Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍ້ພິສູດຕ່າງໆເລື່ອງການເກີດທີ່ບໍລິສຸດ

PROOFS OF THE VIRGIN BIRTH
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 13/12/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, December 13, 2015

“ເບິ່ງແມ້ຜູ້ຍິງພົມມະຈາລີຄົນໜື່ງຈະຕັ້ງທ້ອງແລະຄອດລູກຊາຍຄົນໜື່ງແລະເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອວ”(ອິດສະຢາ 7:14)


ນີ້ແມ່ນຄໍາທໍານວາຍທີ່ຈະແຈ້ງເລື່ອງການເກີດທີ່ບໍລິສຸດຂອງພຣະຄຣິດ- ຖືກໃຫ້ໃນ ພຣະຄໍາພີເດີມ, ມີບາງຄົນມີບັນຫາກັບຫຼັກຄໍາສອນຄຣິສຕຽນທີ່ຍິ່ງໃຫຍ່ນີ້, ແຕ່ບັນຫາທີ່ແທ້ ຈິງຂອງເຂົາກໍຄືວ່າພວກເຂົາບໍ່ເຊື່ອໃນການອັດສະຈັນໃດໆເລີຍ, ມະນຸດຝ່າຍໂລກໄດ້ປຸ້ນ ເອົາພວກມັນອອກໄປຈາກຄວາມເປັນໄປໄດ້ແຫ່ງການອັດສະຈັນ-ແລະປຸ້ນມັນໄປຈາກພຣະ ເຈົ້າເອງ.

ພວກເຮົາໄດ້ສາຍຮູບເງົາຂອງເບັນສະເຕນ“Expelled”ຢູ່ໂບດຂອງເຮົາເມື່ອດົນມາ ແລ້ວ,ສ່ວນທີ່ສໍາຄັນທີ່ສຸດຂອງເລື່ອງສໍາຫຼັບຂ້າພະເຈົ້າຄືຕອນທີ່ສະເຕນສໍາພາດດຣ.ຣິຊາດດໍກິນສ໌, ດຣ.ດໍກິນສ໌ແມ່ນນັກວິວັດທະນາການອັນດັບໜື່ງໃນສະໄໝຂອງເຮົາ, ລາວສ້າງ ເຫດສໍາຫຼັບການດໍາເນີນການວິວັດທະນາການຍ້ອນກັບໄປຜ່ານຍຸກສະໄໝຕ່າງໆ, ແຕ່ກໍຄື ກັບນັກວິວັດທະນາການຄົນອື່ນໆ, ລາວຕ້ອງປະເຊີນໜ້າກັບສະຖານະການທີ່ມີທາງເລືອກ ສອງຢ່າງທີ່ບໍ່ດີເທົ່າໆກັນຂອງການອະທິບາຍການເລີ່ມຕົ້ນຂອງຊີວິດ, ສະເຕນກົດດັນລາວ ຢ່າງໜັກເທິງຄໍາຖາມນີ້, ພວກທ່ານສາມາດແນມເຫັນຮິມຝີປາກສັ່ນ, ສະເຕນກົດດັນລາວ-“ຊີວິດມາຈາກໃສໃນຕອນຕົ້ນ” ເຫື່ອກໍປາກົດຢູ່ເທິງໜ້າຜາກຂອງດໍກິນສ໌, ສຸດທ້າຍດໍກິນສ໌ກໍ ເວົ້າວ່າພວກຕ່າງດ້າວຈາກດາວເຄາະອື່ນອາດຈະມາແລະ “ວາງເຊື້ອພັນ”ຊີວິດໃນໂລກ, ສະເຕນກໍເລີຍເວົ້າວ່າ “ເຈົ້າໝາຍຄວາມວ່າມີພວກຕ່າງດ້າວຈາກດາວເຄາະໜ່ວຍອື່ນໄດ້ນໍາ ເອົາຊີວິດມາສູ່ໂລກນີ້ບໍ? ຂ້າພະເຈົ້າຄິດວ່າດໍກິນສ໌ລືມວ່າຕົນເອງກໍາລັງຖ່າຍໜັງຕອນທີ່ເວົ້າ ວ່າ“ແມ່ນແລ້ວ” ຕໍ່ມາລາວກໍພະຍາຍາມຟ້ອງສະເຕນໃຫ້ເອົາຕອນນັ້ນອອກຈາກຮູບເງົານັ້ນ ແຕ່ໃບທີ່ລາວເຊັ່ນໄປແລ້ວໄດ້ຂັດຂວາງລາວບໍ່ໄຫ້ຊະນະຄະດີນີ້.

ບໍ່ສົມເຫດສົມຜົນເລີຍ,ຄົນນ້ອຍໆທີ່ຢູ່ໃນຍານອະວະກາດໄດ້ນໍາເອົາຊີວິດທໍາອິດເຂົ້າມາສູ່ໂລກຂອງພວກເຮົາ! ມັນຟັງເບິ່ງຄືເລື່ອງນິຍາຍວິທະຍາສາດສໍາຫຼັບເດັກນ້ອຍ! ເຖິງ ແມ່ນວ່າຖ້າຄວາມຄິດໂງ່ໆຂອງດໍກິນສ໌ເປັນເລື່ອງແທ້ມັນກໍຍັງອະທິບາຍບໍ່ໄດ້ວ່າຊີວິດເລີ່ມ ຕົ້ນຂື້ນຢູ່ເທິງດາວເຄາະໜ່ວຍອື່ນ! ດັ່ງນັ້ນພວກເຮົາຈື່ງເຫັນໃນຮູບເງົາຂອງສະເຕນເຖິງ ຂອບເຂດການບິດເບືອນແລະແປກປະຫຼາດຊື່ງພວກຄົນຝ່າຍໂລກຕ້ອງໄປເພື່ອຫລີກລ່ຽງ ການອັດສະຈັນຂອງພຣະເຈົ້າໃນການສ້າງຊີວິດເທິງດາວເຄາະຂອງເຮົານີ້.

ຊີເອັສລູອິສໄດ້ເວົ້າວ່າ“ຂ້າພະເຈົ້າໃຊ້ຄໍາວ່າອັດສະຈັນເພື່ອໝາຍເຖິງການແຊກແຊງກັບທໍາມະຊາດໂດຍລິດອໍານາດເໜືອມະນຸດ” ອີກເທື່ອໜື່ງຊີເອັສລູອິສໄດ້ເວົ້າວ່າ“ຖ້າພວກ ເຮົາຍອມຮັບພຣະເຈົ້າພວກເຮົາກໍຕ້ອງຍອມຮັບການອັດສະຈັນແມ່ນບໍ?ແນ່ນອນ,ແນ່ນອນ” (ການອັດສະຈັນໜ້າ 105,9)

ຊີເອັສລູອິສໝາຍຄວາມວ່າຖ້າມີພຣະເຈົ້າການອັດສະຈັນກໍເປັນໄປໄດ້,ພວກທ່ານບໍ່ ຈໍາເປັນຕ້ອງການມະນຸດໂຕຂຽວມາເພື່ອນໍາເອົາຊີວິດມາສູ່ໂລກ,ຖ້າມີພຣະເຈົ້າອົງໜື່ງພຣະອົງຊົງມີຄວາມສາມາດໃນການສ້າງຊີວິດມະນຸດ(ອອກຈາກຄວາມວ່າງເປົ່າ), ພຣະເຢຊູຕັດ ວ່າ“ສໍາຫຼັບພຣະເຈົ້າທຸກສິ່ງເປັນໄປໄດ້”(ມາລະໂກ 10:27)

ແມ່ຂອງຂ້າພະເຈົ້າຮັບເຊື່ອຕອນອາຍຸ 80 ປີ, ບໍ່ມີເຫດຜົນຈັກໜ້ອຍເລີຍທີ່ຈະຄິດ ວ່າລາວຈະຮັບເຊື່ອ, ບໍ່ມີເລີຍ, ຂ້າພະເຈົ້າສາມາດບອກບອກພວກທ່ານໄດ້ວ່າເປັນຫຍັງຂ້າ ພະເຈົ້າຈື່ງຄິດວ່າການກັບໃຈໃໝ່ຂອງລາວເປັນເລື່ອງອັດສະຈັນແຕ່ຂ້າພະເຈົ້າຈະບໍ່ເຮັດ ແບບນັ້ນໃນຄືນນີ້, ຂ້າພະເຈົ້າຈະເອົາການອັດສະຈັນທີ່ເກີດຂື້ນກ່ອນການກັບໃຈໃໝ່ຂອງ ລາວ, ຂ້າພະເຈົ້າຢູ່ໃນເມືອງນິວຢອກກັບຄອບຄົວ, ແມ່ຂອງຂ້າພະເຈົ້າຢູ່ຫ່າງປະມານສາມ ພັນໄມລ໌ໃນລອສແອງເຈີລິສນີ້, ຂ້າພະເຈົ້າກໍາລັງອະທິຖານຢູ່ໃນກາງຄໍາອະທິຖານຂອງ ຂ້າພະເຈົ້ານັ້ນຂ້າພະເຈົ້າກໍຮູ້ວ່າແມ່ຂອງຂ້າພະເຈົ້າຈະລອດ, ຂ້າພະເຈົ້າຈື່ງໂທຫາດຣ.ເຄ ແກນແລະຂໍໃຫ້ລາວໄປນໍາແມ່ຮັບເຊື່ອພຣະເຢຊູແດ່, ລາວບໍ່ກ້າໄປເພາະແມ່ເຄີຍຮ້ອງໃສ່ ລາວຕອນທີ່ລາວເຄີຍເຂົ້າຫາເພີ່ນເມື່ອກ່ອນ,ແຕ່ຂ້າພະເຈົ້າຢືນຢັນວ່າພຣະເຈົ້າໄດ້ບອກກັບຂ້າພະເຈົ້າແລ້ວວ່າລາວຈະລອດຕອນນີ້,ດັ່ງນັ້ນລາວຈື່ງຂີ່ລົດໄປຫາຢູ່ເຮືອນຂອງເພີ່ນແລ້ວນໍາເພີ່ນມາຫາພຣະຄຣິດຄ່ອນຂ້າງງ່າຍໆ- ແລະຊີວິດຂອງແມ່ທຸກຢ່າງກໍຖືກປ່ຽນແປງ,ແມ່ນ ແລ້ວມັນອັດສະຈັນ,ແຕ່ອັນນັ້ນກໍບໍ່ແມ່ນສິ່ງທີ່ຂ້າພະເຈົ້າຢາກຈະເນັ້ນໜັກຢູ່ໃນນີ້,ຂ້າພະເຈົ້າຮູ້ທັນທີວ່າລາວຈະກັບໃຈໃໝ່ໄດ້ແນວໃດ? ຂ້າພະເຈົ້າຢູ່ຫ່າງຈາກເພີ່ນສາມພັນໄມລ໌,ຂ້າພະ ເຈົ້າບໍ່ໄດ້ໂທລົມກັບເພີ່ນທາງໂທລະສັບ,ແຕ່ຂ້າພະເຈົ້າກໍຮູ້ຈັກ,ແນວໃດ?ມັນເປັນເລື່ອງອັດ ສະຈັນ,ພຣະເຈົ້າບອກຂ້າພະເຈົ້າວ່າໂດຍການອັດສະຈັນ,ມັນງ່າຍໆແບບນັ້ນແລະ.

ແມ່ຂອງຂ້າພະເຈົ້າເອງບໍ່ເຊື່ອເລື່ອງອັດສະຈັນຕ່າງໆ, ລາວເປັນຄົນຝ່າຍໂລກທີ່ບໍ່ມີ ສາສະໜາແລະເປັນນັກວິວັດທະນາການ, ນັ້ນແລະຄືສີ່ງທີ່ການອັດສະຈັນທີ່ສາມເກີດຂື້ນ, ປະການທີ່ໜື່ງພຣະເຈົ້າບອກຂ້າພະເຈົ້າວ່າລາວຈະກັບໃຈໃໝ່, ສອງລາວໄດ້ກັບໃຈໃໝ່, ແຕ່ການອັດສະຈັນທີ່ສາມກໍຄືໃນຫຼາຍຫົນທາງໂຕທີ່ໃຫຍ່ທີ່ສຸດ-ຢ່າງໜ້ອຍສໍາຫຼັບຂ້າພະເຈົ້າ

ສອງສາມເດືອນຫຼັງຈາກທີ່ເພີ່ນໄດ້ກັບໃຈໃໝ່,ຂ້າພະເຈົ້າກໍໄດ້ພາເພີ່ນ,ເມຍກັບລູກ ຊາຍທັງສອງໄປຢ້ຽມຫຼານຂອງຂ້າພະເຈົ້າ, ລາວມີໝູ່ຫຼາຍຄົນທີ່ເປັນຄົນຂີ່ເມົາ, ໜື່ງໃນ ເມຍຂອງເຂົາເຈົ້າເປັນຄົນເມົາເຄີ່ງໜື່ງ, ລາວຮູ້ວ່າຂ້າພະເຈົ້າເປັນນັກເທດ,ດັ່ງນັ້ນລາວຈື່ງ ນັ່ງລົງກົງກັນຂ້າມຂ້າພະເຈົ້າແລະເລີ່ມເວົ້າກັບຂ້າພະເຈົ້າວ່າ “ການອັດສະຈັນພວກນັ້ນມັນ ເກີດຂື້ນໄດ້ແນວໃດ? ພຣະອົງຊົງລ້ຽງຄົນ5,000 ຄົນດ້ວຍປາສອງສາມໂຕໄດ້ແນວໃດ? ພຣະອົງຊົງຟື້ນຂື້ນຈາກຕາຍໄດ້ແນວໃດ? ທະເລແດງແຍກອອກຈາກກັນໄດ້ແນວໃດ? ຮາ ຮາ ຮາ!”

ຂ້າພະເຈົ້າບໍ່ໄດ້ເວົ້າຈັກຄໍາ, ຂ້າພະເຈົ້າບໍ່ຢາກເລີ່ມຕົ້ນຖຽງຢູ່ບ້ານຫຼານຂອງຕົນ,ແມ່ ຂອງຂ້າພະເຈົ້າເພີ່ນນັ່ງຂ້າງໆ, ໃນທັນໃດນັ້ນຂ້າພະເຈົ້າກໍເຫັນຕາຂອງເພີ່ນມີແສງວາບ,ບໍ່ມີ ໃຜລົມກັບເພີ່ນເວລາຕາເພີ່ນແສງວາບແບບນັ້ນ! ລາວແນມເບິ່ງຜູ້ຍິງຂີ້ເມົາຄົນນັ້ນແລ້ວເວົ້າ ດ້ວຍສຽງດັງວ່າ“ເຈົ້າເຊື່ອໃນພຣະເຈົ້າແມ່ນບໍ?” ຜູ້ຍິງທີ່ໜ້າສົງສານກໍສະດຸ້ງ,ໃບໜ້າຂອງ ລາວປ່ຽນເປັນສີຂາວ, ລາວຕອບດ້ວຍສຽງຄ່ອຍໆວ່າ“ເອີ...ແມ່ນແລ້ວ”ແມ່ກໍເລີຍກຶ້ງຕາໃສ່ ລາວເວົ້າສຽງດັ່ງກວ່າເກົ່າວ່າ“ແລ້ວແມ່ນຫຍັງຄືບັນຫາຂອງເຈົ້າລະ?” ໃນບ້ານກໍມິດງຽບ ໝົດ,ນັ້ນຄືຈຸດຈົບຂອງການຖົງຖຽງກັນເລື່ອງການອັດສະຈັນ!

ເຫັນບໍຖ້າທ່ານເຊື່ອໃນພຣະເຈົ້າ-ຄືກັບທີ່ຊີເອສລູອິສໄດ້ຊີ້ໃຫ້ເຫັນ - ກໍບໍ່ມີການຖົກ ຖຽງກັນເລື່ອງອັດສະຈັນ! ຄືກັບທີ່ພຣະເຢຊູຄຣິດໄດ້ຕັດວ່າ“ສໍາຫຼັບພຣະເຈົ້າທຸກສິ່ງເປັນໄປໄດ້” ແລະມັນໄດ້ນໍາເຮົາມາສູ່ການເກີດທີ່ບໍລິສຸດຂອງພຣະຄຣິດ, ຂ້າພະເຈົ້າຈະຂໍເອົາ“ຂໍ້ພິ ສູດ”ສອງຂໍ້ເຖິງການເກີດທີ່ບໍລິສຸດຂອງພຣະຄຣິດ,ແຕ່“ຂໍ້ພິສູດ”ເຫຼົ່ານີ້ຈະໂນ້ມນ້າວທ່ານຖ້າ ທ່ານເຊື່ອໃນພຣະເຈົ້າ, ຈະບໍ່ມີການໂນ້ມນ້າວໃດໆຕໍ່ຄົນທີ່ປະເສດທີ່ຈະເຊື່ອໃນການມີຕົວ ຕົນຢູ່ແທ້ຂອງພຣະເຈົ້າ.

I. ໜື່ງ ການເກີດທີ່ບໍລິສຸດຂອງພຣະຄຣິດໄດ້ຮັບການພິສູດໂດຍພຣະຄໍາພີເດີມແລ້ວ.

ຄໍາທໍານວາຍທໍາອິດເລື່ອງການເກີດທີ່ບໍລິສຸດຂອງພຣະເຈົ້າແມ່ນຢູ່ໃນສວນເອເດນ ເວລາສັ້ນໆຫຼັງຈາກທີ່ພໍ່ແມ່ຄູ່ທໍາອິດຂອງເຮົາເຮັດບາບຕໍ່ພຣະເຈົ້າ, ພວກເຂົາໄດ້ຟັງສຽງຊາ ຕານທີ່ມາທົດລອງພວກເຂົາແລະໄດ້ເຮັດບາບ, ແລ້ວພຣະເຈົ້າກໍຕັດກັບຊາຕານວ່າ:

“ເຮົາຈະໃຫ້ເຈົ້າກັບຜູ້ຍິງຄົນນີ້ເປັນສັດຕູກັນ ທັງເຊື້ອສາຍຂອງເຈົ້າກັບເຊື້ອ ສາຍຂອງນາງ ເຊື້ອສາຍຂອງນາງຈະເຮັດໃຫ້ຫົວຂອງເຈົ້າຊໍ້າ ແລະເຈົ້າ ຈະເຮັດໃຫ້ສົນຕີນຂອງທ່ານຊໍ້າ”(ປະຖົມມະການ 3:15)

ໃນນີ້ພຣະເຈົ້າຊົງໃຫ້ຄໍາທໍານວາຍຄັ້ງທໍາອິດເຖິງການເກີດທີ່ບໍລິສຸດ,ເຊື້ອສາຍຂອງຜູ້ຍິງຈະຢຽບຫົວຂອງງູ, ນັກສຶກສາພຣະຄໍາພີເດີມລູເທີແຣນດຣ.ຄລອສເວສເທີແມນ(1909-2000) ໄດ້ເວົ້າວ່າ“ຈາກສະໄໝຂອງໄອເນອັສ(130-202)ປະເພນີຄຣິສຕຽນກໍເຂົ້າໃຈຂໍ້ພຣະຄໍາພີຂໍ້ ນີ້ໃນຖານະເປັນຄໍາທໍານວາຍກ່ຽວກັບພຣະຄຣິດ(ແລະນາງມາຣີ), ‘ເຊື້ອສາຍຂອງຜູ້ຍິງ’ແນ່ ໃສ່ຜູ້ສືບທອດຕະກູນຄົນໜື່ງ(ພຣະຄຣິດ)ຊື່ງໄດ້ຢຽບຫົວຂອງງູ(ຊາຕານ)...ການອະທິບາຍ ອັນນີ້ມາຈາກໄອເນອັສຜ່ານທາງປະຫວັດສາດແຫ່ງການຕີຄວາມທັງໃນປະເພນີຂອງຄາທໍ ລິກແລະພວກຂ່າວປະເສີດ” (Claus Westermann, Ph.D., Genesis 1-11: A Commentary, Augsburg, 1984, p. 260).

ດຣ.ເຮັນຣີ່ເອັມມໍຣິສໄດ້ເວົ້າວ່າ“‘ເຊື້ອສາຍຂອງຜູ້ຍິງ’ສາມາດເປັນພຽງ(ແນ່ໃສ່)ຜູ້ສືບຕະກູນໃນອະນາຄົດຂອງເອວາຊື່ງຈະບໍ່ມີມະນຸດເປັນພໍ່, ໃນທາງຊີຫວະວິທະຍາຜູ້ຍິງຄົນ ໜື່ງມີເຊື້ອສາຍບໍ່ໄດ້...ການໃຊ້ທາງພຣະຄໍາພີມັກຈະເວົ້າເຖິງເຊື້ອສາຍຂອງຜູ້ຊາຍເທົ່ານັ້ນ, ສະນັ້ນເຊື້ອສາຍທີ່ສັນຍານີ້ຈະຕ້ອງຝັງເຂົ້າໄປໃນທ້ອງ (ຂອງມາຣີ)ຢ່າງອັດສະຈັນເທົ່ານັ້ນ, ໃນຫົນທາງນີ້ພຣະອົງ(ພຣະຄຣິດ) ຈື່ງບໍ່ໄດ້ສືບທອດທໍາມະຊາດບາບຊື່ງຈະເຮັດໃຫ້ລູກຄົນ ອື່ນຂອງອາດໍາບໍ່ມີຄຸນສົມບັດພໍທີ່ຈະມາເປັນພຣະຜູ້ຊ່ວຍຄົນໜື່ງຈາກຄວາມບາບໄດ້, ຄໍາ ທໍານວາຍນີ້ຈື່ງໃຊ້ຄາດລ່ວງໜ້າອະນາຄົດຢ່າງຈະແຈ້ງເຖິງການເກີດທີ່ບໍລິສຸດຂອງພຣະ ຄຣິດ” (Henry M. Morris, Ph.D., The Defender’s Study Bible, World Publishing, 1995, p. 13; note on Genesis 3:15). ຂໍ້ພຣະຄໍາພີເປີດເລື່ອງຂອງເຮົາກໍມາຈາກພຣະຄໍາພີເດີມ,ຜູ້ທໍານວາຍອິດສະຢາໄດ້ກ່າວວ່າ:

“ເບິ່ງແມ້ຜູ້ຍິງພົມມະຈາລີຄົນໜື່ງຈະຕັ້ງທ້ອງແລະຄອດລູກຊາຍຄົນໜື່ງແລະເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອວ”(ອິດສະຢາ 7:14)

ພາສາອັງກິດຄໍາວ່າ“ບໍລິສຸດ”ນີ້ຖືກແປມາຈາກພາສາຮິບຣູ“ອັລມາ” ມັນຖືກໃຊ້ເຈັດເທື່ອໃນ ພັນທະສັນຍາເດີມເພື່ອແນ່ໃສ່ຍິງສາວທີ່ຍັງບໍ່ແຕ່ງງານ, ເອັດເວີດອີຮິນສັນເວົ້າວ່າ“ມັນ(ໃຊ້) ໝາຍເຖິງບໍລິສຸດສະເໝີ, ການໃຊ້ທາງພຣະຄໍາພີຂອງອັລມາຊັດເຈນບໍ່ເຄີຍເວົ້າເຖິງຜູ້ຍິງທີ່ ແຕ່ງງານແລ້ວຈັກເທື່ອແຕ່ເວົ້າເຖິງຄົນທີ່ຍັງບໍ່ແຕ່ງງານສະເໝີ”( Edward E. Hindson, “Isaiah’s Immanuel,” Grace Journal 10, Fall, 1969, p. 7)ນັກສຶກສາພຣະຄໍາພີຜູ້ຍິ່ງໃຫຍ່ ເຈເກຣແຮມເມເຊນໄດ້ເວົ້າວ່າ“ບໍ່ມີຈັກບ່ອນຖ້າມກາງການປາກົດເຈັດເທື່ອຂອງອັລມາໃນ ພັນທະສັນຍາເດີມບ່ອນທີ່ຄໍານີ້ຖືກໃຊ້ເຖິງຜູ້ຍິງຊື່ງບໍ່ແມ່ນຜູ້ທີ່ບໍລິສຸດ”(J. Gresham Machen, Ph.D., The Virgin Birth of Christ, Baker Book House, 1965, p. 288).

ແຕ່ຂໍ້ພິສູດທີ່ຍິ່ງໃຫຍ່ທີ່ສຸດທີ່ວ່າ“ອັລມາ”ໝາຍເຖິງ“ບໍລິສຸດ”ແມ່ນມາຈາກພວກອາ ຈານກ່ອນ 200 ປີກ່ອນພຣະຄຣິດມາເກີດ, ເຈັດສິບຄົນຂອງພວກອາຈານທີ່ຍິ່ງໃຫຍ່ໃນ ໂລກແປພຣະຄໍາພີເດີມພາສາຮິບຣູເປັນກຣີກຊື່ງເປັນພາສາທີ່ພວກຢິວສ່ວນຫຼາຍໃຊ້ໃນໂລກຊາວໂຣມັນ, ພວກອາຈານເຫຼົ່ານີ້ຖືກຂະໜານນາມວ່າເປັນນັກສຶກສາພຣະຄໍາພີພາສາຮິບຣູ ທີ່ຍິ່ງໃຫຍ່ທີ່ສຸດໃນໂລກສະໄໝນັ້ນ 200 ປີກ່ອນຄ.ສ, ພວກອາຈານຢິວເຫຼົ່ານີ້ແປຄໍາພາ ສາຮິບຣູຄໍາວ່າ“ອັລມາ”ໃນອິດສະຢາ 7:14 ເປັນພາສາກຣີກວ່າ“ພາເທນອສ” - ຊື່ງສາ ມາດແນ່ໃສ່ບໍລິສຸດ - ຜູ້ຍິງທີ່ບໍ່ເຄີຍຮ່ວມເພດກັບຜູ້ຊາຍມາກ່ອນ, ອາຈານ70 ຄົນແປພັນ ທະສັນຍາເດີມເປັນພາສາກຣີກ, ມັນຖືກເອີ້ນວ່າເຊັບທົວຈິນທ໌, ດຣ.ເບັນວິດຣິງຕັນ III ເວົ້າວ່າຖ້າ“ອັລມາ”ບໍ່ໄດ້ໝາຍເຖິງ“ບໍລິສຸດ” “ມັນຍາກຖ້າບໍ່ເປັນໄປໄດ້ທີ່ຈະເຫັນວ່າເປັນ ຫຍັງ(ພວກອາຈານ)ຜູ້ແປຂອງສະບັບ LXX [ເຊັບທົວຈິນທ໌]ໃຊ້ ‘ພາເທນອສ’ ໃນຖານະ ເປັນພາສາກຣີກທີ່ມີຄວາມໝາຍອັນດຽວກັນ” (Ben Witherington III, Ph.D., “The Birth of Jesus,” Dictionary of Jesus and the Gospels, InterVarsity Press, 1992, p. 64).

ຂໍ້ພິສູດເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າພວກອາຈານຖືກເມື່ອພວກເຂົາແປອິດສະຢາ 7:14 ເປັນ

“ເບິ່ງແມ້ຜູ້ຍິງພົມມະຈາລີຄົນໜື່ງຈະຕັ້ງທ້ອງແລະຄອດລູກຊາຍຄົນໜື່ງແລະເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອວ”(ອິດສະຢາ 7:14)

ຜູ້ຍິງພຽງຄົນດຽວໃນປະຫວັດສາດຜູ້ທີ່ບໍລິສຸດແລະເຮັດໃຫ້ມີລູກໂດຍວິທີທີ່ເໜືອທໍາມະຊາດກໍຄືນາງມາຣີແມ່ຂອງພຣະຄຣິດເທົ່ານັ້ນ.

II. ສອງ ການເກີດທີ່ບໍລິສຸດຂອງພຣະຄຣິດໄດ້ຮັບການພິສູດໂດຍພຣະຄໍາພີໃໝ່ແລ້ວ.

ຂໍເຊີນເປີດພຣະຄໍາພີຂອງທ່ານໄປໃນມັດທາຍ 1:23:

“ເບິ່ງແມ້ ຍິງພົມມະຈາລີຄົນໜຶ່ງຈະຕັ້ງທ້ອງ ແລະຈະຄອດລູກຊາຍຄົນໜຶ່ງ ແລະເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອນ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບພວກເຮົາ”(ມັດທາຍ 1:23)

ໂຢເຊບໝັ້ນກັບນາງມາຣີ, ກ່ອນທີ່ພວກເຂົາຈະແຕ່ງງານ“ມາລີມີລູກແລ້ວດ້ວຍເດດພຣະວິນຍານບໍລິສຸດ”(ມັດທາຍ 1:18), ຕາມທໍາມະດາແລ້ວໂຢເຊບຄິດວ່ານາງໄດ້ລ່ວງ ປະເວນີ, ລາວບໍ່ຕ້ອງການໃຫ້ນາງອັບອາຍໂດຍການປະນາງ ແລະ ບໍ່ແຕ່ງງານກັບນາງ, ລາວກໍາລັງຄິດບັນຫານີ້ໃນຂະນະທີ່ລາວຫລັບສະໜິດ,ທູດສະຫວັນຂອງພຣະເຈົ້າໄດ້ປາກົດຕໍ່ລາວແລະບອກລາວວ່າ“ຢ່າຢ້ານທີ່ຈະຮັບມາລີມາເປັນພັນລະຍາຂອງເຈົ້າເລີຍ ເພາະວ່າຜູ້ຊຶ່ງປະຕິສົນທິໃນມົດລູກຂອງນາງເປັນ[ມາຈາກ]ໂດຍເດດພຣະວິນຍານບໍລິສຸດ”ຫຼັງຈາກນັ້ນ ທູດສະຫວັນກໍອ້າງຂໍ້ພຣະຄໍາພີຈາກອິດສະຢາ 7:14 ໃຫ້ໂຢເຊບຟັງວ່າ:

“ເບິ່ງແມ້ ຍິງພົມມະຈາລີຄົນໜຶ່ງຈະຕັ້ງທ້ອງ ແລະຈະເກີດລູກຊາຍຄົນໜຶ່ງ ແລະເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອນ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບພວກເຮົາ”(ມັດທາຍ 1:23)

ອີກຢ່າງໜື່ງ,ການແປສະບັບເຊັບທົວຈິນໄດ້ເລື່ອນໄປຫາມັດທາຍ 1:23 ໂດຍພຣະວິນຍານ ບໍລິສຸດ, ດັ່ງນັ້ນ“ພາເທນອສ”ຈື່ງກາຍເປັນການດົນໃຈພຣະຄໍາຂອງພຣະເຈົ້າ.

ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະຄົ້ນຫາພັນທະສັນຍາໃໝ່ເພື່ອໃຫ້ເຫັນໃນສິ່ງທີ່ຜູ້ຄົນທີ່ຮູ້ຈັກພຣະເຢຊູດີທີ່ສຸດຄິດກ່ຽວກັບການເກີດທີ່ບໍລິສຸດຂອງພຣະອົງ, ຂ້າພະເຈົ້າຫາກໍຈົດລົງ ໄປໃສ່ເຈ້ຍເຖິງຄວາມຄິດຂອງຄົນທີ່ອາໄສຢູ່ກັບພຣະເຢຊູຄິດ

ຂ້າພະເຈົ້າເລີ່ມຕົ້ນດ້ວຍໂຢເຊບພໍ່ນ້າຂອງພຣະອົງ,ໂຢເຊບເຊື່ອໃນການເກີດທີ່ບໍລິສຸດຂອງພຣະອົງ.

“ຄັ້ນໂຢເຊບຕື່ນຂຶ້ນກໍເຮັດຕາມຄຳຊຶ່ງທູດສະຫວັນຂອງອົງພຣະຜູ້ເປັນເຈົ້າສັ່ງເຂົານັ້ນ ຄືໄດ້ຮັບມາລີມາເປັນພັນລະຍາ ແຕ່ບໍ່ໄດ້ຮ່ວມຫລັບນອນກັບນາງຈົນຄອດລູກຊາຍກົກແລ້ວ ແລະໂຢເຊບເອີ້ນນາມຂອງລູກນັ້ນວ່າ ເຢຊູ”(ມັດທາຍ 1:24-25)

ຕໍ່ໄປແມ່ນນາງມາຣີ, ເຊັ່ນດຽວກັບໂຢເຊບນາງເລີ່ມຕົ້ນໂດຍການບໍ່ເຊື່ອໃນການເກີດທີ່ບໍລິ ສຸດ, ນາງເວົ້າວ່າ“ເຫດການນັ້ນຈະເກີດຂື້ນໄດ້ແນວໃດ ເພາະຂ້ານ້ອຍຍັງບໍ່ເຄີຍຮ່ວມຫລັບ ນອນກັບຜູ້ຊາຍມາກ່ອນເລີຍ?”(ລູກາ 1:34)

“ທູດສະຫວັນຈຶ່ງຕອບນາງວ່າ ພຣະວິນຍານບໍລິສຸດຈະສະເດັດລົງມາເທິງນາງແລະລິດເດດຂອງຜູ້ສູງສຸດຈະປົກນາງ ເຫດສະນັ້ນອົງບໍລິສຸດທີ່ຈະບັງເກີດມານັ້ນຈະໄດ້ເອີ້ນວ່າພຣະບຸດຂອງພຣະເຈົ້າ”(ລູກາ 1:35)

“ເພາະວ່າບໍ່ມີສິ່ງໜຶ່ງສິ່ງໃດຊຶ່ງພຣະເຈົ້າຊົງເຮັດບໍ່ໄດ້”(ລູກາ 1:37)

ຫຼັງຈາກນັ້ນມາຣີເອງກໍເຊື່ອໃນການເກີດທີ່ບໍລິສຸດ,ເພາະນາງໄດ້ເວົ້າວ່າ “ເບິ່ງແມ້ ຂ້ານ້ອຍ ເປັນສາວໃຊ້ຂອງອົງພຣະຜູ້ເປັນເຈົ້າ ຂໍໃຫ້ບັງເກີດແກ່ຂ້າພະເຈົ້າຕາມຄໍາຂອງທ່ານເທີນ”

“ເຫດສະນັ້ນອົງບໍລິສຸດທີ່ຈະບັງເກີດມານັ້ນຈະໄດ້ເອີ້ນວ່າພຣະບຸດຂອງພຣະເຈົ້າ”(ລູກາ 1:35)

ຫຼັງຈາກນັ້ນກໍເປັນພຣະເຢຊູເອງ,ພຣະເຢຊູເອງຊົງຕັດວ່າ:

“ເພາະວ່າພຣະເຈົ້າຊົງຮັກໂລກ ຈົນໄດ້ຊົງປະທານພຣະບຸດອົງດຽວຂອງພຣະອົງທີ່ບັງເກີດມາ ເພື່ອຜູ້ໃດທີ່ເຊື່ອໃນພຣະບຸດນັ້ນຈະບໍ່ພິນາດ ແຕ່ມີຊີວິດນິລັນດອນ”(ໂຢຮັນ 3:16)

ພຣະເຢຊູຕັດວ່າພຣະອົງຊົງເປັນ“ພຣະບຸດອົງດຽວທີ່ບັງເກີດມາ”ຂອງພຣະເຈົ້າ,ຕໍ່ມາກໍເປັນພຣະເຈົ້າເອງ, ໂຢຮັນຜູ້ໃຫ້ບັບຕິດສະມາໄດ້ຈຸ່ມພຣະເຢຊູລົງໃຕ້ແມ່ນໍ້າຈໍແດນໃນພິທີບັບຕິດ ສະມາ, ຫຼັງຈາກນັ້ນກໍມີສຽງຂອງພຣະເຈົ້າຈາກສະຫວັນກ່າວວ່າ “ທ່ານຜູ້ນີ້ເປັນບຸດທີ່ຮັກ ຂອງເຮົາ ເຮົາພໍໃຈໃນທ່ານຫຼາຍ”(ມັດທາຍ 3:17),ທັງໂຢເຊບ,ມາຣີ,ພຣະເຢຊູເອງ,ໂຢຮັນ ຜູ້ໃຫ້ບັບຕິດສະມາແລະພຣະເຈົ້າພຣະບິດາ - ຕ່າງກໍເວົ້າວ່າພຣະອົງຊົງເປັນພຣະບຸດຂອງ ພຣະເຈົ້າ - ສະແດງໃຫ້ເຫັນວ່າພຣະອົງຊົງເກີດມາບໍລິສຸດ.

“ເຫດສະນັ້ນອົງບໍລິສຸດທີ່ຈະບັງເກີດມານັ້ນຈະໄດ້ເອີ້ນວ່າພຣະບຸດຂອງພຣະເຈົ້າ”(ລູກາ 1:35)

ຂ້າພະເຈົ້າໄດ້ຄົ້ນຫາຜ່ານພັນທະສັນຍາໃໝ່, ຂ້າພະເຈົ້າກໍເຫັນທີ່ພວກພະຍາມານ “ຮ້ອງສຽງດັ່ງວ່າ ຂ້າແຕ່ພຣະເຢຊູພຣະບຸດຂອງພຣະເຈົ້າ ຂ້າພະອົງກ່ຽວຂ້ອງຫຍັງກັບ ທ່ານໜໍ? ທ່ານມາເພື່ອຈະທໍລະມານພວກເຮົາກ່ອນເວລາບໍ?” ແມ່ນແລ້ວແມ່ນແຕ່ພວກພະ ຍາມານກໍຮູ້ດີວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າທີ່ເກີດມາບໍລິສຸດ! ເມື່ອພຣະເຢຊູ ຖາມພວກສາວົກວ່າ“ພວກທ່ານວ່າເຮົາເປັນຜູ້ໃດ?” ເປໂຕຕອບວ່າ “ພຣະອົງຊົງເປັນພຣະ ຄຣິດພຣະບຸດຂອງພຣະເຈົ້າຜູ້ດໍາລົງພຣະຊົນຢູ່”(ມັດທາຍ 16:16),ອັກຄະສາວົກໂຢຮັນກໍ ເຊັ່ນກັນຊື່ງຮູ້ຈັກພຣະອົງດີກວ່າໝູ່,ອັກຄະສາວົກໂຢຮັນເວົ້າວ່າ“ແຕ່ການທີ່ໄດ້ຈົດເຫດການ ເຫຼົ່ານີ້ໄວ້ກໍເພື່ອທ່ານທັງຫຼາຍຈະໄດ້ເຊື່ອວ່າ ພຣະເຢຊູຊົງເປັນພຣະຄຣິດພຣະບຸດຂອງ ພຣະເຈົ້າ”(ໂຢຮັນ 20:31): ອີກເທື່ອໜື່ງໂຢຮັນເວົ້າອີກວ່າ “ການສາມັກຄີທໍາຂອງເຮົາກໍຢູ່ ກັບພຣະບິດາແລະກັບພຣະເຢຊູຄຣິດພຣະບຸດຂອງພຣະອົງ”(1 ໂຢຮັນ 1:3),ແມ່ນແລ້ວ ອັກຄະສາວົກໂຢຮັນຜູ້ທີ່ຮູ້ຈັກພຣະອົງດີທີ່ສຸດກໍເວົ້າວ່າພຣະເຢຊູຊົງເປັນພຣະບຸດຂອງພຣະ ເຈົ້າທີ່ເກີດມາບໍລິສຸດ,ລາວເອີ້ນພຣະເຢຊູວ່າ“ພຣະບຸດອົງດຽວທີ່ບັງເກີດມາ”ຂອງພຣະເຈົ້າ (ໂຢຮັນ 1:8),ເມື່ອອັກຄະສາວົກເປົາໂລໄດ້ກັບໃຈໃໝ່“ທ່ານບໍ່ໄດ້ລໍຊ້າ ທ່ານປະກາດຕາມ ໂຮງທໍາສາລາກ່າວເລື່ອງພຣະຄຣິດວ່າ “ພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ(ກິດຈະ ການ 9:20)ສະນັ້ນພວກສາວົກທຸກຄົນກໍພາກັນເຮັດຄືກັນເພາະເຂົາຮູ້ດີວ່າ“ອົງບໍລິສຸດ”ຊື່ງ ບັງເກີດມາຈາກນາງມາຣີສາວພົມມະຈາລີຈະຊົງ“ເອີ້ນວ່າພຣະບຸດຂອງພຣະເຈົ້າ” (ລູກາ 1:35), ຄໍາສຸດທ້າຍຂອງພຣະເຢຊູເທິງໄມ້ກາງແຂນກໍຢືນຢັນເພາະພຣະອົງ“ຮ້ອງອອກມາ ດ້ວຍສຽງດັງ(ແລະ)ຕັດວ່າພຣະບິດາຂ້າພະອົງຂໍຝາກຈິດຈິດວິນຍານຂອງຂ້າພະອົງໄວ້ກັບພຣະອົງດ້ວຍເທີນ”(ລູກາ 23:46), ຈາກນັ້ນນາຍຮ້ອຍູ້ຊື່ງໄດ້ຄຶງພຣະອົງໃສ່ໄມ້ກາງແຂນກໍ ໄດ້ຄຸເຂົ່າລົງແລະກ່າວວ່າ“ແທ້ຈິງທ່ານຜູ້ນີ້ເປັນພຣະບຸດຂອງພຣະເຈົ້າ”(ມາລະໂກ 15:39).

ຄົນທີ່ດູຖູກຄວາມເປັນພຣະບຸດຂອງພຣະອົງຄືພວກຄົນຊົ່ວທີ່ຄຶງພຣະອົງ,ພວກຄົນຊົ່ວພວກນີ້ຊອກຫາ“ເພື່ອຈະຂ້າພະອົງ ບໍ່ແມ່ນເພາະພຣະອົງລ່ວງກົດວັນສະບາໂຕເທົ່ານັ້ນ ແຕ່ຍັງໄດ້ເອີ້ນພຣະເຈົ້າວ່າເປັນບິດາຂອງຕົນນໍາ”(ໂຢຮັນ 5:18), ພວກເຂົາຮ້ອງໃສ່ພຣະ ອົງຕອນທີ່ພຣະອົງຊົງທຸກທໍລະມານວ່າ“ຖ້າທ່ານເປັນພຣະບຸດຂອງພຣະເຈົ້າຈົ່ງລົງມາຈາກກາງແຂນແມ້”(ມັດທາຍ 27:40), ແຕ່ຖ້າພຣະອົງຫາກລົງມາຈາກໄມ້ກາງແຂນນັ້ນແທ້ກໍ ຈະສະແດງໃຫ້ເຫັນສິ່ງທີ່ກົງກັນຂ້າມ, ມັນກໍຈະສະແດງໃຫ້ເຫັນວ່າພຣະອົງບໍ່ແມ່ນພຣະບຸດ ຂອງພຣະເຈົ້າ!

ການເກີດມາທີ່ບໍລິສຸດພຣະບຸດຂອງພຣະເຈົ້າມາຈາກສະຫວັນເຂົ້າສູ່ທ້ອງຂອງນາງ ມາຣີ,ເກີດມາເພື່ອຕາຍເທິງໄມ້ກາງແຂນເພື່ອຈ່າຍການລົງໂທດບາບຂອງພວກເຮົາ, ພຣະ ອົງຊົງຢູ່ຖ້າມກາງພວກເຮົາຄົນບາບຜູ້ໜ້າສົງສານ ແລະ ຫຼັ່ງໂລຫິດທີ່ບໍລິສຸດຂອງພຣະອົງ ເພື່ອຊໍາລະເຮົາອອກຈາກຄວາມບາບທຸກຢ່າງຂອງເຮົາ.

ແຕ່ຂ້າພະເຈົ້າຍັງບໍ່ທັນອອກຄວາມຄິດເຫັນໃນຕອນທ້າຍຂອງຂໍ້ພຣະຄໍາພີຂອງເຮົາຂ້າພະເຈົ້າຈະຂໍເອົາອິດສະຢາ 7:14 ໃຫ້ໃນຖານະທີ່ຖືກອ້າງອີງມາຈາກສະບັບເຊັບທົວຈິນ ໃນມັດທາຍ 1:23,

“ເບິ່ງແມ້ ຍິງພົມມະຈາລີຄົນໜຶ່ງຈະຕັ້ງທ້ອງ ແລະຈະເກີດລູກຊາຍຄົນໜຶ່ງ ແລະເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອວ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບພວກເຮົາ”(ມັດທາຍ 1:23)

ນີ້ແມ່ນສິ່ງທີ່ຄໍາວ່າອິມມານູເອວໝາຍເຖິງ,ມັນໝາຍຄວາມວ່າ“ພຣະເຈົ້າຊົງຢູ່ກັບພວກເຮົາ” ນັ້ນແລະຄືສິ່ງທີ່ພຣະກຸມມານຜູ້ເກີດມາບໍລິສຸດເປັນ,ພຣະອົງຄື“ພຣະເຈົ້າຊົງຢູ່ກັບພວກເຮົາ”

ຂ້າພະເຈົ້າຮູ້ຈັກວ່າມີພຣະເຈົ້າອົງໜື່ງຕອນທີ່ຂ້າພະເຈົ້າຍັງເປັນເດັກນ້ອຍ,ກໍາລັງລີ້ຢູ່ໃຕ້ຕົ້ນດອກໄມ້ຢູ່ສວນຫຼັງບ້ານຂອງແມ່ຕູ້ຂອງຕົນ, ຂ້າພະເຈົ້າໄດ້ສົນທະນາກັບພຣະອົງ ແຕ່ຂ້າພະເຈົ້າບໍ່ໄດ້ຮູ້ຈັກພຣະອົງ,ຂ້າພະເຈົ້າຮູ້ແຕ່ພຽງວ່າຕ້ອງມີພຣະເຈົ້າອົງໜື່ງຜູ້ຊົງສ້າງ ດອກໄມ້ງາມໆພວກນັ້ນ! ຂ້າພະເຈົ້າຮູ້ດີວ່າມີພຣະເຈົ້າອົງໜື່ງຕອນທີ່ຢືນຢູ່ຜູ້ດຽວ,ຢູ່ຫ່າງ ອອກໄປໃນທະເລຊາຍໃນອາຣິໂຊນາ-ພ້ອມກັບຝົນທີ່ຕົກລົງມາດິນທີ່ແຕກແຫ້ງ - ພ້ອມກັບ ຄວາມແປກປະຫຼາດ,ກິ້ນຫອມຂອງໂລກໃນຂະນະທີ່ມັນດູດດື່ມນໍ້າຝົນ, ຕ້ອງມີພຣະເຈົ້າອົງ ໜື່ງຜູ້ຊື່ງສ້າງສິ່ງທີ່ອັດສະຈັນຕ່າງໆ,ແຕ່ຂ້າພະເຈົ້າບໍ່ຮູ້ຈັກພຣະອົງ, ຂ້າພະເຈົ້າຮູ້ດີວ່າມີ ພຣະເຈົ້າອົງໜື່ງຕອນທີ່ຂ້າພະເຈົ້າລົ້ມລົງ,ເຫື່ອແຕກແລະຮ້ອງໄຫ້ຢູ່ເທິງພື້ນຫຍ້າໃນວັນຝັງ ສົບແມ່ຕູ້ຂອງຂ້າພະເຈົ້າ, ຂ້າພະເຈົ້າສາມາດຮູ້ສຶກໄດ້ວ່າພຣະເຈົ້າໄດ້ລົງມາ,ຕ້ອງມີພຣະ ເຈົ້າອົງໜື່ງແຕ່ຂ້າພະເຈົ້າບໍ່ໄດ້ຮູ້ຈັກພຣະອົງ.

ຕໍ່ມາໃນເຊົ້າວັນໜື່ງພຣະເຢຊູກໍໄດ້ສະເດັດມາຫາຂ້າພະເຈົ້າແລະຊ່ວຍວິນຍານຂອງຂ້າພະເຈົ້າໃຫ້ພົ້ນ,ນັ້ນແລະຄືຄວາມແຕກຕ່າງ! ພຣະນາມຂອງພຣະອົງຄືອິມມານູເອວ-ພຣະເຈົ້າຊົງຢູ່ກັບພວກເຮົາ! ພຣະໂລຫິດຂອງພຣະອົງຊໍາລະເຮົາ, ພຣະຄໍາຂອງພຣະອົງ ໜຸນໃຈເຮົາ, ການສະຖິດຢູ່ນໍາຂອງພຣະອົງກໍາຈັດຄວາມຢ້ານຂອງເຮົາ, ພຣະເຢຊູ-ອິມມາ ນູເອວຂອງເຮົາ-ພຣະເຈົ້າຊົງຢູ່ກັບພວກເຮົາ! ຂ້າພະເຈົ້າມັກເພງຄຣິສມາດທີ່ມີສະເໜ່ຂອງ ຊາລ໌ເວສລີ (1707-1788).

ອົງພຣະຄຣິດຊົງສະຖິດຢູ່ເໜືອສະຫວັນ
ພຣະຄຣິດພຣະເຈົ້າຜູ້ບໍສິ້ນສຸດ
ຊ່ວງປາຍລະດູເບິ່ງແມ້ພຣະອົງມາ
ເກີດໃນທ້ອງຂອງສາວພົມມະຈາລີ
ພຣະເຈົ້າຜູ້ໃຫຍ່ຍິ່ງສູງສຸດ
ຊົງຮັບກາຍາຮ່ວມຊາດມະນຸດ
ຊົງຢູ່ຖ້າມກາງມະນຸດ
ພຣະເຢຊູອິມມານູເອວ
ຈົ່ງຟັງເພງຂອງຝູງເທວະດາ
“ສັນລະເສີນກະສັດເກີດມາ”
(“Hark, the Herald Angels Sing” by Charles Wesley, 1707-1788).

ຂ້າພະເຈົ້າຂໍອະທິຖານເພື່ອໃຫ້ທ່ານວາງໃຈໃນພຣະເຢຊູ ແລະ ລອດຈາກການລົງ ໂທດແລະບາບ, ຖືກຊໍາລະຈາກຄວາມບາບທຸກຢ່າງໂດຍພຣະໂລຫິດອັນບໍລິສຸດຂອງພຣະ ອົງ, ພຣະບິດາຜູ້ຢູ່ໃນສະຫວັນຂ້າພະອົງຂໍອະທິຖານເພື່ອບາງຄົນທີ່ຈະມາຫາພຣະບຸດຂອງ ແລະລອດໂດຍພຣະອົງໃນຄືນນີ້, ເອແມນ!


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວພຣຸດໂຮມ: ມັດທາຍ 1:18-25.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Hark, the Herald Angels Sing” (by Charles Wesley, 1707-1788).

ໂຄງຮ່າງບົດເທດສະໜາ

ຂໍ້ພິສູດຕ່າງໆເລື່ອງການເກີດທີ່ບໍລິສຸດ

PROOFS OF THE VIRGIN BIRTH

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເບິ່ງແມ້ຜູ້ຍິງພົມມະຈາລີຄົນໜື່ງຈະຕັ້ງທ້ອງແລະຄອດລູກຊາຍຄົນໜື່ງແລະເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອວ”(ອິດສະຢາ 7:14)

(ມາລະໂກ 10:27)

I. ໜື່ງ ການເກີດທີ່ບໍລິສຸດຂອງພຣະຄຣິດໄດ້ຮັບການພິສູດໂດຍພຣະຄໍາພີເດີມແລ້ວ. ປະຖົມມະການ 3:15.

II. ສອງ ການເກີດທີ່ບໍລິສຸດຂອງພຣະຄຣິດໄດ້ຮັບການພິສູດໂດຍພຣະຄໍາພີໃໝ່ແລ້ວ.
ມັດທາຍ 1:23, 18; 24-25; ລູກາ 1:34,35,37; ໂຢຮັນ 3:16; ມັດທາຍ 3:17; ໂຢຮັນ 1:34;
ມັດທານ 16:16; ໂຢຮັນ 20:31; 1 ໂຢຮັນ 1:3; ໂຢຮັນ 1:18; ກິດຈະການ 9:20; ລູກາ 23:46;
ມາລະໂກ 15:39; ໂຢຮັນ 5:18; ມັດທາຍ 27:40