Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຄື່ອງໝາຍແຫ່ງຍຸກສຸດທ້າຍ - ອັບເດດແລະຂະຫຍາຍອອກ

SIGNS OF THE END – UPDATED AND EXPANDED
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 3/1/2016
A sermon preached at the Baptist Tabernacle of Los Angeles
Lord's Day Morning, January 3, 2016

“ຝ່າຍພຣະເຢຊູຊົງອອກຈາກພຣະວິຫານ ແລ້ວພວກສາວົກຂອງພຣະອົງມາຊີ້ຕຶກທັງຫລາຍຂອງພຣະວິຫານໃຫ້ພຣະອົງທອດພຣະເນດ ພຣະເຢຊູຈຶ່ງຕັດກັບເຂົາວ່າ "ສິ່ງສາລະພັດເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື ເຮົາບອກຄວາມຈິງແກ່ທ່ານວ່າ ສິລາທີ່ຊ້ອນທັບກັນຢູ່ບ່ອນນີ້ ຊຶ່ງຈະບໍ່ຖືກທຳລາຍລົງກໍຫາບໍ່ໄດ້ ເມື່ອພຣະອົງປະທັບເທິງພູເຂົາມະກອກເທດ ພວກສາວົກມາເຝົ້າພຣະອົງສ່ວນຕົວກາບທູນວ່າ "ຂໍຊົງໂຜດໃຫ້ຂ້າພຣະອົງທັງຫລາຍຮູ້ແດ່ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ອັນໃດເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:1-3)


ກະລຸນາເປີດພຣະຄໍາຂອງທ່ານປະໄວ້ບ່ອນນີ້, ຂໍ້ພຣະຄໍາພີຂໍ້ນີ້ເອີ້ນວ່າ“ການສົນ ທະນາເທິງພູໝາກກອກເທດ” ມັນເປັນຄໍາເທດສະໜາທີ່ພຣະຄຣິດໃຫ້ຢູ່ເທິງພູໝາກກອກ ເທດ, ພຣະຄຣິດໄດ້ບອກພວກສາວົກວ່າພຣະວິຫານໃນເຢລູຊາເລັມຈະຖືກທໍາລາຍ,ພວກ ເຂົາຈື່ງຖາມວ່າ “ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ?” ຄໍາຕອບຕໍ່ຄໍາຖາມນັ້ນແມ່ນ ຖືກບັນທຶກໄວ້ໃນມັດທາຍ 24, ແຕ່ພຣະຄຣິດຊົງຕອບແລະຄໍາຕອບຂອງພຣະອົງກໍຖືກບັນ ທຶກໄວ້ໃນຂ່າວປະເສີດຂອງລູກາ,

“ເຂົາຈະລົ້ມລົງດ້ວຍຄົມດາບແລະຕ້ອງຖືກກວາດຕ້ອນໄປເປັນຊະເລີຍເສິກທົ່ວທຸກປະຊາຊາດແລະຄົນຕ່າງຊາດຈະຢຽບຢໍ່າກຸງເຢລູຊາເລັມຈົນກວ່າເວລາກຳນົດຂອງຄົນຕ່າງຊາດນັ້ນຈະຄົບຖ້ວນ”(ລູກາ 21:24)

“ເຂົາຈະລົ້ມລົງດ້ວຍຄົມດາບ”ນີ້ແມ່ນຄໍາທໍານວາຍຂອງການລ້ອມໂຈມຕີເມືອງເຢລູຊາເລັມ ໂດຍນາຍພົນຊາວໂຣມັນທີ່ຊື່ທີຕັສໃນປີຄ.ສ.70 - ມັນເກີດຂື້ນ 40 ປີຕໍ່ມາຕາມທີ່ພຣະ ຄຣິດຊົງຄາດການໄວ້, ຫຼັງຈາກນັ້ນ“[ພວກເຂົາ]ຕ້ອງຖືກກວາດຕ້ອນໄປເປັນຊະເລີຍເສິກທົ່ວທຸກປະຊາຊາດ” ດຣ.ເຮັນຣີ່ເອັມມໍຣິສໄດ້ກ່າວວ່າ“ຄໍາທໍານາຍທີ່ພິເສດນີ້ຖືກໃຫ້ ໄວ້ປະມານສະຕະວັດໜື່ງກ່ອນທີ່ສຸດທ້າຍຈະສໍາເລັດລົງໃນປີຄ.ສ. 135” - ເມື່ອເຢລູຊາ ເລັມຖືກທໍາລາຍໂດຍກອງທັບຂອງເຮດຣຽນໃນປີຄ.ສ.135 ແລະພວກຢິວກໍກະຈັດກະຈາຍ ໄປສູ່ຊາດຕ່າງໆຂອງໂລກ(ເບິ່ງ Henry M. Morris, Ph.D., The Defender’s Study Bible, World Publishers, 1995, p. 1122; note on Luke 21:20, 24).

ສະນັ້ນພຣະຄຣິດຊົງຕອບຄໍາຖາມທີ່ໜື່ງທີ່ເຂົາຖາມວ່າ “ເຫດການເຫຼົ່າຈະເກີດຂື້ນ ເມື່ອໃດ?” ພຣະວິຫານຖືກທໍາລາຍໃນປີຄ.ສ.70, ພວກຢິວໜ້າຈະກະຈັດກະຈາຍໄປຕາມ ຊາດຕ່າງໆທົ່ວໂລກໃນປີຄ.ສ. 135.

ແຕ່ຕໍ່ມາພວກເຂົາກໍຖາມຄໍາຖາມທີ່ສອງວ່າ“ອັນໃດເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” ພາສາກຣີດແປຄໍາວ່າ“ໂລກ”ແມ່ນ“ອຽນ” ໝາຍເຖີງ“ສະໄໝ” – “ສະໄໝ”ທີ່ພວກເຮົາອາໄສຢູ່ຕອນນີ້,ສະໄໝຄຣິສຕຽນ,ການດໍາເນີນ ການໃນປະຈຸບັນນີ້, ຂ້າພະເຈົ້າສໍານຶກວ່າພວກເຮົາກໍາລັງອາໄສຢູ່ໃກ້ຍຸກສະໄໝນັ້ນແລ້ວໃນ ຕອນນີ້, ພວກເຮົາກໍາລັງອາໄສຢູ່ໃນຍຸກສຸດທ້າຍ-ໃກ້ກັບຈຸດຈົບຂອງໂລກທີ່ພວກເຮົາຮູ້ຈັກ.

ມີຂໍ້ຜິດພາດຫຼັກໆສາມຢ່າງກ່ຽວກັບເຄື່ອງໝາຍຂອງຍຸກສຸດທ້າຍ,ຂໍ້ຜີດພາດອັນທີ່ ໜື່ງຄືການຕັ້ງວັນທີ, ເມື່ອໃດກໍຕາມທີ່ພວກທ່ານໄດ້ຍິນວ່າມີບາງຄົນໄດ້ຕັ້ງວັນທີໄວ້ທ່ານກໍ ແນ່ໃຈໄດ້ເລີຍວ່າພວກເຂົາເວົ້າຜິດ, ພຣະຄຣິດຕັດວ່າ:

“ແຕ່ວັນນັ້ນໂມງນັ້ນບໍ່ມີໃຜຮູ້ ເຖິງບັນດາທູດສະຫວັນໃນສະຫວັນຫລືພຣະບຸດກໍບໍ່ຮູ້ ຮູ້ແຕ່ພຣະບິດາອົງດຽວ ຈົ່ງເຝົ້າລະວັງແລະອະທິຖານຢູ່ ເພາະທ່ານບໍ່ຮູ້ວ່າເວລາວັນນັ້ນຈະມາເຖິງເມື່ອໃດ”(ມາລະໂກ 13:32,33)

ຄວາມຜິດພາດອັນທີ່ສອງກໍຄືການບັງຄັບໃຫ້ເຄື່ອງໝາຍທຸກຢ່າງຍ້ອນກັບໄປໃນອະດີດ,ອັນນີ້ຖືກເອີ້ນວ່າ“ລັດທິທີ່ຜ່ານມາແລ້ວ”ພວກຄາວີນິສສະໄໝໃໝ່ຫຼາຍຄົນເຮັດແບບນັ້ນແຕ່ພວກເຂົາຜິດ, ສິ່ງທີ່ພວກທ່ານຕ້ອງເຮັດຄືແນມເບິ່ງມັດທາຍ 24:14 ໃນວິນາທີ ທີ່ທ່ານອ່ານມັນທ່ານກໍຈະຮູ້ວ່າພວກເຂົາເວົ້າຜິດ,ຖ້າໝາຍສໍາຄັນທຸກຢ່າງຫາກເກີດຂື້ນດົນ ມາແລ້ວໃນຍຸກຕົ້ນໆຂອງປະຫວັດສາດຄຣິສຕຽນ,ຈາກນັ້ນຂໍ້ 14 ກໍໜ້າຈະບໍ່ເປັນຄວາມຈິງ!

“ຂ່າວປະເສີດເລື່ອງອານາຈັກນີ້ຈະປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ ແລ້ວທີ່ສຸດປາຍຈະມາເຖິງ”(ມັດທາຍ 24:14)

ພວກສາວົກໄດ້ເຜີຍແຜ່ຂ່າວປະເສີດໄປທົ່ວຈັກກະວັດໂລມັນ, ແຕ່ພວກເຂົາບໍ່ໄດ້ປະກາດ ຂ່າວປະເສີດ“ໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ”-ແນ່ນອນພວກເຂົາບໍ່ ໄດ້ປະກາດຂ່າວປະເສີດໃນອາເມລິກາເໜືອແລະໃຕ້,ໃນປະເທດຍິ່ປຸນ,ອອສເຕຣເລຍ,ເກາະຕ່າງໆທີ່ຢູ່ຕາມທະເລແລະບ່ອນອື່ນໆ, ແນ່ນອນພວກເຂົາບໍ່ໄດ້ປະກາດຂ່າວປະເສີດ“ໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ” ຊື່ງມັນໄດ້ສໍາເລັດລົງພຽງແຕ່ໃນສະໄໝ ຂອງເຮົາ“ແລ້ວທີ່ສຸດປາຍຈະມາເຖິງ” ຂ່າວປະເສີດຖືກເຜີຍແຜ່ໄປທົ່ວໂລກໃນປະຈຸບັນນີ້ - ເປັນຄັ້ງທໍາອິດໃນປະຫວັດສາດ, ຕົວຢ່າງຜູ້ຄົນທີ່ຢູ່ຫ່າງໄກທີ່ສຸດຂອງໂລກພາກັນອ່ານບົດ ເທດສະໜາຂອງຂ້າພະເຈົ້າທາງອິນເຕີເນັດໃນ 33 ພາສາ, ໂດຍທາງວິທະຍຸ,ທາງ ໂທລະພາບດາວທຽມ, ທາງຄື້ນສັ້ນໆ, ໂດຍທາງພວກມິດຊັນນາຣີເປັນພັນໆຄົນ,ຄໍາທໍາ ນວາຍນີ້ຫາກໍສໍາເລັດໃນປະຈຸບັນນີ້ເທົ່ານັ້ນ “ແລ້ວທີ່ສຸດປາຍຈະມາເຖິງ” ດັ່ງນັ້ນພວກທີ່ ວ່າຜ່ານມາແລ້ວຈື່ງຜິດ!

ຄວາມຜິດພາດອັນທີ່ສາມກໍຄືພວກເຂົາຜັກດັນໝາຍສໍາຄັນທຸກຢ່າງໄປໃນອະນາຄົດເຂົ້າສູ່ເຈັດປີແຫ່ງຄວາມທຸກລໍາບາກ,ພວກທີ່ດໍາເນີນການສະໄໝໃໝ່ຫຼາຍຄົນເຮັດແບບນັ້ນ ແຕ່ພວກເຂົາເສີຍເມີຍຕໍ່ໝາຍສໍາຄັນທັງໝົດສິ່ງທີ່ສໍາຄັນທີ່ສຸດໂດຍວາງໝາຍສໍາຄັນທັງໝົດໄປຂ້າງໜ້າສູ່ຍຸກເຈັດປີ, ພຣະຄຣິດໄດ້ໃຫ້ໝາຍສໍາຄັນໃນສະໄໝຂອງໂນອາ,ພຣະອົງຕັດ ວ່າ“ໃນສະໄໝຂອງໂນອາເປັນມາແລ້ວຢ່າງໃດເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນດ້ວຍ”(ມັດທາຍ 24:37),ພວກທ່ານບໍ່ຈໍາເປັນຕ້ອງເປັນນັກສາສະໜາສາດຜູ້ຍິ່ງໃຫຍ່ຈື່ງຈະ ຮູ້ຈັກວ່າ“ສະໄໝຂອງໂນອາ”ດົນກວ່າເຈັດປີ! ພຣະຄໍາພີສອນເຮົາວ່າສະໄໝຂອງໂນອາຄື 120 ປີ(ປະຖົມມະການ 6:3): ເອໂນກໄດ້ເຕືອນເລື່ອງການພິພາກສາແມ່ນກະທັ່ງກ່ອນ ໜ້ານັ້ນ(ຢູດາ 14,15),ຂ້າພະເຈົ້າສໍານຶກວ່າໂລກເລີ່ມຍັບເຂົ້າສູ່ຍຸກສຸດທ້າຍໃນຊ່ວງແຫ່ງ ການເຮັດໃຫ້ແຈ້ງໃນສະຕະວັດທີ່ 18(1730-1790),ແລະການເກີດຂື້ນຂອງຍຸກສຸດທ້າຍ ແຫ່ງປະຖີ້ມຄວາມເຊື່ອໃນສະຕະວັດທີ່ສິບເກົ້າພ້ອມກັບການເກີດຂື້ນຂອງລັດທິວິຈານພຣະຄໍາພີ,ລັດທິຟີນນີ່ແລະດາວິນນິສ, ແລະໝາຍສໍາຄັນແຫ່ງຍຸກສຸດທ້າຍກໍແຮງແຈ່ມແຈ້ງຂື້ນ ເລີ່ມຕົ້ນດ້ວຍສົງຄາມໂລກຄັ້ງທີ່ I. ດັ່ງນັ້ນຈຸດຈົບຂອງໂລກນີ້ບໍ່ແມ່ນພຽງແຕ່ທັນໃດ“ໂປ່ໂລຂື້ນມາ”ໃສ່ເຮົາ! ໝໍ້ຕຸນຂອງ ຊາຕານຖືກຕົ້ມເປັນເວລາດົນມາແລ້ວ, ແລະຕອນນີ້ກໍມີພຽງແຕ່ໝໍ້ທີ່ພ້ອມແລ້ວທີ່ຈະຕົ້ມສູ່ ທົ່ວໂລກແຫ່ງການປະຖີ້ມຄວາມເຊື່ອແລະລະບົບຍຸກສຸດທ້າຍຂອງໂລກນີ້, ດັ່ງທີ່ລີໂອນາດ ເຣເວັນຮິລໄດ້ເວົ້າວ່າ“ນີ້ແມ່ນຍຸກສຸດທ້າຍ”

ພວກສາວົກຂໍໝາຍສໍາຄັນດຽວແຫ່ງການສະເດັດມາຂອງພຣະອົງ“ແລ້ວທີ່ສຸດປາຍຈະມາເຖິງ” ແຕ່ພຣະຄຣິດໄດ້ໃຫ້ໝາຍສໍາຄັນຫຼາຍຢ່າງແກ່ພວກເຂົາ, ຂ້າພະເຈົ້າຈະຂໍເອົາ ໝາຍສໍາຄັນບາງອັນທີ່ໃຫ້ພຣະຄຣິດແລະພວກສາວົກຂອງພຣະອົງໃນສາມປະເພດ.

I ໜື່ງ ມີໝາຍສໍາຄັນຕ່າງໆໃນຄຣິສຕະຈັກທັງຫຼາຍ.

ນັ້ນຄືໝາຍສໍາຄັນອັນທີ່ໜື່ງທີ່ພຣະເຢຊູໃຫ້ໃນມັດທາຍ 24:4-5

“ພຣະເຢຊູຕັດຕອບເຂົາວ່າ "ລະວັງໃຫ້ດີ ຢ່າໃຫ້ຜູ້ໃດລໍ້ລວງທ່ານໃຫ້ຫລົງ ດ້ວຍວ່າຈະມີຫລາຍຄົນມາຕ່າງອ້າງນາມຂອງເຮົາ ກ່າວວ່າ `ເຮົາເປັນພຣະຄຣິດ' ເຂົາຈະລໍ້ລວງຄົນເປັນຈຳນວນຫລາຍໃຫ້ຫລົງໄປ” (ມັດທາຍ 24:4-5)

ຂໍ້ນີ້ແນ່ໃສ່ພວກພະຍາມານທີ່ປອມຕົວເປັນພຣະຄຣິດ, ອັກຄະສາວົກເປົາໂລໄດ້ເຕືອນກ່ຽວ ກັບ“ພຣະເຢຊູອີກອົງໜື່ງຊື່ງແຕກຕ່າງຈາກທີ່ເຮົາໄດ້ປະກາດສັ່ງສອນ”(2 ໂກລິນໂທ 11:4),ອັກຄະສາວົກຍັງກ່າວເຊັ່ນກັນວ່າ:

“ບັດນີ້ ພຣະວິນຍານໄດ້ຕັດໄວ້ຢ່າງແຈ່ມແຈ້ງວ່າ ຕໍ່ມາພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ” (1 ຕີໂມທຽວ 4:1)

ປະຈຸບັນນີ້“ວິນຍານພຣະຄຣິດ”ຂອງລັດທິຢອສຕິກກໍາລັງຖືກເທດຢູ່ໃນຄຣິສຕະຈັກ ຫຼາຍແຫ່ງ,ພຣະຄຣິດຂອງພວກຢອສຕິກນີ້ຄືວິນຍານອັນໜື່ງບໍ່ແມ່ນເນື້ອໜັງແລະກະດູກແທ້ຂອງພຣະຄຣິດແຫ່ງພຣະຄໍາພີ,ພຣະຄໍາພີກ່າວວ່າ“ວິນຍານທັງປວງທີ່ບໍ່ຍອມຮັບວ່າພຣະເຢຄຣິດໄດ້ສະເດັດມາເປັນມະນຸດວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ”(1 ໂຢຮັນ 4:3),ຖ້າມ ກາງການແປສະໄໝໃໝ່ມີພຽງສະບັບຄິງເຈມສ໌ເທົ່ານັ້ນທີ່ແປຂໍ້ນັ້ນຖືກ, ພາສາກຣີກຄືຄໍາວ່າ “elēluthota”ມັນຢູ່ໃນປະໂຫຍກສົມບູນທີ່ຊີ້ບອກເຖິງສະຖານະປະຈຸບັນຂອງພຣະຄຣິດ((cf. Jamieson, Fausset and Brown)ຄືກັບທີ່ສະບັບຄິງເຈມສ໌ແປຖືກວ່າພຣະຄຣິດ“ໄດ້ສະເດັດ ມາເປັນມະນຸດ” ພຣະອົງຊົງສະເດັດມາໃນເນື້ອໜັງແລະຍັງຄົງຢູ່ໃນເນື້ອໜັງ,ໃນການຟື້ນ ຄືນທາງຮ່າງກາຍແລະກະດູກຂອງພຣະອົງ, ຫຼັງຈາກທີ່ພຣະອົງຊົງຟື້ນຄືນຈາກຕາຍພຣະ ເຢຊູຕັດວ່າ“ຜີບໍ່ເນື້ອໜັງແລະກະດູກເໝືອນດັ່ງທີ່ເຮົາມີຢູ່”(ລູກາ 24:39) ແລະພຣະອົງຍັງ ຄົງຢູ່ໃນເນື້ອໜັງແລະກະດູກຂອງການຟື້ນຝ່າຍຮ່າງກາຍຂອງພຣະອົງ - ໃນສະຫວັນ, ພຣະຄໍາພີກ່າວວ່າ“ພຣະເຢຊູຄຣິດຍັງຊົງເໝືອນເດີມທັງມື້ວານນີ້,ວັນນີ້ແລະຕະຫຼອດໄປ ເປັນນິດ”(ເຮັບເລີ 13:8), ດັ່ງນັ້ນວິນຍານຂອງພຣະຄຣິດຂອງປະຈຸບັນນີ້ຄວາມຈິງແລ້ວຄື ພະຍານມານ“ວິນຍານທີ່ລໍ້ລວງ”(1 ຕີໂມທຽວ 4:1)! ແມ່ນແຕ່ຢູ່ໃນຄຣິສຕະຈັກແບັບຕິດ ທັງຫຼາຍຂອງເຮົາຜູ້ຄົນກໍຄິດເຖິງພຣະເຢຊູໃນຖານະເປັນວິນຍານຕົນໜື່ງ, ສະນັ້ນພວກເຂົາ ຈື່ງເຊື່ອພະຍາມານຫຼາຍກວ່າເຊື່ອພຣະຄຣິດແທ້! ດຣ.ໄມໂຄຮໍຕັນເວົ້າເຖິງກ່ຽວກັບວິນຍານ ພຣະຄຣິດຂອງພວກຢອສຕິກໃນໜັງສືອັນຍິ່ງໃຫຍ່ຂອງລາວທີ່ຊື່ວ່າ Christless Christianity (Baker Books, 2008) ຈົ່ງຊື້ມາອ່ານເບິ່ງ.

ອີກເທື່ອໜື່ງພຣະຄຣິດຊົງຕັດວ່າ

“ດ້ວຍວ່າຈະມີພຣະຄຣິດທຽມເທັດແລະຜູ້ພະຍາກອນທຽມເທັດເກີດຂຶ້ນຫລາຍຄົນ ແລະຈະເຮັດໝາຍສຳຄັນອັນໃຫຍ່ແລະການອັດສະຈັນ ຖ້າເປັນໄປໄດ້ຈະລໍ້ລວງແມ່ນແຕ່ຜູ້ທີ່ຊົງເລືອກແລ້ວໃຫ້ຫລົງ” (ມັດທາຍ 24:24)

ອັກຄະສາວົກເປົາໂລໄດ້ເຕືອນວ່າ,

“ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄຳສອນອັນຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຄວາມປາດຖະຫນາຂອງຕົນເອງ ແລະເຂົາຈະບ່າຍຫູຈາກຄວາມຈິງ ຫັນໄປຟັງເລື່ອງນິຍາຍຕ່າງໆ” (2 ຕີໂມທຽວ 4:3-4)

ຂ້າພະເຈົ້າສໍານຶກວ່າຕອນນີ້ພວກເຮົາກໍາລັງອາໄສຢູ່ໃນຈຸດຕົ້ນໆແຫ່ງການ ປະຖີ້ມຄວາມເຊື່ອ“ການລົ້ມລົງ”ທີ່ອັກຄະສາວົກເປົາໂລທໍານວາຍໄວ້ໃນ 2 ເທສະໂລນິກາ 2:3.

ຈາກນັ້ນພຣະຄຣິດກໍຕັດເຊັ່ນກັນວ່າ:

“ຄວາມຮັກຂອງຄົນເປັນຈຳນວນຫລາຍຈະ[ຈະເລີນເຕີບໂຕ]ເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ”(ມັດທາຍ 24:12)

ພຣະຄຣິດຊົງທໍານວາຍວ່າຈະມີການຂາດສິນທໍາຢູ່ໃນຄຣິສຕະຈັກຫຼາຍແຫ່ງຊື່ງຄວາມຮັກ “ອາກາເປ່”ລະຫວ່າງສະມາຊິກຄຣິສຕະຈັກຈະເຢັນຊ່າລົງ,ຄຣິສຕະຈັກຫຼາຍແຫ່ງຕອນນີ້ໄດ້ປິດການນະມັດສະການຕອນແລງວັນອາທິດລົງງ່າຍໆເພາະການສາມັກຄີທໍາກັບຄວາມຮັກແທ້ຂອງຄຣິສຕຽນເປັນອະດີດໄປແລ້ວ, ສະມາຊິກຂອງຄຣິສຕະຈັກບໍ່ມີຄວາມຮັກຕໍ່ກັນ ແບບທີ່ເຄີຍມີໃນຄຣິສຕະຈັກຍຸກຕົ້ນ(ຕົວຢ່າງໃນກິດຈະການ 2:46-47),ເຊັ່ນກັນພຣະ ເຢຊູຊົງທໍານວາຍວ່າຈະມີການອະທິຖານຢ່າງບໍ່ຖອຍໜ້ອຍລົງໃນຍຸກສຸດທ້າຍ(ລູກາ 18:1-8), ບໍ່ສົງໄສເລີຍທີ່ມີການປະຊຸມອະທິຖານໜ້ອຍໃນປະຈຸບັນນີ້, ການນະມັດສະການແລງ ວັນພຸດ(ຖ້າມີອັນໜື່ງ)ໄດ້ປ່ຽນຈາກການນະມັດສະການອະທິຖານໄປເປັນການສຶກສາພຣະ ຄໍາພີພ້ອມກັບບາງເທື່ອອາດຈະມີການອະທິຖານປະຈໍາໜື່ງຫຼືສອງເທື່ອ, ແນ່ນອນນີ້ແມ່ນ ເຄື່ອງໝາຍແຫ່ງຍຸກສຸດທ້າຍ!“ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອ [ຄວາມເຊື່ອທີ່ ຈະອະທິຖານຢ່າງບໍ່ລົດລະ]ໃນແຜ່ນດິນໂລກຫລື”(ລູກາ 18:8),ແຕ່ຈົ່ງຈື່ທີ່ພຣະເຢຊູຕັດ:

“ເມື່ອເຫດການທັງປວງນີ້ເລີ່ມຈະບັງເກີດຂຶ້ນນັ້ນຈົ່ງຢືດຕົວແລະຍົກຫົວຂຶ້ນເພາະການໄຖ່ທ່ານໃກ້ຈະເຖິງແລ້ວ”(ລູກາ 21:28)

ຮ້ອງເພງບົດທີ່ 3 ວັກທີ່ສອງ!

ມືດຍາມຄໍ່າຄືນ,ຄວາມບາບຕໍ່ສູ້ເຮົາ
ນໍ້າໜັກແຫ່ງຄວາມເສົ້າທີ່ເຮົາແບກໄວ້
ແຕ່ດຽວນີ້ເຮົາເຫັນເຄື່ອງໝາຍແຫ່ງການສະເດັດມາ
ໃຈຂອງເຮົາຫຼັງໄຫຼດ້ວຍຄວາມຍິນດີ
ພຣະອົງສະເດັດມາອີກ ພຣະອົງສະເດັດມາອີກ
ພຣະເຢຊູອົງດຽວ ທີ່ມະນຸດປະຕິເສດ
ພຣະອົງສະເດັດມາອີກ ພຣະອົງສະເດັດມາອີກ
ດ້ວຍລິດ,ສະຫງ່າລາສີຈະສະເດັດມາອີກຄັ້ງ!
(“He Is Coming Again” by Mabel Johnston Camp, 1871-1937).

II. ສອງ ມີໝາຍສໍາຄັນແຫ່ງການຂົ່ມເຫງ.

ພຣະເຢຊູຕັດວ່າ:

“ໃນເວລານັ້ນເຂົາຈະມອບທ່ານທັງຫລາຍໄວ້ໃຫ້ທົນທຸກລຳບາກແລະຈະຂ້າທ່ານເສຍ ແລະປະຊາຊາດຕ່າງໆຈະກຽດຊັງພວກທ່ານເພາະນາມຂອງເຮົາ ຄາວນັ້ນຄົນເປັນຈຳນວນຫລາຍຈະຖົດຖອຍໄປແລະທໍລະຍົດກັນແລະກັນ ທັງຈະກຽດຊັງຊຶ່ງກັນແລະກັນ” (ມັດທາຍ 24:9-10)

ອີກເທື່ອໜື່ງພຣະເຢຊູຕັດວ່າ:

“ທ່ານຈະຖືກຄົນທັງປວງກຽດຊັງເພາະເຫັນແກ່ນາມຂອງເຮົາ ແຕ່ຜູ້ທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ” (ມາລະໂກ 13:13)

ການຂົ່ມເຫງທີ່ເປັນຕາຢ້ານກໍາລັງເກີດຂື້ນຢູ່ໃນຫຼາຍໆສ່ວນຂອງໂລກໃນປະຈຸບັນນີ້, ກົດທີ່ນີ້ເພື່ອອ່ານເບິ່ງwww.persecution.com ການເພີ່ມຂື້ນການກົດດັນຕໍ່ຄຣິສຕຽນແທ້ ຖືກພົບເຫັນຢູ່ໃນໂລກຕາເວັນຕົກໃນປະຈຸບັນນີ້, ສິດຍາພິບານທີ່ສັດຊື່ຫຼາຍຄົນຖືກໂຈມຕີ ໂດຍພວກທີ່ເປັນສາເຫດໃຫ້ຄຣິສຕະຈັກແບ່ງແຍກ,ພໍ່ແມ່ກໍຂົ່ມເຫງລູກໆຂອງຕົນເອງຍ້ອນ ການມາເປັນຄຣິສຕຽນ,ແລະມັນເປັນເລື່ອງໜ້າຕົກໃຈທີ່ເຫັນໃນສິ່ງບາງຄົນເຮັດກັບພໍ່ແມ່ເຖົ້າໆຂອງເຂົາທີ່ເປັນຄຣິສຕຽນທີ່ຈິງຈັງ! ມີຫຼາຍຄົນໃນປະຈຸບັນນີ້ຖືກຂັງແລ້ວປ່ອຍໃຫ້ຜູ້ດຽວ, ໂດຍທີ່ພວກລູກທີ່ບໍ່ແມ່ນຄຣິສຕຽນບໍ່ເຄີຍມາຢ້ຽມເບິ່ງເລີຍ, ມີສິດຍາພິບານຫຼາຍຄົນບອກ ຂ້າພະເຈົ້າວ່າພວກເຂົາຄິດວ່າໃນປະເທດອາເມລິກາອີກບໍ່ດົນກໍຈະປະສົບກັບການຂົ່ມເຫງທີ່ໜັກກວ່າ,ແຕ່ຈື່ໄດ້ບໍທີ່ພຣະເຢຊູຕັດວ່າ:

“ທ່ານທັງຫລາຍຈະເປັນສຸກເມື່ອຄົນທັງຫລາຍຈະກຽດຊັງທ່ານແລະຈະໄລ່ທ່ານອອກຈາກພວກເຂົາແລະຈະປະໜາມທ່ານແລະຈະຢຽດຊື່ຂອງທ່ານວ່າເປັນຄົນຊົ່ວຊ້າເພາະທ່ານເຫັນແກ່ບຸດມະນຸດ ໃນວັນນັ້ນທ່ານທັງຫລາຍຈົ່ງຊື່ນຊົມແລະເຕັ້ນໂລດດ້ວຍຄວາມຍິນດີເພາະເບິ່ງເຖີດບຳເໜັດຂອງທ່ານມີບໍລິບູນໃນສະຫວັນ ເພາະວ່າບັນພະບຸລຸດຂອງເຂົາໄດ້ເຮັດແບບນັ້ນແກ່ພວກຜູ້ທໍານວາຍເໝືອນກັນ” (ລູກາ 6:22-23)

ຖ້າພວກທ່ານຄິດວ່າຂ້າພະເຈົ້າເປັນຄົນຮຸນແຮງໂພດ, ຂໍເຊີນຟັງບົດລາຍງານຂອງ ຟອກຊ໌ນິວທີ່ອອກລາຍການກ່ຽວກັບແຟຣງກລິນເກຣແຮມເມື່ອສອງສາມມື້ທີ່ຜ່ານມາ,ແຟຣງກລິນເກຣແຮມເປັນລູກຊາຍຂອງນັກປະກາດຂ່າວປະເສີດທີ່ມີຊື່ສຽງໂດ່ງດັງບິລລີ່ເກຣແຮມ ຂ່າວຟອກຊ໌ໄດ້ກ່າວວ່າ:

ນັກປະກາດແຟຣງກລິນເກຣແຮມເລີກສະໜັບສະໜູນລັດຖະບານ

ຂ່າວຟອກຊ໌ ວັນທີ 22 ທັນວາ 2015

http://www.foxnews.com/politics/2015/12/22/evangelist-franklin-graham-slams-quits-gop.html?intcmp=hppop

ນັກປະກາດແຟຣງກລິນເກຣແຮມໄດ້ປະກາດເມື່ອວັນອັງຄານວ່າລາວໄດ້ ເລີກສະໜັບສະໜູນພັກຣີພັບລິກັນເພາະຜ່ານແຜນງົບປະມານຂອງລັດຖະບານອາທິດແລ້ວນີ້ທີ່ເອີ້ນວ່າ“ສິ້ນເປືອງ”ແລະຄືກັບການນໍາເອົາກອງທຶນ ວາງແຜນຄອບຄົວໄປບ່ອນຂັງນັກໂທດການເມືອງພວກນາຊີ.

ເກຣແຮມເວົ້າວ່າ:

ລາວເວົ້າວ່າ“ໜ້າລະອາຍໃຈຕໍ່ພັກຣີພັບຣິກັນກັບພັກດີໂມແຄັດທີ່ຜ່ານແຜນການໃຊ້ຈ່າຍທີ່ສິ້ນເປືອງໃນອາທິດແລ້ວນີ້” “ແລະຕັດເງີນກອງທຶນວາງ ແຜນຄອບຄົວອອກໄປ”

ເກຣແຮມຊື່ງໂຈມຕີຢ່າງໜັງທັງສອງພັກການເມືອງ, ປ່ອຍໃຫ້ຄວາມຜິດ ຫວັງຂອງລາວຖືກໂພສລົງໃນເຟສບຸກ.

“ການເຫັນແລະການໄດ້ຍິນແຜນຄອບຄົວເວົ້າຢ່າງເມີນເສີຍກ່ຽວກັບການ ຂາຍສິ້ນສ່ວນໂຕອ່ອນຂອງເດັກພ້ອມກັບການບໍ່ສົນໃຈຊີວິດຂອງມະນຸດ ເປັນການລະນຶກເຖິງເລື່ອງໃນອະດີດຂອງດຣ.ໂຈເຊບເມັກເກລແລະຄ້າຍ ຄຸມຂອງນັກໂທດການເມືອງນາຊີ” ລາວຂຽນວ່າ: “ສິ່ງທີ່ຈໍາເປັນກໍຄືການ ປິດກັອກນໍ້າສໍາຫຼັບກອງທຶນຂອງພວກເຂົາ, ບໍ່ມີອັນໃດເຮັດສໍາເລັດທີ່ຈະ ປີດ 2,000 ໜ້ານີ້ທີ່ເປັນງົບປະມານ 1,1 ແສນລ້ານໂດລາ”

ເກຣແຮມຊື່ງໄດ້ສະໜັບສະໜູນລັດຖະບານທໍານຽບຂາວຫວັງວ່າໂດນໍທຣໍາຈະຮັບເອົາເຊັ່ນກັນຂໍ້ໂຕແຍ້ງຂອງລາວທີ່ຈະຮຽກຮ້ອງໃຫ້ຫ້າມພວກມູສະ ລິມບໍ່ໃຫ້ເຂົ້າປະເທດສະຫະລັດອາເມລິກາ, ລາວບອກວ່າລາວໄດ້ສູນເສຍ ຄວາມເຊື່ອຕໍ່ລະບົບການເມືອງຂອງອາເມລິກາແລ້ວ.

ລາວຂຽນວ່າ“ຂ້ອຍບໍ່ມີຄວາມຫວັງໃນພັກຣີພັບຣິກັນ,ພັກດີໂມແຄັດຫຼືພັກທີທີ່ຈະເຮັດສິ່ງທີ່ດີທີ່ສຸດເພື່ອປະເທດອາເມລິກາ”

ວ້າວຊ່າງເປັນຄໍາຖະແຫຼງທີ່ມາຈາກຜູ້ນໍາຂ່າວປະເສີດ! ຮ້ອງອີກເທື່ອໜື່ງ-ບົດເພງທີ່ 3 ວັກທີ່ສອງ!

ມືດຍາມຄໍ່າຄືນ,ຄວາມບາບຕໍ່ສູ້ເຮົາ
ນໍ້າໜັກແຫ່ງຄວາມເສົ້າທີ່ເຮົາແບກໄວ້
ແຕ່ດຽວນີ້ເຮົາເຫັນເຄື່ອງໝາຍແຫ່ງການສະເດັດມາ
ໃຈຂອງເຮົາຫຼັງໄຫຼດ້ວຍຄວາມຍິນດີ
ພຣະອົງສະເດັດມາອີກ ພຣະອົງສະເດັດມາອີກ
ພຣະເຢຊູອົງດຽວ ທີ່ມະນຸດປະຕິເສດ
ພຣະອົງສະເດັດມາອີກ ພຣະອົງສະເດັດມາອີກ
ດ້ວຍລິດ,ສະຫງ່າລາສີຈະສະເດັດມາອີກຄັ້ງ!

III. ສາມ ມີໝາຍສໍາຄັນຂອງການປະກາດຂ່າວປະເສີດທົ່ວໂລກ.

ສັງເກດຄວາມແປກທີ່ໝາຍສໍາຄັນທີ່ໜຸນໃຈນີ້ໄດ້ປາກົດຂື້ນທັນທີຢູ່ກາງໝາຍສໍາຄັນທີ່ເປັນຕາຢ້ານເຫຼົ່ານີ້

“ໃນເວລານັ້ນເຂົາຈະມອບທ່ານທັງຫລາຍໄວ້ໃຫ້ທົນທຸກລຳບາກແລະຈະຂ້າທ່ານເສຍ ແລະປະຊາຊາດຕ່າງໆຈະກຽດຊັງພວກທ່ານເພາະນາມຂອງເຮົາ ຄາວນັ້ນຄົນເປັນຈຳນວນຫລາຍຈະຖົດຖອຍໄປແລະທໍລະຍົດກັນແລະກັນ ທັງຈະກຽດຊັງຊຶ່ງກັນແລະກັນ ຈະມີຜູ້ພະຍາກອນເທັດຫລາຍຄົນເກີດຂຶ້ນແລະລໍ້ລວງຄົນເປັນຈຳນວນຫລາຍໃຫ້ຫລົງໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ແຕ່ຜູ້ທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ ແລະຂ່າວປະເສີດເລື່ອງອານາຈັກນີ້ຈະປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ ແລ້ວທີ່ສຸດປາຍຈະມາເຖິງ” (ມັດທາຍ 24:9-14)

“ຂ່າວປະເສີດເລື່ອງອານາຈັກ”ແມ່ນງ່າຍໆເລີຍຄື“ຂ່າວປະເສີດ”ໃນໜັງສືມາລະໂກ 13:10 ຊື່ງກ່າວວ່າ“ຂ່າວປະເສີດຈະຕ້ອງປະກາດທົ່ວປະຊາຊາດທັງຫຼາຍກ່ອນ” ໃນຖ້າມກາງການ ປະຖີ້ມຄວາມເຊື່ອແລະການຂົ່ມເຫງ,ທັນໃດນັ້ນພຣະຄຣິດກໍຕັດວ່າຂ່າວປະເສີດຈະຖືກປະ ກາດໄປທົ່ວໂລກ “ແລ້ວທີ່ສຸດປາຍຈະມາເຖິງ”(ມັດທາຍ 24:14).

ຊ່າງເປັນຄໍາທໍານວາຍ! ມີໜ້ອຍບ່ອນໃນໂລກນີ້ບ່ອນທີ່ຂ່າວປະເສີດຍັງບໍ່ເຄີຍໄດ້ ຍິນໃນປະຈຸບັນນີ້, ທາງອິນເຕີເນັດ,ທາງວິທະຍຸຸ,ທາງຄື້ນສັ້ນ,ໂທລະພາບດາວທຽມແລະ ຜ່ານພວກມິດຊັນນາຣີເປັນພັນໆ - ຂ່າວປະເສີດກໍາລັງແຜ່ໄປທົ່ວໂລກໃນເຊົ້ານີ້, ມັດທາຍ 24:11-14 ກໍາລັງສໍາເລັດລົງໃນຍຸກຂອງພວກເຮົາ! ມັນແປກສໍ່າໃດເຖິງແມ່ນວ່າໃນຂະນະ ທີ່ຄຣິສຕະຈັກຫຼາຍແຫ່ງໃນໂລກຕາເວັນຕົກກໍາລັງປິດການນະມັດສະການອະທິຖານຂອງ ເຂົາແລະຢຸດການນະມັດສະການຕອນແລງລົງ,ກໍມີການລະເບີດຂື້ນຂອງຂ່າວປະເສີດຢູ່ໃນ ໂລກທີ່ສາມ - ໃນປະເທດຈີນ,ໃນເອເຊຍຕາເວັນອອກສຽງໃຕ້,ຫຼາຍປະເທດໃນທະວີບອັບ ຟຣິກາ,ຖ້າມກາງຄົນມົ້ງແລະຊາວຮິນດູທີ່ມີຊັ້ນຕໍ່າທີ່ສຸດໃນສັງຄົມອິນເດຍ! ການປະຖີ້ມ ຄວາມ ເຊື່ອແລະການຟື້ນຟູ - ກໍາລັງເກີດຂື້ນໃນເວລາດຽວກັນ - ຄືກັບທີ່ພຣະເຢຊູໄດ້ ທໍານວາຍໄວ້!ຊ່າງເປັນສິ່ງຜິດປົກກະຕິທີ່ແປກປະຫຼາດແທ້! ນັ້ນແລະຄືສິ່ງທີ່ກໍາລັງເກີດຂື້ນ ແທ້ຄືກັບທີ່ພຣະເຢຊູໄດ້ທໍານວາຍໄວ້ວ່າມັນຈະເກີດຂື້ນ!

“ຈະມີຜູ້ພະຍາກອນເທັດຫລາຍຄົນເກີດຂຶ້ນແລະລໍ້ລວງຄົນເປັນຈຳນວນ ຫລາຍໃຫ້ຫລົງໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ແຕ່ຜູ້ທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ ແລະຂ່າວປະເສີດເລື່ອງອານາຈັກນີ້ຈະປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ ແລ້ວທີ່ສຸດປາຍຈະມາເຖິງ” (ມັດທາຍ 24:11-14)

ຮາເລລູຢາ! ພຣະເຢຊູກໍາລັງສະເດັດມາ ຂໍເຊີນຮ້ອງອີກເທື່ອໜື່ງ!

ມືດຍາມຄໍ່າຄືນ,ຄວາມບາບຕໍ່ສູ້ເຮົາ
ນໍ້າໜັກແຫ່ງຄວາມເສົ້າທີ່ເຮົາແບກໄວ້
ແຕ່ດຽວນີ້ເຮົາເຫັນເຄື່ອງໝາຍແຫ່ງການສະເດັດມາ
ໃຈຂອງເຮົາຫຼັງໄຫຼດ້ວຍຄວາມຍິນດີ
ພຣະອົງສະເດັດມາອີກ ພຣະອົງສະເດັດມາອີກ
ພຣະເຢຊູອົງດຽວ ທີ່ມະນຸດປະຕິເສດ
ພຣະອົງສະເດັດມາອີກ ພຣະອົງສະເດັດມາອີກ
ດ້ວຍລິດ,ສະຫງ່າລາສີຈະສະເດັດມາອີກຄັ້ງ!

ພວກທ່ານຮູ້ຈັກພຣະຄຣິດບໍ? ທ່ານພ້ອມບໍເມື່ອພຣະອົງສະເດັດມາ? ພວກທ່ານ ກັບໃຈໃໝ່ແລ້ວບໍ? “ການອຸທິດຊີວິດອີກ”ຈະບໍ່ຊ່ວຍທ່ານຖ້າທ່ານຍັງເປັນຄົນທີ່ຫຼົງຫາຍ, ບາງຄົນເວົ້າວ່າເຂົາກໍາລັງກັບມາຫາພຣະຄຣິດຄືກັບລູກຊາຍນ້ອຍຜູ້ຫຼົງຫາຍ, ແຕ່ພຣະຄໍາພີ ບໍ່ເຄີຍເວົ້າວ່າລູກຊາຍນ້ອຍຜູ້ຫຼົງຫາຍຄັ້ງໜື່ງເຄີຍລອດແລ້ວແຕ່ຫັນຫຼັງແລ້ວອຸທິດຊີວິດຂອງຕົນອີກ, ບໍ່ແມ່ນ ພຣະຄໍາພີເວົ້າຢ່າງຊັດເຈນວ່າລາວຫຼົງຫາຍ! ພໍ່ຂອງລາວກໍເວົ້າຄືກັນວ່າ:

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວແຕ່ກັບເປັນອີກຫາຍໄປແລ້ວແຕ່ໄດ້ພົບກັນອີກ”(ລູກາ 15:24)

ພວກທ່ານຈະຕ້ອງມາຫາພຣະຄຣິດສໍານຶກວ່າທ່ານເປັນຄົນຫຼົງຫາຍ! ຜູ້ໃດທີ່ບໍ່ສໍານຶກວ່າຕົນ ເປັນຄົນຫຼົງຫາຍຈະບໍ່ມາຫາພຣະເຢຊູ,ຈະບໍ່ວາງໃຈໃນພຣະອົງພຽງຜູ້ດຽວ,ຈະບໍ່ປະສົບກັບ ການກັບໃຈໃໝ່ແທ້, ຈະບໍ່ຖືກຊໍາລະຈາກຄວາມບາບໂດຍພຣະໂລຫິດຂອງພຣະຄຣິດຫຼືບັງ ເກີດໃໝ່ໂດຍການຟື້ນຄືນຈາກຕາຍຂອງພຣະຄຣິດ,ພວກທ່ານຈະຕ້ອງຮູ້ວ່າທ່ານເປັນຄົນທີ່ຫຼົງຫາຍກ່ອນທີທ່ານຈະລອດໄດ້!

ໂອພຣະເຈົ້າຂ້າພວກເຮົາຂໍອະທິຖານເພື່ອວິນຍານທີ່ຫຼົງຫາຍຢູ່ທີ່ໄດ້ຍິນຫຼືອ່ານຄໍາ ເທດສະໜານີ້,ຈະມາພາຍໃຕ້ການສໍານຶກບາບແລະວາງໃຈໃນພຣະເຢຊູຄຣິດພຣະບຸດຂອງພຣະອົງ,ເອແມນ ກົດທີ່ນີ້ເພື່ອອ່ານ“ວິທີແຫ່ງພຣະຄຸນ”ໂດຍນັກປະກາດຂ່າວປະເສີດຜູ້ ຍິ່ງໃຫຍ່ຈອດວິດຟິວ(1714-1770).


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“I Wish We’d All Been Ready” (Larry Norman, 1947-2008).

ໂຄງຮ່າງບົດເທດສະໜາ

ເຄື່ອງໝາຍແຫ່ງຍຸກສຸດທ້າຍ- ອັບເດດແລະຂະຫຍາຍອອກ

SIGNS OF THE END – UPDATED AND EXPANDED

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ຝ່າຍພຣະເຢຊູຊົງອອກຈາກພຣະວິຫານ ແລ້ວພວກສາວົກຂອງພຣະອົງມາຊີ້ຕຶກທັງຫລາຍຂອງພຣະວິຫານໃຫ້ພຣະອົງທອດພຣະເນດ ພຣະເຢຊູຈຶ່ງຕັດກັບເຂົາວ່າ "ສິ່ງສາລະພັດເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື ເຮົາບອກຄວາມຈິງແກ່ທ່ານວ່າ ສິລາທີ່ຊ້ອນທັບກັນຢູ່ບ່ອນນີ້ ຊຶ່ງຈະບໍ່ຖືກທຳລາຍລົງກໍຫາບໍ່ໄດ້ ເມື່ອພຣະອົງປະທັບເທິງພູເຂົາມະກອກເທດ ພວກສາວົກມາເຝົ້າພຣະອົງສ່ວນຕົວກາບທູນວ່າ "ຂໍຊົງໂຜດໃຫ້ຂ້າພຣະອົງທັງຫລາຍຮູ້ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ອັນໃດເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:1-3)

(ລູກາ 21:24; ມາລະໂກ 13:32, 33; ມັດທາຍ 24:14,37)

I ໜື່ງ ມີໝາຍສໍາຄັນຕ່າງໆໃນຄຣິສຕະຈັກທັງຫຼາຍ. ມັດທາຍ 24:4-5;
2 ໂກລິນໂທ 11:4; 1ຕີໂມທຽວ 4:2; 1 ໂຢຮັນ 4:3.ລູກາ:24:39;
ເຮັບເລີ 13:8; 1 ຕີໂມທຽວ 4:1; ມັດທາຍ 24:24; 2 ຕີໂມທຽວ 4:3-4;
2 ເທສະໂລນິກາ 2:3; ມັດທາຍ 24:12; ກິດຈະການ 2:46-47;
ລູກາ 18:1-8; 21:28.

II. ສອງ ມີໝາຍສໍາຄັນແຫ່ງການຂົ່ມເຫງ. ມັດທາຍ 24:9-10;
ມາລະໂກ 13:13; ລູກາ 6:22-23.

III. ສາມ ມີໝາຍສໍາຄັນຂອງການປະກາດຂ່າວປະເສີດທົ່ວໂລກ. ມັດທາຍ 24:9-14;
ມາລະໂກ 13:10; ລູກາ 15:24.