Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເດມາດໄດ້ປະຖີ້ມຂ້າພະເຈົ້າແລ້ວ

DEMAS HAS FORSAKEN ME!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 17/4/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 17, 2016

“ເດມາດໄດ້ຫຼົງຮັກໂລກປະຈຸບັນນີ້ແລ້ວແລະໄດ້ຖີ້ມຂ້າພະເຈົ້າໄປ”
( 2 ຕີໂມທຽວ 4:10)


ຜູ້ຊາຍຄົນນີ້ເດມາດແມ່ນຖືກເວົ້າເຖິງໂດຍເປົາໂລສາມເທື່ອໃນພັນທະສັນຍາໃໝ່, ລາວຖືກເອີ້ນວ່າຜູ້ຮ່ວມງານຂອງເປົາໂລໃນຟີເລໂມນ 24, ແຕ່ໃນໂກໂລຊາຍ 4:14 ລາວພຽງແຕ່ຖືກເວົ້າເຖິງຊື່ໆ, ດຣ.ແມັກກີໄດ້ກ່າວວ່າ:

ຕອນທີ່ເປົາໂລເວົ້າເຖິງເດມາດຄັ້ງທໍາອິດ,ເພີ່ນເອີ້ນລາວວ່າຜູ້ຮ່ວມງານ(ຢູ່ ໃນໂກໂລຊາຍ 4:14)ລາວເວົ້າແບບງ່າຍໆວ່າ“ແລະເດມາດ”ຂ້າພະເຈົ້າຄິດ ວ່ານີ້ອາດຈະສະແດງໃຫ້ເຫັນວ່າເປົາໂລ(ບໍ່)ແນ່ໃຈປານໃດກ່ຽວກັບລາວໃນເວລານີ້, ຕໍ່ມາເດມາດ(ຈະ)ຖີ້ມເປົາໂລ, ຊ່າງເປັນຕາເສົ້າໃຈແທ້(J. Vernon McGee, Th.D., Thru the Bible, volume V, p. 365; note on Colossians 4:14).

ດັ່ງນັ້ນເມື່ອພວກເຮົາມາເບິ່ງຫົວຂໍ້ພຣະຄໍາພີຂອງເຮົາອັກຄະສາວົກຈື່ງກ່າວວ່າ:

“ເດມາດໄດ້ຫຼົງຮັກໂລກປະຈຸບັນນີ້ແລ້ວແລະໄດ້ຖີ້ມຂ້າພະເຈົ້າໄປ” ( 2 ຕີໂມທຽວ 4:10)

ຄໍາພາສາກຣີກແປ“ປະຖີ້ມ”ໝາຍເຖິງ“ຖີ້ມຢ່າງເດັດຂາດພ້ອມດ້ວຍຄວາມຄິດຂອງ ການປະຖີ້ມບາງຄົນໃນສະຖານະການທີ່ຮ້າຍແຮງ” (MacArthur Study Bible).

ພວກທ່ານຈະເຫັນຜູ້ຄົນເຮັດແບບນີ້ຫຼາຍເທື່ອຖ້າທ່ານຍັງສືບຕໍ່ເປັນຄຣິສຕຽນແທ້, ຂ້າພະເຈົ້າໄດ້ຄົ້ນຫາຮູບເກົ່າໆບາງອັນຂອງເມຍໃນມື້ວັນເກີດຂອງລາວຫຼາຍປີກ່ອນ,ຄວາມຈິງແລ້ວຮູບພວກນັ້ນຖືກຖ່າຍປະມານຊາວຫ້າປີກ່ອນ, ເມຍຂອງຂ້າພະເຈົ້າກໍຍັງເບິ່ງຄືເກົ່າ ໃນປະຈຸບັນນີ້, ສ່ວນຂ້າພະເຈົ້າເບິ່ງຄືເຖົ້າກວ່າເພາະຂ້າພະເຈົ້າມີນໍ້າໜັກເພີ່ມຂື້ນເນື່ອງຈາກ ການປີ່ນປົວມະເຮັງທີ່ມີຢູ່, ມີຢູ່ຮູບໜື່ງເມຍຂອງຂ້າພະເຈົ້າກໍາລັງນັ່ງກັບກຸ່ມຄົນສິບສອງຄົນ, ຈາກສິບສອງຄົນນັ້ນມີພຽງສາມຄົນເທົ່ານັນທີ່ຍັງຢູ່ໃນຄຣິສຕະຈັກຂອງພວກເຮົາ - ເອລີນາ ເລສລີແລະທ້າວພຣຸດໂຮມ,ສ່ວນອີກເກົ້າຄົນໄດ້ຖີ້ມພວກເຮົາໄປແລ້ວ,ການຮູ້ຈັກແຕ່ລະຄົນຂ້າພະເຈົ້າເວົ້າໄດ້ພຽງແຕ່ແບບທີ່ເປົາໂລເວົ້າວ່າ:

(ພວກເຂົາ)ໄດ້ຫຼົງຮັກໂລກປະຈຸບັນນີ້ແລ້ວແລະໄດ້ປະຖີ້ມຂ້າພະເຈົ້າໄປ” (2 ຕີໂມທຽວ 4:10)

ນັ້ນແມ່ນເລື່ອງຈິງຂອງທຸກໆຄົນໃນຈໍານວນສະມາຊິກຄຣິສຕະຈັກເກົ້າຄົນທີ່ຢູ່ໃນຮູບນັ້ນ, ພວກເຂົາໄດ້ປະຖີ້ມພວກເຮົາແລະກັບໄປຫາໂລກ, ເລື່ອງນັ້ນມັນຈະເກີດຂື້ນອີກເທື່ອໜື່ງບໍ? ເຈົ້າ ແນ່ນອນມັນຈະເກີດ, ຄວາມຈິງແລ້ວທຸກຄົນທີ່ຮັກໂລກປະຈຸບັນນີ້ຈະຖີ້ິມຄຣິສຕະຈັກ ຂອງເຮົາໄປໃນບໍ່ຊ້ານີ້ຫຼືໃນພາຍພາກໜ້າ,ຄົນທີ່ຍັງຢູ່ຈະບໍ່ສົງໄສເລີຍທີ່ຈະເຫັນຮູບທີ່ຖືກ ຖ່າຍໃນປະຈຸບັນນີ້-ແລະທ່ານກໍຈະມີໂອກາດໄດ້ເບີ່ງຮູບເຂົາແລະຮູ້ວ່າພວກເຂົາກໍປະຖີ້ມ ພວກເຮົາໄປເຊັ່ນກັນ“ຫຼົງຮັກໂລກປະຈຸບັນນີ້ແລ້ວ”ເຖິງແມ່ນວ່າຖ້າພຣະເຈົ້າສົ່ງການຟື້ນຟູ ໃຫຍ່ມາໃຫ້ເຮົາແລະມີຫຼາຍຄົນເຂົ້າມາມັນກໍຍັງຈະເປັນຄວາມຈິງທີ່ວ່າຄົນອື່ນໆຈະຖີ້ມພວກ ເຮົາໄປ“ຫຼົງຮັກໂລກປະຈຸບັນນີ້ແລ້ວ”

ຂ້າພະເຈົ້າບໍ່ໄດ້ເວົ້າເລື່ອງນີ້ເພື່ອໃຫ້ທ່ານຮູ້ສຶກບໍ່ດີ, ຂ້າພະເຈົ້າພຽງແຕ່ເວົ້າມັນເພື່ອ ທ່ານຈະບໍ່ຕົກໃຈເມື່ອມັນເກີດຂື້ນ, ຄໍານີ້ໄດ້ມອບໃຫ້ເຮົາຢູ່ໃນພຣະຄໍາພີເພື່ອເຕືອນພວກເຮົາ ມັນຈະບໍ່ພຽງເກີດຂື້ນຕໍ່ອັກຄະສາວົກເປົາໂລແຕ່ຈະເກີດຂື້ນຕໍ່ທ່ານແລະຂ້າພະເຈົ້າເຊັ່ນກັນ.

“ເດມາດໄດ້ຫຼົງຮັກໂລກປະຈຸບັນນີ້ແລ້ວແລະໄດ້ຖີ້ມຂ້າພະເຈົ້າໄປ”

ແມ່ນຫຍັງເກີດຂື້ນກັບເດມາດລະ? ຄໍາອະທິບາຍຂອງມັດທິວເຮັນຣີ່ເວົ້າວ່າເດມາດ ຖືກ“ເອີ້ນອອກມາຈາການຮັບໃຊ້ຂອງຕົນໂດຍວຽກທາງໂລກໃນບ່ອນທີ່ລາວເຂົ້າໄປພົວພັນນໍາ...ພຣະຄຣິດແລະຂ່າວປະເສີດຂອງພຣະອົງຖືກຖີ້ມແລະລືມແລະລາວກໍຕົກຫລຸມຮັກ ໂລກ, ໝາຍເຫດ:ຮັກໂລກປະຈຸບັນນີ້ຄືສາເຫດຂອງການປະຖີ້ມຄວາມເຊື່ອໄປຈາກຄວາມ ຈິງແລະທາງຂອງພຣະເຢຊູຄຣິດ”(ໝາຍເຫດໃນ 2 ຕີໂມທຽວ 4:10)

ດຣ.ແມັກອາເທີເວົ້າຜິດໃນເລື່ອງພຣະໂລຫິດຂອງພຣະຄຣິດແຕ່ລາວພັດເວົ້າເຖິງ ເລື່ອງອື່ນໆຖືກ, ດຣ.ແມັກອາເທີເວົ້າວ່າ“ເດມາດເປັນສາວົກທີ່ບໍ່ເຄີຍນັບຄ່າຂອງການຜູກມັດ ທີ່ຈິງຈັງຕໍ່ພຣະຄຣິດ”( (MacArthur Study Bible,ເຫຼັ້ມດຽວກັນ)ບຸກຄົນປະເພດນີ້ຖືກອະທິ ບາຍຢູ່ໃນຄໍາອຸປະມາຂອງຜູ້ຫວ່ານພືດ

“ໄດ້ແກ່ຄົນເຫລົ່ານັ້ນທີ່ໄດ້ຍິນແລ້ວກໍຮັບພຣະຄໍານັ້ນດ້ວຍຄວາມຍິນດີແຕ່ບໍ່ມີຮາກເຊື່ອໄດ້ແຕ່ຊົ່ວຄາວເມື່ອຖືກທົດລອງເຂົາກໍຫລົງເສຍໄປ”(ລູກາ 8:13)

ພວກເຂົາບໍ່ເຄີຍກັບໃຈໃໝ່ແທ້,ພວກເຂົາບໍ່ເຄີຍມີຮາກໃນພຣະຄຣິດ,ດັ່ງນັ້ນເມື່ອ ມີການທົດລອງມາພວກເຂົາກໍລົ່ນໄປຈາກຄຣິສຕະຈັກຂອງເຂົາແລະກັບໄປທາງໂລກ, ເລື່ອງນີ້ມັກເກີດຂື້ນໃນຊ່ວງແຫ່ງການປ່ຽນແປງ, ຊ່ວງເວລາແຫ່ງການປ່ຽນແປງມາຮອດເດ ມາດເມື່ອເປົາໂລຖືກຂັງຢູ່ໃນຄຸກ, ທຸກສິ່ງທຸກຢ່າງກໍປ່ຽນໄປສໍາຫຼັບລາວ, ແລະໃນເວລາ ແຫ່ງການປ່ຽນແປງນັ້ນມັນຈະເປີດເຜີຍວ່າເຂົາບໍ່ມີຮາກໃນພຣະຄຣິດແທ້ - ແລະລາວກໍກັບ ໄປຫາໂລກແລະຖີ້ມເປົາໂລໄປ.

ພວກເຮົາເຄີຍເຫັນເລື່ອງນີ້ເກີດຂື້ນເມື່ອຄົນໜຸ່ມຈົບວິທະຍາໄລ, ມັນເຖິງເວລາແຫ່ງ ການປ່ຽນແປງ, ພວກເຂົາຄິດວ່າບໍ່ເຄີຍມີໃຜເຄີຍພົບຜ່ານກັບເລື່ອງນີ້ມາກ່ອນ! “ຂອງຂ້ອຍ ຂອງຂ້ອຍ! ຂ້ອຍມີວຽກຢູ່ຕໍ່ໜ້າຂ້ອຍ! ທ່ານບໍ່ສາມາດຄາດຫວັງໃຫ້ຂ້ອຍທຸກທໍລະມານ ເພື່ອພຣະຄຣິດແລະສັດຊື່ໄດ້ດອກ? ນັ້ນອັນເປັນຕອນທີ່ຂ້ອຍຍັງນ້ອຍຢູ່! ຕອນນີ້ຂ້ອຍ ເປັນຜູ້ໃຫຍ່ຂ້ອຍຕ້ອງເອົາກໍາລັງຂອງຂ້ອຍໃຫ້ກັບວຽກຂອງຂ້ອຍ, ພວກທ່ານບໍ່ເຂົ້າໃຈບໍ? ມັນເປັນອາຊີບຂອງຂ້ອຍ” ໂອແມ່ນແລ້ວຂ້າພະເຈົ້າເຂົ້າໃຈຢ່າງຄົບຖ້ວນ! ພວກທ່ານເຫັນບໍ ຂ້າພະເຈົ້າກໍຜ່ານມາແບບດຽວກັນ, ຄວາມແຕກຕ່າງລະຫວ່າງພວກເຮົາກໍຄືວ່າຂ້າພະເຈົ້າ ສືບຕໍ່ຮັກສາການຕິດຕາມແບບຢ່າງຂອງເປົາໂລແລະພວກທ່ານກາຍມາພົວພັນກັບໂລກປະຈຸບັນນີ້, ຄວາມແຕກຕ່າງກໍຄືຂ້າພະເຈົ້າໄດ້ກັບໃຈໃໝ່ແລ້ວ-ແລະພວກທ່ານພຽງແຕ່ເຮັດ “ການຕັດສິນໃຈ”ພາຍນອກແລະຜິດໆ,ເມື່ອທ່ານຖືກທົດລອງທ່ານກໍບໍ່ມີຮາກ! ຂ້າພະເຈົ້າມີ ຮາກໃນພຣະຄຣິດທ່ານພັດບໍ່ເຄີຍມີຈັກອັນ! ມັນງ່າຍໆແບບນັ້ນແລະ!

ຫຼືການທົດລອງມັກມາໃນຊ່ວງແຫ່ງການປ່ຽນແປງອັນອື່ນ,ຄົນໜຸ່ມຕົກຫຼຸມຮັກ,ກໍາລັງໄປເດດກັນແລະໃນເວລານັ້ນພວກເຂົາກໍຖີ້ມຄຣິສຕະຈັກແລ້ວໂດດເຂົ້າໄປຫາໂລກ.

ຫຼືມັນສາມາດມາເຖິງເມື່ອທ່ານມີລູກ, ທ່ານຄິດວ່າ“ຢ່າງໃດກໍຕາມຕອນນີ້ຂ້ອຍມີລູກ ທ່ານບໍ່ສາມາດຄາດຫວັງໃຫ້ຂ້ອຍສັດຊື່ຕໍ່ພຣະເຈົ້າຕອນນີ້ໄດ້”ບໍ່ເປັນຫຍັງຊື່ງພວກເຮົາທຸກ ຄົນກໍສັດຊື່ໃນການພາລູກມານະມັດສະການທຸກເທື່ອ, ທ່ານຄິດວ່າບໍ່ເຄີຍມີໃຜປະສົບກັບ ເລື່ອງນີ້ມາກ່ອນ! ແຕ່ເຫດຜົນທີ່ແທ້ຈິງກໍຄືວ່າທ່ານບໍ່ມີຮາກໃນພຣະຄຣິດ - ທ່ານມີພຽງແຕ່ ການກັບໃຈໃໝ່ທີ່ຜິດໆບໍ່ແມ່ນແທ້! ຖ້າທ່ານຫາກຍ່າງໄປໃນທາງຜິດເມື່ອທ່ານຮຽນຈົບວິທະ ຍາໄລທ່ານກໍຈະບໍ່ມີວັນກັບມາທາງທີ່ຖືກຕ້ອງໄດ້, ທ່ານອາດຈະເຮັດບາງສິ່ງບາງຢ່າງໃນ ຄຣິສຕະຈັກແຕ່ທ່ານຈະບໍ່ມີວັນເປັນທະຫານຜູ້ມີອໍານາດຂອງພຣະຄຣິດຊື່ງທ່ານສາມາດ ເປັນໄດ້! ຊື່ງທ່ານຄວນຈະເປັນ! ກາບກອນທີ່ມີຊື່ສຽງຂອງໂຣເບີດຟຣອສໄດ້ກ່າວວ່າ:

ຂ້າພະເຈົ້າຈະບອກເລື່ອງນີ້ກັບການຫັນໃຈໃຫຍ່
ທຸກເພດທຸກໄວບ່ອນໃດໜື່ງດ້ວຍເຫດນີ້
ຖະໜົນສອງສາຍແຍກໃນໄມ້ ແລະ ຂ້ອຍ-
ຂ້ອຍເອົາອັນໜື່ງທີ່ເດີນທາງໜ້ອຍກວ່າ
ແລະຊື່ງມັນໄດ້ເຮັດໃຫ້ທຸກຢ່າງເກີດຄວາມແຕກຕ່າງ
   (“The Road Not Taken,” Robert Frost, 1874-1963).

ເມື່ອທ່ານເດີນໃນທາງທີ່ຜິດທີ່ໜື່ງມັນກໍບໍ່ມີທາງກັບຄືນ,ໃນການຮັບໃຊ້ຫ້າສິບແປດປີຂ້າພະເຈົ້າຍັງບໍ່ເຄີຍເຫັນຜູ້ໃດເຮັດໄດ້! ບໍ່ມີຈັກຄົນ! ຈົ່ງຈື່ເອົາໄວ້ວ່າເດມາດບໍ່ເຄີຍກັບມາ ຫາເປົາໂລອີກເລີຍ-ແລະທ່ານກໍເຊັ່ນກັນ! ຊື່ງໝາຍຄວາມວ່າຈົ່ງລະວັງສຸດໆວ່າທ່ານຍ່າງ ໄປທາງໃດໃນການປ່ຽນແປງຂອງຊີວິດ, ໂລກຈະບອກທ່ານວ່າທ່ານສາມາດປ່ຽນຊີວິດຂອງ ທ່ານເປັນໂຫຼໄດ້ແຕ່ໂລກຕົວະເມື່ອມັນເວົ້າແບບນັ້ນ, ຂ້າພະເຈົ້າຍັງບໍ່ເຄີຍເຫັນຊີວິດໜື່ງທີ່ ປ່ຽນແປງຢ່າງສົມບູນໄດ້, ຂ້າພະເຈົ້າຈື່ຜູ້ຍິງຄົນໜື່ງທີ່ຂ້າພະເຈົ້າຮູ້ຈັກຊື່ງພະຍາຍາມທີ່ຈະ ປ່ຽນແປງຊີວິດຂອງລາວ,ລາວເວົ້າເຖິງມັນທຸກເທື່ອຕອນທີ່ຂ້າພະເຈົ້າອາໄສຢູ່ໃນຫ້ອງເຊົ່າຢູ່ເຮືອນຂອງລາວ, ຫຼັງຈາກຫຼາຍປີແຫ່ງຄວາມພະຍາຍາມທີ່ຈະປະດິດຊີວິດຂອງລາວຂື້ນໃໝ່ ສຸດທ້າຍລາວກໍເສຍຈິດ,ເລື່ອງຈິງ!ເພື່ອນຂອງຂ້າພະເຈົ້າເອີຍຈົ່ງລະວັງວ່າທ່ານເດີນທາງໃດ ລາວເວົ້າວ່າ“ຖ້າຂ້ອຍຕິດຕາມທາງຂອງພຣະຄຣິດ ຂ້ອຍກໍຈະເສຍບາງສິ່ງບາງຢ່າງໄປ! ຂ້ອຍຈະສູນເສຍບາງສິ່ງບາງຢ່າງທີ່ປະເສີດ” ດັ່ງນັ້ນລາວຈື່ງເສຍຈິດ - ຄືກັບເດມາດສູນ ເສຍຈິດວິນຍານຂອງລາວ!

“ເດມາດໄດ້ຫຼົງຮັກໂລກປະຈຸບັນນີ້ແລ້ວແລະໄດ້ຖີ້ມຂ້າພະເຈົ້າໄປ”

ຂ້າພະເຈົ້າມີຊີວິດຢູ່ສາມສ່ວນສີ່ຂອງສະຕະວັດໜື່ງແລ້ວ,ເມື່ອທ່ານມີຊີວິດຢູ່ດົນ ປານນັ້ນທ່ານກໍສາມາດເຫັນແຖວຕ່າງໆຂອງໃບໜ້າທີ່ຜ່ານມາທາງຊີວິດຂອງທ່ານ,ຄໍລໍາ ຂອງໃບໜ້າຕ່າງໆ! ຄະແນນເປັນຮ້ອຍເປັນພັນ! ຄໍລໍາຫຼັງຈາກຄໍລໍາຂອງໃບໜ້າຕ່າງໆແລະ ໃບໜ້າເຫຼົ່ານັ້ນເວົ້າຫຍັງແດ່? ໃນຂະນະທີ່ມັນຜ່ານລົງມາຫາຂ້າພະເຈົ້າໃນຄວາມມືດພວກ ມັນກໍເວົ້າວ່າ“ບໍ່ມີຫຍັງໃນໂລກນີ້ທີ່ທ່ານສູນເສຍວິນຍານຂອງທ່ານເພື່ອໄດ້! ສູນເສຍຈິດວິນ ຍານຂອງທ່ານເພື່ອເລື່ອງນັ້ນ! ທ່ານບ້າໄປແລ້ວບໍ?” ນັ້ນແລະຄືສິ່ງທີ່ວິນຍານຕ່າງໆກະຊິບ ບອກຂ້າພະເຈົ້າໃນຂະນະທີ່ພວກເຂົາລົງສູ່ຄວາມມືດ.

ພວກທ່ານເວົ້າວ່າ“ຂ້ອຍມີຊີວິດຂອງຂ້າພະເຈົ້າທັງຊີວິດຕໍ່ໜ້າຂ້ອຍ” ທ່ານຈະບໍ່ ຟັງເມື່ອຂ້າພະເຈົ້າບອກທ່ານວ່າມັນເປັນພຽງແຕ່ສອງສາມເດືອນ, ພວກເຂົາເວົ້າສຽງສັ່ນ ແບບໄວໆຊື່ງທ່ານຈະບໍ່ຮູ້ວ່າພວກເຂົາໄປໃສເມື່ອທ່ານຢືນຢູ່ຂອບຂອງຄືນອັນເປັນນິດແລະ ມັນກໍຊ້າເກີນໄປທີ່ປະດິດຊີວິດຂອງທ່ານຄືນໃໝ່ໄດ້! ຊື່ງບໍ່ມີໃຜເຄີຍເຮັດໄດ້ຫຼັງຈາກທີ່ພວກ ເຂົາໄດ້ປະຕິເສດທາງທີ່ພວກເຂົາເດີນໄປນັ້ນ, ຈົ່ງຈື່ໄວ້ວ່າເດມາດບໍ່ເຄີຍກັບມາອີກເລີຍ!ຂ້າ ພະເຈົ້າຈະຂໍເວົ້າເລື່ອງລາວສອງເລື່ອງກ່ຽວກັບຄົນແບບນັ້ນ.

ພໍ່ຂອງນາງເປັນນັກເທດ,ນາງຫຼີ້ນເປຍໂນໃນຄຣິສຕະຈັກຂອງລາວ, ນາງເປັນຜູ້ຍິງ ທີ່ທໍາມະດາບໍ່ມີຫຍັງເປັນຕາເບິ່ງ, ດັ່ງນັ້ນເມື່ອຜູ້ຊາຍບໍ່ດີແນມເບິ່ງນາງໆກໍໄປກັບເຂົາ,ລືມ ຄວາມເຊື່ອທີ່ນາງເຄີຍຮູ້ຈັກແລ້ວໄປກັບລາວຈົນລາວຫັກອົກຂອງນາງແລະນາງພະຍາດີ້ນ ຮົນເພື່ອໃຫ້ທັງສອງມີຊີວິດຢູ່, ຂ້າພະເຈົ້າບໍ່ສາມາດຊ່ວຍນາງໄດ້ໃນຕອນນີ້,ນາງເປັນຄົນ ເຖົ້າຫຼາຍແລະເສຍໃຈທີ່ຈະຟັງຄໍາຕ່າງໆ, ຂ້າພະເຈົ້າໄດ້ແບກນາງຜ່າຝົນເພື່ອໄປໂຮງໝໍ ບ່ອນທີ່ນາງຕາຍ, ຫົວໃຈຂອງນາງໄດ້ຕາຍໄປແລ້ວເມື່ອຫຼາຍປີກ່ອນ, ຂ້າພະເຈົ້າໄດ້ເກັບ ເປຍໂນຂອງນາງໄວ້ໃນຫ້ອງຮັບແຂກຂອງຂ້າພະເຈົ້າເພື່ອເຕືອນຕົນເອງເຖິງທາງທີ່ນາງບໍ່ ໄດ້ເລືອກທີ່ຈະໄປ.

ລາວອອກຈາກຟາມກ່ອນເພາະລາວເປັນລູກຊາຍກົກ, ລາວຮູ້ວ່າລາວຕ້ອງການ ຫຍັງແລະລາວກໍໄດ້ມັນ,ແຕ່ງດອງກັບຜູ້ຍິງລວຍແລະຫາເງີນໄດ້ເປັນຈໍານວນຫຼາຍ,ເມຍທີ່ ເປັນໝັນຂອງລາວຢາກມີລູກສາວໂຕນ້ອຍຫຼາຍຊື່ງລາວກໍຊື່ມານາງຄົນໜື່ງ, ຕອນນີ້ລາວມີ ເງີນຫຼາຍ, ລາວຄິດວ່າລາວສາມາດຊື້ທຸກສິ່ງທຸກຢ່າງໄດ້! ຕໍ່ມາເມຍກໍຕາຍ, ຕໍ່ມາລູກລ້ຽງກໍ ຢູ່ໃນອາການທີ່ບໍ່ດີ, ຕໍ່ມາລາວກໍຖືກປະໃຫ້ຢູ່ໃນບ້ານຫຼັງໃຫຍ່ຄົນດຽວ, ພວກເຂົາພົບລາວຢູ່ ຂ້າງໃນຫ້ອງລັອກພ້ອມກັບປືນພົກຢູ່ໃນມືຂອງລາວເປັນອໍາມະພາດ, ຂ້າພະເຈົ້າໄດ້ໄປຢ້ຽມ ລາວຢູ່ໂຮງໝໍ, ລາວບໍ່ສາມາດເວົ້າໄດ້, ຂ້າພະເຈົ້າຈື່ງຈັບມືລາວເພື່ອອະທິຖານເພື່ອລາວ, ລາວຮ້ອງຂື້ນຄືກັບສັດປ່າດັງຫຼາຍຂ້າພະເຈົ້າບໍ່ສາມາດຄິດຫຍັງໄດ້, ເມື່ອຂ້າພະເຈົ້າເຫັນ ລາວຄັ້ງຕໍ່ມາລາວກໍຖືກວາງລົງຢູ່ໃນໂລງສົບແພງໆ, ມີແມງວັນຕອມຢູ່ເທິງໃບໜ້າຂອງ ລາວ, ລາວລວຍຫຼາຍແຕ່ລາວບໍ່ມີຊີວິດທີ່ຈະປັດແມງວັນອອກໄປ, ຂ້າພະເຈົ້າໄດ້ເກັບຮູບ ຂອງລາວໄວ້ໃນຫ້ອງຮັບແຂກຂອງຕົນເພື່ອເຕືອນຕົນເອງເຖິງເສັ້ນທາງທີ່ລາວເດີນໄປ.

ພວກທ່ານເວົ້າວ່າ“ຂ້ອຍມີຊີວິດຂອງຂ້ອຍທັງຊີວິດຕໍ່ໜ້າຂ້ອຍ” ທ່ານຈະບໍ່ ຟັງເມື່ອຂ້າພະເຈົ້າບອກທ່ານວ່າມັນເປັນພຽງແຕ່ສອງສາມເດືອນ, ພວກເຂົາເວົ້າສຽງສັ່ນ ແບບໄວໆຊື່ງທ່ານຈະບໍ່ຮູ້ວ່າພວກເຂົາໄປໃສເມື່ອທ່ານຢືນຢູ່ຂອບຂອງຄືນອັນເປັນນິດແລະ ມັນກໍຊ້າເກີນໄປທີ່ປະດິດຊີວິດຂອງທ່ານຄືນໃໝ່ໄດ້! ຊື່ງບໍ່ມີໃຜເຄີຍເຮັດໄດ້ຫຼັງຈາກທີ່ພວກ ເຂົາໄດ້ປະຕິເສດທາງທີ່ພວກເຂົາເດີນໄປນັ້ນ, ເດມາດບໍ່ເຄີຍກັບມາຫາເປົາໂລເລີຍ.

ຄືນວັນອາທິດແລ້ວນີ້ດຣ.ເຄແກນໄດ້ບອກພວກທ່ານກ່ຽວກັບຊີວິດຂອງຂ້າພະເຈົ້າ,ລາວບອກວ່າມັນຄື“ຫຼາຍປີແຫ່ງການຕໍ່ສູ້ທໍລະຍົດແລະຖອຍຫຼັງ” ຕໍ່ທ່ານບາງເທື່ອມັນເບິ່ງຄື ວ່າຊີວິດຂອງສິດຍາພິບານມັນຍາກໂພດ,ດົນໂພດ,ເຕັມໄປດ້ວຍຄວາມລໍາບາກຫຼາຍໂພດ, ພວກທ່ານຄິດວ່າບາງເທື່ອມັນເປັນຂ້າພະເຈົ້າເອງທີ່ເດີນທາງຜິດໃນທາງແຫ່ງຊີວິດ, ບາງ ເທື່ອອັນນັ້ນຄືສິ່ງທີ່ເດມາດຄິດຕອນທີ່ລາວເຫັນເປົາໂລຖືກລ້າມໂຊ້,ທຸກທໍລະມານຢູ່ໃນຄຸກ, ຂ້າພະເຈົ້າກັບເມຍເຄີຍໄປເບິ່ງຄຸກມືດຢູ່ກຸງໂຣມ, ຄວາມຈິງແລ້ວພວກເຮົາໄດ້ເຂົ້າໄປໃນ ກົງເຫຼັກຫ້ອງຂັງບ່ອນທີ່ເປົາໂລຂຽນ 2 ຕີໂມທຽວ, ແລະເດມາດກໍຢ້ານວ່າຕົນເອງຈະໄປ ບ່ອນນັ້ນຄືກັນ, ດັ່ງນັ້ນລາວຈື່ງຖີ້ມເປົາໂລໄປ,ແລະເປົາໂລໄດ້ຂຽນຄໍາເວົ້າທີ່ຮ້າຍແຮງນີ້ວ່າ

“ເດມາດໄດ້ຫຼົງຮັກໂລກປະຈຸບັນນີ້ແລ້ວແລະໄດ້ຖີ້ມຂ້າພະເຈົ້າໄປ”

ແຕ່ເດມາດຜີດແລະພວກທ່ານກໍຜິດ,ຖະໜົນສາຍນີ້ເຖິງແມ່ນວ່າຍາກ,ແຕ່ໄດ້ນໍາ ຄວາມຍິນດີມາໃຫ້ແກ່ຂ້າພະເຈົ້າ,ໄດ້ມອບເມຍຄົນໜື່ງໃຫ້ຂ້າພະເຈົ້າຊື່ງອັດສະຈັນຫຼາຍທີ່ຈະອະທິບາຍເປັນຄໍາເວົ້າແລະມິດຕະພາບທີ່ຂ້າພະເຈົ້າຈະບໍ່ມີວັນໄດ້ຮູ້ຈັກຖ້າຂ້າພະເຈົ້າຫາກ ເດີນທາງຜິດໃນເສັ້ນທາງແຫ່ງຊີວິດ - ຕອນທີ່ຂ້າພະເຈົ້າຍັງເປັນໄວລຸ້ນຢູ່.

ອີຣິກບູດຄລິບບອນເປັນຫຼານຂອງວິລລຽມບູດຜູ້ກໍ່ຕັ້ງກອງທັບແຫ່ງຄວາມລອດສະ ໄໝເກົ່າແລະເປັນລູກຊາຍຂອງນັກເທດ, ອີຣິກໄປອັບຟຣິກາໃນຖານະເປັນມິດຊັນນາລີ ຂອງພວກແອດແຊມບລີອັອຟກອດ, ລາວຕາຍລົງພຽງແຕ່ໃນເວລາສອງອາທິດຫຼັງຈາກທີ່ ເມຍທີ່ຖືພາຂອງລາວຊື່ລູໄຊແລະລູກສາວຂອງພວກເຂົາມາເຖິງງານຮັບໃຊ້, ລາວອາຍຸພຽງ 29 ປີຕອນທີ່ລາວຕາຍ, ຕໍ່ມາເມຍຂອງລາວກໍໄດ້ຂຽນຄວາມຕາຍທີ່ໜ້າເສົ້າຂອງລາວລົງ ໃນໜັງຊື່ທີ່ມີຊື່ວ່າ“ເຊື່ອຟັງຈົນເຖິງຄວາມຕາຍ” ນາງໄດ້ເວົ້າເຖິງການນະມັດສະການທີ່ນາງ ກັບອີຣິກໄດ້ເຂົ້າຮ່ວມກ່ອນທີ່ພວກເຂົາຈະໄປອັບຟຣິກາ, ພວກເຂົາໄດ້ອະທິຖານແລະຮ້ອງ ເພງທີ່ແຕ່ງໂດຍແມ່ຂອງອີຣິກ

ທີ່ພຣະບາດພຣະອົງຂ້າລົ້ມລົງ
ຍອມພຣະອົງຜູ້ເປັນທຸກຢ່າງຂອງຂ້າ
ເພື່ອທົນທຸກ, ມີຊີວິດ ຫຼືຕາຍ
ເພາະພຣະເຈົ້າຂອງຂ້າຊົງຖືກຄຶງຕາຍ

ໃນໜັງສືຂອງນາງເມຍຂອງອີຣິກບອກເຖິງງານສົບຂອງລາວ,ຊົນເຜົາພື້ນເມືອງອັບຟຣິກາຊື່ງບໍ່ເຄີຍໄດ້ຍິນຂ່າວປະເສີດໄດ້ພາກັນມາເປັນຮ້ອຍຄົນເພື່ອເບິ່ງງານຝັງສົບຄຣິສ ຕຽນ“ຕໍ່ມາຫຼັງຈາກທີ່ອະທິຖານຝາປິດໂລງກໍເອົາມາປົກແລະຕອກຕະປູໃສ່,ທ່ານສາມາດຈິນຕະນາການຄວາມເຈັບປວດທີ່ຍິງຜ່ານທາງຫົວໃຈຂອງຂ້າພະເຈົ້າທຸກເທື່ອທີ່ຄ້ອນຕີຕອກ ລົງ”ຈາກນັ້ນນາງກໍເວົ້າວ່າ“ຂ້ອຍເຂົ້າໃຈແລ້ວວ່າຄວາມສໍາເລັດໃນປະຈຸບັນຂອງມິດຊັນນາຣີຄືຄວາມຍິ່ງໃຫຍ່ເນື່ອງຈາກກອງທັບຂອງຜູ້ພີຊີບຊື່ງໄດ້ສະຫຼະຊີວິດຂອງພວກເຂົາໃນງານ (ມິດຊັນ)ເພື່ອຈິດວິນຍານທີ່ພິນາດທີ່ພວກເຂົາຮັກຫຼາຍ, ເຄີຍມີການເວົ້າວ່າຫຼຸມຝັງສົບທີ່ ໂດດດ່ຽວໃນດິນແດນທີ່ຫ່າງໄກບາງເທື່ອກໍເຮັດໃຫ້ເກີດຄວາມປະທັບໃຈທີ່ຍາວນານເທິງຊີ ວິດແລະຫົວໃຈຂອງຄົນພື້ນເມືອງຫຼາຍກວ່າຜົນກະທົບຕອນມີຊີວິດຢູ່,ຊື່ງໄມ້ກາງແຂນທໍາ ມະດາເໜືອກອງດີນຂອງໂລກໄດ້ເວົ້າຢ່າງເກັ່ງກ້າຫຼາຍກວ່າຄໍາເປັນຈໍານວນຫຼາຍ”

ອີຣິກບູດຄລິບບອນອາຍຸພຽງແຕ່ 29 ປີຕອນທີ່ລາວໄປງານມິດຊັນສູ່ບ່ອນທີ່ຄຣິສ ຕຽນບໍ່ມີໃຜຮູ້ຈັກ, ລາວມີຊີວິດພຽງແຕ່ສອງອາທິດຫຼັງຈາກທີ່ໄປຮອດບ່ອນນັ້ນ, ຄໍາເທດສະ ໜາຢ່າງດຽວທີ່ລາວເທດໄປກໍຄືຊີວິດຂອງລາວ,ຖືກບອກໂດຍຄົນອື່ນທີ່ມາເທດສະໜາໃນ ງານສົບຂອງລາວໃນຂະນະທີ່ຄົນພື້ນເມືອງທີ່ຍັງບໍ່ເຊື່ອເປັນຮ້ອຍໆມາຟັງຢູ່.

ແຕ່ງານສົບນ້ອຍນັ້ນຄືຈຸດເລີ່ມຕົ້ນຂອງຊາວຄຣິສຕຽນຢູ່ປະເທດບູກີນາຟາໂຊ,ປະຈຸບັນນີ້ພວກແອສແຊມບລີອັອຟກອດທີ່ຢູ່ໃນສ່ວນຂອງທະວີບອັບຟຣິກາລະນຶກເຖິງອີຣິກບູດ-ຄລິບບອນໃນຖານະເປັນວິລະບຸລຸດແຫ່ງຄວາມເຊື່ອຜູ້ຊື່ງມອບຊີວິດຂອງຕົນເພື່ອຕາມການຊົງເອີ້ນຂອງພຣະເຈົ້າ, ປະຈຸບັນນີ້ພວກແອສແຊມບລີອັອຟກອດເປັນນິກາຍໂປແຕສແຕນ ທີ່ໃຫຍ່ທີ່ສຸດຢູ່ບ່ອນນັ້ນ, ຫຼາຍກວ່າ 4,500 ຂອງຄຣິສຕະຈັກຂອງພວກເຂົາແລະການເທດ ສະໜາໄດ້ຮັບໃຊ້ພວກຄຣິສຕຽນຊາວອັບຟຣິກາຫຼາຍກວ່າ 1,2 ລ້ານຄົນ, ຊີວິດອັນສັ້ນໆ ຂອງອີຣິກໄດ້ເຮັດໃຫ້ພຣະຄຣິດເປັນທີ່ຮູ້ຈັກແກ່ຄົນເປັນພັນໆຢູ່ແຖວອັບຟຣິກາບ່ອນທີ່ບໍ່ມີ ຄົນຂາວເຄີຍໄປມາກ່ອນ.

ເມື່ອຂ້າພະເຈົ້າໄດ້ອ່ານເລື່ອງນັ້ນສອງສາມມື້ທີ່ຜ່ານມາຂ້າພະເຈົ້າກໍຄິດວ່າຕ້ອງ ບອກພວກທ່ານ, ບໍ່ວ່າທ່ານຈະປະສົບກັບຄວາມຫຍຸ້ງຍາກປານໃດກໍຕາມກໍຈະຖືກຈ່າຍຄືນ ໂດຍພຣະຄຣິດໃນມື້ໜື່ງ, ຂໍໃຫ້ທ່ານຫັນຈາກຫົນທາງງ່າຍໆທີ່ເດມາດໄປຕອນທີ່ລາວປະ ຖີ້ມອັກຄະສາວົກແລ້ວປ່ອຍໃຫ້ລາວຢູ່ໃນຄຸກ, ຂໍໃຫ້ທ່ານຫັນກັບມາຈາກທາງງ່າຍໆແລ້ວ ຍ່າງຕາມທາງທີ່ໜ້ອຍກວ່າ, ເຊີນເບິ່ງໃນ 2 ຕີໂມທຽວ 4:17 ຈົ່ງຟັງເປົາໂລເວົ້າຫຼັງຈາກທີ່ ເດມາດຖີ້ມລາວຢູ່ໃນໂຊ້.

“ແຕ່ອົງພຣະຜູ້ເປັນເຈົ້າຊົງປະທັບຢູ່ກັບຂ້າພະເຈົ້າ ແລະໄດ້ຊົງປະທານກຳລັງໃຫ້ຂ້າພະເຈົ້າ ຂ້າພະເຈົ້າຈຶ່ງປະກາດພຣະຄໍາໄດ້ຢ່າງເຕັມທີ່ ເພື່ອໃຫ້ຄົນຕ່າງຊາດທັງປວງໄດ້ຍິນ ດັ່ງນັ້ນຂ້າພະເຈົ້າຈຶ່ງລອດພົ້ນຈາກປາກໂຕສິງນັ້ນ”(2 ຕີໂມທຽວ 4:17)

ພວກໄວ້ລຸ້ນຊາຍຍິງເອີຍຂໍໃຫ້ພວກທ່ານຕິດຕາມແບບຢ່າງຂອງເປົາໂລ! ຂໍໃຫ້ພວກທ່ານ ເອົານິມິດຂອງເປົາໂລມາເປັນຂອງທ່ານເອງ! ຂໍໃຫ້ທ່ານຊ່ວຍພວກເຮົາເຮັດໃຫ້ຄຣິສຕະຈັກ ທີ່ນີ້ຍິ່ງໃຫຍ່ທີ່ຈະເປັນເມືອງທີ່ສ່ອງແສງເທິງຮ່ອມພູສູ່ໂລກ“ເພື່ອທີ່ຄົນຕ່າງຊາດທຸກຄົນຈະ ໄດ້ຍິນ”ຂ່າວປະເສີດ! ຄົນໜຸ່ມຜູ້ຊາຍຈົ່ງຄິດເຖິງສິ່ງທີ່ຄຣິສຕະຈັກຂອງເຮົາສາມາດເປັນໄດ້, ສາມາດເປັນຫຍັງແລະໂດຍພຣະຄຸນຂອງພຣະເຈົ້າມັນຈະເປັນແນວໃດ! ຄົນໜຸ່ມຜູ້ຍິງຈົ່ງ ມອບສິ່ງທີ່ດີທີ່ສຸດຂອງທ່ານແດ່ພຣະຄຣິດ!

ຈົ່ງເອົາຄວາມໜຸ່ມແລະກໍາລັງຂອງທ່ານແກ່ພຣະຄຣິດ! ຈົ່ງເປັນຄືກັບເອຣິກບູດ-ຄລິບບອນ! ຈົ່ງມອບເລືອດຂອງຊີວິດຂອງທ່ານແກ່ພຣະຜູ້ຊ່ວຍ, ຢ່າເກັບອັນໃດໄວ້! ຈົ່ງ ມອບທຸກສິ່ງທີ່ທ່ານມີແດ່ພຣະຄຣິດ! ຈົ່ງເຂົ້າສູ່ການຮັບໃຊ້! ຈົ່ງອອກໄປສູ່ງານມິດຊັນ! ຈົ່ງ ຍອມໃຫ້ໂລກເອີ້ນທ່ານວ່າຄົນໂງ່! ອອກໄປແລ້ວພາຄົນໜຸ່ມມາຟັງຂ່າວປະເສີດ! ຈົ່ງເອົາ ສິ່ງທີ່ດີທີ່ສຸດທີ່ທ່ານມີໃຫ້ແກ່ພຣະຄຣິດ! ຂໍເຊີນຢືນຂື້ນແລະຮ້ອງເພງທີ່ 7 ຢູ່ປື້ມເພງຂອງ ທ່ານ.

ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດຂອງຂ້າຂໍໃຫ້ຂ້າເຫັນແຕ່ພຣະເຢຊູເທົ່ານັ້ນໃນວັນນີ້
ເຖິງຈະຜ່ານຮ່ອມພູພຣະອົງກໍຊົງນໍາຂ້າແສງແຫ່ງລາສີພຣະອົງສ່ອງອ້ອມຮອບຂ້າ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າຈົນລາສີຂອງພຣະອົງເຮັດໃຫ້ວິນ ຍານຂ້າສ່ອງແສງ ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນພຣະສາຍາ ອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງທຸກຄວາມປາດຖະໜາຮັກສາເພື່ອລາສີພຣະອົງ ຈິດໃຈຂ້າໄດ້ຮັບການດົນໃຈກັບຄວາມຄົບສົມບູນ,ຄວາມຮັກອັນບໍລິສຸດຂອງ ພຣະອົງຖ້ວມທາງເດີນຂອງຂ້າ ດ້ວຍແສງຈາກເບື້ອງເທິງພຣະຜູ້ຊ່ວຍໂຜດຕື່ມ ເຕັມນິມິດທຸກຢ່າງຂອງຂ້າຈົນລາສີຂອງພຣະອົງເຮັດໃຫ້ວິນ ຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນພຣະສາຍາອັນບໍລິສຸດພຣະອົງ ສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງ ຢ່າໃຫ້ຄວາມດື້ຂອງບາບມາປິດບັງຄວາມສະຫວ່າງ ທີ່ສ່ອງຢູ່ພາຍໃນຂໍໃຫ້ຂ້າເຫັນພຣະພັກພຣະພອນຂອງພຣະອົງ ໂຜດລ້ຽງຈິດໃຈ ຂ້າດ້ວຍພຣະຄຸນອັນໃຫຍ່ຂອງພຣະອົງ ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງ ຂອງຂ້າ ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງໂຜດຕື່ມເຕັມ ນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ ພຣະສາຍາອັນບໍລິສຸດພຣະອົງສະທ້ອນ ພາຍໃນຂ້າ (“Fill All My Vision,” Avis Burgeson Christiansen, 1895-1985).

ຂໍເຊີນຍັງຢືນຢູ່

ເລື່ອງລາວຕ່າງໆທີ່ຂ້າພະເຈົ້າບອກທ່ານໃນເຊົ້ານີ້ແມ່ນເລື່ອງຈິງ,ຜູ້ຍິງທີ່ໜີອອກ ຈາກໂບດພໍ່ຂອງນາງແລ້ວແຕ່ງງານກັບຄົນບໍ່ດີຊື່ງໄດ້ທໍາລາຍຊີວິດຂອງນາງຄືແມ່ຂອງພໍ່ນ້າຂອງຂ້າພະເຈົ້າ, ເສດຖີທີ່ຂັງຕົນເອງໃນຫ້ອງນອນພ້ອມກັບປືນພົກເປັນລຸງຂອງຂ້າພະເຈົ້າ ເອງ,ອ້າຍຂອງພໍ່ຂອງຂ້າພະເຈົ້າ, ສ່ວນຜູ້ຍິງທີ່ເສຍຈິດຂອງຕົນຂ້າພະເຈົ້າຈະບໍ່ຂໍເອີຍຊື່ ເພາະນາງຍັງມີຊີວິດຢູ່.

ຄັ້ງໜື່ງພວກເຂົາທຸກຄົນເປັນຄົນໜຸ່ມຄືກັບພວກທ່ານ, ແຕ່ພວກເຂົາຖີ້ມຊີວິດຂອງ ຕົນໂດຍບໍ່ໄດ້ຮັບຄວາມລອດຈາກພຣະເຢຊູ, ພວກເຂົາເວົ້າວ່າ“ບໍ່”ຕໍ່ພຣະເຢຊູຫຼາຍເທື່ອຊື່ງ ມັນໄດ້ກາຍມາເປັນນິໄສ,ນິໄສແຂງກະດ້າງຊື່ງພຣະເຈົ້າເອງຊົງປ່ອຍພວກເຂົາເຂົ້າສູ່ຫາຍະນະຂອງເຂົາ.

ພວກໄວ້ລຸ້ນຊາຍຍິງເອີຍຈົ່ງກັບໃຈ! ຈົ່ງຫັນຫຼັງຈາກຊີວິດທີ່ບໍ່ມີພຣະເຈົ້າຂອງທ່ານ-ແລະມາຫາພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ, ຈົ່ງວາງໃຈໃນພຣະອົງ, ພຣະອົງຈະຊົງ ລ້າງທ່ານໃຫ້ສະອາດດ້ວຍພຣະໂລຫິດຂອງພຣະອົງ, ພຣະອົງກໍາລັງລໍຖ້າຢູ່ທີ່ພຣະຫັດ ເບື້ອງຂວາຂອງພຣະເຈົ້າໃນສະຫວັນ, ຈົ່ງວາງໃຈໃນພຣະເຢຊູແລະລອດຈາກຊີວິດທີ່ເສຍ ເວລາແລະບໍ່ມີຄວາມຫວັງຊົ່ວນິລັນດອນ!

ຂໍໃຫ້ທຸກຄົນຫຼັບຕາ,ຖ້າທ່ານຕ້ອງການທີ່ຈະສົນທະນາກັບພວກເຮົາກ່ຽວກັບການ ວາງໃຈໃນພຣະເຢຊູ,ຂ້າພະເຈົ້າຢາກໃຫ້ພວກທ່ານຕາມດຣ.ເຄແກນແລະຈອນເຄແກນໄປ ທາງຫຼັງຫ້ອງໂຖງນີ້ດຽວນີ້ເລີຍ, ພວກເຂົາຈະພາທ່ານໄປໃນຫ້ອງງຽບໆບ່ອນທີ່ທ່ານສາ ມາດສົນທະນາແລະອະທິຖານໄດ້. ເອແມ່ນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: 2 ຕີໂມທຽວ 4:10-17.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“I’d Rather Have Jesus” (words by Rhea F. Miller, 1922;
music composed by George Beverly Shea, 1909-2013).