Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄໍາອຸປະມາເລື່ອງຜູ້ຫວ່ານພືດ

THE PARABLE OF THE SOWER
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 8/11/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, November 8, 2015


ຕອນນີ້ຂ້າພະເຈົ້າກໍາລັງຈະເທດບົດເທດນີ້ໃນແບບທີ່ແຕກຕ່າງຈາກສິ່ງທີ່ເຮັດມາຕະຫຼອດ,ຂ້າພະເຈົ້າຢາກໃຫ້ພວກທ່ານເປີດພຣະຄໍາພີຂອງທ່ານໄປໃນມາລະໂກ 4, ຂ້າພະ ເຈົ້າກໍາລັງຈະອະທິບາຍໃຫ້ທ່ານຟັງເຖິງເລື່ອງຄໍາອຸປະມາຂອງຜູ້ຫວ່ານ, ມັນຢູ່ໃນໜັງສືມັດ ທາຍ,ມາລະໂກແລະລູກາ, ແຕ່ພວກເຮົາກໍາລັງຈະສຶກສາຢູ່ໃນມາລະໂກໃນຄືນນີ້, ຄໍາອຸ ປະມາເປັນເລື່ອງທີ່ພຣະເຢຊູບອກເພື່ອອະທິບາຍເປັນພາບແລະເພື່ອເຮັດໃຫ້ຄວາມຈິງຝ່າຍ ວິນຍານຈະແຈ້ງ.

ແມ່ນຫຍັງຄືຄວາມຈິງຫຼັກໆຂອງຄໍາອຸປະມານີ້? ມັນເປັນແບບນີ້-ກຸ່ມຄົນສ່ວນໃຫຍ່ ທີ່ໄດ້ຍິນຂ່າວປະເສີດຈະບໍ່ໄດ້ຮັບຄວາມລອດ! ຄົນເປັນຈໍານວນໃຫຍ່ຫຼາຍທີ່ຟັງວ່າຈະລອດ ແນວໃດແດ່ຈະບໍ່ໄດ້ຮັບຄວາມລອດ, ພວກເຂົາຈະຕົກນາລົກ! ຝູງຊົນຈະຕົກນາລົກ, ມີພຽງ ຄົນຈໍານວນນ້ອຍຈະໄດ້ຮັບຄວາມລອດ, ຊື່ງເຮັດໃຫ້ຫຼາຍຄົນແປກໃຈໃນປະຈຸບັນນີ້, ພວກ ເຂົາເວົ້າວ່າ“ຂ້ອຍບໍ່ເຊື່ອວ່າພຣະເຈົ້າຈະສົ່ງໃຜລົງໄປນາລົກ” ຈາກນັ້ນທ່ານກໍເວົ້າວ່າ“ແຕ່ ພຣະເຈົ້າຂອງພຣະຄໍາພີຊົງສົ່ງຄົນລົງໄປໃນນາລົກ” ພວກເຂົາເວົ້າວ່າຂ້ອຍບໍ່ເຊື່ອໃນພຣະ ເຈົ້າອົງນັ້ນ, ພຣະເຈົ້າຂອງຂ້ອຍຈະບໍ່ເຮັດແບບນັ້ນ” ສິ່ງທີ່ເຂົາໝາຍເຖິງກໍຄືພະທີ່ພວກເຂົາ ສ້າງຂື້ນໃນຄວາມຄິດຂອງເຂົາ, “ສິບສອງຂັ້ນຕອນ”ທີ່ຜູ້ຄົນເວົ້າເຖິງກ່ຽວກັບ”ພຣະເຈົ້າໃນ ແບບທີ່ທ່ານເຂົ້າໃຈພຣະອົງ”ແຕ່ຂ້າພະເຈົ້າກໍບໍ່ໄດ້ກໍາລັງເວົ້າເຖິງພະເຈົ້າປອມເຊັ່ນກັນ, ພະ ເຈົ້າທີ່ທ່ານ“ສ້າງຂື້ນ”ໃນຄວາມຄິດຂອງທ່ານແມ່ນພະປອມ, “ພຣະເຈົ້າໃນແບບທີ່ທ່ານເຂົ້າ ໃຈພຣະອົງ” ເປັນພະເຈົ້າປອມ, ຂ້າພະເຈົ້າກໍາລັງເວົ້າເຖິງພຣະເຈົ້າໃນແບບທີ່ທ່ານບໍ່ເຂົ້າ ໃຈພຣະອົງ! ພຣະອົງຊົງເປັນພຣະເຈົ້າຜູ້ຊື່ງເປີດເຜີຍພຣະອົງເອງໃນພຣະຄໍາພີ, ພຣະອົງ ຄືພຣະເຈົ້າພຣະຄໍາພີ! ແລະບໍ່ມີພະອື່ນໃດອີກ! ຂ້າພະເຈົ້າບໍ່ໄດ້ກໍາລັງເວົ້າເຖິງພະປອມທີ່ ທ່ານເຊື່ອ,ຂ້າພະເຈົ້າກໍາລັງເວົ້າເຖິງພຣະເຈົ້າແທ້ - ທີ່ເປີດເຜີຍພຣະອົງແກ່ເຮົາໃນພຣະຄໍາ ພີ, ພະປອມຂອງທ່ານຈະບໍ່ສົ່ງຜູ້ໃດລົງໄປໃນນາລົກ,ແຕ່ພຣະເຈົ້າແທ້ເຮັດ, ໃນມັດທາຍ 7:13 ພຣະເຢຊູຄຣິດເຈົ້າໄດ້ກ່າວວ່າຄົນທີ່ໄດ້ຮັບຄວາມລອດມີຈໍານວນ“ໜ້ອຍ” - ໜ້ອຍ ແທ້ໆ,ນັ້ນແລະຄືປະເດັ່ນຫຼັກຂອງຄໍາອຸປະມານີ້.

ມັນເປັນເລື່ອງທໍາມະດາທີ່ພຣະເຢຊູຄຣິດເວົ້າ, ພຣະອົງຕັດວ່າຊາວສວນຄົນໜື່ງໄດ້ ອອກໄປຫວ່ານພືດ, ໃນຂະນະທີ່ລາວກໍາລັງຫວ່ານກະຈາຍພືດຢູ່ນັ້ນບາງເມັດກໍຕົກລົງແຄມ ທາງ,ພວກນົກກໍບິນລົງມາກິນມັນຢ່າງໄວວາ, ບາງເມັດກໍຕົກບ່ອນທີ່ມີກ້ອນຫີນບ່ອນທີ່ມີດິນ ໜ້ອຍ,ເມັດພືດກໍໃຫຍ່ຂື້ນຢ່າງໄວວາແຕ່ເມື່ອຕາເວັນຂື້ນຕົ້ນໄມ້ຕ່າງໆກໍໄໝ້ຈົນກອບ ແລະ ຕາຍລົງເພາະຮາກຂອງມັນບໍ່ແຂງແຮງ, ເມັດອື່ນກໍຕົກກາງໜາມແລະຫຍ້າຮົກ,ຫຍ້າກໍໃຫຍ່ ຂື້ນແລະບີບຕົ້ນພືດນັ້ນ,ດັ່ງນັ້ນພວກມັນຈື່ງບໍ່ເກີດຜົນຫຍັງເລີຍ, ສຸດທ້າຍບາງເມັດກໍຕົກລົງ ດິນດີມັນກໍໃຫຍ່ຂື້ນແລະເກດຜົນດີ, ນັ້ນແລະຄືຄໍາອຸປະມາ,ມັນເປັນເລື່ອງງ່າຍໆ - ແຕ່ສະ ແດງໃຫ້ເຮົາເຫັນເຖິງຄວາມຈິງທີ່ສໍາຄັນຫຼາຍ - ມີໜ້ອຍຄົນທີ່ໄດ້ຍິນຂ່າວປະເສີດຈະໄດ້ຮັບ ຄວາມລອດ.

ມີດິນສີ່ຊະນິດທີ່ຢູ່ໃນຄໍາອຸປະມາທີ່ເປັນຕົວແທນຂອງຜູ້ຄົນສີ່ປະເພດຊື່ງໄດ້ຍິນຂ່າວປະເສີດ, ເມັດພືດຄືພຣະຄໍາຂອງພຣະເຈົ້າ,ພຣະຄໍາພີ,ຂໍ້ຄວາມແຫ່ງຄວາມລອດຜ່ານທາງ ພຣະເຢຊູຄຣິດ, ທຸກຄົນທີ່ມາຄຣິສຕະຈັກນີ້ໄດ້ຍິນຂ່າວປະເສີດ, ສິ່ງທີ່ພວກເຂົາເຮັດກັບມັນ ກໍເປັນຕົວແທນດິນສີ່ຊະນິດທີ່ຢູ່ໃນຄໍາອຸປະມາ.

I. ໜື່ງ ຄົນທີ່ໄດ້ຍິນຂ່າວປະເສີດແລະລືມມັນທັນທີກໍເປັນຄົນຫຼົງຫາຍຢູ່.

ເບິ່ງມາລະໂກ 4:15,

“ຊຶ່ງຕົກແຄມຫົນທາງນັ້ນໄດ້ແກ່ພຣະຄໍາທີ່ຫວ່ານແລ້ວ ແລະເມື່ອບຸກຄົນໃດໄດ້ຟັງ ໃນທັນໃດນັ້ນຊາຕານກໍມາຊີງເອົາພຣະຄໍາຊຶ່ງຫວ່ານໃນໃຈເຂົານັ້ນໄປເສຍ” (ມາລະໂກ 4:15)

ພວກນີ້ຄືຄົນທີ່ມາຢ້ຽມຄຣິສຕະຈັກຂອງເຮົາເທື່ອໜື່ງຫຼືສອງເທື່ອ, ພວກເຂົາໄດ້ຍີນພຣະຄໍາ ຂອງພຣະເຈົ້າ,ເລື່ອງຄວາມລອດ,ແຕ່“ແລ້ວນົກໃນອາກາດກໍມາກິນ”(ມາລະໂກ 4:4),ນົກທີ່ ກິນເມັດພືດເປັນຕົວແທນຊາຕານແລະສະມຸນຂອງມັນ, “ໃນທັນໃດນັ້ນຊາຕານກໍມາຊິງເອົາພຣະຄໍາຊຶ່ງຫວ່ານໃນໃຈເຂົານັ້ນໄປເສຍ”(ມາລະໂກ 4:15).

ພວກເຮົາບອກເຂົາວ່າພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງ ເຂົາ,ພະຍາມານມັນບອກເຂົາວ່າ“ເຈົ້າບໍ່ໄດ້ມີບາບຈັກຢ່າງ,ເຈົ້າເປັນຄົນດີ” ດັ່ງນັ້ນພຣະຄໍາກໍ ຖືກເອົາໄປຢ່າງໄວວາໂດຍພະຍາມານທີ່ເຮັດວຽກໃນຄວາມຄິດຂອງເຂົາ, ພວກເຮົາເວົ້າວ່າ “ພຣະຄຣິດຊົງຟື້ນຄືນຈາກຕາຍເພື່ອມອບຊີວິດຕະຫຼອດເປັນນິດໃຫ້ແກ່ທ່ານ” ພະຍາມານກໍ ເວົ້າວ່າ“ຢ່າໄປເຊື່ອມັນເລີຍ!ມັນແມ່ນເລື່ອງຕົວະ,ມັນເປັນເທບນິຍາຍ” ດັ່ງນັ້ນພຣະຄໍາກໍຖືກ ເອົາໄປຢ່າງໄວວາໂດຍພະຍາມານທີ່ເຮັດວຽກໃນຄວາມຄິດຂອງເຂົາ, ພຣະເຢຊູຊົງຕັດວ່າ ພະຍາມານ“ເປັນຜູ້ມຸສາ”(ໂຢຮັນ 8:44), ມັນຕົວະທ່ານເພື່ອຮັກສາທ່ານຈາກການເຊື່ອໃນ ຂ່າວປະເສີດແລະລອດ, ມັນຢາກຈະຮັກສາທ່ານໃນຖານະເປັນທາດຂອງມັນ.

ພວກເຮົາພາຄົນທີ່ຫຼົງຫາຍຫຼາຍຄົນເຂົ້າມາເພື່ອຟັງຂ່າວປະເສີດທຸກວັນອາທິດ,ຫຼາຍຄົນໃນນັ້ນບໍ່ເຄີຍກັບມາອີກເລີຍ, ພວກເຮົາເອົາຂໍ້ຄວາມແຫ່ງຄວາມລອດໃຫ້ເຂົາເຈົ້າ,ພວກ ເຮົາລ້ຽງອາຫານທ່ຽງ(ຫຼືອາຫານແລງ)ແລະງານວັນເກີດໃຫຍ່, ພວກເຮົາເຮັດໃຫ້ມັນເປັນ ເລື່ອງງ່າຍທີ່ຈະມາໂບດ,ແຕ່ພວກເຂົາສ່ວນຫຼາຍບໍ່ຈື່ສິ່ງທີ່ຂ້າພະເຈົ້າເທດ, ເປັນຫຍັງລະ?ກໍ ເພາະ“ໃນທັນໃດນັ້ນຊາຕານກໍມາຊິງເອົາພຣະຄໍາຊຶ່ງຫວ່ານໃນໃຈເຂົານັ້ນໄປເສຍ”ນັ້ນແລະ ຄືເຫດຜົນ! ມີບາງຄົນມາຫຼາຍເທື່ອໂດຍທີ່ຄໍາເທດສະໜາບໍ່ມີຜົນຫຍັງຕໍ່ເຂົາເລີຍ,ເປັນຫຍັງ ລະ?ກໍເພາະແຕ່ລະເທື່ອພວກເຂົາໄປຟັງພະຍາມານແລະມັນກໍດຶງພຣະຄໍານັ້ນອອກຈາກໃຈຂອງເຂົາ, ພວກເຮົາເອົາຂໍ້ພຣະຄໍາພີບົດເທດສະໜາເປັນຕອນເປັນຕອນໃຫ້ເຂົາເອົາກັບໄປ ອ່ານຢູ່ບ້ານ, ພວກເຂົາໄດ້ອ່ານແລະຄິດຈິງຈັງກັບມັນແທ້ບໍ? ບໍ,ພວກເຂົາບໍ່ອ່ານມັນເລີຍ, ຂ້າພະເຈົ້າຮູ້ດີວ່າພວກເຂົາສ່ວນຫຼາຍໄດ້ເອົາບົດເທດນັ້ນຖີ້ມລົງໃນຖັງຂີ້ເຫຍື່ອຕອນທີ່ເຂົາ ກັບບ້ານ,ຂ້າພະເຈົ້າຮູ້ເລື່ອງນັ້ນດີ, ແຕ່ພວກເຮົາກໍຍັງສືບຕໍ່ເຮັດຄືເກົ່າ, ເປັນຫຍັງພວກເຮົາ ຈື່ງຍັງສືບຕໍ່ເຮັດຄືເກົ່າລະ? ກໍເພາະພຣະເຢຊູຊົງຕັດວ່າ“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍແລະເລັ່ງລັດເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ”(ລູກາ 14:23), ເພາະພຣະເຈົ້າຊົງບອກເຮົາວ່າ:

“ແລະເຈົ້າຈະກ່າວຖ້ອຍຄໍາຂອງເຮົາໃຫ້ເຂົາຟັງ ເຂົາຈະຟັງຫຼືປະຕິເສດ[ບໍ່] ຟັງກໍຕາມເຖີດ ເພາະເຂົາເປັນຜູ້ທີ່ມັກກະບົດ” (ເອເສຄຽນ 2:7)

ໃນຂະນະທີ່ເຮົາລົງເລິກເຂົ້າໄປສູ່“ຍຸກສຸດທ້າຍ”ຜູ້ຄົນກໍກາຍມາກະບົດຕໍ່ສູ້ພຣະເຈົ້າ ເພີ່ມຂື້ນ, ສະນັ້ນພະຍາມານແລະສະມຸນຂອງມັນກໍມີຄວາມສາມາດເພີ່ມຂື້ນໆທີ່ຈະດຶງເອົາ ພຣະຄໍາຂອງພຣະເຈົ້າອອກໄປຈາກໃຈແລະຄວາມຄິດຂອງຜູ້ຄົນ, ສີ່ສິບປີກ່ອນພວກທ່ານ ສາມາດປັກປ້າຍຢູ່ຂ້າງນອກຊື່ງຂຽນວ່າ“ສຶກສາພຣະຄໍາພີເວລາ 7:00 ແລງ”ພວກຄົນໜຸ່ມ ກໍຈະມາ,ຫຼາຍຄົນມາເພາະການອ່ານປ້າຍແບບນັ້ນ, ຂ້າພະເຈົ້າຮູ້ດີ, ຂ້າພະເຈົ້າເລີ່ມເປີດ ຄຣິສຕະຈັກໃຫ້ກັບເມືອງຊານຟຣານຊິສໂກກັບພວກຮິບປີ້, ພວກເຂົາເປັນຄົນບາບ,ແນ່ ນອນເຂົາເປັນ, ແຕ່ເຖິງແມ່ນເຂົາຈະເປັນຄົນບໍ່ດີ,ເຂົາກໍຫ່າງໄກຫ່າງໄກຫຼາຍຈາກພວກຄົນ ໜຸ່ມໃນປະຈຸບັນນີ້! ທຸກມື້ນີ້ພວກຄົນໜຸ່ມສ່ວນຫຼາຍມີຈິດໃຈທີ່ແຂງກະດ້າງຊື່ງພວກທ່ານບໍ່ ສາມາດເຂົ້າໄປຫາເຂົາດ້ວຍຄ້ອນທຸບໄດ້! ແຕ່ພວກເຮົາກໍຍັງໄປຕໍ່“ບໍ່ວ່າເຂົາຈະຟັງຫຼື(ບໍ່)ຟັງ ກໍຕາມ - ເພາະພຣະເຈົ້າບອກໃຫ້ເຮົາເຮັດ! ແລະໃນບໍ່ດົນພວກເຮົາກໍຈະພົບບາງຄົນທີ່ເປັນ ຄົນທີ່ຖືກເລືອກຜູ້ທີ່ໄດ້ຍິນຂ່າວປະເສີດແລະລອດ, ແຕ່ມັນກໍຈະຍິ່ງຫາຍາກເພີ່ມຂື້ນໆໃນຂະ ນະທີ່ຍຸກນີ້ເຂົ້າມາໃກ້,ແລະໂລກປະຈຸບັນນີ້ກໍຈະເຖິງຈຸດຈົບ, ຂ້າພະເຈົ້າສໍານຶກຢ່າງໜ້ອຍກໍ ຢູ່ໃນປະເທດອາເມລິການີ້ວ່າພຣະເຈົ້າກໍາລັງຕັດສິນລົງໂທດຄົນຂອງເຮົາໂດຍການສົ່ງ“ການລຸ່ມລົງມາຄອບງໍາເຂົາໃຫ້ເຊື່ອໃນສິ່ງຂີ້ຕົວະ” (2 ເທສະໂລນິກາ 2:11),ແມ່ນພວກເຮົາກໍຍັງ ຮູ້ດີວ່າພຣະເຈົ້າໂດຍພຣະຄຸນທີ່ຕ້ານບໍ່ໄດ້ຈະຊັກນໍາຜູ້ທີ່ຖືກເລືອກເຂົ້າມາເຖິງແມ່ນໃນຍຸກທີ່ຊົ່ວຮ້າຍນີ້ກໍຕາມ! ພວກເຮົາບໍ່ໄດ້ສະແຫວງຫາກຸ່ມໃຫຍ່ໆ,ພວກເຮົາກໍາລັງສະແຫວງຢູ່ທີ່ນີ້ ແລະທີ່ນັ້ນສໍາຫຼັບຈໍານວນໜ້ອຍທີ່ພຣະເຈົ້າໄດ້ຊົງເລືອກເພື່ອໃຫ້ເຂົາລອດ,ເພາະພຣະເຢຊູ ຕັດວ່າ“ທ່ານບໍ່ໄດ້ເລືອກເຮົາແຕ່ເຮົາໄດ້ເລືອກທ່ານທັງຫຼາຍ”(ໂຢຮັນ 15:16), ພຣະເຈົ້າຈະ ຊົງນໍາຄົນທີ່ພຣະອົງຊົງເລືອກໄວ້ໂດຍອໍານາດອະທິປະໄຕຂອງພຣະອົງ! ຮາເລລູຢາ!ແຕ່ ຄົນທີ່ພຣະເຈົ້າບໍ່ໄດ້ເລືອກຈະຖືກ “ໃນທັນໃດນັ້ນຊາຕານ(ກໍມາ)ຊິງ(ເອົາ)ພຣະຄໍາຊຶ່ງຫວ່ານໃນໃຈເຂົານັ້ນໄປເສຍ”(ມາລະໂກ 4:15)ແລ້ວພວກທ່ານເດ່ເປັນແນວໃດ?ທ່ານເປັນໜື່ງໃນ ຄົນທີ່ພຣະເຈົ້າຊົງເລືອກບໍ-ຫຼືທ່ານຈະຍອມໃຫ້ຊາຕານດຶງເອົາພຣະຄໍາອອກໄປຈາກໃຈຂອງ ທ່ານແລ້ວໄປມີຊີວິດແລະຕາຍໃນຄວາມບາບຂອງຕົນບໍ?ເພາະພຣະເຢຊູຊົງຕັດວ່າ“ຜູ້ທີ່ໄດ້ຮັບເຊີນກໍຫຼາຍແຕ່ຜູ້ທີ່ຊົງເລືອກກໍໜ້ອຍ”(ມັດທາຍ 22:15).

II. ສອງ ຄົນທີ່ໄດ້ຍີນຂ່າວປະເສີດແລະຮັບເອົາດ້ວຍຄວາມຍິນດີ,ແຕ່ລົ້ມລົງເມື່ອພວກ ເຂົາຖືກທົດລອງກໍເປັນຄົນທີ່ຫຼົງຫາຍຢູ່.

ເບິ່ງມາລະໂກ 4:16-17:

“ແລະຊຶ່ງຕົກທີ່ຊຶ່ງມີພື້ນຫີນ ມີເນື້ອດິນໜ້ອຍໜື່ງນັ້ນກໍທຳນອງດຽວກັນ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະວັດຈະນະ ແລະກໍຮັບທັນທີດ້ວຍຄວາມຍິນດີ ແຕ່ບໍ່ມີຮາກໃນໂຕຈຶ່ງທົນຢູ່ໄດ້ຊົ່ວຄາວ ພາຍຫລັງເມື່ອເກີດການຍາກລຳບາກແລະການຂົ່ມເຫງຕ່າງໆເພາະພຣະວັດຈະນະນັ້ນ ກໍເລີກເສຍໃນທັນທີທັນທີ” (ມາລະໂກ 4:16-17)

ຄົນທີ່ພື້ນເປັນຫີນເຫຼົ່ານີ້ແມ່ນຄົນທີ່ກົງກັນຂ້າມຈາກກຸ່ມທີ່ໜື່ງ,ພວກເຂົາຮັບເອົາຂ່າວປະເສີດດ້ວຍຊື່ນຊົມແລະຍີນດີ, ພວກເຂົາມາຄຣິສຕະຈັກແລະມັກມັນ, ພວກເຂົາຮ້ອງເພງດ້ວຍ ຄວາມເພີດເພີນຢ່າງໃຫຍ່,ພວກເຂົາມາປະຊຸມອະທິຖານ,ພວກເຂົາອອກໄປປະກາດຂ່າວປະເສີດ, ດີຫຼາຍ! ພວກເຂົາຮັກມັນ! ພວກເຂົາເອົາບົດເທດກັບບ້ານແລ້ວອ່ານດ້ວຍຄວາມຕັ້ງ ໃຈ.

ແຕ່ມີບາງສິ່ງທີ່ຂາດຫາຍໄປ,ພວກເຂົາ“ບໍ່ມີຮາກ”ພວກເຂົາບໍ່ມີຮາກໃນພຣະຄຣິດບໍ່ແມ່ນ“ຮາກແລະພື້ນຖານໃນພຣະອົງ”(ໂຄໂລສີ 2:7)ແລະ“ທົນຢູ່ໄດ້ຊົ່ວຄາວ”ດຣ.ເຈເວີນັນ ແມັກກີ້ໄດ້ເວົ້າວ່າ“ພວກເຂົາມີຄວາມມັກແລະສົນໃຈແຮງກ້າແທ້ແຕ່ເຂົາບໍ່ມີຄວາມສໍາພັນແທ້ກັບພຣະຄຣິດ,ມັນເປັນພຽງແຕ່ອາລົມທີ່ແຮງກ້າຊື່ໆ” (Thru the Bible, note on Matthew 13:20, 21).

ຫຼັງຈາກໄລຍະໜື່ງພວກເຂົາກໍຈະພົບວ່າມັນເປັນສາເຫດໃຫ້ເຂົາມີບັນຫາທີ່ຈະຢູ່ໃນໂບດ,ມີບາງສີ່ງເກີດຂື້ນແລະພວກເຂົາກໍບໍ່ຮູ້ສຶກຢາກຈະມາອີກ, ເມື່ອບັນຫາຫຼືການຂົ່ມເຫງ ເຂົ້າມາຫາເຂົາເພາະມາໂບດ“ກໍເລີກເສຍໃນທັນທີທັນໃດ”ໝາຍຄວາມວ່າ“ໃນທັນໃດນັ້ນເຂົາ ກໍຫລົງໄປ”(ເບິ່ງເອັນໄອວີ),ແບບນັ້ນມັກເກີດຂື້ນຕະຫຼອດໃນຊ່ວງຄຣິສມາດແລະ “ວັນພັກ” ວັນປີໃໝ່, ພວກເຂົາຮູ້ດີວ່າພວກເຮົາຢາກໃຫ້ເຂົາເຂົ້າມາໃນໃນງານລ້ຽງວັນຄຣິສມາດ,ມາ ງານວັນຄຣິສມາດແລະເບີ່ງການນະມັດສະການໃນວັນປີໃໝ່,ພວກເຂົາວາງແຜນທີ່ຈະມາ ແຕ່ຈາກນັ້ນກໍມີບາງຢ່າງເກີດຂື້ນ,ພວກເຂົາກໍຖືກເຊີນໃຫ້ໄປງານລ້ຽງອື່ນກັບຄົນທີ່ບໍ່ເຊື່ອຫຼືມີບາງຢ່າງເກີດຂື້ນ, ພວກເຂົາກໍໄປຫາໂລກ-ເຂົາກໍໄປຄັ້ງທໍາອິດກໍມີ“ຄວາມເຈັບປວດ”ຫຼືບັນ ຫາ, ທ່ານຈະ“ເລີກ”ເມື່ອທ່ານຖືກທົດສອບໂດຍ“ວັນພັກ”ບໍ? ທ່ານຈະອອກໄປງານລ້ຽງ ແບບໂລກກັບເພື່ອນທີ່ຫຼົງຫາຍຂອງທ່ານໄປຈົ່ມຫຼືເຕັ້ນບໍ? ທ່ານຈະແລ່ນໄປລາສເວກັສຫຼື ບ່ອນອື່ນໆກັບໝູ່ທີ່ຫຼົງຫາຍຂອງທ່ານບໍ? ກໆປີພວກເຮົາເຫັນຄົນຈໍານວນໜ້ອຍທີ່ບໍ່ມີຮາກ ໃນພຣະຄຣິດຊື່ງໄດ້ໜີໄປໃນຊ່ວງວັນພັກຜ່ອນ.

ດຣ.ເດວິດເອັຟແວວເປັນນັກປະຕິຮູບສາສະໜາສາດທີ່ມີຊື່ສຽງ,ລາວເວົ້າວ່າ“(ຄົນ) ເຫຼົ່ານີ້ບໍ່ມີຄວາມຕັ້ງໃຈເລື່ອງການອະທິຖານໃນການຜູກມັດຕົນເອງນັ້ນຄືຂໍ້ຮຽກຮ້ອງຖ້າບົດ ເທດຢູ່ໃນຄວາມຈິງທີ່ເປັນຕາເຊື່ອ...ຄົນພວກນີ້(ທີ່ເອີ້ນວ່າ) ‘ການກັບໃຈ’ປະຕິເສດທີ່ຈະໃຫ້ ຊີວິດຂອງເຂົາປີ້ນຄວໍ່າລົງໃນທາງນີ້,ຄວາມຈິງແລ້ວມີຫຼາຍຄົນເປັນແບບນີ້ໃນປະເທດອາເມລິກາໃນປະຈຸບັນນີ້” (David F. Wells, Ph.D., The Courage to be Protestant, Eerdmans Publishing Company, 2008, p. 89).

ດຣ.ເຈເວີນັນແມັກກີເອີ້ນຄົນພວກນີ້ວ່າ“ພວກຄຣິສຕຽນໂຊດາອັກກາ,ມີຟອດຫຼາຍ ຢູ່ໃນໂຕເຂົາ...ພວກເຂົາບໍ່ມີຄວາມສໍາພັນແທ້ກັບພຣະຄຣິດ, ມັນເປັນພຽງອາລົມທີ່ສູງຊົງ, ພວກເຂົາເປັນຄົນທີ່ພື້ນດິນເປັນກ້ອນຫີນ”(ເຫຼັ້ມດຽວກັນ).

III. ສາມ ຄົນທີ່ໄດ້ຍີນຂ່າວປະເສີດແຕ່ຖືກບີບໂດຍຄວາມກັງວົນເລື່ອງໂລກນີ້ ແລະຄວາມຫລຸມຫຼົງໃນຄວາມລໍ່າລວຍແລະຄວາມໂລບໃນສິ່ງຕ່າງໆກໍ ເປັນຄົນທີ່ຫຼົງຫາຍຢູ່.

ເບິ່ງມາລະໂກ 4:18,19:

“ແລະພືດຊຶ່ງຫວ່ານກາງໜາມນັ້ນໄດ້ແກ່ບຸກຄົນທີ່ໄດ້ຟັງພຣະຄໍາ ແລ້ວ ຄວາມກັງວົນຕາມທຳມະດາໂລກ ແລະຄວາມລຸ່ມຫລົງໃນຊັບສົມບັດ ແລະຄວາມໂລບໃນສິ່ງອື່ນໆໄດ້ເຂົ້າມາແລະປົກຄຸມພຣະຄໍານັ້ນ ຈຶ່ງບໍ່ເກີດຜົນ” (ມາລະໂກ 4:18,19)

ດຣ.ແມັກກີເວົ້າວ່າ“ພະຍາມານເອົາຄົນທີ່ຢູ່ແຄມທາງ,ແລະເນື້ອໜັງກໍໃສ່ໃຈຂອງຄົນທີ່ມີພື້ນດິນເປັນຫີນແຕ່ໂລກໄດ້ຮັດພຣະຄໍາສໍາຫຼັບພວກຄົນຟັງປະເພດນີ້, ຄວາມກັງວົນຂອງໂລກ ໄດ້ເຂົ້າມາ... ຂ້າພະເຈົ້າພົບວ່າຄົນເປັນຈໍານວນຫຼາຍໄດ້ຍອມໃຫ້ຄວາມກັງວົນຂອງໂລກມາ ລ້ອມພຣະຄໍາຂອງພຣະເຈົ້າ”(ເຫຼັ້ມດຽວກັນ).

ພວກເຮົາເຄີຍເຫັນເລື່ອງແບບນີ້ເກີດຂື້ນຊໍ້າແລ້ວຊໍ້າອີກ, ພວກຄົນໜຸ່ມບາງຄົນມາ ຄຣິສຕະຈັກແລະເບິ່ງວ່າຈະລອດ, ຈາກນັ້ນບໍ່ດົນພວກເຂົາກໍຮຽນຈົບແລະເລີ່ມຫາເງີນໄດ້, ພວກເຂົາມີລູກ,ພວກເຂົາກໍເລີ່ມມີຕັນຫາຕໍ່ສິ່ງຕ່າງໆ, ຂ້າພະເຈົ້າຈະຂໍອ້າງສະບັບເອັນໄອວີ ເພື່ອເຮັດໃຫ້ເລື່ອງນີ້ຊັດເຈນ, ຊື່ງເວົ້າວ່າພວກເຂົາ“ໄດ້ຍິນພຣະຄໍາແຕ່ຄວາມກັງວົນຂອງຊີ ວິດນີ້ການຫລອກລວງຂອງຄວາມລວຍແລະຄວາມປາດຖະໜາໃນສິ່ງຕ່າງໆກໍມາແລ້ວຮັດ ພຣະວັດຈະນະ”

ຄົນຍິ່ງໃຫຍ່ເປັນຈໍານວນຫຼາຍໄດ້ອອກໄປຈາກຄຣິສຕະຈັກຂອງເຮົາປະມານຊາວປີກ່ອນ,ຊາຍຄົນໜື່ງຊື່ວ່າໂອລີວາສໄດ້ໄປປະພວກເຮົາແລະໄປເປີດໂບດທີ່ສະຫຼັບກັນ, ລາວ ບອກກັບຄົນຂອງເຮົາວ່າຂ້າພະເຈົ້າເຄັ່ງຄັດໂພດ, ພວກເຂົາບໍ່ຈໍາເປັນຕ້ອງໄປໂບດແລງວັນ ອາທິດ,ສິ່ງທີ່ພວກເຂົາຕ້ອງການຄືໄປນະມັດສະການຕອນເຊົ້າຈາກນັ້ນກໍກິນເຂົ້າທ່ຽງ,ພວກ ເຂົາບໍ່ຈໍາເປັນຕ້ອງພາຄົນທີ່ບໍ່ເຊື່ອໄປໂບດ, ສິ່ງທີ່ເຂົາຕ້ອງເຮັດກໍຄືມາດ້ວຍຕົນເອງ-ແລະ ຕອນທີ່ສະດວກເທົ່ານັ້ນ, ມັນກໍດີແລ້ວ! ພວກເຂົາເປັນອິດສະຫຼະຈາກນັກເທດເຖົ້າຜູ້ເຄັ່ງຄັດ ຄົນນີ້! ແຕ່ໃນບໍ່ຊ້າພວກເຂົາສ່ວນຫຼາຍກໍອອກໄປຈາກໂບດທີ່ສະຫຼັບກັນນັ້ນ, ຜູ້ຊາຍໜື່ງໃນ ນັ້ນບອກກັບທ້າວພຣຸດໂຮມວ່າ“ຄຣິສຕະຈັກນີ້ເປັນພຽງສະຖານີທາງກັບໄປຫາໂລກ” ນັ້ນ ແລະຄືສີ່ງທີ່ີເກີດຂື້ນຢູ່ໃນ“ການແຕກແຍກຂອງຄຣິສຕະຈັກໂອລີວາສ” ມັນຈະເກີດຂື້ນອີກ ເທື່ອບໍ? ແມ່ນແລ້ວມັນຈະເກີດອີກ-ຖ້າຄວາມກັງວົນຂອງໂລກນີ້,ການລຸມຫລົງໃນຄວາມລໍ່າ ລວຍແລະຕັນຫາໃນສິ່ງຕ່າງໆກໍເຂົ້າມາຮັດພຣະຄໍາທີ່ຢູ່ໃນຊີວິດຂອງທ່ານ! ແມ່ນມັນຈະ ເກີດຂື້ນຕໍ່ຄົນຂອງຄຣິຕະຈັກທີ່ມີພື້ນດິນເປັນຫີນ!

ຕອນນີ້ຈົ່ງຟັງດຣ.ເຈເວີນັນແມັກກີອີກເທື່ອໜື່ງ

ພື້ນດິນສາມຊະນິດນີ້ບໍ່ແມ່ນສັນຍາລັກຂອງຄົນທີ່ເຊື່ອສາມປະເພດ-ພວກ ເຂົາບໍ່ແມ່ນຄົນທີ່ເຊື່ອແຕ່ຢ່າງໃດ! ພວກເຂົາເຄີຍໄດ້ຍິນພຣະຄໍາແລະເຄີຍ ຍອມຮັບວ່າຮັບເອົາມັນ...ອີກຄໍາໜື່ງເຮົາເອີ້ນວ່າພວກເຂົາຍັງບໍ່ລອດເທື່ອ... ມີພຽງໜື່ງໃນສີ່ເທົ່ານັ້ນທີ່ລອດແທ້, ໃນການຮັບໃຊ້ຂອງຂ້າພະເຈົ້າເອງຂ້າ ພະເຈົ້າໄດ້ພົບວ່າມີເປີເຊັນໜ້ອຍກວ່ານັ້ນອີກ (ແມັກກີເຫຼັ້ມດຽວກັນໜ້າ73, 75).

ພວກເຂົາຈະອອກມາແລະບອກທ່ານວ່າເຂົາລອດແລ້ວ, ແຕ່ພວກເຂົາເປັນຄົນທີ່ຍັງບໍ່ລອດ ແຕ່ຢ່າງໃດ! ຂ້າພະເຈົ້າເຫັນດ້ວຍເຕັມທີ່ກັບດຣ.ແມັກກີ, ລາວເວົ້າເລື່ອງຄົນທີ່ຫຼົງຫາຍເຫຼົ່າ ນີ້ວ່າ“ຂ້າພະເຈົ້າຈັດໃຫ້ເຂົາເປັນແບບປະເພດພາກໃຕ້ຄາລິຟໍເນຍ”ຂອງພວກຂ່າວປະເສີດທີ່ຫຼົງຫາຍ(ເຫຼັ້ມດຽວກັນໜ້າ 73), ດຣ.ເດວິດເອັຟແວວໄດ້ເວົ້າວ່າ“ພວກເຂົາເປັນໂຄງ(ຕົວ ຢ່າງ)ຂອງ ‘ຊາວຄຣິສຕຽນ’ທີ່ມີຄຣິສຕະຈັກຂ່າວປະເສີດຫຼາຍແຫ່ງກໍາລັງຂະຫຍາຍຜັນ.. ໜ້ອຍກວ່າໜື່ງໃນສິບມີຄວາມຄິດທີ່ເປັນໝອກໜາສຸດຂອງສິ່ງທີ່ເປັນສາວົກຂອງພຣະຄຣິດ ໃນຮູບແບບພຣະຄໍາພີ”(ແວວເຫຼັ້ມດຽວກັນໜ້າ91),ເອແມນສໍາຫຼັບເລື່ອງນັ້ນ.

IV. ສີ່ ຄົນທີ່ໄດ້ຍີນຂ່າວປະເສີດແລ້ວຮັບເອົາແລະເກີດຜົນເປັນຄົນທີ່ລອດແລ້ວ.

ເບິ່ງຂໍ້ທີ່ 20

“ສ່ວນພືດຊຶ່ງຫວ່ານຕົກໃນດິນດີນັ້ນ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະວັດຈະນນັ້ນ ແລະຮັບໄວ້ ຈຶ່ງເກີດຜົນສາມສິບເທົ່າແດ່ ຫົກສິບເທົ່າແດ່ ຮ້ອຍເທົ່າແດ່” (ມາລະໂກ 4:20)

ຄົນເຫຼົ່ານີ້ແມ່ນໃຜ? ໜ້າຈະງ່າຍທີ່ສຸດທີ່ຈະເອົາຊື່ບາງຄົນໃຫ້ພວກທ່ານ, ນີ້ແມ່ນຄົນທີ່ພວກ ທ່ານຄວນຕິດຕາມ, ຄົນເຫຼົ່ານີ້ແມ່ນຄົນທີ່ພວກທ່ານເອົາເປັນແບບຂອງຊີວິດ,ຄົນເຫຼົ່ານີ້ແມ່ນ ຄົນທີ່ຄືກັບດຣ.ເຄແກນກັບເມຍຂອງລາວ,ດຣ.ແຊນກັບເມຍ,ຄູ່ຜົວເມຍທ້າວກຣິຟຟິດ, ຄູ່ຜົວ ເມຍຂອງຊົງ,ຄູ່ຜົວເມຍຂອງເມນເຊຍ, ນາງຊາລາຊ່າ(ໂດຍສະເພາະແມ່ນນາງ)ຄູ່ຜົວເມຍ ຂອງແຊນເດີ, ຄູ່ຜົວເມຍໂອລີແວັກ, ຄູ່ຜົວເມຍພຣຸດໂຮມ, ຄູ່ຜົວເມຍລີ, ນາງເອລີນາ, ທ້າວຊາບາລາກາ, ເຊີຈີໂອເມໂລ, ເອມີຊາບາລາກາ, ເລຣາເອສໂຄບາ, ຈອນຊາມູເອວ ເຄແກນ - ຄົນແບບນັ້ນ! ຂ້າພະເຈົ້າສາມາດເອີ້ນຊື່ໄດ້ແຕ່ພຽງໜ້ອຍດຽວ! ຈົ່ງຕາມແບບ ຢ່າງຂອງເຂົາເຈົ້າແລະທ່ານຈະບໍ່ໄປໃນທາງຜິດໆ! ເອແມນ! ຮາເລລູຢາ! ສັນເສີນພຣະ ນາມຂອງພຣະເຢຊູ!

ມັນເລີ່ມຕົ້ນໂດຍການເຊື່ອວາງໃຈໃນພຣະເຢຊູ, ມັນເກີດຂື້ນໂດຍການວາງໃຈໃນ ພຣະເຢຊູ, ມັນໄຫຼເຂົ້າສູ່ການເປັນສາວົກໂດຍການວາງໃຈໃນພຣະຄຣິດ, ຄືກັບທີ່ເພງເກົ່າ ຮ້ອງວ່າ“ວາງໃຈພຣະອົງບໍ່ວ່າແມ່ນຫຍັງຈະເກີດຂື້ນ,ຈົ່ງວາງໃຈໃນພຣະເຢຊູເທົ່ານັ້ນ!” ບໍ່ມີ ຈັກຄົນໃນສາມກຸ່ມທີ່ເຄີຍວາງໃຈໃນພຣະເຢຊູ! ພວກເຂົາຍັງສືບຕໍ່ວາງໃຈໃນຕົນເອງ,ນັ້ນ ແລະທີ່ວ່າເປັນຫຍັງພວກເຂົາ“ປ່ອຍ”ແລະອອກໄປຈາກຄຣິສຕະຈັກຂອງເຮົາ, ພວກເຂົາບໍ່ ໄດ້ວາງໃຈໃນພຣະເຢຊູ, ພວກເຂົາວາງໃຈໃນຄວາມຄິດແລະຄວາມຮູ້ສຶກຂອງຕົນເອງ, ຈົ່ງ ຢຸດເຊື່ອໃນຕົນເອງ - ແລ້ວວາງໃຈໃນພຣະເຢຊູ, ວາງໃຈໃນພຣະອົງຕອນນີ້ແລະພຣະອົງ ຈະຊົງລ້າງພວກທ່ານອອກຈາກຄວາມບາບທຸກຢ່າງໂດຍພຣະໂລຫິດອັນປະເສີດຂອງພຣະອົງ!ຈົ່ງວາງໃຈໃນພຣະອົງດຽວນີ້ແລະທັນໃດນັ້ນທ່ານກໍຈະໄດ້ຮັບຊີວິດອັນຕະຫຼອດໄປເປັນ ນິດ! ເອແມນ! ຮາເລລູຢາ! ສັນເສີນພຣະນາມຂອງພຣະເຢຊູ ຂໍເຊີນ ດຣ.ແຊນມາ ຊ່ວຍນໍາພວກເຮົາອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ: ລູກາ 8:11-15.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“If I Gained the World” (by Anna Olander, 1861-1939).

ໂຄງຮ່າງບົດເທດສະໜາ

ຄໍາອຸປະມາເລື່ອງຜູ້ຫວ່ານພືດ

THE PARABLE OF THE SOWER

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

I. ໜື່ງ ຄົນທີ່ໄດ້ຍິນຂ່າວປະເສີດແລະລືມມັນທັນທີກໍເປັນຄົນຫຼົງຫາຍຢູ່.
ມາລະໂກ 4:15,4; ໂຢຮັນ 8:44; ລູກາ 14:23; ເອເສຄຽນ 2:7
2 ເທສະໂລນິກາ 2:11; ໂຢຮັນ 15:16; ມັດທາຍ 22:14.

II. ສອງ ຄົນທີ່ໄດ້ຍີນຂ່າວປະເສີດແລະຮັບເອົາດ້ວຍຄວາມຍິນດີ,ແຕ່ລົ້ມລົງເມື່ອພວກ
ເຂົາຖືກທົດລອງກໍເປັນຄົນທີ່ຫຼົງຫາຍຢູ່. ມາລະໂກ 4:16,17; ໂຄໂລຊາຍ 2:7.

III. ສາມຄົນທີ່ໄດ້ຍີນຂ່າວປະເສີດແຕ່ຖືກບີບໂດຍຄວາມກັງວົນເລື່ອງໂລກນີ້ ແລະ ຄວາມຫລຸມຫຼົງໃນຄວາມລໍ່າລວຍແລະຄວາມໂລບໃນສິ່ງຕ່າງໆກໍເປັນຄົນທີ່
ຫຼົງຫາຍຢູ່. ມາລະໂກ 4:18,19.

IV. ສີ່ ຄົນທີ່ໄດ້ຍີນຂ່າວປະເສີດແລ້ວຮັບເອົາແລະເກີດຜົນເປັນຄົນທີ່ລອດແລ້ວ.
ມາລະໂກ 4:20.