Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງໃຫ້ພວກຄຣິສຕຽນຊາວເທສະໂລນິກາ ເປັນຕົວຢ່າງຂອງທ່ານ!

MAKE THE THESSALONIAN CHRISTIANS
YOUR EXAMPLE!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 27/12/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, December 27, 2015

“ເປົາໂລ ສິລວານັດ ແລະທິໂມທີ ຮຽນ ຄຣິສຕະຈັກຂອງຊາວເມືອງເທສະໂລນິກາ ໃນພຣະເຈົ້າພຣະບິດາແລະພຣະເຢຊູຄຣິດເຈົ້າ ຂໍໃຫ້ພຣະຄຸນແລະສັນຕິສຸກຈາກພຣະເຈົ້າxຂອງເຮົາແລະຈາກພຣະເຢຊູຄຣິດເຈົ້າດຳລົງຢູ່ກັບທ່ານທັງຫລາຍເຖີດ”(1 ເທສະໂລນິກາ 1:1)


ທ້າວພຣຸດໂຮມຫາກໍອ່ານ 1 ເທສະໂລນິກາບົດທີ່ໜື່ງວັ່ງກີ້ນີ້, ຊື່ງໄດ້ໃຫ້ພາບຂອງ ຄຣິສຕະຈັກຍຸກຕົ້ນໆທີ່ຢູ່ໃນເມືອງເທສະໂລນິກາ, ອັກຄະສາວົກເປົາໂລໄດ້ຂຽນຈົດໝາຍ ສະບັບນີ້ປະມານປີຄ.ສ.50, ມັນຄືຈົດໝາຍສະບັບທໍາອິດທີ່ເປົາໂລຂຽນຂື້ນມາ, ລາວຂຽນ ໄປຫາທີ່ປະຊຸມຊື່ງພຽງແຕ່ບໍ່ເທົ່າໃດເດືອນ, ເປົາໂລຢູ່ທີ່ນັ້ນກັບພວກເຂົາພຽງແຕ່ສາມວັນສະ ບາໂຕອີງຕາມກິດຈະການ 17, ລາວຖືກໄລ່ອອກຈາກເມືອງຢ່າງໄວວາໂດຍກຸ່ມພວກຢິວ ທີ່ບໍ່ເຊື່ອຊື່ງຮ້ອງໃສ່ເປົາໂລກັບສີລາ-ວ່າ“ຄົນເຫລົ່ານັ້ນທີ່ເປັນພວກຄວ່ຳແຜ່ນດິນໄດ້ມາ[ນີ້]ນໍາ”(ກິດຈະການ 17:6)ພວກເຂົາເວົ້າວ່າຢາໂສນຜູ້ນໍາຂອງຄຣິສຕະຈັກກໍາລັງທໍາລາຍກົດ ໝາຍຂອງຊີຊາໂດຍການເວົ້າວ່າມີກະສັດອີກອົງໜື່ງຊື່ວ່າເຢຊູ,ພວກເຂົາຈື່ງຈັບໂຕຢາໂສນ ແລະຄຣິສຕຽນຄົນອື່ນໆຕໍ່ມາກໍໄດ້ປ່ອຍໂຕພວກເຂົາ, ໃນບົດທີ່ 3 ຂໍ້ 2 ເປົາໂລໄດ້ ສັນຍາທີ່ຈະສົ່ງທິໂມທີໄປ“ເພື່ອຈະໄດ້ຕັ້ງພວກທ່ານໄວ້ໃຫ້ຫມັ້ນຄົງ ແລະເພື່ອຈະໄດ້ປອບປະໂລມໃຈພວກທ່ານ”(1 ເທສະໂລນິກາ 3:2).

ຕອນນີ້ພວກເຮົາຈະມາເບິ່ງບົດທີ່ໜື່ງຂອງໜັງສື 1 ເທສະໂລນິກາ, ພວກເຮົາຈະ ເຫັນເຄື່ອງໝາຍທີ່ເຂັ້ມແຂງຂອງຄຣິສຕະຈັກນ້ອຍໆເຖິງແມ່ນວ່າເປົາໂລໄດ້ຢູ່ກັບພວກເຂົາພຽງແຕ່ສາມອາທິດເທົ່ານັ້ນ ແລະ ເຖິງແມ່ນວ່າຄຣິສຕະຈັກຂອງພວກເຂົາມີອາຍຸພຽງແຕ່ປີ ໜື່ງເທົ່ານັ້ນ, ນີ້ແມ່ນຄຣິສຕະຈັກທີ່ອັດສະຈັນ,ເປັນແມ່ແບບຊື່ງພວກເຮົາຄວນຈະເຮັດໃຫ້ດີ ທີ່ສຸດເພື່ອຕິດຕາມ, ມີຢູ່ແປດຈຸດໃນບົດທີ່ໜື່ງທີ່ພວກເຮົາຄວນຕາມ.

1. ພວກເຂົາຢູ່ໃນພຣະເຈົ້າແລະຢູ່ໃນພຣະຄຣິດ.

“ເປົາໂລ ສິລວານັດ ແລະທິໂມທີ ຮຽນ ຄຣິສຕະຈັກຂອງຊາວເມືອງເທສະໂລນິກາ ໃນພຣະເຈົ້າພຣະບິດາແລະພຣະເຢຊູຄຣິດເຈົ້າ ຂໍໃຫ້ພຣະຄຸນແລະສັນຕິສຸກຈາກພຣະເຈົ້າຂອງເຮົາແລະຈາກພຣະເຢຊູຄຣິດເຈົ້າດຳລົງຢູ່ກັບທ່ານທັງຫລາຍເຖີດ”(1 ເທສະໂລນິກາ 1:1)

ສີວານັສປັນອີກຊື່ໜື່ງຂອງສີລາສ,ເຖິງແມ່ນວ່າພວກເຂົາຈະເຄີຍເປັນຄົນກາບໄຫວ້ຮູບເຄົາ ລົບທີ່ປ່າເຖື່ອນກໍຕາມ,ດຽວນີ້ພວກເຂົາ“ຢູ່ໃນພຣະເຈົ້າພຣະບິດາ”“ໃນພຣະເຢຊູຄຣິດເຈົ້າ” ນັ້ນແລະຄືສິ່ງທີ່ເປົາໂລເວົ້າເຖິງຄຣິສຕະຈັກນີ້, ນັ້ນແລະຄືຫົນທາງທີ່ທ່ານ“ຕໍ່ເຂົ້າກັບ”ຄຣິສ ຕະຈັກ, ມັນບໍ່ແມ່ນໂດຍການທີ່ຊື່ຂອງທ່ານຖືກຈົດໄວ້ເທິງລາຍຊື່ຄຣິສຕະຈັກ,ແຕ່ມັນຄືໂດຍ ການເປັນຄົນ“ຢູ່ໃນພຣະເຈົ້າ” ແລະ “ໃນພຣະຄຣິດ” ນັ້ນແລະຄືສິ່ງທີ່ເຮັດໃຫ້ທ່ານກາຍ ເປັນສະມາຊິກແທ້ຂອງຄຣິສຕະຈັກ, ພຣະເຢຊູຊົງອະທິຖານເພື່ອເລື່ອງນັ້ນຕອນທີ່ພຣະອົງ ຕັດວ່າ“ເພື່ອເຂົາທັງຫຼາຍຈະໄດ້ເປັນອັນໜື່ງອັນດຽວກັນ ດັ່ງທີ່ພຣະອົງຄືພຣະບິດາຊົງສະ ຖິດໃນຂ້າພະອົງແລະຂ້າພະອົງໃນພຣະອົງ ເພື່ອໃຫ້ເຂົາເປັນອັນໜື່ງອັນດຽວກັນກັບພຣະ ອົງແລະກັບຂ້າພະອົງນໍາ”(ໂຢຮັນ 17:21),ທ່ານຈະຕ້ອງຕິດກັບພຣະເຢຊູແລະຕິດກັບພຣະ ເຈົ້າພຣະບິດາ,ເພື່ອຕິດເຂົ້າກັບຄຣິສຕະຈັກ! ບໍ່ມີທາງອື່ນໃດ,ທ່ານຕ້ອງ“ຢູ່ໃນ”ພຣະຄຣິດຫຼື “ຢູ່ນອກ”ພຣະຄຣິດ, ນັ້ນແລະທີ່ວ່າເປັນຫຍັງພວກເຮົາຈື່ງບອກໃຫ້ທ່ານມາຫາພຣະຄຣິດ, ວາງໃຈໃນພຣະຄຣິດ,ພັກໃຈລົງໃນພຣະຄຣິດ, ເມື່ອສິ່ງນັ້ນເກີດຂື້ນແລ້ວທ່ານກໍກາຍມາ ເປັນສະມາຊິກຂອງຄຣິສຕະຈັກ, ບໍ່ມີທາງອື່ນໃດທີ່ຈະຕິດເຂົ້າກັບຄຣິສຕະຈັກ, ພຣະເຢຊູ ຕັດວ່າ“ທ່ານຈະຕ້ອງບັງເກີດໃໝ່”(ໂຢຮັນ 3:7) “ການມາ”ຄຣິສຕະຈັກບໍ່ແມ່ນອັນດຽວກັບ ການ“ຢູ່ໃນພຣະເຢຊູຄຣິດເຈົ້າ”(1 ເທສະໂລນິກາ 1:1).

ຄຣິສຕະຈັກແທ້ຖືກສ້າງຂື້ນຈາກຄົນເຫຼົ່ານັ້ນຊື່ງ“ຢູ່ໃນພຣະເຢຊູຄຣິດເຈົ້າ”ເທົ່ານັ້ນ, ຄົນອື່ນພຽງແຕ່ມາຢ້ຽມຄຣິສຕະຈັກແຕ່ບໍ່ແມ່ນສ່ວນໜື່ງໃນນັ້ນແທ້,ມັນກໍຄືກັບເຮືອຂອງໂນ ອາ, ໂນອາໃຊ້ເວລາຫຼາຍທົດສະວັດສ້າງເຮືອ,ມີຫຼາຍຄົນມາເບິ່ງເຮືອໃຫຍ່ລໍານີ້, ພວກເຂົາ ໜ້າຈະຍ່າງເບິ່ງອ້ອມມັນແລະບາງຄົນອາດຈະເຂົ້າໄປເບິ່ງຂ້າງໃນກໍໄດ້ແລ້ວກໍອອກໄປ,ແຕ່ ເມື່ອນໍ້າຖ້ວມມາພວກເຂົາກໍບໍ່ໄດ້“ຢູ່ໃນ”ເຮືອ, ດັ່ງນັ້ນພວກເຂົາຈື່ງຈົ່ມລົງໄປໃນນໍ້າຖ້ວມໃຫຍ່ ນັ້ນ, ພຣະເຢຊູຊົງຕັດວ່າ“ໃນສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນດ້ວຍ”(ມັດທາຍ 24:37), ເມື່ອການຕັດສິນລົງໂທດຂອງພຣະເຈົ້າຕົກລົງ ມາໃນໂລກນີ້ທ່ານຈະໝົດຫວັງນອກຈາກວ່າທ່ານ “ຢູ່ໃນພຣະເຢຊູຄຣິດເຈົ້າ” ຄືກັບຄົນໃນ ຄຣິດສຕະຈັກທີ່ເມືອງເທສະໂລນິກາຢູ່.

2. ພວກເຂົາມີຄວາມເຊື່ອ,ຄວາມຮັກແລະຄວາມຫວັງໃນພຣະເຢຊູຄຣິດເຈົ້າ.

ເບິ່ງຂໍ້ 3

“ເຮົາລະນຶກເຖິງຢ່າງບໍ່ຢຸດໃນກິດຈະການທີ່ເກີດຈາກຄວາມເຊື່ອຂອງທ່ານ ແລະການງານທີ່ເນື່ອງມາຈາກຄວາມຮັກ ແລະຄວາມພາກພຽນຊຶ່ງເກີດຈາກຄວາມຫວັງໃນພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ” (1 ເທສະໂລນິກາ 1:3)

ອັກຄະສາວົກເປົາໂລຈື່ໄດ້ວ່າພວກຄຣິສຕຽນທີ່ຢູ່ໃນຄຣິສຕະຈັກເທສະໂລນິກາໄດ້ເຮັດວຽກຍ້ອມຄວາມຮັກຂອງຄຣິສຕຽນ,ວຽກຂອງພວກເຂົາຄືຜະລີດຕະຜົນແຫ່ງຄວາມເຊື່ອໃນພຣະ ຄຣິດຂອງເຂົາ, ວຽກທີ່ພວກເຂົາເຮັດກໍຍັງເປັນ“ການງານທີ່ເກີດມາຈາກຄວາມຮັກ” ເຊັ່ນ ກັນພວກເຂົາມີຄວາມອົດທົນຫຼືຄວາມອົດກັ້ນ,ຮັບແຮງບັນດານໃຈໂດຍ“ຄວາມຫວັງໃນພຣະເຢຊູຄຣິດເຈົ້າຂອງເຮົາ” ໃນ 1 ໂກລິນໂທ 13 ເປົາໂລໄດ້ເວົ້າວ່າ“ບັດນີ້ຍັງຕັ້ງຢູ່ສາມສິ່ງຄື ຄວາມເຊື່ອ, ຄວາມຫວັງ,ແລະຄວາມຮັກ(ຄວາມຮັກຂອງຄຣິສຕຽນ)ແຕ່ຄວາມຮັກໃຫຍ່ທີ່ ສຸດ”(1 ໂກລິນໂທ 13:13).

ພວກເຮົາໄດ້ພົບວ່າຜູ້ຄົນສາມາດມາຄຣິສຕະຈັກໂດຍປາສະຈາກຄວາມເຊື່ອ,ຄວາມຮັກແລະຄວາມຫວັງໃນພຣະຄຣິດໄດ້, ແຕ່ພວກເຂົາຈະຢູ່ໃນຄຣິສຕະຈັກບໍ່ໄດ້ດົນ, ພວກ ເຂົາພຽງແຕ່ມາເພື່ອທີ່ຈະມີເພື່ອນ, ພວກເຂົາມີຄວາມມ່ວນຊື່ນແລະການສາມັກຄີທໍາກັບຄົນ ອື່ນໆໃນຄຣິສຕະຈັກ, ແຕ່ຕໍ່ມາ “ໃນຊ່ວງແຫ່ງ[ການທົດລອງ]ເຂົາກໍຫຼົງເສຍໄປ” (ລູກາ 8:13),ຊື່ງມັກເກີດຂື້ນໃນຊ່ວງທໍາອິດຂອງປີໃໝ່, ພວກເຂົາມີຄວາມສະໜຸກສະໜານຫຼາຍ ໃນຊ່ວງງານລ້ຽງວັນຄຣິສມາດແລະປີໃໝ່ຂອງຄຣິສຕະຈັກ, ແຕ່ຫຼັງຈາກນັ້ນເມື່ອເດືອນມັງ ກອນມາເຖິງ, ຄວາມສະໜຸກສະໜານບາງອັນກໍຫາຍໄປ, ຕອນນີ້ພວກເຂົາກໍບໍ່ຮູ້ສຶກມີ ຄວາມສຸກແບບເກົ່າທີ່ເຄີຍຮູ້ສຶກໃນຊ່ວງຄຣິສມາດອີກ, ດັ່ງນັ້ນພວກເຂົາຈື່ງ“ຫຼົງເສຍໄປ” ເລື່ອງນີ້ສະແດງໃຫ້ເຫັນວ່າພວກເຂົາມາໂບດພຽງເພາະຄວາມສະໜຸກສະໜານແລະເກມ, ພວກເຂົາບໍ່ມີການເຊື່ອມຕໍ່ກັບພຣະຄຣິດ, ພວກເຂົາບໍ່ເຄີຍ“ຢູ່ໃນພຣະເຢຊູຄຣິດເຈົ້າ”, ດັ່ງ ນັ້ນພວກເຂົາຈື່ງຫຼົງເສຍໄປແລະບໍ່ເຄີຍກັບໃຈໃໝ່ເລີຍ, ພວກເຂົາບໍ່ເຄີຍເປັນຄືກັບຜູ້ຄົນໃນ ຄຣິສຕະຈັກທີ່ເມືອງເທສະໂລນິກາ! ຂ້າພະເຈົ້າຫວັງວ່າມັນຈະບໍ່ເປັນແບບນັ້ນກັບທ່ານ!

3. ພວກເຂົາຖືກເລືອກໂດຍພຣະເຈົ້າ.

ເບິ່ງຂໍ້ສີ່.

“ພີ່ນ້ອງທັງຫລາຍ ຜູ້ເປັນທີ່ຮັກ ເຮົາຮູ້ແນ່ວ່າພຣະເຈົ້າໄດ້ຊົງເລືອກທ່ານທັງຫລາຍໄວ້ແລ້ວ”(1 ເທສະໂລນິກາ 1:4)

ເປົາໂລເອີ້ນພວກເຂົາວ່າ “ພີ່ນ້ອງທັງຫຼາຍ”(ອ້າຍນ້ອງ)ເພາະພວກເຂົາຖືກເລືອກໃຫ້ໄດ້ຮັບ ຄວາມລອດໂດຍພຣະເຈົ້າ, ເປົາໂລເວົ້າເຖິງການຊົງເລືອກຂອງເຂົາອີກເທື່ອໜື່ງໃນ 2 ເທ ສະໂລນິກາ 2:13 ບ່ອນທີ່ລາວເວົ້າວ່າ“ພຣະເຈົ້າໄດ້ຊົງເລືອກທ່ານໄວ້ຕັ້ງແຕ່ເລີ່ມຕົ້ນໃຫ້ ເຖິງຄວາມລອດ” ຈາກເລີ່ມຕົ້ນພຣະເຈົ້າຊົງເລືອກບາງຄົນເພື່ອໃຫ້ລອດ, ພວກເຮົາບໍ່ໄດ້ ເລືອກພຣະອົງ, ພຣະອົງຊົງເລືອກພວກເຮົາ,ໃນເອເຟໂຊເປົາໂລເວົ້າວ່າ“ພຣະອົງໄດ້ຊົງ ເລືອກເຮົາໄວ້ກ່ອນທີ່ຈະເລີ່ມສ້າງໂລກ”(ເອເຟໂຊ 1:4), ພຣະເຢຊູເອງຊົງຕັດວ່າ“ທ່ານບໍ່ ໄດ້ເລືອກເຮົາແຕ່ເຮົາໄດ້ເລືອກທ່ານ”(ໂຢຮັນ 15:16).

ນີ້ແມ່ນເລືອງລຶກລັບບໍ່ແມ່ນບາງຢ່າງທີ່ຄວາມຄິດທາງທໍາມະຊາດຂອງເຮົາຈະສາ ມາດເຂົ້າໃຈໄດ້ແທ້,ແຕ່ມັນກໍແມ່ນຄວາມຈິງແທ້ແນ່ນອນ, ຫ້າສິບເຈັດປີກ່ອນຂ້າພະເຈົ້າຖືກ ເອີ້ນໃຫ້ມາເທດສະໜາ,ມີຄົນໜຸ່ມຫຼາຍຄົນໃນຄຣິສຕະຈັກນັ້ນທີ່ມາຈາກຄອບຄົວຄຣິສຕຽນ ທີ່ດີ, ແຕ່ເຖິງແມ່ນວ່າພວກເຂົາຈະມາຈາກຕອບຄົວຕຣິສຕຽນທີ່ດີພວກເຂົາກໍບໍ່ເຄີຍກັບໃຈ ໃໝ່ແລະສຸດທ້າຍແລ້ວກໍຫຼົງເສຍໄປຈາກຄຣິສຕະຈັກ,ດ້ວຍຄວາມໄດ້ປຽບທຸກຢ່າງຂອງເຂົາພວກເຂົາບໍ່ເຄີຍຖືກເລືອກໃຫ້ໄດ້ຮັບຄວາມລອດໂດຍພຣະເຈົ້າເລີຍ, ແມ່ນຂ້າພະເຈົ້າເຄີຍ ເປັນເດັກທີ່ໜ້າເວດທະນາທີ່ມາຈາກຄອບຄົວທີ່ແຕກແຍກໂດຍການຫຍ່າຮ້າງກັນ, ບໍ່ພຽງ ແຕ່ຂ້າພະເຈົ້າບໍ່ໄດ້ຫຼົງເສຍໄປເທົ່ານັ້ນ - ແຕ່ຂ້າພະເຈົ້າຍັງຢູ່ທີ່ນີ້ກໍາລັງເທດສະໜາຂ່າວປະ ເສີດຫ້າສິບເຈັດປີຕໍ່ມາ, ຂ້າພະເຈົ້າອະທິບາຍໄດ້ແນວໃດ? ຂ້າພະເຈົ້າອະທິບາຍບໍ່ໄດ້ຂ້າ ພະເຈົ້າໄດ້ແຕ່ອ້າງພຣະເຢຊູທີ່ວ່າ“ທ່ານບໍ່ໄດ້ເລືອກເຮົາແຕ່ເຮົາໄດ້ເລືອກທ່ານ”ແລະເພາະ ພຣະອົງຊົງເລືອກຂ້າພະເຈົ້າ,ຂ້າພະເຈົ້າຈື່ງສາມາດຜ່ານຊ່ວງເວລາທີ່ຍາກລໍາບາກ ແລະ ຄວາມໂສກເສົ້າຫຼາຍຢ່າງໂດຍບໍ່ມີການຫຼົງເສຍໄປໄດ້! ຊື່ງມັນກໍເປັນເລື່ອງຈິງທີ່ເກີດຂື້ນກັບ ພວກຄຣິສຕຽນທີ່ຢູ່ໃນຄຣິສຕະຈັກເມືອງເທສະໂລນິກາເຊັ່ນກັນ“ພີ່ນ້ອງທັງຫລາຍ ຜູ້ເປັນທີ່ຮັກ ເຮົາຮູ້ແນ່ວ່າພຣະເຈົ້າໄດ້ຊົງເລືອກທ່ານທັງຫລາຍໄວ້ແລ້ວ”

ຂໍໃຫ້ຂ້າພະເຈົ້າເວົ້າຕື່ມອີກອັນໜື່ງວ່າຖ້າທ່ານບໍ່ແມ່ນໜື່ງໃນຄົນທີ່ຖືກເລືອກມັນກໍບໍ່ມີອັນໃດທີ່ພວກເຮົາສາມາດຊ່ວຍທ່ານໃຫ້ລອດໄດ້, ນອກຈາກນີ້ກໍບໍ່ມີອັນໃດທີ່ທ່ານສາມາດ ເຮັດເພື່ອຊ່ວຍໂຕທ່ານເອງໃຫ້ລອດໄດ້! ນັ້ນແລະທີ່ວ່າເປັນຫຍັງບາງຄົນຈື່ງສາມາດໄດ້ຍິນ ຂ່າວປະເສີດເທດອອກໄປເປັນເວລາຫຼາຍປີໂດຍບໍ່ໄດ້ຮັບຄວາມລອດ, ພວກເຂົາບໍ່ມີຫູເພື່ອ ຟັງຫຼືມີຫົວໃຈທີ່ຈະວາງໃຈໃນພຣະເຢຊູ, ພວກເຂົ້າບໍ່ເຄີຍ“ເຂົ້າໃຈ” ຟີລິບແຊນເວົ້າວ່າ ຄວາມຄິດຂອງລາວໝຸນວຽນໄປມາຕະຫຼອດ, ພະຍາມຍາມທີ່ຈະຄໍານວນວ່າຈະລອດໄດ້ ແນວໃດ, ຕໍ່ມາເຊົ້າວັນອາທິດມື້ໜື່ງພຣະເຈົ້າກໍໄດ້ເປີດໃຈຂອງລາວແລະລາວກໍໄດ້ວາງໃຈ ໃນພຣະເຢຊູ, ແຕ່ຄົນເຫຼົ່ານັ້ນທີ່ບໍ່ຖືກເລືອກບໍ່ເຄີຍມີຊ່ວງເວລາແບບນັ້ນ, ຈິດໃຈຂອງພວກ ເຂົາກໍຍັງສືບຕໍ່ວົນໄປມາພະຍາຍາມຄໍານວນ-ຈົນສຸດທ້າຍພວກເຂົາກໍຕາຍແລ້ວຈົ່ມລົງໄປສູ່ ບຶງໄຟນາລົກ, ການຊົງເລືອກບໍ່ແມ່ນໂຕເລືອກທີ່ທ່ານມີ, ການຊົງເລືອກເປັນ“ຂອງພຣະ ເຈົ້າ”ຄືກັບຂໍ້ທີ່ 4 ເວົ້າ.

4. ພວກເຂົາຮັບເອົາຂ່າວປະເສີດບໍ່ພຽງໂດຍການຮຽນຮູ້ຖ້ອຍຄໍາເທົ່າ ນັ້ນແຕ່ດ້ວຍລິດເດດເຊັ່ນກັນ.

ຂໍເຊີນເບິ່ງຂໍ້ທີ່ 5.

“ເພາະຂ່າວປະເສີດຂອງເຮົາບໍ່ໄດ້ມາເຖິງທ່ານດ້ວຍຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍລິດເດດ ແລະດ້ວຍພຣະວິນຍານບໍລິສຸດ ແລະດ້ວຍຄວາມໄວ້ໃຈອັນເຕັມລົ້ນ ຕາມທີ່ທ່ານທັງຫລາຍຮູ້ຢູ່ແລ້ວວ່າ ເຮົາເປັນຄົນຢ່າງໃດໃນໝູ່ພວກທ່ານເພາະເຫັນແກ່ທ່ານ”(1 ເທສະໂລນິກາ 1:5)

ຢູ່ນີ້ເປົາໂລເອີ້ນມັນວ່າ“ຂ່າວປະເສີດຂອງເຮົາ”ເພາະມັນຖືກປະກາດໂດຍລາວແລະໂດຍສີລາສຜູ້ຮ່ວມງານຂອງລາວ, ບ່ອນອື່ນລາວເອີ້ນມັນວ່າ“ຂ່າວປະເສີດຂອງພຣະເຈົ້າ” (ໂລມ 1:1)ແລະເຊັ່ນກັນ“ຂ່າວປະເສີດຂອງພຣະຄຣິດ”(1 ເທສະໂລນິກາ 3:2)

ຂ່າວປະເສີດມາເຖິງຊາວເທສະໂລນິກາດ້ວຍລິດເດດ,ໃນ 1 ໂກລິນໂທ ເປົາໂລ ໄດ້ເວົ້າວ່າ:

“ຄຳເວົ້າແລະຄຳເທດສະໜາຂອງຂ້າພະເຈົ້າ ບໍ່ແມ່ນຄຳທີ່ເກ້ຍກ່ອມດ້ວຍສະຕິປັນຍາຂອງມະນຸດ ແຕ່ເປັນຄຳຊຶ່ງໄດ້ສະແດງພຣະວິນຍານແລະລິດເດດ” (1 ໂກລິນໂທ 2:4)

ດຣ.ມາຕິນລອຍໂຈນເວົ້າວ່າ“ອັກຄະສາວົກ...ບໍ່ໄດ້ຂື້ນກັບຂອງປະທານຂອງມະນຸດຫຼືວິທີ ຕ່າງໆຫຼືການຄົ້ນຄິດຕ່າງໆ, ມັນຂື້ນກັບ ‘ໃນການສະແດງຂອງພຣະວິນຍານແລະລິດເດດ” (Unsearchable Riches in Christ, p. 56).

ຜູ້ຄົນໃນເມືອງເທສະໂລນິກາບໍ່ໄດ້ມາພ້ອມເປີດພຣະຄໍາພີຂອງຕົນອອກ,ດ້ວຍການບັນທຶກ! ອັນນັ້ນມັນບໍ່ແມ່ນທາງທີ່ຈະປະກາດຂ່າວປະເສີດ, ມັນເປັນອຸປະສັກການປະ ກາດຂ່າວປະເສີດ,ເຊັ່ນກັບການໃຊ້ໂປເຈັກເຕີ, ເຊັ່ນກັບການແປສະໄໝໃໝ່, ຂ້າພະເຈົ້າ ຢາກໃຫ້ພວກເຂົາຖີ້ມສໍດໍາຂອງເຂົາ, ປິດໂປເຈັກເຕີທີ່ຢູ່ເທິງຫົວຂອງເຂົາແລ້ວເທດສະໜາ ພ້ອມກັບການເຈີມຈາກພຣະຄໍາພີສະບັບຈິງເຈມເກົ່າໆ, ພວກເຮົາຈໍາເປັນຕ້ອງຂື້ນກັບພຣະ ວິນຍານບໍລິສຸດບໍ່ແມ່ນຂື້ນກັບເຄື່ອງດຶງດູດໃຫ້ຄົນສົນໃຈແບບສະໄໝໃໝ່! ຄົນພວກນີ້ໃນ ເມືອງເທສະໂລນິກາຖືກປະກາດໃຫ້ໃນລິດເດດຂອງພຣະວິນຍານບໍລິສຸດແລະຫຼັງຈາກນັ້ນ ພວກເຂົາກໍໄດ້ຮັບການກັບໃຈໃໝ່, ຂ້າພະເຈົ້າບໍ່ສາມາດສອນພວກທ່ານວ່າຈະກັບໃຈໃໝ່ ໄດ້ແນວໃດແດ່, ນັ້ນແລະຄືເຫດຜົນທີ່ພວກເຮົາອະທິຖານຢ່າງສະໝໍ່າສະເໝີເພື່ອພຣະພັກ ຂອງພຣະເຈົ້າ, ຄວາມຈິງຂອງພຣະວິນຍານບໍລິສຸດ, ພຣະອົງເທົ່ານັ້ນທີ່ສາມາດເປີດເຜີຍ ຄວາມຈິງເຫຼົ່ານີ້ແກ່ພວກທ່ານແລະຊັກນໍາທ່ານເຂົ້າຫາພຣະຄຣິດໄດ້,ຄົນເຫຼົ່ານີ້ພວກເຂົາໄດ້ ກັບໃຈໃໝ່ໂດຍການປະກາດຂອງພຣະວິນຍານບໍລິສຸດບໍ່ແມ່ນໂດຍການສອນພຣະຄໍາພີ ແບບເສດຝຸ່ນທີ່ພວກເຮົາໄດ້ຍິນຈາກທໍາມາດໃນປະຈຸບັນນີ້! ນີ້ແມ່ນການອຶດຢາກຂອງພຣະ ຄໍາເພາະພວກເຮົາບໍ່ມີລິດເດດຂອງພຣະວິນຍານຂອງພຣະເຈົ້າຢູ່ໃນການເທດສະໜາຂອງ ເຮົາຄືກັບທີ່ພວກເຂົາມີ.

5. ພວກເຂົາຕາມແບບຢ່າງຂອງເປົາໂລກັບສີລາສໂດຍການປະເຊີນກັບການ ຂົ່ມເຫງ.

ເຊີນເບິ່ງຂໍ້ທີ່ 6.

“ແລະທ່ານກໍເຮັດຕາມຢ່າງຂອງເຮົາ ແລະຂອງອົງພຣະຜູ້ເປັນເຈົ້າ ໂດຍທີ່ທ່ານໄດ້ຮັບຖ້ອຍຄຳນັ້ນດ້ວຍຄວາມຍາກລຳບາກເປັນຈຳນວນຫລາຍ ພ້ອມດ້ວຍຄວາມຍິນດີໃນພຣະວິນຍານບໍລິສຸດ”(1 ເທສະໂລນິກາ 1:6)

ພວກເຂົາກາຍເປັນຜູ້ຕິດຕາມ(ຫຼືຜູ້ລອກແບບ)ຂອງເປົາໂລກັບສີລາສແລະຂອງພຣະຄຣິດ-ທັ້ງໆທີ່“ຍາກລໍາບາກເປັນຈໍານວນຫຼາຍ”(ຫຼືທຸກທໍລະມານຫຼາຍຢ່າງ),ແລະໃນຄວາມທຸກລໍາ ບາກຂອງເຂົາພວກເຂົາກໍມີຄວາມຍີນດີທີ່ປະທານໃຫ້ໂດຍພຣະວິນຍານບໍລິສຸດ, ອັກຄະສາ ວົກເປໂຕໄດ້ກ່າວວ່າ:

“ທ່ານທີ່ຮັກ ຢ່າປະຫລາດໃຈທີ່ທ່ານຕ້ອງໄດ້ຮັບຄວາມທຸກຍາກຢ່າງແສນສາຫັດເປັນການລອງໃຈ ເໝືອນກັບວ່າເຫດການອັນປະຫລາດໄດ້ເກີດຂຶ້ນກັບທ່ານ ແຕ່ວ່າທ່ານທັງຫລາຍຈົ່ງຊື່ນຊົມຍິນດີໃນການທີ່ທ່ານໄດ້ມີສ່ວນຮ່ວມໃນຄວາມທຸກຍາກຂອງພຣະຄຣິດ ເພື່ອວ່າເມື່ອສະຫງ່າລາສີຂອງພຣະອົງປາກົດຂຶ້ນ ທ່ານທັງຫລາຍກໍຈະໄດ້ຊື່ນຊົມຍິນດີເປັນຈຳນວນຫລາຍດ້ວຍ” (1 ເປໂຕ 4:12-13)

ດຣ.ໂທມັສເຮວໄດ້ກ່າວວ່າ“ອີງຕາມພັນທັນສັນຍາໃໝ່,ການອົດທົນຕໍ່ການຂົ່ມເຫງເພື່ອພຣະຄຣິດເປັນຄວາມຍິນດີທີ່ພິເສດ(ກິດຈະການ 5:41; 1 ເປໂຕ 4:13),ຄຣິສຕະຈັກທີ່ອົດທົນ ການຂົ່ມເຫງດ້ວຍຄວາມຍິນດີ[ກາຍເປັນ]ຄຣິສຕະຈັກທີ່ເຂັ້ມແຂງແລະຄໍາພະຍານຂອງມັນກໍມີລິດເດດ” (Thomas Hale, M.D., The Applied New Testament Commentary, Kingsway Publications, 1997; comment on I Thessalonians 1:6).

ຄຣິສຕະຈັກຂອງເຮົາເອງກາຍມາເປັນຄຣິສຕະຈັກທີ່ເຂັ້ມແຂງໂດຍການປະສົບການແບ່ງແຍກຄຣິສຕະຈັກທີ່ເປັນຕາຢ້ານ, ນັ້ນແລະເປັນເຫດຜົນທີ່ພວກເຮົາມີ“ຄວາມຊື່ນຊົມ ຍິນດີໃນພຣະວິນຍານບໍລິສຸດ”ຫຼາຍຢ່າງ, ພວກນັກເທດທີ່ມາຢ້ຽມພວກເຮົາແປກໃຈທີ່ພວກ ເຮົາມີຄວາມຍິນດີຫຼາຍສໍາໃດ! ພວກເຮົາໄດ້ແບບນີ້ໂດຍການຜ່ານໄຟແຫ່ງຄວາມທຸກມາຄື ກັບຄຣິສຕະຈັກທີ່ເມືອງເທສະໂລນິກາເປັນ!

ການຜ່ານກັບການທົດລອງຕ່າງໆເປັນວິທີດຽວທີ່ຈະເປັນຄຣິສຕຽນທີ່ເຂັ້ມແຂງໄດ້, ການສຶກສາພຣະຄໍາພີຢ່າງດຽວຈະບໍ່ເກີດເປັນຄຣິສທີ່ເຂັ້ມແຂງໄດ້,ການທົນທຸກລໍາບາກຜ່ານ ການທົດສອບທົດລອງຄືສິ່ງທີ່ເຮັດໃຫ້ເຮົາເຂັ້ມແຂງ, ບໍ່ມີທທາງອື່ນອີກ! ອັກຄະສາວົກເປົາ ໂລໄດ້ບອກກັບຄຣິສຕຽນໃໝ່ທີ່ຢູ່ເມືອງອັນທິໂອກວ່າ“ພວກເຮົາຈໍາເປັນຕ້ອງທົນທຸກຍາກລໍາບາກຫຼາຍຢ່າງຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:22),ຄວາມ ຫຍຸ້ງຍາກ,ຄວາມກົດດັນແລະຄວາມທຸກຕ່າງໆບໍ່ພຽງແຕ່ເຮັດໃຫ້ເກີດຄຣິສຕຽນທີ່ເຂັ້ມແຂງ ເທົ່ານັ້ນ-ພວກເຂົາຍັງແຍກເຂົ້າບະເລ້ອອກຈາກແກບເຊັ່ນກັນ, ເພາະເຖິງແມ່ນວ່າເມື່ອ ຄວາມກົດດັນນ້ອຍເຂົ້າມາຄົນທີ່ຍັງບໍ່ກັບໃຈໃໝ່ກໍອອກໄປຈາກຄຣິສຕະຈັກແລະກັບໄປຫາ ໂລກ-ຄືກັບທີ່ເຮົາເຫັນຕະຫຼອດ, ແຕ່ຄົນທີ່ຜ່ານການທົດລອງຕ່າງແລ້ວກໍກາຍເປັນຄຣິສຕຽນ ທີ່ເຂັ້ມແຂງຄືກັບນາງຊາເລຊ່າ,ທ້າວພຣຸດໂຮມ,ນາງເບບູດ,ດຣ.ເຄແກນ,ທ້າວກຣິຟຟິດ,ເມຍຂອງຂ້າພະເຈົ້າເອງ,ດຣ.ແຊນແລະອີກຫຼາຍໆຄົນໃນຄຣິສຕະຈັກຂອງເຮົາ-ທັງ“39”ຄົນທີ່ ຊ່ວຍຄຣິສຕະຈັກຂອງເຮົາໃນຊ່ວງການແບ່ງແຍກໃຫຍ່ທີ່ພວກເຮົາໄດ້ອົດທົນນັ້ນ,ຖ້າທ່ານ ຢາກຈະເປັນຄືກັບພວກເຂົາ,ທ່ານກໍຈະຕ້ອງຜະສົບກັບຄວາມຫຍຸ້ງຍາກບາງຢ່າງເຊັ່ນກັນ! ພຣະເຈົ້າຊົງໃຊ້ຄວາມຫຍຸ້ງຍາກຕ່າງໆເພື່ອເຮັດໃຫ້ຄຣິສຕຽນເຂັ້ມແຂງ! ບົດເພງເກົ່າໄດ້ ເວົ້າວ່າ:

ເມື່ອຜ່ານການທົດລອງທາງພຣະອົງຈະວາງລົງ
ພຣະຄຸນຂອງເຮົາພຽງພໍຈະເປັນເຄື່ອງສະໜອງຂອງເຈົ້າ
ແປວໄຟຈະບໍ່ທໍາຮ້າຍເຈົ້າ,ເຮົາໄດ້ອອກແບບໄວ້
ຂີ້ເຫຍື່ອພຣະອົງຈະທໍາລາຍ,ຄໍາພຣະອົງຈະໃຫ້ບໍລິສຸດ
   (“How Firm a Foundation” by George Keith, 1638-1716;
      “K” in Rippon’s Selection of Hymns, 1787).

ຂ້າພະເຈົ້າຮູ້ວ່າມັນເປັນຄວາມຈິງໃນຊີວິດຂອງຂ້າພະເຈົ້າເອງ,ການທົດລອງ ແລະ ຄວາມທຸກລໍາບາກຕ່າງໆທີ່ຂ້າພະເຈົ້າໄດ້ປະສົບມາເພື່ອມາເປັນສິດຍາພິບານຄືໂຮງຮຽນ ພຣະຄໍາພີແທ້ໆຂອງຂ້າພະເຈົ້າ, ຜ່ານການທົດລອງທີ່ຂ້າພະເຈົ້າໄດ້ຮຽນຮູ້ໃນການມາເປັນ ສິດຍາພິບານ! ຂອບຄຸນພຣະເຈົ້າສໍາຫຼັບໂຮງຮຽນແຫ່ງໄມ້ກາງແຂນ,ໃນການດັດແປງຄຣິສ ຕຽນຜູ້ຍິ່ງໃຫຍ່ຢູ່ໃນຄຣິສຕະຈັກທີ່ອັດສະຈັນຂອງເຮົາ!

6. ພວກເຂົາກາຍເປັນແບບຢ່າງຕໍ່ພວກຄຣິສຕຽນຄົນອື່ນໆ.

ເບິ່ງຂໍ້ທີ່ 7:

“ເພາະເຫດນັ້ນທ່ານຈຶ່ງເປັນແບບຢ່າງແກ່ທຸກຄົົນທີ່ເຊື່ອແລ້ວໃນແຂວງມາຊິໂດເນຍແລະແຂວງອາຄາຢາ”(1 ເທສະໂລນິກາ 1:7)

ດຣ.ໂທມັສເຮວໄດ້ກ່າວວ່າ:

ເພາະຄຣິສຕຽນຊາວເທສະໂລນິກາພວກນີ້ອົດທົນການຖືກຂົ່ມເຫງດ້ວຍ ຄວາມຊື່ນຊົມຍິນດີແລະລອກແບບພຣະຄຣິດດ້ວຍຄວາມສັດຊື່,ພວກເຂົາ ຈື່ງກາຍເປັນແມ່ແບບ(ແບບຢ່າງ)ຕົວຢ່າງສໍາຫຼັບ(ຄຣິສຕຽນ)ອື່ນທົງໝົດທີ່ຢູ່ໃນມາຊິໂດເນຍແຂວງທາງພາກເໜືອຂອງກຣີສ, ຈົ່ງເຮັດໃຫ້ຄຣິສຕຽນ ຊາວເມືອງເທສະໂລນິກາເຫຼົ່ານີ້ເປັນແມ່ແບບສໍາຫຼັບພວກເຮົາເຊັ່ນກັນ! ຈາກນັ້ນ..ພວກເຮົາເຊັ່ນກັນກໍຈະກາຍເປັນແມ່ແບບສໍາຫຼັບຄົນອື່ນໆ (ເຫຼັ້ມ ດຽວກັນໝາຍເຫດໃນ 1 ເທສະໂລນິກາ 1:7).

7. ພວກເຂົາເປັນຜູ້ຊະນະວິນຍານ.

ເບິ່ງຂໍ້ທີ່ 8:

“ເພາະວ່າພຣະຄໍາຂອງອົງພຣະຜູ້ເປັນເຈົ້າໄດ້ເລື່ອງລືອອກໄປຈາກພວກທ່ານ ບໍ່ແມ່ນແຕ່ໃນແຂວງມາຊິໂດເນຍແລະແຂວງອາຄາຢາເທົ່ານັ້ນ ແຕ່ຄວາມເຊື່ອຂອງທ່ານໃນພຣະເຈົ້າໄດ້ເລື່ອງລືໄປທຸກແຫ່ງຫົນ ຈົນເຮົາບໍ່ຈຳເປັນຕ້ອງເວົ້າອັນໃດອີກ”(1 ເທສະໂລນິກາ 1:8)

ຂ່າວປະເສີດຂອງພວກເຂົາ“ໄດ້ເລື່ອງລື”ໄປອ້ອມຮອບທຸກບ່ອນ, ພວກເຂົາຊະນະວິນຍານ ແລະນໍາພວກເຂົາເຂົ້າມາຄຣິສຕະຈັກ, ພວກເຂົາມີຄວາມຄິດມິດຊັນທີ່ເປັນຜູ້ຊະນະວິນຍານ ອີກຢ່າງໜື່ງມັນບໍ່ໄດ້ໃຊ້ເວລາຫຼາຍປີຂອງການສຶກສາພຣະຄໍາພີເພື່ອທີ່ຈະເຮັດແບບນີ້, ດຣ. ເຮວກ່າວວ່າ “ຈົ່ງຈື່ໄວ້ວ່າຄຣິສຕະຈັກນີ້ມີອາຍຸໜ້ອຍກວ່າປີໜື່ງໃນຊ່ວງທີ່ເປົາໂລຂຽນຈົດ ໝາຍໄປຫາເຂົາ,ເປັນຄຣິສຕະຈັກນ້ອຍໆທີ່ຖືກຂົ່ມເຫງ, ຢ່າງໃດກໍຕາມຄວາມເຊື່ອຂອງເຂົາ ກາຍເປັນທີ່ຮູ້ຈັກໃນທຸກໆບ່ອນ”(ເຫຼັ້ມດຽວກັນໝາຍເຫດໃນ 1 ເທສະໂລນິກາ 1:8)

ໜື່ງໃນຫົນທາງທີ່ຈະມາເປັນຄຣິສຕຽນທີ່ເຂັ້ມແຂງຄືການມາເປັນຜູ້ຊະນະວິນຍານ ດຽວນີ້ເລີຍ! ຄົນເຫຼົ່ານັ້ນທີ່ພາຫຼາຍຄົນມາຈາກການປະກາດຂ່າວປະເສີດຈະເລີນເຕີບໃຫຍ່ ໄວ, ແຕ່ຄົນເຫຼົ່ານັ້ນທີ່ພຽງແຕ່ມາໂບດຊື່ໆບໍ່ເຄີຍກາຍເປັນຄຣິສຕຽນທີ່ຈະເລີນເຕີບໃຫຍ່, ພວກທ່ານບາງຄົນຈໍາເປັນຕ້ອງຄິດເຖິງເລື່ອງນັ້ນ! ມັນເປັນບັນຫາຂອງທ່ານບໍ? ຂ້າພະເຈົ້າ ຍັງບໍ່ເຄີຍຮູ້ຈັກຄຣິສຕຽນທີ່ເຂັ້ມແຂງທີ່ບໍ່ແມ່ນຜູ້ຊະນະວິນຍານ - ຄົນທີ່ຊ່ວຍຄົນທີ່ຫຼົງຫາຍ ໃຫ້ມາຄຣິສຕະຈັກແລ້ວຮັບຄວາມລອດ, ຖ້າພວກທ່ານຫາກບໍ່ສົນໃຈໃນການເປັນພະຍານ, ຂ້າພະເຈົ້າເຊື່ອວ່າທ່ານຈະບໍ່ມີວັນໄດ້ເປັນຄຣິສຕຽນທີ່ເຂັ້ມແຂງໄດ້, ນັ້ນແມ່ນຄວາມຄິດ ເຫັນຂອງຂ້າພະເຈົ້າຫຼັງຈາກຮັບໃຊ້ມາເປັນເວລາ 57 ປີມາແລ້ວ.

8. ພວກເຂົາເຮັດທັງໝົດນີ້ກໍເພາະວ່າພວກເຂົາມີປະສົບການກັບການກັບໃຈໃໝ່ຕໍ່ພຣະຄຣິດແທ້.

ເບິ່ງຂໍ້ 9 ກັບ 10:

“ເພາະຄົນເຫລົ່ານັ້ນກໍໄດ້ລາຍງານກ່ຽວກັບເຮົາວ່າ ທີ່ເຮົາໄດ້ເຂົ້າມາຫາທ່ານທັງຫລາຍນັ້ນເປັນຢ່າງໃດ ແລະກ່າວເຖິງການທີ່ທ່ານໄດ້ປະຖິ້ມຮູບເຄົາລົບແລະຫັນມາຫາພຣະເຈົ້າ ເພື່ອຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ແລະທ່ຽງແທ້ ແລະຄອຍຖ້າພຣະບຸດຂອງພຣະອົງຈາກສະຫວັນ ຊຶ່ງພຣະອົງຊົງໃຫ້ເປັນຂຶ້ນມາຈາກຄວາມຕາຍ ຄືພຣະເຢຊູຜູ້ຊົງຊ່ວຍໃຫ້ເຮົາພົ້ນຈາກພຣະອາຊະຍາທີ່ຈະມີມາພາຍໜ້ານັ້ນ” (1 ເທສະໂລນິກາ 1:9-10)

ພວກເຂົາຫັນມາຫາພຣະເຈົ້າຈາກຮູບເຄົາລົບ,ເພື່ອຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ແລະທ່ຽງແທ້, ເພື່ອທີ່ຈະກັບໃຈໃໝ່ທ່ານຕ້ອງຫັນກັບຈາກຄວາມບາບໃນຊີວິດຂອງທ່ານ, ແຕ່ຍັງບໍ່ ໝົດເທົ່ານັ້ນທ່ານຈະຕ້ອງຫັນຫຼັງໃຫ້ບາບຂອງທ່ານມາຫາພຣະຄຣິດ,ເພາະພຣະຄຣິດຕັດວ່າ “ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6), ຖ້າທ່ານຫາກປະຕິ ເສດຫັນຈາກຄວາມເຫັນແກ່ຕົວແລະຊີວິດບາບເພື່ອມາຫາພຣະຄຣິດ, ທ່ານຈະບໍ່ມີວັນລອດ ໄດ້,ເຖິງແມ່ນວ່າຖ້າໄດ້ເຂົ້າຮ່ວມກັບຄຣິສຕະຈັກນີ້ຕະຫຼອດຊີວິດຂອງທ່ານກໍຕາມ! ທ່ານຈະ ຕ້ອງຫັນກັບມາແລ້ວວາງໃຈໃນພຣະເຢຊູເພື່ອຖືກຊໍາລະຈາກຄວາມຜິດບາບຂອງທ່ານໂດຍພຣະໂລຫິດຂອງພຣະອົງ! ຫຼັງຈາກນັ້ນຄວາມຫວັງຂອງທ່ານກໍຈະຢູ່ໃນພຣະຄຣິດພຽງຜູ້ ດຽວແລະທ່ານກໍຈະລໍຄອຍການສະເດັດກັບມາເທື່ອທີ່ສອງຂອງພຣະຄຣິດດ້ວຍຄວາມຫວັງແລະຄວາມຊື່ນຊົມຍິນດີ!

ຂ້າພະເຈົ້າອະທິຖານຂໍໃຫ້ທ່ານເອົາເຈ້ຍບົດເທດນີ້ກັບໄປບ້ານກັບທ່ານ ແລະ ອ່ານ ມັນ-ບໍ່ແມ່ນເທື່ອດຽວແຕ່ອ່ານຫຼາຍໆເທື່ອ! ຂ້າພະເຈົ້າຂໍອະທິຖານເພື່ອທີ່ທ່ານຈະກາຍເປັນ ຄຣີສຕຽນທີ່ເຂັ້ມແຂງຄືກັບຄົນເຫຼົ່ານີ້ໃນຄຣິສຕະຈັກທີ່ເມືອງເທສະໂລນິກາ!ເອແມນ, ຂໍເຊີນ ດຣ.ແຊນມາຊ່ວຍນໍາພວກເຮົາອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ.1ເທສະໂລນິກາ 1:1-10.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Living for Jesus” (by Thomas O. Chisholm, 1866-1960).

ໂຄງຮ່າງບົດເທດສະໜາ

ຈົ່ງໃຫ້ພວກຄຣິສຕຽນຊາວເທສະໂລນິກາ
ເປັນຕົວຢ່າງຂອງທ່ານ

MAKE THE THESSALONIAN CHRISTIANS
YOUR EXAMPLE!

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເປົາໂລ ສິລວານັດ ແລະທິໂມທີ ຮຽນ ຄຣິສຕະຈັກຂອງຊາວເມືອງເທສະໂລນິກາ ໃນພຣະເຈົ້າພຣະບິດາແລະພຣະເຢຊູຄຣິດເຈົ້າ ຂໍໃຫ້ພຣະຄຸນແລະສັນຕິສຸກຈາກພຣະເຈົ້າxຂອງເຮົາແລະຈາກພຣະເຢຊູຄຣິດເຈົ້າດຳລົງຢູ່ກັບທ່ານທັງຫລາຍເຖີດ”(1 ເທສະໂລນິກາ 1:1)

(ກິດຈະການ 17:6; 1 ເທສະໂລນິກາ 3:2)

1. ພວກເຂົາຢູ່ໃນພຣະເຈົ້າແລະຢູ່ໃນພຣະຄຣິດ.1 ເທສະໂລນິກາ 1:1;
ໂຢຮັນ 17:21; 3:7; ມັດທາຍ 24:37.

2. ພວກເຂົາມີຄວາມເຊື່ອ,ຄວາມຮັກແລະຄວາມຫວັງໃນພຣະເຢຊູຄຣິດເຈົ້າ.
1 ເທສະໂລນິກາ 1:3; 1 ໂກລິນໂທ 13:13; ລູກາ 8:13.

3. ພວກເຂົາຖືກເລືອກໂດຍພຣະເຈົ້າ. 1 ເທສະໂລນິກາ 1:4;
2 ເທສະໂລນິກາ 2:13; ເອເຟໂຊ 1:4; ໂຢຮັນ 15:16.
4. ພວກເຂົາຮັບເອົາຂ່າວປະເສີດບໍ່ພຽງໂດຍການຮຽນຮູ້ຖ້ອຍຄໍາເທົ່າ
ນັ້ນແຕ່ດ້ວຍລິດເດດເຊັ່ນກັນ. 1 ເທສະໂລນິກາ 1:5; ໂລມ 1:1;
1 ເທສະໂລນິກາ 3:2; 1 ໂກລິນໂທ 2:4.

5. ພວກເຂົາຕາມແບບຢ່າງຂອງເປົາໂລກັບສີລາສໂດຍການປະເຊີນກັບການ
ຂົ່ມເຫງ.1 ເທສະໂລນິກາ 1:6; 1 ເປໂຕ 4:12-13;ກິດຈະການ 14:22.

6. ພວກເຂົາກາຍເປັນແບບຢ່າງຕໍ່ພວກຄຣິສຕຽນຄົນອື່ນ. 1 ເທສະໂລນິກາ 1:7.

7. ພວກເຂົາເປັນຜູ້ຊະນະວິນຍານ. 1 ເທສະໂລນິກາ 1:8.

8. ພວກເຂົາເຮັດທັງໝົດນີ້ກໍເພາະວ່າພວກເຂົາມີປະສົບການກັບການກັບໃຈໃໝ່ຕໍ່
ພຣະຄຣິດແທ້. 1 ເທສະໂລນິກາ 1:9-10; ໂຢຮັນ 14:6.