Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ສິ່ງດີຕ່າງໆທີ່ມາຜ່ານທາງຄໍາອະທິຖານ

GOOD THINGS COME THROUGH PRAYER
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 5/6/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, June 5, 2016

“ເຫດສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຍິ່ງກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະປະທານຂອງດີ ແກ່ຜູ້ທີ່ຂໍຈາກພຣະອົງ” (ມັດທາຍ 7:11)


ໃນຂໍ້ພຣະຄໍາພີທີ່ອັດສະຈັນນີ້ພຣະເຢຊູໄດ້ຊົງໜຸນໃຈພວກເຮົາໃຫ້ອະທິຖານ,ຂໍ້ 7 ແລະ 8 ແມ່ນຢູ່ໃນປະໂຫຍກປະຈຸບັນໃນພາສາກຣີກ, ໝາຍຄວາມວ່າໃຫ້ຮັກສາການຂໍ,ໃຫ້ ຮັກສາການເຄາະ, ເມື່ອພຣະວິນຍານບໍລິສຸດນໍາຄວາມຕ້ອງການມາແລ້ວມາອີກສູ່ໃຈຂອງ ທ່ານ, ມັນກໍຄືພາລະໃຈທີ່ມາຈາກພຣະເຈົ້າ, ຈາກນັ້ນທ່ານກໍຈະໄດ້ຮັບການເຕືອນສະຕິໃຫ້ ອະທິຖານເພື່ອສິ່ງນັ້ນຕະຫຼອດຈົນຄໍາຕອບຈະມາຈາກພຣະບິດາຜູ້ຢູ່ໃນສະຫວັນຂອງເຮົາ.

ຕອນທີ່ຄອບຄົວຂອງຂ້າພະເຈົ້າກັບມາຈາກການພັກຜ່ອນຊ່ວງສັ້ນໆຢູ່ແມັກຊິກໂກ ໃນທັນໃດນັ້ນຂ້າພະເຈົ້າກໍປະເຊີນໜ້າກັບບັນຫາໃຫຍ່ແປດຢ່າງໃນຄຣິສຕະຈັກຂອງເຮົາ, ມັນເບີ່ງຄືວ່າບໍ່ມີທາງທີ່ຈະແກ້ບັນຫາພວກນັ້ນໄດ້ເລີຍ, ຂ້າພະເຈົ້າໄດ້ວາງບັນຫາເຫຼົ່ານັ້ນຕໍ່ ໜ້າຂອງພຣະເຈົ້າ,ໂດຍບໍ່ຮູ້ຈັກວ່າຊິຈັດການກັບມັນແນວໃດ, ມັນເປັນບັນຫາໃຫຍ່ຫຼາຍ, ແນ່ນອນພະຍາມານມັນກໍລົບກວນຄວາມຄິດຂອງຂ້າພະເຈົ້າດ້ວຍຄວາມສົງໄສແລະຢ້ານ ຕ່າງໆ, ແນ່ນອນທໍາມະຊາດເກົ່າຂອງຂ້າພະເຈົ້າກໍບໍ່ເຊື່ອວ່າພຣະເຈົ້າຈະຈັດການກັບສິ່ງ ເຫຼົ່ານີ້, ແຕ່ຂ້າພະເຈົ້າໄດ້ອະທິຖານຄືກັບຜູ້ຊາຍຄົນໜື່ງທີ່ເວົ້າກັບພຣະເຢຊູວ່າ“ພຣະອົງ ເຈົ້າ ຂ້າພະອົງເຊື່ອ ຂໍຊົງຊ່ວຍຄວາມບໍ່ເຊື່ອຂອງຂ້າພະອົງໃຫ້ເຊື່ອເຖີດ”(ມາລະໂກ 9:24) ນັ້ນຄືນັກອະທິຖານທີ່ດີທີ່ອະທິຖານເມື່ອຄວາມເຊື່ອຂອງທ່ານອ່ອນແອ “ພຣະອົງເຈົ້າ ຂ້າພະອົງເຊື່ອ ຂໍຊົງຊ່ວຍຄວາມບໍ່ເຊື່ອຂອງຂ້າພະອົງໃຫ້ເຊື່ອເຖີດ” - ເພື່ອເອົາຊະນະ ຄວາມບໍ່ເຊື່ອຂອງຂ້າພະເຈົ້າ,ເພື່ອທີ່ຈະເສີມກໍາລັງຄວາມເຊື່ອຂອງຂ້າພະເຈົ້າ, ດັ່ງນັ້ນຂ້າ ພະເຈົ້າຈື່ງອະທິຖານເພື່ອບັນຫາໃຫຍ່ທັງແປດຢ່າງນີ້.

ແລະພຣະເຈົ້າຊົງຕອບຄໍາອະທິຖານຂອງຂ້າພະເຈົ້າເທື່ອລະອັນໆ, ເທື່ອລະອັນ, ບັນຫາທີ່ເບິ່ງຄືວ່າເປັນໄປບໍ່ໄດ້ຖືກປາບລົງໃນຄໍາຕອບຄໍາອະທິຖານ, ບັນຫາໜື່ງທີ່ຂ້າພະ ເຈົ້າໄດ້ອະທິຖານເປັນເວລາຫຼາຍກວ່າສິບຫ້າປີຫາກໍໄດ້ຮັບຄໍາຕອບໃນວັນອາທິດແລ້ວນີ້! ອັດສະຈັນແທ້! ສັນລະເສີນພຣະເຈົ້າຊື່ງພຣະພອນທຸກຢ່າງໄຫຼມາຈາກພຣະອົງ! ເຊັ່ນກັນ ເທື່ອລະອັນໆບັນຫາແປດຢ່າງທີ່ຂ້າພະເຈົ້າໄດ້ເວົ້າເຖິງຖືກປາບລົງ, ອັນຫຼ້າສຸດຫາກໍໄດ້ ຮັບຄໍາຕອບຕອນທີ່ຂ້າພະເຈົ້ານັ່ງລົງແຕ່ງບົດເທດສະໜານີ້! ມັນເບິ່ງຄືວ່າເປັນບັນຫາໃຫຍ່, ມັນໄດ້ເຜົາຜານຫົວໃຈຂອງຂ້າພະເຈົ້າເປັນເວລາຫຼາຍເດືອນ! ແຕ່ເມື່ອພຣະເຈົ້າຕອບມັນ ມັນເບິ່ງຄືວ່າງ່າຍໆ! ພາລະໜັກຖືກຍົກຂື້ນແລະພຣະເຈົ້າຊົງປະທານຄໍາຕອບພ້ອມກັບ ຄວາມສະບາຍໃຈຊື່ງຕອນນີ້ເບິ່ງຄືວ່າມັນເປັນເລື່ອງໂງ່ທີ່ຂ້າພະເຈົ້າເຂົ້າໄປພົວພັນກັບມັນ!

ເຊີນເຖີດຈິດໃຈຂ້າ ການຈັດຕຽມອັນເໝາະສົມຂອງພຣະອົງ
ພຣະເຢຊູຊົງຮັກທີ່ຈະຕອບຄໍາອະທິຖານ
ພຣະອົງເອງຊົງບອກໃຫ້ເຮົາອະທິຖານ
ສະນັ້ນຢ່າເວົ້າວ່າທ່ານຈະບໍ່ອະທິຖານ
ສະນັ້ນຢ່າເວົ້າວ່າທ່ານຈະບໍ່ອະທິຖານ

ທ່ານກໍາລັງມາຫາກະສັດ
ມາພ້ອມກັບການຮ້ອງຂໍໃຫຍ່
ເພາະພຣະຄຸນແລະອໍານາດຂອງພຣະອົງ
ບໍ່ມີໃຜສາມາດຮ້ອງຂໍຫຼາຍເກີນໄປ
ບໍ່ມີໃຜສາມາດຮ້ອງຂໍຫຼາຍເກີນໄປ
   (“Come, My Soul, Thy Suit Prepare” by John Newton, 1725-1807).

ມັນເຮັດໃຫ້ໃຈຂອງຂ້າພະເຈົ້າຮ້ອງເພງເມື່ອຂ້າພະເຈົ້າລະນຶກເຖິງສິ່ງທີ່ພຣະເຈົ້າຊົງຕອບ ຄໍາອະທິຖານຕ່າງໆຂອງຕົນ! ຫົວໃຈຂອງຂ້າພະເຈົ້າຮ້ອງເພງເມື່ອຂ້າພະເຈົ້າຂອບພຣະຄຸນ ພຣະເຈົ້າສໍາຫຼັບການຕອບຄໍາອະທິຖານ! ເມື່ອພຣະເຈົ້າຊົງຕອບຄໍາອະທິຖານທ່ານຄວນຈະ ຂອບຄຸນພຣະອົງໄວໆເລີຍ!

“ເຫດສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຍິ່ງກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ” (ມັດທາຍ 7:11)

ເພາະພຣະຄຸນແລະອໍານາດຂອງພຣະອົງ
ບໍ່ມີໃຜເຄີຍຮ້ອງຂໍຫຼາຍເກີນໄປ
ບໍ່ມີໃຜເຄີຍຮ້ອງຂໍຫຼາຍເກີນໄປ

ຮາເລລູຢາ! ຮາເລລູຢາ! ຮາເລລູຢາ! ຈົ່ງຖະວາຍກຽດແດ່ພຣະເຈົ້າ! ! ຈົ່ງຖະວາຍກຽດແດ່ ພຣະເຈົ້າ! ພຣະອົງຊົງຕອບຄໍາອະທິຖານ!(ຕົບມື).

ພວກເຮົາໄດ້ເຫັນຄໍາຕອບຄໍາອະທິຖານທີ່ພິເສດໃນປີນີ້,ພວກເຮົາເຫັນຜູ້ຍິງສອງຄົນອາຍຸເກືອບແປດສິບປີໄດ້ກັບໃຈໃໝ່,ພວກເຮົາເຫັນຄົນໜຸ່ມໃໝ່ໆສິບສອງຄົນທີ່ຫວັງວ່າກັບ ໃຈໃໝ່ໃນບໍ່ເທົ່າໃດມື້, ຈາກນັ້ນໂຣເບີດວັງກໍຫວັງວ່າໄດ້ກັບໃຈໃໝ່ຕອນທີ່ດຣ.ຣາສມັສເຊນ ເທດສະໜາໃນວັນອາທິດຕອນເຊົ້າຂອງວັນຄືນພຣະຊົນ, ຈາກນັ້ນວູດດີ້ກໍໄດ້ຮັບການປົດ ປ່ອຍຈາກການຖືກຜີສິງ - ການອັດສະຈັນແທ້ແຫ່ງພຣະຄຸນ! ຈາກນັນເຈສຊີແຊັກຄາມິດ ຊິນ! ລາວແນມເບິ່ງຂ້າພະເຈົ້າດ້ວຍສາຍຕາຢາກຮ້າຍຕອນທີ່ລາວຮູ້ວ່າຂ້າພະເຈົ້າມັກທຣໍາ ແຕ່ບໍ່ດົນຫຼັງຈາກນັ້ນລາວກໍມີນໍ້າຕາໄຫຼລົງມາຫາແກ້ມທັງສອງຂ້າງໃນຫ້ອງສໍາຫຼວດໃນຂະ ນະທີ່ດຣ.ເຄແກນນໍາພາລາວຮັບເຊື່ອພຣະເຢຊູ! ແປກປະຫຼາດແທ້! ມີພຽງພຣະເຈົ້າເທົ່ານັ້ນ ທີ່ສາມາດເຮັດແບບນັນໄດ້ໃນຊີວິດຂອງລາວ! ວາເລັນໄທເຮີເຣຣາເບິ່ງຄືບໍ່ມີຄວາມຫວັງຈັກ ໜ້ອຍເລີຍແຕ່ພຣະເຈົ້າເບິ່ງຄືບອກກັບຂ້າພະເຈົ້າວ່າລອດຈະລອດໄດ້ແນວໃດ, ແລະໃນບໍ່ ຊ້າກໍຫວັງວ່າລາວຈະລອດ! ແປກອີຫຼີ! ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດແບບນັ້ນໄດ້! ຈາກ ນັ້ນຂ້າພະເຈົ້າກໍເທດບົດເທດໃຫຍ່ຕໍ່ພວກຄຣິສຕຽນ, ຂ້າພະເຈົ້າຫາກໍເວົ້າເຖິງຂ່າວປະເສີດ ຫຍໍ້ໆ, ມັນເປັນເລື່ອງທີ່ເຊີໄພຣ້ເມື່ອພວກເຂົາບອກຂ້າພະເຈົ້າວ່າທອມເຊຍກໍຫວັງວ່າລາວ ລອດ! ຂ້າພະເຈົ້າລືມເວົ້າເຖິງການກັບໃຈໃໝ່ຂອງນາງຊາບາລາກາພາຍຫຼັງທີ່ຈອນເຄແກນ ໄດ້ຂໍໃຫ້ລາວເຊື່ອວາງໃຈໃນພຣະເຢຊູ - ແລະລາວກໍເຮັດຕາມ - ຫຼັງຈາກກວ່າ 35 ປີ ແຫ່ງການສົງໄສແລະສັບສົນ! ພິເສດຫຼາຍ! ມີພຽງພຣະເຈົ້າເທົ່ານັ້ນທີ່ເຮັດໄດ້! ປະມານ 17 ຄົນທີ່ຫວັງວ່າກັບໃຈໃໝ່ແລ້ວໃນປີນີ້ - ແລະຫາກໍຜ່ານມາໄດ້ເຄິ່ງປີເທົ່ານັ້ນ!(ຕົບມື)

ເພື່ອນທີ່ຮັກຂອງຂ້າພະເຈົ້າ,ພຣະເຈົ້າຊົງເປັນພຣະເຈົ້າແຫ່ງອັດສະຈັນ! ພຣະອົງ ຊົງຕອບຄໍາອະທິຖານ! ພຣະອົງຊົງປະທານຂອງດີແກ່ຄົນທີ່ຂໍຕໍ່ພຣະອົງ! ພີ່ນ້ອງທີ່ຮັກທັງ ຊາຍແລະຍິງ, ຂໍໃຫ້ພວກເຮົາສຸ່ມໃສ່ການອະທິຖານຂໍການຊົງສະຖິດຢູ່ນໍາຂອງພຣະເຈົ້າໃນ ການນະມັດສະການຂອງເຮົາ, ຂ້າພະເຈົ້າຢາກໃຫ້ພວກທ່ານອະທິຖານຂໍການຊົງສະຖິດຢູ່ ນໍາຂອງພຣະເຈົ້າທຸກເທື່ອທີ່ອະທິຖານ, ສິດຍາພິບານຂອງຂ້າພະເຈົ້າຢູ່ຄຣິສຕະຈັກຄົນຈີນ ຄືດຣ.ທິໂມທີລິນ (1911-2009), ທ່ານມັກເວົ້າເຖິງຄວາມຈໍາເປັນທີ່ຕ້ອງອະທິຖານຂໍການ ຊົງສະຖິດຢູ່ນໍາຂອງພຣະເຈົ້າໃນຄຣິສຕະຈັກ, ດຣ.ລິນໄດ້ເວົ້າວ່າ:

         ເປົ້າໝາຍທົ່ວໄປຂອງການອະທິຖານຄືການຂໍການຍິນຍອມຂອງພຣະເຈົ້າທີ່ຈະອວຍພອນເຮົາພ້ອມກັບພຣະຄຸນຂອງພຣະອົງ, ເພື່ອຮັກສາຄົນ ປ່ວຍ, ເພື່ອໜຸນໃຈຄົນທີ່ຖືກຢຽບຍໍ່າ, ເພື່ອຈັດຕຽມສໍາຫຼັບຄົນທີ່ມີຄວາມຈໍາເປັນ, ເພື່ອຊ່ວຍຄົນທີ່ຕົກໃນການທົດສອບ, ເພື່ອຊ່ວຍຄົນບໍ່ເຊື່ອໃຫ້ເຊື່ອແລະ ເພື່ອຜູ້ທີ່ເຊື່ອໃຫ້ເຕີບໃຫຍ່ແລະອື່ນໆອີກ...ຄວາມຈິງແລ້ວຄໍາຮ້ອງຂໍທັງໝົດນີ້ແມ່ນຖືກປິ່ນປົວສໍາຫຼັບພະຍາດຕ່າງໆຫຼາຍກວ່າສໍາຫຼັບຮາກເງົ້າຂອງບັນຫາ, ພຣະເຈົ້າຂອງເຮົາໄດ້...ປະທານການຮັກສາສໍາຫຼັບຮາກເງົ້າຂອງບັນຫາ - ພຣະອົງຊົງສະຖິດຢູ່ນໍາພວກເຮົາ!
         ໂດຍການສະຖິດຢູ່ນໍາຂອງພຣະອົງບັນຫາເຫຼົ່ານີ້ຈະໄດ້ຮັບການແກ້ໄຂຄວາມມືດຈະປ່ຽນເປັນຄວາມສະຫວ່າງແລະໄພພິບັດຈະກາຍເປັນຄວາມ ຮັ່ງມີ...ສັນລະເສີນພຣະເຈົ້າ! ພຣະອົງຊົງສັນຍາຈະຢູ່ກັບເຮົາຜ່ານທາງຄໍາ ອະທິຖານ...ເປົ້າໝາຍຂອງຄໍາອະທິຖານກໍຄືເພື່ອຈະມີການຊົງຢູ່ນໍາຂອງ ພຣະເຈົ້າ (Timothy Lin, Ph.D., The Secret of Church Growth, FCBC, 1992, pp. 108, 109).

ສະນັ້ນຂ້າພະເຈົ້າຈື່ງກໍາລັງຂໍໃຫ້ທ່ານອະທິຖານເພື່ອການສະຖິດຢູ່ນໍາຂອງພຣະເຈົ້າໃນຄຣິສຕະຈັກຂອງເຮົາທຸກເທື່ອທີ່ທ່ານອະທິຖານ, ເມື່ອທ່ານອະທິຖານໃນເຊົ້ານີ້ຈົ່ງແນ່ໃຈ ວ່າໄດ້ອະທິຖານເພື່ອການສະຖິດຢູ່ນໍາຂອງພຣະເຈົ້າຖ້າມກາງພວກເຮົາ. ເມື່ອທ່ານຂອບ ຄຸນພຣະເຈົ້າສໍາຫຼັບອາຫານ,ຈົ່ງອະທິຖານເວົ້າເຖິງການຊົງສະຖິດຢູ່ໃນຄຣິສຕະຈັກໜ້ອຍ ໜື່ງ, ເມື່ອທ່ານອະທິຖານເພື່ອຂ້າພະເຈົ້າຢ່າລືມອະທິຖານຂໍການສະຖິດຢູ່ໃນຂອງພຣະ ເຈົ້າຜ່ານທາງຄໍາອະທິຖານຂອງຂ້າພະເຈົ້າ, ເຊັ່ນກັນອະທິຖານຂໍການສະຖິດຢູ່ຂອງພຣະ ເຈົ້າໃນຂະນະທີ່ຂ້າພະເຈົ້າແຕ່ງຄໍາເທດສະໜາຢູ່ໃນຫ້ອງການຢູ່ບ້ານ, ເມື່ອພວກທ່ານອະທິ ຖານການເກັບກ່ຽວໃນລະດູໃບ້ໄມ້ລົ່ນຈົ່ງອະທີີຖານຂໍການຊົງສະຖິດຢູ່ຖ້າມກາງເຮົາຂອງ ພຣະເຈົ້າ, ຖ້າປາສະຈາກການຊົງຢູ່ນໍາຂອງພຣະອົງການປະກາດຂ່າວປະເສີດຂອງເຮົາທຸກ ຢ່າງກໍຈະບໍ່ເກີດຜົນຫຍັງເລີຍ: ເມື່ອພວກທ່ານອະທິຖານເພື່ອງານມິດຊັນທາງອິນເຕີເນັດ ຂອງເຮົາຈົ່ງອະທິຖານຂໍການຊົງສະຖິດຢູ່ນໍາຂອງພຣະເຈົ້າຖ້າມກາງຄົນເຫຼົ່ານັ້ນທີ່ອ່ານບົດ ເທດ ຫຼືເທດມັນ ຫຼືເບິ່ງທາງວິດີໂອ, ເມື່ອພວກທ່ານອະທິຖານເພື່ອນັກປະກາດຂອງເຮົາຈົ່ງ ອະທິຖານການຊົງຢູ່ນໍາຂອງພຣະເຈົ້າທີ່ຈະໄປກັບພວກເຮົາໃນຂະນະທີ່ເຮົາອອກໄປປະ ກາດ, ເມື່ອທ່ານອະທິຖານເພື່ອການຮ້ອງເພງຂອງກຣິຟຟິດແລະເພື່ອການຮ້ອງເພງຂອງທີ່ ປະຊຸມຈົ່ງຂໍການຊົງສະຖິດຢູ່ນໍາຂອງພຣະເຈົ້າທີ່ຈະຢູ່ກັບບົດເພງຕ່າງໆ, ຈົ່ງຂໍການຢູ່ນໍາ ຂອງພຣະເຈົ້າໃນການນະມັດສະການອະທິຖານ, ຈົ່ງຂໍໃຫ້ພຣະເຈົ້າທຸບໃຈຂອງ“ຄຣິສຕະ ຈັກເດັກ”ທີ່ຍັງບໍ່ເຊື່ອລົງມາ, ແຕ່ຢ່າຢຸດຢູ່ບ່ອນນັ້ນ-ຈົ່ງຂໍການຊົງສະຖິດຂອງພຣະເຈົ້າເພື່ອ ໃຫ້ຄົນທີ່ເຂົ້າມາໄດ້ຮັບຄວາມລອດ. ຈົ່ງຮຽນຮູ້ຊື່ຂອງຄົນໃໝ່ໆ - ແລະອະທິຖານຂໍໃຫ້ການ ຢູ່ນໍາຂອງພຣະເຈົ້າສະແດງໃຫ້ເຂົາເຫັນວ່າເຂົາຕ້ອງການພຣະຄຣິດ - ແລະຊັກນໍາເຂົາມາ ຫາພຣະຜູ້ຊ່ວຍ, ຈົ່ງຂໍການຊົງສະຖິດຢູ່ນໍາຂອງພຣະເຈົ້າທີ່ຈະມັດພະຍາມານແລະສະມຸນ ຂອງມັນ, ຈົ່ງອະທິຖານຂໍການຊົງຢູ່ນໍາຂອງພຣະເຈົ້າໃນຫ້ອງນໍາວິນຍານຫຼັງຈາກການນະ ມັດສະການ, ຈົ່ງອະທິຖານຂໍການຊົງຢູ່ນໍາຂອງພຣະເຈົ້າທີ່ຈະຮັກສາຄົນເຈັບ,ຄືກັບນາງຣູບ ແລະໂຕຂ້າພະເຈົ້າເອງ, ຈົ່ງຂໍການຊົງຢູ່ນໍາຂອງພຣະເຈົ້າຢູ່ໃນກິດຈະກໍາທຸກຢ່າງຂອງຄຣິສ ຕະຈັກຂອງເຮົາ, ຈົ່ງອະທິຖານຂໍການຊົງຢູ່ນໍາຂອງພຣະເຈົ້າເມື່ອໂນອາຊົງແລະຈອນເຄ ແກນເທດສະໜາໃນຊ່ວງລະດູເກັບກ່ຽວ,ຈົ່ງຂໍການຊົງຢູ່ນໍາຂອງພຣະເຈົ້າທຸກເທື່ອທີ່ຂ້າພະ ເຈົ້າເທດ, ຈົ່ງຂໍການຊົງຢູ່ນໍາຂອງພຣະເຈົ້າທຸກເທື່ອທີ່ດຣ.ເຄແກນເທດ,ໃນຄໍາອຸປະມາຂອງ ເພື່ອນທີ່ຂໍຢ່າງບໍ່ຢຸດພຣະເຢຊູຊົງຕັດວ່າ:

“ເພາະສະນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະ ຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ 11:13)

ພວກເຮົາຕ້ອງສືບຕໍ່ຂໍການຊົງສະຖິດຢູ່ຂອງພຣະເຈົ້າພຣະວິນຍານບໍລິສຸດທີ່ຈະຢູ່ ກັບພວກເຮົາແລະຂໍຊົງນໍາເຮົາໃຫ້ອະທິຖານເຊັ່ນກັນເພື່ອພຣະເຈົ້າຈະຖະວາຍກຽດພຣະອົງ ເອງຖ້າມກາງພວກເຮົາໃນການຟື້ນຟູ,ຂ້າພະເຈົ້າຫວັງວ່າພວກທ່ານຈະອະທິຖານຂໍໃຫ້ພຣະ ເຈົ້າສົ່ງການຟື້ນຟູມາສູ່ພວກເຮົາທຸກເທື່ອທີ່ພວກທ່ານອະທິຖານ! ແມ່ນແລ້ວ-ທຸກເທື່ອ! ການຟື້ນຟູຄືການຖອກເທຢ່າງແຮງກ້າຂອງການຢູ່ນໍາຂອງພຣະອົງຖ້າມກາງພວກເຮົາ, ພວກເຮົາຄວນຈະອະທິຖານຕາມຄໍາອະທິຖານຂອງຮາບາກຸກເຊັ່ນກັນວ່າ:

“ໂອຂ້າແດ່ພຣະເຈົ້າ ພໍເຖິງກາງຍຸກຂໍຊົງຮື້ຟື້ນພຣະລາຊະກິດຂອງພຣະ ອົງຂື້ນໃໝ່ ພໍເຖິງກາງຍຸກຂໍຊົງແຈ້ງໃຫ້ຊາບທົ່ວກັນເມື່ອຊົງພິໂລດຂໍຊົງລະ ນຶກເຖິງຄວາມກະລຸນາ” (ຮາບາກຸກ 3:2)

“ໂອອົງພຣະຜູ້ເປັນເຈົ້າຂໍຊົງຟື້ນພຣະລາຊະກິດຂອງພຣະອົງຂື້ນໃໝ່”ບົດເພງເກົ່າທີ່ຂ້າພະ ເຈົ້າມັກຮ້ອງກໍເວົ້າວ່າ:

ຫ່າຝົນແຫ່ງພຣະພອນ
ຫ່າຝົນແຫ່ງພຣະພອນທີ່ພວກເຮົາຕ້ອງການ
ຄວາມເມດຕາຕົກຢູ່ອ້ອມເຮົາກໍາລົງລົ່ນລົງມາ
ແຕ່ສໍາຫຼັບຫ່າຝົນເປັນສິ່ງທີ່ເຮົາຍິນດີ
(“There Shall Be Showers of Blessing” by Daniel W. Whittle, 1840-1901).

“ຄວາມເມດຕາຕົກລົງ”ຄື 17 ຫຼື 18 ດວງວິນຍານທີ່ຫວັງວ່າລອດແລ້ວໃນປີນີ້,ແຕ່ຫ່າຝົນ ແຫ່ງພຣະພອນ”ມາເມື່ອພຣະເຈົ້າສົ່ງລິດອໍານາດການຟື້ນຟູລົງມາຢູ່ໃນກໍາລັງອັນເຕັມລົ້ນ ແຫ່ງພຣະພອນຂອງພຣະອົງ.

ເມື່ອການຟື້ນຟູມາກໍເປັນພຣະເຈົ້າທີ່ສົ່ງມັນມາ, ຄຣິສຕະຈັກສາມາດເດີນຕໍ່ໄປແລະ ດີໄດ້, ພວກເຮົາສາມາດເຫັນວິນຍານຕ່າງໆລອດໄດ້, ພວກເຮົາສາມາດມີການຊົງຢູ່ນໍາ ຂອງພຣະເຈົ້າໄດ້, ແຕ່ໃນການຟື້ນຟູທຸກສິ່ງແມ່ນເພີ່ມທະວີຂື້ນ, ຄໍາອະທິຖານຕ່າງໆໃນທັນ ໃດນັ້ນກໍກາຍມີລິດອໍານາດຫຼາຍຂື້ນ, ຄໍາເທດສະໜາຕ່າງໆມີລິດອໍານາດຢ່າງເຫຼືອລົ້ນ, ການສໍານຶກຜິດເລື່ອງບາບກາຍມາເປັນເລື່ອງໃຫຍ່, ການນະມັດສະການທຸກເທື່ອກໍກາຍມາ ມີລິດອໍານາດຢູ່ໃນຫ້ອງນໍາວິນຍານ, ນໍ້າຕາໄຫຼລົງມາໃນຂະນະທີ່ຜູ້ຄົນສາລະພາບຄວາມ ຜິດບາບຂອງເຂົາ, ເຖິງແມ່ນຄົນທີ່ລອດແລ້ວກໍຈະສາລະພາບຄວາມຜິດບາບຂອງເຂົາ - ມັກຈະເຮັດຢ່າງເປີດເຜີຍຕໍ່ໜ້າທຸກຄົນ, ຂ່າວປະເສີດທີ່ຄົນບໍ່ເຊື່ອໄດ້ຍິນເປັນເວລາຫຼາຍປີ ໄດ້ມາເຖິງເຂົາເປັນຄືກັບຂໍ້ຄວາມໃໝ່ໆ, ອັນໜື່ງທີ່ເຂົາບໍ່ເຄີຍຄວ້າເອົາມາເລີຍ.

ການຟື້ນຟູມັກມາເມື່ອຄົນບໍ່ເທົ່າໃດຄົນໃນຄຣິສຕະຈັກເລີ່ມຮູ້ສຶກວ່າມີບາງສິ່ງບາງ ຢ່າງທີ່ຕ້ອງການເພີ່ມຂື້ນ, ພວກເຂົາບໍ່ພໍໃຈວຽກປະຈໍາຂອງຄຣິສຕະຈັກອີກຕໍ່ໄປ, ພວກເຂົາ ເລີ່ມອະທິຖານຂໍພຣະເຈົ້າໃຫ້ຂັບເຄື່ອນຫົນທາງອັດສະຈັນຖ້າມກາງພວກເຂົາ, ຄຣິສຕຽນ ຫຼາຍຄົນຮູ້ສຶກວ່າພວກເຂົາເປັນຄົນເຢັນຊ່າຫຼາຍກວ່າທີ່ເຂົາຄິດວ່າເຂົາເປັນ, ພວກເຂົາສາ ລະພາບການເປັນແບບໂລກຂອງເຂົາ, ພວກເຂົາສາລະພາບຄວາມບາບທີ່ຢູ່ໃນໃຈຂອງເຂົາ ພວກເຂົາມັກຈະສາລະພາບຄວາມບາບຂອງເຂົາຢ່າງເປີດເຜີຍ, ພວກເຂົາຮ້ອງໄຫ້ຂໍພຣະ ເຈົ້າຍົກໂທດແລະຟື້ນຟູເຂົາຄືນໃໝ່, ພຣະເຈົ້າເອງຊົງກະຕຸ້ນຄຣິສຕະຈັກແລະມັນກໍກາຍມາ ເປັນຄຣິສຕະຈັກທີ່ຢູ່ໃນໜັງສືກິດຈະການ.

ຄໍາອະທິຖານອັນຍິ່ງໃຫຍ່ສໍາຫຼັບລິດອໍານາດການຟື້ນຟູແມ່ນຖືກໃຫ້ໂດຍຜູ້ທໍານາຍ ອິດສະຢາ, ລາວອະທິຖານວ່າ:

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄດ້ໄຫຼລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1)

ຂ້າພະເຈົ້າຫວັງວ່າພວກທ່ານບາງຄົນຈະທ່ອງຈໍາຄໍາອະທິຖານນັ້ນແລະໃຊ້ຄໍາເຫຼົ່ານີ້ເມື່ອ ທ່ານອະທິຖານຂໍການຟື້ນຟູ.

ດຣ.ມາຕິນລອຍໂຈນເອີ້ນອິດສະຢາ 64:1 ວ່າ“ຄໍາອະທິຖານທີ່ສຸດສໍາຫຼັບການຟື້ນ ຟູ” ລາວໄດ້ເວົ້າວ່າ:

“‘ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ’-ແລະຂ້າພະເຈົ້າກໍບໍ່ໄດ້ລັງເລໃຈທີ່ຈະ(ເວົ້າ)ວ່ານັ້ນແລະຄືຄໍາອະທິຖານທີ່ສຸດໃນການເຊື່ອມຕໍ່ກັບການຟື້ນຟູ, ມັນຄືສິ່ງທີ່ຖືກຕ້ອງແນ່ນອນຈົ່ງອະທິຖານ ຂໍໃຫ້ພຣະເຈົ້າອວຍພອນເຮົາສະເໝີ...ແລະມີພຣະຄຸນຕໍ່ພວກເຮົາ, ອັນນັ້ນ ຄວນຈະເປັນຄໍາອະທິຖານຢ່າງສະໝໍ່າສະເໝີຂອງເຮົາ, ແຕ່ເລື່ອງນີ້ຢູ່ເໜືອ ພວກນັ້ນແລະມັນຢູ່ທີ່ນີ້ທີ່ພວກເຮົາເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ ຄຣິສຕະຈັກຄວນຈະອະທິຖານເພື່ອສະເໝີແລະໂດຍສະເພາະ,ພິເສດ, ອະ ທິຖານຢ່າງຮີບດ່ວນເພື່ອການຢ້ຽມຢາມຂອງພຣະວິນຍານຂອງພຣະເຈົ້າ ໃນການຟື້ນຟູ...’ໂອ’ ລາວເວົ້າວ່າ ‘ຖ້າຫາກວ່າພຣະອົງຈະຊົງແຫວກຟ້າ ສະຫວັນ’ ມີການຂະການຈີກ,ພຣະເຈົ້າຊົງລະເບີດເຂົ້າມາຖ້າມກາງ(ຂອງ ເຮົາ)” (Martyn Lloyd-Jones, M.D., Revival, Crossway Books, 1992, pages 305-307).

ຄໍາອະທິຖານຂອງອິດສະຢາຖືກແນະນໍາຢູ່ໃນຂໍ້ໍຊ້ຳຂອງເພງທີ່ເຮົາມັກຮ້ອງ.

ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ
ເຮົາຂໍພຣະອົງສະເດັດລົງມາ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ
ເຮົາຂໍພຣະອົງສະເດັດລົງມາ
ຂໍຊົງລະລາຍ,ປັ້ນ,ທຸບ,ມັດພວກເຮົາ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ
   (“Spirit of the Living God” by Daniel Iverson, 1899-1977;
      altered by Dr. Hymers).

ເມື່ອທ່ານອະທິຖານເພື່ອການຟື້ນຟູຈົ່ງຮ້ອງຂໍ້ຊ້ຳນັ້ນ,ຈາກນັ້ນຈົ່ງອະທິຖານຕາມຄໍາຂອງອິດສະຢາ 64:1

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄດ້ໄຫຼລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1)

ບັນດາພູແຫ່ງຄວາມອວດຕົວ,ພູແຫ່ງຄວາມບາບແລະການກະບົດ,ພູແຫ່ງຄວາມບໍ່ເຊື່ອ-ທຸກ ໜ່ວຍຈະໄຫຼລົງມາເມື່ອພຣະເຈົ້າຊົງແຫວກຟ້າສະຫວັນແລະລົງມາຖ້າມກາງພວກເຮົາ.

ດັ່ງນັ້ນພວກເຮົາຕ້ອງອະທິຖານຂໍການຊົງສະຖິດຢູ່ຂອງພຣະເຈົ້າໃນທຸກໆສິ່ງທີ່ ພວກເຮົາເຮັດໃນຄຣິສຕະຈັກ, ເຊັ່ນກັນພວກເຮົາຕ້ອງອະທິຖານເພື່ອການຖອກເທອັນໃຫຍ່ ຫຼວງຂອງພຣະວິນຍານຂອງພຣະເຈົ້າຖ້າມກາງພວກເຮົາໃນການຟື້ນຟູ, ເມື່ອການຟື້ນຟູມາ ມັນເກືອບມາໃນທັນທີທັນໃດ, ຂ້າພະເຈົ້າເຄີຍເຫັນການຟື້ນຟູສາມເທື່ອໃນຊີວິດຂອງຂ້າພະ ເຈົ້າ, ເທື່ອທີ່ໜື່ງແລະທີ່ສາມຂ້າພະເຈົ້າເຫັນການຟື້ນຟູພຣະວິນຍານບໍລິສຸດລົງມາໃນທັນໃດ ຈົນພວກເຮົາຕົກໃຈແລະເອົາຊະນະພ້ອມກັບລິດອໍານາດຂອງພຣະເຈົ້າ! ຖ້າພຣະເຈົ້າຊົງສົ່ງ ການຟື້ນຟູມາທີ່ນີ້ທ່ານກໍຈະບໍ່ມີວັນລືມຕາບໃດທີ່ທ່ານມີຊີວິດຢູ່. ຈະມີວຽກທີ່ເຮັດສໍາເລັດ ເພີ່ມຂື້ນໃນຄຣິສຕະຈັກຂອງເຮົາໃນເວລາເດືອນໜື່ງຫຼາຍກວ່າທີ່ພວກເຮົາເຫັນໃນຊາວປີ! ຂ້າພະເຈົ້າຮູ້ດີ, ຂ້າພະເຈົ້າໄດ້ເຫັນກັບຕາຂອງຕົນເອງມາແລ້ວໃນສິ່ງທີ່ພຣະເຈົ້າສາມາດ ເຮັດເມື່ອພຣະອົງຊົງແຫວກຟ້າສະຫວັນແລ້ວລົງມາໃນລິດອໍານາດທີ່ໃຫຍ່ກວ່າເທົ່າທີ່ພວກ ເຮົາເຄີຍເຫັນມາກ່ອນ, ຈົ່ງເອົາບົດເທດນີ້ກັບບ້ານແລະອ່ານມັນເມື່ອທ່ານອະທິຖານ, ອັນທີ່ ໜື່ງຈົ່ງອະທິຖານສໍາຫຼັບການຊົງສະຖິດຢູ່ນໍາຂອງພຣະເຈົ້າໃນທຸກສິ່ງທີ່ພວກເຮົາເຮັດ, ຈາກ ນັ້ນຈົ່ງອະທິຖານຂໍເຊັ່ນກັນເພື່ອການຖອກເທທີ່ໃຫຍ່ກວ່າຂອງພຣະວິນຍານຂອງພຣະເຈົ້າ ໃນການຟື້ນຟູ.

ຈົ່ງອະທິຖານຂໍການຊົງຢູ່ນໍາຂອງພຣະເຈົ້າສະເໝີໃນທຸກສີ່ງທີ່ພວກເຮົາເຮັດ, ແຕ່ ຈົ່ງອະທິຖານຂໍການຖອກລົງມາທີ່ໃຫຍ່ກວ່າຖ້າມກາງພວກເຮົາໃນການຟື້ນຟູເຊັ່ນກັນ,ພຣະ ເຢຊູຊົງຕັດວ່າ:

“ເຫດສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຍິ່ງກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ” (ມັດທາຍ 7:11)

“ພຣະອົງເຈົ້າໂຜດສົ່ງການຟື້ນຟູມາເທີນ” ເຊີນຮ້ອງ

ພຣະອົງເຈົ້າໂຜດສົ່ງການຟື້ນຟູ
ພຣະອົງເຈົ້າໂຜດສົ່ງການຟື້ນຟູ
ພຣະອົງເຈົ້າໂຜດສົ່ງການຟື້ນຟູ
ແລະຂໍໃຫ້ມັນລົງມາຈາກພຣະອົງ.
(“Lord, Send a Revival” by Dr. B. B. McKinney, 1886-1952;
      altered by Dr. Hymers).

ຂໍໃຫ້ທຸກຄົນອະທິຖານເພື່ອການກັບໃຈໃໝ່ໃນຄືນນີ້(ທຸກຄົນອະທິຖານ)

ເຊີນເຖີດຈິດໃຈຂ້າ ການຈັດຕຽມອັນເໝາະສົມຂອງພຣະອົງ
ພຣະເຢຊູຊົງຮັກທີ່ຈະຕອບຄໍາອະທິຖານ
ພຣະອົງເອງຊົງບອກໃຫ້ເຮົາອະທິຖານ
ສະນັ້ນຢ່າເວົ້າວ່າທ່ານຈະບໍ່ອະທິຖານ
ສະນັ້ນຢ່າເວົ້າວ່າທ່ານຈະບໍ່ອະທິຖານ

ເຊີນເຖີດຈິດໃຈຂ້າ ການຈັດຕຽມອັນເໝາະສົມຂອງພຣະອົງ
ພຣະເຢຊູຊົງຮັກທີ່ຈະຕອບຄໍາອະທິຖານ
ພຣະອົງເອງຊົງບອກໃຫ້ເຮົາອະທິຖານ
ສະນັ້ນຢ່າເວົ້າວ່າທ່ານຈະບໍ່ອະທິຖານ
ສະນັ້ນຢ່າເວົ້າວ່າທ່ານຈະບໍ່ອະທິຖານ

ທ່ານສາມາດລອດຈາກບາບໄດ້ໃນແລງນີ້, ພຣະວິນຍານບໍລິສຸດສາມາດປຸກທ່ານ ໃຫ້ຕື່ນຂື້ນຈາກບາບຂອງທ່ານໄດ້, ພຣະວິນຍານບໍລິສຸດສາມາດຊັກນໍາທ່ານມາຫາພຣະ ຄຣິດເພື່ອຊໍາລະລ້າງບາບໂດຍພຣະໂລຫິດອັນປະເສີດຂອງພຣະອົງໄດ້, ຖ້າທ່ານຢາກຈະ ລົມກັບພວກເຮົາກ່ຽວກັບຄວາມລອດພົ້ນ, ຂໍເຊີນຕາມດຣ.ເຄແກນແລະຈອນເຄແກນໄປ ທາງຫຼັງຫ້ອງປະຊຸມນີ້ດຽວນີ້ເລີຍ, ພວກເຂົາຈະພາທ່ານໄປຫ້ອງງຽບໆບ່ອນທີ່ພວກເຮົາສາ ມາດສົນທະນາແລະອະທິຖານນໍາກັນໄດ້. ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມັດທິວ 7:7-11.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Come, My Soul, Thy Suit Prepare” (John Newton, 1725-1807).