Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ທ່ານຈະໜີການລົງໂທດ
ໃນນາຮົກໄດ້ຢ່າງໃດ

HOW CAN YOU ESCAPE
THE DAMNATION OF HELL?
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 8/5/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 8, 2016

“ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງໃດ” (ມັດທາຍ 23:33)


ຂ້າພະເຈົ້າບໍ່ໄດ້ໃຫຍ່ມາໃນຄອບຄົວຄຣິສຕຽນ, ຂ້າພະເຈົ້າໄດ້ໄປຮ່ວມພິທີມິດຊາຢູ່ ໂບດຄາທໍລິກດ້ວຍຕົນເອງຫຼາຍເທື່ອຕອນຍັງນ້ອຍ, ແຕ່ຂ້າພະເຈົ້າຖືກພາໄປໂບດແບັບຕິດ ໂດຍຄົນຂ້າງບ້ານຕອນອາຍຸໄດ້ສິບສາມປີ, ມັນດົນມາແລ້ວໃນປີ 1945, ຍ້ອນກັບໄປໃນ ເວລານັ້ນຖືວ່າເປັນເລື່ອງທໍາມະດາທີ່ຈະໄດ້ຍິນພວກນັກເທດແມ່ນກະທັ່ງນັກເທດທີ່ມີຊື່ສຽງ ເວົ້າເຖິງເລື່ອງນາຮົກ, ນັກເທດຜູ້ຍິ່ງໃຫຍ່ຫຼາຍຄົນຂອງພວກແບັບຕິດໃຕ້ເຊັ່ນ ດຣ.ດັບໂບຢູ ເອ.ຄຣິສແວວ, ດຣ.ອາ.ຈີ.ລີ ແລະ ບິລລີ່ເກຣແຮມ,ໃນຊ່ວງໄວ້ລຸ້ນຂອງຂ້າພະເຈົ້າມີຄໍາ ເທດສະໜາທີ່ປະກອບດ້ວຍໄຟໃນເລື່ອງການລົງໂທດອັນເປັນນິດໃນນາຮົກ.

ແຕ່ອັນນັ້ນແມ່ນຫຼາຍກວ່າຫົກສິບປີທີ່ຜ່ານມາ! ປະຈຸບັນຂ້າພະເຈົ້າບໍ່ຮູ້ຈັກນັກເທດ ຈັກຄົນທີ່ເທດຢ່າງໜັກແໜ້ນ,ເຕືອນຜູ້ຄົນກ່ຽວກັບນາຮົກ, ຄວາມຈິງແລ້ວຍາກທີ່ພວກເຂົາ ຈະເທດເລື່ອງນັ້ນ, ພວກເຂົາເອີ້ນມັນວ່າການເທດສະໜາ! ແຕ່ພວກເຂົາເວົ້າຜິດ! ສິ່ງທີ່ ພວກເຂົາເຮັດໃນປະຈຸບັນນີ້ກໍຄືບັນຍາຍໜ້ອຍໜື່ງທີ່ພວກເຂົາເອີ້ນມັນວ່າການເທດສະໜາ ແບບ“ອະທິບາຍ”, ພວກມັນຄືການອະທິບາຍ-ແຕ່ບໍ່ແມ່ນການເທດສະໜາ,ບໍ່ມີປັດໃຈທີ່ກໍ່ ໃຫ້ເກີດຄວາມອີຕົນຫຼືຄວາມຫຼົງໄຫຼໃນນ້ຳສຽງຂອງເຂົາ, ພວກເຂົາພຽງແຕ່ເຮັດສຽງວື່ໆຄື ເຜີ້ງໄປໆມາໆຢູ່ໃນສຽງເວົ້າຂອງເຂົາ,ອະທິບາຍຂໍ້ພຣະຄໍາພີຈາກຂໍ້ນີ້ໄປຂໍ້ນັ້ນ, ແຕ່ຂ້າພະ ເຈົ້າບໍ່ໄດ້ຍິນຄໍາເທດສະໜາໜັກແໜ້ນໃນເລື່ອງສະຫວັນເຊັ່ນກັນ! ແລະບໍ່ໄດ້ຍິນຄໍາເທດສະ ໜາທີ່ໜັກແໜ້ນໃນເລື່ອງການຊົງໄຖ່,ໄມ້ກາງແຂນ,ພຣະໂລຫິດຫຼືຫຼັກຄໍາສອນອື່ນໆ,ມີການຂາດແຄນຄໍາເທດສະໜາທຸກມື້ນີ້, ຊົ່ວອາຍຸຂອງທ່ານບໍ່ໄດ້ຍິນຄໍາເທດສະໜາທີ່ໜັກແໜ້ນ, ທີ່ເຕັມໄປດ້ວຍອາລົມຈາກພວກຜູ້ຊາຍທີ່ເປັນຫ່ວງເຖິງຈຸດໝາຍປາຍທາງຂອງຈິດວິນຍານ ຂອງທ່ານແທ້.

ໂຣເບີດເມີເຣແມັກຄີນອາຍຸພຽງແຕ່ຊາວເກົ້າປີຕອນທີ່ລາວຕາຍຍ້ອນໄຂ້ໄທຟອຍ ແຕ່ລາວຊ່າງເປັນນັກເທດ! ພວກເຂົາຍັງຄົງເວົ້າເຖິງຄໍາເທດສະໜາຂອງລາວທຸກມື້ນີ້ເຖິງ ແມ່ນວ່າລາວຕາຍໄປແລ້ວໃນປີ 1843, ລາວເລີ່ມເທດສະໜາຕອນອາຍຸໄດ້ 23 ປີແລະ ຕາຍຕອນອາຍຸ 29, ເປັນຫຍັງພວກເຂົາຈື່ງຍັງລະນຶກເຖິງລາວລະ? ລາວເທດສະໜາພຽງ ແຕ່ຫົກປິເທົ່ານັ້ນ, ແຕ່ມີນັກເທດໜ້ອຍຄົນທີ່ມີຜົນກະທົບຕໍ່ສະໄໝຂອງເຂົາຄືກັບໂຣເບີດ ແມັກຄີນ, ນັກເທດທຸກຄົນໃນໂລກທີ່ເວົ້າພາສາອັງກິດຮູ້ຈັກຊື່ຂອງລາວເພາະພຣະເຈົ້າໄດ້ ສົ່ງຄື້ນໃຫຍ່ແຫ່ງການຟື້ນຟູແທ້ສູ່ຄຣິສຕະຈັກຂອງລາວ, ແມ່ນຫຍັງຄືຄວາມຫລັບຂອງ ລາວ? ຊາຍໜຸ່ມຄົນນີ້ເປັນນັກອະທິຖານທີ່ເລິກເຊິ່ງ,ລາວເພີ່ງພາພຣະວິນຍານບໍລິສຸດຢ່າງ ເຕັມທີ່, ລາວອະທິຖານວ່າ“ຂ້າແດ່ພຣະເຈົ້າຂໍຊົງເຮັດໃຫ້ຂ້າພະອົງບໍລິສຸດເທົ່າທີ່ຄົນບາບຄົນ ໜື່ງຈະເປັນໄດ້” ມີນັກປະກາດຂ່າວປະເສີດຄົນໜື່ງທີ່ໄດ້ຍິນລາວເວົ້າໄດ້ກ່າວວ່າ“ລາວເທດ ພ້ອມດ້ວຍກາຈໍາແຫ່ງຄວາມເປັນນິລັນດອນຢູ່ເທິງໜ້າຜາກຂອງລາວ, ຂ້າພະເຈົ້າຮູ້ສຶກສັ່ນ ແລະບໍ່ເຄີຍຮູ້ສຶກວ່າພຣະເຈົ້າຢູ່ໃກ້ແບບນັ້ນຈັກເທື່ອ”

ໂອຂ້າພະເຈົ້າຂໍອະທິຖານເພື່ອທີ່ພຣະເຈົ້າຈະສ້າງພວກຄົນໜຸ່ມໃນປະຈຸບັນໃຫ້ເທດສະໜາ“ພ້ອມດ້ວຍກາຈໍາແຫ່ງຄວາມເປັນນິລັນດອນຢູ່ເທິງໜ້າຜາກຂອງລາວ”ຄືກັບໂຣເບີດເມີເຣແມັກຄີນ!!! ໃນເຊົ້ານີ້ຂ້າພະເຈົ້າຈະຂໍເອົາບົດຄວາມສັ້ນໆທີ່ຕັດອອກມາຈາກປື້ມລາຍ ງານຈາກຄໍາເທດສະໜາທີ່ຍິ່ງໃຫຍ່ຂອງແມັກຄີນເລື່ອງ“ການລົງໂທດເປັນນິດ” ຂໍໃຫ້ມັນຂັບ ເຄື່ອນທ່ານໃຫ້ວາງໃຈເຊື່ອໃນພຣະເຢຊູແລະໜີຈາກພຣະພິໂລດທີ່ຈະມາເຖິງ!

ຂ້າພະເຈົ້າກໍາລັງໃຊ້ຂໍ້ພຣະຄໍາພີຕ່າງກັນສໍາຫຼັບຄໍາເທດສະໜານີ້ຈາກທີ່ເຄີຍໃຊ້ ໂດຍແມັກຄີນແຕ່ມັນປະກອບດ້ວຍຂໍ້ຄວາມອັນດຽວກັນ.

“ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງໃດ”(ມັດທາຍ 23:33)

ພຣະຄໍາພີຂໍ້ນີ້ແມ່ນເອົາມາຈາກຄໍາເທດສະໜາອັນຍິ່ງໃຫຍ່ຂອງພຣະຄຣິດຕໍ່ພວກຟາຣສີ, ພວກເຂົາເປັນຄູສອນພຣະຄໍາພີໃນສະໄໝຂອງອົງພຣະຜູ້ເປັນເຈົ້າຂອງເຮົາ, ພຣະອົງຊົງ ເອີ້ນພວກເຂົາວ່າພວກໜ້າຊື່ໃຈຄົດ(23:14), ພຣະອົງຊົງເອີ້ນເຂົາວ່າ“ໂງ່ແລະຕາບອດ” (23:17), ພຣະອົງຊົງຕັດວ່າ“ພວກງູ ເຈົ້າຊາດງູຮ້າຍ ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງໃດ”?

I. ໜື່ງ ຈົ່ງຟັງພວກຜູ້ຊາຍໃນພຣະຄໍາພີທີ່ເວົ້າກ່ຽວກັບນາຮົກ.

ດາວິດຄືກ້ອງດວງໃຈຂອງພຣະເຈົ້າ, ລາວເຕັມໄປດ້ວຍຄວາມຮັກຕໍ່ມະນຸດແລະຕໍ່ ພຣະເຈົ້າ, ຈົ່ງຟັງໃນສິ່ງທີ່ລາວເວົ້າກ່ຽວກັບນາຮົກຕໍ່ຄົນເຫຼົ່ານັ້ນທີ່ປະຕິເສດທີ່ຈະວາງໃຈໃນ ພຣະຄຣິດ, ດາວິດໄດ້ກ່າວວ່າ:

“ຄົນຊົ່ວຈະຕ້ອງຖອຍໄປສູ່ນາຮົກຄືປະຊາຊາດທັງມວນທີ່ລືມພຣະເຈົ້າ” (ເພງສັນລະເສີນ 9:17)

ແລະດາວິດໄດ້ກ່າວວ່າ:

“ພຣະອົງຈະຖອກບ່ວງແຮ້ວຕ່າງໆ,ໄຟແລະມາດໃສ່ຄົນຊົ່ວ ແລະ ລົມພາຍຸ ທີ່ຮ້າຍແຮງ” (ເພງສັນລະເສີນ 11:6)

ອັກຄະສາວົກເປົາໂລເຕັມໄປດ້ວຍຄວາມຮັກຂອງພຣະຄຣິດແລະລາວມີຄວາມຮັກ ອັນໃຫຍ່ຫຼວງສໍາຫຼັບຄົນບາບ, ເປົາໂລບໍ່ເຄີຍເອີຍເຖິງຄໍາວ່າ“ນາຮົກ” ເບິ່ງຄືວ່າມັນຊິເປັນທີ່ ເປັນຕາຢ້ານໂພດທີ່ລາວຈະເອີຍເຖິງມັນ, ເຊີນຟັງໃນສິ່ງທີ່ລາວເວົ້າເບິ່ງ,

“ພຣະເຢຊູເຈົ້າຈະປາກົດຈາກສະຫວັນ ພ້ອມກັບພວກທູດສະຫວັນຜູ້ມີລິດຂອງພຣະອົງ ໃນແປວໄຟຈະລົງໂທດສະໜອງຄົນເຫລົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າ ແລະແກ່ຄົົນທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ ຄົນເຫລົ່ານັ້ນຈະໄດ້ຮັບໂທດອັນເປັນຄວາມພິນາດເປັນ ນິດ ພົ້ນໄປຈາກພຣະພັກອົງພຣະຜູ້ເປັນເຈົ້າ ແລະຈາກສະຫງ່າລາສີແຫ່ງພຣະອານຸພາບຂອງພຣະອົງ” (2 ເທສະໂລນິກາ 1:7-9)

ໂຢຮັນສາວົກທີ່ພຣະເຢຊູຊົງຮັກເປັນຄົນທີ່ເຕັມໄປດ້ວຍຄວາມຮັກ, ແມ່ນລາວເວົ້າ ເຖິງນາຮົກ, ເຈັດເທື່ອທີ່ລາວເອີ້ນນາຮົກວ່າ“ເຫວທີ່ບໍ່ມີກົ້ນ” - ເຫວບ່ອນທີ່ພວກຄົນບາບຈະ ຈົ່ມລົງໄປຕະຫຼອດເປັນນິດ, ໂຢຮັນເອີ້ນນາຮົກວ່າ“ບຶງໄຟ”(ພະນິມິດ 20:14)ມັນຖືກເອີ້ນ ວ່າ“ນາຮົກ”ຕະຫຼອດໃນພຣະຄໍາພີ, ແຕ່ມັນຖືກປ່ອຍໃຫ້ໂຢຮັນເອີ້ນມັນວ່າ“ບຶງໄຟ”

ພຣະເຢຊູເຈົ້າເອງ, ພຣະອົງມາຈາກພຣະເຈົ້າແລະ“ພຣະເຈົ້າຄືຄວາມຮັກ” ງານ ຮັບໃຊ້ທັງໝົດຂອງພຣະອົງສະແດງໃຫ້ເຮົາເຫັນເຖິງຄວາມຮັກຂອງພຣະອົງທີ່ມີຕໍ່ຄົນບາບ- ແມ່ນພຣະອົງຊົງເວົ້າເຖິງນາຮົກ, ຈົ່ງຟັງພຣະເຢຊູຄຣິດເຈົ້າ,ພຣະອົງຕັດວ່າ:

“ເຈົ້າພວກງູ ເຈົ້າຊາດງູຮ້າຍ ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງ ໃດ”(ມັດທາຍ 23:33)

ອີກເທື່ອໜື່ງພຣະຄຣິດຕັດວ່າ:

“ຈົ່ງຖອຍໄປຈາກເຮົາເຂົ້າໄປຢູ່ໃນໄຟຊຶ່ງໄໝ້ຢູ່ເປັນນິດ”(ມັດທາຍ 25:41)

ອີກເທື່ອໜື່ງພຣະຄຣິດຕັດວ່າ:

“ຜູ້ທີ່ບໍ່ເຊື່ອກໍຈະຖືກລົງໂທດ”(ມາລະໂກ 16:16)

ມີອັນໃດແຈ້ງກວ່າປະໂຫຍກເຫຼົ່ານັ້ນທີ່ອອກມາຈາກຮິມພຣະໂອດຂອງພຣະເຢຊູບໍ?

II. ສອງ ເປັນຫຍັງດາວິດ,ເປົາໂລ,ໂຢຮັນແລະພຣະເຢຊູຈື່ງເວົ້າຢ່າງຈະແຈ້ງ ຫຼາຍກ່ຽວກັບນາຮົກ.

ເພາະມັນຄືຄວາມຈິງ, ພຣະເຢຊູຕັດວ່າ“ຖ້າບໍ່ມີເຮົາຄົງບອກທ່ານແລ້ວ”ເມື່ອພຣະ ເຢຊູເຂົ້າມາໃນໂລກພຣະອົງມາດ້ວຍຄວາມຮັກ, ມັນມາຈາກຄວາມຮັກຊື່ງພຣະເຢຊູໄດ້ມາ ເຕືອນຄົນບາບກ່ຽວກັບນາຮົກ, ມັນມາຈາກຄວາມຮັກຊື່ງພຣະອົງຊົງບອກຄົນບາບວ່າພຣະ ອົງຊົງມາເພື່ອຊ່ວຍເຂົາໃຫ້ພົ້ນຈາກຄວາມບາບຂອງເຂົາເພື່ອທີ່ພວກເຂົາຈະສາມາດໜີຈາກໄຟນາຮົກໄດ້,ແລະພວກນັກເທດຈະຕ້ອງເຮັດແບບດຽວກັນທີ່ພຣະເຢຊູເຮັດ,ມັນເປັນຄວາມ ຈິງ! ມັນເປັນຄວາມຈິງ! ມັນເປັນຄວາມຈິງ!

ບາງຄົນອາດຈະເວົ້າວ່າ“ຂ້ອຍບໍ່ເຊື່ອມັນດອກ”ມັນຈະປ່ຽນທຸກສິ່ງໄດ້ແນວໃດ? ມີ ຊາຍແກ່ຄົນໜື່ງຊື່ແຮຣີ່ທຣູແມນບໍ່ເຊື່ອວ່າພູເຮເລນຈະລະເບີດເປັນພູເຂົາໄຟໄດ້, ທຸກຄົນ ເຊື່ອແລະອອກໄປຈາກເຂດນັ້ນ,ແຕ່ທຣູແມນເວົ້າວ່າ“ຂ້ອຍບໍ່ເຊື່ອດອກ”ດັ່ງນັ້ນລາວຈື່ງຢູ່ໃນ ເຮືອນຂ້າງໆພູໃຫຍ່ນັ້ນ, ຄວາມບໍ່ເຊື່ອຂອງລາວຊ່ວຍລາວໃຫ້ລອດໄດ້ບໍ? ບໍ່ເລີຍ! ເມື່ອພູ ເຂົາໄຟລະເບີດມັນກໍຖົ່ມລາວກັບເຮືອນຂອງລາວສູ່ນິລັນການ, ພວກເຂົາບໍ່ສາມາດພົບຮ່ອງ ຮອຍຂອງລາວເລີຍ, ລາວບອກວ່າ“ຂ້ອຍບໍ່ເຊື່ອດອກ” ແຕ່ຄວາມບໍ່ເຊື່ອຂອງລາວບໍ່ໄດ້ ຊ່ວຍລາວໃຫ້ລອດເລີຍ - ແລະຄວາມບໍ່ເຊື່ອຂອງທ່ານກໍຈະບໍ່ໍຊ່ວຍທ່ານໃຫ້ພົ້ນຈາກແປວ ໄຟແຫ່ງນາຮົກໄດ້!ມັນເປັນຄວາມຈິງ! ມັນເປັນຄວາມຈິງ! ມັນເປັນຄວາມຈິງ!

ອີກເຫດຜົນໜື່ງທີ່ວ່າເປັນຫຍັງດາວິດ,ເປົາໂລ,ໂຢຮັນແລະພຣະເຢຊູຈື່ງເວົ້າເຖິງນາຮົກວ່າເປັນຄວາມຈິງເພາະພວກເຂົາມີຄວາມຮັກອັນໃຫຍ່ຫຼວງຕໍ່ຄົນບາບ, ເພື່ອນທີ່ດີຂອງ ເຮົາ, ເພື່ອນທີ່ໃກ້ຊິດທີ່ສຸດຂອງເຮົາໃນຄຣິສຕະຈັກຈະບອກຄວາມຈິງກັບພວກເຮົາສະເໝີ, ພຣະເຢຊູຊົງເປັນເພື່ອນທີ່ດີທີ່ສຸດທີ່ທ່ານສາມາດມີໄດ້, ແລະບົດເພງເກົ່າໆກໍເວົ້າເຊັ່ນກັນວ່າ “ມີສະຫາຍເລີດຄືພຣະເຢຊູຜູ້ໄດ້ແບກບາບທຸກຂອງເຮົາ” ພຣະເຢຊູຊົງເປັນເພື່ອນທີ່ດີທີ່ສຸດ ທີ່ທ່ານສາມາດມີໄດ້, ແລະຄືພຣະເຢຊູຜູ້ເປັນເພື່ອນທີ່ສຸດຂອງທ່ານທີ່ຕັດວ່າ“ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງໃດ?”(ມັດທາຍ 23:23)

ໂຣເບີດແມັກຄີນໄດ້ກ່າວວ່າ “ໃນຂະນະທີ່ຂ້າພະເຈົ້າກໍາລັງຍ່າງໃນທົ່ງນາມື້ວານນີ້ ຄວາມຄິດກໍເຂົ້າມາໃນຂ້າພະເຈົ້າພ້ອມກັບລິດອໍານາດທີ່ບໍ່ອາດຕ້ານທານໄດ້ທີ່ວ່າທຸກຄົນທີ່ ຂ້າພະເຈົ້າໄດ້ເທດສະໜາໃຫ້ຟັງໃນບໍ່ຊ້າຈະຖືກສົ່ງໄປສະຫວັນຫຼືບໍ່ກໍນາຮົກ, ສະນັ້ນຂ້າພະ ເຈົ້າຈະຕ້ອງເຕືອນທ່ານ,ຂ້າພະເຈົ້າຈະຕ້ອງບອກທ່ານກ່ຽວກັບນາຮົກ”ຄວນທີ່ນັກເທດທີ່ແທ້ຈິງແລະສັດຊື່ຈະບອກແບບນີ້, ສິດຍາພິບານທີ່ບໍ່ເຄີຍເວົ້າເຖິງເລື່ອງນາຮົກບໍ່ແມ່ນຄົນດີ,ຢ່າ ໄປໄວ້ໃຈສິດຍາພິບານທີ່ບໍ່ເທດເລື່ອງນາຮົກ,ຖ້າລາວບໍ່ເທດມັນກໍໝາຍຄວາມວ່າລາວບໍ່ເປັນຫ່ວງຈິດວິນຍານຂອງທ່ານ! ພຣະເຢຊູຕັດຢ່າງຈະແຈ້ງວ່າ“ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງໃດ?”

III. ສາມ ນາຮົກແຫ່ງພຣະຄໍາພີຄືຕະຫຼອດເປັນນິດ.

ພວກພະຍານພຣະເຢໂຮວາເວົ້າວ່ານາຮົກບໍ່ແມ່ນຕະຫຼອດເປັນນິດ, ທ່ານເຊື່ອເຂົາ ໄດ້ບໍ? ນັກຮ້ອງຊື່”ພຣິນ”ຕາຍສອງສາມມື້ທີ່ຜ່ານມາ, ລາວເປັນພະຍານພຣະເຢໂຮວາ, ຕອນທີ່ລາວຕິດເອດພວກເຂົາກໍບອກລາວບໍ່ໃຫ້ກິນຢາ,ດັ່ງນັ້ນລາວຈື່ງຕາຍແລ້ວຕົກນາຮົກ ເພາະລາວເຊື່ອຄໍາສອນຂອງລັດທິທຽມເທັດທີ່ຊົ່ວຊ້ານັ້ນ.

ຣອບເບວເປັນນັກສຶກສາຮຽນຈົບຂອງໂຮງຮຽນສາສະໜາສາດພຣະຄໍາພີເສລີຟູເລີ ທີ່ປະຕິເສດພຣະຄໍາພີ, ລາວບອກວ່າລາວບໍ່ໄດ້ເປັນນິລັນດອນ, ທ່ານເຊື່ອລາວໄດ້ບໍ? ລາວບອກວ່າມີຄວາມຜິດພາດຢູ່ໃນພຣະຄໍາພີ, ຜູ້ຊາຍທີ່ເວົ້າວ່າພຣະຄຣິດເວົ້າຜິດຕອນທີ່ ພຣະອົງເວົ້າເຖິງນາຮົກທີ່ເປັນນິດວ່າເປັນຄົນຂີ້ຕົວະຫຼືຄູສອນປອມ, ຜູ້ຄົນເປັນລ້ານໆຄົນໄດ້ ຮັບຄໍາໜຸນໃຈຈາກພວກຄູສອນປອມແລະຜູ້ນໍາທຽມເທັດເຫຼົ່ານີ້, ແຕ່ມັນຄືການໜຸນໃຈຜິດໆ ພຣະເຢຊູພຣະບຸດຂອງພຣະເຈົ້າຕັດຢ່າງຈະແຈ້ງວ່າ“ໄຟກໍບໍ່ດັບ”(ມາລະໂກ 9:44),ພຣະ ເຢຊູຄຣິດຊົງເວົ້າເຖິງສາມເທື່ອໃນມາລະໂກບົດທີ່ເກົ້າວ່າ“ໄຟກໍບໍ່ດັບ” “ໄຟກໍບໍ່ດັບ” “ໄຟກໍ ບໍ່ດັບ” ນັ້ນແລະຄືສິ່ງທີ່ພຣະເຢຊູຕັດໃນມາລະໂກບົດທີ່ເກົ້າ, ແລະອັກຄະສາວົກໂຢຮັນໄດ້ ກ່າວວ່າ “ແລະຄວັນແຫ່ງການທໍລະມານຂອງເຂົາພຸ່ງຂື້ນຕະຫຼອດໄປເປັນນິດ” (ພະນິມິດ 14:11)ພຣະເຢຊູຊົງຕັດວ່າ“ແລະພວກເຫຼົ່ານີ້ຈະຕ້ອງອອກໄປຮັບໂທດເປັນນິດ” (ມັດທາຍ 25:46)

IV. ສີ່ ທ່ານຈະໜີຈາກນາຮົກໄດ້ແນວໃດ?

ພຣະເຢຊູຕັດໃນຂໍ້ພຣະຄໍາພີຂອງເຮົາວ່າ “ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງໃດ?”(ມັດທາຍ 23:33)

ທ່ານບໍ່ສາມາດໜີຈາກມັນໂດຍການປະຕິເສດທີ່ຈະກັບມາໃນຄຣິສຕະຈັກໄດ້, ບາງ ຄົນອາດຈະເວົ້າວ່າ“ຂ້ອຍຈະບໍ່ມີວັນກັບໄປບ່ອນນັ້ນເພື່ອຟັງດຣ.ໄຮເມີເທດອີກ!ລາວເຮັດໃຫ້ ຂ້ອຍຢ້ານ! ຂ້ອຍຈະບໍ່ກັບໄປບ່ອນນັ້ນອີກ” ຂ້າພະເຈົ້າຮູ້ດີວ່າຈະມີຄົນໜຸ່ມບາງຄົນທີ່ເວົ້າ ແບບນັ້ນ, ແຕ່ຂ້າພະເຈົ້າຂໍສ່ຽງທີ່ຈະເສຍພວກທ່ານໄປຫຼາຍກວ່າທີ່ຈະຕົວະພວກທ່ານ! ຂ້າ ພະເຈົ້າໄດ້ເອົາຂໍ້ພຣະຄໍາພີຫຼາຍຂໍ້ໃຫ້ທ່ານທີ່ກ່ຽວຂ້ອງກັບນາຮົກ, ຂ້າພະເຈົ້າໄດ້ເອົາຄວາມ ຄິດຕ່າງໆຂອງນັກເທດໜຸ່ມທີ່ຊື່ໂຣເບີດແມັກຄີນໃຫ້ພວກທ່ານ,ພວກເຂົາເອີ້ນລາວວ່າ “ນັກ ເທດໜຸ່ມ” ເຖິງແມ່ນວ່າລາວເທດສະໜາໄດ້ພຽງແຕ່ຫົກປີຕອນທີ່ລາວອາຍຸຊ່ວງຊາວປີ,ຊາຍ ໜຸ່ມຄົນນີ້ໄດ້ຮັບການພິຈາລະນາວ່າເປັນນັກເທດທີ່ດີທີ່ສຸດຂອງຄະນະເພຣສໄບທິຣຽນທີ່ ເຄີຍມີຊີວິດຢູ່“ລາວເທດສະໜາດ້ວຍກາຈໍາແຫ່ງຄວາມເປັນນິລັນການຢູ່ເທິງ[ໜ້າຜາກ]ຂອງ ລາວ, ເຖິງແມ່ນວ່າທ່ານຈະບໍ່ມັກຂ້າພະເຈົ້າຂ້າພະເຈົ້າກໍຫວັງວ່າທ່ານຈະເຊື່ອໃນສິ່ງທີ່ນັກ ເທດໜຸ່ມຜູ້ຍິ່ງໃຫຍ່ແລະເປັນແບບພຣະເຈົ້າຄົນນັ້ນເວົ້າເຖິງ.

ອີກເທື່ອໜື່ງ,ທ່ານບໍ່ສາມາດໜີຈາກນາຮົກໄດ້ຖ້າທ່ານນັ່ງຢູ່ທີ່ນີ້ຫຼາຍໆອາທິດໂດຍ ປະຕິເສດທີ່ຈະກັບໃຈແລະວາງໃຈໃນພຣະເຢຊູ, ທ່ານຄິດວ່າທ່ານສາມາດລອດໄດ້ໂດຍ ພຽງແຕ່ມາຢູ່ທີ່ນີ້ເທົ່ານັ້ນບໍ? ທ່ານຄິດວ່າທ່ານສາມາດລອດໄດ້ໂດຍເອົາເງີນມາໃຫ້ຄຣິສຕະ ຈັກບໍ? ທ່ານຄິດວ່າທ່ານສາມາດລອດໄດ້ໂດຍການເຮັດວຽກເຮືອນ,ອະນາໄມໂຕະຫຼືລ້າງ ລົດຫຼືເຮັດວຽກອື່ນໆໃນຄຣິສຕະຈັກບໍ? ຖ້າທ່ານຄິດແບບນັ້ນທ່ານກໍຖືກຫລອກໂດຍພະຍາ ມານແລ້ວ! ພຣະຄໍາພີເວົ້າຢ່າງຈະແຈ້ງວ່າທ່ານຖືກຫລອກແລ້ວ! ພຣະຄໍາພີກ່າວວ່າ“ລອດ ໂດຍພຣະຄຸນ...ຄືຂອງປະທານຈາກພຣະເຈົ້າ,ບໍ່ແມ່ນໂດຍການກະທໍາເພື່ອບໍ່ໃຫ້ຄົນໜື່ງຄົນໃດອວດໄດ້”(ເອເຟຊັດ 2:8,9), ພຣະຄໍາພີໄດ້ກ່າວວ່າ “ພຣະອົງຊົງຊ່ວຍເຮົາໃຫ້ລອດ ບໍ່ ແມ່ນໂດຍຄວາມຊອບທໍາຂອງເຮົາເອງແຕ່ຕາມພຣະເມດຕາຂອງພຣະອົງ...ທາງພຣະເຢຊູຄຣິດພຣະຜູ້ຊ່ວຍໃຫ້ລອດຂອງເຮົາ”(ຕີໂຕ 3:5,6).

ອີກເທື່ອໜື່ງ,ທ່ານຄິດວ່າທ່ານສາມາດລອດໄດ້ໂດຍການກັບມາທີ່ີຫ້ອງສອບຖາມ ໂດຍບໍ່ມີການສໍານຶກເລື່ອງບາບບໍ? ຂ້າພະເຈົ້າຮູ້ວ່າພວກທ່ານຫຼາຍຄົນຈະມາໃນເຊົ້ານີ້ ເພາະທ່ານຢ້ານນາຮົກ, ແຕ່ພວກເຮົາພົບວ່າຜູ້ຄົນຈະບໍ່ມີມື້ລອດເພາະພວກເຂົາຢ້ານນາຮົກ ຢ່າງໜ້ອຍຂ້າພະເຈົ້າກໍບໍ່ເຄີຍເຫັນຈັກອັນ! ບໍ່ເຄີຍເລີຍໃນການຮັບໃຊ້ 58 ປີມານີ້,ບໍ່ມີຈັກ ຄົນ! ທ່ານສາມາດມາທີ່ຫ້ອງສອບຖາມເພາະທ່ານຢ້ານນາຮົກ,ແຕ່ທ່ານຈະບໍ່ລອດ!

ທ່ານຕ້ອງຄິດເລື່ອງບາບຂອງທ່ານ, ບໍ່ແມ່ນແຕ່ບາບທີ່ທ່ານເຮັດເທົ່ານັ້ນແຕ່ຍັງເປັນ ຄວາມບາບທີ່ຢູ່ໃນໃຈຂອງທ່ານເຊັ່ນກັນ! ທ່ານຈະຕ້ອງລັງກຽດໃນໃຈຂອງທ່ານເຖິງ ການກະບົດ,ຄວາມຄິດຊົ່ວແລະຄວາມບາບຢູ່ຂ້າງໃນຂອງທ່ານ, ພຣະເຢຊູບໍ່ໄດ້ມາເພື່ອ ຊ່ວຍຄົນເຫຼົ່ານັ້ນທີ່ຢ້ານນາຮົກ, ບໍ່ເລີຍ! ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຊ່ວຍ ຄົນບາບໃຫ້ລອດ”ແລະບໍ່ມີອື່ນໃດອີກ(1 ຕີໂມທຽວ 1:15)

ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ! ພຣະ ຄຣິດຊົງຫຼັ່ງເລືອດເທິງໄມ້ກາງແຂນເພື່ອຊໍາລະທ່ານອອກຈາກຄວາມບາບ! ພຣະຄຣິດຊົງ ຟື້ນຂື້ນມາຈາກຄວາມຕາຍແລະ ສະເດັດກັບສູ່ສະຫວັນເພື່ອມອບລິດເດດເໜືອຄວາມບາບ ໃຫ້ແກ່ທ່ານ!ນັ້ນຄືເຫດຜົນທີ່ດີເຫດຜົນດຽວທີ່ຈະເຂົ້າໄປໃນຫ້ອງສອບຖາມ! ບາບຂອງທ່ານ!

ບາບຂອງທ່ານ! ບາບຂອງທ່ານ! ຈົ່ງກັບໃຈແລະວາງໃຈໃນພຣະເຢຊູແລ້ວພຣະອົງຈະຊົງ ຊ່ວຍທ່ານໃຫ້ພົ້ນຈາກບາບຂອງທ່ານ! ຂໍເຊີນຢືນຂື້ນແລ້ວຮ້ອງເພງສັນລະເສີນ 139:23, 24 ມັນຢູ່ໃນບົດທີ່ 7 ຢູ່ໃນປື້ມເພງຂອງທ່ານ.

“ໂອພຣະເຈົ້າຂໍຊົງຄົ້ນເບິງຂ້າພະອົງແລະຮູ້ຈັກໃຈຂອງຂ້າ
ຂໍຊົງລອງເບິ່ງຂ້າພະອົງແລະຮູ້ຈັກຄວາມຄິດຂອງຂ້າ
ແລະຮູ້ຈັກໃຈຂອງຂ້າພະອົງ
ລອງເບິ່ງຂ້າພະອົງແລະຮູ້ຈັກຄວາມຄິດຂອງຂ້າ
ແລະເບິ່ງຖ້າຫາກມີທາງຊົ່ວໃດໆໃນໂຕຂ້າ
ແລະຂໍຊົງນໍາຂ້າໄປສູ່ຫົນທາງນິລັນດອນ”

ເອແມນ,ເຊີນຫຼັບຕາ, ຖ້າທ່ານຕ້ອງການທີ່ຈະລົມກັບພວກເຮົາກ່ຽວກັບຄວາມບາບຂອງ ທ່ານແລະກ່ຽວກັບການຖືກຊໍາລະໂດຍພຣະໂລຫິດຂອງພຣະເຢຊູ, ຂໍເຊີນຕາມດຣ.ເຄແກນ ໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດອະທິຖານແລະ ບອກທ່ານກ່ຽວກັບບາບຂອງທ່ານ ແລະການຊໍາລະຄວາມຜີດບາບຂອງທ່ານໂດຍພຣະໂລຫິດຂອງພຣະເຢຊູ, ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ພະນິມິດ 14:9-11.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Where Will You Spend Eternity?” (by Elisha A. Hoffman, 1839-1929)/
“Search Me, O God” (Psalm 139:23-24).

ໂຄງຮ່າງບົດເທດສະໜາ

ທ່ານຈະໜີການລົງໂທດ
ໃນນາຮົກໄດ້ຢ່າງໃດ

HOW CAN YOU ESCAPE
THE DAMNATION OF HELL?

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເຈົ້າຈະໜີການລົງໂທດໃນນາຮົກໄດ້ຢ່າງໃດ” (ມັດທາຍ 23:33)

(ມັດທາຍ 23:14, 17)

I.    ໜື່ງ ຈົ່ງຟັງພວກຜູ້ຊາຍໃນພຣະຄໍາພີທີ່ເວົ້າກ່ຽວກັບນາຮົກ. ເພງສັນລະເສີນ 9:17; 11:6; 2
ຕີໂມທຽວ 1:7-9; ພະນິມິດ 20:14; ມັດທາຍ 23:33, 41; ມາລະໂກ 16:16.

II.   ໜື່ງ ຈົ່ງຟັງພວກຜູ້ຊາຍໃນພຣະຄໍາພີທີ່ເວົ້າກ່ຽວກັບນາຮົກ. ມັດທາຍ 23:33.

III.  ສາມ ນາຮົກແຫ່ງພຣະຄໍາພີຄືຕະຫຼອດເປັນນິດ. ມາລະໂກ 9:44; ພະນິມິດ 14:11; ມັດທາຍ 25:46.

IV.  ສີ່ ທ່ານຈະໜີຈາກນາຮົກໄດ້ແນວໃດ? ເອເຟໂຊ 2:8,9; ຕີໂຕ 3:5,6; 1 ຕີໂມທຽວ 1:15.