Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ປະເທດຈີນກາຍເປັນມະຫາອໍານາດໂລກໄດ້ແນວໃດ!

(ບົດເທດສະໜາຕອນທີ່ 88 ໃນໜັງສືປະຖົມມະການ)
HOW CHINA BECAME A WORLD POWER!
(SERMON #88 ON THE BOOK OF GENESIS)
(Laotian)

ໂດຍ ດຣ.ຊີ.ແອວ.ເຄແກນ
by Dr. C. L. Cagan

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 7/2/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, February 7, 2016

“ພຣະເຈົ້າຊົງອວຍພຣະພອນແກ່ໂນອາແລະລູກຊາຍທັງຫລາຍຂອງທ່ານ ແລະຕັດແກ່ພວກເຂົາວ່າ "ຈົ່ງມີລູກດົກ ແລະທະວີຫລາຍຂຶ້ນຈົນເຕັມແຜ່ນດິນ” (ປະຖົມມະການ 9:1)


ມື້ນີ້ຄຣິສຕະຈັກຂອງເຮົາກໍາລັງສະຫຼອງວັນກຸດຈີນ, ກຸດຈີນຫຼືປີໃໝ່ຈີນເປັນມື້ພັກ ຜ່ອນທີ່ສໍາຄັນທີ່ສຸດຂອງຄົນຈີນ, ມັນເລີ່ມຂື້ນເມື່ອສອງພັນປີກ່ອນພຣະຄຣິດມາເກີດເມື່ອຈັກ ກະພັດຮວງໄທໄດ້ອອກປະຕິທິນທໍາອິດ, ຄືກັບປະຕິທິນຕາເວັນຕົກ,ປະຕິທິນຈີນກໍນັບແຕ່ ລະປີແຕ່ຕ່າງກັບປະຕິທິນຕາເວັນຕົກເພາະປະຕິທິນຈີນອີງຕາມການໂຄຈອນຂອງດວງຈັນ, ປະຕິທິນຕາເວັນຕົກແມ່ນອີງຕາມການໂຄຈອນຂອງໜ່ວຍໂລກອ້ອມດວງຕາເວັນ, ໜ່ວຍ ໂລກໝຸນອ້ອມດວງຕາເວັນປີລະເທື່ອຊື່ງເຮັດໃຫ້ເກີດລະດູການຕ່າງໆເຊັ່ນລະດູຮ້ອນ,ລະດູ ໃບໄມ້ລົ່ນ, ລະດູໜາວແລະລະດູໃບໄມ້ປົ່ງ.

ປະຕິທິນຈີນແມ່ນອີງຕາມການໂຄຈອນຂອງດວງເດືອນອ້ອມໜ່ວຍໂລກ, ດວງ ເດືອນບໍ່ໄດ້ໝຸນອ້ອມໜ່ວຍໂລກສິບສອງເທື່ອຕໍ່ປີ, ນັ້ນແລະຄືເຫດຜົນທີ່ວ່າເປັນຫຍັງປີໃໝ່ ຈີນຈື່ງຖືກສະເຫຼີມສະຫຼອງໃນວັນທີທີ່ແຕກຕ່າງກັນໃນແຕ່ລະປີຄືກັບເທດສະການປັດສະກາໃນສາສະໜາຢິວແລະວັນອິດສະເຕີໃນສາສະໜາຄຣິສຕຽນ,ປີໃໝ່ຈີນແມ່ນສາມາດເກີດຂື້ນ ໄດ້ໃນລະຫວ່າງທ້າຍເດືອນມັງກອນຫາກາງເດືອນກຸມພາ, ກຸດຈີນປີນີ້ແມ່ນມື້ອື່ນນີ້ໃນວັນທີ 8 ເດືອນກຸມພາ, ຕາມປະເພນີແລ້ວການສະເຫຼີມສະຫຼອງແມ່ນເປັນເວລາຫຼາຍມື້ແລະມັນກໍ ສົມຄວນທີ່ຈະສະຫຼອງກຸດຈີນໃນວັນນີ້.

ການໂຄຈອນຢ່າງສົມບູນຂອງດວງຈັນຂອງຄົນຈີນໃຊ້ເວລາຫົກສິບປີແລະຖືກສ້າງຂື້ນເປັນຫ້າຮອບຂອງທຸກໆ 12 ປີ, ປະຕິທິນຈີນເອີ້ນຊື່ຂອງ 12 ປີຕາມສັດທີ່ລ້ຽງລູກດ້ວຍ ນົມ,ສັດເລື້ອຍຄານຫຼືນົກ - ໜູໃຫຍ່, ງົວຜູ້, ເສືອ, ກະຕ່າຍ, ມັງກອນ, ງູ, ມ້າ, ແກະ ລີງ, ໄກ່ຜູ້, ໝາແລະໝູ, ປີນີ້(ຄ.ສ. 2016) ແມ່ນປີລີງ, ຮູບແບບຂອງການສະເຫຼີມ ສະຫຼອງປີໃໝ່ນີ້ແມ່ນຖືກຈັດຂື້ນໃນປະເທດຕ່າງໆທີ່ໄດ້ຮັບອິດທິພົນໂດຍຄົນຈີນ, ລວມທັງ ປະເທດເກົາຫຼີ, ກຳປູເຈຍ, ຫວຽດນາມ, ມົງໂກເລຍ, ໄທ, ອິນໂດເນເຊຍ, ມາເລເຊຍ, ຟີລິບປີນ,ສິງກະໂປ, ໄຕ້ຫວັນ, ຊຸມຊົນຄົນຈີນຢູ່ທົ່ວທຸກແຫ່ງແລະແມ່ນແຕ່ໃນປະເທດຍີ່ປຸ່ນ ຈົນຮອດປີ 1873 ເມື່ອຄົນຍີ່ປຸ່ນໄດ້ຮັບເອົາປະຕິທິນຕາເວັນຕົກມາໃຊ້.

ປະເທດຈີນເປັນໜື່ງໃນຊາດທີ່ຍິ່ງໃຫຍ່ຂອງໂລກ, ປະເທດຈີນມີປະຊາກອນຫຼາຍ ກວ່າປະເທດອື່ນໆ - ເກືອບ 1,4 ຕື້ຄົນ,ຫຼາຍກວ່າປະເທດສະຫະລັດສີ່ເທົ່າ, ປະເທດຈີນ ໄດ້ເຕີບໃຫຍ່ສູ່ການເມືອງທີ່ຍິ່ງໃຫຍ່,ເສດຖະກິດແລະການທະຫານທີ່ຊົງອໍານາດ,ພ້ອມກັບ ການຕົກຕໍ່າລົງຂອງອາເມລິກາແລະຕາເວັນຕົກປະເທດຈີນໃນບໍ່ຊ້ານີ້ຈະກາຍເປັນຜູ້ນໍາໃນ ໂລກ.

ພຣະຄໍາພີໄດ້ທໍານວາຍລ່ວງໜ້າເລື່ອງການຟື້ນຟູຝ່າຍຈິດວິນຍານໃນປະເທດຈີນ, ເຈັດຮ້ອຍປີກ່ອນພຣະຄຣິດສະເດັດມາອິດສະຢາໄດ້ກ່າວວ່າ “ເບິ່ງແມ້ພວກເຫຼົ່ານີ້ຈະມາ ຈາກເມືອງໄກແລະເບິ່ງແມ້ຄົນເຫຼົ່ານີ້ມາຈາກເໜືອແລະຈາກທິດຕາເວັນຕົກແລະບາງຄົນມາຈາກດິນແດນສະເວເນ”(ອິດສະຢາ 49:12), ຄໍາທໍານວາຍສໍາເລັດລົງໂດຍການລະເບີດຂື້ນ ຂອງຊາວຄຣິສຕຽນໃນປະເທດຈີນ, ຕອນນີ້ມີຄຣິສຕຽນຫຼາຍກວ່າ 130 ລ້ານຄົນແລ້ວ, “ສະເວເນ”ແມ່ນຊື່ສະໄໝບູຮານຂອງຈີນ, ດຣ.ເຮັນຣີ່ເອັມມໍຣິສແລະນັກຄົ້ນຄ້ວາພຣະຄໍາພີ ຫຼາຍຄົນໄດ້ຊີ້ບອກວ່າ“ສະເວເນ”ເປັນປະເທດຈີນ( The Defender’s Study Bible; note on Isaiah 49:12) ຄໍານວາຍໄດ້ສໍາເລັດລົງໃນປະຈຸບັນນີ້, ທຸກເຊົ້າວັນອາທິດຢູ່ປະເທດຈີນມີຄົນ ໄປໂບດເພີ່ມຂື້ນຫຼາຍກວ່າໃນສະຫະລັດ, ຄານາດາແລະຢູໂລບມາລວມກັນອີກ! ຄົນໜຸ່ມ ສາວຊາວຈີນຫຼາຍຄົນເຄີຍມາທີ່ຄຣິສຕະຈັກຂອງພວກເຮົາ, ພວກເຂົາບາງຄົນໄດ້ເຊື່ອວາງ ໃຈໃນພຣະຄຣິດແລ້ວແລະພວກເຮົາຂອບຄຸນພຣະເຈົ້າສໍາຫຼັບພວກເຂົາ!

ປະເທດຈີນມີປະຫວັດສາດທີ່ຍາວນານ, ຄວາມຈະເລີນຮຸ່ງເຮື່ອງເລີ່ມຕົ້ນຂື້ນໃນປະ ເທດຈີນໃກ້ກັບແມ່ນໍ້າເຫຼືອງສອງພັນປີກ່ອນຄ.ສ.ພາຍໃຕ້ລາຊະວົງເຊຍ, ຄວາມຈະເລີນຮຸ່ງ ເຮືອງຂອງຊາວຈີນເຂັ້ມແຂງກວ່າເກົ່າພາຍໃຕ້ລາຊະວົງຊາງ 1,600 ປີກ່ອນຄ.ສ.

ມີຜູ້ຄົນອາໄສຢູ່ໃນປະເທດຈີນປະມານສອງຮ້ອຍປີຫຼັງຈາກນໍ້າຖ້ວມຂອງສະໄໝໂນອາ,ພຣະເຈົ້າຊົງຕັດສີນລົງໂທດຊາດມະນຸດໃນນໍ້າຖ້ວມໃຫຍ່, ໂລກຖືກປົກຄຸມໄປດ້ວຍນໍ້າ, ມີພຽງໂນອາແລະຄອບຄົວຂອງລາວເທົ່ານັ້ນທີ່ມີຊີວິດລອດຢູ່ໃນເຮືອ, ຫຼັງຈາກທີ່ນໍ້າຫຼຸດລົງ ໂນອາແລະຄອບຄົວຂອງລາວໄດ້ອອກມາຈາກເຮືອ, ຂໍໃຫ້ເຮົາເປີດພຣະຄໍາພີໄປໃນປະຖົມ ມະການ 9:1 ມັນຢູ່ໜ້າທີ່ 16 ໃນພຣະທໍາສະບັບສະກໍຟິວສຶກສາ, ພຣະເຈົ້າຕັດກັບພວກ ເຂົາວ່າ“ຈົ່ງມີລູກດົກແລະທະວີຫຼາຍຂື້ນຈົນເຕັມແຜ່ນດິນ”(ປະຖົມມະການ 9:1).

ບາງຄົນອາດຈະສົງໄສວ່າ“ມັນແມ່ນແທ້ບໍ? ມັນເຂົ້າກັບປະຫວັດສາດຊາວຈີນບໍ? ມະນຸດຊາດແຜ່ຂະຫຍາຍຈາກແປດຄົນມາເປັນລ້ານຄົນໃນເວລາສອງຮ້ອຍຫຼືສາມຮ້ອຍປີ - ຜູ້ຄົນໄດ້ສ້າງເມືອງຕ່າງໆໃນປະເທດຈີນ,ໃນປະເທດອິນເດຍ,ໃນອີຢິບແລະບ່ອນອື່ນອີກໄດ້ ແນວໃດ?” ເຊົ້ານີ້ຂ້າພະເຈົ້າຢາກຈະຂໍຕອບຄໍາຖາມພວກນີ້.

ປະການທີ່ໜື່ງ,ຈົ່ງຄິດເຖິງສິ່ງທີ່ເກີດຂື້ນກ່ອນນໍ້າຖ້ວມ, ຫຼາຍກວ່າຫົກພັນປີກ່ອນ, ພຣະເຈົ້າໄດ້ຕັດກັບພໍ່ແມ່ຄູ່ທໍາອິດຂອງເຮົາວ່າ “ຈົ່ງມີລູກດົກແລະທະວີຫຼາຍຂື້ນຈົນເຕັມ ແຜ່ນດິນ”(ປະຖົມມະການ 1:28), ພຣະເຈົ້າບອກພວກເຂົາໃຫ້ມີລູກຈົນເຕັມໂລກ.

ອາດາມແລະລູກຫຼານຂອງລາວໄດ້ແຜ່ເຕັມແຜ່ນດິນ, ຍ້ອນກັບໄປເມື່ອຜູ້ຄົນມີອາຍຸ 800 ຫຼື 900 ປີ, ສະພາບແວດລ້ອມແມ່ນດີກວ່າໃນປະຈຸບັນນີ້, ໂລກຖືກປົກຄຸມໄປດ້ວຍ ຈ້ອງຂອງອາຍນໍ້າທີ່ຊ່ວຍປ້ອງກັນຈາກລັງສີທີ່ມາຈາກອະວະກາດ, ຍັງບໍ່ມີຝົນຕົກເທື່ອ, “ແຕ່ມີໝອກຂື້ນມາຈາກແຜ່ນດິນໂລກ ເຮັດໃຫ້ພື້ນດິນປຽກທົ່ວໄປ”ແທນ(ປະຖົມມະການ 2:6),ມັນເປັນຄືກັບເຮືອນສີຂຽວ, ເປັນບ່ອນເພີ່ງພໍໃຈທີ່ຈະອາໄສຢູ່, ບັນດາຕົ້ນໄມ້ແລະສັດ ຕ່າງໆຈະເລີນງອກງາມ, ດັ່ງນັ້ນຜູ້ຄົນຈື່ງເປັນແບບນັ້ນ, ພວກເຂົາມີອາຍຸ 900 ປີຫຼືຫຼາຍ ກວ່ານັ້ນພຣະຄໍາພີກ່າວວ່າ “ລວມອາຍຸທີ່ອາດາມມີຊີວິດຢູ່ໄດ້ເກົ້າຮ້ອຍສາມສິບປິ” (ປະຖົມມະການ 5:5).

ແຕ່ອາດາມໄດ້ເຮັດບາບແລະໄດ້ນໍາຄວາມບາບແລະຄວາມຕາຍມາສູ່ຊາດມະນຸດ, ນັ້ນເປັນເຫດຜົນທີ່ຄາອິນລູກຊາຍຄົນທີ່ໜື່ງຂອງອາດາມໄດ້ຂ້າອາເບວນ້ອງຊາຍຂອງຕົນ (ປະຖົມມະການ 4:8), ພຣະເຈົ້າຕັດກັບຄາອິນວ່າ“ເຈົ້າຈະຕ້ອງພະເນຈອນຫຼົບໜີໄປມາໃນໂລກ”(ປະຖົມມະການ 4:12), ຄາອິນໄດ້ໜີໄປໄກ“ອາໄສຢູ່ເມືອງໂນດທາງດ້ານທິດຕະເວັນອອກຂອງເອເດນ”(ປະຖົມມະການ 4:16), “ແຜ່ນດິນໂນດ” ແທ້ຈິງແລ້ວໝາຍເຖິງ “ດິນແດນແຫ່ງການວົນວຽນໄປມາ” ດຣ.ເອັມ.ອາ.ດີຮານໄດ້ກ່າວວ່າ“ປະເພນີກ່ຽວພັນກັນທີ່ ວ່າຄາອິນໄດ້ອອກໄປສູ່ອິນເດຍແລະຈີນແລະດິນແດນຫ່າງໄກອື່ນໆ” (The Days of Noah, Zondervan, 1971, p. 33).ຄາອິນໄດ້ສ້າງເມືອງທີ່ຢູ່ຫ່າງອອກໄປຈາກພໍ່ແມ່ຂອງລາວ(ເບິ່ງ ປະຖົມມະການ 4:17).

ຄາອິນໄດ້ແລ່ນໜີ,ອາເບວຕາຍໄປແລ້ວ,ອາດາມກັບເອວາມີລູກຊາຍອີກຄົນໜື່ງຊື່ ວ່າເສດ(ປະຖົມມະການ4:25),ພວກເຂົາມີ“ລູກຊາຍແລະລູກສາວຫຼາຍຄົນ”(ປະຖົມມະການ 5:4), ໃນຊີວິດ 930 ປີຂອງລາວອາດາມມີລູກເປັນຈໍານວນຫຼາຍ, ອີງຕາມປະເພນີຂອງ ຊາວຢິວອາດາມກັບເອວາມີລູກ 56 ຄົນ!

ເສດມີອາຍຸໄດ້ 912 ປີ, ລາວມີ“ລູກຊາຍແລະລູກສາວຫຼາຍຄົນ”(ປະຖົມມະການ 5:7,8), ເອໂນສລູກຊາຍຂອງເສດມີຊີວິດໄດ້ 905 ປິ, ລາວມີ“ລູກຊາຍແລະລູກສາວຫຼາຍ ຄົນ”(ປະຖົມມະການ 5:13,14) ປະຖົມມະການບົດທີ່ຫ້າໄດ້ບອກຊື່ແລະອາຍຸຂອງບຸລຸດຜູ້ ຍິ່ງໃຫຍ່ໃນເວລານັ້ນ, ພວກເຂົາສ່ວນຫຼາຍມີອາຍຸຫຼາຍກວ່າ 900 ປີ, ພວກເຂົາມີລູກຫຼາຍ ຄົນ, ຊາດມະນຸດຈື່ງເຕັມແຜ່ນດິນ.

ມີຜູ້ຄົນຫຼາຍລ້ານຄົນແມ່ນກະທັ່ງພັນລ້ານຄົນໃນສະໄໝນໍ້າຖ້ວມໂລກ, ພວກເຂົາ ໄດ້ແຜ່ຂະຫຍາຍໄປທົ່ວທຸກມຸມໂລກ, ຊື່ງພໍດີກັບນໍ້າຖ້ວມທົ່ວໂລກ, ນໍ້າຖ້ວມໄດ້ປົກຄຸມທົ່ວ ແຜ່ນດິນໂລກເພາະຜູ້ຄົນໄດ້ປົກຄຸມຢູ່ທົ່ວແຜ່ນດິນໂລກ!

ພວກເຂົາຢູ່ເຕັມແຜ່ນດິນໂລກໃນຖານະເປັນຄົນບາບ , “ພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫລາຍເທິງແຜ່ນດິນໂລກ ແລະເຈດຕະນາທຸກຢ່າງແຫ່ງຄວາມຄິດທັງຫລາຍໃນໃຈຂອງພວກເຂົາລ້ວນແຕ່ຊົ່ວຮ້າຍຢ່າງດຽວສະເໝີໄປ”(ປະຖົມມະການ 6:5)“ດັ່ງນັ້ນມະນຸດໂລກຈຶ່ງຊົ່ວຊ້າຕໍ່ພຣະພັກພຣະເຈົ້າ ແລະແຜ່ນດິນໂລກກໍເຕັມໄປດ້ວຍຄວາມອຳມະຫິດ”(ປະຖົມມະການ 6:11).

ພຣະເຈົ້າໄດ້ຕັດສິນລົງໂທດຊາດມະນຸດດ້ວຍນໍ້າຖ້ວມ, ນໍ້າໄດ້ປົກຄຸມໂລກເປັນເວ ລາ 150 ມື້(ປະຖົມມະການ 7:24), ມີພຽງໂນອາກັບຄອບຄົວຂອງລາວ - ແປດຄົນເທົ່າ ນັ້ນ - ທີ່ມີຊີວິດຢູ່ໃນເຮືອ, ສ່ວນທີ່ເຫຼືອໄດ້ຈົ່ມລົງແລະຕົກນາຮົກ, ລະດັບນໍ້າໄດ້ຫຼຸດລົງ, ເຮືອກໍຈອດຢູ່ເທິງພູອາຣາຣັດໃນປະເທດອາເມເນຍ(ປະຖົມມະການ 8:4), ເມື່ອໂນອາກັບ ຄອບຄົວອອກຈາກເຮືອ,ພຣະເຈົ້າກໍຕັດກັບພວກເຂົາວ່າ“ຈົ່ງມີລູກດົກແລະທະວີຫຼາຍຂື້ນຈົນ ເຕັມແຜ່ນດິນ”(ປະຖົມມະການ 9:1).

ນີ້ແມ່ນຄໍາສັ່ງອັນດຽວກັນທີ່ພຣະເຈົ້າໄດ້ສັ່ງອາດາມກັບເອວາ, ມັນງ່າຍທີ່ຈະເຮັດ ຕາມ,ຜູ້ຄົນຍັງຄົງຢູ່ເປັນເວລາຫຼາຍສະຕະວັດ - ບໍ່ຍາວນານຄືກັບກ່ອນນໍ້າຖ້ວມ,ນັບຕັ້ງແຕ່ ທີ່ໝອກປົກຄຸມຢູ່ເໜືອພື້ນດິນ,ແຕ່ຜົວເມຍຄູ່ໜື່ງກໍຍັງສາມາດມີລູກ 20,30 ຄົນຫຼືຫຼາຍກວ່າ.

ເຊີນຢືນຂື້ນແລະຮ້ອງເພງ“ຈິດໃຈຂອງຂ້າສັນລະເສີນແດ່ກະສັດແຫ່ງສະຫວັນ”

ຈິດໃຈຂອງຂ້າສັນລະເສີນແດ່ກະສັດແຫ່ງສະຫວັນ,ຂໍສັນເສີນທີ່ພຣະບາດພຣະອົງ
ການໄຖ່,ຮັກສາ,ຟື້ນຂື້ນໃໝ່,ການອະໄພມີໃຜແດ່ເໝືອນພຣະອົງ ທີ່ຄວນສັນລະເສີນ?
ສັນລະເສີນພຣະອົງ! ສັນລະເສີນພຣະອົງ! ສັນລະ ເສີນແດ່ກະສັດເປັນນິດ
(“ສັນລະເສີນຈິດໃຈຂອງຂ້າແດ່ກະສັດແຫ່ງສະຫວັນ” ຈາກເພງສັນລະ
ເສີນ 103 ໂດຍເຮັນຣີ່ເອັຟໄລທ໌ 1793-1847).

ເຊີນນັ່ງລົງໄດ້.

ມັນເປັນເລື່ອງງ່າຍທີ່ຈະແຜ່ຂະຫຍາຍໄປທົ່ວໂລກ, ອຸນນະພູມເຢັນຂື້ນຫຼັງຈາກ ນໍ້າຖ້ວມ, ນັກວິທະຍາສາດຫຼາຍຄົນເອີ້ນຊ່ວງເວລານີ້ວ່າ“ຍຸກນໍ້າແຂງ” ນໍ້າເປັນຈໍານວນ ຫຼາຍຖືກປິດຢູ່ໃນນໍ້າກ້ອນ, ພູຫຼາຍໜ່ວຍໄດ້ໂພ່ຂື້ນມາແລະມະຫາສະໝຸດຕ່າງໆໄດ້ຖອຍໄປ ໄກ, ມັນເປັນເລື່ອງງ່າຍທີ່ຈະຂ້າມຈາກເອເຊຍມາອາເມລິກາເໜືອ, ນໍ້າລະຫວ່າງຣັດເຊຍ ກັບອາລາສກາໄດ້ຖອຍຫ່າງອອກໄປ, ເຄີຍມີແຜ່ນດິນເປັນຂົວລະຫວ່າງຣັດເຊຍກັບອາລາສ ກາ, ນັກວິທະຍາສາດຫຼາຍຄົນໄດ້ສະແດງໃຫ້ເຫັນວ່າ“ຄົນອິນເດຍ”ພື້ນເມືອງ - ຈາກອາ ລາສກາຫາອາເມລິກາໃຕ້ແມ່ນມີຄວາມກ່ຽວພັນກັບຜູ້ຄົນໃນປະເທດຈີນ.

ມີເຫດຜົນອື່ນອີກທີ່ວ່າມັນເປັນເລື່ອງງ່າຍທີ່ຈະເຮັດໃຫ້ໂລກເຕັມໄປດ້ວຍຜູ້ຄົນໃນ ສອງຮ້ອຍຫຼືສາມຮ້ອຍປີ, ຜູ້ຄົນໄດ້ຮູ້ຈັກພູມີປະເທດຂອງໂລກແລ້ວ,ກ່ອນນໍ້າຖ້ວມພວກເຂົາ ໄດ້ຮູ້ຈັກແຜນພັງຂອງແຜ່ນດິນແລ້ວ, ບັນພະບຸລຸດຂອງພວກເຂົາເຄີຍຢູ່ໃນປະເທດອິນເດຍ ແລະປະເທດຈີນ, ພວກເຂົາຮູ້ຈັກວ່າພວກເຂົາກໍາລັງຈະໄປໃສ!

ອີກເທື່ອໜື່ງການເຮັດໃຫ້ໂລກເຕັມມັນງ່າຍຫຼາຍ, ມັນໃຊ້ເວລາດົນກວ່າທີ່ຄວນຈະ ເປັນ, ຂ້າພະເຈົ້າຈະຂໍອະທິບາຍຈັກໜ້ອຍວ່າມັນເປັນຫຍັງ, ແຕ່ເມື່ອຜູ້ຄົນໄດ້ແຜ່ຂະຫຍາຍ ອອກໄປ,ພວກເຂົາໄດ້ປົກຄຸມພື້ນແຜ່ນດິນຢ່າງໄວວາ! ລູກຊາຍຂອງໂນອາຄືເຊມ,ຮາມແລະ ຢາເຟດ(ປະຖົມມະການ 10:1), ເຊມກາຍມາເປັນບັນພະບຸລຸດຂອງຄົນຊາວຢິວກັບອາຣັບ ຜູ້ຄົນໃນຕາເວັນອອກກາງ, ອັບຣາຮາມເປັນເຊື້ອສາຍຂອງເຊມ, ຜ່ານທາງອິສອັກລູກຊາຍ ຂອງລາວອັບຣາຮາມເປັນພໍ່ຂອງຄົນຢິວ, ຜ່ານທາງອິສມາເອວລູກຊາຍຂອງລາວອັບຣາ ຮາມເປັນບັນພະບຸລຸດຂອງພວກອາຣັບ, ທັງຄົນຢິວແລະອາຣັບເປັນຄົນທີ່ເກີດມາຈາກເຊມ.

ຢາເຟດ ກາຍມາເປັນບັນບຸລຸດຂອງຊົນຊາດຕ່າງໆໃນທະວີບຢູໂລບແລະເອເຊຍ, ໜື່ງໃນລູກຂອງລາວແມ່ນໂກເມີບັນພະບຸລຸດຂອງຫຼາຍຊົນຊາດໃນຢູໂລບຕາເວັນຕົກ, ລູກ ອີກຄົນໜື່ງແມ່ນມາໂກກບັນພະບຸລຸດຂອງຄົນຣັດເຊຍແລະຢູເຄຣນ, ຫຼານຊາຍຂອງຢາເຟດ ຊື່ທາຊີສບັນພະບຸລຸດຂອງຄົນສະເປນ, ຄົນຈີນເປັນລູກຫຼານຂອງຢາເຟດ.

ຮາມແມ່ນພັນພະບຸລຸດຂອງພວກເຊື້ອຊາຍຮາມຊົນຊາດອັບຟຣິກາ, ໜື່ງໃນລູກ ຊາຍຂອງຮາມຊື່ວ່າມິຊຣາອິມ (ປະຖົມມະການ 10:6), ຊື່ງເປັນຊື່ພາສາຮິບຣູສໍາຫຼັບປະ ເທດອີຢິບ,ປະເທດທໍາອິດໃນອັບຟຣິກາທີ່ຜູ້ຄົນໄປເຖິງຫຼືຮູ້ຈັກ.

ລູກຫຼານຂອງໂນອາໄດ້ເຕັມໄປທົ່ວໂລກໃນເວລາສັ້ນໆ, ແຕ່ເລື່ອງນີ້ບໍ່ໄດ້ເກີດຂື້ນ ທັນທີ! ຕອນທໍາອິດພວກເຂົາປະຕິເສດທີ່ຈະເຊື່ອຟັງພຣະເຈົ້າ, ຄືກັບພຣະຄໍາພີໃໝ່ໄດ້ຕັດ ວ່າ“ໃຈຊຶ່ງປັກຢູ່ກັບເນື້ອໜັງ(ຄົນຍັງບໍ່ກັບໃຈໃໝ່)ນັ້ນກໍເປັນສັດຕູຕໍ່ພຣະເຈົ້າ” (ໂລມ 8:7), ມັນເປັນທໍາມະຊາດບາບຂອງມະນຸດທີ່ກະບົດຕໍ່ສູ້ພຣະເຈົ້າ, ຜູ້ຄົນໄດ້ປະຕິເສດທີ່ຈະແຜ່ຂະ ຫຍາຍອອກໄປຈົນເຕັມແຜ່ນດິນໂລກ,ແມ່ນຫຍັງເກີດຂື້ນລະ?

ໜື່ງໃນລູກຊາຍຂອງຮາມແມ່ນຄູສຊື່ງເປັນພໍ່ຂອງນິມໂຣມ(ປະຖົມມະການ 10:6-9), ນິມໂຣມເປັນຄົນອວດຕົວແລະຊົ່ວຊ້າ, ລາວໄດ້ສ້າງອານາຈັກໜື່ງຂື້ນປົກຄອງຈາກ ເມືອງບາເບວ(ບາບິໂລນ)ໃນແຜ່ນດິນຊິນາ(ຕໍ່ມາເອີ້ນວ່າບາບິໂລເນຍ),ກັບກະສັດນິມໂຣມຜູ້ຄົນໄດ້ປະຕິເສດທີ່ຈະຢູ່ເຕັມພື້ນໂລກ, ພວກເຂົາເວົ້າວ່າ“ໃຫ້ພວກເຮົາສ້າງເມືອງຂຶ້ນເມືອງໜຶ່ງແລະກໍ່ຫໍໃຫ້ຍອດຂອງມັນໄປເຖິງຟ້າສະຫວັນ ແລະໃຫ້ພວກເຮົາສ້າງຊື່ສຽງຂອງພວກເຮົາໄວ້ ເພື່ອວ່າພວກເຮົາຈະບໍ່ກະຈັດກະຈາຍໄປທົ່ວພື້ນແຜ່ນດິນໂລກ”(ປະຖົມມະການ 11:4), ພວກເຂົາບໍ່ຕ້ອງການທີ່ຈະແຜ່ຂະຫຍາຍອອກໄປ, ພວກເຂົາຕ້ອງການສ້າງເມືອງ ໜື່ງແລະຫໍຄອຍອັນໜື່ງ,ສູນກາງອໍານາດເພື່ອສະແດງເຖິງສະຫງ່າລາສີຂອງພວກເຂົາ.

ແຕ່ພຣະເຈົ້າໄດ້ພິພາກສາພວກເຂົາ, ພຣະອົງຊົງຢຸດຢັ້ງພວກເຂົາຈາກການສ້າງຫໍ ຄອຍນັ້ນ, ທຸກຄົນເວົ້າພາສາອັນດຽວກັນ“ທົ່ວແຜ່ນດິນໂລກມີພາສາດຽວແລະມີສຳນຽງດຽວກັນ”(ປະຖົມມະການ 11:1), ແລະພຣະເຈົ້າຕັດວ່າ:

“ມາເຖີດ ໃຫ້ພວກເຮົາລົງໄປບ່ອນນັ້ນແລະເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍ ເພື່ອບໍ່ໃຫ້ພວກເຂົາເວົ້າເຂົ້າໃຈກັນໄດ້ ດັ່ງນັ້ນພຣະເຈົ້າຈຶ່ງຊົງເຮັດໃຫ້ພວກເຂົາກະຈັດກະຈາຍຈາກບ່ອນນັ້ນໄປທົ່ວພື້ນແຜ່ນດິນ ພວກ ເຂົາກໍເລີກສ້າງເມືອງນັ້ນ ເຫດສະນັ້ນຈຶ່ງເອີ້ນຊື່ເມືອງນັ້ນວ່າ ບາເບວ ເພາະວ່າບ່ອນນັ້ນພຣະເຈົ້າຊົງເຮັດໃຫ້ພາສາຂອງທົ່ວໂລກວຸ້ນວາຍ ແລະ ຈາກບ່ອນນັ້ນພຣະເຈົ້າໄດ້ຊົງເຮັດໃຫ້ພວກເຂົາກະຈັດກະຈາຍອອກໄປທົ່ວພື້ນແຜ່ນດິນໂລກ” (ປະຖົມມະການ 11:7-9)

ພຣະເຈົ້າຊົງເຮັດໃຫ້ພາສາຂອງເຂົາສັບສົນ,ຄໍາວ່າ“ບາເບວ”ໝາຍເຖິງ“ຄວາມສັບສົນ”ຜູ້ຄົນບໍ່ເຂົ້າໃຈກັນແລະກັນ, ແຕ່ລະຄົນສາມາດເວົ້າໄດ້ແຕ່ພາສາຂອງກຸ່ມຂອງຕົນເອງ, ພວກ ເຂົາຈື່ງສ້າງຫໍຄອຍບໍ່ສໍາເລັດ, ສັງຄົມຂອງເຂົາໄດ້ແບ່ງແຍກກັນ, ທຸກຄົນໄດ້ແຍກຈາກກັນ ແລ້ວໄປກັບຄົນທີ່ພວກເຂົາສາມາດສົນທະນາກັນໄດ້ - ຄືພີ່ນ້ອງທີ່ໃກ້ຊິດກັນ, ພວກເຂົາ ໄດ້ປົກຄຸມເຕັມແຜ່ນດິນໂລກ - ເມື່ອພວກເຂົາຖືກບັງຄັບໃຫ້ເຮັດແບບນັ້ນ, ພຣະຄໍາພີກ່າວ ວ່າໃນສະໄໝນັ້ນ“ແຜ່ນດິນຖືກແບ່ງແຍກ” (ປະຖົມມະການ 10:25).

ເລື່ອງນີ້ເກີດຂື້ນປະມານ 100 ປີຫຼັງຈາກນໍ້າຖ້ວມ, ຊາດມະນຸດແມ່ນຄົນຜູ້ດຽວກັນ ມັນຍັງເປັນຢູ່! ພຣະຄໍາພີກ່າວວ່າພຣະເຈົ້າໄດ້“ຊົງສ້າງມະນຸດທຸກຊາດສືບສາຍເລືອດອັນດຽວກັນ”(ກິດຈະການ 17:26), ນັ້ນແລະຄືເຫດຜົນທີ່ຜູ້ຊາຍທຸກຄົນສາມາດແຕ່ງງານກັບຜູ້ ຍິງທຸກຄົນແລະມີລູກໄດ້,ທຸກຄົນລາກຫຼາຍທາງຊີວະພາບຂອງຊາດມະນຸດແມ່ນບັນຈຸຢູ່ໃນ ໂນອາກັບຄອບຄົວຂອງລາວ, ແຕ່ພາຍຫຼັງຫໍບາເບວຜູ້ຄົນໄດ້ແບ່ງອອກເປັນກຸ່ມພາສາ ນ້ອຍໆ,ເປັນເວລາຫຼາຍຮ້ອຍປີພວກເຂົາໄດ້ແຕ່ງງານກັບຄົນພາຍໃນກຸ່ມຂອງເຂົາເທົ່ານັ້ນ,ບໍ່ຊ້າຜູ້ຄົນກໍບໍ່ຄື, ນີ້ຄືບ່ອນທີ່ເຊື້ອຊາດຕ່າງກັນ, ພາສາຕ່າງໆແລະຊົນຊາດຕ່າງໆມາຈາກ. ບາງຄົນກໍໄປທະວີບຢູໂລບແລະເວົ້າພາສາຂອງຕົນຢູ່ບ່ອນນັ້ນ, ຄົນອື່ນໆກໍໄປອັບຟຣິກາ, ບາງຄົນກໍໄປປະເທດຈີນແລະເວົ້າພາສາຈີນຕໍ່ກັນແລະກັນ.

ຂະບວນການໃຊ້ເວລາພຽງສັ້ນໆ, ກຸ່ມພາສາເຫຼົ່ານີ້ແມ່ນກະຈັດກະຈາຍໄປທົ່ວໂລກ ລູກຫຼານຂອງຢາເຟດໄດ້ໄປທະວີບຢູໂລບ,ໄປປະເທດອິນເດຍແລະຈີນ, ແລະສຸດທ້າຍກໍໄປ ທະວີບອາເມລິກາ, ພວກລູກຫຼານຂອງຮາມໄດ້ໄປທະວີບອັບຟຣິກາ,ພວກລູກຫຼານຂອງ ເຊມໄດ້ຕື່ມເຕັມຕາເວັນອອກກາງ.

ບໍ່ວ່າພວກເຂົາຈະໄປໃສຜູ້ຄົນກໍຍັງຈື່ເລື່ອງນໍ້າຖ້ວມ, ນັ້ນແລະທີ່ວ່າທຸກຊົນເຜົ່າທົ່ວ ໂລກຈະມີເລື່ອງເລົ່າກ່ຽວກັບນໍ້າຖ້ວມ, ຊາວອາເມລິກັນພື້ນເມືອງທາງຕາເວັນຕົກສຽງເໜືອ ກໍເວົ້າເຖິງຜູ້ຊາຍຄົນໜື່ງທີ່ສ້າງເຮືອ, ຜູ້ຄົນຂອງເກາະຟິຈິກໍມີນິທານເລື່ອງນໍ້າຖ້ວມ.

ບໍ່ວ່າພວກເຂົາຈະໄປໃສຜູ້ຄົນກໍເຊື່ອໃນພຣະເຈົ້າອົງດຽວ,ພວກເຂົາໄດ້ຮຽນຮູ້ເລື່ອງ ນີ້ຈາກໂນອາກັບລູກຂອງລາວ, ຊົນເຜົ່າຕ່າງໆຂອງອາເມລິກາເໜືອເຊື່ອໃນພຣະເຈົ້າອົງໜື່ງ ຊື່ງເຂົາເອີ້ນວ່າວິນຍານຜູ້ຍິ່ງໃຫຍ່, ໃນພາສາໂພຣໂຕຢູໂລບຊື່ງນໍາໄປສູ່ພາສາຂອງຢູໂລບ ແລະອິນເດຍ,ພວກເຮົາກໍໄດ້ຍິນເລື່ອງ“ດີອູສ-ເປເຕີ” “ພຣະເຈົ້າພຣະບິດາ” ພຣະບິດາຜູ້ຢູ່ ໃນສະຫວັນ, ດີອູສ-ເປເຕີມາຈາກຊື່ຂອງຊີອູສພະຂອງຊາວກຣີກແລະຈູປີເຕີພະຂອງຊາວ ໂຣມັນ.

ຊາວມົງໂກນເຊື່ອໃນເຕັງກຣິ,ພຣະເຈົ້າຟ້າອາກາດຜູ້ຍິ່ງໃຫຍ່ມີເຄົ້າມາແຕ່ພຣະເຈົ້າພຣະບິດາ, ຊາວຈີນບູຮານເຊື່ອໃນພຣະເຈົ້າອົງດຽວ, ດຣ.ເຈມເລັກ (1815-1897) ຄືສາສະ ດາຈານຂອງພາສາຈີນແລະວັນນະຄະດີທີ່ມະຫາວິທະຍາໄລອັອກຟອດ, ຢູ່ໃນໜັງສືຂອງ ລາວທີ່ຊື່ວ່າ ສາສະໜາຕ່າງໆຂອງຈີນ (Charles Scribner’s Sons, 1881), ດຣ.ເລັກໄດ້ສະ ແດງໃຫ້ເຫັນວ່າສາສະໜາດັງເດີມຂອງຈີນແມ່ນການເຊື່ອໃນພຣະເຈົ້າອົງດຽວຜູ້ທີ່ເຂົາເອີ້ນ ວ່າແຊງໄທ (ກະສັດແຫ່ງສະຫວັນ), ສອງພັນປີກ່ອນຄ.ສ.ຫຼາຍສະຕະວັດກ່ອນຂົງຈື້ກັບພຸດ ທະເຈົ້າເກີດມາຊາວຈີນໄດ້ນະມັດສະການພຣະເຈົ້າອົງດຽວ-ພຣະເຈົ້າພຣະບິດາກະສັດແຫ່ງ ສະຫວັນ.

ສາສະໜາດັງເດີມຂອງຈີນບໍ່ແມ່ນສາສະໜາພຸດ, ພຸດບໍ່ແມ່ນຄົນຈີນ! ລາວອາໄສຢູ່ ໃນປະເທດອິນເດຍ, ສາສະໜາພຸດຖືກນໍາເຂົ້າມາປະເທດຈີນຈາກອິນເດຍ, ສາສະໜາເດີມ ຂອງຈີນແມ່ນຄວາມເຊື່ອວ່າມີພຣະເຈົ້າອົງດຽວເທົ່ານັ້ນ-ແຊງໄທກະສັດແຫ່ງສະຫວັນ, ຕໍ່ ມາຄວາມເຊື່ອງົມງວາຍແລະຄວາມຜິດພາດຕ່າງໆໄດ້ຕື່ມເຂົ້າມາ,ແຕ່ແຊງໄທກະສັດແຫ່ງ ສະຫວັນເປັນພຣະເຈົ້າດັງເດີມຂອງປະເທດຈີນ!“ຈິດໃຈຂອງຂ້າສັນລະເສີນແດ່ກະສັດແຫ່ງ ສະຫວັນ” ຂໍເຊີນຢືນຂື້ນແລະຮ້ອງນໍາກັນ!

ຈິດໃຈຂອງຂ້າສັນລະເສີນແດ່ກະສັດແຫ່ງສະຫວັນ,ຂໍສັນເສີນທີ່ພຣະບາດພຣະອົງ
ການໄຖ່,ຮັກສາ,ຟື້ນຂື້ນໃໝ່,ການອະໄພມີໃຜແດ່ເໝືອນພຣະອົງ ທີ່ຄວນສັນລະເສີນ?
ສັນລະເສີນພຣະອົງ! ສັນລະເສີນພຣະອົງ! ສັນລະ ເສີນແດ່ກະສັດເປັນນິດ

ຂໍເຊີນນັ່ງລົງໄດ້.

ເປັນຫຍັງຄົນຈີນຈື່ງໜີໄປຈາກພຣະເຈົ້າຜູ້ທ່ຽງແທ້ລະ? ກໍເພາະວ່າພວກເຂົາເປັນ ຄົນບາບ, ທຸກຄົນໃນໂລກນີ້ເປັນຄົນບາບ, ຄົນບູຮານຢູ່ໃນທຸກໆແດນດິນເປັນຄົນບາບ, ພວກເຂົາເປັນ“ສັດຕູຕໍ່ພຣະເຈົ້າ”(ໂລມ 8:7), ພວກເຂົາບໍ່ຕ້ອງການພຣະເຈົ້າ, ດັ່ງນັ້ນພວກ ເຂົາຈື່ງສ້າງຄວາມເຊື່ອງົມງວາຍ, ຮູບເຄົາລົບຕ່າງໆແລະສາສະໜາທຽມເທັດຕ່າງໆຂື້ນມາ, ພຣະຄໍາພີກ່າວວ່າ:

“ເພາະເຖິງແມ່ນວ່າເຂົາທັງຫລາຍໄດ້ຮູ້ຈັກພຣະເຈົ້າແລ້ວ ເຂົາກໍບໍ່ໄດ້ຖະວາຍພຣະກຽດແດ່ພຣະອົງໃຫ້ສົມກັບທີ່ຊົງເປັນພຣະເຈົ້າ ຫລືຫາໄດ້ຂອບຄຸນບໍ່ ແຕ່ເຂົາກັບຄິດໃນສິ່ງທີ່ບໍ່ເປັນສາລະ ແລະຈິດໃຈໂງ່ໆຂອງເຂົາກໍມືດມົວໄປ ເຂົາອ້າງຕົວວ່າເປັນຄົນມີປັນຍາ ເຂົາຈຶ່ງກາຍເປັນຄົນໂງ່ໄປ ແລະເຂົາໄດ້ເອົາສະຫງ່າລາສີຂອງພຣະເຈົ້າຜູ້ເປັນອຳມະຕະ ມາແລກກັບຮູບມະນຸດທີ່ຕ້ອງຕາຍຫລືຮູບນົກ ຮູບສັດສີ່ຕີນ ແລະຮູບສັດເລື້ອຍຄານ” (ໂລມ 1:21-23)

ເລື່ອງນີ້ເກີດຂື້ນກັບມະນຸດທຸກຄົນ, ມັນເກີດຂື້ນຢູ່ໃນອີຢິບ, ໃນບາບິໂລນເນຍ,ໃນຢູໂລບ, ໃນອິນເດຍແລະມັນເກີດຂື້ນຢູ່ໃນປະເທດຈີນ, ນີ້ແມ່ນບ່ອນທີ່ສາສະໜາທຽມຂອງໂລກເກີດ ຂື້ນ, ມະນຸດຄົນບາບປະຕິເສດຄວາມຈີງແລະຮັບເອົາຄວາມຫລອກລວງທຸກຢ່າງ, ແສງສະ ຫວ່າງມືດລົງ, ຄວາມມືດກໍາເນີດຂື້ນ, ກັບມະນຸດເຮົາບໍ່ມີຄວາມຫວັງເລີຍ.

ຊົງເປັນພຣະເຈົ້າຜູ້ຊົງແນມລົງມາຫາເມືອງບາບທີ່ເອີ້ນວ່າເອີຂອງເຄວເດຍ, ຢູ່ ບ່ອນນັ້ນພຣະອົງຕັດກັບຜູ້ຊາຍຄົນໜື່ງທີ່ຊື່ອັບຣາຮາມວ່າ“ເຈົ້າຈົ່ງອອກໄປຈາກປະເທດຂອງເຈົ້າ...ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່ຊາດໜຶ່ງ ເຮົາຈະອວຍພອນເຈົ້າ...ແລະເຈົ້າຈະເປັນແຫລ່ງພຣະພອນ...ບັນດາຄອບຄົວທົ່ວແຜ່ນດິນໂລກຈະໄດ້ຮັບພຣະພອນເພາະເຈົ້າ” (ປະຖົມມະການ 12:1-3), ພຣະເຈົ້າຕັດກັບລາວວ່າ“ເຮົາມີຄໍາຊົງເອີ້ນສໍາຫຼັບເຈົ້າ” ອັບຣາ ຮາມເຊື່ອໃນພຣະເຈົ້າຜູ້ທ່ຽງແທ້, ລາວໄດ້ກາຍມາເປັນບັນພະບຸລຸດຂອງຄົນຢິວຄົນທີ່ພຣະ ເຈົ້າຊົງເລືອກໄວ້ໃນໂລກນີ້.

ພຣະເຈົ້າຊົງໃຊ້ຄົນຢີວເພື່ອເອົາພຣະຄໍາພີໃຫ້ພວກເຮົາ, ແລະພຣະເຈົ້າໄດ້ຊົງໃຊ້ ພຣະບຸດຂອງພຣະອົງຄືພຣະເຢຊູໃຫ້ມາເກີດກັບຜູ້ຍິງຊາວຢິວຄົນໜື່ງຊື່ວ່າມາຣີ, ຢູ່ໃນປະ ເທດອິດສະຣາເອນພຣະເຢຊູຊົງເຕີບໃຫຍ່ເປັນລູກຜູ້ຊາຍ, ໃນປະເທດອິດສະຣາເອນນັ້ນ ພຣະເຢຊູຊົງສີ້ນພຣະຊົນເທິງໄມ້ກາງແຂນເພື່ອຄ່າຄວາມຜິດບາບຂອງພວກເຮົາ. ພຣະອົງ ຊົງປະທານໂລຫິດຂອງພຣະອົງເພື່ອຊໍາລະລ້າງເຮົາອອກຈາກຄວວາມຜິດບາບ, ພຣະອົງ ຊົງຟື້ນຂື້ນມາຈາກຕາຍເພື່ອມອບຊີວິດໃຫ້ແກ່ເຮົາ, ພຣະເຢຊູຕາຍເພື່ອມະນຸດທຸກຄົນ - ບໍ່ ແມ່ນແຕ່ສະເພາະຄົນຢິວເທົ່ານັ້ນແຕ່ສໍາຫຼັບຄົນຈີນແລະທຸກຄົນໃນໂລກ! ພຣະຄຣິດ“ຊົງ ເປັນຜູ້ລຶບລ້າງພຣະອາຊະຍາ...ສໍາຫຼັບບາບຂອງມະນຸຸດທຸກຄົນໃນໂລກ”(1 ໂຢຮັນ 2:2) ຄຣິສຕຽນເປັນສາສະໜາແທ້ດຽວຂອງມະນຸດທຸກຄົນ, ບໍ່ແມ່ນ“ສາສະໜາຂອງພວກອາເມລິ ກາ” ຄົນອາເມລິກາສ່ວນຫຼາຍບໍ່ແມ່ນຄຣິສຕຽນແທ້, ພຣະຄຣິດບໍ່ແມ່ນສໍາຫຼັບຊົນຊາດໜື່ງຫຼື ວັດທະນາທໍາໜື່ງ, ມີຄຣິສຕຽນຢູ່ໃນທຸກໆປະເທດຂອງໂລກນີ້ເພາະພຣະຄຣິດຊົງຕາຍ“ສໍາ ຫຼັບບາບຂອງມະນຸຸດທຸກຄົນໃນໂລກ” - ສໍາຫຼັບຄົນຈີນ,ຄົນເກົາຫຼີ,ຄົນທີ່ເວົ້າພາສາສະເປນ, ຄົນອັບຟຣິກາ - ແລະສໍາຫຼັບພວກທ່ານ? ຜູ້ຄົນຈາກປະເທດຈີນແລະທຸກປະເທດໃນໂລກ ນີ້ກໍາລັງວາງໃຈໃນພຣະເຢຊູ, ພຣະເຢຊູຕັດກັບພວກທ່ານວ່າ“ຈົ່ງມາຫາເຮົາ”(ມັດທາຍ 11:28), ຈົ່ງມາຫາພຣະເຢຊູ,ວາງໃຈໃນພຣະອົງ.

ມະນຸດບໍ່ສາມາດພົບພຣະເຈົ້າດ້ວຍຕົນເອງໄດ້, ພຣະຄໍາພີກ່າວວ່າ:ທ່ານຈະຢັ່ງຮູ້ ສະພາບຂອງພຣະເຈົ້າໄດ້ຫຼື”(ໂຢບ 11:7), ຄວາມຈິງແລ້ວບໍ່ມີຈັກຄົນທີ່ຢາກຈະພົບກັບ ພຣະເຈົ້າ,ພຣະຄໍາພີກ່າວວ່າ“ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ”(ໂລມ 3:11), ຊົງເປັນພຣະ ເຈົ້າທີ່ຍື່ນມາອອກມາເພື່ອຊ່ວຍຄົນບາບໃຫ້ລອດ.

ກ່ອນທີ່ໂລກຈະຖືກສ້າງຂື້ນມາ, ພຣະເຈົ້າຊົງວາງແຜນທີ່ຈະໄຖ່ມະນຸດບາງຄົນໃນ ໂລກນີ້, ມັນເປັນແຜນການຂອງພຣະເຈົ້າສະເໝີທີ່ຈະສົ່ງພຣະບຸດຂອງພຣະອົງໃຫ້ມາຕາຍ ເພື່ອຄົນບາບ, ພຣະຄໍາພີເວົ້າເຖິງພຣະເຢຊູວ່າ“ພຣະເມສານ້ອຍຜູ້ຊົງຖືກປົງພຣະຊົນຕັ້ງແຕ່ ເດີມສ້າງໂລກ”(ພະນິມິດ 13:8), ນີ້ແມ່ນແຜນການຂອງພຣະເຈົ້າສໍາຫຼັບຄົນຂອງພຣະອົງ ທຸກໆແຫ່ງ, ພຣະຄຣິດຊົງຕາຍສໍາຫຼັບທຸກຄົນທີ່ພຣະອົງຊົງຊ່ວຍໃຫ້ລອດພົ້ນ.

ພຣະຄໍາພີກ່າວວ່າ“ພຣະເຈົ້າໄດ້ສະແດງຄວາມຮັກຂອງພຣະອົງຕໍ່ພວກເຮົາຄືໃນຂະ ນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຮົາ”(ໂລມ 5:8),ພຣະຄໍາ ພີຕັດກ່າວວ່າ“ໃນຂໍ້ນີ້ແຫລະເປັນຄວາມຮັກ ບໍ່ແມ່ນທີ່ເຮົາຮັກພຣະເຈົ້າ(ເຮົາບໍ່ໄດ້ຮັກພຣະ ອົງ) ແຕ່ທີ່ພຣະອົງຊົງຮັກເຮົາ ແລະຊົງໃຊ້ພຣະບຸດຂອງພະອົງໃຫ້ເປັນຜູ້ລົບລ້າງພຣະອາ ຊະຍາ(ຈ່າຍຄ່າຄວາມພໍໃຈ) ເພາະບາບຂອງເຮົາ(1 ໂຢຮັນ 4:10),ພຣະເຈົ້າຊົງຮັກທ່ານ ຫຼາຍຈົນໄດປະທານພຣະບຸດຂອງພຣະອົງຄືພຣະເຢຊູເພື່ອມາຕາຍເທິງໄມ້ກາງແຂນ ເພື່ອ ຈ່າຍຄ່າຄວາມຜິດບາບຂອງທ່ານ, ພຣະເຢຊູຊົງຫຼັ່ງພຣະໂລຫິດຂອງພຣະອົງເພື່ອຊໍາລະ ລ້າງຄວາມຜິດບາບຂອງທ່ານອອກໄປ, ຂ້າພະເຈົ້າຫວັງວ່າທ່ານຈະເຊື່ອວາງໃຈໃນພຣະເຢ ຊູໃນໄວໆນີ້.

ເຊີນຢືນຂື້ນແລະຮ້ອງອີກເທື່ອໜື່ງເພງ“ຈິດໃຈຂອງຂ້າສັນລະເສີນແດ່ກະສັດແຫ່ງ ສະຫວັນ”

ຈິດໃຈຂອງຂ້າສັນລະເສີນແດ່ກະສັດແຫ່ງສະຫວັນ,ຂໍສັນເສີນທີ່ພຣະບາດພຣະອົງ
ການໄຖ່,ຮັກສາ,ຟື້ນຂື້ນໃໝ່,ການອະໄພມີໃຜແດ່ເໝືອນພຣະອົງ ທີ່ຄວນສັນລະເສີນ?
ສັນລະເສີນພຣະອົງ! ສັນລະເສີນພຣະອົງ! ສັນລະ ເສີນແດ່ກະສັດເປັນນິດ

ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ໂລມ 1:21-23.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Jesus Shall Reign” (by Dr. Isaac Watts, 1674-1748).