Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມທຸກທໍລະມານຂອງພຣະຄຣິດ

THE SUFFERINGS OF CHRIST
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 31/1/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, January 31, 2016

“ພວກຜູ້ທໍານວາຍກໍໄດ້ສືບຄົ້ນຫາໃນຄວາມພົ້ນນັ້ນ ແລະໄດ້ພະຍາກອນເຖິງພຣະຄຸນຊຶ່ງຈະບັງເກີດແກ່ທ່ານທັງຫລາຍ ເຂົາໄດ້ສືບຄົ້ນຫາສິ່ງໃດຫລືລັກສະນະແຫ່ງເວລາຊຶ່ງພຣະວິນຍານຂອງພຣະຄຣິດ ຜູ້ຊົງສະຖິດຢູ່ໃນຕົວເຂົາ ໄດ້ຢັ້ງຢືນໄວ້ ເມື່ອພຣະວິນຍານນັ້ນໄດ້ພະຍາກອນລ່ວງໜ້າເຖິງຄວາມທຸກທໍລະມານຂອງພຣະຄຣິດ ແລະເຖິງສະຫງ່າລາສີທີ່ຈະມາພາຍຫລັງ” (1 ເປໂຕ 1:10-11)


ຜູ້ທໍານວາຍພັນທະສັນຍາເດີມຂຽນໂດຍພຣະວິນຍານຂອງພຣະຄຣິດ,ມີຫຼາຍເທື່ອທີ່ພຣະຄໍາພີປະກາດວ່າພັນທະສັນຍາເດີມຖືກປະທານໃຫ້ທຸກໆຄໍາມາຈາກພຣະເຈົ້າ, ພວກ ຜູ້ທໍານວາຍໄດ້ຂຽນບາງຢ່າງທີ່ພວກເຂົາເອງກໍບໍ່ເຂົ້າໃຈ, ພວກເຂົາໄດ້ສືບຄົ້ນຫາຄວາມ ໝາຍນັ້ນ, ອິດສະຢາ 53 ແລະ ເພງສັນລະເສີນ 22 ໄດ້ທໍານວາຍເຖິງ“ຄວາມທຸກທໍລະ ມານຂອງພຣະຄຣິດ”(1 ເປໂຕ 1:11).

ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານເບິ່ງໃນປະໂຫຍກໃກ້ທ້າຍໆຂອງຂໍ້ສິບເອັດ “ຄວາມທຸກທໍລະມານຂອງພຣະຄຣິດ” “ຕາອິສຄຣິນຕັນພາເຕມາຕາ” “ພາເຕມາຕາ”ຂອງ ພຣະຄຣິດ, ພາສາກຣີກໝາຍເຖິງ“ຄວາມເຈັບປວດຕ່າງໆ” ”ຫຼື “ທໍລະມານຕ່າງໆ” ມັນ ເປັນພະຫຸບົດ-ເຈັບປວດຫຼາຍກວ່າຢ່າງໜື່ງ,ທໍລະມານຫຼາຍຢ່າງໜື່ງ, “ຄວາມທຸກທໍລະ ມານຂອງພຣະຄຣິດ”

ເປໂຕກໍາລັງເວົ້າເຖິງຄວາມທຸກທໍລະມານທີ່ພຣະຄຣິດປະສົບໃນຕອນທ້າຍຊີວິດ ຂອງພຣະອົງໃນໂລກນີ້, ພຣະຄຣິດໄດ້ປະສົບຄວາມທຸກທໍລະມານຫຼາຍຢ່າງເພື່ອຊ່ວຍ ພວກເຮົາໃຫ້ພົ້ນຈາກຄວາມຜິດບາບ.

I. ໜື່ງ ຄວາມທຸກທໍລະມານຂອງພຣະອົງໃນສວນເກັດເສມານີ.

ຄືນກ່ອນທີ່ພຣະອົງຈະຖືກຄຶງໃສ່ໄມ້ກາງແຂນຄວາມທຸກທໍລະມານຂອງພຣະອົງກໍ ເລີ່ມຕົ້ນຂື້ນ,ມັນເປັນຕອນປະມານທ່ຽງຄືນເມື່ອອາຫານແລງຄາບສຸດທ້າຍຈົບລົງ,ພຣະເຢຊູໄດ້ພວກສາວົກອອກໄປຈາກບ້ານ,ໄປສູ່ຄວາມມືດມິດ, ພວກເຂົາຂ້າມຫ້ວຍນ້ອຍຂິດໂຣນ ແລ້ວມຸ່ງໜ້າສູ່ພູໝາກກອກເທດ,ແລ້ວເຂົ້າໄປຂ້າງໃນສວນເກັດເສມານີໃນສຸດ,ພຣະເຢຊູຊົງຕັດກັບພວກສາວົກແປດຄົນວ່າ“ຈົ່ງນັ່ງຢູ່ບ່ອນນີ້ໃນເວລາທີ່ເຮົາຈະໄປອະທິຖານ” (ມັດທາຍ 26:36),ພຣະອົງຈື່ງພາເປໂຕ,ຢາໂກໂບແລະໂຢຮັນເຂົ້າໄປບ່ອນເລິກໆຂອງສວນ,ຫຼັງຈາກນັ້ນພຣະເຢຊູກໍປະສາມຄົນນັ້ນໄວ້ແລ້ວໄປໄກອີກໜ້ອຍໜື່ງຢູ່ກ້ອງຕົ້ນໝາກກອກບ່ອນທີ່ ພຣະອົງຊົງອະທິຖານຕໍ່ພຣະເຈົ້າພຽງຜູ້ດຽວ.

ຕອນນີ້“ຄວາມທຸກທໍລະມານຂອງພຣະຄຣິດ”ໄດ້ເລີ່ມຂື້ນ(1 ເປໂຕ 1:11), ໝາຍ ເຫດ ຍັງບໍ່ມີມືຂອງມະນຸດແຕະຕ້ອງພຣະອົງເທື່ອ, ໝາຍເຫດຄວາມທຸກທໍລະມານຂອງ ພຣະອົງເລີ່ມຂື້ນເມື່ອພຣະອົງຊົງຢູ່ຜູ້ດຽວໃນບ່ອນມືດ,ໃຕ້ງ່າຕົ້ນໝາກກອກໃນສວນເກັດເສ ມານີ, ຢູ່ທີ່ນັ້ນໃນສວນນໍ້າໜັກບາບຂອງມະນຸດທຸກຄົນໄດ້ວາງລົງເທິງພຣະອົງຊື່ງພຣະອົງ ຕ້ອງແບກ“ໄວ້ໃນພຣະກາຍຂອງພຣະອົງເອງ”ໄປທີ່ໄມ້ກາງແຂນໃນຕອນເຊົ້າ(1 ເປໂຕ 2:24) ຫຼັງຈາກນັ້ນພຣະເຢຊູຊົງຕັດວ່າ:

“ໃຈຂອງເຮົາເປັນທຸກຈົນຊິຕາຍ...ໂອ ພຣະບິດາຂອງຂ້າພຣະອົງ ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກຂ້າພຣະອົງເທີນ” (ມັດທາຍ 26:38,39)

ການແປສະໄໝຂອງຄໍາອະທິຖານນີ້ກໍຄືວ່າພຣະເຢຊູກໍາລັງຂໍໃຫ້ຊ່ວຍໃຫ້ພົ້ນຈາກ ໄມ້ກາງແຂນ, ແຕ່ຂ້າພະເຈົ້າບໍ່ພົບພຣະຄໍາພີຈັກຂໍ້ທີ່ຢືນຢັນແນວຄິດນີ້, ຂ້າພະເຈົ້າເຊື່ອວ່າ ດຣ.ຈອນອາໄຣສ໌ແລະດຣ.ເຈ.ໂອລີເວີບັສເວວຕີຄວາມໝາຍໄດ້ຖືກຕ້ອງ, ທັງນັກປະກາດ ຂ່າວປະເສີດດຣ.ໄຣສ໌ກັບນັກສາສະໜາສາດດຣ.ບັສເວວກ່າວວ່າຄໍາອະທິຖານຂອງພຣະ ຄຣິດທີ່ວ່າ“ຂໍໃຫ້ຈອກນີ້ເລື່ອນໄປຈາກຂ້າພະອົງ”ໝາຍເຖິງ“ຈອກ”ແຫ່ງຄວາມຕາຍ - ຈາກ ຄວາມທຸກທໍລະມານພາຍໃຕ້ນໍ້າໜັກແຫ່ງຄວາມບາບ - ຢູ່ໃນສວນເກັດເສມານີນັ້ນ!

ພຣະເຢຊູຊົງພົບພຣະອົງເອງໃນສະພາບທີ່ຕົກໃຈ, ພຣະອົງກໍາລັງຈະຕາຍຢູ່ໃນ ສວນນັ້ນ, ດຣ.ບັສເວວເວົ້າວ່າພຣະເຢຊູຊົງອະທິຖານ“ຂໍການຊ່ວຍໃຫ້ພົ້ນຈາກຄວາມຕາຍ ໃນສວນນັ້ນ,ໃນແບບທີ່ວ່າພຣະອົງຈະສາມາດເຮັດໃຫ້ເປົ້າໝາຍເທິງໄມ້ກາງແຂນຂອງພຣະອົງສໍາເລັດ” (J. Oliver Buswell, Ph.D., A Systematic Theology of the Christian Religion, Zondervan, 1971, part III, p. 62) ດຣ.ໄຣສ໌ໄດ້ເວົ້າແບບດຽວກັນວ່າ“ພຣະເຢຊູຂໍໃຫ້ຈອກ ແຫ່ງຄວາມຕາຍເລື່ອນໄປຈາກພຣະອົງໃນຄືນນັ້ນເພື່ອທີ່ພຣະອົງຈະສາມາດມີຊີວິດຢູ່ເພື່ອ ຕາຍເທິງໄມ້ກາງແຂນໃນມື້ຕໍ່ມາໄດ້” (John R. Rice, D.D., Litt.D., The Gospel According to Matthew, Sword of the Lord Publications, 1980, p. 441) “ຖ້າປາສະຈາກພະລະກໍາລັງ ທີ່ເໜືອທໍາມະຊາດຂອງຮ່າງກາຍຂອງພຣະອົງ,ພຣະເຢຊູກໍຈະຕ້ອງຕາຍຢູ່ສວນໃນຄືນນັ້ນ ແນ່ນອນ”(ໄຣສ໌ເຫຼັ້ມດຽວກັນໜ້າ 442) ນໍ້າໜັກແຫ່ງຄວາມບາບຂອງທ່ານອາດຈະຂ້າພະ ອົງຢູ່ໃນສວນເກັດເສມານີແລ້ວ.

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງໃຈອະທິຖານເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ພຣະເຢຊູຊົງປະສົບຊ່ວງທີ່ເປັນຕາຢ້ານເມື່ອບາບຂອງພວກເຮົາຖືກວາງລົງໃນຮ່າງກາຍຂອງພຣະອົງໃນຄືນນັ້ນ, ຄວາມເຈັບປວດຂອງພຣະອົງໜັກຫຼາຍຈົນເຫື່ອຂອງພຣະ ອົງໄຫຼອອກຈາກຜິວໜັງຂອງພຣະອົງ“ຢອດລົງເປັນເມັດໃຫຍ່” ຜູ້ທໍານວາຍໄດ້ກ່າວວ່າ:

“ແນ່ນອນພຣະອົງຊົງແບກຄວາມທຸກຂອງພວກເຮົາແລະຫີ້ວເອົາຄວາມໂສກເສົ້າຂອງພວກເຮົາໄປ” (ອິດສະຢາ 53:4)

“ພຣະເຈົ້າຊົງເອົາຄວາມຊົ່ວຊ້າຂອງພວກເຮົາທຸກຄົນວາງລົງເທິງພຣະອົງ” (ອິດສະຢາ 53:4)

ຂໍໃຫ້ພວກເຮົາອ່ານໂຢຮັນ 3:16 ໄວໆເລີຍ:

“ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງທີ່ບັງເກີດມາ...” (ໂຢຮັນ 3:16)

ຜ່ານທາງຄວາມເຈັບປວດ,ຄວາມທຸກທໍລະມານແລະຄວາມເປັນຕາຢ້ານແຫ່ງເກັດເສມານີ! ພວກເຮົາຄິດໜ້ອຍດຽວກ່ຽວກັບຄວາມເຈັບປວດທີ່ພຣະເຢຊູຊົງປະສົບໃນການແບກຄວາມ ບາບຂອງພວກເຮົາໃນຄືນນັ້ນ!ໂຢເຊບຮາທໄດ້ເວົ້າວ່າ:

ຈົ່ງເບິ່ງຄວາມທຸກທໍລະມານພຣະບຸດຂອງພຣະເຈົ້າ
ຫາຍໃຈຫອບ,ສຽງຄວນຄາງ, ໂລຫິດທີ່ໄຫຼ

ມັດເຂົ້າເລິກແຫ່ງຄວາມຮັກຂອງພຣະເຈົ້າ
ພຣະເຢຊູພຣະອົງຊົງເປັນຄວາມຮັກ!
      (“Thine Unknown Sufferings” by Joseph Hart, 1712-1768;
           to the tune of “‘Tis Midnight, and on Olive’s Brow”).

“ຄວາມທຸກທໍລະມານຂອງພຣະຄຣິດ” 1 ເປໂຕ 1:11)

ຂ້າພະເຈົ້າມັກຄິດວ່າຄວາມທຸກທໍລະມານອັນທີ່ໜື່ງແມ່ນໃຫຍ່ທີ່ສຸດ,ໃນສວນເກັດເສມານີ, ບໍ່ມີມືມະນຸດຄົນໃດໄດ້ແຕະຕ້ອງພຣະອົງເທື່ອ, ແຕ່ເມື່ອຄວາມບາບຂອງທ່ານຖືກ ວາງລົງເທິງພຣະອົງໂດຍພຣະເຈົ້າຈິດໃຈຂອງພຣະອົງກໍເກືອບຫັກ - ແລະເລືອດກໍແລ່ນ ຢ່າງມີອິດສະຫຼະອອກຈາກຮູໜັງຂອງພຣະອົງ! ວິລລຽມວິລລຽມໄດ້ເວົ້າວ່າ:

ນໍ້າໜັກຂອງຄວາມບາບມະນຸດໃຫຍ່ຫຼາຍ
ໄດ້ວາງລົງເທິງພຣະຜູ້ຊ່ວຍໃຫ້ພົ້ນ
ພ້ອມກັບວິບັດເປັນເສື້ອຄຸມພຣະອົງ
ເພາະຄົນບາບຖືກຈັດຂະບວນເປັນແຖວ
ເພາະຄົນບາບຖືກຈັດຂະບວນເປັນແຖວ
      (“Love in Agony” by William Williams, 1759;
           to the tune of “Majestic Sweetness Sits Enthroned”).

“ຄວາມທຸກທໍລະມານຂອງພຣະຄຣິດ” (1 ເປໂຕ 1:11)

ປະການທີ່ໜື່ງ,ຄວາມທຸກທໍລະມານຂອງພຣະອົງໃນສວນເກັດເສມານີ.

II. ສອງ ຄວາມທຸກທໍລະມານແຫ່ງຄວາມອັບອາຍຂາຍໜ້າຂອງພຣະອົງ.

“ຄວາມທຸກທໍລະມານຂອງພຣະຄຣິດ”ຫາກໍເລີ່ມຂື້ນເທົ່ານັ້ນ,ຍັງມີອີກຫຼາຍຢ່າງກໍາ ລັງຈະມາ, ພວກທະຫານໄດ້ມາທີ່ສວນເກັດເສມານີພ້ອມກັບກະບອງ, ພວກເຂົາໄດ້ຈັບ ພຣະເຢຊູໄປດ້ວຍຂໍ້ຫາຜິດໆ, ພວກເຂົາໄດ້ລາກພຣະອົງໄປຫາປະໂລຫິດໃຫຍ່.

“ແລ້ວເຂົາຖົ່ມນ້ຳລາຍຮົດພຣະພັກພຣະອົງ ແຫລະຕີພຣະອົງ ແລະຄົນອື່ນເອົາຝ່າມືຕົບພຣະອົງ ແລ້ວວ່າ "ເຈົ້າພຣະຄຣິດ ຈົ່ງທໍານວາຍໃຫ້ເຮົາຮູ້ວ່າໃຜຕົບເຈົ້າ” (ມັດທາຍ 26:67-68)

“ບາງຄົນກໍເລີ່ມຖົ່ມນ້ຳລາຍຮົດພຣະອົງ ປິດໜ້າພຣະອົງ ຕີພຣະອົງ ແລ້ວເວົ້າກັບພຣະອົງວ່າ "ທໍານວາຍເບິ່ງແມ້" ແລະພວກຄົນໃຊ້ກໍເອົາຝ່າມືຕົບພຣະອົງ” (ມາລະໂກ 14:65)

ໂຢເຊບຮາທເວົ້າວ່າ:

ຈົ່ງເບິ່ງພຣະເຢຊູຊົງຢືນຢັດອົນທົນພຽງໃດ
ຖືກໝີ່ນປະໝາດໃນສະຖານທີ່ໜ້າຢ້ານ
ພວກຄົນບາບໄດ້ມັດມືຂອງຜູ້ຊົງລິດ
ແລ້ວຖົ່ມນໍ້າລາຍຮົດແກ້ມພຣະຜູ້ສ້າງຂອງເຂົາ
(“His Passion” by Joseph Hart, 1712-1768; to the tune of
            “‘Tis Midnight, and on Olive’s Brow”).

“ພວກທະຫານຈຶ່ງພາພຣະອົງເຂົ້າໄປໃນລາດຊະສຳນັກຄືທີ່ເອີ້ນວ່າສານປີໂຕລຽມ ແລ້ວເອີ້ນພວກທະຫານທັງກອງທັບໃຫ້ມາປະຊຸມກັນ ເຂົາເອົາເສື້ອສີມ່ວງມາສວມໃຫ້ພຣະອົງ ເອົາໜາມສານເປັນມົງກຸດສວມຫົວ ພຣະອົງ ແລ້ວເລີ່ມຄຳນັບພຣະອົງເວົ້າວ່າ "ກະສັດຂອງພວກຢິວເຈົ້າເອີຍ ຂໍຊົງພຣະຈະເລີນ" ແລ້ວເຂົາໄດ້ເອົາໄມ້ອໍ້ຕີຫົວພຣະອົງ ແລະໄດ້ຖົ່ມນ້ຳລາຍຮົດພຣະອົງ ແລ້ວຄຸເຂົ່າລົງນະມັດສະການພຣະອົງ” (ມາລະໂກ 15:16-19)

ຜ່ານທາງຜູ້ທໍານວາຍອິດສະຢາພຣະເຢຊູຊົງຕັດວ່າ:

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ ແລະຫັນແກ້ມໃຫ້ແກ່ຄົນທີ່ດຶງ ເຄົາຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ໜີໜ້າຈາກຄວາມອາຍແກ່ການຖົ່ມນໍ້າ ລາຍຮົດ” (ອິດສະຢາ 50:6)

ຜູ້ທໍານວາຍມີຄາໄດ້ກ່າວວ່າ:

“ພວກເຂົາຈະເອົາໄມ້ຕີແກ້ມຂອງຜູ້ປົກຄອງຂອງອິດສະຣາເອນ” (ມີຄາ 5:1)

“ພວກທະຫານຂອງເຈົ້າເມືອງຈຶ່ງພາພຣະເຢຊູໄປໄວ້ໃນສາລາປີໂຕລຽມ ແລ້ວກໍລວມທະຫານທັງກອງທັງລ້ອມພຣະອົງໄວ້ ແລະພວກເຂົາພາກັນແກ້ເສື້ອພຣະອົງອອກ ເອົາເສື້ອສີແດງເຂັ້ມມາສວມພຣະອົງ ເມື່ອພວກເຂົາເອົາໜາມສານເປັນມົງກຸດ ເຂົາກໍສວມຫົວຂອງພຣະອົງ ແລ້ວເອົາໄມ້ອໍ້ໃຫ້ຖືໄວ້ໃນພຣະຫັດເບື້ອງຂວາຂອງພຣະອົງ ແລະເຂົາໄດ້ຄຸເຂົ່າລົງຕໍ່ໜ້າພຣະອົງ ເຍາະເຍີ້ຍພຣະອົງວ່າ "ກະສັດຂອງພວກຢິວເຈົ້າເອີຍ ຂໍຊົງພຣະຈະເລີນ" ແລ້ວເຂົາກໍຖົ່ມນ້ຳລາຍຮົດພຣະອົງ ແລະເອົາໄມ້ອໍ້ນັ້ນຕີຫົວພຣະອົງ" (ມັດທາຍ 27:27-30)

ບໍ່ມີມົງກຸດເງີນຫຼືຄໍາສໍາຫຼັບພຣະອົງ
ບໍ່ມີມົງກຸດສໍາຫຼັບພຣະອົງທີ່ຈະຖື
ມີແຕ່ເລືອດປະດັບຢູ່ຄີ້ວກັບຮອຍເປື້ອນທີ່ພຣະອົງຊົງແບກ
ພວກຄົນບາບໄດ້ເອົາມົງໃຫ້ພຣະອົງສວມໃສ່
ຫຼັກໄມ້ກາງແຂນກາຍເປັນບັນລັງຂອງພຣະອົງ
ອານາຈັກພຣະອົງແມ່ນຢູ່ໃນໃຈຢ່າງດຽວ
ພຣະອົງຊົງຂຽນຄວາມຮັກຂອງພຣະອົງດ້ວຍສີ້ເລືອດໝູ
ແລະຊົງສວມມົງກຸດໜາມເທິງຫົວຂອງພຣະອົງ
(“A Crown of Thorns” by Ira F. Stanphill, 1914-1993).

“ຂະນະນັ້ນປີລາດຈຶ່ງໃຫ້ເອົາພຣະເຢຊູໄປຕີ” (ໂຢຮັນ 19:1)

ຜ່ານທາງຜູ້ທໍານວາຍອິດສະຢາພຣະເຢຊູຊົງຕັດວ່າ:

“ຂ້າພະເຈົ້າຫັນຫຼັງໃຫ້ແກ່ຜູ້ທີ່ຕີຂ້າພະເຈົ້າ” (ອິດສະຢາ 50:6)

ພວກເຂົາຕີຫຼັງພຣະອົງຈົນຈີກເປັນຕ່ອນໆ,ມັນເປັນຕາຢ້ານຫຼາຍ, ມີຫຼາຍຄົນຕາຍ ຍ້ອນຖືກຕີແບບນັ້ນ, ພວກທ່ານສາມາດເຫັນກະດູກຂ້າງຂອງພຣະອົງ, ພວກມັນດຶງຫຼັງ ຂອງພຣະອົງຈົນເຫັນກະດູກ.

ດ້ວຍໜາມຂະໝັບຂອງພຣະອົງຖືກແທງເປັນແຜຍາວເລິກ
ສົ່ງກະແສເລືອດໄຫຼຈາກທຸກໆສ່ວນ
ຫຼັງຂອງພຣະອົງຖືກຂຽນດ້ວຍແສ້ຢ່າງໜັກ
ແຕ່ແສ້ແຫຼມຄົມຈີກຂາດຫົວໃຈຂອງພຣະອົງ
(“His Passion” by Joseph Hart, 1712-1768; to the tune of
      “‘Tis Midnight, and on Olive’s Brow”).

“ຄວາມທຸກທໍລະມານຂອງພຣະຄຣິດ” (1 ເປໂຕ 1:11)

ໜື່ງຄວາມທຸກທໍລະມານຂອງພຣະອົງໃນສວນເກັດເສມານີ, ສອງຄວາມທຸກທໍລະມານແຫ່ງ ຄວາມອັບອາຍຂາຍໜ້າຂອງພຣະອົງ.

III. ສາມ ຄວາມທຸກທໍລະມານຂອງພຣະອົງເທິງໄມ້ກາງແຂນ.

ຫຼັງຈາກທີ່ເຫື່ອໄຫຼຢອດລົງເປັນເມັດໃຫຍ່ຢູ່ໃນສວນເກັດເສມານີ,ພຣະເຢຊູກໍຖືກຕົບ ໜ້າ, ຈາກນັ້ນພຣະອົງກໍຖືກຕີຈົນເນື້ອໜັງທາງຫຼັງຂອງພຣະອົງຂາດເປັນຕ່ອນນ້ອຍໆ, ຫຼັງ ຈາກນັ້ນມົງກຸດໜາມກໍຖືກສຽບລົງເທິງຫົວຂອງພຣະອົງ,ເຮັດໃຫ້ເລືອດໄຫຼລົງຕາຂອງພຣະອົງ.

ພຣະອົງຕາຍໄປເຄິ່ງໜື່ງແລ້ວຕອນທີ່ພວກເຂົາພາພຣະອົງໄປຄຶງທີ່ໄມ້ກາງແຂນ.

“ແລະພຣະອົງຊົງແບກກາງແຂນຂອງພຣະອົງໄປຍັງສະຖານທີ່ແຫ່ງໜຶ່ງຊຶ່ງເອີ້ນວ່າສະຖານທີ່ກະໂຫລກຫົວ...ທີ່ນັ້ນເຂົາຄຶງພຣະອົງໄວ້ທີ່ກາງແຂນ” (ໂຢຮັນ 19:17-18)

ພວກເຂົາເອົາຕະປູໃຫຍ່ຕອກມືແລະຕີນຂອງພຣະອົງໃສ່ໄມ້ກາງແຂນ, ພວກ ເຂົາພາກັນຍົກໄມ້ກາງແຂນຂື້ນແລະພຣະເຢຊູກໍຖືກຫ້ອຍຢູ່ຫັ້ນດ້ວຍຄວາມເຈັບປວດແລະທໍລະມານ, ໂຢເຊບຮາທໄດ້ເວົ້າວ່າ:

ຖືກຕອກເປື່ອຍກາຍໃສ່ໄມ້ທີ່ຖືກສາບແຊ່ງ
ເປີດໂປ່ງຕໍ່ໂລກແລະສະຫວັນເບື້ອງເທິງ
ພາບທີ່ເປັນຕາອາຍຂອງແຜແລະເລືອດ
ເປັນພາບໜ້າເສົ້າຂອງຄວາມຮັກທີ່ເຈັບຊ້ຳ
ຈົ່ງຟັງສຽງຮ້ອງທີ່ເປັນຕາຢ້ານຂອງພຣະອົງ
ກະທົບພວກທູດສະຫວັນໃນເວລາທີ່ເຂົາເບິ່ງ
ເພື່ອນຂອງພຣະອົງຖີ້ມພຣະອົງໄປໃນຕອນກາງຄືນ
ແລະຕອນນີ້ພຣະເຈົ້າກໍຖີ້ມພຣະອົງໄປຄືກັນ!
      (“His Passion” by Joseph Hart, 1712-1768; to the tune of “‘Tis Midnight, and on Olive’s Brow”).

“ຄັ້ນປະມານບ່າຍສາມໂມງພຣະເຢຊູຊົງຮ້ອງສຽງດັ່ງວ່າ ເອລີ ເອລີ ລາມາສະບັກທານີ" ແປວ່າ "ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເປັນຫຍັງພຣະອົງຈື່ງຊົງປະຖິ້ມຂ້າພຣະອົງ” (ມັດທາຍ 27:46)

ເລື່ອງນີ້ຈິດໃຈຂອງເຮົາບໍ່ສາມາດເຂົ້າໃຈໄດ້, ລູເທີເວົ້າວ່າມັນບໍ່ສາມາດອະທິບາຍໂດຍຄໍາ ເວົ້າຂອງມະນຸດໄດ້, ໃນຫົນທາງທີ່ພວກເຮົາບໍ່ສາມາດເຂົ້າໃຈເຕັມທີວ່າພຣະບິດາຊົງຫັນໄປ ຈາກພຣະບຸດ - ແລະພຣະເຢຊູຊົງຕາຍເພື່ອຈ່າຍຄ່າສໍາຫຼັບຄວາມຜິດບາບຂອງເຮົາພຽງຢ່າງດຽວ!

“ດ້ວຍວ່າ ພຣະຄຣິດ...ກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທຳເພື່ອຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ ” (1 ເປໂຕ 3:18)

“ແຕ່ທ່ານບາດເຈັບເພາະການລະເມີດຂອງພວກເຮົາ ທ່ານຟົກຊ້ຳເພາະ ຄວາມຊົ່ວຊ້າຂອງພວກເຮົາ ການຕີສອນອັນເຮັດໃຫ້ພວກເຮົາປອດໄພນັ້ນ ຕົກກັບທ່ານ ແລະດ້ວຍການຖືກຕີຂອງພຣະອົງພວກເຮົາຈື່ງໄດ້ຮັບການ ຮັກສາໃຫ້ດີ” (ອິດສະຢາ 53:5)

ອັນນັ້ນແມ່ນຫຼັກຄໍາສອນທີ່ມີລາສີແຫ່ງການໄຖ່ແທນຄົນອື່ນ - ພຣະຄຣິດຊົງຕາຍເທິງໄມ້ ກາງແຂນເພື່ອໄຖ່ບາບຂອງພວກເຮົາ, ພຣະອົງຊົງຕາຍຢູ່ບ່ອນຂອງທ່ານເພື່ອຈ່າຍການລົງ ໂທດບາບຂອງທ່ານ! ພຣະຄໍາພີຕັດວ່າ:

“ພຣະຄຣິດຊົງສິ້ນພຣະຊົນເພື່ອບາບຂອງພວກເຮົາຕາມທີ່ບັນທຶກໄວ້ໃນ ພຣະຄໍາພີ” (1 ໂກລິນໂທ 15:3)

ຊົງເປັນ“ບຸກຄົນແຫ່ງຄວາມໂສກເສົ້າ”
ເພາະພຣະບຸດຂອງພຣະເຈົ້າຊື່ງໄດ້ມາ
ເພື່ອຮຽກຮ້ອງເອົາຄົນບາບກັບຄືນມາ
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ!


ຊົງແບກຄວາມອາຍແລະການດູໝີ່ນ
ໃນບ່ອນລົງໂທດຂອງຂ້າພຣະອົງຢືນຢູ່
ປະທັບກາໃຫ້ອະໄພຂ້າໂດຍໂລຫິດຂອງພຣະອົງ
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ!

ຖືກຍົກຂື້ນຄືພຣະອົງຜູ້ຊົງຈະຕາຍ
“ສໍາເລັດແລ້ວ”ຄືຄໍາຮ້ອງຂອງພຣະອົງ
ດຽວນີ້ຊົງຖືກຍົກຂື້ນຢ່າງສູງໃນສະຫວັນ
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ລອດ!
(“Hallelujah, What a Saviour” by Philip P. Bliss, 1838-1876).

ພວກທ່ານຢາກຈະລອດຈາກຄວາມຜິດແລະການລົງໂທດເນື່ອງຈາກບາບຂອງທ່ານບໍ? ຫຼັງຈາກນັ້ນທ່ານຈະຕ້ອງມາຫາພຣະເຢຊູດ້ວຍຄວາມເຊື່ອ, ຈົ່ງມາຫາພຣະອົງຜູ້ຊື່ງ ຕອນນີ້ຊົງນັ່ງທີ່ມືຂວາຂອງພຣະເຈົ້າໃນສະຫວັນ, ຂ້າພະເຈົ້າຂໍຮ້ອງພວກທ່ານດ້ວຍສຸດຈິດ ສຸດໃຈວ່າຈົ່ງມາຫາພຣະເຢຊູດຽວນີ້! ພັກພີງໃນພຣະອົງ, ວາງໃຈພຣະອົງ, ພຣະອົງຈະຊົງ ລ້າງບາບແຕ່ລະອັນຂອງທ່ານອອກໄປ, ພຣະອົງຈະຊົງໃຫ້ບັນທຶກຂອງທ່ານສະອາດ, ພຣະອົງຈະຊົງຊ່ວຍຈິດວິນຍານຂອງທ່ານທຸກເວລາແລະຕະຫຼອດໄປເປັນນິດ - ໂລກທີ່ບໍ່ມີ ວັນສູນສິ້ນ, ທ່ານແມ່ນແລ້ວພວກທ່ານ! ພວກທ່ານສາມາດພົ້ນຈາກຄວາມຜິດແລະການລົງ ໂທດເນື່ອງຈາກບາບຂອງທ່ານໄດ້ໂດຍ“ຄວາມທຸກທໍລະມານຂອງພຣະຄຣິດ”(1 ເປໂຕ 1:11), ເຊີນມາຫາພຣະເຢຊູ, ພຣະອົງຈະຊົງຊໍາລະຄວາມຜິດບາບຂອງທ່ານແລະຊ່ວຍ ຈິດວິນຍານຂອງທ່ານໃຫ້ພົ້ນ. ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ອິດສະຢາ 53:1-6.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນກຣິຟຟິດ:
“A Crown of Thorns” (by Ira F. Stanphill, 1914-1993)/
“Love in Agony” (by William Williams, 1759).

ໂຄງຮ່າງບົດເທດສະໜາ

ຄວາມທຸກທໍລະມານຂອງພຣະຄຣິດ

THE SUFFERINGS OF CHRIST

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ພວກສາສະດາພະຍາກອນກໍໄດ້ສືບຄົ້ນຫາໃນຄວາມພົ້ນນັ້ນ ແລະໄດ້ພະຍາກອນເຖິງພຣະຄຸນຊຶ່ງຈະບັງເກີດແກ່ທ່ານທັງຫລາຍ ເຂົາໄດ້ສືບຄົ້ນຫາສິ່ງໃດຫລືລັກສະນະແຫ່ງເວລາຊຶ່ງພຣະວິນຍານຂອງພຣະຄຣິດ ຜູ້ຊົງສະຖິດຢູ່ໃນຕົວເຂົາ ໄດ້ຢັ້ງຢືນໄວ້ ເມື່ອພຣະວິນຍານນັ້ນໄດ້ພະຍາກອນລ່ວງໜ້າເຖິງຄວາມທຸກທໍລະມານຂອງພຣະຄຣິດ ແລະເຖິງສະຫງ່າລາສີທີ່ຈະມາພາຍຫລັງ”(1 ເປໂຕ 1:10-11)

I. ໜື່ງ ຄວາມທຸກທໍລະມານຂອງພຣະອົງໃນສວນເກັດເສມານີ. ມັດທາຍ 26:36;
1 ເປໂຕ 2:24; ມັດທາຍ 26:38, 39; ລູກາ 22:44; ອິດສະຢາ 53:4,6;
ໂຢຮັນ 3:16.

II. ສອງ ຄວາມທຸກທໍລະມານແຫ່ງຄວາມອັບອາຍຂາຍໜ້າຂອງພຣະອົງ.
ມັດທາຍ 26:67-68; ມາລະໂກ 14:65; ມາລະໂກ 15:16-19; ອິດສະຢາ 50:6; ມີຄາ 5:1;
ມັດທາຍ 27:27-30; ໂຢຮັນ 19:1.

III. ສາມ ຄວາມທຸກທໍລະມານຂອງພຣະອົງເທິງໄມ້ກາງແຂນ. ໂຢຮັນ 19:17-18;
ມັດທາຍ 27:46; 1 ເປໂຕ 3:18; ອິດສະຢາ 53:5; 1 ໂກລິນໂທ 15:3.