Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວິທີຮູ້ຈັກນໍ້າພຣະໄທຂອງພຣະເຈົ້າ

HOW TO KNOW THE WILL OF GOD
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 15/5/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 15, 2016

“ແຕ່ທ່ານທັງຫລາຍຈົ່ງເປັນຄົົນທີ່ປະພຶດຕາມພຣະຄໍານັ້ນ ບໍ່ແມ່ນເປັນແຕ່ພຽງຜູ້ຟັງເທົ່ານັ້ນ ຊຶ່ງເປັນການຫລອກຕົນເອງ” (ຢາໂກໂບ 1:22)


ເອ.ດັບໂບຢູ.ພີ້ງ(1886-1952)ໄດ້ກ່າວວ່າ“ມີ ‘ຜູ້ຟັງ’ພຣະຄໍາຫຼາຍຄົນ,ຜູ້ຟັງປົກກະ ຕິ,ຜູ້ຟັງທີ່ມີຄວາມເຄົາລົບນັບຖື,ຜູ້ຟັງທີ່ມີຄວາມສົນໃຈ, ແຕ່ຈັ່ງແມ່ນນໍ້ສິ່ງທີ່ພວກເຂົາໄດ້ຍິນ (ບໍ່ໄດ້ມີຜົນກະທົບ)ຊີວິດ: ມັນບໍ່ໄດ້ຄວບຄຸມຫົນທາງ(ການດໍາລົງຊີວິດ)ຂອງເຂົາແລະພຣະ ເຈົ້າຕັດວ່າຄົນທີ່ບໍ່ແມ່ນຜູ້ປະພຶດຕາມພຣະຄໍາກໍາລັງຫລອກຕົນເອງ!... ບ່ອນທີ່ບໍ່ມີການ ເພີ່ມພູນ(ການຍອມຈໍານົນ)ຂອງໃຈແລະຊີວິດຕໍ່ພຣະຄໍາຂອງພຣະເຈົ້າ, ຈາກນັ້ນການເພີ່ມ ຄວາມຮູ້ຈະນໍາການເພີ່ມການລົງໂທດມາເທົ່ານັ້ນ...ພຣະເຈົ້າໄດ້ມອບພຣະຄໍາໃຫ້ກັບເຮົາ... ເພື່ອຈຸດປະສົງແຫ່ງການນໍາທາງເຮົາ, ເພື່ອເຮັດໃຫ້ຮູ້ວ່າແມ່ນຫຍັງຄືສິ່ງທີ່ພຣະອົງຮຽກຮ້ອງ ເຮົາໃຫ້ເຮັດ” (Arthur W. Pink, “The Scriptures and Obedience,” in Profiting From the Word, Free Grace Broadcaster, Summer 2015, pages 1, 2).

“ພຣະເຈົ້າໄດ້ມອບພຣະຄໍາໃຫ້ກັບເຮົາ... ເພື່ອຈຸດປະສົງແຫ່ງການນໍາທາງເຮົາ” ຂ້າພະເຈົ້າເຫັນດ້ວຍເຕັມທີ່ກັບພີ້ງ, ນັ້ນແລະຄືສິ່ງທີ່ຂ້າພະເຈົ້າຖືກສອນມາແມ່ນແຕ່ກ່ອນທີ່ ຂ້າພະເຈົ້າຈະກັບໃຈໃໝ່, ຄຣິສຕະຈັກແບັບຕິດທີ່ຂ້າພະເຈົ້າເຂົ້າຮ່ວມໃນຮັນຕິງຕັນພາກໃນ ຖານະເປັນໄວ້ລຸນຜິດຫຼາຍສິ່ງຫຼາຍຢ່າງ,ແຕ່ບໍ່ແມ່ນໃນຈຸດນີ້, ຂ້າພະເຈົ້າຖືກສອນວ່າພຣະ ເຈົ້າຊົງຕັດກັບເຮົາແລະສະແດງນໍ້າພຣະໄທຂອງພຣະອົງທາງພຣະຄໍາພີເທົ່ານັ້ນ, ແລະຂ້າ ພະເຈົ້າໄດ້ຮຽນຮູ້ທີ່ຈະບໍ່ສະແຫວງຫານໍ້າພຣະໄທຂອງພຣະເຈົ້າຜ່ານທາງຄວາມຮູ້ສຶກ ຫຼື ຄວາມປະທັບໃຈ, ຕໍ່ມາຂ້າພະເຈົ້າກໍໄດ້ຮຽນຮູ້ເລື່ອງນີ້ພິເສດຈາກສິດຍາພິບານຂອງຕົນຄື ດຣ.ທິໂມທີລິນ ແລະເຊັ່ນກັນຈາກ ດຣ.ເຈ.ເວີນັນແມັກກີ. ໂດຍພຣະຄຸນຂອງພຣະເຈົ້າຂ້າ ພະເຈົ້າສາມາດເວົ້າກັບນັກແຕ່ງເພງສັນລະເສີນວ່າ “ພຣະຄໍາຂອງພຣະອົງເປັນໂຄມສໍາຫຼັບ ຕີນຂອງຂ້າພະອົງແລະເປັນຄວາມສະຫວ່າງແກ່ທາງຂອງຂ້າພະອົງ” (ເພງສັນລະເສີນ 119:105), ສຸພາສິດ 6:22 ເວົ້າເຖິງພຣະຄໍາຂອງພຣະເຈົ້າວ່າ“ເມື່ອເຈົ້າໄປມັນຈະນໍາເຈົ້າ ເມື່ອເຈົ້ານອນລົງມັນຈະເຝົ້າເຈົ້າ ແລະເມື່ອເຈົ້າຕື່ນຂື້ນມັນຈະເວົ້າກັບເຈົ້າ” ນັ້ນແລະຄືເຫດ ຜົນທີ່ຫົວຂໍ້ພຣະຄໍາຂອງເຮົາຈື່ງເວົ້າວ່າ“ແຕ່ທ່ານທັງຫລາຍຈົ່ງເປັນຄົົນທີ່ປະພຶດຕາມພຣະຄໍານັ້ນ ບໍ່ແມ່ນເປັນແຕ່ພຽງຜູ້ຟັງເທົ່ານັ້ນ ຊຶ່ງເປັນການຫລອກຕົນເອງ”(ຢາໂກໂບ 1:22).ຂໍ້ນີ້ ບອກວິທີທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າ.

I. ໜື່ງ ຂໍ້ພຣະຄໍາພີເວົ້າເຖິງຄົນເຫຼົ່ານັ້ນທີ່ຫລອກຕົນເອງກ່ຽວກັບນໍ້າ ພຣະໄທຂອງພຣະເຈົ້າ.

ຂ້າພະເຈົ້າກໍາລັງອອກຄວາມເຫັນໃນສ່ວນທີ່ສອງຂອງປະໂຫຍກ “ການຫລອກຕົນ ເອງ”ຄົນທີ່ປະຕິເສດທີ່ຈະເປັນ“ຜູ້ປະພຶດຕາມພຣະຄໍານັ້ນ”ຈະຖືກຫລອກ, ພວກເຂົາຈະບໍ່ສາ ມາດຮູ້ຈັກນໍ້າພຣະໄທຂອງພຣະເຈົ້າສໍາຫຼັບຊີວິດຂອງເຂົາໄດ້, ນີ້ແມ່ນເລື່ອງປົກກະຕິຖ້າມ ກາງຄົນທີ່ຢູ່ໃນຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນີ້,ພວກເຂົາມັກຖືກຫລອກແລະບໍ່ສາມາດ ຮູ້ຈັກນໍ້າພຣະໄທຂອງພຣະເຈົ້າສໍາຫຼັບຊີວິດຂອງເຂົາໄດ້.

ພວກເຂົາລືມວ່າພະຍາມານເປັນຜູ້ຫລອກລວງໃຫຍ່, ພຣະຄໍາພີບອກເຮົາວ່າຊາ ຕານຫລອກລວງຊົນຫຼາຍຊາດໃນໂລກ(ພະນິມິດ20:3),ມັນຖືກເອີ້ນວ່າ“ພະຍາມານຊາຕານ ຊື່ງຫລອກລວງທັງໂລກ”(ພະນິມິດ 12:9), “ຊາຕານ”ໝາຍເຖິງ“ປໍລະປັກ” ຫຼື“ສັດຕູ” ມັນ ຕໍ່ຕ້ານພຣະເຈົ້າ,ການລໍ້ລວງທີ່ເກົ່າແກ່ທີ່ສຸດຂອງມັນຄືການຫລອກຜູ້ຄົນ, ມັນ“ຫລອກລວງ ໝົດທັງໂລກ” ພາສາກຣີກສໍາຫຼັບ“ການຫລອກລວງ”ແມ່ນ“planaō” ໝາຍເຖິງ“ນໍາພາໄປ ທາງຜິດ”“ຫລອກ” “ນໍາຜິດທາງ” “ດຶງດູດແລະນໍາໄປທາງຜິດ” ນີ້ຄືສິ່ງທີ່ຊາຕານເຮັດໃນ ຕອນເລີ່ມຕົ້ນ, ມັນຫລອກລວງພໍ່ແມ່ຄູ່ທໍາອິດຂອງເຮົາ,ນໍາພວກເຂົາໄປໃນທາງຜິດ,ຫລອກ ເຂົາໃຫ້ກິນໝາກໄມ້ຫວງຫ້າມທີ່ຢູ່ໃນສວນ, ມີຄຣິສຕຽນທີ່ຍອມຮັບດ້ວຍປາກຫຼາຍຄົນໃນ ປະຈຸບັນນີ້ຄິດວ່າພວກເຂົາຮູ້ຈັກນໍ້າພຣະໄທຂອງພຣະເຈົ້າສໍາຫຼັບຊີວິດຂອງເຂົາ, ແຕ່ພວກ ເຂົາຖືກຫລອກໂດຍຊາຕານ, ຫຼາຍຄົນຄິດວ່າພຣະວິນຍານບໍລິສຸດກໍາລັງນໍາພວກເຂົາແຕ່ ແທ້ຈິງແລ້ວແມ່ນພະຍາມານ, ທ່ານຈະຕ້ອງບໍ່ລືມເລື່ອງນັ້ນ, ອັກຄະສາວົກເປໂຕເວົ້າກັບ ຄຣິສຕຽນຕອນທີ່ລາວເຕືອນເຂົາວ່າ“ທ່ານທັງຫລາຍຈົ່ງເປັນຄົນໃຈໜັກແໜ້ນ[ຈົ່ງລະວັງ]ຈົ່ງລະວັງໃຫ້ດີ(ຕື່ນ) ເພາະວ່າສັດຕູຂອງທ່ານ ຄືພະຍາມານ ວົນວຽນຢູ່ອ້ອມຮອບຄືໂຕສິງແຜດສຽງທ່ຽວຊອກຫາຄົົນທີ່ມັນຈະກັດກິນໄດ້” (1 ເປໂຕ 5:8),ດຣ.ແມັກກີໄດ້ກ່າວວ່າ“ຂ້າພະເຈົ້າບໍ່ຄິດວ່າທ່ານສາມາດຕໍ່ສູ້ກັບພະຍາມານໂດຍຕົນເອງໄດ້...ທ່ານຕ້ອງການຜູ້ເຊື່ອຄົນອື່ນໆທີ່ຈະຢືນກັບທ່ານ” (Thru the Bible; note on I Peter 5:9). ຂ້າພະເຈົ້າຄິດວ່າລາວ ເວົ້າຖືກ,ພະຍາມານຈະລໍ້ໃຈທ່ານແລະນໍາທ່ານຜິດທາງຖ້າທ່ານຫາກຢືນຢັດຜູ້ດຽວຫຼືຖ້າທ່ານ ມີຄວາມສໍາພັນທີ່ໃກ້ຊິດກັບຄົນບໍ່ເຊື່ອເຖິງແມ່ນວ່າຈະເປັນອ້າຍນ້ອງຫຼື ເອື້ອຍນ້ອງຄີງໆກໍ ຕາມ, ພຣະຄໍາພີກ່າວວ່າ:

“ບຸກຄົນທີ່ຍ່າງກັບຄົນສະຫຼາດຈະເປັນຄົນສະຫຼາດ ແຕ່ເພື່ອນຝູງຂອງຄົນ ໂງ່ຈະຖືກທໍາລາຍ”(ສຸພາສິດ 13:20)

ສະກໍຟິວໝາຍເຫດໄດ້ດີແນ່ນອນໃນເລື່ອງ“ໂງ່” ເວົ້າວ່າ(ໜ້າ 678)“ຄົນໂງ່ໃນພຣະຄໍາພີຄື ຄົນທີ່ບໍ່ເຄີຍຂາດເຂີນພາຍໃນຈິດໃຈ,ແຕ່ເປັນຄົນທີ່ອວດດີແລະພໍໃຈຕົນເອງ, ຄົນທີ່ຈັດລະ ບຽບຊີວິດຂອງຕົນໃນແບບທີ່ບໍ່ມີພຣະເຈົ້າ” ຄົນອວດດີຄືຄົນໂງ່ແມ່ນແຕ່ຢູ່ໃນຄຣິສຕະຈັກ, ຈົ່ງໃຫ້ແນ່ໃຈວ່າທ່ານມີຄວາມສໍາພັນກັບຄົນທີ່ສະຫຼາດບໍ່ແມ່ນຄົນໂງ່! ພວກຄົນໂງ່ຈະຖືກໃຊ້ ໂດຍພະຍາມານເພື່ອຈະນໍາທ່ານອອກໄປຈາກນໍ້າພຣະໄທຂອງພຣະເຈົ້າ.

ຈາກນັ້ນເຊັ່ນກັນທ່ານສາມາດຖືກຫລອກໂດຍພວກຄຣິສຕຽນປອມໄດ້, ນີ້ແມ່ນ ເລື່ອງຈິງໂດຍສະເພາະແມ່ນໃນຍຸກສຸດທ້າຍ, ພຣະຄໍາພີຕັດວ່າ:

“ແຕ່ຄົນຊົ່ວແລະຄົນມີເລ້ກົນຈະຊົ່ວຮ້າຍຫລາຍຍິ່ງຂຶ້ນ ທັງຫລອກລວງຄົນອື່ນ ແລະກໍຖືກຄົນອື່ນຫລອກດ້ວຍ”(2 ຕີໂມທຽວ 3:13)

ພວກຄຣິສຕຽນປອມຈະຫລອກທ່ານແລະນໍາທ່ານໃຫ້ຫຼົງທາງຜິດແນ່ນອນ, ແຕ່ຄໍາຕອບຕໍ່ 2 ຕີໂມທຽວ 3:13 ແມ່ນຢູ່ໃນຂໍ້ 14 ແລະ 15, ພຣະຄໍາຂອງພຣະເຈົ້າຄືເຄື່ອງນໍາທາງທີ່ ແນ່ນອນໃນຍຸກທີ່ຊົ່ວຮ້າຍນີ້, ຈົ່ງຍຶດຕິດໃກ້ກັບຄົນທີ່ກໍາລັງເຊື່ອຟັງພຣະຄໍາພີ, ຢ່າໄປຟັງ ຄົນທີ່ກໍາລັງ“ຫລອກລວງແລະຖືກຫລອກ”

ເຊັ່ນກັນທ່ານສາມາດຖືກຫລອກໂດຍພວກທີ່ເອີ້ນວ່າ“ການນໍາ”ຂອງພຣະວິນຍານບໍລິສຸດ, ນີ້ແມ່ນກັບດັກໃຫຍ່ສໍາຫຼັບພວກຂ່າວປະເສີດໃໝ່ໃນປະຈຸບັນນີ້, ພວກເຂົາຖືກສອນ ວ່າທຸກຄວາມຄິດທີ່ຜ່ານມາທາງຄວາມຄິດຂອງເຂົາແມ່ນ“ການນໍາ”ຂອງພຣະວິນຍານຂອງພຣະເຈົ້າ, ພວກເຂົາຫຼາຍຄົນເວົ້າເຖິງມັນຫຼາຍ, ພວກເຂົາເວົ້າວ່າ“ພຣະເຈົ້າຊົງນໍາຂ້ອຍໃຫ້ ເຮັດອັນນີ້” ຫຼື “ພຣະເຈົ້າຊົງນໍາຂ້ອຍໃຫ້ເຮັດແບບນັ້ນ” ທ່ານຈະໄດ້ຍິນມັນຕະຫຼອດເວລາ, ຟັງເບິ່ງຄືເປັນຝ່າຍພຣະວິນຍານ, ທ່ານອາດຈະຄິດວ່າບຸກຄົນນັ້ນເປັນຄຣິສຕຽນທີ່ເຂັ້ມແຂງ ແຕ່ພຣະຄໍາພີເອີ້ນເຂົາວ່າ“ຄົນໂງ່”ພຣະຄໍາພີກ່າວວ່າ:

“ບຸກຄົນທີ່ວາງໃຈໃນຈິດໃຈຂອງຕົນເປັນຄົນໂງ່” (ສຸພາສິດ 28:26)

ທ່ານຈະໄດ້ຍີນເຂົາເວົ້າແມ່ນກະທັ່ງຢູ່ຕາມຖະໜົນວ່າ“ພຣະເຈົ້າຊົງນໍາຂ້ອຍໃຫ້ເຮັດແບບນີ້” ພຣະເຈົ້າຊົງນໍາຂ້ອຍຢູ່ທີ່ນີ້” “ພຣະເຈົ້າຊົງນໍາໃຫ້ຂ້ອຍໄປ”ເກືອບທຸກເທື່ອທີ່ທ່ານໄດ້ຍິນຄໍາ ພວກນີ້ທ່ານກໍກໍາລັງໄດ້ຍິນເຂົາຈາກ“ຄວາມໂງ່”

“ບຸກຄົນທີ່ວາງໃຈໃນຈິດໃຈຂອງຕົນເປັນຄົນໂງ່” (ສຸພາສິດ 28:26)

ພຣະຄໍາພີເວົ້າຢ່າງຊັດເຈນວ່າ“ຈົ່ງຢ່າເພີ່ງພາຄວາມເຂົ້າໃຈຂອງຕົນເອງ”(ສຸພາສິດ 3:5) ເມື່ອຜູ້ຄົນປະຕິເສດທີ່ຈະເຮັດແບບນັ້ນພວກເຂົາກໍເປີດຕົນເອງສູ່ການຫລອກລວງຊື່ງນໍາເຮົາກັບໄປຫາຂໍ້ພຣະຄໍາພີຂອງເຮົາອີກ.

“ແຕ່ທ່ານທັງຫລາຍຈົ່ງເປັນຄົົນທີ່ປະພຶດຕາມພຣະຄໍານັ້ນ ບໍ່ແມ່ນເປັນແຕ່ພຽງຜູ້ຟັງເທົ່ານັ້ນ ຊຶ່ງເປັນການຫລອກຕົນເອງ” (ຢາໂກໂບ 1:22)

II. ສອງ ຂໍ້ພຣະຄໍາພີເວົ້າເຖິງຄົນທີ່ພົບກັບນໍ້າພຣະໄທຂອງພຣະເຈົ້າແທ້.

“ແຕ່ທ່ານທັງຫລາຍຈົ່ງເປັນຄົົນທີ່ປະພຶດຕາມພຣະຄໍານັ້ນ ບໍ່ແມ່ນເປັນແຕ່ພຽງຜູ້ຟັງເທົ່ານັ້ນ ...” (ຢາໂກໂບ 1:22)

ທີ່ຈະຟັງພຣະຄໍາຂອງພຣະເຈົ້າແລະພົບການນໍາພາຈາກມັນທ່ານຈະຕ້ອງເຕັມໃຈທີ່ຈະເຊື່ອຟັງໃນສິ່ງທີ່ທ່ານໄດ້ຍິນ, ເງື່ອນໄຂສໍາຫຼັບການຟັງແມ່ນຖືກໃຫ້ໃນຂໍ້ກ່ອນໜ້ານີ້ໃນ ຢາໂກໂບ 1:21

“ເຫດສະນັ້ນ ຈົ່ງປະຖິ້ມການສົກກະປົກທຸກຢ່າງ ແລະການຊົ່ວຮ້າຍອັນດາດດື່ນ ແລະຈົ່ງນ້ອມໃຈຮັບພຣະຄໍາທີ່ຊົງປູກຝັງໄວ້ແລ້ວນັ້ນ ຊຶ່ງສາມາດຊ່ວຍຈິດວິນຍານຂອງທ່ານທັງຫລາຍໃຫ້ລອດໄດ້” (ຢາໂກໂບ 1:22)

ຂ້າພະເຈົ້າຈະຂໍເອົາມາຈາການແປສະໄໝໃຫມ່ເພື່ອຄວາມຊັດເຈນວ່າ

“ເຫດສະນັ້ນ ຈົ່ງປະຖິ້ມສິ່ງສົກກະປົກທາງສິນລະທໍາທຸກຢ່າງແລະຄວາມຊົ່ວ ທີ່ແຜ່ຫຼາຍນັ້ນ ແລະ ຈົ່ງຖ່ອມໃຈຍອມຮັບພຣະຄໍາທີ່ປູກໄວ້ໃນທ່ານຊື່ງສາ ມາດຊ່ວຍທ່ານໃຫ້ພົ້ນໄດ້” (ສະບັບເອັນໄອວີ)

ຄົນຜູ້ໜື່ງຈະຕ້ອງຖີ້ມຄວາມສົກກະປົກທາງສິນລະທໍາທຸກຢ່າງແລະຄວາມຊົ່ວທີ່ແຜ່ຫຼາຍ,ອັນນີ້ລວມທັງໜັງສືໂປ້ແລະຄວາມຂົມຂື່ນ, ຜູ້ຊາຍບາງຄົນຄາດຫວັງທີ່ຈະຮູ້ຈັກນໍ້າພຣະໄທ ຂອງພຣະເຈົ້າໃນຂະນະທີ່ເຂົາຂົມຂື່ນກັບພໍ່ແມ່ຂອງເຂົາ, ກັບສິດຍາພິບານຂອງເຂົາຫຼືກັບຜູ້ ນໍາໃນໂບດຄົນອື່ນໆ, ພວກເຂົາມີໃຈທີ່ຂື່ນຂົມ, ຄົນອື່ນມີຄວາມສໍາພັນທີ່ໃກ້ຊິດກັບຄົນທີ່ຕໍ່ສູ້ ພຣະເຈົ້າຊື່ງເປັນຄົນແບບຊາວໂລກ, ພວກເຂົາເປັນຄືກັບຄົນທີ່ລືມໄປວ່າ“ສະນັ້ນຜູ້ໃດທີ່ ເປັນມິດກັບໂລກຜູ້ນັ້ນເປັນສັດຕູກັບພຣະເຈົ້າ”(ຢາກອບ 4:4),ຄົນອື່ນເຕັມໄປດ້ວຍຄວາມ ອິດສາແລະອວດຕົວ, ທ່ານຈະຕ້ອງສາລະພາບເລື່ອງນີ້ກັບພຣະເຈົ້າແລະຂໍພຣະອົງໃຫ້ເອົາ ມັນອອກໄປຈາກໃຈຂອງທ່ານ! ພຽງແຕ່ຫຼັງຈາກນັ້ນທ່ານກໍຈະຖ່ອມໃຈພໍທີ່ຈະຍອມຮັບພຣະ ຄໍາຂອງພຣະເຈົ້າໃນຖານະນໍາທາງໃນຊີວິດຂອງທ່ານ, ພຽງແຕ່ຫຼັງຈາກນັ້ນທ່ານກໍຈະເປັນ “ຜູ້ປະພຶດຕາມພຣະຄໍາແລະບໍ່ແມ່ນແຕ່ຜູ້ຟັງເທົ່ານັ້ນ” ການອອກຄວາມເຫັນໃນຂໍ້ນີ້ສະເປີ ໂຈນຜູ້ຍິ່ງໃຫຍ່ໄດ້ກ່າວວ່າ “ມັນເກືອບເປັນກໍລະນີຄົງທີ່(ທີ່ເມື່ອບຸກຄົນຕ່າງໆທີ່ບໍ່ເຊື່ອຄວາມ ຈິງງ່າຍໆຊື່ງເທື່ອໜື່ງເຄີຍຍອມຮັບວ່າເປັນຄຣິສຕຽນ) ແລະເລີ່ມຕົ້ນເກັບອັນນີ້ຫຼືອັນນັ້ນຂື້ນ ມີຄວາມລັບຊົ່ວໆຢູ່ໃນຊີວິດຂອງເຂົາ ຊື່ງພວກເຂົາພະຍາຍາມທີ່ຈະປົກປິດຈາກຈິດສໍານຶກ ຂອງເຂົາເອງ, ພະຍາມານທົດສອບເຂົາໃຫ້ດ່າໃສ່ການຮັບໃຊ້ເພາະຂ່າວປະເສີດກົດດັນໜັກ ໃສ່ຈິດສໍານືກທີ່ໜ້າອາຍຂອງເຂົາແລະເຮັດໃຫ້ເຂົາຮູ້ສຶກບໍ່ງ່າຍໃນຄວາມບາບຂອງເຂົາ,ຖ້າ ທ່ານຈະຟັງພຣະຄໍາຂອງພຣະເຈົ້າດ້ວຍຄວາມພໍໃຈແລະເປັນປະໂຫຍດຕໍ່ຕົນເອງ, ທ່ານຈະ ຕ້ອງ ‘ວາງຄວາມສົກກະປົກທັງໝົດອອກແລະຄວາມຂີ້ດື້ຫຼາຍລົ້ນ’ ເພາະສິ່ງເຫຼົ່ານີ້ຈະ ເປັນອະຄະຕິໃຫ້ທ່ານຕໍ່ສູ້ພຣະຄໍາຂອງພຣະເຈົ້າ” (C. H. Spurgeon, “Before Sermon, At Sermon, and After Sermon,” MTP, No. 1,847). ທ່ານຈະຕ້ອງເອົາຄວາມສົກກະປົກທຸກ ຢ່າງຖີ້ມຖ້າທ່ານຢາກທີ່ຈະຮັບເອົາຜົນປະໂຫຍດຈາກພຣະຄໍາຂອງພຣະເຈົ້າ, ພຽງແຕ່ຫຼັງ ຈາກນັ້ນທ່ານກໍສາມາດ“ເປັນຜູ້ປະພຶດຕາມພຣະຄໍາ” ພຽງເມື່ອທ່ານເຊື່ອຟັງພຣະຄໍາຂອງ ພຣະເຈົ້າທ່ານຈື່ງສາມາດຮູ້ຈັກນໍ້າພຣະໄທສໍາຫຼັບຊີວິດຂອງທ່ານໄດ້,ຕອນນີ້ຂ້າພະເຈົ້າຈະຂໍເອົາຫົກຫົນທາງທີ່ຢູ່ໃນພຣະຄໍາພີໃຫ້ທ່ານເພື່ອທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າໄດ້.

1. ອີກເທື່ອໜື່ງແລະນີ້ແມ່ນສິ່ງທີ່ສໍາຄັນທີ່ສຸດ,ທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະ ເຈົ້າທ່ານຈະຕ້ອງບໍ່ໄວ້ໃຈຂອງຕົນເອງ, ຄືກັບທີ່ຂ້າພະເຈົ້າບອກທ່ານກ່ອນ ໜ້ານີ້ ພຣະຄໍາພີເວົ້າຢ່າງຊັດເຈນວ່າ:

“ບຸກຄົນທີ່ເຊື່ອຖືຈິດໃຈຂອງຕົນເອງເປັນຄົນໂງ່” (ສຸພາສິດ 28:26)

ເປັນຫຍັງເລື່ອງນັ້ນຈື່ງສໍາຄັນຫຼາຍ? ກໍເພາະວ່າ

“ໃຈເປັນໂຕລໍ້ລວງເໜືອກວ່າສິ່ງໃດ ມັນເສື່ອມຊາມຢ່າງ ຊົ່ວຊ້າ ໃຜຈະຮູ້ຈັກໃຈນັ້ນໄດ້ລະ?” (ເຢເລມີ 17:9)

ບໍ່ສົງໄສເລີຍຜູ້ຄົນທີ່ເຊື່ອຖືໃຈຂອງຕົນເອງຖືກເອີ້ນວ່າ“ຄົນໂງ່”

2. ທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າທ່ານຈະຕ້ອງເຕັມໃຈທີ່ຈະເຮັດຕາມນໍ້າ ພຣະໄທຂອງພຣະເຈົ້າບໍ່ແມ່ນຕາມໃຈທ່ານເອງ.

“ຖ້າຜູ້ໃດຕັ້ງໃຈປະພຶດຕາມພຣະປະສົງຂອງພຣະອົງ ຜູ້ນັ້ນກໍຈະຮູ້ວ່າຄຳສອນນັ້ນມາຈາກພຣະເຈົ້າ ຫລືວ່າເຮົາເວົ້າຕາມໃຈຂອງເຮົາເອງ” (ໂຢຮັນ 7:17)

ດຣ.ຈອນອາໄຣໄດ້ກ່າວວ່າ: ນີ້ໝາຍຄວາມວ່າຖ້າບຸກຄົນໜື່ງເລືອກທີ່ຈະເຮັດ ຕາມນໍ້າພຣະໄທຂອງພຣະເຈົ້າ,ພຣະເຈົ້າຈະຊົງເປີດເຜີຍມັນຕໍ່ເຂົາ”(The Son of God ສະແດງຄວາມຄິດເຫັນໃນໜັງສືໂຢຮັນ Sword of the Lord Publishers, 1976, p. 162) ດຣ.ເຮັນຣີ່ເອັມມໍຣິສໄດ້ກ່າວວ່າ“ອັນນີ້ສາມາດອ່ານໄດ້ວ່າ ‘ຖ້າຜູ້ ໃດເຕັມໃຈຢາກເຮັດຕາມນໍ້າພຣະໄທຂອງພຣະອົງ,ເຂົາກໍຈະຮູ້...ສະນັ້ນສິ່ງທີ່ຈໍາເປັນຕ້ອງມີຫຼື ຕ້ອງເຮັດກ່ອນເພື່ອໃຫ້ແນ່ໃຈເຖິງການນໍາຂອງພຣະເຈົ້າໃນບາງບັນຫາ...ຄືການເຕັມໃຈແທ້ທີ່ຈະຕາມນໍ້າພຣະໄທຂອງພຣະເຈົ້າ, ເຖິງແມ່ນວ່າຖ້າຄໍາຕອບນັ້ນຫາກຂັດແຍ້ງສິ່ງທີ່ຄົນໜື່ງມັກຫຼາຍກວ່າກໍຕາມ” (The Defender’s Study Bible; note on John 7:17).

3. ທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າທ່ານຈະຕ້ອງສາລະພາບແລະຖີ້ມບາບຂອງ ທ່ານ.

“ບຸກຄົນທີ່ເຊື່ອງຄວາມບາບຂອງຕົນຈະບໍ່ຈະເລີນ ແຕ່ບຸກຄົນທີ່ສາລະພາບ ແລະຖີ້ມຄວາມຊົ່ວຈະໄດ້ຮັບຄວາມກະລຸນາ ບຸກຄົນທີ່ຢໍາເກງສະເໝີກໍ ເປັນສຸກ ແຕ່ບຸກຄົນທີ່ເຮັດໃຈຂອງຕົນແຂງກະດ້າງຈະຕົກສູ່ຄວາມເສຍ ຫາຍ” (ສຸພາສິດ 28:13,14)

4. ທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າທ່ານຈະຕ້ອງບໍ່ດູໝີ່ນຄໍາແນະນໍາສັ່ງສອນ ຂອງພໍ່ທີ່ເປັນຄຣິສຕຽນຂອງທ່ານ.

“ຄົນໂງ່ດູໝີ່ນຄໍາສັ່ງສອນຂອງພໍ່ຂອງຕົນ ແຕ່ຜູ້ທີ່ສົນໃຈຄໍາຕັກເຕືອນເປັນຜູ້ ຮອບຄອບ” (ສຸພາສິດ 15:5)

“ລູກຊາຍທີ່ສະຫຼາດຟັງຄໍາສັ່ງສອນພໍ່ຂອງຕົນ ແຕ່ຄົນມັກເຍາະເຍີ້ຍ ບໍ່ຟັງຄໍາຕໍານິ” (ສຸພາສິດ 13:1)

5. ທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າທ່ານຈະຕ້ອງເຊື່ອຟັງຄໍາແນະນໍາຂອງພວກ ຜູ້ນໍາຝ່າຍວິນຍານໃນຄຣິສຕະຈັກ.

“ຈົ່ງເຊື່ອຟັງແລະຍອມຢູ່ໃນໂອວາດຂອງຄົນເຫລົ່ານັ້ນທີ່[ນໍາພາທ່ານ ສະກໍ ຟີວ] ດ້ວຍວ່າທ່ານເຫລົ່ານັ້ນຄອຍລະວັງເບິ່ງຈິດວິນຍານຂອງທ່ານ ເໝືອນກັບຜູ້ທີ່ຈະຕ້ອງລາຍງານ ເພື່ອເຂົາຈະໄດ້ເຮັດວຽກນີ້ດ້ວຍຄວາມຊື່ນໃຈ ບໍ່ແມ່ນດ້ວຍຄວາມເສົ້າໃຈ ເພາະທີ່ເຮັດດັ່ງນັ້ນກໍຈະບໍ່ເປັນປະໂຫຍດອັນໃດແກ່ທ່ານທັງຫລາຍ”( ເຮັບເລີ 13:17)

ກ່ຽວຂ້ອງກັບເຮັບເລີ13:17 Reformation Study Bible ເວົ້າວ່າ“ຜູ້ນໍາຄຣິສຕະ ຈັກທີ່ສັດຊື່ເປັນຄືກັບຜູ້ລ້ຽງແກະທີ່ສັດຊື່ ຫຼືຄົນຍາມທີ່ຮ້ອງເຕືອນອັນຕະລາຍໃຫ້ ກັບເມືອງຄວາມເປັນຫ່ວງຂອງພວກຜູ້ນໍາແມ່ນເລິກເຊິ່ງແລະຈິງໃຈເພາະພວກ ເຂົາຖືກເຈີມຕັ້ງໂດຍພຣະເຈົ້າແລະຈະລາຍງານເລື່ອງຂອງເຂົາເຈົ້າຕໍ່ພຣະອົງ, ທຸກຄົນຈະທຸກທໍລະມານຖ້າການຮັບໃຊ້ຂອງເຂົາຖືກຕໍ່ຕ້ານ”

6. ທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າທ່ານຕ້ອງຈົດຈໍ່ຊີວິດຂອງທ່ານຕໍ່ພຣະເຈົ້າ ແລະບໍ່ແມ່ນເຮັດຕາມແບບໂລກ.

“ພີ່ນ້ອງທັງຫລາຍ ດ້ວຍເຫດນີ້ໂດຍເຫັນແກ່ຄວາມເມດຕາກະລຸນາຂອງພຣະເຈົ້າ ຂ້າພະເຈົ້າຈຶ່ງອ້ອນວອນທ່ານທັງຫລາຍໃຫ້ຖະວາຍຕົວຂອງທ່ານແດ່ພຣະອົງ ເພື່ອເປັນເຄື່ອງບູຊາທີ່ມີຊີວິດ ອັນບໍລິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການບົວລະບັດອັນສົມຄວນຂອງທ່ານທັງຫລາຍ ຢ່າເຮັດຕາມຢ່າງຊາວໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈເສຍໃໝ່ ເພື່ອທ່ານຈະໄດ້ຮູ້ພຣະປະສົງຂອງພຣະເຈົ້າວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີເລີດ”(ໂລມ 12:1-2)

“ການປ່ຽນແປງຈິດໃຈໃໝ່ຄືການອີ່ມຕົວອັນໜື່ງແລະຖືກຄວບຄຸມໂດຍພຣະຄໍາຂອງພຣະເຈົ້າ” (MacArthur Study Bible; note on Romans 12:2).


ກະລຸນາຢືນຂື້ນແລ້ວຮ້ອງເພງບົດທີ່ 4 ຢູ່ໃນປື້ມເພງຂອງທ່ານ.

ເມື່ອເຮົາຍ່າງກັບພຣະເຈົ້າໃນສະຫວ່າງແຫ່ງພຣະຄໍາ
ພຣະອົງຊົງຫຼັ່ງລັດສະໝີເທິງຫົນທາງຂອງເຮົາ
ເມື່ອເຮົາເຮັດຕາມພຣະໄທພຣະອົງສະຖິດຢູ່ຂ້າງເຮົາ
ແກ່ທຸກຄົນທີ່ຈະເຊື່ອແລະຟັງຄວາມ
ເຊື່ອແລະຟັງຄວາມບໍ່ມີທາງອື່ນຄວນຕາມ
ຄວາມສຸກສັນໃນພຣະເຢຊູມີແຕ່ເຊື່ອແລະຟັງຄວາມ

ເຮົາຈະຮູ້ຄັກບໍ່ໄດ້ເຖິງຄວາມຮັກພຣະຜູ້ໄຖ່
ຈົນກວ່າເຮົາວາງທຸກສິ່ງເທິງແທ່ນບູຊາ
ຄວາມກະລຸນາທີ່ສະແດງກັບຄວາມຍິນດີທີ່ຊົງແບ່ງ
ຕໍ່ຜູ້ຄົນທີ່ຍອມເຊື່ອແລະຟັງຄວາມ
ເຊື່ອແລະຟັງຄວາມບໍ່ມີທາງອື່ນຄວນຕາມ
ຄວາມສຸກສັນໃນພຣະເຢຊູມີແຕ່ເຊື່ອແລະຟັງຄວາມ

ໃນສໍາພັນອັນອ່ອນຫວານເຮົາຈະນັ່ງໃກ້ພຣະບາດ
ຫຼືຈະເດີນຄຽງຂ້າງກັບພຣະອົງໄປ
ຊົງບອກຍັງເຮົາຈະເຮັດໃຊ້ໄປໃສຂ້າຈະໄປ
ບໍ່ຕ້ອງຢ້ານມີແຕ່ເຊື່ອແລະຟັງຄວາມ
ເຊື່ອແລະຟັງຄວາມບໍ່ມີທາງອື່ນຄວນຕາມ
ຄວາມສຸກສັນໃນພຣະເຢຊູມີແຕ່ເຊື່ອແລະຟັງຄວາມ
(“Trust and Obey” by John H. Sammis, 1846-1919).

ຂໍເຊີນຍັງຢືນຢູ່.

ໃນໂລມ 10:16 ອັກຄະສາວົກເປົາໂລໄດ້ກ່າວ່າ“ພວກເຂົາບໍ່ເຊື່ອຟັງຂ່າວປະເສີດ” ດຣ.ມາຕິນລອຍໂຈນໄດ້ກ່າວວ່າ“ຈົ່ງສັງເກດເບິ່ງວ່າເປົາໂລເວົ້າແນວໃດ,ລາວບໍ່ໄດ້ບອກວ່າພວກເຂົາທຸກຄົນບໍ່ເຊື່ອຂ່າວປະເສີດ,ແຕ່ບໍ່ແມ່ນທຸກຄົນເຊື່ອຟັງ... ຂ່າວປະເສີດຮຽກຮ້ອງໃຫ້ຕອບສະໜອງ,ມັນຮ້ອງຫາການກະທໍາ...ມັນຮ້ອງຫາການເຊື່ອຟັງ...ຂ່າວປະເສີດແມ່ນມີຜົນກະທົບຕໍ່ຊີວິດທັງໝົດຂອງຄົນໆໜື່ງ,ໝາຍຄວາມວ່າເປັນການຄວບຄຸມ, ສິ່ງທີ່ເປັນຈຸດໃຈ ກາງໃນຊີວິດຊື່ງຄວບຄຸມທັດສະນະທັງໝົດຂອງຄົນຜູ້ໜື່ງ, ນັ້ນແລະຄືສິ່ງທີ່ໝາຍເຖິງການ ເຊື່ອຟັງ... ການເຊື່ອຟັງແມ່ນສິ່ງທີ່ສໍາຄັນເພາະຈຸດສໍາຄັນຂອງບາບຄືການບໍ່ເຊື່ອຟັງພຣະ ເຈົ້າ”(ການເຊື່ອຟັງແລະຂ່າວປະເສີດຂອງພຣະເຈົ້າ)

ພຣະຄຣິດຊົງເອີ້ນທ່ານໃຫ້ກັບໃຈຈາກຄວາມຜິດບາບຂອງທ່ານແລະມາຫາພຣະອົງພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ພຣະອົງຊົງເອີ້ນ ທ່ານໃຫ້ເຊື່ອຟັງຂ່າວປະເສີດ- ພຣະອົງຊົງເອີ້ນທ່ານໃຫ້ມາຫາພຣະອົງໃນການເຊື່ອຟັງຄໍາ ສັ່ງຂອງພຣະອົງ, ຖ້າທ່ານປະຕິເສດທີ່ຈະມາຫາພຣະອົງທ່ານກໍກໍາລັງບໍ່ເຊື່ອຟັງຄໍາສັ່ງຂອງ ພຣະອົງ, ທ່ານຈະຕ້ອງໂຍນໂຕຂອງທ່ານທັງໝົດເລີຍລົງເທິງພຣະເຢຊູຄຣິດ “ນັ້ນແລະຄື ການເຊື່ອຟັງຂ່າວປະເສີດ, ນັ້ນແລະຄືສິ່ງທີ່ເຮັດໃຫ້ທ່ານເປັນຄຣິສຕຽນ”(ລອຍໂຈນເຫຼັ້ມ ດຽວກັນ) ຖ້າທ່ານຕ້ອງການທີ່ຈະສົນທະນາກັບພວກເຮົາກ່ຽວກັບການເຊື່ອຟັງຂ່າວປະເສີດ ໃນຄວາມລອດແທ້, ຂໍເຊີນຕາມດຣ.ເຄແກນແລະໂນອາຊົງແລະຈອນເຄແກນໄປທາງຫຼັງ ຫ້ອງໂຖງ, ພ້ອມກັບຫຼັບຕາເຊີນຍ່າງຕາມພວກເຂົາໄປທາງຫຼັງດຽວນີ້ເລີຍ, ພວກເຂົາຈະ ພາທ່ານໄປຫ້ອງສອບຖາມບ່ອນທີ່ພວກເຮົາສາມາດສົນທະນາແລະອະທິຖານນໍາກັນໄດ້, ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ຢາໂກໂບ 1:21-25.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Trust and Obey” (by John H. Sammis, 1846-1919).

ໂຄງຮ່າງບົດເທດສະໜາ

ວິທີຮູ້ຈັກນໍ້າພຣະໄທຂອງພຣະເຈົ້າ

HOW TO KNOW THE WILL OF GOD

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ແຕ່ທ່ານທັງຫລາຍຈົ່ງເປັນຄົົນທີ່ປະພຶດຕາມພຣະຄໍານັ້ນ ບໍ່ແມ່ນເປັນ ແຕ່ພຽງຜູ້ຟັງເທົ່ານັ້ນ ຊຶ່ງເປັນການລໍ້ລວງຕົນເອງ” (ຢາໂກໂບ 1:22)

(ເພງສັນລະເສີນ 119:105; ສຸພາສິດ 6:22)

I.    ໜື່ງ ຂໍ້ພຣະຄໍາພີເວົ້າເຖິງຄົນເຫຼົ່ານັ້ນທີ່ລໍ້ລວງຕົນເອງກ່ຽວກັບນໍ້າພຣະໄທ ຂອງພຣະເຈົ້າ
ພະນິມິດ 20:3; 12:9;1 ເປໂຕ 5:8; ສຸພາສິດ 13:20; 2 ຕີໂມທຽວ 3:13; ສຸພາສິດ 28:26; 3:5.

II.   ສອງ ຈໍ້ພຣະຄໍາພີເວົ້າເຖິງຄົນທີ່ພົບກັບນໍ້າພຣະໄທຂອງພຣະເຈົ້າແທ້. ຢາໂກໂບ 1:21; 4:4;
ສຸພາສິດ 28:26;ເຢເລມີ 17:9; ໂຢຮັນ 7:17; ສຸພາສິດ 28:13,14; 15:5;13:1; ເຮັບເລີ 13:17;
ໂລມ 12:1,2;10:16.