Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການກັບໃຈໃໝ່ຂອງລູເທີ

LUTHER’S CONVERSION
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາເລື່ອງການປະຕິຮູບໃນວັນອາທິດຕອນເຊົ້າ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ 25/10/2015
A sermon preached on Reformation Sunday Morning
at the Baptist Tabernacle of Los Angeles, October 25, 2015

“ດັ່ງທີ່ມີຄໍາຂຽນໄວ້ແລ້ວວ່າຄົນຊອບທໍາຈະມີຊີວິດດໍາລົງຢູ່ໂດຍຄວາມເຊື່ອ” (ໂລມ 1:17)


ບາງຄົນອາດຈະຖາມວ່າເປັນຫຍັງຂ້າພະເຈົ້າຈື່ງກໍາລັງເວົ້າເຖິງມາຕິນລູເທີ(1483-1546),ຂໍເວົ້າຢ່າງຊັດເຈນຕັ້ງແຕ່ຕົ້ນວ່າຂ້າພະເຈົ້າເປັນແບັບຕິດ, ບໍ່ແມ່ນລູເທີແຣນ, ໃນ ເລື່ອງທໍາມະຊາດຂອງຄຣິສຕະຈັກຂ້າພະເຈົ້າເປັນແບັບຕິດ,ບໍ່ແມ່ນລູເທີແຣນ, ໃນເລື່ອງບັບ ຕິດສະມາຂ້າພະເຈົ້າກໍເປັນແບັບຕິດຄົນໜື່ງບໍ່ແມ່ນພວກລູເທີແຣນ, ໃນເລື່ອງກ່ຽວກັບພິທີ ມະຫາສະໜິດຂ້າພະເຈົ້າກໍເປັນແບັບຕິດຄົນໜື່ງບໍ່ແມ່ນລູເທີແຣນ, ປະເດັ່ນເຫຼົ່ານີ້ເປັນສິ່ງທີ່ ສໍາຄັນ-ແລະໃນແຕ່ລະເລື່ອງນັ້ນຂ້າພະເຈົ້າກໍບໍ່ເຫັນດ້ວຍກັບລູເທີແລະຢືນຢັດກັບພວກແບັບ ຕິດ, ແມ່ນຂ້າພະເຈົ້າຊື່ນຊົມຍິນດີກັບຄວາມຈະແຈ້ງຂອງລູເທີຢ່າງເລິກເຊີງ,ການສອນຕາມ ພຣະຄໍາພີໃນເລື່ອງຄວາມຊອບທໍາໂດຍຄວາມເຊື່ອໃນພຣະຄຣິດຜູ້ດຽວ, ຂ້າພະເຈົ້າບໍ່ໄດ້ ກໍາລັງເວົ້າເຖິງພວກລູເທີແຣນສະໄໝໃໝ່, ຂ້າພະເຈົ້າກໍາລັງເວົ້າເຖິງເລື່ອງລູເທີເອງ, ລາວ ເປັນໜື່ງໃນຄຣິສຕຽນຜູ້ຍິ່ງໃຫຍ່ຄົນໜື່ງແຫ່ງຍຸກສະໄໝຕ່າງໆ.

ລູເທີໂດດເດັ່ນໃນປະຫວັດສາດໃນຖານະບຸກຄົນໜື່ງ,ຄົນແຫ່ງຍຸກສະໄໝຂອງລາວ, ບາງເທື່ອກໍຫຍາບຄາຍແລະດື້ດຶງ, ລາວມັກຈະບໍ່ເຫັນສິ່ງຕ່າງໆຢ່າງຈະແຈ້ງສະເໝີ,ລາວຍັງ ຄົງເຊື່ອໃນຫຼັກຄໍາສອນຂອງໂຣມັນຄາທໍລິກໃນເລື່ອງ“ສາສະໜາສາດເຂົ້າມາແທນທີ່”ທີ່ວ່າ ຄຣິສຕະຈັກເຂົ້າມາແທນປະເທດອິດສະຣາເອນຢ່າງສົມບູນແບບ, ຫຼັກຄໍາສອນຂອງຄາທໍ ລິກນີ້ໄດ້ນໍາລາວເປັນເວລາດົນນານຊື່ງເຮັດໃຫ້ເກີດຄໍາເວົ້າທີ່ຕໍ່ຕ້ານພວກຢິວຢ້ານໂຫດຮ້າຍ ແຕ່ຣິຊາດວູມແບຣນຄົນຢິວທີ່ກັບໃຈໃໝ່ແລ້ວຊື່ງກາຍມາເປັນສິດຍາພິບານຂອງພວກລູເທີ ແຣນມີເທື່ອໜື່ງບອກກັບຂ້າພະເຈົ້າແບບງ່າຍໆວ່າ“ຂ້ອຍໃຫ້ອະໄພລາວ”ອາຈານວູມແບຣນຮູ້ດີວ່າລູເທີກໍແມ່ນບຸກຄົນໜື່ງໃນສະໄໝຂອງລາວກໍຄືກັບທີ່ພວກເຮົາທຸກຄົນເປັນໃນສະໄໝນີ້, ຕໍ່ມາປະຫວັດສາດຈະສະແດງໃຫ້ເຫັນວ່າພວກເຮົາກໍມີຫຼາຍຄົນທີ່ບໍ່ສົມບູນແບບໃນປະຈຸ ບັນນີ້-ໂດຍສະເພາະແມ່ນເລື່ອງຄວາມຜິດພາດໃນການທໍາລາຍວິນຍານຂອງ“ລັດທິຕັດສິນ ໃຈນິຍົມ”ຊື່ງເປັນສິ່ງຊົ່ວຮ້າຍຄືກັບກົນອຸບາຍຂອງນິກາຍຄາທໍລິກແຫ່ງຍຸກກາງ.

ເຖິງແມ່ນວ່າຈະມີ“ຈຸດເປື້ອນບອດຕ່າງໆ”ລູເທີກໍມີຂອງປະທານພິເສດຫຼາຍຢ່າງ,ສະເປີໂຈນຄືນັກເທດແບັບຕິດທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການ, ລາວໄດ້ຍົກຍ້ອງລູເທີແລະອ້າງ ອີງເຖິງລາວສະເໝີ(ເບິ່ງບົດເທດສະໜາສອງບົດຂອງສະເປີໂຈນໃນເລື່ອງລູເທີ The Metropolitan Tabernacle Pulpit, volume XXIX, pp. 613-636)ສະເປີໂຈນໄດ້ເວົ້າວ່າ“ຄໍາ ພະຍານໃຫຍ່ຂອງນັກປະຕິຮູບຜູ້ຍິ່ງໃຫຍ່ຂອງເຮົາຄືການຊົງໃຫ້ເປັນຜູ້ຊອບທໍາຂອງຄົນບາບໂດຍຄວາມເຊື່ອໃນພຣະເຢຊູຄຣິດແລະໂດຍພຣະອົງພຽງຜູ້ດຽວ”ມີຫຼາຍເທື່ອທີ່ລູເທີເຫັນຫົວໃຈໃນເລື່ອງຄໍາຖາມກ່ຽວກັບສາສະໜາສາດ - ແລະສະແດງຄວາມຄິດຕ່າງໆຂອງລາວ ອອກມາພ້ອມດ້ວຍຄວາມແປກໃໝ່ອັນໃຫຍ່ຫຼວງແລະມີພະລັງ.

ການຊົງໃຫ້ເປັນຜູ້ຊອບທໍາຄືຈຸດທີ່ສໍາຄັນທີ່ສຸດຂອງຫຼັກຄໍາສອນເລື່ອງຄວາມລອດ ທັງໝົດ, ຖ້າບໍ່ມີການເປັນຜູ້ຊອບທໍາມະນຸດຄົນໜື່ງກໍຈິບຫາຍໃນນາລົກ! ມະນຸດເຮົາສາ ມາດເຮັດຖືກໃນເລື່ອງຄຣິສຕະຈັກ,ຖືກຕ້ອງໃນເລື່ອງບັບຕິດສະມາ,ຖືກໃນເລື່ອງພິທີມະຫາສະໜິດ,ຖືກໃນເລື່ອງອິດສະຣາເອນ - ແລະຍັງໄປນາລົກຢູ່ດີເພາະເຂົາບໍ່ໄດ້ເປັນຜູ້ຊອບທໍາ ໃນອີກດ້ານໜື່ງຜູ້ຊາຍຄືກັບລູເທີເຖິງແມ່ນວ່າຈະຜິດໃນເລື່ອງເຫຼົ່ານັ້ນແລະໃນຈຸດອື່ນໆກໍຍັງສາມາດລອດໄດ້ຖ້າລາວໄດ້ຮັບການເປັນຜູ້ຊອບທໍາໂດຍພຣະຄຣິດ, ນັ້ນແລະທີ່ວ່າເປັນ ຫຍັງສະເປີໂຈນຈື່ງເອີ້ນການຊົງໃຫ້ເປັນຜູ້ຊອບທໍາວ່າ “ມົງກຸດປະດັບແຫ່ງການປະຕິຮູບ”, ເພາະການເຮັດໃຫ້ເປັນຜູ້ຊອບທໍາເປັນຫຼັກຄໍາສອນທີ່ສໍາຄັນທີ່ສຸດ,ລູເທີເອີ້ນການຊົງໃຫ້ເປັນຜູ້ຊອບທໍາໂດຍຄວາມເຊື່ອຢ່າງດຽວວ່າ“ຫຼັກຄໍາສອນຊື່ງເຮັດໃຫ້ຄຣິສຕະຈັກຢືນໝັ້ນຫຼືລົ້ມລົງ” ຖ້າປາສະຈາກການຊົງໃຫ້ເປັນຜູ້ຊອບທໍາກໍບໍ່ມີຜູ້ໃດສາມາດລອດໄດ້ເລີຍ! ໃນການຕິຊົມ ຂອງທຸກຫຼັກຄໍາສອນນີ້ຂ້າພະເຈົ້າຂໍຢືນຢັດກັບນັກປະຕິຮູບຜູ້ຍິ່ງໃຫຍ່ນີ້, ຂ້າພະເຈົ້າຢືນຢັດ ກັບລູເທີໃນເລື່ອງການຊົງໃຫ້ເປັນຜູ້ຊອບທໍາໂດຍຄວາມເຊື່ອໃນພຣະເຢຊູຄຣິດອົງດຽວ! ນັ້ນແລະຄືໃຈຄວາມຫຼັກຂອງລູເທີ - ແລະຂ້າພະເຈົ້າເຫັນດ້ວຍກັບລາວເຕັມທີ່ໃນເລື່ອງນີ້.

“ຄົນຊອບທໍາຈະມີຊີວິດດໍາລົງຢູ່ໂດຍຄວາມເຊື່ອ”(ໂລມ 1:17)

ລູເທີເຂົ້າໃຈຂໍ້ພຣະຄໍາພີຂໍ້ນີ້ໄດ້ແນວໃດ? ສະເປີໂຈນໄດ້ບອກເຮົາເຖິງການກັບໃຈ ໃໝຂອງລູເທີວ່າ:

         ຂ້າພະເຈົ້າຈະຂໍສະຫຼຸບແລະໃຊ້ຮູບພາບອະທິບາຍຄໍາສອນນີ້ໂດຍການເອີຍເຖິງເຫດການຂອງຊີວິດຂອງລູເທີ,ເທິງນັກປະຕິຮູບຜູ້ຍິ່ງໃຫຍ່ຂ່າວປະ ເສີດເບົາບາງຖືກທຸບລົງຂັ້ນຊ້າໆ, ມັນເກີດຂື້ນໃນວິຫານຊື່ງໃນການເປີດ ພຣະຄໍາພີເດີມທີ່ຜູກໂສ້ມັດໃສ່ເສົາ,ລາວກໍມາເຖິງຂໍ້ພຣະຄໍາພີຂໍ້ນີ້ວ່າ-“ຄົນ ຊອບທໍາຈະມີຊີວິດດໍາລົງຢູ່ໂດຍຄວາມເຊື່ອ”ປະໂຫຍກສະຫວັນນີ້ໄດ້ແທງ ລາວ,ແຕ່ມັນກໍຍາກທີ່ີລາວຈະເຂົ້າໃຈທິດທາງຂອງມັນ, ເຖິງຢ່າງໃດກໍຕາມ ລາວກໍບໍ່ສາມາດທີ່ຈະພົບສັນຕິສຸກໃນອາຊີບ ແລະ ໃນການເປັນນັກບວດ ຂອງລາວໄດ້,ການບໍ່ຮູ້ຈັກວ່າອັນໃດດີກວ່າ, ລາວໄດ້ພະຍາຍາມປົງອາບັດ ຫຼາຍເທື່ອແລະບໍາເພັນທຸກວິທີທາງສາສະໜາຢ່າງໜັກຊື່ງບາງເທື່ອລາວກໍ ຖືກພົບວ່າສະລົບຍ້ອນຄວາມໝົດແຮງ, ລາວໄດ້ໄປທີ່ປະຕູຂອງຄວາມ ຕາຍ...ແລະສືບຕໍ່ປົງອາບັດ,ສະແຫວງຄວາມສະຫງົບສຸກແຕ່ກໍບໍ່ພົບ...(ຕໍ່ ມາ)ພຣະເຈົ້າກໍຊ່ວຍຂື້ນຈາກການເຊື່ອໃນເລື່ອງງົມງວາຍແລະລາວເຫັນ ແບບນັ້ນບໍ່ແມ່ນໂດຍພວກບາດຫຼວງ,ຫຼືພວກບວດເປັນນັກບວດ,ຫຼືພວກປົງອາບັດ,ຫຼືໂດຍທຸກວີທີທາງທີ່ລາວເຮັດໄດ້,ເພື່ອໃຫ້ລາວມີຊີວິດຢູ່ແຕ່ເພື່ອ ລາວຈະຕ້ອງມີຊີວິດຢູ່ໂດຍຄວາມເຊື່ອ(ໃນພຣະຄຣິດ),ຂໍ້ພຣະຂອງເຮົາໃນ (ເຊົ້າ)ນີ້ໄດ້ວາງນັກບວດ(ຄາທໍລິກ)ໃນເລື່ອງເສລີພາບແລະວາງວິນຍານ ຂອງລາວເທິງໄຟ.

[“ຄົນຊອບທໍາຈະມີຊີວິດດໍາລົງຢູ່ໂດຍຄວາມເຊື່ອ”(ໂລມ 1:17)]

ສຸດທ້າຍເມື່ອລູເທີເຂົ້າໃຈຂໍ້ພຣະຄໍາພີຂໍ້ນັ້ນລາວກໍໄດ້ວາງໃຈໃນພຣະຄຣິດພຽງຜູ້ດຽວ, ລາວ ຈື່ງຂຽນຈົດໝາຍໄປຫາແມ່ຂອງລາວວ່າ“ຂ້ອຍຮູ້ສຶກວ່າຕົນເອງໄດ້ບັງເກີດໃໝ່ແລະໄດ້ເຂົ້າ ໄປປະຕູທີ່ເປີດຢູ່ສູ່ສະຫວັນ” ສະເປີໂຈນໄດ້ເວົ້າວ່າ:

         ໃນບໍ່ຊ້າທີ່ລາວເຊື່ອເລື່ອງນີ້ລາວກໍເລີ່ມທີ່ຈະມີຄວາມຮູ້ສຶກກະຕືລືລົ້ນ, ຕອນນັ້ນມີບາດຫຼວງຄົນໜື່ງຊື່ເທັດເຊວໄດ້ໄປທົ່ວປະເທດເຢຍລະມັນເພື່ອ ຂາຍບັດແຫ່ງການໃຫ້ອະໄພບາບເພື່ອແລກກັບເງີນສົດ, ບໍ່ວ່າຄວາມຜິດ ຂອງທ່ານຈະເປັນແບບໃດກໍຕາມທັນທີທີ່ເງີນຂອງທ່ານຕົກລົງໄປກ້ອງຕູ້ (ເກັບເງີນ)ບາບຂອງທ່ານກໍຈະໝົດທັນທີ,ລູເທີໄດ້ຍິນເລື່ອງນີ້ກໍບໍພໍໃຈຈື່ງ ອຸທານວ່າ“ຂ້ອຍຈະເຈາະຮູຢູ່ໃນຖັງຂອງລາວ”ຊື່ງແນ່ນອນລາວກໍເຮັດ,ແລະຢູ່ໃນຖັງອື່ນໆອີກຫຼາຍຖັງ,ແລະໃນສິ່ງທີ່ລາວເຮັດລາວຄິດວ່າຈະບໍ່ມີຜູ້ໃດຮູ້ ໃນສິ່ງທີ່ເຂົາເຮັດບໍ ແຕ່ສໍາຫຼັບລູເທີແລ້ວບາບນັ້ນສາມາດໃຫ້ອະໄພໄດ້ໂດຍ ຄວາມເຊື່ອໃນພຣະຄຣິດເທົ່ານັ້ນ,ລູເທີໄດ້ອ້າງເຖິງການໃຫ້ອະໄພບາບໂດຍປາສະຈາກເງີນແລະລາຄາແລະການຕັດສິນໃຈຂອງບາດຫຼວງ,ລູເທີມີຊີວິດຢູ່ໂດຍຄວາມເຊື່ອ ແລະ ເພາະເຫດນີ້ລາວຊື່ງເຄີຍເປັນຄົນງຽບໆກໍໄດ້ປະ ນາມຄວາມຜິດພາດໃນຖານະເປັນໂຕສິງທີ່ຮ້ອງແຜດສຽງໃສ່ເຫຍື່ອຂອງ ມັນ, ຄວາມເຊື່ອທີ່ຢູ່ໃນລາວໄດ້ເຮັດໃຫ້ໃຫ້ລາວມີຊີວິດທີ່ເຈັບປວດ ແລະ ລາວໄດ້ໂດດເຂົ້າສູ່ສົງຄາມກັບສັດຕູ,ຫຼັງຈາກນັ້ນບໍ່ດົນພວກເຂົາຈື່ງຮ້ອງໃຫ້ລາວໄປທີ່ອອສເບີກ,ລາວກໍໄປອອສເບີກເຖິງແມ່ນວ່າໝູ່ຂອງລາວໄດ້ແນະນໍາບໍ່ໃຫ້ລາວໄປກໍຕາມ, ພວກເຂົາຮ້ອງໃສ່ລາວວ່າເປັນພວກນອກຮີດທີ່ ຕອບເອງທີ່ໄດເອັດ(ສະພາອິມພິຣຽວເມືອງວອມ, ແລະທຸກຄົນ(ບອກໃຫ້ ລາວ)ຢູ່ຫ່າງໆ,ເພາະແນ່ນອນວ່າລາວຈະຖືກເຜົາ(ຢູ່ເສົາຫຼັກໄມ້)ແຕ່ລາວຮູ້ ສຶກວ່າມັນຈໍາເປັນທີ່ຄໍາພະຍານຂອງລາວຈະຕ້ອງເວົ້າອອກໄປ, ດັ່ງນັ້ນ ລາວຈື່ງຂີ່ລົດມ້າອອກໄປປະກາດຈາກບ້ານນີ້ສູ່ບ້ານນັ້ນແລະຈາກເມືອງນີ້ສູ່ເມືອງນັ້ນ, ຄົນຈົນໄດ້ອອກມາຈັບມືກັບຄົນທີ່ຢືນຢັດເພື່ອພຣະຄຣິດ ແລະ ຂ່າວປະເສີດກໍເປັນເລື່ອງສ່ຽງຊີວິດຂອງລາວ,ທ່ານຄົງຈື່ໄດ້ຕອນທີ່ລາວຢືນຢັດຢູ່ຕໍ່ໜ້າທີ່ປະຊຸມອອສເບີກ(ທີ່ເມືອງວອມ)ເຖິງແມ່ນລາວຈະຮູ້ດີວ່າພະ ລັງຂອງມະນຸດທີ່ລາວປ້ອງກັນຢູ່ອາດຈະເປັນໄພຕໍ່ລາວຊື່ງລາວອາດຈະຖືກ(ເຜົາຢູ່ເສົາໄມ້)ຄືກັບຈອນຮັສ,ແມ່ນລາວ(ກໍເຮັດໂຕ)ຄືກັບຄົນຂອງພຣະເຈົ້າ ຂອງລາວ,ໃນວັນນັ້ນທີ່ໄດເອັດ(ສະພາ)ລູເທີໄດ້ເຮັດໃນສິ່ງທີ່ແມ່ ແລະ ລູກ ຫຼາຍພັນຄົນໄດ້ຮັບພຣະພອນເພາະຊື່ຂອງລາວແລະຍິ່ງເປັນການຖະວາຍ ຄໍາສັນລະເສີນແດ່ພຣະເຈົ້າຂອງລາວ(C. H. Spurgeon, “A Luther Sermon at the Tabernacle,” The Metropolitan Tabernacle Pulpit, Pilgrim Publications, 1973 reprint, Volume XXIX, pp. 622-623).

“ຄົນຊອບທໍາຈະມີຊີວິດດໍາລົງຢູ່ໂດຍຄວາມເຊື່ອ”(ໂລມ 1:17)

ການປະເຊີນໜ້າກັບລູເທີຄັ້ງທໍາອິດຂອງຂ້າພະເຈົ້າແມ່ນຢູ່ໃນຄຣິສຕະຈັກແບັບຕິດແຫ່ງໜື່ງໃນຕົ້ນປີ 1950, ຄືນວັນອາທິດໜື່ງພວກເຂົາໄດ້ສາຍຮູບເງົາຂາວດໍາກ່ຽວກັບລາວ ລາວເບິ່ງຄືວ່າເປັນຄົນແປກປະຫຼາດຈາກອະດີດທີຜ່ານມາຊື່ງບໍ່ມີຫຍັງເປັນຕາສົນໃຈສໍາຫຼັບຂ້າພະເຈົ້າເລີຍ,ໃນໜັງເບິ່ງຄືວ່າໜ້າເບື່ອແລະຍາວ, ຂ້າພະເຈົ້າສົງໄສວ່າເປັນຫຍັງອາຈານ ດຣ.ວໍເຕີເອເພັກຈື່ງເປີດມັນເບີ່ງ, ປະຈຸບັນນີ້ຂ້າພະເຈົ້າຄວນຈະຕື່ມເລື່ອງເຂົ້າໄປເພາະຂ້າ ພະເຈົ້າມີມຸຸມມອງທີ່ແຕກຕ່າງໃນໜັງທີ່ຍິ່ງໃຫຍ່ນີ້,ຂ້າພະເຈົ້າຢາກຈະເບິ່ງມັນຕອນນີ້! ກົດທີ່ ນີ່ເພື່ອເບີ່ງສາກໜື່ງຂອງໜັງເລື່ອງນີ້.

ການປະເຊີນໜ້າກັບລູເທີເທື່ອທີ່ສອງຂອງຂ້າພະເຈົ້າເກີດຂື້ນຫຼັງຈາກທີ່ຂ້າພະເຈົ້າ ໄດ້ກັບໃຈໃໝ່ແລ້ວ,ຂ້າພະເຈົ້າໄດ້ອ່ານກ່ຽວກັບປະສົບການການກັບໃຈຂອງຈອນເວສລີຊື່ງ ເວສລີໄດ້ເວົ້າວ່າ:

ໃນຕອນແລງມື້ໜື່ງຂ້າພະເຈົ້າໄດ້ຍ່າງໄປທີ່ຖະໜົນອັລເດີສເກດແບບບໍ່ຕັ້ງ ໃຈ,ບ່ອນທີ່ມີຄົນໜື່ງກໍາລັງອ່ານໜັງສືເລື່ອງ Luther’s preface to the Epistle to the Romans,ປະມານເກົ້າໂມງຫຍັງສິບຫ້າໃນເວລາທີ່ລາວກໍາລັງອະທິບາຍ ເຖິງການປ່ຽນແປງຊື່ງພຣະເຈົ້າໄດ້ທໍາງານໃນໃຈຂອງລາວຜ່ານທາງຄວາມເຊື່ອໃນພຣະຄຣິດ, ຂ້າພະເຈົ້າກໍຮູ້ສຶກວ່າໃຈຂອງຕົນອຸນຂື້ນມາ,ຂ້າພະເຈົ້າ ຮູ້ສຶກວ່າຕົນໄດ້ວາງໃຈໃນພຣະຄຣິດ,ພຣະຄຣິດຜູ້ດຽວສໍາຫຼັບຄວາມລອດ ແລະ ຄວາມໝັ້ນໃຈກໍຖືກປະທານໃຫ້ກັບຂ້ອຍ,ຊື່ງພຣະອົງໄດ້ຊົງຍົກເອົາ ຄວາມບາບຂອງຂ້ອຍໄປແລ້ວແລະໄດ້ຊ່ວຍຂ້ອຍໃຫ້ພົ້ນຈາກກົດຂອງບາບແລະຄວາມຕາຍ(John Wesley, The Works of John Wesley, third edition, Baker Book House, 1979 reprint, volume I, p. 103) .

ເລື່ອງນີ້ໄດ້ສ້າງຄວາມປະທັບໃຈໃຫ້ກັບຂ້າພະເຈົ້າເພາະຂ້າພະເຈົ້າຮູ້ດີວ່າເວສລີໄດ້ກ້າວມາ ເປັນໜື່ງໃນນັກເທດທີ່ມີພະລັງທີ່ສຸດໃນຊ່ວງການຟື້ນຕື່ນຂື້ນຄັ້ງທີ່ໜື່ງ, ເວສລີໄດ້ກັບໃຈໃໝ່ ໃນຕອນທີ່ຟັງຄໍາເວົ້າຂອງລູເທີເລື່ອງການເປັນຜູ້ຊອບທໍາໂດຍຄວາມເຊື່ອໃນພຣະຄຣິດ.

ຕໍ່ມາຂ້າພະເຈົ້າກໍໄດ້ຮຽນຮູ້ອີກວ່າຈອນບັນຢັນບັນພະບຸລຸດແບັບຕິດຂອງເຮົາກໍໄດ້ ອ່ານເລື່ອງລູເທີຕອນທີ່ລາວໄດ້ກັບໃຈໃໝ່“ການຂະຫຍາຍການສຶກສາພຣະຄໍາພີຂອງລາວ ພ້ອມດ້ວຍການຂຽນເລື່ອງມາຕິນລູເທີ” (Pilgrim's Progress, Thomas Nelson, 1999 reprint, publisher's introduction, p. xii),ບັນຢັນສືບຕໍ່ກາຍເປັນນັກຂຽນແບັບຕິດທີ່ຖືກອ່ານຢ່າງ ກວ້າງຂວາງທີ່ສຸດທຸກຍຸກສະໄໝ!

ຈອນເວສລີນິກາຍເມໂຕດິສໄດ້ກັບໃຈໃໝ່ໂດຍການຟັງຄໍາເວົ້າຂອງລູເທີ, ຈອນບັນ ຢັນຜູ້ເປັນແບັບຕິດໄດ້ຮັບການຊ່ວຍຈາກບັນຫາມາກັບໃຈໃໝ່ໂດຍການອ່ານໃນສິ່ງທີ່ລູເທີ ຂຽນ, ຂ້າພະເຈົ້າຄິດວ່າມັນຈະຕ້ອງມີສິ່ງທີ່ດີຫຼາຍຢ່າງໃນໂຕຂອງລູເທີຫຼັງຈາກນັ້ນແນ່ນອນ ຂ້າພະເຈົ້າໄດ້ຄົ້ນພົບວ່າໜັງສືໂລມຄືຫົວໃຈຂອງບົດເທດສະໜາຂອງລູເທີ,ລູເທີໄດ້ເວົ້າວ່າ:

ຈົດໝາຍເຫຼັ້ມນີ້ແມ່ນສ່ວນຫຼັກຂອງພັນທະສັນຍາໃໝ່ແລະເປັນຂ່າວປະເສີດທີ່ບໍລິສຸດທີ່ສຸດແລະມັນບໍ່ໄດ້ມີຄ່າສະເພາະທີ່ວ່າຄຣິສຕຽນທຸກຄົນຄວນຮູ້ຈັກແຕ່ລະຄໍາໂດຍຫົວໃຈເທົ່ານັ້ນແຕ່ອາໄສຢູ່ກັບມັນທຸກໆມື້ເປັນຄືກັບອາຫານປະຈໍາວັນຂອງຈິດວິນຍານ,ມັນບໍ່ສາມາດທີ່ຈະອ່ານແລະແລະພິຈາລະນາ ຫຼາຍເກີນໄປແລະຍິ່ງມີການຈັດການຫຼາຍມັນກໍຈະມີຄ່າຫຼາຍຂື້ນ ແລະ ມີລົດຊາດທີ່ດີຂື້ນ.

ເປັນຫຍັງຂ້າພະເຈົ້າຈື່ງຄິດວ່າລູເທີສໍາຄັນຫຼາຍທຸກມື້ນີ້? ຫຼັກໆກໍເພາະວ່າລາວໄດ້ ພາພວກເຮົາຍ້ອນກັບໄປໃນໜັງສືໂລມ ແລະ ໄດ້ຊີ້ໃຫ້ພວກເຮົາເຫັນຊັດເຈນວ່າໜັງສືໂລມ “ແມ່ນສ່ວນຫຼັກຂອງພັນທະສັນຍາໃໝ່ແລະເປັນຂ່າວປະເສີດທີ່ບໍລິສຸດທີ່ສຸດ” ນັ້ນແລະຄືສິ່ງ ທີ່ພວກເຮົາຕ້ອງຟັງອີກເທື່ອໜື່ງໃນວັນຊົ່ວຮ້າຍຂອງ“ລັດທິຕັດສິນໃຈນິຍົມ” ເໜືອກວ່າສິ່ງ ອື່ນໃດພວກເຮົາຕ້ອງກັບໄປເບິ່ງໜັງສືໂລມ! ພວກຄາທໍລິກໃນສະໄໝຂອງລູເທີໄດ້ລືມໃຈ ກາງຂໍ້ຄວາມຂອງໜັງສືໂລມໄປແລ້ວ, “ພວກນັກຕັດສິນໃຈນິຍົມ”ໃນສະໄໝຂອງເຮົາກໍພາ ກັນເຮັດແບບດຽວກັນ,ພວກເຂົາອາດຈະອ່ານໜັງສືໂລມແຕ່ພວກເຂົາບໍ່ໄດ້ປະໂຫຍດຫຍັງ ຈາກມັນເລີຍ, ນັ້ນແລະທີ່ວ່າເປັນຫຍັງ“ລັດທິຕັດສິນໃຈນິຍົມ”ໃນຫຼາຍຮູບແບບຄ້າຍຄືກັບ ນິກາຍຄາທໍລິກ, ພວກຄາທໍລິກໄດ້ເວົ້າວ່າ “ຈົ່ງເຮັດແບບນີ້ແລະມີຊີວິດຢູ່” “ພວກຕັດສິນໃຈ ນິຍົມ”ເວົ້າວ່າ “ຈົ່ງເຮັດແບບນີ້ແລະມີຊີວິດຢູ່”ແຕ່ໜັງສືໂລມ 1:17 ໄດ້ກ່າວວ່າ:

“ຄົນຊອບທໍາຈະມີຊີວິດດໍາລົງຢູ່ໂດຍຄວາມເຊື່ອ”(ໂລມ 1:17)

ຈົ່ງສັງເກດເບິ່ງໂລມ 3:20

“ເພາະສະນັ້ນຈຶ່ງບໍ່ມີເນື້ອໜັງຄົນໜຶ່ງຄົນໃດເປັນຜູ້ຊອບທຳໃນສາຍພຣະ ເນດຂອງພຣະເຈົ້າໄດ້ໂດຍການປະພຶດຕາມພຣະລາຊະບັນຍັັດ ເພາະວ່າໂດຍພຣະລາຊະບັນຍັັດນັ້ນເຮົາຈຶ່ງຮູ້ຈັກບາບໄດ້”(ໂລມ 3:20)

ລູເທີໄດ້ເວົ້າວ່າທ່ານຕ້ອງບໍ່ຄິດວ່າບັນຍັດສອນວ່າຈົ່ງເຮັດຫຼືຢ່າເຮັດ,ກົດຂອງມະນຸດ ເປັນແບບນັ້ນ, ກົດຂອງມະນຸດຕື່ມເຕັມດ້ວຍການເຮັດດີ,ເຖິງແມ່ນວ່າໃຈຂອງທ່ານອາດຈະ ບໍ່ເຫັນດ້ວຍກັບມັນກໍຕາມ,ແຕ່ພຣະເຈົ້າຊົງຕັດສິນໂດຍສິ່ງທີ່ຢູ່ໃນພື້ນໃຈຂອງທ່ານ ແລະ ດ້ວຍເຫດນີ້ພຣະບັນຍັດຂອງພຣະເຈົ້າຈື່ງຮຽກຮ້ອງຈາກສ່ວນເລິກຂອງໃຈມະນຸດແລະບໍ່ສາ ມາດພໍໃຈໂດຍການເຮັດດີໄດ້ແຕ່ກ່າວໂທດວຽກທີ່ໄດ້ເຮັດໄປແລ້ວນອກເໜືອຈາກພື້ນຂອງ ຫົວໃຈທີ່ເປັນພຽງຄວາມໜ້າຊື່ໃຈຄົດແລະຂີ້ຕົວະ, ນັ້ນແລະທີ່ວ່າເປັນຫຍັງມະນຸດທຸກຄົນຈື່ງ ຖືກເອີ້ນວ່າຄົນຂີ້ຕົວະໃນເພງສັນລະເສີນ 116:11 ເພາະບໍ່ມີໃຜສາມາດຮັກສາບັນຍັດຂອງ ພຣະເຈົ້າຈາກພື້ນໃຈຂອງຕົນໄດ້,ເພາະວ່າທຸກຄົນບໍ່ມັກໃນສິ່ງທີ່ດີແລະມີຄວາມພໍໃຈໃນສີ່ງທີ່ຊົ່ວ, ຖ້າບໍ່ມີຄວາມພໍໃຈໃນສິ່ງທີ່ດີສ່ວນເລິກສຸດຂອງໃຈຂອງທ່ານກໍບໍ່ຕ້ອງການທີ່ຈະເຮັດດີ ອັນໃດ, ມັນບໍ່ມັກບັນຍັດຂອງພຣະເຈົ້າແລະກະບົດຕໍ່ມັນ, ຈາກນັ້ນກໍແນ່ນອນວ່າມີບາບ, ພຣະພິໂລດຂອງພຣະເຈົ້າກໍສົມຄວນແລ້ວເຖິງແມ່ນວ່າພາຍນອກທ່ານເບິ່ງຄືວ່າມີເຮັດດີ ຫຼາຍຢ່າງກໍຕາມ,ທ່ານຖືກກ່າວໂທດໂດຍບັນຍັດຂອງພຣະເຈົ້າແລ້ວເພາະພາຍໃນໃຈຂອງ ທ່ານກະບົດຕໍ່ບັນຍັດຂອງພຣະອົງ.

ແຕ່ບັນຍັດຂອງພຣະເຈົ້າບໍ່ໄດ້ໃຫ້ເພື່ອເຮັດໃຫ້ທ່ານຊອບທໍາຫຼືຊ່ວຍທ່ານໃຫ້ພົ້ນ,ຈົ່ງອ່ານໜັງສືໂລມ 3:20 ອີກເທື່ອໜື່ງດັງໆ.

“ເພາະສະນັ້ນຈຶ່ງບໍ່ມີເນື້ອໜັງຄົນໜຶ່ງຄົນໃດເປັນຜູ້ຊອບທຳໃນສາຍພຣະເນດຂອງພຣະເຈົ້າໄດ້ໂດຍການປະພຶດຕາມພຣະລາຊະບັນຍັັດ ເພາະວ່າໂດຍພຣະລາຊະບັນຍັັດນັ້ນເຮົາຈຶ່ງຮູ້ຈັກບາບໄດ້”(ໂລມ 3:20)

ທ່ານສາມາດລອງເປັນຄົນດີເທົ່າທີ່ຈະເປັນໄປໄດ້, ແຕ່ພຣະເຈົ້າບໍ່ໄດ້ແນມເບິ່ງທີ່ພາຍນອກ, ພຣະອົງຊົງແນມເບິ່ງທີ່ໃຈ, ແລະໃນນັ້ນພຣະອົງຊົງເຫັນງູຫາງກະດິງແລະແມງມຸມມີຜິດ, ແລະຊົງເຫັນການກະບົດແລະຄວາມບາບ.

“ເພາະສະນັ້ນຈຶ່ງບໍ່ມີເນື້ອໜັງຄົນໜຶ່ງຄົນໃດເປັນຜູ້ຊອບທຳໃນສາຍພຣະເນດ ຂອງພຣະເຈົ້າໄດ້...”(ໂລມ 3:20)

ຍິ່ງທ່ານພະຍາຍາມເຊື່ອຟັງບັນຍັດເພື່ອທີ່ຈະລອດກໍຍິ່ງຈະເຮັດໃຫ້ທ່ານຊົ່ວຮ້າຍລົງເທົ່ານັ້ນ, ນີ້ແມ່ນເລື່ອງຈິງໃນປະສົບການການກັບໃຈໃໝ່ຂອງລູເທີເຊັ່ນດຽວກັບທີ່ເກີດຂື້ນ ກັບການກັບໃຈໃໝ່ຂອງເວສລີ,ບັນຢັນໃນຂະນະທີ່ພວກເຂົາໝົດຫວັງທີ່ຈະເປັນຄົນຊອບທໍາໂດຍ“ການເປັນຄົນດີ” ແຕ່ບັນຍັດມັນໄປໄກກວ່ານັ້ນມັນຄົ້ນເບິ່ງໃຈຂອງທ່ານເພື່ອທີ່ຈະ ເຫັນຄວາມຈິງທີ່ເປັນຕາຢ້ານວ່າທ່ານມີບາບຢູ່ໃນໃຈແລະໃນຄວາມຄິດທີ່ຕໍ່ສູ້ພຣະເຈົ້າຜູ້ບໍລິສຸດຢູ່, ໃຫ້ສັງເກດເບິ່ງປະໂຫຍກສຸດທ້າຍຂອງໂລມ 3:20:

ເພາະວ່າໂດຍພຣະລາຊະບັນຍັັດນັ້ນເຮົາຈຶ່ງຮູ້ຈັກບາບໄດ້”(ໂລມ 3:20)

ທ່ານຈະຕ້ອງ“ເບື່ອໜ່າຍ”ໂຕທ່ານເອງ - ໃຈທີ່ບາບຂອງທ່ານ!

ແຕ່ພຣະເຈົ້າໄດ້ຊົງປະທານການຢຽວຢາຈິດໃຈທີ່ພະຍາຍາມທີ່ຈະລອດ,ຍິ່ງເຂົາມີ ບັນຫາທີ່ຈະເອົາຊະນະຄວາມບາບຂອງເຂົາເຂົາກໍຍິ່ງຖືກດຶງເຂົ້າມາສູ່ບາບເລິກເທົ່ານັ້ນ,ມັນບໍ່ໍ່ແມ່ນສະຖານະການທີ່ທ່ານເຄີຍເປັນບໍ? ຍິ່ງທ່ານພະຍາຍາມຢ່າງໜັກທີ່ຈະບໍ່ເຮັດບາບ ພາຍໃນທ່ານກໍກາຍມາເປັນຄົນບາບທີ່ຮ້າຍສຸດ - ຍູ້ການຢຽວຢາຮັກສາບາບທີ່ອັດສະຈັນ ຂອງພຣະຄຣິດອອກໄປແລະພະຍາຍາມທີ່ຈະສ້າງຄວາມດີຂອງທ່ານຂື້ນເອງໂດຍ“ການອຸຸ ທິດ”ຊີວິດຂອງທ່ານ“ໄປຂ້າງໜ້າ”ໂດຍການເວົ້າ “ຄໍາອະທິຖານຂອງຄົນບາບ”ຮຽນຮູ້ເພີ່ມ ເຕີມກ່ຽວກັບຄວາມລອດແລະກິດຈະກໍາອື່ນໆຂອງບັນຍັດ, ແຕ່ບໍ່ມີອັນໃດທີ່ທ່ານໄດ້ຮຽນຮູ້ຫຼື ເວົ້າຫຼືເຮັດຫຼືຮູ້ສຶກສາມາດໃຫ້ທ່ານມີສັນຕິສຸກກັບພຣະເຈົ້າໄດ້ຜູ້ຊື່ງຊົງຮູ້ຈັກໃຈບາບ ແລະ ຄວາມຄິດຂອງທ່ານ.

ສິ່ງທີ່ພຣະບັນຍັດບໍ່ສາມາດເຮັດເພື່ອທ່ານ,ພຣະຄຸນຜ່ານທາງ“ຄວາມເຊື່ອໃນ”ພຣະໂລຫິດຂອງພຣະຄຣິດສາມາດເຮັດເພື່ອທ່ານໄດ້, ມີພຽງໃນພຣະໂລຫິດຂອງພຣະຄຣິດເທົ່າ ນັ້ນທີ່ທ່ານສາມາດພົບການຊົງໄຖ່ຈາກຄວາມບາບ ແລະ ລຶບລ້າງພຣະອາຊະຍາຂອງພຣະ ເຈົ້າໄດ້. ພຣະອົງຊົງຕາຍໃນບ່ອນຂອງທ່ານເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ ແລະ ພຣະໂລຫິດຂອງພຣະອົງສາມາດຊໍາລະລ້າງທ່ານອອກຈາກຄວາມບາບທຸກຢ່າງໄດ້! ພຣະ ເຢຊູຄຣິດຊົງຈ່າຍລາຄາເຕັມສໍາຫຼັບຄວາມບາບຂອງທຸກຄົນໃນທ່ານຢູ່ເທິງໄມ້ກາງແຂນ.

ແລ້ວແມ່ນຫຍັງລະຄືສິ່ງທີ່ເຫຼືອທີ່ທ່ານຕ້ອງເຮັດ?ຄໍາຕອບຢູ່ໃນໂລມ 3:26:

“ພຣະອົງ(ພຣະເຈົ້າ)ຊົງເປັນຜູ້ຊອບທຳ ແລະຊົງໂຜດໃຫ້ຜູ້ທີ່ເຊື່ອໃນພຣະເຢຊູເປັນຜູ້ຊອບທຳດ້ວຍ” (ໂລມ 3:26)

ການເຊື່ອໃນພຣະເຢຊູ,ນັ້ນແລະຄືຄໍາຕອບທັງໝົດທີ່ເປັນບັນຫາຂອງຄົນບາບ, ການພະຍາ ຍາມທີ່ຈະມີຊີວິດທີ່ດີຂື້ນໂດຍການຮັກສາ“ບັນຍັດ”ແລະ“ການຕັດສິນໃຈ”ຕ່າງໆ,ຈົ່ງຖີ້ມການ ທໍາດີແລະ“ການຕັດສິນໃຈຕ່າງໆ”ແລະຈິດຕະວິທະຍາວິເຄາະເອງ, ແລະຈົ່ງຖີ້ມການອວດ ອ້າງເໜືອຄົນອື່ນຂອງທ່ານ, ທ່ານບໍ່ສາມາດລອດໃນທາງນັ້ນໄດ້.

“(ພຣະເຈົ້າ) ຊົງໂຜດໃຫ້ຜູ້ທີ່ເຊື່ອໃນພຣະເຢຊູເປັນຜູ້ຊອບທຳດ້ວຍ” (ໂລມ 3:26)

ຈົ່ງມີຄວາມເຊື່ອໃນພຣະໂລຫິດຂອງພຣະຄຣິດ,ທີ່ຫຼັ່ງລົງມາເທິງໄມ້ກາງແຂນເພື່ອ ທ່ານ,ດຽວນີ້ຈົ່ງປ່ຽນແປງເຂົ້າສູ່ສະຫວັນ, ບ່ອນທີ່ເນື້ອໜັງ,ຄວາມບາບທຸກຢ່າງຖືກຊໍາລະ ແລ້ວ, ຈົ່ງມີຄວາມເຊື່ອໃນພຣະໂລຫິດນັ້ນຄືໂລຫິດຂອງພຣະຄຣິດແລະທ່ານກໍຈະລອດໄດ້! ຂໍເຊີນດຣ.ແຊນມາຊ່ວຍນໍາພວກເຮົາອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ: ໂລມ 3:20-26.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“For All My Sin” (by Norman Clayton, 1943).