Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປັນຫຍັງຊາຕານຈື່ງບໍ່ຢາກໃຫ້ທ່ານ
ອົດອາຫານເພື່ອການກັບໃຈໃໝ່

WHY SATAN DOESN’T WANT YOU
TO FAST FOR CONVERSIONS!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 12/7/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, July 19, 2015

“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:29)


ແມ່ນແລ້ວຂ້າພະເຈົ້າກໍາລັງຈະເທດສະໜາບົດອື່ນອີກຈາກພຣະຄໍາພີຂໍ້ນີ້, ແຕ່ຂ້າ ພະເຈົ້າຈະຂໍເວົ້າຫຼາຍຢ່າງໃນຄໍ່າຄືນນີ້, ຂ້າພະເຈົ້າຈະຕ້ອງເຮັດສິ່ງທີ່ຖືກຕ້ອງເພາະຂ້າພະ ເຈົ້າຖືກຕໍ່ສູ້ໂດຍພະຍາມານເປັນເວລາຫຼາຍປີແລ້ວ! ຂ້າພະເຈົ້າຕ້ອງພົບກັບຄວາມຫຍຸ້ງ ຍາກໃນການຕຽມບົດເທດນີ້ຫຼາຍກວ່າບົດເທດອື່ນໆໃນຊ່ວງປີໜື່ງທີ່ສອງປີມານີ້,ມີຢູ່ຈຸດໜື່ງ ທີ່ຂ້າພະເຈົ້າຮູ້ສຶກວ່າຖືກຕໍ່ສູ້ຈາກຊາຕານໂດຍກົງ, ຂ້າພະເຈົ້າຮູ້ດີວ່າບາງຄົນ(ແມ່ນກະທັ່ງ ນັກເທດບາງຄົນ)ອາດຈະຄິດວ່າຂ້າພະເຈົ້າກໍາລັງເວົ້າເກີນຄວາມຈິງ, ແຕ່ບໍ່ແມ່ນ, ຂ້າພະ ເຈົ້າສໍານຶກວ່າຂ້າພະເຈົ້າຖືກຢູ່ໃຕ້ການຕໍ່ສູ້ໂດຍກົງຈາກຊາຕານນັບຕັ້ງແຕ່ຄືນວັນອາທິດ ແລ້ວນີ້,ຈາກຊ່ວງເວລາທີ່ຂ້າພະເຈົ້າໄດ້ເທດໃນຂໍ້ພຣະຄໍາພີຂໍ້ນີ້ໃນຄືນວັນອາທິດແລ້ວນີ້ຂ້າພະເຈົ້າກໍບໍ່ສະບາຍແລະພາຍໃນກໍຖືກປິດບັງ, ຈາກນັ້ນໃນທັນໃດນັ້ນມັນກໍຊັດເຈນຂື້ນວ່າ ພຣະເຈົ້າຕ້ອງການໃຫ້ຂ້າພະເຈົ້າເທດສະໜາໃນມາລະໂກ 9:29 ເປັນເທື່ອທີ່ສອງ,ແຕ່ຊາ ຕານມັນກໍາລັງເຮັດວຽກຢ່າງໜັກເພື່ອໃຫ້ຂ້າພະເຈົ້າສັບສົນແລະເພື່ອບໍ່ໃຫ້ຂ້າພະເຈົ້າເທດ.

ແລງວັນອາທິດທີ່ຜ່ານມາ(“ການອະທິຖານແລະການອົດອາຫານໃນສະໄໝຂອງໂອບາມາ”) ຂ້າພະເຈົ້າກໍໄດ້ໃຫ້ຫົກເຫດຜົນທີ່ວ່າເປັນຫຍັງຄໍາວ່າ “ແລະການອົດອາຫານ”ບໍ່ ຄວນຈະຖືກເອົາອອກໄປຕອນທ້າຍຂອງ ມາລະໂກ 9:29,ສະບັບແປສະໄໝໃໝ່ທຸກສະບັບ ໄດ້ຕັດປະໂຫຍກນີ້ອອກໄປ, ພາສາກຣີກທີ່ຕັດເອົາຄໍາເຫຼົ່ານີ້ອອກໄປຄືສະບັບຄັດລອກຊີ ນາຍທິຄັສທີ່ທິສເຊັນດອຟ(1815-1874) ໄດ້ຄົ້ນພົບໃນວິຫານນັກບຸນແຄັດເທີຣິນຢູ່ທີ່ແຫຼມ ຊີນາຍປະມານ 400 ໄມຈາກເມືອງອາເລັກຊານເດຣຍ, ຊື່ງມັນຄືສະຖານທີ່ທີ່ລັດທິຢອສ ຕິກຈະເລີນຮຸ່ງເຮືອງພ້ອມກັບການປະຕິເສດແຫ່ງໂລກກາຍຍະພາບແລະການມຸ່ງເນັ້ນໃນ ເລື່ອງວັດຖຸສິ່ງຂອງຂອງມັນ.

ວິຫານເຊັ້ນແຄັດເທີຣີນຖືກສ້າງຂື້ນໃນປີປີ ຄ.ສ.548 ສະບັບຄັດລອກຊີນາຍທີຄັສ ຖືກຄັດລອກໂດຍມືປະມານປີຄ.ສ.360 ຊື່ງມັນເບິ່ງຄືວ່າໄດ້ຖືກເຄື່ອນຍ້າຍມາຈາກບ່ອນອື່ນ ໜ້າຈະມາຈາກເມືອງອາເລັກຊານເດຣຍເອງ, ຍິ່ງຂ້າພະເຈົ້າສຶກສາເລື່ອງນີ້ກໍຍິ່ງເຮັດໃຫ້ຂ້າ ພະເຈົ້າສໍານຶກວ່າພວກນັກບວດຢອສຕິກໄດ້ຕັດອອກຄໍາວ່າ“ແລະການອົດອາຫານ” ເພາະ ມັນບໍ່ເຂົ້າກັບແນວຄິດຂອງພວກເຂົາ.

ພວກເຮົາຕ້ອງແນມເບິ່ງບັນຫາແບບນີ້ກັບທັດສະນະຄະຕິຂອງຄຣິສຕຽນຄົນໜື່ງ, ທັດສະນະຄະຕິທີ່ເຮັດໃຫ້ພວກພະຍາມານແລະຊາຕານມີຄວາມວຸ້ນວາຍຫຼາຍ,ມັນເປັນເຫດການບັງເອີນບໍທີ່ສະບັບຄັດລອກຊີນາຍທີຄັສຖືກຄົ້ນພົບໃນ“ຍຸກສຸດທ້າຍ”ແຫ່ງຍຸກການແຈກຈ່າຍນີ້?ມັນບັງເອີນບໍທີ່ສະບັບຄັດລອກນີ້ຖືກຄົ້ນພົບໃນຊ່ວງເວລາດຽວກັນທີ່“ລັດທິການຕັດ ສິນໃຈ”ເຂົ້າມາແທນທີ່ການກັບໃຈໃໝ່ຢູ່ໃນຄຣິສຕະຈັກທັງຫຼາຍຂອງເຮົາ? ມັນບັງເອີນບໍທີ່ ຄຣິສຕະຈັກຫຼາຍແຫ່ງກໍາລັງຖືກແຊກຊຶມພ້ອມກັບຫຼັກຄໍາສອນຕ່າງໆຂອງຊາຕານໃນຊ່ວງ ເວລາດຽວກັນທີ່ສະບັບຄັດລອກນີ້ຖືກໂປຼໂມດໄປທົ່ວໂລກ? ມັນບັງເອີນບໍທີ່“ລັດທິການຕັດ ສິນໃຈຂອງຟີນນີ່,ຄວາມລອດທາງບັບຕິດສະມາຂອງແຄມເບວ, ພຣະເຈົ້າສາມອົງຂອງ ພວກມໍມອນ,ການຕໍ່ສູ້ພຣະຄໍາພີໂດຍພວກເສລີນິຍົມ,ຄວາມຊອບທໍາໂດຍການກະທໍາຂອງພະຍານພະເຢໂຮວາແລະການຖືວັນສະບາໂຕຂອງພວກເຊເວັນເດ(ຄະນະວັນເສົາ)ນິກາຍ ທຸກນິກາຍໄດ້ເຂົ້າມາພາຍໃນປະມານ 50 ປີໃນສະຕະວັດທີ່ 19? ມັນເປັນເລື່ອງບັງ ເອີນບໍທີ່ໜັງສືຂອງດາວິນເລື່ອງວິວັດທະນາການຖືກຕີພິມຊ່ວງເວລາດຽວກັນນີ້? ມັນເປັນ ເລື່ອງທີ່ບັງເອີນບໍທີ່ການຟື້ນຟູໃຫຍ່ລ້າສຸດໃນໂລກຕາເວັນຕົກໄດ້ປາກົດຂື້ນໃນປີ 1857-59 ໃນຊ່ວງເວລາດຽວກັນທີ່ທິສເຊັນດອຟໄດ້ຄົ້ນພົບສະບັບຄັດລອກຊີນາຍທີຄັສ? ມັນບັງ ເອີນບໍທີ່ບໍ່ມີການຟື້ນຟູໃຫຍ່ອີກເລີຍໃນໂລກຕາເວັນຕົກຕັ້ງແຕ່ທີ່ຄໍາວ່າ “ແລະການອົດອາ ຫານ”ຖືກຕັດອອກໂດຍການຄົ້ນພົບສະບັບຄັດລອກຊີນາຍທີຄັສ? ພວກມັນເປັນເລື່ອງບັງ ເອີນໄດ້ແນວໃດ? ບໍ່ແມ່ນເລີຍ, ຊ່ວງເວລານີ້ເຫັນການຕໍ່ສູ້ບາງອັນທີ່ອັນໃຫຍ່ທີ່ສຸດຕໍ່ຮາກ ຖານເດີມຂອງຊາວຄຣິສຕຽນໃນປະຫວັດສາດ-ແລະການຕັດອອກ“ແລະການອົດອາຫານ” ຄືໜື່ງໃນນັ້ນ!

ພວກເຮົາໄດ້ຮັບຄໍາເຕືອນພິເສດກ່ຽວກັບກິດຈະກໍາແບບຊາຕານໃນຍຸກສຸດທ້າຍ, ອັກຄະສາວົກເປົາໂລໄດ້ກ່າວວ່າ:

“ບັດນີ້ ພຣະວິນຍານໄດ້ຕັດໄວ້ຢ່າງແຈ່ມແຈ້ງວ່າ ຕໍ່ມາພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ”(1 ຕີໂມທຽວ 4:1)

ດຣ.ເຮັນຣີ່ເອັມ.ມໍຣິສໄດ້ກ່າວວ່າ:

ວິນຍານທີ່ລໍ້ລວງເຫຼົ່ານີ້ຮັບໃຊ້ເຈົ້າຊາຍຂອງພວກມັນ,ພະຍາມານຄືຜູ້ຕໍ່ສູ້ທີ່ເບິ່ງບໍ່ເຫັນທີ່ຢູ່ເບື້ອງຫຼັງການປະຖີ້ມຄວາມເຊື່ອ,ເປົ້າໝາຍສູງສຸດຂອງພວກ ມັນກໍຄືເພື່ອທີ່ຈະນໍາທັງຜູ້ຊາຍແລະຍິງໃຫ້ຕິດຕາມລູຊີເຟີຫຼືຊາຕານ, ແຕ່ ຕ້ອງເຮັດແບບນີ້ໂດຍວິທີການປິດບັງຫຼາຍກວ່າທີ່ຈະເປັນການເປີດເຜີຍ” (Henry M. Morris, Ph.D., The Defender’s Study Bible, World Publishers, 1995, p. 1345; note on I Timothy 4:1).

ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ເຫັນດ້ວຍກັບລາວໃນເລື່ອງພຣະໂລຫິດຂອງພຣະຄຣິດ, ດຣ. ແມັກອາເທີໄດ້ເວົ້າເຖິງກິດຈະກໍາແບບຊາຕານວ່າຈະເຖິງ“ຈຸດສູງສຸດສັ້ນໆກ່ອນທີ່ພຣະຄຣິດຈະສະເດັດກັບມາ” (The MacArthur Study Bible; note on I Timothy 4:1).

ຂ້າພະເຈົ້າສໍານຶກວ່າພວກຜີປີສາດ “ແມ່ນພວກຕໍ່ສູ້ທີ່ເບິ່ງບໍ່ເຫັນທີ່ຢູ່ເບື້ອງຫຼັງ” ຄວາມຜິດພາດທີ່ໃຫຍ່ທີ່ສຸດຂອງ“ຄາວພາຍໜ້າ”- ຄວາມຜິດພາດຢ່າງເຊັ່ນ“ນິກາຍຕັດສິນ ໃຈນິຍົມ”,ນິກາຍແຄມເບວ,ນິກາຍມໍມອນ.ນິກາຍເຊເວັນເດແອັດເວັນທິສ,ນິກາຍເສລີນິຍົມ,ພະຍານພະເຢໂຮວາ,ວິທະຍາສາດຄຣິສຕຽນແລະອິດສະລາມພະລັງໃໝ່, ພະຍາມານຮູ້ດີ ວ່າການອະທິຖານແລະອົດອາຫານເປັນເຄື່ອງມືທີ່ມີພະລັງທີ່ຢູ່ໃນມືຂອງພວກຄຣິສຕຽນ,ພະຍາມານຍັງຮູ້ດີວ່າມາລະໂກ 9:29 ແລະ ມັດທາຍ 17:21 ເປັນພຽງບ່ອນດຽວໃນພຣະຄໍາ ພີໃໝ່ທີ່ບອກພວກເຮົາເຖິງລິດອໍານາດແລະຄວາມຈໍາເປັນຂອງການອົດອາຫານແລະການອະທິຖານ,ຖ້າປາສະຈາກສອງຂໍ້ນີ້ກໍບໍ່ມີການສອນໂດຍກົງເລື່ອງການອົດອາຫານຈາກປາກ ຂອງພຣະເຢຊູ,ຈົ່ງຄິດເຖິງເລື່ອງນັ້ນ! ບໍ່ມີການສອນພິເສດວ່າພວກເຮົາຄວນອົດອາຫານ ແນວໃດແລະເປັນຫຍັງຕ້ອງອົດໃນເມື່ອຄໍາວ່າ“ແລະການອົດອາຫານ”ຖືກຕັດອອກໄປ! ມັນ ເປັນເລື່ອງບັງເອີນບໍທີ່ຄຣິສຕະຈັກຫຼາຍແຫ່ງຂອງເຮົາອ່ອນແອແລະມີພະລັງໜ້ອຍລົງນັບ ຕັ້ງແຕ່ທີ່ຄໍາວ່າ“ແລະການອົດອາຫານ”ຖືກຕັດອອກໄປ?ຂ້າພະເຈົ້າບໍ່ຄິດແບບນັ້ນ! ບໍ່ແມ່ນ ອີກຕໍ່ໄປ!

ໃນຊ່ວງກ່ອນໜ້ານີ້ພວກສິດຍາພິບານເຂົ້າໃຈວ່າພະຍາມານຢູ່ເບື້ອງຫຼັງສາສະໜາປອມ,ເຊັ່ນກັນໃນຊ່ວງຕົ້ນໆນັກເທດຫຼາຍຄົນກໍເຂົ້າໃຈວ່າຊາຕານແລະພວກພະຍາມານບາງເທື່ອສາມາດຍຶດທີ່ໝັ້ນໄດ້ ຊື່ງພວກມັນບໍ່ສາມາດຖືກປາບໄດ້ໂດຍພຽງຄໍາອະທິຖານຢ່າງ ດຽວຈາກນັ້ນພວກເຂົາກໍຈະກັບໄປຫາຄໍາຕັກເຕືອນຂອງພຣະຄຣິດວ່າ“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:29), ນັກປະກາດຂ່າວປະເສີດແລະນັກເທດຫຼັກທຸກຄົນກ່ອນສ່ວນທີ່ສອງຂອງສະຕະວັດທີ່ 19 ຮູ້ດີວ່າຈອນເວສລີ(1703-1791) ເວົ້າຖືກຕອນທີ່ລາວກ່າວວ່າ“ພວກພະຍາມານບາງຊະ ນິດພວກອັກຄະສາວົກໄດ້ໄລ່ອອກໄປແລ້ວກ່ອນໜ້ານີ້ໂດຍບໍ່ມີການອົດອາຫານ”- ແຕ່ພວກ ຜີ(ພະຍາມານ)ຊະນິດນີ້ຈະບໍ່ອອກໄປນອກຈາກການອະທິຖານແລະອົດອາຫານ” - ສິ່ງທີ່ ເປັນຄໍາພະຍານໃນທີ່ນີ້ຄືປະສິດທິພາບຂອງການອົດອາຫານ,ເມື່ອຕື່ມເຂົ້າໄປກັບການອະທິຖານ” (Wesley’s Notes on the New Testament, vol. 1, Baker Book House, 1983 reprint; note on Matthew 17:21).

ນັກປະຕິຮູບຜູ້ຍິ່ງໃຫຍ່ທຸກຄົນໄດ້ອົດອາຫານແລະອະທິຖານ - ລູເທີ,ເມລັນທອນ, ຄາລວິນ,ນັອກຊ໌ - ພວກເຂົາທຸກຄົນໄດ້ພາກັນອົດອາຫານແລະອະທິຖານ! ການອົດອາ ຫານແລະອະທິຖານຖືກໃຊ້ໂດຍພວກນັກເທດຜູ້ຍິ່ງໃຫຍ່ເຊັ່ນ:ບັນຢັນ, ວິດຟິວ, ເອັດເວີດ, ຮາວແວວແຮຣິສ,ແດນຽວໂຣແລນ,ແມັກຄີນ,ເນັດເລັດຕັນແລະຄົນອື່ນໆອີກຫຼາຍຄົນ,ແຕ່ໃນປະຈຸບັນນີ້ຂໍໃຊ້ຄໍາເວົ້າຂອງດຣ.ລອຍ-ໂຈນວ່າ “ຄຣິສຕະຈັກເປັນຢາແລະເປັນລົມໆແລງໆ, ນາງບໍ່ຮູ້ຕົວເຖິງຄວາມຂັດແຍ້ງ(ກັບຊາຕານ)ອີກຕໍ່ໄປ” (Martyn Lloyd-Jones, M.D., The Christian Warfare, The Banner of Truth Trust, 1976, p. 106).

ຄໍາແນະນໍາຂອງພຣະເຢຊູໃຫ້ “ອະທິຖານແລະອົດອາຫານ” ບໍ່ຄວນປະຍຸກໃຊ້ສະ ເພາະແຕ່ເພື່ອໄລ່ຜີອອກເທົ່ານັ້ນແຕ່ໃນກໍລະນີຂອງການກັບໃຈໃໝ່ໃດກໍໄດ້,ໂດຍສະເພາະ ໃນກໍລະນີຍາກຕ່າງໆ - ແລະໃນຍຸກສຸດທ້າຍນີ້ທຸກກໍລະນີເບິ່ງຄືວ່າຍາກຂື້ນໆໄປເລື່ອຍໆ! ດຣ.ລອຍ-ໂຈນ“ແມ່ນແຕ່ໃນໄລຍະສັ້ນຂອງການຄອບຄອງໂດຍກົງພວກເຮົາກໍຕ້ອງຍອມ ຮັບຄວາມຈິງທີ່ວ່າສັດຕູຂອງພວກເຮົາ, ພະຍາມານ(ອອກກຳລັງກາຍ)ປົກຄອງແລະມີອໍາ ນາດເໜືອຫຼາຍຄົນ,ພວກເຮົາຈະຕ້ອງເຂົ້າໃຈວ່າພວກເຮົາກໍາລັງສູ້ເພື່ອຊີວິດຂອງເຮົາຕໍ່ກັບ ອໍານາດບາງຢ່າງທີ່ຍິ່ງໃຫຍ່,ພວກເຮົາກໍາລັງລຸກຂື້ນສູ້ສັດຕູທີ່ຊົງພະລັງຫຼາຍ” (Studies in the Sermon on the Mount, part 2, Eerdmans, 1987, p. 148).

ພວກເຮົາກໍາລັງສູ້ຮົບຝ່າຍວິນຍານຢູ່, ການຕໍ່ສູ້ຂອງຊາຕານກໍາລັງເຕີບໃຫຍ່ເຂັ້ມ ແຂງຂື້ນ,ພວກເຮົາອະທິຖານເພື່ອການກັບໃຈໃໝ່ຂອງຄົນບາບແລະບໍ່ມີຫຍັງເກີດຂື້ນ,ພວກ ເຂົາບໍ່ໄດ້ເຂົ້າມາພາຍໃຕ້ການສໍານຶກຜິດເລື່ອງບາບ, ພວກເຂົາບໍ່ໄດ້ຮູ້ສຶກວ່າເຂົາຕ້ອງການ ພຣະຄຣິດ, ພວກເຂົາປະຕິເສດທີ່ຈະມາຫາພຣະອົງ,ຈິດໃຈຂອງເຂົາມືດມົນ,ຄວາມເຂົ້າໃຈ ຂອງເຂົາໃນເລື່ອງຝ່າຍວິນຍານທຸກຢ່າງມືດມົວ, ພວກເຮົາສືບຕໍ່ອະທິຖານແຕ່ກໍຍັງບໍ່ມີອັນ ໃດເກີດຂື້ນ,ມີຄົນໃໝ່ໜ້ອຍຫຼາຍທີ່ເຂົ້າມາໃນຄຣິສຕະຈັກແລະຍັງຢູ່, ພວກເຮົາຮູ້ສຶກທໍ້ແທ້ ໃຈ ແຕ່ຖ້າກ່ອນ! ດຣ.ລອຍ-ໂຈນໄດ້ກ່າວວ່າ:

“ຂ້າພະເຈົ້າສົງໄສວ່າມັນເຄີຍປາກົດຕໍ່ເຮົາບໍທີ່ວ່າພວກເຮົາຄວນພິຈາລະນາ ເລື່ອງຂອງການອົດອາຫານ?ຄວາມຈິງກໍຄືບໍ່ເຄີຍ,ເລື່ອງທັງໝົດນີ້ເບິ່ງຄືວ່າໄດ້ຖືກຍົກເລີກໄປຈາກຊີວິດຂອງເຮົາແລະບໍ່ມີຢູ່ໃນຄວາມຄິດທັງໝົດຂອງ ຄຣິສຕຽນເຮົາແລ້ວ” (Studies in the Sermon on the Mount, part 2, p. 34).

ເມື່ອພວກອ້າຍນ້ອງເວສລີໄດ້ອະທິຖານແລະອົດອາຫານຫຼາຍຢ່າງກໍເກີດຂື້ນ,ຊາລມັກຈະຖືກບົດບັງໂດຍອ້າຍຈອນຂອງລາວ, ແຕ່ເມື່ອຊາວເວສລີເທດກໍມີການລາຍງານວ່າມີ ຈໍານວນຄົນທີ່ກັບໃຈໃໝ່ຫຼາຍກວ່າປາກົດຂື້ນຫຼາຍເທື່ອ, ພວກທ່ານສາມາດສໍາພັດໄດ້ບໍເຖິງ ລິດອໍານາດຂອງພຣະເຈົ້າທີ່ລົງມາຕອນທີ່ຊາລສ໌ເວສລີຮ້ອງເພງ!

ພຣະອົງຊົງທໍາລາຍລິດຂອງມະເຮັງບາບ
   ພຣະອົງຊົງປ່ອຍນັກໂທດໃຫ້ເປັນອິດສະຫຼະ
ໂລຫິດພຣະອົງສາມາດລ້າງສິ່ງເປື້ອນໃຫ້ສະອາດໄດ້
   ໂລຫິດພຣະອົງເປັນປະໂຫຍດສໍາຫຼັບຂ້າ

ພຣະເຢຊູ!ຊື່ທີ່ສະກົດຄວາມຢ້ານຂອງເຮົາ
   ທີ່ສະເໜີລາຄາຢຸດຕິຄວາມໂສກເສົ້າຂອງເຮົາ
ເພງນີ້ສະເນາະຫູຂອງຄົນບາບ
   ທັງຊີວິດ,ສຸຂະພາບແລະສັນຕິສຸກ!
(“O For a Thousand Tongues to Sing” by Charles Wesley, 1707-1788;
      to the tune of “O Set Ye Open Unto Me”).

ພຣະເຢຊູ,ຜູ້ຮັກຈິດໃນຍານຂ້າ,ຂໍໃຫ້ຂ້າຢູ່ບິນຢູ່ໃຕ້ເອິກພຣະອົງ
   ໃນຂະນະທີ່ນໍ້າມ້ວນເຂົ້າໃກ້,ຂະນະທີ່ການທົດລອງຍັງຢູ່ສູງ
ພຣະຜູ້ຊ່ວຍໂຜດເຊື່ອງຂ້າໄວ້,ຈົນກວ່າພາຍຸແຫ່ງຊີວິດຜ່ານໄປ
   ຂໍຊົງນໍາໃຫ້ປອດໄພສູ່ສະຫວັນ,ໂຜດຮັບວິນຍານຂ້າດ້ວຍເທີນ!
(“Jesus, Lover of My Soul” by Charles Wesley, 1707-1788).

ນີ້ແມ່ນເພງທີ່ສວຍງາມແຕ່ງໂດຍຊາລສ໌ເວສລີ!

ຂໍໃຫ້ເປີດໄປນໍາກັນໃນອິດສະຢາ58,ຢູ່ໃນໜ້າ 763 ໃນພຣະຄໍາພີສະກໍຟິວສຶກສາ ອິດສະຢາ 58 ຂໍ້ທີ່ 6 ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານ:

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ? ຄືການແກ້ພັນທະຂອງ ຄວາມຊົ່ວ,ການປົດພາລະໜັກລົງ ແລະການປ່ອຍໃຫ້ໃຫ້ຜູ້ຖືກບີບບັງຄັບ ເປັນອິດສະຫຼະແລະການຫັກແອກທຸກອັນ?”(ອິດສະຢາ 58:6)

ຂໍເຊີນນັ່ງລົງໄດ້,ກະລຸນາຂີດກ້ອງຂໍ້ນີ້ໃນພຣະຄໍາພີຂອງທ່ານ,ຂໍ້ນັ້ນໄດ້ອະທິບາຍທາງທີ່ຖືກຕ້ອງທີ່ຈະອະທິຖານ,ມັນຍັງສະແດງໃຫ້ເຫັນເຖິງຊະນິດຂອງການອົດຫານທີ່ພຣະເຈົ້າຢາກໃຫ້ພວກຄຣິສຕຽນເຮັດ, ຂ້າພະເຈົ້າຢາກໃຫ້ທຸກທ່ານທ່ອງຈໍາມັນ, ມັນຄືຂໍ້ທ່ອງຈໍາໃໝ່ຂອງ ເຮົາອິດສະຢາ 58:6, ການອົດອາຫານແບບພຣະເຈົ້າ

(1) ສາມາດແກ້ພັນທະ(ໂຊ້)ແຫ່ງຄວາມບາບໄດ້.
(2) ສາມາດປົດພາລະໜັກລົງໄດ້.
(3) ສາມາດປົດປ່ອຍຊະເລີຍເສິກໄປໄດ້.
(4) ສາມາດຫັກແອກທຸກອັນໄດ້.

ອາເທີວໍລິສໄດ້ກ່າວວ່າ“ອົດອາຫານຈະໃຫ້ກໍາລັງຮ້ອງຂໍ(ນັກຮົບອະທິຖານ)ເພື່ອຮັກສາຄວາມກົດດັນຈົນສັດຕູ(ຊາຕານ) ຖືກບັງຄັບໃຫ້ແກ້ມັດການຍຶດເກາະຂອງມັນໃນການ ເປັນຊະເລີຍ,ນີ້ຄື(ວິທີທີ່ພຣະເຈົ້າປະທານ)ການປົດປ່ອຍຈາກອໍານາດຂອງຊາຕານ” (Arthur Wallis, God’s Chosen Fast, 2011 edition, p. 67).ຂ້າພະເຈົ້າຢາກໃຫ້ຄົນທີ່ທ່ອງຈໍາມາລາຄີ ແລ້ວຕອນນີ້ໃຫ້ທ່ອງຈໍາອິດສະຢາ 58:6.

ພວກເຮົາຈະມີການອົດອາຫານອີກມື້ໜື່ງໃນຄຣິສຕະຈັກຂອງເຮົາວັນເສົາໜ້ານີ້,ຂ້າພະເຈົ້າຢາກຈະເອົາບາງຂັ້ນຕອນໃຫ້ພວກທ່ານວ່າຊິເຮັດແນວໃດແດ່.


1.    ຈົ່ງເຮັດໃຫ້ການອົດອາຫານເປັນຄວາມລັບ(ເທົ່າທີ່ຈະເປັນໄປໄດ້),ຢ່າໄປ ບອກຜູ້ຄົນ(ແມ່ນແຕ່ພີ່ນ້ອງຂອງເຮົາ)ວ່າເຮົາກໍາລັງອົດອາຫານຢູ່.

2.    ຈົ່ງໃຊ້ເວລາອ່ານພຣະຄໍາພີ,ອ່ານບາງສ່ວນຂອງໜັງສືກິດຈະການ(ດີແທ້ ແມ່ນໃກ້ໆຕອນຕົ້ນໆ).

3.    ທ່ອງຈໍາ ອິດສະຢາ 58:6 ໃນຊ່ວງອົດອາຫານຂອງວັນເສົາ.

4.    ອະທິຖານຂໍພຣະເຈົ້າໃຫ້ກຽດການອົດອາຫານໂດຍການຕອບຄໍາອະທິຖານ ຂອງເຮົາ.

5.    ອະທິຖານເພື່ອການສໍານຶກຂອງຄົນໜຸ່ມທີ່ບໍ່ເຊື່ອ(ຕາມລາຍຊື່)ອະທິຖານ ເພື່ອໃຫ້ພຣະເຈົ້າເຮັດໃນສິ່ງທີ່ພຣະອົງກ່າວໄວ້ໃນອິດສະຢາ 58:6.

6.    ອະທິຖານເພື່ອໃຫ້ຜູ້ມາຢ້ຽມຄັ້ງທໍາອິດໃນມື້ນີ້(ວັນອາທິດ)ທີ່ຈະຖືກຊັກນໍາ ມາອີກໃນອາທິດໜ້າ,ອະທິຖານລະບຸຊື່ຖ້າເປັນໄປໄດ້.

7.    ຈົ່ງອະທິຖານຂໍໃຫ້ພຣະເຈົ້າສໍາແດງໃຫ້ຂ້າພະເຈົ້າເຫັນວ່າຈະເທດສະໜາ ແນວໃດແດ່ອາທິດໜ້ານີ້-ທັງຕອນເຊົ້າແລະຕອນແລງ.

8.    ຈົ່ງອະທິຖານເພື່ອກຸ່ມຄໍາອະທິຖານເພື່ອການເຊີນຊວນດຽວທີ່ຄົນໜຸ່ມຂອງ ເຮົາມີ(ມີສາມຄົນ),ຈົ່ງເບິ່ງນໍາຈອນຊາມູເອວເຄແກນຖ້າຫາກທ່ານສົນໃຈ.

9.    ຈົ່ງດື່ມນໍ້າຫຼາຍໆ,ປະມານຈອກໜື່ງທຸກໆຊົ່ວໂມງ,ທ່ານສາມາດດື່ມກາແຟ ຈອກໃຫຍ່ໆໄດ້ໃນຕອນຕົ້ນຖ້າຫາກທ່ານລື້ງກິນມັນທຸກມື້,ຢ່າດື່ມນໍ້າຫວານ ນໍ້າຊູກໍາລັງແລະອື່ນໆ.

10.  ໄປຫາໝໍຢາກ່ອນອົດອາຫານຖ້າຫາກທ່ານມີຄໍາຖາມອັນໃດກ່ຽວກັບສຸຂະ ພາບ(ໃຫ້ໄປຫາດຣ.ໄຄຣ້ທັນແຊນຫຼື ດຣ.ຈູດິດເຄແກນຢູ່ຄຣິສຕະຈັກຂອງ ເຮົາ) ຢ່າອົດອາຫານຖ້າທ່ານຫາກມີພະຍາດຮ້າຍແຮງເຊັ່ນເບົາຫວານ ຫຼື ຄວາມດັນເລືອດສູງ,ຈົ່ງໃຊ້ວັນເສົາເພື່ອອະທິຖານຕາມຂໍ້ພວກນີ້ກໍພໍ.

11.  ເລີ່ມຕົ້ນການອົດອາຫານຂອງທ່ານຫຼັງຈາກອາຫານແລງໃນມື້ວັນສຸກ,ຢ່າ ກິນຫຍັງອີກຫຼັງຈາກອາຫານແລງວັນສຸກຈົນກວ່າທີ່ພວກເຮົາຈະກິນເຂົ້ານໍາ ກັນຢູ່ໂບດເວລາ 5:30 ໃນຕອນແລງວັນເສົາ.

12.  ຈົ່ງຈື່ໄວ້ວ່າສິ່ງທີ່ສໍາຄັນທີ່ສຸດທີ່ຈະອະທິຖານເພື່ອຄືຄົນໜຸ່ມທີ່ຍັງບໍ່ເຊື່ອຢູ່ ໃນໂບດຂອງເຮົາໃຫ້ຮັບເຊື່ອ-ແລະເຊັ່ນກັນເພື່ອຄົນໜຸ່ມໃໝ່ທີ່ກໍາລັງມາໃນ ຊ່ວງເວລານີ້ໃຫ້ຢູ່ກັບພວກເຮົາຕະຫຼອດໄປ.


ຄວາມຈິງແລ້ວພຣະເຢຊູຄຣິດເຈົ້າຈະເປັນຜູ້ແກ້ໂຊ້ຂອງຄວາມຊົ່ວຮ້າຍ,ປົດພາລະໜັກລົງ,ປ່ອຍຄົນທີ່ຖືກກົດຂີ່ໂດຍຊາຕານໃຫ້ເປັນອິດສະຫຼະ,ແລະທຸບແອກທຸກຢ່າງຂອງຜີປີສາດລົງ,ພຣະເຢຊູຄຣິດຊົງເຮັດວຽກເຫຼົ່ານັ້ນແຕ່ພວກເຮົາຕ້ອງອະທິຖານແລະອົດອາຫານ ຕໍ່ພຣະເຈົ້າເພື່ອໃຫ້ພຣະເຢຊູປ່ອຍລິດອໍານາດຂອງພຣະວິນຍານຂອງພຣະເຈົ້າມາໃນຄຣິສຕະຈັກຂອງເຮົາ,ເພື່ອມອບຄວາມລອດແກ່ເຮົາແລະຊ່ວຍຖ້າມກາງຄົນໃໝ່ໆແລະຄຣິສຕະ ຈັກເດັກທີ່ບໍ່ລອດໃຫ້ພົ້ນ! ພວກເຮົາຈະແຈກໃບກັອບປີ້ຄໍາເທດສະໜານີ້ໃຫ້ພວກທ່ານເອົາ ກັບບ້ານອ່ານຄືນແລະເບິ່ງທັງ 12 ປະເດັ່ນທຸກເທື່ອທີ່ອະທິຖານໃນມື້ວັນເສົາ.

ຕອນນີ້,ຂ້າພະເຈົ້າຈະຂໍເອົາປະໂຫຍກໜ້ອຍໜື່ງໃຫ້ກັບຄົນທີ່ຍັງບໍ່ກັບໃຈໃໝ່,ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍການລົງໂທດບາບອັນໃຫຍ່ຫຼວງຂອງທ່ານ, ເພື່ອທີ່ ທ່ານຈະບໍ່ຖືກຕັດສິນເພາະບາບຂອງທ່ານ,ພຣະເຢຊູຊົງຟື້ນຂື້ນມາຈາກຕາຍພ້ອມທັງຮ່າງ ກາຍທັງເນື້ອໜັງແລະກະດູກ,ພຣະອົງເຮັດແບບນັ້ນເພື່ອທີ່ພຣະອົງຈະມອບຊີວິດນິລັນດອນໃຫ້ແກ່ພວກທ່ານ,ພຣະເຢຊູໄດ້ສະເດັດກັບໄປທີ່ພຣະຫັດຂວາຂອງພຣະເຈົ້າໃນສະຫວັນທີ່ ສາມ, ທ່ານສາມາດມາຫາພຣະອົງໄດ້ໂດຍຄວາມເຊື່ອແລະພຣະຈະຊົງຊ່ວຍທ່ານໃຫ້ພົ້ນ ຈາກບາບແລະການຕັດສິນລົງໂທດ! ພຣະເຈົ້າອວຍພອນ,ເອແມນ,ຂໍເຊີນດຣ.ແຊນມານໍາ ພວກເຮົາອະທິຖານແດ່.

ຂ້າງລຸ່ມນີ້ຄືບົດຄວາມທີ່ເອົາມາຈາກການໂພສລົງໃນເລື່ອງສະບັບຄັດລອກຊີ ນາຍທີຄັສໂດຍ“One Little Nail”ໃນບລັອກ“ພິວທິຣັນບອດ” 24/12/2013.
http://www.puritanboard.com/showthread.php/81537-Sinaiticus-is-corrupt

ຕາມມາຄືເລື່ອງລາວທີ່ທິສເຊັນດອຟໄດ້ຄົ້ນພົບສະບັບຊີນາຍທີຄັສແນວໃດ:

“ໃນປີ 1844 ຂະນະທີ່ເດີນທາງພາຍໃຕ້ການອຸດໜູນຂອງເຟຣເດຣິກອໍກັສ ຕັສກະສັດແຫ່ງເຊໂຊນີໃນການຄົ້ນຫາພຣະຄໍາພີ,ທິສເຊັນດອຟໄດ້ໄປວັດຄຸນແມ່ແຫ່ງນັກບຸນແຄັດເທີຣີນຢູ່ເທິງພູຊີນາຍ, ທີ່ນີ້ໄດ້ສັງເກດເອກະສານເກົ່າ ບາງອັນທີ່ຢູ່ໃນກະຕ້າເຈ້ຍທີ່ກຽມພ້ອມທີ່ຈະເອົາໄປເປັນເຊື້ອເພີງເຕົາອົບ,ລາວຈັບມັນຂື້ນມາແລະຄົ້ນພົບວ່າມັນແມ່ນຊີ້ນສ່ວນໜັງສັດສີ່ສິບສາມອັນຂອງສະບັບເຊບທົວຈິນ, ພວກສັດຕູທີ່ຕໍ່ສູ້ຂອງສະບັບຄິງເຈມສ໌ໄດ້ອ້າງວ່າສະບັບຄັດ ລອກນັ້ນບໍ່ໄດ້ຄົ້ນພົບຢູ່ໃນ“ກະຕ້າຂີ້ເຫຍື່ອ”ແຕ່ພວກມັນຢູ່ບ່ອນນັ້ນ, ນັ້ນຄື ຄວາມເປັນຈິງທີ່ທິສເຊັນດອຟໄດ້ອະທິບາຍເຖິງມັນ, “ຂ້າພະເຈົ້າສັງເຫັນກະ ຕ້າໃຫຍ່ແລະ ກວ້າງອັນໜື່ງທີ່ເຕັມໄປດ້ວຍໜັງສືສະໄໝບູຮານທີ່ຂຽນດ້ວຍ ລາຍມືແລະຜູ້ກໍາກັບຫ້ອງສະໝຸດບອກຂ້າພະເຈົ້າວ່າສອງກອງແບບນີ້ໄດ້ຖືກ ເຜົາໄປແລ້ວ, ມັນຄືຄວາມປະຫຼາດໃຈຂອງຂ້າທີ່ໄດ້ພົບກັບກອງເຈ້ຍແບບນີ້” (Narrative of the Discovery of the Sinaitic Manuscript, p. 23)ຈອນເບີກອນ ຜູ້ທີ່ມີຊີວິດຢູ່ຕອນທີ່ທິສເຊັນດອຟຄົ້ນພົບສະບັບຊີນາຍທີຄັສແລະຍັງໄດ້ໄປ ຢ້າມເບິ່ງວັດນັກບຸນແຄັດເທີີຣີນດ້ວຍຕົນເອງເພື່ອຄົ້ນຫາພຣະຄໍາພີສະບັບບູ ຮານ,ທົດສອບແລ້ວວ່າສະບັບຄັດລອກນັ້ນ“ຖືກພົບຢູ່ໃນກະຕ້າຂີ້ເຫຍື່ອເຈ້ຍ ຂອງວັດຄຸນແມ່” The Revision Revised, 1883, pp. 319, 342)

ດັ່ງນັ້ນ,ມັນຈື່ງປາກົດຢ່າງແນ່ນອນຕໍ່ຂ້າພະເຈົ້າວ່າພວກນັກບວດບູຮານເຫັນ ໄດ້ຊັດເຈນວ່າໄດ້ຕັດສິນໃຈດົນແລ້ວທີ່ຈະຕັດຫຼາຍຂໍ້ແລະການດັດແປງຢູ່ໃນ ພຣະຄໍາພີສະບັບຄັດລອກໄດ້ເຮັດໃຫ້ມັນບໍ່ໃຊ້ແລະເກັບໄວ້ໃນຕູມ້ຽນເຄື່ອງ ບ່ອນທີ່ບໍ່ມີການຊົມໃຊ້ເປັນເວລາຫຼາຍສະຕະວັດ, ແມ່ນທິສເຊັນດອຟໄດ້ໂປ ໂມດມັນຢ່າງກວ້າງຂວາງແລະຈິງຈັງໃນຖານະເປັນຕົວແທນພຣະຄໍາພີທີ່ຖືກ ຕ້ອງຫຼາຍກວ່າພັນໆສະບັບຄັດລອກທີ່ສະໜັບສະໜູນສະບັບເທັກຊັສຣີເຊັບ ທັສ,ນອກຈາກນີ້ລາວຍັງຄິດວ່າມັນມາຈາກສະຕະວັດທີ່ 4 ແຕ່ລາວບໍ່ເຄີຍພົບ ຂໍ້ພິສູດໃດແທ້ທີ່ວ່າມັນຂຽນຂື້ນຊ່ວງຕົ້ນກວ່າສະຕະວັດທີ່ 12.

ຈົ່ງພິຈາລະນາຄວາມຈິງເຫຼົ່ານີ້ແລະຄວາມຜິດປົກກະຕິທີ່ກ່ຽວຂ້ອງສະບັບຊີ ນາຍທີຄັສ:

1.   ຊີນາຍທີຄັສຖືກຂຽນຂື້ນໂດຍທໍາມາຈານທີ່ຕ່າງກັນສາມຄົນແລະຖືກກວດແກ້ຕໍ່ມາ ໂດຍຄົນອື່ນໆຫຼາຍຄົນ,(ນີ້ເປັນການສະຫຼຸບຂອງການຂະຫຍາຍການສືບສວນໂດຍ ເອັຈ.ເຈ.ເອັມ.ມາຍກັບທີ.ຊີ.ສະກີດແຫ່ງພິພິທະພັນອັງກິດຊື່ງຖືກຕີພິມຢູ່ໃນພວກ ອາລັກແລະນັກກວດແກ້ຂອງສະບັບຊີນາຍທີຄັສ,ລອນດອນ 1938)ທິສເຊັນດອຟ ໄດ້ນັບວ່າມີ 14,800 ການກວດແກ້ໃນສະບັບຄັດລອກນີ້, (David Brown, The Great Uncials, 2000)ດຣ.ເອັຟ.ເອັຈ.ເອອາລັກທີ່ຕີພິມປຽບທຽບເຕັມຂອງສະບັບຊີ ນາຍທີຄັສໃນປີ 1864 ຢັ້ງຢືນວ່າ“ໜັງສືທີ່ຂຽນດ້ວຍມືຖືກປົກຄຸມໄປດ້ວຍການດັດ ແປງຂອງການແກ້ໄຂໂຕລະຄອນຢ່າງຊັດເຈນ - ນໍາເຂົ້າມາໂດຍຢ່າງໜ້ອຍພວກ ແກ້ໄຂສິບຄົນທີ່ຕ່າງກັນ,ລະບົບບາງອັນຂອງພວກເຂົາໄດ້ແຜ່ໄປທົ່ວທຸກໜ້າ, ຄົນ ອື່ນໆເປັນບາງຄັ້ງຄາວຫຼືຈໍາກັດບາງສ່ວນທີ່ແຍກຈາກຕົ້ນສະບັບ, ຫຼາຍເຫຼົ່ານີ້ເປັນ ສະໄໝທີ່ມີນັກຂຽນຄົນທໍາອິດ,ແຕ່ສໍາຫຼັບສ່ວນທີ່ໃຫຍ່ກວ່າເປັນຂອງສະຕະວັດທີ່ ຫົກຫຼືເຈັດ”ສະນັ້ນຈື່ງເຫັນໄດ້ແຈ້ງວ່າພວກອາລັກໃນອະດີດຫຼາຍສະຕະວັດບໍ່ໄດ້ ພິຈາລະນາຊີນາຍທີຄັສໃຫ້ເປັນຕົວແທນພຣະຄໍາພີທີ່ບໍລິສຸດ, ເປັນຫຍັງມັນຈື່ງ ຄວນໄດ້ຮັບການເຄົາລົບນັບຖືຫຼາຍຈາກພວກນັກວິຈານຂໍ້ຄວາມສະໄໝໃໝ່ທີ່ເປັນ ຄວາມລຶກລັບອັນໜື່ງ.

2.   ຈໍານວນເງີນຫຼາຍແຫ່ງຄວາມບໍ່ສົນໃຈຖືກວາງສະແດງໃນການກັອບປີ້ແລະການ ກວດແກ້, “ສະບັບຄັດລອກຊີນາຍທີຄັສເຕັມໄປດ້ວຍຂໍ້ຜິດພາດຫຼາຍຢ່າງທາງ ສາຍຕາແລະບິກທີ່ມີຂອບເຂດບໍ່ໄຮ້ຄູ່ແຂງແນ່ນອນ,ແຕ່ມີຄວາມສຸກຫຼາຍທີ່ຄ່ອນ ຂ້າງຜິດປົກກະຕິໃນເອກະສານທີ່ມີຄວາມສໍາຄັນເປັນອັນດັບແລກ’ ຫຼາຍເທື່ອທີ່ 10,20,30,40 ຄໍາຖືກຕັດດ້ວຍຄວາມບໍ່ເອົາໃຈໃສ່, ຈົດໝາຍແລະຄໍາຫຼາຍຄໍາ ແມ່ນກະທັ່ງທັງປະໂຫຍກຖືກຂຽນຂື້ນຕະຫຼອດສອງເທື່ອ ຫຼືເລີ່ມຕົ້ນກໍຍົກເລີກ ທັນທີ,ໃນຂະນະທີ່ຄວາມ ຜິດຂັ້ນຕົ້ນໂດຍຄໍາສັ່ງໄດ້ຖືກຕັດອອກເພາະມັນເກີດຂື້ນ ຈົນສຸດກັບຄໍາດຽວກັບວັກກ່ອນໜ້າປາກົດບໍ່ໜ້ອຍກວ່າ115 ເທື່ອໃນພັນທະສັນຍາ ໃໝ່”(John Burgon, The Revision Revised) ມັນຊັດເຈນວ່າພວກອາລັກຜູ້ທີ່ຄັດ ລອກສະບັບຊີນາຍທີຄັສເປັນຄົນທີ່ບໍ່ສັດຊື່ຂອງພຣະເຈົ້າທີ່ປະຕິບັດຕໍ່ພຣະຄໍາພີ ດ້ວຍຄວາມບໍ່ເຄົາລົບສຸດໆ, ຈໍານວນຄໍາທັງໝົດທີ່ຖືກຕັດອອກໄປໃນຊີນາຍທີຄັສ ຢູ່ໃນຂ່າວປະເສີດຢ່າງດຽວແມ່ນ 3,455 ປຽບທຽບກັບພາສາກຣີກສະບັບທີ່ຮັບມາ (Burgon, p. 75).

3.   ມາລະໂກ 16:9-20 ຖືກຕັດອອກໃນສະບັບໂຄເດັກຊ໌ຊີນາຍທີຄັສ ແຕ່ຕອນ ຕົ້ນມັນຢູຸ່ຫັນແລະຖືກລຶບອອກ.

4.   ສະບັບຊີນາຍທີຄັສລວມໜັງສືອະໂພຕຣີຟານໍາ(ເອສດຣາ,ໂທບິດ, ຢູດິດ, I ແລະ IV ມັກຄາບີ,ສະຕິປັນຍາ,ປັນຍາຈານ)ບວກກັບງານຂຽນສອງຢ່າງທີ່ນອກຮີດ,ຈົດ ໝາຍຂອງບາຣະນາບັສແລະຜູ້ລ້ຽງແຫ່ງເຮີມາສ,ຈົດໝາຍອະທິທໍາຂອງບາຣະນາ ບັສແມ່ນເຕັມໄປດ້ວຍເລື່ອງນອກຮີດແລະການປຽບທຽບທີ່ເພີຝັນ,ການອວດອ້າງ ຕົວຢ່າງວ່າອັບຣາຮາມຮູ້ດີວ່າກຣີກ ແລະ ພິທີບັບຕິດສະມາເປັນສິ່ງຈໍາເປັນສໍາ ຫຼັບຄວາມລອດ,ຜູ້ລ້ຽງແຫ່ງເມືອງຮາມາສຄືການຂຽນຢອສຕິກອັນໜື່ງທີ່ນໍາສະເໜີ ເລື່ອງນອກຮີດທີ່ວ່າ“ວິນຍານພຣະຄຣິດ”ໄດ້ລົງມາເທິງພຣະເຢຊູຕອນຮັບພິທີບັບ ຕິດສະມາຂອງພຣະອົງ.

5.   ສຸດທ້າຍ,ສະບັບຊີນາຍທີຄັສ(ພ້ອມກັບສະບັບວາຕິກັນນັສ)ສະແດງໃຫ້ເຫັນຊັດ ເຈນເຖິງອິດທິພົນພວກຢອສຕິກໃນໂຢຮັນ 1:18 “ພຣະບຸດອົງດຽວທີ່ບັງເກີດມາ” ຖືກປ່ຽນເປັນ“ພຣະເຈົ້າອົງດຽວທີ່ບັງເກີດມາ”ສະນັ້ນການຮັກສາໄວ້ຕໍ່ໄປຂອງພວກ ເອຣຽນນອກຮີດທີ່ແຍກພຣະເຢຊູຄຣິດພຣະບຸດກັບພຣະເຈົ້າເອງໂດຍການທໍາລາຍ ການເຊື່ອມຕໍ່ທີ່ຊັດເຈນລະຫວ່າງ“ພຣະເຈົ້າ”ຂອງໂຢຮັນ 1:1 ກັບ“ພຣະບຸດ”ຂອງ ໂຢຮັນ 1:18, ພວກເຮົາຮູ້ດີວ່າພຣະເຈົ້າບໍ່ໄດ້ບັງເກີດມາ,ແຕ່ເປັນພຣະບຸດຊື່ງໄດ້ ບັງເກີດມາໃນການມາຮັບສະພາບມະນຸດ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ:ມາລະໂກ 9:17-29.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“I Would Be True” (by Howard A. Walter, 1883-1918).