Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນິມິດໃນຍາມຄໍ່າຄືນ - ບົດເທດສະໜາ ວັນຄືນພຣະຊົນ

VISIONS IN THE NIGHT –
AN EASTER SERMON
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 27/3/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 27, 2016

“ໂອ ທ່ານເທໂອຟີລັດ ໃນຫນັງສືເລື່ອງທໍາອິດນັ້ນ ຂ້າພະເຈົ້າໄດ້ກ່າວແລ້ວເຖິງບັນດາການຊຶ່ງພຣະເຢຊູໄດ້ຊົງຕັ້ງຕົ້ນກະທຳແລະສັ່ງສອນ ຈົນເຖິງວັນທີ່ພຣະອົງຊົງຖືກຮັບຂຶ້ນໄປ ໃນເມື່ອໄດ້ຕັດສັ່ງໂດຍລິດເດດພຣະວິນຍານບໍລິສຸດແກ່ອັກຄະສາວົກ ຊຶ່ງພຣະອົງຊົງເລືອກໄວ້ແລ້ວນັ້ນ ຄັ້ນພຣະອົງຊົງທົນທຸກທໍລະມານແລ້ວ ໄດ້ຊົງສະແດງພຣະອົງແກ່ຄົນພວກນັ້ນ ດ້ວຍຫລັກຖານຫລາຍຢ່າງ ພິສູດຢ່າງແນ່ນອນທີ່ສຸດວ່າພຣະອົງຊົງພຣະຊົນຢູ່ ແລະໄດ້ຊົງປາກົດແກ່ເຂົາທັງຫລາຍເຖິງສີ່ສິບວັນ ແລະໄດ້ຊົງກ່າວເຖິງເລື່ອງອານາຈັກຂອງພຣະເຈົ້າ”(ກິດຈະການ 1:1-3)


ພຣະເຢຊູຊົງຟື້ນຂື້ນມາຈາກຄວາມຕາຍ, ບໍ່ມີຂໍ້ສົງໄສກ່ຽວກັບເລື່ອງນີ້, ອຸບໂມງ ຂອງພຣະອົງຖືກຈໍາກາໂດຍພວກໂຣມັນແລະພວກທະຫານໂຣມັນໄດ້ເຝົ້າຮັກສາດ້ວຍຊີວິດຂອງພວກເຂົາ, ແຕ່ໃນຕອນເຊົ້າວັນອາທິດອິດສະເຕີພຣະເຈົ້າຊົງກິ້ງກ້ອນຫີນໃຫຍ່ອອກໄປ ແລະທຸບກາຈໍາໂຣມັນອອກ, ແລະພຣະເຢຊູຊົງຍ່າງອອກຈາກອຸບໂມງນັ້ນເຂົ້າສູ່ຄວາມສະຫວ່າງໃນຍາມເຊົ້າ,ອຸບໂມງຫວ່າງເປົ່າໄດ້ປະກາດການຟື້ນຄືນຈາກຕາຍຂອງພຣະອົງ.

ພຣະເຢຊູຊົງຟື້ນຄືນຈາກຂຸມຝັງສົບ, ບໍ່ມີຂໍ້ສົງໄສກ່ຽວກັບເລື່ອງນີ້, ມີຄົນເປັນຮ້ອຍ ຄົນເຫັນພຣະອົງຊົງມີຊີວິດຢູ່ຫຼັງຈາກການຟື້ນຄືນຈາກຕາຍຂອງພຣະອົງ, ອັກຄະສາວົກ ເປົາໂລໄດ້ກ່າວວ່າ “ພາຍຫຼັງພຣະອົງຊົງປາກົດແກ່ພວກພີ່ນ້ອງກວ່າຫ້າຮ້ອຍຄົນໃນຄາວ ດຽວກັນ...ຫຼັງຈາກນັ້ນພຣະອົງຊົງປາກົດແກ່ຢາໂກໂບແລ້ວແກ່ອັກຄະສາວົກທັງໝົດ ແລະ ລ້າສຸດພຣະອົງຊົງປາກົດແກ່ຂ້າພະເຈົ້າເຊັ່ນກັນ”(1 ໂກລິນໂທ 15:6-8)“ໄດ້ຊົງສະແດງພຣະອົງແກ່ຄົນພວກນັ້ນດ້ວຍຫລັກຖານຫລາຍຢ່າງ ພິສູດຢ່າງແນ່ນອນທີ່ສຸດວ່າພຣະອົງຊົງພຣະຊົນຢູ່ ແລະໄດ້ຊົງປາກົດແກ່ເຂົາທັງຫລາຍເຖິງສີ່ສິບວັນ ແລະໄດ້ຊົງກ່າວເຖິງເລື່ອງອານາຈັກຂອງພຣະເຈົ້າ”(ກິດຈະການ 1:3)

ດຣ.ຈອນອາໄຣສ໌ໄດ້ກ່າວວ່າ:

ຈົ່ງພິຈາລະເຖິງຄວາມຈິງທີ່ຍິ່ງໃຫຍ່ທີ່ພວກພະຍານເປັນຮ້ອຍຄົນຊື່ງໄດ້ ເຫັນພຣະເຢຊູຫຼັງຈາກການຟື້ນຄືນຈາກຕາຍຂອງພຣະອົງ, ພວກເຂົາບາງ ຄົນເຫັນແລ້ວເຫັນອີກ(ເປັນເວລາ)ສີ່ສິບມື້... ຄວາມຈິງແລ້ວພະຍານຫຼາຍ ຮ້ອຍທີ່ເຫັນດ້ວຍຕາເຫັນດີວ່າພຣະເຢຊູຊົງຟື້ນຄືນມາຈາກຄວາມຕາຍ, ບໍ່ ແມ່ນມີຄົນໃດທີ່ເຄີຍປາກົດຂື້ນມາເວົ້າວ່າພວກເຂົາໄດ້ເຫັນຮ່າງກາຍທີ່ຕາຍແລ້ວຂອງພຣະອົງຫຼັງຈາກ(ອິດສະເຕີ), ຫຼືບໍ່ມີຂໍ້ຂັດແຍ້ງກັບຫຼັກຖານໃດໆ, ພວກພະຍານທີ່ເຫັນເຫດການ(ກ່າວວ່າ)ພວກເຂົາໄດ້ຈັບພຣະຜູ້ຊ່ວຍ, ໄດ້ ບາຍພຣະອົງ, ໄດ້ສໍາພັດຮອຍຕະປູທີ່ຢູ່ມືແລະຕີນຂອງພຣະອົງ, ໄດ້ເຫັນ ພຣະອົງກິນ,ໄດ້ຢູ່ກັບພຣະອົງເປັນເວລາສີ່ສິບມື້...ຫຼັກຖານກໍຄືສິ່ງທີ່ບໍ່ອາດຕ້ານທານໄດ້ທີ່ມີພຽງແຕ່ຄົນທີ່ບໍ່ຕ້ອງການເຊື່ອແລະ ບໍ່ໄດ້ກວດສອບຫຼັກ ຖານປະຕິເສດມັນ, ບໍ່ສົງໄສເລີຍທີ່ພຣະຄໍາພີກ່າວວ່າພຣະເຢຊູ“ໄດ້ຊົງສະແດງພຣະອົງ(ຄວາມຕາຍ)ແກ່ຄົນພວກນັ້ນດ້ວຍຫລັກຖານຫລາຍຢ່າງ ພິສູດຢ່າງແນ່ນອນທີ່ສຸດວ່າພຣະອົງຊົງພຣະຊົນຢູ່” ກິດຈະການ 1:3 (John R. Rice, D.D., Litt.D., The Resurrection of Jesus Christ, Sword of the Lord Publishers, 1953, pp. 49-50).

ອຸບໂມງຫວ່າງເປົ່າ ແລະ ຄົນທີ່ເຫັນເຫດການຫຼາຍຮ້ອຍຄົນແມ່ນຂໍ້ພິສູດທີ່ໜັກແໜ້ນແຫ່ງ ການຟື້ນຄືນຈາກຕາຍຂອງພຣະຄຣິດ.

ແມ່ນຂໍ້ພິສູດທີ່ໜັກແໜ້ນທີ່ສຸດຄືການປ່ຽນແປງຊີວິດຂອງພວກສາວົກຂອງພຣະເຢຊູ, ຜູ້ຊາຍພວກນີ້ປ່ຽນແປງຢ່າງສິ້ນເຊີງໂດຍການເປັນພະຍານການຟື້ນຂື້ນຂອງພຣະເຢຊູ ພວກເຂົາເຄີຍເປັນຄົນຂີ້ຢ້ານ,ລີ້ຢູ່ໃນຫ້ອງທີ່ລັອກກອນດ້ວຍຄວາມຢ້ານ, ແຕ່ຫຼັງຈາກທີ່ພວກເຂົາເຫັນພຣະເຢຊູຜູ້ຊົງຟື້ນຄືນຈາກຕາຍແລ້ວ,ພວກເຂົາກໍເທດສະໜາດ້ວຍຄວາມກ້າ ຫານວ່າພຣະອົງຊົງພຣະຊົນຢູ່ - ຊົງຟື້ນຄືນຈາກຕາຍແລ້ວ! ແລະພວກເຂົາກໍໄດ້ຈ່າຍທັງຊີວິດຂອງພວກເຂົາເພື່ອເທດສະໜາມັນ!

ເປໂຕ-ຖືກຕີຈົນເກືອບຕາຍ,ຫຼັງຈາກນັ້ນກໍຖືກຄຶງເທິງໄມ້ກາງແຂນປີ້ນຫົວລົງລຸ່ມ.
ອັນດຣູ - ຖືກຄຶງເທິງໄມ້ທີ່ມີຮູບຊົງໄມ້ກາງແຂນ.
ຢາໂກໂບລູກຊາຍຂອງເສເບດີ - ຖືກຕັດຄໍ.
ໂຢຮັນ - ຖືກໂຍນລົງໃນໝໍ້ນໍ້າມັນຮ້ອນ,ແລະຫຼັງຈາກນັ້ນກໍຖືກເນລະເທດໄປຢູ່ ເກາະປັດທະມອສຕະຫຼອດຊີວິດ.
ຟີລິບ - ຖືກຕີແລ້ວກໍຖືກຄຶງໃສ່ໄມ້ກາງແຂນ.
ບາໂທໂລມິວ - ຖືກລອກໜັງໃນຂະນະທີ່ຍັງມີຊີວິດຢູ່ແລ້ວກໍຖືກເອົາໄປຄຶງທີ່ໄມ້
ກາງແຂນ.
ມັດທິວ - ຖືກຕັດຄໍ.
ຢາໂກໂບນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ - ຖືກໂຍນລົງຈາກຍອດພະວິຫານ
ແລະຫຼັງຈາກນັ້ນກໍຖືກຕີຈົນຕາຍ.
ທັດເດອັສ - ຖືກຍິງດ້ວຍລູກທະນູຈົນຕາຍ.
ມາລະໂກ - ຖືກລາກໂດຍຝູງມ້າຈົນຕາຍ.
ເປົາໂລ - ຖືກຕັດຄໍ.
ລູກາ - ຖືກຫ້ອຍຢູ່ເທິງຕົ້ນໝາກກອກເທດຈົນຕາຍ.
ໂທມັດ - ຖືກແທງດ້ວຍຫອກແລະຖືກໂຍນເຂົ້າໃນແປວໄຟເຕົາອົບ.

(The New Foxe’s Book of Martyrs, Bridge-Logos Publishers, 1997, pp. 5-10; Greg Laurie, Why the Resurrection?, Tyndale House Publishers, 2004, pp. 19-20).

ພວກຜູ້ຊາຍເຫຼົ່ານີ້ໄດ້ພົບຜ່ານກັບຄວາມທຸກທໍລະມານທີ່ເປັນຕາຢ້ານທຸກຄົນມີແຕ່ ໂຢຮັນຄົນດຽວທີ່ຕາຍດ້ວຍຄວາມຕາຍທີ່ເປັນຕາຢ້ານ, ເປັນຫຍັງເລື່ອງນີ້ຈື່ງເກີດຂື້ນກັບ ພວກເຂົາລະ? ມັນເກີດຂື້ນກັບພວກເຂົາເພາະພວກເຂົາເຄີຍເຫັນພຣະເຢຊູຊົງພຣະຊົນຢູ່ ພາຍຫຼັງທີ່ພຣະອົງຊົງຟື້ນຄືນມາຈາກຕາຍແລ້ວ! ພວກຜູ້ຊາຍຈະບໍ່ຍອມທຸກທໍລະມານເພື່ອ ບາງສິ່ງບາງຢ່າງທີ່ພວກເຂົາຍັງບໍ່ເຄີຍເຫັນເດັດຂາດ!ຜູ້ຊາຍເຫຼົ່ານີ້ໄດ້ເຫັນພຣະຄຣິດ“ພິສູດຢ່າງແນ່ນອນທີ່ສຸດວ່າພຣະອົງຊົງພຣະຊົນຢູ່ ແລະໄດ້ຊົງປາກົດແກ່ເຂົາທັງຫລາຍເຖິງສີ່ສິບວັນ”(ກິດຈະການ 1:3), ໃນຄວາມເປັນຜູ້ເຖົ້າຮ່າງກາຍຂອງລາວເປັນຮອຍແຜເປັນທີ່ເປັນຕາຢ້ານຈາກນໍ້າມັນຮ້ອນ,ອັກຄະສາວົກໂຢຮັນໄດ້ກ່າວວ່າ“ພວກເຮົາໄດ້ເຫັນກັບຕາຊຶ່ງເຮົາໄດ້ວິເຄາະເບິ່ງ ແລະຈັບຕ້ອງດ້ວຍມືຂອງເຮົາ” ພຣະຄຣິດຜູ້ຟື້ນຄືນຈາກຕາຍ(1 ໂຢຮັນ 1:1), ຂ້າພະເຈົ້າຂໍເວົ້າວ່າພວກເຮົາສາມາດເຊື່ອຜູ້ຊາຍເຫຼົ່ານີ້ໄດ້! ພວກເຂົາທຸກທໍລະມານ ແລະ ຕາຍເພາະເທດສະໜາວ່າພຣະຄຣິດຊົງຟື້ນຄືນມາຈາກຄວາມຕາຍ, ພວກຜູ້ຊາຍຈະບໍ່ຍອມທຸກທໍລະມານເພື່ອບາງສິ່ງບາງຢ່າງທີ່ພວກເຂົາຍັງບໍ່ເຄີຍເຫັນເດັດ ຂາດ! ຜູ້ຊາຍພວກນີ້ໄດ້ເຫັນພຣະຄຣິດແລະ ຈັບຕ້ອງພຣະອົງຫຼັງຈາກທີ່ພຣະອົງຊົງຟື້ນຄືນມາຈາກອຸບໂມງ! ນີ້ຄືເຫດຜົນທີ່ວ່າເປັນຫຍັງການທໍລະມານແລະຄວາມຕາຍເອງຈື່ງບໍ່ສາມາດຢຸດຢັ້ງພວກເຂົາຈາກການເທດສະໜາ“ພຣະຄຣິດໄດ້ຊົງຟື້ນຄືນມາຈາກຄວາມຕາຍແລ້ວ”ໄດ້.

ໂທມັດເຫັນພຣະອົງຢູ່ໃນຫ້ອງນັ້ນ
ເອີ້ນພຣະອົງວ່າເຈົ້ານາຍແລະພຣະເຈົ້າຂອງຂ້າ
ຍື່ນມືຂອງຕົນອອກໄປແຕະຮູ
ທີ່ເກີດຈາກຕະປູແລະດາບ
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
ທຸບທໍາລາຍຄວາມແຂງ,ທີ່ປົກຄຸມແໜ້ນຂອງຄວາມຕາຍ-
ພຣະອົງຊື່ງຕາຍແລ້ວກັບມີຊີວິດອີກ!
   (“Alive Again” by Paul Rader, 1878-1938).

ຕອນນີ້ພວກສາວົກໄດ້ພົບພຣະເຢຊູເປັນເທື່ອສຸດທ້າຍ, ພຣະອົງຊົງບອກພວກເຂົາ ໃຫ້ລໍຖ້າພຣະອົງຢູ່ໃນເຢລູຊາເລັມຈົນກວ່າພວກເຂົາຈະໄດ້ຮັບ“ບັບຕິດສະມາໂດຍພຣະວິນຍານບໍລິສຸດ”ພຣະເຢຊູຊົງຕັດວ່າ:

“ແຕ່ທ່ານທັງຫລາຍຈະໄດ້ຮັບພຣະລາຊະທານລິດເດດ ເມື່ອພຣະວິນຍານບໍລິສຸດຈະສະເດັດມາເໜືອທ່ານ ແລະທ່ານທັງຫລາຍຈະເປັນພະຍານຝ່າຍເຮົາທັງໃນກຸງເຢລູຊາເລັມ ທົ່ວແຂວງຢູເດຍ ແຂວງສະມາເລຍ ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ”(ກິດຈະການ 1:8)

ຊື່ງມັນໄດ້ນໍາເຮົາມາຫາຄຣິສຕະຈັກຂອງເຮົາທີ່ນີ້ໃນໃຈກາງນະຄອນໃນເມືອງລອສແອງເຈີລີສ, ຂ້າພະເຈົ້າເວົ້າໂດຍພຣະຄຸນຂອງພຣະເຈົ້າວ່າພວກເຮົາມີໃນຄຣິສຕະຈັກ ຂອງເຮົາຄືໜື່ງໃນກຸ່ມຄຣິສຕຽນທີ່ດີງາມທີ່ສຸດໃນສະຫະລັດອາເມລິກາ! ແລະໜື່ງໃນກຸ່ມ ຄຣິສຕຽນຄົນໜຸ່ມທີ່ດີທີ່ສຸດໃນໂລກ! ຂ້າພະເຈົ້າສາມາດເວົ້າໂດຍປາສະຈາກຄວາມອາຍເພາະມັນບໍ່ແມ່ນຂ້າພະເຈົ້າທີ່ເຮັດແບບນັ້ນໄດ້! ຄຸນຄວາມດີເປັນຂອງ“ສາມສິບເກົ້າຄົນ”ກຸ່ມນ້ອຍໆທີ່ເຮັດວຽກຊື່ງເປັນຜູ້ທີ່ເສຍສະຫຼະເວລາແລະເງີນຂອງພວກເຂົາເພື່ອຊ່ວຍຕຶກ ຄຣິສຕະຈັກນີ້ຈາກການລົ້ມລະລາຍ,ພາຍຫຼັງການແບ່ງແຍກຄຣິສຕະຈັກໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງຊື່ງໄດ້ເຮັດໃຫ້ສະມາຊິກຜູ້ໃຫຍ່ຂອງຄຣິສຕະຈັກອອກໄປ 400 ຄົນ, ສັນລະເສີນພຣະນາມຂອງພຣະເຢຊູ! ພຣະອົງຊົງນໍາເຮົາໄປສູ່ໄຊຊະນະ!

ຄຸນຄວາມດີຍັງເປັນຂອງພວກຄົນໜຸ່ມຢູ່ໃນຄຣິສຕະຈັກຂອງເຮົາເຊັ່ນກັນ, ພວກ ເຂົາເປັນນັກຮົບອະທິຖານທີ່ພິເສດ, ພວກເຂົາໃຊ້ເວລາເປັນຊົ່ວໂມງໃນການອະທິຖານ-ບໍ່ ແມ່ນການເທດສະໜາຫຼືການສຶກສາພຣະຄໍາພີແຕ່ເປັນການອະທິຖານ - ເປັນເວລາກວ່າ ໜື່ງຊົ່ວໂມງໃນແຕ່ລະອາທິດ, ຄົນໜຸ່ມທັງຍິງແລະຊາຍເຫຼົ່ານີ້ຍັງມີກຸ່ມອະທິຖານສອງກຸ່ມຊື່ງມາອະທິຖານນໍາກັນອີກຊົ່ວໂມງໜື່ງໃນແຕ່ລະອາທິດເພື່ອຂໍໃຫ້ພຣະເຈົ້າສົ່ງການຟື້ນຟູມາຖ້າມກາງພວກເຮົາ, ຄໍາອະທິຖານຂອງພວກເຂົາໄດ້ຮັບຄໍາຕອບໂດຍການທີ່ມີຫຼາຍຄົນໄດ້ກັບໃຈໃໝ່ອອກຈາກໂລກ, ພຽງແຕ່ເຈັດອາທິດຂອງລະດູໃບໄມ້ປົ່ງນີ້ພວກເຮົາມີສິບສາມຄົນທີ່ໄດ້ກັບໃຈໃໝ່ຢູ່ຄຣິສຕຕະຈັກແຫ່ງນີ້ຊື່ງເປັນການຕອບຄໍາອະທິຖານຂອງພວກເຂົາ, ຄົນໜື່ງເປັນຜູ້ເຖົ້າ 89 ປີທີ່ບໍ່ເຊື່ອພຣະເຈົ້າ, ຄົນໜື່ງເປັນຄາທໍລິກອາຍຸ 86 ປີ, ຄົນໜື່ງເປັນຜູ້ຍິງຊື່ງເຄີຍຕໍ່ຕ້ານພຣະຄຣິດເປັນເວລາເກືອບ 40 ປີ, ຄົນໜື່ງເປັນຄົນທີ່ເຄີຍຖືກຊາຕານຈັບເປັນຊະເລີຍຕະຫຼອດຊີວິດຂອງລາວ, ເກົ້າຄົນທີ່ເຫຼືອທຸກຄົນແມ່ນຄົນໜຸ່ມທີ່ມາຈາກໂລກ ແລະຖືກນໍາເຂົ້າມາຄຣິສຕະຈັກຂອງເຮົາຈາກວິທະຍາໄລຕ່າງໆບ່ອນທີ່ພວກເຮົາໄປປະກາດຂ່າວປະເສີດ, ສັນລະເສີນແດ່ພຣະນາມຂອງພຣະເຢຊູ! ພຣະອົງຊົງເປັນແບບຢ່າງຂອງພວກເຮົາໃນການຊະນະວິນຍານ!

ດຣ.ເດວິດຣັສຕັນມາເທດສະໜາທີ່ຄຣິສຕະຈັກຂອງເຮົາອາທິດແລ້ວນີ້, ລາວເປັນມິດຊັນນາຣີແລະຜູ້ກໍ່ຕັ້ງ“ພຣະຄຣິດສູ່ຊາດຕ່າງໆ” ດຣ.ຮັສຕັນໄດ້ເອົາຮູບຂອງຄຣິສຕະຈັກຂອງເຮົາໃສ່ໃນເຟສບຸກຂອງລາວ - ພ້ອມດ້ວຍຄໍາເຫຼົ່ານີ້, ດຣ.ຮັສຕັນໄດ້ກ່າວວ່າ:

         ຂ້າພະເຈົ້າໄດ້ເທດສະໜາມື້ຄືນນີ້(ຄືນວັນເສົາ)ແລະເຊົ້າ(ວັນອາທິດ)ນີ້ໃນເມືອງລອສແອງເຈີລິສທີ່ຄຣິສຕະຈັກແບັບຕິດເທເບີນາໂຄ,ບ່ອນທີ່ ດຣ. ອາ.ແອວ.ໄຮເມີຈູເນຍເປັນສິດຍາພິບານ, ເປັນການນະມັດສະການທີ່ອັດ ສະຈັນ,ຕັ່ງທຸກໜ່ວຍເຕັມໝົດ,ຄົນເຄິ່ງໜື່ງເບິ່ງຄືວ່າອາຍຸ 30 ລົງມາ!
         ເຊັ່ນກັນທຸກຄໍາທີ່ເວົ້າອອກໄປໄດ້ຖືກແປຈາກພາສາອັງກິດເປັນພາສາສະເປນແລະພາສາຈີນໃຫ້ກັບຜູ້ຟັງ, ພຣະວິນຍານທີ່ຍິ່ງໃຫຍ່ພ້ອມກັບຄໍາເອແມນແລະສຽງຕົບມືໃນຂະນະທີ່ເທດສະໜາຢູ່, ຄໍາເທດສະໜາຂອງອາ ຈານໄຮເມີຖືກອ່ານອອນລາຍໂດຍສະເລ່ຍສູ່ຄອມພິວເຕີປະມານ120,000 ໜ່ວຍໃນ 210 ຊົນຊາດທີ່ແຕກຕ່າງກັນທຸກສາມສິບມື້-ແລະຍັງເບິ່ງຜ່ານ ທາງຢູທູບອີກນໍາ.
         ຂ້າພະເຈົ້າບໍ່ຮູ້ຈັກນັກເທດຂ່າວປະເສີດຄົນອື່ນຜູ້ທີ່ກໍາລັງປະກາດກັບ ຫຼາຍຄົນປານນັ້ນ, ທີ່ຍຶດໝັ້ນກັບຂ່າວປະເສີດທົ່ວທຸກມຸມໂລກ.
         ຂ້າພະເຈົ້າຄິດເຖິງການຮັບໃຊ້ນີ້ເປັນຄືກັບໃນສະໄໝຂອງສະເປີໂຈນ.

ສັນລະເສີນພຣະນາມຂອງພຣະເຢຊູ! ໃນພຣະນາມຂອງພຣະອົງພຣະເຈົ້າຊົງຕອບຄໍາອະ

ທິຖານ!

ຄຣິສຕະຈັກນີ້ມີຄ່າສໍາຫຼັບຂ້າພະເຈົ້າຫຼາຍກວ່າຄໍາໃນໂລກນີ້,ການຮັບໃຊ້ທົ່ວໂລກ ຜ່ານທາງອິນເຕີເນັດມີຄ່າສໍາຫຼັບຂ້າພະເຈົ້າຫຼາຍກວ່າ“ແມ່ນໍ້າຕ່າງໆຂອງເງີນ,ເພັດພອຍທີ່ ບອກບໍ່ໄດ້” ມັນເບິ່ງຄືວ່າເປັນສິ່ງເລັກນ້ອຍສໍາຫຼັບທ່ານແຕ່ຄຣິສຕະຈັກນີ້ເປັນສິ່ງທີ່ສໍາຄັນທີ່ ສຸດໃນໂລກສໍາຫຼັບຂ້າພະເຈົ້າ!

ຊີວິດຂ້າ,ຄວາມຮັກຂ້າຂໍມອບແດ່ພຣະອົງ
ລູກແກະຂອງພຣະເຈົ້າຜູ້ຕາຍເພື່ອຂ້າ
ໂອຂໍໃຫ້ຂ້າເປັນຄົນສັດຊື່ເທົ່າທີ່ເຮັດໄດ້
ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຊີວິດຂອງຂ້າຈະພໍໃຈຂະໜາດໃດ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ
(“I’ll Live For Him” by Ralph E. Hudson, 1843-1901;
      altered by Dr. Hymers).

ບໍ່ພຽງແຕ່ຂ້າພະເຈົ້າເຫັນວ່າຄຣິສຕະຈັກນີ້ຄືຊັບສົມບັດໃນຕອນນີ້ເທົ່ານັ້ນ- ຂ້າພະ ເຈົ້າຍັງເຫັນສິ່ງທີ່ຄຣິສຕະຈັກຄວນຈະເປັນ, ສິ່ງທີ່ສາມາດເປັນໄດ້ແລະໂດຍພຣະຄຸນຂອງ ພຣະເຈົ້າ,ສິ່ງທີ່ມັນຈະເປັນ! ໃນນິມິດແຫ່ງຍາມຄໍ່າຄືນຂ້າພະເຈົ້າໄດ້ເຫັນທຸກແຈມຸມຂອງຫ້ອງນີ້ເຕັມໄປດ້ວຍພວກຄົນໜຸ່ມ! ແລະໃນນິມິດເຫຼົ່ານັ້ນຂ້າພະເຈົ້າເຫັນພຣະວິນຍານ ຂອງພຣະເຈົ້າສະເດັດລົງມາໃນຄື້ນແຫ່ງການຟື້ນຟູຫຼາຍຢ່າງ! ຂ້າພະເຈົ້າເຫັນໃບໜ້າທີ່ມີ ຄວາມສຸກຂອງພວກຄົນໜຸ່ມຜູ້ທີ່ໄດ້ພົບພຣະເຢຊູຄຣິດໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະເຈົ້າຂອງເຂົາ! ໃນນິມິດແຫ່ງຍາມຄໍ່າຄືນຂ້າພະເຈົ້າເຫັນພວກຄົນໜຸ່ມຮ້ອງໄຫ້,ອະທິ ຖານແລະຮ້ອງສຽງດັງດ້ວຍຄວາມດີໃຈແບບສະໄໝເກົ່າໆຂອງພວກເມໂຕດິສ ແລະສະ ໄໝເກົ່າພວກແບັບຕິດແລະສະໄໝເກົ່າທີ່ພວກເພຣສໄບທິຣຽນເປັນ! ຂ້າພະເຈົ້າເຫັນຄົນ ໜຸ່ມຜູ້ຊາຍຖະວາຍຊີວິດຂອງພວກເຂົາເປັນນັກເທດແຫ່ງຂ່າວປະເສີດ - ແລະມີບາງຄົນ ໄດ້ໄປຮັບໃຊ້ເປັນມິດຊັນນາຣີຢູ່ຕ່າງປະເທດເພື່ອພຣະເຢຊູຄຣິດ! ຂ້າພະເຈົ້າເຫັນຄຣິສຕະ ຈັກທີ່ຍິ່ງໃຫຍ່ແຕກອອກ-ພ້ອມດ້ວຍຄວາມຮັກຂອງພຣະເຈົ້າພຸ່ງອອກໄປຈາກສະຖານທີ່ນີ້ໄປສູ່ແຈບ່ອນມືດຂອງຊາດເຮົາ,ແລະໂລກຂອງເຮົາ! ຂ້າພະເຈົ້າເຫັນພຣະເຢຊູຄຣິດຊົງຍົກຂື້ນ ແລະຖອກຄວາມຮັກຂອງພຣະອົງລົງມາເທິງຈິດວິນຍານຄົນທີ່ຫຼົງຫາຍແລະໂດດດ່ຽວເປັນຮ້ອຍໆຢູ່ທົ່ວໂລກ,ຜ່ານທາງການຮັບໃຊ້ຂອງຄຣິສຕະຈັກນີ້! ແລະໃນຄໍ່າຄືນແຫ່ງນິມິດຂ້າພະເຈົ້າສາມາດໄດ້ຍິນພວກເຂົາຮ້ອງເພງວ່າ:

ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຊີວິດຂອງຂ້າຈະພໍໃຈຂະໜາດໃດ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ

ເຊີນຮ້ອງກັບຂ້າພະເຈົ້າ!

ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຊີວິດຂອງຂ້າຈະພໍໃຈຂະໜາດໃດ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ

ໃນໄວໆນີ້ຂ້າພະເຈົ້າກໍຈະໄດ້ 75 ປີ, ຂ້າພະເຈົ້າອາດຈະບໍ່ໄດ້ເຫັນສິ່ງເຫຼົ່ານີ້ໝົດ ກ່ອນທີ່ຂ້າພະເຈົ້າຈະຕາຍ, ແຕ່ຂ້າພະເຈົ້າເຫັນພວກມັນແລ້ວ - ໃນນິມິດຕອນກາງຄືນ! ກຣິຟຟິດຂໍເຈົ້າມາຊ່ວຍພວກເຮົາຮ້ອງເພງທີ່ໜ້າຮັກຂອງນາງຄຣິສຕຽນເຊັນ“ໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ” ຂໍເຊີນຢືນຂື້ນຮ້ອງມັນຢູ່ໃນໜ້າທີ່ຫົກໃນປື້ມເພງຂອງທ່ານ.

ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດຂອງຂ້າ
ຂໍໃຫ້ຂ້າເຫັນແຕ່ພຣະເຢຊູເທົ່ານັ້ນໃນວັນນີ້
ເຖິງຈະຜ່ານຮ່ອມພູພຣະອົງກໍຊົງນໍາຂ້າ
ແສງແຫ່ງລາສີພຣະອົງສ່ອງອ້ອມຮອບຂ້າ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງທຸກຄວາມປາດຖະໜາ
ຮັກສາເພື່ອລາສີພຣະອົງ ຈິດໃຈຂ້າໄດ້ຮັບການດົນໃຈ
ກັບຄວາມຄົບສົມບູນ,ຄວາມຮັກອັນບໍລິສຸດຂອງພຣະອົງ
ຖ້ວມທາງເດີນຂອງຂ້າດ້ວຍແສງຈາກເບື້ອງເທິງ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງ ຢ່າໃຫ້ຄວາມດື້ຂອງບາບ
ມາປິດບັງຄວາມສະຫວ່າງທີ່ສ່ອງຢູ່ພາຍໃນ
ຂໍໃຫ້ຂ້າເຫັນພຣະພັກພຣະພອນຂອງພຣະອົງ
ໂຜດລ້ຽງຈິດໃຈຂ້າດ້ວຍພຣະຄຸນອັນໃຫຍ່ຂອງພຣະອົງ
ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ
ຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ
(“Fill All My Vision” by Avis Burgeson Christiansen, 1895-1985).

ຂ້າພະເຈົ້າຂໍຈົບບົດເທດນີ້ດ້ວຍຄໍາເວົ້າຂອງມິດຊັນນາລີຜູ້ຍິ່ງໃຫຍ່ທີ່ໄປປະເທດຈີນແລະອັບຟຣິກາຊື່ຊາດສ໌ທີ.ສະຕັດ(1860-1931).

ມີພຽງຊີວິດດຽວເທົ່ານັ້ນ
ໃນບໍ່ຂ້າກໍຈະຜ່ານໄປ
ມີພຽງແຕ່ສິ່ງທີ່ເຮັດເພື່ອພຣະຄຣິດ
ເທົ່ານັ້ນຈະຢັ້ງຢືນເປັນນິດ

ຢ່າລືມຄໍາພວກນີ້ເດັດຂາດຕາບໃດທີ່ທ່ານຍັງມີຊີວິດຢູ່, ຂໍເຊີນເວົ້າກັບຂ້າພະເຈົ້າ.

ມີພຽງຊີວິດດຽວເທົ່ານັ້ນ
ໃນບໍ່ຂ້າກໍຈະຜ່ານໄປ
ມີພຽງແຕ່ສິ່ງທີ່ເຮັດເພື່ອພຣະຄຣິດ
ເທົ່ານັ້ນຈະຢັ້ງຢືນເປັນນິດ

ຂໍເຊີນດຣ.ເຄແກນມານໍາພວກເຮົາອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ກິດຈະການ 1:1-9.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“The Strife Is O’er” (translated by Francis Pott. 1832-1909).