Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນິມິດແຫ່ງການຟື້ນຟູ

A VISION OF REVIVAL
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 3/7/2016
A sermon preached at the Baptist Tabernacle of Los Angeles
Lord's Day Evening, July 3, 2016


ເຊີນເປີດກັບຂ້າພະເຈົ້າໄປທີ່ອິດສະຢາ 64:1 ຢູ່ໜ້າ 768 ຂອງພຣະທໍາສະກໍຟິວ ສຶກສາ.

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອ ພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບເມື່ອໄຟທີ່ເຮັດໃຫ້ລະລາຍໄໝ້ ຢູ່ແລະໄຟທີ່ເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ ເມື່ອພຣະອົງຊົງກະທໍາສິ່ງເປັນຕາຢ້ານທີ່ພວກຂ້າພະອົງຄາດບໍ່ ເຖິງ ພຣະອົງສະເດັດລົງມາ ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ ເພາະຕັ້ງແຕ່ເລີ່ມຕົ້ນຂອງໂລກບໍ່ມີຜູ້ໃດໄດ້ຍິນຫຼືຮູ້ດ້ວຍຫູ ຫຼືຕາໄດ້ເຫັນສິ່ງ ທັງຫຼາຍເຊີ່ງພຣະອົງຊົງຕຽມໄວ້ເພື່ອບັນດາຜູ້ທີ່ລໍຄອຍພຣະອົງ” (ອິດສະຢາ 64:1-4).

ເອແມນ ຂໍເຊີນນັ່ງລົງ.

ການຟື້ນຟູປົກກະຕິຈະມາຫາຄົນທີ່ລອດແລ້ວກ່ອນ, ແຕ່ພວກເຂົາບໍ່ມີຄວາມຮູ້ແທ້ ໃນເລື່ອງການສະຖິດຢູ່ນໍາຂອງພຣະເຈົ້າໃນຊີວິດຂອງເຂົາ, ພວກເຂົາມາໂບດເປັນນິໄສແຕ່ ພວກເຂົາບໍ່ມີຊີວິດປະສາດສໍາພັດເຖິງການຢູ່ນໍາຂອງພຣະເຈົ້າ, ພວກເຂົາອະທິຖານແຕ່ມັນ ຮູ້ສຶກຄືກັບເຂົາກໍາລັງເວົ້າໄປຊື່ໆ, ພວກເຂົາບໍ່ມີການສໍາພັດວ່າພຣະເຈົ້າກໍາລັງຟັງເຂົາຢູ່, ພວກເຂົາບໍ່ໄດ້ຮູ້ສຶກວ່າຄໍາອະທິຖານຂອງເຂົາຈະໄດ້ຮັບຄໍາຕອບ, ພວກເຂົາບໍ່ໄດ້ສໍາພັດວ່າ ພຣະເຈົ້າກໍາລັງຟັງພວກເຂົາຢູ່, ພວກເຂົາອາດຈະອະທິຖານຄ່ອນຂ້າງຈະອັດສະຈັນຢູ່ໃນ ການປະຊຸມອະທິຖານ, ຄໍາອະທິຖານຂອງເຂົາອາດຈະຟັງຄືມີລິດອໍານາດ, ແຕ່ບໍ່ພວກເຂົາ ບໍ່ມີການສົນທະນາກັບພຣະເຈົ້າພາຍໃນເລີຍ,ໃນການຟື້ນຟູຄົນທີ່ເບິ່ງຄືນໍາໃນການການອະ ທິຖານພ້ອມກັບລິດອໍານາດໃຫຍ່ແມ່ນຄົນທີ່ຕອນທໍາອິດຮູ້ດີວ່າ“ຄວາມບາບຂອງເຂົາໄດ້ບັງພຣະພັກຂອງພຣະອົງເສຍຈາກເຈົ້າ ພຣະອົງຈື່ງບໍ່ໄດ້ຍິນ” (ອິດສະຢາ 59:2)

ການຟື້ນຟູມັກຈະເລີ່ມຂື້ນເມື່ອຜູ້ນໍາບາງຄົນທີ່ເປັນຄຣິສຕຽນທີ່ດີຮູ້ສຶກວ່າຄວາມບາບຂອງລາວເປັນສາເຫດໃຫ້ລາວສູນເສຍຄວາມບໍລິສຸດແລະຮູ້ສຶກສໍາພັດໄວໃນເລື່ອງການສະຖິດຢູ່ນໍາຂອງພຣະເຈົ້າ, ຈັກໜ້ອຍຂ້າພະເຈົ້າຈະອ່ານເລື່ອງການຟື້ນຟູໃຫຍ່ໃຫ້ຟັງວ່າມັນ ເລີ່ມຂື້ນແນວໃດ? ມັນເລີ່ມຕົ້ນໃນການປະຊຸມອະທິຖານແລງວັນເສົາ, ເປັນການອະທິຖານ ປົກກະຕິແຕ່ບໍ່ມີການສໍາພັດເຖິງການຢູ່ນໍາຂອງພຣະເຈົ້າໃນການປະຊຸມອະທິຖານ“ຕໍ່ມາສິດຍາພິບານກໍເລີ່ມຮ້ອງໄຫ້,ອັນນີ້ບໍ່ແມ່ນເລື່ອງປົກກະຕິ”ລາວສາລະພາບຢ່າງເປີດເຜີຍຕໍ່ໜ້າພີ່ ນ້ອງທັງໝົດ“ວ່າລາວມີໃຈທີ່ແຂງກະດ້າງ”ໃນຂະນະທີ່ລາວເວົ້າພ້ອມດ້ວຍນໍ້າຕາຢູ່ເທິງໃບໜ້າຂອງລາວ,ການໂນ້ມນ້າວ“ໄດ້ແຜ່ອອກໄປຈົນສະອຶກສະອື້ນ,ຄວນຄາງ..ທົ່ວທຸກມຸມໃນທີ່ປະຊຸມ” ທຸກຄົນລ້ວນແລ້ວແຕ່ເປັນຄົນທີ່ເຊື່ອແລ້ວ,ແຕ່ການສາລະພາບຂອງສິດຍາພິບານ ໄດ້ເຮັດໃຫ້ພວກເຂົາເຂົ້າໃຈວ່າພວກເຂົາກໍມີຈິດໃຈທີ່ແຂງກະດ້າງເຊັ່ນກັນ “ການນະມັດສະ ການສືບຕໍ່ດໍາເນີນຕໍ່ໄປຈົນຮອດສອງໂມງເຊົ້າ...ແລະມັນຄືໃນຈຸດນີ້ເອງທີ່ພຣະວິນຍານບໍລິສຸດສະເດັດລົງມາຢູ່ໃນທີ່ປະຊຸມ”

ເມື່ອຂ້າພະເຈົ້າເອີຍເຖິງການຟື້ນຟູພວກທ່ານບາງຄົນທີ່ເຄີຍຢູ່ບ່ອນນີ້ຫຼາຍປີແລ້ວກໍຄືຊິບໍ່ຢາກໄດ້ຍິນມັນ, ນັ້ນເປັນເພາະວ່າທ່ານຍັງບໍ່ເຄີຍເຫັນການຟື້ນຟູແລະບໍ່ຮູ້ວ່າພວກເຮົາ ກໍາລັງຂາດຍັງຢູ່,ຈອນເຄແກນບອກຂ້າພະເຈົ້າວ່າຂ້າພະເຈົ້າຕ້ອງການການຟື້ນຟູເພາະຂ້າ ພະເຈົ້າສາມາດ“ຊີມມັນໄດ້” ຂ້າພະເຈົ້າເຫັນການຟື້ນຟູໜື່ງແລະຂ້າພະເຈົ້າມັກ“ລົດຊາດ” ຂອງມັນແລະຕ້ອງການມັນອີກ, ພວກທ່ານບໍ່ເຄີຍຊິມມັນດັ່ງທ່ານຈື່ງຄິດວ່າ“ອາຈານລາວ ກໍາລັງເວົ້າເຖິງຫຍັງໜໍ? ເປັນຫຍັງລາວຈື່ງເວົ້າເຖິງການຟື້ນຟູຕະຫຼອດ?”ຖ້າທ່ານເຄີຍຊິມ ລົດຊາດຂອງມັນທ່ານກໍຈະຢາກຈະໄດ້ມັນເຊັ່ນກັນ, ທ່ານກໍຈະຊອກຫາມັນເຊັ່ນກັນ, ທ່ານ ກໍຈະສະແຫວງຫາການສະຖິດຢູ່ນໍາຂອງພຣະເຈົ້າໃຫ້ລົງມາຖ້າມກາງພວກເຮົາ.

ໃນເຊົ້ານີ້ຂ້າພະເຈົ້າໄດ້ເທດເລື່ອງ “ແບັບຕິດເທເບີນາໂຄໃໝ່” ແຕ່ພວກເຮົາບໍ່ສາ ມາດສ້າງຄຣິສຕະຈັກໃໝ່ໂດຍການປ່ຽນແປງສິ່ງເລັກນ້ອຍແລະແປງຫັນແປງນີ້ດ້ວຍ“ເຄື່ອງຈັກ”ຂອງຄຣິສຕະຈັກໄດ້, ພວກເຮົາຕ້ອງມີຊີວິດໃໝ່! ແລະຊີວິດໃໝ່ສາມາດມາຈາກພຣະ ເຈົ້າເທົ່ານັ້ນ, ດຣ.ເອດັບໂບຢູໂທເຊີກ່າວວ່າ “ພຣະເຈົ້າຊົງມອບຊີວິດແຕ່ບໍ່ໄດ້ພັດທະນາຊີ ວິດເກົ່າໃຫ້ດີຂື້ນ, ພຣະອົງຊົງຍື່ນຊີວິດໃຫ້ອອກຈາກຄວາມຕາຍ...ເພາະຊີວິດທັງຊີວິດຂອງ ເຮົາສືບຕໍ່ຂື້ນຢູ່ກັບພຣະເຈົ້າ, ເພາະພຣະອົງຊົງເປັນແຫຼ່ງແລະນໍ້າພຸແຫ່ງຊີວິດ”ພວກເຮົາບໍ່ ສາມາດມີແບັບຕິດເທເບີນາໂຄ“ໃໝ່”ໄດ້ຈົນກວ່າໃຈຂອງເຮົາຖືກປັບປຸງໃໝ່,ສ້າງໃໝ່,ຟື້ນຟູໃໝ່ແລະມີຊີວິດຊີວາໃໝ່ໂດຍພຣະວິນຍານບໍລິສຸດຂອງພຣະເຈົ້າ, ມີຄໍາດຽວທີ່ອະທິບາຍ ເຖິງເລື່ອງນີ້, ຄໍານັ້ນກໍຄືການຟື້ນຟູ! ການຟື້ນຟູຄືສິ່ງທີ່ອິດສະຢາກໍາລັງອະທິຖານເພື່ອຢູ່ໃນ ຫົວຂໍ້ຂອງເຮົາ.

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອ ພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບເມື່ອໄຟທີ່ເຮັດໃຫ້ລະລາຍໄໝ້ ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ ເມື່ອພຣະອົງຊົງກະທໍາສິ່ງເປັນຕາຢ້ານທີ່ພວກຂ້າພະອົງຄາດບໍ່ ເຖິງ ພຣະອົງສະເດັດລົງມາ ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ ເພາະຕັ້ງແຕ່ເລີ່ມຕົ້ນຂອງໂລກບໍ່ມີຜູ້ໃດໄດ້ຍິນຫຼືຮູ້ດ້ວຍຫູ ຫຼືຕາໄດ້ເຫັນສິ່ງ ທັງຫຼາຍເຊີ່ງພຣະອົງຊົງຕຽມໄວ້ເພື່ອບັນດາຜູ້ທີ່ລໍຄອຍພຣະອົງ” (ອິດສະຢາ 64:1-4).

ຂ້າພະເຈົ້າບໍ່ສາມາດຢຸດຮ້ອງເພງ“ໂຜດຕື່ມເຕັມທຸກນິມິດຂອງຂ້າ” ໃນຂະນະທີ່ຂ້າ ພະເຈົ້າຍ່າງອ້ອມບ່ອນຈອດລົດແລະອະທິຖານ, ຕອນທີ່ຂ້າພະເຈົ້າກໍາລັງກຽມຄໍາເທດສະ ໜາຂ້າພະເຈົ້າກໍຮ້ອງມັນ, ຂ້າພະເຈົ້າພົບຕົວເອງກໍາລັງຮ້ອງເພງໃນຄໍໝົດມື້,ມັນຄືສິ່ງສຸດ ທ້າຍທີ່ຂ້າພະເຈົ້າຮ້ອງຕໍ່ຕົນເອງໃນຂະນະທີ່ຂ້າພະເຈົ້າໄປນອນໃນຕອນກາງຄືນ.

ພຣະຜູ້ຊ່ວຍຂໍໂຜດຕື່ມເຕັມທຸກນິມິດຂອງຂ້າ
ຈົນລາສີພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
(“Fill All My Vision,” Avis Burgeson Christiansen, 1895-1985).

ຂໍເຊີນຢືນຂື້ນແລ້ວຮ້ອງຂໍ້ຊ້ຳກັບຂ້າພະເຈົ້າ

ພຣະຜູ້ຊ່ວຍຂໍໂຜດຕື່ມເຕັມທຸກນິມິດຂອງຂ້າ
ຈົນລາສີພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ຂໍເຊີນນັ່ງລົງ.

ອິດສະຢາອະທິຖານວ່າ“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນ(ຈີກມັນ ໃຫ້ກວ້າງ)ສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ(ອິດສະຢາ 64:1) ດຣ.ລອຍໂຈນເອີ້ນມັນວ່າ“ຄໍາອະທິຖານສຸດທ້າຍ(ເພື່ອ)ການຟື້ນຟູ” (Martyn Lloyd-Jones, M.D., Revival, Crossway Books, 1992 edition, page 305).

ຂ້າພະເຈົ້າເສຍດາຍທີ່ຕົນເອງບໍ່ໄດ້ຮັກສາງານຂຽນເລື່ອງການຟື້ນຟູທີ່ມາສູ່ຄຣິສຕະຈັກຂອງຕົນຢູ່ຄຣິສຕະຈັກເຟີສແບັບຕິດໄຊນິສແຫ່ງລອສແອງເຈີລິສ, ໄດ້ມັນອາດຈະໃຫ້ ທ່ານວາບໜື່ງຂອງສິ່ງທີ່ອະທິຖານເພື່ອ,ແຕ່ເສຍດາຍທີ່ຂ້າພະເຈົ້າບໍ່ຮັກສາການຂຽນເລື່ອງນີ້ໄວ້ດີທີ່ສຸດທີ່ຂ້າພະເຈົ້າເຮັດໄດ້ຄືເອົາເລື່ອງການຟື້ນຟູອື່ນມາໃຫ້ທ່ານ, ອັນໜື່ງທີ່ຄ່ອນຂ້າງ ຈະຄ້າຍຄືກັບການຟື້ນຟູໃຫຍ່ທີ່ຂ້າພະເຈົ້າເຫັນຢູ່ຄຣິສຕະຈັກຄົນຈີນໃນທ້າຍປີ 1960, ເລື່ອງນີ້ຖືກໃຫ້ໂດຍອາຈານເດວິດເດວີໃນປີ1989, ຂ້າພະເຈົ້າກໍາລັງຈະເອົາມາໃຫ້ທ່ານທີ່ ຕັດອອກຈາກເລື່ອງນັ້ນແບບສັ້ນໆ, ອາຈານເດວີສ໌ໄດ້ກ່າວ:

         ...ອັນນີ້ບໍ່ແມ່ນການໂຄສະນາຂ່າວປະເສີດແລະບໍ່ແມ່ນບາງສິ່ງບາງ ຢ່າງທີ່ສ້າງຂື້ນມາໄວໆເຊັ່ນກັນ, ການຟື້ນຟູຄືເມື່ອພຣະເຈົ້າລົງມາໃນການ ສະຖິດຢູ່ນໍາຂອງພຣະອົງ.

ລາວເວົ້າວ່າ

ຂ້າພະເຈົ້າເປັນຜູ້ນໍາຂອງຄຣິສຕະຈັກຫຼາຍແຫ່ງຢູ່ໃນເຂດຂອງພວກ ເຮົາ,ພວກມັນເປັນຄຣິສຕະຈັກທີ່ຫຍຸ້ງຢູ່ກັບກິດຈະກໍາຕ່າງໆນາໆ,ພວກເຮົາມີການນະມັດສະການຫຼາຍຮອບ...ແຕ່ຜູ້ຄົນເປັນຄົນທີ່ເຢັນຊ່າ,ພວກເຂົາບໍ່ມີຄວາມກະຕືລືລົ້ນທີ່ຈະມາຮ່ວມປະຊຸມອະທິຖານແບບທີ່ເຄີຍມາ, ບໍ່ມີ ຄວາມສົງໄສເລື່ອງຄວາມລອດແລະ ຜູ້ຄົນກໍໄດ້ກັບໃຈໃໝ່ແລ້ວແຕ່ມີບາງ ສິ່ງບາງຢ່າງຂາດຫາຍໄປ, ນັກເທດຄົນໜື່ງບອກຂ້າພະເຈົ້າວ່າ“ພວກເຮົາ ດູດີຕໍ່ບຸກຄົນພາຍນອກ”(ຄວາມເຫັນຂອງຂ້າພະເຈົ້າ:ທ່ານເຄີຍຮູ້ສຶກບໍວ່າມີບາງສິ່ງບາງຢ່າງກໍາລັງຂາດຫາຍໃນການນະມັດສະການຂອງເຮົາ?)
     ບາງຄົນໄດ້ຊຸກຍູ້ພວກຜູ້ນໍາໃຫ້ໃຊ້ເວລາໝົດມື້ໃນແຕ່ລະເດືອນເພື່ອ ອະທິຖານ, ພວກເຮົາກໍເຮັດ ພວກເຮົາຫຼາຍຄົນຮູ້ໂຕວ່າພວກເຮົາບໍ່ໄດ້ມີ ໄຟເພື່ອພຣະເຈົ້າ, ພວກເຮົາຮູ້ດີວ່າມີຄວາມສໍາພັນທີ່ຜິດຕໍ່ກັນແລະພວກ ເຮົາຕ້ອງກັບຄືນດີກັນ.
     ການຟື້ນຟູຄວາມຈິງແລ້ວເລີ່ມຕົນໃນການສຶກສາພຣະຄໍາພີແລະການປະຊຸມອະທິຖານແລງວັນເສົາ, ເພາະບາງເທື່ອການສຶກສາກໍຢູ່ໃນໜັງສືກິດ ຈະການສູນກາງການນະມັດສະການພຣະເຈົ້າຢູ່ໃນຄຣິສຕະຈັກຍຸກຕົ້ນໆ, ພວກນັກເທດກໍເປັນຫ່ວງວ່າຈະບໍ່ມີອິດສະຫຼະໃນການອະທິຖານແລະການນະມັດສະການກໍເຢັນຊ່າ, ຫຼັງຈາກນັ້ນສິດຍາພິບານຄົນໜື່ງກໍຖືກແຕະ ຕ້ອງໃຈແລ້ວຮ້ອງໄຫ້, ເປັນເລື່ອງທີ່ຜິດປົກກະຕິຫຼາຍ,ລາວບອກວ່າລາວ ເປັນຄົນທີ່ໃຈແຂງຫຼາຍແລະໃນຂະນະທີ່ລາວເວົ້າການສໍານຶກຜິດບາບກໍໄດ້ແຜ່ອອກໄປ - ຈົນເກີດມີການຮ້ອງໄຫ້ສະອຶກສະອື້ນ,ໂສກເສົ້າແລະຄວນ ຄາງແລະແມ່ນແຕ່ຮ້ອງກີກຈົນທົ່ວທີ່ປະຊຸມ, ຜູ້ຄົນກໍາລັງກົ້ມໜ້າຮ້ອງໄຫ້ ແລະອະທິຖານ, ຂ້າພະເຈົ້າຈື່ໄດ້ວ່າສະເປີໂຈນມີເທື່ອໜື່ງກໍອະທິຖານວ່າ “ຂ້າແດ່ພຣະເຈົ້າຂໍໂຜດສົ່ງລະດູການແຫ່ງຄວາມສັບສົນທີ່ສະຫງ່າງາມມາແດ່” ພວກຜູ້ນໍາພະຍາຍາມເຮັດໃຫ້ທຸກຢ່າງສະຫງົບລົງແຕ່ພວກເຂົາກໍລົ້ມ ເຫຼວແລະການນະມັດສະການກໍສືບຕໍ່ຈົນຮອດສອງໂມງເຊົ້າ.
     ນ້ອງຊາຍຂອງຂ້າພະເຈົ້າເອງກໍໄດ້ຍິນກ່ຽວກັບການຟື້ນຟູແລະຕໍ່ຕ້ານມັນເພາະມັນເບິ່ງຄືວ່າໃຊ້ອາລົມຫຼາຍເກີນໄປ,ລາວເຄີຍອະທິຖານເພື່ອການ ຟື້ນຟູແລະລາວບອກກັບພຣະເຈົ້າວ່າອັນນີ້ບໍ່ແມ່ນສິ່ງທີ່ລາວຕ້ອງການ,ຈາກນັ້ນພຣະເຈົ້າກໍບອກລາວເຖິງເລື່ອງໄຟການຟື້ນຟູໄດ້ເຢັນຊ່າລົງຢູ່ໃນໃຈຫີນ ແຫ່ງຄວາມບໍ່ເຊື່ອຂອງລາວ, ແລະໃນຈຸດນີ້ເອງທີ່ພຣະວິນຍານບໍລິສຸດໄດ້ ລົງມາຢູ່ໃນທີ່ປະຊຸມ(ຄວາມເຫັນຂອງຂ້າພະເຈົ້າ: ນັ້ນຄືເມື່ອພຣະເຈົ້າຊົງ ທຸບມັນເຂົ້າມາແລະມີໃນສິ່ງທີສະເປີໂຈນເອີ້ນວ່າ“ຄວາມສັບສົນທີ່ສະຫງ່າ ງາມ”)

ອາຈານເດວີສ໌ເວົ້າວ່າ,

ຕອນນີ້ມັນແມ່ນທີ່ຂອງຂ້ອຍທີ່ຈະສົງໄສ, ຂ້າພະເຈົ້າມີບັນຫາເມື່ອ ນ້ອງຊາຍຂອງຂ້າພະເຈົ້າໃຊ້ພາສາສູງເກີນເພື່ອອະທິບາຍເຖິງສິ່ງທີ່ເກີດ ຂື້ນ, ແຕ່ການຟື້ນຟູຄືສິ່ງທີ່ແຕກຕ່າງສະເໝີເພາະມັນບໍ່ໄດ້ຈັດຂື້ນໂດຍມະ ນຸດ, ການຟື້ນຟູແຜ່ຂະຫຍາຍຄືກັບໄຟໄໝ້ພຸ່ມໄມ້ຫຼາຍຮ້ອຍກິໂລ ແລະ ຄຣິສຕະຈັກຫຼາຍແຫ່ງກໍໄດ້ຮັບການຜົນຈາກມັນ.
     ນັກເທດໜຸ່ມຄົນໜື່ງໄດ້ເທດສະໜາດ້ວຍລິດອໍານາດແຕ່ບໍ່ມີຫຍັງເກີດຂື້ນ,ດັ່ງນັ້ນຂ້າພະເຈົ້າຈື່ງໃຫ້ຮ້ອງເພງສຸດທ້າຍ ແລະ ປີດການນະມັດສະ ການດ້ວຍການອະທິຖານ, ໃນຂະນະທີ່ທຸກຄົນກໍາລັງອອກໄປກໍມີຄູໜຸ່ມຄົນ ໜື່ງມານັ່ງຂ້າງໜ້າ, ລາວໂຕສັ່ນແບບຄຸມໂຕເອງບໍ່ໄດ້ແລະສະອຶກສະອື້ນ, ຍິງສາວຄົນໜື່ງກໍເລີ່ມຮ້ອງຂື້ນວ່າ“ຂ້ອຍຈະເຮັດແນວໃດ? ຂ້ອຍຈະເຮັດ ແນວໃດດີ? ຂ້ອຍກໍາລັງຈະຕົກນາຮົກ” ຜູ້ຄົນກໍພາກັນແລ່ນກັບເຂົ້າໃນ ໂບດ,ຍິງສາວທີ່ຮູ້ຈັກດີວ່າເປັນຄຣິສຕຽນທີ່ດີ, ແຕ່ລາວກໍສໍານຶກໃນເລື່ອງ ບາບຂອງການໂກງ,ຊາຍໜຸ່ມກໍຮູ້ສຶກອາຍໃນເລື່ອງຄວາມອິດສາ,ນ້ອຍໄປຫາຫຼາຍແຕ່ມັນກໍລົບກວນລາວ.
     ຂ້າພະເຈົ້າກໍາລັງແນະນໍາຄົນທີ່ກໍາລັງຮ້ອງໄຫ້ຫາຄວາມຊ່ວຍເຫຼືອ ຕອນທີ່ບາງຄົນບອກຂ້າພະເຈົ້າວ່າເມຍຂອງຂ້າພະເຈົ້າຕ້ອງການຂ້າພະ ເຈົ້າຢູ່ບ້ານ, ຂ້າພະເຈົ້າພົບຊາຍຄຣິສຕຽນທີ່ດີຄົນໜື່ງຢູ່ເທິງພື້ນດດ້ວຍ ຄວາມເຈັບປວດແລະຮ້ອງໄຫ້ຮ້ອງແລ້ວຮ້ອງອີກ “ຂ້ອຍຊິເຮັດແນວໃດ? ຂ້ອຍຊິເຮັດແນວໃດ?”ຫຼັງຈາກບໍ່ດົນລາວກໍສາລະພາບບາບຂອງຕົນຢ່າງ ເປີດເຜີຍແລ້ວເວົ້າດ້ວຍຄວາມດີໃຈວ່າ “ໃຈຂອງຂ້ອຍສະອາດແລ້ວໂດຍ ພຣະໂລຫິດຂອງພຣະເຢຊູ” ພວກເຮົາທຸກຄົນໄດ້ກັບໄປໂບດເພື່ອການ ນະມັດການອັນອື່ນ, ມື້ຕໍ່ມາເປັນມື້ແຫ່ງການສາລະພາບຢ່າງເປີດເຜີຍແລະ ເຮັດສິ່ງທີ່ຖືກຕ້ອງຕໍ່ກັນແລະກັນ, ທັນທີພຣະເຈົ້າໄດ້ສະເດັດລົງມາແລະ ມັນຄືການຢ້ຽມຢາມຈາກສະຫວັນ.
     ພວກເຮົາບໍ່ໄດ້ຖືກຄວບຄຸມ, ພຣະເຈົ້າຊົງຄວບຄຸມແລະທຸກສິ່ງຢູ່ໃນ ຄວາມເປັນລະບຽບສົມບູນແບບ, ຂ້າພະເຈົ້າສັງເກດວ່າໃນມື້ທໍາອິດພວກຜູ້ ນໍາຂອງຄຣິສຕະຈັກໄດ້ຮັບຜົນກະທົບ,ໃນມື້ທີ່ສອງແມ່ນພວກຄົນເຮັດວຽກທີ່ມາພາຍໃຕ້ການສໍານຶກຜິດ, ໃນມື້ທີ່ສາມແມ່ນພວກຜູ້ຍິງ,ມື້ທີ່ສີ່ແມ່ນພວກ ນັກຮຽນຊາຍແລະມື້ທີ່ຫ້າແມ່ນພວກນັກຮຽນຍິງ, ພວກເຮົາທີ່ເປັນນັກເທດ ເປັນຄືກັບຜູ້ຊົມແນມເບິ່ງພຣະເຈົ້າຊົງເຮັດວຽກ.
     ໃນເວລານີ້ມັນຄືການຟື້ນຟູຖ້າມກາງຜູ້ຄົນທີ່ກັບໃຈໃໝ່ແລ້ວ, ມີຄົນບໍ່ ເຊື່ອໜ້ອຍຄົນໄດ້ຮັບຄວາມລອດຊ່ວງເວລາສອງສາມເດືອນ, ພຣະເຈົ້າຊົງ ເຮັດຄວາມສະອາດຄຣິສຕະຈັກກ່ອນ, ດວງໃຈຫຼາຍດວງໄດ້ຖືກຄົ້ນຫາ, ບາງຄົນມີຄວາມບາບທີ່ເຊື່ອງໄວ້ເປັນເວລາຫຼາຍປີແລະພວກເຂົາກໍຮູ້ສຶກວ່າຄວາມບາບເຫຼົ່ານັ້ນບໍ່ໄດ້ສໍາຄັນ, ພຣະເຈົ້າກໍາລັງຈັດການກັບຄວາມເຈັບ ປວດຂອງແຕ່ລະບຸກຄົນ, ນັກເທດທີ່ໃຫຍ່ທີ່ເຂັ້ມແຂງໄດ້ບິດມືຂອງລາວ ດ້ວຍນໍ້າຕາໄຫຼລົງແກ້ມທັງສອງຂ້າງ, ຜູ້ຊາຍຄົນນີ້ໄດ້ພາຫຼາຍຄົນມາຮັບ ເຊື່ອແຕ່ລາວມີຄວາມບາບທີ່ຈະສາລະພາບແລະ ລາວບໍ່ສາມາດພົບສັນຕິ ສຸກໄດ້ເລີຍຈົນລາວຢືນຂື້ນແລ້ວສາລະພາບຕໍ່ໜ້າຄຣິສຕະຈັກ, ຖ້ອຍຄໍາ ຂອງລາວຄືກັບໄຟຊັອດ ແລະ ຜູ້ຄົນເປັນຈໍານວນຫຼາຍໄດ້ກັບໃຈໝອບລົງ ຢູ່ພື້ນ, ຊ່ວງເວລານີ້ເອງຄົນທັງເມືອງກໍມີການເວົ້າເຖິງພຣະເຈົ້າ(ຄວາມ ເຫັນຂອງຂ້າພະເຈົ້າ: ເມື່ອພວກຄຣິສຕຽນເປີດໃຈແລະຈິງໃຈຕໍ່ກັນຄົນທີ່ບໍ່ ເຊື່ອກໍເກີດຄວາມປະທັບໃຈ)
     ບາງເທື່ອການສໍານຶກຜິດກໍເປັນສິ່ງທີ່ເປັນຕາຢ້ານແລະຄົນທີ່ຂັດຂວາງທີ່ຈະສາລະພາບຄວາມບາບຂອງເຂົາຢ່າງເປີດເຜີຍເປັນພວກທີ່ທໍລະມານທີ່ສຸດ, ຊາຍຄົນໜື່ງສະຫຼົບ, ຜູ້ຍິງຄົນໜື່ງກໍຮູ້ສຶກວ່ານາງຈະເປັນບ້າພາຍ ໃຕ້ການສຳນຶກຈົນນາງໄດ້ສາລະພາບຄວາມບາບຂອງນາງຕໍ່ໜ້າທຸກຄົນ, ນີ້ເປັນລາງວັນສໍາບາງຄົນທີ່ພະຍາຍາມຈະເຊື່ອງຄວາມບາບຂອງເຂົາແລະຕໍ່ຕ້ານພຣະເຈົ້າ, ສິ່ງທີ່ໂດດເດັ່ນບໍ່ຊ້າກໍຜ່ານໄປແຕ່ຜົນທີ່ຢັງຢືນຂອງການ ຟື້ນຟູຄືຄວາມບໍລິສຸດ, ຄວາມສົງສານ,ຄວາມຮັກຕໍ່ພຣະຄໍາພີແລະຄໍາອະ ທິຖານແລະການຍົກຊູພຣະຄຣິດກັບພຣະລາຊະກິດຂອງພຣະອົງ, (ຄວາມ ເຫັນຂອງຂ້າພະເຈົ້າ: ເມື່ອພວກຄຣິສຕຽນເອົາໜ້າກາກອອກແລ້ວຈິງໃຈຕໍ່ ກັນມັນກໍອອກຜົນເປັນຄວາມອ່ອນໂຍນແລະ ຄວາມຮັກຢູ່ໃນຄຣິສຕະຈັກ, ຄວາມອິດສາເກົ່າ,ຄວາມຢ້ານແລະ ອະຄະຕິໄດ້ຖືກຄວາມເມດຕາກະລຸນາ ແລະຄວາມອອ່ນໂຍນທີ່ແທ້ຈິງເຂົ້າແທນທີ່)
     ທຸກຄົນມານະມັດສະການຊື່ງໄດ້ດໍາເນີນເປັນເວລາດົນນານ, ມັນບໍ່ ແມ່ນການປະຊຸມປົກກະຕິທີ່ເລີ່ມຕົ້ນ 6:30 ໃນຕອນເຊົ້າແລະສືບຕໍ່ຈົນ ຮອດຕອນທ່ຽງ, ຜູ້ຄົນຊືມໃສ່ຫູກັນເພາະພວກເຂົາຮູ້ສຶກວ່າພຣະເຈົ້າຊົງຢູ່ ໃກ້ໆ, ຊາຍຄົນໜື່ງເວົ້າວ່າ“ເບິ່ງຄືວ່າພວກເຮົາຖືກຫຸ້ມໂດຍການສະຖິດຢູ່ ນໍາຂອງພຣະເຈົ້າ” ຂ້າພະເຈົ້າເຄີຍຢູ່ໃນການປະຊຸມນະມັດສະການບ່ອນທີ່ ພຣະເຈົ້າຊົງສະຖິດຢູ່ແທ້ຈົນມັນຍາກທີ່ທ່ານຈະນັ່ງລົງເທິງຕັ່ງໄດ້, ເຮັດໃຫ້ ຂ້າພະເຈົ້າຄິດເຖິງໂຢບ 42:5 “ຂ້າພະອົງເຄີຍໄດ້ຍິນເຖິງພຣະອົງດ້ວຍຫູ ແຕ່ບັດນີ້ຕາຂອງຂ້າພະອົງໄດ້ເຫັນພຣະອົງ”
     ທຸກຄົນອະທິຖານແບບທີບໍ່ເຄີຍເປັນມາກ່ອນ,ການອະທິຖານພ້ອມກັນເປັນສິ່ງທີ່ປົກກະຕິໃນການຟື້ນຟູ,ແຕ່ມັນກໍບໍ່ໄດ້ເບີ່ງຄືວ່າອອກນອກທາງຫຼືບໍ່ມີລະບຽບ, ຜູ້ຄົນຍັງຄົງມີຄວາມຫຼົງໄຫຼໃນການປະກາດຂ່າວປະເສີດ,ຜູ້ ຄົນໄດ້ຮັບຄວາມລອດເປັນຮ້ອຍເປັນພັນ(ຄວາມເຫັນຂອງຂ້າພະເຈົ້າ: ຂ້າ ພະເຈົ້າເຫັນເລື່ອງນີ້ເກີດຂື້ນຢູ່ໃນການຟື້ນຟູສອງອັນ).

ອາຈານເດວີສ໌ກ່າວວ່າ:

     ມັນຄືອັນສຸດທ້າຍບໍ?ຂ້າພະເຈົ້າສືບຕໍ່ບັນທຶກເປັນເວລາສິບແປດເດືອນ ແລະຕອນສຸດທ້າຍຂອງຊ່ວງນັ້ນລິດອໍານາດຂອງພຣະເຈົ້າກໍຍັງຢູ່ຫັ້ນສາມສິບປີຕໍ່ມາພວກຜູ້ນໍາຂອງຄຣິສຕະຈັກກໍຄືຄົນເຫຼົ່ານັ້ນທີ່ຖືກອວຍພອນໂດຍການຟື້ນຟູ, ແຕ່ມີພວກລຸ້ນໃໝ່ທີ່ຕ້ອງການການຟື້ນຟູຂອງມັນເອງ-ເພາະ “ອີກຍຸກໜື່ງກໍເກີດຂື້ນຕາມມາ ເຂົາບໍ່ຮູ້ຈັກພຣະເຈົ້າຫຼືຮູ້ຈັກພຣະລາຊະກິດ ຊື່ງພຣະອົງໄດ້ຊົງກະທໍາເພື່ອອິດສະຣາເອວ”(ຜູ້ປົກຄອງ 2:10) ພວກ ທ່ານບໍ່ສາມາດອະທິຖານເພື່ອໃຫ້ການຟຶ້ນຟູເຂົ້າໃນຄຣິສຕະຈັກຂອງທ່ານ ໄດ້ນອກຈາກວ່າເຕັມໃຈສະແຫວງຫາມັນໃຫ້ມາທ່ານສ່ວນຕົວ-ນອກຈາກ ວ່າພວກເຮົາ“ສາລະພາບຄວາມຜິດຕໍ່ກັນແລະກັນແລະອະທິຖານເພື່ອກັນ ແລະກັນ” (ຢາໂກໂບ 5:16)

ເລື່ອງນີ້ມາຈາກອາຈານເດວິດເດວີສ໌, ຂ້າພະເຈົ້າໄດ້ແປຄວາມໝາຍໃຫ້ແຈ້ງຂື້ນຢູ່ບາງ ບ່ອນແລະຕັດອອກບາງຄໍາເພື່ອຄວາມເຂົ້າໃຈງ່າຍຂື້ນ,ອີງຈາກໄບຣອັນເອັຈເອັດເວີດEvangelical Press, 1991 edition, pp. 258-262. >

ອາຈານເດວີສ໌ກ່າວວ່າ “ເມື່ອພຣະເຈົ້າມາໃນລິດເດດແຫ່ງການຟື້ນຟູມັນຄືຄວາມ ແຕກຕ່າງຈາກທຸກສິ່ງທີ່ທ່ານສາມາດຈິນຕະນາການໄດ້...ການຟື້ນຟູຄືເມື່ອພຣະເຈົ້າລົງມາ ໃນການສະຖິດຢູ່ນໍາຂອງພຣະອົງ, ມັນເລີ່ມຕົ້ນເມື່ອຜູ້ນໍາຄຣິສຕະຈັກໜື່ງຖືກແຕະຕ້ອງໃຈ ແລ້ວຮ້ອງໄຫ້, ລາວໄດ້ອະທິບາຍວ່າລາວມີໃຈແຂງກະດ້າງ,ໃນຂະນະທີ່ລາວກໍາລັງເວົ້າຢູ່ ນັ້ນການສໍານຶກຜິດໄດ້ແຜ່ໄປຖ້າມກາງຜູ້ຄົນທີ່ກັບໃຈໃໝ່ແລ້ວຈົນມີການສະອິກສະອື້ນ,ໂສກເສົ້າ ແລະ ຄວນຄາງ, ຜູ້ຄົນພາກັນຮ້ອງໄຫ້ແລະອະທິຖານສືບຕໍ່ຈົນຮອດສອງໂມງເຊົ້າ”

ເລື່ອງນີ້ເປັນຄືກັບການຟື້ນຟູທີ່ຂ້າພະເຈົ້າເຫັນຢູ່ຄຣິສຕະຈັກແບັບຕິດຈີນໃນທ້າຍປີ 1960, ລັກສະນະພິເສດຫຼັກໆຂອງການຟື້ນຟູຄືນໍ້າຕາ,ຄໍາອະທິຖານແລະການສາລະພາບ ບາບຢ່າງເປີດເຜີຍຕໍ່ໜ້າຄຣິສຕະຈັກທັງໝົດ,ມັນແຕກຕ່າງຫຼາຍຈາກການປະຊຸມຂອງພວກຄາຣິສເມຕິກແລະພວກເພັນຕາຄອດ, ບໍ່ມີການເວົ້າ“ພາສາຕ່າງໆ” ຫຼື “ການຮັກສາ ໂລກ” ຫຼືເພງພິເສດ, ບໍ່ມີການ“ນະມັດສະການ” ມັນເປັນພຽງການສາລະພາບບາບແບບເປີດເຜີຍ, ການຮ້ອງໄຫ້ແລະຜູ້ຄົນຂໍອະໄພຕໍ່ກັນແລະກັນ, ຫຼັງຈາກຫຼາຍອາທິດຄົນທີ່ບໍ່ເຊື່ອຫຼາຍຄົນ ພາກັນມາແລະຮັບຄວາມລອດ, ຈອນເຄແກນຖາມຂ້າພະເຈົ້າວ່າຄົນບໍ່ເຊື່ອໄປຫັ້ນໄດ້ແນວ ໃດ, ມັນເປັນເລື່ອງຍາກທີ່ຈະຕອບໄດ້, ຜູ້ຄົນພຽງແຕ່ພາໝູ່ຄູ່ແລະສະມາຊິກຄອບຄົວຂອງ ເຂົາໄປນໍາ, ການຂົນສົ່ງບໍ່ໄດ້ຖືກກະກຽມຫຍັງ,ມັນເກີດຂື້ນໂລດ, ຈົບລົງດ້ວຍປະມານ 2,000 ຄົນເຂົ້າມາໃນຄຣິສຕະຈັກຄົນຈີນແລະໄດ້ຮັບຄວາມລອດ,ຮັບບັບຕິດສະມາແລະ ກາຍເປັນສະມາຊິກທີ່ເຂັ້ມແຂງ, ພວກເຂົາເປັນຮ້ອຍໆຄົນຍັງຄົງຢູ່ບ່ອນນັ້ນໃນທຸກມື້ນີ້! ມີສີ່ ຄຣິສຕະຈັກໄດ້ອອກມາຈາກທີ່ນັ້ນຈາກການຖອກເທລົງມາຂອງພຣະວິນຍານບໍລິສຸດ.

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອ ພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບເມື່ອໄຟທີ່ເຮັດໃຫ້ລະລາຍໄໝ້ ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ ເມື່ອພຣະອົງຊົງກະທໍາສິ່ງເປັນຕາຢ້ານທີ່ພວກຂ້າພະອົງຄາດບໍ່ ເຖິງ ພຣະອົງສະເດັດລົງມາພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1-3).

ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ແປດ.

ພຣະຜູ້ຊ່ວຍຂ້າຂໍໂຜດຕື່ມເຕັມທຸກນິມິດຂອງຂ້າ
ຂໍໃຫ້ເຫັນແຕ່ພຣະເຢຊູເທົ່ານັ້ນໃນວັນນີ້
ເຖິງແມ່ນຜ່ານທາງຮ່ອມພູພຣະອົງຊົງນໍາຂ້າ
ສະງ່າລາສີພຣະອົງທີ່ບໍ່ມີວັນຈາງຫາຍລ້ອມຮອບຂ້າ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ໂຜດຕື່ມເຕັມທຸກນິມິດຄວາມປາດຖະໜາຂອງຂ້າ
ຮັກສາໄວ້ເພື່ອກຽດພຣະອົງ,ດົນບັນດານຈິດໃຈຂ້າ
ດ້ວຍຄວາມສົມບູນແບບ,ຄວາມຮັກຂອງພຣະອົງ
ຕື່ມເຕັມທາງເດີນຂອງຂ້າດ້ວຍແສງທີ່ມາຈາກເບື້ອງເທິງ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ
ເງົາຂອງຄວາມໃສແຈ້ງສ່ອງແສງພາຍໃນ
ຂໍໃຫ້ຂ້າເຫັນພຣະພັກຂອງພຣະອົງ
ລ້ຽງຈິດວິນຍານຂ້າດ້ວຍພຣະຄຸນທີ່ບໍ່ວັນໝົດສີ້ນ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ຢ່າຢຸດທີ່ຈະອະທິຖານຂໍພຣະເຈົ້າສົ່ງການຟື້ນຟູມາ, ຢ່າຢຸດທີ່ຈະອະທິຖານຂໍພຣະ ເຈົ້າຈີກຟ້າສະຫວັນແລ້ວລົງມາຖ້າມກາງພວກເຮົາ! ຢ່າຢຸດທີ່ຈະອະທິຖານຂໍພຣະເຈົ້າເຮັດ ໃຫ້ເຮົາ“ສາລະພາບຄວາມຜິດຂອງເຮົາຕໍ່ກັນແລະກັນແລະອະທິຖານເພື່ອກັນແລະກັນເພື່ອ (ເຮົາ)ຈະໄດ້ຫາຍໂລກ”(ຢາໂກໂບ 5:16) ນີ້ແມ່ນລັກສະນະພິເສດຂອງການຟື້ນຟູທີ່ກໍາລັງ ເກີດຂື້ນຢູ່ໃນປະເທດຈີນແລະສ່ວນຕ່າງໆຂອງໂລກທີ່ສາມໃນປະຈຸບັນນີ້,ຢ່າຢຸດທີ່ຈະອະທິຖານຂໍພຣະເຈົ້າລົງມາແລະຮັກສາໃຈຂອງເຮົາແລະປະທານໃຫ້ເຮົາໃໝ່ ແລະມີຄວາມຮັກ ຫຼາຍຂື້ນແລະລິດອໍານາດຫຼາຍຂື້ນໃນແບັບຕິດເທເບີນາໂຄ! ຂ້າພະເຈົ້າຢາກຂໍໃຫ້ອາຣ໋ອນ ແຢນຊີກັບຈອນເຄແກນຢືນຂື້ນເພື່ອນໍາເຮົາໃນການອະທິຖານຂໍໃຫ້ພຣະເຈົ້າລົງມາຖ້າມ ກາງພວກເຮົາ, ອາຣ໋ອນກ່ອນຈາກນັ້ນກໍແມ່ນຈອນ ມີໃຜອີກບໍ? ຂໍເຊີນຢືນຂື້ນແລ້ວອະທິ ຖານ.

ພຣະເຢຊູຄຣິດສະເດັດມາໃນໂລກເພື່ອທຸກທໍລະມານແລະຕາຍເທິງໄມ້ກາງແຂນຢູ່ໃນສະຖານທີ່ຄົນບາບ, ຖ້າທ່ານຍັງບໍ່ລອດເທື່ອທ່ານຈະຕ້ອງຫັນກັບມາຈາກຄວາມບາບ ແລະຊີວິດທີ່ເຫັນແກ່ໂຕຂອງທ່ານ, ທ່ານຈະຕ້ອງກັບໃຈແລ້ວວາງໃຈໃນພຣະເຢຊູ,ພຣະບຸດ ອົງດຽວທີ່ບັງເກີດມາຂອງພຣະເຈົ້າ,ມີພຽງພຣະອົງເທົ່ານັ້ນທີ່ສາມາດລ້າງຄວາມບາບທຸກ ຢ່າງຂອງເຮົາໂດຍພຣະໂລຫິດຂອງພຣະອົງໄດ້, ພຣະອົງເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ ພົ້ນຈາກແປວໄຟນາຮົກໄດ້, ພຣະເຢຊູເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ພົ້ນຈາກຄວາມບາບ ຂອງທ່ານໄດ້, ຖ້າທ່ານປາດຖະໜາທີ່ຈະໄດ້ຄໍາແນະນໍາທ່ານຈະຕ້ອງນັດພົບກັບ ດຣ. ເຄ ແກນໃນຄືນວັນພະຫັດ, ທ່ານສາມາດໂທໄປນັດກັບເພີ່ນຫຼືສົນທະນາກັບເພີ່ນຫຼັງຈາກແລ້ວ ນະມັດສະການໄດ້. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ອິດສະຢາ 64:1-3.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຕິນເຄດກຣິຟຟິດ:
“Fill All My Vision” (Avis Burgeson Christiansen, 1895-1985).