Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມບາບ!

BRING THEM IN FROM THE FIELDS OF SIN!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 7/8/2016
A sermon given to the Baptist Tabernacle of Los Angeles
Lord’s Day Evening, August 7, 2016

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)


ເປັນເວລາຫຼາຍປີທີ່ຂ້າພະເຈົ້າຮູ້ຈັກວິທີນໍາວິນຍານ, ຂ້າພະເຈົ້າບໍ່ຮູ້ຈັກວິທີທີ່ຈະໃຫ້ ຄົນບໍ່ເຊື່ອລອດແລະເຂົ້າມາໃນຄຣິສຕະຈັກ, ຂ້າພະເຈົ້າພະຍາຍາມເກືອບທຸກວິທີທີ່ເປັນໄປ ໄດ້,ຂ້າພະເຈົ້າພະຍາຍາມອອກແຈກໃບປິວ,ແຕ່ການແຈກໃບປິວບໍ່ໄດ້ພາຄົນບໍ່ເຊື່ອເຂົ້າມາ,ລອງພະຍາຍາມເທດສະໜາຢູ່ແຄມຖະໜົນ,ແຕ່ມັນກໍບໍ່ໄດ້ນໍາຄົນບໍ່ເຊື່ອເຂົ້າມາໃນຄຣິສຕະ ຈັກເລີຍ, ພະຍາຍາມເປັນພະຍານຕໍ່ຜູ້ຄົນຕາມຖະໜົນຫຼືຢູ່ຕໍ່ໜ້າເຮືອນຂອງເຂົາເຈົ້າແຕ່ມັນ ກໍບໍ່ເກີດຜົນ, ພວກເຂົາອາດຈະອະທິຖານສໍາຫຼັບຄວາມລອດ,ແຕ່ພວກເຂົາຈະບໍ່ມາໂບດ,ຂ້າ ພະເຈົ້າພະຍາຍາມ“ຕິດຕາມ”ເຂົາເຈົ້າຫຼັງຈາກທີ່ເຂົາອະທິຖານຮັບເຊື່ອແລ້ວ,ແຕ່ການ “ຕິດ ຕາມ”ເຂົາກໍບໍ່ໄດ້ເຮັດໃຫ້ເຂົາມາໂບດເລີຍ,ຂ້າພະເຈົ້າຮູ້ສຶກທໍ້ແທ້ແລະປະລາໄຊ.

ແຕ່ຂ້າພະເຈົ້າກໍປະຕິເສດທີ່ຈະເລີກ,ຂ້າພະເຈົ້າຮູ້ດີວ່າຈະຕ້ອງມີບາງຫົນທາງທີ່ຈະ ໄດ້ຄົນຫຼົງຫາຍມາຮັບເຊື່ອແລ້ວເຂົ້າມາໃນໂບດ, ນັ້ນກໍຄືຕອນທີ່ຂ້າພະເຈົ້າອ່ານຂໍ້ພຣະຄໍາພີ ຂອງເຮົາ,ຂ້າພະເຈົ້າເຄີຍອ່ານມາກ່ອນແລ້ວແຕ່ທັນໃດນັ້ນມັນເບິ່ງຄືວ່າເຕັ້ນໃສ່ຂ້າພະເຈົ້າ, ໃນວິນາທີນັ້ນເອງວິທີການປະກາດຂ່າວປະເສີດຂອງພວກເຮົາກໍຖືກໍາເນີດຂື້ນ,ຄໍາກ່າວຂອງພຣະເຢຊູໄດ້ກາຍມາເປັນຄູ່ມືໃນການນໍາວິນຍານຂອງພວກເຮົາ.

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

ແທນທີ່ຈະໄປຫາຜູ້ຄົນແລ້ວໃຫ້ເຂົາເວົ້າຕາມ“ຄໍາອະທິຖານຂອງຄົນບາບ”-ຈາກນັ້ນ ກໍພະຍາຍາມພາເຂົາເຈົ້າມາໂບດ,ພວກເຮົາເຮັດບາງສິ່ງບາງຢ່າງໃໝ່, ພວກເຮົາໜ້າຈະພາ ເຂົາມາໂບດກ່ອນກ່ອນທີ່ຈະພາຍາມໃຫ້ເຂົາລອດ, ແລະມັນກໍໄດ້ຜົນ! ຕອນນີ້ພວກເຮົາກໍາ ລັງເຮັດໃນສິ່ງທີ່ພຣະເຢຊູບອກໃຫ້ເຮັດ, ພວກເຮົາກໍາລັງເລັ່ງລັດ“ພວກເຂົາໃຫ້ເຂົາມາ” ກ່ອນທີ່ພວກເຂົາຈະປະເຊີນໜ້າກັບຂ່າວປະເສີດໂດຍຄໍາເທດສະໜາຂອງຂ້າພະເຈົ້າ.

ມີຫຼາຍຄົນບໍ່ໄດ້ເຂົ້າມາໃນຄຣິສຕະຈັກ,ແຕ່ມີບາງຄົນມາ, ແລະພວກເຂົາບາງຄົນ ໄດ້ຍິນຂ້າພະເຈົ້າເທດແລ້ວກໍໄດ້ຮັບຄວາມລອດ, ແຕ່ພວກເຂົາເປັນຄົນທີ່ເຄີຍຖືກເລັ່ງລັດ ໃຫ້ເຂົ້າມາແລ້ວກໍເຮັດໃຫ້ເປັນໝູ່ກັນໃນຄຣິສຕະຈັກ, ພວກເຂົາເປັນຜູ້ເຂົ້າຮ່ວມຄຣິສຕະຈັກ ຕາມປົກກະຕິກ່ອນທີ່ພວກເຂົາຈະປະເຊີນໜ້າກັບຂ່າວປະເສີດ.

ຄືກັບທີ່ຂ້າພະເຈົ້າເວົ້າວ່າບໍ່ແມ່ນທຸກຄົນທີ່ພວກເຮົາເຊີນມາໂບດ, ຄໍາອຸປະມາຂອງ ພຣະເຢຊູບອກເຮົາວ່າຄົນສ່ວນຫຼາຍຈະບໍ່ມາ, ຂໍ້18 ເວົ້າວ່າ“ບັນດາຄົນທັງຫຼາຍກໍເລີ່ມພາ ກັນມີຂໍ້ອ້າງ”ສໍາຫຼັບການບໍ່ມາ,ຄົນສ່ວນຫຼາຍຈະບໍ່ມາເລີຍ, ພວກເຮົາ“ເລັ່ງລັດ”ພວກເຂົາໃຫ້ ເຂົ້າມາໃນຄຣິສຕະຈັກແຕ່ມີພຽງແຕ່ໜ້ອຍດຽວທີ່ຈະມາອີຫຼີ, ພວກເຮົາຂໍໃຫ້ພວກເຂົາ“ເຂົ້າ ມາ” ເຂົ້າມາໃສ?ແນ່ນອນເຂົ້າມາໃນຄຣິສຕະຈັກ!ຢູ່ໃສອີກທີ່ພວກເຂົາ“ເຂົ້າມາ”ໃນຄໍາອຸປະ ມາ? ແຕ່ໜ້ອຍຄົນທີ່ຈະເຂົ້າມາໃນຄຣິສຕະຈັກ, ພວກເຂົາອາດຈະໄດ້ຍິນບົດເທດສະໜາ ຂ່າວປະເສີດ, ແນ່ນອນພວກເຂົາອາດຈະກິນ“ເຂົ້າແລງແຊບໆ”ກັບພວກເຮົາ-ຄືກັບໃນຂໍ້ 16 ເວົ້າເຖິງ, ພວກເຂົາອາດຈະດີໃຈທີ່ໄດ້ກິນເຂົ້າກັບພວກເຮົາ - ຕິດຕາມໂດຍງານລ້ຽງ ວັນເກີດທີ່ຈັດຂື້ນສໍາຫຼັບໜື່ງໃນສະມາຊິກຂອງພວກເຮົາ, ພວກເຂົາອາດຈະມີຊ່ວງເວລາທີ່ພິ ເສດກັບພວກເຮົາໃນງານລ້ຽງນັ້ນ! ຈາກນັ້ນພວກເຮົາກໍຈະເຊີນພວກເຂົາໃຫ້ມາອີກໃນອາ ທິດໜ້າ.

ຫຼາຍຄົນທີ່ມາຈະບໍ່ກັບມາອີກ, ແຕ່ບາງຄົນຈະມາອີກ, ແລະຈາກນັ້ນພວກເຮົາກໍຈະ ເທດຂ່າວປະເສີດໃຫ້ກັບເຂົາຫຼາຍໆເທື່ອທຸກໆການນະມັດສະການ, ຫຼັງຈາກນັ້ນພວກເຂົາກໍ ຈະເລີ່ມເຂົ້າໃຈຂ່າວປະເສີດ, ຫຼາຍເທື່ອຕໍ່ຫຼາຍເທື່ອບາງຄົນອາດຈະມາພາຍໃຕ້ການສໍານຶກ ເລື່ອງບາບແລະບາງຄົນຈະວາງເຊື່ອໃນພຣະເຢຊູແລະລອດ, ພວກທ່ານຈັກຄົນທີ່ຢູ່ນີ້ໃນ ແລງນີ້ທີ່ມາເຂົ້າມາຄຣິສຕະຈັກແບບນັ້ນ? ເຖິງແມ່ນຖ້າທ່ານຍັງບໍ່ໄດ້ຮັບຄວາມລອດເທື່ອ, ມີຜູ້ໃດແດ່ທີ່ມາຄຣິສຕະຈັກຂອງພວກເຮົາແບບນັ້ນ?ຂໍເຊີນຢືນຂື້ນ(ພວກເຂົາລຸກຂື້ນ) ພວກ ທ່ານເຫັນບໍ? ຄົນສ່ວນຫຼາຍໃນຄຣິສຕະຈັກຂອງພວກເຮົາມາແບບນັ້ນ! ທ່ານເຂົ້າມາ ໃນຄຣິສຕະຈັກຂອງເຮົາເພາະພວກເຮົາເຊື່ອຟັງພຣະຄຣິດ,ພຣະອົງຊົງກ່າວວ່າ:

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

“ເຊີນເຂົາມາ” - ເຊີນຮ້ອງຂໍ້ຊໍ້າກັບຂ້າພະເຈົ້າ!

ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມບາບ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ
   (“Bring Them In,” Alexcenah Thomas, 19th century).

ຂະນະທີ່ພວກເຮົາເຮັດຕາມວິທີຂ່າວປະເສີດຂອງພຣະຄຣິດ, ພວກເຮົາກໍໄດ້ຮຽນຮູ້ ສິ່ງອື່ນໆເທື່ອລະໜ້ອຍ,ພວກເຮົາຮຽນຮູ້ທີ່ຈະເລືອກຄົນທີ່ພວກເຮົາຈະພາເຂົ້າມາ, ຕອນທໍາ ອິດພວກເຮົາພາທຸກຄົນເຂົ້າມາ,ແຕ່ຄຣິສຕະຈັກຂອງຢູ່ໃຈກາງເມືອງ, ພວກເຮົາຢູ່ໃຈກາງ ເມືອງລອສແອງເຈີລິສ, ມີຄົນທີ່ຍິ່ງໃຫຍ່ຫຼາຍຄົນຢູ່ແຖວນີ້ຜູ້ທີ່ບໍ່ມີຄວາມຄາດຫວັງຫຍັງ, ບາງຄົນຕິດຢາ, ພວກເຮົາບໍ່ສາມາດຊ່ວຍຫຼາຍຄົນໄດ້,ບາງຄົນເຖົ້າຫຼາຍແລະກໍາລັງຈະ ຕາຍ,ພວກເຮົາກໍຊ່ວຍເຂົາບໍ່ໄດ້ເຊັ່ນກັນ, ໃນສະໄໝຂອງພຣະເຢຊູພຣະອົງບອກພວກເຂົາ ໃຫ້ພາ“ຄົນພິການ, ຄົນງ່ອຍແລະຄົນຕາບອດ”ເຂົ້າມາ(ຂໍ້ 21)ແຕ່ຄົນເຫຼົ່ານັ້ນໃນສະໄໝ ຂອງພຣະເຢຊູສຸພາບແລະຈິງຈັງຫຼາຍກວ່າຄົນໃນປະຈຸບັນນີ້,ທ່ານສາມາດພາຄົນແບບນັ້ນ ມາໂບດແລະພວກເຂົາຈະບໍ່ເຮັດສີ່ງທີ່ໂງ່ໆ,ແຕ່ຫຼາຍຄົນໃນປະຈຸບັນນີ້ປ່າເຖື່ອນແລະປະພຶດຕົນບໍ່ດີທີ່ຈະເຂົ້າມາໃນຄຣິສຕະຈັກ,ດັ່ງນັ້ນພຣະເຢຊູເອງຊົງກ່າວວ່າໃຫ້ເຊີນຄົນທີ່ຄັດເລືອກ ໄວ້ແລ້ວ,ພຣະເຢຊູຊົງກ່າວຕໍ່ພວກສາວົກຂອງພຣະອົງວ່າ:

“ຢ່າໄປທາງທີ່ໄປສູ່ພວກຕ່າງຊາດ ແລະຢ່າເຂົ້າໄປໃນເມືອງຂອງຊາວສະມາເລຍ ແຕ່ວ່າຈົ່ງໄປຫາແກະຫລົງຂອງຄອບຄົວອິດສະຣາເອນດີກວ່າ” (ມັດທາຍ 10:5,6)

ຕໍ່ມາພຣະອົງບອກພວກເຂົາຫຼາຍກວ່າຜູ້ທີ່ຄັດເລືອກ, ພຣະເຢຊູບອກພວກເຂົາບໍ່ໃຫ້ສືບຕໍ່ ປະກາດແຕ່ບຸກຄົນໜື່ງແລະແມ່ນແຕ່ໝົດທັງເມືອງ,ພຣະອົງຊົງກ່າວວ່າ:

“ຖ້າຜູ້ໃດບໍ່ຕ້ອນຮັບທ່ານທັງຫລາຍແລະບໍ່ຟັງຄຳຂອງທ່ານ ເມື່ອຈະອອກຈາກເຮືອນນັ້ນເມືອງນັ້ນ ຈົ່ງສະບັດຂີ້ຝຸ່ນທີ່ຕິດຕີນຂອງທ່ານອອກເສຍ ເຮົາບອກຄວາມຈິງແກ່ທ່ານວ່າ ໃນວັນພິພາກສານັ້ນ ໂທດຂອງເມືອງໂສໂດມແລະເມືອງໂກໂມຣາ ຈະເບົາກວ່າໂທດຂອງເມືອງນັ້ນ” (ມັດທາຍ 10:14,15)

ພຣະຄຣິດຊົງເລືອກຢ່າງເຄັ່ງຄັດແລະພວກເຮົາກໍຕ້ອງເຮັດເຊັ່ນກັນ,ບາງຄົນເວົ້າວ່າ “ຖ້າເຈົ້າພະຍາຍາມນໍາວິນຍານທຸກຄົນເຈົ້າກໍຈະນໍາບໍ່ໄດ້ຈັກຄົນ” ພວກເຮົາພົບວ່າພວກຄົນ ໜຸ່ມທີ່ຮຽນວິທະຍາໄລຊ່ວງປະມານ 16 ຫາ 24 ຄືຄວາມຫວັງທີ່ດີທີ່ສຸດສໍາຫຼັບພວກເຮົາທີ່ ຈະປະກາດກັບເຂົາດ້ວຍວິທີຂອງພວກເຮົາ, ສ່ວນຫຼາຍຄຣິສຕະຈັກຂອງເຮົາຖືກສ້າງຂື້ນ ເທິງຄົນກຸ່ມນັ້ນ, ພວກເຮົາຍັງຄົ້ນພົບວ່າຄົນໜຸ່ມຊາວຈີນຜູ້ທີ່ເປັນນັກສຶກສາວິທະຍາໄລເປັນ ພວກທີ່ງ່າຍທີ່ຈະນໍາວິນຍານຫຼາຍກວ່າພວກອື່ນ,ແມ່ນພວກເຮົາໄດ້ພວກອື່ນມາໜ້ອຍ,ພວກ ເຮົາມີຊົນເຜົ່າຫຼາຍກວ່າ 20 ກຸ່ມຄົນຢູ່ໃນຄຣິສຕະຈັກຂອງເຮົາ,ແຕ່ຄວາມເປັນໜື່ງຂອງ ຄຣິສຕະຈັກເຮົາວາງລົງໃນຄວາມຈິງທີ່ວ່າພວກເຂົາເປັນ(ເຄີຍເປັນ)ນັກສຶກສາວິທະຍາໄລ, ພວກເຂົາບໍ່ພຽງເປັນນັກສຶກສາຢູ່ມະຫາໄລໃດໜື່ງເທົ່ານັ້ນແຕ່ເປັນຄົນໜຸ່ມທີ່ສະອາດທີ່ບໍ່ເຄີຍອອກຈາກຢາເສບຕິດແບບຍາກໆ, ພວກເຂົາຖືກສ້າງຂື້ນມາໃນສິ່ງທີ່ພວກເຮົາເອີ້ນວ່າ“ກຸ່ມ ເປົ້າໝາຍຂອງພວກເຮົາ” ພວກເຮົາໂຟກັດການປະກາດຂ່າວປະເສີດຂອງເຮົາກັບພວກນີ້ ພວກເຮົາໄດ້ເພີ່ມປະມານ 50 ຄົນຂອງຄົນໜຸ່ມເຫຼົ່ານີ້ເຂົ້າມາໃນຄຣິສຕະຈັກຂອງເຮົາໃນ ສອງສາມປີມານີ້.

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

ຮ້ອງຂໍ້ຊໍ້ານັ້ນອີກເທື່ອໜື່ງ!

ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມບາບ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ

ຂ້າພະເຈົ້າໄດ້ຍິນນັກຂ່າວປະເສີດເວົ້າວ່າມັນຍາກຫຼາຍທີ່ຈະນໍາວິນຍານຄົນທຸກມື້ນີ້, ພວກເຂົາເວົ້າວ່າມັນຍາກຂື້ນທຸກປີ, ພວກເຂົາເວົ້າວ່າພວກເຮົາກໍາລັງອາໄສຢູ່ໃນຍຸກສຸດ ທ້າຍ,ມັນເຮັດໃຫ້ຍາກຫຼາຍທີ່ຈະນໍາວິນຍານອອກຈາກໂລກ, ຄົນອື່ນບອກພວກເຮົາວ່າບໍ່ມີ ຈັກຄົນທີ່ຈະເອົາເບີໂທຂອງເຂົາເຈົ້າໃຫ້ກັບຄົນແປກໜ້າທີ່ເຂົາເຈີຢູ່ໃນວິທະຍາໄລຫຼືໃນຫ້າງ, ແຕ່ທິດສະດີຂອງເຂົາເຈົ້າບໍ່ໄດ້ຂື້ນຢູ່ກັບຄວາມເປັນຈິງ, ພວກເຂົາຍັງບໍ່ໄດ້ລອງແບບທີ່ພວກ ເຮົາມີ, ພວກເຮົາຮູ້ໂດຍຜ່ານປະສົບການວ່າມີຄົນໜຸ່ມຫຼາຍຄົນຈະເອົາຊື່ແລະເບີມືຖືຂອງ ເຂົາໃຫ້ກັບບຸກຄົນທີ່ເປັນມິດຢູ່ໃນວິທະຍາໄລ, ພວກເຂົາເຮັດທຸກໆອາທິດ, ຂ້າພະເຈົ້າບໍ່ຄິດ ວ່າເຂົາຈະເຮັດແບບນັ້ນເມື່ອຊາວປີກ່ອນແລະນັ້ນແລະຄືບ່ອນທີ່ພວກນັກເທດໄດ້ຄວາມຄິດຂອງເຂົາເຈົ້າທີ່ວ່າມັນບໍ່ໄດ້ຜົນ, ພວກເຂົາບໍ່ເຂົ້າໃຈວ່າພວກເຮົາໄດ້ເຂົ້າໄປໃນຍຸກໃໝ່ດ້ວຍ ການແຊັດແລະທາງເຟສບຸກແລະທາງອື່ນທຸກທາງ, ພວກຄົນໜຸ່ມທີ່ເປັນພວກ“ເສດຖີ່”ປະຈຸ ບັນນີ້ແນ່ນອນຈະເອົາເບີໂທຂອງເຂົາໃຫ້ກັບຄົນແປກໜ້າທີ່ເປັນມິດ,ຄົນເປັນຮ້ອຍເຮັດແບບນັ້ນຜ່ານທາງຄຣິສຕະຈັກຂອງເຮົາທຸກໆອາທິດ,ແຕ່ທ່ານຕ້ອງເນັ້ນໜັກໃສ່ກັບພວກນັກສຶກ ສາວິທະຍາໄລເພາະຜູ້ຄົນອາຍຸຫຼາຍຈະບໍ່ເອົາເບີຂອງເຂົາເຈົ້າໃຫ້, ນັກເທດຫຼາຍຄົນຄິດວ່າ ບໍ່ມີຈັກຢ່າງທີ່ຈະໄດ້ຜົນ, ວິທີການປະກາດຂ່າວປະເສີດທຸກຢ່າງແມ່ນຍາກຫຼາຍ,ແຕ່ພວກ ເຂົາຄິດຜິດ,ພຣະເຢຊູຊົງກ່າວວ່າ:

“ເງີຍໜ້າຂຶ້ນເບິ່ງນາເຖີດວ່າທົ່ງນາກໍຂາວ ເຖິງເວລາກ່ຽວແລ້ວ” (ໂຢຮັນ 4:35)

ວິທະຍາໄລຕ່າງໆ,ຫ້າງຕ່າງໆແລະຕາມຖະໜົນຕ່າງໆເຕັມໄປແຕ່ພວກໄວລຸ້ນ.ແຕ່ພວກເຮົາຕ້ອງໄປຕິດຕາມພວກເຂົາ,ພວກເຮົາຈະຕ້ອງຕິດຕາມພວກເຂົາດ້ວຍຄວາມກະຕືລືລົ້ນແລະຄວາມຕັ້ງໃຈ, ໃນເມືອງເຕັມໄປດ້ວຍພວກນີ້, ການເກັບກ່ຽວເປັນເລື່ອງໃຫຍ່ສະເໝີ, ມັນ ເຕີບໃຫຍ່ສະເໝີຄືກັບທີ່ນັກສຶກສາວິທະຍາໄລມາຮຽນແຕ່ລະເທີມ,ພຣະເຢຊູຊົງກ່າວວ່າ:

“ການເກັບກ່ຽວນັ້ນເປັນການໃຫຍ່ນັກໜາ ແຕ່ຄົນງານຍັງນ້ອຍຢູ່ ເຫດສະນັ້ນ ພວກທ່ານຈົ່ງອ້ອນວອນພຣະອົງຜູ້ຊົງເປັນເຈົ້າຂອງການເກັບກ່ຽວນັ້ນ ໃຫ້ສົ່ງຄົນງານມາໃນການເກັບກ່ຽວຂອງພຣະອົງ” (ມັດທາຍ 9:37,38)

ຮ້ອງອີກເທື່ອໜື່ງ

ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມບາບ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ

ນີ້ບໍ່ແມ່ນວຽກງ່າຍໆ,ຂ້າພະເຈົ້າຕົກໃຈເມື່ອຄົ້ນພົບວ່າພວກເຮົາມີຄົນທີ່ອອກໄປປະ ກາດຂ່າວປະເສີດແລະໄດ້ລາຍຊື່ກັບເບີໂທແຕ່ໜ້ອຍດຽວ, ບາງຄົນບໍ່ເຄີຍນໍາລາຍຊື່ແລະເບີ ໂທມາໄດ້ເລີຍຈາກການປະກາດຂ່າວປະເສີດ, ມັນເຮັດໃຫ້ຂ້າພະເຈົ້າບໍ່ສະບາຍໃຈເລີຍ, ຄວາມຈິງກໍຄືວ່າທົ່ງທີ່ຈະເກັບກ່ຽວເຕັມໄປດ້ວຍຄົນໜຸ່ມ,ພຣະເຢຊູຕັດວ່າພວກເຮົາຄວນອະທິຖານຂໍພຣະເຈົ້າໃຫ້“ສົ່ງຄົນງານມາໃນການເກັບກ່ຽວ” ພວກທ່ານບາງຄົນອອກໄປປະກາດ ຂ່າວປະເສີດແຕ່ພວກທ່ານກໍບໍ່ໄດ້ນໍາຫຼາຍຄົນເຂົ້າ ມາ, ພວກທ່ານບໍ່ໄດ້ນໍາຫຼາຍຄົນມາເພາະ ທ່ານບໍ່ໄດ້“ເຮັດວຽກ”ເພື່ອທີ່ຈະໄດ້ຊື່ຂອງເຂົາເຈົ້າມາ! ຄໍາວ່າ“ຄົນງານ”ສາມາດແປໄດ້ວ່າ “ກໍາມະກອນ”

ເມື່ອທ່ານອອກໄປປະກາດຂ່າວປະເສີດທ່ານຈະຕ້ອງເຮັດວຽກກັບມັນ! ທ່ານຈະ ຕ້ອງເຮັດວຽກໜັກບໍ່ດັ່ງນັ້ນທ່ານກໍຈະບໍ່ໄດ້ລາຍຊື່ມາ, ທ່ານຈະຕ້ອງເຮັດວຽກໜັກໃນການ ຊະນະວິນຍານເພື່ອນໍາຫຼາຍໆຊື່ແລະເບີໂທຂອງເຂົາມາ, ຂ້າພະເຈົ້າຫວັງວ່າທ່ານຈະເຮັດ ວຽກກັບມັນໃນອາທິດໜ້ານີ້! ຢ່າຂີ້ຄ້ານ! ຢ່າໃຫ້ອັນໃດມາດຶງຄວາມສົນໃຈໄປບ່ອນອື່ນ! ຢ່າພຽງແຕ່ຢືນແລ້ວລໍຖ້າໃຫ້ເວລາມັນຜ່ານໄປ! ທ່ານຕ້ອງເຮັດວຽກໜັກເພື່ອຈະໄດ້ລາຍຊື່!

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

ເຊີນຮ້ອງ

ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມບາບ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ

ຕອນເຊົ້າອາທິດແລ້ວນີ້ໂນອາຊອງໄດ້ເທດບົດເທດທີ່ຍິ່ງໃຫຍ່,ມັນຄືບົດເທດທີ່ສອງຂອງລາວແຕ່ມັນມີລິດອໍານາດ! ໂນອາຊອງໄດ້ເວົ້າວ່າ:

ບັນຫາທີ່ໃຫຍ່ທີ່ສຸດທີ່ພວກຄົນໜຸ່ມກໍາລັງປະເຊີນໜ້າໃນປະຈຸບັນນີ້ກໍຄື ຄວາມໂດດດ່ຽວ,ຂ້າພະເຈົ້າຮູ້ດີວ່າມັນຄືເລື່ອງຈິງ, ທ່ານສາມາດຢູ່ໃນຝູງ ຊົນໄດ້ ແຕ່ທ່ານຈະບໍ່ຮູ້ຈັກຕົວຕົນຂອງບຸກຄົນ, ທ່ານສາມາດໄປເດດກັນ ແຕ່ທ່ານຮູ້ບໍ່ວ່າມັນຈະບໍ່ດົນ, ທ່ານສາມາດຕົກຫຼຸມຮັກໄດ້ແຕ່ບໍ່ດົນກໍຈະເລີກ ທ່ານສາມາດຍ່າງໄປຕາມຫ້າງໄດ້ ແຕ່ບໍ່ມີໃຜຮູ້ຈັກທ່ານຫຼືເປັນຫ່ວງທ່ານ, ທ່ານສາມາດຫຼີ້ນເຟສບຸກ ຫຼືແຊັດທາງລາຍໄດ້ - ແຕ່ທ່ານຮູ້ບໍ່ວ່າຄົນທີ່ ທ່ານຕິດຕໍ່ນໍານັ້ນບໍ່ໄດ້ເປັນຫ່ວງທ່ານເລີຍ,ພວກເຂົາພຽງແຕ່ເປັນໝູ່ທາງໄຊເບີເທົ່ານັ້ນ - ບໍ່ແມ່ນເພື່ອນແທ້, ແມ່ນຫຍັງລະຄືຄໍາຕອບ?ຄໍາຕອບກໍຢູ່ນີ້ ທີ່ແບັບຕິດເທເບີນາໂຄ“ໃໝ່” (ໂນອາຊອງ “ພຣະເຈົ້າຊົງກຽດຊັງຄວາມ ໂດດດ່ຽວ”)

ແມ່ນໂນອາເວົ້າຖືກ! ພວກເດັກໂດດດ່ຽວໃນທຸກມື້ນີ້,ບໍ່ແມ່ນພວກເຂົາບາງຄົນ,ແຕ່ພວກເຂົາ ທຸກຄົນປະສົບກັບຄວາມໂດດດ່ຽວ,ຈົ່ງໄປຫາພວກເຂົາ,ຍີ້ມແລ້ວເວົ້າວ່າ“ສະບາຍດີ”ໃສ່ເຂົາ ຢ່າຢ້ານ! ຈອນເຄແກນບອກຂ້າພະເຈົ້າວ່າ“ພວກເຮົາໄດ້ຄວາມກະລຸນາຂອງເຂົາເຈົ້າໂດຍ ການເຊື້ອເຊີນເຂົາມາງານລ້ຽງຢູ່ຄຣິສຕະຈັກຂອງເຮົາ” ລາວເວົ້າຖືກ! ພວກເຮົາໄດ້ຮັບ ຄວາມສົນໃຈຈາກພວກເຂົາເພາະພວກເຮົາໄດ້ຍື່ນຂໍ້ສະເໜີທີ່ພວກເຂົາຕ້ອງການ,ສິ່ງທີ່ພວກເຂົາຕ້ອງການກໍຄືຢາຮັກສາຄວາມໂດດດ່ຽວຂອງເຂົາ, ສິ່ງທີ່ພວກເຂົາຕ້ອງການກໍຄືຊີວິດທີ່ ດີຂື້ນ, ສີ່ງທີ່ພວກເຂົາຕ້ອງການກໍຄືການພົບສັນຕິສຸກກັບພຣະເຈົ້າໂດຍທາງພຣະເຢຊູຄຣິດ ພວກທ່ານບໍ່ໄດ້ລົມກັບເຂົາຄືກັບຄົນຂາຍເຄື່ອງ,ຄືຄົນຂາຍເຄື່ອງທີ່ພະຍາຍາມຈະໄດ້ບາງສິ່ງບາງຢ່າງຈາກພວກເຂົາ, ບໍ່! ບໍ່, ພວກທ່ານບໍ່ແມ່ນຄົນຂາຍເຄື່ອງ! ພວກທ່ານໄປຫັ້ນເພື່ອ ປະກາດຂ່າວປະເສີດ,ບໍ່ແມ່ນເພື່ອຈະເອົາບາງຢ່າງຈາກເຂົາເຈົ້າ! ບໍ່ແມ່ນເພື່ອຫລອກເຂົາ! ບໍ່ແມ່ນເພື່ອຂາຍບາງສິ່ງບາງຢ່າງທີ່ພວກເຂົາບໍ່ຕ້ອງການ! ພວກທ່ານໄປບ່ອນນັ້ນເພື່ອເອົາ ບາງສິ່ງບາງຢ່າງໃຫ້ເຂົາເຈົ້າ, ເພື່ອໃຫ້ບາງສິ່ງບາງຢ່າງທີ່ພວກເຂົາຕ້ອງການແທ້! ພວກ ທ່ານໄປບ່ອນນັ້ນເພື່ອພາເຂົາເຂົ້າມາໃນງານລ້ຽງຢູ່ຄຣິສຕະຈັກຂອງເຮົາ, ພວກທ່ານໄປ ບ່ອນນັ້ນເພື່ອພາເຂົາເຈົ້າເຂົ້າມາເຈີກັບເພື່ອນທີ່ດີ, ພວກທ່ານໄປຫັ້ນເພື່ອພາເຂົາກັບບ້ານສູ່ ຄຣິສຕະຈັກເພື່ອທີ່ພວກເຂົາຈະສາມາດໄດ້ຍິນກ່ຽວກັບພຣະເຢຊູຄຣິດໄດ້-ແລະຮັບເອົາຂອງ ຂວັນລ້າໆເລື່ອງຄວາມລອດແລະຄວາມຮັກນິລັນດອນຂອງພຣະອົງ.

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

ເຊີນຮ້ອງ

ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມບາບ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ

ເມື່ອທ່ານອອກໄປປະກາດຂ່າວປະເສີດຢ່າສູຢ້ານ! ພວກເຂົາຕ້ອງການສິ່ງທີ່ພວກ ເຮົາຍື່ນໃຫ້, ພວກເຂົາຕ້ອງການມັນແທ້ໆ! ພວກທ່ານກໍາລັງເຮັດໃຫ້ເຂົາພໍໃຈ,ພວກທ່ານ ໄປບ່ອນນັ້ນເພື່ອຊ່ວຍເຂົາເຈົ້າ,ເພື່ອເອົາໃນສິ່ງທີ່ພວກເຂົາຕ້ອງການໃຫ້ເຂົາ,ເພື່ອເອົາລາຍຊື່ຂອງເຂົາເຈົ້າເພື່ອທີ່ພວກເຮົາຈະໄດ້ພາເຂົາເຂົ້າມາໄດ້, ດັ່ງນັ້ນພວກເຮົາສາມາດເອົາຄວາມ ຮັກແລະມິດຕະພາບໃຫ້ກັບເຂົາທີ່ພວກເຂົາບໍ່ເຄີຍຮູ້ຈັກມາກ່ອນ - ຄວາມຮັກຂອງພຣະເຈົ້າ ຄວາມຮັກອັນອັດສະຈັນຂອງພຣະບິດາ, ພຣະບຸດແລະພຣະວິນຍານບໍລິສຸດ - ມິດຕະ ພາບ, ຄວາມອົບອຸ່ນ, ການສາມັກຄີທໍາແລະຄວາມຊົມຊື່ນຍິນດີແຫ່ງແບັບຕິດເທເບີນາໂຄ “ໃໝ່”

ທົ່ງນາກໍຂາວເຖິງເວລາກ່ຽວແລ້ວ! ໃຫ້ພວກເຮົາໄປອາທິດໜ້ານີ້ແລ້ວເອົາລາຍຊື່ ແລະເບີໂທຂອງຫຼາຍໆຄົນຈາກການປະກາດເປັນສ່ວນບຸກຄົນ! ໄປກັບພວກເຮົາໃນການປະ ກາດຂ່າວປະເສີດຄືນວັນພຸດ! ໄປກັບພວກເຮົາໃນການປະກາດຄືນວັນພະຫັດ! ໄປອີກເທື່ອ ໜື່ງໃນແລງວັນເສົາ! ແມ່ນແລ້ວ-ໄປອີກເທື່ອໜື່ງຕອນບ່າຍວັນອາທິດ! ນໍາລາຍຊື່ມາຈົນ ເຕັມມື,ບໍ່ພຽງແຕ່ໜື່ງຫຼືສອງຊື່, ຈົ່ງນໍາລາຍຊື່ມາເຕັມກໍາມື! ພວກທ່ານສາມາດເຮັດໄດ້! ຢ່າ ສູຢ້ານ, ພວກທ່ານມີໃນສິ່ງທີ່ພວກຄົນໜຸ່ມເຫຼົ່ານັ້ນຕ້ອງການແທ້ໆ! ໄປເຮັດມັນ! ໄປເຮັດ ມັນ! ໄປເຮັດມັນ!

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

ຂໍເຊີນຢືນຂື້ນແລ້ວຮ້ອງບົດເພງທີ່8 ຊື່ເພງ“ເຊີນເຂົາມາ”ເຊີນຮ້ອງໃນບົດທີ່ 8 ຢູ່ໃນປື້ມເພງ ຂອງທ່ານ,ເຊີນຮ້ອງແລ້ວເຮັດຕາມໃນອາທິດໜ້ານີ້!

ໄດ້ຍິນສຽງຂອງຜູ້ລ້ຽງຮ້ອງ
ອອກດັງໃນປ່າມືແລະແຫ້ງ
ເອີ້ນຫາແກະທີ່ຫລົງທາງ
ຫ່າງຈາກຜູ້ລ້ຽງອັນໄກ
ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມຜິດ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ

ຜູ້ໃດຈະໄປຊ່ວຍຜູ້ລ້ຽງແກະດີນີ້
ຊອກຫາແກະທີ່ຫລົງຈາກທາງ
ໃຜຈະນໍາແກະຫລົງກັບມາສູ່ຝູງ
ບ່ອນທີ່ພວກມັນຈະພົ້ນຈາກຄວາມໜາວ
ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມຜິດ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ
ຫ່າງອອກໄປໃນທະເລຊາຍໄດ້ຍິນແກະຮ້ອງ
ຫ່າງອອກໄປເທິງພູໃນປ່າແລະສູງ
ໄດ້ຍິນສຽງຂອງຜູ້ລ້ຽງຊົງຮ້ອງບອກເຈົ້າ
ຈົ່ງໄປຊອກແກະຂອງເຮົາບໍ່ວ່າຈະຢູ່ໃສ
ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມຜິດ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ

ບົດເທດດົນໃຈທ່ານທີ່ຈະພາຄົນເຂົ້າມາຫຼາຍຂື້ນບໍ? ພວກທ່ານເຫັນຄວາມຕ້ອງ ການແລ້ວຫຼືຫຍັງໃນຄືນນີ້? ທ່ານຈະເວົ້າບໍວ່າ“ແມ່ນແລ້ວດຣ.ໄຮເມີ ຂ້ອຍຈະເຮັດຫຼາຍ ກວ່າເກົ່າໃນອາທິດໜ້ານີ້” ຖ້າອັນນັ້ນເປັນຄວາມປາດຖະໜາຂອງທ່ານຈົ່ງລຸກອອກຈາກ ບ່ອນນັ່ງຂອງທ່ານອອກມາຂ້າງໜ້ານີ້, ຈົ່ງອອກມາໜ້າທໍາມາດນີ້ແລ້ວຄຸເຂົ່າລົງ! ເອມີຈະ ບັນຫຼີ້ນເປຍໂນເພງ“ເຊີນເຂົາມາ”ໃນຂະນະທີ່ທ່ານມາ(ພວກເຂົາມາ).

ຂໍໃຫ້ຈອນຊາມູເອວເຄແກນອະທິຖານຂໍເພື່ອໃຫ້ພຣະເຈົ້າຊ່ວຍແຕ່ລະຄົນທີ່ຈະນໍາ ເອົາຫຼາຍຄົນມາໃນອາທິດໜ້ານີ້(ຈອນເຄແກນອະທິຖານ), ຕອນນີ້ໂນອາຊອງອະທິຖານ (ລາວອະທິຖານແລ້ວ), ໃນຂະນະທີ່ເອມີຫຼີ້ນຂໍ້ຊໍ້າຂໍເຊີນຮ້ອງຂໍ້ຊໍ້າໃນຂະນະທີ່ທ່ານກັບໄປ ບ່ອນ.

ເຊີນເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທົ່ງແຫ່ງຄວາມບາບ
ເຊີນເຂົາມາ ພາເຂົາມາ
ພາເຂົາຫລົບມາຫາພຣະເຢຊູ

ຂໍເຊີນນັ່ງລົງໄດ້, ວຽກຫຼັກໆຂອງພຣະເຢຊູຄຣິດກໍຄືເພື່ອຊ່ວຍວິນຍານຂອງຄົນທີ່ ຫຼົງທາງ, ພຣະເຢຊູຊົງຕັດວ່າພຣະອົງມາ“ເພື່ອສະແຫວງຫາແລະຊ່ວຍຜູ້ທີ່ຫຼົງຫາຍໄປນັ້ນ ໃຫ້ລອດ” (ລູກາ 19:10).

ຖ້າທ່ານຍັງບໍ່ລອດເທື່ອຂ້າພະເຈົ້າຢູ່ນີ້ເພື່ອບອກທ່ານວ່າພຣະເຢຊູສາມາດຊ່ວຍ ທ່ານໃຫ້ພົ້ນໄດ້, ຈົ່ງຫັນຫຼັງໃຫ້ຄວາມບາບໃນຊີວິດຂອງທ່ານແລ້ວມາ“ໜ້າຕໍ່ໜ້າ”ກັບພຣະ ເຢຊູຄຣິດ - ຄືກັບທີ່ໂນອາຊອງເຮັດ, ພຣະເຢຊູຊົງທຸກທໍລະມານແລະຕາຍເທິງໄມ້ກາງ ແຂນ, ພຣະອົງຕາຍໃນບ່ອນຂອງເຮົາເພື່ອຈ່າຍຄ່າການລົງໂທດບາບຂອງທ່ານ, ຊົງຫຼັ່ງໂລ ຫິດເທິງໄມ້ກາງແຂນເພື່ອຊໍາລະທ່ານອອກຈາກຄວາມບາບທຸກຢ່າງ, ຖ້າທ່ານຕ້ອງການທີ່ ຈະເຊື່ອວາງໃຈໃນພຣະເຢຊູກະລຸນາໄປພົບດຣ.ເຄແກນໃນຄືນນີ້ ຫຼືໂທຫາເພີ່ນກໍໄດ້ຢູ່ຫ້ອງ ການຂອງເພີ່ນແລ້ວນັດກັບດຣ.ເຄແກນ ເພື່ອທີ່ເພີ່ນຈະສາມາດແນະນໍາທ່ານກ່ຽວກັບການ ທີ່ຈະລອດໄດ້, ຂໍພຣະເຈົ້າອວຍພຣະພອນທຸກໆຄົນ! ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com.
ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 14:16-23.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Bring Them In” (Alexcenah Thomas, 19th century).