Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ລະບຽບແລະຂໍ້ໂຕ້ແຍງໃນຄໍາອະທິຖານ - ຕອນທີ່ I

ORDER AND ARGUMENT IN PRAYER – PART I
(Laotian)

ໂດຍ ຈອນຊາມູເອວ ເຄແກນ
by Mr. John Samuel Cagan

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ແລງວັນສຸກ 2/9/2016
A sermon preached at the Baptist Tabernacle of Los Angeles
Friday Evening, September 2, 2016

“ໂອຂ້າຢາກຮູ້ວ່າຈະພົບພຣະອົງຢູ່ໃສ ເພື່ອຂ້າຈະມາເຖິງພຣະ ທີ່ນັ່ງຂອງພຣະອົງ! ຂ້າຈະຍື່ນຄະດີຂອງຂ້າຕໍ່ພຣະພັກພຣະ ອົງ ແລະ ບັນຈຸຂໍ້ໂຕ້ແຍງຂອງຂ້າເຕັມປາກ” (ໂຢບ 23:3-4)


ບົດເທດຕໍ່ໄປນີ້ແມ່ນອີງຕາມຄໍາເທດສະໜາຊື່ວ່າ“ລະບຽບແລະຂໍ້ໂຕ້ແຍ້ງໃນຄໍາອະທິຖານ”ໂດຍຊີ.ເອັຈສະເປີໂຈນ, ຄວາມຄິດຂອງສະປີໂຈນຖືກຫຍໍ້ເຂົ້າໃນພາສາອັງກິດແບບ ງ່າຍໆ, ໃນການເພີ່ມຕື່ມໂດຍການຊ່ວຍເຫຼືອຈາກດຣ.ໄຮເມີແລະດຣ.ເຄແກນ,ຂ້າພະເຈົ້າ ໄດ້ຕື່ມຂໍ້ຄິດບາງຢ່າງແລະຂໍ້ພຣະຄໍາພີເຂົ້າໄປນໍາ.

ໃນຂໍ້ພຣະຄໍາພີທີ່ພວກເຮົາຫາກໍອ່ານ,ໂຢບຕ້ອງການທີ່ຈະພົບພຣະເຈົ້າແລະ ອະທິ ຖານຕໍ່ພຣະອົງ,ລາວບໍ່ຕ້ອງການທີ່ສົນທະນາກັບພຣະເຈົ້າແບບທໍາມະດາ, ມີບາງສິ່ງບາງ ຢ່າງທີ່ຈິງຈັງຫຼາຍໃນຄວາມຕັ້ງໃຈຂອງໂຢບ, ລາວຕ້ອງການທີ່ຈະອະທິຖານຕໍ່ພຣະເຈົ້າໃນ ຫົນທາງນີ້“ຂ້າຈະຍື່ນຄະດີຂອງຂ້າຕໍ່ພຣະພັກພຣະອົງ ແລະບັນຈຸຂໍ້ໂຕ້ແຍງຂອງຂ້າເຕັມ ປາກ”(ໂຢບ 23:4)ມີສອງສິ່ງທີ່ສາມາດຮຽນຮູ້ໄດ້ຈາກຂໍ້ພຣະຄໍາພີຂໍ້ນີ້ກ່ຽວກັບຄໍາອະທິຖານ ທີ່ແທ້ຈິງ - ກ່ຽວກັບຄໍາອະທິຖານທີ່ຈິງຈັງ.

I. ໜື່ງຄໍາອະທິຖານທີ່ຈິງຈັງມີລະບຽບ - ຈັດຕັ້ງ.

ໂຢບກ່າວວ່າ“ຂ້າຈະຍື່ນຄະດີຂອງຂ້າຕໍ່ພຣະພັກພຣະອົງ”(ໂຢບ 23:4)

ຈົ່ງຄິດເຖິງສິ່ງທີ່ທ່ານກໍາລັງຈະອະທິຖານຂໍ, ຈົ່ງຄິດກ່ຽວສີ່ງທີ່ທ່ານຕ້ອງການແທ້ໆ, ຈົ່ງສຸ່ມໃສ່ແຕ່ສິ່ງດຽວ,ມັນຈະຕ້ອງສໍາຄັນຕໍ່ທ່ານ,ຕອນທີ່ມີບາງຄົນເອົາຄໍາເທດສະໜາມາໃຫ້ ຈອນອາໄຣສ໌,ລາວບໍ່ເຄີຍເຫັນດີທີ່ຈະອະທິຖານເພື່ອມັນ, ລາວຈະບອກກັບຄົນຜູ້ນັ້ນວ່າລາວ ຄວນຈະຂໍພຣະເຈົ້າໃຫ້ເອົາພາລະໃຈໃນການອະທິຖານເພື່ອໃຫ້ແທນ,ບໍ່ດັ່ງນັ້ນລາວກໍບໍ່ຕ້ອງການຄໍາຂໍນັ້ນແທ້ແລະຄໍາອະທິຖານຂອງລາວກໍຈະບໍ່ແມ່ນຄໍາອະທິຖານແທ້,ທ່ານຕ້ອງການຫຍັງກັນແທ້? ຄໍານວນເບີ່ງວ່າເປັນຫຍັງທ່ານຈື່ງຕ້ອງການມັນ, ຈົ່ງພະຍາຍາມເຂົ້າໃຈ ວ່າເປັນຫຍັງມັນຈື່ງບໍ່ເກີດຂື້ນ, ຈົ່ງຄິດກ່ຽວກັບວ່າເປັນຫຍັງມັນຈື່ງຢູ່ນອກລິດອໍານາດຂອງ ທ່ານ, ຖ້າທ່ານບໍ່ຫຼົງໄຫຼກັບມັນຈົ່ງຂໍມັນຈາກພຣະເຈົ້າ,ຄໍາອະທິຖານພໍໃຈໃນຕົນເອງຈະ ມັກບໍ່ເປັນລະບຽບ,ຄໍາອະທິຖານພໍໃຈໃນຕົນເອງມັກຈະບໍ່ເຕັມໃຈ,ຖ້າທ່ານເຂົ້າມາໃກ້ບາງສິ່ງບາງຢ່າງແບບບໍ່ເຕັມໃຈ,ທ່ານກໍໜ້າຈະບໍ່ກຽມຕົວ, ຈົ່ງກຽມຕົວເອງກ່ອນທີ່ຈະອະທິຖານ, ໂດຍສະເພາະຖ້າທ່ານກໍາລັງຈະນໍາໃນການອະທິຖານບໍ່ວ່າຈະຢູ່ບ້ານຫຼືໃນຄຣິສຕະຈັກ, ຢ່າ ໄປອາໄສກັບການສະແດງທີ່ບໍ່ໄດ້ກຽມຕົວມາກ່ອນ, ໃຈຂອງທ່ານຈະຕ້ອງສ້າງຂື້ນເທິງວຽກ ທີ່ຢູ່ໃນມືທ່ານ, ທ່ານຈະຕ້ອງສຸ່ມໃສ່ໃນສະຖານະການນັ້ນ, ທ່ານຕ້ອງການບາງສີ່ງບາງຢ່າງ ທ່ານຕ້ອງການບາງຢ່າງຫຼາຍແທ້ໆແຕ່ທ່ານບໍ່ສາມາດຮັບມັນໄດ້, ມັນຢູ່ນອກລິດອໍານາດ ຂອງທ່ານ, ມັນຢູ່ນອກການຄວບຄຸມຂອງທ່ານ,ດັ່ງນັ້ນທ່ານຈື່ງເຂົ້າໄປຫາພຣະເຈົ້າແຫ່ງຈັກ ກະວານໃນນາມຂອງພຣະເຢຊູ, ທ່ານຈະເຂົ້າໃກ້ພຣະເຈົ້າໃນຄວາມພະຍາຍາມທີ່ຈະໂນ້ມ ນ້າວພຣະເຈົ້າ, ເພື່ອໂນ້ມນ້າວພຣະເຈົ້າວ່າພຣະອົງຈະຊົງຈັດຕຽມໃຫ້ຕາມຄວາມຕ້ອງການ ຂອງທ່ານ, ນັ້ນຄືສະຖານະການທີ່ຂີ້ຮ້າຍຫຼາຍ, ນັ້ນບໍ່ແມ່ນເພື່ອເຂົ້າຫາໂດຍປາສະຈາກ ການລະວັງຄວາມຄິດ,ຈົ່ງຄິດກ່ຽວກັບສີ່ງທີ່ທ່ານກໍາລັງຂໍຢູ່.

ຈັດລະບຽບຄໍາອະທິຖານຂອງທ່ານ,ບາງຄົນຄິດເຖິງຄໍາອະທິຖານວ່າເປັນການເວົ້າຊໍ້າໄປມາເຊັ່ນດຽວກັບການຮ້ອງຂໍອີກເທື່ອໜື່ງໆ, ບາງຄົນອາດຈະຄິດວ່າຄໍາອະທິຖານແມ່ນ ການເວົ້າສິ່ງດຽວກັນທຸກເທື່ອທີ່ເຂົາອະທິຖານ, ຖ້າຜູ້ໃດອະທິຖານເພື່ອສິ່ງດຽວກັນທຸກເທື່ອ ເຂົາກໍບໍ່ມີຄວາມຄິດຫຍັງເໜືອຄໍາອະທິຖານຂອງຕົນ, ເຂົາບໍ່ໄດ້ເອົາຊົ່ວເວລາໜື່ງໄປລົງ ທຶນໃນຄໍາຮ້ອງຂໍຂອງເຂົາກັບພຣະເຈົ້າ, ບາງຄົນຄິດເຖິງຄໍາອະທິຖານເປັນເໝືອນຄໍາເວົ້າ ທາງສາສະໜາ,ແຕ່ໂຕເລືອກຄໍາບໍ່ໄດ້ໃຊ້ສະຖານທີ່ຂອງການໂຕ້ແຍ້ງທີ່ແທ້ຈິງ, ຖ້າຂ້າພະ ເຈົ້າຢາກຈະຢືມເງີນຈາກທ່ານ, ຂ້າພະເຈົ້າກໍຈະບໍ່ເພີ່ງຄໍາເວົ້າຢ່າງດຽວເພື່ອທີ່ຈະເຮັດໃຫ້ຄໍາ ໂຕ້ແຍ້ງຂອງຂ້າພະເຈົ້າໜ້າສົນໃຈ,ທ່ານໜ້າຈະບໍ່ຖືກໂນ້ມນ້າວຖ້າຂ້າພະເຈົ້າປ່ຽນຄໍາສັບທັນທີແຕ່ອົງປະກອບຂອງສິ່ງທີ່ຂ້າພະເຈົ້າເວົ້າຈະບໍ່ເຂົ້າທ່າ,ຄໍາເວົ້າທາງສາສະໜາບໍ່ໄດ້ແທນທີ່ຄວາມຄິດທີ່ຕິດຕໍ່ກັນ.

ບາງຄົນເຮັດໃຫ້ຄໍາອະທິຖານເປັນການຮ້ອງສຽງດັງໃສ່ພຣະເຈົ້າແຕ່ນໍ້າສຽງຂອງບຸກຄົນໜື່ງບໍ່ໄດ້ມາແທນທີ່ການໂຕ້ແຍ້ງ,ບໍ່ເປັນໄປຢ່າງດຸເດືອດຈາກສິ່ງໜື່ງໄປສູ່ອີກອັນໜື່ງ,ຖ້າ ຄໍາຂໍຮ້ອງທີ່ແນ່ນອນເປັນສິ່ງທີ່ສໍາຄັນຕໍ່ທ່ານແລ້ວມັນກໍບໍ່ໄດ້ເຮັດໃຫ້ທ່ານຮູ້ສືກວ່າທ່ານໜ້າ ຈະຍັບໄປໃນຄໍາຂໍ້ຮ້ອງຕໍ່ໄປແລະຫຼັງຈາກນັ້ນຄໍາຮ້ອງຂໍຕໍ່ໄປກໍບໍ່ມີການຮ້ອງຂໍເຕັມທີ່ກໍລະນີຂອງທ່ານ,ບາງຄົນອະທິຖານໃຊ້ຄໍາເວົ້າທົ່ວໄປວ່າ“ພຣະບິດາທີ່ຮັກຂໍຊົງອວຍພອນຄຣິສຕະ ຈັກ,ໂຜດຊ່ວຍຄົນບາບໃຫ້ລອດ,ຂໍຊົງອວຍພອນຂ້າພະເຈົ້າກັບທັງຄອບຄົວ, ແຕ່ມັນບໍ່ໄດ້ ໃຊ້ຄວາມຄິດຫຍັງຫຼາຍ, ນັ້ນແລະເປັນຫຼັກຖານຂອງການຂາດແຄນຄວາມຈິງໃຈ,ນັ້ນແລະຄື ການບໍ່ມີການຈັດແລະລະບຽບຄໍາອະທິຖານ.

ຖ້າທ່ານໄປສານເພື່ອຈະໄປເວົ້າກັບຜູ້ຕັດສິນທ່ານກໍຈະຄິດວ່າທ່ານຈະເວົ້າຫຍັງດີ, ທ່ານກໍຈະພິຈາລະນາດ້ວຍຄວາມລະມັດລະວັງວ່າທ່ານຈະຂໍຫຍັງ, ທ່ານກໍຈະຄິດເຖິງວ່າ ທ່ານຈະໂນ້ນນ້າວໄອຍະການແນວໃດເພື່ອເຂົາຈະໃຫ້ໃນສິ່ງທີ່ທ່ານຂໍ,ຂ້າພະເຈົ້າເຊັ່ນກັນຈະຢືນຢັນວ່າການມີສ່ວນຮ່ວມ ແລະ ການກຽມສໍາຫຼັບການສົນທະນາຂອງທ່ານນັ້ນຈະເພີ່ມ ຄວາມຈິງຈັງໃນການຂໍ, ຖ້າທ່ານຈະຂໍຫົວໜ້າບ່ອນເຮັດວຽກຂອງທ່ານສໍາຫຼັບບາງຢ່າງທ່ານ ກໍຈະຄິດໃນສິ່ງທີ່ທ່ານກໍາລັງຈະເວົ້າແລະຈະເວົ້າແນວໃດແດ່,ຈົ່ງເຮັດແບບດຽວກັນກັບພຣະ ເຈົ້າໃນຄໍາອະທິຖານ, ຢ່າເຂົ້າໄປຫາພຣະເຈົ້າດ້ວຍຄວາມຄິດຕື່ນໆ, ຢ່າເຂົ້າຫາພຣະເຈົ້າ ດ້ວຍຄວາມຄິດທີ່ບໍ່ຄົບຖ້ວນ,ຈົ່ງປະຍຸກໃຊ້ກັບຕົນເອງ.

ຈົ່ງພິຈາລະນາສະຖານະການຫຼາຍໆດ້ານ, ສະຖານະການກະທົບບໍ່ສະເພາະແຕ່ ທ່ານເທົ່ານັ້ນແຕ່ຄົນທີ່ຢູ່ອ້ອມຮອບທ່ານແນວໃດ, ສະຖານະການກະທົບກັບສະຫງ່າລາສີ ຂອງພຣະເຈົ້າແນວໃດ?ສະຖານະການກະທົບຕໍ່ການຮັບໃຊ້ຂອງພຣະເຈົ້າແລະຄວາມກ້າວໜ້າຂອງອານາຈັກຂອງພຣະອົງແນວໃດ?ອັນໃດຄືຜົນທີ່ຈະຕາມມາຂອງການບໍ່ໄດ້ຮັບຕາມຄໍາຮ້ອງຂໍ? ອັນໃດຈະເກີດຖ້າພຣະເຈົ້າໃຫ້ຕາມຄໍາຮ້ອງຂໍຂອງທ່ານ? ມີຫຼາຍໆດ້ານແຕກ ຕ່າງກັນຕໍ່ທຸກສະຖານະການ, ເຫດການດຽວຫຼືການຮ້ອງຂໍບໍ່ເປັນຫຼືຈົບລົງດ້ວຍເຫດພຽງ ເພາະປະສົບການຂອງທ່ານ, ການຮ້ອງຂໍນີ້ສໍາຄັນ, ມັນສໍາຄັນຕໍ່ທ່ານ, ມັນອາດຈະສໍາຄັນ ຕໍ່ຄອບຄົວຂອງທ່ານ, ຫຼືຄຣິສຕະຈັກຂອງທ່ານ ຫຼືເພື່ອນຂອງທ່ານ ຫຼືອາດຈະແມ່ນແຕ່ ພຣະເຈົ້າ, ຈົ່ງຈື່ໄວ້ວ່າພຣະເຈົ້າກໍາລັງຟັງຢູ່, ພຣະເຈົ້າຊົງສໍາຄັນຫຼາຍແລະຍິ່ງໃຫຍ່ຫຼາຍ ກວ່າຫົວໜ້າທີ່ເປັນມະນຸດ ຫຼືໄອຍະການ.

ນິໄສແບບໃດທີ່ທ່ານຄວນມີໃນຄໍາອະທິຖານ? ຈົ່ງຈື່ໄວ້ວ່າພວກເຮົາບໍ່ມີຫຍັງນອກ ຈາກຂີ້ຝຸ່ນແລະຂີ້ເທົ້າ”(ປະຖົມມະການ 18:27)ພວກເຮົາບໍ່ມີສິດໃນໂຕເຮົາເອງທີ່ຈະຖາມ ຫຍັງຈາກພຣະເຈົ້າ, ແຕ່ໂດຍທາງພຣະເຢຊູຄຣິດພວກເຮົາສາມາດມາ“ກ້າເຂົ້າມາເຖິງພຣະ ທີ່ນັ່ງແຫ່ງພຣະຄຸນ”(ເຮັບເລີ 4:16)ໃນແລະຜ່ານທາງພຣະຄຣິດທ່ານສາມາດມາຫາພຣະບິ ດາໂດຍກົງໄດ້, ຖ້າທ່ານອະທິຖານໃນພຣະນາມຂອງພຣະເຢຊູ,ພຣະອົງຈະຊົງຟັງທ່ານ ເໝືອນທີ່ພຣະອົງຊົງຟັງພຣະບຸດຂອງພຣະອົງຄືພຣະເຢຊູຄຣິດ, ຖ້າທ່ານເຊື່ອວາງໃຈໃນ ພຣະຄຣິດແລ້ວຜ່ານພຣະອົງທ່ານກໍເປັນລູກຊາຍຫຼືລູກສາວຂອງພຣະເຈົ້າ, ອັນນັ້ນບໍ່ແມ່ນ ຄວາມຄິດນ້ອຍໆ,ທ່ານກໍເປັນທີ່ຮັກແລະເປັນທີ່ຍອມຮັບເພາະພຣະເຢຊູ,ພຣະເຈົ້າຈະຊົງຟັງທ່ານ!

ຈົ່ງຄິດໃນສິ່ງທີ່ທ່ານກໍາລັງຈະຂໍ, ເຮັດໃຫ້ຊັດເຈນວ່າທ່ານຕ້ອງການຫຍັງ, ພຣະເຢ ຊູຊົງບອກເຮົາໃຫ້ອະທິຖານ“ຂໍຊົງໂຜດປະທານອາຫານປະຈໍາວັນແກ່ຂ້າພະອົງ” (ມັດທາຍ 6:11)

ຖ້າທ່ານຕ້ອງການອະທິຖານຂໍບາງສິ່ງບາງຢ່າງ,ຈົ່ງອະທິຖານຂໍສິ່ງນັ້ນ,ອັບຣາຮາມອະທິຖານວ່າ“ໂອຂໍໃຫ້ອິດສະມາເອວມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ” (ປະຖົມມະການ 17:18)ສະເປີໂຈນໄດ້ກ່າວວ່າ “ຈົ່ງວ່າ ‘ອິສມາເອວ’ຖ້າເຈົ້າໝາຍຄວາມວ່າ ‘ອິສມາເອວ’”

ຖ້າທ່ານກໍາລັງອະທິຖານເພື່ອບາງຄົນໃຫ້ກັບໃຈໃໝ່ຈົ່ງອະທິຖານເພື່ອຄົນນັ້ນໂດຍ ເວົ້າຊື່ເຂົາ,ເມື່ອທ່ານກໍາລັງນໍາໃນການອະທິຖານ,ມັນກໍພຽງພໍທີ່ຈະນໍາສະເໜີຊື່ຂອງບຸກຄົນທີ່ຢູ່ໃນຄວາມຄິດຂອງທ່ານຕໍ່ພຣະເຈົ້າ,ແຕ່ເຖິງແມ່ນປະການບໍ່ເວົ້າທ່ານກໍຍັງສາມາດສື່ສານຕໍ່ ພຣະເຈົ້າເຊິ່ງເປັນຜູ້ທີ່ເຮົາກໍາລັງຂໍຢູ່ໄດ້,ພຣະເຈົ້າສາມາດໄດ້ຍີີນສຽງຄວນຄາງ ແລະ ສຽງ ຂອງໃຈຂອງທ່ານໄດ້,ຖ້າທ່ານກໍາລັງຂໍສິ່ງໜື່ງຈົ່ງຂໍແບບສະເພາະເຈາະຈົງເຊັ່ນ “ຂໍໂຜດໃຫ້ ລູກໄດ້ວຽກນີ້”“ຂໍຊົງຮັກສາຄວາມເຈັບປ່ວຍຂອງລູກ(ຫຼືຄວາມເຈັບປ່ວຍຂອງຄົນອື່ນ)”“ຂໍຊົງ ຊ່ວຍລູກໃຫ້ໄດ້ລາຍຊື່ກັບເບີໂທຫຼາຍໆຄົນ, ຂໍຊົງເປີດໃຈແລະຄວາມຄິດຂອງຜູ້ຄົນທີ່ລູກຈະ ພົບເຈີໃນຄໍ່າຄືນນີ້ເພື່ອທີ່ເຂົາຈະບອກຊື່ແລະເບີໂທຂອງເຂົາໃຫ້ລູກ”

ຖ້າທ່ານອະທິຖານໂດຍບໍ່ມີການຄິດກ່ຽວກັບເຂົາເຈົ້າ,ທ່ານກໍກໍາລັງອະທິຖານ“ແບບຊໍ້າຊາກບໍ່ມີປະໂຫຍດ”ພຣະເຢຊູຕັດວ່າ“ເມື່ອທ່ານອະທິຖານຢ່າໃຊ້ຄໍາຊໍ້າຊາກໄຮ້ປະໂຫຍດເໝືອນຄົນຕ່າງຊາດ ເພາະເຂົາຄິດວ່າເວົ້າຫຼາຍຄໍາພຣະຈື່ງຈະໂຜດຟັງ”(ມັດທາຍ 6:7) ຖ້າທ່ານເວົ້າໄປຕາມລາຍການອະທິຖານເປັນປະຈໍາໂດຍບໍ່ໄດ້ຄິດຫຍັງ,ທຸກເທື່ອທີ່ທ່ານອະທິຖານ- ຢູ່ບ້ານຫຼືໃນຄຣິສຕະຈັກ - ທ່ານກໍກໍາລັງອະທິຖານເວົ້າຊໍ້າຊາກໂດຍບໍ່ມີປະໂຫຍດ, ທ່ານກໍອາດຈະເວົ້າພຶມພໍາເຊັ່ນດຽວກັບການສວດມົນຂອງຄາທໍລິກຫຼື ບົດສວດຂອງສາສະ ໜາພຸດ.

ຖ້າທ່ານເວົ້າແບບດຽວກັນທຸກເທື່ອໃນທີ່ປະຊຸມຂອງຄຣິສຕະຈັກພຽງແຕ່ຢືນຂື້ນແລ້ວ ເວົ້າບາງສິ່ງບາງຢ່າງ,ກໍຈົ່ງຢ່າຄາດຫວັງວ່າຈະໄດ້ຮັບຄໍາຕອບ, ຈົ່ງຄິດເຖິງສິ່ງທີ່ທ່ານກໍາລັງ ຈະຂໍ,ທ່ານກໍາລັງທູນຂໍພຣະເຈົ້າ-ພຣະບຸກຄົນໜື່ງ-ຈົ່ງຂໍສິ່ງທີ່ສະເພາະເຈາະຈົງ, ຫຼັງຈາກ ນັ້ນຈົ່ງບອກພຣະເຈົ້າແລະຂໍພຣະອົງໃນສິ່ງທີ່ທ່ານຕ້ອງການ.

II. ສອງ ຄໍາອະທິຖານທີ່ຈິງຈັງໃຊ້ການໂຕ້ແຍ້ງ-ເຫດຜົນຕ່າງໆ.

ໂຢບກ່າວວ່າ“ຂ້າຈະ...ບັນຈຸຂໍ້ໂຕ້ແຍງຂອງຂ້າເຕັມປາກ”(ໂຢບ 23:4),“ຂ້າຈະບັນ ຈຸປາກດ້ວຍເຫດຜົນຕ່າງໆວ່າເປັນຫຍັງພຣະເຈົ້າຈື່ງຄວນໃຫ້ຂ້າໃນສີ່ງທີ່ຂ້າຂໍຈາກພຣະອົງ”ແມ່ນຫຍັງຄືຂໍ້ໂຕ້ແຍ້ງ-ເຫດຜົນ-ທີ່ຄວນໃຊ້?

ປະການທີ່ໜື່ງຈົ່ງເວົ້າເຖິງລັກສະນະຂອງພຣະເຈົ້າ-ພຣະອົງຊົງເປັນແບບໃດ, ອັບ ຣາຮາມໄດ້ອະທິຖານຂໍພຣະເຈົ້າບໍ່ໃຫ້ທໍາລາຍເມືອງໂສໂດມ,ລາວເວົ້າວ່າ:

“ອັບຣາຮາມເຂົ້າມາໃກ້ທູນວ່າ "ພຣະອົງຈະຊົງທຳລາຍຄົນຊອບທຳພ້ອມກັບຄົນຊົ່ວນໍາບໍ ບາງເທື່ອມີຄົນຊອບທຳຫ້າສິບຄົນໃນເມືອງນັ້ນ ພຣະອົງຈະຊົງທຳລາຍແລະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທຳຫ້າສິບຄົົນທີ່ຢູ່ໃນນັ້ນນໍາບໍ ຂໍພຣະອົງຢ່າກະທຳແບບນີ້ເລີຍ ທີ່ຈະຂ້າຄົນຊອບທຳພ້ອມກັບຄົນຊົ່ວ ແລະໃຫ້ຄົນຊອບທຳຄືກັບຄົນຊົ່ວ ໃຫ້ການນັ້ນຢູ່ຫ່າງໄກຈາກພຣະອົງ ຜູ້ພິພາກສາຂອງທົ່ວແຜ່ນດິນໂລກຈະບໍ່ກະທຳການຍຸດຕິທຳຫລື” (ປະຖົມມະການ 18:23-25)

ອັບຣາຮາມໄດ້ອ້ອນວອນຕໍ່ຄວາມຍຸດຕິທໍາຂອງພຣະເຈົ້າ,ລາວເວົ້າວ່າ“ຖ້າມີຄົນຊອບທໍາຫ້າສິບຄົນ ພຣະອົງຈະຊົງທໍາລາຍເຂົາພ້ອມກັບຄົນຊົ່ວຫຼື?” ມັນຈະຍຸດຕິທໍາບໍ?ຜູ້ພິພາກສາຂອງທົ່ວແຜ່ນດິນໂລກຈະບໍ່ກະທຳການຍຸດຕິທຳຫລື” ຄວາມຈິງແລ້ວລາວສືບຕໍ່ອະທິຖານ ຈົນພຣະເຈົ້າເຫັນດ້ວຍທີ່ຈະບໍ່ທໍາລາຍເມືອງເຖິງແມ່ນວ່າມີຄົນຊອບທໍາ 10 ຄົນທີ່ນັ້ນ,ສັງ ເກດວ່າອັບຣາຮາມບໍ່ຍອມທໍ້ຖອຍ, ອັບຣາຮາມມີຄວາມກ້າທີ່ຈະຖາມເຫດຜົນເຖິງແມ່ນວ່າ ຊົງພິໂລດ, ອັບຣາຮາມມີຄວາມເຊື່ອທີ່ຂໍຄວາມກະລຸນາທັງໆທີ່ບາບ, ອັບຣາຮາມມີຄວາມ ໝັ້ນໃຈພໍໃນລັກສະນະຂອງພຣະເຈົ້າເພື່ອດຶງດູດຄວາມສົນໃຈໃນການໂຕ້ແຍ້ງ, ອັບຣາຮາມ ບໍ່ໄດ້ຂາດຄວາມເຄົາລົບນັບຖື, ອັບຣາຮາມມີຄວາມເຄົາລົບພຣະເຈົ້າຫຼາຍເຊິ່ງລາວສາມາດ ອ້ອນວອນຕໍ່ຄຸນສົມບັດຂອງບຸກຄະລິກຂອງພຣະເຈົ້າໄດ້, ຖ້າອັບຣາຮາມບໍ່ເຊື່ອວ່າພຣະເຈົ້າ ຊົງຍຸດຕິທໍາ,ລາວກໍສະຫຼາດທີ່ຈະຢູ່ແບບງຽບໆ, ແຕ່ອັບຣາຮາມຮູ້ດີວ່າພຣະເຈົ້າຊົງຍຸດຕິທໍາ ສະນັ້ນອັບຣາຮາມຈື່ງໂຕ້ແຍ້ງແລະອ້າງເຫດຜົນກັບພຣະເຈົ້າ.

ທຸກມື້ນີ້ພຣະເຈົ້າຍັງເປັນຄືເກົ່າ,ພຣະຄໍາພີບອກວ່າ “ເຮົາເປັນພຣະເຈົ້າ ເຮົາບໍ່ປ່ຽນ ແປງ”(ມາລາຄີ 3:6)ພຣະຄໍາພີກ່າວວ່າ“ພຣະເຢຊູຄຣິດຊົງເປັນເໝືອນເດີມທັງມື້ວານນີ້,ມື້ນີ້ ແລະຕະຫຼອດໄປ”(ເຮັບເລີ 13:8),ພຣະເຈົ້າດຽວນີ້ຊົງເປັນເໝືອນເດີມແບບທີ່ພຣະອົງຊົງ ເປັນເມື່ອກ່ອນ,ທ່ານສາມາດອະທິຖານຕໍ່ພຣະເຈົ້າແລ້ວພຣະອົງຈະຊົງຟັງທ່ານຄືກັບທີ່ພຣະ ເຈົ້າຊົງຟັງຕອນທີ່ຜູ້ຄົນອະທິຖານຕໍ່ພຣະອົງໃນເມື່ອກ່ອນ, ຢູ່ໃນສານທະນາຍຄວາມມັກຈະ ອ້ອນວອນແບບຢ່າງທີ່ເຄີມມີມາ, ແບບຢ່າງທີ່ເຄີຍມີມາເປັນເຫດການໃນມໍ່ໆທີ່ຖືກຍອມຮັບ ໃນຖານະເປັນຕົວຢ່າງເພື່ອເອົາໄປພິຈາລະນາໃນເຫດການທີ່ຄ້າຍຄືກັນ, ເມື່ອທ່ານອ່ານ ພຣະຄໍາພີຫຼືຟັງຄໍາເທດສະໜາພຣະຄໍາພີຈົ່ງຈື່ໃນສິ່ງທີ່ທ່ານໄດ້ອ່ານແລະມັນວ່າແນວໃດແດ່ ຈົ່ງຄິດກ່ຽວກັບສິ່ງທີ່ພຣະເຈົ້າຊົງເຮັດໃນອະດີດເອົາມາປະຍຸກໃຊ້ຕໍ່ສີ່ງທີ່ພຣະເຈົ້າສາມາດ ເຮັດໃນປະຈຸບັນນີ້ແນວໃດແດ່,ຈົ່ງອະທິຖານດ້ວຍຄວາມຕັ້ງໃຈຕໍ່ສິ່ງທີ່ພຣະເຈົ້າຊົງເຮັດໃນຊີວິດຂອງທ່ານ, ຈົ່ງໃຊ້ມັນໃນຖານະເປັນຂໍ້ອ້າງອີງໃນສິ່ງທີ່ພຣະເຈົ້າຊົງສາມາດເຮັດໃນອະ ນາຄົດ, ຈົ່ງລະນຶກເຖິງສິ່ງພຣະເຈົ້າຊົງເຮັດຕໍ່ຊີວິດຂອງຜູ້ຄົນທີ່ຢູ່ອ້ອມຮອບທ່ານ,ພຣະເຢຊູ ຊົງບອກກັບພວກສາວົກຂອງພຣະອົງໃຫ້ລະວັງແລະອະທິຖານ,ຈົ່ງເຊື່ອມຕໍ່ເຫດການທີ່ເບິ່ງ ບໍ່ກ່ຽວຂ້ອງກັນຜ່ານທາງຂົວຂອງລິດອໍານາດຂອງພຣະເຈົ້າໃນຄໍາຕອບຄໍາອະທິຖານ,ຈົ່ງຄິດເຖິງວ່າມັນກົງກັບບຸກຄະລິກຂອງພຣະເຈົ້າແນວໃດ, ຈົ່ງລະນຶກໃນສິ່ງທີ່ພຣະເຈົ້າຊົງກະທໍາ ໃນອະດີດ,ອ້ອນວອນຕໍ່ຜູ້ທີ່ພຣະເຈົ້າຊົງເປັນ, ອະທິຖານຕໍ່ພຣະເຈົ້າໃນຫົນທາງດຽວກັນຄື ກັບທີ່ບຸລຸດຜູ້ຍິ່ງໃຫຍ່ໃນພຣະຄໍາພີໄດ້ອະທິຖານ.

ປະການທີ່ສອງ,ທ່ານສາມາດອ້ອນວອນການມີຊີວິດຢູ່ຂອງພຣະເຈົ້າໄດ້, ເອລີຢາ ໄດ້ປະເຊີນໜ້າກັບບັນດາຜູ້ທໍານາຍພະບາອັນ, ພຣະເຈົ້າບໍ່ໄດ້ຕອບຄໍາອະທິຖານຂອງຜູ້ທໍາ ນາຍປອມເຫຼົ່ານີ້: ແຕ່ເອລີຢາໄດ້ອະທິຖານຕໍ່ພຣະເຈົ້າເພື່ອໃຫ້ຮັບເອົາເຄື່ອງເຜົາບູຊາຂອງ ລາວ, ເອລີຢາໄດ້ເວົ້າວ່າ:

“ຂ້າແຕ່ພຣະເຈົ້າຂອງອັບຣາຮາມ,ອີຊາກແລະຢາໂຄບ ຂໍໃຫ້ຮູ້ທົ່ວກັນໃນວັນ ນີ້ວ່າພຣະອົງຄືພຣະເຈົ້າໃນອິດສະຣາເອນ ແລະຂ້າພະອົງເປັນຜູ້ຮັບໃຊ້ ຂອງພຣະອົງ ແລະຂ້າພະອົງໄດ້ເຮັດສິ່ງເຫຼົ່ານີ້ຕາມພຣະດໍາລັດຂອງພຣະ ອົງ ຂໍຊົງຟັງຂ້າພະອົງ ໂອຂ້າແຕ່ພຣະເຈົ້າ ຂໍຊົງຟັງຂ້າພະອົງ ເພື່ອຊົນ ຊາດນີ້ຈະຮູ້ວ່າ ພຣະອົງຄືພຣະເຢໂຮວາພຣະເຈົ້າ” (1ກະສັດ 18:36-37)

ເອລີຢາອະທິຖານວ່າ “ຂໍຊົງສໍາແດງແກ່ພວກເຮົາວ່າພຣະອົງຊົງເປັນພຣະເຈົ້າທ່ຽງແທ້” ແລະ ພຣະເຈົ້າຊົງຕອບເອລີຢາ, ພຣະເຈົ້າໄດ້ສົ່ງໄຟລົງມາຈາກສະຫວັນແລະໄໝ້ເຄື່ອງ ເຜົາບູຊາຂອງເອລີຢາ.

ຫຼາຍປີຕໍ່ມາ,ຫຼັງຈາກທີ່ເອລີຢາຖືກຮັບຂື້ນໄປສູ່ສະຫວັນ, ເອລີຊາລູກສິດຂອງລາວ ໄດ້ອະທິຖານວ່າ“ພຣະເຢໂຮວາພຣະເຈົ້າຂອງເອລີຢາຢູ່ໃສ?”(2 ກະສັດ 2:14)“ພຣະເຈົ້າ ຊົງຢູ່ໃສ?” ພຣະເຈົ້າຊົງສໍາແດງພຣະອົງເອງແລະແຍກນໍ້າຈໍແດນອອກຈາກກັນເພື່ອເອລີ ຊາ, ພຣະເຈົ້າຊົງສໍາແດງວ່າພຣະອົງຊົງມີແທ້.

ປະການທີ່ສາມ,ເວົ້າເຖິງພຣະສັນຍາຂອງພຣະເຈົ້າ - ເພາະພຣະອົງຊົງສັດຊື່ຕໍ່ ພຣະຄໍາຂອງພຣະອົງ, ໃນ 2 ຊາມູເອວບົດທີ່7 ພຣະເຈົ້າຊົງສັນຍາຕໍ່ດາວິດຜ່ານທາງຜູ້ທໍາ ນາຍນາທັນວ່າດາວິດຈະມີລູກຊາຍຄົນໜື່ງຜູ້ທີ່ຈະສ້າງພຣະວິຫານຂອງພຣະເຈົ້າແລະ ຜູ້ທີ່ ຈະນັ່ງເທິງບັນລັງຂອງເຂົາໃນເຢລູຊາເລັມ ແລະ ທີ່ວ່າຄົນອິດສະຣາເອວຈະຄົງຢູ່ຕະຫຼອດ ເປັນນິດ: ດາວິດກ່າວຕໍ່ພຣະເຈົ້າວ່າ:

“ເພາະວ່າພຣະອົງຊົງສະຖາປະນາອິດສະຣາເອວປະຊາຊົນຂອງພຣະອົງໄວ້ໃຫ້ເປັນປະຊາຊົນເພື່ອພຣະອົງເອງເປັນນິດ ຂ້າແຕ່ພຣະເຢໂຮວາພຣະອົງ ກໍເປັນພຣະເຈົ້າຂອງເຂົາທັງຫຼາຍ ໂອຂ້າແຕ່ພຣະເຢໂຮວາ ດຽວນີ້ພຣະຄໍາ ເຊິ່ງພຣະອົງຊົງກ່າວອອກມາກ່ຽວກັບຜູ້ຮັບໃຊ້ຂອງພຣະອົງ ແລະ ກ່ຽວກັບ ລາຊະວົງຂອງເຂົາ ຂໍຊົງດໍາລົງເຊິ່ງຄໍາກ່າວນັ້ນໃຫ້ຖາວອນເປັນນິດ ແລະ ຊົງກະທໍາດັ່ງທີ່ພຣະອົງຊົງກ່າວໄວ້ ຂໍພຣະນາມຂອງພຣະອົງເປັນທີ່ສັນລະ ເສີນຢູ່ເປັນນິດວ່າ ພຣະເຢໂຮວາຈອມໂຍທາຊົງເປັນພຣະເຈົ້າເໜືອອິດສະ ຣາເອວ ແລະລາຊະວົງດາວິດຜູ້ຮັບໃຊ້ຂອງພຣະອົງຈະດໍາລົງຢູ່ຕໍ່ພຣະພັກ ພຣະອົງ ໂອຂ້າແຕ່ພຣະເຢໂຮວາຈອມໂຍທາ ພຣະເຈົ້າຂອງອິດສະຣາ ເອວ ເພາະວ່າພຣະອົງໄດ້ຊົງສໍາແດງແກ່ຜູ້ຮັບໃຊ້ຂອງພຣະອົງວ່າ ເຮົາຈະ ສ້າງລາຊະວົງໃຫ້ເຈົ້າ ເພາະສະນັ້ນຜູ້ຮັບໃຊ້ຂອງພຣະອົງຈື່ງກ້າຫານທີ່ຈະ ອ້ອນວອນດ້ວຍຄໍາອະທິຖານນີ້ຕໍ່ພຣະອົງ ໂອຂ້າແຕ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຕອນນີ້ພຣະອົງຊົງເປັນພຣະເຈົ້າ ແລະບັນດາພຣະຄໍາຂອງ ພຣະອົງເປັນຄວາມຈິງ ແລະພຣະອົງຊົງສັນຍາຈະພຣະລາຊະທານສິ່ງດີນີ້ ແກ່ຜູ້ຮັບໃຊ້ຂອງພຣະອົງ ເພາະສະນັ້ນ ດຽວນີ້ຂໍໂຜດໃຫ້ເປັນທີ່ພໍພຣະໄທ ພຣະອົງທີ່ຈະອໍານວຍພຣະພອນແກ່ລາຊະວົງຜູ້ຮັບໃຊ້ຂອງພຣະອົງ ເພື່ອ ໃຫ້ດໍາລົງຢູ່ຕໍ່ພຣະພັກພຣະອົງເປັນນິດ ໂອຂ້າແຕ່ອົງພຣະຜູ້ເປັນເຈົ້າພຣະ ເຈົ້າ ພຣະອົງຊົງລັ່ນພຣະວາຈາເຊັ່ນນັ້ນແລ້ວ ແລະດ້ວຍພຣະພອນຂອງ ພຣະອົງກໍຂໍໃຫ້ລາຊະວົງຜູ້ຮັບໃຊ້ຂອງພຣະອົງໄດ້ຢູ່ເຢັນເປັນສຸກເປັນນິດ” (II ຊາມູເອວ 7:24-29)

ດາວິດໄດ້ອະທິຖານຕໍ່ພຣະເຈົ້າໃຫ້ຮັກສາຄໍາສັນຍາຂອງພຣະອົງ ແລະ ນໍາສິ່ງທີ່ເຫຼົ່ານີ້ໃຫ້ ຜ່ານໄປໄດ້, ພຣະຄໍາພີກ່າວວ່າ“ເຖິງແມ່ນມະນຸດທຸກຄົນເປັນຄົນຂີ້ຕົວະ ກໍຂໍໃຫ້ພຣະເຈົ້າ ຊົງສັດຈິງ”(ໂລມ 3:4),ໃນພາສາອັງກິດສະໄໝໃໝ່ພວກເຮົາສາມາດເວົ້າໄດ້ວ່າ“ເຖິງແມ່ນ ຖ້າມະນຸດທຸກຄົນເປັນຄົນຂີ້ຕົວະພຣະເຈົ້າຊົງສັດຈິງ” ພຣະຄໍາພີກ່າວວ່າ“ພຣະເຢໂຮວາ ພຣະເຈົ້າຂອງທ່ານພຣະອົງຊົງເປັນພຣະເຈົ້າ,ພຣະເຈົ້າທີ່ສັດຊື່ ຜູ້ຊົງຮັກສາພັນທະສັນຍາ ແລະຄວາມເມດຕາຕໍ່ບັນດາຜູ້ທີ່ຮັກພຣະອົງ”(ພຣະລາຊະບັນຍັດ 7:9) ພຣະເຈົ້າຊົງຮັກສາ ພຣະສັນຍາຂອງພຣະອົງ, ທ່ານສາມາດເອົາພຣະສັນຍາຂອງພຣະເຈົ້າມາຫາພຣະອົງໄດ້ ໃນຄໍາອະທິຖານ, ຂ້າພະເຈົ້າຈະສືບຕໍ່ເທດຫົວຂໍ້ນີ້ຢູ່ໃນບົດເທດຄັ້ງຕໍ່ໄປ.

ລໍາດັບແລະຂໍ້ໂຕ້ແຍ້ງໃນຄໍາອະທິຖານຮຽກຮ້ອງຄວາມຄິດທີ່ລະມັດລະວັງ ແລະ ການກຽມພ້ອມ,ກຽມຕົນເອງໂດຍການແຍກອອກໃນສີ່ງທີ່ທ່ານຕ້ອງການຈາກພຣະເຈົ້າແທ້ໆ,ຈົ່ງຄິດໃຫ້ຮອບຄອບເພື່ອໃຫ້ແນ່ໃຈວ່າທ່ານຕ້ອງຂື້ນກັບພຣະເຈົ້າສໍາຫຼັບຄໍາຂໍ້ຮ້ອງນີ້, ເທິງ ການຖືກໂນ້ມນ້າວທີ່ວ່າທ່ານຕ້ອງການໃຫ້ພຣະເຈົ້າຈັດຕຽມສໍາຫຼັບຄວາມຈໍາເປັນນີ້, ຈົ່ງມຸ່ງ ຄວາມຄິດຕົງຕໍ່ທີ່ວ່າເປັນຫຍັງມັນຈື່ງຕ້ອງເກີດຂື້ນ,ເປັນຫຍັງຄໍາຮ້ອງຂໍຈື່ງສໍາຄັນ?ເປັນຫຍັງມັນຈື່ງສໍາຄັນທີ່ວ່າຄໍາຮ້ອງຂໍຂອງທ່ານຖືກຍອມຮັບໃນວິນາທີນີ້? ຈົ່ງຍອມໃຫ້ຄວາມຄິດນັ້ນ ສ້າງຄວາມຮີບດ່ວນແລະພາລະພາຍໃນທ່ານ,ຄວາມປາດຖະໜາທີ່ຈະມີຄໍາຮ້ອງຂໍຂອງທ່ານ ເປັນສິ່ງສໍາຄັນເພື່ອສ້າງການລົງທຶນແລະຂໍ້ໂຕ້ແຍ້ງທີ່ຕິດກັນ,ການໂຕ້ແຍ້ງທີ່ແຂງແກ່ງບໍ່ຄື ກັບຜົນທີ່ມາຈາກຫົວໃຈທີ່ບໍ່ໄດ້ລົງທຶນ,ວິທີເຂົ້າຫາການຮ້ອງຂໍຈາກຫຼາຍມຸມມອງ, ຈົ່ງຫລີກ ລ້ຽງຄໍາອະທິຖານຕ່າງໆທີ່ຂື້ນກັບປະລິມານຫຼືການທ່ອງປາກເປົ່າທີ່ບໍ່ຈໍາເປັນ,ຢ່າເວົ້າຊໍ້າຄືນຄໍາອະທິຖານຂອງທ່ານແບບບໍ່ຄິດ,ຫລີກລ້ຽງຄໍາອະທິຖານທີ່ທົ່ວໄປໂຜດ: ຈົ່ງເຈາະຈົງໃນ ການອະທິຖານ,ຈົ່ງສ້າງເທິງຄໍາອະທິຖານຂອງທ່ານໂດຍອ້າງເຖິງສິ່ງທີ່ພຣະເຈົ້າໄດ້ຊົງກະ ທໍາໃນຊີວິດຂອງທ່ານ, ການສວດຄໍາດຽວກັນໄປໆມາໆບໍ່ໄດ້ເພີ່ມຄວາມເປັນໄປໄດ້ເພື່ອທີ່ ພຣະເຈົ້າຈະຕອບສະໜອງ,ຢ່າງໃດກໍຕາມແທນທີ່ຈະໃຫ້ເຫດຜົນກັບພຣະເຈົ້າຈົ່ງອະທິຖານ ຕາມລະບຽບແລະຂໍ້ໂຕ້ແຍ້ງ,ຈົ່ງໃຫ້ເຫດຜົນກັບພຣະເຈົ້າ,ອ້ອນວອນຕໍ່ລັກສະນະຂອງພຣະ ເຈົ້າ, ອ້ອນວອນຕໍ່ການມີຊີວິດຢູ່ຂອງພຣະອົງ, ອ້ອນວອນຕໍ່ພຣະສັນຍາຂອງພຣະເຈົ້າ, ພຣະເຈົ້າຈະໃຫ້ກຽດພຣະສັນຍາຂອງພຣະອົງ,ພຣະເຈົ້າຈະຟັງຄວາມຈິງໃຈຂອງທ່ານແລະຂໍ້ໂຕ້ແຍ້ງຕາມລະບຽບຂອງຄໍາອະທິຖານ.

“ໂອຂ້າຢາກຮູ້ວ່າຈະພົບພຣະອົງຢູ່ໃສ ເພື່ອຂ້າຈະມາເຖິງພຣະ ທີ່ນັ່ງຂອງພຣະອົງ! ຂ້າຈະຍື່ນຄະດີຂອງຂ້າຕໍ່ພຣະພັກພຣະອົງ ແລະ ບັນຈຸຂໍ້ໂຕ້ແຍງຂອງຂ້າເຕັມປາກ” (ໂຢບ 23:3-4)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ໂຄງຮ່າງບົດເທດສະໜາ

ລໍາດັບແລະຂໍ້ໂຕ້ແຍງໃນຄໍາອະທິຖານ-ຕອນທີ່ I

ORDER AND ARGUMENT IN PRAYER – PART I

ໂດຍ ຈອນຊາມູເອວເຄແກນ

“ໂອຂ້າຢາກຮູ້ວ່າຈະພົບພຣະອົງຢູ່ໃສ ເພື່ອຂ້າຈະມາເຖິງພຣະ ທີ່ນັ່ງຂອງພຣະອົງ!
 ຂ້າຈະຍື່ນຄະດີຂອງຂ້າຕໍ່ພຣະພັກພຣະອົງ ແລະ ບັນຈຸຂໍ້ໂຕ້ແຍງຂອງຂ້າເຕັມປາກ”
(ໂຢບ 23:3-4)

I.   ໜື່ງຄໍາອະທິຖານທີ່ຈິງຈັງມີລະບຽບ - ຈັດຕັ້ງ. ປະຖົມມະການ 18:27;
ເຮັບເລີ 4:16; ມັດທາຍ 6:11; ລູກາ 11:5;ປະຖົມມະການ 17:18;
ມັດທາຍ 6:7.

II.  ສອງ ຄໍາອະທິຖານທີ່ຈິງຈັງໃຊ້ການໂຕ້ແຍ້ງ-ເຫດຜົນຕ່າງໆ.
ປະຖົມມະການ 18:23-25; ມາລາຄີ 3:6; ເຮັບເລີ 13:8; 1 ກະສັດ 18:36-37;
2 ກະສັດ 2:14; 2 ຊາມູເອວ 7:24-29; ໂລມ 3:4; ພະບັນຍັດ 7:9