Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວິທີສ້າງສາວົກ! ແຜນທີ່ໄດ້ຜົນຈິງ!

HOW TO MAKE DISCIPLES!
A PLAN THAT ACTUALLY WORKS!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 5/7/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, July 5, 2015

“ເຫດສະນັ້ນ ທ່ານທັງຫລາຍຈົ່ງອອກໄປສັ່ງສອນຊົນທຸກຊາດ ໃຫ້ຮັບບັບຕິດສະມາໃນພຣະນາມແຫ່ງພຣະບິດາ ພຣະບຸດ ແລະພຣະວິນຍານບໍລິສຸດ ສອນເຂົາໃຫ້ຖືຮັກສາສິ່ງສາລະພັດຊຶ່ງເຮົາໄດ້ສັ່ງພວກທ່ານໄວ້ ເບິ່ງແມ້ ເຮົາຈະຢູ່ກັບທ່ານທັງຫລາຍສະເໝີໄປ ຈົນກວ່າຈະສິ້ນໂລກ ເອແມນ” (ມັດທາຍ 28:19-20)


class="para_indent">ຂ້າພະເຈົ້າຖືກສອນເລື່ອງຈຸດໃຈກາງແລະຄວາມເປັນເອກຂອງຄຣິສຕະຈັກທ້ອງຖີ່ນດົນມາແລ້ວ,ຂ້າພະເຈົ້າບໍ່ຈື່ປານໃດຕອນທີ່ໄດ້ຍິນມັນ - ແຕ່ມັນຄືຊິເປັນຊ່ວງຕົ້ນໆເພາະວ່າ ຂ້າພະເຈົ້າບໍ່ສາມາດຈື່ເວລາໃນເມື່ອຕົນເອງບໍ່ເຊື່ອມັນ, ທຸກສິ່ງທຸກຢ່າງໃນພັນທະສັນຍາໃໝ່ ມີຈຸດສູນກາງຢູ່ທີ່ຄຣິສຕະຈັກທ້ອງຖີ່ນທັງຫຼາຍ, ຈິມເຈັນໄດ້ກ່າວວ່າ“ຄໍາວ່າ ‘ຄຣິສຕະຈັກ’ ຖືກໃຊ້ປະມານ 100 ເທື່ອໃນພຣະຄໍາພີໃໝ່...ຄຣິສຕະຈັກບໍ່ແມ່ນຄວາມຄິດທີ່ເກີດມາພາຍ ຫຼັງຂອງພຣະເຈົ້າ...ຕໍ່ພວກຄຣິສຕຽນຍຸກຕົ້ນໆຄຣິສຕະຈັກທ້ອງຖີ່ນຄືພະແນກທີ່ພຣະເຈົ້າຊົງ ເຈີມຕັ້ງຊື່ງພຣະເຈົ້າຊົງເລືອກທີ່ຈະເຮັດວຽກນຳແລະແລະເປັນພຽງພະແນກດຽວເທົ່ານັ້ນ” (Jim Gent, The Local Church: God’s Plan for Planet Earth, Smyrna Publications, 1994, pp. 81, 83, 84).

ພາສາກຣີກແປຄໍາວ່າ“ຄຣິສຕະຈັກ” ແມ່ນ“ເອກຄລີເຊຍ” - ໝາຍເຖິງການເອີ້ນໃຫ້ ມາເຕົ້າໂຮມກັນ - ການຮ່ວມຕົວກັນຂອງຜູ້ທີ່ພຣະເຈົ້າຊົງເອີ້ນອອກມາຈາກໂລກແລ້ວຮ່ວມ ຕົວກັນໃນພຣະຄຣິດໂດຍພຣະວິນຍານຂອງພຣະອົງ, ເວົ້າຢ່າງຖືກຕ້ອງວ່າພວກເຮົາບໍ່ໄດ້ “ໄປຄຣິສຕະຈັກ” ພວກເຮົາທີ່ລອດແລ້ວຄືຄຣິສຕະຈັກ! ພຣະຄຣິດຊົງບອກພວກເຮົາກ່ຽວ ກັບການກໍ່ຕັ້ງຄຣິສຕະຈັກໃນມັດທາຍ 16:17,18. ຫຼັງຈາກນັ້ນພຣະອົງກໍບອກເຮົາກ່ຽວກັບ ການລົງວິໄນແລະສິດທິອໍານາດຂອງພຣະຄຣິສຕະຈັກໃນມັດທາຍ 18:15-20. ມັນຢູ່ໃນ ພຣະມະຫາບັນຊາທີ່ພຣະພຣະຄຣິດຊົງບອກເຮົາເຮົາວ່າຄຣິສຕະຈັກຄວນຈະເຮັດຫຍັງແດ່, ເປົ້າໝາຍແລະວຽກຂອງຄຣິສຕະຈັກແມ່ນຫຍັງ, ໃນລູກາ 16:15 ພຣະຄຣິດຕັດວ່າ:

“ທ່ານທັງຫລາຍຈົ່ງອອກໄປທົ່ວໂລກປະກາດຂ່າວປະເສີດແກ່ມະນຸດທຸກຄົນ”(ມາລະໂກ 16:15)

ຄໍາບັນຊານີ້ທີ່ໃຫ້ໄປທົ່ວໂລກຖືກເວົ້າຊ້ຳຄືນຫຼາຍເທື່ອ, ແຕ່ອັນນັ້ນບໍ່ແມ່ນໃຈຄວາມຫຼັກຂອງ ພຣະມະຫາບັນຊາໃນມັດທາຍ 28:19,20, ດຣ.ດັບໂບຢູ.ເອ.ຄຣິສແວວໄດ້ກ່າວວ່າ:“ຄໍາ ສັ່ງຂອງພຣະເຢຊູແມ່ນຕໍ່...ຄຣິສຕະຈັກໃນທຸກຍຸກສະໄໝ,ປະໂຫຍກຄໍາສັ່ງໃນພຣະບັນຊາຄື ‘ສອນທຸກຊົນຊາດ’ຫຼາຍກວ່າແບບຄໍາເວົ້າກໍຄື“ສ້າງສາວົກ”” (The Criswell Study Bible, Thomas Nelson Publishers, 1979; note on Matthew 28:19-20).

ບາງຄົນໄດ້ເວົ້າວ່າຄໍາສັ່ງນີ້ໄດ້ຖືກມອບໃຫ້ແກ່ພວກອັກຄະສາວົກເທົ່ານັ້ນ,ອັນນີ້ເປັນແນວຄິດທີ່ຜິດ,ພວກເຮົາຕ້ອງອ່ານໜັງສືກິດຈະການເພື່ອທີ່ຈະເຫັນວ່າຄຣິສຕະຈັກທຸກແຫ່ງໃນພັນທະສັນຍາໃໝ່ເຊື່ອວ່າຄໍາສັ່ງນີ້ໄດ້ຖືກມອບໃຫ້ແກ່ເຂົາ - ແລະຄຣິສຕະຈັກທຸກແຫ່ງ, ດຣ.ຄຣິສແວວຍັງໄດ້ຊີ້ໃຫ້ເຫັນວ່າ “ສອນຊົນທຸກຊາດ”ແມ່ນຢູ່ໃນອາລົມທີ່ຫຼີກລ່ຽງບໍ່ໄດ້ແລະ ແທ້ຈິງແລ້ວໝາຍເຖິງ “ການສ້າງສາວົກ” ສິດຍາພິບານທີ່ຍາວນານຂອງຂ້າພະເຈົ້າ ດຣ.ທິໂມທີລິນ ເປັນໜື່ງໃນຜູ້ແປຂອງສະບັບເດິະນິວອາເມລິກັນສະແຕນດາດໄປໂບ, ລາວ ໄດ້ສອນຢູ່ໂຮງຮຽນສາສະໜາສາດທັລບອດແລະສືບຕໍ່ເປັນປະທານຂອງໂຮງຮຽນຂ່າວປະ ເສີດແຫ່ງປະເທດຈີນ, ດຣ.ລິນໄດ້ໃຫ້ຄໍາອະທິບາຍໃນມັດທາຍ 28:19-20 ວ່າ:

ມີສີ່ຄໍາຢູ່ໃນພຣະບັນຊາໃຫຍ່: “ໄປ” “ສ້າງສາວົກ” ບັບຕິດສະມາ” ແລະ “ສອນ” ມີພຽງ“ການສ້າງສາວົກ”ເທົ່ານັ້ນທີ່ຢູ່ໃນອາລົມທີ່ຫຼີກລ່ຽງບໍ່ໄດ້; ສ່ວນອີກສີ່ຄໍານັ້ນແມ່ນຄໍາກິລິຍາຕ່າງໆຫຼືຖ້ອຍຄໍາຄໍາຄຸນນາມ, ສະນັ້ນການ ແປທີ່ທ່ຽງກົງຄວນຈະເປັນ:

ເຫດສະນັ້ນທ່ານທັງຫຼາຍຕ້ອງສ້າງສາວົກຂອງທຸກຊົນຊາດ,ໃຫ້ບັບຕິດສະມາໃນພຣະນາມຂອງພຣະບິດາ, ພຣະບຸດ ແລະພຣະວິນຍານບໍລິ ສຸດ,ສອນເຂົາໃຫ້ຖືຮັກສາສິ່ງສາລະພັດທີ່ເຮົາໄດ້ສັ່ງພວກທ່ານໄວ້,ເບິ່ງແມ້ເຮົາຢູ່ກັບທ່ານສະເໝີໄປຈົນກວ່າຈະສີ້ນໂລກ.

ໃນຄໍາອື່ນ “ໄປ” ບໍ່ແມ່ນຄໍາສັ່ງ(ຢູ່ນີ້)ແຕ່ເປັນຄໍາວ່າ“ສ້າງສາວົກ”ແລະມັນຄື ໃຈຄວາມຫຼັກຂອງພຣະມະຫາບັນຊາໃຫຍ່(Timothy Lin, S.T.M., Ph.D., The Secret of Church Growth, FCBC, 1992, p. 59).

ອັລເບີດບານສ໌ໄດ້ເວົ້າແບບດຽວກັນວ່າ“ຄໍາວ່າ(ສອນ)ຖືກແທ້ໝາຍເຖິງ ‘ສາວົກ’ ຫຼື ‘ການ ສ້າງສາວົກ’” (Barnes’ Notes on the New Testament, Baker Book House, 1983 edition; note on Matthew 28:19)ສະບັບເອັນໄອວີໄດ້ແປມັນເປັນ“ການສ້າງສາວົກ”(ເອັນໄອວີມັດ ທາຍ 28:19).ດຣ.ອາ.ຊີ.ເອັຈ.ເລັນສະກີ ນັກອະທິບາຍຊາວລູເທີແຣນເຊັ່ນກັນໄດ້ແປມັນ ໃນທາງນີ້ວ່າ“ເຫດສະນັ້ນຈົ່ງອອກໄປສ້າງສາວົກທຸກຊົນຊາດ” (The Interpretation of St. Matthew’s Gospel, Augsburg Publishing House, 1961 edition, p. 1170) “ການສ້າງສາ ວົກ”ຍັງໄດ້ແປໂດຍຊາລສ໌ຈອນເອລີຄອດ ແລະ ຈອນປີເຕີແລງໃນພຣະທໍາອະທິບາຍຂອງ ພວກເຂົາເຊັ່ນກັນ, ວິລລ່ຽມເຮັນດຣິກເຊັ່ນໄດ້ກ່າວວ່າ “ເຫດສະນັ້ນຈົ່ງອອກໄປສ້າງສາວົກ” ເປັນຄໍາທີ່ຫຼີກລ່ຽງບໍ່ໄດ້ຂອງມັນເອງ,ມັນເປັນຄໍາສັ່ງໄວໆມີລະບຽບອັນໜື່ງ” (The Gospel of Matthew, Baker Book House, 1981 edition, p. 999)ສະນັ້ນໃຈຄວາມຂອງພຣະບັນຊາໃຫຍ່ ຄືໜ້າທີ່ແລະເປົ້າໝາຍຂອງຄຣິສຕະຈັກທ້ອງຖີ່ນ, ທຸກສິ່ງທຸກຢ່າງທີ່ເຮົາເຮັດຢູ່ໃນຄຣິສຕະ ຈັກທ້ອງຖີ່ນຄວນມີຈຸດສູນກາງອ້ອມຮອບໄປແລະການສ້າງສາວົກ,ຈາກນັ້ນກໍໃຫ້ບັບຕິດສະມາເຂົາແລະສອນເຂົາໃຫ້ຖືຮັກສາສິ່ງສາລະພັດທີ່ພຣະຄຣິດໄດ້ຊົງບັນຊາໄວ້, ຄຣິສຕະຈັກ ທ້ອງຖີ່ນຄືການສູນກາງການອົບຮົມເພື່ອ“ສ້າງສາວົກຂອງທຸກຊົນຊາດ” ທຸກຄົນທີ່ຕັ້ງໃຈຟັງ ຄໍາເທດສະໜາຂອງຂ້າພະເຈົ້າຮູ້ດີວ່າຂ້າພະເຈົ້າໄດ້ຊົມເຊີຍດຣ.ຈອນອາ.ໄຣສ໌.

ຂ້າພະເຈົ້າບໍ່ໄດ້ເຫັນດ້ວຍກັບລາວໃນທຸກໆຈຸດ, ແຕ່ຂ້າພະເຈົ້າເຫັນດ້ວຍຢ່າງໜັກ ແໜ້ນຕໍ່ການເນັ້ນໜັກໃນເລື່ອງຊະນະວິນຍານ, ຈົ່ງຟັງຄໍາອະທິບາຍຢ່າງລະອຽດຂອງດຣ. ໄຣສ໌ຕໍ່ພຣະມະຫາບັນຊາໃນມັດທິວ 28:19, 20:

ເກືອບທຸກຄົນຈະເຫັນດ້ວຍວ່າພຣະບັນຊາໃຫຍ່ທີ່ວາງແຜນໂດຍພຣະຜູ້ ຊ່ວຍໄດ້ຮຽກຮ້ອງວ່າການຊະນະວິນຍານເປັນສິ່ງທີ່ມາກ່ອນ,ຊື່ງການຊະນະວິນຍານຄືວຽກຫຼັກຂອງພວກຄຣິສຕຽນ,ສິດຍາພິບານແລະຄຣິສຕະຈັກທັງຫຼາຍ...(“ເຫດສະນັ້ນທ່ານທັງຫຼາຍຈົ່ງອອກໄປສັ່ງສອນຊົນທຸກຊາດ”) ສັງ ເກດວ່າ“ສອນ”ໃນທີ່ນີ້ບໍ່ໄດ້ໝາຍເຖິງການອະທິບາຍພຣະຄໍາພີຢ່າງລະອຽດຕໍ່ພວກຄຣິສຕຽນ, ມັນໝາຍເຖິງ“ເພື່ອສ້າງສາວົກ” ຄໍາພາສາກຣີກແມ່ນ “ເມເທຕູໂອ” ໝາຍເຖິງ “ເພື່ອສ້າງສາວົກ”...ດັ່ງນັ້ນການສອນທໍາອິດທີ່ສັ່ງ ໄວ້ໃນພຣະມະຫາບັນຊາຄືການສ້າງສາວົກ(John R. Rice, D.D., Litt.D., Why Our Churches Do Not Win Souls, Sword of the Lord Publishers, 1966, p. 22).

ຄໍາພາສາກຣີກແປ“ສາວົກ”ຖືກອະທິບາຍຢ່າງສົມບູນແບບໂດຍດັບໂບຢູ.ອີ.ໄວ - “ສາວົກ ບໍ່ພຽງແຕ່ເປັນລູດສິດ(ນັກຮຽນ)ເທົ່ານັ້ນແຕ່ຍັງເປັນຜູ້ຕິດຕາມ(ເຊັ່ນກັນ),ດັ່ງນັ້ນພວກເຂົາຈື່ງຖືກເວົ້າເຖິງໃນຖານະເປັນຜູ້ລອກແບບຂອງຄູຂອງພວກເຂົາ” (W. E. Vine, An Expository Dictionary of New Testament Words, Fleming H. Revell Publishers, 1966 edition, p. 316).

ແຕ່ຄໍາຖາມຕ່າງໆເກີດຂື້ນວ່າ - ເຮົາຈະເກນສາວົກໃໝ່ໄດ້ແນວໃດ? ຂ້າພະເຈົ້າ ຄິດວ່າອັນນັ້ນແມ່ນຄໍາຖາມທີ່ຕໍານິໃນສະໄໝຂອງເຮົາ,ພວກເຮົາໄດ້ພົບວ່າວິທີເກົ່າໆຫຼາຍວິທີຊື່ງໄດ້ຜົນໃນອະດີດ,ບໍ່ໄດ້ດຶງຄົນໃໝ່ເຂົ້າມາໃນຄຣິສຕະຈັກທ້ອງຖີ່ນໃນປະຈຸບັນນີ້, ມັນບໍ່ ໄດ້ຜົນ! ການແຈກໃບປິວບໍ່ໄດ້ພາສາວົກໃໝ່ເຂົ້າມາໃນຄຣິສຕະຈັກ,ການຫ້ອຍໃບເຊື້ອເຊີນ ຢູ່ທີ່ປະຕູກໍບໍ່ໄດ້ຜົນ, ການໄປປະຕູນີ້ຫາປະຕູນັ້ນແລະການອະທິຖານທີ່ເອີ້ນວ່າ“ຄໍາອະທິ ຖານຂອງຄົນບາບ”ກັບຜູ້ຄົນບໍ່ໄດ້ຜົນ, ທຸກຄົນທີ່ມີຄວາມຈິງຈັງໃນການລອງໃຊ້ວິທີເກົ່າເຫຼົ່າ ນີ້ຮູ້ດີວ່າພວກເຂົາບໍ່ໄດ້ພາສາວົກໃໝ່ເຂົ້າມາໃນຄຣິສຕະຈັກເລີຍ.

ຕອນທໍາອິດທີ່ຂ້າພະເຈົ້າກັບໃຈໃໝ່ໆຂ້າພະເຈົ້າໄດ້ອ່ານງານຂຽນຂອງຈອນເວສລີ,ມັນເປັນວິທີຂອງຈອນເວສລີທີ່ອອກໄປແລະເທດສະໜາຢູ່ໃນທົ່ງນາ, ຫຼັງຈາກນັ້ນບາງຄົນ ອາດຈະມາຟັງລາວແລະລາວກໍອາດຈະປະຊຸມກັບເຂົາເປັນກຸ່ມນ້ອຍໆ,ຂ້າພະເຈົ້າຄິດວ່າອັນນັ້ນແມ່ນທາງທີ່ຈະປະກາດຂ່າວປະເສີດ, ດັ່ງນັ້ນໃນແຕ່ລະມື້ຫຼັງຈາກເລີກວຽກຂ້າພະເຈົ້າກໍ ຈະໄປຕາມຖະໜົນໃນຕົວເມືອງລອສແອງເຈີລິສແລ້ວເທດສະໜາແຕ່ໄດ້ຜົນໜ້ອຍດຽວ,ຂ້າພະເຈົ້າມີຄວາມຫວັງຈະນໍາຜົວເມຍເຖົ້າຄູ່ໜື່ງມາຫາພຣະເຈົ້າໃນບ້ານຂອງເຂົາຫຼັກຈາກທີ່ຜູ້ ເປັນຜົວໄດ້ຍິນຂ້າພະເຈົ້າເທດຢູ່ຕາມຖະໜົນ, ແຕ່ສອງຄົນນີ້ເປັນຜົນງານດຽວເທົ່ານັ້ນຫຼັງ ຈາກທີ່ໄດ້ເທດສະໜາຕາມຖະໜົນເປັນເວລາສອງປີ!

ຕໍ່ໍ່ມາຂ້າພະເຈົ້າກໍພະຍາຍາມແຈກໃບປິວ,ຕອນທີ່ພວກເຮົາເລີ່ມຄຣິສຕະຈັກນີ້ພວກ ເຮົາໄດ້ແຈກໃບປິວຢ່າງສະໝ່ຳສະເໝີ, ຂ້າພະເຈົ້າໄດ້ຄໍານວນໄວ້ວ່າພວກເຮົາໄດ້ແຈກໃບ ປິວເລື່ອງຄວາມລອດໄປແລ້ວກວ່າເຄິ່ງລ້ານໃບ, ມັນຄືໃບປິວຂອງພວກເຮົາເອງທີ່ມີຊື່ແລະ ເບີໂທຂອງຄຣິສຕະຈັກຂອງພວກເຮົາ, ແຕ່ຫຼັງຈາກຫຼາຍປີຜ່ານໄປທີ່ໄດ້ແຈກໃບປິວຫຼາຍ ພັນເຫຼັ້ມໄປພວກເຮົາກໍບໍ່ໄດ້ຮັບແມ່ນແຕ່ຄົນດຽວເຂົ້າມາໃນໂບດຂອງເຮົາ!ບໍ່ມີຈັກຄົນເລີຍ!

ຫຼັງຈາກນັ້ນພວກເຮົາກໍໄດ້ພະຍາຍາມໄປແຕ່ລະປະຕູແລ້ວສອນແຜນການເລື່ອງ ຄວາມລອດ,ສຸດທ້າຍຂ້າພະເຈົ້າໄດ້ອັດເທັບອະທິບາຍວ່າຈະລອດແນວໃດແດ່, ຄົນຂອງ ພວກເຮົາໄດ້ເປີດເທັບນັ້ນໃຫ້ຄົນທີ່ບໍ່ເຊື່ອຫຼາຍຮ້ອຍຄົນຟັງ, ມີໜ້ອຍຄົນເກືອບວ່າບໍ່ມີຈັກ ຄົນເຂົ້າມາໃນຄຣິສຕະຈັກ! ບໍ່ມີຈັກຄົນທີ່ເຂົ້າມາເປັນຄົນໜຸ່ມ, ຂ້າພະເຈົ້າບໍ່ຈື່ວ່າແມ່ນກະທັ່ງ ຄົນດຽວທີ່ຢູ່ກັບພວກເຮົາ!

ສຸດທ້າຍພວກເຮົາກໍລອງການເຊື້ອເຊີນແບບງ່າຍໆ, ພວກເຮົາບໍ່ໄດ້ເອົາພຣະຄໍາພີ ໄປຫຼືໃບປິວຫຼືໜັງສືໂຄສະໜາໃດໆໄປ, ພວກເຮົາເລີ່ມຕົ້ນດ້ວຍການສົ່ງຄົນຂອງພວກເຮົາ ໄປຕາມຫ້າງຕ່າງໆ,ວິທະຍາໄລຕ່າງໆແລະຕາມແຈມຸມຖະໜົນຕ່າງໆ,ພວກເຂົາຈະເຂົ້າຫາຜູ້ຄົນແລະມີການສົນທະນາຊົ່ວຄາວກັບເຂົາເຈົ້າ, ເຊີນຜູ້ຄົນໃຫ້ມາໃນງານລ້ຽງຢູ່ທີ່ຄຣິສຕະ ຈັກແບັບຕິດຂອງເຮົາ,ຈາກນັ້ນພວກເຂົາກໍຈະຖາມຊື່ແລະເບີໂທຂອງບຸກຄົນນັ້ນ, ພວກເຮົາ ຈະສຸມໃສ່ພວກຄົນໜຸ່ມ, ດຣ.ທິໂມທີລິນ ໄດ້ກ່າວວ່າ“ອີງຕາມສະຖິຕິເປີເຊັນຂອງຄົນທີ່ອາຍຸ 40 ປີຂື້ນທີ່ຮັບເຊື່ອພຣະເຢຊູມີຈໍານວນໜ້ອຍໂດຍສະເພາະຖ້າມກາງຄົນຈີນ”(ເຫຼັ້ມດຽວກັນ ໜ້າ 73) ຄວາມຈິງແລ້ວມີໜ້ອຍກວ່ານັ້ນອີກໃນຖ້າມກາງກຸ່ມຄົນທີ່ບໍ່ແມ່ນຄົນຈີນ, ສະຖິຕິ ອື່ນໆໄດ້ຊີ້ໃຫ້ເຫັນວ່າເກືອບທຸກຄົນທີ່ກັບໃຈໃໝ່ (90% ຫຼື ຫຼາຍກວ່ານັ້ນ)ປາກົດວ່າມີອາຍຸ ກ່ອນ 30 ປີ,ມັນເຮັດໃຫ້ຂ້າພະເຈົ້າແປກໃຈທີ່ນັກເທດຫຼາຍຄົນໃນຍຸກສຸດທ້າຍໃສ່ຄວາມ ພະຍາຍາມຂອງເຂົາເຈົ້າໃນການນໍາວິນຍານພວກຜູ້ເຖົ້າໃນເມື່ອການສໍາຫຼວດທຸກຢ່າງໄດ້ ບອກແລ້ວວ່າພວກເຂົາເປັນກຸ່ມທີ່ຕໍ່ຕ້ານສຸດໆ, ດຣ.ລິນໄດ້ກ່າວວ່າພວກເຮົາຄວນຈະໃຊ້ ຄວາມພະຍາຍາມຂອງເຮົາທຸກຢ່າງສອນພວກຄົນໜຸ່ມ, ດັ່ງນັ້ນພວກເຮົາຈື່ງຕັ້ງເປົ້າໝາຍ ຄົນທີ່ມີອາຍຸ 16 ຫາ 25 ປີ,ນັກເທດຫຼາຍຄົນໃນຍຸກສຸດທ້າຍນີ້ຕ້ອງການຜົນທັນທີ,ສະນັ້ນ ພວກເຂົາຈື່ງສະແຫວງຫາໂດຍທຸກວິທີທາງເພື່ອທີ່ຈະໄດ້ພວກທີ່ເປັນຄຣິສຕຽນ “ແລ້ວໆ” ຈາກຄຣິສຕະຈັກແຫ່ງອື່ນໆ, ພວກເຂົາເຮັດໃຫ້ຜູ້ຄົນປະຖີ້ມຄຣິສຕະຈັກເກົ່າຂອງພວກເຂົາ ແລ້ວມາກັບເຂົາ, ດຣ.ເຈມສ໌ດອບສັນໄດ້ກ່າວວ່າເກືອບທຸກຄົນທີ່ເຕີບໃຫຍ່ໃນຄຣິສຕະຈັກ ຫຼາຍແຫ່ງແມ່ນມາຈາກການຍ້າຍສະມາຊິກ,ນີ້ແມ່ນສະຖານະການທີ່ໜ້າເສົ້າ, ນັກເທດຫຼາຍ ຄົນຖືກບັງຄັບໃຫ້ເຮັດແບບນີ້ເພາະເຂົາບໍ່ຮູ້ວິທີທີ່ຈະນໍາຄົນໃໝ່ອອກຈາກໂລກ, ນັກເທດ ຫຼາຍຄົນບໍ່ມີຄວາມຄິດທີ່ຈະດຶງດູດຄົນບໍ່ເຊື່ອແລະພາເຂົາເຂົ້າມາຮັບເຊື່ອ, ພວກເຂົາບໍ່ມີ ຄວາມຄິດວ່າຈະເຮັດແນວໃດແດ່! ພວກເຂົາມີຄວາມສາມາດແຕ່“ລັກແກະ”ໄປຈາກຄຣິສ ຕະຈັກແຫ່ງອື່ນໆ! ບໍ່ສົງໄສເລີຍທີ່ເຂົາບໍ່ມີການຟື້ນຟູ!

ຕອນທີ່ຄົນຂອງພວກເຮົາກັບມາຈາກ“ການປະກາດຂ່າວປະເສີດ”ພວກເຂົາກໍເອົາຊື່ແລະເບີໂທທີ່ເຂົາໄດ້ມາໃຫ້ກັບຜູ້ມີໜ້າທີ່ໂທຫາ,ຜູ້ທີ່ໂທຫາໄດ້ຮຽນຮູ້ວິທີທີ່ຈະໂທຫາຄົນພວກນັ້ນແລະເຊີນພວກເຂົາໃຫ້ເຂົ້າມາກັບພວກເຮົາ, ພວກເຮົາບອກຄວາມຈິງກັບເຂົາເຈົ້າໃນສິ່ງ ທີ່ພວກເຮົາກໍາລັງຈະເຮັດ - ຂ້າພະເຈົ້າຈະເວົ້າວ່າຫຼັງຈາກນັ້ນພວກເຮົາກໍຈະມີງານລ້ຽງວັນ ເກີດແລະກິນເຂົ້າຮ່ວມກັນ, ມັກຈະມີບາງຄົນທີ່ມີວັນເກີດພາຍໃນສອງສາມມື້ຕະຫຼອດ! ຫຼັງ ຈາກທີ່ຄົນໃໝ່ໄດ້ເຂົ້າມາສອງສາມອາທິດແລ້ວ ພວກເຮົາກໍຊວນພວກເຂົາອອກໄປປະກາດ ຂ່າວປະເສີດ, ພວກເຮົາບໍ່ໄດ້ລໍຖ້າໃຫ້ພວກເຂົາກັບໃຈໃໝ່, ພວກເຮົາຕິດຕາມແບບຢ່າງ ຂອງພຣະເຢຊູ, ພຣະອົງຊົງເອີ້ນຊີໂມນເປໂຕ,ໂທມັດຜູ້ສົງໄສແລະຄົນອື່ນໆເພື່ອຕາມພຣະ ອົງໃນຖານະເປັນສາວົກກ່ອນທີ່ພວກເຂົາຈະເຂົ້າໃຈຂ່າວປະເສີດແລະກັບໃຈໃໝ່, ຢູດາເປັນ ສາວົກເປັນເວລາສາມປີໂດຍບໍ່ໄດ້ກັບໃຈໃໝ່, ສະນັ້ນພວກເຂົາຈື່ງກາຍເປັນສາວົກກ່ອນທີ່ ພວກເຂົາຈະໄດ້ຮັບຄວາມລອດ! ນັ້ນແລະຄືວິທີທີ່ພຣະເຢຊູໃຊ້, ແລະມັນຄືວິທີດຽວທີ່ຂ້າ ພະເຈົ້າລອງແລ້ວໄດ້ຜົນ!

ນອກຈາກນີ້ພຣະເຢຊູບໍ່ໄດ້ໃຫ້ເຂົາເຂົ້າສູ່ການເປັນສາວົກ“ແບບງ່າຍໆ”,ບໍ່ເລີຍພຣະ ອົງແທງພວກເຂົາເຂົ້າໄປ!ສັງເກດວິທີທີ່ພຣະອົງເອີ້ນພວກສາວົກພວກທໍາອິດ,ພວກເຮົາຖືກ ບອກວ່າພຣະເຢຊູເຫັນຊີໂມນເປໂຕແລະອັນດຣູກໍາລັງຫາປາ, ພຣະເຢຊູຊົງເອີ້ນພວກເຂົາ ວ່າ“ຈົ່ງຕາມເຮົາມາ” ແລະທັນໃດນັ້ນພວກເຂົາໄດ້ຖີ້ມມອງຂອງເຂົາແລະຕາມພຣະອົງໄປ (ເບິ່ງມັດທາຍ 4:19, 20), ຫຼັງຈາກນັ້ນພຣະເຢຊູກໍເຫັນຢາໂກໂບແລະໂຢຮັນຢູ່ໃນເຮືອ ນ້ອຍໆ,ພຣະອົງຊົງເອີ້ນພວກເຂົາ “ແລະໃນທັນໃດນັ້ນພວກເຂົາກໍໄດ້ປະເຮືອ..ແລະຕາມ ພຣະອົງໄປ”(ມັດທາຍ 4:21, 22), ພວກເຂົາບໍ່ຮູ້ເລີຍວ່າພຣະອົງຊົງເປັນໃຜ, ພວກ ເຂົາເວົ້າວ່າ“ທ່ານຜູ້ນີ້ເປັນຄົນຢ່າງໃດໜໍ”(ມັດທາຍ 8:27),ຊ່ວງເວລານີ້ພຣະອົງມີສາວົກສິບ ສອງຄົນແລ້ວ, ພວກເຂົາຍັງບໍ່ຮູ້ແມ່ນກະທັ່ງວ່າພຣະອົງແມ່ນໃຜເທື່ອ, ພຣະເຢຊູຊົງເຮັດ ຫຍັງ? ພຣະອົງຊົງສົ່ງພວກເຂົາອອກໄປເທື່ອລະສອງຄົນເພື່ອປະກາດຂ່າວປະເສີດ! ຫຼັງ ຈາກນັ້ນ ກໍພາພວກເຂົາເຂົ້າສູ່ການໂຕ້ແຍ້ງກັນອັນໜື່ງກັບພວກຟາຣິສີຫຼັງຈາກເທື່ອອື່ນໆ, ພວກເຂົາໄດ້ພົບກັບຜູ້ປົກຄອງໜຸ່ມຄົນໜື່ງທີ່ລວຍ,ລາວຖາມພຣະເຢຊູວ່າຈະຕ້ອງເຮັດແນວຈື່ງຈະມີຊີວິດອັນຕະຫຼອດເປັນນິດ,ພຣະເຢຊູຕອບວ່າ“ຈົ່ງຂາຍບັນສິ່ງທີ່ທ່ານມີຢູ່ແລ້ວແຈກ ໃຫ້ແກ່ຄົນຈົນແລະຈົ່ງຕາມເຮົາມາ”(ມັດທາຍ 19:21),ເສດຖີ່ໜຸ່ມຈື່ງອອກໄປເປັນທຸກໂສກ ເສົ້າ,ລາວບໍ່ໄດ້ມາເປັນສາວົກ.

ຫຼັງຈາກນັ້ນພຣະເຢຊູຊົງບອກພວກສາວົກຂອງພຣະອົງວ່າພຣະອົງກຳລັງຈະໄປເຢລູຊາເລັມເພື່ອທີ່ຈະຕາຍ,ພວກເຂົາກໍບໍ່ເຂົ້າໃຈວ່າພຣະອົງໝາຍເຖິງຫຍັງ, ປະມານສາມປີ ຜ່ານໄປພວກເຂົາກໍຍັງບໍ່ເຂົ້າໃຈຂ່າວປະເສີດ! ພວກເຂົາໄດ້ຮຽນຮູ້ທີ່ຈະເປັນສາວົາກ່ອນທີ່ ພວກເຂົາໄດ້ບັງເກີດໃໝ່! ຕອນທີ່ພຣະເຢຊູຖືກຈັບໄປເພື່ອຈະປະຫານພວກເຂົາທຸກຄົນພາ ກັນແລ່ນໜີແລະສຸດທ້າຍກໍໄດ້ລີ້ຢູ່ໃນຫ້ອງຊັ້ນເທິງ, ໃນຕອນແລງວັນອາທິດອິສເຕີພຣະເຢ ຊູຜູ້ຊົງຟື້ນຂື້ນຈາກຕາຍໄດ້ມາຫາພວກເຂົາ, ພວກເຂົາມີຄວາມດີໃຈຫຼາຍເມື່ອເຫັນພຣະເຢ ຊູຍັງມີຊີວິດຢູ່! ຫຼັງຈາກນັ້ນພຣະອົງຊົງລະບາຍລົມຫາຍໃຈໃສ່ເຂົາແລ້ວກ່າວວ່າ“ທ່ານທັງ ຫຼາຍຈົ່ງຮັບພຣະວິນຍານບໍລິສຸດເທີນ”(ໂຢຮັນ 20:22). ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ “ໂດຍສ່ວນຕົວຂ້າພະເຈົ້າເຊື່ອວ່າ ໃນວິນາທີທີ່ພຣະເຢຊູໄດ້ລະບາຍລົມຫາຍໃຈເໜືອພວກ ເຂົາແລະກ່າວວ່າ ‘ທ່ານທັງຫຼາຍຈົ່ງຮັບພຣະວິນຍານບໍລິສຸດເທີນ’ ພວກຜູ້ຊາຍເຫຼົ່ານີ້ກໍໄດ້ ບັງເກີດໃໝ່(ເກີດອີກເທື່ອໜື່ງ),ກ່ອນໜ້ານີ້ພວກເຂົາບໍ່ມີພຣະວິນຍານຂອງພຣະເຈົ້າສະຖິດຢູ່ນໍາ” (J. Vernon McGee, Th.D., Thru the Bible, volume IV, p. 498; note on John 20:22).

ຂ້າພະເຈົ້າຄິດວ່າດຣ.ແມັກກີ້ເວົ້າຖືກ,ແຕ່ເຖິງແມ່ນວ່າພວກທ່ານຈະບໍ່ເຫັນດ້ວຍເຕັມທີ່ກັບຈຸດສຸດທ້າຍກໍຕາມ, ມັນຊັດເຈນທີ່ພຣະຄຣິດຊົງສ້າງພວກອັກຄະສາວົກໃນຫົນທາງທີ່ ແຕກຕ່າງກັນຢ່າງສິ້ນເຊີງຈາກສິ່ງທີ່ຄຣິສຕະຈັກຂອງເຮົາຫຼາຍແຫ່ງເຮັດໃນປະຈຸບັນນີ້,ພຣະອົງຊົງສ້າງພວກເຂົາໃຫ້ເປັນສາວົກກ່ອນສິ່ງອື່ນໃດ.

ເພາະຮ້ອຍປີທີ່ຜ່ານມາພວກເຮົາໄດ້ພະຍາຍາມ “ນໍາ” ຜູ້ຄົນມາຫາພຣະຄຣິດກ່ອນ, ແລະຫຼັງຈາກນັ້ນພວກເຮົາກໍໄດ້“ຕິດຕາມຜົນ”ພວກເຂົາໄປເທົ່ານັ້ນ, ພຣະຄຣິດຊົງເຮັດກົງ ກັນຂ້າມກັບພວກເຮົາ,ມັນຄືຄວາມຫວັງຂອງຂ້າພະເຈົ້າທີ່ຈະມີບາງຄົນຖີ້ມວິທີທີ່ລົ້ມເຫຼວນັ້ນ -ແລະກັບໄປຫາຫົນທາງທີ່ພຣະເຢຊູຊົງສ້າງພວກສາວົກ, ແລະຖ້າພວກທ່ານຢູ່ກັບພວກ ເຮົາທີ່ນີ້,ຂ້າພະເຈົ້າກໍຂໍໃຫ້ພວກທ່ານມາເປັນສາວົກຂອງພຣະເຢຊູຄຣິດ, ຈົ່ງເດີນທາງເຂົ້າ ມາທີ່ຄຣິສຕະຈັກ! ແບກກາງແຂນແລ້ວຕາມພຣະເຢຊູ? ຈົ່ງມາໃນວັນອາທິດຕອນເຊົ້າແລະ ຕອນແລງ!ແລະມານະມັດສະການອະທິຖານໃນວັນເສົາຕອນແລງເຊັ່ນກັນ! ຮຽນຮູ້ທີ່ຈະມີຊີ ວິດຄຣິສຕຽນທີ່ຈິງຈັງ,ຫຼັງຈາກນັ້ນຈົ່ງວາງໃຈພຣະເຢຊູແລະເກີດອີກເທື່ອໜື່ງ- ແລະຖືກຊໍາ ລະລ້າງຈາກຄວາມຜິດບາບທຸກຢ່າງໂດຍພຣະໂລຫິດຂອງພຣະອົງ,ເອແມນ.

ຂ້າພະເຈົ້າຂໍໃຫ້ພວກທ່ານມາກັບພວກເຮົາ, ຂ້າພະເຈົ້າຂໍໃຫ້ພວກທ່ານມາເປັນສາ ວົກຂອງພຣະເຢຊູ-ເປັນໜື່ງຄົນທີ່ຮຽນຮູ້ຈາກພຣະອົງແລະຕິດຕາມພຣະອົງ,ຂ້າພະເຈົ້າຂໍໃຫ້ ພວກທ່ານມາຈາກທຸກທາງເຂົ້າມາໃນຄຣິສຕະຈັກຂອງພວກເຮົາ,ໃນເຊົ້າວັນອາທິດ,ໃນແລງວັນທິດ-ແລະຄືນວັນເສົາເພື່ອອະທິຖານແລະປະກາດຂ່າວປະເສີດ,ຈົ່ງມາກັບພວກເຮົາແລະ ພຣະຄຣິດຈະຊົງເຮັດໃຫ້ທ່ານ“ເປັນຜູ້ຫາຄົນຄືຫາປາ” ພຣະອົງຈະເຮັດໃຫ້ທ່ານເປັນຜູ້ຊະ ນະວິນຍານ-ຜູ້ຫາຄົນ! ພຣະເຢຊູກ່າວວ່າ“ຈົ່ງຕາມເຮົາມາແລະເຮົາຈະຕັ້ງທ່ານໃຫ້ເປັນຜູ້ຫາ ຄົນຄືຫາປາ”(ມັດທາຍ 4:19), ຂໍເຊີນຮ້ອງຂໍຊ້ຳກັບຂ້າພະເຈົ້າ:

ເຮົາຈະເຮັດໃຫ້ເຈົ້າເປັນຜູ້ຫາຄົນຄືຫາປາ
ຜູ້ຫາຄົນຄືຫາປາ ຜູ້ຫາຄົນຄືຫາປາ
ເຮົາຈະເຮັດໃຫ້ທ່ານເປັນຜູ້ຫາຄົນຄືຫາປາ
ຖ້າເຈົ້າຕາມເຮົາມາ
ຖ້າເຈົ້າຕາມເຮົາມາ ຖ້າເຈົ້າຕາມເຮົາມາ
ເຮົາຈະເຮັດໃຫ້ທ່ານເປັນຜູ້ຫາຄົນຄືຫາປາ
ຖ້າເຈົ້າຕາມເຮົາມາ
      (“I Will Make You Fishers of Men,” Harry D. Clarke, 1888-1957).

ພາເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທາງຜິດບາບໜາ
ພາເຂົາມາ ພາເຂົາມາ
ພາຄົນບາບມາຫາພຣະເຢຊູ
(“Bring Them In,” Alexcenah Thomas, 19th century).

ພຣະຄຣິດຊົງສິ້ນພຣະຊົນເທິງໄມ້ກາງແຂນເພື່ອຈ່າຍການລົງໂທດບາບຂອງທ່ານ,ພຣະອົງຊົງຫຼັ່ງພຣະໂລຫິດອັນປະເສີດຂອງພຣະອົງເພື່ອຊໍາລະລ້າງທ່ານອອກຈາກຄວາມ ຜິດບາບທຸກຢ່າງຂອງທ່ານ, ພຣະອົງຊົງຟື້ນຂື້ນມາຈາກຄວາມຕາຍເພື່ອມອບຊີວິດອັນຕະ ຫຼອດໄປເປັນນິດໃຫ້ແກ່ທ່ານ,ຈົ່ງວາງໃຈໃນພຣະເຢຊູແລະພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ,ຂໍເຊີນໄປກັບພວກເຮົາເພື່ອຊະນະວິນຍານ, ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມັດທາຍ 28:16-20.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Bring Them In” (Alexcenah Thomas, 19th century).