Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຈັດຄໍາສຸດທ້າຍຂອງພຣະເຢຊູ
ເທິງໄມ້ກາງແຂນ

THE SEVEN LAST WORDS
OF JESUS ON THE CROSS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 20/3/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 20, 2016

“ເມື່ອມາເຖິງສະຖານທີ່ແຫ່ງໜຶ່ງຊຶ່ງເອີ້ນວ່າກະໂຫລກຫົວເຂົາກໍຄຶງພຣະອົງໄວ້ທີ່ກາງແຂນບ່ອນນັ້ນພ້ອມກັບຜູ້ຮ້າຍສອງຄົນນັ້ນຂ້າງຂວາພຣະຫັດຄົນໜຶ່ງແລະຂ້າງຊ້າຍອີກຄົນໜຶ່ງ”(ລູກາ 23:33)


ຄວາມທຸກທໍລະມານຝ່າຍຮ່າງກາຍຂອງພຣະເຢຊູເປັນເຈັບປວດຫຼາຍແທ້ໆ, ມັນ ເລີ່ມຕົ້ນດ້ວຍການຖືກຕີດ້ວຍແສ້ທີ່ລອກເອົາໜັງອອກແລະເຮັດໃຫ້ເກີດເປັນແຜທີ່ຍາວເລິກຢູ່ທາງຫຼັງຂອງພຣະອົງ, ມີຫຼາຍຄົນຕາຍຍ້ອນການຖືກຕີແບບນັ້ນ, ຕໍ່ມາພວກເຂົາກໍເອົາໜາມ ສານເປັນມົງກຸດມາສຽບໃສ່ຫົວຂອງພຣະອົງ, ພວກເຂົາຍັງໄດ້ຕົບໜ້າຂອງພຣະອົງ,ຖົ່ມນໍ້າ ລາຍໃສ່ແລ້ວດຶງໜວດເຄົາຂອງພຣະອົງດ້ວຍມືຂອງເຂົານໍາ, ພວກເຂົາໄດ້ໃຫ້ພຣະອົງແບກ ໄມ້ກາງແຂນຂອງຕົນເລາະຕາມທາງແຫ່ງເມືອງເຢລູຊາເລັມເພື່ອໄປຍັງສະຖານທີ່ປະຫານທີ່ເອີ້ນວ່າສະຖານທີ່ກະໂຫຼກຫົວ, ສຸດທ້າຍຕະປູໃຫຍ່ກໍຖືກຕອກໃສ່ຕີນແລະມືທັງສອງຂ້າງ ຂອງພຣະອົງຢູ່ບ່ອນລຸ່ມບ່ອນທີ່ຝາມືກັບຂໍ້ມືຕໍ່ກັນ, ສະນັ້ນພຣະອົງຈື່ງຖືກຕອກໃສ່ໄມ້ກາງ ແຂນ,ພຣະຄໍາພີກ່າວວ່າ:

“ໜ້າຕາຂອງພຣະອົງ(ຮູບຮ່າງຂອງພຣະອົງ)ເສຍໂສມຫຼາຍ(ເຮັດໃຫ້ເສຍ ໂສມໜ້າຫຼາຍ)ກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍເສຍໂສມຫຼາຍ ກວ່າລູກທັງຫຼາຍຂອງມະນຸດ(ເສຍໂສມເໜືອຄວາມຄ້າຍຄືມະນຸດ)” (ອິດສຢາ 52:14)

ພວກເຮົາເຄີຍເຫັນພະເອກຮໍລີວູດສະແດງເປັນພຣະເຢຊູຢູ່ໃນໜັງຕ່າງໆ,ຮູບພາບ ລັກສະນະທ່າທາງບໍ່ພຽງພໍທີ່ຈະສະແດງໃຫ້ເຫັນເຖິງຄວາມເປັນຕາຢ້ານທີ່ເລິກເຊິ່ງ ແລະ ຄວາມໂຫດຮ້າຍປ່າດິບຂອງການຄຶງເທິງໄມ້ກາງແຂນ,ສິ່ງທີ່ພວກເຮົາເຫັນຢູ່ໃນໜັງບໍ່ມີຫຍັງເມື່ອປຽບທຽບໃນສິ່ງທີ່ພຣະເຢຊູຊົງປະສົບຢູ່ເທິງໄມ້ກາງແຂນ, ຈົນເຖິງໜັງ“The Passion of the Christ”ທີ່ພວກເຮົາເຫັນໃນສິ່ງທີ່ເກີດຂື້ນກັບພຣະອົງແທ້,ມັນເປັນຕາຢ້ານແທ້ໆ.

ຮອຍແຕກເລິກໄດ້ເປີດອ້າຢູ່ເທິງໜັງຫົວຂອງພຣະອົງ,ເລືອດໄດ້ຫຼັ່ງໄຫຼລົງສູ່ໃບໜ້າແລະຄໍຂອງພຣະອົງ, ຕາຂອງພຣະອົງໄຄ່ບວມເກືອບປິດຕາ, ດັງຂອງພຣະອົງໜ້າຈະຫັກ ແລະກະດູກແກ້ມຂອງພຣະອົງກໍໜ້າຈະຫັກເຊັ່ນກັນ, ຮິມປາກຂອງພຣະອົງຈີກຂາດແລະ ເລືອດໄຫຼ, ມັນຄົງຍາກທີ່ຈະຈື່ພຣະອົງໄດ້.

ແມ່ນນັ້ນແລະຄືສິ່ງທີ່ຜູ້ທໍານວາຍອິດສະຢາໄດ້ທໍານວາຍໄວ້ເຖິງຄວາມເຖິງທໍລະ ມານຂອງຜູ້ຮັບໃຊ້,“ໜ້າຕາຂອງພຣະອົງເສຍໂສມຫຼາຍກວ່າມະນຸດຄົນໃດແລະຮູບຮ່າງຂອງທ່ານກໍເສຍໂສມຫຼາຍກວ່າລູກທັງຫຼາຍຂອງມະນຸດ”(ອິດສຢາ 52:14), ການເຍາະເຍີ້ຍ ແລະການຖົ່ມນໍ້າລາຍໃສ່ກໍຖືກທໍານວາຍໂດຍຜູ້ທໍານວາຍເຊັ່ນກັນວ່າ“ຂ້າພະເຈົ້າໄດ້ຫັນຫຼັງ ໃຫ້ແກ່ຜູ້ທີ່ໂບຍຕີຂ້າພະເຈົ້າແລະແລະ ຫັນແກ້ມໃຫ້ແກ່ຄົນທີ່ດຶງເຄົາຂອງຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໄດ້ໜີໜ້າແກ່ການຖົ່ມນໍ້າລາຍຮົດ”(ອິດສະຢາ 50:6).

ອັນນີ້ໄດ້ນໍາເຮົາໄປຫາໄມ້ກາງແຂນ,ພຣະເຢຊູຊົງຖືກຄືງຢູ່ບ່ອນນັ້ນ,ເລືອດໄຫຼຢອດລົງ, ໃນຂະນະທີ່ພຣະອົງຖືກຫ້ອຍຢູ່ເທິງໄມ້ກາງແຂນ, ພຣະອົງກໍໄດ້ເວົ້າເຈັດປະໂຫຍກ ສັ້ນໆ,ຂ້າພະເຈົ້າຢາກຈະໃຫ້ພວກເຮົາຄິດກ່ຽວກັບປະໂຫຍກເຈັດຄໍາສຸດທ້າຍຂອງພຣະເຢຊູຢູ່ເທິງໄມ້ກາງແຂນ.

I. ຄໍາທໍາອິດ - ການໃຫ້ອະໄພ.

“ເມື່ອມາເຖິງສະຖານທີ່ແຫ່ງໜຶ່ງຊຶ່ງເອີ້ນວ່າກະໂຫລກຫົວເຂົາກໍຄຶງພຣະອົງໄວ້ທີ່ກາງແຂນບ່ອນນັ້ນພ້ອມກັບຜູ້ຮ້າຍສອງຄົນນັ້ນຂ້າງຂວາພຣະຫັດຄົນໜຶ່ງແລະຂ້າງຊ້າຍອີກຄົນໜຶ່ງ ຝ່າຍພຣະເຢຊູຈຶ່ງຊົງອະທິຖານວ່າຂ້າແຕ່ພຣະບິດາຂໍໂຜດອະໄພໂທດເຂົາ ເພາະວ່າເຂົາບໍ່ຮູ້ວ່າເຂົາເຮັດຫຍັງ ” (ລູກາ 23:33-34)

ນີ້ຄືເຫດຜົນທີ່ພຣະເຢຊູໄປທີ່ໄມ້ກາງແຂນ - ເພື່ອໃຫ້ອະໄພຄວາມບາບຂອງເຮົາ, ພຣະອົງຮູ້ດີວ່າພຣະອົງກໍາລັງຈະຖືກຂ້າກ່ອນທີ່ພຣະອົງຈະໄປເຢລູຊາເລັມ, ພັນທະສັນຍາ ໃໝ່ໄດ້ສອນວ່າພຣະອົງຊົງຕັ້ງໃຈທີ່ຈະຍອມໃຫ້ພຣະອົງເອງຖືກຄຶງເພື່ອຈ່າຍຄ່າຄວາມຜິດ ບາບຂອງພວກທ່ານ.

“ເພາະວ່າ ພຣະຄຣິດເຊັ່ນກັນກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທຳເພື່ອຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ”(1 ເປໂຕ 3:18)

“ພຣະຄຣິດຊົງວາຍພຣະຊົນເພື່ອເຮົາທັງຫຼາຍ ຕາມທີ່ຂຽນໄວ້ໃນພຣະຄໍາພີ” (1 ໂກລິນໂທ 15:3)

ພຣະເຢຊູຊົງອະທິຖານວ່າ“ພຣະບິດາໂຜດໃຫ້ອະໄພເຂົາ”ໃນຂະນະທີ່ພຣະອົງຫ້ອຍຢູ່ເທິງໄມ້ກາງແຂນ, ພຣະເຈົ້າຊົງຕອບຄໍາອະທິຖານຂອງພຣະອົງ, ທຸກຄົນທີ່ວາງໃຈເຊື່ອ ໃນພຣະເຢຊູໄດ້ຮັບການຍົກໂທດແລ້ວ, ຄວາມຕາຍຂອງພຣະອົງເທິງໄມ້ກາງແຂນໄດ້ຈ່າຍ ຄ່າການລົງໂທດເພາະບາບຂອງພວກທ່ານ, ພຣະໂລຫິດຂອງພຣະອົງໄດ້ລ້າງຄວາມຜິດ ບາບຂອງທ່ານອອກໄປ.

II. ຄໍາທີ່ສອງ - ຄວາມລອດ.

ໂຈນສອງຄົນກໍຖືກຄຶງ,ແຕ່ລະຄົນຢູ່ຄົນລະຂ້າງຂອງພຣະເຢຊູ.

“ຝ່າຍຄົນໜຶ່ງໃນຜູ້ຮ້າຍທີ່ຖືກຄຶງໄວ້ຈຶ່ງເວົ້າຫຍາບຊ້າຕໍ່ພຣະອົງວ່າ "ຖ້າທ່ານເປັນພຣະຄຣິດຈົ່ງຊ່ວຍຕົນເອງກັບເຮົາໃຫ້ລອດເຖີດ ແຕ່ອີກຄົນໜຶ່ງໄດ້ຫ້າມເຂົາວ່າ "ເຈົ້າກໍບໍ່ຢ້ານຢ້ຳພຣະເຈົ້າຫລືເພາະເຈົ້າເປັນຄົນຖືກໂທດຄືກັນ ແລະເຮົາກໍສົມກັບໂທດນັ້ນແທ້ ເພາະເຮົາໄດ້ຮັບສົມກັບການທີ່ເຮົາໄດ້ເຮັດ ແຕ່ທ່ານຜູ້ນີ້ບໍ່ໄດ້ເຮັດຜິດຫຍັງເລີຍ ແລ້ວຄົນນັ້ນຈຶ່ງທູນພຣະເຢຊູວ່າ ພຣະອົງເຈົ້າຂ້າຂໍພຣະອົງຊົງລະນຶກເຖິງຂ້າພຣະອົງເມື່ອພຣະອົງສະເດັດເຂົ້າໃນອານາຈັກຂອງພຣະອົງ ຝ່າຍພຣະຢຊູຊົງຕອບເຂົາວ່າ"ເຮົາບອກຄວາມຈິງແກ່ເຈົ້າວ່າ ວັນນີ້ເຈົ້າຈະຢູ່ກັບເຮົາໃນເມືອງສຸກກະເສີມ” (ລູກາ 23:39-43)

ການສົນທະນາຂອງໂຈນຄົນທີ່ສອງຄົນໄດ້ເປີດເຜີຍໃຫ້ເຫັນວ່າ:

1. ຄວາມລອດບໍ່ແມ່ນໂດຍພິທີບັບຕິດສະມາຫຼືການເປັນສະມາຊິກຂອງຄຣິສ ຕະຈັກ - ໂຈນບໍ່ໄດ້ເຮັດທັງສອງຢ່າງນີ້ເລີຍ.

2. ຄວາມລອດບໍ່ແມ່ນໂດຍການຮູ້ສຶກດີ - ໂຈນມີພຽງແຕ່ຄວາມຮູ້ສຶກບໍ່ດີ - ລາວຖືກຄຶງເຊັ່ນກັບເປັນຄົນທີ່ຢູ່ໃຕ້ການສໍານຶກຂອງບາບ.

3. ຄວາມລອດບໍ່ໄດ້ມາໂດຍການອອກໄປຂ້າງໜ້າຫຼືການຍົກມືຂື້ນ - ມືຂອງ ເຂົາຖືກຕອກໃສ່ໄມ້ກາງແຂນເຊັ່ນດຽວກັບຕີນຂອງເຂົາ.

4. ຄວາມລອດບໍ່ໄດ້ມາໂດຍ“ການຂໍໃຫ້ພຣະເຢຊູເຂົ້າມາໃນໃຈຂອງທ່ານ” ໂຈນກໍຈະຕົກຕະລຶງຖ້າມີບາງຄົນບອກໃຫ້ລາວເຮັດແບບນັ້ນ!

5. ຄວາມລອດບໍ່ໄດ້ມາໂດຍການເວົ້າຕາມ“ຄໍາອະທິຖານຂອງຄົນບາບ” ໂຈນ ບໍ່ໄດ້ອະທິຖານຕາມຄໍາອະທິຖານນີ້, ລາວພຽງແຕ່ຂໍໃຫ້ພຣະເຢຊູລະນຶກ ເຖິງລາວແດ່ເທົ່ານັ້ນ.

6. ຄວາມລອດບໍ່ໄດ້ມາໂດຍການປ່ຽນແປງຮູບແບບທີ່ເຮົາດໍາລົງຊີວິດຢູ່,ໂຈນບໍ່ ມີເວລາທີ່ຈະເຮັດແບບນັ້ນ.


ໂຈນຄົນນີ້ໄດ້ຮັບຄວາມລອດໃນຫົນທາງດຽວກັນທີ່ທ່ານຕ້ອງໄດ້ຮັບຄວາມລອດ.

“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດໄດ້” (ກິດຈະການ 16:31)

ຈົ່ງເຊື່ອທັງໝົດຫົວໃຈໃນພຣະເຢຊູແລະພຣະອົງຈະຊົງຊ່ວຍທ່ານໃຫ້ລອດໂດຍພຣະໂລຫິດແລະຄວາມຊອບທໍາຂອງພຣະອົງ,ກໍຄືກັບທີ່ພຣະອົງຊົງຊ່ວຍໂຈນທີ່ຖືກຄຶງໃຫ້ລອດ.

III. ຄໍາທີ່ສາມ - ຄວາມຮັກໃຄ່.

“ຜູ້ທີ່ຢືນຢູ່ຂ້າງກາງແຂນຂອງພຣະເຢຊູນັ້ນ ມີແມ່ຂອງພຣະອົງກັບນ້າສາວຂອງພຣະອົງ ມາລີພັນລະຍາຂອງເຄໂອຟັດ ແລະມາລີຊາວມັກດາລາ ສະນັ້ນເມື່ອພຣເຢຊູທອດພຣະເນດເຫັນແມ່ຂອງພຣະອົງ ແລະສາວົກຄົົນທີ່ພຣະອົງຊົງຮັກຍືນຢູ່ໃກ້ ພຣະອົງຕັດກັບແມ່ຂອງພຣະອົງວ່າ ຜູ້ຍິງເອີຍ ຈົ່ງເບິ່ງລູກຂອງທ່ານເຖີດ ແລ້ວພຣະອົງຕັດກັບສາວົກຄົນນັ້ນວ່າ ຈົ່ງເບິ່ງແມ່ຂອງທ່ານເຖີດ ແລະຕັ້ງແຕ່ເວລານັ້ນມາ ສາວົກຄົນນັ້ນກໍຮັບນາງມາຢູ່ໃນບ້ານຂອງຕົນ”(ໂຢຮັນ 19:25-27)

ພຣະເຢຊູບອກໂຢຮັນໃຫ້ເບິ່ງແຍງແມ່ຂອງພຣະອົງ, ມີຫຼາຍຢ່າງສໍາຫຼັບຊີວິດຄຣິສ ຕຽນຫຼັງຈາກທີ່ໄດ້ຮັບຄວາມລອດ, ທ່ານຈະຕ້ອງໄດ້ຮັບການເອົາໃຈໃສ່, ພຣະຄຣິດຊົງ ມອບແມ່ທີ່ຮັກຂອງພຣະອົງໃຫ້ກັບອັກຄະສາວົກໂຢຮັນ, ພຣະອົງຊົງມອບທ່ານໃຫ້ກັບຄຣິສ ຕະຈັກທ້ອງຖີ່ນເປັນຜູ້ເບິ່ງແຍງ, ບໍ່ມີໃຜສາມາດດໍາເນີນຊີວິດຄຣິສຕຽນໂດຍທີ່ບໍ່ມີການເບິ່ງ ແຍງແລະຄວາມຮັກໃຄ່ຂອງຄຣິສຕະຈັກທ້ອງຖີ່ນໄດ້, ອັນນັ້ນແມ່ນຄວາມຈິງຊື່ງມັກຖືກລືມ ໃນຍຸກປະຈຸບັນຂອງເຮົາ.

“ແລະອົງພຣະເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບຄຣິສຕະຈັກ(ໃນເຢລູຊາເລັມ)ທະວີຂື້ນທຸກໆວັນ”(ກິດຈະການ 2:47)

IV. ຄໍາທີ່ສີ່ - ຄວາມເຈັບປວດ.

“ແລ້ວກໍບັງເກີດຄວາມມືດທົ່ວທັງແຜ່ນດິນ ຕັ້ງແຕ່ເວລາທ່ຽງວັນ ຈົນເຖິງບ່າຍສາມໂມງ ຄັ້ນປະມານບ່າຍສາມໂມງພຣະເຢຊູຊົງຮ້ອງສຽງດັ່ງວ່າ "ເອລີ ເອລີ ລາມາສະບັກທານີ" ແປວ່າ ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເປັນຫຍັງພຣະອົງຊົງປະຖິ້ມຂ້າພຣະອົງ”(ມັດທາຍ 27:45-46)

ຄໍາຮ້ອງດ້ວຍຄວາມເຈັບປວດຂອງພຣະເຢຊູນີ້ໄດ້ສະແດງໃຫ້ເຫັນເຖິງຕົວຕົນຂອງຄວາມເປັນພຣະເຈົ້າສາມພຣະພາກ, ພຣະເຈົ້າພຣະບິດາໄດ້ຫັນຫຼັງໜີໃນຂະນະທີ່ພຣະເຈົ້າ ພຣະບຸດແບກຄວາມຜິດບາບຂອງທ່ານເທິງໄມ້ກາງແຂນ,ພຣະຄໍາພີຕັດວ່າ:

“ເພາະມີພຣະເຈົ້າອົງດຽວແລະມີຄົນກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບ ມະນຸດຄືພຣະເຢຊູຄຣິດຜູ້ຊົງສະພາບເປັນມະນຸດ”(1 ຕີໂມທຽວ 2:5)

V. ຄໍາທີ່ຫ້າ - ຄວາມທຸກທໍລະມານ.

“ຫລັງຈາກນັ້ນພຣະເຢຊູຊົງຮູ້ວ່າ ທຸກສິ່ງສຳເລັດແລ້ວ ເພື່ອພຣະຄຳພີຈະສຳເລັດຈຶ່ງຕັດວ່າ ເຮົາຢາກນ້ຳ ມີພາຊະນະໃສ່ນ້ຳອະງຸ່ນສົ້ມວາງຢູ່ບ່ອນນັ້ນ ເຂົາຈຶ່ງເອົາຟອງນ້ຳ ຊຸບນ້ຳອະງຸ່ນສົ້ມໃສ່ປາຍໄມ້ຫຸສົບຊູຂຶ້ນໃຫ້ເຖິງພຣະໂອດຂອງພຣະອົງ”(ໂຢຮັນ 19:28-29).

ຂໍ້ນີ້ສະແດງໃຫ້ເຮົາເຫັນເຖິງຄວາມທຸກທໍລະມານອັນໃຫຍ່ຫຼວງທີ່ພຣະເຢຊູຊົງພົບພໍ້ເພື່ອຈ່າຍຄ່າຄວາມຜິດບາບຂອງພວກເຮົາ.

“ທ່ານບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານຟົກຊໍ້າເພາະ ຄວາມຊົ່ວຊ້າຂອງເຮົາ”(ອິດສະຢາ 53:5)

VI. ຄໍາທີ່ຫົກ - ການໄຖ່.

“ເມື່ອພຣະເຢຊູຊົງຮັບນ້ຳອະງຸ່ນສົ້ມແລ້ວ ພຣະອົງຕັດວ່າ ສຳເລັດແລ້ວ ແລະຊົງກົ້ມຫົວລົງປ່ອຍພຣະວິນຍານຈິດອອກໄປ”(ໂຢຮັນ 19:30)

ທີ່ຂ້າພະເຈົ້າໄດ້ເວົ້າໄປແລ້ວສາມາດຖືກໃຫ້ໂດຍປະໂລຫິດຄາທໍລິກ, ແຕ່ໃນຄໍາທີ່ ຫົກນີ້ຫ້ອຍການປະຕິຮູບໂປແຕສແຕນໄວ້ເຊັ່ນດຽວກັບຄວາມເຊື່ອຂອງພວກແບັບຕິດຜ່ານ ຍຸກຕ່າງໆ, ພຣະເຢຊູຕັດວ່າ“ສໍາເລັດແລ້ວ”

ພຣະເຢຊູຖືກບໍເມື່ອພຣະອົງຕັດວ່າ“ສໍາເລັດແລ້ວ”? ຄຣິສຕະຈັກຄາທໍລິກເວົ້າວ່າ “ບໍ່ຖືກ” ພວກເຂົາເວົ້າວ່າພຣະອົງຈະຕ້ອງຖືກຄຶງໃໝ່ແລະເປັນເຄື່ອງບູຊາໃໝ່ໃນແຕ່ລະພິທີ

ມິດຊາ, ແຕ່ພຣະຄໍາພີເວົ້າວ່າອັນນັ້ນບໍ່ຖືກຕ້ອງ.

“ເຮົາທັງຫລາຍໄດ້ຮັບການຊົງຊຳລະໃຫ້ບໍລິສຸດ ໂດຍການຖະວາຍພຣະກາຍຂອງພຣະເຢຊູຄຣິດພຽງເທື່ອດຽວເທົ່ານັ້ນ” (ເຮັບເລີ 10:10)

“ເພາະວ່າໂດຍການຊົງຖະວາຍບູຊາເທື່ອດຽວ ພຣະອົງໄດ້ຊົງເຮັດໃຫ້ຄົນທັງຫລາຍທີ່ຖືກຊຳລະແລ້ວເຖິງທີ່ສຳເລັດເປັນນິດ”(ເຮັບເລີ 10:14)

“ຝ່າຍປະໂລຫິດທຸກຄົນກໍຍືນປະຕິບັດຢູ່ທຸກວັນໆ ແລະນຳເອົາເຄື່ອງບູຊາຢ່າງດຽວກັນມາຖະວາຍຕະຫຼອດ ເຄື່ອງບູຊານັ້ນຈະຍົກເອົາຄວາມບາບໄປບໍ່ໄດ້ເລີຍ ຝ່າຍພຣະອົງນີ້(ພຣະເຢຊູ) ຄັ້ນຊົງຖະວາຍເຄື່ອງບູຊາເພາະຄວາມບາບພຽງເທື່ອດຽວຊຶ່ງໃຊ້ໄດ້ເປັນນິດ ກໍສະເດັດປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າ”(ເຮັບເລີ 10:11-12)

ພຣະເຢຊູຊົງຈ່າຍການຊົງໄຖ່ເຕັມລາຄາສໍາຫຼັບຄວາມຜິດບາບຂອງເຮົາ,ເທື່ອດຽວແລະຕະ ຫຼອດໄປເທິງໄມ້ກາງແຂນ.

ພຣະເຢຊູຊົງຈ່າຍໝົດແລ້ວ
ທຸກຢ່າງທີ່ຂ້າເປັນໜີ້ພຣະອົງ
ຄວາມບາບເຖິງຈະສີແດງເປື້ອນ
ພຣະອົງກໍລ້າງໃຫ້ຂາວຄືຫິມະ
   (“Jesus Paid It All” by Elvina M. Hall, 1820-1889).

VII. ຄໍາທີ່ເຈັດ - ການມອບແກ່ພຣະເຈົ້າ.

“ພຣະເຢຊູຊົງຮ້ອງສຽງດັ່ງຕັດວ່າ ພຣະບິດາເຈົ້າຂ້າຂ້າພະອົງຝາກຈິດວິນຍານຂອງຂ້າພະອົງໄວ້ໃນພຣະຫັດຂອງພຣະອົງ ຕັດຢ່າງນັ້ນແລ້ວຈຶ່ງຊົງປ່ອຍພຣະວິນຍານຈິດອອກໄປ”(ລູກາ 23:46)

ພຣະເຢຊູໄດ້ສະແດງໃຫ້ເຫັນການມອບຊີວິດຢ່າງສົມບູນແບບແກ່ພຣະເຈົ້າພຣະບິ ດາໃນປະໂຫຍກສຸດທ້າຍກ່ອນທີ່ຈະຕາຍ, ຄືກັບທີ່ສະເປີໂຈນຜູ້ຍິ່ງໃຫຍ່ໄດ້ບອກໄວ້,ອັນນີ້ ສະທ້ອນໃຫ້ເຫັນເຖິງຄໍາແລກຂອງພຣະເຢຊູທີ່ໄດ້ບັນທຶກໄວ້“ທ່ານບໍ່ຮູ້ຫລືວ່າເຮົາຕ້ອງເຮັດພຣະລາດຊະກິດແຫ່ງພຣະບິດາຂອງເຮົາ”(ລູກາ 2:49),ຕັ້ງແຕ່ທໍາອິດຈົນສຸດທ້າຍພຣະເຢຊູຊົງເຮັດຕາມນໍ້າພຣະໄທຂອງພຣະເຈົ້າ.

ໜື່ງໃນນາຍຮ້ອຍທີ່ຫຍາບຄາຍຊື່ງໄດ້ຕອກພຣະອົງໃສ່ໄມ້ກາງແຂນຢືນຟັງຄໍາເວົ້າທັງເຈັດຄໍານີ້, ນາຍຮ້ອຍເຄີຍເຫັນການຄຶງເທິງໄມ້ກາງແຂນມາຫຼາຍແລ້ວ,ແຕ່ລາວບໍ່ເຄີຍເຫັນຜູ້ໃດຕາຍໃນແບບທີ່ພຣະເຢຊູຕາຍ,ການເທດສະໜາບົດເທດທີ່ອັດສະຈັນໃນຂະນະທີ່ຊີວິດຂອງພຣະອົງມີເລືອດໄຫຼອອກມາ.

“ຝ່າຍນາຍຮ້ອຍເມື່ອເຫັນເຫດການຊຶ່ງບັງເກີດຂຶ້ນນັ້ນຈຶ່ງສັນເສີນພຣະເຈົ້າວ່າ ແທ້ຈິງທ່ານຜູ້ນີ້ເປັນຄົນຊອບທຳ”(ລູກາ 23:47)

ນາຍຮ້ອຍຄົນນັ້ນຄິດເຖິງເລື່ອງພຣະເຢຊູຕື່ມອີກແລ້ວລາວກໍເວົ້າວ່າ:

“ແທ້ຈິງທ່ານຜູ້ນີ້ເປັນພຣະບຸດຂອງພຣະເຈົ້າ”(ມາລະໂກ 15:39)

ພຣະອົງຄືພຣະບຸດຂອງພຣະເຈົ້າ! ພຣະອົງຊົງຟື້ນຄືນແລ້ວ - ມີຊີວິດຝ່າຍຮ່າງ ກາຍ - ຈາກຄວາມຕາຍ, ພຣະອົງສະເດັດກັບສູ່ສະຫວັນ, ພຣະອົງຊົງນັ່ງເບື້ອງຂວາມື ຂອງພຣະເຈົ້າ “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດ”(ກິດຈະການ 16:31).

ນີ້ແມ່ນສິ່ງບາງຄົນທີ່ຄິດວ່າການເຊື່ອໃນພຣະເຈົ້າພຽງພໍແລ້ວ,ແຕ່ພວກເຂົາຄິດຜິດ,ບໍ່ມີລອດໂດຍການເຊື່ອໃນພຣະເຈົ້າຢ່າງດຽວ,ພຣະເຢຊູເອງກໍໄດ້ຕັດວ່າ “ບໍ່ມີຜູ້ໃດມາເຖິງ ພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6), ດຣ.ເອ.ດັບໂບຢູ.ໂທເຊີໄດ້ກ່າວວ່າ “ພຣະຄຣິດບໍ່ແມ່ນໜື່ງໃນຫຼາຍຫົນທາງທີ່ເຂົ້າຫາພຣະເຈົ້າໄດ້ຫຼືພຣະອົງເປັນທາງທີ່ດີທີ່ສຸດ ຂອງຫຼາຍທາງ,ພຣະອົງຊົງເປັນທາງດຽວເທົ່ານັ້ນ” (That Incredible Christian, p. 135)ຖ້າ ທ່ານບໍ່ໄດ້ວາງໃຈໃນພຣະເຢຊູທ່ານກໍເປັນຄົນຫຼົງຫາຍຢູ່, ມັນບໍ່ສໍາຄັນວ່າທ່ານຈະເປັນຄົນ “ດີ”ສໍ່າໃດ, ບໍ່ວ່າທ່ານຈະເຂົ້າຮ່ວມຄຣິສຕະຈັກຫຼາຍປານໃດຫຼືອ່ານພຣະຄໍາພີຫຼາຍປານໃດ, ທ່ານເປັນຄົນຫຼົງຫາຍຖ້າທ່ານບໍ່ໄດ້ວາງໃຈໃນພຣະເຢຊູ“ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ”ພຣະເຢຊູຊົງເປັນທາງດຽວເທົ່ານັ້ນພ້ອມດ້ວຍໂລຫິດທີ່ຊໍາລະທ່ານອອກ ຈາກຄວາມຜິດບາບຂອງທ່ານ. ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມາລະໂກ 15:24-34.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Blessed Redeemer” (Avis Burgeson Christiansen, 1895-1985).

ໂຄງຮ່າງບົດເທດສະໜາ

ເຈັດຄໍາສຸດທ້າຍຂອງພຣະເຢຊູ
ເທິງໄມ້ກາງແຂນ

THE SEVEN LAST WORDS
OF JESUS ON THE CROSS

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເມື່ອມາເຖິງສະຖານທີ່ແຫ່ງໜຶ່ງຊຶ່ງເອີ້ນວ່າກະໂຫລກຫົວເຂົາກໍຄຶງພຣະອົງໄວ້ທີ່ກາງແຂນບ່ອນນັ້ນພ້ອມກັບຜູ້ຮ້າຍສອງຄົນນັ້ນຂ້າງຂວາພຣະຫັດຄົນໜຶ່ງແລະຂ້າງຊ້າຍອີກຄົນໜຶ່ງ”(ລູກາ 23:33)

(ອິດສະຢາ 52:14; 50:6)

I.    ຄໍາທໍາອິດ - ການໃຫ້ອະໄພ. ລູກາ 23:33-34; 1 ເປໂຕ 3:18; 1 ໂກລິນໂທ 15:3

II.   ຄໍາທີ່ສອງ - ຄວາມລອດ. ລູກາ 23:39-43; ກິດຈະການ 16:31.

III.  ຄໍາທີ່ສາມ - ຄວາມຮັກໃຄ່. ໂຢຮັນ 19:25-27; ກິດຈະການ 2:47.

IV.  ຄໍາທີ່ສີ່ - ຄວາມເຈັບປວດ. ມັດທາຍ 27:45-46; 1 ຕີໂມທຽວ 2:5.

V.   ຄໍາທີ່ຫ້າ - ຄວາມທຸກທໍລະມານ. ໂຢຮັນ 19:28-29;ອິດສະຢາ 53:5.

VI.  ຄໍາທີ່ຫົກ - ການໄຖ່. ໂຢຮັນ 19:30; ເຮັບເລີ 10:10;10:14,11-12.

VII. ຄໍາທີ່ເຈັດ - ການມອບແກ່ພຣະເຈົ້າ. ລູກາ 23:46; 2:49; 23:47; ມາລະໂກ 15:39; ກິດຈະການ 16:31; ໂຢຮັນ 14:6.