Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມສໍາຄັນຂອງຄຣິສຕະຈັກທ້ອງຖີ່ນ

THE IMPORTANCE OF THE LOCAL CHURCH
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 30/8/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, August 30, 2015

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)


ບາງຄົນອາດຈະເວົ້າວ່າຂ້າພະເຈົ້າເວົ້າກ່ຽວກັບຄຣິສຕະຈັກທ້ອງຖີ່ນຫຼາຍເກີນໄປ, ແຕ່ຂ້າພະເຈົ້າພັດບໍ່ຄິດແນວນັ້ນ, ຂ້າພະເຈົ້າຄິດວ່າແບັບຕິດສະໄໝເກົ່າເນັ້ນໜັກເຖິງເລື່ອງ ຄຣິສຕະຈັກທ້ອງຖີ່ນຄືສິ່ງທີ່ຄົນໃນຍຸກນີ້ຕ້ອງການ, ພວກເຮົາເຄີຍໄດ້ຍິນຄວາມຄິດຕ່າງໆ ທີ່ສັບສົນໃນເລື່ອງການເຕີບໃຫຍ່ຂອງຄຣິສຕະຈັກຊື່ງບໍ່ໄດ້ຊ່ວຍຫຍັງເຮົາເລີຍ, ພວກເຮົາ ຈໍາເປັນຕ້ອງຍ້ອນກັບໄປຫາຄໍາສອນເກົ່າໆໃນເລື່ອງຄຣິສຕະຈັກທ້ອງຖີ່ນ, ບໍ່ມີຫຍັງທີ່ສາ ມາດໃຫ້ຄວາມໝັ້ນໃຈແກ່ເຮົາໃນຍຸກແຫ່ງຄວາມສັບສົນແລະການປະຖີ້ມຄວາມເຊື່ອນີ້ໄດ້.

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບ ຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

ພຣະຄໍາພີຂໍ້ນີ້ກໍາລັງເວົ້າເຖິງຫຍັງ? ຂ້າພະເຈົ້າຈະຂໍເວົ້າເຖິງສິ່ງມັນບໍ່ໄດ້ເວົ້າເຖິງ ກ່ອນ,ມັນບໍ່ໄດ້ເວົ້າເຖິງກ່ຽວກັບນິກາຍ, ຄຣິສຕະຈັກກໍາລັງເວົ້າເຖິງບໍ່ແມ່ນນິກາຍເມໂຕດິສ ຫຼືນິກາຍເພຣສໄບທິຣຽນ ຫຼືນິກາຍຄາທໍລິກ, ບໍ່ມີນິກາຍໃດເມື່ອຂໍ້ພຣະຄໍາພີຂໍ້ນີ້ຖືກມອບໃຫ້ ປະການທີ່ສອງບໍ່ແມ່ນກໍາລັງເວົ້າເຖິງກ່ຽວກັບອາຄານຂອງຄຣິສຕະຈັກ, ໃນສະຕະວັດທີ່ ໜື່ງບໍ່ມີຕຶກອາຄານຄຣິສຕະຈັກເລີຍ, ຈົ່ງອ່ານພຣະຄໍາພີໃຫມ່ແລ້ວທ່ານຈະເຫັນໄດ້ໄວໆ ເລີຍ, ປະຈຸບັນນີ້ເມື່ອຜູ້ຄົນເວົ້າເຖິງຄຣິສຕະຈັກ,ພວກເຂົາມັກຈະເວົ້າເຖິງຕຶກອາຄານສະເໝີ ພວກເຂົາເວົ້າວ່າ“ອັນນັ້ນບໍ່ແມ່ນຄຣິສຕະຈັກງາມບໍ?” ພວກເຂົາກໍາລັງເວົ້າເຖິງຕຶກອາຄານ ແຕ່ຕອນທີ່ຂໍ້ພຣະຄໍາພີຂໍ້ນີ່ຖືກຂຽນຂື້ນບໍ່ມີຕຶກອາຄານຄຣິສຕະຈັກໃດໆເລີຍ, ມັນບໍ່ຄວນຈະ ເວົ້າເຖິງຕຶກອາຄານ, ຜູ້ຄົນພາກັນເຕົ້າໂຮມຢູ່ຕາມບ້ານເພື່ອພາກັນນະມັດສະການໃນສະຕະ ວັດທີ່ໜື່ງ! ດັງນັ້ນຂໍ້ພຣະຄໍາພີຂອງເຮົາຈື່ງບໍ່ສາມາດແນ່ໃສ່ຕຶກອາຄານໄດ້! ປະການທີ່ສາມ ມັນບໍ່ໄດ້ກໍາລັງເວົ້າເຖິງ“ຄຣິສຕະຈັກສາກົນ” ບໍ່ມີຄວາມຄິດແບບນັ້ນຢູ່ໃນຂໍ້ນີ້, ມັນກໍາລັງ ເວົ້າຢ່າງຊັດເຈນເຖິງຄົນແທ້ໆຊື່ງມາຮ່ວມກັນຢູ່ໃນສະຖານທີ່ແທ້ຈິງໃນຄຣິສຕະຈັກທ້ອງຖີ່ນ! ຊື່ງຮູ້ຈັກໃນນາມ“ຄຣິສຕະຈັກຊື່ງຢູ່ໃນເລູຊາເລັມ”(ກິດຈະການ 8:1).

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບ ຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

ມັນບໍ່ໝາຍເຖິງວ່າຜູ້ຄົນຖືກສົມທົບເຂົ້າກັບນິກາຍໜື່ງຫຼືສູ່ຕືກອາຄານ“ຄຣິສຕະຈັກ”ແຫ່ງໜື່ງຫຼືວ່າພວກເຂົາເປັນໜື່ງດຽວກັນເປັນ“ຄຣິສຕະຈັກສາກົນ” ບໍ່ເລີຍ! ມັນໝາຍເຖິງໃນສິ່ງທີ່ ມັນເວົ້າ, ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດ“ໃຫ້ຜູ້ກໍາລັງຈະລອດ”ເຂົ້າສົມທົບກັບຄຣິສຕະຈັກທີ່ ເຢລູຊາເລັມ”! ມັນໝາຍເຖິງໃນສິ່ງທີ່ມັນເວົ້າ! ມັນເວົ້າເຖິງຕາມທີ່ໝາຍເຖິງ!

ຄໍາວ່າ“ຄຣິສຕະຈັກ”ແມ່ນຄໍາພາສາທີ່ແປມາຈາກຄໍາພາສາກຣີກ“ເອກຄລີເຊຍ”ມັນ ເປັນຄໍາສັບປະສົມ,ຄໍາເຊື່ອມ“ເອກ”(ອອກ) ແລະຄໍາກໍາມະ“ກາເລໂອ”(ເອີ້ນ) ຊື່ງໝາຍເຖິງ “ເອີ້ນຄົນໜື່ງໃຫ້ອອກມາ” (cf. The Criswell Study Bible, note on Ephesians 5:23).

ດຣ.ດັບໂບຢູເອຄຣິສແວວໄດ້ຊີ້ໃຫ້ເຫັນວ່າ“ ‘ຄຣິສຕະຈັກແຫ່ງໜື່ງ’ຄືກຸ່ມຂອງຜູ້ຄົນ ຊື່ງຖືກເອີ້ນອອກມາຈາກຄວາມບາບແລະຄວາມບໍ່ເຊື່ອໃຫ້ມີຄວາມເຊື່ອໃນພຣະຄຣິດ, ໄດ້ ມອບຄໍາພະຍານຕໍ່ຄວາມເຊື່ອນັ້ນຜ່ານທາງພິທີບັບຕິດສະມາຂອງຜູ້ທີ່ເຊື່ອ ແລະ ຮ່ວມກຸ່ມ ຂອງເຂົາເອງພ້ອມໆກັນສູ່ການສາມັກຄີທໍາດ້ວຍຄວາມສະໝັກໃຈ”(ເຫຼັ້ມດຽວກັນ),ນັ້ນແລະຄືນິຍາມທີ່ດີ, ຄຣິສຕະຈັກຄືກຸ່ມຄົນທີ່ໄດ້ຮັບຄວາມລອດແລ້ວ ແລະ ໄດ້ມາພ້ອມກັນໃນຮູບ ແບບຂອງກຸ່ມສາມັກຄີທໍາກັນ, ນັ້ນແລະຄືສິ່ງທີ່ກິດຈະການ 2:47 ກໍາລັງເວົ້າເຖິງ!

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບ ຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

ນັ້ນແລະຄືເຫດຜົນທີ່ຂ້າພະເຈົ້າມັກເວົ້າສະເໝີວ່າ“ເປັນຫຍັງຈື່ງຢູ່ໂດດດ່ຽວລະ?ຈົ່ງກັບບ້ານ-ຫາຄຣິສຕະຈັກ! ເປັນຫຍັງຈື່ງເປັນຄົນຫຼົງຢູ່? ເຊີນກັບບ້ານຫາພຣະເຢຊູແລະຮັບ ຄວາມລອດ” ຂ້າພະເຈົ້າກໍາລັງສັບສົນການມາຫາຄຣິສຕະຈັກກັບການມາຫາພຣະຄຣິດບໍ? ບໍອີກເລີຍ! ຂ້າພະເຈົ້າເວົ້າຊໍ້າໄປມາວ່າການມາຫາພຣະຄຣິດແລະການມາທີ່ຄຣິສຕະຈັກ ເປັນສອງສິ່ງທີ່ແຍກຈາກກັນ, ຖ້າທ່ານມາທີ່ຄຣິສຕະຈັກໂດຍບໍ່ມີການມາຫາພຣະຄຣິດທ່ານ ກໍຈະຕົກນາລົກ! ມີພຽງພຣະຄຣິດເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ຂ້າພະເຈົ້າມັກ ອ້າງອີງກິດຈະການ 16:31 “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດໄດ້” ພວກເຮົາເຮັດໃຫ້ມັນຊັດເຈນຫຼາຍ, ຄວາມລອດແລະການເປັນສະມາຊິກຄຣິສຕະຈັກເປັນ ສອງສິ່ງທີ່ແຍກຈາກກັນ, ເປັນຫຍັງຈື່ງຢູ່ໂດດດ່ຽວລະ? ຈົ່ງກັບບ້ານ-ຫາຄຣິສຕະຈັກ! ເປັນຫຍັງຈື່ງເປັນຄົນຫຼົງຢູ່? ເຊີນກັບບ້ານຫາພຣະເຢຊູ! ຄໍາຂວັນນັ້ນພວກເຮົາໃຊ້ເຮັດໃຫ້ ມັນຊັດເຈນທີ່ວ່າຄວາມລອດ ແລະການເປັນສະມາຊິກຄຣິສຕະຈັກເປັນສອງສິ່ງທີ່ແຕກຕ່າງ ກັນ.

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບ ຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

ນີ້ແມ່ນສາມປະເດັ່ນງ່າຍໆທີ່ຂ້າພະເຈົ້າໄດ້ນໍາມາໃນເຊົ້າມື້ນີ້:

I. ໜື່ງ ການມາຄຣິສຕະຈັກຈະຮັກສາຄວາມໂດດດ່ຽວຂອງທ່ານ.

ພວກທ່ານຈະຕ້ອງເຂົ້າໃຈວ່າແມ່ນໃຜທີ່ຂ້າພະເຈົ້າກໍາລັງເວົ້າເຖິງ,ຂ້າພະເຈົ້າກໍາລັງເວົ້າຕໍ່ພວກທ່ານ! ເລື່ອງນີ້ອອກໄປປະໂຫຍກຕໍ່ປະໂຫຍກເທິງເວັບໄຊຂອງເຮົາ-ທົ່ວທຸກມຸມ ໂລກ - ໃນ 32 ພາສາ, ອາດຈະມີຜູ້ຄົນທີ່ອ່ານເລື່ອງນີ້ທີ່ບໍ່ຮູ້ສຶກໂດດດ່ຽວ, ຂ້າພະເຈົ້າບໍ່ຮູ້ ຂ້າພະເຈົ້າຮູ້ ດີວ່າຄົນໜຸ່ມສ່ວນຫຼາຍຮູ້ສຶກໂດດດ່ຽວໃນປະຈຸບັນນີ້.

ຄຣິສຕະຈັກຂອງເຮົາປະກາດຂ່າວປະເສີດຫຼາຍຢ່າງ-ໂດຍສະເພາະແມ່ນບໍລິເວນວິ ທະຍາໄລທາງໂລກຫຼາຍແຫ່ງ ແລະບ່ອນອື່ນໆອີກເປັນບ່ອນທີ່ພວກຄົນໜຸ່ມເຕົ້າໂຮມກັນຢູ່ ເຂດລອສແອງເຈີລິສ, ຄຣິສຕະຈັກນີ້ເຕັມໄປດ້ວຍເດັກນ້ອຍນັກຮຽນວິທະຍາໄລແລະມັດ ທະຍົມປາຍໃນເຊົ້ານີ້ຊື່ງເປັນຜົນອອກມາ - ແລະຂ້າພະເຈົ້າກໍາລັງເວົ້າກັບພວກທ່ານ! ຂ້າ ພະເຈົ້າຮູ້ດີວ່າພວກທ່ານໂດດດ່ຽວຄືທີ່ຂ້າພະເຈົ້າເປັນກ່ອນທີ່ຈະເຂົ້າມາໃນຄຣິສຕະຈັກ,ຄົນໜຸ່ມທຸກຄົນເປັນ -ແລະພວກທ່ານກໍເປັນຄືກັນ-ຢ່າງໜ້ອຍກໍບາງຄັ້ງ, ຂ້າພະເຈົ້າຂໍເວົ້າວ່າ ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ທ່ານໂດດດ່ຽວ,ຢູ່ໃນສວນເອເດນພຣະເຈົ້າຊົງຕັດວ່າ “ຊື່ງມະ ນຸດຢູ່ຄົນດຽວນັ້ນກໍບໍ່ດີ”(ປະຖົມມະການ 2:18), ພຣະເຈົ້າຊົງສ້າງເອວາອອກຈາກກະດູກ ຂ້າງຂອງອາດາມເພື່ອລາວຈະບໍ່ຕ້ອງໂດດດ່ຽວ, ພຣະເຈົ້າບໍ່ຕ້ອງການໃຫ້ມະນຸດຢູ່ຄົນດຽວ, ແລະພຣະເຈົ້າບໍ່ຊົງຕ້ອງການໃຫ້ພວກທ່ານຢູ່ຢ່າງໂດດດ່ຽວ, ອັນນັ້ນແມ່ນເຫດຜົນໜື່ງທີ່ ພຣະເຈົ້າຊົງສ້າງຄຣິສຕະຈັກທ້ອງຖີ່ນແບັບຕິດພັນທະສັນຍາໃໝ່ - ເພື່ອທ່ານຈະບໍ່ໄດ້ໂດດ ດ່ຽວ,

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບ ຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

ຍິງຊາວຄົນຈີນຊື່ງມາຮ່ວມກັບພວກເຮົາບໍ່ເທົ່າໃດອາທິດຂຽນອີເມລນີ້ຫາຂ້າພະເຈົ້າພາສາອັງກິດຂອງນາງຍັງບໍ່ສົມບູນເທື່ອແຕ່ລາວກໍເວົ້າມາຈາກຫົວໃຈຂອງລາວວ່າ:

ດຣ.ໄຮເມີ,ຄໍາເທດສະໜາຂອງອາຈານແມ່ນອັດສະຈັນ!ອາຈານສອນຂ້ອຍໃຫ້ວາງໃຈໃນພຣະຄຣິດແລະຮັບຄວາມລອດ! ອາຈານເຮັດໃຫ້ຂ້ອຍຮູ້ ຄວາມຈິງ! ຂ້ອຍຢາກຈະຟັງອາຈານເທດສະໜາອີກ! ຂ້ອຍຢາກຈະມາ ຄຣິສຕະຈັກນີ້ຕະຫຼອດໄປ! ຂ້ອຍກໍາລັງອະທິຖານທັງນໍ້າຕາເພື່ອຄຣິສຕະ ຈັກຂອງເຮົາ, ວ່າຂໍໃຫ້ພຣະວິນຍານບໍລິສຸດສະເດັດມາທີ່ຄຣິສຕະຈັກຂອງ ເຮົາ! ຂ້ອຍຍັງໄດ້ອະທິຖານເພື່ອອາຈານແລະຄໍາເທດສະໜາຂອງອາຈານ ໃຫ້ດີຂື້ນໄປເລື່ອຍໆ!!!ຄຣິສຕະຈັກນີ້ຄືບ້ານທີ່ສອງຂອງຂ້ອຍແທ້!ຄວາມຈິງ ແລ້ວມັນຈະເປັນບ້ານຫຼັກໆຂອງຂ້ອຍ! ບ້ານທີ່ຂ້ອຍໄດ້ຄົ້ນຫາມາເປັນເວ ລາດົນແລ້ວ!

ຂອບໃຈ!!! ຂອບໃຈ!!! ຂອບໃຈ!!!

ດັ່ງນັ້ນພວກເຮົາຈື່ງເວົ້າວ່າ“ເປັນຫຍັງຈື່ງຢູ່ໂດດດ່ຽວລະ? ຈົ່ງກັບບ້ານ-ຫາຄຣິສຕະຈັກ!”ຍິງ ສາວຄົນນັ້ນໄດ້ຍິນແລະນາງໄດ້ເຂົ້າມາທຸກເທື່ອທີ່ຄຣິສຕະຈັກເປີດປະຕູ!

ພວກເຮົາຜິດບໍທີ່ເວົ້າແບບນັ້ນ? ບາງຄົນອາດຈະເວົ້າວ່າ “ຢ່າບອກເດັກນ້ອຍເຫຼົ່ານີ້ ແບບນັ້ນ,ພວກເຂົາອາດຈະມາໂບດເພື່ອເຫດຜົນທີ່ຜິດ” ຂ້າພະເຈົ້າຢາກໃຫ້ພວກທ່ານມາ ດ້ວຍເຫດຜົນທີ່ຜິດຫຼາຍກວ່າທີ່ທ່ານຈະບໍ່ມາອີກເລີຍ!ທ່ານອາດຈະໄດ້ຮັບຄວາມລອດຖ້າ ທ່ານຫາກສືບຕໍ່ມາ! ຈາກນັ້ນທ່ານກໍຈະມາເພື່ອເຫດຜົນທີ່ຖືກຕ້ອງ!

ຖ້າມາເພາະທ່ານໂດດດ່ຽວກໍເປັນ“ເຫດຜົນທີ່ຜິດ”ຈາກນັ້ນຂ້າພະເຈົ້າກໍມາເພາະເຫດຜົນທີ່ຜິດຂ້າພະເຈົ້າເອງ, ຕອນທີ່ຂ້າພະເຈົ້າອາຍຸສິບສາມປີຄົນທີ່ຢູ່ຂ້າງບ້ານໄດ້ຊວນຂ້າພະ ເຈົ້າໄປໂບດ, ຂ້າພະເຈົ້າມາເພາະຂ້າພະເຈົ້າໂດດດ່ຽວ,ຂ້າພະເຈົ້າໄປເລື່ອຍໆເພາະຂ້າພະ ເຈົ້າໂດດດ່ຽວ, ຕໍ່ມາຂ້າພະເຈົ້າໄດ້ກັບໃຈໃໝ່, ມັນແມ່ນຫຍັງທີ່ຜິດລະ? ບໍ່ມີອັນໃດຜິດ ດອກ!

ຂໍໃຫ້ເຮົາເຮັດໃຫ້ຄຣິສຕະຈັກນີ້ເປັນບ່ອນທີ່ມີຄວາມສຸກ! ໃຫ້ເຮົາເຮັດໃຫ້ມັນເປັນສະ ຖານທີ່ມີຄວາມສຸກທີ່ສຸດໃນໂລກ! ໃຫ້ເຮົາຮ້ອງເພງຂ່າວປະເສີດແລະເພງນະມັດສະການ ຢ່າງຍິ່ງໃຫຍ່! ໃຫ້ເຮົາເທດສະໜາຂ່າວປະເສີດແບບສະໄໝເກົ່າ - ແລະຮ້ອງຄໍາວ່າ“ເອ ແມນ”ດັງໆ ໃຫ້ເຮົານັ່ງລົງແລ້ວກິນເຂົ້າແລງ (ບໍ່ແມ່ນເຂົ້າທ່ຽງ! ເຂົ້າທ່ຽງແມ່ນບາງສິ່ງບາງ ຢ່າງທີ່ທ່ານຫິ້ວຢູ່ໃນກະເປົາ), ໃຫ້ເຮົາກິນ“ເຂົ້າແລງຢູ່ເທິງພື້ນຄຣິສຕະຈັກ”ຄືກັບພວກສະ ໄໝເກົ່າເຮັດ! ຂໍໃຫ້ເຮົາມີການສາມັກຄີທໍາກັນແບບເກົ່າໆ, ຂໍໃຫ້ເຮົາຮ້ອງເພງ “ເຊີນກັບ ບ້ານມາກິນເຂົ້າແລງ” ມັນຢູ່ໃນວັກທີ່ສາມຂອງເພງທີ່ຢູ່ໜ້າສຸດທ້າຍຂອງປື້ມເພງ!ເຊີນຮ້ອງ

ເມືອງໃຫຍ່ຜູ້ຄົນເບິ່ງຄືວ່າບໍ່ຫ່ວງຫຍັງ
ພວກເຂົາຍື່ນໃຫ້ໜ້ອຍໜື່ງແລະບໍ່ແບ່ງຄວາມຮັກໃຫ້
ເຊີນກັບບ້ານຫາພຣະເຢຊູແລະທ່ານຈະຮູ້ສຶກ
ວ່າມີອາຫານເທິງໂຕະແລະແບ່ງປັນມິດຕະພາບ
ເຊີນກັບບ້ານສູ່ຄຣິສຕະຈັກແລະກິນ,ຮ່ວມກັນສາມັກຄີທໍາອັນແສນຫວານ
ຈະຖືກປະຕິບັດພໍສົມຄວນເມື່ອເຮົານັ່ງລົງກິນ
    (“Come Home to Dinner” by Dr. R. L. Hymers, Jr.,
      to the tune of “On the Wings of a Dove.”)

ມີຄົນໜຸ່ມຫຼາຍຄົນມາກິນ“ເຂົ້າແລງຢູ່ເທິງພື້ນ”ໃນການນະມັດສະການຂ່າວປະເສີດສະໄໝເກົ່າແຫ່ງສະຕະວັດທີ່ສິບແປດແລະສິບເກົ້າ-ເມື່ອພຣະເຈົ້າສົ່ງລິດອໍານາດຂອງພຣະ ອົງລົງມາແລະພວກເດັກທີ່ມາກິນເຂົ້າແລງພາກັນຢູ່ແລະໄດ້ຍິນນັກເທດຕີທໍາມາດແລ້ວຍົກ ພຣະຄໍາພີຂອງຕົນຂື້ນເທິງອາກາດ - ແລະຮ້ອງປະກາດຂ່າວປະເສີດຂອງພຣະຄຣິດ,ພວກ ເຮົາຕ້ອງການແບບນັ້ນໃນປະຈຸບັນນີ້!

“ຈົ່ງອອກໄປຕາມຖະໜົນໃຫຍ່ແລະຕາມຮົ້ວທັງຫຼາຍ ບັງຄັບເຂົາໃຫ້ເຂົ້າມາ ເພື່ອເຮືອນຂອງເຮົາຈະເຕັມ” (ລູກາ 14:23)

ແມ່ນແລ້ວການມາທີ່ຄຣິສຕະຈັກຈະປີ່ນປົວຄວາມໂດດດ່ຽວຂອງທ່ານ, ເປັນຫຍັງຈື່ງໂດດ ດ່ຽວລະ? ຈົ່ງກັບບ້ານ-ຫາຄຣິສຕະຈັກ! ຮ້ອງຂໍ້ຊໍ້າອີກເທື່ອໜື່ງ.

ເຊີນກັບບ້ານສູ່ຄຣິສຕະຈັກແລະກິນ,ຮ່ວມກັນສາມັກຄີທໍາອັນແສນຫວານ
ຈະຖືກປະຕິບັດພໍສົມຄວນເມື່ອເຮົານັ່ງລົງກິນ

II. ແຕ່ປະການທີ່ສອງ ການມາຄຣິສຕະຈັກຈະບໍ່ຊ່ວຍທ່ານໃຫ້ພົ້ນໄດ້.

ນັກປະກາດຂ່າວປະເສີດອາວຸໂສຄົນໜື່ງໄດ້ກ່າວວ່າ“ການໄປຄຣິສຕະຈັກຈະບໍ່ເຮັດໃຫ້ທ່ານເປັນຄຣິສຕຽນຫຼາຍກວ່າການໄປກາລາລົດຈະເຮັດໃຫ້ທ່ານເຂົ້າໄປໃນລົດຍົນ”ລາວ ເວົ້າຖືກໃນຈຸດນັ້ນ, ລາວກໍາລັງເວົ້າຕໍ່ຜູ້ຄົນທີ່ຄິດວ່າພວກເຂົາລອດແລ້ວເພາະພວກເຂົາໄປ ໂບດທຸກວັນອາທິດ,ແຕ່ບໍ່ມີຫຼາຍຄົນທີ່ເປັນແບບນັ້ນຢູ່ໃນເມືອງລອສແອງເຈິລິສແຫ່ງນີ້ໃນປະ ຈຸບັນນີ້, ມີຄົນ“ຍຸກໃໝ່”ໜ້ອຍຫຼາຍໃນເມືອງຂອງເຮົາທີ່ຍັງຄິດແບບນັ້ນຢູ່, ພວກເຂົາມີ ຄວາມຫວັງຜິດໆເລື່ອງຄວາມລອດໃນປະຈຸບັນນີ້.

ແຕ່ອາດຈະມີບາງຄົນທີ່ຢູ່ທີ່ນີ້ໃນເຊົ້ານີ້ທີ່ຄິດແບບນັ້ນຄືກັບຄຣິສຕະຈັກເດັກທີ່ຫຼົງ ຫາຍ, ພວກທ່ານອາດຈະເວົ້າໃນໃຈຂອງຕົນວ່າ “ຂ້ອຍກໍາລັງມາໂບດໃນຕອນນີ້, ຂ້ອຍບໍ່ ເປັນຫຍັງ” ບໍ່ແມ່ນ! ພວກທ່ານຈະຕ້ອງບໍ່ຄິດແບບນັ້ນ! ການມາຄຣິສຕະຈັກບໍ່ໄດ້ເຮັດໃຫ້ ທ່ານເປັນຄຣິສຕຽນຄົນໜື່ງຫຼາຍກວ່າການເຂົ້າໄປໃນກາລາລົດຈະເຮັດໃຫ້ທ່ານເຂົ້າໄປໃນ ລົດ! ບາງຄົນໄດ້ຍິນຂ້າພະເຈົ້າເວົ້າແບບນັ້ນແລ້ວເວົ້າວ່າ “ຕໍ່ໄປຂ້ອຍຊິບໍ່ມາໂບດອີກ” ອັນ ນັ້ນແມ່ນຄວາມຄິດອັນໜື່ງທີ່ມາຈາກຊາຕານ! ການຢູ່ໃນຄຣິສຕະຈັກຈະບໍ່ຊ່ວຍທ່ານໃຫ້ພົ້ນ ໄດ້ - ແຕ່ການຢູ່ໃນຄຣິສຕະຈັກຈະວາງທ່ານລົງພາຍໃຕ້ການເທດສະໜາຂ່າວປະເສີດ ແລະຫຼາຍກວ່ານັ້ນມັນຈະເຮັດໃຫ້ທ່ານໄດ້ຮັບຄວາມລອດ! ທ່ານຈະຕ້ອງມາທີ່ຄຣິສຕະຈັກ ເພື່ອຟັງການເທດສະໜາຂ່າວປະເສີດ!

ພຣະຄຣິດຕັດວ່າ“ທ່ານຈະຕ້ອງບັງເກີດໃໝ່”(ໂຢຮັນ 3:7),ທ່ານຈະຕ້ອງປະສົບກັບ ການເກີດໃໝ່ເພື່ອທີ່ຈະລອດໄດ້.

ຄວາມລອດແມ່ນໂດຍພຣະຄຸນຢ່າງດຽວ, ບໍ່ມີການກະທໍາຂອງມະນຸດທີ່ສາມາດ ຊ່ວຍທ່ານໃຫ້ພົ້ນໄດ້ - ແມ່ນແຕ່ການມາຄຣິສຕະຈັກກໍບໍ່ຊ່ວຍໃຫ້ລອດໄດ້, ມີພຽງຫົນທາງ ດຽວທີ່ຈະລອດກໍຄືໂດຍການມາໂດຍກົງຫາພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ,ພຣະເຢຊູຕັດວ່າ:

“ບັນດາຜູ້ທໍາງານໜັກແລະອິດເມື່ອຍຈົ່ງມາຫາເຮົາແລະເຮົາຈະໃຫ້ທ່ານຫາຍເມື່ອຍເປັນສຸກ”(ມັດທາຍ 11:28)

ຄວາມລອດແມ່ນໂດຍພຣະຄຸນຢ່າງດຽວຜ່ານທາງຄວາມເຊື່ອໃນພຣະຄຣິດພຽງຜູ້ດຽວ, ທ່ານຈະຕ້ອງມາຫາພຣະເຢຊູແລະເຊື່ອໃນພຣະອົງດ້ວຍສຸດໃຈຂອງທ່ານ, “ດ້ວຍວ່າຄວາມ ເຊື່ອດ້ວຍໃຈກໍນໍາໄປສູ່ຄວາມຊອບທໍາ”(ໂລມ 10:10),ທ່ານໄດ້ຮັບຄວາມລອດໂດຍການ ມາຫາພຣະເຢຊູ, ການເຂົ້າຮ່ວມຄຣິສຕະຈັກຢ່າງດຽວຈະບໍ່ຊ່ວຍທ່ານໃຫ້ລອດໄດ້.

ຂໍ້ພຣະຄໍາພີຂອງເຮົາເວົ້າວ່າ:

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບ ຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

ທ່ານຖືກ“ເຂົ້າສົມທົບກັບຄຣິສຕະຈັກ”ໂດຍການໄດ້ຮັບຄວາມລອດແທ້ເທົ່ານັ້ນ, ແລະທ່ານ ລອດໂດຍການວາງໃຈໃນພຣະເຢຊູພຽງຢ່າງດຽວເທົ່ານັ້ນ.

“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດໄດ້” (ກິດຈະການ 16:31)

ຮ້ອງວັກທີ່ສາມແລະຮ້ອງຂໍ້ຊໍ້າຂອງເພງ“ເຊີນກັບມາບ້ານກິນເຂົ້າແລງ”

ເມືອງໃຫຍ່ຜູ້ຄົນເບິ່ງຄືວ່າບໍ່ຫ່ວງຫຍັງ
ພວກເຂົາຍື່ນໃຫ້ໜ້ອຍໜື່ງແລະບໍ່ແບ່ງຄວາມຮັກໃຫ້
ເຊີນກັບບ້ານຫາພຣະເຢຊູແລະທ່ານຈະຮູ້ສຶກ
ວ່າມີອາຫານເທິງໂຕະແລະແບ່ງປັນມິດຕະພາບ
ເຊີນກັບບ້ານສູ່ຄຣິສຕະຈັກແລະກິນ,ຮ່ວມກັນສາມັກຄີທໍາອັນແສນຫວານ
ຈະຖືກປະຕິບັດພໍສົມຄວນເມື່ອເຮົານັ່ງລົງກິນ

III. ສາມ ການມາຄຣິສຕະຈັກຈະວາງທ່ານລົງໃຕ້ການເທດສະໜາຂ່າວປະເສີດ.

ອັກຄະສາວົກເປົາໂລໄດ້ກ່າວວ່າ:

“ຜູ້ທີ່ຍັງບໍ່ໄດ້ຍິນເຖິງພຣະອົງຈະເຊື່ອໃນພຣະອົງໄດ້ແນວໃດ ແລະເມື່ອບໍ່ມີຜູ້ໃດປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນໄດ້ແນວໃດ”(ໂລມ 10:14)

ມັນຄືຄໍາເທດສະໜາ ຂອງເປໂຕທີ່ພຣະເຈົ້າຊົງໃຊ້ເພື່ອໃຫ້ຄົນລອດໃນວັນເພັນເທດສະເຕ (ກິດຈະການ 2:37-41), ຈາກນັ້ນພວກເຂົ້າກໍເຂົ້າສົມທົບກັບຄຣິສຕະຈັກ (ກິດຈະການ 2:41,47).

“ໃນວັນນັ້ນມີຄົນເຂົ້າເປັນສາວົກເພີ່ມອີກປະມານສາມພັນຄົນ”(ກິດຈະການ 2:41)

ພວກເຂົາເຂົ້າສົມທົບກັບຄຣິສຕະຈັກໂດຍການຮັບເອົາຄວາມລອດພາຍໃຕ້ການເທດສະ ໜາຂອງເປໂຕ.

ຂ້າພະເຈົ້າເຊື່ອໃນການເທດສະໜາຂ່າວປະເສີດ! ຂ້າພະເຈົ້າເທດສະໜາຂ່າວປະ ເສີດສອງເທື່ອທຸກໆອາທິດຢູ່ໃນຄຣິສຕະຈັກນີ້, ຂ້າພະເຈົ້າຮູ້ດີວ່າການເທດສະໜາຂ່າວປະ ເສີດແມ່ນລ້າສະໄໝແລ້ວຢູ່ຕາມຄຣິສຕະຈັກຕ່າງໆໃນປະຈຸບັນນີ້, ແຕ່ຂ້າພະເຈົ້າບໍ່ຄວນ ສົນໃຈກ່ຽວກັບເລື່ອງ“ແຟຊັ່ນ”ຂ້າພະເຈົ້າຕ້ອງເທດສະໜາເພື່ອຈະໃຫ້ຄົນໜຸ່ມແບບພວກທ່ານລອດ! ຂ້າພະເຈົ້າບໍ່ຄິດວ່າພວກເຮົາຈະເຫັນການຟື້ນຟູຖ້າພວກເຮົາບໍ່ກັບໄປຫາການ ເທດສະໜາຂ່າວປະເສີດສະໄໝເກົ່າຢູ່ໃນການນະມັດສະການທຸກໆອາທິດຂອງເຮົາ!

ເປົາໂລໄດ້ເວົ້າຕໍ່ຄຣິສຕະຈັກທີ່ເມືອງໂກລິນໂທວ່າ:

“ແຕ່ເຮົາປະກາດເລື່ອງພຣະຄຣິດຜູ້ຖືກຄຶງຕາຍ”(1 ໂກລິນໂທ 1:23)

ຄົນອື່ນໆອາດຈະເວົ້າເລື່ອງທີ່ໃຫ້ຄວາມມ່ວນຊື່ນແກ່ຜູ້ຄົນ, ຄົນອື່ນໆອາດຈະອະທິ ບາຍພຣະຄໍາພີຍາວໆ, ບາງຄົນອາດຈະເທດ“ຄໍາເທດສະໜາທີ່ເກີດແຮງບັນດານໃຈ” 15 ນາທີ “ແຕ່ເຮົາປະກາດເລື່ອງພຣະຄຣິດຜູ້ຖືກຄຶງຕາຍ”(1 ໂກລິນໂທ 1:23),ທີ່ນີ້ໃນຄຣິສ ຕະຈັກແບັບຕິດເທເບີນາໂຄພວກເຮົາຍັງຄົງ“ປະກາດເລື່ອງພຣະຄຣິດຜູ້ຖືກຄຶງຕາຍ”(1 ໂກ ລິນໂທ 1:23), “ແຕ່ເຮົາປະກາດເລື່ອງພຣະຄຣິດຜູ້ຖືກຄຶງຕາຍ” ບໍ່ວ່າຄົນອື່ນຈະເຮັດແນວ ໃດກໍຕາມ ພວກເຮົາກໍຈະຍັງຮັກສາການເທດສະໜາຂ່າວປະເສີດທຸກໆວັນອາທິດ!

ແບບນັ້ນຈະບໍ່ເຮັດໃຫ້ຜູ້ຄົນບໍ່ເລິກເຊີ່ງບໍ? ແນ່ນອນມັນຈະບໍ່ເຮັດໃຫ້ຄົນຂອງເຮົາບໍ່ ເລິກເຊິ່ງ! ພວກເຮົາມີຄຣິສຕຽນບາງຄົນທີ່ດີຫຼາຍທີ່ຂ້າພະເຈົ້າເຄີຍຮູ້ຈັກມາກ່ອນຢູ່ໃນຄຣິສ ຕະຈັກນີ້, ສ່ວນຫຼາຍພວກເຂົາໄດ້ກັບໃຈໃໝ່ພາຍໃຕ້ການເທດສະໜາຂ່າວປະເສີດທຸກວັນ ອາທິດຕອນເຊົ້າແລະຕອນແລງ, ພວກເຂົາຖືກລ້ຽງໂດຍການເທດສະໜາຂ່າວປະເສີດຂອງ ຂ້າພະເຈົ້າທັງຕອນເຊົ້າແລະຕອນແລງ, ພວກເຂົາເຕີບໃຫຍ່ສູ່ຄຣິສຕຽນທີ່ຍິ່ງໃຫຍ່ໂດຍ ການເທດສະໜາຂ່າວປະເສີດທຸກວັນອາທິດເຊົ້າແລງ.

ຜູ້ຊ່ວຍຂອງເຮົາທ້າວກຣິຟຟິດໄດ້ຮັບຄວາມລອດພາຍໃຕ້ການເທດສະໜາຂ່າວປະ ເສີດຂອງຂ້າພະເຈົ້າ-ແລະລາວຄືບຸລຸດຜູ້ຍິ່ງໃຫຍ່ຂອງພຣະເຈົ້າ, ຜູ້ຊ່ວຍສິດຍາພິບານຂອງ ເຮົາດຣ.ແຊນໄດ້ຮັບຄວາມລອດພາຍໃຕ້ການເທດສະໜາຂ່າວປະເສີດຂອງຂ້າພະເຈົ້າແລະລາວກໍເປັນບຸລຸດຜູ້ຍິ່ງໃຫຍ່ຂອງພຣະເຈົ້າ, ດຣ.ເຄແກນຮອງສິດຍາພິບານໄດ້ມາທີ່ນີ້ບໍ່ດົນ ຫຼັງຈາກທີ່ລາວໄດ້ກັບໃຈໃໝ່ແລະໄດ້ໃຊ້ເວລາ 38 ປີຟັງຂ້າພະເຈົ້າເທດຂ່າວປະເສີດທຸກ ວັນອາທິດທັງເຊົ້າແລະແລງ, ລາວເປັນໜື່ງໃນຄຣິສຕຽນທີ່ດີທີ່ສຸດທີ່ທ່ານເຄີຍພົບມາ, ນອກ ຈາກດຣ.ເຄແກນກັບທ້າວພຣຸດໂຮມ ທຸກຄົນທີ່ເປັນຜູ້ນໍາໃນຄຣິສຕະຈັກຂອງເຮົາໄດ້ຮັບ ຄວາມລອດພາຍໃຕ້ການເທດສະໜາຂ່າວປະເສີດຂອງຂ້າພະເຈົ້າ, ພວກເຂົາບໍ່ໄດ້ຍິນ ເລື່ອງໃດນອກຈາກບົດເທດເລື່ອງຂ່າວປະເສີດທັງຕອນເຊົ້າວັນອາທິດ ແລະ ຕອນແລງຕະ ຫຼອດທັງຊີວິດຄຣິສຕຽນຂອງພວກເຂົາ, ພວກເຂົາເປັນຄຣິສຕຽນທີ່ພິລຶກຫຼາຍ, ພວກເຂົາ ກາຍເປັນຄຣິສຕຽນທີ່ເຂັ້ມແຂງພາຍໃຕ້ການເທດສະໜາຂ່າວປະເສີດທີ່ລ້າສະໄໝ!

ບໍ,ການເທດສະໜາຂ່າວປະເສີດຈະບໍ່ເຮັດໃຫ້ທ່ານບໍ່ເລິກເຊິ່ງ - ນອກຈາກມັນຄື ການເທດສະໜາຂ່າວປະເສີດທີ່ບໍ່ເລິກເຊິ່ງ ດຣ.ມາຕິນລອຍໂຈນໄດ້ເທດສະໜາຂ່າວປະ ເສີດທຸກແລງວັນອາທິດຢູ່ໃນໂບດໃຫຍ່ຂອງລາວຢູ່ເມືອງລອນດອນ - ແລະໃນວັນອາທິດ ຕອນເຊົ້າແດ່, ລາວຖືກພິຈາລະນາວ່າເປັນໜື່ງໃນນັກເທດທີ່ຍິ່ງໃຫຍ່ທີ່ສຸດແຫ່ງສະຕະວັດທີ່ ຊາວຂ້າພະເຈົ້າໄດ້ຍິນເທບຂອງໜື່ງໃນບົດເທດສະໜາຂ່າວປະເສີດຂອງລາວເມື່ອບໍ່ດົນມານີ້,ມັນພິລຶກຫຼາຍແທ້ໆ!ເຮັດໃຫ້ຕື່ນເຕັ້ນຫຼາຍ! ການເທດສະໜາຂ່າວປະເສີດແບບນັ້ນຈະບໍ່ ພຽງຖືກໃຊ້ໂດຍພຣະເຈົ້າທີ່ຈະເຮັດໃຫ້ທ່ານກັບໃຈເທົ່ານັ້ນ - ມັນຍັງຈະສ້າງທ່ານໃຫ້ເປັນ ຄຣິສຕຽນທີ່ເຂັ້ມແຂງເຊັ່ນດຽວກັນ.

ການເທດສະໜາຂ່າວປະເສີດຈະເຮັດໃຫ້ທ່ານລອດແລະຈະສ້າງທ່ານຂື້ນໃນຖານະເປັນຄຣິສຕຽນຄົນໜື່ງຄືກັບທີ່ມັນເຮັດໃນສະໄໝພຣະຄໍາພີ, ທຸກໆຄໍາເທດສະໜາໃນໜັງສື ກິດຈະການຍົກເວັ້ນບົດໜື່ງແມ່ນບົດເທດສະໜາຂ່າວປະເສີດ,ອັກຄະສາວົກເປົາໂລກ່າວວ່າ

“ຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ໃດໆຖ້າມກາງເລີຍ ຍົກເວັ້ນ ເລື່ອງພຣະເຢຊູຄຣິດແລະການທີ່ພຣະອົງຊົງຖືກຄືງເທິງໄມ້ກາງແຂນ” ( 1 ໂກລິນໂທ 2:2)

ແມ່ນແລ້ວ,ຈົ່ງກັບບ້ານຫາຄຣິສຕະຈັກ, ເຊັ່ນກັນຈົ່ງຟັງການເທດສະໜາແລະມາຫາ ພຣະເຢຊູ, ຈົ່ງກັບໃຈແລະວາງໃຈໃນພຣະເຢຊູຄຣິດ, ພຣະໂລຫິດຂອງພຣະອົງຈະຊໍາລະ ລ້າງທ່ານອອກຈາກຄວາມບາບທຸກຢ່າງ! ພຣະອົງຊົງສີ້ນພຣະຊົນເທິງໄມ້ກາງແຂນເພື່ອ ຈ່າຍຕ່າຄວາມຜິດບາບຂອງທ່ານ, ພຣະອົງຊົງຟື້ນຂື້ນຈາກຄວາມຕາຍເພື່ອມອບຊີວິດນິລັນ ດອນໃຫ້ແກ່ທ່ານ! ຈົ່ງມາຫາພຣະອົງແລະວາງໃຈໃນພຣະອົງ-ແລະຮັບເອົາຄວາມລອດ! ຈົ່ງຟັງຂ້າພະເຈົ້າເທດຄືກັບຄົນພວກນັ້ນທີ່ພາກັນເຮັດໃນວັນເພັນເທດສະເຕແລະພຣະເຢຊູ ຄຣິດຈະຊົງຊ່ວຍທ່ານເຊັ່ນກັນ! ເຊີນຮ້ອງເພງສຸດທ້າຍຢູ່ເຈ້ຍເພງຂອງທ່ານ“ກັບບ້ານມາກິນ ເຂົ້າແລງ”

ກັບບ້ານຫາພຣະເຢຊູ ໂຕະກຽມໄວ້ພ້ອມແລ້ວ
ກັບບ້ານມາກິນເຂົ້າແລງ ໃຫ້ເຮົາຫັກເຂົ້າຈີ່
ພຣະເຢຊູຊົງຢູ່ກັບເຮົາ ໃຫ້ເຮົາເວົ້າວ່າ
ກັບບ້ານມາກິນເຂົ້າແລງ ໃຫ້ເຮົາຫັກເຂົ້າຈີ່
ເຊີນກັບບ້ານສູ່ຄຣິສຕະຈັກແລະກິນ,ຮ່ວມກັນສາມັກຄີທໍາອັນແສນຫວານ
ຈະຖືກປະຕິບັດພໍສົມຄວນເມື່ອເຮົານັ່ງລົງກິນ

ການສາມັກຄີທໍາອັນຫວານແລະເພື່ອນຂອງທ່ານຈະຢູ່ທີ່ນັ້ນ
ເຮົາຈະນັ່ງລົງທີ່ໂຕະ ໃຈຂອງເຮົາເຕັມດ້ວຍຄວາມຊື່ນຊົມ
ພຣະເຢຊູຊົງຢູ່ກັບເຮົາ ໃຫ້ເຮົາເວົ້າວ່າ
ກັບບ້ານມາກິນເຂົ້າແລງ ໃຫ້ເຮົາຫັກເຂົ້າຈີ່
ເຊີນກັບບ້ານສູ່ຄຣິສຕະຈັກແລະກິນ,ຮ່ວມກັນສາມັກຄີທໍາອັນແສນຫວານ
ຈະຖືກປະຕິບັດພໍສົມຄວນເມື່ອເຮົານັ່ງລົງກິນ

ພຣະເຢຊູຊົງຢູ່ກັບເຮົາ ໃຫ້ເຮົາເວົ້າວ່າ
ກັບບ້ານມາກິນເຂົ້າແລງ ໃຫ້ເຮົາຫັກເຂົ້າຈີ່
ເຊີນກັບບ້ານສູ່ຄຣິສຕະຈັກແລະກິນ,ຮ່ວມກັນສາມັກຄີທໍາອັນແສນຫວານ
ຈະຖືກປະຕິບັດພໍສົມຄວນເມື່ອເຮົານັ່ງລົງກິນ

ກັບບ້ານຫາພຣະເຢຊູ ໂຕະກຽມໄວ້ພ້ອມແລ້ວ
ກັບບ້ານມາກິນເຂົ້າແລງແລະເຈົ້າຈະຖືກລ້ຽງ
ເພື່ອນຂອງທ່ານກໍາລັງຖ້າ ໃຫ້ເຮົາເວົ້າວ່າ
ກັບບ້ານມາກິນເຂົ້າແລງ ໃຫ້ເຮົາຫັກເຂົ້າຈີ່
ເຊີນກັບບ້ານສູ່ຄຣິສຕະຈັກແລະກິນ,ຮ່ວມກັນສາມັກຄີທໍາອັນແສນຫວານ
ຈະຖືກປະຕິບັດພໍສົມຄວນເມື່ອເຮົານັ່ງລົງກິນ
It’ll be quite a treat, When we sit down to eat!
   (“Come Home to Dinner” by Dr. R. L. Hymers, Jr.,
      to the tune of “On the Wings of a Dove”).

ດຣ.ແຊນ ຂໍເຊີນນໍາພວກເຮົາໃນການອະທິຖານແດ່.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ກິດຈະການ 2:41-47.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Blest Be the Tie That Binds” (by John Fawcett, 1740-1817).

ໂຄງຮ່າງບົດເທດສະໜາ

ຄວາມສໍາຄັນຂອງຄຣິສຕະຈັກທ້ອງຖີ່ນ

THE IMPORTANCE OF THE LOCAL CHURCH

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກໍາລັງຈະລອດເຂົ້າສົມທົບກັບຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

(ກິດຈະການ 8:1; ເອເຟໂຊ 5:23; ກິດຈະການ 16:31)

I.    ໜື່ງ ການມາຄຣິສຕະຈັກຈະຮັກສາຄວາມໂດດດ່ຽວຂອງທ່ານ. ປະຖົມມະການ 2:18; ລູກາ 14:23.

II.   ສອງ ການມາຄຣິສຕະຈັກຈະບໍ່ຊ່ວຍທ່ານໃຫ້ພົ້ນໄດ້, ໂຢຮັນ 3:7; ມັດທາຍ 11:28; ໂລມ 10:10; ກິດຈະການ 16:31.

III.  ສາມ ການມາຄຣິສຕະຈັກຈະວາງທ່ານລົງໃຕ້ການເທດສະໜາຂ່າວປະເສີດ. ໂລມ 10:14; ກິດຈະການ 2:41; 1 ໂກລິນໂທ 1:23; 2:2.