Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເອົາລູກອອກແລະການສະເດັດກັບມາເທື່ອທີ່ສອງຂອງພຣະຄຣິດ!

ABORTION AND THE SECOND COMING OF CHRIST!
(Laotian)

ໂດຍ:ດຣ. ຊີ.ແອວ.ເຄແກນ
by Dr. C. L. Cagan

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 17/1/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, January 17, 2016

“ໃນພຣະນິເວດຂອງພຣະບິດາເຮົາມີຄະລຶຫາດຫລາຍແຫ່ງ ຖ້າບໍ່ມີເຮົາຄົງໄດ້ບອກທ່ານແລ້ວ ເຮົາໄປຈັດຕຽມບ່ອນໄວ້ສຳລັບທ່ານທັງຫລາຍ ແລະຖ້າເຮົາໄປຈັດຕຽມບ່ອນໄວ້ສຳລັບທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ບ່ອນໃດທ່ານທັງຫລາຍຈະຢູ່ບ່ອນນັ້ນດ້ວຍ” (ໂຢຮັນ 14:2-3)


ຢູ່ໃນປະເທດຈີນ,ໃນອັບຟຣິກາ,ໃນສ່ວນຕ່າງໆຂອງໂລກທີ່ສາມ,ຜູ້ຄົນເປັນລ້ານໆ ຄົນກໍາລັງວາງໃຈເຊື່ອໃນພຣະຄຣິດ,ການຟື້ນຟູກໍາລັງຖືກຖອກເທລົງມາຈາກສະຫວັນ,ແຕ່ ໃນອາເມລິກາກັບໃນຕາເວັນຕົກຄຣິສຕະຈັກຫຼາຍແຫ່ງເຢັນຊ່າລົງແລະບໍ່ມີການຟື້ນຟູເລີຍ.

ໃນທະວີບຢູໂຣບແລະໃນອາເມລິກາພວກເຮົາໄດ້ໜີໄປຈາກພຣະເຈົ້າ,ໃນປີ 1973 ສານສູງສຸດຂອງສະຫະລັດໄດ້ອອກກົດໝາຍໃຫ້ການເອົາລູກເປັນສິ່ງທີ່ຖືກຕາມກົດໝາຍ, ເປັນເວລາສີ່ສິບສາມປີທີ່ພວກໄດ້ປ່ອຍໃຫ້ເດັກນ້ອຍຖືກຂ້າຕາຍຫຼາຍລ້ານຄົນໂດຍທີ່ບໍ່ມີ ການຍົກມື້ຂື້ນຢຸດຢັ້ງມັນເລີຍ, ເດັກຊາວອາເມລິກັນຈໍານວນຫ້າສິບແປດລ້ານຄົນຖືກຂ້າ ໂດຍການເອົາລູກອອກຢູ່ໃນທ້ອງແມ່ຂອງພວກເຂົາ, ປະເທດຂອງເຮົາໄດ້ຂ້າຄົນຫຼາຍກວ່າ ຄົນທີ່ຮິດເລີຂ້າເກົ້າເທົ່າ, ຊົນຊາດນີ້ແມ່ນຢູ່ໃຕ້ການຕັດສິນລົງໂທດຂອງພຣະເຈົ້າ, ແມ່ນ ແຕ່ພວກອານຸລັກນິຍົມກໍບໍ່ໄດ້ຢືນຢັດຕໍ່ສູ້ການເອົາລູກອອກ, ພັກຣີພັບບລິກັນໄດ້ຜ່ານແຜນ ງົບປະມານມະຫາສານຂອງເງີນພາສີສໍາຫຼັບການວາງແຜນຄອບຄົວຊື່ງຂາຍອະໄວຍະວະ ຂອງເດັກເພື່ອການທົດລອງ,ມັນໜ້າອາຍສໍາຫຼັບພັກຣີພັບບລິກັນ! ຂອບຂຸນພຣະເຈົ້າທີ່ ແຟັລງກລິນເກຣແຮມເລີກສະໜັບສະໜູນພັກຣີພັບບລິກັນ! ຂອບຄຸນພຣະເຈົ້າທີ່ລາວເວົ້າ ວ່າ“ຂ້າພະເຈົ້າບໍ່ມີຄວາມຫວັງໃນພັກຣີພັບບລິກັນ!ພັກດີໂມແຄຣັດຫຼືພັກທີທີ່ຈະເຮັດໃນສິ່ງທີ່ດີທີ່ສຸດເພື່ອອາເມລິກາອີກແລ້ວ”(http://www.foxnews.com/politics/2015/12/22/evangelist-franklin-graham-slams-quits-gop.html?intcmp=hppop)ຂໍໃຫ້ຂ້າພະເຈົ້າເຮັດໃຫ້ມັນຊັດ ເຈນເລີຍວ່າພັກດີໂມແຄຣັດຂີ້ຮ້າຍກວ່າຣີພັບບລິກັນ, ບໍ່ມີຄວາມຫວັງໃນພັກຣີພັບບລິກັນ! ພັກດີໂມແຄຣັດຫຼືຮູບແບບການເມືອງໃດໆ, ຄວາມຫວັງແທ້ອັນດຽວກໍຄືໃນພຣະເຢຊູຄຣິດ ເທົ່ານັ້ນ, ພຣະຄຣິດຕັດວ່າ “ເຮົາຈະກັບມາອີກ”ແລະມີໝາຍສໍາຄັນແຫ່ງການສະເດັດມາ ຂອງພຣະອົງຫຼາຍຢ່າງຢູ່ອ້ອມຮອບພວກເຮົາ.

ຂ້າພະເຈົ້າສໍານຶກວ່າຄວາມບາບທີ່ພວກເຮົາເຫັນຢູ່ໃນຄຣິສຕະຈັກຫຼາຍແຫ່ງຂອງ ເຮົາແລະໃນຊາດຂອງພວກເຮົາເປັນໝາຍສໍາຄັນທີ່ວ່າການສະເດັດກັບມາເທື່ອທີ່ສອງຂອງພຣະຄຣິດໃກ້ເຂົ້າມາແລ້ວ, ແຕ່ກໍມີໝາຍສໍາຄັນອື່ນເຊັ່ນກັນ, ຄົນຢິວກໍາລັງກັບໄປສູ່ແຜ່ນ ດິນຂອງພວກເຂົາ, ພຣະເຈົ້າບອກຄົນຢິວວ່າພຣະອົງຈະ“ຮວບຮວມເຈົ້າອອກມາຈາກປະ ເທດທັງຫຼາຍແລະຈະນໍາເຈົ້າກັບມາຍັງແຜ່ນດິນຂອງເຈົ້າເອງ”ເອເສຄຽນ 36:24),ພຣະເຈົ້າ ຕັດກັບເຂົາວ່າ“ເຮົາຈະ..ນໍາເຈົ້າກັບມາຍັງດິນແດນແຫ່ງອິດສະຣາເອນ”(ເອເສຄຽນ 37:12) ຄໍາທໍານວາຍນັ້ນເລີ່ມສໍາເລັດລົງໃນປີ 1948 ເມື່ອຊົນຊາດອິດສາຣາເອນໄດ້ສ້າງຕັ້ງຂື້ນ, ໃນຂະນະທີ່ອິດສະຣະເອນໄດ້ກັບໄປຢູ່ໃນແຜ່ນດິນຂອງພວກເຂົາ - ພວກເຮົາກໍຮູ້ວ່າຈຸດ ຈົບໃກ້ເຂົ້າມາແລ້ວ! ພວກເຮົາເຫັນເລື່ອງນີ້ໃນສະໄໝຂອງພວກເຮົາ, ປະຈຸບັນນີ້ພວກ ເຮົາກໍາລັງອາໄສຢູ່ໃກ້ກັບຈຸດຈົບຂອງໂລກນີ້ແລະການສະເດັດກັບມາເທື່ອທີ່ສອງຂອງພຣະຄຣິດ.

ດຽວນີ້ຂ້າພະເຈົ້າຢາກໃຫ້ພວກທ່ານເບິ່ງເລື່ອງການສະເດັດກັບມາເທຶ່ອທີ່ສອງຂອງພຣະຄຣິດໃນລາຍລະອຽດທີ່ຫຼາຍຂື້ນ, ພຣະຄໍາພີກ່າວວ່າການສະເດັດກັບມາເທື່ອທີ່ສອງ ຂອງພຣະອົງຈະແບ່ງອອກເປັນສອງສ່ວນ, ໜື່ງພຣະອົງຈະສະເດັດມາໃນເມກ, ຕໍ່ມາພຣະ ອົງຈະສະເດັດມາລົງມາສູ່ໂລກ.

I. ໜື່ງ ຈະເກີດອັນໃດຂື້ນເມື່ອພຣະຄຣິດສະເດັດມາໃນເມກ.

ພຣະຄຣິດຈະສະເດັດມາໃນເມກ ແລະ ຮັບເອົາຄຣິສຕຽນໄປສະຫວັນກັບພຣະອົງ, ພຣະຄໍາພີຕັດວ່າ:

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງທູດສະຫວັນອົງໃຫຍ່ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນແຫລະເຮົາກໍຈະຢູ່ກັບອົງພຣະຜູ້ເປັນເຈົ້າເປັນນິດ” (1 ເທສະໂລນິກາ 4:16-17)

ນີ້ຖືກເອີ້ນວ່າ“ການຮັບຂື້ນ” ພາສາອັງກິດຄໍາວ່າ“rapture”ມາຈາກພາສາລາຕິນຊື່ງໝາຍວ່າ “ການຍົກຂື້ນ” ຫຼື “ຮັບຂື້ນ” ພຣະຄໍາພີກ່າວວ່າ“ຄົນທີ່ລ່ວງຫລັບໃນພຣະຄຣິດຈະເປັນຂື້ນ ມາກ່ອນ” ຟື້ນຄືນຈາກຕາຍແລ້ວຂື້ນໄປພົບກັບພຣະຄຣິດ, ຫຼັງຈາກນັ້ນພວກຄຣິສຕຽນທີ່ ຍັງມີຊີວິດຢູ່ໃນໂລກນີ້ຈະ“ຖືກຮັບຂື້ນໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ” ຄຣິສຕຽນທຸກຄົນຈະໄດ້ຮັບຮ່າງກາຍອໍາມະຕະທີ່ຟື້ນຄືນຈາກ ຕາຍ, ພຣະຄໍາພີກ່າວວ່າ:

“ເຮົາຈະບໍ່ລ່ວງຫລັບໝົດທຸກຄົນ ແຕ່ເຮົາຈະຖືກປ່ຽນແປງໃໝ່ໝົດ ໃນຊົ່ວ ຂະນະດຽວ ໃນພັບຕາດຽວ ເມື່ອເປົ່າແກເທື່ອສຸດທ້າຍ ເພາະວ່າຈະມີສຽງແກ ແລະຄົົນທີ່ຕາຍແລ້ວຈະເປັນຂຶ້ນມາປາສະຈາກເປື່ອຍເນົ່າ ແລ້ວເຮົາທັງຫລາຍຈະຖືກປ່ຽນແປງໃໝ່” (1 ໂກລິນໂທ 15:51-52)

“ໃນຊົ່ວຂະນະດຽວ ໃນພັບຕາດຽວ”ພວກຜູ້ເຊື່ອຈະໄດ້ຮັບຮ່າງກາຍທີ່ຈະບໍ່ມີມື້ຕາຍເລີຍ, ພວກເຮົາຈະໄດ້ພົບກັບອົງພຣະເຢຊູເຈົ້າໃນຟ້າອາກາດແລະຖືກຮັບຂື້ນສູ່ສະຫວັນກັບພຣະອົງ.

ເລື່ອງນີ້ຈະເກີດຂື້ນເມື່ອໃດ? ບໍ່ມີໃຜຮູ້ຈັກວັນເວລາເພາະຄຣິດຊົງຕັດວ່າ“ວັນນັ້ນ, ໂມງນັ້ນບໍ່ມີໃຜຮູ້”(ມັດທາຍ 24:36), ໃຜກໍຕາມທີ່ບອກວັນລາຂອງການສະເດັດກັບມາ ຂອງພຣະຄຣິດກໍເປັນຜູ້ທໍານວາຍປອມ! ແຕ່ພວກເຮົາສາມາດຮູ້ຈັກຊ່ວງເວລາທົ່ວໆໄປໄດ້, ໝາຍສໍາຄັນຫຼາຍໆຢ່າງທີ່ໄດ້ສໍາເລັດລົງ,ຊື່ງພວກເຮົາຮູ້ດີວ່າເຮົາກໍາລັງອາໄສຢູ່ໃນຍຸກສຸດ ທ້າຍແລ້ວ. ຄົນອາເມລິກາຫຼາຍຄົນມີຄວາມຄິດວ່າພວກເຂົາຈະມີຊີວິດທີ່ມີຄວາມສຸກກັບເງີນ ຂອງເຂົາ,ມ່ວນຊື່ນແລະມື້ພັກທ້າຍອາທິດສາມມື້ - ແລະມື້ໜື່ງພວກເຂົາຈະຖືກຮັບຂື້ນຈາກ ຫາດຊາຍຫຼືຈາກພູໂດຍບໍ່ປະສົບກັບຄວາມທໍລະມານເລີຍ, ຄໍານັ້ນຟັງແລ້ວແປກປະຫຼາດ ສໍາຫຼັບພວກຄຣິສຕຽນໃນປະເທດເກົາຫຼີເໜືອບ່ອນທີ່ເຂົາທຸກທໍລະມານຢູ່ໃນຄຸກ, ອຶດຢາກ ແລະຕາຍເພາະການເຊື່ອໃນພຣະເຢຊູ, ຄໍານັ້ນຟັງແລ້ວເຮັດໃຫ້ງົງສໍາຫຼັບພວກຄຣິສຕຽນ ໃນປະເທດອີຣານ,ປະເທດອີຣັກແລະປະເທດຊີເຣຍ,ບ່ອນທີ່ພວກມູສະລິມຕັດຄໍຂອງພວກ ເຂົາຖ້າພວກເຂົາຫາກມາເຊື່ອໃນພຣະບຸດຂອງພຣະເຈົ້າ, ບໍ່ມີເຫດຜົນວ່າເປັນຫຍັງຄວາມ ທຸກຍາກ,ການຂົ່ມເຫງແລະຄວາມຕາຍບໍ່ສາມາດມາສູ່ອາເມລິກາກ່ອນທີ່ພຣະຄຣິດຈະສະ ເດັດມາໃນເມກໄດ້. ໃນປະເທດທີ່ຂ້າເດັກທີ່ຍັງບໍ່ເກີດຂ້າພະເຈົ້າສົງໄສຖ້າຫາກການຕັດສິນ ລົງໂທດຂອງພຣະເຈົ້າບໍ່ຕົກຖືກເຂົາ.

ແລະພວກທ່ານຫຼາຍຄົນກໍຈະຖືກປະໄວ້,ພຣະຄຣິດໄດ້ເລົ່າຄໍາອຸປະມາກ່ຽວກັບສາວພົມມະຈາລີສິບຄົນ “ຍິງພົມມະຈາລີ” ບໍ່ແມ່ນຊາວໂລກທີ່ບໍ່ເຊື່ອແຕ່ເປັນຄົນເຄັ່ງສາສະໜາ, ຫ້າຄົນໄດ້ຮັບຄວາມລອດແລ້ວແຕ່ອີກຫ້າຄົນຍັງບໍ່ລອດເທື່ອ, ຫຼັງຈາກນັ້ນເຈົ້າບ່າວຊື່ງຄື ພຣະຄຣິດກໍມາ“ຜູ້ທີ່ພ້ອມຢູ່ແລ້ວກໍໄດ້ໄປກັບທ່ານໃນງານແຕ່ງແລ້ວປະຕູກໍປິດ”(ມັດທາຍ 25:10), ຫ້າຄົນທີ່ໄດ້ຮັບຄວາມລອດແລ້ວກໍໄປພົບພຣະຄຣິດ, ສ່ວນອີກຫ້າຄົນກໍຖືກປະ ໄວ້ຂ້າງຫຼັງ, “ປະຕູກໍປິດ” ພວກເຂົາຈື່ງຮ້ອງວ່າ“ພຣະເຈົ້າຂ້າພຣະເຈົ້າຂ້າຂໍເປີດໃຫ້ຂ້າພະ ເຈົ້າເຂົ້າໄປແດ່”(ມັດທາຍ 25:11)ແຕ່ພຣະເຈົ້າຕັດຕອບວ່າ“ເຮົາບໍ່ຮູ້ຈັກເຈົ້າ”(ມັດທາຍ 25:12).

ເປັນຫຍັງພຣະຄຣິດຈື່ງບໍ່ຮູ້ຈັກພວກທ່ານລະ? ກໍເພາະພວກທ່ານປະຕິເສດທີ່ຈະຮູ້ ຈັກພຣະອົງ! ທ່ານບໍ່ໄດ້ວາງໃຈເຊື່ອໃນພຣະອົງ! ຄວາມບາບຂອງພວກທ່ານຍັງບໍ່ໄດ້ຖືກ ຊໍາລະລ້າງໂດຍພຣະໂລຫິດຂອງພຣະຄຣິດ, ຄວາມບາບຂອງທ່ານຍັງບໍ່ໄດ້ຈ່າຍໂດຍການ ຕາຍຂອງພຣະອົງເທິງໄມ້ກາງແຂນເທື່ອ, ທ່ານຍັງບໍ່ໄດ້ຮັບຊີວິດຈາກການຟື້ນຈາກຕາຍ ຂອງພຣະອົງ, ໃນຂໍ້ພຣະຄໍາພີທີ່ທ້າວກຣິຟຟິດຫາກໍອ່ານພຣະເຢຊູໄດ້ຕັດວ່າ“ບໍ່ມີຜູ້ໃດໄປ ເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6), ພວກທ່ານບໍ່ໄດ້ວາງໃຈໃນພຣະ ເຢຊູດັ່ງນັ້ນທ່ານຈື່ງບໍ່ສາມາດຢູ່ກັບພຣະເຈົ້າໄດ້, ເມື່ອການຮັບຂື້ນມາເຖິງພວກທ່ານກໍຈະ ຖືກປະໄວ້ຢູ່ທາງຫຼັງ!

II. ສອງ ແມ່ນຫຍັງຈະເກີດຂື້ນຫຼັງຈາກທີ່ພຣະຄຣິດສະເດັດມາໃນເມກ.

ການຮັບຂື້ນຈະເກີດຂື້ນໃນຟ້າອາກາດແລະພວກຄຣິສຕຽນຈະຂື້ນໄປພົບກັບພຣະ ອົງບ່ອນນັ້ນ, ພຣະຄຣິດຈະຊົງຮັບເອົາຄົນຂອງພຣະອົງໄປສະຫວັນ, ຈະມີອັນໃດເກີດຂື້ນ ກັບພວກເຂົາ?

ໃນຄໍາອຸປະມາເລື່ອງຍິງພົມມະຈາລີສິບຄົນພຣະຄຣິດໄດ້ຕັດເຖິງເຈົ້າສາວຂອງ ພຣະອົງເອງ,ພຣະອົງຕັດວ່າ “ເຈົ້າບ່າວກໍ່ມາເຖິງແລະຜູ້ທີ່ພ້ອມຢູ່ແລ້ວກໍໄດ້ໄປກັບທ່ານສູ່ ງານແຕ່ງງານ”(ມັດທາຍ 25:10), ພວກຄຣິສຕຽນແທ້ເປັນເຈົ້າສາວຂອງພຣະຄຣິດແລະ ພວກເຂົາຈະແຕ່ງງານກັບພຣະອົງໃນເມືອງສະຫວັນຫຼັງຈາກຖືກຮັບຂື້ນແລ້ວ,ໃນງານແຕ່ງຂອງພຣະເມສານ້ອຍ, ພຣະຄໍາພີໄດ້ທໍານວາຍໄວ້ວ່າ:

“ງານແຕ່ງງານຂອງພຣະເມສານ້ອຍມາເຖິງແລ້ວ ແລະມະເຫສີຂອງພຣະອົງໄດ້ຕຽມຕົວພ້ອມແລ້ວ ແລະຊົງໂຜດໃຫ້ນາງສວມຜ້າຝ້າຍລິນິນເນື້ອດີ ສະອາດແລະຂາວ ເພາະຜ້າຝ້າຍລິນິນເນື້ອດີນັ້ນເປັນຄວາມຊອບທຳຂອງພວກສິດທິຊົນ ແລະທູດສະຫວັນອົງນັ້ນສັ່ງຂ້າພະເຈົ້າວ່າ ຈົ່ງຂຽນໄວ້ເຖີດວ່າ ຄວາມສຸກມີແກ່ຄົນທັງຫລາຍທີ່ໄດ້ຮັບເຊີນມາໃນງານ ແຕ່ງຂອງພຣະເມສານ້ອຍ ” (ພະນິມິດ 19:7-9)

ພຣະຄຣິດຊົງເປັນ“ພຣະເມສານ້ອຍຂອງພຣະເຈົ້າຊື່ງຊົງຮັບເອົາຄວາມຜິດບາບຂອງໂລກ ໄປເສຍ”(ໂຢຮັນ 1:29), ພັນລະຍາຂອງພຣະອົງຊົງເປັນຄຣິສຕຽນທຸກຍຸກສະໄໝ,ສວມ ເສື້ອໃນຄວາມຊອບທໍາຂອງພວກສິດທິຊົນ”ພຣະເຢຊູຊົງລໍຖ້າງານແຕ່ງຂອງພຣະອົງເປັນ ເວລາດົນນານ, ແລະເວລາກໍຈະມາເຖິງ! “ຄວາມສຸກມີແກ່ຄົນທັງຫລາຍທີ່ໄດ້ຮັບເຊີນມາໃນງານແຕ່ງຂອງພຣະເມສານ້ອຍ”

ບາງສິ່ງບາງຢ່າງຈະເກີດຂື້ນໃນເມືອງສະຫວັນກ່ອນທີ່ພວກຄຣິສຕຽນຈະກັບມາໃນໂລກກັບອົງພຣະຜູ້ເປັນເຈົ້າຂອງເຂົາ, ນັ້ນຄືການພິພາກສາຂອງຄົນທີ່ເຊື່ອແລະການໃຫ້ ລາງວັນ, ອັນນີ້ເອີ້ນວ່າ“ການພິພາກສາເບມາ” ພາສາກຣີກຄໍາວ່າ“ເບມາ”ໝາຍເຖິງ“ບັນລັງ ພິພາກສາ”ອັກຄະສາວົກເປົາໂລໄດ້ຂຽນວ່າ“ພວກເຮົາທຸກຄົນຈະຕ້ອງປາກົດໂຕທີ່ໜ້າບັນ ລັງ(ເບມາ)ພິພາກສາຂອງພຣະຄຣິດເພື່ອທຸກຄົນຈະໄດ້ຮັບຕາມສິ່ງທີ່ເຂົາໄດ້ເຮັດໃນຮ່າງ ກາຍນີ້ແລ້ວແຕ່ຈະດີຫຼືຊົ່ວ”(2 ໂກລິນໂທ 5:10).

ອັນນີ້ບໍ່ແມ່ນການພິພາກສາລົງໂທດອັນສຸດທ້າຍຂອງຄົນຕາຍທີ່ບໍ່ເຊື່ອຕອນທີ່ພວກທີ່ບໍ່ເຊື່ອຈະຖືກຕັດສິນລົງໂທດສໍາຫຼັບຄວາມບາບຂອງພວກເຂົາແລະຖືກສົ່ງໄປໃນບຶງໄຟ, ອັນນີ້ແມ່ນການພິພາກສາຂອງພວກຄຣິສຕຽນສໍາຫຼັບສິ່ງທີ່ພວກເຂົາເຮັດໃນໂລກນີ້, ສໍາຫຼັບ ພວກຄຣິສຕຽນເທົ່ານັ້ນເພາະພຣະຄໍາພີກ່າວວ່າ“ຜູ້ໃດຈະວາງຮາກຖານອື່ນອີກບໍ່ໄດ້ນອກ ຈາກທີ່ວາງໄວ້ແລ້ວຄືພຣະເຢຊູຄຣິດ”(1 ໂກລິນໂທ 3:11), ຖ້າບໍ່ມີຮາກຖານຂອງພຣະ ຄຣິດພວກທ່ານກໍຍັງບໍ່ລອດແລະຕ້ອງຕົກນາລົກ, ແຕ່ຖ້າທ່ານມີພຣະຄຣິດທ່ານກໍຈະຖືກ ຕັດສິນຕາມທີ່ທ່ານໄດ້ເຮັດເພື່ອພຣະອົງ, ພຣະຄໍາພີກ່າວວ່າ“ຖ້າຜູ້ໃດຈະກໍ່ຂື້ນເທິງຮາກ ຖານນີ້ດ້ວຍຄໍາ,ເງີນ,ເພັດພອຍ,ໄມ້,ຫຍ້າແຫ້ງ,ເຟືອງ ການງານຂອງແຕ່ລະຄົນກໍຈະໄດ້ປາ ກົດໃຫ້ເຫັນ ເພາະເວລາວັນນັ້ນຈະໃຫ້ເຫັນໄດ້ຊັດເຈນ”(1 ໂກລິນໂທ 3:12-13),ຖ້າຄຣິສ ຕຽນສ້າງຊີວິດດ້ວຍ“ດ້ວຍຄໍາ,ເງີນ,ເພັດພອຍ...ເຂົາກໍຈະໄດ້ຮັບບໍາເໜັດ”(1 ໂກລິນໂທ 3:12,14), ແຕ່ຖ້າທ່ານເສຍເວລາຂອງທ່ານໄປກັບ“ໄມ້,ຫຍ້າແຫ້ງແລະເຟືອງ”“ການງານ ຂອງທ່ານກໍຈະຖືກເຜົາໄໝ້” ແລະທ່ານກໍຈະບໍ່ໄດ້ຮັບລາງວັນຫຍັງເລີຍໃນອານາຈັກຂອງ ພຣະອົງ(1 ໂກລິນໂທ 3:15).

ລາງວັນຫຍັງລະທີ່ພຣະຄຣິດຈະເອົາໃຫ້ແລະເປັນຫຍັງ? ພຣະເຢຊູບໍ່ໄດ້ລືມພວກ ທ່ານ, ຖ້າທ່ານເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງ, ພຣະອົງກໍຈະມອບຕໍາແໜ່ງສູງໃນອາ ນາຈັກຂອງພຣະອົງໃຫ້, ພຣະອົງກໍຈະເວົ້າກັບພວກທ່ານວ່າ“ດີແລ້ວເຈົ້າເປັນຜູ້ຮັບໃຊ້ທີ່ສັດ ຊື່ເຈົ້າສັດຊື່ໃນສິ່ງເລັກນ້ອຍເຮົາຈະຕັ້ງໃຫ້ເຈົ້າດູແລໃນສິ່ງຂອງຈໍານວນຫຼາຍ ເຈົ້າຈົ່ງຍິນດີ ຮ່ວມສຸກກັບນາຍຂອງເຈົ້າເທີນ”(ມັດທາຍ 25:21,23) ພຣະອົງຈະຕັດກັບຄົນໜື່ງວ່າ“ເຈົ້າ ຈົ່ງຄອບຄອງຫ້າເມືອງເທີນ”(ລູກາ 19:19) ສ່ວນອີກຄົນໜື່ງພຣະອົງຈະຕັດວ່າ“ເຈົ້າຈົ່ງມີ ອໍານາດຄອບຄອງສິບເມືອງເທີນ”(ລູກາ 19:17), ຄຣິສຕຽນທີ່ສັດຊື່ຈະໄດ້ຄອບຄອງກັບ ພຣະຄຣິດເໜືອໂລກນີ້ໃນອານາຈັກຂອງພຣະອົງເປັນເວລາໜື່ງພັນປີ.

ພວກເຂົາຈະໄດ້ຮັບລາງວັນສໍາຫຼັບຄວາມທຸກທໍລະມານຂອງເຂົາ, ພຣະຄໍາພີຕັດ ວ່າ“ຖ້າເຮົາທົນທຸກກັບພຣະອົງເຮົາກໍຈະໄດ້ຄອບຄອງກັບພຣະອົງ”(2 ຕີໂມທຽວ 2:12), ຄົນເຫຼົ່ານັ້ນທີ່ຕາຍເພື່ອພຣະເຢຊູໃນຖານະຍອມຕາຍເພື່ອຄວາມເຊື່ອຈະໄດ້ຮັບລາງວັນ, ພຣະຄຣິດຕັດວ່າ“ເຈົ້າຈົ່ງສັດຊື່ຈົນເຖິງຄວາມຕາຍແລະເຮົາຈະມອບມົງກຸດແຫ່ງຊີວິດໃຫ້ ແກ່ເຈົ້າ”(ພະນິມິດ 2:10)

ຈະມີລາງວັນສໍາຫຼັບພວກຄຣິສຕຽນທີ່ຊະນະວິນຍານ, ພຣະຄໍາພີຕັດວ່າ“ບັນດາຄົນ ທີ່ສະຫຼາດຈະສ່ອງແສງເໝືອນແສງຟ້າ ແລະບັນດາຜູ້ທີ່ນໍາຫຼາຍຄົນມາສູ່ຄວາມຊອບທໍາຈະ ສ່ອງແສງເໝືອນຢ່າງດາວເປັນນິດນິລັນ”(ດານຽນ 12:3),ໝາຍຄວາມວ່າແນວໃດທີ່ບອກ ວ່າການນໍາບາງຄົນມາສູ່ຄວາມຊອບທໍາ? ກໍຄືການນໍາວິນຍານມາຫາພຣະຄຣິດ!

ເມື່ອທ່ານໄດ້ພົບພຣະຄຣິດໃນສະຫວັນ,ມັນຈະບໍ່ສໍາຄັນວ່າທ່ານມີລົດປະເພດໃດຫຼືທ່ານມີເງີນຫຼາຍປານໃດ, ຫຼືທ່ານໄປທ່ຽວຫຼາຍປານໃດ, ແຕ່ມັນຈະສໍາຄັນຖ້າທ່ານຫາກຊະ ນະວິນຍານໄດ້! ມີສິ່ງດຽວທີ່ທ່ານສາມາດເອົາໄປສະຫວັນກັບທ່ານໄດ້ກໍຄືວິນຍານທັງຫຼາຍ ທີ່ທ່ານໄດ້ຊະນະເພື່ອພຣະຄຣິດ! ຈົ່ງຫຍຸ້ງຢູ່ກັບວຽກແຫ່ງການຊະນະວິນຍານ! ຈົ່ງນໍາຄົນ ເຂົ້າມາຈາກການປະກາດຂ່າວປະເສີດ! ຈົ່ງນໍາຜູ້ຄົນໃຫ້ມາຟັງຂ່າວປະເສີດຂອງທ່ານເອງ! ຂໍໃຫ້ພຣະຄຣິດເອົາມົງກຸດແຫ່ງຜູ້ຊະນະວິນຍານໃຫ້ກັບທ່ານ!

ແຕ່ຖ້າຫາກທ່ານບໍ່ໄດ້ກັບໃຈໃໝ່,ທ່ານກໍຈະບໍ່ໄດ້ຢູ່ໃນການພິພາກສານີ້, ທ່ານບໍ່ໄດ້ ວາງໃຈໃນພຣະຄຣິດຜູ້ຊົງຕາຍເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ທ່ານບໍ່ໄດ້ວາງໃນ ພຣະຄຣິດຜູ້ໄດ້ປະທານພຣະໂລຫິດຂອງພຣະອົງເພື່ອລ້າງຄວາມບາບຂອງທ່ານ, ດັ່ງນັ້ນ ທ່ານກໍຈະຖືກປະໄວ້ຢູ່ໂລກນີ້ໃຫ້ໄໝ້ທໍລະມານ,ເຈັບປວດ,ເສຍເລືອດ ແລະ ຕາຍໃນຄວາມ ທຸກມໍລະມານອັນໃຫຍ່, ເມື່ອທ່ານຕາຍໄປທ່ານກໍຈະຕົກນາລົກ,ໃນການຕັດສິນລົງໂທດ ເທື່ອສຸດທ້າຍ, ທ່ານຈະຖືກໂຍນຖີ້ມລົງໃນບຶງໄຟ, ນັ້ນແລະຄືສິ່ງທີ່ຈະເກີດຂື້ນກັບທ່ານ.

III. ສາມ ຈະມີຫຍັງເກີດຂື້ນເມື່ອພຣະຄຣິດສະເດັດມາໃນໂລກ.

ປະການທີ່ໜື່ງ, ພຣະເຢຊູຈະສະເດັດມາໃນເມກເພື່ອຮັບເອົາພວກຄຣິສຕຽນໄປສະ ຫວັນ, ຈາກນັ້ນພຣະອົງກໍຈະສະເດັດລົງມາໃນໂລກພ້ອມກັບພວກຄຣິສຕຽນເພື່ອຕັ້ງອານາ ຈັກຂອງພຣະອົງ, ພຣະຄຣິດໄດ້ສະເດັດກັບສູ່ສະຫວັນຈາກພູເຂົາໝາກກອກເທດທາງຕາ ເວັນອອກຂອງເຢລູຊາເລັມ, ໃນເວລາທີ່ພວກສາວົກເຫັນພຣະອົງຂື້ນໄປກໍມີທູດສະຫວັນ ສອງອົງກ່າວກັບພວກເຂົາວ່າ:

“ພຣະເຢຊູອົງນີ້ຊຶ່ງຊົງຮັບໄປຈາກທ່ານຂຶ້ນໄປຍັງສະຫວັນນັ້ນ ຈະສະເດັດມາອີກ ເໝືອນຢ່າງທີ່ທ່ານທັງຫລາຍໄດ້ເຫັນພຣະອົງສະເດັດໄປຍັງສະ ຫວັນນັ້ນ” (ກິດຈະການ 1:11)

ພຣະເຢຊູໄດ້ສະເດັດຂື້ນຈາກພູໝາກກອກເທດແລະພຣະອົງຈະສະເດັດລົງມາໃນບ່ອນດຽວກັນຝ່າຍຮ່າງກາຍສູ່ພູໝາກກອກເທດ - ແລະພວກຄຣິສຕຽນຈະກັບມາພ້ອມກັບພຣະອົງ, ພຣະຄໍາພີກ່າວວ່າ“ໃນວັນນັ້ນພຣະບາດຂອງພຣະອົງຈະຢືນຢູ່ເທິງພູໝາກກອກເທດ...ແລ້ວພຣະເຈົ້າຂອງຂ້າພະເຈົ້າຈະສະເດັດມາ ແລະພວກສິດທິຊົນທັງໝົດຈະມາກັບພຣະອົງ” (ເສຄາລິຢາ 14:4-5), ຢູ່ໃນການຮັບຂື້ນ, ພຣະຄຣິດຈະສະເດັດມາໃນເມກເພື່ອພວກ ຄຣິສຕຽນ, ຕໍ່ມາພຣະອົງຈະສະເດັດລົງມາໃນໂລກພ້ອມກັບພວກຄຣິສຕຽນ, ນີ້ແມ່ນສອງ ສ່ວນຂອງການສະເດັດມາເທື່ອທີ່ສອງ, ເມື່ອພຣະອົງສະເດັດມາໃນໂລກພຣະຄຣິດຈະຊົງ ຕັ້ງອານາຈັກຂອງພຣະອົງແລະຄອບຄອງເປັນເວລາໜື່ງພັນປີ, ພຣະຄໍາພີກ່າວວ່າພວກ ຄຣິສຕຽນຈະ“ມີຊີວິດແລະຄອບຄອງຮ່ວມກັບພຣະຄຣິດເປັນເວລາພັນປີ”(ພະນິມິດ 20:4)

ແຕ່ຖ້າທ່ານບໍ່ໄດ້ກັບໃຈໃໝ່,ສິ່ງນີ້ກໍຈະບໍ່ເກີດກັບທ່ານ! ທ່ານຈະພາດມັນທັງໝົດ, ແມ່ນຫຍັງຈະເກີດກັບທ່ານລະ? ການຕັດສິນລົງໂທດ,ຄວາມເຈັບປວດ,ທໍລະມານແລະໄຟ! ທ່ານຈະຖືກປະໄວ້ຢູ່ຫຼັງການຮັບຂື້ນ, ພຣະພິໂລດຂອງພຣະເຈົ້າຈະຖອກເທໃສ່ທ່ານ, ທ່ານ ຈະເຈັບປວດທຸກທໍລະມານໃນຊ່ວງເວລາຄວາມທຸກລໍາບາກເຈັດປີ, ເມື່ອທ່ານຕາຍໄປທ່ານ ກໍຈະຖືກຖີ້ມລົງໃນນາຮົກແລະ“ທໍລະມານໃນແປວໄຟ”(ລູກາ 16:24), ໃນການພິພາກສາ ລົງໂທດເທື່ອສຸດທ້າຍ, ທ່ານຈະຖືກລາກອອກມາຈາກນາຮົກແລະຖືກບັງຄັບໃຫ້ຟັງຄວາມ ບາບຂອງທ່ານທີ່ຖືກອ່ານຈາກໜັງສືຂອງພຣະເຈົ້າ, ຫຼັງຈາກນັ້ນທ່ານກໍຈະຖືກ“ໂຍນຖີ້ມລົງ ໃນບຶງໄຟ”ເພື່ອໃຫ້ເຜົາໄໝ້ຕະຫຼອດໄປເປັນນິດ(ພະນິມິດ 20:15).

ຖ້າທ່ານບໍ່ກັບໃຈໃໝ່ກໍຈະມີການຮັບຂື້ນ,ບໍ່ມີບໍາເໜັດລາງວັນ,ບໍ່ມີສະຫວັນ,ບໍ່ມີອາ ນາຈັກສໍາຫຼັບທ່ານ! ທ່ານໄດ້ປະຕິເສດທີ່ຈະວາງໃຈໃນພຣະຄຣິດ, ຄວາມບາບຂອງທ່ານ ບໍ່ໄດ້ຖືກຈ່າຍໃຫ້ໂດຍການຕາຍຂອງພຣະອົງ, ຄວາມບາບຂອງທ່ານບໍ່ໄດ້ຖືກຊໍາລະລ້າງ ໂດຍພຣະໂລຫິດຂອງພຣະອົງ! ດັ່ງນັ້ນທ່ານຈະຕ້ອງທຸກທໍລະມານເອງເພາະຄວາມບາບ ຂອງຕົນເອງ,ສໍາຫຼັບທ່ານຈະບໍ່ມີ“ເຄື່ອງບູຊາໄຖ່ບາບກໍຈະບໍ່ມີເຫຼືອຢູ່ເລີຍ”(ເຮັບເລີ 10:26) ແຕ່“ຈະມີຄວາມຢ້ານໃນການລໍຄອຍການພິພາກສາລົງໂທດ”(ເຮັບເລີ 10:27),ການພິພາກ ສາລົງໂທດ! ໄຟນາຮົກ! ສໍາຫຼັບທ່ານ,ສໍາຫຼັບທ່ານ,ສໍາຫຼັບທ່ານ! ໂອຂໍຢ່າໃຫ້ເປັນແບບນັ້ນ ເລີຍ, ໃນພຣະນາມຂອງພຣະເຢຊູ ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ໂຢຮັນ 14:1-6.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“In Times Like These” (Ruth Caye Jones, 1902-1972).

ໂຄງຮ່າງບົດເທດສະໜາ

ການເອົາລູກອອກແລະການສະເດັດກັບມາເທື່ອທີ່ສອງຂອງພຣະຄຣິດ!

ABORTION AND THE SECOND COMING OF CHRIST!

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ໃນພຣະນິເວດຂອງພຣະບິດາເຮົາມີຄະລຶຫາດຫລາຍແຫ່ງ ຖ້າບໍ່ມີເຮົາຄົງໄດ້ບອກທ່ານແລ້ວ ເຮົາໄປຈັດຕຽມບ່ອນໄວ້ສຳລັບທ່ານທັງຫລາຍ ແລະຖ້າເຮົາໄປຈັດຕຽມບ່ອນໄວ້ສຳລັບທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ບ່ອນໃດທ່ານທັງຫລາຍຈະຢູ່ບ່ອນນັ້ນດ້ວຍ” (ໂຢຮັນ 14:2-3)

(ເອເສຄຽນ 36:24; 37:12)

I. ໜື່ງ ຈະເກີດອັນໃດຂື້ນເມື່ອພຣະຄຣິດສະເດັດມາໃນເມກ.
1 ເທສະໂລນິກາ 4:16-17; 1 ໂກລິນໂທ 15:51-52; ມັດທາຍ 24:36;
ມັດທາຍ 25:10, 11, 12; ໂຢຮັນ 14:6.

II. ສອງ ແມ່ນຫຍັງຈະເກີດຂື້ນຫຼັງຈາກທີ່ພຣະຄຣິດສະເດັດມາໃນເມກ.
ມັດທາຍ 25:10;ພະນິມິດ 19:7-9;ໂຢຮັນ 1:29;2 ໂກລິນໂທ 5:10;
1 ໂກລິນໂທ 3:11-15;ມັດທາຍ 25:21,23; ລູກາ 19:19,17;
2 ຕີໂມທຽວ 2:12; ພະນິມິດ 2:10; ດານຽນ 12:3.

III. ສາມ ຈະມີຫຍັງເກີດຂື້ນເມື່ອພຣະຄຣິດສະເດັດມາໃນໂລກ. ກິດຈະການ 1:11;
ເສຄາລິຢາ 14:4-5; ພະນິມິດ 20:4; ລູກາ 16:24; ພະນິມິດ 20:15;
ເຮັບເລີ 10:26, 27.