Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໂຢນາ - ຈາກຄວາມຕາຍສູ່ຊີວິດ!

JONAH – FROM DEATH TO LIFE!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 5/6/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 5, 2016


ປະການທີ່ໜື່ງຄໍາເວົ້າກ່ຽວກັບສັດໃຫຍ່ແຫ່ງທະເລ,ເປີດໄປໃນໂຢນາ 1:17 “ພຣະ ເຈົ້າໄດ້ຊົງກຽມໃຫ້ປາໃຫຍ່ໂຕໜື່ງກືນໂຢນາເຂົ້າໄປ” ຄໍາພາສາຮິບຣູສໍາຫຼັບ“ກະກຽມ”ຄື“ມາ ນາ” ໝາຍເຖິງ“ກໍ່ຕັ້ງ” “ກະກຽມ” ໂດຍສະເພາະແມ່ນການກໍ່ຕັ້ງແລະກະກຽມ,ບໍ່ມີອັນໃດຄື ມັນກ່ອນໜ້ານີ້ແລະຫຼັງຈາກນີ້, ມັນຖືກຈັດຕຽມໂດຍອົງພຣະຜູ້ເປັນເຈົ້າ, ຕໍ່ມາກໍຄືໂຕປາ ເອງ, ຄໍາພາສາຮິບຣູແມ່ນ“ແດັກ” ມັນໝາຍເຖິງສັດທະເລ - ໂຕມະຫຶມາອັນໜື່ງທີ່ມີຄວາມ ສາມາດກືນຄົນທັງໂຕໂດຍບໍ່ຍໍາກ່ອນ, ແລະໄດ້ນໍາເຮົາມາຫາຫົວຂໍ້ພຣະຄໍາພີຂອງເຮົາ

“ຂ້າພະອົງລົງໄປເຖິງຮາກຂອງພູທັງຫຼາຍ ແຜ່ນດິນກັບດານປະຕູປິດກັ້ນຂ້າພະ ອົງໄວ້ເປັນນິດ ເຖິງຢ່າງນັ້ນກໍດີ ໂອຂ້າແຕ່ພຣະເຈົ້າພຣະເຈົ້າຂອງຂ້າພະອົງ ພຣະອົງຍັງຊົງນໍາຊີວິດຂອງຂ້າພະອົງຂື້ນມາຈາກຄວາມເປື່ອຍເນົ່າ” (ໂຢນາ 2:6)

ການອອກຄວາມຄິດເຫັນໃນໜັງສືໂຢນານັກປະຕິຮູບຜູ້ຍິ່ງໃຫຍ່ຈອນຄາວິນໄດ້ກ່າວວ່າ:

         ວ່າໃນເລື່ອງນີ້(ພຣະຄຣິດ)ມີຄວາມຄ້າຍຄືກັບໂຢນາ, ເພາະລາວເປັນຜູ້ ທໍານວາຍທີ່ກັບມີຊີວິດອີກເທື່ອໜື່ງ.. . ຄືກັບທີ່ໂຢນາເຮັດໃຫ້ຊາວນີນະເວ ກັບໃຈໃໝ່ຫຼັງຈາກທີ່ລາວກັບໄປມີຊີວິດ, ນີ້ແລະຄືຄວາມໝາຍຂອງຂໍ້ພຣະ ຄໍາພີ, ສະນັ້ນໂຢນາຈື່ງບໍ່ແມ່ນປະເພດຂອງພຣະຄຣິດເພາະລາວໄດ້ຖືກສົ່ງ ໄປຫາພວກຕ່າງຊາດແຕ່ເພາະລາວໄດ້ກັບມາມີຊີວິດອີກເທື່ອໜື່ງ... (John Calvin, Commentaries on the Twelve Minor Prophets, Baker Book House, 1998 reprint, volume 3, page 21).

ສັງເກດຄໍາເວົ້າຂອງຄາວິນ - ໂຢນາຄື“ຜູ້ທໍານວາຍທີ່ກັບມີຊີວິດອີກເທື່ອໜື່ງ” ການຟື້ນຄືນ ຈາກຕາຍຂອງໂຢນາຄືປະເພດຂອງການຟື້ນຄືນມາຈາກຄວາມຕາຍຂອງພຣະຄຣິດໃນມື້ທີ່ສາມ.

ດຣ.ເອັມອາດີຮານຍັງໄດ້ກ່າວວ່າ “ເມື່ອຜູ້ທໍານາຍໂຢນາຖືກໂຍນລົງໃນທະເລແລະ ຖືກປາໃຫຍ່ກືນກິນ,ລາວໄດ້ກາຍມາເປັນປະເພດໜື່ງຂອງການຕາຍແລະການຟື້ນຂື້ນຈາກ ຕາຍທີ່ຊັດເຈນຂອງພຣະຄຣິດ” (M. R. DeHaan, M.D., Jonah – Fact or Fiction?, Zondervan Publishing House, 1957, p. 80). Dr. J. Vernon McGee said the same thing in his Thru the Bible Commentary.

ດຣ.ເມີຟີລໍາໄດ້ສອນພາສາຮິບຣູທີ່ໂຮງຮຽນພຣະຄໍາພີທາງຕອນໃຕ້ລັດຄາລິຟໍເນຍ,ດຣ.ລໍາໄດ້ເວົ້າກັບຂ້າພະເຈົ້າວ່າ “ພຣະເຢຊູໄດ້ໃຫ້ຄວາມເຫັນທີ່ດີທີ່ສຸດໃນເລື່ອງໂຢນາໃນ ມັດທາຍ 12:40” ໃນຂໍ້ນັ້ນພຣະເຢຊູຊົງຕັດວ່າ:

“ເພາະວ່າ `ໂຢນາໄດ້ຢູ່ໃນທ້ອງປາວານສາມວັນສາມຄືນ' ສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ” (ມັດທາຍ 12:40)

ບົດຮຽນສາມຢ່າງທີ່ໄດ້ມາຈາກຄໍາເວົ້າຂອງພຣະຄຣິດ:

1. ໂຢນາຄືພາບຂອງການຕາຍແລະການຟື້ນຂື້ນຈາກຕາຍຂອງພຣະຄຣິດ.

“ເພາະວ່າ `ໂຢນາໄດ້ຢູ່ໃນທ້ອງປາວານສາມວັນສາມຄືນ' ສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ” (ມັດທາຍ 12:40)

2. ສະນັ້ນໂຢນາຄືພາບຂອງຄວາມລອດໂດຍພຣະຄຸນ.

“ແລະຮູ້ວ່າລິດທານຸພາບອັນໃຫຍ່ຂອງພຣະອົງມີຫລາຍພຽງໃດສຳລັບເຮົາທັງຫລາຍທີ່ເຊື່ອ ຕາມການກະທຳແຫ່ງລິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ ຊຶ່ງພຣະອົງໄດ້ຊົງກະທຳໃນພຣະຄຣິດ ເມື່ອຊົງບັນດານໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ ແລະໃຫ້ສະຖິດເບື້ອງຂວາພຣະຫັດຂອງພຣະອົງເອງໃນສະຫວັນສະຖານ” (ເອເຟໂຊ 1:19-20)

ການຟື້ນຂື້ນຂອງພຣະຄຣິດຕໍ່ມາໄດ້ປະຍຸກໃຊ້ກັບຄົນທີ່ກັບໃຈໃໝ່

“ພຣະອົງຊົງເຮັດໃຫ້ທ່ານທັງຫລາຍມີຊີວິດຢູ່ ເຖິງວ່າທ່ານຕາຍແລ້ວໂດຍການລະເມີດແລະການບາບ” (ເອເຟໂຊ 2:1)

ອີກເທື່ອໜື່ງທີ່ພວກເຮົາຖືກບອກວ່າ:

“ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ ພຣະອົງຍັງຊົງເຮັດໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນ)ແລະພຣະອົງຊົງໃຫ້ເຮົາເປັນຂຶ້ນມາກັບພຣະອົງ ...ໃນພຣະເຢຊູຄຣິດ” (ເອເຟໂຊ 2:5-6)

ຂໍ້ເຫຼົ່ານີ້ສະແດງໃຫ້ເຫັນວ່າຄົນທີ່ຍັງບໍ່ກັບໃຈແມ່ນຕາຍແລ້ວໃນການບາບແລະຈະຕ້ອງຖືກເຮັດໃຫ້ມີຊີວິດໃນພຣະຄຣິດ,“ຄວາມຕາຍສູ່ຊີວິດ”ປະສົບການຂອງ ການກັບໃຈໃໝ່ຄືການເຊື່ອມຕໍ່ແລະໃຫ້ພະລັງງານໂດຍການຕາຍແລະການຟື້ນຂື້ນຂອງພຣະຄຣິດ - ແລະດັ່ງນັ້ນຈື່ງເປັນພາບຈາກສິ່ງທີ່ເກີດຂື້ນກັບໂຢນາ (ອີງມັດທາຍ 12:40)

3. ສະນັ້ນການຟື້ນຂື້ນຂອງໂຢນາຍັງເປັນພາບຂອງພິທີບັບຕິດສະມາຂອງຜູ້ທີ່ກັບ ໃຈແລ້ວເຊັ່ນກັນໂດຍການຈຸ່ມລົງໃນນໍ້າ, ໂລມ 6:3-4 ກ່າວວ່າ:

“ທ່ານບໍ່ຮູ້ຫລືວ່າ ເຮົາທັງຫລາຍທີ່ໄດ້ຮັບບັບຕິດສະມາເຂົ້າໃນພຣະເຢຊູຄຣິດ ກໍໄດ້ຮັບບັບຕິດສະມານັ້ນເຂົ້າໃນຄວາມຕາຍຂອງພຣະອົງ ເຫດສະນັ້ນເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວໂດຍການຮັບບັບຕິດສະມາເຂົ້າສ່ວນໃນຄວາມຕາຍນັ້ນ ເໝືອນກັບທີ່ພຣະຄຣິດໄດ້ຊົງຖືກຊຸບໃຫ້ເປັນຂຶ້ນມາຈາກຄວາມຕາຍ ໂດຍລິດເດດພຣະລັດມີຂອງພຣະບິດາຢ່າງໃດ ເຮົາກໍຈະໄດ້ດຳເນີນຕາມຊີວິດໃຫມ່ດ້ວຍຢ່າງນັ້ນ” (ໂລມ 6:3-4)

ໂດຍຄວາມເຊື່ອຄົນທີ່ກັບໃຈໃໝ່ໄດ້ຈຸ່ມລົງສູ່ພຣະຄຣິດ, ເປັນໜື່ງດຽວກັບພຣະ ຄຣິດໃນຄວາມຕາຍແລະການຟື້ນຂື້ນຂອງພຣະອົງ, ດຣ.ແມັກອາເທີເວົ້າຖືກວ່າ “ແນ່ນອນພິທີບັບຕິດສະມາດ້ວຍນໍ້າເປັນພາບຂອງຄວາມເປັນຈິງນີ້...” (ເຫຼັ້ມ ດຽວກັນໝາຍເຫດໃນໂລມ6:3) ສະນັ້ນປະສົບການຂອງການກັບໃຈໃໝ່ທີ່ເປັນ ພາບໂດຍພິທີບັບຕິດສະມາດ້ວຍນໍ້າໄດ້ຊີ້ໄປເຖິງຄວາມຕາຍແລະການຟື້ນຂື້ນ ຂອງພຣະຄຣິດຊື່ງເປັນຮູບແບບຈາກໂຢນາ (ອີງຈາກມັດທາຍ 12:40)


ກ່າວຢ້ຳຄືນ


1. ໂຢນາຄືພາບການຕາຍແລະການຟື້ນຂື້ນຈາກຕາຍຂອງພຣະຄຣິດ.

2. ໂຢນາຄືພາບການຕາຍຝ່າຍວິນຍານແລະການຟື້ນຂື້ນຂອງການກັບໃຈໃໝ່.

3. ໂຢນາເປັນພາບຂອງພິທີບັບຕິດສະມາຂອງຜູ້ທີ່ເຊື່ອ.


ພຣະຄຣິດຊົງຕາຍແທ້ຫວາ? ແມ່ນແລ້ວ ຄົນທີ່ຍັງບໍ່ເຊື່ອຕາຍໃນການລະເມີດແລະການ ບາບແທ້ບໍ? ແມ່ນແລ້ວ, ຄົນທີ່ຍັງບໍ່ໄດ້ກັບໃຈໃໝ່ຖືກຊຸບໃຫ້ຟື້ນຄືນຈາກຕາຍແທ້ບໍ? ແມ່ນ ແລ້ວ, ນັກເທດທີ່ມີປະສົບການສາມາດເຫັນແມ່ນກະທັ່ງການປ່ຽນແປງຢູ່ໃນໃບໜ້າ ແລະ ການສະແດງອອກຂອງພວກເຂົາ.

ໂຢນາຕາຍຢູ່ໃນທ້ອງປາໃຫຍ່ແທ້ບໍ? ຂ້າພະເຈົ້າຄິດວ່າຄໍາຕອບແມ່ນແຈ່ມແຈ້ງ!ຄື ກັບດຣ.ລໍາໄດ້ເວົ້າວ່າ “ພຣະເຢຊູຊົງໃຫ້ຄວາມເຫັນທີ່ດີທີ່ສຸດແກ່ເຮົາໃນເລື່ອງໂຢນາໃນມັດ ທາຍ 12:40”

“ເພາະວ່າ `ໂຢນາໄດ້ຢູ່ໃນທ້ອງປາວານສາມວັນສາມຄືນ' ສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ”

ພຣະເຢຊູຊົງຕາຍແທ້ - ດັ່ງນັ້ນການປຽບທຽບຂອງພຣະອົງຈື່ງສະແດງໃຫ້ເຫັນວ່າພຣະ ຄຣິດເຊື່ອວ່າໂຢນາຕາຍແທ້,ອັນນັ້ນເຮັດໃຫ້ເກີດການໂຕແຍ້ງ! ໂຢນາເຮັດໃຫ້ຊັດເຈນຕອນ ທີ່ລາວເວົ້າວ່າ:

ຂ້າພະອົງລົງໄປເຖິງຮາກຂອງພູທັງຫຼາຍແຜ່ນດິນກັບດານປະຕູປິດກັ້ນຂ້າ ພະອົງໄວ້ເປັນນິດ ເຖິງຢ່າງນັ້ນກໍດີ ໂອຂ້າແຕ່ພຣະເຈົ້າພຣະເຈົ້າຂອງຂ້າ ພະອົງພຣະອົງຍັງຊົງນໍາຊີວິດຂອງຂ້າພະອົງຂື້ນມາຈາກຄວາມເປື່ອຍ ເນົ່າ” (ໂຢນາ 2:6)

ຄໍາພາສາຮິບຣູສໍາຫຼັບຄວາມເປື່ອຍເນົ່າຄື “shachath” ໝາຍເຖິງ“ຫລຸມສົບ” ແລະມັນເປັນສັນ ຍາລັກຄວາມຕາຍຂອງໂຢນາ.

ສອງບົດທໍາອິດຂອງໂຢນາຍັງເປັນພາບການກັບໃຈໃໝ່ເຊັ່ນກັນ. ໃນຫຼາຍຫົນທາງ ມັນໄດ້ອະທິບາຍພາບການກັບໃຈຂອງຂ້າພະເຈົ້າເອງ, ພຣະເຈົ້າໄດ້ຕັດໃນໃຈຂອງໂຢນາ ແລະບອກລາວໃຫ້ໄປປະກາດໃນເມືອງນີນະເວ, ພຣະເຈົ້າໄດ້ເວົ້າໃນໃຈຂອງຂ້າພະເຈົ້າ ແລ້ວບອກໃຫ້ຂ້າພະເຈົ້າວ່າຈະເປັນພະຍານໃຫ້ພຣະອົງ, ໂຢນາໄດ້ແລ່ນໜີຈາກພຣະພັກ ຂອງພຣະເຈົ້າ, ລາວຂື້ນເຮືອແລ້ວລ່ອງໄປໄກຈາກເມືອງນີນະເວເທົ່າທີ່ຈະເຮັດໄດ້, ຂ້າພະເຈົ້າໄດ້ອອກຈາກຄຣິສຕະຈັກໃນຮັນຕິງຕັນພາກແລະຍ່າງໄປຕາມທາງເມືອງລອສແອງເຈີ ລິສໃນຄວາມມືດແລະຄວາມຢ້ານ, ຂ້າພະເຈົ້າໄດ້ໜີຈາກພຣະເຈົ້າຄືກັບທີ່ໂຢນາເຮັດ, ແຕ່ ພຣະເຈົ້າສົ່ງພາຍຸໃຫຍ່ມາຫາໂຢນາໃນເຮືອ, ຂ້າພະເຈົ້າຖືກໂຍນກັບໄປມາແລະຮູ້ສຶກວ່າຕົນ ເອງບໍ່ມີຄວາມຫວັງຫຍັງ, ໂຢນາຖືກໂຍນລົງທະເລແລະຖືກກືນໂດຍປາທະເລໃຫຍ່, ຂ້າ ພະເຈົ້າຈື່ງໄປໂບດຄົນຈີນແລະພະຍາຍາມໄປວິທະຍາໄລ, ຂ້າພະເຈົ້າຖືກກືນເຂົ້າໃນຄວາມ ຊືມເສົ້າແລະແລະໝົດຫວັງ, ຂ້າພະເຈົ້າບໍ່ສາມາດໄປວິທະຍາໄລໄດ້ເພາະບໍ່ມີລົດ, ຂ້າພະ ຊືມເສົ້າແລະຄວາມໝົດຫວັງ,ຂ້າພະເຈົ້າບໍ່ສາມາດໄປວິທະຍາໄລໄດ້ເພາະຕົນເອງບໍ່ມີລົດ, ຂ້າເຈົ້າຕ້ອງຂີ່ລົດເມຫຼາຍຊົ່ວໂມງເພື່ອໄປ - ກັບບ່ອນນັ້ນ,ຂ້າພະເຈົ້າຕ້ອງໄປເຮັດວຽກຫຼັງ ຈາກທີ່ເລີກຮຽນ,ຂ້າພະເຈົ້າບໍ່ມີເວລາທີ່ຈະສຶກສາ,ຂ້າພະເຈົ້າຮູ້ດີວ່າຕົນເອງກໍາລັງລົ້ມເລວຢູ່ໃນຫ້ອງຂອງຕົນ,ຂ້າພະເຈົ້າຮູ້ສຶກວ່າຕົນເອງກໍາລັງຖືກກືນກິນໂດຍພະຍາມານ, ບໍ່ມີຄວາມ ສະຫວ່າງຫຍັງເລີຍ, ບໍ່ມີຄວາມຫວັງ, ບໍ່ມີສັນຕິສຸກ, ຂ້າພະເຈົ້າຮູ້ສຶກຄືກັບໂຢນາທີ່ຢູ່ໃນ ທ້ອງຂອງປາທະເລໃຫຍ່.

“ນໍ້າກໍຖ້ວມມິດຂ້າພະອົງ ເຖິງຈິດໃຈຂອງຂ້າພະອົງ ທີ່ເລິກກໍຢູ່ຮອບຕົວຂ້າ ພະອົງ ສາຫລ່າຍທະເລກໍພັນຫົວຂ້າພະອົງຢູ່ ຂ້າພະອົງລົງໄປສູ່ຮາກຂອງ ພູທັງຫຼາຍ ແຜ່ນດິນກັບດານປະຕູປິດກັ້ນຂ້າພະອົງໄວ້ເປັນນິດ...” (ໂຢນາ 2:5,6).

ນັ້ນແລະຄືຫົນທາງທີ່ຂ້າພະເຈົ້າຮູ້ສຶກ,ຂ້າພະເຈົ້າບໍ່ໄດ້ເຂົ້າໃຈມັນແຕ່ພຣະເຈົ້າຊົງກໍາລັງສະ ແດງໃຫ້ຂ້າພະເຈົ້າເຫັນຄວາມອະນິຈັງແລະໝົດຫວັງຂອງຊີວິດນີ້,ແລະຄວາມບາບຂອງຂ້າພະເຈົ້າກໍຢູ່ຕໍ່ໜ້າຂ້າພະເຈົ້າ!

ຂ້າພະເຈົ້າຮູ້ສຶກຄືກັບໜື່ງໃນຄົນໜຸ່ມຂອງເຮົາທີ່ຊື່ເຊີຈີໂອເມໂລ,ເມື່ອຢູ່ໃຕ້ການສໍາ ນຶກຜິດ,ເຊີຈີໂອເວົ້າວ່າ“ຂ້ອຍບໍ່ສາມາດຖືພາລະນີ້ໄວ້ອີກຕໍ່ໄປ, ຂ້ອຍມີບັນຫາໜັກຫຼາຍ... ຂ້ອຍຢູ່ໃຕ້ຄວາມວຸ້ນວາຍທີ່ເປັນຕາຢ້ານແລະອາຍໃນເລື່ອງບາບຂອງຕົນ...ບໍ່ມີອັນໃດທີ່ເຮັດໃຫ້ຂ້ອຍຫົວຫຼືດຶງຂ້ອຍອອກຈາກບັນຫານີ້ໄດ້...ຂ້ອຍເວົ້າກັບຕົນເອງວ່າ ‘ຖ້າຂ້ອຍຕາຍຕອນ ນີ້ຈະເປັນແນວໃດ?’ ‘ຂ້ອຍບໍ່ສາມາດຕາຍຕອນນີ້ບໍ່ແມ່ນໃນສະພາບນີ້’ ຫຼັງຈາກນັ້ນຂ້ອຍ ກໍແນມເບິ່ງໜ້າຂອງທຸກຄົນທີ່ຍ່າງກາຍແລະມັນໄດ້ເຕືອນຂ້ອຍເຖິງສິ່ງທີ່ດຣ.ໄຮເມີເວົ້າຢູ່ໃນຄໍາເທດສະໜາທີ່ວ່າລາວເຫັນຜູ້ຄົນຍ່າງຄືກັບຊອມບີ້ໂດຍບໍ່ເປັນຫ່ວງກັບຈິດວິນຍານຂອງ ເຂົາເລີຍ” ນີ້ແມ່ນເຊຈີໂອຍ່າງກັບບ້ານໃນຕອນເຊົ້າໜື່ງໂມງໃຕ້ການສໍານຶກເລື່ອງບາບຄືກັບ ໂຢນາທີ່ຢູ່ໃນມະຫາສະມຸກເລິກ.

ຈອນເຄແກນມີປະສົບການທີ່ຄ້າຍຄືກັນ, ຈອນເວົ້າວ່າ“ຫຼາຍອາທິດ(ກ່ອນ)ການກັບ ໃຈໃໝ່ຂອງຂ້ອຍຮູ້ສຶກຄືກັບກໍາລັງຕາຍ,ຂ້ອຍບໍ່ໄດ້ນອນ, ບໍ່ສາມາດຍີ້ມໄດ້,ຂ້ອຍບໍ່ສາມາດ ພົບສັນຕິສຸກໃນທຸກຮູບແບບ... ຂ້ອຍປະຕິເສດຄວາມຄິດທຸກຢ່າງທີ່ຂ້ອຍມີກ່ຽວກັບພຣະເຈົ້າ ແລະການກັບໃຈໃໝ່,ຂ້ອຍປະຕິເສດທີ່ຈະຄິດກ່ຽວກັບມັນ,ແມ່ນຂ້ອຍບໍ່ສາມາດພົບກັບສັນຕິສຸກອັນໃດເລີຍ...ຂ້ອຍບໍ່ສາມາດຢຸດຄິດເຈັບປວດໄດ້...ຂ້ອຍເລີ່ມທີ່ຈະຊັງຕົນເອງ,ຊັງຄວາມບາບຂອງຕົນແລະວ່າມັນເຮັດໃຫ້ຂ້ອຍຮູ້ສຶກແນວໃດ...ຄວາມບາບຂອງຂ້ອຍສຸດທ້າຍກາຍ ເປັນຮ້າຍລົງຮ້າຍລົງເລື່ອຍໆ”

ຊໍຣິຢາແຢນຊີໄດ້ເວົ້າວ່າ “ດຣ.ໄຮເມີເທດສະໜາຢ່າງໜັກໃນເລື່ອງບາບ...ຂ້ອຍຈື່ ສິ່ງທີ່ຜິດພາດທຸກຢ່າງທີ່ຂ້ອຍເຄີຍເຮັດໄດ້, ຄວາມບາບແຫ່ງຄວາມຄິດຕ່າງໆ,ການຂີ້ຕົວະ ແລະຄວາມບາບອື່ນໆອີກຫຼາຍຢ່າງຂອງຂ້ອຍ, ຂ້ອຍຮູ້ສຶກອາຍແລະບໍ່ສາມາດປະເຊີນກັບ ພຣະເຈົ້າໄດ້...ຂ້ອຍຮ້ອງໄຫ້, ຂ້ອຍຄິດວ່າ ‘ຂ້ອຍຈະບໍ່ມີວັນໄດ້ພົບກັບພຣະຄຣິດ’...ຂ້ອຍ ຮ້ອງແລະຮ້ອງ, ຂ້ອຍຄິດວ່າຕົນເອງຈະບໍ່ມີວັນມີພຣະຄຣິດໃນຖານະພຣະຜູ້ຊ່ວຍຂອງຕົນ ໄດ້”

ໂຢນາໄດ້ກ່າວວ່າ“ນໍ້າກໍຖ້ວມມິດຂ້າພະອົງ ເຖິງຈິດໃຈຂອງຂ້າພະອົງທີ່ເລິກກໍຢູ່ ຮອບຕົວຂ້າພະອົງ ສາຫລ່າຍທະເລກໍພັນຫົວຂ້າພະອົງຢູ່...ບັນດາຄື້ນໃຫຍ່ແລະຄື້ນຂອງ ພຣະອົງຖ້ວມຂ້າພະອົງ” (ໂຢນາ 2:5,3)

ນັ້ນຄືຫົນທາງທີ່ຂ້າພະເຈົ້າຮູ້ສຶກຈົນພຣະຄຣິດໄດ້ມາຫາຂ້າພະເຈົ້າແລະພຣະຄຣິດ ຊົງຖອກຄວາມຮັກຂອງພຣະອົງລົງເທິງຂ້າພະເຈົ້າແລະຂ້າພະເຈົ້າກໍຮ້ອງວ່າ“ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າຍອມຕາຍເພື່ອຂ້າ?” ແລະໂຢນາກໍຮ້ອງ ອອກມາວ່າ“ຄວາມລອດເປັນຂອງພຣະເຈົ້າ” (ໂຢນາ 2:9)

“ແລະພຣະເຈົ້າຊົງສັ່ງປານັ້ນ ມັນກໍຄາຍໂຢນາອອກເທິງແຜ່ນດິນແຫ້ງ” (ໂຢນາ 2:10)

ສັນລະເສີນພຣະເຈົ້າ, ໃນວິນາທີທີ່ທ່ານວາງໃຈໃນພຣະເຢຊູທ່ານກໍຈະຖືກ“ຄາຍອອກ”ຈາກ ຄວາມບາບຂອງທ່ານ! ທ່ານຈະຖືກຄາຍອອກຈາກການກໍາແໜ້ນຂອງພະຍາມານ! ທ່ານ ຈະຖືກຄາຍອອກຈາກຄວາມຕາຍ - ເຂົ້າສູ່ຊີວີດໃໝ່ໃນພຣະເຢຊູຄຣິດ! ເພື່ອນທີ່ຮັກຂອງ ຂ້າພະເຈົ້າຖ້າທ່ານກັບມາຫາພຣະເຢຊູທ່ານກໍຈະພົບວ່າໂຢນາເວົ້າຖືກວ່າ-ຄວາມລອດເປັນ ຂອງພຣະເຈົ້າ” ຄືກັບການແປສະໄໝໃໝ່ທີ່ເວົ້າວ່າ“ຄວາມລອດມາຈາກພຣະເຈົ້າ”ມັນຄື ຂອງຂວັນຟຣີໆຈາກພຣະເຈົ້າໃນພຣະຄຣິດ.

ທ່ານເຫັນຄວາມຕ້ອງການເລື່ອງຄວາມລອດຂອງທ່ານບໍ?ມັນເປັນເລື່ອງປົກກະຕິທີ່ຈະບໍ່ຮູ້ສຶກຕ້ອງການ, ໃນທໍາມະຊາດຂອງມະນຸດເອງສະພາບປົກກະຕິຈະບໍ່ຮູ້ສຶກຕ້ອງການ ແບບນັ້ນເລີຍ, ມັນຕ້ອງອາໄສອັດສະຈັນສໍາຫຼັບຄົນໃດໜື່ງທີ່ຈະຮູ້ສຶກຄືກັບທີ່ເຊີຈີໂອຮູ້ສຶກ ຫຼືຄືກັບທີ່ຈອນເຄແກນຮູ້ສຶກ ຫຼືແບບທີ່ຊໍຣິຢາເປັນ - ຫຼືແບບທີ່ໂຢນາມັນ - ຫຼືໃນແບບທີ່ຂ້າ ພະເຈົ້າໃນຖານະເປັນຄົນໜຸ່ມອາຍຸຊາວປີຍ່າງໄປຕາມຖະໜົນຂອງເມືອງລອສແອງເຈີລິສ ໂດຍລໍາພັງ,ມັນຕ້ອງອາໄສການອັດສະຈັນແຫ່ງວຽກຂອງພຣະວິນຍານບໍລິສຸດທີ່ຈະນໍາຄົນຜູ້ ໜື່ງມາພາຍໃຕ້ການສໍານຶກ, ມີພຽງການກະທໍາຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ສາມາດ ເຮັດໃຫ້ຄົນຜູ້ໜື່ງເວົ້າໃນໃຈຂອງຕົນວ່າ “ຄວາມບາບຂອງຂ້າພະອົງຢູ່ຕໍ່ໜ້າຂ້າພະອົງສະເໝີ” (ເພງສັນລະເສີນ 51:3)

ທ່ານເຄີຍກວດສອບໂຕທ່ານເອງບໍ? ພວກທ່ານເຄີຍແນມເບິ່ງໃຈຂອງຕົນເອງແທ້ ບໍ? ບໍ່ມີຄວາມຫວັງໃດສໍາຫຼັບທ່ານຖ້າທ່ານຫາກບໍ່ເຮັດແບບນັ້ນ, ຄົນສ່ວນຫຼາຍກໍາລັງແລ່ນ ໜີຈາກເລື່ອງນັ້ນ - ຄືກັບໂຢນາແລ່ນໜີຈາກພຣະພັກຂອງພຣະເຈົ້າ, ຜູ້ຄົນຕື່ມເຕັມເວລາ ຂອງພວກເຂົາເພື່ອເຮັດໃຫ້ບໍ່ຄິດເຖິງຄວາມບາບຂອງຕົນ, ບາງຄົນເບິ່ງວິດີໂອເກມແບບບໍ່ ຈົບຈັກເທື່ອເພື່ອຮັກສາການບໍ່ຄິດ,ເພື່ອລີ້ໜ້າຈາກພຣະເຈົ້າ, ສ່ວນຄົນອື່ນໆກໍກໍາລັງແລ່ນໄປ ມາເຮັດອັນນັ້ນອັນນີ້-ເພື່ອຮັກສາການບໍ່ຄິດ,ບາງຄົນກໍຈົ່ມຢູ່ກັບການເຮັດວຽກຫຼືຮຽນ ຫຼືສະ ແຫວງຫາວຽກເຮັດຫຼືເຮັດເກືອບທຸກສິ່ງເພື່ອຮັກສາເຂົາບໍ່ໃຫ້ຄິດເຖິງເລື່ອງບາບຂອງຕົນໄດ້, ດຣ.ລອຍໂຈນໄດ້ກ່າວວ່າ“ທ່ານຈະຕ້ອງສູ້ເພື່ອຊີວິດຂອງທ່ານແລະທ່ານຈະຕ້ອງສູ້ເພື່ອຈິດວິນຍານຂອງທ່ານ, ໂລກຈະເຮັດທຸກຢ່າງເພື່ອຂັດຂວາງທ່ານບໍ່ໃຫ້ປະເຊີນກັບຕົນເອງ”-ເພື່ອຮັກສາທ່ານຈາກການຄິດເຖິງບາບຂອງທ່ານເອງ(“ການສາລະພາບຂອງຄົນບາບ”)

ທ່ານຈະຕ້ອງຄິດກ່ຽວກັບການລະເມີດຂອງທ່ານ,ການລະເມີດໝາຍເຖິງການກະບົດ ຄວາມປາດຖະໜາທີ່ຢາກຈະມີທາງຂອງຕົນເອງ,ຄວາມປາດຖະໜາທີ່ຈະເຮັດໃນສິ່ງທີ່ຮູ້ວ່າມັນຜິດ, ໝາຍເຖິງການເຮັດບາງສິ່ງບາງຢ່າງທີ່ຈິດສໍານຶກຊົ່ວດີຂອງທ່ານເອງຮູ້ວ່າມັນຜິດ ມັນຄືການກະທໍາທີ່ຕັ້ງໃຈຂອງບາບ, ຈິດສໍານຶກຜິດຊົ່ວດີຂອງທ່ານເວົ້າວ່າ“ບໍ” - ແຕ່ທ່ານກໍ ເຮັດມັນຢູ່ດີ, ນັ້ນແລະຄືການລະເມີດ!

ຈາກນັ້ນທ່ານຈະຕ້ອງຄິດເລື່ອງຄວາມຊົ່ວຂອງທ່ານ, ໝາຍຄວາມວ່າທ່ານຄິດຫຼື ເຮັດສິ່ງຕ່າງໆທີ່ຄົດງໍ, ເສື່ອມຊາມ-ຄວາມຄິດຊົ່ວໆ, ໂຄ້ງ, ຄົດງໍ,ຂີ້ຮ້າຍ,ເປິະເປື້ອນ-ຄວາມ ຊົ່ວຊ້າທີ່ຢູ່ໃນໃຈຂອງທ່ານແລະຢູ່ໃນຊີວິດຂອງທ່ານ!

ຕໍ່ມາມີຄໍາວ່າ“ບາບ” ໝາຍເຖິງ“ການຂາດເຄື່ອງໝາຍ” ມັນຄືກັບຊາຍຄົນໜື່ງຍິງ ໃສ່ເປົ້າໝາຍແຕ່ພາດເປົ້າ, ໝາຍຄວາມວ່າທ່ານບໍ່ເປັນໃນສິ່ງທີ່ທ່ານຄວນຈະເປັນ,ໝາຍ ຄວາມວ່າທ່ານບໍ່ໄດ້ດໍາເນີນຊີວິດໃນຫົນທາງທີ່ທ່ານຕັ້ງໃຈທີ່ຈະເຮັດ, ໝາຍຄວາມວ່າທ່ານ ພາດເປົ້າ, ທ່ານບໍ່ໄດ້ມີຊີວິດໃນຫົນທາງທີ່ພຣະເຈົ້າຢາກໃຫ້ທ່ານມີ, ບໍ່ສົງໄສເລີຍທີ່ທ່ານບໍ່ມີ ຄວາມສຸກເລີຍ!

ເມື່ອພຣະວິນຍານຂອງພຣະເຈົ້ານໍາສິ່ງເຫຼົ່ານີ້ເຂົ້າມາໃນຄວາມຄິດຂອງທ່ານ,ຢ່າຍູ້ ມັນອອກໄປ,ຈາກນັ້ນທ່ານກໍຈະມາພາຍໃຕ້ການສໍານຶກ,ຈົ່ງເຮັດແນ່ໃຈວ່າທ່ານຈະບໍ່ຍູ້ຄວາມ ຄິດເຫຼົ່ານັ້ນອອກໄປ, ຖ້າທ່ານເຮັດທ່ານກໍຈະບໍ່ໄດ້ຮັບໂອກາດອີກ, ພຣະເຈົ້າອາດຈະບໍ່ມີ ວັນທີ່ຈະນໍາທ່ານມາໃຕ້ການສໍານຶກຜິດອີກເທື່ອໜື່ງ, ແລະຖ້າພຣະເຈົ້າບໍ່ເຮັດແບບນັ້ນທ່ານ ກໍຈະຈິບຫາຍ,ສູນເສຍໄປເປັນນິດ,ເຖິງແມ່ນວ່າຖ້າທ່ານສືບຕໍ່ຢູ່ໃນໂລກນີ້ກໍຕາມ.

ພວກເຮົາອະທິຖານເພື່ອວ່າພຣະວິນຍານບໍລິສຸດຈະເຮັດໃຫ້ທ່ານບໍພໍໃຈກັບຕົນເອງ,ເພື່ອພຣະອົງຈະເຮັດໃຫ້ທ່ານຮູ້ສຶກຫຼົງຫາຍຢ່າງສິ້ນເຊີງ,ລັງກຽດຕົນເອງ,ຫຼົງຫາຍ - ປາສະ ຈາກຄວາມຫວັງ! ພຽງເທົ່ານັ້ນທ່ານກໍຈະສາມາດເວົ້າໄດ້ວ່າ“ຄວາມຊົ່ວຊ້າຂອງຂ້ອຍໄດ້ໄປ ຈາກຫົວຂອງຂ້ອຍແລ້ວ,ຄືກັບພາລະໜັກພວກມັນໜັກເກີນສໍາຫຼັບຂ້ອຍ” (ເພງສັນລະເສີນ 38:4),ຈາກນັ້ນທ່ານກໍຈະຮູ້ສຶກວ່າພຣະເຢຊູເປັນຜູ້ໜື່ງທີ່ສາມາດຊ່ວຍທ່ານໄດ້,ເທົ່ານັ້ນແລ້ວ ທ່ານຈະຮູ້ສຶກວ່າບໍ່ມີອັນໃດສາມາດເຮັດໃຫ້ທ່ານສະອາດນອກຈາກພຣະໂລຫິດຂອງພຣະເຢຊູທີ່ຫຼັ່ງລົງມາເທິງໄມ້ກາງແຂນ, ພຽງເທົ່ານັ້ນແລ້ວທ່ານກໍຈະຢຸດຫຼີ້ນເກມກັບໂຕທ່ານເອງ, ພຽງເທົ່ານັ້ນແລ້ວທ່ານກໍຈະຊັງບາບຂອງຕົນແລະກັບມາຫາພຣະເຢຊູແລ້ວວາງໃຈໃນພຣະອົງພຽງຜູ້ດຽວ, ເທົ່ານັ້ນທ່ານກໍຈະສາມາດເວົ້າພ້ອມກັບໂຢນາໄດ້ວ່າ“ຄວາມລອດມາຈາກ ພຣະເຈົ້າ” (ໂຢນາ 2:9), ເທົ່ານັ້ນແລ້ວທ່ານກໍຈະສາມາດເຮັດໃນສິ່ງທີ່ເວົ້ານັ້ນເວົ້າວ່າ

ພຣະເຈົ້າຂ້າ ຂ້າກໍາລັງມາ
ດຽວນີ້ກໍາລັງມາຫາພຣະອົງ
ໂຜດລ້າງຂ້າ,ຊໍາລະຂ້າໃນພຣະໂລຫິດ
ທີ່ຫຼັ່ງລົງມາເທິງໄມ້ກາງແຂນ
(“I Am Coming, Lord” Lewis Hartsough, 1828-1919).

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການຖືກເຮັດໃຫ້ສະອາດໂດຍພຣະໂລຫິດຂອງພຣະເຢຊູ, ກະລຸນາລຸກຈາກບ່ອນນັ່ງຂອງທ່ານແລ້ວຕາມດຣ.ເຄແກນກັບຈອນເຄແກນ ໄປທາງຫຼັງຫ້ອງໂຖງນີ້, ພວກເຂົາຈະພາທ່ານໄປຫ້ອງທີ່ງຽບໆບ່ອນທີ່ພວກເຮົາສາມາດສົນ ທະນາແລະອະທິຖານເພື່ອກັນໄດ້. ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ໂຢນາ 2:1-9.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“I Am Coming, Lord” (Lewis Hartsough, 1828-1919).