Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການອົດອາຫານແລະອະທິຖານໃນຍຸກສຸດທ້າຍ

FASTING AND PRAYER IN THE LAST DAYS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 24/4/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 24, 2016


ຂໍເຊີນເປີດກັບຂ້າພະເຈົ້າໃນໜັງສືມັດທາຍ 24:12, ຂໍ້ນີ້ໄດ້ປອບໃຈຂ້າພະເຈົ້າ ເປັນເວລາກວ່າຫ້າສິບປີມາແລ້ວ,ເຊີນອ່ານດັງໆ.

“ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ”(ມັດທາຍ 24:12)

ເປັນຫຍັງຂໍ້ທີ່ເປັນຕາຢ້ານຈື່ງປອບໃຈຂ້າພະເຈົ້າລະ? ເພາະມັນສະແດງໃຫ້ເຫັນຢ່າງຊັດ ເຈນເຖິງສະພາບການຂອງຄຣິສຕະຈັກຫຼາຍແຫ່ງໃນຍຸກສຸດທ້າຍ, ມັນບໍ່ມີອັນໃດທີ່ຄຣິສ ຕຽນທີ່ດີຈະໄປກັງວົນເຖິງມັນ, ນີ້ແມ່ນຫົນທາງທີ່ພຣະເຢຊູບອກວ່າມັນຈະເກີດຂື້ນໃນຍຸກ ສຸດທ້າຍ, ຄໍາວ່າ“ຄວາມຊົ່ວ”ໝາຍເຖິງ“ບໍ່ມີກົດໝາຍ” ມັນຄື“ອະໂນເມຍ”-ໝາຍເຖິງ “ການລ່ວງລໍ້າ”ຫຼື“ການລະເມີດ”ກົດຕ່າງໆແຫ່ງພັນທະສັນຍາໃໝ່, ມັນໝາຍຄວາມວ່າຄຣິສ ຕະຈັກຫຼາຍແຫ່ງຂອງຍຸກສຸດທ້າຍຈະບໍ່ຕາມຄໍາສອນຂອງພຣະຄໍາພີ, ຜົນຂອງການບໍ່ມີກົດ ໝາຍນີ້“ຄວາມຮັກຂອງຄົນເປັນຈໍານວນຫຼາຍຈະເຢັນຊ່າລົງ” ການແປທັນສະໄໝອັນໜື່ງໄດ້ ແປມັນແຂງກວ່ານີ້ວ່າ“ຄວາມຮັກຂອງຄົນສ່ວນຫຼາຍຈະເຢັນຊ່າລົງ”(ເອັນໄອວີ), ແປຄໍາວ່າ “ຄວາມຮັກ”ແມ່ນມີຄວາມສໍາຄັນຫຼາຍ, ມັນມາຈາກພາສາກຣີກ“ອາກາເປ”-ຊື່ງແມ່ນຄໍາທີ່ ໃຊ້ພິເສດສະເພາະຄວາມຮັກຂອງຄຣິສຕຽນ, ວິນເອີ້ນມັນວ່າ“ໂຕລະຄອນຄໍາຂອງຊາວ ຄຣິສຕຽນ” ດຣ.ເຮັນຣີ່ເອັມມໍຣິສໄດ້ໝາຍເຫດໃນເລື່ອງຄຣິສຕະຈັກລາວດີເຊຍແຫ່ງຍຸກສຸດ ທ້າຍວ່າ“ມີຄຣິສຕະຈັກໃຫຍ່ແລະລວຍເປັນຈໍານວນຫຼາຍໃນປະຈຸບັນນີ້ທີ່ເປັນຂ່າວປະເສີດ ແລະເປັນແບບພຽງໃນນາມພຣະຄໍາພີເທົ່ານັ້ນ...ຊື່ງຝ່າຍວິນຍານຈືດຈາງ”(ການສຶກສາ ພຣະຄໍາພີຂອງນັກປ້ອງກັນໝາຍເຫດໃນພະນິມິດ3:17)ຄຣິສຕະຈັກຂອງພວກຂ່າວປະ ເສີດ ແລະເນັ້ນຮາກຖານເດີມເຫຼົ່ານີ້ຖືກອະທິບາຍໃນພະນິມິດ 3:17 ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນໜ້າເວດທະນາ ເປັນຄົນຕໍ່າຊ້າ ເປັນຄົນຂັດສົນ ເປັນຄົນຕາບອດ ແລະເປືອຍກາຍຢູ່”

ໜື່ງໃນການທົດສອບທີ່ງ່າຍທີ່ປະຍຸກໃຊ້ກັບຄຣິສຕະຈັກຕ່າງໆຄື-ພວກເຂົາມີຄວາມ ຮັກ“ອາກາເປ”ບໍ? ຄວາມຮັກພວກເຂົາຢູ່ໃນຄຣິສຕະຈັກບໍ? ຄວາມຮັກພວກເຂົາຢູ່ໃນການ ສາມັກຄີທໍາກັບພວກພີ່ນ້ອງຊາຍຍິງໃນພຣະຄຣິດບໍ? ພວກເຂົາຫຼາຍຄົນບໍ່ມີ, ໜື່ງໃນເລື່ອງ ທີ່ໜ້າເສົ້າທີ່ສຸດຢູ່ໃນຄຣິສຕະຈັກແບັບຕິດຂອງພວກເຮົາຫຼາຍແຫ່ງກໍຄືວ່າພວກເຂົາເລີກມີ ການນະມັດສະການຕອນແລງວັນອາທິດ, ນີ້ເປັນເລື່ອງປົກກະຕິຫຼາຍຈົນດຣ.ເຄແກນບໍ່ສາ ມາດພົບຄຣິສຕະຈັກໃດໜື່ງຢູ່ໃນເມືອງດາລັສລັດເທັກຊັສທີ່ມີການນະມັດສະການແລງວັນ ອາທິດໄດ້! ບາງເທື່ອອາດຈະມີບ່ອນໜື່ງແຕ່ລາວຫາມັນບໍ່ພົບ! ຄຣິສຕະຈັກເຟີສແບັບຕິດ ຂອງດຣ.ດັບໂບຢູ.ເອ.ຄຣິສແວວຜູ້ຍິ່ງໃຫຍ່ຕອນນີ້ບໍ່ມີການນະມັດສະການແລງວັນອາທິດ, ຄຣິສຕະຈັກແບັບຕິດກາລິລີທີ່ຢູ່ໃນຊານເມືອງດາລັສຂອງດຣ.ຈອນອາໄຣຜູ້ຍິ່ງໃຫຍ່ປາກົດ ວ່າໄດ້ຍົກເລີກການນະມັດສະການແລງວັນອາທິດຂອງພວກເຂົາໄປເຊັ່ນກັນ, ດຣ.ເຄແກນ ໄດ້ເວົ້າວ່າ“ມັນແປກໃຈທີ່ມີຄຣິສຕຽນຍຸກເດີມໜ້ອຍແມ່ນແຕ່ໃນສະຖານທີ່ເຊັ່ນເມືອງດາລັສ ເທັກຊັສ - ເລິກລົງໄປໃນແຖວທີ່ຮັດແໜ້ນດ້ວຍພຣະຄໍາພີ”

ແມ່ນແຕ່ຄຣິສຕະຈັກເນັ້ນຮາກເດີມບາງແຫ່ງກໍໄປຕາມຫົນທາງນີ້,ໃນມໍ່ໆນີ້ຂ້າພະ ເຈົ້າກໍຕົກໃຈທີ່ໄດ້ຍິນວ່າຄຣິສຕະຈັກທີ່ມີຊື່ສຽງໃນກຸ່ມແບັບຕິດສາມັກຄີທໍາຮາກຖານເດີມໄດ້ຍົກເລີການນະມັດສະການແລງວັນອາທິດຂອງເຂົາ, ຕອນນີ້ພວກເຂົາກິນແຊນວິດຫຼັງ ຈາກເລີກນະມັດສະການຊ່ວງເຊົ້າ,ຕາມດ້ວຍການສຶກສາພຣະຄໍາພີເວລາບ່າຍ 1:30, ນັກ ເທດຄົນໜື່ງເວົ້າວ່າ“ພວກເຂົາໄດ້ຮັບພຣະຄໍາພີຫຼາຍ”-ສໍ່າກັບວ່າ“ການໄດ້ຮັບພຣະຄໍາພີ”ຄື ເຫດຜົນດຽວທີ່ໄປໂບດ! ພວກແບັບຕິດບູຮານມີການນະມັດສະການຂ່າວປະເສີດທຸກແລງ ວັນອາທິດພ້ອມກັບການທີ່ຄົນຂອງພວກເຂົາພາຄົນທີ່ຍັງບໍ່ເຊື່ອເຂົ້າມາຟັງຂ່າວປະເສີດ, ພວກແບັບຕິດສະໄໝເກົ່າມີການສາມັກຄີທໍາອັນຍິ່ງໃຫຍ່ໃນແລງວັນອາທິດ, ຂ້າພະເຈົ້າເຖົ້າ ພໍທີຈະຈື່ໄດ້, ດຽວນີ້ເບິ່ງຄືວ່າທຸກສິ່ງທີ່ພວກເຂົາຕ້ອງການກໍຄື“ໄດ້ພຣະຄໍາພີ” ພວກເຂົາສາ ມາດ“ໄດ້ຮັບ”ພຣະຄໍາພີຫຼາຍຂື້ນຖ້າພວກເຂົາຢູ່ບ້ານແລະຟັງດຣ.ເຈ.ເວີນັນແມັກກີ້ທາງວິທະຍຸ! ແຕ່ມັດທາຍ 24:12 ບໍ່ໄດ້ເວົ້າວ່າ“ພວກເຂົາຈະໄດ້ຮັບພຣະຄໍາພີໜ້ອຍ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ” ບໍ່! ບໍ່ເລີຍ ແຕ່ເວົ້າວ່າ“ຄວາມຮັກ(ອາກາເປ)ຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ”ການສາ ມັກຄີທໍາອາກາເປຄືສິ່ງທີ່ຂາດຫາຍໄປຢ່າງສີ້ນເຊີງໃນຄຣິສຕະຈັກແບັບຕິດຫຼາຍແຫ່ງທີ່ຍົກ ເລີກການນະມັດສະການແລງວັນອາທິດ, ພາຍໃນສອງສາມປີຫຼືໜ້ອຍກວ່ານັ້ນຄຣິສຕະຈັກແບັບຕິດພວກນີ້ກໍຈະເປັນໝັນ ແລະ ບໍ່ມີຊີວິດຄືກັບພວກສະຫະເມໂຕດິສແລະສະຫະເພຣສໄບທິຣຽນທີ່ເລີກມີການນະມັດສະການຕອນແລງວັນອາທິດຂອງຕົນປະມານ 50 ປີກ່ອນ, ເບິ່ງຄືວ່າເປັນເລື່ອງສະຫຼາດທີ່ຈະເຮັດແຕ່ມັນພັດຂ້າພວກເຂົາ! ເປັນເວລາຫຼາຍປີທີ່ພວກເຂົາໄດ້ສູນເສຍສະມາຊິກຫຼາຍລ້ານຄົນໄປ, ບໍ່ສົງໄສເລີຍທີ່ພວກແບັບຕິດໃຕ້ສູນເສຍສະມາຊິກກວ່າ 250,000 ຄົນປີກາຍນີ້, ບໍ່ມີການສາມັກຄີທໍາ, ບໍ່ມີຄວາມຮັກ ແລະບໍ່ມີເຫດຜົນສໍາຫຼັບຜູ້ຄົນທີ່ຈະໄປໂບດຂອງພວກເຂົາ, ແລະພວກເນັ້ນຮາກຖານເດີມກໍບໍ່ໄດ້ເຮັດຫຍັງດີກວ່າ.

ສິ່ງທັງໝົດນີ້ເກີດຂື້ນຕໍ່ຄຣິສຕະຈັກໃນເວລາດຽວກັນທີ່ອາເມລິກາກໍາລັງລົ້ມລົງທາງ ສິນລະທໍາແລະຝ່າຍວິນຍານ, ລິດອໍານາດຂອງຊາຕານແລະສະມຸນຂອງມັນໄດ້ຄອບ ຄອງຊາດຂອງເຮົາໃນຂະນະທີ່ພວກແບັບຕິດປິດການນະມັດສະການໃນແລງວັນອາທິດ ຂອງຕົນລົງດັ່ງນັ້ນຜູ້ຄົນຈື່ີງສາມາດເບິ່ງຂອງເກົ່າທີ່ບໍ່ໃຊ້ແລ້ວຢູ່ໂທລະພາບ ແລະ ໄປນອນ ໄວໆໄດ້! ຂໍພຣະເຈົ້າໂຜດຊ່ວຍເຮົາ! ຄຣິສຕະຈັກເຈັດແຫ່ງທີ່ຢູ່ໃນໜັງສືພະນິມິດຖືກທໍາ ລາຍຢ່າງຮາບຄາບໂດຍພວກມູສະລິມ, ຂ້າພະເຈົ້າຈະບໍ່ແປກໃຈຖ້າພວກມູສະລິມມານີ້ ແລ້ວທໍາລາຍຄຣິສຕະຈັກແບັບຕິດທັງໝົດຂອງພວກເຮົາເຊັ່ນກັນ! ແມ່ນຫຍັງຄືສິ່ງທີ່ຈະຢຸດ ພວກເຂົາລະ? ຜູ້ຄົນທີ່ຂີ້ຄ້ານຫຼາຍທີ່ຈະໄປໂບດຕອນແລງວັນອາທິດແນ່ນອນຈະບໍ່ຢຸດ ພວກເຂົາ? ເຂົາຈະເຮັດໄດ້ແນວໃດລະ?

ກອງທັບຕ່າງໆຂອງຊາຕານໄດ້ຈັບຄໍອາເມລິກາແລະຢູໂຣບບີບຢ່າງແໜ້ນໜາ! ພວກເຂົາກໍາລັງບີບຄໍຄຣິສຕະຈັກຫຼາຍແຫ່ງຂອງເຮົາຈົນຕາຍ! ນີ້ຄືຄໍາອະທິບາຍຂອງຜູ້ຄົນ ທີ່ຢູ່ໃນຍຸກສຸດທ້າຍທີ່ບັນທຶກໄວ້ໃນ 2 ຕີໂມທຽວ 3:1-5:

“ແຕ່ຈົ່ງເຂົ້າໃຈຂໍ້ນີ້ດ້ວຍ ຄືວ່າໃນວັນສຸດທ້າຍນັ້ນ ຈະເກີດເຫດການປີ້ນຍຸກ ເພາະວ່າຄົນຈະເປັນຄົນຮັກຕົນເອງ ເປັນຄົນເຫັນແກ່ເງີນ ເປັນຄົນອວດຕົວ ເປັນຄົນຈອງຫອງ ເປັນຄົນເວົ້າໝິ່ນປະມາດ ເປັນຄົນບໍ່ເຊື່ອຟັງຄຳບີດາມານດາ ເປັນຄະນໍກະຕັນຍູ ເປັນຄົນບໍ່ມີສິນລະທຳ ເປັນຄົນບໍ່ຮັກຊຶ່ງກັນແລະກັນ ເປັນຄົນບໍ່ເຮັດຕາມສັນຍາ ເປັນຄົນຫາຄວາມໃສ່ເຂົາ ເປັນຄົນບໍ່ມີສະຕິລັ້ງໃຈ ເປັນຄົນໂຫດຮ້າຍ ເປັນຄົນຊັງຄົນດີ ເປັນຄົນທໍລະຍົດ ເປັນຄົນຫົວແຂງ ເປັນຄົນຫົວສູງ ເປັນຄົນຮັກຄວາມສະໜຸກສະໜານຫຼາຍກວ່າຮັກພຣະເຈົ້າ ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດເສຍ ຄົນຢ່າງນີ້ທ່ານຈົ່ງຫັນໜ້າໜີຈາກເຂົາເສຍດ້ວຍ”(2 ຕີໂທທຽວ 3:1-5)

ການປະຖີ້ມຄວາມເຊື່ອເຫຼົ່ານີ້ທີ່ເອີ້ນວ່າ“ພວກຄຣິສຕຽນ”ກໍາລັງທໍາລາຍເສັ້ນໃຍສິນລະທໍາ ຂອງອາເມລິກາແລະຕາເວັນຕົກ, ພວກເຂົາຮັກພຽງແຕ່ຕົນເອງ, ພວກເຂົາຮັກພຽງແຕ່ເງີນ ພວກເຂົາເປັນຄົນກະບົດ,ບໍ່ຮູ້ຈັກບຸນຄຸນແລະບໍ່ບໍລິສຸດ,ພວກເຂົາມີຮູບແບບຂອງພຣະເຈົ້າ ພາຍນອກແຕ່ບໍ່ລິດເດດຈາກພຣະເຈົ້າ.

ຕອນນີ້ເຊີນຟັງ 2 ຕີໂມທຽວ 3:12,13 “ແທ້ຈິງທຸກຄົົນທີ່ປາດຖະຫນາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າໃນພຣະເຢຊູຄຣິດຈະຖືກກົດຂີ່ຂົ່ມເຫງ ແຕ່ຄົນຊົ່ວແລະຄົນມີເລ້ກົນຈະຊົ່ວຮ້າຍຫລາຍຍິ່ງຂຶ້ນ ທັງລໍ້ລວງຄົນອື່ນ ແລະກໍຖືກຄົນອື່ນລໍ້ລວງດ້ວຍ” (2 ຕີໂທທຽວ 3:12-13)

ພວກນີ້ຄືຄົນທີ່ພວກເຮົາກໍາລັງພະຍາຍາມຈະນໍາເຂົາມາເຖິງພຣະຄຣິດຢູ່ໃນຄຣິສຕະຈັກ ຂອງເຮົາ! ພວກເຮົາຈະເຮັດໄດ້ແນວໃດ! ມັນເປັນໄປບໍ່ໄດ້ສໍາຫຼັບມະນຸດ! ພວກເຮົາເຮັດ ວຽກດ້ວຍຫົວໃຈທີ່ຈະພາເຂົາມາໂບດ - ແຕ່ຈິດໃຈຂອງເຂົາມຶນງົງຫຼາຍກັບວິດີໂອເກມກັບ ໜັງທີ່ຮຸນແຮງຈົນເຂົາບໍ່ສາມາດແນມເບິ່ງຂ້າພະເຈົ້າໃນຂະນະທີ່ກໍາລັງເທດສະໜາສອງ ສາມເທື່ອທໍາອິດທີ່ພວກເຂົາມາໄດ້, ພວກເຂົາແນມເບິ່ງມືຂອງຕົນດ້ວຍການຈ້ອງຕາເບິ່ງ, ນິ້ວຂອງເຂົາກະຕຸກກະຕິກເພາະເຂົາບໍ່ມີມືຖືໃຫ້ຫຼີ້ນ! ຈິດໃຈຂອງເຂົາເປັນຄືກັບເຈ້ຍເປົ່າຄື ກັບມໍລັອກໃນໜັງຂອງເອັຈ.ຈີ.ແວວເລື່ອງ“The Time Machine.” ພວກເຂົາຕາຍຄືກັບພວກ ຊອມບີ້ທີ່ເຂົາເບິ່ງຢູ່ໂທລະພາບຕອນເດິກໆ!

ຕອນນີ້ຂໍໃຫ້ເຮົາເປີດລູກາ 4:18-19, ນີ້ຄືສິ່ງທີ່ພຣະເຢຊູມາເຮັດເພື່ອຄົນໜຸ່ມຄົນ ບາບໃນປະຈຸບັນນີ້, ຂ້າພະເຈົ້າຈະອ່ານໃຫ້ຟັງ, ພຣະເຢຊູຊົງຕັດວ່າ:

“`ພຣະວິນຍານແຫ່ງອົງພຣະຜູ້ເປັນເຈົ້າສະຖິດຢູ່ເທິງຂ້າພະເຈົ້າເພາະວ່າພຣະອົງໄດ້ຊົງເຈີມຕັ້ງຂ້າພະເຈົ້າໄວ້ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ ພຣະອົງໄດ້ຊົງໃຊ້ຂ້າພະເຈົ້າໃຫ້ຮັກສາຄົົນທີ່ຊອກຊ້ຳລະກຳໃຈ,ໃຫ້ຮ້ອງປະກາດອິດສະຫລະພາບແກ່ບັນດາຊະເລີຍເສິກ, ໃຫ້ປະກາດແກ່ຄົນຕາບອດວ່າຈະໄດ້ເຫັນອີກ,ໃຫ້ປ່ອຍຜູ້ຟົກຊ້ຳເປັນດສະຫລະ ແລະໃຫ້ປະກາດປີແຫ່ງຄວາມພໍພຣະໄທຂອງອົງພຣະຜູ້ເປັນເຈົ້າ”(ລູກາ 4:18-19)

ພຣະເຢຊູຊົງມາເຮັດສິ່ງເຫຼົ່ານັ້ນເພື່ອຄົນໜຸ່ມໃນປະຈຸບັນນີ້, ແຕ່ລິດຂອງຊາຕານເຂັ້ມແຂງ ຫຼາຍຈົນພຣະຄຸນທີ່ຊ່ວຍໃຫ້ພົ້ນຂອງພຣະຄຣິດບໍ່ສາມາດເຂົ້າໄປເຖິງທຸກຄົນໄດ້, ພວກເຮົາ ຈະຕ້ອງມີລິດອໍານາດແຫ່ງການຊົງສະຖິດຢູ່ນໍາຂອງພຣະເຈົ້າຫຼືພວກເຮົາບໍ່ມີມື້ທີ່ຈະຊ່ວຍ ເຂົາໄດ້! ພວກເຮົາສາມາດນໍາເຂົາມາໂບດເຕັມຄັນລົດຫຼາຍໆເທື່ອໄດ້-ແຕ່ມີໜ້ອຍຫຼາຍທີ່ຈະ ປະສົບກັບພຣະຄຸນຊ່ວຍໃຫ້ພົ້ນຂອງພຣະເຢຊູ! ມີໜ້ອຍຄົນທີ່ຈະໄດ້ຮັບຄວາມລອດ-ນອກ ຈາກວ່າພຣະເຈົ້າຊົງສົ່ງລິດອໍານາດໃຫຍ່ກວ່າລິດຂອງຊາຕານມາຄຣິສຕະຈັກຂອງເຮົາ!

ນັ້ນແລະຄືບ່ອນທີ່ການອົດອາຫານແລະການອະທິຖານເຂົ້າມາ! ພວກສາວົກບໍ່ສາ ມາດຊ່ວຍຊາຍໜຸ່ມທີ່ຢູ່ໃນມາລະໂກບົດທີ່ເກົ້າໄດ້, ລາວຖືກຈັບເປັນຊະເລີຍໂດຍພວກຜີ ມານ-ຄືກັບພວກເດັກນ້ອຍຫຼາຍຄົນທີ່ພວກເຮົາພາມາໂບດເພື່ອຟັງຂ່າວປະເສີດ, ເດັກຄົນນີ້ ຖືກພະຍາມານຄວບຄຸມ, ພຣະຄໍາພີຕັດວ່າຄົນໜຸ່ມທີ່ຫຼົງຫາຍທຸກຄົນທີ່ເຮົາພາມາໂບດ-ພວກເຂົາທຸກຄົນ-ເປັນຄົນຕາບອດແລະຖືກຄວບຄຸມໂດຍຊາຕານ - “ເຈົ້າຊາຍແຫ່ງອໍາ ນາດໃນອາກາດ ວິນຍານທີ່ເຮັດວຽກຢູ່ໃນລູກແຫ່ງການບໍ່ເຊື່ອຟັງ”(ເອເຟໂຊ 2:2),ຊາຍ ໜຸ່ມໃນມາລະໂກ 9 ຖືກພະຍາມານຄວບຄຸມເຊັ່ນກັນ, ພວກສາວົກບໍ່ມີລິດທີ່ຈະຊ່ວຍລາວ ໄດ້, ຂໍເຊີນເປີດໄປໃນມາລະໂກ 9:28,29 ເຊີນຢືນຂື້ນແລ້ວອ່ານສອງຂໍ້ນີ້ດັງໆ.

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຕັດຕອບເຂົາວ່າ ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກ ຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9: 28-29)

ເຊີນນັ່ງລົງໄດ້, “[ຜີ]ຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”

ຂ້າພະເຈົ້າໝັ້ນໃຈວ່າພວກເຮົາຈະບໍ່ສາມາດຊ່ວຍຄົນໜຸ່ມສ່ວນຫຼາຍໃຫ້ລອດໄດ້ ໂດຍການອະທິຖານພຽງຢ່າງດຽວ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” ທ່ານສາມາດແນ່ໃຈເຕັມທີ່ໄດ້ວ່າຄໍາວ່າ“ແລະການ ອົດອາຫານ”ແມ່ນຢູ່ໃນຕົ້ນສະບັບພາສາກຣີກ, ພວກນັກບວດຢອສຕິກທີ່ພະຍາມານຄວບ ຄຸມໄດ້ຕັດເອົາປະໂຫຍກນີ້ອອກໄປ,ຄຣິສຕະຈັກສະໄໝໃໝ່ຫຼາຍແຫ່ງທີ່ເອີ້ນວ່າພວກພຣະ ຄໍາພີສະໄໝໃໝ່ປະໂຫຍກນີ້ໄດ້ຖືກຕັດອອກໄປ, ເປັນຫຍັງລະ? ກໍເພາະວ່າພະຍາມານມັນ ຕ້ອງການປຸ້ນລິດອໍານາດຂອງພຣະເຈົ້າໄປຈາກຄຣິສຕະຈັກທັງຫຼາຍໃນຍຸກສຸດທ້າຍເພື່ອຮັກສາຄົນໜຸ່ມທີ່ສັບສົນຂອງມັນໄວ້ - ນັ້ນແລະທີ່ວ່າເປັນຫຍັງ!

“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:29)

ເຊີນນັ່ງລົງໄດ້.

ເອແມນ! ນັ້ນແລະທີ່ວ່າເປັນຫຍັງພວກເຮົາຈື່ງຕ້ອງອົດອາຫານແລະອະທິຖານ! ນັ້ນຄືຫົນທາງທີ່ຈະຮັບເອົາລິດເດດຂອງພຣະຄຣິດ! ນັ້ນຄືຫົນທາງທີ່ຈະໄດ້ຄົນຫຼົງຫາຍໃຫ້ ກັບໃຈໃໝ່, ນັ້ນຄືຫົນທາງທີ່ຈະປົດລັອກປະຕູແຫ່ງລິດເດດແລະພຣະຄຸນຂອງພຣະເຈົ້າ! ນັ້ນຄືຫົນທາງທີ່ຈະເອົາຊະນະຊາຕານແລະກໍາລັງຂອງພະຍາມານໄດ້!

“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”

ຮາເລລູຢາ! ພຣະເຈົ້າໄດ້ມອບດາບໃຫ້ກັບເຮົາເພື່ອປາບສັດຕູ, ແລະດາບນັ້ນກໍຄື“ການອະ ທິຖານແລະອົດອາຫານ” ຕອນນີ້ຂໍໃຫ້ເປີດໄປໃນອິດສະຢາ 58:6

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ? ຄືການແກ້ພັນທະຂອງ ຄວາມຊົ່ວ,ການປົດພາລະໜັກລົງ ແລະການປ່ອຍໃຫ້ໃຫ້ຜູ້ຖືກບີບບັງຄັບ ເປັນອິດສະຫຼະແລະການຫັກແອກທຸກອັນ?”(ອິດສະຢາ 58:6)

ເຊີນນັ່ງລົງໄດ້, ຂໍ້ນີ້ສະແດງວ່າພຣະເຈົ້າຊົງເລືອກການອົດອາຫານເພື່ອນໍາລິດເດດຂອງ ພຣະຄຣິດມາສູ່ຄົນບາບ, ການອົດອາຫານແລະອະທິຖານໄດ້ແກ້ໂສ້ຂອງຄວາມຊົ່ວຮ້າຍ, ປົດພາລະໜັກລົງ-ແລະປົດປ່ອຍຜູ້ທີ່ຖືກບີບບັງຄັບໃຫ້ເປັນອິດສະຫຼະ - ແລະຫັກແອກຂອງ ພະຍາມານລົງ! ມັນຄືການອົດອາຫານແລະອະທິຖານທີ່ນໍາລິດອໍານາດຂອງພຣະຄຣິດມາສູ່ ຄົນທີ່ຖືກຊາຕານເຮັດໃຫ້ຕາບອດແລະຄົນທີ່ພະຍາມານກົດຂີ່! ພຣະເຢຊູຊົງຕັດວ່າ:

“`ພຣະວິນຍານແຫ່ງອົງພຣະຜູ້ເປັນເຈົ້າສະຖິດຢູ່ເທິງຂ້າພະເຈົ້າເພາະວ່າພຣະອົງໄດ້ຊົງເຈີມຕັ້ງຂ້າພະເຈົ້າໄວ້ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ ພຣະອົງໄດ້ຊົງໃຊ້ຂ້າພະເຈົ້າໃຫ້ຮັກສາຄົົນທີ່ຊອກຊ້ຳລະກຳໃຈ,ໃຫ້ຮ້ອງປະກາດອິດສະຫລະພາບແກ່ບັນດາຊະເລີຍເສິກ, ໃຫ້ປະກາດແກ່ຄົນຕາບອດວ່າຈະໄດ້ເຫັນອີກ,ໃຫ້ປ່ອຍຜູ້ຟົກຊ້ຳເປັນດສະຫລະ ແລະໃຫ້ປະກາດປີແຫ່ງຄວາມພໍພຣະໄທຂອງອົງພຣະຜູ້ເປັນເຈົ້າ”(ລູກາ 4:18-19)

ແລະໂດຍການອົດອາຫານແລະອະທິຖານທີ່ລິດອໍານາດຂອງພຣະຄຣິດເປັນທີ່ຮູ້ຈັກແກ່ຄົນ ບາບທີ່ຖືກຊາຕານຄວບຄຸມ!

ອາເທີວໍລິສໄດ້ເວົ້າວ່າ“ພຣະເຈົ້າຊົງເປີດເຜີຍຜ່ານທາງອິດສະຢາວ່າທໍາມະຊາດ ຂອງການອົດອາຫານທີ່ພຣະອົງເລືອກຄື(ວ່າ)ການປົດປ່ອຍ...ແນ່ນອນວ່າມັນຖືກປະຍຸກໃຊ້ຢູ່ໃນຂອບເຂດຝ່າຍວິນຍານ,ມະນຸດຖືກມັດບໍ່ແມ່ນດ້ວຍໂສ້ເຫຼັກຫຼືໂລຫະແຕ່ດ້ວຍຫ່ວງໂສ້ທີ່ ແນມບໍ່ເຫັນຂອງພະຍາມານ,(ຄົນທີ່ອົດອາຫານ)ໄດ້ຕໍ່ສູ້ການກົດຂີ່ທີ່ບໍ່ແມ່ນທາງສັງຄົມແຕ່ ເປັນຝ່າຍວິນຍານ,ແມ່ນແຕ່ຊາຕານ...ສາຍຕາທີ່ແຫຼມຄົມສາມາດຮັບຮູ້ວ່າຫຼາຍຄົນທີ່ເຮົາພົບໃນຫົນທາງແຫ່ງຊີວິດເປັນຄົນທີ່ຖືກກົດຂີ່ໂດຍພະຍາມານ,ລົບກວນໂດຍພວກຜີປີສາດ,ມັດໂດຍກໍາລັງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້ແລະຈາກບ່ອນທີ່ພວກເຂົາບໍ່ສາມາດທຸບເພື່ອປົດປ່ອຍໄດ້”(ການອົດອາຫານທີ່ຊົງເລືອກເລືອກພຣະເຈົ້າ4) ການອົດອາ ຫານແລະການອະທິຖານສາມາດຊ່ວຍທຸບໂສ້ທີ່ມັດຊາຍແລະຍິງໃນການເປັນທາດຕໍ່ພະຍາມານອອກ,ການອົດອາຫານຄືອາວຸດທີ່ຊົງພະລັງ,ເຈີມໂດຍພຣະເຈົ້າເພື່ອທໍາລາຍການຍຶດ ຂອງຊາຕານຕໍ່ຫົວໃຈຜູ້ຄົນ.

ເມື່ອພວກເຮົາອົດອາຫານພວກເຮົາຄວນອະທິຖານຂໍໃຫ້ພຣະເຈົ້າສົ່ງການສໍານຶກທີ່ ເລິກເຊີ່ງເລື່ອງຄວາມບາບ,ຜູ້ຄົນໂດຍທໍາມະຊາດແລ້ວຈະບໍ່ສໍານຶກເລື່ອງບາບ,ໂດຍທໍາມະ ຊາດທຸກຄົນຖືວ່າຕົນເອງຊອບທໍາ, ວຽກຂອງພຣະວິນຍານບໍລິສຸດຖືກຮຽກຮ້ອງ, ເມື່ອພຣະ ວິນຍານບໍລິສຸດເຮັດວຽກຜູ້ຄົນກໍກຽດຊັງຄວາມບາບຂອງເຂົາແລະປະຖີ້ມຄວາມບາບ,ພວກ ເຂົາຖືກໂນມນ້າວເລື່ອງໃຈບາບຂອງເຂົາເອງ, ເມື່ອພວກເຮົາອົດອາຫານພວກເຮົາຄວນອະ ທິຖານຂໍພຣະເຈົ້າສົ່ງການສໍານຶກບາບທີ່ເລິກລົງກວ່າອີກ, ຜູ້ຄົນຊື່ງເປັນຄົນທີ່ກໍາລັງພະຍາ ຍາມ“ຮຽນຮູ້ວ່າຈະລອດແນວໃດ”ຕ້ອງເຂົ້າມາພາຍໃຕ້ການສໍານຶກເລື່ອງບາບແລະໃຈທີ່ກະ ບົດຂອງເຂົາ, ການອົດອາຫານແລະການອະທິຖານສາມາດຖືກໃຊ້ໂດຍພຣະເຈົ້າເພື່ອນໍາ ການສໍານຶກຜິດມາໄດ້, ຖ້າບໍ່ມີການສໍານຶກເລື່ອງບາບຂ່າວປະເສີດຂອງພຣະຄຣິດກໍບໍ່ມີ ຄວາມໝາຍຫຍັງຕໍ່ພວກເຂົາ, ນັ້ນແລະຄືສິ່ງທີ່ຜິດພາດກັບ“ຄຣິສຕະຈັກເດັກ”ຫຼາຍແຫ່ງ,ຂ້າ ພະເຈົ້ານັບເຂົາເຈົ້າໃນຄືນກ່ອນນີ້,ມີພຽງແຕ່ໜ້ອຍຄົນທີ່ກາຍມາເປັນຜູ້ຕິດຕາມຂອງພຣະ ຄຣິດ,ບໍ່ມີຈັກຄົນທີ່ເຫຼືອມາພາຍໃຕ້ການສໍານຶກເລື່ອງບາບແລະຈາກການເປັນແບບຊາວ ໂລກຂອງເຂົາ,ພວກເຮົາຕ້ອງອົດອາຫານແລະອະທິຖານຂໍພຣະເຈົ້າໃຫ້ໂນມນ້າວເຂົາແລະທຸບໃຈຂອງເຂົາແລະປ່ຽນເຂົາສູ່ສາວົກທີ່ຖ່ອມໃຈຂອງພຣະເຢຊູ!

ມີພຽງພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ຜູ້ຄົນກັບໃຈໄດ້,ການ ອົດອາຫານແລະການອະທິຖານມັກຈະນໍາຄົນໂງ່ໃຫ້ເຫັນຄວາມຕ້ອງການພຣະໂລຫິດຂອງພຣະຄຣິດເພື່ອເຮັດໃຫ້ເຂົາສະອາດໃນສາຍພຣະເນດຂອງພຣະເຈົ້າຜູ້ກຽດຊັງຄວາມບາບ ໄດ້, ການອົດອາຫານແລະອະທິຖານເປັນວິທີທີ່ພຣະເຈົ້າມອບໃຫ້ເຮົາເພື່ອອະທິຖານຂໍໃຫ້ ພຣະວິນຍານລົງມາເຮັດວຽກນີ້ໃນໃຈຂອງຄົນບາບຜູ້ກະບົດຢູ່ຖ້າມກາງພວກເຮົາ!

ດຣ.ຈອນອາໄຣສ໌ໄດ້ກ່າວວ່າ“ມີເວລາຕ່າງໆເມື່ອພວກເຮົາຄວນຫັນຫຼັງຂອງເຮົາຕໍ່ ທຸກຢ່າງໃນໂລກແລ້ວສະແຫວງຫາພຣະພັກຂອງພຣະເຈົ້າ,ເວລານັ້ນຄວນຈະເປັນເວລາ ແຫ່ງການອົດອາຫານແລະອະທິຖານ” (Prayer: Asking and Receiving, p. 216).

ຂ້າພະເຈົ້າຄິດວ່າພວກທ່ານທີ່ລອດແລ້ວຮູ້ວ່າພວກເຮົາຕ້ອງການພຣະວິນຍານ ບໍລິສຸດຢູ່ໃນຄຣິສຕະຈັກຂອງເຮົາຫຼາຍຂື້ນ, ພວກເຮົາຕ້ອງການການສະຖິດຢູ່ນໍາຂອງ ພຣະອົງເມື່ອເຮົາອະທິຖານ, ພວກເຮົາຕ້ອງການໃຫ້ພຣະອົງສະແດງໃຫ້ເຮົາເຫັນສິ່ງທີ່ ພຣະອົງຕ້ອງການໃຫ້ພວກເຮົາເຮັດກັບຊີວິດຂອງເຮົາ, ພວກເຮົາຕ້ອງການໃຫ້ພຣະອົງສະ ແດງໃຫ້ເຫັນສິ່ງທີ່ສິດຍາພິບານຈະເທດ, ເຮົາຕ້ອງການໃຫ້ພຣະອົງເຮັດໃຫ້ເຮົາເປັນນັກຮົບ ອະທິຖານ, ເຮົາຕ້ອງການໃຫ້ພຣະອົງຊັກນໍາຄົນຫຼົງຫາຍເຂົ້າມາແລະຮັກສາເຂົາໄວ້ນີ້ຫຼັງ ຈາກທີ່ພວກເຂົາກັບໃຈໃໝ່ແລ້ວ, ເຮົາຕ້ອງການໃຫ້ພຣະອົງນໍາພາການຟື້ນຟູທີ່ຂາດຫາຍ ໄປມາຖ້າມກາງເຮົາ, ເຮົາຕ້ອງການເພື່ອໂຕເຮົາເອງ,ເພື່ອມັດເຮົາ,ເພື່ອທຸບເຮົາແລະປັ້ນເຮົາ ໃຫ້ເຮັດຕາມນໍ້າພຣະໄທຂອງພຣະອົງ,ພວກເຮົາມັກຮ້ອງວ່າ:

ເຮົາອະທິຖານຂໍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ,ລົງມາ
ເຮົາອະທິຖານຂໍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ,ລົງມາ
ລະລາຍຂ້າ, ປັ້ນຂ້າ, ທຸບຂ້າ, ມັດຂ້າ
ເຮົາອະທິຖານຂໍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ,ລົງມາ
   (“Spirit of the Living God” by Daniel Iverson, 1899-1977;
      altered by Dr. Hymers).

ເພງນ້ອຍນີ້ຈະກາຍເປັນຄໍາອະທິຖານແທ້ເມື່ອເຮົາອົດອາຫານແລະອະທິຖານຂໍມັນ,ທ່ານຜູ້ເປັນຄຣິສຕຽນຝ່າຍວິນຍານຮູ້ດີວ່າເຮົາຕ້ອງການພຣະວິນຍານຂອງພຣະເຈົ້າລົງມາຢູ່ຖ້າມກາງພວກເຮົາ-ເພື່ອປ່ຽນຫົວໃຈຂອງຄົນໜຸ່ມຝ່າຍໂລກຂອງເຮົາ,ທັງເດັກຝ່າຍໂລກໃນ ຄຣິສຕະຈັກແລະເດັກຝ່າຍໂລກທີ່ມາຈາກນອກຄຣິສຕະຈັກ, ສະນັ້ນຂ້າພະເຈົ້າຈື່ງຂໍຮ້ອງ ທ່ານວ່າຈົ່ງຕັ້ງວັນເສົາໜ້ານີ້ເປັນມື້ແຫ່ງການອົດອາຫານແລະອະທິຖານ-ຈົນເຖິງເວລາທີ່ ພວກເຮົາມາຢູ່ຮ່ວມກັນທີ່ນີ້ຕອນ 5:30 ສໍາຫຼັບການປະຊຸມອະທິຖານ, ຫຼັງຈາກແລ້ວໆເຮົາ ກໍຈະມີອາຫານແລງ, ຈະບໍ່ມີການອອກໄປປະກາດຂ່າວປະເສີດໃນວັນເສົາໜ້າ,ມີພຽງເວລາ ແຫ່ງການອະທິຖານຫຼັງຈາກການອົດອາຫານມາໝົດມື້, ພວກເຮົາໄດ້ພາກັນປະກາດຂ່າວ ປະເສີດທີ່ຍິ່ງໃຫຍ່,-ແຕ່ພວກເຮົາບໍ່ມີຜົນຫຼາຍປານໃດໃນມໍ່ໆນີ້, ໃນໜັງສືເລື່ອງໄຟຈາກສະ ຫວັນຂອງ Paul G. Cookລາວໄດ້ເວົ້າວ່າ“ການປະກາດຂ່າວປະເສີດຢ່າງດຽວບໍ່ສາມາດ ເກີດຜົນໃນໄລຍະຍາວໄດ້ນອກຈາກວ່າມັນໄດ້ຮັບການຮ່ວມມືໂດຍພຣະວິນຍານບໍລິສຸດ” (ໜ້າ108), ລາວເວົ້າວ່າພວກເມໂຕດິສຍຸກຕົ້ນໆ“ຮູ້ດີວ່າຄວາມຮັ່ງມີຂອງຄຣິສຕະຈັກຂອງ ພວກເຂົາແລະພຣະພອນຂອງເຂົາເອງແມ່ນຂື້ນຢູ່ກັບການທີ່ພຣະເຈົ້າລົງມາແລະຢ້ຽມຢາມ ເຂົາ” ລາວເວົ້າວ່າ“ພວກຜູ້ຊາຍແລະຍິງທໍາມະດາທີ່ເຊື່ອເຫຼົ່ານີ້ໄດ້ສະແຫວງຫາວຽກທີ່ອັດ ສະຈັນຂອງພຣະເຈົ້າຖ້າມກາງພວກເຂົາ, ພວກເຂົາເຊື່ອວ່ານອກຈາກວ່າພຣະເຈົ້າເຮັດວຽກ ພວກເຂົາກໍບໍ່ມີລິດອໍານາດທີ່ຈະສໍາເລັດຈັກຢ່າງໃນນາມຂອງຕົນໄດ້, ເລື່ອງນີ້ໄດ້ອະທິບາຍ ວ່າເປັນຫຍັງພວກເຂົາຈື່ງອະທິຖານຫຼາຍພ້ອມດ້ວຍຄວາມຊື່ສັດ”(ໜ້າ 105)“ພວກເຂົາເຊື່ອ ວ່າການເຜີຍແພ່ຂ່າວປະເສີດແລະ ຄວາມເຂັ້ມແຂງຂອງຄຣິສຕະຈັກທັງໝົດແມ່ນຂື້ນກັບ ຄວາມພໍໃຈແລະລິດອໍານາດຂອງພຣະເຈົ້າ,ນັ້ນແລະທີ່ວ່າເປັນຫຍັງພວກເຂົາຈື່ງອະທິຖານ ຫຼາຍ(ໜ້າ 28)

ຂໍໃຫ້ພວກເຮົາອົດອາຫານແລະອະທິຖານຂໍພຣະເຈົ້າລົງມາຢູ່ຄຣິສຕະຈັກຂອງເຮົາພ້ອມດ້ວຍລິດເດດທີ່ຈະປ່ຽນແປງຫົວໃຈຂອງຄົນໜຸ່ມທີ່ຢູ່ຝ່າຍໂລກຂອງເຮົາທັງເດັກໃນ ຄຣິສຕະຈັກແລະເດັກໃໝ່,ຖ້າທ່ານແຂງແຮງພໍກະລຸນາງົດຈາກອາຫານທຸກຢ່າງຈົນແລ້ວ ການນະມັດສະການອະທິຖານຕອນ 5:30 ໃນວັນເສົາໜ້າ, ຖ້າທ່ານບໍ່ແຂງແຮງພໍທີ່ຈະອົດ ອາຫານຂໍໃຫ້ທ່ານພຽງແຕ່ອະທິຖານຂໍພຣະວິນຍານຂອງພຣະເຈົ້າລົງມາໃນຄຣິສຕະຈັກ ຂອງເຮົາກໍໄດ້,ຖ້າທ່ານມີຄໍາຖາມກ່ຽວກັບວ່າທ່ານມີສຸຂະພາບແຂງແຮງພໍທີ່ຈະອົດອາຫານ ໄດ້ຫຼືບໍນັ້ນ,ກະລຸນາຖາມດຣ.ແຊນຫຼືດຣ.ຈູດິດເຄແກນກ່ອນກໍໄດ້,ພວກເຂົາຈະບອກທ່ານວ່າທ່ານແຂງແຮງພໍທີ່ຈະອົດອາຫານໄດ້ຫຼືບໍ,ຖ້າທ່ານເລື່ອງເຄີຍກິນກາເຟຫຼືຊາ,ທ່ານກໍອາດຈະສືບຕໍ່ດື່ມຈັກຈອກສອງຈອກເພື່ອປ້ອງກັນບໍ່ໃຫ້ປວດຫົວໄດ້,ສ່ວນເວລາທີ່ເຫຼືອແມ່ນກິນແຕ່ ນໍ້າຢ່າງດຽວຈົ່ງແນ່ໃຈວ່າຕ້ອງກິນນໍ້າຫຼາຍໆ,ໂດຍສະເພາະຖ້າພວກທ່ານກໍາລັງເຮັດວຽກຢູ່, ກິນນໍ້າຈອກໜື່ງທຸກໆຊົ່ວໂມງຫຼືຫຼາຍກວ່ານັ້ນ,ຂໍໃຫ້ເຮົາຢືນຂື້ນພ້ອມກັນແລ້ວຮ້ອງເພງບົດ ທີ່ 6

ເມື່ອເຮົາເດີນກັບພຣະເຈົ້າໃນສະຫວ່າງຂອງພຣະທໍາພຣະອົງ
ຊ່າງເປັນກຽດທີ່ພຣະອົງຫຼັ່ງໄຫຼໃນຫົນທາງຂອງເຮົາ
ໃນຂະນະທີ່ເຮົາເຮັດຕາມນໍ້າພຣະໄທພຣະອົງສະຖິດຢູ່ກັບເຮົາ
ກັບທຸກຄົນທີ່ຍອມເຊື່ອແລະຟັງຄວາມ
ເຊື່ອແລະຟັງຄວາມບໍ່ມີທາງອື່ນຄວນຕາມ
ພຣະເຢຊູໂພດໃຫ້ຄວາມສຸກແກ່ຜູ້ເຊື່ອແລະຟັງຄວາມ

ແຕ່ເຮົາບໍ່ມີວັນພິສູດຄວາມຍິນດີແຫ່ງຮັກຂອງພຣະອົງໄດ້
ຈົນກວ່າເຮົາຈະວາງທຸກສິ່ງເທິງແທ່ນບູຊາ
ເພາະຄວາມກະລຸນາທີ່ຊົງສະແດງຄວາມຍິນດີທີ່ພຣະອົງໃຫ້
ສໍາຫຼັບຄົນທີ່ຍອມເຊື່ອແລະຟັງຄວາມ
ເຊື່ອແລະຟັງຄວາມບໍ່ມີທາງອື່ນຄວນຕາມ
ພຣະເຢຊູໂພດໃຫ້ຄວາມສຸກແກ່ຜູ້ເຊື່ອແລະຟັງຄວາມ

ໃນການສາມັກຄືທໍາອ່ອນຫວານເຮົາຈະນັ່ງໃກ້ພຣະບາດພຣະອົງ
ຫຼືຈະຍ່າງກັບພຣະອົງໃນທາງພຣະອົງ
ຊົງບອກຫຍັງຈະເຮັດຕາມ ສົ່ງບ່ອນໃດກໍເຕັມໃຈໄປ
ບໍ່ຕ້ອງການມີແຕ່ເຊື່ອແລະຟັງຄວາມ
(“Trust and Obey” by John H. Sammis, 1846-1919).

ເອົາບົດເທດນີ້ກັບໄປບ້ານກັບທ່ານໃນຄືນນີ້,ຈົ່ງອ່ານມັນອີກເທື່ອໜື່ງກ່ອນທີ່ທ່ານ ຈະໄປນອນແຕ່ລະຄືນໃນອາທິດໜ້ານີ້, ຈົ່ງຮ້ອງຂໍ້ຊໍ້າແລະຮ້ອງເພງຕອນທີ່ທ່ານອະທິຖານ ກ່ອນເຂົ້ານອນ, ຈົ່ງອ່ານມັນອີກເທື່ອໜື່ງໃນວັນເສົາແລະຮ້ອງເພງຮ້ອງຂໍ້ຊໍ້າຄືກັບທີ່ ທ່ານ ອະທິຖານໃນຊ່ວງມື້ນັ້ນ,ເຊີນຮ້ອງຂໍຊໍ້າອີກເທື່ອໜື່ງ.

ເຮົາອະທິຖານຂໍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ,ລົງມາ
ເຮົາອະທິຖານຂໍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ,ລົງມາ
ລະລາຍຂ້າ, ປັ້ນຂ້າ, ທຸບຂ້າ, ມັດຂ້າ
ເຮົາອະທິຖານຂໍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ,ລົງມາ

ຖ້າທ່ານຍັງບໍ່ລອດເທື່ອ,ພວກເຮົາຂໍອະທິຖານເພື່ອທ່ານຈະກັບໃຈແລະວາງໃຈເຊື່ອໃນພຣະເຢຊູ,ພຣະໂລຫິດຂອງພຣະອົງຈະຊໍາລະລ້າງທ່ານອອກຈາກຄວາມບາບທຸກຢ່າງ, ການຟື້ນຄືນຈາກຕາຍຂອງພຣະອົງຈະມອບຊີວິດນິດນິລັນໃຫ້ທ່ານ,ຈົ່ງວາງໃຈໃນພຣະອົງ ແລະພຣະອົງຈະຊົງຊ່ວຍທ່ານຈາກຄວາມບາບແລະການພິພາກສາທີ່ຈະມາເຖິງ,ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມັດທາຍ 17:14-21
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Come, My Soul, Thy Suit Prepare” (by John Newton, 1725-1807).