Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄໍາສອນຂອງດຣ.ລິນໃນເລື່ອງການອະທິຖານ
ແລະການປະຊຸມອະທິຖານຕ່າງໆ

DR. LIN’S TEACHINGS ON PRAYER
AND PRAYER MEETINGS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 29/5/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, May 29, 2016

“ແຕ່ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫລື”
(ລູກາ 18:8)


ນັກອະທິບາຍພຣະຄໍາພີສ່ວນຫຼາຍບໍ່ໄດ້ອະທິບາຍຂໍ້ນີ້ຖືກຕ້ອງປານໃດ, ຍົກຕົວ ຢ່າງເຊັ່ນນັກອະທິບາຍທີ່ມີຊື່ສຽງຄົນໜື່ງໄດ້ກ່າວວ່າ “ສະພາບການທົ່ວໄປຂອງທົ່ວໂລກຈະ ເປັນໜື່ງໃນຄວາມບໍ່ເຊື່ອ” ແຕ່ອັນນີ້ບໍ່ແມ່ນສິ່ງທີ່ພຣະເຢຊູກໍາລັງເວົ້າເຖິງໃນຂໍ້ນີ້, ພຣະອົງບໍ່ ໄດ້ກໍາລັງເວົ້າເຖິງການປະຖີ້ມຄວາມເຊື່ອທົ່ວໄປແຫ່ງຍຸກສຸດທ້າຍ ຫຼືບໍ່ໄດ້ເວົ້າເຖິງວ່າຈະມີ ຄຣິສຕຽນແທ້ບໍເມື່ອພຣະອົງສະເດັດກັບມາ, ຄວາມຈິງແລ້ວພຣະເຢຊູເວົ້າເຖິງສິ່ງທີ່ກົງກັນ ຂ້າມຕໍ່ເປໂຕ.

“ເຮົາຈະສ້າງຄຣິສຕະຈັກຂອງເຮົາໄວ້ ແລະປະຕູແຫ່ງນາຮົກຈະມີໄຊຕໍ່ຄຣິສຕະຈັກນັ້ນກໍບໍ່ໄດ້”(ມັດທາຍ 16:18)

ຂໍເຊີນຢືນແລ້ວຮ້ອງເພງ“ມົງກຸດແລະບັນລັງຕ່າງໆອາດຈະຈິບຫາຍ”ບົດທີ່ 4 ວັກທີ່ສີ່

ມົງກຸດແລະບັນລັງຈະຈິບຫາຍ,ອານາຈັກຕັ້ງຂື້ນແລະເສື່ອມລົງ
ແຕ່ຄຣິສຕະຈັກຂອງພຣະຄຣິດຈະຍັງຄົງຢູ່ໝັ້ນຄົງ
ປະຕູແຫ່ງນາຮົກຂະບໍ່ສາມາດຕໍ່ສູ້ຄຣິສຕະຈັກນັ້ນໄດ້
ເຮົາມີຄໍາສັນຍາຂອງພຣະຄຣິດແລະຈະລົ້ມເຫຼວບໍ່ໄດ້
ເຫຼົ່າທະຫານຄຣິສຕຽນຈົ່ງອອກໄປສູ້ຮົບ
ກັບກາງແຂນພຣະເຢຊູຈົ່ງນໍາໜ້າເຮົາໄປ
(“Onward, Christian Soldiers” by Sabine Baring-Gould, 1834-1924).

ຂໍເຊີນນັ່ງລົງໄດ້.

ມັດທາຍ 16:18 ໄດ້ສະແດງໃຫ້ເຮົາເຫັນວ່າບໍ່ສໍາຄັນວ່າການປະຖີ້ມຄວາມເຊື່ອຈະ ເລິກແລະເປັນຕາຢ້ານສໍາໃດ,ກໍຍັງຈະມີຄຣິສຕຽນຫຼາຍຄົນພ້ອມດ້ວຍຄວາມເຊື່ອທີ່ຊ່ວຍໃຫ້ລອດເມື່ອພຣະເຢຊູສະເດັດມາ, ຄຣິສຕຽນແທ້ຫຼາຍຄົນຈະຖືກຮັບຂື້ນ,ໂດຍສະເພາະຢູ່ປະ ເທດຈີນແລະສ່ວນອື່ນໆຂອງໂລກທີ່ສາມບ່ອນທີ່ມີການຟື້ນຟູແທ້ເກີດຂື້ນໃນປະຈຸບັນນີ້.

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງພວກທູດສະຫວັນ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນແຫລະເຮົາກໍຈະຢູ່ກັບອົງພຣະຜູ້ເປັນເຈົ້າເປັນນິດ” (1 ເທສະໂລນິກາ 4:16-17)

ແມ່ນແຕ່ໃນຄວາມທຸກໃຫຍ່ເອງຄົນເປັນຈໍານວນຫຼາຍກໍຈະໄດ້ຮັບຄວາມລອດ.

“ຄົນເປັນຈໍານວນຫລາຍ ຊື່ງບໍ່ມີຜູ້ໃດສາມາດນັບໄດ້ເລີຍ ມາຈາກທຸກຊາດ” (ພະນິມິດ 7:9)

“ຄົນເຫລົ່ານີ້ຄືຄົົນທີ່ມາຈາກຄວາມທຸກເວດທະນາອັນໃຫຍ່ ພວກເຂົາໄດ້ຊຳລະລ້າງເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ”(ພະນິມິດ 7:14)

ສະນັ້ນ, ພຣະເຢຊູບໍ່ໄດ້ກໍາລັງເວົ້າເຖິງການຂາດຫາຍຂອງຄວາມເຊື່ອທີ່ຊ່ວຍໃຫ້ ລອດໄດ້ໃນການສະເດັດກັບມາຂອງພຣະອົງເມື່ອພຣະອົງຕັດວ່າ:

“ແຕ່ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫລື” (ລູກາ 18:8)

ສິດຍາພິບານຜູ້ຍາວນານຂອງຂ້າພະເຈົ້າດຣ.ທິໂມທີລິນ (1911-2009) ມີຄວາມ ເຂົ້າໃຈເລື່ອງພຣະຄໍາພີເປັນຢ່າງດີ, ລາວຈົບປະລິນຍາເອກໃນສາຂາພາສາຣິບຣູແລະຄອກ ແນັດ, ໃນຊຸມປີ 1950 ເມື່ອຈົບຈາກໂຮງຮຽນມະຫາວິທະຍາໄລບັອບໂຈນ,ລາວກໍໄດ້ສອນ ລະບົບສາສະໜາສາດ,ສາສະໜາສາດພຣະຄໍາພີ,ພັນທະສັນຍາເດີມພາສາຣິບຣູ,ພາສາອາຣາມິກຕາມພຣະຄໍາພີ,ພາສາອາຣາບິກບູຮານແລະພາສາເປຊິດທາຂອງຊີເຣຍ,ຕໍ່ມາເພີ່ນກໍ ໄດ້ເປັນປະທານຂອງໂຮງຮຽນພຣະຄໍາພີຂ່າວປະເສີດແຫ່ງປະເທດຈີນ, ດໍາລົງຕໍາແໜ່ງຕໍ່ ຈາກດຣ.ເຈມສ໌ຮັດສັນເທເລີ III

ດຣ.ລິນໄດ້ແປຂໍ້ພຣະຄໍາພີຂອງເຮົາຢ່າງຖືກຕ້ອງ.

“ແຕ່ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫລື” (ລູກາ 18:8)

I. ໜື່ງ ຄວາມສໍາຄັນຂອງການຮັກສາການອະທິຖານ.

ດຣ.ທິໂມທີລິນເປັນນັກສຶກສາພຣະຄໍາພີຜູ້ຍິ່ງໃຫຍ່ຊື່ງໄດ້ສອນຢູ່ໂຮງຮຽນພຣະຄໍາພີຕ່າງໆ ແລະ ເປັນປະທານໂຮງຮຽນພຣະຄໍາພີຂ່າວປະເສີດແຫ່ງປະເທດຈີນໃນປະເທດໄຕ້ ຫວັນ, ລາວຫຍັງເປັນໜື່ງໃນຜູ້ແປພັນທະສັນຍາເດີມໃນສະບັບນິວອາເມລິກັນສະແຕນດາດ ໄບໂບ(ເອັນເອເອັສບີ), ດຣ.ລິນເປັນສິດຍາພິບານຂອງຂ້າພະເຈົ້າເປັນເວລາຊາວສີ່ປີ, ຂ້າພະເຈົ້າສາມາດເວົ້າໄດ້ໂດຍບໍ່ມີຄໍາຖາມວ່າດຣ.ລິນເປັນສິດຍາພິບານທີ່ມີປະສິດທິພາບທີ່ສຸດທີ່ຂ້າພະເຈົ້າເຄີຍຮູ້ຈັກມາກ່ອນ,ຕອນທີ່ຂ້າພະເຈົ້າເປັນສະມາຊິກຄຣິສຕະຈັກຂອງເພີ່ນກໍໄດ້ເຫັນພຣະເຈົ້າສົ່ງການຟື້ນຟູມາຊື່ງມີຄົນຫຼາຍຮ້ອຍຄົນໄດ້ຮັບຄວາມລອດ ແລະ ມາຄຣິສ ຕະຈັກ ດຣ.ລິນໄດ້ກ່າວວ່າ:

ຄໍາວ່າ“ຄວາມເຊື່ອ”ຖືກໃຊ້ຢ່າງກວ້າງຂວາງໃນພຣະຄໍາພີ, ຄວາມໝາຍທີ່ ແນ່ນອນເທົ່ານັ້ນທີ່ສາມາດກໍານົດຫຼັງຈາກການກວດສອບຢ່າງຮອບຄອບ ຂອງໃຈຄວາມ, ຂໍ້ພຣະຄໍາພີກ່ອນຂໍ້ນີ້ແມ່ນຄໍາອຸປະມາ,ສະແດງໃຫ້ເຫັນວ່າ ເຮົາຄວນຈະອະທິຖານທຸກເວລາແລະບໍ່ສູນເສຍຫົວໃຈໄປ(ລູກາ18:1-8ກ) ຂະນະທີ່ຂໍ້ພຣະຄໍາພີຕາມມາດ້ວຍ(ລູກາ 18:9-14)ຄືຄໍາອຸປະມາເລື່ອງ ຄໍາອະທິຖານຂອງຟາຣິສີກັບຄົນເກັບພາສີ, ສະນັ້ນຮູບຂອງປະໂຫຍກຂອງ ຂໍ້ນີ້(ລູກາ 18:8)ສະແດງໃຫ້ເຫັນຢ່າງຊັດເຈນວ່າຄໍາວ່າ“ຄວາມເຊື່ອ”ໃນນີ້ ເລັ່ງເຖິງຄວາມເຊື່ອໃນການອະທິຖານ,ແລະຄໍາຕັດຂອງອົງພຣະຜູ້ເປັນເຈົ້າ ຄືການສະແດງເຖິງຄວາມເສຍໃຈທີ່ຄຣິສຕະຈັກຂອງພຣະອົງຈະສູນເສຍ ຄວາມເຊື່ອແຫ່ງການອະທິຖານໃນວັນທີ່ພຣະອົງຈະສະເດັດກັບມາເທື່ອທີ່ ສອງ(Timothy Lin, Ph.D., The Secret of Church Growth, First Chinese Baptist Church of Los Angeles, 1992, pp. 94-95).

ດຣ.ລິນກ່າວວ່າປະເດັ່ນຂອງຄໍາອຸປະມາໃນລູກາ 18:1-8 ຄືວ່າພວກຄຣິສຕຽນຄວນຮັກສາ ການອະທິຖານແລະບໍ່ອ່ອນເພຍ, ຂໍ້ແປດສະແດງໃຫ້ເຫັນວ່າພວກຄຣິສຕຽນຈະບໍ່ມີຄວາມ ເຊື່ອທີ່ຈະຮັກສາການອະທິຖານຢູ່ໃນຍຸກສຸດທ້າຍ,ຍຸຸກທີ່ພວກເຮົາອາໄສຢູ່ນີ້, ສະນັ້ນພວກ ເຮົາສາມາດຄອມເມັ້ນຫົວຂໍ້ພຣະຄໍາຂອງເຮົາໂດຍການເວົ້າວ່າ:

“ແຕ່ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອ(ໃນການຮັກສາການອະທິ ຖານ)ໃນແຜ່ນດິນໂລກຫລື”(ລູກາ 18:8)

ດຣ.ລິນສືບຕໍ່ເວົ້າວ່າ:

ການປະຊຸມອະທິຖານຂອງຫຼາຍຄຣິສຕະຈັກໃນປະຈຸບັນນີ້ເປັນແຕ່ຂອງ ຫວານ(ຫຼືໄດ້ປ່ຽນເປັນການສຶກສາພຣະຄໍາພີໃນກາງອາທິດພ້ອມກັບພຽງ ເຄື່ອງໝາຍໜື່ງຫຼືສອງ)ການປະເຊີນໜ້າກັບສະພາບທີ່ໜ້າເສົ້າຄ່ອນຂ້າງ ຈະມີຄຣິສຕະຈັກເປັນຈໍານວນຫຼາຍປະຕິເສດຕໍ່ການເຕືອນທີ່ສໍາຄັນນີ້ແລະ ໃນການຕາມໃຈຜູ້ອື່ນຂອງເຂົາສໍາຫຼັບຄວາມເພີ່ງພໍໃຈຂອງຕົນເອງ(ມັກ)ຍົກເລີກການປະຊຸມອະທິຖານໂດຍສິ້ນເຊີງ, ມັນເປັນເຄື່ອງໝາຍແທ້ທີ່ວ່າການ ສະເດັດກັບມາເທື່ອທີ່ສອງຂອງອົງພຣະຜູ້ເປັນເຈົ້າແມ່ນຢູ່ໃນມື! ທຸກມື້ນີ້ (ສະມາຊິກຄຣິສຕະຈັກ)ຫຼາຍຄົນນະມັດສະການໂທລະພາບຫຼາຍກວ່າພຣະເຈົ້າຂອງເຂົາ...ນີ້ແມ່ນເລື່ອງທີ່ໜ້າເສົ້າຫຼາຍ!... ຄຣິສຕະຈັກຫຼາຍແຫ່ງໃນ ຍຸກສຸດທ້າຍສະແດງ... ຄວາມເສີຍເມີຍ(ຂາດຄວາມສົນໃຈ)ຕໍ່ການປະຊຸມ ອະທິຖານ(ດຣ.ທິໂມທີລິນເຫຼັ້ມດຽວກັນໜ້າ 95)

ສະນັ້ນລູກາ 18:8 ໄດ້ໃຫ້ເຄື່ອງໝາຍແຫ່ງການຂາດການອະທິຖານຢູ່ໃນຄຣິສຕະຈັກທັງ ຫຼາຍກ່ອນການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດ, ເຄື່ອງໝາຍແຫ່ງການເວລາຊື່ງ ພວກເຮົາອາໄສຢູ່,ເຄື່ອງໝາຍແຫ່ງການຂາດການອະທິຖານ,ບໍ່ແມ່ນການຂາດຄວາມເຊື່ອທີ່ຊ່ວຍໃຫ້ລອດໄດ້ຢ່າງສິ້ນເຊີງ, ການຂາດການອະທິຖານຢູ່ໃນຄຣິສຕະຈັກຫຼາຍແຫ່ງເປັນ ໜື່ງໃນເຄື່ອງໝາຍທີ່ວ່າພວກເຮົາກໍາລັງອາໄສຢູ່ໃນຍຸກສຸດທ້າຍກ່ອນການສະເດັດກັບມາຄັ້ງທີ່ສອງຂອງອົງພຣະຜູ້ເປັນເຈົ້າຂອງເຮົາ.

“ແຕ່ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອ (ໃນການຮັກສາການອະທິ ຖານ)ໃນແຜ່ນດິນໂລກຫລື”(ລູກາ 18:8)

ເຊີນຮ້ອງເພງ“ໂຜດສອນຂ້າໃຫ້ອະທິຖານ”

ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ ສອນຂ້າໃຫ້ອະທິຖານ
ນີ້ຄືໃຈຂອງຂ້າທີ່ຮ້ອງອອກມາເປັນມື້ເປັນມື້ໄປ
ຂ້າປາດຖະໜາຈະຮູ້ຈັກນໍ້າພຣະໄທແລະທາງຂອງພຣະອົງ
ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ ສອນຂ້າໃຫ້ອະທິຖານ
(“Teach Me to Pray,” Albert S. Reitz, 1879-1966).

II. ສອງ ຄວາມສໍາຄັນຂອງການປະຊຸມອະທິຖານຕ່າງໆ.

ດຣ.ລິນຍັງໄດ້ຊີ້ໃຫ້ເຫັນວ່າການອະທິຖານຂອງບຸກຄົນຜູ້ດຽວບໍ່ໄດ້ມີອໍານາດອັນ ດຽວກັນກັບລິດອໍານາດຂອງຄໍາອະທິຖານຮ່ວມກັນໃນການປະຊຸມອະທິຖານ,ລາວເວົ້າວ່າ:

ຜູ້ຄົນມັກເວົ້າວ່າມັນບໍ່ໄດ້ເຮັດໃຫ້ແຕກຕ່າງກັນບໍ່ວ່າທ່ານຈະອະທິຖານຄົນ ດຽວຫຼືເປັນກຸ່ມຫຼືມັນບໍ່ສໍາຄັນບໍ່ວ່າທ່ານຈະອະທິຖານຜູ້ດຽວຢູ່ບ້ານ ຫຼືພ້ອມ ກັບພວກພີ່ນ້ອງຊາຍຍິງຢູ່ໃນໂບດ, ຄໍາດັ່ງກ່າວເປັນພຽງການປອບໃຈຂອງ ຄວາມຂີ້ຄ້ານຫຼືການອະທິບາຍທີ່ມີເຫດຜົນຂອງຄົນທີ່ເສີຍເມີຍຕໍ່ລິດອໍານາດແຫ່ງຄໍາອະທິຖານ! ຈົ່ງເບິ່ງສິ່ງທີ່ພຣະເຈົ້າຂອງເຮົາກ່າວເຖິງກ່ຽວກັບລັກ ສະນະຂອງການອະທິຖານນີ້.

“ເຮົາກ່າວແກ່ທ່ານທັງຫລາຍອີກວ່າ ຖ້າໃນພວກທ່ານທີ່[ຢູ່ໃນຄຣິສຕະ ຈັກ]ສອງຄົນຈະຮ່ວມໃຈກັນຂໍສິ່ງໜຶ່ງສິ່ງໃດ ພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນກໍຈະຊົງຕອບໃຫ້ ເພາະວ່າມີສອງສາມຄົນປະຊຸມກັນຢູ່ບ່ອນໃດໃນນາມຂອງເຮົາ ເຮົາຈະຢູ່ຖ້າມກາງເຂົາບ່ອນນັ້ນ” (ມັດທາຍ 18:19-20)

     ອົງພຣະຜູ້ເປັນເຈົ້າຂອງເຮົາໄດ້ເນັ້ນໜັກເຕືອນສະຕິເຮົາວ່າການໃຊ້ໃຫ້ໄດ້ປະໂຫຍດຂອງສິດທິອໍານາດຂອງພຣະເຈົ້ານີ້ຈະບໍ່ສາມາດປະສົບຜົນ ໂດຍຄວາມພະຍາຍາມຂອງຄົນຜູ້ໜື່ງ,ແຕ່ຜ່ານທາງຄວາມພະຍາຍາມຮ່ວມມືກັນດໍາເນີນການ(ໂດຍ)ຄຣິສຕະຈັກທັງໝົດເທົ່ານັ້ນ,ອີກຄໍາໜື່ງມີພຽງເມື່ອ...ທັງຄຣິສຕະຈັກ(ອະທິຖານ)ພ້ອມພຽງກັນ...ສາມາດເຮັດໃຫ້ຄຣິສຕະຈັກ (ມີ)ປະສິດທິພາບເຖິງສິດທິອໍານາດຂອງພຣະເຈົ້າໄດ້.
     ຢ່າງໃດກໍຕາມຄຣິສຕະຈັກໃນຍຸກສຸດທ້າຍບໍ່ສາມາດເຫັນທາດແທ້ຂອງຄວາມຈິງນີ້,ຫຼືລະນຶກເຖິງຂັ້ນຕອນທີ່ເໝາະສົມສໍາຫຼັບ(ການໄດ້ຮັບ)ລິດເດດຂອງພຣະເຈົ້າ, ຊ່າງເປັນການສູນເສຍອັນໃຫຍ່ຫຼວງ! (ຄຣິສຕະຈັກ)ມີສິດ ທິອໍານາດພຣະເຈົ້າຈາກສະຫວັນແຕ່ບໍ່ມີຄວາມຮູ້ເຖິງການບໍລິຫານຂອງມັນ ແມ່ນມັນຕ້ອງການມັດວຽກຂອງຊາຕານ,ເພື່ອແກ້ມັດຜູ້ທີ່ຖືກຢຽບຢໍາ ແລະ ເພື່ອສໍາພັດເຖິງທາດແທ້ຂອງພຣະພັກຂອງພຣະເຈົ້າ (ດຣ.ທິໂມທີລິນເຫຼັ້ມ ດຽວກັນໜ້າ 92-93)

ດັ່ງນັ້ນດຣ.ລິນສອນເຖິງຄວາມສໍາຄັນຂອງຄໍາອະທິຖານຄວາມເຊື່ອທີ່ສົມບູນແລະຄວາມສໍາຄັນທີ່ສົມບູນຂອງການປະຊຸມອະທິຖານຂອງຄຣິສຕະຈັກ,ເຊີນຢືນຂື້ນແລະຮ້ອງເພງຂໍໂຜດ ສອນຂ້າໃຫ້ອະທິຖານ”

ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ ສອນຂ້າໃຫ້ອະທິຖານ
ນີ້ຄືໃຈຂອງຂ້າທີ່ຮ້ອງອອກມາເປັນມື້ເປັນມື້ໄປ
ຂ້າປາດຖະໜາຈະຮູ້ຈັກນໍ້າພຣະໄທແລະທາງຂອງພຣະອົງ
ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ ສອນຂ້າໃຫ້ອະທິຖານ

ເຊີນນັ່ງລົງໄດ້.

III. ສາມ ຄວາມສໍາຄັນຂອງການອະທິຖານໃນ“ຄວາມພ້ອມພຽງກັນ”

ເຊີນເປີດໄປໃນກິດຈະການ 1:14 ແລ້ວອ່ານດັງໆ.

“ພວກເຂົາຮ່ວມໃຈກັນອະທິຖານອ້ອນວອນຕໍ່ເນື່ອງພ້ອມກັບພວກຜູ້ຍິງ ແລະມາລີແມ່ຂອງພຣະເຢຊູແລະພວກນ້ອງຊາຍຂອງພຣະອົງ” (ກິດຈະການ 1:14)

“ພວກເຂົາຮ່ວມໃຈກັນອະທິຖານອ້ອນວອນຕໍ່ເນື່ອງ...” ດຣ.ລິນກ່າວວ່າ:

ພຣະຄໍາພີພາສາຈີນແປຄໍາວ່າ“ຮ່ວມໃຈກັນ“ເປັນ“ມີໃຈອັນດຽວກັນແລະມີ ຄວາມຄິດອັນດຽວກັນ”ສະນັ້ນສໍາຫຼັບການປະຊຸມອະທິຖານທີ່ຈະມີພຣະພັກຂອງພຣະເຈົ້າ,ບໍ່ພຽງແຕ່ຜູ້ເຂົ້າຮ່ວມເຂົ້າໃຈຄວາມສໍາຄັນຂອງທາດແທ້ແຫ່ງ ການອະທິຖານເທົ່ານັ້ນ:ແຕ່ພວກເຂົາຍັງຕ້ອງມາ(ສູ່ການປະຊຸມອະທິຖານ)ພ້ອມກັບຄວາມປາດຖະໜາທີ່ຈິງໃຈ...ຍື່ນຄໍາອຸທອນ,ຄໍາອະທິຖານ ແລະ ການຮ້ອງຂໍແລະຂອບຄຸນແດ່ພຣະເຈົ້າໃນຄວາມພ້ອມພຽງກັນ, ຕໍ່ມາການ ປະຊຸມອະທິຖານກໍຈະປະສົບຜົນສໍາເລັດແລະຕໍ່ມາການຮັບໃຊ້ອັນອື່ນກໍຈະໄດ້ຮັບຄວາມສໍາເລັດ(ດຣ.ທິໂມທີລິນເຫຼັ້ມ ດຽວກັນໜ້າ 93-94)

ທີ່ຈະ“ອະທິຖານໃນຄວາມພ້ອມພຽງກັນ”ເຮົາທຸກຄົນຕ້ອງເວົ້າວ່າ“ເອແມນ” ໃນຂະ ນະທີ່ຄົນໜື່ງນໍາໃນການອະທິຖານ,ເມື່ອເຮົາເວົ້າວ່າ“ເອແມນ”ພວກເຮົາກໍາລັງອະທິຖານໃນ “ຄວາມພ້ອມພຽງກັນ”

ພວກທ່ານໄດ້ຍິນຄໍາສອນຂອງດຣ.ລິນໃນຄວາມສໍາຄັນຂອງຄວາມເຊື່ອໃນການອະທິຖານ,ຄວາມສໍາຄັນຂອງການປະຊຸມຂອງຄຣິສຕະຈັກແລະຄວາມສໍາຄັນຂອງຄວາມເປັນໜື່ງ“ການອະທິຖານໃນຄວາມພ້ອມພຽງກັນ” ພວກທ່ານບາງຄົນທີ່ຢູ່ທີ່ນີ້ໃນຄືນນີ້ບໍ່ໄດ້ເຂົ້າ ຮ່ວມການປະຊຸມອະທິຖານໃດໆຂອງພວກເຮົາ, ບໍ່ແປກໃຈເລີຍທີ່ຊີວິດຝ່າຍວິນຍານຂອງ ທ່ານມຶນຫຼາຍ! ມີໃຜແດ່ບໍໃນຄືນນີ້ທີ່ຈະເວົ້າວ່າ “ອາຈານຕັ້ງແຕ່ນີ້ເປັນຕົ້ນໄປຂ້ອຍຈະເຂົ້າ ຮ່ວມຢ່າງໜ້ອຍໜື່ງໃນການປະຊຸມອະທິຖານ”? ຂໍເຊີນຫຼັບຕາ,ຖ້າທ່ານຈະເຮັດແບບນັ້ນຂໍ ເຊີນຍົກມືຂື້ນ, ຂໍໃຫ້ທຸກຄົນອະທິຖານຂໍໃຫ້ພຣະເຈົ້າຊ່ວຍເຂົາໃຫ້ຮັກສາຄໍາສັນຍານັ້ນ!(ທຸກ ຄົນອະທິຖານ).

ຖ້າທ່ານຍັງບໍ່ໄດ້ກັບໃຈໃໝ່ເທື່ອ, ຂ້າພະເຈົ້າຂໍອ້ອນໃຫ້ທ່ານເຂົ້າຮ່ວມຢ່າງໜ້ອຍມື້ ອະທິຖານໃນແລງວັນເສົາ,ຂໍເຊີນຫຼັບຕາ, ມີໃຜຈະເວົ້າບໍວ່າ“ແມ່ນແລ້ວອາຈານຂ້ອຍຈະ ເລີ່ມມາທຸກແລງວັນເສົາເພື່ອມາປະຊຸມອະທິຖານ“? ຂໍເຊີນຍົກມືຂື້ນ, ຂໍໃຫ້ທຸກຄົນອະທິ ຖານເພື່ອພວກເຂົາໃຫ້ຮັກສາຄໍາສັນຍານັ້ນ!(ທຸກຄົນອະທິຖານ)

ພຣະຄຣິດໄດ້ສີ້ນພຣະຊົນເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ,ພຣະອົງຊົງຫຼັ່ງເລືອດເພື່ອລ້າງທ່ານອອກຈາກຄວາມຜິດບາບ, ພຣະອົງຊົງປະສົບຄວາມ ຄວາມເຈັບປວດທີ່ເປັນຕາຢ້ານ,ຖືກຕອກໃສ່ໄມ້ກາງແຂນ,ເພື່ອໄຖ່ບາບຂອງທ່ານ, ພຣະອົງ ຊົງຟື້ນຄືນມາຈາກຕາຍໃນມື້ທີ່ສາມ, ພຣະອົງຍັງຊົງມີຊີວິດຢູ່ທີ່ພຣະຫັດຂວາຂອງພຣະເຈົ້າ ເຊີນມາຫາພຣະຄຣິດແລະທ່ານກໍຈະລອດຈາກຄວາມຜິດບາບຂອງທ່ານ.

ແມ່ນໃຜທີ່ຢູ່ຖ້າມກາງພວກເຮົາທີ່ເປັນຄົນບໍ່ລອດ ແລະ ຢາກຈະໃຫ້ພວກເຮົາອະທິ ຖານເພື່ອການກັບໃຈໃໝ່ຂອງທ່ານ?ເຊີນຫຼັບຕາອີກ, ຂໍເຊີນຍົກມືຂື້ນເພື່ອທີ່ພວກເຮົາຈະອະ ທິຖານເພື່ອການກັບໃຈໃໝ່ຂອງທ່ານໄດ້, ຂໍໃຫ້ທຸກຄົນອະທິຖານເພື່ອທີ່ເຂົາຈະກັບໃຈຈາກ ຄວາມຜິດບາບຂອງເຂົາແລ້ວມາຫາພຣະຄຣິດເພື່ອການຊໍາລະລ້າງໃນພຣະໂລຫິດຂອງ ພຣະອົງ!(ທຸກຄົນອະທິຖານ),ຂໍເຊີນຢືນຂື້ນແລະຮ້ອງເພງບົດທີ່ 7 ຢູ່ປື້ມເພງຂອງທ່ານ “ໂຜດສອນຂ້າໃຫ້ອະທິຖານ”ທັງສາມວັກ!

ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ ສອນຂ້າໃຫ້ອະທິຖານ
ນີ້ຄືໃຈຂອງຂ້າທີ່ຮ້ອງອອກມາເປັນມື້ເປັນມື້ໄປ
ຂ້າປາດຖະໜາຈະຮູ້ຈັກນໍ້າພຣະໄທແລະທາງຂອງພຣະອົງ
ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ ສອນຂ້າໃຫ້ອະທິຖານ

ລິດອໍານາດໃນຄໍາອະທິຖານພຣະເຈົ້າຂ້າລິດອໍານາດໃນຄໍາອະທິຖານ
ຖ້າມກາງໂລກນີ້,ຄວາມບາບ,ຄວາມໂສກເສົ້າແລະກັງວົນ
ມະນຸດຫຼົງຫາຍ,ຕາຍ ຈິດວິນຍານຢູ່ໃນຄວາມໝົດຫວັງ
ຂໍໂຜດໃຫ້ຂ້າມີລິດ ລິດອໍານາດໃນຄໍາອະທິຖານ!

ຄວາມປາດຖະໜາທີ່ອ່ອນແອຂອງຂ້າພຣະອົງຂົງເຮັດໃຫ້ຟື້ນຂື້ນໄດ້
ຄວາມບາບຕາມສັນດານຂອງຂ້າຊົງສາມາດປາບລົງໄດ້
ຂໍຊົງຕື່ມເຕັມຂ້າດຽວນີ້ດ້ວຍລິດອໍານາດໃໝ່
ລິດອໍານາດເພື່ອອະທິຖານ,ລິດອໍານາດທີ່ຈະເຮັດ!
(“Teach Me to Pray” by Albert S. Reitz, 1879-1966).

ຂໍເຊີນດຣ.ແຊນມາຊ່ວຍນໍາພວກເຮົາໃນການອະທິຖານເພື່ອທີ່ບາງຄົນຈະລອດໃນຄືນນີ້, ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການມາເປັນຄຣິສຕຽນແທ້, ຂໍເຊີນຕາມ ດຣ.ເຄແກນ,ຈອນເຄແກນແລະໂນອາຊອງຢູ່ທາງຫຼັງຫ້ອງໂຖງຕອນນີ້ເລີຍ, ພວກເຂົາຈະ ພາທ່ານໄປຫ້ອງສອບຖາມບ່ອນທີ່ພວກເຮົາສາມາດສົນທະນາແລະອະທິຖານກ່ຽວກັບການກັບໃຈໃໝ່ຂອງທ່ານໄດ້.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 18:1-8.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Teach Me to Pray” (by Albert S. Reitz, 1879-1966).

ໂຄງຮ່າງບົດເທດສະໜາ

ຄໍາສອນຂອງດຣ.ລິນໃນເລື່ອງການອະທິຖານ
ແລະການປະຊຸມອະທິຖານຕ່າງໆ

DR. LIN’S TEACHINGS ON PRAYER
AND PRAYER MEETINGS

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ແຕ່ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫລື” (ລູກາ 18:8)

(ມັດທທາຍ 16:18; 1 ເທສະໂລນິກາ 4:16-17; ພະນິມິດ 7:9,14)

I.   ໜື່ງ ຄວາມສໍາຄັນຂອງການຮັກສາການອະທິຖານ. ລູກາ 18:8.

II.  ສອງ ຄວາມສໍາຄັນຂອງການປະຊຸມອະທິຖານຕ່າງໆ. ມັດທາຍ 18:19-20.

III. ສາມ ຄວາມສໍາຄັນຂອງການອະທິຖານໃນ“ຄວາມພ້ອມພຽງກັນ” ກິດຈະການ 1:14.