Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເມື່ອທ່ານອົດອາຫານ

WHEN YOU FAST
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 16/8/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 16, 2015

“ເມື່ອທ່ານອົດອາຫານ” (ມັດທາຍ 6:16)


ພຣະເຢຊູເອງຊົງອົດອາຫານກ່ອນທີ່ພຣະອົງຈະຊົງເລີ່ມການຮັບໃຊ້ຂອງພຣະອົງ ໃນໂລກນີ້,ພຣະເຢຊູຊົງຕັດວ່າພວກສາວົກຂອງພຣະອົງກໍຈະອົດອາຫານເຊັ່ນກັນຫຼັງຈາກທີ່ພຣະອົງຊົງສະເດັດກັບສູ່ສະຫວັນແລ້ວ,ພຣະອົງຊົງກ່າວວ່າ:

“ເມື່ອນັ້ນເຂົາຈະອົດອາຫານ” (ມັດທາຍ 9:15)

ດຣ.ຈອນອາໄຣສ໌ໄດ້ກ່າວວ່າພວກເຂົາພາກັນອົດອາຫານ ແລະ ອະທິຖານເປັນເວລາສິບມື້ ກ່ອນການຟື້ນຟູວັນເພັນເທດສະເຕ,ຂ້າພະເຈົ້າຄິດວ່າເລື່ອງນີ້ຈະຕ້ອງແມ່ນຄວາມຈິງ! ອັກ ຄະສາວົກເປົາໂລໄດ້ອົດອາຫານ ແລະອະທິຖານເປັນເວລາສາມວັນຕອນທີ່ລາວໄດ້ກັບໃຈ ໃໝ່(ກິດຈະການ 9:9,11), ພວກສະມາຊິກຂອງຄຣິສຕະຈັກຢູ່ເມືອງອັນທິໂອກໄດ້ອົດອາ ຫານເພື່ອທີ່ຈະຮູ້ຈັກນໍ້າພຣະໄທຂອງພຣະເຈົ້າ(ກິດຈະການ 13:2). ອີກເທື່ອໜື່ງພວກເຂົາ ໄດ້“ອົດອາຫານແລະອະທິຖານ” ຕອນທີ່ພວກເຂົາສົ່ງເປົາໂລກັບບານາບັສອອກໄປເປັນມິດ ຊັນນາລີ(ກິດຈະການ 13:2), ອັກຄະສາວົກເປົາໂລກ່າວວ່າທ່ານໄດ້ຝຶກ “ອົດອາຫານຕະ ຫຼອດ”(2 ໂກລິນໂທ 11:27) ແລະໃນຫົວຂໍ້ພຣະຄໍາພີຂອງເຮົານີ້ພຣະເຢຊູຊົງບອກເຮົາວ່າ ພວກເຮົາຄວນຈະອົດອາຫານ,ພຣະອົງຊົງຕັດວ່າ“ເມື່ອທ່ານອົດອາຫານ”(ມັດທາຍ 6:16), ແລະພຣະອົງຕັດວ່າ“ເມື່ອນັ້ນເຂົາຈະອົດອາຫານ”(ມັດທາຍ 9:15)

ຂ້າພະເຈົ້າມີຄວາມເຄົາລົບຢ່າງສູງຕໍ່ດຣ.ເຈເວີນັນແມັກກີ້, ໃນຊຸມປີ 1960 ຂ້າ ພະເຈົ້າໄດ້ສຶກສາພຣະຄໍາພີທັງໝົດຈາກໜ້າປົກຮອດຫຼັງປົກ,ຟັງການອະທິບາຍຂໍ້ພຣະຄໍາພີເປັນຂໍ້ໆຜ່ານທາງວິທະຍຸ, ກ່ຽວກັບຫົວຂໍ້ພຣະຄໍາພີຂອງເຮົາ“ເມື່ອທ່ານອົດອາຫານ” ດຣ. ແມັກກີ້ໄດ້ກ່າວວ່າ“ການອົດອາຫານມີຄຸນຄ່າສໍາຫຼັບພວກຜູ້ເຊື່ອໃນສະໄໝຂອງເຮົາ,ຂ້າພະ ເຈົ້າຖືກໂນ້ມນ້າວໃນເລື່ອງນັ້ນ”(J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 38).

ມີບາງຄົນຄິດວ່າພຣະເຢຊູກໍາລັງສອນຕໍ່ຕ້ານການອົດອາຫານໃນພຣະຄໍາພີຂໍ້ນີ້ໃນ ມັດທາຍ 6:16-18, ແຕ່ພວກເຂົາຄິດຜິດ, ພຣະອົງກໍາລັງສອນຕໍ່ຕ້ານ“ລັດທິຮູບແບບພາຍ ນອກ”ດັ່ງທີ່ສະບັບສະກໍຟິວໄດ້ໝາຍເຫດນັ້ນ, ພຣະອົງກໍາລັງສອນຕໍ່ຕ້ານການອົດອາຫານ ທີ່ໜ້າຊື່ໃຈຄົດເພື່ອໃຫ້ຄົນອື່ນໆເຫັນ, ແຕ່ພຣະອົງບໍ່ໄດ້ກໍາລັງສອນຕໍ່ຕ້ານການອົດອາຫານ ທີ່ແທ້ຈິງແຕ່ຢ່າງໃດ, ມັນກັງກັນຂ້າມກັນ-ພຣະອົງຕັດວ່າ“ເມື່ອທ່ານອົດອາຫານ”ແລະຫຼັງ ຈາກນັ້ນພຣະອົງກໍບອກເຂົາວ່າຈະເຮັດແນວໃດແດ່ແລະເປັນຫຍັງພວກເຂົາຈື່ງຄວນເຮັດມັນພຣະເຢຊູບໍ່ໄດ້ຕັດວ່າ “ຖ້າທ່ານອົດອາຫານ” ບໍ່ເລີຍ! ພຣະເຢຊູຕັດວ່າ“ເມື່ອທ່ານອົດອາ ຫານ”

ການອົດອາຫານມີຄຸນຄ່າໃນປະຈຸບັນນີ້,ຖ້າຍ້ອນກັບໄປໃນຊ່ວງເວລາຂອງນັກອະທິບາຍພຣະຄໍາພີທີ່ມີຊື່ສຽງມັດທິວເຮັນຣີ່ໄດ້ກ່າວວ່າ“ມັນຄື...ການຖືກປະລະທົ່ວໄປຖ້າມກາງ ພວກຄຣິສຕຽນ”(ໝາຍເຫດໃນມັດທາຍ 6:16),ປະມານ 25 ປີຫຼັງຈາກທີ່ມັດທິວເຮັນຣີ່ ຕາຍແລ້ວຈອນເວສລີກໍຮື້ຟື້ນໃໝ່ໃນທາງປະຕິບັດດ້ວຍການບອກຜູ້ຄົນຂອງລາວໃຫ້ຕາມ ແບບຢ່າງຂອງພວກຄຣິສຕຽນຍຸກຕົ້ນໆໂດຍການອົດອາຫານສອງເທື່ອຕໍ່ອາທິດ, ສະນັ້ນ ການຟື້ນຕື່ນຂື້ນໃຫຍ່ກໍໄດ້ກໍາເນີດຂື້ນໃນຊ່ວງເວລາແຫ່ງຄວາມສົນໃຈໃນການອົດອາຫານ ແລະອະທິຖານ,ການຮື້ຟື້ນຄືນໃໝ່ນີ້ເນັ້ນໜັກໃນເລື່ອງການອົດອາຫານທີ່ມີຮາກຖານຢູ່ໃນ ຄໍາເວົ້າຂອງພຣະຄຣິດວ່າ

“ເມື່ອທ່ານອົດອາຫານ” (ມັດທາຍ 6:16)

ພຣະຄໍາພີສອນວ່າມີຫຼາຍເຫດຜົນທີ່ຈະອົດອາຫານໃນເວລາເມື່ອພວກເຮົາອະທິຖານໃນປະຈຸບັນນີ້, ຂ້າພະເຈົ້າຈະຂໍເອົາໃຫ້ສາມປະການໃນຄືນນີ້.

I. ໜື່ງ ພວກເຮົາຕ້ອງອົດອາຫານແລະອະທິຖານຂໍພຣະເຈົ້າເພື່ອທີ່ຈະເອົາຊະນະລິດ ເດດຂອງຊາຕານ.

ກະລຸນາເປີດໄປໃນມາລະໂກ 9:28-29 ຂໍເຊີນຢືນແລະອ່ານສອງຂໍ້ນີ້ດັງໆ

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ເຫລົ່າສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້ ພຣະອົງຕັດຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ເວັ້ນແຕ່ໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:28-29)

ຂໍເຊີນນັ່ງລົງ, ດັງທີ່ຂ້າພະເຈົ້າໄດ້ກ່າວໄປໃນບົດເທດຕ່າງໆແລ້ວວ່າຂ້າພະເຈົ້າເຊື່ອວ່າມັນ ເປັນເລື່ອງຜິດທີ່ຄໍາວ່າ“ແລະອົດອາຫານ”ໃນມາລະໂກ 9:29 ຖືກຕັດອອກຈາກສະບັບແປ ສະໄໝໃໝ່ຫຼາຍສະບັບ, ຂ້າພະເຈົ້າຄິດວ່າຄວາມຜິດພາດນີ້ອີງຕາມການວິຈານຂໍ້ພຣະຄໍາພີ ຢ່າງຜິດໆ, ໜ້າເສົາທີ່ຄໍາວ່າ “ແລະອົດອາຫານ” ຖືກຕັດອອກຈາກສະບັບແປສະໄໝໃໝ່ ຕ່າງໆ,ພວກມັນໄດ້ຮັບອິດທິພົນຈາກສະບັບຄັດລອກເກົ່າແກສອງສະບັບທີ່ຖືກຄັດລອກໂດຍພວກປະໂລຫິດທີ່ຮັບອິດທິພົນຢອສຕິກຊື່ງໄດ້ຕັດຖີ້ມຄໍາເຫຼົ່ານີ້, ສະນັ້ນໜື່ງໃນເຫດຜົນທີ່ສໍາ ຄັນທີ່ສຸດສໍາຫຼັບການອົດອາຫານໄດ້ຖືກເອົາອອກໄປຈາກຄວາມຄິດຂອງພວກຄຣິສຕຽນຕາ ເວັນຕົກຊື່ງດຽວນີ້ພາກັນອ່ານສະບັບແປໃໝ່ຕ່າງໆທີ່ອີງຈາກສະບັບຄັດລອກເກົ່າແກ່ທີ່ມີຄໍາ ຖາມ, ບໍ່ສົງໄສເລີຍທີ່ຄຣິສຕະຈັກຂອງເຮົາຫຼາຍແຫ່ງມີພະລັງຕໍ່ສູ້ຊາຕານໜ້ອຍໂພດ! ດຣ.ຈອນອາໄຣສ໌ໄດ້ກ່າວວ່າ “ຂໍໃຫ້ເຮົາຢ່າສົງໄສວ່າເດັກຄົນນີ້ແມ່ນຖືກພະຍາມານສິງ(ຜີ), ວິນຍານຊົ່ວແມ່ນກ່ຽວກັບພວກເຮົາ” (Commentary on the Gospel According to Matthew, Sword of the Lord Publishers, 1980 edition, p. 364; comment on Matthew 17:14-21). ພຣະຄໍາພີກ່າວວ່າ:

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບ... ພວກວິນຍານທີ່ຊົ່ວໃນສະຖານຟ້າອາກາດ”(ເອເຟໂຊ 6:12)

ມັນຍາກຫຼາຍທີ່ຈະສ້າງຄຣິສຕະຈັກຫຼາຍແຫ່ງຂື້ນມາໂດຍການປະກາດຂ່າວປະເສີດປະຈຸບັນນີ້, ບາງຄົນພັດເວົ້າວ່າວິທີປະກາດຂ່າວປະເສີດຢູ່ປະເທດອາເມລິກາໄດ້ຕາຍໄປ ແລ້ວ, ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າລິດອໍານາດຂອງຊາຕານແມ່ນໃຫຍ່ຫຼວງໃນຍຸກຂອງເຮົາ, ມັນເບິ່ງຄືວ່າພວກເຮົາຕ້ອງການລິດອໍານາດຂອງພຣະເຈົ້າເພື່ອທີ່ຈະເອົາຊະນະ “ພວກວິນຍານທີ່ຊົ່ວໃນສະຖານຟ້າອາກາດ” ຂໍໃຫ້ເຮົາອົດອາຫານແລະອະທິຖານເພື່ອໃຫ້ພຣະເຈົ້າ ທຸບທໍາລາຍການບີບຮັດຂອງຊາຕານ! ມັນເບິ່ງຄືວ່າເປັນເຫດຜົນທີ່ເໝາະສົມທີ່ສຸດໃນຍຸກ ແຫ່ງການປະຖີ້ມຄວາມເຊື່ອແລະເຢັນຊ່າໃນຄຣິສຕະຈັກຕ່າງໆເມື່ອຊາຕານຖືອໍານາດເໜືອ ຄົນເປັນຈໍານວນຫຼາຍທີ່ພວກເຮົາກໍາລັງຈະນໍາວິນຍານພວກເຂົາ,ຮ້ອງເພງບົດທີ່ 6 “ສອນ ຂ້າໃຫ້ອະທິຖານ” ໃນວັກທີ່ສອງ “ລິດເດດໃນການອະທິຖານ”

ລິດເດດໃນການອະທິຖານລິດເດດໃນການອະທິຖານ ໃນໂລກຖ້າມກາງຄວາມບາບ,ໂສກເສົ້າແລະກັງວົນ

ຈິດວິນຍານມະນຸດຫຼົງຫາຍ,ຕາຍໃນຄວາມສິ້ີ້ນຫວັງ ໂຜດມອບລິດເດດໃຫ້ຂ້າເທີນ ລິດເດດໃນການອະທິຖານ!

“ສອນ ຂ້າໃຫ້ອະທິຖານ” by Albert S. Reitz, 1879-1966).

ມັນເບິ່ງຄືວ່າລິດອໍານາດໃນການອະທິຖານແມ່ນເຊື່ອມຕໍ່ໂດຍກົງກັບການອົດອາຫານເພາະພຣະເຢຊູໄດຕັດວ່າ:

“ເມື່ອທ່ານອົດອາຫານ”(ມັດທາຍ 6:16)

II. ສອງ ພວກເຮົາຕ້ອງອົດອາຫານແລະອະທິຖານເພື່ອໃຫ້ພຣະເຈົ້າ ແຊກແຊງໂດຍການສົ່ງການຟື້ຶ້ນຟູມາ.

ບໍ,ຂ້າພະເຈົ້າບໍ່ເຊື່ອວ່າທຸກສິ່ງທຸກຢ່າງຕ້ອງຂື້ນກັບການຟື້ນຟູ,ແຕ່ພວກເຮົາບໍ່ມີການຟື້ນຟູທີ່ປ່ຽນແປງລະດັບຊາດໃນປະເທດອາເມລິການັບແຕ່ປີ 1859 - ແລະການຟື້ນຟູ ຄຣິສຕະຈັກທ້ອງຖີ່ນຕ່າງໆໄດ້ກາຍເປັນສິ່ງທີ່ຫາຍາກຫຼາຍມີໜ້ອຍຄົນເຄີຍເຫັນໃນປະຈຸບັນນີ້ໃນປະເທດຂອງພວກເຮົາ, ຂ້າພະເຈົ້າຈື່ຄໍາເວົ້າຂອງດຣ.ເຄນຄອນນໍລີທີ່ວ່າ“ພວກເຮົາອາ ໄສຢູ່ໃນຍຸກໜື່ງທີ່ບໍ່ເຄີຍຮູ້ຈັກການຟື້ນຟູ” ແຕ່ອັກຄະສາວົກເປົາໂລຮູ້ຈັກການຟື້ນຟູ! ພຣະ ເຈົ້າໄດ້ສະເດັດມາອວຍພຣະພອນການນະມັດສະການຕ່າງໆທີ່ລາວໄດ້ຈັດຂື້ນທົ່ວໜັງສືກິດຈະການ, ພວກເຮົາບໍ່ຄວນແປກເມື່ອພວກເຮົາອ່ານວ່າເປົາໂລ

“ຕ້ອງອົດອາຫານຕະຫຼອດ”( 2 ໂກລິນໂທ 11:27)

ດຣ.ສາຟນັກປະຫວັດສາດຄຣິສຕຽນໄດ້ກ່າວວ່າ“ພວກຄຣິສຕຽນຍຸກຕົ້ນໄດ້ຕັ້ງວັນ ພຸດແລະໂດຍສະເພາະວັນສຸກ”ໃຫ້ເປັນວັນອົດອາຫານ(Philip Schaff, Ph.D., History of the Christian Church, Eerdmans Publishing Company, 1976 edition, volume II, p. 379)ຈອນເວສລີເຮັດໃຫ້ປະເພນີກັບມີຊີວິດໃນຊ່ວງແຫ່ງການຟື້ນຕື່ນຂື້ນອັນໃຫຍ່ຄັ້ງທີ່ໜື່ງ.

ບໍຂ້າພະເຈົ້າບໍ່ຄິດວ່າການອົດອາຫານແລະການອະທິຖານຈະນໍາການຟື້ນຟູມາໂດຍອັດຕະໂນມັດ, ແລະຂ້າພະເຈົ້າກໍບໍຄິດວ່າມີວັນທີ່ກໍານົດແນ່ນອນສໍາຫຼັບການອົດອາຫານ ແລະການອະທິຖານ, ຂ້າພະເຈົ້າບໍ່ເຫັນມັນຢູ່ໃນພຣະຄໍາພີ,ແຕ່ຂ້າພະເຈົ້າກໍບໍ່ເຫັນວ່າພວກ ເຮົາຈະປະສົບກັບການຟື້ນຟູໃນປະຈຸບັນນີ້ໂດຍປະສະຈາກການມີມື້ໃດໜື່ງຂອງການອົດອາ ຫານແລະອະທິຖານ, ດຣ.ຈອນອາໄຣສ໌ໄດ້ກ່າວວ່າ:

ສິດທິຊົນຜູ້ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າທົ່ວພຣະຄໍາພີມັກຈະອົດອາຫານຕະຫຼອດ,ການອົດອາຫານມັກຈະເຊື່ອມໂຍງກັບການອະທິຖານທັງຫົວໃຈ,ກັບການໂສກເສົ້າ,ກັບການກັບໃຈໃໝ່,ກັບການສະແຫວງຫາການຊ່ວຍໃຫ້ພົ້ນຈາກສັດຕູຫຼືສະຕິປັນຍາຈາກເບື້ອງເທິງ,ໂມເສດໄດ້ອົດອາຫານ...ເທິງພູຊີ ນາຍແລະພຣະຜູ້ຊ່ວຍຂອງເຮົາກໍອົດອາຫານ...ໃນຖີ່ນທຸລະກັນດານ,ໂຢຊູວາ,ດາວິດ,ເອສຣາ,ເນຫະມີ,ດານຽນ,ພວກສາວົກຂອງໂຢຮັນຜູ້ໃຫ້ບັບຕິດ ສະມາ,ນາງອັນນາ,ພວກອັກຄະສາວົກ,ເປົາໂລກັບບານາບັສແລະພວກຄົນອື່ນໄດ້ພາກັນອົດອາຫານແລະອະທິຖານ, ພວກສິດທິຊົນຂອງພຣະເຈົ້າໄດ້ ຮັບຄໍາຕອບຕາມຄໍາອະທິຖານຂອງພວກເຂົາເມື່ອພວກເຂົາລໍຄອຍພຣະເຈົ້າໃນການອົດອາຫານແລະອະທິຖານ, ຕັ້ງແຕ່ສະໄໝພຣະຄໍາພີບຸລຸດຜູ້ຍິ່ງ ໃຫຍ່ທີ່ສຸດແຫ່ງການອະທິຖານໄດ້ອົດອາຫານເຊັ່ນດຽວໄດ້ອະທິຖານ,ຄຣິສຕຽນຄົນໜື່ງຈະຢູ່ໃນກຸ່ມທີ່ດີເມື່ອພວກເຂົາອົດອາຫານແລະອະທິຖານ... ພຣະຜູ້ຊ່ວຍບໍ່ພຽງແຕ່ອົດອາຫານ(ເອງ)ເທົ່ານັ້ນແຕ່ພຣະອົງຍັງຊົງສອນໃຫ້ພວກສາວົກອົດອາຫານ,ພວກເຂົາອົດອາຫານຫຼັງຈາກທີ່ພຣະອົງ (ສະເດັດ ກັບ)ຖືກຮັບຂື້ນໄປ(John R. Rice, D.D., Prayer – Asking and Receiving, Sword of the Lord Publishers, 1970 edition, p. 215).

ດຣ.ໄຣສ໌ຍັງໄດ້ເວົ້າເຖິງ“ການຟື້ນຟູນໍາມາໂດຍການອະທິຖານແລະອົດອາຫານ” (ເຫຼັ້ມດຽວ ກັນໜ້າ 227).

ພວກເຮົາບໍ່ຄວນຄິດວ່າການອົດອາຫານແລະການອະທິຖານຈະ“ເຮັດ”ໃຫ້ການຟື້ນຟູມາ, ສາສະດາຈານອຽນເອັຈ.ເມີເຣເວົ້າຖືກວ່າ:

ພຣະເຈົ້າຊົງເລືອກທີ່ຈະເຮັດໃຫ້ການອະທິຖານເປັນວິທີໜື່ງແຫ່ງພຣະພອນບໍ່ແມ່ນເພື່ອທີ່ການຕື່ມເຕັມແຫ່ງພຣະປະສົງຂອງພຣະອົງຈະຂື້ນກັບພວກ ເຮົາ,ແຕ່ເພື່ອຊ່ວຍເຮົາໃຫ້ຮຽນຮູ້ຈັກການຂື້ນກັບພຣະອົງຢ່າງເດັດຂາດຂອງເຮົາ... ການເຂົ້າໃຈເລື່ອງການອະທິຖານ,ຫ່າງໄກຈາກການນໍາສູ່ການລາ ອອກຫຼືໂຊກຊະຕາ,ກໍໃຫ້ເກີດວິນຍານສໍານຶກເລື່ອງພຣະເຈົ້າແລະສິ່ງທີ່ນັກ ຂຽນຊົ່ວຄາວເອີ້ນວ່າ “ມູນຖານ...ການອະທິຖານແລະການອົດອາຫານ” (Rev. Iain H. Murray, Pentecost Today? The Biblical Basis for Understanding Revival, The Banner of Truth Trust, 1998, p. 69).

ມີຄໍາເວົ້າທີ່ດີວ່າ“ເມື່ອພຣະເຈົ້າຊົງປະສົງທີ່ຈະອວຍພອນຄົນຂອງພຣະອົງ, ພຣະອົງຊົງຕັ້ງ ພວກເຂົາໃຫ້ອະທິຖານກ່ອນ” ຈອນເວສລີໄດ້ກ່າວເຖິງເລື່ອງນີ້ອີກທາງໜື່ງວ່າ

ຂໍໃຫ້ການອົດອາຫານຕໍ່ພຣະເຈົ້າສໍາເລັດດ້ວຍຕາຂອງເຮົາ...ຄົງທີ່ໃນພຣະອົງ,ໃຫ້ຄວາມຕັ້ງໃຈຂອງເຮົາໃນເລື່ອງນີ້ເປັນແບບນີ້ແລະແບບນີ້ຢ່າງດຽວ ເພື່ອຖະວາຍກຽດພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ(The New Encyclopedia of Christian Quotations, Baker Books, 2000, p. 360).

ການອົດອາຫານແລະການອະທິຖານບໍ່ແມ່ນ“ສາເຫດຂອງການຟື້ນຟູ”,ພຣະເຈົ້າຊົງເປັນສາເຫດ, ໃນຫານອົດອາຫານແລະການອະທິຖານພວກເຂົາໄດ້ເຂົ້າໃກ້ຊິດພຣະເຈົ້າ ແລະເມື່ອພຣະອົງເຫັນວ່າມັນສົມຄວນພຣະອົງກໍຈະສົ່ງການຟື້ນຟູມາ, ທຸກຢ່າງມັນຢູ່ໃນມື ຂອງພຣະເຈົ້າ,ແລະມັນຍັງເປັນຄວາມຈິງໃນຊ່ວງເວລາແຫ່ງການຟື້ນຟູຄໍາອະທິຖານຂອງຜູ້ຄົນຈະໄວແລະເລິກເຊິ່ງກວ່າ,ມັ່ງຄັ່ງໃນຂະນະທີ່ຜູ້ຄົນອົດອາຫານແລະອະທິຖານ, ມັນຢູ່ໃນ ຊ່ວງເມື່ອພຣະເຈົ້າຊົງສົ່ງການຟື້ນຟູມາແລ້ວຊື່ງຈອນເວສລີສາມາດຂໍໄດ້

ທ່ານເຄີຍຕັ້ງມືໃດໜື່ງຂອງການອົດອາຫານແລະອະທິຖານບໍ? ສັ່ນບັນລັງ ແຫ່ງພຣະຄຸນແລະອົດສາສູ້ໃນນັ້ນແລ້ວພຣະເມດຕາຈະລົງມາ (Letters of John Wesley, p. 340).

ພວກເຮົາຮູ້ຈັກໂດຍທາງປະສົບການວ່າພວກເຮົາບໍ່ສາມາດມີຊ່ວງເວລາແຫ່ງການ ຟື້ນຟູຄືກັບຈອນເວສລີໄດ້ອະທິບາຍໄວ້ນອກຈາກວ່າພຣະເຈົ້າເອງຊົງປະທານລິດອໍານາດ ໃນການອະທິຖານໃຫ້ແກ່ເຮົາກ່ອນ, ພຣະເຈົ້າເອງຊົງເປັນຜູ້ສ້າງຂອງຄໍາອະທິຖານຊື່ງ ສັ່ນ “ບັນລັງແຫ່ງພຣະຄຸນ(ຈົນເຖິງ)ຄວາມເມດຕາ(ລົງ)ມາ” ພຣະເຈົ້າຊົງເປັນຜູ້ສ້າງຂອງ ການຟື້ນຟູການອົດອາຫານແລະການອະທິຖານທີ່ເອົາຈິງເອົາຈັງ, ມີພຽງເມື່ອພຣະເຈົ້າຊົງ ເປັນຜູ້ເລີ່ມແລະຜູ້ໃຫ້ສໍາເລັດຂອງມັນສາມາດເຮັດໃຫ້ເຮົາອົດອາຫານແລະອະທິຖານໃນຫົນທາງທີ່ພໍພຣະໄທພຣະອົງເພື່ອໃຫ້ສົ່ງການຟື້ນຟູມາ, ບໍ່ດັ່ງນັ້ນທຸກການອົດອາຫານແລະການ ອະທິຖານຂອງເຮົາກໍຈະບໍ່ມີຫຍັງເກີດຂື້ນ, ຂໍໃຫ້ພວກເຮົາສະແຫວງຫາໜ້າຂອງພຣະເຈົ້າ ມອບຈິດໃຈຂອງເຮົາໃຫ້ແກ່ພຣະອົງ,ອົດອາຫານແລະອະທິຖານເພື່ອໃຫ້ພຣະອົງໄດ້ຮັບກຽດໃນຄຣິສຕະຈັກຂອງພຣະອົງ,ມີພຽງການອະທິຖານແລະອົດອາຫານທີ່ພຣະເຈົ້າເປັນສູນກາງເທົ່ານັ້ນສາມາດໄດ້ຮັບພຣະພອນດ້ວຍການຟື້ນຟູແທ້ຈິງໄດ້, ຂໍເຊີນຢືນຂື້ນແລ້ວຮ້ອງເພງ “ໂຜດສອນຂ້າໃຫ້ອະທິຖານ”ອີກເທື່ອໜື່ງ! ຢູ່ໃນປື້ມເພງບົດທີ່ຫົກວັກທີ່ສອງ.

ລິດເດດໃນການອະທິຖານພຣະເຈົ້າຂ້າລິດເດດໃນການອະທິຖານ
ໃນຖ້າມກາງໂລກບາບ,ໂສກເສົ້າແລະກັງວົນນີ້
ມະນຸດຫຼົງຫາຍແລະກໍາລັງຕາຍຈິດໃຈໃນຄວາມໝົດຫວັງ
ໂອໂຜດມອບລິດເດດແກ່ຂ້າ,ລິດເດດໃນການອະທິຖານ
(“Teach Me to Pray” by Albert S. Reitz, 1879-1966

III. ສາມ ພວກເຮົາຕ້ອງອົດອາຫານແລະອະທິຖານສໍາຫຼັບຄົນຜູ້ໜື່ງໃຫ້ຮັບເຊື່ອ.

ພຣະເຢຊູຕັດວ່າ:

“ເມື່ອທ່ານອົດອາຫານ”(ມັດທາຍ 6:16)

ພຣະເຈົ້າຊົງຕັດກັບຜູ້ທໍານວາຍອິດສະຢາວ່າ:

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ? ຄືການແກ້ພັນທະຂອງ ຄວາມຊົ່ວ,ການປົດພາລະໜັກລົງ ແລະການປ່ອຍໃຫ້ໃຫ້ຜູ້ຖືກບີບບັງຄັບ ເປັນອິດສະຫຼະແລະ...ແອກທຸກອັນ?”(ອິດສະຢາ 58:6)

ເດັກນ້ອຍທີ່ພວກສາວົກບໍ່ສາມາດຊ່ວຍໄດ້ຖືກຜູກມັດກັບ“ເຊືອກແຫ່ງຄວາມຊົ່ວຊ້າ”ພວກສາວົກບໍ່ສາມາດຊ່ວຍລາວໄດ້ເພາະ

“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ເວັ້ນແຕ່ໂດຍການອະທິຖານແລະການອົດອາຫານ”

ພວກທ່ານຄິດບໍວ່າບາງຄົນທີ່ມາໂບດກໍຢູ່ໃນສະພາບທີ່ຄ້າຍໆກັນ?ຊາຕານ“ພະຂອງໂລກນີ້..ໄດ້ເຮັດໃຫ້ໃຈຂອງເຂົາຊື່ງບໍ່ເຊື່ອມືດໄປ”(2 ໂກລິນໂທ 4:4)ບໍ່ແມ່ນບໍ? ພວກທ່ານຄິດບໍ່ ວ່າພຣະເຈົ້າໄດ້ຕັດກັບພວກເຮົາເມື່ອພຣະອົງກ່າວວ່າ:

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ? ຄືການແກ້ພັນທະຂອງ ຄວາມຊົ່ວ,ການປົດພາລະໜັກລົງ ແລະການປ່ອຍໃຫ້ໃຫ້ຜູ້ຖືກບີບບັງຄັບ ເປັນອິດສະຫຼະແລະ...ແອກທຸກອັນ?”(ອິດສະຢາ 58:6)

ຂ້າພະເຈົ້າຄິດວ່າຊາລສ໌ເວສລີມີຂໍ້ພຣະຄໍາພີໃນໜັງສືອິດສະຢາຢູ່ໃນສະໃຈຂອງລາວຕອນທີ່ລາວຂຽນວ່າ:

ພຣະອົງຊົງທໍາລາຍລິດຂອງບາບ
ພຣະອົງຊົງປ່ອຍນັກໂທດໃຫ້ເປັນອິດສະຫຼະ
ໂລຫິດພຣະອົງສາມາດເຮັດໃຫ້ສົກກະປົກສະອາດໄດ້
ໂລຫິດພຣະອົງມີປະໂຫຍດຕໍ່ຂ້າ
(“O For a Thousand Tongues” by Charles Wesley, 1707-1788).

ຂໍເຊີນຢືນແລະຮ້ອງໃນທໍານອງຂອງເພງ“O Set Ye Open Unto Me.”

ພຣະອົງຊົງທໍາລາຍລິດຂອງບາບ
ພຣະອົງຊົງປ່ອຍນັກໂທດໃຫ້ເປັນອິດສະຫຼະ
ໂລຫິດພຣະອົງສາມາດເຮັດໃຫ້ສົກກະປົກສະອາດໄດ້
ໂລຫິດພຣະອົງມີປະໂຫຍດຕໍ່ຂ້າ

ຂໍເຊີນນັ່ງລົງ.

ເຮົາຈະຕ້ອງອົດອາຫານແລະອະທິຖານເພື່ອໃຫ້ພຣະຄຣິດເຮັດແບບນັ້ນຢູ່ໃນຊີວິດ ຂອງບາງຄົນທີ່ຢູ່ທີ່ນີ້ທີ່ຍັງບໍ່ກັບໃຈໃໝ່, ໂອພວກເຮົາຕ້ອງອະທິຖານຂໍພຣະເຢຊູໃຫ້ທໍາລາຍ ລິດຂອງບາບທີ່ຍຶດເຂົາໄວ້ຢ່າງແໜ້າໜາຂອງຊາຕານແລະໂລກ! ໂອພວກເຮົາຕ້ອງອົດອາ ຫານແລະອະທິຖານເພື່ອຂໍພຣະຄຣິດ

“ຄືການແກ້ພັນທະຂອງຄວາມຊົ່ວ, ການປົດພາລະໜັກລົງ ແລະການປ່ອຍ ໃຫ້ໃຫ້ຜູ້ຖືກບີບບັງຄັບເປັນອິດສະຫຼະແລະ...?”(ອິດສະຢາ 58:6)

ຮ້ອງເພງຂອງຊາລສ໌ເວສລີອີກເທື່ອໜື່ງ

ພຣະອົງຊົງທໍາລາຍລິດຂອງບາບ
ພຣະອົງຊົງປ່ອຍນັກໂທດໃຫ້ເປັນອິດສະຫຼະ
ໂລຫິດພຣະອົງສາມາດເຮັດໃຫ້ສົກກະປົກສະອາດໄດ້
ໂລຫິດພຣະອົງມີປະໂຫຍດຕໍ່ຂ້າ

ອ້າຍຂອງຊາລສ໌ຈອນເວສລີເວົ້າດີຫຼາຍຢູ່ໃນຊ່ວງແຫ່ງການຟື້ນຟູວ່າ

ທ່ານເຄີຍຕັ້ງມືໃດໜື່ງຂອງການອົດອາຫານແລະອະທິຖານບໍ? ສັ່ນບັນລັງ ແຫ່ງພຣະຄຸນແລະອົດສາສູ້ໃນນັ້ນແລ້ວພຣະເມດຕາຈະລົງມາ (ເຫຼັ້ມດຽວ ກັນ)

ຂໍໃຫ້ເຮົາເຮັດແບບນັ້ນໃນວັນເສົາໜ້ານີ້! ຂໍໃຫ້ພວກເຮົາທີ່ມີຄວາມສາມາດອົດອາ ຫານແລະອະທິຖານຢູ່ບ້ານເພື່ອຄົນທີ່ຍັງບໍ່ເຊື່ອທີ່ຢູ່ຖ້າມກາງພວກເຮົາ! ບໍ່ແມ່ນພວກທ່ານ ທຸກຄົນທີ່ສາມາດອົດອາຫານໄດ້,ແນ່ນອນ ແຕ່ໃນຂະນະທີ່ມີເວລາ,ສຸຂະພາບດີແລະສະ ຖານະການອໍານວຍຂໍໃຫ້ຄົນທີ່ມີຄວາມສາມາດອົດອາຫານແລະອະທິຖານ, ຈາກນັ້ນຂໍໃຫ້ ເຮົາກັບມາທີ່ໂບດນີ້ໃນຕອນແລງວັນເສົາໜ້າເວລາ 5:30 ແລະອະທິຖານເພື່ອພວກເຂົາອີກ ເທື່ອໜື່ງ,ຈາກນັ້ນກໍຈົບການອົດອາຫານດ້ວຍການກິນເຂົ້າແລະກັບບ້ານດ້ວຍຄວາມຊື່ນຊົມຍິນດີໃນພຣະເຈົ້າ! ແນ່ນອນເພງຂອງຊາລສ໌ເວສລີແມ່ນຄວາມຈິງ! ເຊີນຮ້ອງອີກເທື່ອໜື່ງ

ພຣະອົງຊົງທໍາລາຍລິດຂອງບາບ
ພຣະອົງຊົງປ່ອຍນັກໂທດໃຫ້ເປັນອິດສະຫຼະ
ໂລຫິດພຣະອົງສາມາດເຮັດໃຫ້ສົກກະປົກສະອາດໄດ້
ໂລຫິດພຣະອົງມີປະໂຫຍດຕໍ່ຂ້າ

ມີໃຜບໍທີ່ຢູ່ທີ່ນີ້ໃນຄືນນີ້ທີ່ເປັນຄົນຫຼົງຫາຍ?ພວກເຮົາໄດ້ອະທິຖານເພື່ອທ່ານ, ທ່ານ ຕ້ອງການພຣະເຢຊູເພື່ອປົດປ່ອຍທ່ານໃຫ້ເປັນອິດສະຫຼະຈາກບ້ວງຂອງຊາຕານແລະຊໍາລະລ້າງບາບຂອງທ່ານໂດຍພຣະໂລຫິດອັນປະເສີດຂອງພຣະອົງ, ພວກເຮົາກໍາລັງອະທິຖານ ວ່າທ່ານຈະວາງໃຈໃນພຣະຄຣິດແລະໄດ້ຮັບຄວາມລອດ.

ນີ້ແມ່ນລາຍການສິ່ງຕ່າງໆທີ່ຈະອະທິຖານສໍາຫຼັບອາທິດນີ້,ໂດຍສະເພາະແມ່ນມື້ວັນເສົາ.


1. ຈົ່ງເຮັດໃຫ້ການອົດອາຫານເປັນຄວາມລັບ(ເທົ່າທີ່ຈະເປັນໄປໄດ້),ຢ່າໄປໆ ມາໆບອກຜູ້ຄົນວ່າເຮົາກໍາລັງອົດອາຫານຢູ່.

2. ຈົ່ງໃຊ້ເວລາອ່ານພຣະຄໍາພີ,ອ່ານບາງສ່ວນຂອງໜັງສືກິດຈະການ(ດີແທ້ ແມ່ນບົດທໍາອິດ).

3. ທ່ອງຈໍາ ອິດສະຢາ 58:6 ໃນຊ່ວງການອົດອາຫານໃນມື້ວັນເສົາ.

4. ອະທິຖານຂໍພຣະເຈົ້າໃຫ້ມີຄົນໃຫມ່ສິບຄົນຫຼືຫຼາຍກວ່ານັ້ນທີ່ຈະຢູ່ກັບເຮົາ.

5. ອະທິຖານເພື່ອການສໍານຶກຂອງຄົນໜຸ່ມທີ່ບໍ່ເຊື່ອ, ອະທິຖານຂໍໃຫ້ພຣະເຈົ້າ ເຮັດກັບເຂົາໃນສິ່ງທີ່ພຣະອົງກ່າວໄວ້ໃນອິດສະຢາ 58:6.

6. ອະທິຖານເພື່ອໃຫ້ຜູ້ມາຢ້ຽມຄັ້ງທໍາອິດໃນມື້ນີ້(ວັນອາທິດ)ທີ່ຈະຖືກຊັກນໍາ ໃຫ້ມາອີກໃນອາທິດໜ້າ,ອະທິຖານລະບຸຊື່ຖ້າເປັນໄປໄດ້.

7. ຈົ່ງອະທິຖານເພື່ອຂໍໃຫ້ພຣະເຈົ້າສໍາແດງໃຫ້ຂ້າພະເຈົ້າເຫັນວ່າຈະເທດສະ ໜາແນວໃດແດ່ອາທິດໜ້ານີ້-ທັງຕອນເຊົ້າແລະຕອນແລງ.

8. ຈົ່ງດື່ມນໍ້າຫຼາຍໆ,ປະມານຈອກໜື່ງທຸກໆຊົ່ວໂມງ,ທ່ານສາມາດດື່ມກາແຟ ຈອກໃຫຍ່ໆໄດ້ໃນຕອນຕົ້ນຖ້າຫາກທ່ານລື້ງກິນມັນທຸກມື້,ຢ່າດື່ມນໍ້າຫວານ ນໍ້າຊູກໍາລັງແລະນໍ້າອື່ນໆ.

9. ຈົ່ງໄປຫາໝໍກ່ອນອົດອາຫານຖ້າຫາກທ່ານມີຄໍາຖາມອັນໃດກ່ຽວກັບສຸຂະ ພາບ(ໃຫ້ໄປຫາດຣ.ໄຄຣ້ທັນແຊນຫຼື ດຣ.ຈູດິດເຄແກນຢູ່ຄຣິສຕະຈັກຂອງ ເຮົາ) ຢ່າອົດອາຫານຖ້າທ່ານຫາກມີພະຍາດຮ້າຍແຮງເຊັ່ນເບົາຫວານ ຫຼື ຄວາມດັນເລືອດສູງ,ຈົ່ງໃຊ້ວັນເສົາເພື່ອອະທິຖານຕາມຂໍ້ພວກນີ້ກໍພໍ.

10. ເລີ່ມຕົ້ນການອົດອາຫານຂອງທ່ານຫຼັງຈາກອາຫານແລງໃນມື້ວັນສຸກ,ຢ່າ ກິນຫຍັງອີກຫຼັງຈາກອາຫານແລງວັນສຸກຈົນກວ່າທີ່ພວກເຮົາຈະກິນເຂົ້ານໍາ ກັນຢູ່ໂບດເວລາ 5:30 ໃນຕອນແລງວັນເສົາ.

11. ຈົ່ງຈື່ໄວ້ວ່າສິ່ງທີ່ສໍາຄັນທີ່ສຸດທີ່ຈະອະທິຖານເພື່ອຄືຄົນໜຸ່ມທີ່ຍັງບໍ່ເຊື່ອຢູ່ ໃນໂບດຂອງເຮົາໃຫ້ຮັບເຊື່ອ-ແລະເຊັ່ນກັນເພື່ອຄົນໜຸ່ມໃໝ່ທີ່ກໍາລັງມາໃນ ຊ່ວງເວລານີ້ໃຫ້ຢູ່ກັບພວກເຮົາຕະຫຼອດໄປ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມັດທາຍ 6:16-18.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“I Am Praying For You” (S. O’Malley Clough, 1837-1910).

ໂຄງຮ່າງບົດເທດສະໜາ

ເມື່ອທ່ານອົດອາຫານ

WHEN YOU FAST

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເມື່ອທ່ານອົດອາຫານ”(ມັດທາຍ 6:16)

(ມັດທາຍ 9:15;ກິດຈະການ 9:9,11; 13:2,3;
2 ໂກລິນໂທ 11:27; ມັດທາຍ 9:15)

I. ໜື່ງພວກເຮົາຕ້ອງອົດອາຫານແລະອະທິຖານຂໍພຣະເຈົ້າເພື່ອທີ່ຈະເອົາຊະນະ
ລິດເດດຂອງຊາຕານ. ມາລະໂກ 9:28-29; ເອເຟໂຊ 6:12.

II. ສອງ ພວກເຮົາຕ້ອງອົດອາຫານແລະອະທິຖານເພື່ອໃຫ້ພຣະເຈົ້າແຊກແຊງ
ໂດຍການສົ່ງການຟື້ຶ້ນຟູມາ. 2 ໂກລິນໂທ 11:27.

III. ສາມ ພວກເຮົາຕ້ອງອົດອາຫານແລະອະທິຖານສໍາຫຼັບຄົນຜູ້ໜື່ງໃຫ້ຮັບເຊື່ອ.
ອິດສະຢາ 58:6; ມາລະໂກ 9:29; 2 ໂກລິນໂທ 4:4.