Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ລະບຽບແລະຂໍ້ໂຕ້ແຍງໃນຄໍາອະທິຖານ - ຕອນທີ່ II

ORDER AND ARGUMENT IN PRAYER – PART II
(Laotian)

ໂດຍ ຈອນຊາມູເອວ ເຄແກນ
by Mr. John Samuel Cagan

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ແລງວັນເສົາ 3/9/2016
A sermon preached at the Baptist Tabernacle of Los Angeles
Saturday Evening, September 3, 2016

“ໂອຂ້າຢາກຮູ້ວ່າຈະພົບພຣະອົງຢູ່ໃສ ເພື່ອຂ້າຈະມາເຖິງພຣະ ທີ່ນັ່ງຂອງພຣະອົງ! ຂ້າຈະຍື່ນຄະດີຂອງຂ້າຕໍ່ພຣະພັກພຣະ ອົງ ແລະ ບັນຈຸຂໍ້ໂຕ້ແຍງຂອງຂ້າເຕັມປາກ” (ໂຢບ 23:3-4)


ພວກເຮົາກໍາລັງປຶກສາຫາລືເຖິງວິທີທີ່ຈະມີຄໍາອະທິຖານທີ່ເປັນລະບຽບແລະຂໍ້ໂຕ້ ແຍ້ງ,ເພື່ອທີ່ຈະເຮັດແບບນັ້ນມັນເປັນສິ່ງທີ່ສໍາຄັນທີ່ທ່ານຕ້ອງມີເລື່ອງລາວແລະຂໍ້ພຣະຄໍາພີຕ່າງໆຢູ່ໃນໃຈຂອງທ່ານ,ການໂຕ້ແຍ້ງໂດຍການປຽບທຽບຄືຫົນທາງທີ່ມີອໍານາດທີ່ຈະເຮັດ ເປັນຈຸດແຂງ,ການປຽບທຽບຄືການປຽບທຽບລະຫວ່າງສອງສິ່ງຜ່ານທາງໂຄງສ້າງທີ່ຄ້າຍຄືກັນ,ເມື່ອທ່ານຂໍບາງຢ່າງທີ່ຍິ່ງໃຫຍ່ແລະອັດສະຈັນຈົ່ງອ້າງອີງບາງຢ່າງທີ່ພຣະເຈົ້າຊົງເຮັດ ໃນພຣະຄໍາພີທີ່ເປັນສິ່ງທີ່ຍິ່ງໃຫຍ່ແລະອັດສະຈັນ,ຖ້າທ່ານກໍາລັງອະທິຖານຂໍບາງຢ່າງທີ່ດຶງຄວາມສົນໃຈໜ້ອຍກວ່າ, ຈົ່ງອ້າງອີງບາງຢ່າງທີ່ເປັນຈຸດເດັ່ນທີ່ພຣະເຈົ້າຊົງວາງລາຍລະ ອຽດແລະສະເພາະເຈາະຈົງ, ທັງໝົດນີ້ມີຄວາມໝາຍພຽງເພາະພຣະເຈົ້າຊົງຕອບຄໍາອະທິ ຖານ,ແລະມີກໍລະນີເປັນຈໍານວນຫຼາຍໃນພຣະຄໍາພີບ່ອນທີ່ພຣະເຈົ້າຊົງຕອບຄໍາອະທິຖານ ທີ່ເປັນລະບຽບ,ມີເຫດຜົນ,ແລະມີຂໍ້ໂຕ້ແຍ້ງ, ມີຕົວຢ່າງຫຼາຍບ່ອນໃນພຣະຄໍາພີຂອງຜູ້ຄົນທີ່ ອ້າງເຫດຜົນກັບພຣະເຈົ້າ.

I. ໜື່ງ ການຕອບສະໜອງຂອງພຣະເຈົ້າຕໍ່ຄໍາອະທິຖານທີ່ມີລະບຽບ.

ໂມເສດໄດ້ອະທິຖານເພື່ອອິດສະຣາເອວໃນປ່າຊາຍ,ຜູ້ຄົນພາກັນຫັນໜີຈາກພຣະເຈົ້າແລະກາບໄຫວ້ລູກງົວຄໍາ, ພຣະເຈົ້າຊົງຂູ່ທີ່ຈະທໍາລາຍເຂົາ, ໂມເສດໄດ້ອະທິຖານເພື່ອປະ ຊາຊົນ, ພຣະຄໍາພີກ່າວວ່າ:

“ຝ່າຍໂມເສດກໍອ້ອນວອນກາບທູນພຣະເຢໂຮວາພຣະເຈົ້າຂອງທ່ານວ່າ ຂ້າແຕ່ພຣະເຢໂຮວາ ເປັນຫຍັງພຣະອົງຈື່ງຊົງພຣະພິໂລດຢ່າງແຮງກ້າຕໍ່ ໄພ່ພົນຂອງພຣະອົງເຊິ່ງພຣະອົງຊົງນໍາອອກມາຈາກແຜ່ນດິນອີຢິບ ດ້ວຍ ລິດທານຸພາບອັນຍິ່ງໃຫຍ່ ແລະດ້ວຍພຣະຫັດອັນຊົງລິດຂອງພຣະອົງ ເປັນຫຍັງຈະໃຫ້ຊາວອີຢິບກ່າວວ່າ ພຣະອົງຊົງນໍາເຂົາອອກມາ ເພື່ອຈະ ຊົງທໍາຮ້າຍເຂົາ ເພື່ອຈະປະຫານຊີວິດເຂົາຢູ່ພູ ແລະທໍາລາຍເຂົາຈາກ ແຜ່ນດິນໂລກ ຂໍພຣະອົງຊົງຫັນກັບຈາກຄວາມພິໂລດອັນແຮງກ້າຂອງ ພຣະອົງ ແລະຊົງກັບພຣະໄທຢ່າເຮັດອັນຕະລາຍແກ່ໄພ່ພົນຂອງພຣະອົງ ເອງ” (ອົບພະຍົບ 32:11-12)

ໂມເສດກໍາລັງເວົ້າຕໍ່ພຣະເຈົ້າ “ພຣະເຈົ້າຂ້າຜູ້ຄົນຈະເວົ້າເຖິງພຣະອົງແນວໃດແດ່?ພວກ ເຂົາຈະຄິດແນວໃດກັບພຣະນາມອັນຍິ່ງໃຫຍ່ຂອງພຣະອົງຖ້າພຣະອົງຊົງທໍາລາຍຄົນພວກນີ້? ຫຼັງຈາກນັ້ນໂມເສດກໍໄດ້ເຮັດໃຫ້ພຣະເຈົ້າລະນຶກເຖິງພຣະສັນຍາຂອງພຣະອົງ.

“ຂໍຊົງລະນຶກເຖິງອັບຣາຮາມ,ອີຊາກກັບອິດສະຣາເອວຜູ້ຮັບໃຊ້ຂອງພຣະ ອົງ ເປັນຜູ້ເຊິ່ງພຣະອົງໄດ້ຊົງປະຕິຍານດ້ວຍພຣະອົງເອງແກ່ເຂົາເຫຼົ່ານັ້ນ ໄວ້ວ່າເຮົາຈະໃຫ້ເຊື້ອສາຍຂອງເຈົ້າທະວີຂື້ນດັງດວງດາວໃນທ້ອງຟ້າ ແລະແຜ່ນດິນນີ້ທັງໝົດເຊິ່ງເຮົາສັນຍາໄວ້ແລ້ວ ເຮົາຈະຍົກໃຫ້ແກ່ເຊື້ອ ສາຍຂອງເຈົ້າ ແລະເຂົາຈະຮັບໄວ້ເປັນມໍລະດົກຕະຫຼອດໄປ” (ອົບພະຍົບ 32:13)

ໂມເສດໄດ້ເຮັດໃຫ້ພຣະເຈົ້າລະນຶກເຖິງພຣະສັນຍາຂອງພຣະອົງຕໍ່ອັບຣາຮາມ,ອີຊາກແລະຢາໂຄບ(ອິດສະຣາເອວ)ວ່າພຣະອົງຈະຊົງເພີ່ມທະວີເຊື້ອສາຍຂອງເຂົາແລະເອົາດິນແດນ ຄານາອັນໃຫ້ເຂົາ, “ຖ້າພຣະອົງຊົງທໍາລາຍຜູ້ຄົນໃນຕອນນີ້ ພຣະສັນຍາຂອງພຣະອົງກໍຈະ ບໍ່ສໍາເລັດ” ພຣະເຈົ້າຊົງຕອບຄໍາອະທິຖານຂອງໂມເສດ, ພຣະຄໍາພີກ່າວວ່າ “ແລ້ວພຣະ ເຢໂຮວາຈື່ງຊົງກັບພຣະໄທ(ປ່ຽນຄວາມຄິດຂອງພຣະອົງກ່ຽວກັບ)ຄວາມຮ້າຍທີ່ພຣະອົງຊົງຄິດຈະກະທໍາແກ່ຄົນຂອງພຣະອົງ”(ອົບພະຍົບ 32:14),ພຣະເຈົ້າຊົງປ່ຽນຄວາມຄິດຂອງ ພຣະອົງ,ພຣະອົງບໍ່ໄດ້ທໍາລາຍປະຊາຊົນ,ພຣະເຈົ້າຊົງຕອບຄໍາອະທິຖານຂອງໂມເສດ.

ຂໍ້ໂຕ້ແຍ້ງສາມາດລວມເຖິງການອ້າງອີງເຖິງຄວາມທຸກຂອງຄົນຂອງພຣະເຈົ້າ. ພວກເຮົາທຸກຄົນລ້ວນເປັນມະນຸດ, ເມື່ອສິ່ງທີ່ບໍ່ດີເກີດຂື້ນພວກເຮົາຕ້ອງປະສົບກັບສິ່ງເຫຼົ່າ ນັ້ນຜ່ານທາງຄວາມເຈັບປວດແລະທໍລະມານ, ແມ່ນແຕ່ພຣະເຢຊູກໍຮ້ອງໄຫ້ຕອນທີ່ລາຊາ ຣັດຕາຍ, ຖ້າມີຄົນທີ່ຮັກມາຫາຫາທ່ານແລ້ວເລົ່າເລື່ອງຄວາມເຈັບປວດທີ່ເຂົາເປັນຢູ່ແລະ ໃຊ້ມັນເພື່ອອ້ອນວອນຂໍຄວາມເຊື່ອເຫຼືອ,ອັນນີ້ກໍຈະເປັນວິທີການເກ້ຍກ່ອມທີ່ມີລິດອໍານາດ ຫຼາຍ, ພຣະເຈົ້າຊົງຮັກພວກເຮົາຫຼາຍກວ່າທີ່ພວກເຮົາຈະສາມາດຮັກຄົນອື່ນໄດ້, ຈົ່ງເອົາ ຄວາມໂສກເສົ້າທີ່ຢູ່ໃນໃຈຂອງທ່ານ,ໃຈໝູ່ຂອງທ່ານແລະໃຈຂອງຄົນຂອງພຣະເຈົ້າອອກ ມາໃນຂໍ້ໂຕ້ແຍ້ງຂອງທ່ານ.

ຫຼັງຈາກທີ່ເຢຣູຊາເລັມຖືກທໍາລາຍເຢເຣມີໄດ້ອະທິຖານວ່າ“ໂອຂ້າແຕ່ພຣະເຢໂຮວາ ຂໍຊົງລະນຶກວ່າມີອັນໃດຕົກເຖິງຂ້າພະອົງ ຂໍຊົງພິຈາລະນາແລະທອດພຣະເນດການຕໍາ ນິຂອງຂ້າພະອົງ”(ບົດເພງຄໍ່າຄວນ 5:1)ຫຼັງຈາກທີ່ເຢຣູຊາເລັມຖືກທໍາລາຍ, ນັກແຕ່ງ ເພງສັນລະເສີນໄດ້ກ່າວວ່າ:

“ໂອຂ້າແຕ່ພຣະເຈົ້າ ພວກຕ່າງຊາດໄດ້ເຂົ້າໃນມໍລະດົກຂອງພຣະອົງ ເຂົາ ໄດ້ເຮັດໃຫ້ພຣະວິຫານບໍລິສຸດຂອງພຣະອົງມີມົນທົນ ເຂົາໄດ້ເຮັດໃຫ້ເຢຣູ ຊາເລັມເປັນຊາກຫັກພັງ ເຂົາໃຫ້ສົບຜູ້ຮັບໃຊ້ຂອງພຣະອົງເປັນອາຫານແກ່ ບັນດານົກໃນອາກາດ ໃຫ້ຊີ້ນຂອງສິດທິຊົນຂອງພຣະອົງແກ່ສັດປ່າແຫ່ງ ແຜ່ນດິນໂລກ ພວກເຂົາໄດ້ຖອກເລືອດຂອງຄົນເຫຼົ່ານັ້ນອອກມາຢ່າງນໍ້າ ຮອບເຢຣູຊາເລັມຈົນບໍ່ມີຄົນຝັງສົບ ເຮົາກາຍເປັນທີ່ເຍາະເຍີ້ຍແກ່ເພື່ອ ບ້ານຂອງເຮົາ ເປັນທີ່ໝີ່ນປະໝາດແລະເຍາະເຍີ້ຍແດ່ຄົນທີ່ຢູ່ຮອບເຮົາ”

(ເພງສັນລະເສີນ 79:1-4)

ລາວບອກພຣະເຈົ້າເຖິງຄວາມທຸກທໍລະມານຂອງຊາວຢິວຄົນຂອງພຣະອົງ, ຫຼັງຈາກນັ້ນ ລາວໄດ້ອະທິຖານຕໍ່ພຣະເຈົ້າໃຫ້ປ້ອງກັນຊື່ສຽງຂອງພຣະອົງເອງ,ພຣະນາມຂອງພຣະອົງ ເອງ, ລາວທູນຕໍ່ພຣະເຈົ້າວ່າ“ໂອຂ້າແຕ່ພຣະເຈົ້າແຫ່ງຄວາມລອດຂອງຂ້າພະອົງທັງຫຼາຍ ຂໍໍຊົງຊ່ວຍຂ້າພະອົງ ເພາະເຫັນແກ່ສະຫງ່າລາສີແຫ່ງພຣະນາມຂອງພຣະອົງ ຂໍຊົງຊ່ວຍ ຂ້າພະອົງໃຫ້ພົ້ນແລະອະໄພບາບຂອງຂ້າພະອົງ ເພາະເຫັນແກ່ພຣະນາມຂອງພຣະອົງ” (ເພງສັນລະເສີນ 79:9) ຫຼັງຈາກນັ້ນລາວກໍອະທິຖານວ່າ“ຄວນຫຼືທີ່ຈະໃຫ້ບັນດາຊົນຊາດ ທັງຫຼາຍກ່າວວ່າ ພຣະເຈົ້າຂອງເຂົາຢູ່ໃສ?”(ເພງສັນລະເສີນ 79:10),ລາວອະທິຖານຂໍໃຫ້ ພຣະເຈົ້າປ້ອງກັນພຣະນາມແລະກຽດຂອງພຣະອົງເອງທີ່ມີຖ້າມກາງຄົນທີ່ຫຼົງຫາຍ.

ກ່ອນທີ່ຂ້າພະເຈົ້າຈະຢືນຂື້ນອະທິຖານ, ຂ້າພະເຈົ້າກໍພະຍາຍາມຈະຄິດໃນສິ່ງທີ່ ພຣະເຈົ້າຊົງເຮັດໃນພຣະຄໍາພີທີ່ສາມາດປະຍຸກໃຊ້ຕໍ່ສະຖານະການປະຈຸບັນຂອງເຮົາໄດ້, ການອ້າງອີງພຣະຄໍາພີຄືຄໍາແນະນໍາເລື່ອງຫຼັກຖານຕໍ່ໜ້າພຣະເຈົ້າ,ມັນສໍາຄັນທີ່ທ່ານອ່ານ ພຣະຄໍາພີຂອງທ່ານແລະເອົາໃຈໃສ່ມັນໃນຂະນະທີ່ທ່ານກໍາລັງອ່ານ, ຫຼາຍຄັ້ງເຖິງແມ່ນວ່າ ທ່ານບໍ່ສາມາດຈື່ຖ້ອຍຄໍາເປັນປະໂຫຍກທ່ານກໍຈະຈື່ຄວາມຄິດທີ່ວ່າທ່ານໄດ້ອອກຈາກພຣະຄໍາພີແລະທ່ານສາມາດປະຍຸກໃຊ້ຄວາມຄິດຕໍ່ຂໍ້ໂຕ້ແຍ້ງຂອງທ່ານໄດ້, ອັນນັ້ນອາດຈະໃຊ້ ຄວາມຄິດສ້າງສັນແລະການຄິດແຕ່ອັນນັ້ນຄືສິ່ງທີ່ມັກຮຽກຮ້ອງຕໍ່ການໂຕ້ແຍ້ງກັບບຸກຄົນ ໜື່ງໂດຍສະເພາະແມ່ນພຣະເຈົ້າ, ພຣະອົງຊົງເປັນພຣະເຈົ້າເໝືອນເດີມໃນຕອນນີ້ກັບ ທີ່ເປັນເມື່ອກ່ອນ, ດາວິດອະທິຖານວ່າ “ພຣະອົງຊົງເປັນຜູ້ຊ່ວຍເຫຼືອຂອງຂ້າພະອົງ ໂອ ຂ້າແຕ່ພຣະເຈົ້າແຫ່ງຄວາມລອດຂອງຂ້າພະອົງ ຂໍຢ່າຊົງຖີ້ມຂ້າພະອົງ ຫຼືສະຫຼະຂ້າພະ ອົງຖີ້ມ”(ເພງສັນລະເສີນ 27:9).

ໂມເສດໄດ້ອະທິຖານວ່າ“ພຣະອົງຊົງນໍາ(ເຮົາ)ອອກມາຈາກແຜ່ນດິນອີຢິບ, ດ້ວຍ ລິດທານຸພາບອັນຍິ່ງໃຫຍ່ແລະດ້ວຍພຣະຫັດອັນຊົງລິດຂອງພຣະອົງ”(ອົບພະຍົບ 32:11) ລາວກໍາລັງເວົ້າວ່າ“ໂອຂ້າແຕ່ພຣະເຈົ້າພຣະອົງຊົງນໍາພວກເຮົາອອກມາຈາກແຜ່ນດິນອີຢິບ ພຣະອົງບໍ່ໄດ້ນໍາພວກເຮົາອອກມາພຽງເພື່ອຈະປະພວກເຮົາໃຫ້ຕາຍຢູ່ໃນປ່າທະເລຊາຍ” ພຣະເຈົ້າຊົງເຮັດຫຍັງກັບພວກອື່ນໆລະ? ໃນຍຸກສະໄໝພຣະຄໍາພີ? ໃນປະຫວັດສາດ? ໃນຄຣິສຕະຈັກຂອງເຮົາ? ເພື່ອທ່ານ? ຈົ່ງຄິດເຖິງວິທີທີ່ຂໍ້ໂຕ້ແຍ້ງເປັນຄໍາອ້ອນວອນຕໍ່ສິ່ງ ທີ່ພຣະເຈົ້າຊົງເຮັດໃນອະດີດ.


ໂອພຣະເຈົ້າຂ້າ ພຣະອົງໄດ້ສົ່ງການຟື້ນຟູໃນສະຕະວັດທີ 18 ມາຫາເວສ ລີແລະວິດຟີວ, ພຣະອົງໄດ້ສົ່ງພຣະວິນຍານຂອງພຣະອົງມາສູ່ເກາະລູ ອິສແລະປະເທດຈີນ, ພຣະອົງຊົງສາມາດທີ່ຈະສົ່ງພຣະວິນຍານຂອງ ພຣະອົງມາທີ່ນີ້ເຊັ່ນກັນ!

ພຣະອົງຊົງຈິດວິນຍານໃຫ້ລອດ,ພຣະອົງຊົງຊ່ວຍວິນຍານຂອງຄົນອື່ນທີ່ຢູ່ທີ່ນີ້, ຊົງຊ່ວຍຄົນຜູ້ນີ້ເຊັ່ນກັນ!

ພຣະອົງຊົງຊ່ວຍຄຣິສຕະຈັກໃຫ້ລອດຈາກການແຕກແຍກທີ່ໂຫດຮ້າຍ, ພຣະອົງບໍ່ໄດ້ນໍາພວກເຮົາໄປເພື່ອຈະຕາຍ, ສະນັ້ນໂອຂ້າແຕ່ພຣະເຈົ້າ ພຣະອົງຊົງເປັນເຫດໃຫ້ຄຣິສຕະຈັກຂອງເຮົາມີຊີວິດຢູ່!

ພຣະອົງຊົງເຮັດສິ່ງທີ່ຍິ່ງໃຫຍ່ໃຫ້ເຮົາເພື່ອເປັນຕົວຢ່າງ, ພຣະອົງຊົງຕອບ ຄໍາອະທິຖານຂອງຂ້າ, ພຣະອົງຊົງຕອບຄໍາອະທີຖານຂອງຄົນອື່ນໆ (ຈົ່ງໃຊ້ຊື່ຄໍາອະທິຖານຂອງທ່ານຫຼືຄົນເຫຼົ່ານັ້ນ ຂໍຊົງຕອບຄໍາອະທິ ຖານນີ້!


ຈົ່ງເວົ້າເຖິງຄວາມທຸກທໍລະມານ, ຄວາມຕາຍ, ພຣະໂລຫິດ, ການອະທິຖານອ້ອນ ວອນຂອງພຣະເຢຊູຄຣິດ, ພຣະຄຣິດຊົງຊວນພວກເຮົາໃຫ້ອະທິຖານໃນນາມຂອງພຣະອົງ ພຣະເຢຊູຄືຄວາມຊອບທໍາຂອງເຮົາ, ພຣະອົງຊົງເປັນທາງດຽວທີ່ໄປຫາພຣະບິດາໄດ້ ພຣະເຢຊູຕັດວ່າ“ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6)ພຣະ ເຢຊູຊົງກ່າວຕໍ່ພວກສາວົກວ່າ“ຖ້າທ່ານຈະຂໍສິ່ງໃດໃນນາມຂອງເຮົາ ເຮົາຈະກະທໍາສິ່ງນັ້ນ” (ໂຢຮັນ 14:14) ພວກທ່ານບໍ່ມີຄວາມຊອບທໍາຂອງໂຕທ່ານເອງເລີຍ, ໃນໂຕທ່ານເອງ ທ່ານກໍເປັນພຽງແຕ່ຄົນບາບແລະຈະບໍ່ມີມື້ເປັນຢ່າງອື່ນໄດ້, ແຕ່ຖ້າທ່ານຫາກເຊື່ອວາງໃຈ ໃນພຣະເຢຊູພຣະເຈົ້າກໍຈະແນມເບິ່ງທ່ານແລະເຫັນວ່າຄວາມບາບຂອງທ່ານໄດ້ຮັບການ ຍົກໂທດ,ຖືກລ້າງໃຫ້ສະອາດໂດຍພຣະໂລຫິດຂອງພຣະເຢຊູແລ້ວ, ແລະທ່ານກໍໄດ້ຮັບ ຄວາມຊອບທໍາຂອງພຣະເຢຊູຄຣິດ, ດັ່ງນັ້ນທ່ານສາມາດອະທິຖານຕໍ່ພຣະເຈົ້າໃນນາມ ຂອງພຣະເຢຊູແລ້ວພຣະເຈົ້າກໍຈະຟັງທ່ານຄືກັບວ່າທ່ານບໍ່ແມ່ນເປັນຄົນບາບ - ຄວາມຈິງ ແລ້ວກໍຄືກັບວ່າທ່ານເປັນພຣະເຢຊູເອງ,ພຣະຄໍາພີກ່າວວ່າ:

“ເຫດສະນັ້ນເມື່ອເຮົາມີມະຫາປະໂລຫິດຜູ້ເປັນໃຫຍ່...ຄືພຣະເຢຊູພຣະບຸດຂອງພຣະເຈົ້າ ຂໍໃຫ້ເຮົາທັງຫລາຍຫມັ້ນຄົງໃນການຍອມຮັບຂອງເຮົາໄວ້ ສະນັ້ນຂໍໃຫ້ເຮົາທັງຫລາຍຈົ່ງມີໃຈກ້າເຂົ້າມາເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອເຮົາຈະໄດ້ຮັບພຣະເມດຕາ ແລະຈະໄດ້ພົບພຣະຄຸນທີ່ຈະຊ່ວຍເຮົາໃນຂະນະທີ່ຕ້ອງການ” (ເຮັບເລີ 4:14,16)

ພຣະຄໍາພີກ່າວວ່າ “ເຫດສະນັ້ນພີ່ນ້ອງທັງຫລາຍ ເມື່ອເຮົາມີໃຈກ້າທີ່ຈະເຂົ້າໄປໃນທີ່ບໍລິສຸດທີ່ສຸດໂດຍພຣະໂລຫິດຂອງພຣະເຢຊູ”(ເຮັບເລີ 10:19) ພວກເຮົາບໍ່ມີສິດໃນໂຕເອງທີ່ຈະ ຢືນຢູ່ຕໍ່ໜ້າພຣະເຈົ້າແຕ່ໃນພຣະຄຣິດແລະໂດຍພຣະໂລຫິດຂອງພຣະອົງພວກເຮົາສາມາດກ້າທີ່ເຂົ້າໄປຕໍ່ພຣະພັກຂອງພຣະອົງໄດ້ໂດຍກົງ.

ພຣະຄຣິດເອງກໍາລັງອະທິຖານເພື່ອພວກເຮົາຢູ່,ພຣະຄໍາພີກ່າວວ່າ “ເພາະວ່າພຣະອົງຊົງພຣະຊົນຢູ່ເປັນນິດເພື່ອສະເໜີຄວາມ(ອະທິຖານ)ໃຫ້ຄົນເຫລົ່ານັ້ນ”(ເຮັບເລີ 7:25).

ຈົ່ງຈື່ໄວ້ວ່າພຣະເຈົ້າເປັນບຸກຄົນໜື່ງ,ບໍ່ແມ່ນເຄື່ອງຈັກຫຼືກອງກໍາລັງ, ພຣະເຈົ້າຊົງ ຕອບຄໍາອະທິຖານສະນັ້ນທ່ານຈະຕ້ອງເປັນຄົນບໍ່ລົດລະແລະສືບຕໍ່ຂໍ-ບາງເທື່ອອາດໃຊ້ເວ ລາຫຼາຍປີ, ດຣ.ໄຮເມີອະທິຖານເພື່ອແມ່ຂອງເພີ່ນເປັນເວລາຫຼາຍປີກ່ອນເພີ່ນຈະໄດ້ຮັບ ຄວາມລອດ,ແມຣີ່ມັນສັນມິດຊັນນາຣີໄປປະເທດຈີນໄດ້ອະທິຖານເພື່ອການຟື້ນຟູເປັນເວລາຫຼາຍກວ່າຊາວປີກ່ອນທີ່ການຟື້ນຟູຈະມາເຖິງ,ມີຫຼາຍເທື່ອທີ່ຜູ້ຄົນໄດ້ອະທິຖານເປັນເວລາ ສາມສິບປີຫຼືສີ່ສິບປີກ່ອນທີ່ການຟື້ນຟູຈະມາເຖິງ.

ໃນການສອນພວກສາວົກຂອງພຣະອົງໃຫ້ອະທິຖານພຣະເຢຊູຊົງຍົກຄໍາອຸປະມາ ເລື່ອງເພື່ອນທີ່ລົບເລົ້າ, ພຣະອົງຕັດວ່າ“ເຖິງແມ່ນວ່າເຂົາຈະບໍ່ລຸກຂື້ນເອົາໃຫ້ເພາະເປັນໝູ່ ກັນແຕ່ເພາະອ້ອນວອນຫຼາຍ(ຢ່າງບໍ່ລົດລະ,ບໍ່ຍອມແພ້) ເຂົາຈື່ງຈະລຸກຂື້ນເອົາໃຫ້ຕາມທີ່ ເຂົາຕ້ອງການ”(ລູກາ 11:8) ທ່ານຈະຕ້ອງຮັກສາການອະທິຖານຈົນກວ່າຄໍາຕອບຈະມາ.

ພຣະເຢຊູຊົງກ່າວວ່າ“ຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບ ຈົ່ງເຄາະແລ້ວຈະເປີດ ໃຫ້ແກ່ທ່ານ”(ມັດທາຍ 7:7)ພາສາກຣີກໝາຍເຖິງ“ສືບຕໍ່ຂໍ” ສືບຕໍ່ສະແຫວງຫາ”“ສືບຕໍ່ ເຄາະ” ມັນອາດຈະໃຊ້ເວລາກ່ອນທີ່ທ່ານຈະໄດ້ຮັບຄໍາຕອບ, ພຣະຄຣິດຊົງກ່າວວ່າ“ພຣະ ເຈົ້າຈະບໍ່ຊົງແກ້ແຄ້ນໃຫ້ຄົນທີ່ພຣະອົງໄດ້ເລືອກໄວ້ ຜູ້ຮ້ອງເຖິງພຣະອົງທັງກາງເວັນກາງ ຄືນຫຼື ພຣະອົງຈະອົດພຣະໄທໄວ້ຊ້ານານຫຼື”(ລູກາ 18:7)

ເພາະພຣະເຈົ້າຊົງເປັນບຸກຄົນໜື່ງ,ບໍ່ແມ່ນກອງກໍາລັງອັນໜື່ງ,ບາງເທື່ອຄໍາຕອບກໍຄື“ບໍ”ຄໍາອະທິຖານບໍ່ແມ່ນມາຍາກົນ, ມັນບໍ່ແມ່ນການໃຊ້ເລ່ຫຼ່ຽມຫລອກພຣະເຈົ້າ,ຄໍາອະທິ ຖານບໍ່ໄດ້ເຮັດໃຫ້ພຣະເຈົ້າເຮັດສິ່ງຕ່າງໆ,ຄໍາອະທິຖານຄືການຂໍໃຫ້ພຣະເຈົ້າເຮັດສິ່ງຕ່າງໆ ພຣະເຈົ້າບໍ່ແມ່ນກອງກໍາລັງອັນໜື່ງ, ພຣະອົງຊົງເປັນບຸກຄົນໜື່ງ, ເພາະພຣະອົງຊົງມີ ຄວາມຮັກແລະຫ່ວງໃຍພຣະອົງຈະຊົງຕອບຄໍາອະທິຖານ,ບໍ່ແມ່ນອັດຕະໂນມັດໃນຖານະ ກອງກໍາລັງແຕ່ໃນຖານະບຸກຄົນໜື່ງທີ່ຕອບສະໜອງຕໍ່ອີກບຸກຄົນໜື່ງ.

ພວກທ່ານຈະບໍ່ໄດ້ສິ່ງທີ່ຂໍສະເໝີ, ພຣະເຈົ້າຊົງເປັນບຸກຄົນໜື່ງ, ພຣະອົງອາດຈະ ວ່າ“ບໍ” ໃນຖານະເປັນເປັນຍິງສາວຄົນໜື່ງມິດຊັນນາລີເອມີຄາໄມໂຄໄດ້ຂໍພຣະເຈົ້າໃຫ້ປ່ຽນ ສີດວງຕາຂອງນາງ, ມັນບໍ່ໄດ້ເກີດຂື້ນແລະນາງກໍແປກໃຈວ່າເປັນຫຍັງຈົນພຣະເຈົ້າບອກ ນາງວ່າ“ບໍ”ເປັນຄໍາຕອບເຊັ່ນດຽວກັບຄໍາວ່າ“ແມ່ນແລ້ວ”

II. ສອງ ລະບຽບຄໍາອະທິຖານອ້າງພຣະສັນຍາຂອງພຣະເຈົ້າ.

ພຣະເຈົ້າຄືຄວາມຈິງ,ພຣະເຈົ້າຊົງສັດຊື່, ພຣະເຈົ້າຊົງຮັກສາພຣະສັນຍາຂອງພຣະ ອົງ,ພຣະຄໍາພີທັງໝົດເປັນຄວາມຈິງ, ທຸກສິ່ງທີ່ພຣະເຈົ້າກ່າວໄວ້ໃນພຣະຄໍາພີສາມາດຖືກ ອ້າງໃນຖານະຄວາມຈິງໃນພຣະຄໍາພີໄດ້, ພຣະເຢຊູກ່າວວ່າ“ພຣະດໍາລັດຂອງພຣະອົງ ເປັນຄວາມຈິງ” (ໂຢຮັນ 17:17) ພຣະອົງກ່າວວ່າ“ພຣະຄໍາພີບໍ່ສາມາດຖືກທໍາລາຍໄດ້” (ໂຢ ຮັນ 10:35)

ຈົ່ງອ້າງຄໍາກ່າວຂອງພຣະເຈົ້າແບບນີ້

“ພຣະອົງກ່າວໄວ້ແລ້ວວ່າ” (ປະຖົມມະການ 32:12)

“ຂໍຊົງເຮັດດັ່ງທີ່ພຣະອົງຊົງກ່າວໄວ້” (2 ຊາມູເອວ 32:12)

ເພງສັນລະເສີນທີ່ດຣ.ໄຮເມີມັດທີ່ສຸດແມ່ນບົດທີ 27, ພໍ່ຂອງເພີ່ນອອກຈາກບ້ານ ໄປຕອນທີ່ເພີ່ນໄດ້ສອງປີ, ຕອນທີ່ເພີ່ນອາຍຸສິບສອງປີກໍບໍ່ສາມາດຢູ່ກັບແມ່ໄດ້ແລະເປັນເວ ລາຫຼາຍປີທີ່ເພີ່ນຕ້ອງອາໄສຢູ່ກັບພີ່ນ້ອງຜູ້ທີ່ບໍ່ໄດ້ເປັນຫ່ວງເພີ່ນເລີຍ, ເພີ່ນໄດ້ຮັບການ ປອບໃຈຈາກເພງສັນລະເສີນ 27:10 “ເຖິງແມ່ນພໍ່ແມ່ຂອງຂ້າພະອົງປະຖີ້ມຂ້າພະອົງ ແຕ່ ພຣະເຢໂຮວາຈະຊົງຍົກຂ້າພະອົງຂື້ນ”

ພຣະເຢຊູກ່າວວ່າ“ໃນພວກທ່ານມີໃຜແດ່ທີ່ຈະເອົາກ້ອນຫີນໃຫ້ລູກ ເມື່ອເຂົາຂໍຂະໜົມປັງ ຫລືເອົາງູໃຫ້ເມື່ອລູກຂໍປາ ເຫດສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ” (ມັດທາຍ 7:9-11), ພໍ່ຂອງຂ້າພະ ເຈົ້າດຣ.ເຄແກນໄດ້ອ້າງຂໍ້ພຣະຄໍາພວກນີ້ຫຼາຍເທື່ອ, ລາວເວົ້າວ່າ“ຂ້າແດ່ພຣະເຈົ້າຖ້າລູກ ຂອງຂ້າພະອົງຂໍປາຂ້າພະອົງຈະບໍ່ເອົາງູໃຫ້, ຖ້າລູກຂໍເຂົ້າຈີ່ຂ້າພະອົງກໍຈະບໍ່ເອົາກ້ອນຫີນ ໃຫ້ລາວ ແລະພຣະເຈົ້າພຣະອົງກໍຈະບໍ່ປະຕິບັດຕໍ່ຂ້າພະອົງແບບນັ້ນເຊັ່ນກັນ, ພຣະເຈົ້າຂ້າ ຂ້າພະອົງຂໍອະທິຖານຂໍຊົງໂຜດໃຫ້ໃນສິ່ງທີ່ຂ້າພະອົງຈໍາເປັນ”ແລະພຣະເຈົ້າກໍຕອບ.

ພໍ່ຂອງຂ້າພະເຈົ້າໄດ້ອ້າງພຣະຄໍາຂອງພຣະເຈົ້າເພື່ອຂໍສິ່ງທີ່ດີ-ສິ່ງທີ່ລາວຕ້ອງການ ທ່ານສາມາດອ້າງພຣະຄໍາຂອງພຣະເຈົ້າເພື່ອຂໍໃນສິ່ງທີ່ທ່ານຕ້ອງການໄດ້, ແລະທ່ານສາ ມາດອ້າງພຣະຄໍາຂອງພຣະເຈົ້າເພື່ອຂໍຄວາມຊ່ວຍເຫຼືອແລະການສະຖິດຢູ່ນໍາຂອງພຣະອົງໄດ້ - ເພື່ອໃຫ້ພຣະເຈົ້າສົ່ງພຣະວິນຍານບໍລິສຸດຂອງພຣະອົງມາ, ພຣະຄຣິດຊົງກ່າວວ່າ “ຖ້າທ່ານເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິ ດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະປະທານພຣະວິນຍານບໍລິສຸດໃຫ້ກັບຄົນທີ່ທູນຂໍຕໍ່ ພຣະອົງ” (ລູກາ 11:13)

ພຣະຄຣິດຊົງສັນຍາຈະຕອບຄໍາອະທິຖານທີ່ຂໍຜ່ານທາງພຣະອົງໃນນາມຂອງພຣະອົງ, ພຣະເຢຊູຊົງກ່າວວ່າ“ຖ້າທ່ານຈະຂໍສິ່ງໃດໃນນາມຂອງເຮົາ ເຮົາຈະກະທໍາສິ່ງນັ້ນ” (ໂຢຮັນ 14:14) ຈົ່ງອ້າງພຣະສັນຍານັ້ນເມື່ອພວກທ່ານອະທິຖານ.

ພຣະເຢຊູຊົງສັນຍາໂດຍສະເພາະທີ່ຈະຟັງຄໍາອະທິຖານຂອງຄົນເປັນກຸ່ມໃນການ ປະຊຸມອະທິຖານຫຼືໃນກຸ່ມນ້ອຍໆທີ່ມາພົບກັນເພື່ອອະທິຖານ, ພຣະຄຣິດຊົງກ່າວວ່າ“ຖ້າໃນ ພວກທ່ານທີ່ຢູ່ໃນໂລກສອງຄົນຈະຮ່ວມໃຈກັນຂໍສິ່ງໜື່ງສິ່ງໃດ ພຣະບິດາຂອງເຮົາຜູ້ຊົງ ສະຖິດໃນສະຫວັນກໍຈະຊົງກະທໍາໃຫ້” (ມັດທາຍ 18:19) ອີກເທື່ອໜື່ງພຣະເຢຊູຕັດວ່າ“ມີ ສອງສາມຄົນປະຊຸມກັນຢູ່ໃສກໍຕາມໃນນາມຂອງເຮົາ ເຮົາຈະຢູ່ຖ້າມກາງເຂົາທີ່ນັ້ນ”(ມັດ ທາຍ 18:20)ຈົ່ງອ້າງພຣະສັນຍານັ້ນເມື່ອພວກທ່ານອະທິຖານ.

ພຣະເຈົ້າຊົງສັນຍາຈະຕອບສະໜອງຄວາມຕ້ອງການຂອງເຮົາ,ພຣະຄໍາພີກ່າວວ່າ “ພຣະເຈົ້າຂອງຂ້າພະເຈົ້າຈະປະທານສິ່່ງສາລະພັດຕາມທີ່ທ່ານຕ້ອງການນັ້ນຈາກຊັບອັນ ຮຸ່ງເຮືອງຂອງພຣະອົງໂດຍພຣະເຢຊູຄຣິດ” (ຟີລິບປອຍ 4:19) ອັນນີ້ບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະເຮັດໃຫ້ທ່ານລວຍຖ້າຫາກທ່ານຂໍເງີນ, ມັນໝາຍຄວາມວ່າພຣະເຈົ້າຈະຕອບ ສະໜອງຄວາມຕ້ອງການທຸກຢ່າງຂອງທ່ານ, ແລະ ພຣະອົງຈະເຮັດແທ້ຈົ່ງອ້າງພຣະ ສັນຍານັ້ນເມື່ອພວກທ່ານອະທິຖານ.

ພຣະເຈົ້າຊົງສັນຍາຈະປະທານກໍາລັງໃຫ້ທ່ານເຮັດໃນສິ່ງທີ່ທ່ານຕ້ອງເຮັດ,ພຣະຄໍາພີກ່າວວ່າ“ເຂົາທັງຫຼາຍຜູ້ລໍຄອຍພຣະເຢໂຮວາຈະເສີມເຫື່ອແຮງໃໝ່ ເຂົາຈະບິນຂື້ນດ້ວຍ ປີກເໝືອນນົກອິນຊີ ເຂົາຈະແລ່ນແລະບໍ່ອິດເມື່ອຍ ເຂົາຈະຍ່າງແລະບໍ່ອ່ອນເພຍ” (ອິດສະ ຢາ 40:31) ຈົ່ງອ້າງພຣະສັນຍານັ້ນເມື່ອພວກທ່ານອະທິຖານ.

ພຣະເຈົ້າຊົງສັນຍາຈະຟັງທ່ານຖ້າທ່ານຫາກຮ້ອງຫາພຣະອົງເມື່ອທ່ານມີບັນຫາ, ພຣະເຈົ້າຕັດວ່າ“ຈົ່ງຮ້ອງທູນເຮົາໃນວັນທຸກຍາກລໍາບາກ ເຮົາຈະຊ່ວຍເຈົ້າໃຫ້ພົ້ນແລະເຈົ້າ ຈະຖະວາຍສະຫງ່າລາສີແກ່ເຮົາ” (ເພງສັນລະເສີນ 50:51) ຈົ່ງອ້າງພຣະສັນຍານັ້ນ,ຈົ່ງ ບອກພຣະເຈົ້າໃນສິ່ງທີ່ພຣະອົງຊົງກ່າວໄວ້ໃນພຣະຄໍາຂອງພຣະອົງ,ຫຼັງຈາກນັ້ນຈົ່ງຮ້ອງ ຫາພຣະອົງ “ພຣະເຈົ້າຂ້າຂ້າພະອົງກໍາລັງມີບັນຫາຢູ່ ຂໍໂຜດຊ່ວຍຂ້າພະອົງເທີນ”

ພຣະເຈົ້າຊົງສັນຍາຈະຟັງທ່ານເຖິງແມ່ນວ່າຖ້າທ່ານຂໍສິ່ງຕ່າງໆ-ເຊັ່ນວ່າການຟື້ນຟູ -ທີ່ທ່ານບໍ່ເຄີຍເຫັນມາກ່ອນ, ພຣະເຈົ້າຊົງກ່າວວ່າ“ຈົ່ງທູນເຮົາແລະເຮົາຈະຕອບເຈົ້າ ແລະ ຈະສະແດງສິ່ງທີ່ໃຫຍ່ແລະທີ່ມີອໍານາດໃຫຍ່ເຊີ່ງເຈົ້າບໍ່ຮູ້ຈັກໃຫ້ແກ່ເຈົ້າ” (ເຢເລມີ 33:3) ຈົ່ງ ອ້າງພຣະສັນຍານັ້ນເມື່ອທ່ານອະທິຖານຂໍການຟື້ນຟູ.

ຢ່າສູ່ຢ້ານທີ່ຈະອະທິຖານຂໍສິ່ງຕ່າງໆທີ່ເບິ່ງຄືວ່າເປັນໄປບໍ່ໄດ້, ພຣະຄຣິດຕັດວ່າ “ສໍາຫຼັບພຣະເຈົ້າທຸກຢ່າງເປັນໄປໄດ້” (ມາລະໂກ 10:27), ເຢເລມີທູນພຣະເຈົ້າວ່າ“ບໍ່ມີອັນ ໃດຍາກສໍາຫຼັບພຣະອົງ” (ເຢເລມີ 32:17).

ທ່ານສາມາດອະທິຖານຂໍສິ່ງຕ່າງໆທີ່ທ່ານບໍ່ເຊື່ອວ່າຈະເກີດຂື້ນຫຼືສາມາດເກີດຂື້ນ ໄດ້, ມີຜູ້ຊາຍຄົນໜື່ງບອກພຣະຄຣິດວ່າລູກຊາຍຂອງລາວມີບັນຫາເພາະພະຍາມານ,ພຣະ ຄຣິດຕັດກັບລາວວ່າ“ຖ້າທ່ານເຊື່ອໄດ້ ໃຜເຊື່ອກໍເປັນໄປໄດ້ທຸກສິ່ງ” (ມາລະໂກ 9:23) ຊາຍ ຄົນນັ້ນຕອບວ່າ“ພຣະເຈົ້າຂ້າຂ້າພະອົງເຊື່ອທີ່ຂ້າພະອົງບໍ່ເຊື່ອນັ້ນຂໍໂຜດຊ່ວຍໃຫ້ເຊື່ອແດ່” (ມາລະໂກ 9:24 )ພຣະຄຣິດຊົງປົດປ່ອຍເດັກຊາຍນັ້ນອອກຈາກວິນຍານຊົ່ວເຖິງແມ່ນວ່າພໍ່ ຂອງລາວບໍ່ເຊື່ອວ່າມັນຈະເກີດຂື້ນກໍຕາມ, ພຣະເຈົ້າຊົງໜຸນໃຈທ່ານໃຫ້ອະທິຖານເຖິງແມ່ນ ວ່າຖ້າຄວາມເຊື່ອຂອງທ່ານອ່ອນແອ,ເຖິງແມ່ນວ່າຖ້າທ່ານບໍ່ເຊື່ອວ່າຄໍາຕອບຈະມາກໍຕາມ.

ດຣ.ໄຮເມີໄດ້ເທດສະໜາບົດເທດໜື່ງທີ່ເອີ້ນວ່າ “ຄວາມບໍ່ເຊື່ອແລະການຟື້ນຟູ - ຄວາມເຂົ້າໃຈທີ່ແຈ້ງແລະເລິກເຊິງໃໝ່”ເພີ່ນໄດ້ຊີ້ໃຫ້ເຫັນວິທີທີ່ທ່ານສາມາດອະທິຖານຂໍສິ່ງຕ່າງໆໄດ້ເຊັ່ນການອັດສະຈັນແຫ່ງການຟື້ນຟູ,ເຖິງແມ່ນວ່າທ່ານຈະບໍ່ເຄີຍເຫັນມັນມາກ່ອນກໍຕາມ, ພຣະເຈົ້າຊົງຕັດໃນພຣະຄໍາພີວ່າ“ເຮົາຈະຖອກນໍ້າລົງເທິງຜູ້ກະຫາຍ ແລະນໍ້າຖ້ວມ ເທິງແຜ່ນດິນແຫ້ງ ເຮົາຈະຖອກວິນຍານຂອງເຮົາເໜືອເຊື້ອສາຍຂອງເຈົ້າ ແລະພອນຂອງ ເຮົາເໜືອລູກຫຼານຂອງເຈົ້າ” (ອິດສະຢາ 44:3) ຄົນທີ່ຢູ່ເທິງເກາະລູອິສໄດ້ອ້າງພຣະສັນຍາ ນັ້ນໃນຄໍາອະທິຖານ ແລະພຣະເຈົ້າຊົງສົ່ງການຟື້ນຟູໃຫຍມາບ່ອນນັ້ນ.

ມີພຣະສັນຍາຫຼາຍຢ່າງໃນພຣະຄໍາພີ,ພຣະເຈົ້າຈະຊົງໃຫ້ກຽດແກ່ຄໍາເວົ້າຂອງພຣະ ອົງ,ຈົ່ງອ້າງຄໍາຕັດຂອງພຣະອົງໃນຄໍາອະທິຖານ,ຈົ່ງອ້າງພຣະສັນຍາຂອງພຣະອົງ! ພຣະ ເຈົ້າຈະຊົງຟັງຕໍາອະທິຖານທີ່ມີລະບຽບຂໍ້ໂຕ້ແຍ້ງຂອງທ່ານ.ເອແມນ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ໂຄງຮ່າງບົດເທດສະໜາ

ລະບຽບແລະຂໍ້ໂຕ້ແຍງໃນຄໍາອະທິຖານ-ຕອນທີ່ II

ORDER AND ARGUMENT IN PRAYER – PART II

ໂດຍ ຈອນຊາມູເອວເຄແກນ

“ໂອຂ້າຢາກຮູ້ວ່າຈະພົບພຣະອົງຢູ່ໃສ ເພື່ອຂ້າຈະມາເຖິງພຣະ ທີ່ນັ່ງຂອງພຣະອົງ!
 ຂ້າຈະຍື່ນຄະດີຂອງຂ້າຕໍ່ພຣະພັກພຣະອົງ ແລະ ບັນຈຸຂໍ້ໂຕ້ແຍງຂອງຂ້າເຕັມປາກ”
(ໂຢບ 23:3-4)

I.   ໜື່ງ ການຕອບສະໜອງຂອງພຣະເຈົ້າຕໍ່ຄໍາອະທິຖານທີ່ມີລະບຽບ.ອົບພະຍົບ
32:11-12,13,14; ເພງຄໍ່າຄວນ 5:1; ເພງສັນລະເສີນ 79:1-4,9,10;
27:9; ໂຢຮັນ 14:6,14; ເຮັບເລີ 4:14,16; 10:19; 7:25; ລູກາ 11:8;
ມັດທາຍ 7:7; ລູກາ 18:7.

II.  ສອງ ລະບຽບຄໍາອະທິຖານອ້າງພຣະສັນຍາຂອງພຣະເຈົ້າ. ໂຢຮັນ 17:17
10:35; ປະຖົມມະການ 32:12; 2 ຊາມູເອວ 7:25; ເພງສັນລະເສີນ
27:10; ມັດທາຍ 7:9-11; ລູກາ 11:13; ໂຢຮັນ 14:14; ມັດທາຍ
18:19,20; ຟິລິບປອຍ 4:19; ອິດສະຢາ 40:31; ເພງສັນລະເສີນ
50:15; ເຢເລມີ 33:3; ມາລະໂກ 10:27; ເຢເລມີ 32:17; ມາລະໂກ
9:23,24; ອິດສະຢາ 44:3.