Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໝາຍສໍາຄັນແຫ່ງການເວລາ

SIGNS OF THE TIMES
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 27/12/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, December 27, 2015

“ໂອ ຄົນໜ້າຊື່ໃຈຄົດ ທ້ອງຟ້ານັ້ນທ່ານທັງຫລາຍຍັງອາດສັງເກດຮູ້ ແລະເຂົ້າໃຈໄດ້ ແຕ່ໝາຍສຳຄັນແຫ່ງການນີ້ທ່ານກັບບໍ່ເຂົ້າໃຈ” (ມັດທາຍ 16:3)


ພວກຟາຣິສີແລະພວກສະດູສີຄືກຸ່ມສາສະໜາສອງກຸ່ມຫຼັກໆໃນສະໄໝຂອງພຣະ ຄຣິດ,ພວກເຂົາໄດ້ຮຽກຮ້ອງໝາຍສໍາຄັນພິເສດຈາກສະຫວັນ, ແຕ່ພວກເຂົາໄດ້ຮັບໝາຍສໍາ ຄັນອັນໜື່ງແລ້ວຫຼັງຈາກອັນອື່ນ - ທີ່ພິສູດວ່າພຣະຄຣິດຄືພຣະເມຊີອາ, ພຣະອົງຊົງລ້ຽງ ຄົນຫ້າພັນຄົນ-ໂດຍການເພີ່ມທະວີຂອງຈໍານວນເຂົ້າຈີ່ຫ້າກ້ອນກັບປາສອງໂຕຢ່າງອັດສະ ຈັນ(ມັດທາຍ 14:15-21), ພຣະອົງໄດ້ຊົງຍ່າງເທິງນໍ້າທະເລກະລິລີ(ມັດທາຍ 14:22-23), ພຣະອົງໄດ້ຊົງຮັກສາຝູງຊົນໃຫຍ່ທີ່ໄດ້ແຕະຕ້ອງພຣະອົງ(ມັດທາຍ 14:36), ພຣະ ອົງຊົງຮັກສາລູກສາວຂອງຍິງຄານາອັນໃຫ້ດີ(ມັດທາຍ 15:21-28), ພຣະອົງຊົງຮັກສາຝູງ ຊົນໃຫຍ່ຊື່ງເປັນຄົນຕາບອດ,ປາກກືກ,ພິການ“ແລະຄົນອື່ນໆຫຼາຍຄົນ”(ມັດທາຍ 15:29-31), ພຣະອົງຊົງລ້ຽງຄົນສີ່ພັນຄົນຜ່ານການອັດສະຈັນເທື່ອທີ່ສອງ-ໂດຍການເພີ່ມທະວີເຂົ້າ ຈີ່ເຈັດກ້ອນ“ແລະປານ້ອຍໆສອງສາມໂຕ”(ມັດທາຍ 15:32-39)

ມີໝາຍສໍາຄັນຫຼາຍຢ່າງທີ່ໄດ້ໃຫ້ແກ່ເຂົາ - ເພື່ອສະແດງວ່າພຣະເຢຊູຊົງເປັນພຣະ ເມຊີອາຂອງເຂົາ,ແຕ່ພວກເຂົາກໍຍັງຖາມໝາຍສໍາຄັນອັນອື່ນອີກ, ມັດທິວເຮັ່ນຣີ່ຜູ້ບັນຍາຍ ຊາວອັງກິດທີ່ຍິ່ງໃຫຍ່ໄດ້ກ່າວວ່າພວກເຂົາຕ້ອງການ“ໝາຍສໍາຄັນຈາກສະຫວັນ” ບໍ່ແມ່ນ ເພາະພວກເຂົາຢາກເຊື່ອໃນພຣະອົງ,ພວກເຂົາຢາກໄດ້ໝາຍສໍາຄັນ“ຈາກສະຫວັນ” ເພື່ອທີ່ ເຂົາຈະສາມາດອ້າງວ່າມັນເປັນມາຈາກຊາຕານ“ເຈົ້າຊາຍແຫ່ງອໍານາດໃນອາກາດ” ພວກ ເຂົາຕ້ອງການພິສູດວ່າພຣະຄຣິດກໍາລັງເຮັດວຽກໃຫ້ກັບຊາຕານບໍ່ແມ່ນເພື່ອພຣະເຈົ້າ (Matthew Henry’s Commentary on the Whole Bible, Hendrickson Publishers, 1991 reprint, volume 5, p. 182).

ແລະພຣະຄຣິດຊົງບອກເຂົາວ່າ:

“ຄົນຊາດຊົ່ວແລະຫລິ້ນຊູ້ສະແຫວງຫາໝາຍສຳຄັນ ແລະຈະບໍ່ໂຜດໃຫ້ໝາຍສຳຄັນແກ່ເຂົາ ເວັ້ນໄວ້ແຕ່ໝາຍສຳຄັນຂອງໂຍນາສາສະດາພະຍາ ກອນເທົ່ານັ້ນ...” (ມັດທາຍ 16:4)

ໝາຍສໍາຄັນຂອງຜູ້ທໍານວາຍໂຍນາຄືການເປັນຂື້ນມາຈາກຕາຍຂອງພຣະຄຣິດ.

“ດ້ວຍວ່າ `ໂຍນາໄດ້ຢູ່ໃນທ້ອງປາວານສາມວັນສາມຄືນ'ສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ”(ມັດທາຍ 12:40)

ເໝືອນທີ່ໂຍນາຟື້ນຈາກທ້ອງຂອງນັກຂ້າແຫ່ງທ້ອງທະເລພຣະຄຣິດກໍຈະຟື້ນຄືນຈາກຕາຍ ຈາກອຸບໂມງເຊັ່ນກັນ(cf. J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 69; note on Matthew 12:40),ການຟື້ນຄືນຈາກຕາຍຂອງ ພຣະຄຣິດທັງຮ່າງກາຍເປັນພຽງໝາຍສໍາຄັນດຽວເທົ່ານັ້ນທີ່ພຣະອົງໃຫ້ແກ່ເຂົາ.

ຕອນນີ້ພວກເຮົາມາເບິ່ງຂໍ້ພຣະຄໍາພີມັນເອງວ່າ

“ໂອ ຄົນໜ້າຊື່ໃຈຄົດ ທ້ອງຟ້ານັ້ນທ່ານທັງຫລາຍຍັງອາດສັງເກດຮູ້ ແລະເຂົ້າໃຈໄດ້ ແຕ່ໝາຍສຳຄັນແຫ່ງການນີ້ທ່ານກັບບໍ່ເຂົ້າໃຈ” (ມັດທາຍ 16:3)

ພວກເຂົາສາມາດບອກວ່າອາກາດຈະເປັນແບບໃດໃນມື້ອື່ນໂດຍການແນມເບິ່ງທ້ອງຟ້າ,ແຕ່ພວກເຂົາຕາບອດຝ່າຍວິນຍານຫຼາຍໂພດທີ່ຈະເຂົ້າໃຈໝາຍສໍາຄັນ,ການອັດສະຈັນຕ່າງໆທີ່ພຣະຄຣິດຊົງເຮັດຖ້າມກາງພວກເຂົາ.

ແລະປະຈຸບັນນີ້ກໍເປັນແບບນັ້ນ, ມີໝາຍສໍາຄັນຕ່າງໆອ້ອມຮອບພວກເຮົາທີ່ຊີ້ໃຫ້ ເຫັນຄວາມຈິງທີ່ວ່າພວກເຮົາກໍາລັງອາໄສຢູ່ໃກ້ກັບຈຸດຈົບຂອງໂລກທີ່ພວກເຮົາຮູ້ຈັກນີ້ແລ້ວ ການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດແລະຈຸດຈົບຂອງໂລກກໍາລັງໃກ້ເຂົ້າມາຢ່າງ ໄວວາ, ຈຸດຈົບແມ່ນໃກ້ຈະເຖິງແລ້ວ, ໜ້າແປກທີ່ໃນປະຈຸບັນນີ້ພວກເຮົາມີການເທດສະໜາ ໜ້ອຍເຖິງເລື່ອງນີ້ - ຍາກຫຼາຍ! ມັນເຄີຍເປັນຫົວຂໍ້ທີ່ໄດ້ຮັບຄວາມນິຍົມເປັນເວລາຫຼາຍປີ ບິລລີ່ເກຣແຮມຈົບຄໍາເທດສະໜາຂອງລາວທຸກໆບົດດ້ວຍບົດເທດສະໜາເຖິງເລື່ອງນີ້

ແຕ່ມີນັກເທດໜ້ອຍຄົນເຮັດແບບນັ້ນໃນຕອນນີ້,ຂ້າພະເຈົ້າຂໍຖາມເຂົາຄໍາຖາມດຽວ ກັນທີ່ພຣະເຢຊູຖາມວ່າ:

“ແຕ່ໝາຍສຳຄັນແຫ່ງການນີ້ທ່ານກັບບໍ່ເຂົ້າໃຈ” (ມັດທາຍ 16:3)

ເປັນຫຍັງພວກທ່ານຈື່ງບໍ່ເຫັນໝາຍສໍາຄັນຕ່າງໆຂອງການເວລາ? ແມ່ນຫຍັງຄືສີ່ງທີ່ບັງ ທ່ານຈາກການເຫັນວ່າຈຸດຈົບຂອງໂລກຂອງພວກເຮົານີ້ມາໃກ້ແລ້ວ? ໝາຍສໍາຄັນທຸກອັນຊີ້ ໄປຫາຄວາມຈິງທີ່ວ່າການເວລາໃກ້ຈະໝົດແລ້ວ, ຈຸດຈົບໃກ້ເຂົ້າມາສໍາຫຼັບມະນຸດທຸກຄົນ.

“ແຕ່ໝາຍສຳຄັນແຫ່ງການນີ້ທ່ານກັບບໍ່ເຂົ້າໃຈ” (ມັດທາຍ 16:3)

I. ໝາຍສໍາຄັນອັນທີ່ໜື່ງທີ່ວ່າຈຸດຈົບໃກ້ເຂົ້າມາຄືການເກີດຂື້ນຂອງລັດທິປ່າເຖື່ອນ ແລະການຫັນໜ້າໜີຈາກພຣະຄຣິດໃນໂລກຕາເວັນຕົກແລະບ່ອນອື່ນໆໃນປະຈຸ ບັນນີ້.

ວາລະສານUSA Today ໄດ້ຕີພິມໜ້າປົກທີ່ມີຊື່ວ່າ“ຜົນສໍາຫຼວດ:ຄົນອາເມລິກາຈໍາ ນວນເພີ່ມຂື້ນໄດ້ໜີໄປຈາກສາສະໜາ” ໃນປະເທດສະຫະລັດນີ້ຜູ້ຄົນກໍາລັງເລີກເປັນຄຣິສ ຕຽນທີ່ຈິງຈັງຄືກັບຜູ້ຄົນໃນປະເທດສະຫະລາຊະອານາຈັກ,ຢູໂຣບແລະບ່ອນອື່ນໆເປັນ, ນີ້ ແມ່ນຈໍານວນເປີເຊັນໃນຈໍານວນເຈັດລັດຊື່ງເວົ້າວ່າພວກເຂົາ“ບໍ່ມີສາສະໜາ”:

ວໍຊິງຕັນ        25%
ເວີມັອນ        22%
ໂຄໂຣຣາໂດ    21%
ອໍເຣກອນ     21%
ເນວາດາ       20%
ວາຍໂອມີງ     20%
ຄາລິຟໍເນຍ   19%

ສິ່ງທີ່ເລື່ອງນີ້ສະດງໃຫ້ເຫັນກໍຄືວ່າພວກຮິບປີ້ທີ່ເກົ່າແກ່ - ຮູບແບບຄວາມຈິງ-ກໍາ ລັງຢູ່ຂ້າງນອກນະມັດສະການຕົນເອງແທນຂອງການຢູ່ໃນຄຣິສຕະຈັກຄືກັບທີ່ພຣະຄໍາພີ ສອນໃນເຮັບເລີ 10:25, ພວກເຂົານະມັດສະການແລະຮັບໃຊ້“ສິ່ງຊົງສ້າງຫຼາຍກວ່າຜູ້ ສ້າງ”(ໂລມ 1:25)“ເຂົາອ້າງໂຕວ່າເປັນຄົນມີປັນຍາ[ພວກຮິບປີ້ສ່ວນຫຼາຍ]..ຈື່ງກາຍເປັນ ຄົນໂງ່ໄປ”(ໂລມ 1:22)

ພຣະຄຣິດບອກເຮົາວ່າຄວາມຮັກຂອງຄຣິສຕຽນແທ້ຈະຫາຍໄປໃນໂລກຕາເວັນຕົກໃນຂະນະທີ່ຈຸດຈົບໃກ້ຈະຮອດແລ້ວ:

“ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ” (ມັດທາຍ 24:12)

ພວກຮິບປີ້ລຸ້ນເກົ່າແມ່ນພວກອາຍຸລະຫວ່າງ 51 ເຖິງ 71 ປີ, ພວກຮິບປີ້ເກົ່າ ພວກນີ້ໄດ້ຕົວະພວກເຈົ້າທີ່ເປັນໄວລຸ້ນ, ພວກເຂົາບອກວ່າພວກເຈົ້າສາມາດອອກໄປແລ້ວຢູ່ ກັບກຸ່ມຄົນຫຼາຍພ້ອມກັບທໍາມະຊາດແລະບໍ່ຕ້ອງໄປຄຣິສຕະຈັກ, ພວກຮິບປີ້ເຖົ້າທີ່ສະໝອງ ຕິດຢາພວກນີ້ຕົວະພວກເຈົ້າ! ມັນຕົວະ! ມັນຕົວະ! ມັນຕົວະ! “ຖ້າທ່ານບໍ່ມີຄຣິສຕະຈັກສໍາ ຫຼັບແມ່ຂອງທ່ານ,ທ່ານກໍບໍ່ສາມາດມີພຣະເຈົ້າໃຫ້ກັບພໍ່ຂອງທ່ານໄດ້!” ບອກເຂົາວ່າໄຊ ປຣຽນເວົ້າແບບນັ້ນໃນສະຕະວັດທີ່ສາມ(ຄ.ສ.200-258),ບອກພວກເຂົາວ່າຂ້າພະເຈົ້າເຫັນ ດ້ວຍກັບໄຊປຣຽນ! ນັກປະຕິຮູບຜູ້ຍິ່ງໃຫຍ່ຈອນຄາວິນກໍເວົ້າແບບດຽວກັນ! ຖ້າທ່ານບໍ່ມີ ຄຣິສຈັກທ້ອງຖີ່ນຄືກັບທີ່ແມ່ຂອງທ່ານມີທ່ານກໍບໍ່ສາມາດມີພຣະເຈົ້າຄືກັບພໍ່ຂອງທ່ານໄດ້!

ໄຊປຣຽນໄດ້ກັບໃຈໃໝ່ຕອນທ້າຍໃນຊີວິດ, ລາວຖືກເລືອກໃຫ້ເປັນສິດຍາພິບານ ຂອງຄຣິສຕະຈັກທີ່ໃຫຍ່ທີ່ສຸດໃນອັຟຟຣິກາໃນເມືອງຄາເທັກຈ໌,ລາວໄດ້ຕໍ່ສູ້ກັບບາດຫຼວງ ຂອງໂລມ,ຖົກກັນເລື່ອງສິດທິອໍານາດເທົ່າທຽມກັນຂອງຜູ້ນໍາສິດຍາພິບານທຸກຄົນ, ສັນຕະ ປະປາສະຕີເຟັນແຫ່ງໂຣມຂູ່ວ່າຈະໄລ່ໄຊປຣຽນອອກຈາກສາສະໜາເພາະແນວຄິດທີ່ເຂັ້ມ ແຂງໃນເລື່ອງວິໄນຂອງຄຣິສຕະຈັກ, ມີຫຼາຍຄົນໄດ້ອອກໄປຈາກຄຣິສຕະຈັກພາຍໃຕ້ການ ການຂົ່ມເຫງທີ່ຮຸນແຮງຂອງໂຣມັນ, ໄຊປຣຽນຖຽງວ່າພວກເຂົາບໍ່ຄວນເຂົ້າຮ່ວມກັບຄຣິສ ຕະຈັກທັງຫຼາຍອີກຫຼັງຈາກທີ່ອອກໄປໂດຍປາສະຈາກການຜ່ານການກັບໃຈໃໝ່ທີ່ເຄັ່ງຄັດ ສັນຕະປະປາສະຕີເຟັນໄດ້ຖຽງສໍາຫຼັບການຍອມໃຫ້ເຂົ້າມາໃໝ່ຕໍ່ພວກທີ່ອອກໄປຈາກຄຣິສຕະຈັກເພາະການຂົ່ມເຫງ, ໄຊປຣຽນຖຽງວ່າພວກເຂົາບໍ່ຄວນເຂົ້າຮ່ວມອີກແບບງ່າຍໆຖ້າ ເປັນໄປໄດ້, ເມື່ອສັນຕະປະປາແຫ່ງໂຣມຂູ່ທີ່ຈະໄລ່ໄຊປຣຽນອອກຈາກສາສະໜາລາວກໍ ຖືກປ່ອຍໃຫ້ໄປຈາກການໄລ່ອອກຈາກສາສະໜາໂດຍການຖືກທໍລະມານ, ຂ້າຕາຍໂດຍ ພວກປ່າເຖື່ອນ, ລາວໄດ້ຮັບການລະນຶກສໍາຫຼັບຈຸດຢືນທີ່ເຂັ້ມແຂງໃນເລື່ອງວິໄນຄຣິສຕະ ຈັກ, ໄຊປຣຽນຍັງພິສູດໃຫ້ເຫັນວ່າຄຣິສຕະຈັກໃນຖານະເປັນຄຣິສຕະຈັກທ້ອງຖີ່ນສິ່ງທີ່ ລາວເອີ້ນວ່າ“ຄຣິສຕະຈັກທີ່ແນມເຫັນໄດ້” ລາວຮູ້ສຶກວ່າຄົນທີ່ອອກໄປຈາກຄຣິສຕະຈັກທີ່ ເບິ່ງເຫັນໄດ້ພາຍໃຕ້ການຂົ່ມເຫງຄວນຜ່ານການສອບເສັງແລະການກັບໃຈເສຍໃໝ່ກ່ອນທີ່ຈະເຂົ້າຮ່ວມກັບຄຣິສຕະຈັກທ້ອງຖີ່ນຂອງເຂົາອີກ, ໃນຮູບຫຼັກໜື່ງໄຊປຣຽນກໍເປັນຄືກັບ ພວກໂປແຕສແຕນລຸ້ນເກົ່າໃນຈຸດນີ້,ຖ້າສັນຕະປະປາສະຕີເຟັນຟັງຄວາມລາວຄຣິສຕະຈັກ ຄາທໍລິກໃນປະຈຸບັນນີ້ກໍຈະໜ້ອຍກວ່າແຕ່ເຂັ້ມແຂງກວ່າທີ່ເປັນຢູ່.

ຂ້າພະເຈົ້າສໍານຶກວ່າພວກເຮົາຕ້ອງການນັກເທດແບັບຕິດຄົນລຸ້ນໃໝ່ທີ່ເປັນພວກ ເຄັ່ງຄັດຄືກັບສິດຍາພິບານຍຸກຕົ້ນຄົນນີ້ໃນເລື່ອງວິໄນຂອງຄຣິສຕະຈັກ, ແລະຂ້າພະເຈົ້າຂໍ ເວົ້າຕາມຄໍາເວົ້າຂອງໄຊປຣຽນແລະຈອນຄາວິນວ່າ “ຄົນທີ່ບໍ່ມີຄຣິສຕະຈັກສໍາຫຼັບແມ່ຂອງ ຕົນກໍບໍ່ສາມາດມີພຣະເຈົ້າສໍາຫຼັບພໍ່ຂອງຕົນໄດ້” (cf. J. D. Douglas, Who’s Who in Christian History, Tyndale House, 1992, pp. 186-187),ຈົ່ງບອກກັບທຸກຄົນວ່າຂ້າພະເຈົ້າ ເຫັນດ້ວຍກັບໄຊປຣຽນ, ລາວເປັນຄົນຜູ້ຍອມຕາຍເພື່ອຄວາມເຊື່ອ, ຂ້າພະເຈົ້າເຫັນດ້ວຍ ກັບລາວວ່າທ່ານຈະຕ້ອງຍັງຄົງສັດຊື່ຕໍ່ຄຣິສຕະຈັກທ້ອງຖີ່ນຂອງຕົນ, ຂ້າພະເຈົ້າເຫັນດ້ວຍ ກັບລາວແລະກັບຈອນຄາວິນນັກປະຕິຮູບ, ຄົນທີ່ບອກພວກທ່ານວ່າທ່ານຄວນອອກໄປຈາກ ໂບດຂອງທ່ານເປັນຄົນຂີ້ຕົວະ, ຄົນທີ່ບອກທ່ານວ່າທ່ານເປັນຄຣິສຕຽນທີ່ບໍ່ໄປໂບດວັນອາ ທິດເປັນພວກຂີ້ຕົວະ,“ຄຣິສຕຽນ”ທີ່ບໍ່ມີຂໍ້ຜູກມັດຕໍ່ຄຣິສຕະຈັກທ້ອງຖີ່ນຄືໝາຍສໍາຄັນແຫ່ງ ຍຸກສຸກທ້າຍ, ມັນເປັນຄໍາຕົວະຈາກຊາຕານ!

“ແຕ່ໝາຍສຳຄັນແຫ່ງການນີ້ທ່ານກັບບໍ່ເຂົ້າໃຈ” (ມັດທາຍ 16:3)

II. ເຄື່ອງໝາຍອັນທີ່ສອງຂອງຍຸກສຸດທ້າຍຄືຄວາມສັບສົນໃນໃຈທີ່ເກີດຈາກຢາເສບຕິດ, ການເບິ່ງໂທລະພາບແບບບໍ່ຢຸູດບໍ່ເຊົາ,ຫຼີນວິດີໂອເກມຫຼາຍຊົ່ວໂມງ“ການທ່ອງ ເນັດ”ແລະການເບິ່ງຮູບໂປ້.

ພຣະຄໍາພີກ່າວວ່າຜູ້ຄົນຈະຫຼຸດຕົວລົງຕໍ່າກວ່າພວກສັດໂດຍຄວາມບາບຂອງພວກ ເຂົາໃນຍຸກສຸດທ້າຍ,ພຣະຄໍາພີກ່າວວ່າ:

“ແຕ່ຈົ່ງເຂົ້າໃຈຂໍ້ນີ້ດ້ວຍ ຄືວ່າໃນວັນສຸດທ້າຍນັ້ນ ຈະເກີດເຫດການປີ້ນຍຸກ (ອັນຕະຫຼາຍ)ເປັນຄົນ...ບໍ່ມີສະຕິລັ້ງໃຈ ເປັນຄົນໂຫດຮ້າຍ” (2 ຕີໂມທຽວ 3:1,3)

ພາສາກຣີກແປຄໍາວ່າ“ອັນຕະລາຍ”ຖືກພົບພຽງແຕ່ບ່ອນດຽວເທົ່ານັ້ນໃນພັນທະສັນຍາໃໝ່,ໃນເລື່ອງລາວຂອງຊາຍທີ່ມີຜີສິງຢູ່ເມືອງກາດາຣາ, ພວກເຮົາຖືກບອກວ່າລາວເປັນ ຄົນ“ໂຫດຮ້າຍຫຼາຍ”(ມັດທາຍ 8:28),ພາສາກຣີກແປຄໍາວ່າ“ໂຫດຮ້າຍ”ເປັນຄໍາດຽວກັນກັບ “ອັນຕະລາຍ”ໃນ 2 ຕີໂມທຽວ 3:1),ຄືຄໍາວ່າ“chalepos”ແລະໝາຍເຖິງ“ອັນຕະລາຍ,ຮຸນ ແຮງ,ໂຫດຮ້າຍ”(ສະບັບສະຕຣອງ),ການເພີ່ມຂື້ນຂອງຜູ້ຄົນກໍາລັງກາຍເປັນແບບນັ້ນ-“ອັນ ຕະລາຍ,ຮຸນແຮງ,ໂຫດຮ້າຍ”ພວກເຮົາເຫັນແບບນັ້ນທຸກມື້ຢູ່ໃນຂ່າວ.

ພວກທ່ານຈື່ໄດ້ບໍທີ່ມີຂ່າວລາຍງານເລື່ອງຂອງຜູ້ຍິງຄົນໜື່ງທີ່ຢູ່ໃນເມືອງຟອດເວີດ ລັດເທັກຊັສ? ນາງເປັນຜູ້ຊ່ວຍພະຍາບານ, ນາງກໍາລັງຫຼີ້ນກັບຢາ“ທີ່ເຮັດໃຫ້ລະເມີເພີ້ຝັນ” ນາງໄດ້ຂັບລົດຊົນຜູ້ຊາຍຄົນໜື່ງແລ້ວຂັບລົດໜີກັບບ້ານພ້ອມກັບຊາຍຄົນນັ້ນທີ່ຫົວລົງຕິດ ໃນກະຈົກບັງລົມທີ່ແຕກຂອງນາງ,ນາງກໍຂັບລົດຂອງຕົນເຂົ້າກາລາແລ້ວປິດປະຕູ, ຜູ້ຊາຍ ຄົນນັ້ນກໍຍັງຕິດຢູ່ໃນກະຈົກບັງລົມຂອງນາງເປັນເວລາສາມມື້ໃນຂະນະທີ່ລາວຕາຍລົງຊ້າໆຈາກການເສຍເລືອດ, ແຕ່ລະມື້ລາວໄດ້ອອກໄປເບິ່ງຜູ້ຊາຍຄົນນັ້ນວ່າລາວຕາຍແລ້ວຫຼືຫຍັງ ເມື່ອສຸດທ້າຍລາວກໍຕາຍໃນອີກສາມມື້ຕໍ່ມາ,ນາງກໍເອົາລາວຍັດໃສ່ຫີບໃນລົດຂອງນາງແລ້ວ ເອົາມັນໄປຖີ້ມໃນສວນສາທາລະນະ,ໄອຍະການລັດເທັກຊັສໄດ້ປະກາດວ່າ“ ຄໍາວ່າໃຈດໍາ ກໍຍັງບໍ່ພໍແມ່ນບໍ,ບໍ່ມີຫົວໃຈແມ່ນບໍ? ໂຫດຮ້າຍ? ບາງເທື່ອພວກເຮົາຕ້ອງແປຄວາມໝາຍ ໃໝ່ຂອງຄວາມເປັນມະນຸດ” (Los Angeles Daily News, March 8, 2002, p. 1)ຄວນຈະລະ ນຶກເຖິງວ່າຜູ້ຍິງຄົນນັ້ນເປັນຜູ້ຊ່ວຍພະຍາບານ, ມັນຄວນຈະຖືກໝາຍເຫດວ່າຜູ້ຍິງຄົນນີ້ຖືກ ເອີ້ນຕົນເອງວ່າເປັນຄຣິສຕຽນຄົນໜື່ງ, ປະຈຸບັນນີ້ພວກເຮົາມີຂ້າຕະກອນເລືອດເຢັນຊື່ງເອີ້ນ ຕົນເອງວ່າຄຣິສຕຽນ, ພວກທ່ານເຊື່ອບໍ? ຄຣິສຕຽນແທ້ຈະບໍ່ທໍາຕົວແບບນັ້ນເດັດຂາດ!

ພວກທ່ານບໍ່ສາມາດກິນຢາ“ທີ່ເຮັດໃຫ້ລະເມີເພີ້ຝັນ”ຫຼືຢາເສບຕິດອື່ນໆແມ່ນແຕ່ເທື່ອດຽວໂດຍທີ່ປາສະຈາກຄວາມເປັນໄປໄດ້ຂອງການກາຍເປັນຜີປີສາດໄດ້, ຄົນທີ່ຜີສິງແມ່ນ ຄົນໂຫດຮ້າຍ,ອັນຕະລາຍແລະຄວບຄຸມບໍ່ໄດ້, ຕາມທ້ອງຖະໜົນເຕັມໄປດ້ວຍຄົນທີ່ຖືກຜີ ສິງໃນປະຈຸບັນນີ້, ພວກເຂົາເບິ່ງໂທລະພາບແລະໜັງຫຼາຍໂພດ, ໜັງເຕັມໄປດ້ວຍເລື່ອງຜີ ດູດເລືອດ,ພວກຊັອມບີ້,ຂ້າຕະກອນ,ພວກທໍລະມານ,ເລືອດແລະໄສ້ພຸງ, ມັນຮ້າຍຂື້ນທຸກໆ ປີ! ຄົນອາເມລິກັນກາຍເປັນພວກກະຫາຍເລືອດຄືກັບພວກໂຣມັນບູຮານ-ຊື່ງຈັບພວກຄຣິສ ຕຽນໂຍນລົງຖ້ຳສິງ - ແລະນັ່ງເຊຍຢູ່ໃນໂຮງລະຄອນໃນຂະນະທີ່ພວກຄຣິສຕຽນຖືກຈີກ ເປັນຕ່ອນໆ! ທຸກໆຊົ່ວຄົນໃນປະຈຸບັນນີ້ໄດ້ຮັບອິດທິພົນຈາກພວກຜີມານ, ຄົນທີ່ຜີສິງເຫຼົ່ານີ້ ຫຼາຍຄົນຈະເຮັດທຸກຢ່າງທີ່ເຂົາເຮັດໄດ້ເພື່ອເຮັດໃຫ້ພວກທ່ານຖີ້ມຄຣິສຕະຈັກທ້ອງຖີ່ນຂອງທ່ານ, ມີຫຼາຍຄົນທີ່ອອກໄປຈາກຄຣິສຕະຈັກຂອງພວກເຮົາຊາວປີກ່ອນແລະໂຈມຕີພວກ ເຮົາເທິງອິນເຕີເນັດ,ເຮັດໂຕຄືກັບເຂົາຖືກຜີສິງນີ້ແລະ, ຂ້າພະເຈົ້າສໍານຶກວ່າພວກເຂົາບາງ ຄົນຢູ່ພາຍໃຕ້ການຄວບຄຸມຂອງຊາຕານໂດຍກົງ, ພວກເຮົາຈະຕ້ອງມອບພວກເຂົາກັບເອັຟ ບີໄອເພື່ອຢຸດການໂຈມຕີຂອງເຂົາ, ພວກເຂົາບໍ່ມີຄວາມຢໍາເກງພຣະເຈົ້າເລີຍ, ແຕ່ເອັຟບີ ໄອກໍຢຸດຢັ້ງພວກເຂົາ! ສັນລະເສີນພຣະເຈົ້າ! ພຣະຄໍາພີຕັດວ່າ:

“ຈົ່ງເອົາໂຕລອດຈາກຍຸກທີ່[ສະບັບສະຕຣອງເສື່ອມຊາມ,ບໍ່ຊື່ສັດ,ບິດບ້ຽວ] ຄົດໂກງນີ້ທ້ອນ” (ກິດຈະການ 2:40)

ຄວາມບໍ່ໝັ້ນຄົງພາຍໃນໃຈແລະຄວາມໂຫດຮ້າຍແບບຜີມານຂອງຫຼາຍໆຄົນໃນປະຈຸບັນນີ້ຄືໝາຍສໍາຄັນວ່າຈຸດຈົບໃກ້ເຂົ້າມາແລ້ວ.

“ແຕ່ໝາຍສຳຄັນແຫ່ງການນີ້ທ່ານກັບບໍ່ເຂົ້າໃຈ” (ມັດທາຍ 16:3)

III. ໝາຍສໍາຄັນອັນທີ່ສາມທີ່ວ່າຈຸດຈົບໃກ້ເຂົ້າມາແລ້ວກໍຄືການເກີດຂື້ນຂອງພວກກໍ່ ການຮ້າຍທົ່ວໂລກ.

ວາລະສານໄທມ໌ໄດ້ເວົ້າວ່າ:

ອາວຸດ[ນິວເຄລຍ] 10 ພັນໂຕນກໍາລັງຈູດລະເບີດໃນເມືອງນິວຢອກບໍ? ມັນບໍ່ໄດ້ເກີດຂື້ນ,ແຕ່ມັນສາມາດເກີດຂື້ນໄດ້. ຫົກເດືອນພາຍຫຼັງວັນທີ 11 ເດືອນກັນຍາ,ອາເມລິກາຢູ່ໃນສະພາບ ໝົດທີ່ຈະແກ້ໄຂລະບົບທີ່ຫັກພັງກ່ອນທີ່ການໂຈມຕີອັນອື່ນຈະມາ,ໃນຂະນະທີ່ພວກສາຍລັບຂອງເຮົາພະຍາຍາມທີ່ຈະຮັດຕາຂ່າຍ, ວາລະສານໄທ ໄດ້ສອບຖາມວ່າພວກເຮົາສາມາດຢຸດຢັ້ງການໂຈມຕີຄັ້ງຕໍ່ໄປໄດ້ບໍ? (March 11, 2002, pp. 24-25).

ວາລະສານໄທບໍ່ແນ່ໃຈວ່າພວກເຮົາສາມາດປ້ອງກັນຕົນໄດ້ບໍ,ບົດຄວາມຈົບລົງດ້ວຍຄໍາເຫຼົ່ານີ້ວ່າ“ດຽວນີ້ພວກເຮົາໄດ້ໄປຫາເລື່ອງການໂຈມຕີ, ຄໍາຖາມໃຫຍ່ກໍຄືພວກເຮົາຈະເຮັດແນວ ໃດກັບການເວລາ”(ເຫຼັ້ມດຽວກັນໜ້າ 37)ວາລະສານໄທ ຍັງສືບຕໍ່ບອກເຮົາວ່າ:

ພວກຜູ້ຊ່ຽວຊານໄດ້ກ່າວວ່າພວກກໍ່ການຮ້າຍກໍາລັງເຮັດວຽກເພື່ອຫາຫົນ ທາງທີ່ຈະສ້າງຄວາມເສຍຫາຍຕໍ່ສະຫະລັດ, ຊື່ງຍັງບໍ່ສາມາດເຮັດຫຍັງໄດ້ ເພື່ອປ້ອງກັນຕົນເອງຈາກການໂຈມຕີ.

[ພວກກໍ່ການຮ້າຍກໍາລັງ]ແພັກອຸປະກອນຢູເຣນຽມຊື່ງຈະກະຈາຍລັງສີເປັນບໍລິເວນກວ້າງແລະກໍ່ໃຫ້ເກີດຄວາມຕົກໃຈ(ເຫຼັ້ມດຽວກັນໜ້າ 26-27)

ພວກມູສະລິມຫົວຮຸນແຮງຈະລະເບີດລະເບີດນິວເຄລຍຢູ່ໃນນິວຢອກຫຼືລອສແອງ ເຈີລິສບໍ? ວາລະສານໄທ ຄິດວ່າພວກເຂົາໜ້າຈະເຮັດ,ສໍານັກຂ່າວຣອຍເຕີອັງກິດໄດ້ລາຍ ງານເລື່ອງທີ່ເປັນຕາຢ້ານວ່າ“ຂໍ້ມູນໄດ້ສະແດງໃຫ້ເຫັນວ່າໂລກຈົ່ມຢູ່ໃນການລັກອຸປະກອນ ນິວເຄລຍ” (March 6, 2002, www.reuters.com).

ດຣ. Lyudmila Zaitseva ແຫ່ງມະຫາວິທະຍາໄລສະແຕນຟອດໄດ້ກ່າວວ່າ “ມັນ ເປັນຕາຢ້ານແທ້”ນັກວິໄຈນາໆຊາດໄດ້ຮວບຮວມໃນສິ່ງທີ່ພວກເຂົາເວົ້າວ່າເປັນຖານຂໍ້ມູນທີ່ສົມບູນທີ່ສຸດຂອງໂລກຂອງການສູນຫາຍ,ການລັກແລະການວາງອຸປະກອນນິວເຄລຍໄວ້ ຜິດບ່ອນ - ການອະທິບາຍພາບທີ່ໂລກຈົ່ມຢູ່ໃນອາວຸດຢູເຣນຽມແລະພລູໂຕນຽມທີ່ບໍ່ມີໃຜ ສາມາດນັບໄດ້. ຂ່າວຣອຍເຕີໄດ້ກ່າວວ່າ“ຄວາມຈິງກໍາລັງໜາວ”(ເຫຼັ້ມດຽວກັນ),ປະຈຸບັນນີ້ ປະເທດອີຣານກໍາລັງຜະລິດອາວຸດນິວເຄລຍເພື່ອໂຈມຕີປະເທດອາເມລິກາ ແລະ ອິສຣາ ເອນ,ແມ່ນໃຜຈະຢຸດຢັ້ງພວກເຂົາ?ບໍ່ແມ່ນໂອບາມາຫຼືຮິວລາຣີຄລິນຕັນດອກ! ພວກເຂົາໄດ້ ເຮັດຂໍ້ຕົກລົງກັບປະເທດອີຣານເພື່ອປ່ອຍໃຫ້ເຂົາສືບຕໍ່ເຮັດອາວຸດນິວເຄລຍ! ຂໍພຣະເຈົ້າ ຊ່ວຍເຮົາແດ່! ດ້ວຍການເປັນຜູ້ນໍາແບບນັ້ນພວກເຮົາກໍຕົກຢູ່ໃນສະຖານະການທີ່ອັນຕະ ລາຍໃນປະຈຸບັນນີ້!

ໂລກຈະລະເບີດໃນແປວໄຟຮ້ອນຂອງນິວເຄລຍບໍ?ພຣະຄໍາພີກ່າວວ່າ:

“ທູດສະຫວັນອົງທີ່ສີ່ເທຂັນຂອງຕົນລົງທີ່ດວງອາທິດ ແລະຊົງໃຫ້ອຳນາດແກ່ດວງອາທິດນັ້ນທີ່ຈະເຮັດໃຫ້ມະນຸດໄໝ້ດ້ວຍໄຟ ຄວາມຮ້ອນແຮງກ້າໄດ້ຄອກຄົນທັງຫລາຍ...” (ພະນິມິດ 16:8-9)

ຈະເກີດຫຍັງເກີດຖ້າພຣະເຈົ້າຍອມໃຫ້ອີຣານປ່ອຍແປວໄຟແບບນັ້ນອອກມາ? ຖ້າ ລອສແອງເຈີລິສຖືກເຜົາໃນໄຟນິວເຄລຍທີ່ທໍາລາຍລ້າງຈະເກີດຫຍັງຂື້ນກັບພວກທ່ານລະ? ພວກທ່ານຈະເຮັດແນວໃດເມື່ອໂລກຖືກໄຟເຜົາ? ພວກທ່ານຈະລີ້ຢູ່ໃສເມື່ອພວກເຮົາຖືກ ໂຈມຕີດ້ວຍລະເບີດນິວເຄລຍ?

ໃນຕອນທີ່ບິລລີ່ເກຣແຮມຍັງໜຸ່ມກໍໄດ້ເວົ້າປະໂຫຍກທີ່ກ່ຽວຂ້ອງການພິພາກສາລົງໂທດດ້ວຍໄຟທີ່ຈະມາເຖິງວ່າ:

ເມື່ອພວກຜູ້ທໍານວາຍເວົ້າໄຟເລື່ອງໃນການຕັດສິນລົງໂທດຂອງໂລກຫຼືເມື່ອເປໂຕເວົ້າເຖິງໄຟໃນຍຸກສຸດທ້າຍ,ມັນບໍ່ແມ່ນຄືກັບວ່າລາວກໍາລັງແນ່ໃສ່ໄຟ ແຫ່ງການເຜົາໄໝ້, ມັນເປັນໄຟຂອງການແຍກຕົວຂອງປະລະມະນູ,ການ ປອ່ຍພະລັງນິວເຄລຍໂດຍການແຍກຕົວຂອງອາຕອມ... ແນ່ນອນມັນຈະ ເປັນໄຟແຫ່ງການພິພາກສາເທິງໂລກທີ່ຊົ່ວຮ້າຍນີ້(Billy Graham, World Aflame, Doubleday, 1965, pp. 246-247).

ເມື່ອຄວາມໂມໂຫແຫ່ງການພິພາກສາລົງໂທດຂອງພຣະເຈົ້າດ້ວຍໄຟຕົກລົງມາເທິງລອສ ແອງເຈີລິສທ່ານຈະເຮັດແນວໃດເພື່ອຈະໜີໄດ້? ເມື່ອພວກມູສະລິມຫົວຮຸນແຮງລະເບີດ ລະເບີດນິວເຄລຍ“ເປື້ອນ”ໃນເມືອງຕ່າງໆຂອງພວກເຮົາແລະເຮັດໃຫ້ມັນເກີດເປັນຮູນາລົກພວກທ່ານຈະໄປລີ້ຢູ່ໃສ?

ບໍ່ມີຄົນທີ່ຍັງບໍ່ກັບໃຈໃໝ່ທີ່ກຽມພ້ອມສໍາຫຼັບໄຟທີ່ພຣະເຈົ້າຈະສົ່ງມາເທິງໂລກໃນຍຸກສຸດທ້າຍ,ມີພຽງທາງດຽວເທົ່ານັ້ນທີ່ຈະກຽມພ້ອມກໍຄືການເຂົ້າໄປໃນຄຣິສຕະຈັກທີ່ເຊື່ອພຣະຄໍາພີແບບນີ້ ແລະ ເຂົ້າຮ່ວມທຸກໆເທື່ອ, ຟັງບົດເທດແບບທີ່ຊີວິດຂອງທ່ານຂື້ນຢູ່ກັບມັນ, ຈາກນັ້ນກໍໃຫ້ແນ່ໃຈ,ເຮັດໃຫ້ແນ່ໃຈແທ້ວ່າທ່ານໄດ້ກັບໃຈໃໝ່ແລ້ວ - ແລະບໍ່ພຽງແຕ່ເປັນ ສະມາຊິກຄຣິສຕະຈັກທີ່ຍັງບໍ່ລອດຢູ່ເທົ່ານັ້ນ.

ນັ້ນແລະທີ່ວ່າເປັນຫຍັງທ່ານຈໍາເປັນຕ້ອງມາຫາພຣະເຢຊູໂດຍກົງ, ຄົນກາງລະ ຫວ່າງມະນຸດຄົນບາບກັບພຣະເຈົ້າຜູ້ບໍລິສຸດ, ພຣະຄຣິດຊົງຕາຍດ້ວຍຄວາມຕາຍທີ່ເປັນຕາ ຢ້ານເທິງໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດເພາະຄວາມບາບຂອງທ່ານ, ພຣະອົງຊົງ ຫຼັ່ງເລືອດຂອງພຣະອົງເທິງໄມ້ກາງແຂນນັ້ນເພື່ອທີ່ບາບຂອງທ່ານຈະສາມາດຖືກຊໍາລະລ້າງອອກໄປ, ຫຼັງຈາກນັ້ນພຣະຄຣິດກໍຊົງຟື້ນຄືນຈາກຕາຍພ້ອມທັງກາຍແລ້ວສະເດັດກັບສູ່ສະ ຫວັນທີ່ຕອນນີ້ພຣະອົງຊົງນັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ, ພວກທ່ານຈະຕ້ອງມາຫາພຣະ ຄຣິດເອົງເພື່ອທີ່ຈະພົ້ນໄດ້, ທ່ານຈະຕ້ອງວາງໃຈໃນພຣະເຢຊູເພື່ອທີ່ຈະພົ້ນໄດ້ ແລະ ຫຼັງ ຈາກນັ້ນຈົ່ງເຂົ້າສູ່ການສາມັກຄີທໍາຂອງຄຣິສຕະຈັກແບັບຕິດພັນທະສັນຍາໃໝ່ແລະຮັບບັບຕິດສະມາເຂົ້າເປັນສະມາຊິກຂອງຄຣິສຕະຈັກ, ມີພຽງເມື່ອທ່ານໄດ້ກັບໃຈໃໝ່ແລ້ວເທົ່ານັ້ນ ທ່ານຈື່ງຈະປອດໄພເມື່ອໄຟແຫ່ງການພິພາກສາລົງໂທດເຜົາໄໝ້ເມືອງທີ່ຊົ່ວນີ້, ຈົ່ງວາງໃຈ ເຊື່ອພຣະຄຣິດດຽວນີ້ເລີຍ - ຂະນະເມື່ອຍັງມີໂອກາດ! ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມັດທາຍ 16:1-4.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:

                      “In Times Like These” (Ruth Caye Jones, 1902-1972).

ໂຄງຮ່າງບົດເທດສະໜາ

ໝາຍສໍາຄັນແຫ່ງການເວລາ

SIGNS OF THE TIMES

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ໂອ ຄົນໜ້າຊື່ໃຈຄົດ ທ້ອງຟ້ານັ້ນທ່ານທັງຫລາຍຍັງອາດສັງເກດຮູ້ ແລະເຂົ້າໃຈໄດ້ ແຕ່ໝາຍສຳຄັນແຫ່ງການນີ້ທ່ານກັບບໍ່ເຂົ້າໃຈ” (ມັດທາຍ 16:3)

I. ໝາຍສໍາຄັນອັນທີ່ໜື່ງທີ່ວ່າຈຸດຈົບໃກ້ເຂົ້າມາຄືການເກີດຂື້ນຂອງລັດທິປ່າເຖື່ອນ
ແລະການຫັນໜ້າໜີຈາກພຣະຄຣິດໃນໂລກຕາເວັນຕົກແລະບ່ອນອື່ນໆໃນປະ
ຈຸບັນນີ້ ເຮັບເລີ 10:25; ໂລມ 1:25, 22; ມັດທາຍ 24:12.

II. ເຄື່ອງໝາຍອັນທີ່ສອງຂອງຍຸກສຸດທ້າຍຄືຄວາມສັບສົນໃນໃຈທີ່ເກີດຈາກຢາເສບ
ຕິດ,ການເບິ່ງໂທລະພາບແບບບໍ່ຢຸູດບໍ່ເຊົາ, ຫຼີນວິດີໂອເກມຫຼາຍຊົ່ວໂມງ
“ການທ່ອງເນັດ”ແລະການເບິ່ງຮູບໂປ້. 2 ຕີໂມທຽວ 3:1,3;
ມັດທາຍ 8:28; ກິດຈະການ 2:40.

III. ໝາຍສໍາຄັນອັນທີ່ສາມທີ່ວ່າຈຸດຈົບໃກ້ເຂົ້າມາແລ້ວກໍຄືການເກີດຂື້ນຂອງພວກກໍ່
ການຮ້າຍທົ່ວໂລກ ພະນິມິດ 16:8-9.