Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໃຈຂອງທ່ານເປັນພື້ນໜາມບໍ?

IS YOUR HEART THORNY GROUND?
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 1/5/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 1, 2016

“ແລະເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:12)


ນີ້ແມ່ນຂໍ້ພຣະຄໍາພີທີ່ສໍາຄັນໃນພຣະຄໍາພີໃໝ່ເພື່ອທີ່ຈະເຂົ້າໃນສິ່ງເກີດຂື້ນກັບຄຣິສ ຕະຈັກທັງຫຼາຍຂອງເຮົາ, ຖ້າພວກທ່ານບໍ່ເຂົ້າໃຈຂໍ້ນີ້ທ່ານກໍບໍ່ສາມາດເຂົ້າໃຈບັນຫາແລະ ວິທີແກ້ແກ້ບັນຫາໃນຄຣິສຕະຈັກທັງຫຼາຍໄດ້,ມັນເປັນຄືຂໍ້ສໍາຄັນທີ່ໃຈຂອງຂ້າພະເຈົ້າກັບໄປ ຫາມັນຫຼາຍໆເທື່ອ, ຫຼາຍປີແລະຫຼາຍທົດສະວັດ, ຂ້າພະເຈົ້າໄດ້ຍິນຂໍ້ນີ້ເທື່ອທໍາອິດຈາກ ບິລລີ່ເກຣແຮມ, ຂ້າພະເຈົ້າຟັງລາວເທດຢູ່ໃນວິທະຍຸເກືອບທຸກບ່າຍວັນອາທິດຕອນທີ່ຂ້າ ພະເຈົ້າຍັງເປັນໄວລຸ້ນຢູ່, ເກຣແຮມມັກຈະອ້າງເຖິງພຣະຄໍາພີຂໍ້ນີ້ຕອນທີ່ລາວເທດສະໜາ ເລື່ອງໝາຍສໍາຄັນແຫ່ງຍຸກສຸດທ້າຍຂອງໂລກຂອງເຮົາ, ໜັງສືເຫຼັ້ມສຸດທ້າຍຂອງລາວດີ ຫຼາຍຊື່ວ່າ ໂລກສະຫວ່າງ(ດັບໂບເດ 1965) ບິລລີ່ເກຣແຮມໄດ້ເວົ້າຄໍານີ້ວ່າ:

         ພຣະເຢຊູຕັດວ່າ “ຂະນະທີ່ການບໍ່ມີກົດໝາຍແຜ່ຂະຫຍາຍອອກໄປ ຄວາມຮັກຂອງມະນຸດທີ່ມີຕໍ່ກັນຈະເຢັນຊ່າລົງ(ມັດທາຍ 24:12 ເອັນອີບີ) ແຕ່ຈົ່ງເຂົ້າໃຈຂໍ້ນີ້ດ້ວຍ ຄືວ່າໃນວັນສຸດທ້າຍນັ້ນ ຈະເກີດເຫດການວິກິດ ເພາະວ່າຄົນຈະເປັນຄົນຮັກຕົວເອງ ເປັນຄົນໂລບ... ເປັນຄົນຮັກຄວາມສະໜຸກສະໜານຫຼາຍກວ່າຮັກພຣະເຈົ້າ ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດເສຍ ຄົນຢ່າງນີ້ທ່ານຈົ່ງຫັນໜ້າໜີຈາກເຂົາເສຍ(2 ຕີໂມທຽວ 3:1-5)...ທັງໝົດເບິ່ງຄືວ່າຈະຊີ້ໄປຫາ ຊ່ວງເວລາແຫ່ງການທີ່ຄວາມໜ້າຊື່ໃຈຄົດແຜ່ຂະຫຍາຍເມື່ອຈໍານວນຂອງຜູ້ຄົນຈະຖືກຕ້ອນເຂົ້າໄປໃນຄຣິສຕະຈັກໂດຍບໍ່ມີປະສົບການກັບພຣະເຢຊູ ຄຣິດ...ຄູສອນປອມຈະແຊກຊຶມເຂົ້າໄປໃນຄຣິສຕະຈັກ...ພວກເຂົາເປັນຜູ້ ນໍາຂອງ“ພວກທີ່ຫຼົງໄປ”ຊື່ງເປັນລັກສະນະຄຣິສຕະຈັກໃນຍຸກສຸດທ້າຍ(Billy Graham, D.D., World Aflame, Doubleday and Company, 1965, pp. 220, 221, 219).

ຕໍ່ມາຂ້າພະເຈົ້າໄດ້ອ່ານບັນທຶກທີ່ເກຣແຮມໄດ້ສົ່ງໄປໃຫ້ລູກຊາຍຂອງດຣ.ເອັມ.ອາ.ດີຮານ, ຕອນທີ່ດຣ.ດີຮານຕາຍຍ້ອນອຸບັດຕິເຫດໃນປີ 1965, ເກຣແຮມກໍເວົ້າວ່າລາວໄດ້ຄວາມ ຄິດຫຼາຍຢ່າງໂດຍການຟັງດຣ.ດີຮານເທດຢູ່ໃນລາຍການວິທະຍຸຂອງເພີ່ນ, ຢູ່ໃນໜັງສືຂອງ ລາວເລື່ອງໝາຍສໍາຄັນແຫ່ງຊ່ວງເວລາຕ່າງໆ ດຣ.ດີຮານໄດ້ກ່າວວ່າ:

ການປະຖີ້ມຄວາມເຊື່ອແລະຄວາມບໍ່ສົນໃຈຄືຄວາມບາບອັນຕໍ່ໄປທີ່ຖືກເວົ້າ ເຖິງ“ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:12), ບໍ່ເຄີຍມີເທື່ອໃດໃນປະ ຫວັດສາດມະນຸດທີ່ເປັນເລື່ອງຈິງຄືກັບປະຈຸບັນນີ້, ໃນສອງສາມທົດສະວັດ ສັ້ນໆພວກເຮົາໄດ້ອອກຫ່າງຈາກຄວາມເຊື່ອງ່າຍໆຂອງພວກບັນພະບຸລຸດ ພິວຣິທັນ... ໃນຖ້າມກາງພວກຄຣິສຕຽນມັນຄືຄວາມຈິງທີ່ໜ້າເສົ້າຫຼາຍທີ່“ຄວາມຮັກຂອງຄົນເປັນອັນຫຼາຍຈະເຢັນຊ່າລົງ” ຄວາມຮັກຂອງຄົນເປັນ ອັນຫຼາຍໄດ້ເຢັນຊ່າ(M. R. DeHaan, M.D., Signs of the Times, Zondervan Publishing House, 1951, p. 58)

ນັບຕັ້ງແຕ່ຟັງບິລລີ່ເກຣແຮມແລະດຣ.ດີຮານ, ຂ້າພະເຈົ້າກໍໄດ້ຕຶກຕອງໃນມັດທິວ 24:12, ເປັນຄໍາຕັດຈາກພຣະເຢຊູຊື່ງກ່າວວ່ານີ້ເປັນຄໍາຕອບຕໍ່ຄໍາຖາມຂອງພວກສາວົກ, ແມ່ນຫຍັງຈະເປັນໝາຍສໍາຄັນແຫ່ງການສະເດັດມາຂອງພຣະອົງແລະຈຸດຈົບຂອງໂລກນີ້? ສ່ວນໜື່ງຂອງຄໍາຕອບຂອງພຣະເຢຊູທີ່ຕອບຄໍາຖາມນັ້ນກໍຄືຂໍ້ພຣະຄໍາພີຂອງເຮົາ.

“ແລະເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:12)

I. ໜື່ງ ເມື່ອໃດທີ່ພຣະຄຣິດບອກວ່າເລື່ອງນີ້ຈະເກີດຂື້ນ?

ພຣະອົງຕັດວ່າມັນຈະເກີດຂື້ນໃນຖານະເປັນ “ໝາຍສໍາຄັນແຫ່ງການສະເດັດມາ (ຂອງພຣະອົງ)ແລະຈຸດສີ້ນສຸດຂອງໂລກ”(ມັດທາຍ 24:3), ພຣະຄໍາພີຫຼາຍເຫຼັ້ມເວົ້າເຖິງ ໝາຍສໍາຄັນຂອງຍຸກສຸດທ້າຍນີ້, ສະບັບສະກໍຟິວໄດ້ໝາຍເຫດຢູ່ທາງລຸ່ມໜ້າ(1033)ຖືກ ຕ້ອງໂດຍເວົ້າວ່າຂໍ້ນີ້“ປະຍຸກໃຊ້ໃນທາງທີ່ເຈາະຈົງເຖິງຈຸດຈົບຂອງຍຸກນີ້...ທັງໝົດນັ້ນມີລັກສະນະລວມກັນຢ່າງແຮງກ້າສູ່ຍຸກສຸດທ້າຍ”(ພຣະທໍາສະກໍຟິວສຶກສາ 1917 ໜ້າ 1033 ໝາຍເຫດໃນມັດທາຍ 24:3),ຂ້າພະເຈົ້າສາມາດຂຽນລໍາດັບຂໍ້ພຣະຄໍາພີຕ່າງໆໄດ້ເຊັ່ນ 2 ຕີໂມທຽວ 3:1-13; ຢູດາ 4,19; ພະນິມິດ 3:14-22 ແລະອື່ນໆ.

ພວກທ່ານຄົນໜຸ່ມບໍ່ມີຄວາມຄິດວ່າມີຄຣິສຕະຈັກລົ້ມລົງໄປຫຼາຍປານໃດແລ້ວ,ແຕ່ ໃນຊົ່ວຊີວິດຂອງຂ້າພະເຈົ້າໆເຫັນມັນຢ່າງຊັດເຈນ, ຂ້າພະເຈົ້າເຫັນການຟື້ນຟູຄຣິສຕະຈັກ ທ້ອງຖີ່ນໃນປີ 1969, ຂ້າພະເຈົ້າເຫັນການຟື້ນຟູໃນຂົງເຂດທີ່ກວ້າງຂວາງໃນປີ 1971, ຂ້າພະເຈົ້າເຫັນການຟື້ນຟູຄຣິສຕະຈັກອີກແຫ່ງໜື່ງໃນປີ 1992, ແຕ່ຂ້າພະເຈົ້າບໍ່ໄດ້ຍິນ ເຖິງການຟື້ນຟູໃດໆໃນປະເທດອາເມລິກາແລະໃນໂລກຕາເວັນຕົກນັບຕັ້ງແຕ່ນັ້ນມາ! ດຽວ ນີ້ພວກເຮົາເຫັນແຕ່ພາບທີ່ໜ້າເສົ້າຂອງມັດທາຍ 24:12 ເພີ້ມຂື້ນຢູ່ຄຣິສຕະຈັກຫຼາຍແຫ່ງ ຂອງພວກເຮົາ.

“ແລະເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:12)

ນັ້ນຄືສະຖານະການຂອງຄຣິສຕະຈັກແບັບຕິດແລະຂ່າວປະເສີດອື່ນທີ່ຢູ່ໃນຍຸກຂອງເຮົາ,ນັ້ນຄືພຽງແຕ່ປະເພດຂອງຄຣິສຕະຈັກທັງຫຼາຍທີ່ພວກທ່ານທີ່ເປັນຄົນໜຸ່ມເຄີຍໄປຢາມຫຼືໄດ້ຍິນ ໃນຊົ່ວຊີວິດສັ້ນໆຂອງທ່ານເທົ່ານັ້ນ, ນອກຈາກວ່າທ່ານໄດ້ອ່ານກ່ຽວກັບການຟື້ນຟູຕ່າງໆ ໃນອະດີດ, ພວກທ່ານບໍ່ມີຄວາມຄິດຫຍັງເລີຍເຖິງຄວາມເປັນຕາຢ້ານແລະການປະຖິ້ມ ຄວາມເຊື່ອທີ່ຄຣິສຕະຈັກຫຼາຍບ່ອນຂອງເຮົາໃນປະຈຸບັນນີ້ເປັນແບບໃດແດ່! ພວກທ່ານ ອາດຈະຄິດວ່າຂ້າພະເຈົ້າເວົ້າເກີນຈິງຕອນທີ່ຂ້າພະເຈົ້າເວົ້າກ່ຽວກັບປະເພດຂອງຄຣິສຕະ ຈັກທີ່ດີກວ່າ,ນັບຕັ້ງແຕ່ທີ່ທ່ານເຄີຍເຫັນມາ ຫຼືໄດ້ຍິນຈັກແຫ່ງໜື່ງໃນຊົ່ວຊີວິດທີ່ສັ້ນໆຂອງ ທ່ານ, ດຣ.ເຄນເນັດຄອນນອລລີ່ທີ່ມາເທດຢູ່ໃນຄຣິສຕະຈັກຂອງເຮົາເວົ້າວ່າພວກທ່ານອາ ໄສຢູ່ໃນຊົ່ວອາຍຸທີ່ບໍ່ເຄີຍເຫັນການຟື້ນຟູ - ຢ່າງໜ້ອຍກໍບໍ່ມີຈັກບ່ອນໃນໂລກຕາເວັນຕົກ!

“ແລະເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:12)

II. ສອງ ເປັນຫຍັງພຣະຄຣິດຈື່ງຕັດວ່າເລື່ອງນີ້ຈະເກີດຂື້ນ?

ຈົ່ງສັງເກດປະໂຫຍກທໍາອິດຂອງຂໍ້ພຣະຄໍາພີ“ແລະ” “ແລະຄວາມຊົ່ວຊ້າຈະແຜ່ຂະ ຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ” ສັງເກດສາຍໃຍ ຂອງ“ແລະ”ໃນຂໍ້ທີ່ 10 ຫາ 12, “ແລະ...ຈະມີຫຼາຍຄົນບໍພໍໃຈ”(ຂໍ້ 10) “ແລະຈະທໍລະ ຍົດກັນແລະກັນ”(ຂໍ້ 10) “ແລະຈະກຽດຊັງກັນແລະກັນ”(ຂໍ້ 10) ແລະຈະມີຜູ້ທໍານວາຍ ປອມຫຼາຍຄົນເກີດຂື້ນ(ຂໍ້ 11) ແລະຈະຫລອກລວງຫຼາຍຄົນ”(ຂໍ້ 11) “ແລະຄວາມຊົ່ວຊ້າ ຈະແຜ່ຂະຫຍາຍອອກໄປ”(ຂໍ້ 12),ສາຍໃຍທີ່ຍາວຂອງ“ແລະ”ນີ້ຈົບລົງໂດຍທີ່ສິ່ງເຫຼົ່ານີ້ກໍ່ ໃຫ້ເກີດຂື້ນ - ພວກມັນກໍ່ໃຫ້ເກີດ“ຄວາມຮັກຂອງຄົນເປັນຈໍານວນຫຼາຍຈະເຢັນຊ່າລົງ” ຜົນ ສຸດທ້າຍຂອງ“ແລະ”ທັງໝົດກໍຄືຄຣິສຕະຈັກຫຼາຍແຫ່ງບ່ອນທີ່“ຄວາມຮັກຂອງຄົນເປັນຈໍາ ນວນຫຼາຍ(“ສ່ວນຫຼາຍ”ເອັນໄອວີ)ຈະເຢັນຊ່າ(ຂື້ນ)” ຄຣິສຕະຈັກໄດ້ແຕກແຍກແລະຕໍ່ສູ້ກັນ ເຖິງຂໍ້10 ຕາມມາໂດຍພວກນັກເທດປອມຊື່ງຈະຫລອກລວງ(“ນໍາຜິດທາງ”ເອັນເອເອັສວີ) ຜູ້ຄົນ,ຕິດຕາມໂດຍຄວາມຊົ່ວຊ້າ(ອະໂນເມຍ;ບໍ່ມີກົດໝາຍ”ເອັນເອເອັສວີ)ຢູ່ໃນຄຣິສຕະຈັກຫຼາຍແຫ່ງໄດ້ກໍ່ໃຫ້ເກີດຄຣິສຕະຈັກໜື່ງທີ່ເຕັມໄປດ້ວຍຜູ້ຄົນທີ່ເຢັນຊ່າຜູ້ທີ່ບໍ່ມີ“ອາກາເປ”ບໍ່ມີຄວາມຮັກຄຣິສຕຽນ - ບໍ່ມີຄວາມຮັກເພື່ອພຣະຄຣິດ,ບໍ່ມີຄວາມຮັກເພື່ອພຣະເຈົ້າແລະບໍ່ມີ ຄວາມຮັກເພື່ອຄົນອື່ນໆໃນຄຣິສຕະຈັກ! ພວກທ່ານມີມັນຢູ່ຫັ້ນ! ລໍາດັບຂອງ“ແລະ”ສະແດງ ໃຫ້ເຮົາເຫັນວ່າເປັນຫຍັງພວກເຮົາຈື່ງມີ“ຄວາມຈິບຫາຍໃຫຍ່ຂອງຂ່າວປະເສີດ”(ໃຊ້ຊື່ໜັງສືຂອງດຣ.ຟຣານຊິສສະຊີສເຟີ) ຄຣິສຕະຈັກພວກແບັບຕິດແລະພວກຂ່າວປະເສີດຈິບຫາຍ ເພາະຄຣິສຕະຈັກຕໍ່ສູ້ກັນ(ຂໍ້ 10) ພວກນັກເທດປອມຊື່ງເກີດຂື້ນ(ຂໍ້ 11)ແລະການບໍ່ມີກົດ ທີ່ຄວບຄຸມບໍ່ໄດ້ຢູ່ຖ້າມກາງຄົນພວກສະມາຊິກທີ່ຍັງບໍ່ກັບໃຈແລະຫັນຫຼັງກັບສ່ວນໃຫຍ່ໄດ້ກໍ່ໃຫ້ເກີດຄຣິສຕະຈັກທີ່ເຢັນຊ່າພ້ອມດ້ວຍການບໍ່ມີຄວາມຮັກເພື່ອພຣະຄຣິດແລະບໍ່ມີຄວາມ ຮັກຕໍ່ກັນແລະກັນ.

“ແລະເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າ(ຂື້ນ)”(ມັດທາຍ 24:12)

III ສາມ ແມ່ນໃຜຄືຄົນຈໍານວນຫຼາຍທີ່ຈະເຢັນຊ່າ?

“ຄົນເປັນຈໍານວນຫຼາຍ”ຄືຄົນເຫຼົ່ານັນທີ່ບໍ່ໄດ້ກັບໃຈໃໝ່ຫຼືໄດ້ຫັນຫຼັງຢ່າງສິ້ນເຊິ່ງ, ພິ ສູດໂດຍຄວາມຈິງທີ່ວ່າວິນຍານນອກກົດໝາຍຂອງຍຸກນີ້ລະງັບຄວາມກະຕືລື້ລົ້ນ ແລະ ຄວາມຮັກຂອງພວກເຂົາ,ພວກເຂົາ“ເຢັນຊ່າຂື້ນ”ເພາະວິນຍານຂອງໂລກເອົາຊະນະຄວາມຮັກທີ່ກະຕື້ລື້ລົ້ນໃດໆທີ່ພວກເຂົາອາດຈະສະແດງອອກມາ.

ຄໍາອຸປະມາເລື່ອງຜູ້ຫວ່ານພືດເຮັດໃຫ້ມັນຈະແຈ້ງວ່າເປັນຫຍັງ “ຄົນເປັນຈໍານວນ ຫຼາຍ”ຈື່ງກາຍເປັນ“ເຢັນຊ່າ”, ຄໍາອຸປະມາເລື່ອງຜູ້ຫວ່ານພືດໄດ້ບອກເຖິງຜູ້ຄົນສີ່ປະເພດ ແລະວ່າແຕ່ລະກຸ່ມນັ້ນຕອບສະໜອງຕໍ່ການເທດສະໜາຂ່າວປະເສີດແນວໃດແດ່, ມີຜູ້ຄົນຢູ່ ສີ່ປະເພດໃນຄໍາອຸປະມາ, ສາມປະເພດທໍາອິດບໍ່ແມ່ນຄຣິສຕຽນແທ້, ດຣ.ເຈ.ເວີນັນແມັກກີ້ ໄດ້ກ່າວວ່າ“ດິນສາມປະເພດ(ທໍາອິດ)ບໍ່ໄດ້ເປັນຕົວແທນສາມປະເພດຂອງຄົນທີ່ເຊື່ອ-ພວກ ເຂົາບໍ່ແມ່ນຄົນທີ່ເຊື່ອຍັງເລີຍ! ພວກເຂົາເຄີຍໄດ້ຍິນພຣະທໍາແລະເຄີຍພຽງແຕ່ຍອມຮັບມັນ ເທົ່ານັ້ນ” (J. Vernon McGee, Th.D., Thru the Bible, volume IV; note on Matthew 13:22). ດັ່ງນັ້ນມີພຽງປະເພດທີ່ສີ່ເທົ່ານັ້ນທີ່ເປັນຄົນທີ່ລອດແທ້, ສ່ວນພວກທີ່ເຫຼືອແມ່ນຍັງບໍ່ລອດ.

ໃນຄໍາອຸປະມາ“ເມັດພືດ”ຄືພຣະຄໍາຂອງພຣະເຈົ້າ, ດຣ.ແມັກກີ້ໄດ້ກ່າວວ່າ“ຈົ່ງສັງ ເກດບ່ອນທີ່ເມັດພືດຕົກ, ມັນຕົກລົງໃນດິນສີ່ປະເພດ - ສາມໃນສີ່ນັ້ນບໍ່ໄດ້ໃຫຍ່ຂື້ນ - ພວກມັນຕາຍລົງ, ບໍ່ມີຫຍັງຜິດພາດກັບເມັດພືດແຕ່ບັນຫາກໍຄືດິນ” ບ່ອນທີ່ເມັດພືດຕົກລົງ ແຄມທາງກໍຄືຄົນທີ່ໄດ້ຍິນພຣະທໍາແລະພະຍາມານກໍມັກຍາດມັນໄປທັນທີ, ພວກເຂົາເປັນ ຕົວແທນຄົນເຫຼົ່ານັ້ນທີ່ມາໂບດສອງສາມເທື່ອແຕ່ບໍ່ມີຫຍັງເກີດຂື້ນ, ປະເພດທີ່ສອງແມ່ນຄົນ ເຫຼົ່ານັ້ນບ່ອນທີ່ພຣະທໍາຕົກລົງໄປໃນບ່ອນທີ່ມີຫີນ,ຜູ້ທີ່ເບິ່ງຄືວ່າຮັບເອົາພຣະທໍາແຕ່ຫຼົງໄປ ຢ່າງໄວວາໃນຂະນະທີ່ພວກເຂົາຖືກທົດສອບໂດຍບັນຫາຕ່າງໆຫຼືການຂົ່ມເຫງ, ປະເພດທີ່ ສາມແມ່ນຄົນເຫຼົ່ານັ້ນທີ່ຕ້ອນຮັບເອົາເມັດພືດທີ່ຢູ່ກາງໜາມ, ພວກເຂົາໄດ້ຍິນພຣະທໍາແລະ ເບິ່ງຄືວ່າກັບໃຈໃໝ່ແລ້ວ, ເຊີນຟັງໜັງສືລູກາ 8:14.

“ທີ່ຕົກກາງໜາມນັ້ນໄດ້ແກ່ຄົນເຫລົ່ານັ້ນທີ່ໄດ້ຍິນແລ້ວອອກໄປແລະຄວາມກັງວົນເລື່ອງຊັບສົມບັດຄວາມສະໜຸກສະໜານແຫ່ງຊີວິດນີ້ກໍປົກຄຸມເຂົາ ຜົນຂອງເຂົາຈຶ່ງບໍ່ເຕີບໂຕ”(ລູກາ 8:14)

ພຣະຄໍາຂອງພຣະເຈົ້າຖືກ“ຮັດ” – “ຮັດດ້ວຍຄວາມກັງວົນເລື່ອງຊັບສົມບັດ,ຄວາມສະໜຸກສະໜານແຫ່ງຊີວິດນີ້ ຜົນຂອງເຂົາຈຶ່ງບໍ່ເຕີບໂຕ”(ຫຼືໃຫຍ່) ລູກາ 8:14 ດຣ.ແມັກອາເທີເຖິງແມ່ນຈະເວົ້າຜິດໃນເລື່ອງພຣະໂລຫິດແຕ່ພັດເວົ້າຖືກໃນລູກາ 8:14, ລາວເວົ້າວ່າ“ຄົນສອງຈິດສອງໃຈພວກນີ້(ຢາໂກໂບ 1:8) ຖືກທໍາລາຍດ້ວຍສິ່ງຂອງຊົ່ວຄາວຕ່າງໆ(ຂອງໂລກ) - ຄວາມສະໜຸກສະໜານທີ່ບາບ,ຄວາມຢາກ,ຄວາມປາດຖະໜາ,ຄວາມທະເຍີທະ ຍານ ,ອາຊີບ,ເລື່ອງບ້ານເຮືອນ,ລົດ,ກຽດ,ຄວາມສໍາພັນ,ຊື່ສຽງ -ທຸກຢ່າງຊື່ງມາຮັດເອົາເມັດພືດແຫ່ງຂ່າວປະເສີດເພື່ອທີ່ພວກເຂົາຈະບໍ່ເກີດຜົນໃຫຍ່ໄດ້...ນີ້ຄືໃຈທີ່ໝົກມຸ່ນໃນສິ່ງຂອງໆໂລກ“ຖືກຮັດໂດຍຄວາມກັງວົນ,ຄວາມລໍ່າລວຍແລະຄວາມສະໜຸກສະໜານຂອງຊີວິດນີ້ິ” (The MacArthur New Testament Commentary; note on Luke 8:14).

ມັນງ່າຍທີ່ຈະເຫັນວ່າແມ່ນໃຜຄືປະເພດທີ່ໜື່ງ “ຊາຕານກໍມາຍາດເອົາພຣະວັດຈະ ນະຊື່ງຫວ່ານໃນໃຈຂອງເຂົານັ້ນໄປເສຍ”(ມາລະໂກ 4:15),ພວກເຂົາໄດ້ຍິນຄໍາເທດສະ ໜາສອງສາມເທື່ອແລ້ວພວກເຮົາກໍບໍ່ເຫັນເຂົາອີກເລີຍ, ເຊັ່ນກັນມັນງ່າຍຫຼາຍທີ່ຈະເຫັນວ່າ ປະເພດທີ່ສອງແມ່ນໃຜ, ພວກເຂົາເບິ່ງຄືວ່າລອດແລ້ວແຕ່“ທົນໄດ້ຊົ່ວຄາວ ພາຍຫຼັງເມື່ອ ເກີດ[ບັນຫາ]ແລະການຂົ່ມເຫງເກີດຂື້ນ...ພວກເຂົາ[ລົ້ມເລີກໄປເອັນໄອວີ]” (ມາລະໂກ 4:17.

ແຕ່ມັນໃຊ້ເວລາດົນທີ່ຈະບອກວ່າແມ່ນໃຜເປັນຄົນທີ່ມີ“ພື້ນດິນທີ່ມີໜາມ”,ໃນຄຣິສ ຕະຈັກແບັບຕິດສະໄໝໃໝ່ຂອງເຮົາ(ແມ່ນແຕ່ຂອງພວກເຮົາ)ເຮົາເຫັນພວກເຂົາຍອມຮັບ ໂດຍຄວາມເຊື່ອ,ຫຼາຍເທື່ອມັນແມ່ນການຍອມຮັບຊື່ງລວມເຖິງບັນຫາແລະນໍ້າຕາ,ພວກເຂົາ ຮຽນຮູ້ຄືກັບເດັກນ້ອຍ ຫຼືຄືພວກໄວ້ລຸ້ນທີ່ພວກເຂົາຈະຜ່ານກັບບັນຫາກ່ອນທີ່ຈະມາຫາພຣະ ຄຣິດ, ພວກເຂົາກໍຈະເວົ້າວ່າພວກເຂົາມີຫົວໃຈໃໝ່ແລະຄວາມປາດຖະໜາໃໝ່ທີ່ຈະຮັບໃຊ້ ພວກເຂົາແມ່ນກະທັ່ງເຮັດໃຫ້ຂ້າພະເຈົ້າໂງ່ຫຼາຍເທື່ອ, ພວກເຂົາເບິ່ງຄືວ່າຈິງໃຈແທ້, ພວກ ເຂົາເບິ່ງຄືວ່າເປັນຄຣິສຕຽນທີ່ຍິ່ງໃຫຍ່, ຈົນກະທັ່ງພວກເຂົາກາຍມາເປັນຄົນໜຸ່ມຜູ້ໃຫຍ່, ຕໍ່ ມາສຽງແຕກໂປະໃນຄໍາພະຍານຂອງພວກເຂົາກໍເລີ່ມປາກົດຂື້ນມາ, ພໍ່ແມ່ຂອງພວກເຂົາກໍ ເອົາເງີນໃຫ້,ພວກເຂົາຖືກເອົາຫ້ອງເຊົ່າທີ່ບໍ່ຕ້ອງຈ່າຍຢູ່ໃນບ້ານພໍ່ແມ່ຂອງເຂົາເຈົ້າໃຫ້,ພວກ ເຂົາມີເງີນເພື່ອໃຊ້ຈ່າຍ, ຕໍ່ມາເມື່ອພວກເຂົາຮຽນຈົບວິທະຍາໄລ, ຕອນນີ້ພວກເຂົາກໍໄດ້ ເຮັດວຽກແລະຖ້າພວກເຂົາຮຽນຈົບພວກເຂົາກໍຢືມເງີນທະນາຄານໄດ້, ຕອນນີ້ພວກເຂົາ ເຫັນຄວາມຫວັງຂອງການເປັນ“ອິດສະຫຼະ” - ແບບທີ່ເຂົາເອີ້ນມັນ, ມັນຄືຕອນທີ່ສຽງແຕກ ໂປະດັງຂື້ນຢູ່ໃນຄໍາພະຍານຂອງເຂົາເລີ່ມເປັນທີ່ສັງເກດ, ເມື່ອກ່ອນພວກເຂົາຈະບໍ່ມີຄວາມ ຄິດທີ່ຈະເຮັດມັນຫຼືເຊື່ອຈັກຢ່າງທີ່ບັນພະບຸລຸດຂອງພວກເຂົາຫຼືສິດຍາພິບານຂອງເຂົາບໍ່ເຫັນດ້ວຍ, ມັນສວາຍເກີນໄປທີ່ພວກຜູ້ນໍາຄຣິສເຫັນວ່າພວກເຂົາກໍາລັງເດີນທາງຜິດ, ບໍ່ມີການ ຢຸດຢັ້ງເຂົາເຈົ້າຕອນນີ້ຊື່ງເຂົາເຈົ້າບໍ່ຕ້ອງການການຊ່ວຍເຫຼືອຂອງເຮົາ, ເທື່ອລະໜ້ອຍພວກ ເຂົາກໍໂຍນຖີ້ມຄວາມກະລືລື້ລົ້ນແລະຄວາມຮັກທີ່ມີຕໍ່ພຣະຄຣິດໄປແລະພວກເຂົາ “ຫ່ວງໃຍ ກັບການທໍາມາຫາກິນຂອງເຂົາໃນຊີວິດນີ້”(2 ຕີໂມທຽວ 2:4),ຖ້າພວກຜູ້ນໍາຂອງຄຣິສຕະ ຈັກພະຍາຍາມທີ່ຈະພາເຂົາກັບມາສູ່ຄວາມປອດໄພ,ພວກເຂົາກໍກັບໃຈຮ້າຍແລະ ຂື່ນຂົມ ຫຼັງຈາກນັ້ນຊາຕານກໍເຂົ້າມາແລະເລີ່ມຊຶມໃສ່ຫູເຂົາວ່າ“ຢ່າໄປຟັງເຂົາ! ເຂົາຊິໄປຮູ້ຫຍັງ?” ດັ່ງນັ້ນສຸດທ້າຍພວກເຂົາກໍແລ່ນເຂົ້າສູ່ແຂນຂອງພະຍາມານແລະໂລກ ພວກເຂົາເວົ້າວ່າ “ຂ້ອຍບໍ່ໄດ້ປະໂບດໄປ” - ສໍ່າກັບວ່າການອອກໄປຈາກຄຣິສຕະຈັກເປັນພຽງແຕ່ບາບດຽວ ເທົ່ານັ້ນ! ແຕ່ໃຈຂອງເຂົາຖີ້ມພຣະຄຣິດແລ້ວ!

ອຸດຊີຢາມີອາຍຸພຽງແຕ່ສິບຫົກປີຕອນທີ່ພວກເຮົາພົບລາວຢູ່ໃນພຣະຄໍາພີ, ຕອນທີ່ ລາວຍັງໜຸ່ມ“ລາວເຮັດສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະເຈົ້າ”(2 ພົງສາວະດານ 26:4), ຜູ້ທໍານວາຍເສຄາຣິຢາຄືສິດຍາພິບານຂອງລາວ, “ແລະຕາບໃດທີ່ທ່ານສະແຫວງ ຫາພຣະເຈົ້າ ພຣະເຈົ້າຊົງກະທໍາໃຫ້ທ່ານຈະເລີນຂື້ນ”(2 ພົງສາວະດານ 26:5)ແລະພວກ ເຮົາຖືກບອກວ່າ“ທ່ານໄດ້ຮັບຄວາມຊ່ວຍເຫຼືອຢ່າງອັດສະຈັນຈົນທ່ານເຂັ້ມແຂງ” ແຕ່ຕໍ່ມາ “ເມື່ອທ່ານເຂັ້ມແຂງແລ້ວ ໃຈຂອງທ່ານກໍຖືກຍົກຂື້ນສູ່ການທໍາລາຍຂອງທ່ານ - ໃຈຂອງ ທ່ານເຍີຫຍີ່ງອວດຕົວຫຼາຍຈົນທ່ານເປັນຄົນບໍ່ສັດຊື່ຕໍ່ພຣະເຈົ້າຂອງທ່ານ”(2 ພົງສາວະດານ 26:16 ເຄເຈວີ,ເອັນເອເອັສວີ),ເມື່ອທ່ານເຂັ້ມແຂງ,ໃຈຂອງທ່ານກໍເຍີຫຍີ່ງຫຼາຍຈົນເຮັດໃຫ້ ທ່ານຫຼົງເຈີນໄປ! ແລະພຣະເຈົ້າຊົງຟາດອຸດຊີຢາແລະທ່ານກໍ“ເປັນໂລກຂີ້ທູດຈົນຮອດມື້ ຕາຍ”(2 ພັງສາວະດານ 26:21).

ຊີວິດຂອງອຸດຊີຢາຖືກມອບແກ່ເຮົາໂດຍພຣະເຈົ້າເພື່ອເປັນຕົວຢ່າງ,ລາວເປັນພາບ ຂອງຄົນໜຸ່ມຊາຍຫຼື ຍິງທີ່ປ່ອຍໃຫ້ໜາມໃຫຍ່ຂື້ນຮັດພຣະຄໍາຂອງພຣະເຈົ້າທີ່ຢູ່ໃນໃຈຂອງ ເຂົາ, ພວກເຂົາຖືກຮັດດ້ວຍຄວາມກັງວົນ, ແລະຄວາມປາດຖະໜາຢາກໄດ້ເງີນຫຼາຍ ຂື້ນຄືຄວາມຈໍາເປັນແລະຄວາມຫຍຸ້ງຍາກທີ່ເປັນຫາຍະນະຂອງວິນຍານຢ່າງເຊັ່ນ ມະເຮັງ, ເທື່ອລະເລັກລະໜ້ອຍກໍກັດກິນຮ່າງກາຍ,ດັ່ງນັ້ນໜາມພວກນີ້ຂື້ນຊ້າແຕ່ແນ່ນອນຮັດຈິດໃຈ ຂອງຜູ້ຄົນທີ່ປ່ອຍໃຫ້ມັນເຂົ້າມາ, ຄວາມຮັກຂອງທ່ານເຢັນຊ່າຂື້ນບໍ? ທ່ານກາຍມາເປັນ ແບບຊາວໂລກບໍ? ທ່ານກໍາລັງກາຍເປັນຄົນກະບົດບໍ? ທ່ານຢູ່ໃນສະຖານທີ່ທີ່ຊົ່ວຮ້າຍກວ່າ ທີ່ທ່ານເຄີຍເປັນບໍ? ຈົ່ງຫັນຫຼັງຈາກແບບຊາວໂລກຂອງທ່ານ, ຈົ່ງຫັນກັບຈາກການກະບົດ ຂອງທ່ານ, ຈົ່ງຫັນກັບມາ, ຈົ່ງກັບໃຈ, ເປັນຫຍັງຈື່ງສືບຕໍ່ເປັນແບບທີ່ເຄີຍເປັນໃນເມື່ອທ່ານ ຍັງສາມາດມີສັນຕິສຸກໃນພຣະຄຣິດໄດ້? - ຖ້າທ່ານຫັນກັບຈາກການກະບົດ,ຄວາມຫຍິ່ງ ຂອງທ່ານແລ້ວລົ້ມລົງທີ່ພຣະບາດຂອງພຣະອົງຊື່ງຕາຍເພື່ອຊ່ວຍທ່ານໃຫ້ລອດ.

“ແລະເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:12

ຄໍາອຸປະມາເລື່ອງຜູ້ຫວ່ານພືດໄດ້ໃຫ້ເພື່ອ - “ກວດສອບຕົວທ່ານເອງເພື່ອໃຫ້ຄົ້ນຫາວ່າ ທ່ານຢູ່ໃນກຸ່ມໃດ, ຖ້າທ່ານເປັນກຸ່ມທີ່ໜື່ງໃນສາມກຸ່ມນັ້ນທ່ານຈະຕ້ອງກັບໃຈໃໝ່” ຫຼືຢ່າງ ໜ້ອຍ“ເຈົ້າຈົ່ງລະນຶກວ່າເຈົ້າໄດ້ຮັບແລະໄດ້ຍິນອັນໃດ ຈົ່ງຢຶດໄວ້ໃຫ້ໝັ້ນແລະກັບໃຈໃໝ່” (ພະນິມິດ 3:3), ຢ່າງໜ້ອຍກໍຈົ່ງອຸທິດຊີວິດຂອງທ່ານຄືນແດ່ພຣະຄຣິດແລະກັບໃຈໃໝ່ ກ່ອນທີ່ທ່ານຈະກາຍມາເປັນຄົນທີ່ມີ“ພື້ນດິນທີ່ມີໜາມ” ! (William Hendriksen, Th.D., The Gospel of Luke, Baker Book House, 1978, p. 429; note on Luke 8:14

ທ່ານຄວນຈະເວົ້າວ່າ“ໂອພຣະເຈົ້າຂ້າພະອົງຂໍຫັນຫຼັງໃຫ້ຄວາມອວດຕົວ ແລະການ ກະບົດຂອງຂ້າ! ໂອພຣະເຈົ້າໂຜດຊໍາລະຂ້າໃຫ້ສະອາດໂດຍພຣະໂລຫິດຂອງພຣະຄຣິດ!” “ຂໍຊົງສ້າງໃຈສະອາດພາຍໃນຂ້າພະອົງ”(ເພງສັນລະເສີນ 51:10)

ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ 4 ຢູ່ໃນປື້ມເພງຂອງທ່ານ.

“ພຣະບິດາຂ້າງເທິງຕັດວ່າ“ຈົ່ງມອບໃຈຂອງເຈົ້າໃຫ້ເຮົາ”
ບໍ່ມີຂອງຂວັນໃດປະເສີດຕໍ່ພຣະອົງເຊັ່ນຄວາມຮັກຂອງເຮົາ
ພຣະອົງຊຶມຫູເບົາໆ ບໍ່ວ່າເຈົ້າຈະຢູ່ໃສ
“ຈົ່ງວາງໃຈເຮົາແລະມອບໃຈຂອງເຈົ້າໃຫ້ເຮົາ”
“ຈົ່ງມອບໃຈຂອງເຈົ້າແກ່ເຮົາ ມອບໃຈຂອງເຈົ້າແກ່ເຮົາ”
ຟັງສຽງຊຶທ“ມໃສ່ຫູເບົາໆ ບໍ່ວ່າເຈົ້າຈະຢູ່ໃສ
ຈາກໂລກທີ່ມືດມົນນີ້ພຣະອົງຈະຊັກນໍາທ່ານມາ
ຕັດໂດຍສຽງອ່ອນຫວານວ່າ“ຈົ່ງມອບໃຈຂອງທ່ານແກ່ເຮົາ”

“ພຣະຜູ້ຊ່ວຍຂອງມະນຸດຕັດວ່າ“ຈົ່ງມອບໃຈຂອງເຈົ້າໃຫ້ເຮົາ”
ຊົງຮ້ອງດ້ວຍຄວາມເມດຕາຫຼາຍຕໍ່ຫຼາຍເທື່ອ
“ຈົ່ງຫັນກັບຈາກຄວາມບາບ ແລະອອກຈາກຄວາມຊົ່ວຮ້າຍ
ເຮົາບໍ່ໄດ້ຕາຍເພື່ອທ່ານບໍ? ຈົ່ງມອບໃຈຂອງເຈົ້າແກ່ເຮົາ”
“ຈົ່ງມອບໃຈຂອງເຈົ້າແກ່ເຮົາ ມອບໃຈຂອງເຈົ້າແກ່ເຮົາ”
ຟັງສຽງຊຶທ“ມໃສ່ຫູເບົາໆ ບໍ່ວ່າເຈົ້າຈະຢູ່ໃສ
ຈາກໂລກທີ່ມືດມົນນີ້ພຣະອົງຈະຊັກນໍາທ່ານມາ
ຕັດໂດຍສຽງອ່ອນຫວານວ່າ“ຈົ່ງມອບໃຈຂອງທ່ານແກ່ເຮົາ”

“ພຣະວິນຍານພຣະເຈົ້າຕັດວ່າ“ຈົ່ງມອບໃຈຂອງເຈົ້າໃຫ້ເຮົາ”
ທຸກສິ່ງທີ່ເຈົ້າມີ ຈົ່ງມອບໄວ້ກັບການຮັກສາຂອງເຮົາ
ພຣະຄຸນອັນມາກມາຍເປັນຂອງເຮົາເພື່ອບອກໃຫ້ຮູ້
ຈົ່ງອຸທິດຢ່າງເຕັມລົ້ນແລະມອບໃຈຂອງເຈົ້າແກ່ເຮົາ”
“ຈົ່ງມອບໃຈຂອງເຈົ້າແກ່ເຮົາ ມອບໃຈຂອງເຈົ້າແກ່ເຮົາ”
ຟັງສຽງຊຶທ“ມໃສ່ຫູເບົາໆ ບໍ່ວ່າເຈົ້າຈະຢູ່ໃສ
ຈາກໂລກທີ່ມືດມົນນີ້ພຣະອົງຈະຊັກນໍາທ່ານມາ
ຕັດໂດຍສຽງອ່ອນຫວານວ່າ“ຈົ່ງມອບໃຈຂອງທ່ານແກ່ເຮົາ”

ຖ້າທ່ານຍັງບໍ່ທັນກັບໃຈໃໝ່ເທື່ອ,ຂ້າພະເຈົ້າຂໍຮ້ອງໃຫ້ທ່ານຫັນຫຼັງຈາກຄວາມບາບຂອງທ່ານແລ້ວວາງໃຈໃນພຣະເຢຊູ, ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມ ຜິດບາບຂອງທ່ານ, ພຣະອົງຊົງຟື້ນຂື້ນຈາກຄວາມຕາຍເພື່ອມອບຊີວິດນິດນິລັນໃຫ້ແກ່ ທ່ານ, ຂ້າພະເຈົ້າຫວັງວ່າທ່ານຈະວາງໃຈໃນພຣະອົງແລະມີຊີວິດຢູ່ເພື່ອພຣະອົງ, ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມາລະໂກ 4:13-20.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Take My Life and Let It Be” (by Frances R. Havergal, 1836-1879).

ໂຄງຮ່າງບົດເທດສະໜາ

ໃຈຂອງທ່ານເປັນພື້ນໜາມບໍ?

IS YOUR HEART THORNY GROUND?

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ແລະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳນວນ ຫລາຍຈະເຢັນຊ່າລົງ”(ມັດທາຍ 24:12)

(2 ຕີໂມທຽວ 3:1-5)

I.   ໜື່ງ ເມື່ອໃດທີ່ພຣະຄຣິດບອກວ່າເລື່ອງນີ້ຈະເກີດຂື້ນ? ມັດທາຍ 24:3.

II.  ສອງ ເປັນຫຍັງພຣະຄຣິດຈື່ງຕັດວ່າເລື່ອງນີ້ຈະເກີດຂື້ນ? ມັດທາຍ 24:10,11,12.

III.  ສາມ ແມ່ນໃຜຄືຄົນຈໍານວນຫຼາຍທີ່ຈະເຢັນຊ່າຂື້ນ? ລູກາ 8:14; ຢາກອບ 1:8; ມາລະໂກ 4:15,17; 2 ຕີໂມທຽວ 2:4; 2 ພົງສາວະດານ 26:4,5,16,21; ເພງສັນລະເສີນ 51:10;ພະນິມິດ 3:3.