Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຫດຜົນເລື່ອງໄຟ

LOGIC ON FIRE!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 11/10/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, October 11, 2015

“ຄົນເຫລົ່ານີ້ຄືຄົົນທີ່ມາຈາກຄວາມທຸກເວດທະນາຄັ້ງໃຫຍ່ ພວກເຂົາໄດ້ຊຳລະລ້າງເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ” (ພະນິມິດ 7:14)


ດຣ.ດັບໂບຢູເອຄຣິສແວວຄືສິດຍາພິບານຜູ້ຍິ່ງໃຫຍ່ແລະມີອໍານາດແຫ່ງຄຣິສຕະ ຈັກເຟີສແບັບຕິດເມືອງດາລັສເທັກຊັສ, ລາວໄດ້ເທດສະໜາຢູ່ບ່ອນນັ້ນເປັນເວລາເກືອບຫົກ ສິບປີ, ໃນຕອນອາຍຸແປດສິບຫົວໜ້າຜູ້ຫົວຫງອກຂອງສະຫະພັນແບັບຕິດໃຕ້ໄດ້ທໍານາຍ ເຖິງຊະຕາກໍາຂອງປະເທດອາເມລິກາແລະຕາເວັນຕົກ,ດຣ.ຄຣິສແວວໄດ້ກ່າວວ່າ:

ພວກເຮົາໄດ້ໜີຈາກເລື່ອງສິນລະທໍາຢ່າງສົມບູນ... ລັດຖະບານແລະນັກ ການເມືອງບໍ່ເອົາຜິດຂາດຕະກອນ, ຄົນຂີ້ຕົວະກັບໂຈນຖືວ່າເປັນການຖືກ ຕ້ອງ...ພວກຜູ້ຊ່ຽວຊານ(ໃນວິທະຍາໄລຕ່າງໆຂອງເຮົາ)ຖືວ່າການຮັກຮ່ວມເພດເປັນການສະແດງອອກຂອງອິດສະພາບສ່ວນບຸກຄົນ, ນັກເທດຢູ່ເທິງ ທໍາມາດຫຼາຍຄົນຈົນນັບບໍ່ໄດ້ກ່າວຫາ (ຕໍ່ສູ້)ພຣະຄໍາຂອງພຣະເຈົ້າໃນຮູບ ແບບຂອງອິດສະພາບດ້ານວິຊາການ, ພວກເຮົາເຮັດແບບນັ້ນຢູ່ໃນມະຫາວິ ທະຍາໄລແລະໂຮງຮຽນສາສະໜາສາດ(ແບັບຕິດໃຕ້)ຂອງເຮົາເອງ, ສິ່ງ ສົກກະປົກ, ຄວາມຮຸນແຮງແລະການບໍ່ມີສິນລະທໍາແມ່ນເປັນທີ່ຍອມຮັບຢູ່ ໃນເພງ,ເລື່ອງຕະຫຼົກ,ວິທະຍຸແລະໂທລະພາບ, ລຸ້ນນີ້ກັບລຸ້ນທີ່ຈະມາຈະ ຈົ່ມລົງໃນຄວາມສຸກສໍາລານກັບວັດຖຸສິ່ງຂອງແລະການສະແຫວງຫາຄວາມມ່ວນຊື່ນ...ໂລກ(ຕາເວັນຕົກ)ທັງໝົດກໍາລັງຈະກັບກາຍບໍ່ແມ່ນຄຣິສຕຽນ ໃນຊ່ວງ 125,000 ມື້(W A. Criswell, Ph.D., Great Doctrines of the Bible, volume 8, Zondervan Publishing House, 1989, pp. 148, 147).

ນັບຕັ້ງແຕ່ທີ່ດຣ.ຄຣິສແວວໄດ້ເວົ້າເລື່ອງທີ່ໜ້າເສົ້າທີ່ວ່າມີລາຍງານວ່າພວກແບັບ ຕິດໃຕ້ກໍາລັງຕາຍ, ຈໍານວນຂອງພວກເຂົາຫຼຸດລົງທຸກປີ, ປີກາຍປີດຽວມີພວກແບັບຕິດໃຕ້ ອອກໄປຈາກໂບດເຂົາປະມານ 200,000 ຄົນໂດຍທີ່ບໍ່ກັບມາອີກເລີຍ, ທຸກປີມີຄຣິສຕະ ຈັກແບັບຕິດໃຕ້ປິດໂບດໃນປະເທດນີ້ປະເທດດຽວກວ່າ 1,000 ແຫ່ງ, ປີກາຍນີ້ພວກແບັບ ຕິດໃຕ້ຕ້ອງເອີ້ນມິດຊັນນາລີຂອງພວກເຂົາທີ່ຮັບໃຊ້ຢູ່ຕ່າງປະເທດທົ່ວໂລກກັບມາ 800 ຄົນ, ຈໍານວນເງີນຖະວາຍເພື່ອງານມິດຊັນໄດ້ຕົກລົງມາຕໍ່າສຸດຈົນພວກເຂົາບໍ່ສາມາດສະ ໜັບສະໜູນພວກເຂົາອີກຕໍ່ໄປ, ແລະພວກຄຣິສຕະຈັກແບັບຕິດອິດສະຫຼະຂອງເຮົາກໍບໍ່ໄດ້ ດີໄປກວ່າເຂົາ, ມີສິດຍາພິບານຄົນໜື່ງຂອງພວກທີ່ປະຊຸມຂອງພຣະເຈົ້າບອກຂ້າພະເຈົ້າວ່າ ນິກາຍຂອງພວກເຂົາກໍກໍາລັງເປັນຄືກັນ, ແລະເປັນຮ້າຍກວ່ານິກາຍອື່ນທັງໝົດ, ຂ້າພະເຈົ້າ ມີໜັງສືໃນມືຢູ່ສອງເຫຼັ້ມທີ່ບອກເຖິງເລື່ອງນີ້,ເຫຼັ້ມໜື່ງເອີ້ນວ່າຂ່າວປະເສີດອັນຍິ່ງໃຫຍ່ຊ່ວງ ເສດຖະກິດຕົກຕໍ່າ: 6 ປັດໄຈທີ່ຈະເຮັດໃຫ້ຄຣິສຕະຈັກຊາວອາເມລິກາລົ້ມ (John S. Dickerson, Baker Books, 2013) ເຫຼັ້ມທີ່ສອງຊື່ວ່າ ວິກິດການຂ່າວປະເສີດທີ່ກໍາລັງມາ (John H. Armstrong, general editor, Moody Press, 1996).ທຸກເຫຼັ້ມທີ່ຂ້າພະເຈົ້າອ່ານແລະ ທຸກບົດຄວາມທີ່ເຫັນຕ່າງກໍຊີ້ໄປທີ່ຄວາມຈິງທີ່ວ່າຄຣິສຕະຈັກຂ່າວປະເສີດທັງຫຼາຍຂອງເຮົາກໍາລັງມີບັນຫາທີ່ເລິກ, ພວກຄົນໜຸ່ມທີ່ເຕີບໃຫຍ່ຢູ່ໃນໂບດກໍາລັງພາກັນອອກໄປແລະຄຣິສ ຕະຈັກຫຼາຍບ່ອນບໍ່ສາມາດຊະນະວິນຍານຂອງຄົນໜຸ່ມອອກຈາກໂລກໄດ້, ຈອນດິກເກີສັນ ເວົ້າວ່າ“ພວກເຮົາກໍາລັງລົ້ມເຫຼວທີ່ຈະສ້າງສາວົກໃໝ່, ພວກສາວົກທີ່ພວກເຮົາມີຢູ່ບໍ່ໄດ້ຜະ ລິດຜົນອອກອີກໃນການດໍາລົງຊີວິດຂອງພວກເຂົາຫຼືປ່ຽນແປງທາງດ້ານການຄິດຂອງເຂົາ” (ເຫຼັ້ມດຽວກັນໜ້າ 107,108),ແຕ່ຫຼັງຈາກນັ້ນລາວກໍແນະນໍາສິ່ງຕ່າງໆທີ່ຈະແກ້ໄຂບັນຫານີ້ ຂ້າພະເຈົ້າໄດ້ພະຍາຍາມທຸກວິທີທາງແລະກໍຮູ້ດີວ່າມັນບໍ່ໄດ້ຜົນ ເປັນຫຍັງຮູ້ບໍ? ເພາະມັນບໍ່ ໄດ້ເຂົ້າເຖິງຮາກຂອງບັນຫານັ້ນແທ້.

ຈົ່ງເອົາຂ້າພະເຈົ້າເປັນຕົວຢ່າງ, ໃນຂະນະເປັນໄວ້ລຸ້ນຂ້າພະເຈົ້າເປັນໝາກໄມ້ສຸກ ພ້ອມທີ່ຈະປິດເອົາ, ຂ້າພະເຈົ້າຢາກຈະຢູ່ໃນໂບດ, ຂ້າພະເຈົ້າມາຈາກຄອບຄົວທີ່ແຕກແຍກ ຂ້າພະເຈົ້າບໍ່ໄດ້ອາໄສຢູ່ກັບພໍ່ແມ່ຂອງຕົນ, ຂ້າພະເຈົ້າຢາກຈະເປັນສ່ວນໜື່ງຂອງໂບດແທ້ ແຕ່ຄຣິສຕະຈັກຄົນຂາວຢູ່ໃນເມືອງຮັນຕິງຕັນພາກຄາລິຟໍເນຍບໍ່ຍອມຮັບຂ້າພະເຈົ້າ, ເປັນ ຫຍັງຮູ້ບໍ? ມີເຫດຜົນຫຼາຍຢ່າງ - ການນະມັດສະການຕ້ອງການທີ່ຈະເຮັດໃຫ້ພວກຜູ້ຍິງໄວ ກາງຄົນທີ່ຢູ່ຝ່າຍເນື້ອໜັງພໍໃຈ,ບໍ່ແມ່ນພວກໄວລຸ້ນທີ່ຫຼົງຫາຍຢູ່, ຜູ້ຄົນຢູ່ໃນໂບດບໍ່ໄດ້ສົນໃຈ ຂ້າພະເຈົ້າເລີຍ,ແມ່ນແຕ່ສິດຍາພິບານກໍບໍ່ສົນໃຈຫຍັງ, ຕອນນັ້ນຂ້າພະເຈົ້າເປັນພຽງໄວລຸ້ນ ບໍ່ມີເງີນເລີຍທີ່ມາຈາກບ້ານທີ່ສະພາບແວດລ້ອມບໍ່ດີ, ຕໍ່ມາກໍມີຄໍາເທດສະໜາ, ຂ້າພະເຈົ້າ ມີສິດຍາພິບານສາມຄົນຕອນທີ່ຢູ່ຫັ້ນ, ຂ້າພະເຈົ້າພະຍາຍາມຢ່າງໜັກເພື່ອຈະຟັງພວກເຂົາ ແຕ່ສໍາຫຼັບຊີວິດຂອງຂ້າພະເຈົ້າຂ້າພະເຈົ້າບໍ່ສາມາດຈື່ໄດ້ຫຍັງຈັກຢ່າງເລີຍໃນຄໍາເທດສະ ໜາຂອງພວກເຂົາ! ບໍ່ຈື່ຈັກຢ່າງຈາກນັກເທດສອງຄົນທໍາອິດ, ແລະບໍ່ມີອັນໃດສໍາຄັນເລີຍທີ່ ມາຈາກຄົນສຸດທ້າຍ, ບົດເທດຂອງເຂົາເຈົ້າຄືວ່າບໍ່ເວົ້າເຖິງຂ້າພະເຈົ້າເລີຍ, ພວກມັນບໍ່ໄດ້ ດົນໃຈຂ້າພະເຈົ້າເລີຍ, ພວກມັນບໍ່ໄດ້ທ້າທາຍຂ້າພະເຈົ້າເລີຍ, ພວກມັນບໍ່ໄດ້ເຮັດໃຫ້ຂ້າ ພະເຈົ້າສໍານຶກເລື່ອງຄວາມບາບຂອງຂ້າພະເຈົ້າໄດ້ເລີຍ.

ນັ້ນແລະຄືບ່ອນທີ່ຮາກຂອງບັນຫາຂອງເຮົາວາງຢູ່-ໃນຄໍາເທດສະໜາ! ນອກຈາກ ວ່າຄໍາເທດສະໜາຂອງເຮົາຈະປ່ຽນມັນກໍບໍ່ມີຄວາມຫວັງ-ບໍ່ມີອີກເລີຍ-ສໍາຫຼັບຄຣິສຕະຈັກ ທັງຫຼາຍຂອງເຮົາ! ຂ້າພະເຈົ້າຫາກໍອ່ານບົດຄວາມໜື່ງໃນເດືອນກຸມພາປີ 2014 ພິມໂດຍ ວາລະສານແບນເນີອັອຟທຣູດທີ່ຂຽນໂດຍຈອນເອັມເມີເຣ, ລາວເວົ້າເຖິງເຈັດປະເດັ່ນໃນ ເລື່ອງ“ສະພາບການຈາກທີ່ພວກເຮົາຕ້ອງການການຊ່ວຍໃຫ້ພົ້ນ” ຂ້າພະເຈົ້າເຫັນດ້ວຍໝົດ ກັບທຸກປະເດັ່ນທີ່ລາວເວົ້າເຖິງແຕ່ບໍ່ເຫັນດ້ວຍກັບລໍາດັບທີ່ລາວຈັດມາ, ລາວເວົ້າເຖິງ“ຄໍາ ເທດສະໜາທີ່ມີພະລັງ”ເປັນອັນດັບທີ່ເຈັດທີ່ຕ້ອງປ່ຽນແປງ, ຂ້າພະເຈົ້າບໍ່ເຫັນດ້ວຍ, ຂ້າພະ ເຈົ້າຄິດວ່າມັນເປັນອັນດັບທີ່ໜື່ງ, ລາວເວົ້າວ່າພວກເຮົາຕ້ອງການທີ່ຈະຮັບການຊ່ວຍໃຫ້ພົ້ນ ຈາກ“ການຂາດການເທດສະໜາທີ່ມີພະລັງ” ລາວເວົ້າວ່າ“ຄໍາເທດສະໜາບໍ່ໄດ້ຮັບຄວາມນິ ຍົມແລ້ວໃນປະຈຸບັນນີ້” ເປັນຫຍັງລະ? ກໍເພາະວ່າມັນໜ້າເບື່ອ, ມັນເປັນເລື່ອງທໍາມະດາໆ ລາວບອກວ່າ “ມີຄວາມຂາດແຄນໃນເລື່ອງການໄດ້ຍິນພຣະຄໍາຂອງພຣະເຈົ້າ” ເປັນຫຍັງ ຈື່ງມີຄວາມຂາດແຄນໃນເລື່ອງການໄດ້ຍິນ? ກໍເພາະຄໍາເທດສະໜາມັນໜ້າເບື່ອ, ມັນທໍາ ມະດາໂພດ, ແຕ່ເປັນຫຍັງຄໍາເທດສະໜາຂອງປະຈຸບັນນີ້ຈື່ງໜ້າເບື່ອລະ?ມັນມີຫຼາຍສາ ເຫດ.

ປະການທີ່ໜື່ງນັກເທດສ່ວນຫຼາຍບໍ່ໄດ້ຖືກເອີ້ນໃຫ້“ມາເທດສະໜາ” ພວກເຮົາບໍ່ເວົ້າ ແມ່ນແຕ່ວ່າຖືກ“ເອີ້ນໃຫ້ເທດ”ອີກຕໍ່ໄປ, ແລະນັກເທດຫຼາຍຄົນຍັງບໍ່ໄດ້ຮັບຄວາມລອດຊໍ້າ ແລະຄົນທີ່ໄດ້ຮັບຄວາມລອດແລ້ວປົກກະຕິກໍບໍ່ຖືກເອີ້ນໃຫ້ເທດ, ພວກເຂົາບໍ່ມີພາລະໃຈ,ບໍ່ ມີຄວາມຢ້ານ,ບໍ່ມີການເຈີມ,ບໍ່ມີຄວາມສົງສານຄົນທີ່ຫຼົງຫາຍ, ພວກເຂົາສ່ວນຫຼາຍບໍ່ຮູ້ແມ່ນ ກະທັ່ງວ່າອັນໃດຄືການສອນແລະການເທດສະໜາ! ດຣ.ທິໂມທີລິນເປັນສິດຍາພິບານຂອງ ຂ້າພຣະເຈົ້າເປັນເວລາຫຼາຍປີ, ລາວເວົ້າວ່າພວກສາສະດາຈານໂຮງຮຽນພຣະຄໍາພີໄດ້ເຮັດ ເລື່ອງນີ້ໃຫ້ເປັນຂໍ້ສັງເກດວ່າ “ການສອນກັບການເທດສະໜາຄວາມຈິງແລ້ວແມ່ນຄືກັນ” ດຣ.ລິນໄດ້ເວົ້າວ່າ “ໃນຖານະເປັນສາສະດາຈານໂຮງຮຽນພຣະຄໍາພີຄົນໜື່ງ,ເຂົາບໍ່ສາມາດ ເວົ້າແມ່ນແຕ່ຄວາມແຕກຕ່າງລະຫວ່າງການສອນແລະການເທດສະໜາໄດ້,ແລ້ວພວກນັກ ຮຽນຂອງເຂົາຈະສາມາດເທດໄດ້ບໍ? ຄໍາຕອບທີ່ຊັດເຈນກໍຄື ‘ບໍ’” (The Secret of Church Growth, p. 20).

ຈົ່ງຟັງຈອນແມັກອາເທີ, ລາວກໍາລັງເທດສະໜາບໍ? ຈົ່ງຟັງຈອນໄພເປີ, ລາວກໍາ ລັງເທດສະໜາບໍ? ຈົ່ງຟັງເດວິດເຢເຣໄມອາ ຫຼື ພອລແຊບໂພ ຫຼືບິວໄຮເບີສ໌ ຫຼືຣິກວໍເຣັນ ຫຼືຊາລຊ໌ສະແຕນລີ, ພວກເຂົາເທດສະໜາບໍ? ພວກເຂົາຮູ້ຫຼືບໍວ່າການເທດສະໜາຄືຫຍັງ? ບາງຄົນໃນພວກເຂົາເປັນຄົນດີ, ແມ່ນແລ້ວພວກເຂົາເປັນຄົນດີແຕ່ຂ້າພະເຈົ້າບໍ່ຄິດວ່າພວກ ເຂົາຮູ້ວ່າການເທດສະໜາແທ້ແມ່ນຫຍັງ, ດຣ.ມາຕິນລອຍໂຈນໄດ້ເວົ້າວ່າ“ການເທດສະໜາ ແມ່ນຫຍັງ? ເຫດຜົນເລື່ອງໄຟ! ການເທດສະໜາຄືສາສະໜາສາດທີ່ເຂົ້າມາຜ່ານຊາຍຄົນ ໜື່ງຊື່ງມີໄຟ” (Preaching and Preachers, p. 97)ພວກຜູ້ຊາຍທີ່ຂ້າພະເຈົ້າເວົ້າເຖິງມີໄຟບໍ? ພວກເຂົາເຄີຍໄດ້ຍິນນັກເທດນັກເທດຄົນໃດທີ່ມີໄຟບໍ? ຄົນທີ່ເປັນແບບນັ້ນເທິງວິທະຍຸຄືຄົນ ທີ່ໄດ້ຕາຍໄປເປັນເວລາ 30 ປີມາແລ້ວ! ແມ່ນໃຜທີ່ເທດຄືກັບໂອລີເວີບີກຣີນໃນປະຈຸບັນ ນີ້? ແມ່ນແລ້ວ“ການເທດສະໜາຄືສາສະໜາສາດທີ່ເຂົ້າມາຜ່ານຊາຍຄົນໜື່ງຊື່ງມີໄຟ”-ຄົນ ທີ່ເປັນຄືກັບລູເທີ,ຄົນທີ່ເປັນຄືກັບວິດຟິວ,ຄົນທີ່ຄືກັບຮາວເວວແຮຣິສ,ຄືກັບແດນຽນໂຣແລນ, ຄືກັບດັບໂບຢູພີນິໂຄສັນ,ຄືກັບດຣ.ຈອນຊວງ,ຄືກັບສະເປີໂຈນ,ຄືກັບແມັກຄີນ, ຄືກັບຈອນ ເຊັນນິກ ຫຼືຈອນນັອກຊ໌.

ໃນວາລະສານ Banner of Truth ກໍມີບົດຄວາມໜື່ງເລື່ອງຈອນນັອກຊ໌(ໜ້າ 29,30) ບົດຄວາມໄດ້ເວົ້າວ່ານັອກຊ໌ເທດສະໜາ“ດ້ວຍລິດເດດ” “ບົດເທດສະໜາຖືກສົ່ງໄປພ້ອມ ດ້ວຍພະລັງແຫ່ງສາຍຟ້າຟາດຈາກສະຫວັນ” ບົດຄວາມໄດ້ສະຫຼຸບໂດຍເວົ້າວ່າ “ຖ້າຄຣິສ ຕະຈັກຢາກເຫັນການປະຕິຮູບໃນວັນເຫຼົ່ານີ້ກໍຈະຕ້ອງເປັນນັກເທດລຸ້ນໃໝ່ທີ່ມີໄຟ... ຄືກັບ ນັອກຊ໌ໃນສະໄໝເກົ່າ, ຈະຕ້ອງປະກາດຄໍາແນະນໍາເຕັມຮູບແບບຂອງພຣະເຈົ້າ(ບໍ່ວ່າຈະ ເປັນແນວກໍຕາມ)ໂດ່ງດັງຫຼືບໍໂດຍບໍ່ມີການປາກພໍ່າຫຼືເວົ້າກະຕຸກກະຕັກ”ສະເປີໂຈນໄດ້ເວົ້າວ່າ “ຂ່າວປະເສີດຂອງຈອນນັອກຊ໌ແມ່ນຂ່າວປະເສີດຂອງຂ້ອຍທີ່ຊື່ງຜ່າຜ່ານປະເທດສະ ກັອດແລນຈະຕ້ອງຜ່າຜ່ານປະເທດອັງກິດອີກເທື່ອໜື່ງ” (Autobiography, vol. 1, p. 162).

ຈົ່ງໜີຈາກຜູ້ຊາຍເຫຼົ່ານີ້ທີ່ເຮັດໃຫ້ພວກເຮົາຫລັບດ້ວຍຄໍາອ່ອນຫວານ ແລະ ການ ຂາດແຄນການແຕະຕ້ອງໃຈຂອງເຂົາ! ເຂົາເຮັດໃຫ້ເຮົາເບື່ອໜ່າຍ! ເບື່ອໜ່າຍຈົນຕາຍ! ບໍ່ສົງໄສເລີຍທີ່ຄົນໜຸ່ມຂອງພວກເຮົາບໍ່ມັກຟັງເຂົາ! “ການເທດສະໜາແມ່ນສາສະໜາທີ່ ຜ່ານຜູ້ຊາຍຄົນໜື່ງຊື່ງມີໄຟ” ແມ່ນໃຜທີ່ເຂົາຢ້ານ? ຈົ່ງຄິດຕອນນີ້ເລີຍ! ພວກເຂົາຈະຕ້ອງ ຢ້ານໃຜຈັກຄົນລະ! ແມ່ນໃຜລະ? ຂ້າພະເຈົ້າຈະບອກພວກທ່ານວ່ານັກເທດສະໄໝພວກນີ້ ຢ້ານໃຜ, ພວກເຂົາຢ້ານຜູ້ຍິງໄວ້ກາງຄົນທີ່ຢູ່ຝ່າຍເນື້ອໜັງທີ່ເປັນຜູ້ນໍາພາໃນຄຣິສຕະຈັກ, ພວກເຂົານໍາແບບໃດລະ? “ຖ້າເຈົ້າເທດແບບນັ້ນພວກເຮົາຈະບໍ່ກັບມາໂບດອີກ” ຂ້າພະ ເຈົ້າຮູ້ດີວ່າມັນໄດ້ຜົນ! ພວກເຂົາເຄີຍລອງເຮັດຢູ່ນີ້ແລ້ວ! ຂ້າພະເຈົ້າຈື່ງສືບຕໍ່ເທດແບບທີ່ ຕົນເອງເຄີຍເທດຕະຫຼອດ - ຈົນຂ້າພະເຈົ້າທົນກວ່າເຂົາ! ຈອນນັອກຊ໌ບໍໄດ້ຢ້ານມາຣີຜູ້ກະ ຫາຍເລືອດ - ແລະພວກເຮົາຈະຕ້ອງບໍ່ຢ້ານຜູ້ຍິງເນື້ອໜັງທີ່ຫຼີ້ນອໍແກນ ຫຼືຜູ້ຍິງເນື້ອໜັງທີ່ດູ ແລໂຮງຮຽນວັນອາທິດ! ຂ້າພະເຈົ້າຄິດວ່າພວກເຮົາຄວນເທດອອກມາ - ແລະຫຼັງຈາກນັ້ນ ຄົນໜຸ່ມກໍຈະເຂົ້າມາ! ແບບນັ້ນຈະບໍ່ໜ້າເບື່ອ! ແບບນັ້ນຈື່ງຈະເຮັດໃຫ້ຄົນໜຸ່ມຕັ້ງໃຈຟັງ! ແລະສຸດທ້າຍພວກເຮົາກໍມີກຸ່ມຄົນໜຸ່ມທີ່ມີໄຟເພື່ອພຣະເຈົ້າ - ຄືກັບທີ່ພວກເຮົາມີຢູ່ໃນເຊົ້າ ວັນອາທິດນີ້! ຈົ່ງຢຸດຢ້ານແລະຈົ່ງເທດສະໜາແບບທີ່ຈອນນັອກຊ໌ເທດ!

ການເທດສະໜາບໍ່ແມ່ນພຽງແຕ່ການໃຫ້ຂໍ້ມູນ! ຈົ່ງໜີໄປຈາກພວກທີ່ເອີ້ນວ່າ“ການ ເທດສະໜາແບບອະທິບາຍ”ຂອງປະຈຸບັນນີ້, ຈົ່ງໜີໄປຈາກເຂົາ! ດຣ.ລອຍໂຈນເທດແຕ່ ໜື່ງຂໍ້ຫຼືສອງຂໍ້ເທົ່ານັ້ນຄືກັບພວກພິວຣິທັນເຮັດ, ລາວໄດ້ເວົ້າວ່າ“ນັກເທດບໍ່ແມ່ນຢູ່ໃນທໍາ ມາດພຽງເພື່ອໃຫ້ຄວາມຮູ້ແລະຂໍ້ມູນແກ່ຜູ້ຄົນເທົ່ານັ້ນ, ແຕ່ລາວຢູ່ເພື່ອດົນບັນດານໃຈເຂົາ, ເພື່ອເວົ້າໃຫ້ເຂົາຕື່ນເຕັ້ນ,ເພື່ອເຮັດໃຫ້ເຂົາມີຊີວິດຊີວາຂຶ້ນແລະສົ່ງມັນໄປເພື່ອພຣະກຽດໃນພຣະວິນຍານ” (The Puritans, p. 316).

“ການເທດສະໜາ”ເວົ້າວ່າ“ດອກເຕີ” “ແມ່ນອອກແບບມາເພື່ອເຮັດບາງສິ່ງບາງ ຢ່າງຕໍ່ຜູ້ຄົນ”(Lloyd-Jones, Preaching and Preachers, p. 85) ຄໍາເທດສະໜາຄວນເຮັດ ຫຍັງແດ່ຕໍ່ຜູ້ຄົນ? ປະການທີ່ໜື່ງຄວນຈະເຮັດໃຫ້ເຂົາໃຈຮ້າຍຫຼືຢ້ານຢ່າງໃດຢ່າງໜື່ງ! ໃຈ ຮ້າຍເພາະເຮົາກໍາລັງບອກເຂົາວ່າວ່າເຂົາສົກກະປົກ,ໃຈກະບົດ! ໃຈຮ້າຍເພາະເຮົາກໍາລັງ ບອກເຂົາວ່າພວກເຂົາບໍ່ໄດ້ສະຫຼາດຫຼາຍແລະບໍ່ໄດ້ພໍໃຈຕົນເອງຄືກັບທີ່ເຂົາຄິດວ່າເຂົາເປັນແບບນັ້ນ, ພວກເຂົາເປັນຄົນບໍ່ເຊື່ອເພາະເຂົາສະຫຼາດບໍ? ບໍ່ມີຈັກຄົນທີ່ສະຫຼາດຄືກັບ ດຣ. ແຊນ, ບໍ່ມີຈັກຄົນທີ່ສະຫຼາດຄືກັບດຣ.ເຄແກນ, ແລະບໍ່ມີຈັກຄົນທີ່ສະຫຼາດຄືກັບຂ້າພະເຈົ້າ ໃນທາງຂອງຂ້າພະເຈົ້າເອງຂ້າພະເຈົ້າຮູ້ຈັກມັນດີ,ນັ້ນແລະເປັນເຫດຜົນທີ່ຂ້າພະເຈົ້າບໍ່ຢ້ານ ເຂົາ,ຣອນເຣແກນໄປອອກລາຍການໂທລະພາບອາທິດແລ້ວນີ້ແລ້ວເວົ້າວ່າ “ຂ້ອຍຄືຣອນ ເຣແກນ,ຂ້ອຍເປັນທີ່ບໍ່ເຊື່ອພຣະເຈົ້າທີ່ມີອາຍຸຍືນ, ແລະຂ້ອຍກໍບໍ່ຢ້ານທີ່ຈະຖືກເຜົາຢູ່ໃນນາ ລົກ” ນັກເຕັ້ນບັນເລຜູ້ໜ້າສົມເພດຄິດວ່າຕົນສະຫຼາດກວ່າພໍ່ຂອງຕົນປະທານາທິບໍດີເຣ ແກນບໍ?, ລາວຈະບໍ່ມີມື້ໄດ້ຖືທຽນຂອງພໍ່ຂອງລາວຈັກເທື່ອ,ລາວສາມາດຕິດນິ້ວມືຂອງລາວ ໃສ່ຕາພໍ່ທີ່ຕາຍໄປແລ້ວໄດ້ແຕ່ລາວຈະບໍ່ມີວັນໄດ້ເປັນນັກຂຽນ,ນັກເວົ້າສາທາລະນະ,ຜູ້ນໍາ ຂອງໂລກເສລີ,ປະທານາທິບໍດີທີ່ຍິ່ງໃຫຍ່ທີ່ສຸດໃນເຄິ່ງສະຕະວັດທີ່ 20 ຄືກັບທີ່ພໍ່ຂອງລາວ ເປັນໄດ້! ລາວຈະບໍ່ມີມື້ກ້າວຂື້ນຢູ່ເໜືອນັກເຕັ້ນບັນເລຄົນອື່ນ(ສິ່ງທີ່ລາວເປັນ)ໄດ້,ເປັນພຽງ ແຕ່ນັກເຕັ້ນບັນເລທີ່ສາມາດຫາເງີນໄດ້ພຽງເພາະຊື່ຂອງພໍ່ຂອງລາວທີ່ຕາຍໄປເທົ່ານັ້ນເອງ! ບໍ່ພວກເຂົາບໍ່ແມ່ນຄົນບໍ່ເຊື່ອເພາະເຂົາເປັນຄົນທີ່ສະຫຼາດ,ພວກເຂົາເປັນຄົນບໍ່ເຊື່ອເພາະເຂົາບໍ່ເຊີນກັບຄວາມຈິງທີ່ວ່າພວກເຂົາມີໃຈຊົ່ວຂອງຄວາມບໍ່ເຊື່ອ,ໃຈປີ້ນກັບກະບົດຕໍ່ພຣະເຈົ້າຜູ້ທີ່ສ້າງເຂົາມາ “ຢ່າບອກວ່າພວກທ່ານຈະເຮັດໃຫ້ເຂົາຢ້ານຈົນໜີ”ຂ້າພະເຈົ້າອາດຈະໃຫ້ ເຂົາຄົນໜື່ງຢ້ານຈົນອອກໄປ,ແຕ່ມັນຈະຫລອນສອງ - ດັ່ງນັ້ນພວກເຮົາຈະອອກໄປຂ້າງ ໜ້າອັນໜື່ງ, ຖ້າຂ້າພະເຈົ້າບໍ່ເທດສະໜາແບບນີ້ຈະບໍ່ມີໃຜໄດ້ຮັບຄວາມລອດເລີຍ,ໃນບົດ ເທດຂອງຂ້າພະເຈົ້າໆຈະຕ້ອງບອກພວກທ່ານວ່າໃຈຂອງທ່ານມັນເປື້ອນ,ບໍ່ສະອາດ,ແປກ ປະຫຼາດແລະກະບົດ, ແມ່ນແລ້ວຂ້າພະເຈົ້າຈະຕ້ອງບອກທ່ານວ່າພຣະເຢຊູຄຣິດຕັດວ່າ ທ່ານຈະຕົກນາລົກເພາະບາບຂອງທ່ານ, ຣອນເຣແກນບໍ່ຢ້ານຕົກນາລົກເພາະລາວເປັນຄົນ ໂງ່ທີ່ຄິດວ່າຕົນເອງສະຫຼາດກວ່າພຣະເຢຊູຄຣິດເຈົ້າແລະປະທານາທິບໍດີແຫ່ງສະຫະລັດອາເມລິກາ,ທ່ານບໍ່ສາມາດຊ່ວຍຄົນໂງ່ຄືກັບລາວໄດ້ “ຄົນໂງ່ເວົ້າໃນໃຈຂອງຕົນວ່າບໍ່ມີພຣະ ເຈົ້າ”(ເພງສັນລະເສີນ 14:1)ລາວເຖົ້າຫຼາຍກວ່າທີ່ຈະເປັນນັກເຕັ້ນບັນເລອີກຕໍ່ໄປ,ລາວພຽງ ແຕ່ສາມາດຫາເງີນໄດ້ໂດຍການດູຖູກຄວາມເຊື່ອພໍ່ຂອງຕົນ, ຊ່າງເປັນຄົນຊັ້ນຕໍ່າແທ້! ລາວ ເລີ່ມທີ່ຈະເປັນຄືກັບຜູ້ຍິງເຖົ້າຝ່າຍເນື້ອໜັງຊັ້ນຕໍ່າ.

ນາລົກກໍາລັງລໍຖ້າຄົນພວກນັ້ນຊື່ງໃຈເຂົາແມ່ນການກະບົກຕໍ່ສູ້ພຣະເຈົ້າ! ພຣະເຢຊູ ຄຣິດເຈົ້າໄດ້ຕັດວ່າ:

“ຈົ່ງມັດມືມັດຕີນຄົນນີ້ເອົາໄປຖິ້ມເສຍທີ່ມືດພາຍນອກ ບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບຂ້ຽວຫຍ້ຳແຂ້ວ ເພາະຜູ້ທີ່ໄດ້ຮັບເຊີນກໍຫລາຍ ແຕ່ຜູ້ທີ່ຊົງເລືອກກໍນ້ອຍ” (ມັດທາຍ 22:13,14)

ແມ່ນແລ້ວໄຟນາລົກກໍາລັງລໍຖ້າຄົນເຫຼົ່ານັ້ນທີ່ກະບົດຫຼາຍໂພດທີ່ຈະວາງໃຈໃນພຣະເຢຊູ ຄຣິດເຈົ້າ!

ແຕ່“(ພຣະເຈົ້າ)ບໍ່ຊົງປະສົງທີ່ຈະໃຫ້ຄົນໃດຄົນໜື່ງພິນາດເລີຍ” (2 ເປໂຕ 3:9).ນັ້ນ ແລະຄືເຫດຜົນທີ່ພຣະອົງສົ່ງພຣະບຸດອົງດຽວຂອງພຣະອົງທີ່ເກີດມາເພື່ອຕາຍໃນບ່ອນຂອງຄົນບາບທັງຫຼາຍໃນຖານະເປັນຜູ້ແທນ,ຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າສໍາຫຼັບຄວາມຜິດບາບຂອງເຮົາ.

ແລະນັ້ນໄດ້ພາເຮົາຍ້ອນກັບມາຫາຕອນສຸດທ້າຍຂອງຂໍ້ພຣະຄໍາພີຂອງເຮົາ, ອັກ ຄະສາວົກໂຢຮັນຖືກມອບນິມິດເລື່ອງສະຫວັນໃຫ້, ແລະລາວໄດ້ເຫັນ“ຄົນຈໍານວນຫຼາຍ ຖ້າ ຜູ້ໃດຈະນັບປະມານບໍ່ໄດ້ເລີຍ ມາຈາກທຸກຊາດ ທຸກຕະກູນ ປະຊາກອນແລະທຸກພາສາ (ຊື່ງ)ຢືນຢູ່ຕໍ່ໜ້າພຣະທີ່ນັ່ງແລະຕໍ່ພຣະພັກພຣະເມສານ້ອຍ... ຄົນເຫຼົ່ານີ້ຄືຄົນທີ່ມາຈາກ ຄວາມທຸກເວດທະນາໃຫຍ່ ພວກເຂົາໄດ້ຊໍາລະເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະ ເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ”(ພະນິມິດ 7:9,14), ຄົນເຫຼົ່ານັ້ນທີ່ຢູ່ໃນສະຫວັນ ໄດ້ຮັບການຊໍາລະໃຫ້ສະອາດແລ້ວໂດຍພຣະໂລຫິດຂອງພຣະເຢຊູເພາະ“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາທັງຫຼາຍໃຫ້ປາສະຈາກບາບທັງສີ້ນ“ (1 ໂຢຮັນ 1:7), ດຣ.ແອນດຣູເມີເຣ(1828-1917)ໄດ້ເວົ້າວ່າ:

ຂ້າພະເຈົ້າສາມາດປະເຊີນກັບຄວາມຕາຍດ້ວຍຄວາມໝັ້ນໃຈ- ຂ້າພະເຈົ້າ ມີສິດໄປສະຫວັນ... ເຂົາເຫຼົ່ານັ້ນແມ່ນໃຜທີ່ຈະພົບສະຖານທີ່ຕໍ່ໜ້າບັນລັງ ຂອງພຣະເຈົ້າ? “ພວກເຂົາໄດ້ຊໍາລະເສື້ອຜ້າຂອງເຂົາໃນພຣະໂລຫິດຂອງ ພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ”... ຢ່າຍອມຮັບຕົນເອງໂດຍ ຫວັງເລື່ອງສະຫວັນຖ້າທ່ານຍັງບໍ່ໄດ້ຮັບການຊໍາລະໂດຍພຣະໂລຫິດອັນ ປະເສີດ, ຈົ່ງຢ່າກ້າທີ່ຈະປະເຊີນກັບຄວາມຕາຍໂດຍບໍ່ຮູ້ວ່າພຣະເຢຊູເອງ ຊົງຊໍາລະທ່ານໃຫ້ສະອາດໂດຍພຣະໂລຫິດຂອງພຣະອົງ(Andrew Murray, D.D., The Power of the Blood of Jesus, CLC Publications, 2003 edition, p. 221).

ຂ້າພະເຈົ້າຂໍທ້າທາຍພວກທ່ານໃນເຊົ້ານີ້ໃຫ້ວາງໃຈໃນພຣະເຢຊູ,ໃນວິນາທີທີ່ທ່ານໄດ້ວາງ ໃຈໃນພຣະອົງພຽງຜູ້ດຽວທ່ານກໍຈະຖືກຊໍາລະລ້າງໂດຍພຣະໂລຫິດອັນບໍລິສຸດຂອງພຣະອົງ ນັ້ນແລະຄືຕອນທີ່ທ່ານກາຍເປັນຜູ້ຊາຍແທ້! ນັ້ນແລະຄືຕອນທີ່ທ່ານໄດ້ກາຍເປັນທະຫານ ແຫ່ງໄມ້ກາງແຂນ!

ຈົ່ງຟັງຄໍາເວົ້າຂອງຄົນທີ່ຫາກໍກັບໃຈໃໝ່ໃນຄຣິສຕະຈັກຂອງເຮົາ, ຄົນພວກນີ້ເປັນ ພວກຄົນໜຸ່ມທີ່ຢູ່ທີ່ນີ້ໃນເຊົ້ານີ້, ຍິງສາວຄົນໜື່ງໄດ້ເວົ້າຄໍາພະຍານນີ້ວ່າ:

“ດຣ.ໄຮເມີຖາມຂ້ອຍວ່າ “ເຈົ້າຈະວາງໃຈໃນພຣະເຢຊູບໍ! ຈົ່ງຄຸເຂົ່າແລະ ວາງໃຈໃນພຣະອົງ” ຂ້ອຍກໍເຮັດຕາມ,ຂ້ອຍໄດ້ວາງໃຈໃນພຣະອົງ,ຂ້ອຍ ໄດ້ຖີ້ມຕົນເອງລົງເທິງພຣະເຢຊູ, ພຣະເຢຊູຊົງຮັກຂ້ອຍ! ພຣະເຢຊູຊົງຮັກ ຂ້ອຍ! ບໍ່ມີຄໍາຖາມອີກແລະບໍ່ຈໍາເປັນທີ່ຈະຮູ້ສຶກໝັ້ນໃຈວ່າພຣະເຢຊູຊົງຮັກ ຂ້ອຍ ພຣະອົງຊົງຫຼັ່ງເລືອດແລະຕາຍເທິງໄມ້ກາງແຂນເພື່ອຂ້ອຍ,ເພື່ອ ຈ່າຍການລົງໂທດສໍາຫຼັບບາບຂອງຂ້ອຍ...ຄວາມຮັກອັນອັດສະຈັນ! ຂ້ອຍ ຂອບຄຸນພຣະເຈົ້າທີ່ຊົງຊັກນໍາຂ້ອຍໃຫ້ມາຫາພຣະບຸດທີ່ຮັກຂອງພຣະອົງ, ຂ້ອຍຮັກພຣະເຢຊູເພາະພຣະອົງຊົງຮັກຂ້ອຍກ່ອນ.

ນີ້ແມ່ນອີກຄົນໜື່ງຈາກເດັກວິທະຍາໄລ

ຕອນເຊົ້າທີ່ຂ້ອຍໄດ້ຮັບຄວາມລອດ,ດຣ.ໄຮເມີໄດ້ເທດເລື່ອງວ່າຊາຕານໄດ້ເຮັດໃຫ້ຄົນທີ່ບໍ່ມີພຣະຄຣິດຕາບອດແນວໃດແດ່,ລາວເວົ້າໜື່ງໃນຫົນທາງທີ່ຊາຕານເຮັດນັ້ນກໍຄືໂດຍການເຮັດວຽກໃນຄວາມຄິດຂອງຄົນທີ່ບໍ່ເຊື່ອແລະ ເຮັດໃຫ້ເຂົາຄິດວ່າເຂົາຈະຕ້ອງມີຄວາມຮູ້ສຶກຂອງຄວາມໝັ້ນໃຈເພື່ອທີ່ເຂົາຈະມີບາງສີ່ງບາງຢ່າງທີ່ຈະເວົ້າກັບຜູ້ໃຫ້ຄໍາແນະນໍາໄດ້, ຂ້ອຍຄິດກັບຕົນ ເອງວ່າ “ອັນນັ້ນແມ່ນຂ້ອຍ! ນັ້ນແລະຄືສິ່ງທີ່ຂ້ອຍເຄີຍຄິດ”...ຂ້ອຍເຄີຍໄປ ໃນວົງກົມແລະບໍ່ເຄີຍແນມເບິ່ງພຣະຄຣິດຈັກເທື່ອເລີຍ, ຊີວິດກໍາລັງລໍຖ້າ ຂອ້ຍຢູ່ ແລະ ຂ້ອຍກໍຍັງປະຕິເສດທີ່ຈະສ່ຽງຊີວິດຂອງຕົນເທິງພຣະອົງ... ຂ້ອຍຈະປະຕິເສດແບບດູຖູກພຣະອົງອີກໄດ້ແນວໃດ? ຂ້ອຍຈະຖືບາບ ຂອງຕົນໄວ້ແລະບໍ່ແນມເບິ່ງພຣະອົງໄດ້ແນວໃດ? ຜູ້ຊົງຮັກວິນຍານຂອງ ຂ້ອຍ, ຄວາມເສື່ອມຊາມຊື່ງຂ້ອຍຈໍາເປັນຕ້ອງໃຫ້ພຣະອົງເພື່ອຍົກເອົານໍ້າ ໜັກຂອງບາບອອກໄປຈາກຂ້ອຍ, ໃຈຂອງຂ້ອຍມືດມົນພຽງໃດເມື່ອປຽບ ທຽບກັບຄວາມບໍລິສຸດຂອງພຣະເຢຊູແລະຄວາມຊອບທໍາຂອງພຣະອົງ... ຂ້ອຍບໍ່ໄດ້ລໍຖ້າຟັງສຽງຕົວະຂອງຊາຕານ,ຂ້ອຍຮູ້ດີວ່າຂ້ອຍຕ້ອງການພຣະເຢຊູຂ້ອຍຈະຕ້ອງບໍ່ຖ້າ! ການລໍຖ້າຄືການຢູ່ໃນຄວາມເປັນທາດ,ຍັງຄົງເປັນ ທາດຂອງຊາຕານ, ຂ້ອຍຈະຕ້ອງໄປຫາພຣະເຢຊູເພື່ອຊໍາລະຈາກຄວາມ ຜິດບາບ,ດັ່ງນັ້ນຂ້ອຍຈື່ງໄປຫາພຣະອົງ!...ສັນລະເລີນແດ່ພຣະເຈົ້າຜູ້ຊົງປະ ທານພຣະບຸດຂອງພຣະອົງຄືພຣະເຢຊູໃຫ້ມາຊ່ວຍຂ້ອຍ ແລະ ໃຫ້ອະໄພ ຄວາມຜິດບາບຂອງຂ້ອຍດ້ວຍພຣະໂລຫິດຂອງພຣະອົງ.

ແລະນີ້ແມ່ນອີກຄົນໜື່ງ,ພວກເຂົາລ້ວນແຕ່ເປັນຄົນໜຸ່ມແທ້,ໜື່ງໃນນັ້ນເຕີບໃຫຍ່ມາໃນຄຣິສ ຕະຈັກນີ້, ສ່ວນອີກສອງຄົນແມ່ນນັກສຶກສາຢູ່ວິທະຍາໄລທີ່ຖືກພາມາໂບດເພື່ອໃຫ້ຟັງຂ່າວ ປະເສີດ, ນີ້ແມ່ນຊາຍໜຸ່ມຄົນໜື່ງທີ່ບໍ່ເຄີຍມາໂບດມາກ່ອນພວກເຮົາເປັນຜູ້ພາລາວເຂົ້າມາ, ລາວໄດ້ເວົ້າວ່າ:

     ຂ້ອຍຄິດເລື່ອງໂລກໜ້ອຍໜື່ງວ່າມັນຈະເປັນແນວໃດແດ່ນັບຕັ້ງແຕ່ຮຽນຢູ່ມັດທະຍົມຕອນປາຍ, ຂ້ອຍມີຊີວິດພຽງເພື່ອຜ່ານໄປຊື່ໆ,ຮຽນຈົບແລ້ວຫາ ວຽກດີໆແລ້ວມີຄອບຄົວ, ອັນນັ້ນແມ່ນຄວາມຄິດໃນອະນາຄົດຂອງຂ້ອຍ ແຕ່ມັນບໍ່ມີຄວາມໝາຍຫຍັງເລີຍສໍາຫລັບຂ້ອຍ, ໃນເວລານັ້ນຂ້ອຍບໍ່ມີ ຄວາມເຊື່ອໃນສາສະໜາທີ່ເຈາະຈົງເລີຍ- ສິ່ງເຫຼົ່ານັ້ນຂ້ອຍຄິດວ່າມັນແມ່ນ ບົດຮຽນສອນໃຈທີ່ດີ, ສາສະໜາທີ່ຕ່າງກັນແມ່ນເລື່ອງທີ່ໜ້າສົນໃຈສໍາຫຼັບ ຂ້ອຍຄືກັນ, ຢ່າງໃດກໍຕາມພຣະເຢຊູກໍເປັນພຽງສາສະໜາໜື່ງສໍາຫຼັບຂ້ອຍ ໃນຕອນນັ້ນ, ການຕາຍຂອງພຣະອົງກໍເປັນພຽງແຕ່ຄໍາເວົ້າໃນປະຫວັດ ສາດອັນໜື່ງເທົ່ານັ້ນ.
     ຫຼັງຈາກທີ່ໄດ້ຍິນຂ່າວປະເສີດ,ຂ້ອຍກໍເລີ່ມສົງໄສວ່າພຣະເຢຊູເປັນໃຜ,ໃນທໍາມະຊາດບາບຂອງຂ້ອຍຂ້ອຍໄດ້ພະຍາຍາມທີ່ຈະສຶກສາວ່າຈະລອດ ໄດ້ໂດຍການອ່ານພຣະຄໍາພີແລະການແນມເບິ່ງແຕ່ລະຄົນແນວໃດແດ່, ແຕ່ລະເທື່ອທີ່ຂ້ອຍພະຍາຍາມທີ່ຈະວາງໃຈໃນພຣະເຢຊູມັນກໍລົ້ມເຫຼວແລະເວລາທີ່ຂ້ອຍຄິດວ່າຂ້ອຍໄດ້ຮັບຄວາມລອດແລ້ວກໍຄືການທີ່ຂ້ອຍພະຍາ ຍາມທີ່ຈະຊ່ວຍຕົນເອງເທົ່ານັ້ນ, ພຣະເຢຊູເບິ່ງຄືວ່າຢູ່ຫ່າງໄກອອກໄປ ທຸກມື້, ຍິ່ງຂ້ອຍພະຍາຍາມທີ່ຈະຕາມໃຫ້ທັນພຣະອົງກໍຍິ່ງຫ່າງອອກໄປ ຈາກຂ້ອຍເທົ່ານັ້ນ.
     ໃນວັນທີ່ 7/6/2015 ຂ້ອຍຖືກດຣ.ເຄແກນແລະດຣ.ໄຮເມີ ບອກວ່າ ຂ້ອຍຍັງບໍ່ລອດເທື່ອ, ຂ້ອຍຖືກບອກຫຼາຍເທື່ອແລ້ວວ່າຂ້ອຍຍັງບໍ່ລອດ ກ່ອນໜ້ານັ້ນ,ແຕ່ເທື່ອນີ້ແມ່ນຕ່າງກັນ, ພຣະເຈົ້າຊົງຢູ່ຫັ້ນ, ຄວາມບາບ ຂອງຂ້ອຍເລີ່ມເປັນສາເຫດໃຫ້ມັນໜັກຢູ່ໃນຫົວໃຈຂອງຂ້ອຍແບບທີ່ຂ້ອຍບໍ່ເຄີຍຮູ້ສຶກມາກ່ອນ, ແລະຂ້ອຍກໍກຽດຊັງຕົນເອງທີ່ປະຕິເສດພຣະເຢຊູຕະ ຫຼອດ, ຂ້ອຍສູນເສຍຄວາມຫວັງຂອງຕົນທຸກຢ່າງ,ແຕ່ໃນວິນາທີນັ້ນອັດສະ ຈັນກໍເກີດຂື້ນ, ພຣະເຢຊູຊົງເປັນຈິງ! ຄວາມຮັກທີ່ເສຍສະຫຼະຂອງພຣະອົງ ແມ່ນທຸກຢ່າງທີ່ຂ້ອຍສາມາດຄິດໄດ້ໃນຂະນະທີ່ຫຼັງນໍ້າຕາ, ອະທິຖານ ແລະຂອບຄຸນພຣະອົງເພາະຄວາມຮັກຂອງພຣະອົງ, ພຣະອົງຍອມທຸກທໍ ລະມານແລະຫຼັ່ງໂລຫິດຂອງພຣະອົງເທິງໄມ້ກາງແຂນເພື່ອລ້າງບາບຂອງຂ້ອຍອອກໄປ,ມັນໜ້າປະຫຼາດວ່າພຣະອົງຊົງຖອກຄວາມຮັກຂອງພຣະອົງລົງເທິງຄົນບາບແນວໃດແດ່, ບໍ່ໃຜອີກທີ່ຈະເຮັດແບບນັ້ນນອກຈາກພຣະ ເຢຊູ, ແລະສິ່ງທີ່ພຣະອົງຂໍກໍຄືໃຫ້ຫັນກັບມາວາງໃຈໃນພຣະອົງ, ມັນອັດ ສະຈັນແທ້ທີ່ໄດ້ຮູ້ຈັກພຣະເຢຊູ, ຂ້ອຍບໍ່ໂດດດ່ຽວອີກຕໍ່ໄປ,ເພາະຂ້ອຍມີ ພຣະອົງທີ່ຈະສົນທະນານໍາ, ຂ້ອຍບໍ່ຫຼົງທາງອີກຕໍ່ໄປເພາະພຣະອົງກໍາລັງ ນໍາຂ້ອຍໄປ, ພຣະອົງຊົງເປັນເພື່ອນຂອງຂ້ອຍ,ເປັນພຣະເຈົ້າແລະພຣະ ຜູ້ຊ່ວຍໃຫ້ລອດຂອງຂ້ອຍ.

ແລະດຽວນີ້ເພື່ອນຂອງຂ້າພະເຈົ້າ,ພວກທ່ານຈະເຊື່ອວາງໃຈໃນພຣະເຢຊູແລະຖືກຊໍາລະຈາກຄວາມບາບທຸກຢ່າງຂອງທ່ານໂດຍພຣະໂລຫິດຂອງພຣະອົງບໍ? ເມື່ອທ່ານໄດ້ ວາງໃຈໃນ ພຣະຜູ້ຊ່ວຍທ່ານກໍຈະສາມາດຮ້ອງເພງນີ້ວ່າ

ມັນບອກຂ້າເຖິງຄວາມຮັກຂອງພຣະຜູ້ຊ່ວຍ,ຜູ້ຕາຍເພື່ອປົດປ່ອຍຂ້າ
ມັນບອກຂ້າເຖິງໂລຫິດປະເສີດພຣະອົງ,ຄໍາຮ້ອງຂໍຂອງຄົນບາບ
ໂອຂ້າຮັກພຣະເຢຊູ ໂອຂ້າຮັກພຣະເຢຊູ
ໂອ ຂ້າຮັກພຣະເຢຊູເພາະພຣະອົງຊົງຮັກຂ້າກ່ອນ!
(“Oh, How I Love Jesus” by Frederick Whitfield, 1829-1904).

ຂໍເຊີນດຣ.ແຊນມານໍາພວກເຮົາອະທິຖານແດ່, ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ພະນິມິດ 7:9-17.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Oh, How I Love Jesus” (by Frederick Whitfield, 1829-1904).