Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປໂຕ - ຊົງເອີ້ນ,ໃຫ້ສໍານຶກແລະກັບໃຈໃໝ່

PETER – CALLED, CONVICTED AND CONVERTED
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 14/2/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, February 14, 2016

“ແລະອົງພຣະຜູ້ເປັນເຈົ້າຕັດວ່າ ຊີໂມນຊີໂມນເອີຍເບິ່ງແມ້ຊາຕານໄດ້ຂໍທ່ານໄວ້ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າບະເລ້ ແຕ່ເຮົາໄດ້ອະທິຖານເພື່ອຕົວທ່ານເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດແລະເມື່ອທ່ານໄດ້ກັບໃຈໃໝ່ແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ” (ລູກາ 22:31-32)


ຈົ່ງຖາມນັກເທດໂດຍທົ່ວໄປວ່າເປໂຕໄດ້ກັບໃຈໃໝ່ເມື່ອໃດ, ເຊີນເລີຍ! ເກືອບທຸກ ຄົນຈະເວົ້າວ່າເປໂຕໄດ້ກັບໃຈໃໝ່ຕອນທີ່ພຣະຄຣິດເອີ້ນລາວໃຫ້ມາຕິດຕາມພຣະອົງ(ມັດ ທາຍ 4:19), ສ່ວນໜ້ອຍໃນນັ້ນອາດຈະເວົ້າວ່າເປໂຕໄດ້ກັບໃຈໃໝ່ຕອນທີ່ລາວເວົ້າວ່າ “ພຣະພຣະອົງຊົງເປັນພຣະຄຣິດພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ພຣະເຢຊູຕັດຕອບເຂົາວ່າ ຊີໂມນບຸດໂຍນາເອີ໋ຍ ທ່ານກໍເປັນສຸກ ເພາະວ່າເນື້ອໜັງແລະເລືອດບໍ່ໄດ້ແຈ້ງຄວາມນີ້ແກ່ທ່ານ ແຕ່ພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນຊົງແຈ້ງໃຫ້ຮູ້”(ມັດທາຍ 16:16-17), ແຕ່ຕົວຢ່າງເຫຼົ່ານັ້ນກໍບໍ່ສະແດງໃຫ້ເຫັນເຖິງການກັບໃຈໃໝ່ຂອງເປໂຕ,ຖ້າເປ ໂຕໄດ້ກັບໃຈໃໝ່ໂດຍການຕິດຕາມພຣະເຢຊູ, ຊື່ງກໍຈະເປັນຄວາມລອດໂດຍການກະທໍາ-ດັ່ງນັ້ນມັນຈື່ງບໍ່ສາມາດເປັນການກັບໃຈໃໝ່ຂອງເປໂຕໄດ້, ຖ້າເປໂຕໄດ້ຮັບຄວາມລອດ ຕອນທີ່ລາວຍອມຮັບວ່າພຣະເຢຊູຄືພຣະຄຣິດພຣະບຸດຂອງພຣະເຈົ້າມັນກໍຈະເປັນຄວາມ ລອດໂດຍຄວາມເຊື່ອໃນຫຼັກຄໍາສອນ,ໂດຍການສ່ອງແສງ, ພະຍາມານຮູ້ວ່າແມ່ນຫຍັງຖືກ ເປີດເຜີຍຕໍ່ເປໂຕ,ເພາະເຮົາອ່ານເຫັນວ່າ “ຜີກໍອອກມາຈາກຄົນຫລາຍຄົນດ້ວຍຮ້ອງວ່າ "ທ່ານເປັນພຣະຄຣິດພຣະບຸດຂອງພຣະເຈົ້າ"...ເພາະວ່າມັນຮູ້ແລ້ວວ່າພຣະອົງເປັນພຣະຄຣິດ”(ລູກາ 4:41)ດັ່ງນັ້ນຄວາມເຂົ້າໃຈຂອງເປໂຕຈື່ງບໍ່ໄດ້ດີໄປກວ່າຂອງພະຍາມານ! ຫຼັງຈາກທີ່ໄດ້ສຶກສາດ້ວຍຄວາມລະມັດລະວັງພວກເຮົາກໍຖືກບັງຄັບໃຫ້ເວົ້າວ່າເປໂຕຍັງບໍ່ໄດ້ກັບໃຈໃໝ່, ລາວສະດຸດເພາະການພະຍາຍາມທີ່ຈະເປັນຄຣິສຕຽນໂດຍບໍ່ມີການກັບໃຈໃໝ່ເລີຍ.

ພາບທີ່ພວກເຮົາມີຢູ່ໃນໜັງສືເປໂຕເປັນພາບຂອງພວກຂ່າວປະເສີດຫຼາຍຄົນໃນປະຈຸບັນນີ້, ຄືກັບເປໂຕພວກເຂົາສະດຸດ-ພະຍາຍາມທີ່ຈະຕາມພຣະຄຣິດ! ພວກເຂົາມີຄວາມ ຮູ້ບາງຢ່າງທີ່ວ່າພຣະຄຣິດເປັນໃຜແຕ່ພວກເຂົາກໍຍັງບໍ່ໄດ້ກັບໃຈຫຼາຍໄປກວ່າທີ່ເປໂຕເປັນ ກ່ອນວັນອາທິດອິດສະເຕີ, ມີນັກເທດເອງຫຼາຍຄົນຍັງບໍ່ໄດ້ກັບໃຈໃໝ່! ພວກເຂົາພະຍາ ຍາມຕິດຕາມພຣະຄຣິດ, ພວກເຂົາຮູ້ວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ,ແຕ່ພວກ ເຂົາຕາບອດໃນຄວາມເປັນຈິງແຫ່ງການກັບໃຈໃໝ່, ຂ້າພະເຈົ້າຄິດວ່າໜື່ງໃນເຫດຜົນຫຼັກໆ ກໍຄືມີການເທດສະໜາເລື່ອງຂ່າວປະເສີດໜ້ອຍຫຼາຍໃນປະຈຸບັນນີ້, ສິດຍາພິບານສ່ວນ ຫຼາຍເສຍເວລາຂອງຕົນໃນການສອນຄົນທີ່ຍັງບໍ່ລອດເຖິງວິທີທີ່ຈະມີຊີວິດຄຣິສຕຽນແນວໃດແດ່! ມັນເປັນຕາຫົວ! ຄົນທີ່“ຕາຍແລ້ວໃນການບາບ”ຈະສາມາດມີຊີວິດຄຣິສຕຽນໄດ້ແນວໃດ?(ເອເຟໂຊ 2:1,5).

ນັກເທດຫຼາຍຄົນຢ້ານທີ່ຈະໃຫ້ຄົນອື່ນມາເທດສະໜາເລື່ອງຂ່າວປະເສີດໃຫ້ກັບຄົນຂອງພວກເຂົາ! ຂ້າພະເຈົ້າຖືກຈັດຕາຕະລາງໃຫ້ໄປເທດສະໜາຂ່າວປະເສີດຢູ່ທາງໃຕ້, ມັນເປັນວັນແມ່, ຂ້າພະເຈົ້າຄິດວ່າຈະເທດສະໜາແບບນິ່ມນວນເພື່ອທີ່ຕົນເອງຈະບໍ່ລົບ ກວນຜູ້ໃດ,ແຕ່ຕັ້ງທີ່ຂ້າພະເຈົ້າເປັນແຂກຂອງຄຣິສຕະຈັກ,ຂ້າພະເຈົ້າຄິດວ່າຕົນເອງຈະພຽງ ແຕ່ເວົ້າຄໍາພະຍານເລື່ອງການກັບໃຈໃໝ່ຂອງແມ່ຂອງຕົນເອງ, ຂ້າພະເຈົ້າກໍເລີຍເວົ້າປະ ມານ 12 ຫາ 15 ນາທີ, ຂ້າພະເຈົ້າໄດ້ບອກຢູ່ໃນທີ່ປະຊຸມເຖິງເລື່ອງແມ່ຜູ້ເປັນຫວານໃຈ ໄດ້ວາງໃຈໃນພຣະເຢຊູແລະລອດແນວໃດແດ່, ພວກທ່ານອາດຈະຄິດວ່າຂ້າພະເຈົ້າໄດ້ ເທດເປັນສອງຊົ່ວເຖິງເລື່ອງນາຮົກຈາກການໂຕ້ຕອບຂອງທີ່ປະຊຸມ! ສິດຍາພິບານກັບເມຍ ຂອງເພີ່ນຄວາມຈິງແລ້ວໄດ້ໜີໄປຈາກຄຣິສຕະຈັກໂດຍບໍ່ໄດ້ຈັບມືຂ້າພະເຈົ້າເລີຍ,ຄຣິສຕະຈັກໄດ້ຢືນຂື້ນແລ້ວແນມເບິ່ງເມຍກັບຂ້າພະເຈົ້າຄືກັບວ່າຂ້າພະເຈົ້າໄດ້ສອນຫຼັກຄໍາສອນ ແປກໃໝ່ທີ່ເຂົາບໍ່ເຄີຍໄດ້ຍີນມາກ່ອນ! ສຸດທ້າຍມີຜູ້ຍິງເຖົ້າຜູ້ໜື່ງຍ່າງມາຈັບມືກັບຂ້າພະເຈົ້າ ລາວຍິ້ມແລ້ວເວົ້າວ່າ “ມັນເປັນຄໍາເທດສະໜາທີ່ອັດສະຈັນ, ຂ້ອຍບໍ່ໄດ້ຍິນຄໍາເທດແບບນັ້ນ ເປັນເວລາຫຼາຍປີມາແລ້ວ” ມັນບໍ່ແມ່ນຄໍາເທດສະໜາເລີຍ! ມັນເປັນພຽງແຕ່ຄໍາພະຍານ ສັ້ນໆ 12 ຫາ 13 ນາທີເລື່ອງການກັບໃຈຂອງແມ່ຜູ້ເປັນຫວານໃຈຂອງຂ້າພະເຈົ້າເທົ່ານັ້ນ

ໃນຂະນະທີ່ຂ້າພະເຈົ້າກັບເມຍຂັບລົດອອກໄປຂ້າພະເຈົ້າກໍຄິດວ່າ“ມັນຂີ້ຮ້າຍປານ ນັ້ນແທ້ຫວາ? ນີ້ພວກເຮົາຢູ່ໃນບ່ອນເລິກທາງໃຕ້ໃນຄຣິສຕະຈັກແບັບຕິດອິດສະຫຼະເນັ້ນ ຮາກຖານເດີມແລະພວກເຂົາເປັນກັງວົນແລະ“ປິວໄປ”ໂດຍເລື່ອງການກັບໃຈໃໝ່ແບບງ່າຍໆຂອງແມ່ຂອງຂ້າພະເຈົ້າ! ຢູ່ໃນຄຣິສຕະຈັກແບັບຕິດອີກແຫ່ງໜື່ງ,ຂ້າພະເຈົ້າໄດ້ເທດສະໜາສັ້ນໆເຖິງເລື່ອງ ການກັບໃຈໃໝ່ຂອງຕົນເອງ, ຫຼັງຈາກນັ້ນຜູ້ຍິງເຖົ້າຄົນໜື່ງກໍຖາມເມຍຂອງຂ້າພະເຈົ້າຖ້າ ວ່າລາວສາມາດໃຫ້ຂ້າພະເຈົ້ານໍາຜົວເຖົ້າໆຂອງຕົນຮັບເຊື່ອພຣະເຢຊູ,ເມຍຂອງຂ້າກໍເລີຍ ແນະນໍາວ່າຄວນຂໍໃຫ້ສິດຍາພິບານຂອງລາວເອງເປັນຜູ້ນໍາຊາຍຄົນນັ້ນຮັບເຊື່ອພຣະເຢຊູ, ຜູ້ຍິງຄົນນັ້ນກໍຕອບວ່າ “ໂອ້ຍ ລາວບໍ່ເຮັດດອກ, ຂ້ອຍໄດ້ຂໍຫຼາຍເທື່ອແລ້ວ, ຂ້ອຍຄິດວ່າ ລາວຢ້ານທີ່ຈະເຮັດໃຫ້ຜົວຂອງຂ້ອຍເສຍໃຈ”

ມັນຂີ້ຮ້າຍປານນັ້ນແທ້ຫວາດຣ.ໄຮເມີ? ແມ່ນແລ້ວ! ມັນບໍ່ດີຫຼາຍແທ້ໆ! ແມ່ນກະ ທັ່ງພວກສິດຍາພິບານທີ່ດີທີ່ສຸດກໍເວົ້າພຶມພໍາພຶມພໍາ,ປາກເໜັ່ງເປັນຄໍາໆໂດຍທີ່ບໍ່ມີປັດໃຈທີ່ກໍ່ໃຫ້ເກີດຄວາມອີດູຕົນຫຼືຄວາມເຫັນໃຈ,ບໍ່ມີອາລົມຄວາມຮູ້ສຶກ,ບໍ່ມີຄວາມກະລຸນາ-ຕື່ມເຕັມແບບງ່າຍໆເຄິ່ງຊົ່ວໂມງໃນເຊົ້າວັນອາທິດ, ໃຊ້ບ່ວງຕັກອາຫານອອກທີ່ເປັນນໍ້າໃສ່ຈິດວິນຍານທີ່ອຶດຢາກ! ສິດຍາພິບານຂ່າວປະເສີດໂດຍສະເລ່ຍແລ້ວເທດຄືກັບປະໂລຫິດທີ່ຕາຍເຄິ່ງໜື່ງຂອງພວກອີພິສໂຄພັລ, ພວກສິດຍາພິບານແບັບຕິດກໍບໍ່ໄດ້ດີກວ່າ, ຜູ້ຄົນພາກັນປິດຕາແລະນອນຫຼັບໃນຊ່ວງທີ່ເອີ້ນວ່າການເທດສະໜາ“ແບບອະທິບາຍ” ພວກເຂົາບໍ່ໄດ້ ທ້າທາຍພວກຄົນໜຸ່ມແລະບໍ່ມີຄວາມຫວັງສໍາຫຼັບຄົນຫຼົງຫາຍ, ພວກສິດຍາພິບານແບບນັ້ນ ບໍ່ມີຫຍັງໄປກວ່າພວກດູແລຫໍພິພິທະພັນ! ບໍ່ມີຫຍັງຫຼາຍກວ່າຄົນຮັກສາສົບຄົນຕາຍຝ່າຍ ວິນຍານ! ຂໍພຣະເຈົ້າຊ່ວຍເຮົາແດ່! ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາບໍ່ແມ່ນກໍາລັງ ຕາຍ-ພວກເຂົາຕາຍແລ້ວ! ແມ່ນໃຜເທດສະໜາຂ່າວປະເສີດເລືອດສີແດງໃນຕອນນີ້? ແມ່ນໃຜທີ່ເທດແບບຟ້າແລບອອກມາວ່າ“ທ່ານຈະຕ້ອງບັງເກີດໃໝ່”ຕອນນີ້? ໃຜແດ່ທີ່ກ້າ ຈະຢືນຢັດເພື່ອຂໍ້ຄວາມແຫ່ງໄມ້ກາງແຂນແລະການກັບໃຈຂອງພວກຄົນບາບດຽວນີ້?ຜູ້ຍິງ ໄວກາງຄົນບາງຄົນທີ່ຢູ່ໃນຄຣິສຕະຈັກອາດຈະບໍ່ມັກມັນ! ໂອ ພວກເຮົາຈະຕ້ອງບໍ່ລົບກວນ ຜູ້ຍິງພວກນັ້ນ! ດັ່ງນັ້ນຄົນໜຸ່ມຂອງເຮົາຈື່ງໜີໄປຈາກຄຣິສຕະຈັກຫຼາຍແຫ່ງຄືກັບພວກໜູ ໃຫຍ່ທີ່ກໍາລັງລອຍນໍ້າໜີຈາກເຮືອທີ່ກໍາລັງຈົ່ມ!

ຂ້າພະເຈົ້າສໍານຶກວ່າຄຣິສຕະຈັກທັງຫຼາຍຂອງເຮົາຈະບໍ່ມີວັນມີຜົນກະທົບຕໍ່ຊາດ ຂອງເຮົາໂດຍບໍ່ມີການເທດສະໜາຂ່າວປະເສີດແບບເກົ່າໆ! ຄຣິສຕະຈັກຂອງເຮົາເຕັມໄປ ດ້ວຍຄົນໜຸ່ມໄວວິທະຍາໄລ! ຂ້າພະເຈົ້າໄດ້ເທດເລື່ອງຄວາມບາບ-ເລື່ອງນາຮົກ-ແລະການ ກັບໃຈໃໝ່ແທ້ທຸກວັນອາທິດ! ຄົນໜຸ່ມຈາກໂລກຖືກສະກົດຈິດ! ພວກເຂົາບໍ່ເຄີຍໄດ້ຍິນ ເລື່ອງແບບນີ້ເລີຍ! ແລະພວກເຮົາມີພວກເຂົາຫຼາຍຄົນທີ່ກັບໃຈໃໝ່, ໃນສອງອາທິດທີ່ຜ່ານ ມາພວກເຮົາມີເຈັດຄົນທີ່ກັບໃຈໃໝ່-ຄົນໜຸ່ມທີ່ມາຈາກເບື້ອງຫຼັງທີ່ບໍ່ແມ່ນຄຣິສຕຽນ.

ໜື່ງໃນຫົນທາງທີ່ເຮົາສາມາດຮຽນຮູ້ກ່ຽວກັບການກັບໃຈໃໝ່ແທ້ຄືການຮຽນຮູ້ການ ກັບໃຈໃໝ່ຕ່າງໆທີ່ຢູ່ໃນພຣະຄໍາພີ, ຂ້າພະເຈົ້າກໍາລັງຈະເຮັດແບບນັ້ນໃນເຊົ້ານີ້, ພວກເຮົາ ກໍາລັງຈະຄິດກ່ຽວກັບການກັບໃຈໃໝ່ຂອງຊີໂມນເປໂຕ, ເປໂຕເປັນໜື່ງໃນຄຣິສຕຽນທີ່ດີທີ່ ສຸດຕະຫຼອດການ, ແຕ່ລາວກັບໃຈໃໝ່ແນວໃດລະ?ລາວມາເປັນຄຣິສຕຽນໄດ້ແນວໃດ?

I. ໜື່ງ ເປໂຕຖືກເອີ້ນ.

ຂ່າວປະເສີດຂອງມັດທາຍໄດ້ເວົ້າວ່າ:

“ຂະນະທີ່ພຣະເຢຊູຊົງດຳເນີນຢູ່ຕາມແຄມທະເລກາລິລີ ກໍທອດພຣະເນດເຫັນອ້າຍນ້ອງສອງຄົນ ຄືຊີໂມນທີ່ເອີ້ນວ່າເປໂຕ ກັບອັນດຣູນ້ອງຊາຍຂອງລາວ ກໍາລັງຟຸງມອງຢູ່ທີ່ທະເລ ເພາະເຂົາເປັນຊາວປະມົງ ພຣະອົງຕັດກັບເຂົາວ່າ "ຈົ່ງຕາມເຮົາມາເຖີດ ແລະເຮົາຈະຕັ້ງທ່ານໃຫ້ເປັນຜູ້ຫາຄົນຄືຫາປາ ເຂົາທັງສອງໄດ້ປະມອງຕາມພຣະອົງໄປທັນທີ” (ມັດທາຍ 4:18-20)

ມັນງ່າຍພໍ! ຫຼືບໍ່ມັນກໍເບິ່ງຄື, ໃນທັນໃດພວກເຂົາກໍປະມອງຂອງເຂົາແລະຕາມພຣະຄຣິດ ໄປ,ເປັນຫຍັງມັນຈື່ງງ່າຍຫຼາຍສໍາຫຼັບເປໂຕ? ພຣະຄໍາພີກ່າວວ່າ:

“ຊົນຊາດຂອງພຣະອົງທ່ານຈະສະມັກຖະວາຍຕົວຂອງເຂົາດ້ວຍຄວາມເຕັມ ໃຈໃນວັນແຫ່ງລິດອໍານາດຂອງພຣະອົງທ່ານ” (ເພງສັນລະເສີນ 110:3)

ຄົນເຫຼົ່ານັ້ນທີ່ພຣະເຈົ້າຊົງເລືອກເພື່ອຈະຊ່ວຍໃຫ້ພົ້ນແມ່ນເຕັມໃຈທີ່ຈະກ້າວໆທໍາອິດອອກ ມາຄືກັບທີ່ເປໂຕເຮັດ.

ກໍຄືກັບທີ່ຂ້າພະເຈົ້າຖືກຂຽນປະໂຫຍກນີ້ມາໃຫ້ຊື່ງເມຍຂອງຂ້າພະເຈົ້າເອົາມາໃຫ້ ຈາກບ່ອນຈອດລົດ, ຂ້າພະເຈົ້າກໍຈື່ມັນໄດ້ເລີຍ, ມັນມີຮູບຖ່າຍມາຈາກຄຣິສຕະຈັກທໍາອິດ ໃນເມືອງຮັນຕິງຕັນພາກ, ມີກາໄປສະນີຢູ່ໃນທ້າຍປີ 1950 ກ່ອນທີ່ຂ້າພະເຈົ້າຈະກັບໃຈ ໃໝ່, ກາດມາຈາກຜູ້ດູແລໂຮງຮຽນວັນອາທິດຊື່ນາງບອກເກີ, ລາວຂຽນວ່າ:

ເຖິງບັອບທີ່ຮັກ,

ຂ້ອຍຫວັງວ່າເຈົ້າຄົງຈະບໍ່ປ່ວຍຄືກັບທີ່ຄົນຂອງພວກເຮົາຫຼາຍເປັນ, ພວກ ເຮົາຄິດຮອດເຈົ້າ, ດັ່ງນັ້ນກະລຸນາກັບມາບໍ່ວ່າເຫດຜົນຂອງເຈົ້າທີ່ເຈົ້າບໍ່ມາ ຈະແມ່ນຫຍັງກໍຕາມ.

           ນາງບັອກເກີ

ຜູ້ຍິງທີ່ດີຄົນນັ້ນກໍາລັງພະຍາຍາມທີ່ຈະໃຫ້ຂ້າພະເຈົ້າກັບໄປຄຣິສຕະຈັກ,ຂ້າພະເຈົ້າເປັນແຕ່ຄົນໜຸ່ມຄົນໜື່ງທີ່ໂງ່ໆ, ແຕ່ຂ້າພະເຈົ້າໄດ້ສັງເກດວັນທີຢູ່ເທິງກາດ, ພຽງບໍ່ເທົ່າໃດເດືອນຕໍ່ ມາທ່ານບໍ່ສາມາດເຮັດຫຍັງຈັກຢ່າງທີ່ຈະຮັກສາຂ້າພະເຈົ້າອອກຈາກຄຣິສຕະຈັກໄດ້,ແມ່ນ ຫຍັງເກີດຂື້ນໃນສອງສາມເດືອນເຫຼົ່ານັ້ນລະ? ຂ້າພະເຈົ້າສາມາດເວົ້າໄດ້ເລີຍວ່າພຣະເຈົ້າ ຊົງເອີ້ນຂ້າພະເຈົ້າກັບການຊົງເອີ້ນທີ່ມີຜົນກະທົບ, ຂ້າພະເຈົ້າຖືກເຮັດໃຫ້ເຕັມໃຈໃນວັນ ແຫ່ງລິດອໍານາດຂອງພຣະອົງ.

“ຊົນຊາດຂອງພຣະອົງທ່ານຈະສະມັກຖະວາຍຕົວຂອງເຂົາດ້ວຍຄວາມເຕັມ ໃຈໃນວັນແຫ່ງລິດອໍານາດຂອງພຣະອົງທ່ານ”(ເພງສັນລະເສີນ 110:3)

ເມື່ອພຣະເຈົ້າຊັກນໍາຂ້າພະເຈົ້າ,ຂ້າພະເຈົ້າບໍ່ໄດ້ຕ້ອງການນາງບັອກເກີຫຼືຄົນອື່ນໆ ເພື່ອພະຍາຍາມທີ່ຈະພາຂ້າພະເຈົ້າກັບໄປຄຣິສຕະຈັກ, ເມື່ອລິດອໍານາດຂອງພຣະເຈົ້າຊັກ ນໍາຂ້າພະເຈົ້າ, ພວກທ່ານບໍ່ສາມາດຮັກສາຂ້າພະເຈົ້າໃຫ້ອອກຈາກຄຣິສຕະຈັກພ້ອມກັບ ທີມພວກມ້າປ່າເຖື່ອນໄດ້.

ນັ້ນແລະຄືຫົນທາງທີ່ເກີດຂື້ນກັບເປໂຕ, ລາວຍັງບໍ່ໄດ້ຮັບຄວາມລອດເທື່ອ, ຂ້າພະ ເຈົ້າກໍຍັງບໍໄດ້ຮັບຄວາມລອດເທື່ອຕອນທີ່ນາງບັອກເກີສົ່ງກາດນັ້ນມາໃຫ້, ລິດອໍານາດຂອງ ພຣະເຈົ້າໄດ້ເຮັດໃຫ້ຂ້າພະເຈົ້າເຕັມໃຈ-ແລະເປໂຕກໍເຊັ່ນກັນ, ລາວກໍຫຼົງຫາຍຢູ່ຄືກັບທີ່ຂ້າ ພະເຈົ້າເປັນແຕ່ພຣະເຈົ້າໄດ້ເຮັດໃຫ້ລາວເຕັມໃຈທີ່ຈະຕິດຕາມພຣະເຢຊູ, ດັ່ງນັ້ນເປໂຕຈື່ງ ປະມອງຂອງລາວແລະຕິດຕາມພຣະເຢຊູໄປທັນທີ, ແຕ່ມັນກໍບໍ່ໄດ້ໝາຍຄວາມວ່າລາວ ລອດແລ້ວ.

ພວກທ່ານເຄີຍສົງໄສບໍວ່າເປັນຫຍັງຄົນໜຸ່ມບາງຄົນທີ່ພວກເຮົານໍາເຂົ້າມາຄຣິສຕະຈັກຈື່ງເຂົ້າມາແບບໄວວາ? ມັນເປັນເພາະລິດອໍານາດຂອງພຣະເຈົ້າທີ່ຊັກນໍາເຂົາເຂົ້າມາ, ແຕ່ມັນບໍ່ໄດ້ໝາຍຄວາມວ່າພວກເຂົາລອດແລ້ວ, ພຣະເຢຊູຕັດວ່າ“ຜູ້ທີ່ຊົງເອີ້ນກໍຫຼາຍແຕ່ຜູ້ ທີ່ຊົງເລືອກມີໜ້ອຍ”(ມັດທາຍ 20:16; 22:14), ພຣະເຈົ້າຊົງເອີ້ນຫຼາຍຄົນ,ພຣະອົງຊົງ ເອີ້ນທ່ານໃນເຊົ້ານີ້, ພວກທ່ານເອົາຊື່ກັບເບີໂທໃຫ້ພວກເຮົາ, ນັ້ນແລະທີ່ວ່າເປັນຫຍັງພວກ ເຮົາຈື່ງສົ່ງລົດໄປຮັບ “ຜູ້ທີ່ຊົງເອີ້ນກໍຫຼາຍ” - ຄືກັບທີ່ພວກທ່ານຖືກເອີ້ນ “ແຕ່ຜູ້ທີ່ຊົງເລືອກ ມີໜ້ອຍ” ຂ້າພະເຈົ້າບໍ່ເຂົ້າໃຈມັນໝົດ, ແຕ່ຂ້າພະເຈົ້າຮູ້ໂດຍປະສົບການທີ່ຍາວນານທີ່ວ່າ ຖ້າທ່ານເປັນຄົນໜື່ງທີ່ພຣະເຈົ້າເລືອກ,ພຣະອົງກໍຈະຊັກນໍາທ່ານກັບມາແລະພຣະອົງຈະຊົງຮັກສາທ່ານໃຫ້ຢູ່ນີ້ແລະຍຶດທ່ານໄວ້ທີ່ນີ້,ຈົນກວ່າທ່ານໄດ້ກັບໃຈໃໝ່ແລ້ວ! ຖ້າທ່ານບໍ່ແມ່ນ ຄົນໜື່ງທີ່ພຣະເຈົ້າເລືອກໄວ້,ໃນບໍ່ຊ້າຫຼືຕໍ່ມາທ່ານກໍຈະອອກໄປຈາກໂບດ - ເພາະ“ຜູ້ທີ່ຊົງ ເອີ້ນກໍຫຼາຍແຕ່ຜູ້ທີ່ຊົງເລືອກມີໜ້ອຍ”

ລອດໂດຍພຣະຄຸນຢ່າງດຽວ
ນີ້ແມ່ນຄໍາຮ້ອງຂໍຂອງຂ້າ
ພຣະເຢຊູຕາຍເພື່ອບາບຂອງເຮົາທຸກຄົນ
ແລະພຣະເຢຊູຊົງຕາຍເພື່ອຂ້າ
(“Grace! ‘Tis a Charming Sound” by Philip Doddridge, 1702-1751;
      chorus by the Pastor).

II. ສອງ ເປໂຕໄດ້ສໍານຶກ.

ຂ້າພະເຈົ້າກໍາລັງຂ້າມເປັນເວລາກວ່າສາມປີທີ່ເປໂຕໄດ້ຕິດຕາມພຣະເຢຊູ,ເປໂຕມີປະສົບການຫຼາຍຢ່າງໃນຊ່ວງສາມປີເຫຼົ່ານັ້ນ, ແຕ່ສິ່ງດຽວເທົ່ານັ້ນທີ່ມີຜົນກະທົບແທ້ໃນຊີ ວິດຂອງລາວກໍຄືການຍອມຮັບຂອງລາວເລື່ອງວ່າພຣະເຢຊູແມ່ນໃຜ, ຂ້າພະເຈົ້າໄດ້ເວົ້າ ເຖິງໃນຕອນຕົ້ນຂອງບົດເທດນີ້ແລ້ວ, ເປໂຕໄດ້ເວົ້າວ່າ“ພຣະອົງຊົງເປັນພຣະຄຣິດພຣະບຸດ ຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” “ພຣະເຢຊູຕັດຕອບລາວວ່າ...ເນື້ອໜັງແລະເລືອດບໍ່ໄດ້ ແຈ້ງເລື່ອງນີ້ແກ່ທ່ານແຕ່ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນຊົງແຈ້ງໃຫ້ຮູ້” (ມັດ ທາຍ 16:16,17)

ອັນນີ້ເອີ້ນວ່າ“ການສ່ອງແສງ” ມັນສາມາດເກີດຂື້ນກ່ອນການກັບໃຈໃໝ່ໄດ້,ຊ່ວງ ການກັບໃຈໃໝ່ແລະຫຼັງຈາກການກັບໃຈໃໝ່! ໃນກໍລະນີຂອງເປໂຕພຣະເຈົ້າໄດ້ຊົງສະແດງ ຄວາມຈິງເລື່ອງພຣະຄຣິດຊົງເປັນໃຜກ່ອນທີ່ເປໂຕຈະກັບໃຈໃໝ່, ອັນນັ້ນຄືສິ່ງທີ່ເກີດຂື້ນ ກັບຂ້າພະເຈົ້າເຊັ່ນກັນ, ເປັນເວລາຫຼາຍປີທີ່ຂ້າພະເຈົ້າຄິດເລື່ອງພຣະຄຣິດໃນຖານະເປັນ ຄົນດີຄົນໜື່ງຊື່ງຖືກຂ້າໃນຖານະເປັນຜູ້ຍອມຕາຍເພື່ອຄວາມເຊື່ອໂດຍສັດຕູຂອງລາວ, ພຽງບໍ່ເທົ່າໃດມື້ກ່ອນການກັບໃຈໃໝ່ຂອງຂ້າພະເຈົ້າ,ພຣະເຈົ້າໄດ້ເປີດເຜີຍແກ່ຂ້າພະເຈົ້າວ່າພຣະເຢຊູເປັນພຣະເຈົ້າໃນສະພາບເນື້ອໜັງ, ມັນມາເຖິງຂ້າພະເຈົ້າໃນຂະນະທີ່ຮ້ອງເພງ ຊາລເວສລີ -“ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດທີ່ພຣະອົງ,ພຣະເຈົ້າຂອງຂ້າ ຄວນຕາຍເພື່ອຂ້າ?” ເພງນັ້ນໄດ້ສ່ອງແສງເຂົ້າໃນຈິດໃຈຂອງຂ້າພະເຈົ້າເຖິງແມ່ນວ່າຂ້າ ພະເຈົ້າຍັງບໍ່ໄດ້ກັບໃຈໃໝ່ເທື່ອ,ເປໂຕກໍເຊັ່ນກັນ!

ຕອນນີ້ໃຫ້ເຮົາເປີດໄປໃນລູກາ 18,31-34 ແລ້ວທ່ານກໍຈະເຫັນໄດ້ຊັດເຈນວ່າເປ ໂຕແລະພວກສາວົກຂອງພຣະອົງຍັງບໍ່ໄດ້ກັບໃຈໃໝ່ເທື່ອ.

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວຕັດກັບເຂົາວ່າ"ເບິ່ງແມ້ເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມແລະສິ່ງສາລະພັດຊຶ່ງພວກສາສະດາພະຍາກອນໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ດ້ວຍວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດແລະເຂົາຈະເຍາະເຍີ້ຍທ່ານເຮັດຫຍາບຄາຍແກ່ທ່ານ ຖົ່ມນ້ຳລາຍຮົດທ່ານ ເຂົາຈະຂ້ຽນຕີແລະຂ້າທ່ານເສຍ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່" ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍແລະຄຳນັ້ນກໍຖືກເຊື່ອງໄວ້ຈາກເຂົາແລະເຂົາບໍ່ຮູ້ໃຈຄວາມຊຶ່ງພຣະອົງຕັດນັ້ນ” (ລູກາ 18:31-34).

ນີ້ແມ່ນເທື່ອທີ່ສາມທີ່ພຣະເຢຊູໄດ້ອະທິບາຍຂ່າວປະເສີດຕໍ່ເປໂຕແລະຄົນອື່ນໆ, ພຣະຄຣິດ ຈະຖືກດູໝີ່ນແລະຂ້າຕາຍແລະໃນມື້ທີ່ສາມພຣະອົງຈະຟື້ນຂື້ນມາອີກຈາກຕາຍ, ນັ້ນແລະຄື ຂ່າວປະເສີດ - ຂໍ້ຄວາມພື້ນຖານຂອງຊາວຄຣິສຕຽນເໝືອນທີ່ອ້າງໃນ 1 ໂກລິນໂທ 15:1-4, ແຕ່ເປໂຕບໍ່ເຂົ້າໃຈຈັກຢ່າງແລະຄໍານີ້ກໍຖືກ“ເຊື່ອງໄວ້ຈາກ”ລາວ, ເປໂຕບໍ່ເຊື່ອໃນ ຂ່າວປະເສີດ!

ຖ້າທ່ານຍັງບໍ່ໄດ້ຮັບຄວາມລອດ - ກໍລະນີຂອງທ່ານຄ້າຍຄືກັບຂອງເປໂຕບໍ? ທ່ານຖືກ“ເອີ້ນ”ມາໃນຄຣິສຕະຈັກນີ້, ທ່ານອາດຖືກນໍາມາທີ່ນີ້ໂດຍພໍ່ແມ່ຂອງທ່ານຫຼືຄົນ ອື່ນໆ, ທ່ານມາໃນງານລ້ຽງວັນເກີດ, ພວກທ່ານກິນເຂົ້າທ່ຽງກັບເຂົ້າແລງກັບພວກເຮົາທຸກ ວັນອາທິດ, ພວກເຮົາແມ່ກະທັ່ງສົ່ງພວກທ່ານອອກໄປປະກາດຂ່າວປະເສີດ, ພວກທ່ານໄດ້ ຍິນຂ້າພະເຈົ້າເທດສອງເທື່ອທຸກວັນອາທິດ, ພວກທ່ານໄດ້ຍີນຂ້າພະເຈົ້າເວົ້າເຖິງການຄຶງ ເທິງໄມ້ກາງແຂນຂອງພຣະຄຣິດ,ກ່ຽວກັບພຣະໂລຫິດຂອງພຣະອົງ,ກ່ຽວກັບວ່າພຣະອົງຊົງຟື້ນຂື້ນມາຈາກຕາຍແນວໃດ, ແຕ່ຈິດໃຈຂອງທ່ານກໍຫຼັບເມື່ອຂ້າພະເຈົ້າເວົ້າກ່ຽວກັບພຣະ ໂລຫິດຂອງພຣະຄຣິດແລະການຟື້ນຂື້ນມາຈາກຕາຍຂອງພຣະອົງ, ພວກທ່ານໄດ້ຍິນມັນ ເປັນເວລາຫຼາຍເທື່ອແຕ່ມັນກໍບໍ່ໄດ້“ຄຸບ”ທ່ານໄວ້, ມັນເບິ່ງຄືວ່າບໍ່ຈິງຫຼືວ່າບໍ່ສໍາຄັນ! ບໍ່ວ່າ ທ່ານຈະຄິດຫຍັງ - ມັນກໍບໍ່ຊັດເຈນວ່າເປັນຫຍັງສິ່ງເຫຼົ່ານັ້ນຈື່ງສໍາຄັນຫຼາຍ, ພວກທ່ານກໍ ເປັນຄືກັບທີ່ເປໂຕເປັນກ່ອນທີ່ລາວຈະສໍານຶກເລື່ອງຄວາມບາບ!

“ເຂົາຈະຂ້ຽນຕີແລະຂ້າທ່ານເສຍ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາ ໃໝ່" ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍແລະຄຳນັ້ນກໍຖືກເຊື່ອງໄວ້ຈາກເຂົາແລະເຂົາບໍ່ຮູ້ເນື້ອຄວາມຊຶ່ງພຣະອົງຕັດນັ້ນ” (ລູກາ 18:33-34)

ຕອນນີ້ຂໍເຊີນຢືນແລ້ວເປີດພຣະຄໍາພີຂອງທ່ານໄປໃນລູກາ 22:31. ມັນຢູ່ໃນໜ້າ 1108 ຂອງພຣະຄໍາສະກໍຟິວສຶກສາ.

“ແລະອົງພຣະຜູ້ເປັນເຈົ້າຕັດວ່າ ຊີໂມນຊີໂມນເອີຍເບິ່ງແມ້ຊາຕານໄດ້ຂໍທ່ານໄວ້ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າບະເລ້ ແຕ່ເຮົາໄດ້ອະທິຖານເພື່ອຕົວທ່ານເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດແລະເມື່ອທ່ານໄດ້ກັບໃຈໃໝ່ແລ້ວ ຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ ຝ່າຍເຂົາຈຶ່ງທູນພຣະອົງວ່າ ພຣະອົງເຈົ້າຂ້າຂ້າພະອົງພ້ອມແລ້ວທີ່ຈະໄປກັບພຣະອົງເຖິງຈະຕ້ອງຕິດຄຸກແລະເຖິງຄວາມຕາຍກໍຕາມ ພຣະອົງຕັດວ່າ"ເປໂຕເອີ໋ຍເຮົາບອກທ່ານວ່າວັນນີ້ກ່ອນໄກ່ຂັນທ່ານຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ” (ລູກາ 22:31-32)

ຂໍເຊີນນັ່ງລົງໄດ້.

ຂ້າພະເຈົ້າເຄີຍອ່ານໜັງສືທີ່ໜ້າສົນໃຈຫຼາຍຊື່ວ່າຊີໂມນເປໂຕໃນພຣະຄໍາພີ ແລະ ຄວາມຊົງຈໍາ (Baker Academic, 2012),ມັນຖືກຂຽນໂດຍດຣ.ມາຄັສບັອກມູເອວ, ລາວເປັນ ສາສະດາຈານແຫ່ງພຣະຄໍາພີແລະສຶກສາຄຣິສຕຽນຍຸກຕົ້ນທີ່ມະຫາວິທະຍາໄລອັອກຟອດ ຢູ່ປະເທດອັງກິດ, ນັກຄົ້ນຄວ້າຜູ້ໂດ່ງດັງຄົນນີ້ເວົ້າຖືກຕໍ່ປະເດັ່ນນີ້,ລາວບໍ່ມີຄວາມຢ້ານສະ ແດງໃຫ້ເຮົາເຫັນວ່າເປໂຕຍັງບໍ່ໄດ້ກັບໃຈໃໝ່ໃນຄືນກ່ອນທີ່ພຣະເຢຊູຈະຖືກຄຶງ,ແລະຄວາມຈິງແລ້ວລາວເວົ້າຖືກ! ນັກອະທິບາຍຄົນອື່ນຢູ່ປາຍແຖວເຖິງເລື່ອງນີ້ຫຼືຂ້າມມັນໄປ, ບໍ່ແມ່ນ ດຣ.ບັອກມູເອວ! ລາວໄດ້ອະທິບາຍມັນຢ່າງຈະແຈ້ງ,ຂໍເຊີນຟັງລາວ,

“ແລະອົງພຣະຜູ້ເປັນເຈົ້າຕັດວ່າ ຊີໂມນຊີໂມນເອີຍເບິ່ງແມ້ຊາຕານໄດ້ຂໍທ່ານໄວ້ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າບະເລ້ ແຕ່ເຮົາໄດ້ອະທິຖານເພື່ອຕົວທ່ານເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດແລະເມື່ອທ່ານໄດ້ກັບໃຈໃໝ່ແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ” (ລູກາ 22:31-32)

ດຣ.ບັອກມູເອວກ່າວວ່າ:

“ມີການອ້າງອີງທີ່ຈະແຈ້ງທີ່ນີ້ຕໍ່ບັນຫາຂອງເປໂຕ[ທີ່ກໍາລັງມາ]ຕໍ່ຊາຕານຊື່ງລາວຈະຖືກທົດສອບຢ່າງເຂັ້ມງວດ(ແລະລົມເຫຼວ)ດັ່ງນັ້ນຈື່ງເວົ້າເຖິງ ‘ການ ຫັນກັບ’ ມັນມີຄ່າທີ່ເນັ້ນໜັກໃນທີ່ນີ້ວ່າ ‘ເມື່ອທ່ານໄດ້ຫັນກັບມາອີກ’ເຖິງ ແມ່ນຖືກນິຍົມຊົມຊອບໂດຍນັກແປຫຼາຍຄົນກໍບໍ່ໄດ້ສະໜັບສະໜູນໃນພາ ສາກຣີກ” (Dr. Bockmuehl, ibid., pp. 156, 157).

ສະນັ້ນສະບັບ NIV, NASV, ESV ແລະສະບັບສະໄໝອື່ນອີກແມ່ນຜິດ, “ເວົ້າເຖິງ ‘ຫັນກັບ’ ເຖິງແມ່ນຖືກນິຍົມຊົມຊອບໂດຍນັກແປຫຼາຍຄົນກໍບໍ່ໄດ້ສະໜັບສະໜູນໃນພາສາກຣີກ” ດຣ. ບັອກມູເອວສືບຕໍ່ເວົ້າວ່າຄໍາກຣີກ“ເອພິສເຕຣໂຟ”ຈະຕ້ອງຖືກແປວ່າ“ກັບໃຈໃໝ່” ໃນທີ່ນີ້, ດັ່ງນັ້ນອີກເທື່ອໜື່ງຂ້າພະເຈົ້າພົບວ່າສະບັບຄິງເຈມສ໌ຖືກຕ້ອງແລະການແປສະບັບໃໝ່ແມ່ນສັບສົນ ແຕ່ດຣ.ບັອກມູເອວກໍສືບຕໍ່ວ່າ:

“ເມື່ອໃດ,ຢູ່ໃສ ຫຼືການຫັນກັບ(ການກັບໃຈໃໝ່)ຂອງເປໂຕປາກົດຂື້ນແນວ ໃດ?ມັນຢູ່ນີ້ຊື່ງພວກເຮົາມາເຖິງຈຸດສໍາຄັນຂອງບັນຫາ,ແມ່ນກະທັ່ງຄືນສຸດ ທ້າຍຂອງການຮັບໃຊ້ຂອງພຣະອົງ,ພຣະເຢຊູຂອງລູກາ(ຍັງເວົ້າເຖິງເລື່ອງ)ການກັບໃຈ ຂອງເປໂຕໃນຖານະຢູ່ໃນອະນາຄົດ” (ເຫຼັ້ມດຽວກັນໜ້າ 156) “ໃນລູກາ 22:32 ການກັບໃຈຂອງເປໂຕປາກົດຢູ່ໃນອະນາຄົດ” (ເຫຼັ້ມດຽວ ກັນ)

“ເມື່ອທ່ານກັບໃຈໃໝ່ແລ້ວ(ອະນາຄົດ)”(ເຫຼັ້ມດຽວກັນໜ້າ 156) “ພຣະເຢຊູຊົງແນມໄປ ຂ້າງໜ້າຢ່າງໝັ້ນໃຈສູ່ການກັບໃຈໃໝ່ຂອງເປໂຕໃນຖານະເປັນບາງສິ່ງບາງຢ່າງທີ່ຍັງຢູ່ໃນອະນາຄົດ”(ເຫຼັ້ມດຽວກັນໜ້າ 158)

ແຕ່ເປໂຕໝັ້ນໃຈວ່າລາວບໍ່ຈໍາເປັນຕ້ອງກັບໃຈໃໝ່,ລາວບອກວ່າ:

“ພຣະອົງເຈົ້າຂ້າຂ້າພະອົງພ້ອມແລ້ວທີ່ຈະໄປກັບພຣະອົງເຖິງຈະຕ້ອງຕິດຄຸກແລະເຖິງຄວາມຕາຍກໍຕາມ” (ລູກາ 22:33)

ພຣະເຢຊູຊົງຕອບວ່າ“ເປໂຕເອີຍເຮົາບອກທ່ານວ່າວັນນີ້ກ່ອນໄກ່ຂັນທ່ານຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”(ລູກາ 22:34), ເປໂຕຄິດວ່າລາວສາມາດຢືນຢັດຕໍ່ສູ້ກັບພະຍາມານແລະມີຊີວິດຢູ່ເພື່ອພຣະຄຣິດໂດຍປາສະຈາກການກັບໃຈໃໝ່(ເອພິສເຕຣໂຟ)ໄດ້,ລາວຄິດຜິດ! ແລະທ່ານກໍຄິດຜິດ!

ພວກເຂົາຈັບພຣະເຢຊູແລະລາກພຣະອົງໄປຫາບ້ານຂອງມະຫາປະໂລຫິດ, “ເປ ໂຕຕິດຕາມໄປຫ່າງໆ”(ລູກາ 22:54).ເປໂຕນັ່ງລົງຖ້າງກາງຜູ້ຄົນຢູ່ຂ້າງນອກ, ມີຍິງສາວ ຄົນໜື່ງເວົ້າວ່າ “ຊາຍຄົນນີ້ກໍຢູ່ກັບ(ພຣະເຢຊູ)ເຊັ່ນກັນ”(ລູກາ 22:56),ເປໂຕຕອບວ່າ “ຄົນນັ້ນຂ້ອຍບໍ່ຮູ້ຈັກ”ຫຼັງຈາກນັ້ນບໍ່ດົນຜູ້ຊາຍຄົນໜື່ງກໍເວົ້າວ່າເປໂຕເປັນໜື່ງໃນຜູ້ຕິດຕາມ ຂອງພຣະຄຣິດ, ເປໂຕຕອບວ່າ“ພໍ່ເອີຍຂ້ອຍບໍ່ແມ່ນ” ຫຼັງຈາກນັ້ນຊົ່ວໂມງໜື່ງຄົນທີ່ສາມກໍ ຊີ້ໃສ່ເປໂຕແລ້ວເວົ້າວ່າ “ຄົນນີ້ຢູ່ກັບລາວນໍາ” ເປໂຕກໍເວົ້າວ່າ “ພໍ່ເອີຍທີ່ເຈົ້າເວົ້ານັ້ນຂ້ອຍບໍ່ ຮູ້ເລື່ອງ” ຂະນະທີ່ເປໂຕຍັງເວົ້າຢູ່ນັ້ນໄກ່ກໍຂັນ.

ຂ້າພະເຈົ້າກັບເມຍເຄີຍໄປສະຖານທີ່ໃນເຢລູຊາເລັມບ່ອນທີ່ເລື່ອງນີ້ເກີດຂື້ນ, ຄົນ ນໍາທ່ຽວໄດ້ຊີ້ໃຫ້ພວກເຮົາເຫັນບ່ອນທີ່ພຣະເຢຊູຢືນແລະບ່ອນທີ່ເປໂຕຢືນ,ແລະພຣະເຢຊູຊົງຫຼຽວໄປເບິ່ງເປໂຕ,ແລະເປໂຕກໍແນມໄປເບິ່ງຕາຂອງພຣະເຢຊູ.

“ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ຢ່າງຂື່ນຂົມ” (ລູກາ 22:62)

ດຽວນີ້,ສຸດທ້າຍເປໂຕກໍຢູ່ພາຍໃຕ້ການສໍານຶກເລື່ອງບາບ,ບໍ່ມີຄວາມຫວັງຂອງທ່ານທີ່ມີການ ກັບໃຈໃໝ່ແທ້ຈົນກວ່າທ່ານມີປະສົບການເລື່ອງການສໍານຶກຢ່າງໜ້ອຍໜ້ອຍໜື່ງຄືກັບທີ່ເປ ໂຕມີ.

“ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ຢ່າງຂື່ນຂົມ” (ລູກາ 22:62)

III. ສາມ ເປໂຕໄດ້ກັບໃຈໃໝ່ແລ້ວ.

ກະລຸນາເປີດໄປໃນລູກາ 24:34 ມັນເບິ່ງຄືກັບຂໍ້ພຣະຄໍາພີທີ່ບໍ່ສໍາຄັນ,ແຕ່ດຣ. ບັອກມູເອວໄດ້ເວົ້າວ່ານີ້ແມ່ນເມື່ອເປໂຕໄດ້ກັບໃຈໃໝ່ແລ້ວ, “ພຣະເຢຊູຊົງຫຼຽວຈ້ອງເບິ່ງເປ ໂຕເພື່ອໂນ້ມນ້າວເລື່ອງຄວາມຜິດຂອງລາວ(ລູກາ 22:61)ແລະໃນເຊົ້າວັນອິດສະເຕີເປໂຕ ກໍເຫັນພຣະເຢຊູ(ລູກາ 24:34)ຫັນລາວຈາກຄວາມມືດສູ່ຄວາມສະຫວ່າງ”(ບັອກມູເອວໜ້າ 163), ອັກຄະສາວົກເປົາໂລເຊັ່ນກັນບອກເຮົາກ່ຽວກັບການພົບກັບພຣະເຢຊູຂອງເປໂຕໃນ ເຊົ້າວັນອິດສະເຕີ, ເປົາໂລກ່າວວ່າ“ແລະ...ພຣະອົງຊົງປາກົດແກ່ເຄຟາສ(ເປໂຕ)ຫຼັງຈາກ ນັ້ນແກ່ສິບສອງຄົນ”(1 ໂກລິນໂທ 15:5).

ເປັນຫຍັງພຣະຄໍາພີຈື່ງບອກເຮົາຫຼາຍຢ່າງກ່ຽວກັບການຊົງເອີ້ນຂອງເປໂຕ,ການສະດຸດຂອງລາວ,ການຂາດຄວາມເຊື່ອຂອງລາວແລະການຕາບອດຂອງລາວກ່ຽວກັບຂ່າວປະ ເສີດແລະຄວາມທຸກທໍລະມານຂອງພຣະເຢຊູ? ເປັນຫຍັງຈື່ງໃຊ້ເວລາທັງໝົດບົດບອກເຮົາ ກ່ຽວກັບເປໂຕປະຕິເສດພຣະຄຣິດແລະຮ້ອງໄຫ້ຢ່າງຂື່ນຂົມພາຍໃຕ້ການສໍານຶກລະ?ແລະຕໍ່ ມາຫຼັງຈາກທຸກຢ່າງກໍມີພຽງຂໍ້ດຽວທີ່ສະແດງໃຫ້ເຫັນເຖິງການກັບໃຈໃໝ່ຂອງເປໂຕ, “ອົງ ພຣະຜູ້ເປັນເຈົ້າຊົງຟື້ນຂື້ນແລ້ວແລະຊົງປາກົດແກ່ຊີໂມນ(ເປໂຕ)” ເປັນຫຍັງ-ເພາະວ່າການ ສະດຸດແລະການສໍານຶກເປັນສິ່ງທີ່ສໍາຄັນທີ່ສຸດໃນການກັບໃຈໃໝ່ແທ້, ກວ່າທີ່ທ່ານຖືກນໍາມາ ສູ່ສະຖານທີ່ບ່ອນທີ່ທ່ານໄດ້“ອອກໄປແລະຮ້ອງໄຫ້ຢ່າງຂື່ນຂົມ”ເພາະຄວາມບາບຂອງທ່ານກໍມີຄວາມຫວັງນ້ອຍໆສໍາຫຼັບທ່ານ, ກວ່າທີ່ທ່ານຈະຮູ້ສຶກຄືກັບທີ່ເປໂຕຮູ້ສຶກຂ່າວປະເສີດກໍ ຈະບໍ່ມີຄວາມໝາຍໃດເລີຍຕໍ່ທ່ານ! ແນ່ນອນທ່ານກໍເກືອບຈະຕາຍໃນການບາບຂອງທ່ານ, ທ່ານຕ້ອງຮູ້ສຶກຕ້ອງການພຣະເຢຊູກ່ອນທີ່ທ່ານຈະວາງໃນພຣະອົງ ແລະຖືກຊໍາລະລ້າງ ອອກຈາກຄວາມຜິດບາບຂອງທ່ານໂດຍພຣະໂລຫິດຂອງພຣະອົງ,ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 22:31-34.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Grace! ‘Tis a Charming Sound” (by Philip Doddridge, 1702-1751; chorus by the Pastor).

ໂຄງຮ່າງບົດເທດສະໜາ

ເປໂຕ - ຖືກເອີ້ນ,ໃຫ້ສໍານຶກແລະກັບໃຈໃໝ່

PETER – CALLED, CONVICTED AND CONVERTED

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ແລະອົງພຣະຜູ້ເປັນເຈົ້າຕັດວ່າ ຊີໂມນຊີໂມນເອີຍເບິ່ງແມ້ຊາຕານໄດ້ຂໍທ່ານໄວ້ເພື່ອຈະຝັດຮ່ອນທ່ານເໝືອນຝັດເຂົ້າບະເລ້ ແຕ່ເຮົາໄດ້ອະທິຖານເພື່ອຕົວທ່ານເພື່ອຄວາມເຊື່ອຂອງທ່ານຈະບໍ່ໄດ້ຂາດແລະເມື່ອທ່ານໄດ້ຫັນກັບແລ້ວຈົ່ງຊູກຳລັງພີ່ນ້ອງທັງຫລາຍຂອງທ່ານ”(ລູກາ 22:31-32)

(ມັດທາຍ 4:19; 16:16,17; ລູກາ 4:41; ເອເຟໂຊ 2:1,5)

I.      ໜື່ງ ເປໂຕຖືກເອີ້ນ. ມັດທາຍ 4:18-20;ເພງສັນລະເສີນ 110:3; ມັດທາຍ 20:16; 22:14.

II.    ສອງ ເປໂຕໄດ້ສໍານຶກ. ມັດທາຍ 16:16,17;ລູກາ 18:31-34; 22:31-34, 54, 56, 62.

III.  ສາມ ເປໂຕໄດ້ກັບໃຈໃໝ່ແລ້ວ. ລູກາ 24:34; 1 ໂກລິນໂທ 15:5.