Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະເຢຊູ - ທຸກທໍລະມານຢູ່ໃນສວນ

JESUS – SUFFERING IN THE GARDEN
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 28/2/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, February 28, 2016

“ພຣະເຢຊູກັບເຫລົ່າສາວົກມາຍັງສະຖານທີ່ແຫ່ງໜຶ່ງຊື່ເກດເສມະນີ ແລະພຣະອົງຕັດແກ່ສາວົກຂອງພຣະອົງວ່າ ຈົ່ງນັ່ງຢູ່ບ່ອນນີ້ຂະນະເມື່ອເຮົາອະທິຖານ ພຣະອົງກໍພາເປໂຕ ຢາໂກໂບ ແລະໂຢຮັນໄປນໍາ ແລ້ວພຣະອົງຊົງເລີ່ມຕົກໃຈແລະໜັກໃຈຫຼາຍ ຈຶ່ງຕັດກັບເຫລົ່າສາວົກວ່າ ໃຈເຮົາເປັນທຸກຈົນຊິຕາຍ ຈົ່ງເຝົ້າຢູ່ບ່ອນນີ້ເຖີດ” (ມາລະໂກ 14:32-34)


ພຣະຄຣິດຊົງກິນປັດສະກາກັບພວກສາວົກຂອງພຣະອົງ, ເມື່ອກິນເຂົ້າແລງແລ້ວ ພຣະຄຣິດກໍໄດ້ເອົາເຂົ້າຈີ່ກັບຈອກໃຫ້ເຂົາ-ຊື່ງພວກເຮົາເອີ້ນວ່າ“ອາຫານແລງຂອງອົງພຣະ ຜູ້ເປັນເຈົ້າ”ພຣະອົງບອກກັບພວກສາວົກວ່າເຂົ້າຈີ່ເລັ່ງເຖິງພຣະກາຍຂອງພຣະອົງຊື່ງຈະ ຕ້ອງຖືກຄຶງໃນເຊົ້າມື້ຕໍ່ມາ, ພຣະອົງບອກກັບພວກເຂົາວ່າຈອກເລັ່ງເຖິງພຣະໂລຫິດຂອງ ພຣະອົງຊື່ງຕ້ອງລັ່ງອອກມາເພື່ອຊໍາລະພວກເຮົາອອກຈາກຄວາມຜິດບາບ, ຈາກນັ້ນພຣະ ເຢຊູກັບພວກສາວົກກໍພາກັນຮ້ອງເພງໜື່ງແລ້ວກໍອອກຈາກຫ້ອງໄປໃນຕອນກາງຄືນເລີຍ.

ພວກເຂົາພາກັນຍ່າງລົງມາທາງເນີນທິດຕາເວັນອອກຂອງເຢລູຊາເລັມແລ້ວຂ້າມ ຫ້ວຍຂິດໂຣນ,ຈາກນັ້ນພວກເຂົາກໍຍ່າງຕໍ່ໄປອີກໜ້ອຍໜື່ງໄປແຄມສວນເກັດເສມານີ, ພຣະ ເຢຊູຊົງປະສາວົກແປດຄົນໄວ້ແຄມສວນແລ້ວບອກໃຫ້ພວກເຂົາອະທິຖານ, ຫຼັງຈາກນັ້ນ ພຣະອົງກໍເຂົ້າໄປເລິກໆໃນສວນບ່ອນທີ່ພຣະອົງຊົງປະເປໂຕ,ຢາໂກໂບ ແລະໂຢຮັນໄວ້, ພຣະອົງເອງຊົງຍ່າງໄປຕື່ມອີກສູ່ບ່ອນມືດຢູ່ກ້ອງຕົ້ນໝາກກອກ, ບ່ອນນັ້ນເອງທີ່ພຣະອົງ “ຊົງເລີ່ມຕົກໃຈແລະໜັກໃຈຫຼາຍ ຈຶ່ງຕັດກັບເຫລົ່າສາວົກວ່າ ໃຈເຮົາເປັນທຸກຈົນຊິຈະຕາຍແລ້ວ...ແລ້ວພຣະອົງສະເດັດດຳເນີນໄປອີກໜ່ອຍໜຶ່ງ ຊົບພຣະກາຍລົງທີ່ດິນອະທິຖານວ່າ ຖ້າເປັນໄດ້ໃຫ້ເວລານັ້ນລ່ວງພົ້ນໄປຈາກພຣະອົງ”(ມາລະໂກ 14:33,35)

ບາດຫຼວງເຈ.ຊີ.ໄຣຂອງຄຣິສຕະຈັກແຫ່ງປະເທດອັງກິດໄດ້ກ່າວວ່າ“ປະຫວັດສາດຂອງຄວາມເຈັບປວດຂອງພຣະເຈົ້າຂອງເຮົາໃນສວນເກັດເສມານີແມ່ນເລິກ ແລະ ເປັນຂໍ້ ຄວາມທີ່ລຶກລັບຂອງພຣະຄໍາພີ,ມັນປະກອບດ້ວຍສິ່ງຕ່າງໆຊື່ງຄົນທີ່ສະຫຼາດທີ່ສຸດ(ພວກນັກສາສະໜາສາດ)ບໍ່ສາມາດອະທິບາຍໄດ້,ແມ່ນມັນມີ...ຄວາມຈິງທີ່ຊັດເຈນຂອງສິ່ງ(ຍິ່ງໃຫຍ່)ທີ່ສໍາຄັນ” (J. C. Ryle, Expository Remarks on Mark, The Banner of Truth Trust, 1994, p. 316; notes on Mark 14:32-42).

ຂໍໃຫ້ເຮົາໃຊ້ຄວາມຄິດໄປທີ່ສວນເກັດເສມານີໃນເຊົ້ານີ້,ມາລະໂກບອກພວກເຮົາວ່າ ພຣະອົງຊົງ“ຕົກໃຈຫຼາຍ”(ມາລະໂກ 14:33),ຄໍາກຣີກແມ່ນ“ekthambeisthai”-ຊື່ງໝາຍ ເຖິງ“ຕົກໃຈຢ່າງໃຫຍ່,ທຸກໃຈຢ່າງໃຫຍ່,ຕົກຕະລຶງແລະຕື່ນ” “ແລ້ວພຣະອົງສະເດັດດຳເນີນໄປອີກໜ່ອຍໜຶ່ງ ຊົບພຣະກາຍລົງທີ່ດິນ...”ແລະພຣະອົງຕັດກັບພວກເຂົາວ່າ“ໃຈເຮົາເປັນທຸກຈົນຊິຈະຕາຍແລ້ວ”(ມາລະໂກ 14:34,35)

ບາດຫຼວງໄຣກ່າວວ່າ “ມີເຫດຜົນດຽວທີ່ເປັນໄປໄດ້ທີ່ອະທິບາຍສໍາຫຼັບການສະແດງ ຄວາມຮູ້ສຶກເຫຼົ່ານີ້, ບໍ່ມີຄວາມຢ້ານເລື່ອງຄວາມທຸກຝ່າຍຮ່າງກາຍ...ມັນເປັນຄວາມຮູ້ສຶກ ໜື່ງຂອງນໍ້າໜັກອັນໃຫຍ່ຫຼວງຂອງຄວາມຜິດມະນຸດຊື່ງເລີ່ມຕົ້ນຂື້ນຕອນນັ້ນທີ່ກົດລົງເທິງ ພຣະອົງໃນຫົນທາງທີ່ພິເສດ, ມັນເປັນຄວາມຮູ້ສຶກຂອງນໍ້າໜັກ(ທີ່ບໍ່ສາມາດເວົ້າໄດ້)ຂອງ ຄວາມບາບຂອງພວກເຮົາແລະການລະເມີດຕ່າງໆຊື່ງຕໍ່ມາໄດ້ວາງລົງເທິງພຣະອົງ, ພຣະ ອົງຊົງຖືກ‘ສາບແຊ່ງເພື່ອເຮົາ’ພຣະອົງຊົງແບກຄວາມທຸກແລະຄວາມໂສກເສົ້າຕ່າງໆຂອງ ເຮົາ...ພຣະອົງຖືກເຮັດ“ຜູ້ຊົງບໍ່ມີບາບໃຫ້ເປັນຄວາມບາບເພາະເຫັນແກ່ເຮົາ”ທໍາມະຊາດທີ່ບໍລິສຸດຂອງພຣະອົງຕົກລົງ(ເລິກ)ພາລະທີ່ເປັນຕາຢ້ານໄດ້ວາງລົງເທິງພຣະອົງ,ສິ່ງເຫຼົ່ານີ້ຄື ເຫດຜົນສໍາຫຼັບຄວາມໂສກເສົ້າທີ່ບໍ່ທໍາມະດາຂອງພຣະອົງ, (ຄວາມຄິດຂອງພວກນັກປະ ກາດຂ່າວປະເສີດໃນປະຈຸບັນນີ້)ແມ່ນຢູ່ໄກໃນສິ່ງທີ່ຄວນຈະເປັນໃນເລື່ອງຄວາມບາບ”(ໄຣ ເຫຼັ້ມດຽວກັນໜ້າ 317).

ພວກທ່ານອາດຈະບໍ່ຄິດໜັກເລື່ອງຄວາມບາບຂອງການຂາດໂບດ,ການເມີນເສີຍ ການອ່ານພຣະຄໍາພີແທນທີ່ດ້ວຍການເບິ່ງວິດີໂອເກມ,ຮູບໂປ້,ການເຕັ້ນແລະການມືນເມົາ, ຄວາມບາບເຫຼົ່ານີ້ທຸກຢ່າງຂອງທ່ານແມ່ນຖືກວາງລົງເທິງພຣະເຢຊູໃນສວນເກັດເສມານີ, ແຕ່ຍັງມີອີກຫຼາຍ - ໄກຫຼາຍ, ຄວາມບາບທີ່ໃຫຍ່ທີ່ສຸດທີ່ຖືກວາງລົງເທິງພຣະເຢຊູໃນສວນ ເກັດເສມານີແມ່ນຄວາມບາບດັ່ງເດີມຂອງພວກເຮົາ,ຄວາມເຊື່ອມຊາມທັງໝົດຂອງເຮົາຊື່ງ ມາຈາກການເປັນຄົນບາບທີ່ຊົ່ວຊ້າໝົດສິ້ນຂອງເຮົາ, ມັນຄື“ຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ”(2 ເປໂຕ 1:4), ມັນຄືຄວາມຈິງທີ່ວ່າ“ພວກເຮົາທຸກຄົນເປັນຄືກັບສິ່ງທີ່ບໍ່ສະ ອາດ”(ອິດສະຢາ 64:6), ມັນຄືຄວາມເຫັນແກ່ຕົວ,ຄວາມໂລບແລະການກະບົດຕໍ່ພຣະເຈົ້າ ທີ່ຢູ່ໃນທໍາມະຊາດຂອງພວກເຮົາ, ມັນເປັນຂອງທ່ານ“ໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນ(ຊື່ງ)ເປັນສັດຕູຕໍ່ພຣະເຈົ້າ” ຊື່ງກະບົດຕໍ່ພຣະເຈົ້າແລະຕ້ອງການມີຊີວິດໂດຍປາສະຈາກພຣະອົງ (ໂລມ 8:7), ມັນຄືຄວາມຂີ້ຮ້າຍ,ເປັນຕາໜ່າຍຂອງໃຈທີ່ທ່ານມີ(ໂລມ 8:7),ມັນຄືໃຈບາບທີ່ພວກທ່ານມີຊື່ງສົ່ງຕໍ່ມາຫາທ່ານຈາກອາດາມຄົນບາບຄົນທໍາອິດ, ມັນລົງມາຈາກລາວໃນຢີນຂອງທ່ານຢູ່ໃນເລືອດຂອງທ່ານແລະຢູ່ໃນຈິດໃຈຂອງທ່ານ(ໂລມ 5:12 - ເພາະ...ໂດຍການບໍ່ເຊື່ອຟັງຂອງຄົນໆດຽວ(ມະນຸດທຸກຄົນ)ຈື່ງເປັນຄົນບາບ”(ໂລມ 5:19).

ຈົ່ງເບີ່ງວ່າເດັກນ້ອຍແດງໆເກີດໃໝ່ເກີດໃນຄວາມບາບແນວໃດ,ເອ.ດັບໂບຢູພີ້ງໄດ້ກ່າວວ່າ“ຄວາມເສື່ອມຊາມຂອງທໍາມະຊາດມະນຸດຄົ້ນພົບມັນເອງຢູ່ໃນເດັກນ້ອຍໆ...ແລະຢູ່ໃນຊ່ວງຕົນໆ!ຖ້າມີ(ມໍລະດົກ)ດີອັນໃດຢູ່ໃນມະນຸດແນ່ນອນມັນກໍຈະສະແດງໂຕມັນເອງ(ຢູ່ໃນພວກເດັກນ້ອຍເກີດໃໝ່)ກ່ອນທີ່ນິໄສຊົ່ວໆກໍ່ຮູບຂື້ນໂດຍຕິດຕໍ່ກັບໂລກ, ແຕ່ພວກເຮົາພົບກັບ(ເດັກນ້ອຍ)ດີບໍ? ຫ່າງໄກຫຼາຍ, ຜົນທີ່ບໍ່ປ່ຽນແປງຂອງການເຕີບໃຫຍ່ຢູ່ໃນຄວາມເປັນມະນຸດຄືໃນບໍ່ໍຊ້າທີ່ເຂົາເຕີບໃຫຍ່ພໍ(ພວກເຂົາ)ກໍເປັນຄົນຊົ່ວຄົນໜື່ງ, ພວກເຂົາປາກົດໃຫ້ເຫັນເຖິງຄວາມປາດຖະໜາຂອງຕົນເອງ,ເຈດຕະນາຮ້າຍແລະການແກ້ແຄ້ນ,ພວກເຂົາຮ້ອງສຽງດັງແລະບໍພໍໃຈໃນສິ່ງທີ່ບໍ່ດີສໍາຫຼັບເຂົາແລະ(ໃຈຮ້າຍໃສ່ພໍ່ແມ່)ເມື່ອຖືກປະຕິເສດ,ມັກຈະພະຍາຍາມທີ່ຈະ(ທໍາຮ້າຍພວກເຂົາ),ຄົນທີ່ເກີດມາແລະລ້ຽງມາໃນຖ້າມກາງຄວາມຊື່ສັດແມ່ນມີຄວາມຜິດເລື່ອງ(ການລັກ)ກ່ອນທີ່ພວກເຂົາຈະເຄີຍເປັນພະຍານການກະທໍາຂອງໂຈນມາກ່ອນ, ໂດຍ(ຄວາມຜິດ)ເຫຼົ່ານັ້ນ...ທໍາມະຊາດມະນຸດຖືກເຫັນວ່າເປັນ(ບາບ)ຕັ້ງແຕ່ເລີ່ມຕົ້ນຂອງການປາກົດຕົວຂື້ນມາ”ຄະນະກໍາມະການອາຊະຍາກໍາລັດມິນິໂຊຕ້າໄດ້ເຮັດໃຫ້ມັດຊັດເຈນຂື້ນຢູ່ໃນບົດລາຍງານຕ່າງໆ “ເດັກນ້ອຍທຸກຄົນເລິ່ມຕົ້ນຊີວິດໃນຖານະເປັນຄົນປ່າເຖື່ອນໜ້ອຍໜື່ງ,ເຂົາເປັນຄົນເຫັນແກ່ຕົວແລະມີຈຸດສູນກາງທີ່ຕົນເອງ,ເຂົາຕ້ອງ ການໃນສິ່ງທີ່ເຂົາຢາກໄດ້ເມື່ອເຂົາຕ້ອງການມັນ...ຄວາມຕັ້ງໃຈຂອງແມ່ຂອງເຂົາ, ໝູ່ຫຼີ້ນເຄື່ອງຫຼີ້ນຂອງເຂົາ,ໂມງລຸງຂອງເຂົາ, ປະຕິເສດເຂົາ(ສິ່ງ)ເຫຼົ່ານີ້ແລະເຂົາກໍຮ້ອງສຽງດັງດ້ວຍຄວາມໂມໂຫ, ໃຈຮ້າຍຊື່ງອາດຈະເປັນຂ້າຕະກອນທີ່ບໍ່ມີທາງຊ່ວຍໄດ້...ນີ້ໝາຍເຖິງເດັກທຸກຄົນບໍ່ແມ່ນພຽງແຕ່ເດັກທົ່ວໄປທີ່ເກີດມາເສຍຄົນ,ຄົນບາບ” (quoted by Haddon W. Robinson, Biblical Preaching, Baker Book House, 1980, pp. 144, 145)ດຣ.ໄອແຊັກວັດໄດ້ກ່າວວ່າ:

ບໍ່ຊ້າໃນຂະນະທີ່ພວກເຮົາດຶງລົມຫາຍໃຈຂອງເດັກອ່ອນ ເມັດພັນແຫ່ງຄວາມບາບເຕີບໃຫຍ່ສໍາຫຼັບຄວາມຕາຍ ບັນຍັດຂອງພຣະອົງຮຽກຮ້ອງໃຈທີ່ສົມບູນແບບ ແຕ່ພວກເຮົາໄດ້ເຮັດໃຫ້ສົກກະປົກໃນທຸກໆສ່ວນ (“Psalm 51,” by Dr. Isaac Watts, 1674-1748).

ເດັກນ້ອຍຮ້ອງສຽງດັງໃນບໍ່ຊ້າທີ່ເກີດອອກມາ, ບໍ່ມີລູກສັດເກີດໃໝ່ເຮັດແບບນັ້ນ, ພວກມັນ ອາດຈະຖືກຂ້າຢູ່ໃນປ່າຢ່າງໄວວາຈາກສັດໂຕອື່ນຖ້າສົ່ງສຽງດັງແລະຮ້ອງດັງຄືກັບເດັກນ້ອຍມະນຸດເຮັດ, ແຕ່ເດັກນ້ອຍມະນຸດຮ້ອງສຽງດັງຕໍ່ສູ່ພຣະເຈົ້າ ,ຜູ້ມີສິດອໍານາດແລະຊີວິດໃນ ວິນາທີທີ່ເກີດອອກມາ, ເປັນຫຍັງລະ? ກໍເພາະວ່າພວກເຂົາເກີດມາພ້ອມກັບບາບຈາກບັນ ພະບຸລຸດອາດາມ,ນັ້ນແລະຄືເຫດຜົນທີ່ວ່າເປັນຫຍັງແນວໂນ້ມຂອງທ່ານຈື່ງກະບົດ, ບໍ່ເຫັນ ດ້ວຍກັບພວກຜູ້ນໍາຄຣິສຕຽນ,ຮຽກຮ້ອງທາງຂອງຕົນເອງແລະປະຕິເສດທີ່ຈະເຮັດສິ່ງທີ່ຖືກ ຕ້ອງ, ນີ້ແມ່ນຮາກເງົ້າສາເຫດຂອງຄວາມທຸກທົ່ວໂລກແລະຄວາມຕາຍ - ມັນຄືຄວາມ ບາບມາແຕ່ເກີດ, ນີ້ຄືເຫດຜົນທີ່ວ່າເປັນຫຍັງທ່ານຈື່ງບາບເຖິງແມ່ນຫຼັງຈາກການກັບໃຈໃໝ່ ກໍຕາມ, ພໍ່ແມ່ຂອງທ່ານອາດຈະບໍ່ຄິດວ່າທ່ານເປັນຄຣິສຕຽນໜຸ່ມແຕ່ທ່ານເປັນຄົນບາບໜຸ່ມ ທີ່ກຽດຊັງທີ່ຈະເຮັດຕາມນໍ້າພຣະໄທຂອງພຣະເຈົ້າ!

ຕື່ມຄວາມບາບດັງເດີມທຸກຢ່າງນີ້ໃສ່ຄວາມບາບຕ່າງໆທີ່ມະນຸດເຮັດຢູ່ໃນຄວາມຄິດ,ຄໍາເວົ້າ, ການກະທໍາແລະມັນງ່າຍທີ່ຈະເຫັນວ່າເປັນຫຍັງພຣະເຢຊູຈື່ງຢູ່ໃນອາການຊັອກ! ພຣະອົງຖືກບີບຄັ້ນເມື່ອພຣະເຈົ້າວາງຄວາມບາບຂອງໂລກລົງເທິງພຣະອົງ.

ກະລຸນາເປີດພຣະຄໍາພີຂອງທ່ານໄປເບິ່ງຄໍາອະທິບາຍຂອງລູກາເຖິງເລື່ອງນີ້,ຢູ່ໜ້າ 1108 ໃນພຣະທໍາສະກໍຟິວສຶກສາ, ໃນລູກາ 22:44 ຂໍເຊີນຢືນຂື້ນແລ້ວອ່ານດັງໆ.

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງພຣະໄທອະທິຖານເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫລຢອດລົງເຖິງດິນ” (ລູກາ 22:44)

ເຊີນນັ່ງລົງໄດ້.

ບາດຫຼວງໄຣໄດ້ກ່າວວ່າ“ພວກເຮົາສາມາດ(ອະທິບາຍ)ຄວາມເຈັບປວດທີ່ເລິກເຊິງຊື່ງພຣະເຈົ້າຂອງເຮົາພົບພໍ້ຢູ່ໃນສວນໄດ້ແນວໃດ? ແມ່ນຫຍັງ(ຄື)ເຫດຜົນສໍາຫຼັບຄວາມທຸກ ທໍລະມານທີ່ຮຸນແຮງທັງຮ່າງກາຍແລະຈິດໃຈຊື່ງພຣະອົງຊົງອົດທົນຢູ່ນັ້ນ? ມີພຽງແຕ່ຄໍາ ຕອບດຽວເທົ່ານັ້ນທີ່ໜ້າພໍໃຈ, ກໍຄືພາລະຂອງຄວາມບາບຂອງໂລກຊື່ງຕໍ່ມາໄດ້ເລີ່ມຕົກໃສ່ ເທິງພຣະອົງ... ມັນເປັນນໍ້າໜັກອັນໃຫຍ່ຫຼວງຂອງ(ຄວາມບາບ)ຊື່ງເຮັດໃຫ້ພຣະອົງເຈັບ ປວດທຸກທໍລະມານ, ມັນຄືຄວາມຮູ້ສຶກຂອງຄວາມຜິດຂອງໂລກທີ່ກົດໃສ່ພຣະອົງຊື່ງໄດ້ເຮັດ ໃຫ້ພຣະບຸດຂອງພຣະເຈົ້ານິລັນດອນເຫື່ອໄຫຼອອກເປັນເລືອດເມັດໃຫຍ່” (J. C. Ryle, Luke, Volume 2, The Banner of Truth Trust, 2015 edition, pp. 314, 315; note on Luke 22:44).

“[ພຣະເຈົ້າ]ຊົງເຮັດພຣະອົງຜູ້ຊົງບໍ່ມີບາບໃຫ້ເປັນຄວາມ ບາບເພາະເຫັນ ແກ່ເຮົາ” (2 ໂກລິນໂທ 5:21) “ພຣະເຈົ້າຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງພວກເຮົາທຸກຄົນ” (ອິດສະຢາ 53:6)

“ພຣະອົງເອງໄດ້ຊົງແບກບາບຂອງເຮົາໄວ້ເທິງພຣະກາຍຂອງພຣະອົງ” (1 ເປໂຕ 2:24)

ບາດຫຼວງໄຣໄດ້ກ່າວວ່າ“ພວກເຮົາຕ້ອງເກາະຢ່າງແໜ້ນໜາຕໍ່ຫຼັກຄໍາສອນເກົ່າແກ່ທີ່ພຣະ ຄຣິດຊົງ“ແບກບາບຂອງເຮົາ”ທັງຢູ່ໃນສວນ(ເກັດເສມານີ)ແລະເທິງໄມ້ກາງແຂນ,ບໍ່ມີຫຼັກຄໍາສອນອື່ນທີ່ສາມາດອະທິບາຍ(ເຫື່ອທີ່ເປັນເລືອດຂອງພຣະຄຣິດ) ຫຼືຄວາມພໍໃຈຄວາມຮູ້ສຶກຜິດຫຼືຖືກຂອງຄວາມຜິດມະນຸດໄດ້”(ເຫຼັ້ມດຽວກັນ),ໂຢເຊບຮາດໄດ້ກ່າວວ່າ:

ເບິ່ງຄວາມທໍລະມານຂອງພຣະບຸດຂອງພຣະເຈົ້າ
ຫາຍໃຈຫອບ, ຄາງ, ເຫື່ອໄຫຼເປັນເລືອດ!
ແຫ່ງຄວາມທໍລະມານຂອງພຣະອົງຮຸນແຮງຫຼາຍ
ພວກທູດສະຫວັນບໍ່ມີຄວາມຮູ້ສຶກທີ່ສົມບູນ
ຕໍ່ພຣະບຸດຂອງພຣະເຈົ້າແລະພຣະເຈົ້າຜູ້ດຽວ
ຊື່ງນໍ້າໜັກຂອງເຂົາເປັນທີ່ຮູ້ຈັກດີ
(“Thine Unknown Sufferings” by Joseph Hart, 1712-1768;
      to the tune of “‘Tis Midnight, and on Olive’s Brow”).

ອີກເທື່ອໜື່ງໂຢເຊບຮາທໄດ້ກ່າວວ່າ:

ທີ່ນັ້ນພຣະບຸດພຣະເຈົ້າແບກຄວາມຜິດທຸກຢ່າງຂອງຂ້າ
ໂດຍທາງພຣະຄຸນນີ້ຈື່ງສາມາດເຊື່ອໄດ້
ແຕ່ຄວາມເປັນຕາຢ້ານທີ່ພຣະອົງຮູ້ສຶກ
ມັນກວ້າງໃຫຍ່ຫຼາຍທີ່ຈະນຶກຝັນ
ບໍ່ມີໃຜສາມາດຊຶມເຂົ້າໄປທາງພຣະອົງ
ສວນເກັດເສມານີທີ່ຄວາມເສົ້າແລະມືດໄດ້
(“Many Woes He Had Endured” by Joseph Hart, 1712-1768;
      to the tune of “Come, Ye Sinners”).

ແລະວິລລ່ຽມວິລລ່ຽມໄດ້ກ່າວວ່າ:

ນໍ້າໜັກມະຫາສານຂອງຄວາມຜິດຂອງມະນຸດຖຶກວາງລົງເທິງຜູ້ຊ່ວຍ
ພ້ອມກັບວິບັດເປັນເສື້ອ,ພຣະອົງຊົງຖືກຕົບແຕ່ງສໍາຫຼັບຄົນບາບ
ເພາະຄົນບາບຖືກຕົບແຕ່ງ
   (“Love in Agony” by William Williams, 1759;
      to the tune of “Majestic Sweetness Sits Enthroned”).

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງພຣະໄທອະທິຖານເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫລຢອດລົງເຖິງດິນ” (ລູກາ 22:44)

“ພຣະເຈົ້າຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງພວກເຮົາທຸກຄົນ” (ອິດສະຢາ 53:6)

ນີ້ແມ່ນຈຸດເລີ່ມຕົ້ນແຫ່ງການໄຖ່ບາບແທນຄົນອື່ນຂອງພຣະຄຣິດ “ແທນຄົນອື່ນ” ໝາຍເຖິງທຸກທໍລະມານຂອງຄົນຜູ້ໜື່ງແທນຄົນອື່ນ, ພຣະຄຣິດຊົງທຸກທໍລະມານໃນບ່ອນ ຂອງທ່ານ,ເພື່ອບາບຂອງທ່ານເພາະພຣະອົງເອງບໍ່ມີບາບຫຍັງເລີຍ, ພຣະຄຣິດຊົງກາຍມາ ເປັນຜູ້ແບກບາບຂອງເຮົາຢູ່ໃນເກັດເສມານີກ້ອງຕົ້ນໝາກກອກເທດໃນຕອນທ່ຽງຄືນ, ພຣະ ອົງຈະຖືກຕອກໃສ່ໄມ້ກາງແຂນໃນຕອນເຊົ້າ,ຊົງຈ່າຍເຕັມສໍາຫຼັບຄ່າຄວາມບາບຂອງທ່ານ, ພວກທ່ານຈະປະຕິເສດຄວາມຮັກ-ຄວາມຮັກທີ່ພຣະເຢຊູຊົງມີເພື່ອທ່ານໄດ້ແນວໃດ? ໃຈ ຂອງທ່ານແຂງກະດ້າງແລະປະຕິເສດຄວາມຮັກນັ້ນໄດ້ແນວໃດ? ນີ້ຄືພຣະເຈົ້າພຣະບຸດຊົງ ທຸກທໍລະມານໃນບ່ອນຂອງທ່ານເພື່ອໄຖ່ຄວາມຜິດບາບຂອງທ່ານ, ທ່ານເຢັນຊ່າຫຼາຍແລະ ແຂງກະດ້າງຈົນຄວາມຮັກຂອງພຣະອົງທີ່ມີຕໍ່ທ່ານບໍ່ມີຄວາມໝາຍຫຍັງເລີຍບໍ?

ຂ້າພະເຈົ້າເຄີຍພົບສັບປະເຫຼີ່ຄົນໜື່ງຊື່ງພະຍາຍາມທີ່ຈະຈ້າງຂ້າພະເຈົ້າໃຫ້ດໍາເນີນງານສົບສໍາຄົນທີ່ບໍ່ມີສິດຍາພິບານ, ລາວພາຂ້າພະເຈົ້າໄປກິນເຂົ້າທ່ຽງ, ມັນເປັນອາຫານ ແປກທີ່ສຸດເທົ່າທີ່ຂ້າພະເຈົ້າເຄີຍກິນມາ, ລາວມີໃບໜ້າແປກໃນຂະນະທີ່ລາວບອກຂ້າພະ ເຈົ້າວ່າລາວມັກຈະກິນແຊນວິດໃນເວລາທີ່ລາວມ້ຽນສົບຄົນຕາຍຢູ່ໃນໂຮງເຢັນຂອງລາວ, ຂ້າພະເຈົ້າບໍ່ໄດ້ຮັບວຽກນັ້ນ! ຂ້າພະເຈົ້າແລ່ນໜີຈາກຮ້ານອາຫານນັ້ນດ້ວຍຄວາມຢ້ານຫຼາຍ ຄົນເຮົາສາມາດກິນແຊນວິດໃນເວລາທີ່ໃສ່ຢາຮັກສາສົບຄົນຕາຍບໍ່ໃຫ້ເນົ່າໄດ້ແນວໃດ?ເປັນຕາຢ້ານແທ້! ຕໍ່ມາຂ້າພະເຈົ້າກໍເຂົ້າໃຈວ່າຈິດໃຈຂອງລາວມັນກາຍເຢັນຊ່າໂພດແລະ ແຂງກະດ້າງຊື່ງມັນບໍ່ໄດ້ສະທ້ານລາວເລີຍ, ຂໍຖາມພວກທ່ານແດ່ວ່າທ່ານເຄີຍໃຈເຢັນຊ່າ ແລະແຂງກະດ້າງຫຼາຍບໍເມື່ອທ່ານໄດ້ຍິນຂ້າພະເຈົ້າເວົ້າເຖິງຄວາມທຸກທໍລະມານຂອງພຣະເຢຊູເພື່ອທ່ານມັນບໍ່ຂັບເຄື່ອນທ່ານຫຍັງບໍ? ພວກທ່ານເຄີຍກາຍເປັນຄົນແປກຫຼາຍຈົນຂ້າ ພະເຈົ້າເວົ້າເຖິງເລື່ອງຄວາມເຈັບປວດຂອງພຣະເຢຊູເພື່ອໄຖ່ຄວາມບາບຂອງທ່ານແລະມັນບໍ່ມີຄວາມໝາຍຫຍັງເລີຍສໍາຫຼັບທ່ານບໍ? ພວກທ່ານເຄີຍກາຍເປັນຄົນກະດ້າງຄືກັບພວກ ທະຫານທີ່ຕອກຕະປູໃສ່ພຣະເຢຊູເທິງໄມ້ກາງແຂນ - ແລ້ວຕໍ່ມາກໍເອົາເສື້ອຂອງພຣະອົງ ມາຈັບສະຫຼາກກັນໃນຂະນະທີ່ພຣະອົງໃກ້ຈະຕາຍບໍ? ໂອຂໍຢ່າໃຫ້ເປັນແບບນັ້ນເລີຍ! ຂ້າ ພະເຈົ້າຂໍຮ້ອງພວກທ່ານໃນເຊົ້ານີ້ຂໍໃຫ້ວາງໃຈໃນພຣະຜູ້ຊ່ວຍ ແລະ ຖືກຊໍາລະລ້າງຈາກ ຄວາມຜິດບາບຂອງທ່ານໂດຍພຣະໂລຫິດອັນບໍລິສຸດຂອງພຣະອົງທ້ອນ!

ພວກທ່ານເວົ້າວ່າ“ມີຫຼາຍຢ່າງທີ່ຈະເລີກ” ໂອຂໍໃຫ້ທ່ານຢຸດຟັງພະຍາມານ! ບໍ່ມີຈັກ ຢ່າງໃນໂລກນີ້ທີ່ສໍາຄັນໄປກວ່າເລື່ອງນີ້!

ພຣະໂລຫິດຂອງພຣະເຢຊູໄຫຼ ກະສັດຂອງຂ້າຕາຍບໍ?
ພຣະອົງຈະສະຫຼະຫົວທີ່ສັກສິດເພື່ອຄົນຊົ່ວຢ່າງຂ້າບໍ?

ແຕ່(ນໍ້າຕາ)ແຫ່ງຄວາມທຸກ(ບໍ່ສາມາດ)ຈ່າຍຄືນໜີ້ຄວາມຮັກຂ້າໄດ້
ພຣະເຈົ້າຂ້າ ຂ້າຂໍມອບຊີວິດໃຫ້ ເທົ່າທີ່ສາມາດເຮັດໄດ້
   (“Alas! And Did My Saviour Bleed?” by Dr. Isaac Watts, 1674-1748).

ທ່ານພ້ອມທີ່ຈະວາງໃຈໃນພຣະເຢຊູແລ້ວບໍ? ທ່ານພ້ອມທີ່ຈະມອບຊີວິດໃຫ້ກັບ ພຣະອົງແລ້ວບໍ? ທ່ານເຄື່ອນໄຫວຢູ່ໃນໃຈຂອງທ່ານພ້ອມກັບຄວາມຮັກສໍາຫຼັບພຣະອົງບໍ? ຖ້າບໍກະລຸນາຢ່າໄປ, ແຕ່ຖ້າຈະໄປກໍຂໍໃຫ້ກັບໄປຂ້າງຫຼັງຫ້ອງປະຊຸມຕອນນີ້ເລີຍ ດຣ.ເຄ ແກນຈະພາທ່ານໄປໃນຫ້ອງທີ່ງຽບສະຫງົບ ບ່ອນທີ່ພວກເຮົາສາມາດສົນທະນາກັນໄດ້.

ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມາລະໂກ 14:32-34.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Many Woes He Had Endured” (by Joseph Hart, 1712-1768).