Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ກໍາລັງແຫ່ງບຸກຄະລິກຂອງຊາຍຄົນໜື່ງ - ຂອງຂວັນແດ່
ດຣ.ໄຮເມີໃນວັນຄ້າຍວັນເກີດຄົບຮອບ 75 ປີຂອງທ່ານ

THE STRENGTH OF A MAN’S CHARACTER –
A TRIBUTE TO DR. HYMERS ON HIS 75TH BIRTHDAY
(Laotian)

ໂດຍ:ດຣ. ຊີ. ແອວ. ເຄແກນ
by Dr. C. L. Cagan

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 10/4/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 10, 2016

“ຖ້າເຈົ້າທໍ້ໃຈໃນວັນແຫ່ງຄວາມທຸກຍາກ ກໍາລັງຂອງເຈົ້າກໍໜ້ອຍ”
(ສຸພາສິດ 24:10)


ພວກທ່ານຈະວັດແທກຄຸນຄ່າຂອງຊາຍຄົນໜື່ງໄດ້ແນວໃດ? ໂລກຍັງສືບຕໍ່ໃຫ້ຄະ ແນນໃນຮູບແບບຂອງເງີນ, ແຕ່ພຣະເຢຊູຕັດວ່າ“ຊີວິດຂອງບຸກຄົນໃດໆບໍ່ໄດ້ຢູ່ໃນຂອງບໍລິ ບູນ ຊຶ່ງເຂົາມີຢູ່ນັ້ນ”(ລູກາ 12:15), ມັນບໍ່ແມ່ນເງີນ - ຕໍາແໜ່ງ, ຊື່ສຽງ, ຄວາມເພີ່ງພໍໃຈ - ທີ່ສະແດງເຖິງຄຸນຄ່າທີ່ແທ້ຈິງ, ແລ້ວແມ່ນຫຍັງລະ? ຂໍ້ພຣະຄໍາພີຂອງເຮົາ ບອກວ່າ:

“ຖ້າເຈົ້າທໍ້ໃຈໃນວັນແຫ່ງຄວາມທຸກຍາກ ກໍາລັງຂອງເຈົ້າກໍໜ້ອຍ” (ສຸພາສິດ 24:10)

ຄໍາວ່າ“ທຸກຍາກ”ໝາຍເຖິງ“ຊ່ວງເວລາຕ່າງໆທີ່ສິ່ງຕ່າງໆຕໍ່ສູ້ທ່ານ” “ທໍ້ໃຈ”ໝາຍເຖິງ“ໝົດ ຫວັງ” ຄໍາອະທິບາຍຂອງມັດທິວເຮັນຣີ່ພູກ່າວວ່າ “ນີ້ເປັນເຄື່ອງໝາຍຊື່ງທ່ານມີແຕ່ກໍາລັງ ຂອງຄຣິສຕຽນໜ້ອຍຫຼືຄວາມກ້າຫານສໍາຫຼັບເລື່ອງນັ້ນທີ່ເປັນທີ່ຮູ້ຈັກທີ່ດີສຸດໂດຍຄວາມທຸກຍາກ” ການທົດສອບຂອງບຸກຄົນໜື່ງຄືສິ່ງທີ່ເຂົາເຮັດໃນເມື່ອສິ່ງຕ່າງໆກໍາລັງຕໍ່ສູ້ເຂົາ! ພຣະຄໍາພີສຶກສາເຈນີວາຂອງປີ 1599 ໄດ້ກ່າວວ່າ“ມະນຸດບໍ່ມີການທົດສອບທົດລອງໃນ ເລື່ອງກໍາລັງຂອງເຂົາຈົນກວ່າເຂົາຈະຢູ່ໃນບັນຫາ”(ໝາຍເຫດ“ຂ”ໃນສຸພາສິດ 24:10).

ນັ້ນຄືການທົດສອບແທ້ຂອງຊາຍຄົນໜື່ງ-ບໍ່ແມ່ນເມື່ອທຸກຢ່າງແຈ້ງແຕ່ເມື່ອທຸກຢ່າງ ມືດມົນ, ໂດຍການທົດສອບນັ້ນສິດຍາພິບານຂອງເຮົາດຣ.ໄຮເມີເປັນຄຣິສຕຽນທີ່ໂດດເດັ່ນ! ຊີວິດຂອງທ່ານເຕັມໄປດ້ວຍຄວາມທຸກຍາກ,ເຖິງແມ່ນວ່າທ່ານຮູ້ສຶກອ່ອນແຮງທ່ານກໍບໍ່ເຄີຍ ໝົດຫວັງ, ດຣ.ບັອບໂຈນຊີເນຍ(1883-1968)ໄດ້ກ່າວວ່າ”ການທົດສອບບຸກຄະລິກ ຂອງທ່ານຄືສິ່ງທີ່ຈະມາຢຸດຢັ້ງທ່ານ” ຂໍໃສ່ວິທີການອື່ນວ່າ “ການທົດສອບບຸກຄະລິກ ຂອງທ່ານຄືສິ່ງທີ່ບໍ່ຢຸດຢັ້ງທ່ານ” ຖ້າບໍ່ມີສິ່ງໃດມາຢຸດທ່ານ,ທ່ານກໍຈະມີບຸກຄະລິກທີ່ຍິ່ງ ໃຫຍ່” ນັ້ນຄືສິ່ງທີ່ສິດຍາພິບານຂອງເຮົາມີ!

ຄືນນີ້ພວກເຮົາມາສະເຫຼີມສະຫຼອງວັນເກີດຄອບຮອບ 75 ປີຂອງເພີ່ນ, ສ່ວນຫຼາຍ ໃນຊີວິດຂອງເພີ່ນເຕັມໄປດ້ວຍຄວາມທຸກຍາກ,ສີ່ງຕ່າງໆຕໍ່ສູ້ເພີ່ນ,ຜູ້ຄົນຕໍ່ສູ້ເພີ່ນ, ແຕ່ເພີ່ນກໍ ຍັງສືບຕໍ່ກກ້າວຕໍ່ໄປ,ມັນບໍ່ແມ່ນໂດຍລິດຂອງເພີ່ນເອງ,ຂໍ້ພຣະຄໍາຊີວິດຂອງທ່ານແມ່ນຟີລິບ ປອຍ 4:13 “ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ” ຄືນ ນີ້ພວກເຮົາໃຫ້ກຽດສິດຍາພິບານຂອງເຮົາ - ແລະພວກເຮົາຂອບພຣະຄຸນພຣະຄຣິດ!

ຂ້າພະເຈົ້າຢາກຈະບອກທ່ານກ່ຽວກັບຊີວິດຂອງດຣ.ໄຮເມີໃນຮູບແບບຂອງສິ່ງທີ່ ເພີ່ນໄດ້ປະເຊີນໜ້າ, ຊີວິດຂອງທ່ານເປັນເລື່ອງຂອງກໍາລັງ, ຄວາມພາກພຽນແລະໄຊຊະ ນະຜ່ານທາງພຣະຄຣິດ! ຄວາມເລິກເຊິ່ງແຫ່ງຄວາມທຸກຍາກໄດ້ສະແດງເຖິງຄວາມເລິກ ເຊີ່ງແຫ່ງກໍາລັງຂອງທ່ານ.

ແມ່ນແຕ່ຕອນຕົ້ນໃນຊີວິດຂອງສິດຍາພິບານຂອງເຮົາກໍເຕັມໄປດ້ວຍຄວາມທຸກ ຍາກ, ເພີ່ນບໍ່ໄດ້ໃຫຍ່ມາໃນຄອບຄົວຄຣິສຕຽນ, ຄວາມຈິງແລ້ວເພີ່ນມາຈາກຄອບຄົວທີ່ ບ້ານແຕກສະແຫຼກຂາດ, ພໍ່ຂອງເພີ່ນໄດ້ອອກໄປຈາກບ້ານຕອນທີ່ເພີ່ນໄດ້ສອງປີ,ແມ່ຂອງ ເພີ່ນຊີເຊເລຍຮັກເພີ່ນແລະລ້ຽງເພີ່ນຈົນອາຍຸໄດ້ສິບສອງປີ, ຫຼັງຈາກນັ້ນເພີ່ນກໍໄດ້ຍ້າຍໄປໆ ມາໆໄປອາໄສຢູ່ກັບເຮືອນພີ່ນ້ອງ, ເພີ່ນເຂົ້າໂຮງຮຽນ 22 ແຫ່ງທີ່ແຕກຕ່າງກັນກ່ອນທີ່ເພີ່ນ ຈະຮຽນຈົບມັດທະຍົມ, ຢູ່ໃນໂຮງຮຽນເພີ່ນເປັນ“ເດັກໃໝ່”ຕະຫຼອດ - ຄົນນອກ, ໃນຊີວິດ ຂອງເພີ່ນເພີ່ນເປັນ“ເດັກກໍາພ້າແທ້” - ປາສະຈາກຜູ້ອຸປະຖໍາ, ຮັກ ຫຼືຫ່ວງໃຍ.

ພຣະເຈົ້າຊົງດີຕໍ່ເພີ່ນຕະຫຼອດມາ, ພຣະຄໍາພີກ່າວວ່າ“ພຣະເຢໂຮວາຊົງດີຕໍ່ທຸກຄົນ ແລະຄວາມເມດຕາຂອງພຣະອົງມີຢູ່ເໜືອພຣະລາຊະກິດທັງສິ້ນຂອງພຣະອົງ”(ເພງສັນລະ ເສີນ 145:9), ພຣະເຈົ້າຊົງເປັນຫ່ວງລູກໆຂອງເພີ່ນ, ແມ່ນກ່ອນທີ່ພວກເຂົາຈະໄດ້ຮັບ ຄວາມລອດ, ຄູສອນວາຈາແລະລະຄອນຂອງດຣ.ໄຮເມີ ເຣຟີລິບຮັບຮູ້ເຖິງພອນສະຫວັນ ຂອງເພີ່ນສໍາຫຼັບການສະແດງແລະການເວົ້າ, ລາວຈື່ງໃຫ້ຄວາມສົນໃຈໃນໂຕສິດຍາພິບານ ຂອງເຮົາແລະໄດ້ເອົາໃຈໃສ່ເບິ່ງແຍງລາວ, ຟີລິບດີຕໍ່ເພີ່ນຫຼາຍ, ແຕ່ຂ້າພະເຈົ້າດີໃຈທີ່ຕໍ່ມາ ດຣ.ໄຮເມີກໍເຫັນວ່າໂຮງລະຄອນມັນອະນິຈັງແລະກາຍມາເປັນນັກເທດຂ່າວປະເສີດ!

ດຣ.ໄຮເມີບໍ່ໄດ້ເຕີບໃຫຍ່ມາໃນໂບດ,ເພີ່ນບໍ່ໄດ້ມີຄອບຄົວແບບປົກກະຕິ, ຖ້າເພີ່ນມີ ເພີ່ນກໍຈະມັກສັງຄົມ-ຄົນມັກປາກມັກລົມຫຼືມັກຄົບຄ້າສະມາຄົມນໍາຄົນອື່ນ, ແຕ່ທຸກການ ເຄື່ອນໄຫວແລະການປະຕິເສດໄດ້ປ່ຽນລາວສູ່ການມັກຄົບຄ້າສະມາຄົມກັບຄົນອື່ນ-ເປັນຄົນ ທີ່ເບິ່ງມີລັບລົມຄົມໃນ, ເບິ່ງຄືເປັນຄົນຈິງຈັງກັບຕົນເອງແລະຄິດກ່ຽວກັບພຣະເຈົ້າ, ພວກ ທ່ານອາດຈະບໍ່ຄິດເຖິງດຣ.ໄຮເມີໃນຖານະເປັນຄົນທີ່ມັກຄົບກັບຄົນອື່ນ, ນັບຕັ້ງແຕ່ທີ່ລາວ ເທດສະໜາດີຫຼາຍ,ແລະມັກລົມກັບຜູ້ຄົນ, ແຕ່ພາຍໃນເພີ່ນເປັນຄົນທີ່ຮູ້ສຶກໂຕໄວ,ຮູ້ສຶກເຖິງ ຄວາມອ່ອນແອຂອງຕົນເອງ, ລາວບໍ່ໄດ້ຂື້ນກັບຕົນເອງແຕ່ຂື້ນຢູ່ກັບພຣະເຈົ້າ.

ເຂົ້າສູ່ຊີວິດແຫ່ງຄວາມທຸກລໍາບາກ,ພຣະເຈົ້າໄດ້ສົ່ງຄວາມຮັກຂອງພຣະອົງລົງມາ ໃນສິ່ງທີ່ຂ້າພະເຈົ້າເອີ້ນວ່າ“ປ່ອງຢ້ຽມແຫ່ງພຣະຄຸນ” ເພື່ອນບ້ານສອງຄົນຂອງສິດຍາພິ ບານຂອງເຮົາຄືດຣ.ແມັກໂກແວນກັບເມຍຂອງລາວ, ພວກເຂົາເປັນປ່ອງຢ້ຽມແຫ່ງພຣະຄຸນ ສໍາຫຼັບເພີ່ນ, ພວກເຂົາດີຕໍ່ເພີ່ນຫຼາຍ, ພວກເຂົາໄດ້ເຊີນເພີ່ນມາກິນເຂົ້າແລງ,ພວກເຂົາໄດ້ ພາເພີ່ນໄປໂບດບ່ອນທີ່ເພີ່ນໄດ້ກາຍເປັນແບັບຕິດ, ພຣະເຈົ້າຊົງດີຕໍ່ສິດຍາພິບານຂອງເຮົາ ຕອນທີ່ເພີ່ນເປັນຄົນໜຸ່ມທີ່ໂດດດ່ຽວ.

ໃນຖານະເປັນໄວລຸ້ນດຣ.ໄຮເມີໄດ້ຕັດສິນໃຈທີ່ຈະບໍ່ເປັນຄືກັບພີ່ນ້ອງຂອງລາວ, ເພີ່ນເຫັນພວກເຂົາກິນເຫຼົ້າແລະດ່າກັນ,ເພີ່ນໄດ້ຕັ້ງໃຈທີ່ຈະໄປໂບດແລະມີຊີວິດແບບຄຣິສ ຕຽນຄົນໜື່ງ,ເພີ່ນຍັງບໍ່ໄດ້ກັບໃຈໃໝ່ເທື່ອ,ເພີ່ນກໍຄືກັບອັບຣາຮາມໃນຕອນທີ່ພຣະເຈົ້າເອີ້ນ ເພີ່ນ“ເຈົ້າຈົ່ງອອກໄປຈາກປະເທດຂອງເຈົ້າ,ຈາກຍາດຕິພີ່ນ້ອງຂອງເຈົ້າ...ໄປຍັງດິນແດນທີ່ເຮົາຈະຊີ້ໃຫ້ເຈົ້າເຫັນ”(ປະຖົມມະການ 12:1)ແລະ

“ໂດຍຄວາມເຊື່ອ ເມື່ອຊົງເອີ້ນໃຫ້ອັບລາຮາມອອກເດີນທາງໄປຍັງທີ່ຊຶ່ງທ່ານຈະຮັບເປັນມໍລະດົກ ທ່ານໄດ້ເຊື່ອຟັງ ແລະ ໄດ້ເດີນທາງອອກໄປໂດຍບໍ່ຮູ້ ວ່າຈະໄປທາງໃດ” (ເຮັບເລີ 11:8)

ອັບຣາຮາມບໍ່ໄດ້ຮູ້ຈັກແທ້ວ່າພຣະເຈົ້າກໍາລັງຄິດຍັງຢູ່, ລາວຍັງບໍ່ທັນໄດ້ກັບໃຈໃໝ່ເທື່ອ,ແຕ່ ລາວ“ເຊື່ອຟັງແລະອອກໄປ” ນັ້ນຄືສິ່ງທີ່ດຣ.ໄຮເມີເຮັດ, ລາວຍັງບໍ່ທັນໄດ້ກັບໃຈໃໝ່, ແຕ່ ລາວໄດ້ປ່ຽນແປງຊີວິດຂອງຕົນ, ພວກນັກສາສະໜາສາດເອີ້ນເລື່ອງນີ້ວ່າ“ຄວາມເຊື່ອກ່ອນ ຄວາມເຊື່ອ” - ການຕອບສະໜອງຕໍ່ພຣະເຈົ້າກ່ອນທີ່ຈະກັບໃຈໃໝ່.

ສິດຍາພິບານຂອງເຮົາບໍ່ໄດ້ຮັບການສະໜັບສະໜູນຫຼືຄໍາສັນລະເສີນເພາະການໄປໂບດ, ພີ່ນ້ອງຂອງເພີ່ນຫົວຂວັນໃສ່ເພີ່ນແລ້ວເວົ້າວ່າ“ການເຄັ່ງສາສະໜາຂອງໂຣເບີດ”ແຕ່ ຜ່ານການເຍາະເຍີ້ຍນັ້ນ,ສິດຍາພິບານຂອງເຮົາໄດ້ຕິດຕາມການຊົງເອີ້ນຂອງພຣະເຈົ້າ, ຂໍ້ ພຣະຄໍາພີຂອງເຮົາເວົ້າວ່າ“ຖ້າເຈົ້າທໍ້ໃຈໃນວັນແຫ່ງຄວາມທຸກຍາກ ກໍາລັງຂອງເຈົ້າກໍ ໜ້ອຍ” ຂອບຄຸນພຣະເຈົ້າທີ່ເພີ່ນບໍ່ໄດ້ທໍ້ໃຈ, ກໍາລັງຂອງເພີ່ນບໍ່ໄດ້ໜ້ອຍເພາະພຣະເຈົ້າຊົງ ປະທານກໍາລັງແກ່ເພີ່ນ!

ພຣະເຢຊູຕັດວ່າ“ບໍ່ມີຜູ້ໃດມາເຖິງເຮົາໄດ້ ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະ ຊັກນໍາເຂົາ”(ໂຢຮັນ 6:44),ແມ່ນຫຍັງຄືການຊັກນໍານັ້ນ? ພວກເຮົາມັກຄິດເຖິງມັນໃນຖາ ນະທີ່ພຣະເຈົ້າຊົງຂັບເຄື່ອນໃນໃຈໃນວິນາທີທີ່ເພີ່ນໄດ້ວາງໃຈໃນພຣະຄຣິດຫຼືກ່ອນການກັບໃຈໃໝ່ຂອງເພີ່ນ, ແຕ່ການຊັກນໍາຂອງພຣະເຈົ້າສາມາດເລີ່ມຕົ້ນກ່ອນໜ້ານັ້ນ, ເມື່ອພຣະ ເຈົ້າໄດ້ໃຊ້ແມັກໂກແວນໃຫ້ພາດຣ.ໄຮເມີໄປຄຣິສຕະຈັກແບັບຕິດມັນຄືສ່ວນໜື່ງຂອງການ ຊັກນໍານັ້ນ.

ຕອນອາຍຸສິບເຈັດປີດຣ.ໄຮເມີໄດ້ຍິນສິດຍາພິບານຂອງເພີ່ນຄືດຣ.ເມໂພເວົ້າວ່າ“ມີຊາຍໜຸ່ມຄົນໜື່ງທີ່ຢູ່ບ່ອນນີ້ຊື່ງຕ້ອງການທີ່ຈະອຸທິດຊີວິດໃຫ້ກັບການຮັບໃຊ້”ດຣ.ໄຮເມີຍ້ອງ ສິດຍາພິບານຂອງຕົນແລະຢາກຈະເປັນຄືກັບລາວ, ແມ່ນໃຜເອົາຄວາມຄິດນັ້ນໃສ່ລະ? ກໍຄືພຣະເຈົ້າ, ດຣ.ໄຮເມີໄດ້ອຸທິດຊີວິດຂອງຕົນຕໍ່ການຮັບໃຊ້, ແມ່ນໃຜຂັບເຄື່ອນໃຫ້ເຮັດ ແບບນັ້ນ? ມັນເປັນສ່ວນໜື່ງຂອງການຊັກນໍາຂອງພຣະເຈົ້າ,ເຖິງແມ່ນວ່າທ່ານອາດຈະພາດ ພັງໃນສອງສາມເທື່ອທໍາອິດທີ່ທ່ານໄດ້ເທດສະໜາແຕ່ເພີ່ນຍັງສຶບຕໍ່,ຕໍ່ມາເພີ່ນຕ້ອງການທີ່ ຈະເປັນມິດຊັນນາລີໄປຫາຄົນຈີນ,ດັ່ງນັ້ນເພີ່ນຈື່ງເຂົ້າຮ່ວມກັບຄຣິສຕະຈັກເຟີສແບັບຕິດຈີນ,ແລະອັນນັ້ນເຊັ່ນກັນຄືສ່ວນໜື່ງຂອງການຊັກນໍາຂອງພຣະເຈົ້າ.

ໃນລະດູໃບໄມ້ລົ່ນຂອງປີ 1961 ສິດຍາພິບານຂອງເຮົາໄດ້ເຂົ້າຮຽນຢູ່ວິທະຍາໄລ ໄບໂອລາ, ດຣ.ຊາລເຈ.ວູດບຣິດໄດ້ມາເທດສະໜາເປັນເວລາອາທິດໜື່ງໃນການແບ່ງປັນ ຊ່ວງເຊົ້າ, ດຣ.ວູດບຣິດເກີດໃນປະເທດຈີນ, ລາວໄດ້ຍ້າຍອອກຈາກໂຮງຮຽນສາສະໜາ ສາດຟູເລີເພາະເລື່ອງລັດທິເສລີນິຍົມທີ່ກໍາລັງເຂົ້າມາບ່ອນນັ້ນ, ດັ່ງນັ້ນເພາະສອງສາເຫດ ດຣ.ໄຮເມີມີຄວາມປະທັບໃຈຕໍ່ນັກເທດຄົນນີ້ແລະຟັງລາວເທດດ້ວຍຄວາມຕັ້ງໃຈ, ແມ່ນໃຜ ຈັດຕຽມເລື່ອງນັ້ນລະ? ກໍຄືພຣະເຈົ້າ! ໃນການນະມັດສະການຊ່ວງເຊົ້າເຫຼົ່ານັ້ນດຣ.ໄຮເມີ ໄດ້ຮ້ອງເພງຂອງຊາລສ໌ເວສລີ“ຄວາມຮັກອັນອັດສະຈັນ! ເປັນໄປໄດ້ແນວໃດທີ່ພຣະເຈົ້າ ຂອງຂ້າຄວນຕາຍເພື່ອຂ້າ?” ເພີ່ນເຫັນວ່າພຣະເຢຊູຮັກເພີ່ນແລະຕາຍເພື່ອເພີ່ນ, ໃນຂະ ນະທີ່ດຣ.ວູດບຣິດກໍາລັງເທດສະໜາຊ່ວງ 10:30 ເຊົ້າຂອງວັນທີ່ 28 ກັນຍາປີ 1961, ດຣ.ໄຮເມີກໍໄດ້ວາງໃຈເຊື່ອໃນພຣະຄຣິດແລະກັບໃຈໃໝ່!

ສະນັ້ນເພີ່ນຈື່ງໄດ້ເລີ່ມຕົ້ນຊີວິດຄຣິສຕຽນຂອງເພີ່ນ, ມັນບໍ່ໄດ້ງ່າຍເລີຍ, ເພີ່ນຕ້ອງ ໄປຮຽນຢູ່ວິທະຍາໄລຊື່ງມັນຍາກສໍາຫຼັບເພີ່ນ, ພີ່ນ້ອງຂອງທ່ານບໍ່ໄດ້ໄປຮຽນຢູ່ວິທະຍາໄລ, ທ່ານຈື່ງບໍ່ໄດ້ຮັບການໜຸນໃຈແລະບໍ່ມີເງີນເລີຍ, ທ່ານຮູ້ສຶກວ່າທ່ານເຮັດບໍ່ໄດ້, ແຕ່ທ່ານ ຕ້ອງໄປວິທະຍາໄລເພື່ອເປັນມິດຊັນນາລີ,ດັ່ງນັ້ນຈື່ງໄດ້ໄປ, ພຣະເຈົ້າໄດ້ມອບຂໍ້ພຣະຄໍາພີ ທີ່ເປັນຊີວິດຂອງເພີ່ນໃຫ້ເພີ່ນ“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງ ຂ້າພະເຈົ້າ”(ຟີລິບປອຍ 4:13) ໃນກໍາລັງຂອງພຣະຄຣິດທ່ານກໍເຮັດໄດ້ໃນສິ່ງທີ່ຮູ້ສຶກວ່າ ເຮັດບໍ່ໄດ້! ທ່ານໄດ້ເຮັດວຽກເຕັມເວລາໃນຕອນກາງເວັນແລະໄປຮຽນໃນຕອນກາງຄືນ-ເປັນເວລາຫຼາຍປີໃນຂະນະທີ່ເຮັດວຽກຫຼາຍຊົ່ວໂມງຢູ່ໃນໂບດ, ເພີ່ນກໍບໍ່ໄດ້ທໍ້ໃຈເຖິງແມ່ນ ວ່າຖະໜົນມັນຈະຍາວແລະຍາກ, ທ່ານບໍ່ພຽງແຕ່ໄດ້ຮັບປະລິນຍາຕີແລະປະລິນຍາໂທເທົ່າ ນັ້ນແຕ່ຍັງໄດ້ຮັບປະລິນຍາເອກສາມໃບອີກດ້ວຍ, ໃນພຣະຄຣິດທ່ານມີກໍາລັງ“ຖ້າເຈົ້າທໍ້ໃຈ ໃນວັນແຫ່ງຄວາມທຸກຍາກ ກໍາລັງຂອງເຈົ້າກໍໜ້ອຍ”(ສຸພາສິດ 24:10), ແຕ່ໃນພຣະຄຣິດ ກໍາລັງຂອງທ່ານກໍຍິ່ງໃຫຍ່.

ດຣ.ໄຮເມີໄດ້ຂໍໃຫ້ຂ້າພະເຈົ້າເວົ້າເຖິງຄົນໜື່ງ, ເປັນຜູ້ຍິງໄວກາງຄົນຊື່ງເຮັດວຽກ ເປັນນັກດີດພີມຢູ່ບ່ອນທີ່ດຣ.ໄຮເມີເຮັດວຽກ, ລາວຮູ້ສຶກເສົ້າໝອງໃຈຫຼາຍໃນຊ່ວງທີ່ຮຽນ ຕອນກາງຄືນເປັນເວລາຫຼາຍປີ, ຜູ້ຍິງຄົນນີ້ຊື່ວ່າກເວັນເດຟລິນໄດ້ສົນທະນາກັບເພີ່ນທຸກ ຄືນຫຼັງຈາກເລີກວຽກແລະໄດ້ໜຸນໃຈເພີ່ນ,ເພີ່ນບອກຂ້າພະເຈົ້າຕະຫຼອດວ່າເພີ່ນຄົງຈະເຮັດບໍ່ໄດ້ຖ້າປາສະຈາກຜູ້ຍິງຄົນນີ້.

ຫຼັງຈາກທີ່ຂ້າພະເຈົ້າເທດບົດເທດນີ້ດຣ.ໄຮເມີ ໄດ້ຂໍໃຫ້ຂ້າພະເຈົ້າບອກພວກທ່ານ ກ່ຽວກັບອີກສີ່ຄົນທີ່ຊ່ວຍເຫຼືອເພີ່ນ, ເມີຟີແລະລໍນາລໍາເປັນຄົນໜຸ່ມຄູ່ໜື່ງທີ່ຢູ່ໃນໂບດຄົນຈີນ ຕອນທີ່ດຣ.ໄຮເມີໄປຫັ້ນຄັ້ງທໍາອີດພວກເຂົາໄດ້ເອົາໃຈໃສ່ເພີ່ນແລະ ປະຕິບັດຕໍ່ເພີ່ນຄືກັບ ນ້ອງຊາຍໂຕນ້ອຍ, ພວກເຂົາໄດ້ພາລາວໄປບ້ານຂອງເຂົາ, ພວກເຂົາໄດ້ພາລາວໄປກິນ ເຂົ້າຫຼັງຈາກແລ້ວນະມັດສະການຕອນແລງເກືອບທຸກເທື່ອແລະເປັນເພື່ອນແທ້ກັບເພີ່ນ, ບຸກ ຄົນທີ່ສາມທີ່ດຣ.ໄຮເມີຢາກໃຫ້ຂ້າພະເຈົ້າເວົ້າເຖິງກໍຄືຢູຈີນວິລເກີສັນ, ລາວເປັນຄົນແກ່ຜິວ ຂາວທີ່ຢູ່ໃນໂບດຄົນຈີນ, ລາວເປັນເລຂາຢູ່ໂບດຄົນຈີນແລະເຮັດວຽກອື່ນໆອີກຫຼາຍຢ່າງຢູ່ ຫັັ້ນ, ລາວໄດ້ກາຍເປັນເພື່ອນທີ່ຍາວນານຂອງດຣ.ໄຮເມີ, ສິດຍາພິບານຂອງເຮົາໄດ້ໃຊ້ເວ ລາຫຼາຍກັບລາວແລະ ດຣ.ໄຮເມີໄດ້ຂັບລົດສົ່ງເພີ່ນກັບບ້ານຕອນເດິກຂອງຄືນວັນເສົາຫຼັງ ຈາກທີ່ເພີ່ນໄດ້ດີດພິມໃບແຈ້ງຂ່າວຂອງຄຣິສຕະຈັກ, ຕອນທີ່ເພີ່ນຕາຍທາງຄອບຄົວຂອງ ເພີ່ນໄດ້ຂໍໃຫ້ດຣ.ໄຮເມີປະກອບພິທີສົບໃຫ້ຢູ່ຄຣິສຕະຈັກເຟີສແບັບຕິດຈີນ, ເພື່ອນອີກຄົນ ໜື່ງທີ່ຊ່ວຍເຫຼືອ ດຣ.ໄຮເມີກໍຄືແຈັກສັນລໍຊາຍໜຸ່ມຊາວຈີນທີ່ກາຍມາເປັນໝູ່ທີ່ດີທີ່ສຸດຂອງ ເພີ່ນ.

ຢູ່ໃນໂບດຄົນຈີນດຣ.ໄຮເມີໄດ້ເຮັດວຽກຢູ່ພາຍໃຕ້ສິດຍາພິບານຂອງເພີ່ນຄືດຣ.ທິ ໂມທີລິນ (1911-2009), ດຣ.ລິນເປັນນັກສຶກສາພຣະຄໍາພີທີ່ໂດດເດັ່ນ, ລາວເປັນຄົນທີ່ບໍລິ ສຸດຊື່ງເຊື່ອວ່າຄຣິສຕຽນບໍ່ແມ່ນຮູບແບບພາຍນອກແຕ່ມີຊີວິດແທ້, ພຣະເຈົ້າໄດ້ເອົາສິດຍາ ພິບານຂອງເຮົາວາງລົງຢູ່ໃຕ້ດຣ.ລິນເພື່ອອົບຮົບໃຫ້ເປັນຄົນຂອງພຣະເຈົ້າທີ່ມີລິດອໍານາດ.

ຊ່ວງປີເຫຼົ່ານັ້ນບໍ່ໄດ້ງ່າຍເລີຍ, ດຣ.ໄຮເມີເປັນຄົນໜຸ່ມຄົນຂາວພຽງຄົນດຽວຢູ່ໃນ ໂບດ, ວຽກໜັກຫຼາຍ,ເທດສະໜາແລະສອນໃນຄືນວັນສຸກ,ຄືນວັນເສົາແລະວັນອາທິດໝົດມື້ ວິໄນກໍເຂັ້ມງວດ, ແຕ່ເພື່ອສິ່ງດີ, ພຣະຄໍາພີກ່າວວ່າ“ເປັນການດີທີ່ຄົນເຮົາຈະແບກແອກໃນ ຕອນໄວໜຸ່ມ”(ເພງຄໍ່າຄວນ 3:27), ພຣະເຈົ້າຊົງໃຊ້ມັນເພື່ອເຮັດໃຫ້ລາວເປັນຜູ້ຍິ່ງໃຫຍ່ ຂອງພຣະເຈົ້າ, ນີ້ແມ່ນໂຮງຮຽນສາສະໜາສາດແທ້, ພຣະເຈົ້າຊົງໃຊ້ເວລານີ້ເພື່ອສະແດງ ໃຫ້ເພີ່ນເຫັນວ່າແມ່ນຫຍັງຄືງານຮັບໃຊ້ຄຣິສຕຽນ,ເປັນປີທີ່ຫຍຸ້ງຍາກ, ຄວາມຍາກຂອງເສັ້ນ ທາງໄດ້ສະແດງໃຫ້ເຫັນເຖິງກໍາລັງຂອງບຸກຄະລິກສິດຍາພິບານຂອງເຮົາ,ດຣ.ໄຮເມີບໍ່ໄດ້ທໍ້ ໃຈ,ຖະໜົນຍາກແຕ່ມີກໍາລັງອັນຍິ່ງໃຫຍ່!

ໂບດຄົນຈີນເປັນໂບດຂອງພວກແບັບຕິດໃຕ້, ດັ່ງນັ້ນດຣ.ໄຮເມີຈື່ງໄດ້ໄປຮຽນຢູ່ ໂຮງຮຽນສາສະໜາສາດແບັບຕິດໃຕ້, ແຕ່ມັນເປັນສາສະໜາສາດເສລີນິຍົມບ່ອນທີ່ພວກສາ ສະດາຈານໂຈມຕີພຣະຄໍາພີ, ພຣະເຈົ້າໄດ້ສອນສິດຍາພິບານຂອງເຮົາໃຫ້ຢືນຢັດເພື່ອພຣະ ຄໍາພີເຖິງແມ່ນວ່າລາວຕ້ອງຢືນຢັດຢູ່ຜູ້ດຽວກໍຕາມ, ພຣະເຈົ້າຊົງໃຫ້ກໍາລັງແກ່ເພີ່ນແລະໜຸນ ໃຈເພີ່ນເມື່ອເພີ່ນຮູ້ສຶກໂດດດ່ຽວແລະໂສກເສົ້າ“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ”(ຟີລິບປອຍ 4:13)

ໃນຖານະຜູ້ຮັບໃຊ້ຄົນໜື່ງດຣ.ໄຮເມີມີຄວາມກ້າຫານແລະສັດຊື່, ປະຈຸບັນນີ້ມີນັກ ເທດຫຼາຍຄົນເດີນຕາມທາງສະບາຍ, ພວກເຂົາບໍ່ເວົ້າແລະບໍ່ເຮັດຫຍັງ, ພວກເຂົາເປັນຄືກັບ ນັກເທດຢູ່ປະເທດອິດສະຣາເອວຕອນທີ່ເຢເຣມີເວົ້າວ່າ:

“ທຸກຄົນກໍກະທໍາການດ້ວຍຄວາມບໍ່ຈິງຕັ້ງແຕ່ຜູ້ທໍານວາຍຈົນຮອດປະໂລຫິດ...ກ່າວວ່າສັນຕິພາບ ສັນຕິພາບ ເມື່ອບໍ່ມີສັນຕິພາບ”(ເຢເຣມີ 6:13,14)

ແຕ່ດຣ.ໄຮເມີໄດ້ເວົ້າຄວາມຈິງໃນເມື່ອມັນບໍ່ງ່າຍເລີຍ, ເພີ່ນໄດ້ຢືນຂື້ນຕໍ່ຕ້ານລັດທິເສລີນິ ຍົມຢູ່ໃນໂຮງຮຽນສາສະໜາສາດຕ່າງໆຂອງແບັບຕິດໃຕ້, ທ່ານໄດ້ຂຽນໜັງສືເປີດເຜີຍມັນ ແລະໄດ້ສົ່ງບົດບັນຍາຍໄປໃຫ້ຄຣິສຕະຈັກຫຼາຍແຫ່ງເພື່ອເປີດເຜີຍມັນຫຼາຍເທື່ອ,ປະຈຸບັນນີ້ໂຮງຮຽນສາສະໜາສາດເຫຼົ່ານັ້ນເປັນພວກອານຸລັກນິຍົມ.

ທ່ານໄດ້ຢືນຂື້ນຕໍ່ຕ້ານລັດທິແອນທິນໍມຽນ- ຄວາມຄິດທີ່ວ່າທ່ານສາມາດເປັນຄຣິສ ຕຽນແລະມີຊີວິດໃນຄວາມບາບໄດ້,ພວກນັກປະກາດຂ່າວປະເສີດລຸ້ນໃໝ່ຂາດໂບດໃນວັນ ອາທິດໄປເຕັ້ນລໍາ,ສູບຢາ,ສູບກັນຊາແລະມີຄວາມສໍາພັນສູ່ສາວນອກໃຈຜົວເມຍ,ຕໍ່ມາດຣ. ໄຮເມີໄດ້ເວົ້າວ່າ - ຕອນນີ້ກໍເວົ້າວ່າ - ຄົນທີ່ມີຊີວິດແບບນັ້ນບໍ່ແມ່ນຄຣິສຕຽນອີກຕໍ່ໄປ!

ສິດຍາພິບານຂອງເຮົາໄດ້ຢືນຂື້ນຕໍ່ຕ້ານການເອົາລູກອອກຊື່ງມັນບໍ່ງ່າຍເລີຍ, ດຣ. ໄຮເມີຢືນຢູ່ຕໍ່ໜ້າຄລິນິກທີ່ເອົາລູກອອກພ້ອມກັບຕໍາຫຼວດຢູ່ຝາກທາງສ່ຽງຕໍ່ການຖືກຕີ ແລະ ຕິດຄຸກ, ແຕ່ຄຣິສຕະຈັກຂອງເຮົາໄດ້ປິດຄລີນິກເອົາລູກອອກສອງແຫ່ງ, ຄວາມທຸກຍາກ ໃຫຍ່ແຕ່ດຣ.ໄຮເມີບໍ່ໄດ້ທໍ້ໃຈ, ຊ່າງເປັນຄົນຂອງພຣະເຈົ້າແທ້.

ຮໍລິວູດໄດ້ສ້າງໜັງທີ່ໝີ່ນປະໝາດພຣະເຈົ້າທີ່ຊື່ວ່າ“ການທົດລອງຄັ້ງສຸດທ້າຍຂອງ ພຣະຄຣິດ”ແມ່ນແທ້ທີ່ມີຄົນອື່ນໆທີ່ບໍ່ເຫັນດ້ວຍກັບໜັງ,ແຕ່ມີພຽງແຕ່ດຣ.ໄຮເມີເທົ່ານັ້ນທີ່ຕໍ່ສູ້ຢ່າງໜັກສໍາຫຼັບເລື່ອງນີ້! ທ່ານເປັນສິ່ງທີ່ພວກທະຫານເອີ້ນວ່າ“ຜູ້ຊີ້ນໍາ”ຜູ້ທີ່ຍ່າງອອກໜ້າຄົນ ອື່ນແລະສ່ຽງໄຟສັດຕູ, ຄວາມລໍາບາກໃຫຍ່ແຕ່ດຣ.ໄຮເມີບໍ່ໄດ້ທໍ້ໃຈ, ໃນເດີອນສິງຫາປີ 1988 ຢູ່ໃນວາລະສານຄຣິສຕຽນວັນນີ້, ດຣ.ບັອບໂຈນຈູເນຍອະທິການບໍດີຂອງມະຫາ ວິທະຍາໄລບັອບໂຈນໄດ້ກ່າວວ່າ “ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າການພິສູດຂອງໄຮເມີເປັນ ພຽງອັນດຽວທີ່ມີຜົນກະທົບ” ຮໍລິວູດບໍ່ເຄີຍເຮັດໜັງແບບນັ້ນອີກເລີຍ! ຄວາມຫຍຸ້ງຍາກແລະ ຄວາມເຈັບປວດຂອງທາງເດີນຂອງເພີ່ນໄດ້ສະແດງໃຫ້ເຫັນວ່າດຣ.ໄຮເມີເປັນຄົນແບບໃດ ປະທານາທິບໍດີທີໂອດໍຣູສເວວໄດ້ກ່າວວ່າ:

ມັນບໍ່ແມ່ນນັກວິຈານທີ່ຖືກນັບ,ບໍ່ແມ່ນຄົນທີ່ຊີ້ບອກວ່າຄົນແຂງແຮງສະດຸດ ລົ້ມຫຼືໃນບ່ອນທີ່ຜູ້ກະທໍາຂອງການກະທໍາເຮັດມັນສໍາເລັດດີກວ່າ,ກຽດຕິຍົດ ເປັນຂອງຄົນທີ່ຢູ່ໃນສະໜາມຊື່ງໄດ້ປະເຊີນໜ້າກັບຝຸ່ນ,ເຫື່ອແລະເລືອດຊື່ງຕໍ່ສູ້ຢ່າງກ້າຫານ...ຜູ້ຊື່ງໃຊ້ເວລາຕົນເອງໃນເຫດຜົນທີ່ມີຄ່າ,ເປັນຜູ້ທີ່ຮູ້ຈັກດີໃນຕອນຈົບແລະໄຊຊະນະແຫ່ງຜົນສໍາເລັດທີ່ສູງຊົງແລະຜູ້ທີ່ຢູ່ໃນຊ່ວງເວ ລາທີ່ຮ້າຍສຸດຖ້າເຂົາລົ້ມລົງຢ່າງໜ້ອຍກໍລົ້ມລົງໃນຄວາມກ້າຫານອັນໃຫຍ່ ຫຼວງ,ໃນສະຖານະການຂອງເຂົານັ້ນຈະບໍ່ຢູ່ກັບຄົນທີ່ຈິດໃຈເຢັນຊ່າແລະຂີ້ຢ້ານຊື່ງບໍ່ຮູ້ຈັກວ່າອັນໃດຄືໄຊຊະນະແລະອັນໃດຄືຄວາມປະລາໄຊ.

ດຣ.ໄຮເມີຄືຄົນທີ່ຢູ່ໃນສະໜາມຊື່ງຕໍ່ສູ້ຈົນເຫື່ອໄຫຼແລະເລືອດອອກ - ເພື່ອພຣະຜູ້ຊ່ວຍ ຂອງເພີ່ນ!

ດຣ.ໄຮເມີເຮັດວຽກດ້ວຍຄວາມສັດຊື່ໃນຖານະເປັນສິດຍາພິບານ, ທ່ານເປັນຜູ້ກໍ່ຕັ້ງ ຄຣິສຕະຈັກສອງແຫ່ງ, ໜື່ງໃນນັ້ນກໍຄືຄຣິສຕະຈັກຂອງເຮົາ, ແຕ່ທຸກບ່ອນມີປໍລະປັກແລະ ອັນຕະລາຍຜ່ານເກືອບສີ່ສິບປີແຫ່ງການຕໍ່ສູ້ແລະການຖອຍຫຼັງ, ມັນເປັນຄືກັບທີ່ອັກຄະ ສາວົກເປົາໂລກ່າວວ່າ“ມີປະຕູເປີດໃຫ້ຂ້າພະເຈົ້າຢ່າງກວ້າງຂວາງໜ້າຈະເກີດຜົນທັງຜູ້ຂັດ ຂວາງກໍມີເປັນຈໍານວນຫຼາຍ”(1 ໂກລິນໂທ 16:9),ສີ່ສິບປີແຫ່ງຊ່ວງຍາກລໍາບາກພ້ອມມີ ຫຼາຍຄົນມາຕໍ່ສູ້ເພີ່ນ, ເປັນຄືກັບອັກຄະສາວົກເປົາໂລໄດ້ກ່າວໄວ້ວ່າ“ປະເຊີນໄພຈາກຊົນ ຊາດຂອງຂ້າພະເຈົ້າເອງ,ປະເຊີນໄພຈາກຄົນຕ່າງຊາດ, ປະເຊີນໄພໃນນະຄອນ, ປະເຊີນ ໄພໃນປ່າ, ປະເຊີນໄພໃນທະເລ, ປະເຊີນໄພຈາກພີ່ນ້ອງປອມ”(2 ໂກລິນໂທ 11:26), ດຣ.ໄຮເມີໄດ້ແບກພາລະທີ່ເປົາໂລແບກ“ການດູແລຄຣິສຕະຈັກທັງຫຼາຍ”(2 ໂກລິນໂທ 11:28) ແຕ່ດຣ.ໄຮເມີກໍບໍ່ເຄີຍເລີກ, ທ່ານຮູ້ສຶກບໍ່ພຽງພໍເຖິງແມ່ນວ່າຫົດຫູ່ແຕ່ເພີ່ນກໍບໍ່ເຄີຍ ເລີກເຮັດ, ກໍາລັງຂອງບຸກຄະລິກຊອງເພີ່ນຍິ່ງໃຫຍ່ແທ້!

ແມ່ນມີປ່ອງຢ້ຽມແຫ່ງພຣະຄຸນ, ພຣະເຈົ້າໄດ້ມອບເມຍທີ່ອັດສະຈັນໃຫ້ກັບດຣ.ໄຮ ເມີແລະລູກຊາຍສອງຄົນ - ຫຼານສາວຄົນໜື່ງ, ດີທີ່ສຸດຄືຄົນທີ່ໄດ້ຮັບຄວາມລອດ,ມີສິດຍາ ພິບານໜ້ອຍຫຼາຍໃນປະຈຸບັນນີ້ທີ່ສາມາດນໍາຄົນໃຫ້ກັບໃຈມາຈາກໂລກໄດ້, ພວກເຂົາຍ້າຍ ຜູ້ຄົນຈາກຄຣິສຕະຈັກນີ້ໄປບ່ອນອື່ນ, ຂໍຊົມເຊີຍດຣ.ໄຮເມີທີ່ເພີ່ນຊະນະວິນຍານຫຼາຍ ດວງມາຫາພຣະຄຣິດຈາກເບື້ອງຫຼັງຄົນທີ່ບໍ່ແມ່ນຄຣິສຕຽນ,ກຽດທຸກຢ່າງຈົ່ງມີແກ່ເພີ່ນ!

ຍັງມີຫຼາຍປີແຫ່ງການຕໍ່ສູ້ແລະການທໍລະຍົດແລະການຖອຍຫຼັງ, ມັນຄືກ້າວໄປ ຂ້າງໜ້າສອງກ້າວ, ຖອຍຫຼັງໜື່ງກ້າວ - ແລະກ້າວໄປຂ້າງໜ້າສອງກ້າວຖອຍຫຼັງສາມ ກ້າວສະເໝີ, ດຣ.ໄຮເມີຖືກປະຕິບັດຄືກັບຂອງສົກກະປົກແລະບາງເທື່ອກໍຮູ້ສຶກແບບນັ້ນແຕ່ ເພີ່ນກໍສັດຊື່ແລະບໍ່ເຄີຍທໍ້ໃຈ!

ມີຄວາມທຸກຍາກໃຫຍ່ເຂົ້າມາ“ອະດີດຜູ້ນໍາ”ຂອງຄຣິສຕະຈັກຂອງເຮົາໄດ້ອອກໄປ ຈາກຄຣິສຕະຈັກແລ້ວພາພວກຜູ້ໃຫຍ່ 400 ຄົນໄປນໍາ,ຄຣິສຕະຈັກຂອງເຮົາເກືອບເສຍຕຶກ ນີ້ໄປ, ພວກເຮົາເກືອບລົ້ມລະລາຍ,ນັກເທດທີ່ມີຊື່ສຽງຄົນໜື່ງຍື່ນຂໍ້ສະເໜີທີ່ຈະຕັ້ງ ດຣ.ໄຮ ເມີຢູ່ຄຣິສຕະຈັກໃກ້ເມືອງຊານໂຮເຊ, ລາວບອກວ່ານີ້ແມ່ນໂອກາດສຸດທ້າຍຂອງເຈົ້າທີ່ຈະ ອອກໄປ” ສິດຍາພິບານຫຼາຍຄົນໜ້າຈະໄປ,ແຕ່ດ້ວຍການມີສະມາຊິກອອກໄປແລະຄຣິສ ຕະຈັກຢູ່ໃນຖານະການເງີນທີ່ຝືດເຄືອງ - ດຣ.ໄຮເມີກໍຍັງຢູ່! ເປັນເພາະລາວແລະຄວາມ ສັດຊື່ຂອງ“ສາມສິບເກົ້າ” ຄົນທີ່ມອບເວລາແລະເງີນຂອງພວກເຂົາພວກເຮົາຈື່ງມີຄຣິສຕະ ຈັກສໍາຫຼັບພວກທ່ານ!

ຕໍ່ມາຂ້າພະເຈົ້າກໍຮູ້ວ່າບົດທົດສອບຂອງບຸກຄົນຜູ້ໜື່ງກໍຄືເຂົາເຮັດແນວໃດໃນຊ່ວງ ເວລາທີ່ມີບັນຫາ, ເປັນເວລາຊາວປີເມື່ອທຸກສິ່ງທຸກຢ່າງເບິ່ງຄືຮ້າຍລົງ, ບັນຫາຕ່າງໆທີ່ສິດ ຍາພິບານຂອງເຮົາປະເຊີນໜ້າໄດ້ສະແດງໃຫ້ເຫັນກໍາລັງຂອງບຸກຄະລິກຂອງເພີ່ນ, ຄວາມ ທຸກຍາກໃຫຍ່ ກໍາລັງກໍໃຫຍ່!

ຕອນນີ້ບໍ່ມີຄຣິສຕະຈັກແຕກແຍກກັນ,ແຕ່ກໍມີຄວາມລໍາບາກທີ່ແຕກຕ່າງກັນ,ສອງປີກ່ອນດຣ.ໄຮເມີບອກກັບຂ້າພະເຈົ້າວ່າຍັງມີການທົດສອບຫຼາຍຢ່າງສໍາຫຼັບເພີ່ນ, ເພີ່ນອາຍຸ ຫຼາຍກວ່າ 70 ປີແລ້ວ, ຂ້າພະເຈົ້າເອງຫາກໍຜ່ານຫົກສິບປີ, ແມ່ນຂ້າພະເຈົ້າບໍ່ເຂົ້າໃຈ,ຂ້າ ພະເຈົ້າຈື່ງຖາມວ່າ“ແມ່ນຫຍັງ?ອາຈານຈະບໍ່ປະຕິເສດພຣະເຢຊູເທິງຕຽງນອນຂອງທ່ານຕິ” ຍັງມີການທົດສອບຕ່າງໆແລະໃນພຣະຄຣິດສິດຍາພິບານຂອງເຮົາຈື່ງຜ່ານການທົດສອບ ຕ່າງໆຂອງແຕ່ລະຊ່ວງອາຍຸພ້ອມກັບກຽດແລະສັກສີ.

ອາຍຸ 75 ປີພ້ອມກັບການເປັນມະເຮັງແລະຄວາມອ່ອນແອທີ່ມາຈາກການປີ່ນປົວ ທາງການຢາຄົນສ່ວນຫຼາຍໜ້າຈະອອກບໍານານແລ້ວ, ແຕ່ອາຈານຂອງພວກເຮົາຍັງສືບຕໍ່ ເພື່ອຄຣິສຕະຈັກແລະເພື່ອພຣະເຈົ້າ! ຂ້າພະເຈົ້າເຫັນເພີ່ນລາກຕົນເອງຂື້ນທໍາມາດແລະ ເທດສະໜາ,ເກືອບຍ່າງບໍ່ໄດ້, ຄານໄປດ້ວຍທ້ອງຂອງຕົນແລະນອນຫຼັບໜ້ອຍໜື່ງໃນຄືນ ກ່ອນໜ້ານັ້ນ, ແລ້ວເພີ່ນເທດໄດ້ແນວໃດ! ຄືກັບໂຕສິງ! ຄໍາເທດສະໜາທີ່ເມື່ອຍຂອງເພີ່ນ ດີກວ່າທີ່ທ່ານເຄີຍໄດ້ຍິນຢູ່ໃສມາກ່ອນ, ນັ້ນແລະຄືເຫດຜົນທີ່ຫຼາຍກວ່າ 140,000 ຄົນ ພາກັນອ່ານບົດເທດຂອງເພີ່ນແລະເບິ່ງຜ່ານທາງວິດີໂອໃນ 217 ປະເທດໃນເດືອນແລ້ວນີ້ ນັ້ນແລະທີ່ວ່າເປັນຫຍັງສິດຍາພິບານທົ່ວໂລກຈື່ງເອົາບົດເທດຂອງເພີ່ນໄປເທດຢູ່ໃນຄຣິສ ຕະຈັກຕ່າງໆ, ເພີ່ນໄດ້ພິສູດຂໍ້ພຣະຄໍາພີຊີວິດຂອງເພີ່ນທີ່ວ່າ“ຂ້າພະເຈົ້າກະທໍາທຸກສິ່ງໄດ້ ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ”(ຟີລິບປອຍ 4:13).

ຂ້າພະເຈົ້າອະທິຖານຂໍໃຫ້ເພີ່ນລອດຈາກມະເຮັງແລະຮັບໃຊ້ໄດ້ອີກຫຼາຍປີ, ແຕ່ ດຣ.ໄຮເມີຈະບໍ່ມີຊີວິດຢູ່ຕະຫຼອດໄປ, ພຣະຄໍາພີກ່າວວ່າ“ຂໍພຣະອົງຊົງສອນໃຫ້ນັບວັນຂອງ ຂ້າພຣະອົງ ເພື່ອຂ້າພະອົງທັງຫຼາຍຈະຕັ້ງຈິດຕັ້ງໃຈໄດ້ສະຕິປັນຍາ”(ເພງສັນລະເສີນ 90:12), ມີຫຼາຍຄົນບໍ່ຄິດເຖິງຄວາມສັ້ນຂອງຊີວິດ, ສິດຍາພິບານຫຼາຍຄົນກໍບໍ່ຄິດຄືກັນ, ພວກເຂົາບໍ່ໄດ້ວາງແຜນວ່າຈະມີອັນໃດເກີດຂື້ນເມື່ອພວກເຂົາຕາຍແລ້ວ, ດັ່ງນັ້ນຄຣິສຕະ ຈັກຂອງພວກເຂົາຈື່ງລະເບີດແຕກແຍກກັນ ຫຼືພວກເຂົາອ່ອນແອລົງແລ້ວກໍຕາຍ, ຂອບຄຸນ ພຣະເຈົ້າທີ່ສິດຍາພິບານຂອງເຮົາເປັນຫ່ວງຄຣິສຕະຈັກ! ມັນບໍ່ແມ່ນຈາກຄວາມອ່ອນແອຫຼື ສົງສານຕົນເອງທີ່ເວົ້າເຖິງຄວາມຕາຍໃນອະນາຄົດຂອງຕົນແລະ ໜຸນໃຈພວກຄົນໜຸ່ມ - ມັນຄືການກະທໍາຂອງຄວາມກ້າຫານແລະຄວາມສັດຊື່! ເມື່ອທ່ານໜຸນໃຈຄຣິສຕຽນພວກຄົນ ໜຸ່ມໃຫ້ອອກໄປໄກຢູ່ການຮັບໃຊ້ເທົ່າທີ່ເຂົາເຮັດໄດ້ - ມັນຄືການກະທໍາແຫ່ງຄວາມຮັບ ຜິດຊອບແລະໜ້າທີ່ເນື່ອງຈາກຄວາມເຄົາລົບແລະຄວາມຮັກ!

ມື້ນີ້ສິດຍາພິບານຂອງເຮົາປະເຊີນໜ້າກັບອາຍຸ, ຄວາມເຈັບປ່ວຍແລະຄວາມສັ້ນ ຂອງຊີວິດ, ການວັດແທກຂອງບຸກຄົນໜື່ງຖືກເຫັນຢູ່ໃນຄວາມຍາກລໍາບາກເມື່ອສິ່ງຕ່າງໆ ໄດ້ຕໍ່ສູ້ເຂົາ, ໃນໂຕດຣ.ອາ.ແອວ.ໄຮເມີຈູເນຍ ພວກເຮົາເຫັນຄົນທີ່ຍິ່ງໃຫຍ່ຫຼາຍແນ່ນອນ!

ເພີ່ນເຮັດທຸກສິ່ງທຸກຢ່າງນີ້ໄດ້ແນວໃດ? ເພີ່ນເຮັດມັນໄດ້ແນວໃດ? ໃນພຣະຄຣິດ! ສິດຍາພິບານຂອງເຮົາຈະເວົ້າດ້ວຍຄວາມຍິນດີວ່າເພີ່ນສາມາດ“ກະທໍາທຸກສິ່ງໄດ້ໂດຍພຣະ ຄຣິດຜູ້ຊົງເສີມກໍາລັງ(ເພີ່ນ)” ກໍາລັງຢູ່ໃສລະ? ພຣະຄຣິດ, ພຣະຄຣິດ ແລະ ອີກເທື່ອໜື່ງ ພຣະຄຣິດ!

ອັກຄະສາວົກເປົາໂລໄດ້ກ່າວວ່າ“ທ່ານຈົ່ງເປັນຜູ້ຕິດຕາມຂ້າພະເຈົ້າເໝືອນທີ່ຂ້າພະເຈົ້າເປັນຜູ້ຕາມຂອງພຣະຄຣິດ”(1 ໂກລິນໂທ 11:1),ຂ້າພະເຈົ້າຂໍເວົ້າກັບພວກທ່ານວ່າ ຈົ່ງເປັນຜູ້ຕິດຕາມສິດຍາພິບານຂອງເຮົາເໝືອນທີ່ທ່ານເປັນຂອງພຣະຄຣິດ, ຈົ່ງວາງໃຈ ພຣະຄຣິດ, ຮັບໃຊ້ພຣະອົງໃຫ້ຫຼາຍເທົ່າທີ່ເຮົາເຮັດໄດ້, ຂ້າພະເຈົ້າຂໍເວົ້າກັບພວກທ່ານວ່າ ພຣະຄຣິດ, ພຣະຄຣິດ ແລະ ອີກເທື່ອໜື່ງພຣະຄຣິດ!

ຄືນນີ້ພວກເຮົາສະຫຼອງວັນເກີດຄົບຮອບ 75 ປີຂອງສິດຍາພິບານຂອງເຮົາ,ພວກ ເຮົາໄດ້ຖະວາຍຊັບພິເສດເພື່ອເພີ່ນ, ແຕ່ມີບາງສິ່ງບາງຢ່າງທີ່ສໍາຄັນຫຼາຍກວ່ານັ້ນທີ່ທ່ານສາ ມາດໃຫ້ໄດ້, ຈົ່ງມອບຄຣິສຕະຈັກທີ່ຍິ່ງໃຫຍ່ໃຫ້ເພີ່ນ! ຂ້າພະເຈົ້າຄິດເຖິງເລື່ອງວ່າຄຣິສ ຕະຈັກຂອງເຮົາສາມາດເປັນຫຍັງໄດ້ແດ່,ແມ່ນຫຍັງທີ່ເປັນໄດ້ແດ່ແລະ ໂດຍພຣະຄຸນຂອງ ພຣະເຈົ້າມັນຈະເປັນແນວໃດ! ມອບຄຣິສຕະຈັກໃຫ້ເພີ່ນທີ່ເຕັມໄປດ້ວຍຄົນໜຸ່ມ! ອະທິຖານ ແລ້ວອອກໄປປະກາດ ແລະ ຮັກຜູ້ຄົນຈົນກວ່າພວກເຮົາຈະມີຄຣິສຕະຈັກທີ່ພຣະເຈົ້າຕ້ອງ ການ! ຈົ່ງມອບຄຣິສຕະຈັກທີ່ຍິ່ງໃຫຍ່ໃຫ້ເພີ່ນ!

ຕອນນີ້ຂ້າພະເຈົ້າຂໍຖາມທ່ານວ່າທ່ານມີພຣະຄຣິດຂອງສິດຍາພິບານຂອງພວກເຮົາແລ້ວບໍ? ພວກທ່ານມີພຣະຜູ້ຊ່ວຍຂອງເພີ່ນແລ້ວບໍ? ທ່ານໄດ້ວາງໃຈໃນພຣະເຢຊູແລ້ວບໍ? ຖ້າປາສະຈາກພຣະຄຣິດທ່ານກໍບໍ່ມີຫຍັງນອກຈາກຄວາມບາບ, ຖ້າທ່ານຫາກວາງໃຈໃນ ພຣະອົງທ່ານກໍຈະໄດ້ຮັບການອະໄພໂທດຜ່ານທາງພຣະໂລຫິດອັນປະເສີດຂອງພຣະອົງ, ຖ້າທ່ານວາງໃຈໃນພຣະອົງທ່ານກໍຈະບັງເກີດໃໝ່ມີຊີວິດຕະຫຼອດໄປເປັນນິດ, ຂ້າພະເຈົ້າຂໍ ອະທິຖານເພື່ອທີ່ທ່ານຈະວາງໃຈໃນພຣະເຢຊູໃນໄວໆນີ້, ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ບົດເພງສັນລະເສີນທີ່ດຣ.ໄຮເມີມັກທີ່ສຸດ,ເພງສັນລະເສີນ 27:1-14.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“The Master Hath Come” (Sarah Doudney, 1841-1926).