Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເຂົ້າສູ່ອານາຈັກຜ່ານທາງ
ຄວາມທຸກລໍາບາກຫຼາຍຢ່າງ

ENTERING THE KINGDOM
THROUGH MUCH TRIBULATION
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 24/4/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 24, 2016

“ແລະເມື່ອທ່ານທັງສອງໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະໄດ້ສັ່ງສອນຄົນເປັນຈຳນວນຫລາຍ ຈຶ່ງກັບໄປຍັງເມືອງລິດຕາ ເມືອງອິໂຄນີຍູມ ແລະເມືອງອັນທິໂອກອີກ ເຮັດໃຫ້ໃຈຂອງສາວົກທັງຫລາຍຕັ້ງໝັ້ນຄົງ ເຕືອນເຂົາໃຫ້ດຳລົງຢູ່ໃນຄວາມເຊື່ອ ແລະສອນວ່າ ເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:21-22)


ໃນມໍ່ໆມານີ້ຂ້າພະເຈົ້າໄດ້ຍິນໄວລຸ້ນສອງຄົນເວົ້າວ່າຂ້າພະເຈົ້າຄວນຢຸດເວົ້າກ່ຽວ ກັບການແບ່ງແຍກໃຫຍ່ຂອງຄຣິສຕະຈັກເມື່ອ 25 ປີກ່ອນ,ພວກເຂົາເວົ້າວ່າຂ້າພະເຈົ້າ ຄວນຈະເທດເລື່ອງອະນາຄົດບໍ່ແມ່ນສິ່ງທີ່ຮ້າຍເຫຼົ່ານັ້ນທີ່ຄົນຂອງເຮົາເຄີຍພົບຜ່ານໃນອະ ດີດ, ດຽວນີ້ຂ້າພະເຈົ້າມັກຟັງການວິຈານໂດຍສະເພາະແມ່ນການວິຈານຕ່າງໆຈາກໝູ່ ເພື່ອນ, ແລະຄົນໜຸ່ມເຫຼົ່ານີ້ກໍເປັນໝູ່ຂອງຂ້າພະເຈົ້າ,ແຕ່ພວກເຂົາເວົ້າຜິດ! ຜິດຢ່າງສີ້ນ ເຊີງ! ຄວາມຈິງແລ້ວຂ້າພະເຈົ້າບໍ່ໄດ້ເທດເລື່ອງການແຕກແຍກຂອງຄຣິສຕະຈັກພໍເທື່ອ, ແລະພຣະເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າຂ້າພະເຈົ້າຈະຕ້ອງເທດເລື່ອງນີ້ອີກເທື່ອໆໆ-ຈົນກວ່າຄໍາເທດສະໜາຈະເຈາະຊອດເຂົ້າໄປໃນໃຈຂອງທ່ານແລ້ວປ່ຽນແປງຊີວິດຂອງ ທ່ານ! ແລະຫຼັງຈາກນັ້ນຂ້າພະເຈົ້າຈະຕ້ອງເທດໃຫ້ຫຼາຍຂື້ນອີກ! ແມ່ນຫຼາຍຕື່ມອີກໆ-ອີກເທື່ອໜື່ງໆໆ!

ເລື່ອງລາວມັນງ່າຍໆ,ຍ້ອນກັບໄປໃນຕອນນັ້ນພວກເຮົາມີປະມານ 500 ຄົນ,ແຕ່ມີ “ຜູ້ນໍາ”ຄົນໜື່ງຂອງຄຣິສຕະຈັກເຮົາເຊິ່ງເວົ້າວ່າຂ້າພະເຈົ້າຄິດດ້ານລົບເກີນໄປ,ລາວບອກວ່າຂ້າພະເຈົ້າຮຽກຮ້ອງຈາກຜູ້ຄົນຫຼາຍເກີນໄປ.

ລາວເອີ້ນຂ້າພະເຈົ້າວ່າເປັນຜູ້ປົກຄອງໂຫດຫ້ຽມແລະຜະເດັດການເພາະຂ້າພະເຈົ້າມັກ ເທດໃນສິ່ງທີ່ພຣະຄຣິດເທດ-ຜູ້ໃດບໍ່ໄດ້ແບກກາງແຂນຂອງຕົນຕາມເຮົາມາຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້”(ລູກາ 14:27) ແລ້ວສີ່ຮ້ອຍຄົນກໍອອກໄປຈາກຄຣິສຕະຈັກ ຂອງເຮົາເພື່ອມີຊີວິດທີ່“ງ່າຍໆ”,ແມ່ນຫຍັງເກີດຂື້ນກັບເຂົາ?“ອະດີດຜູ້ນໍາ”ໄດ້ແຕ່ຮັກສາສິບສີ່ຫຼືສິບຫ້າຄົນຈາກຈໍານວນທັງໝົດໄວ້ໃນໂບດນ້ອຍໆໃນເຊົ້າວັນອາທິດທີ່“ງ່າຍໆ”ຂອງລາວ ເທົ່ານັ້ນ,ສ່ວນທີ່ເຫຼືອແມ່ນກະຈັດກະຈາຍໄປຕາມລົມທັງສີ່ທິດ, ບໍ່ມີຈັກຄົນໃນພວກເຂົາທີ່ ເປັນຄຣິສຕຽນທີ່ມີໄຊຊະນະຫຼືເຮັດອັນໃດໜື່ງເພື່ອພຣະເຈົ້າ, ຊີວິດຝ່າຍວິນຍານຂອງເຂົາ ເຈົ້າເຫື່ອດແຫ້ງແລະລົ່ນໄປຄືກັບໃບໄມ້ໃນລະດູໃບໄມ້ລົ່ນ, ພຣະຄຣິດຕັດວ່າ“ຜູ້ໃດເອົາມືຈັບຄັນໄຖແລ້ວຫັນໜ້າກັບຜູ້ນັ້ນກໍບໍ່ສົມຄວນກັບອານາຈັກຂອງພຣະເຈົ້າ”(ລູກາ 9:62).

ແມ່ນຂ້າພະເຈົ້າກໍາລັງຈະເທດເລື່ອງ“39”ຄົນຜູ້ທີ່ຊ່ວຍຮັກສາຕຶກນີ້ໄວ້,ຂ້າພະເຈົ້າ ກໍາລັງເວົ້າເຖິງສີ່ຮ້ອຍຄົນທີ່ອອກໄປຈາກຄຣິສຕະຈັກແລ້ວກັບໄປຫາໂລກ! ແມ່ນແລ້ວ, ພວກກະບົດແລະຖອຍຫຼັງຢູ່ຄຣິສຕະຈັກເດັກບາງຄົນເວົ້າວ່າ“ລາວເປັນຜູ້ເຖົ້າທີ່ມີມະເຮັງ ລາວຄືຊິບໍ່ເວົ້າຫຼາຍດອກ”ຢ່າໄປຖືສາຫຍັງເລີຍ! ຂ້າພະເຈົ້າຍັງບໍ່ຕາຍເທື່ອ!ແລະຂ້າພະ ເຈົ້າຊັງລັດທິແອນຕີນໍມຽນແລະລັດທິຂ່າວປະເສີດໃໝ່ທີ່ອ່ອນແອຫຼາຍເທົ່າກັບເຄີຍຊັງເມື່ອສີ່ສິບປີກ່ອນ! ແມ່ນຄໍາວ່າຊັງເປັນຄໍາທີ່ຖືກຕ້ອງ,ຂ້າພະເຈົ້າກຽດຊັງມັນ! ຊັງ-ຊັງ!ຊັງສຸດໆ ເພາະພຣະຄຣິດເອງກໍກຽດຊັງເຊັ່ນກັນ! ພຣະຄໍາພີເວົ້າວ່າ“ຈົ່ງຊັງຄວາມຊົ່ວແລະຮັກຄວາມ ດີ”(ອາໂມດ 5:15)

ພຣະຄຣິດຊົງຕັດກັບພວກລາວດີເຊຍທີ່ອ່ອນແອ,ແອນທິນໍມຽນ,ຂ່າວປະເສີດໃໝ່ທີ່ຂີ້ຄ້ານ - ນີ້ຄືສິ່ງທີ່ພຣະເຢຊູກ່າວກັບເຂົາ“ເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາ”(ພະນິ ມິດ 3:16), ແມ່ນ“ເຮົາຈະຮາກເຈົ້າອອກຈາກປາກຂອງເຮົາ”(ໄຣຣີຂອບໜ້າສະບັບ NASV) “ເຮົາຈະຮາກເຈົ້າອອກ! ເຮົາຈະຮາກເຈົ້າອອກ! ເຮົາຈະຮາກເຈົ້າອອກ,ຖົ່ມເຈົ້າ,ຄາຍເຈົ້າ-ອອກຈາກປາກຂອງເຮົາ” ດຣ.ຊາລສ໌ຊີໄຣຣີ່ເວົ້າເຖິງຂໍ້ນັ້ນວ່າ“ຄຣິສຕະຈັກທີ່ອຸ່່ນໆຫຼືກາງໆຫຼື ປະນີປະນອມ ...ແມ່ນເປັນຕາເບື່ອໜ່າຍຕໍ່ພຣະເຈົ້າແລະກໍາລັງທໍາລາຍພຣະປະສົງຂອງ ພຣະອົງ” (Ryrie Study Bible; ໝາຍເຫດໃນພະນິມິດ 3:16).

ແມ່ນຫຍັງຄືຢາປົວສໍາຫຼັບພວກລາວດີເຊຍທີ່ອຸ່ນໆລະ?ແມ່ນຫຍັງຄືຢາຮັກສາສໍາ ຫຼັບຄວາມຂີ້ຄ້ານແລະການກະບົດຂອງຂ່າວປະເສີດໃໝ່?ການຮັກສາກໍຢູ່ໃນຂໍ້ພຣະຄໍາພີ ຂອງເຮົາ:

“ເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:22)

ອັກຄະສາວົກເປົາໂລແລະຜູ້ຊ່ວຍຂອງລາວບານາບັສໄດ້ກັບໄປເມືອງລິສຕຣາ,ອິໂຄນິຢູມແລະອັນທິໂອກ,ພວກເຂົາກັບໄປຫາເມືອງຕ່າງໆເຫຼົ່ານີ້ເພື່ອສອນພວກຄຣິສຕຽນໃໝ່ທີ່ ນັ້ນ, ດຣ.ໂທມັສເຮວໄດ້ອະທິບາຍເລື່ອງນີ້ວ່າ:

      ມັນບໍ່ພໍທີ່ຈະເທດສະໜາຂ່າວປະເສີດຢູ່ໃນບ່ອນໃດໜື່ງພຽງແຕ່ເທື່ອ ດຽວ,ມັນຈໍາເປັນເຊັ່ນກັນທີ່ຈະສອນພວກຄົນທີ່ເຊື່ອໃໝ່ແລະສ້າງພວກເຂົາຂື້ນໃນຄວາມເຊື່ອ, ແລະນີ້ຄືສີີ່ງທີ່ເປົາໂລກັບບານາບັສເຮັດ, ພວກເຂົາ ເຕືອນຄົນທີ່ກັບໃຈໃໝ່ແລ້ວວ່າການທີ່ຈະເຂົ້າໃນອານາຈັກຂອງພຣະເຈົ້າ ພວກເຂົາຈະຕ້ອງອົດທົນກັບຄວາມຍາກລໍາບາກ,ຖ້າພວກເຂົາຕ້ອງການທີ່ຈະເປັນຜູ້ຮ່ວມຮັບມໍລະດົກກັບພຣະຄຣິດພວກເຂົາຈະຕ້ອງທຸກທໍລະມານ ເພື່ອພຣະອົງ(Thomas Hale, M.D., The Applied New Testament Commentary, Chariot Victor Publishing, 1997; note on Acts 14:22).

ຢູ່ໃນຄວາມເຫັນຂອງລາວໃນຂໍ້ທີ່ 23 ດຣ.ເຮວໄດ້ຊີ້ບອກວ່າຄົນທີ່ເປົາໂລແລະບານາບັສ ສອນທັງໝົດແມ່ນພວກຄຣິສຕຽນໃໝ່, ລາວບອກວ່າແມ່ນແຕ່“ພວກຜູ້ອາວຸໂສ”ໃນຄຣິສ ຕະຈັກເຫຼົ່ານີ້“ເຂົາເອງກໍເປັນຄົນທີ່ເຊື່ອໃໝ່”(ເຫຼັ້ມດຽວກັນຂໍ້23),ເປົາໂລກັບບານາບັສສອນພວກຄຣິສຕຽນໃໝ່ເຫຼົ່ານີ້ວ່າ“ເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:22),ຄວາມເຫັນຂອງມັດທິວເຮັນຣີ່ໄດ້ເວົ້າວ່າ“ບໍ່ພຽງແຕ່ພວກເຂົາຕ້ອງແຕ່ພວກເຮົາຕ້ອງ,ມັນຕ້ອງນັບລວມວ່າທຸກຄົນທີ່ຈະໄປສະຫວັນຕ້ອງຄາດຫວັງຄວາມທຸກລໍາບາກແລະການຂົ່ມເຫງ...ບາງຄົນອາດຈະຄິດວ່າມັນຈະເຮັດໃຫ້ພວກເຂົາຊັອກແລະເຮັດໃຫ້ເຂົາເມື່ອຍເພຍ,ບໍ່ເລີຍ...ມັນຈະຊ່ວຍພວກເຂົາໃຫ້ໝັ້ນຄົງແລະປົວແປງເຂົາເພື່ອພຣະຄຣິດ... ‘ທຸກຄົນທີ່ປາດຖະໜາຈະດໍາເນີນຊີວິດ ຕາມທາງຂອງພຣະເຈົ້າໃນພຣະເຢຊູຄຣິດຈະຖືກກົດຂີ່ຂົ່ມເຫງ’...ທຸກຄົນທີ່ເປັນສາວົກຂອງພຣະຄຣິດຈະຕ້ອງແບກຮັບເອົາກາງແຂນຂອງພວກເຂົາ” (Matthew Henry’s Commentary on the Whole Bible; note on Acts 14:22).

ພຣະເຢຊູຂ້າຂໍແບກກາງແຂນ,ຂໍປະທຸກສິ່ງແລ້ວຕາມພຣະອົງ
ທຸກຍາກ,ດູຖູກ,ປະຖີ້ມຈາກສິ່ງນີ້ ເພື່ອພຣະອົງຈະເປັນຂອງຂ້າ
ຄວາມມັກໃຫຍ່ໃຝ່ສູງທຸກຢ່າງໃຫ້ມັນຕາຍ,ສິ່ງທີ່ຂ້າຊອກຫາ,ຫວັງແລະຮູ້
ວ່າຂ້າຢູ່ໃນສະພາບລວຍພຣະເຈົ້າແລະສະຫວັນກໍຍັງເປັນຂອງຂ້າ!
   (“Jesus, I My Cross Have Taken,” Henry F. Lyte, 1793-1847).

“ເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:22)

I. ໜື່ງ ຄວາມທຸກລໍາບາກແຫ່ງການກັບໃຈໃໝ່.

ຫົວຂໍ້ພຣະຄໍາພີເວົ້າເຖິງເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” ພາສາກຣີກແປ“ຄວາມຍາກລໍາບາກ” ແມ່ນ“thlipsis”ໝາຍເຖິງ“ຄວາມກົດດັນ,ຄວາມເຈັບປວດ,ພາລະ,ບັນຫາ”(ສະຕຣອງ)ຈົ່ງຄິດ ເຖິງການກັບໃຈຕາມລໍາດັບໃນພຣະຄໍາພີ, ການກັບໃຈຂອງຢາໂຄບຄືໜື່ງໃນນັ້ນ,

“ຢາໂຄບຢູ່ບ່ອນນັ້ນແຕ່ຜູ້ດຽວ ມີບຸລຸດຜູ້ໜື່ງມາປ້ຳສູ້ກັບລາວຈົນຮອດແຈ້ງ ...ແລະຂໍ້ຕໍ່ສະໂພກຂອງຢາໂຄບກໍພິກເມື່ອປ້ຳສູ້ກັນຢູ່ນັ້ນ” (ປະຖົມມະການ 32:24,25)

“ບຸລຸດ”ຜູ້ທີ່ມາປ້ຳສູ້ກັບຢາໂຄບຄືພຣະບຸດພຣະເຈົ້າແລະຢາໂຄບກໍເວົ້າວ່າ“ຂ້າພະເຈົ້າໄດ້ ເຫັນພຣະພັກພຣະເຈົ້າແລ້ວຍັງມີຊີວິດຢູ່ ເມື່ອຢາໂຄບຜ່ານເປນູເອວ ດວງຕາເວັນຂື້ນແລ້ວ ແລະລາວ(ກໍຍ່າງກະເດິກເອັນເອເອັສວີ)ຢູ່ຂາໂຕ້ຂອງລາວ”(ປະຖົມມະການ 32:30:31) ຢາໂຄບຍ່າງກະເດິກໄປຈົນຕະຫຼອດຊີວິດຂອງລາວເພາະລາວບາດເຈັບໃນຄໍ່າຄືນແຫ່ງການກັບໃຈໃໝ່ຂອງລາວເມື່ອຊື່ຂອງລາວຖືກປ່ຽນຈາກຢາໂຄບເປັນອິດສະຣາເອວ“ຊື່ງໝາຍເຖິງລາວໄດ້ຕໍ່ສູ້ກັບພຣະເຈົ້າ” (Ryrie Study Bible)ຈົ່ງຄິດຍ້ອນກັບເຖິງການກັບໃຈໃໝ່ຂອງທ່ານ ທ່ານບໍ່ໄດ້ສູ້ກັບພຣະເຈົ້າບໍ? ບໍ່ມີບັນຫາຫຍັງເລີຍບໍກ່ອນທີ່ທ່ານຈະວາງໃຈໃນພຣະຄຣິດ?

ຫຼັງຈາກນັ້ນຈົ່ງຄິດເຖິງການກັບໃຈໃໝ່ຂອງເປົາໂລ, ລາວໄດ້ປະເຊີນໜ້າກັບພຣະ ຄຣິດຜູ້ຊົງຕັດວ່າ“ມັນເປັນເລື່ອງຍາກທີ່ທ່ານຈະຖີບສູ້”(ກິດຈະການ 9:5)ດຣ.ເຮັນຣີ່ເອັມມໍ ຣິສກ່າວວ່າລາວ“ເຮັດໂຕຫົວແຂງຄືສັດ,ກະບົດຕໍ່ສູ້ຄວາມເຈັບປວດທີ່ສາເຫດມາຈາກການ ແຍ່ບັງຫຽນຂອງລາວ” (The Defender’s Study Bible)“ເຊົາໂລກໍໂຕສັ່ນແລະແປກປະຫລາດໃຈຈຶ່ງຖາມວ່າ "ພຣະອົງເຈົ້າຂ້າ ພຣະອົງປະສົງຈະໃຫ້ຂ້າພະອົງເຮັດຫຍັງ?”(ກິດ ຈະການ 9:17), ຫຼັງຈາກນັ້ນເປົາໂລກໍຕາບອດເປັນເວລາສາມມື້ແລະອົດອາຫານກ່ອນທີ່ ລາວຈະໄດ້ຮັບຄວາມລອດ(ກິດຈະການ 9:17).

ຫຼັງຈາກນັ້ນຈົ່ງອ່ານການກັບໃຈໃໝ່ອັນຍິ່ງໃຫຍ່ຂອງປະຫວັດສາດຄຣິສຕຽນ-ຂອງ ອໍກັສຕິນ,ຂອງລູເທີ,ຂອງບັນຢັນ,ຂອງວິດຟິວ,ຂອງເວສລີ,ຂອງສະເປີໂຈນ, ພວກເຂົາທຸກ ຄົນລ້ວນແລ້ວແຕ່ຜ່ານຄວາມທຸກລໍາບາກ,ຄວາມກົດດັນ,ຄວາມເຈັບປວດ,ພາລະບາບແລະບັນຫາໃຫຍ່-ກ່ອນທີ່ພວກເຂົາຈະວາງໃຈເຊື່ອໃນພຣະຜູ້ຊ່ວຍ,ພວກທ່ານຄິດບໍ່ວ່າທ່ານສາ ມາດກັບໃຈໃໝ່ໂດຍປາສະຈາກຄວາມກົດດັນ,ຄວາມເຈັບປວດແລະພາລະໜັກບາບບາງ ຢ່າງເຫຼົ່ານີ້ບໍ? ທ່ານສາມາດຕັດສິນໃຈທີ່ຜິດພາດໄດ້,ແຕ່ບໍ່ມີຜູ້ໃດກັບໃຈໃໝ່ແທ້ໂດຍທີ່ບໍ່ມີ ການສໍານຶກຜິດເລື່ອງບາບໄດ້, ພະຍາຍາມມັນບອກພວກຜູ້ຊາຍບາງຄົນວ່າພວກເຂົາອ່ອນ ແອຖ້າພວກເຂົາຮ້ອງໄຫ້, ດັ່ງນັ້ນເຂົາເຈົ້າ“ຄວາມເປັນລູກຜູ້ຊາຍ”ຈື່ງຕໍ່ຕ້ານການສໍານຶກຜິດ, ອັນນັ້ນມັນບໍ່ແມ່ນລູກຜູ້ຊາຍ!ອັນນັ້ນແມ່ນຄວາມດື້ໂງ່ໆ-ການຂັດຂວາງພຣະວິນຍານຂອງ ພຣະເຈົ້າ!ການຕໍ່ຕ້ານພຣະຄຣິດຜູ້ຊົງຕາຍເທິງໄມ້ກາງແຂນເພື່ອຊ່ວຍທ່ານ,ຄົນຜູ້ນັ້ນກໍບໍ່ໄດ້ດີໄປກວ່າພວກມູສະລິມຜູ້ທີ່ຄິດວ່າຕົນເອງເປັນລູກຜູ້ຊາຍຕອນທີ່ເຂົາລະເບີດເດັກໂຕນ້ອຍໆ,ຂົມຂື່ນແມ່ຍິງແລະເອົາດາບຕັດຄໍພວກຄົນໜຸ່ມ, ພວກທ່ານເຄີຍຫຼັ່ງນໍ້າຕາເພາະຄວາມບາບ ຂອງຕົນບໍ? ລາວເວົ້າວ່າ“ເຈົ້າຈະບໍ່ມີວັນໃຫ້ຂ້ອຍເຮັດແບບນັ້ນເດັດຂາດ”“ເຈົ້າຈະບໍ່ເຮັດໃຫ້ ຂ້ອຍອ່ອນແອ, ລາວອວດໂຕວ່າ ຂ້ອຍບໍ່ແມ່ນເດັກນ້ອຍຂີ້ໄຫ້” ຂ້າພະເຈົ້າຂໍເວົ້າວ່າເຈົ້າບໍ່ ໄດ້ດີໄປກວ່າພະຍາມານເລີຍ-ຜູ້ປະຕິເສດທີ່ຈະກົ້ມກາບຕໍ່ໜ້າພຣະເຈົ້າຜູ້ຊົງລິດອໍານາດ!ຄົນ ທີ່ຢ້ານທີ່ຈະເສຍນໍ້າຕາເພາະຄວາມບາບຂອງຕົນແມ່ນຄົນມີໃຈຂີ້ຢ້ານ,ອັນນັ້ນບໍ່ແມ່ນ“ຜູ້ ຊາຍເອິກສາມສອກ”ມັນບໍ່ແມ່ນລູກຜູ້ຊາຍ”ອັນນັ້ນແມ່ນຄົນຂີ້ຢ້ານທີ່ຢ້ານທີ່ຈະສາລະພາບ ບາບຂອງຕົນຕໍ່ໜ້າພຣະເຈົ້າຜູ້ຊົງລິດ.

“ເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກ(ເຈັບປວດແລະບັນຫາ ເຈັບໃຈ8ຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22)

II. ສອງ ຄວາມທຸກຍາກລໍາບາກຂອງການແຍກຕັ້ງໄວ້.

ບໍ່ພຽງແຕ່ມີຄວາມທຸກຍາກໃນຊ່ວງເວລາແຫ່ງການກັບໃຈໃໝ່-ຄວາມທຸກລໍາບາກ ຍັງຮຽກຮ້ອງໃຫ້ກາຍເປັນຄຣິສຕຽນທີ່ເປັນຜູ້ໃຫຍ່, ອັກຄະສາວົກເປົາໂລກ່າວວ່າ:

“ຄວາມທຸກຍາກນັ້ນເຮັດໃຫ້ເກີດຄວາມອົດທົນ ແລະຄວາມອົດທົນເຮັດໃຫ້ເກີດມີປະສົບການ ແລະປະສົບການເຮັດໃຫ້ເກີດມີຄວາມຫວັງໃຈ ແລະຄວາມຫວັງໃຈບໍ່ໄດ້ເຮັດໃຫ້ເກີດຄວາມອາຍ ເພາະເຫດວ່າຄວາມຮັກຂອງພຣະເຈົ້າໄດ້ຫລັ່ງໄຫລເຂົ້າສູ່ຈິດໃຈຂອງເຮົາ ໂດຍທາງພຣະວິນຍານບໍລິສຸດ ຊຶ່ງພຣະອົງໄດ້ປະທານໃຫ້ແກ່ເຮົາແລ້ວ” (ໂລມ 5:3-5)

ຂ້າພະເຈົ້າບໍ່ໄດ້ເຫັນດ້ວຍໝົດທຸກຢ່າງກັບຈອນແມັກອາເທີໃນເລື່ອງພຣະໂລຫິດ ຂອງພຣະຄຣິດ, ລາວເວົ້າຜິດແທ້ໃນຫົວຂໍ້ທີ່ສໍາຄັນນັ້ນ! ແຕ່ລາວພັດສະແດງຄວາມເຫັນ ຖືກຕ້ອງໃນ ໂລມ 5:3-5, ລາວເວົ້າວ່າ“ຄວາມທຸກຍາກເປັນຄໍາທີ່ໃຊ້ສໍາຫຼັບການບີບບັງຄັບ ຄືກັບການບີບຄັ້ນນໍ້າຈາກໝາກກອກຫຼືໝາກອະງຸ່ນ, ໃນນີ້ພວກເຂົາບໍ່ໄດ້ຖືກບີງບັງຄັບ ເລື່ອງການດໍາລົງຊີວິດແຕ່ເປັນບັນຫາຕ່າງໆທີ່ຫຼີກຫຼ່ຽງບໍ່ໄດ້ທີ່ມາເຖິງຜູ້ຕິດຕາມພຣະຄຣິດ...ເຊັ່ນຄວາມຫຍຸ້ງຍາກກໍໃຫ້ເກີດປະໂຫຍດຫຼາຍຢ່າງຝ່າຍວິນຍານ...ຄວາມອົດທົນຄໍານີ້ແນ່ ໃສ່ຄວາມທົນທານ,ຄວາມສາມາດທີ່ຈະຍັງຢູ່ພາຍໃຕ້ນໍ້າໜັກອັນໃຫຍ່ແລະການບີບບັງຄັບ ໂດຍປາສະຈາກການຍອມແພ້...ພວກຄຣິສຕຽນສາມາດໄດ້ຮັບກຽດໃນຄວາມທຸກຍາກໄດ້ ເນື່ອງຈາກສິ່ງທີ່ບັນຫາເຫຼົ່ານັ້ນຜະລິດຜົນອອກມາ”(The MacArthur Study Bible).

ພວກເຮົາກາຍເປັນຄຣິສຕຽນທີ່ເຂັ້ມແຂງຜ່ານທາງຄວາມທຸກຍາກ,ທາງການບີງບັງຄັບ, ການທົດສອບແລະຄວາມເສຍໃຈ, ເມື່ອຂ້າພະເຈົ້າໄດ້ຍິນຄົນໜຸ່ມສອງຄົນນັ້ນເວົ້າວ່າ ຂ້າພະເຈົ້າບໍ່ຄວນເວົ້າກ່ຽວກັບການແຕກແຍກໂອລີວາສ,ຂ້າພະເຈົ້າຮູ້ວ່າມັນເປັນສຽງຂອງ ຊາຕານທີ່ເອົາໃສ່ໃນຄວາມຄິດຂອງເຂົາ, ຂ້າພະເຈົ້າຮູ້ດີວ່າພວກເຂົາເວົ້າຜິດ, ແລະແຮງ ເຮັດໃຫ້ຂ້າພະເຈົ້າຕັ້ງໃຈຫຼາຍກວ່າເກົ່າທີ່ຈະເທດກ່ຽວກັບການທົດສອບທີ່ຮ້າຍແຮງທີ່ຄົນ ຂອງພວກເຮົາໄດ້ພົບພໍ້ເພື່ອຮັກສາຄຣິສຕະຈັກນີ້ໄວ້, ທ່ານຫວັງທີ່ຈະເປັນຄຣິສຕຽນທີ່ເຂັ້ມ ແຂງໄດ້ແນວໃດຖ້າທ່ານປະຕິເສດທີ່ຈະເຂົ້າສູ້ການທົດສອບທົດລອງດ້ວຍໂຕທ່ານເອງ? ພວກເຮົາເອີ້ນບຸກຄົນທີ່ພາກັນຮັກສາຄຣິສຕະຈັກຂອງເຮົາວ່າ“ເດິະເຕີຕີນາຍ”ປະມານ 39 ຄົນທີ່ທຸກລໍາບາກເພື່ອທ່ານຈະສາມາດມີຕຶກຄຣິສຕະຈັກທີ່ສວຍງາມນີ້ໄດ້,ພວກເຂົາເສຍສະຫຼະຊີວິດຂອງເຂົາເພື່ອທ່ານ, ທ່ານກ້າດີແນວໃດຈື່ງມາບອກຂ້າພະເຈົ້າວ່າຢ່າເວົ້າເຖິງມັນ? ກ້າດີແນວໃດ! ທ່ານບໍ່ເຄີຍເສຍສະຫຼະຍັງເພື່ອພຣະເຈົ້າເລີຍ! ບໍ່ສົງໄສເລີຍທີ່ພຣະເຈົ້າເບິ່ງ ຄືວ່າມີແທ້ສໍາຫຼັບທ່ານ! ບໍ່ສົງໄສເລີຍທີ່ທ່ານຮູ້ສຶກເສຍໃຈກ່ຽວກັບໂຕທ່ານເອງແລະສູນເສຍ ຄວາມກະຕືລືລົ້ນແລະຄວາມເຊື່ອ! ທ່ານຈະຕ້ອງຜ່ານຄວາມທຸກລໍາບາກເພື່ອທີ່ຈະເປັນ ຄຣິສຕຽນທີ່ດີຄືກັບ“ພວກ39”ຄວາມທຸກລໍາບາກໃດທີ່ທ່ານໄດ້ພົບຜ່ານ? ບໍ່ມີເລີຍ! ທ່ານໄດ້ ຮັບມັນເພາະໄດ້ຮັບອະນຸຍາດເຊິ່ງທຸກສິ່ງທຸກຢ່າງໄດ້ກຽມໄວ້ສໍາຫຼັບທ່ານ! ຖ້າທ່ານປະຕິ ເສດທີ່ຈະເຂົ້າສູ່ການທົດສອບແລະແບກກາງແຂນແລະເສຍສະຫຼະ,ທ່ານກໍຈະບໍ່ມີວັນໄດ້ມາ ເປັນຄຣິສຕຽນທີ່ເຂັ້ມແຂງຄືກັບນາງຊາລາຊ່າ ຫຼືຄາລາເບບູດ ຫຼືດຣ.ເຄແກນ ຫຼືເບັນກຣິຟ ຟິດ ຫຼືອາເບວພຣຸດໂຮມ ຫຼືທ້າວຊອງ ຫຼືມາດາມໄຮເມີ, ທ່ານຈະບໍ່ມີວັນເປັນຄຣິສຕຽນທີ່ດີ ໄດ້ຖ້າທ່ານປະຕິເສດທີ່ຈະເສຍສະຫຼະຊີວິດຂອງທ່ານເພື່ອພຣະເຢຊູຄຣິດ!

ພວກທ່ານບາງຄົນບໍ່ມັກບົດເທດທີ່ດຣ.ເຄແກນເທດກ່ຽວກັບຊີວິດຂອງຂ້າພະເຈົ້າໃນຄືນທີ່ຜ່ານມາ,ບາງຄົນຄິດວ່າມັນເປັນດ້ານລົບເກີນໄປພວກທ່ານຄິດວ່າ“ແມ່ນໃຜຢາກຈະ ພົບຜ່ານທັງໝົດນັ້ນ?” ຂ້າພະເຈົ້າຈະບອກທ່ານວ່າຖ້າຂ້າພະເຈົ້າບໍ່ໄດ້ປະສົບກັບສິ່ງທັງໝົດ ນັ້ນກໍຈະບໍ່ມີຕຶກຄຣິສຕະຈັກນີ້ໃນເຊົ້ານີ້ເລີຍ! ຖ້າຂ້າພະເຈົ້າບໍ່ໄດ້ພົບຜ່ານມັນພວກທ່ານກໍ ຈະບໍ່ມາຢູ່ນີ້ຄືກັນ! “ຄຣິສຕະຈັກເດັກ”ພວກເຈົ້າກະຊິບໍ່ຢູ່ນີ້! ພວກເຈົ້າຈະບໍ່ມີຕົວຕົນເລີຍຖ້າ ຂ້າພະເຈົ້າບໍ່ໄດ້ພົບຜ່ານທັງໝົດນີ້! ຂ້າພະເຈົ້າໄດ້ນໍາພໍ່ແມ່ຂອງພວກເຈົ້າມາເຊື່ອພຣະເຢຊູ ຂ້າພະເຈົ້າໄດ້ປະກອບພິທີງານແຕ່ງໃຫ້ເຂົາເຈົ້າ, ຂ້າພະເຈົ້າເປັນສິດຍາພິບານຂະເຈົ້າຜ່ານ ການແຕກແຍກອັນຮ້າຍແຮງຂອງຄຣິສຕະຈັກ, ພວກເຈົ້າຄຣິສຕະຈັກເດັກຈະບໍ່ແມ່ນກະທັ່ງ ມີຊີວິດຢູ່ຖ້າຫາກຂ້າພະເຈົ້າບໍ່ໄດ້ພົບຜ່ານຄວາມເຈັບປວດແລະຄວາມທຸກທັງໝົດນີ້!

ມີພຽງເດັກຄົນໜື່ງທີ່ສົ່ງກາດວັນເກີດມາໃຫ້ຂ້າພະເຈົ້າໃນວັນຄົບຮອບວັນເກີດ 75 ປີຂອງຂ້າພະເຈົ້າ! “ພວກ39”ຄົນພາກັນສົ່ງກາດແລະຂຽນຄໍາຂອບໃຈມາໃຫ້, ແຕ່ມີພຽງຄົນ ດຽວຈາກຄຣິສຕະຈັກເດັກທີ່ສົ່ງກາດມາໃຫ້, ລາວເປັນເດັກທີ່ເກີດມາແລະລອດຢູ່ໃນຄຣິສ ຕະຈັກຂອງເຮົາແລະມີພຽງລາວຄົນດຽວຈາກທັງໝົດໃນຄຣິສຕະຈັກເດັກ,ທີ່ສົ່ງກາດອວຍ ພອນວັນເກີດມາໃຫ້,ແລະລາວໄດ້ຂຽນປະໂຫຍກເຫຼົ່ານີ້ເພື່ອປອບໃຈຂ້າພະເຈົ້າວ່າ:

ເຖິງ ດຣ.ໄຮເມີ,

      ສຸກສັນວັນເກີດຄົບຮອບ 75 ປີ, ຂໍພຣະເຈົ້າອວຍພອນສໍາຫຼັບຄວາມ ສັດຊື່ໃນການຮັບໃຊ້ເພື່ອພຣະເຢຊູ! ຂ້ອຍຂໍຂອບຄຸນພຣະເຈົ້າສໍາຫຼັບສິດ ຍາພິບານຄືທ່ານ! ຂອບໃຈສໍາຫຼັບຄວາມຍຶດໝັ້ນຕໍ່ໜ້າທີ່ແລະມີຊີວິດເພື່ອ ພຣະເຢຊູ, ຊີວິດຂອງທ່ານເປັນຄໍາພະຍານທີ່ອັດສະຈັນເພື່ອພຣະເຢຊູ! ຂອບໃຈທີ່ເປັນແບບຢ່າງຄຣິສຕຽນທີ່ສັດຊື່, ເພາະພຣະເຢຊູຊີວິດຂອງທ່ານ ຈື່ງເປັນຊີວິດທີ່ອັດສະຈັນເພາະຊີວິດຂອງທ່ານມີຜົນຕໍ່ຫຼາຍໆຄົນ,“ທ່ານຈົ່ງຢືນໝັ້ນຢ່າຫວັ່ນໄຫວ, ຈົ່ງເຮັດວຽກຂອງພຣະເຈົ້າໃຫ້ບໍລິບູນທຸກເວລາ” ດຣ.ໄຮເມີທ່ານໄດ້ເຕືອນສະຕິຂ້ານ້ອຍໃນຂໍ້ນັ້ນແລະມັນເປັນຄໍາອະທິຖານ ຂອງຂ້ານ້ອຍທີ່ວ່າຄຣິສຕະຈັກນີ້ຈະສູ້ໄປຂ້າງໜ້າແລະສູ້ເພື່ອເອົານິມິດຂອງທ່ານສໍາຫຼັບຄຣິສຕະຈັກນີ້ແລະສ້າງໃຫ້ລຸກເປັນໄຟເພື່ອພຣະເຢຊູ! ຂໍພຣະ ເຈົ້າອວຍພອນທ່ານແລະຮັກສາໃນພຣະນາມຂອງພຣະເຢຊູ(ແລ້ວລາວກໍ ເຊັ່ນຊື່ຂອງລາວ)ຢູ່ກ້ອງຊື່ຂອງລາວລາວຂຽນ 1 ໂຢຮັນ 2:17

“ໂລກກັບຕັນຫາຂອງໂລກກໍາລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມ ພຣະໄທຂອງພຣະເຈົ້າຈະດໍາລົງຢູ່ເປັນນິດ”

ຂ້າພະເຈົ້າບໍ່ໄດ້ໃຈຮ້າຍກັບພວກເດັກສ່ວນທີ່ເຫຼືອ, ບໍ່ເລີຍ, ຂ້າພະເຈົ້າພຽງແຕ່ຢ້ານ ເລື່ອງຈິດວິນຍານຂອງພວກເຈົ້າ, ບາງເທື່ອຂ້າພະເຈົ້າກໍອະທິຖານເພື່ອພວກເຈົ້າໝົດຄືນ, ຂ້າພະເຈົ້າຢ້ານເພາະຂ້າພະເຈົ້າຮູ້ດີວ່າ

“ເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22)

ຂ້າພະເຈົ້າຮູ້ດີວ່າຖ້າທ່ານຖະໜອມ“ພວກ39” - ຖ້າທ່ານບໍ່ຮັກພວກເຂົາແລະຕິດຕາມແບບ ຢ່າງຂອງພວກເຂົາເລື່ອງການເສຍສະຫຼະຕົນເອງ-ທ່ານຈະບໍ່ມີວັນເປັນສ່ວນໜື່ງຂອງຄຣິສ ຕະຈັກໃຫຍ່ແຫ່ງຄວາມຝັນແລະນິມິດຂອງຂ້າພະເຈົ້າໄດ້, ບຸກຄົນທີ່ແກ່ວງຫົວຂອງເຂົາ ແລ້ວເວົ້າວ່າ“ຂ້ອຍຈະບໍ່ມີວັນເຮັດມັນ” ເປັນຄົນທີ່ຢູ່ໃນອັນຕະລາຍຂອງການບໍ່ເຂົ້າໄປໃນອາ ນາຈັກຂອງພຣະເຈົ້າ, ພຣະຄໍາພີກ່າວວ່າ“ບຸກຄົນທີ່ຖືກຕັກເຕືອນຕະຫຼອດແຕ່ຍັງແຂງຄໍ ຈະ ຖືກທໍາລາຍທັນທີ ຈື່ງຮັກສາບໍ່ໄດ້”(ສຸພາສິດ 29:1)

“ເຫດສະນັ້ນ ຈົ່ງລະນຶກເຖິງສະພາບເດີມທີ່ເຈົ້າໄດ້ຫລົ່ນຈາກມາແລ້ວນັ້ນ ຈົ່ງກັບໃຈໃໝ່ ແລະປະພຶດຕາມຢ່າງເດີມ ບໍ່ດັ່ງນັ້ນເຮົາຈະຮີບມາຫາເຈົ້າ ແລະຈະຍົກຕະກຽງຂອງເຈົ້າອອກຈາກບ່ອນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈ ໃໝ່”(ພະນິມິດ 2:5)

ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ 3 ຢູ່ໃນເຈ້ຍເພງຂອງທ່ານ.

ທັງໝົດເພື່ອພຣະເຢຊູ,ເພື່ອພຣະເຢຊູ! ລິດອໍານາດແຫ່ງການໄຖ່ຂອງຂ້າ
ທຸກຄວາມຄິດ, ຄໍາເວົ້າແລະການກະທໍາ,ທຸກມື້ແລະທຸກຊົ່ວໂມງຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ,ເພື່ອພຣະເຢຊູ, ທຸກມື້ແລະທຸກຊົ່ວໂມງຂອງຂ້າ
ທຸກຢ່າງເພື່ອພຣະເຢຊູ,ເພື່ອພຣະເຢຊູ, ທຸກມື້ແລະທຸກຊົ່ວໂມງຂອງຂ້າ

ໃຫ້ມືຂອງຂ້າເຮັດຕາມຄໍາສັ່ງ,ໃຫ້ຕີນຂອງຂ້າແລ່ນໃນທາງພຣະອົງ
ໃຫ້ຕາຂ້າເຫັນພຣະເຢຊູອົງດຽວ,ໃຫ້ປາກຂ້າສັນລະເສີນພຣະອົງ
ທຸກຢ່າງເພື່ອພຣະເຢຊູ,ເພື່ອພຣະເຢຊູໃຫ້ປາກຂ້າສັນລະເສີນພຣະອົງ
ທຸກຢ່າງເພື່ອພຣະເຢຊູ,ເພື່ອພຣະເຢຊູໃຫ້ປາກຂ້າສັນລະເສີນພຣະອົງ

ຕັ້ງແຕ່ຕາຂ້າຖືກກໍານົດທີ່ພຣະເຢຊູ,ຂ້າກໍຢຸດເບິ່ງສິ່ງອ້ອມຂ້າງ
ເພື່ອມັດຕິດນິມິດຂອງວິນຍານຂ້າ ເບີ່ງການການຄຶງທີ່ໄມ້ກາງແຂນ
ທຸກຢ່າງເພື່ອພຣະເຢຊູ,ເພື່ອພຣະເຢຊູ ເບີ່ງການການຄຶງທີ່ໄມ້ກາງແຂນ
ທຸກຢ່າງເພື່ອພຣະເຢຊູ,ເພື່ອພຣະເຢຊູ ເບີ່ງການການຄຶງທີ່ໄມ້ກາງແຂນ

ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ,ພຣະອົງຊົງຫຼັ່ງໂລຫິດເພື່ອຊໍາລະທ່ານຈາກຄວາມບາບທຸກຢ່າງ, ພຣະອົງຊົງຟື້ນຄືນມາຈາກຕາຍ ເພື່ອມອບຊີວິດນິລັນດອນໃຫ້ແກ່ທ່ານ, ພຣະອົງຊົງສະເດັດກັບສະຫວັນຢູ່ເບື້ອງຂວາມືຂອງ ພຣະເຈົ້າ, ເມື່ອທ່ານຫັນຫຼັງໃຫ້ກັບຄວາມບາບແລ້ວວາງໃຈໃນພຣະເຢຊູ,ພຣະອົງຊົງຊ່ວຍ ທ່ານໃຫ້ພົ້ນທັນທີ, ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການລອດໂດຍພຣະເຢຊູຂໍ ເຊີນຕາມດຣ.ເຄແກນໄປທາງຫຼັງຫ້ອງປະຊຸມນີ້ດຽວນີ້ເລີຍ.ເອແມນ


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ກິດຈະການ 14:19-23.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດກຣິຟຟິດ:
“Living For Jesus” (Thomas O. Chisholm, 1866-1960).

ໂຄງຮ່າງເລື່ອງ

ການເຂົ້າສູ່ອານາຈັກຜ່ານທາງ
ຄວາມທຸກລໍາບາກຫຼາຍຢ່າງ

ENTERING THE KINGDOM
THROUGH MUCH TRIBULATION

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລະເມື່ອທ່ານທັງສອງໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະໄດ້ສັ່ງສອນຄົນເປັນຈຳນວນຫລາຍ ຈຶ່ງກັບໄປຍັງເມືອງລິດຕາ ເມືອງອິໂຄນີຍູມ ແລະເມືອງອັນທິໂອກອີກ ເຮັດໃຫ້ໃຈຂອງສາວົກທັງຫລາຍຕັ້ງໝັ້ນຄົງ ເຕືອນເຂົາໃຫ້ດຳລົງຢູ່ໃນຄວາມເຊື່ອ ແລະສອນວ່າ ເຮົາທັງຫລາຍຈຳເປັນຕ້ອງພົບຄວາມຍາກລຳບາກຫລາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:21-22)

(ລູກາ 14:27; 9:62; ອາໂມດ 5:15; ພະນິມິດ 3:16)

I.    ໜື່ງ ຄວາມທຸກລໍາບາກແຫ່ງການກັບໃຈໃໝ່ ປະຖົມມະການ 32:24,25,30,31;
ກິດຈະການ 9:5, 6, 17.

II.   ສອງ ຄວາມທຸກຍາກລໍາບາກຂອງການແຍກຕັ້ງໄວ້. ໂລມ 5:3-5;
1 ໂຢຮັນ 2:17; ສຸພາສິດ 29:1; ພະນິມິດ 2:5.