນສີ່ຄົນຖືກໂນ້ມນ້າວເລື່ອງບາບໃນໃຈຂອງເຂົາແລ້ວສາ ລະພາບອອກມາ, ພຣະວິນຍານບໍລິສຸດໄດ້ລົງມາແລະຄົນຫຼົງທາງ 13 ຄົນໄດ້ກັບໃຈໃໝ່ ແຕ່ສະມາຊິກຄົນອື່ນໆຂອງຄຣິສຕະຈັກເຮົາບໍ່ເໜັ່ງຕີງຫຍັງເລີຍ, ຖ້າ 13 ຄົນໄດ້ຮັບຄວາມ ລອດໃນເມື່ອຄຣິສຕຽນສີ່ຄົນໄດ້ຮັບການຟື້ນຟູ,ຈົ່ງຄິດໃນສິ່ງທີ່ຈະເກີດຂື້ນຢູ່ໂບດເຮົາຖ້າຫາກ ພວກທ່ານ 15 ຫຼື 20 ຄົນຫາກສາລະພາບບາບທີ່ຢູ່ໃນໃຈຄືກັບນາງ_____ເຮັດ!ທ່ານຈະ ສາລະພາບຄວາມບາບຂອງທ່ານບໍໃນຄືນນີ້? ຫຼືທ່ານຈະກັບບ້ານໃນຄືນນີ້ໂດຍບໍ່ມີຄວາມ ຍິນດີ? ປາສະຈາກການສາລະພາບ ປາສະຈາກນໍ້າຕາ ປາສະຈາກໃຈທີ່ຟື້ນຟູ ກໍເຢັນຊ່າ ແລະຕາຍແບບທີ່ເຄີຍເປັນຢູ່.

ທ້າວກິວດອງລີເວົ້າວ່າ“ຂ້ອຍເປັນໜື່ງໃນ39ຄົນ ຂ້າພະເຈົ້າຢູ່ໃນຄຣິສຕະຈັກຂອງ ເຮົາຕອນທີ່ພວກໝູ່ຂອງຂ້ອຍກັບຄົນອື່ນໆອອກໄປຕອນເກີດການແບ່ງແຍກໃຫຍ່, ຂ້ອຍ ໄດ້ຮັບຄວາມລອດ,ຕອນທີ່ດຣ.ໄຮເມີເວົ້າວ່າຂ້ອຍເປັນຄົນທີ່ຖອຍຫຼັງ, ຂ້ອຍກໍຄິດວ່າ“ຂ້ອຍ ຕ້ອງການອັນໃດຕື່ມອີກ? ຂ້ອຍກັບໃຈໃໝ່ແລ້ວ, ຂ້ອຍຕ້ອງການອັນໃດຕື່ມອີກລະ?ຂ້ອຍບໍ່ ເຂົ້າໃຈວ່າຂ້ອຍໄດ້ສູນເສຍຄວາມຮັກດັ່ງເດີມທີ່ມີຕໍ່ພຣະເຈົ້າ, ດຣ.ໄຮເມີອ້າງອີງພະນິມິດ 2:4ແລະ 5 “ເຮົາມີຂໍ້ທີ່ຈະສູ້ເຈົ້າຄືເພາະເຈົ້າໄດ້ປະຖີ້ມຄວາມຮັກດັ່ງເດີມຂອງເຈົ້າ,ຈົ່ງລະ ນຶກສະພາບເດີມທີ່ເຈົ້າລົ່ນມາແລ້ວນັ້ນແລະຈົ່ງກັບໃຈໃໝ່”(ພະນິມິດ 2:4,5) ຕໍ່ມາຂ້າພະ ເຈົ້າກໍເຂົ້າໃຈວ່າຂ້ອຍບໍ່ເປັນແບບທີ່ເຄີຍເປັນຕອນທີ່ຂ້ອຍຮັບເຊື່ອໃໝ່ໆ, ຂ້ອຍເຄີຍຮ້ອງໄຫ້ ດ້ວຍຄວາມດີໃຈຕອນທີ່ຂ້ອຍຮ້ອງເພງເຊັ່ນວ່າ“ໃຈຊົ່ວເທົ່າໃດ ແລະ ພຣະຄຸນພຣະເຈົ້າ” ຕອນນີ້ຂ້ອຍພຽງແຕ່ຮ້ອງເພງໂດຍທີ່ປາສະຈາກຄວາມຮັກແລະຄວາມຍິນດີ, ດຽວນີ້ຄໍາອະ ທິຖານຂອງຂ້ອຍດັງແຕ່ຄໍາອະທິຖານຂອງຂ້ອຍເປັນພຽງແຕ່ຄໍາເວົ້າ,ຄໍາທີ່ດີແຕ່ເປັນພຽງແຕ່ຄໍາອະທິຖານທີ່ວ່າງເປົ່າ, ຂ້ອຍຍັງຄົງອະທິຖານຕາມລະລໍາດັບແລະຂໍ້ໂຕ້ແຍ້ງແຕ່ຂ້ອຍພຽງ ແຕ່ອະທິຖານໂດຍປາສະຈາກການຄາດຫວັງແທ້ໆວ່າພຣະເຈົ້າຈະຕອບ, ຄໍາອະທິຖານ ດັງໆຂອງຂ້ອຍເປັນພຽງແຕ່ຄໍາ, ພວກມັນເປັນຄໍາອະທິຖານທີ່ວາງເປົ່າ,ຈາກນັ້ນຂ້ອຍກໍຮູ້ວ່າ ຂ້ອຍຕ້ອງສາລະພາບບາບຂອງຂ້ອຍ,ບາບທີ່ຢູ່ໃນໃຈຂອງຂ້ອຍ, ຂ້ອຍຈື່ໄດ້ທີ່ພຣະຄໍາພີ ເວົ້າວ່າ:

“ຖ້າເຮົາສາລະພາບບາບຂອງເຮົາ ພຣະອົງຊົງສັດຊື່ແລະທ່ຽງທໍາກໍຈະຊົງ ໂຜດຍົກໂທດບາບແກ່ເຮົາແລະຈະຊົງຊໍາລະເຮົາໃຫ້ພົນຈາກການອະທໍາ ທຸກຢ່າງ” (1 ໂຢຮັນ 1:9)

ຂ້າພະເຈົ້າຈື່ໄດ້ວ່ານັກແຕ່ງເພງສັນລະເສີນໄດ້ອະທິຖານວ່າ “ຂໍຊົງຄືນຄວາມຍິນດີແຫ່ງ ຄວາມລອດແກ່ຂ້າພະອົງ”(ເພງສັນລະເສີນ 51:12).ຂ້າພະເຈົ້າຈື່ໄດ້ທີ່ລາວເວົ້າວ່າ“ເຄື່ອງບູ ຊາທີ່ພຣະເຈົ້າຊົງຮັບໄດ້ຄືຈິດໃຈທີ່ຊອກຊໍ້າ ຈິດໃຈທີ່ສໍານຶກຜິດແລະຊອກຊໍ້ານັ້ນ ໂອຂ້າແດ່ ພຣະເຈົ້າ ພຣະອົງຈະບໍ່ຊົງດູຖູກ”(ເພງສັນລະເສີນ 51:17).

ທ້າວລີເປັນໜື່ງໃນ“39ຄົນ”ຜູ້ທີ່ຊ່ວຍຮັກສາຄຣິສຕະຈັກຂອງເຮົາຈາກການລົ້ມລະ ລາຍ,ລາວເປັນຜູ້ຊ່ວຍທີ່ອຸທິດດ້ວຍຄວາມສັດຊື່, ລາວເວົ້າວ່າ“ຂ້ອຍຕ້ອງການອັນໃດອີກ” ຫຼັງຈາກນັ້ນພຣະເຈົ້າກໍສະແດງໃຫ້ລາວເຫັນວ່າລາວຈໍາເປັນຕ້ອງສາລະພາບບາບທີ່ຢູ່ໃນໃຈຂອງລາວ,ລາວກ້າວອອກມາແລ້ວສາລະພາບບາບຂອງລາວ,ລາວຮ້ອງໄຫ້ຫຼາຍຈົນໃບໜ້າຂອງລາວແດງ,ແລະພຣະເຈົ້າຊົງໃຫ້ອະໄພລາວແລະຟື້ນຟູໃໝ່ດ້ວຍຄວາມຍິນດີໃນໃຈ,ດຽວນີ້ລາວອະທິຖານດ້ວຍນໍ້າຕາແລະຄວາມຍິນດີທີ່ລາວໄດ້ສູນເສຍໄປ,ລາວບອກວ່າ“ພວກເຮົາມີຄໍາອະທິຖານທີ່ວ່າງເປົ່າ, ພວກເຮົາມີຮອຍຍິ້ມທີ່ມຶນເຫຼື້ອມ,ຕອນທີ່ພວກເຮົາຈັບມື້ກັນໃນ ການສາມັກຄີທໍາກັນ, ບໍ່ມີຄວາມຮັກມີແຕ່ຮ້ອຍຍິ້ມຂີ້ຕົວະ”

ທ້າວລີເປັນຜູ້ນໍາຄົນໜື່ງໃນຄຣິສຕະຈັກ,ແຕ່ເຈົ້າຈະສາມາດນໍາຄຣິສຕະຈັກໄປໄດ້ ແນວໃດຖ້າເຈົ້າຫາກສູນເສຍຄວາມຮັກດັ່ງເດີມຂອງເຈົ້າ? ເຈົ້າສາມາດພຽງແຕ່ນໍາຄົນໜຸ່ມ ຂອງເຮົາເຂົ້າສູ່ສາສະໜາທີ່ວ່າງເປົ່າແບບເດີມໆທີ່ເຈົ້າເຄີຍມີເທົ່ານັ້ນ, ຜູ້ນໍາທຸກຄົນໃນຄຣິສ ຕະຈັກຂອງເຮົາຈະຕ້ອງສາລະພາບບາບຂອງເຂົາບໍ່ດັ່ງນັ້ນກໍບໍ່ມີຄວາມຫວັງໃດສໍາຫຼັບຄຣິສຕະຈັກຂອງເຮົາ, ຂ້າພະເຈົ້າວ່າ“ຜູ້ຄົນທີ່ມາຢ້ຽມຄຣິສຕະຈັກຂອງເຮົາຄິດວ່າຄຣິສຕະຈັກ ຂອງເຮົາຍິ່ງໃຫຍ່, ພວກເຂົາບໍ່ເຂົ້າໃຈວ່າພວກເຮົາມີພຽງສາສະໜາຜິດໆທີ່ປາສະຈາກ ຄວາມຮັກແທ້,ຄຣິສຕະຈັກຂອງເຮົາອີກບໍ່ດົນກໍຈະກາຍເປັນຄືກັບຄຣິສຕະຈັກຂ່າວປະເສີດທີ່ຕາຍແລ້ວນອກຈາກພວກຜູ້ນໍາແລະສະມາຊິກຂອງເຮົາຈະຄຸເຂົ່າລົງເພື່ອພຣະເຈົ້າ,ສາລະ ພາບຄວາມບາບຂອງເຂົາຕໍ່ພຣະອົງດ້ວຍນໍ້າຕາແລະຖືກຮື້ຟື້ນຄືນໃໝ່ໂດຍພຣະໂລຫິດຂອງພຣະເຢຊູຜູ້ຊົງຫຼັ່ງເລືອດຂອງພຣະອົງເພື່ອຮັກສາໃຈຂອງພວກເຮົາແລະມອບຄວາມຮັກທີ່ບໍລິສຸດທີ່ພວກເຮົາເຄີຍມີເມື່ອພວກເຮົາໄດ້ຮັບຄວາມລອດຄັ້ງແລກ,ພຣະເຢຊູຊົງກ່າວວ່າ“ຖ້າ ເຈົ້າທັງຫຼາຍຮັກຊື່ງກັນແລະກັນດັ່ງນີ້ແລະຄົນທັງປວງກໍຈະຮູ້ໄດ້ວ່າເຈົ້າທັງຫຼາຍເປັນສາວົກຂອງເຮົາ”(ໂຢຮັນ 13:35) ພີ່ນ້ອງຊາຍຍິງທັງຫຼາຍພວກເຮົາຈະບໍ່ມີວັນມີຄວາມຮັກແທ້ໃນ ຄຣິສຕະຈັກຂອງເຮົາໄດ້ນອກຈາກວ່າພວກເຮົາຫຼາຍຄົນທັງເຖົ້າແລະໜຸ່ມຈະສາລະພາບ ບາບຂອງເຮົາ.

ຂ້າພະເຈົ້າກໍາລັງອະທີຖານວ່າທ່ານຈະໄດ້ຍິນຂ້າພະເຈົ້າແລ້ວສາລະພາບຄວາມຜິດບາບຂອງທ່ານໃນຄໍ່າຄືນນີ້,ຂໍເຊີນຢືນຂື້ນແລ້ວຮ້ອງເພງ“ໂອພຣະເຈົ້າຂໍໂຜດຄົ້ນເບິ່ງຂ້າ”

“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ
ແລະຊົງຊາບຈິດໃຈຂອງຂ້າພະອົງ ຂໍຊົງລອງ
ຂ້າພະອົງ ແລະຊົງຊາບຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ
ແລະຂໍຊົງນໍາຂ້າພະອົງໄປໃນທາງນິລັນ”
(ເພງສັນລະເສີນ 139:23,24)

ດຽວນີ້ຂໍເຊີນຮ້ອງເພງ“ໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າຢ່າໃຫ້ຄວາມດື້ຂອງບາບ”

ໂຜດຕື່ມເຕັມນິມິດທຸກຢ່າງ ຢ່າໃຫ້ຄວາມດື້ຂອງບາບ
ມາປິດບັງຄວາມສະຫວ່າງທີ່ສ່ອງຢູ່ພາຍໃນ
ຂໍໃຫ້ຂ້າເຫັນພຣະພັກພຣະພອນຂອງພຣະອົງ
ໂຜດລ້ຽງຈິດໃຈຂ້າດ້ວຍພຣະຄຸນອັນໃຫຍ່ຂອງພຣະອົງ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ
   (“Fill All My Vision” by Avis Burgeson Christiansen, 1895-1985).

ກະລຸນາຢ່າຢ້ານທີ່ຈະມາແລ້ວສາລະພາບຄວາມຜິດບາບຂອງທ່ານຢູ່ທີ່ແທ່ນນີ້,ກະ ລຸນາຢ່າຢ້ານທີ່ຈະມາ,ຈົ່ງເຮັດມັນເພື່ອທີ່ຄຣິສຕະຈັກຂອງເຮົາຈະສາມາດມີຊີວິດອີກ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນ ຄິນເຄດກຣິຟຟິດ:
“Revive Thy Work” (by Albert Midlane, 1825-1909).