Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະອົງຈະຊົງຖືທ່ານໄວ້ຢ່າງໝັ້ນຄົງ

HE WILL HOLD YOU FAST!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 28/6/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, June 28, 2015

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)


ຂ້າພະເຈົ້າຈື່ໄດ້ວ່າໄດ້ຍິນນັກເທດຄົນໜື່ງເວົ້າວ່າພຣະສັນຍານີ້ບໍ່ຄວນຖືກເທດແກ່ ຄົນທີ່ຍັງບໍ່ເຊື່ອ,ລາວບອກວ່າຄົນທີ່ບໍ່ເຊື່ອຈະໝັ້ນໃຈເກີນໄປ, ອັນນີ້ອາດຈະນໍາເຂົາໄປສູ່ ຄວາມບາບກໍເປັນໄດ້, ພວກເຂົາຈະຕ້ອງຖືກເກັບໄວ້ໃນສະພາບທີ່ອຸກໃຈ,ບໍ່ແນ່ໃຈວ່າພວກ ເຂົາຈະສາມາດຢູ່ຕໍ່ໄປໄດ້ຈົນສຸດທ້າຍຫຼືບໍ, ໃນໄລຍະໜື່ງຂ້າພະເຈົ້າເຊື່ອວ່າ, ຂ້າພະເຈົ້າຮູ້ ຈັກຄຣິສຕຽນທີ່ຈິງໃຈຫຼາຍຄົນຍຶດຖືແນວຄິດນີ້, ນັກເທດຫຼາຍຄົນທີ່ເຊື່ອແບບນັ້ນມັກຢ້ານຂໍ້ ພຣະຄໍາພີຂໍ້ນີ້.

ແຕ່ພວກເຮົາຄວນແນມເບິ່ງຜູ້ຄົນທີ່ໄດ້ຍິນພຣະຄຣິດເທດເລື່ອງນີ້ໃນຕອນທໍາອິດ, ອີງຕາມຂໍ້ທີ່ 31 ພວກເຂົາ“ຈຶ່ງຈັບກ້ອນຫີນຂຶ້ນມາອີກຈະແກວ່ງໃສ່ພຣະອົງ” (ໂຢຮັນ 10:31), ພວກເຂົາຊັງທີ່ພຣະເຢຊູກ່າວແບບນີ້, ພຣະຄຣິດໄດ້ເທດຂໍ້ຄວາມນີ້ຕໍ່ຄົນ ທີ່ບໍ່ເຊື່ອ, ຂ້າພະເຈົ້າແນ່ໃຈວ່າມີບາງຄົນທີ່ບໍ່ເຊື່ອຢູ່ຖ້າມກາງພວກເຮົາ, ພວກເຮົາເຮັດວຽກ ໜັກ,ອະທິຖານຢ່າງໜັກເພື່ອທີ່ຈະມີຄົນທີ່ບໍ່ເຊື່ອຢູ່ໃນການນະມັດສະການທຸກໆເທື່ອ,ຂ້າພະ ເຈົ້າຈະຂໍເວົ້າກັບພວກທ່ານແບບດຽວກັນທີ່ພຣະເຢຊູຊົງກ່າວຕໍ່ກຸ່ມພວກຜູ້ຊາຍທີ່ໃຈຮ້າຍທີ່ ຍັງບໍ່ລອດນັ້ນວ່າ.

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ”ຂໍ້ຄວາມນີ້ໄດ້ບອກເຮົາວ່າ“ແກະນັ້ນ” ແນ່ ໃສ່ແກະຂອງພຣະຄຣິດ “ແກະຂອງເຮົາຍ່ອມຟັງສຽງຂອງເຮົາແລະເຮົາຮູ້ຈັກເຂົາແລະພວກ ເຂົາຕາມເຮົາມາ”(ໂຢຮັນ 10:27).“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ” ພວກເຮົາບໍ່ສາ ມາດອ່ານຄວາມຄິດຂອງຜູ້ຄົນເພື່ອທີ່ຈະບອກໄດ້ຫຼືບໍວ່າເຂົາເປັນແກະຂອງພຣະຄຣິດ, ແຕ່ ຂໍ້ພຣະຄໍາພີກ່ອນໜ້ານັ້ນບອກພວກເຮົາວ່າຈະຮູ້ຈັກວ່າໃຜຄືຄົນຂອງພຣະເຈົ້າໄດ້ແນວໃດ ແດ່, ແກະຂອງເຮົາຍ່ອມຟັງສຽງຂອງເຮົາແລະເຮົາຮູ້ຈັກແກະນັ້ນແລະເຂົາຕາມເຮົາມາ” ເຄື່ອງໝາຍຂອງຄຣິສຕຽນແທ້ຄື - ພວກເຂົາຟັງພຣະຄຣິດ,ພວກເຂົາຮູ້ຈັກພຣະອົງແລະ ພຣະອົງຊົງຮູ້ຈັກພວກເຂົາແລະພວກເຂົາຕາມພຣະອົງດ້ວຍການເຊື່ອຟັງ, ສິ່ງເຫຼົ່ານີ້ແມ່ນ ເຄື່ອງໝາຍຂອງຄຣິສຕຽນແທ້,ແລະພວກເຂົາຄືຄົນທີ່ພຣະເຢຊູກ່າວເຖິງ.

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)

“ຄວາມເຊື່ອຊື່ງເຮັດວຽກໂດຍຄວາມຮັກ”(ກາລາເຕຍ 5:6)ຄືເຄື່ອງໝາຍຂອງແກະແທ້ຂອງ ພຣະເຢຊູ, ຕໍ່ພວກເຂົາເອງທີ່ພຣະເຢຊູໄດ້ກ່າວວ່າ“ເຮົາມອບຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍແລະຈະບໍ່ມີຜູ້ໃດຍາດຊີງແກະນັ້ນໄປຈາກມືຂອງເຮົາໄດ້” ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າ “ໃນພຣະຄຣິດພວກເຮົາບໍ່ໄດ້ຢູ່ໃນຖານະການພິສູດ, ແລະບໍ່ມີຄວາມເປັນໄປໄດ້ທີ່ພວກເຮົາຈະຕົກໄປຈາກພຣະຄຸນ” (Assurance (Romans 5), The Banner of Truth Trust, 1971, p. 236).

ບາງຄົນອາດຈະເວົ້າວ່າ “ຂ້ອຍຢູ່ໃນຂ່າວປະເສີດໜີບ, ຂ້ອຍຮູ້ວ່າຂ້ອຍຕ້ອງມາຫາ ພຣະຄຣິດແລະໃນເວລາດຽວກັນຂ້ອຍຮູ້ວ່າຂ້ອຍບໍ່ສາມາດເຮັດໄດ້, ຂ້ອຍຕ້ອງແຕ່ເຮັດບໍ່ໄດ້ ຈ້ອຍຄວນຈະເຮັດແນວໃດ?” ຄໍາຕອບງ່າຍໆຄືຈົ່ງຍອມຈໍານົນຕໍ່ພຣະຄຣິດ,ຈົ່ງຮ້ອງຫາ ພຣະອົງ,ພຣະອົງຈະຊົງຕອບຄໍາຖາມທຸກຂໍ້ຂອງທ່ານ, ພຣະອົງຈະທຸບເຄື່ອງໜີບຂ່າວປະ ເສີດດ້ວຍຄ້ອນຕີແລະຊ່ວຍຈິດວິນຍານທ່ານໃຫ້ພົ້ນ, ພວກທ່ານພັດເວົ້າວ່າ“ຂ້ອຍບໍ່ເຂົ້າໃຈ ມັນ” ແນ່ນອນບໍ່ເຂົ້າໃຈ, ນີ້ແມ່ນຂໍ້ລຶກລັບ, ພາສາກຣີກແມ່ນ“ມັສເທີຣຽນ” ໝາຍເຖິງບາງ ສິ່ງບາງຢ່າງທີ່ບໍ່ສາມາດເຂົ້າໃຈໂດຍຄວາມຄິດຂອງມະນຸດໄດ້,ແຕ່ຢ່າງໃດກໍຕາມກໍຍັງເປັນ ຄວາມຈິງໃນພຣະຄໍາພີ, ອັກຄະສາວົກເປົາໂລໄດ້ກ່າວວ່າ“ແຕ່ເຮົາກ່າວເຖິງເລື່ອງພຣະປັນຍາຂອງພຣະເຈົ້າຊຶ່ງເປັນຂໍ້ເລິກລັບ ຄືພຣະປັນຍາຊຶ່ງຊົງເຊື່ອງໄວ້ນັ້ນ ຊຶ່ງພຣະເຈົ້າໄດ້ຊົງກຳນົດໄວ້ກ່ອນສ້າງໂລກ...”(1 ໂກລິນໂທ 2:7),ຈົ່ງຖີ້ມໂຕຂອງທ່ານລົງເທິງພຣະຄຣິດ, ວາງໃຈໃນພຣະອົງ, ຄໍາຖາມຂອງທ່ານທຸກຂໍ້ຈະຖືກຕອບໃນພຣະອົງ, ພຣະອົງຈະຊົງຊ່ວຍ ທ່ານໃຫ້ພົ້ນໂດຍພຣະໂລຫິດແລະຄວາມຊອບທໍາຂອງພຣະອົງ, ແລະພຣະອົງຈະຊົງຮັກ ສາທ່ານໄວ້ຈົນວັນສຸດທ້າຍ, ພຣະອົງຈະຊົງຮັກສາທ່ານຜ່ານພາທຸກຢ່າງໄປ,ທ່ານຈະໄດ້ ເປັນໜື່ງໃນແກະຂອງພຣະອົງ!

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)

ສາມວັກຂອງຂໍ້ພຣະຄໍາພີຂອງເຮົາໄດ້ໃຫ້ສາມເຫດຜົນສໍາຫຼັບການເຊື່ອໃນຄວາມໝັ້ນຄົງຕະຫຼອດເປັນນິດຂອງແກະຂອງພຣະຄຣິດ.

I. ໜື່ງ ມີຂອງຂວັນຂອງພຣະຄຣິດ.

ໜື່ງພຣະຜູ້ຊ່ວຍຊົງກ່າວວ່າ“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ” ຊີວິດນິລັນດອນ ມາເຖິງພວກເຮົາທຸກຄົນໃນຖານະເປັນຂອງຂວັນອັນໜື່ງ, ພວກເຮົາບໍ່ໄດ້ຊີວິດນິລັນດອນ ມາຄອບຄອງຕອນທີ່ເຮົາເກີດ, ພວກເຮົາເກີດມາໃນຖານະລູກຂອງອາດາມ,ພວກເຮົາເກີດ ມາເພື່ອຕາຍ,ພວກເຮົາບໍ່ໄດ້ຫາມັນໂດຍການກະທໍາໃດໜື່ງ, ພວກເຮົາບໍ່ສາມາດຫາມາໄດ້ ໂດຍການເຮັດດີໄດ້, ພວກເຮົາບໍ່ສາມາດຫາມາໄດ້ໂດຍການຮຽນຂໍ້ພຣະຄໍາພີຕ່າງໆໄດ້, ພວກເຮົາບໍ່ສາມາດຫາມາໄດ້ໂດຍການເວົ້າຕາມຄໍາອະທິຖານອັນໜື່ງ, ມັນຄືຂອງຂວັນອັນ ໜື່ງ,ເມື່ອມັນເປັນຂອງຂວັນມັນຈື່ງບໍ່ສາມາດຊອກຫາໄດ້,ເມື່ອບຸກຄົນໜື່ງໄດ້ຮັບຊີວິດຊີວິດນິລັນດອນເຂົ້າມາໃນຈິດວິນຍານຂອງເຂົາແລ້ວ,ມັນກໍຄືຂອງຂວັນຟຣີໆ,ພວກເຮົາບໍ່ໄດ້ຮັບ ມັນມາໃນຖານະລາງວັນອັນໜື່ງ, ມັນຄືຂອງຂວັນຟຣີໆ.

ພຣະເຈົ້າຊົງຮູ້ຈັກຈຸດຈົບແຕ່ຈຸດເລີ່ມຕົ້ນ,ເມື່ອພຣະອົງໃຫ້ຊີວິດນິລັນດອນແກ່ມະນຸດຄົນໜື່ງ,ພຣະອົງຊົງຮູ້ຈັກທຸກຄວາມບໍ່ສົມບູນແລະຄວາມລົ້ມເລວໃນມະນຸດ, ພຣະອົງຊົງຮູ້ ຈັກລ່ວງໜ້າວ່າມະນຸດບາງເທື່ອກໍຈະລົ້ມເຫຼວ- ນັບຕັ້ງແຕ່ທີ່ພຣະອົງຮູ້ຈັກຄວາມລົ້ມເຫຼວ ທີ່ມະນຸດຈະມີກ່ອນທີ່ພຣະອົງຈະຊົງມອບຂອງຂວັນໃຫ້.

ມັນເປັນໄປໄດ້ບໍທີ່ພວກທ່ານຄວນຈະຖືກມອບຊີວິດນິລັນດອນໃຫ້ແລະຈາກນັ້ນກໍ ຕາຍລະ? ເມື່ອພຣະເຢຊູກ່າວວ່າ“ຊີວິດນິລັນດອນ” ພຣະອົງໝາຍເຖິງ“ຊີວິດນິລັນດອນ” ສະເປີໂຈນໄດ້ກ່າວວ່າ “ມັນເປັນໄປບໍ່ໄດ້ສໍາຫຼັບຂ້າພະເຈົ້າທີ່ຈະເຮັດບາບດ້ວຍການສູນເສຍ ຊີວິດຝ່າຍວິນຍານໂດຍວິທີໜື່ງວິທີໃດ” ມັນຄື“ຊີວິດນິລັນດອນ”.

ຕອນພຣະຄຣິດກ່າວກັບຜູ້ຍິງຄົນໜື່ງຢູ່ທີ່ໃນນໍ້າສ້າງພຣະອົງຕັດວ່າ:

“ແຕ່ຜູ້ໃດທີ່ດື່ມນ້ຳຊຶ່ງເຮົາຈະໃຫ້ແກ່ເຂົານັ້ນຈະບໍ່ກະຫາຍອີກເລີຍ ແຕ່ນ້ຳຊຶ່ງເຮົາຈະໃຫ້ເຂົານັ້ນຈະບັງເກີດເປັນບໍ່ນ້ຳພຸໃນໂຕເຂົາພຸ່ງຂຶ້ນເຖິງຊີວິດນິລັນດອນ”(ໂຢຮັນ 4:14)

ເດິະຣິຟໍເມຊັນສະຕາດີໄບໂບເວົ້າວ່າ “ນໍ້າທີ່ມີຊີວິດໃນພັນທະສັນຍາເດີມ(ເວົ້າເຖິ)ນໍ້າໄຫຼ -ຄົນງານຖືກປຽບທຽບໃນຖານະອ້າງອີງຕໍ່ກິດຈະກໍາ(ຂອງພຣະເຈົ້າ)” “ພຸ່ງຂື້ນ”ສະແດງເຖິງ ຄວາມສົມບູນຂອງມັນ,“ຊີວິດນິລັນດອນ”ຄືຄວາມບໍ່ສິ້ນສຸດແລະຄວາມອຸດົມສົມບູນທີ່ໄຫຼໄປຕະຫຼອດເປັນນິດ, ມັນຄືຊີວິດຂອງພຣະເຈົ້າທີ່ຢູ່ໃນຈິດວິນຍານຂອງມະນຸດ! ພຣະເຢຊູຊົງ ໃຫ້ແກະຂອງພຣະອົງມີຊີວິດທີ່ບໍ່ສິ້ນສຸດຂອງພຣະເຈົ້າພາຍໃນຈິດໃຈຂອງພວກເຂົາ - ພຸ່ງ ຂື້ນຕະຫຼອດ - ບໍ່ມີຈົບສີ້ນ - ໄຫຼຢູ່ສະເໝີ! ມັນຄືຂອງຂວັນອັນໜື່ງ,ມັນບໍ່ສາມາດຊອກຫາ ໄດ້ມັນຄືຂອງຂວັນຈາກພຣະຄຣິດ,ພຣະອົງບໍ່ເຄີຍເອົາຄືນໃນສິ່ງທີ່ພຣະອົງໄດ້ໃຫ້ໄປແລ້ວ!

ບາງຄົນເວົ້າວ່າ“ມັນຈະເກີດຫຍັງຂື້ນຖ້າຫາກຂ້ອຍຖືມັນໄວ້ບໍ່ໄດ້?ຖ້າຂ້ອຍຍອມແພ້ ຈະເປັນແນວໃດ?” ໂອເພື່ອນເອີຍ ທ່ານຍັງຄິດຄືກັບຄາທໍລິກຍຸກກາງຄົນໜື່ງຄິດບໍ! ມັນບໍ່ ໄດ້ຫາໄດ້ໂດຍໂຕທ່ານ! ມັນເປັນໄປໄດ້ແນວໃດ? ທ່ານໄດ້“ຕາຍແລ້ວໃນການບາບ” ຄົນຕາຍແລ້ວຈະຖືມັນໄວ້ໄດ້ແນວໃດ! ຄົນຕາຍແລ້ວສາມາດເຮັດຫຍັງແດ່ທີ່ຈະໄດ້ຮັບເອົາ ຄວາມລອດ? ຂອບຄຸນພຣະເຈົ້າ,ພຣະຄໍາພີໄດ້ກ່າວວ່າ:

“ເຖິງແມ່ນວ່າເມື່ອເຮົາຕາຍໄປແລ້ວໃນການບາບ [ພຣະເຈົ້າ]ຍັງຊົງ[ເຮັດໃຫ້ເຮົາມີຊີວິດ]ຢູ່ກັບພຣະຄຣິດ (ຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນ)(ເອເຟໂຊ 2:5)

ຊີວິດນິລັນດອນໄດ້ມອບໃຫ້ແກ່ຈິດວິນຍານທີ່ຕາຍແລ້ວ,ຊີວິດນິລັນດອນຄືຂອງຂວັນອັນໜື່ງທີ່ໃຫ້ແກ່ຜູ້ຊາຍແລະຍິງຊື່ງໄດ້ຕາຍໃນການບາບ! ນັ້ນຄືຂ່າວດີຂອງຂ່າວປະເສີດ! ສັນລະ ເສີນພຣະເຈົ້າ! “ເຮົາມອບຊີວິດນິລັນດອນໃຫ້ແກ່ແກະນັ້ນແລະແກະນັ້ນຈະບໍ່ຈິບຫາຍເລີຍ” (ໂຢຮັນ 10:28)

ພຣະອົງຈະບໍ່ປ່ອຍໃຫ້ວິນຍານຂ້າຫຼົງ,ພຣະອົງຈະຖືຂ້າໄວ້ໝັ້ນຄົງ
ຊື້ໂດຍພຣະອົງເສຍຄ່າໃຫຍ່ຫຼວງ,ພຣະອົງຈະຖືຂ້າໄວ້ໝັ້ນຄົງ
ພຣະອົງຈະຖືຂ້າໄວ້ໝັ້ນຄົງ,ພຣະອົງຈະຖືຂ້າໄວ້ໝັ້ນຄົງ
ເພາະພຣະຜູ້ຊ່ວຍຂອງຂ້າຊົງຮັກຫຼາຍພຣະອົງຈະຖືຂ້າໄວ້ໝັ້ນຄົງ
(“He Will Hold Me Fast” by Ada R. Habershon, 1861-1918).

ສະເປີໂຈນໄດ້ເວົ້າວ່າ“ພວກເຮົາຄາດຫວັງຜູ້ທີ່ເຊື່ອທີ່ຈະຍຶດໄວ້ຈົນຈົບ,ເພາະຊີວິດທີ່ພຣະ ເຈົ້າໄດ້ຝັງຢູ່ໃນໂຕເຂົາຄືມີລັກສະນະທີ່ຈະຕ້ອງສືບຕໍ່ຄົງຢູ່,ຕ້ອງຊະນະຄວາມຫຍຸ້ງຍາກທຸກຢ່າງ,ຕ້ອງເຮັດໃຫ້ສຸກ...ຕ້ອງນໍາເຂົາໄປເຖິງສະຫງ່າລາສີ” (C. H. Spurgeon, “Perseverance Without Presumption,” MPT, Number 1,055),ມັນຕ້ອງ! ມັນຕ້ອງ! ມັນຕ້ອງນໍາທ່ານໄປ ເຖິງສະຫງ່າລາສີ! ມັນຄືຂອງຂວັນອັນໜື່ງ! ມັນຄືຂອງຂວັນຂອງພຣະເຢຊູຄຣິດ! ພຣະອົງ ຕັດວ່າ “ເຮົາມອບຊີວິດນິລັນດອນໃຫ້ແກ່ແກະນັ້ນ” ສັນລະເສີນພຣະນາມອັນບໍລິສຸດ! ພຣະອົງຊົງມອບຊີວິດນິລັນດອນໃຫ້ແກ່ເຮົາ! ພວກເຮົາບໍ່ໄດ້ຈ່າຍອັນໃດເລີຍ,ພຣະເຢຊູຊົງ ຈ່າຍມັນໂດຍຄວາມຕາຍເທິງກາງແຂນຂອງພຣະອົງ! ພຣະເຢຊູໄດ້ມັນມາເພື່ອເຮົາໂດຍ ການຟື້ນຂື້ນມາຈາກຄວາມຕາຍ!

ຮາເລລູຢາ ພຣະບິດາເຮັດແລ້ວ ຂ້າເຊື່ອໃນພຣະບຸດ
ຂ້າລອດແລ້ວໂດຍພຣະໂລຫິດຂອງຜູ້ຊົງຖືກຄຶງຕາຍ
      (“Hallelujah, ‘Tis Done” by Philip P. Bliss, 1838-1876).

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)

ຊີວິດນິລັນດອນຄືຂອງຂວັນຂອງພຣະຄຣິດ.

II. ສອງ ມີພຣະສັນຍາຂອງພຣະຄຣິດ.

ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ...”ພຣະອົງ ຕັດວ່າ “ເຮົາເຮັດແບບນີ້” ຊ່າງເປັນຄໍາສັນຍາທີ່ໜ້າອັດສະຈັນແທ້!“ແກະນັ້ນຈະບໍ່ຈິບຫາຍເລີຍ” ຂ້າພະເຈົ້າດີໃຈທີ່ພຣະອົງຊົງກ່າວແບບນັ້ນ, ບາງຄົນໄດ້ເວົ້າວ່າພວກເຂົາອາດຈະ ອອກໄປໂດຍການຕັດສິນໃຈຂອງເຂົາເອງ, ພວກເຂົາອາດຈະຕັດສິນໃຈທີ່ຈະໄປຈາກພຣະ ອົງ, ແຕ່ວະລີນີ້ໄປກັບຄວາມຄິດທີ່ວ່າ - “ແກະນັ້ນຈະບໍ່ຈິບຫາຍເລີຍ” ອັນນີ້ລວມທຸກເທື່ອ, “ແກະນັ້ນຈະບໍ່ຈິບຫາຍເລີຍ” ພວກເຂົາເປັນຜູ້ເຊື່ອໜຸ່ມຊື່ງມີຄວາມຮູ້ໜ້ອຍບໍ? ຄວາມເຊື່ອ ຂອງເຂົານ້ອຍເພາະພວກເຂົາບໍ່ເຄີຍກັບໃຈໃໝ່ບໍ? “ແກະນັ້ນຈະບໍ່ຈິບຫາຍເລີຍ” ເມື່ອພວກ ເຂົາເຖົ້າແກ່ຂື້ນແລະບັນຫາຕ່າງໆຂອງຊີວິດຂອງຝູງຊົນອອກໄປຈາກຄວາມເຊື່ອຕອນຕົ້ນໆຂອງພວກເຂົາ,ພວກເຂົາຈະກາຍເປັນແບບຊາວໂລກ ແລະສູນເສຍຄວາມເຊື່ອຂອງພວກ ເຂົາບໍ?“ແກະນັ້ນຈະບໍ່ຈິບຫາຍເລີຍ” ພວກເຂົາຈະຈິບຫາຍຖ້າໂລກຫາກສາມາດທໍາລາຍ ພວກເຂົາໄດ້,ພວກເຂົາຈະຈິບຫາຍຖ້າພະຍາມານສາມາດເຮັດໃຫ້ເຂົາກັບເປັນທາດອີກເທື່ອໜື່ງ,ແຕ່ມັນຈະບໍ່ເປັນແບບນັ້ນ, “ແກະນັ້ນຈະບໍ່ຈິບຫາຍເລີຍ” ເວລາທັງໝົດຈະຖືກປິດກັ້ນ ໂດຍຄໍາວ່າ“ຈະບໍ່ເລີຍ” ຈະເກີດຫຍັງຂື້ນຖ້າພວກເຂົາຖືກທົດລອງຢ່າງໃຫຍ່? ແກະນັ້ນຈະບໍ່ຈິບຫາຍເລີຍ” ຈະເປັນແນວໃດຖ້າພວກເຂົາເຕີບໃຫຍ່ເຢັນຊ້າເກີນໄປຊື່ງຄວາມຮັກ ແລະ ຄວາມກະຕືລືລົ້ນຂອງເຂົາເຈົ້າໄດ້ຈ່າງຫາຍໄປ? “ແກະນັ້ນຈະບໍ່ຈິບຫາຍເລີຍ” ຄວາມບາບ ຈະບໍ່ສາມາດມາຄວບຄຸມພວກເຂົາໄດ້ຢ່າງສົມບູນແບບອີກ,“ແກະນັ້ນຈະບໍ່ຈິບຫາຍເລີຍ”

ຂ້າພະເຈົ້າໄດ້ມາເປັນຄຣິສຕຽນເປັນເວລາຫ້າສິບສີ່ປີແລ້ວ, ມີຫຼາຍຄັ້ງທີ່ເບິ່ງຄືວ່າ ພຣະເຈົ້າໄດ້ໜີໄປແລ້ວ,ມີຫຼາຍຄັ້ງເມື່ອຂ້າພະເຈົ້າເກີດສົງໄສແມ່ນແຕ່ຄວາມລອດຂອງຕົນ ເອງ,ມີຫຼາຍຄັ້ງເມື່ອຂ້າພະເຈົ້າຄິດວ່າຕີນຂອງຕົນຈະໝືນແລະຫຼົງຫາຍຕະຫຼອດໄປ,ແຕ່ພຣະເຢຊູຊົງນໍາຂ້າພະເຈົ້າຜ່ານສະເໝີ, ພຣະເຢຊູຊົງນໍາຂ້າພະເຈົ້າກັບມາຈາກຂອບຂອງຄວາມ ສິ້ນຫວັງ, ຂ້າພະເຈົ້າບໍ່ໄດ້ຖືກລ້ຽງໃຫຍ່ມາໃນຄອບຄົວຄຣິສຕຽນ, ຂ້າພະເຈົ້າບໍ່ໄດ້ມີແບບ ຢ່າງທີ່ດີທີ່ຈະຕິດຕາມ,ລົມແຫ່ງຄວາມຢ້ານໄດ້ພັດອ້ອມຂ້າພະເຈົ້າແລະຂ້າພະເຈົ້າກໍເກືອບ ຫາຍໄປ, ຂ້າພະເຈົ້າໄດ້ເຫັນຄົນອື່ນໆຫຼາຍຄົນລົ້ມລົງໄປ,ຂ້າພະເຈົ້າຮູ້ສຶກວ່າຈະຖືກພັດພາ ໄປກັບເຂົາເຈົ້າ,ຂ້າພະເຈົ້າອ່ອນແອເກີນໄປທີ່ຈະໄປຕໍ່,ຂ້າພະເຈົ້າຮູ້ສຶກຄືກັບຖືກປະຕິເສດ, ຂ້າພະເຈົ້າຮູ້ສຶກຄືກັບດາວິດຕອນທີ່ລາວຢູ່ໃນຖໍ້າແຫ່ງໜື່ງ,ລີ້ຈາກສັດຕູູຄືກະສັດຊາອູນ.

“ຂ້າພະອົງແນມເບິ່ງທາງຂວາມືແລະແນມເບິ່ງ ແຕ່ບໍ່ມີໃຜຍອມຮູ້ຈັກຂ້າ ພະອົງ ຂ້າພະອົງບໍ່ມີບ່ອນຫລົບໄພ ບໍ່ມີໃຜເອົາໃຈໃສ່ຂ້າພະອົງເລີຍ” (ເພງສັນລະເສີນ 142:4)

“ເມື່ອຂ້າພະເຈົ້າໄດ້ກ່າວວ່າ ຕີນຂອງຂ້າພະເຈົ້າພາດ ໂອຂ້າແຕ່ພຣະເຈົ້າ ຄວາມເມດຕາຂອງພຣະອົງຍຶດຂ້າພະອົງໄວ້”(ເພງສັນລະເສີນ 94:18)

ຂ້າພະເຈົ້າຮູ້ຈັກມັນໂດຍຜ່ານປະສົບການ“ເມື່ອຂ້າພະເຈົ້າໄດ້ກ່າວວ່າ ຕີນຂອງຂ້າພະເຈົ້າ ພາດ ໂອຂ້າແຕ່ພຣະເຈົ້າ ຄວາມເມດຕາຂອງພຣະອົງຍຶດຂ້າພະອົງໄວ້” ຂ້າພະເຈົ້າຮູ້ຈັກ ໂດຍປະສົບການວ່າພຣະເຢຊູຊົງບອກຄວາມຈິງ,“ແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້” ອັນນີ້ບໍ່ແມ່ນເປັນພຽງແຕ່ຫຼັກຄໍາສອນອັນ ໜື່ງຕໍ່ຂ້າພະເຈົ້າຕອນນີ້ເທົ່ານັ້ນ,ມັນຄືການມີຊີວິດຈິງ - ຈາກພຣະໂອດ(ປາກ)ຂອງພຣະເຢ ຊູຄຣິດ,“ເຮົາໃຫ້ຊີວິດນິລັນແກ່ແກະນັ້ນແລະແກະນັ້ນຈະບໍ່ຈິບຫາຍເລີຍ”

ຂ້າບໍ່ມີວັນຮັກສາສິ່ງທີ່ຖືເອົາໄວ້ ພຣະອົງຈະຖືຂ້າໄວ້ໝັ້ນຄົງ
ເພາະຄວາມຮັກຂ້າເຢັນຊ່າສະເໝີ ພຣະອົງຈະຖືຂ້າໄວ້ໝັ້ນຄົງ
ພຣະອົງຈະຖືຂ້າໄວ້ໝັ້ນຄົງ ພຣະອົງຈະຖືຂ້າໄວ້ໝັ້ນຄົງ
ເພາະພຣະຜູ້ຊ່ວຍຊົງຮັກເຈົ້າຫຼາຍ ພຣະອົງຈະຖືຂ້າໄວ້ໝັ້ນຄົງ

ຄົນໜຸ່ມທັງຫຼາຍ,ຂ້າພະເຈົ້າເຄີຍໜຸ່ມແຕ່ດຽວນີ້ເຖົ້າແລ້ວ,ຂ້າພະເຈົ້າຮູ້ດີວ່າພຣະສັນຍາຂອງພຣະເຢຊູຄືຄວາມຈິງ,ຂ້າພະເຈົ້າຮູ້ດີວ່າມັນຄືຄວາມຈິງຈົນຮອດໄຂໃນກະດູກຂອງ ຕົນ!“ເມື່ອຂ້າພະເຈົ້າໄດ້ກ່າວວ່າ ຕີນຂອງຂ້າພະເຈົ້າພາດ ໂອຂ້າແຕ່ພຣະເຈົ້າ ຄວາມ ເມດຕາຂອງພຣະອົງຍຶດຂ້າພະອົງໄວ້”ຂ້າພະເຈົ້າຮູ້ດີວ່າພຣະເຢຊູຊົງບອກຄວາມຈິງ.

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”

ພຣະອົງຊົງຊູຂ້າພະເຈົ້າໄວ້,ພຣະອົງຊົງຖືໄວ້ຢ່າງໝັ້ນຄົງ,ຂ້າພະເຈົ້າຮູ້ດີວ່າພຣະອົງຊົງສາ ມາດເຮັດແບບດຽວກັນເພື່ອພວກທ່ານໄດ້! ຂ້າພະເຈົ້າສາມາດເວົ້າດ້ວຍຄວາມກ້າຫານໃຫ້ ທ່ານເຊື່ອວາງໃຈໃນພຣະຜູ້ຊ່ວຍຄືພຣະເຢຊູຂອງຂ້າພະເຈົ້າໄດ້, ຂ້າພະເຈົ້າໄດ້ວາງໃຈໃນ ພຣະອົງດົນມາແລ້ວແລະຍັງບໍ່ເຄີຍຈິບຫາຍເລີຍ, ຖ້າພວກທ່ານວາງໃຈໃນພຣະອົງພຣະອົງ ຈະບໍ່ມີວັນປ່ອຍໃຫ້ທ່ານຈິບຫາຍເລີຍ! ນັ້ນແລະຄືພຣະສັນຍາຂອງພຣະເຢຊູເອງ!

III. ສາມ ມີລິດອໍານາດຂອງພຣະຄຣິດ.

ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28ຂ), ໃຫ້ສັງເກດຄໍາວ່າ“ຜູ້”ໂຕໜັງສືອຽງຢູ່ໃນແປສະບັບຄິງເຈມສ໌, ໝາຍຄວາມວ່າພວກຜູ້ແປ ສະບັບຄິງເຈມສ໌ໄດ້ໃສ່ຄໍາວ່າ“ຜູ້” - ເພາະມັນບໍ່ໄດ້ຢູ່ໃນພາສາກຣີກ, ພາສາກຣີກແມ່ນ “ທິສ” ໝາຍເຖິງ“ທຸກຄົນ” (George Ricker Berry) ຫຼື“ຄົນໃດໜື່ງຫຼືວັດຖຸໃດໜື່ງ”(ສະບັບສະ ຕຣອງ),ສະນັ້ນນັກສຶກສາພາສາກຣີກຜູ້ຍິ່ງໃຫຍ່ເອ.ທີ.ຣໍເບີດສັນໄດ້ເວົ້າເຖິງຂໍ້ນີ້ວ່າ“ແກະ ອາດຈະຮູ້ສຶກປອດໄພ...ບໍ່ມີໝາປ່າ,ບໍ່ມີໂຈນ,ບໍ່ຜູ້ຮ້າຍ,ບໍ່ມີຄົນຮັບຈ້າງ,ບໍ່ມີປີສາດ,ບໍ່ມີແມ່ນ ແຕ່ພະຍາມານທີ່ສາມາດຍາດຊີງ(ຄວ້າໄດ້)ແກະໄປຈາກມືຂອງເຮົາໄດ້” (Word Pictures; note on John 10:28). ດຣ.ຣໍເບີດສັນໄດ້ອີງໃສ່ໂຢຮັນ 6:39 ວ່າ:

“ແລະພຣະປະສົງຂອງພຣະບິດາຜູ້ຊົງໃຊ້ເຮົາມານັ້ນ ກໍຄືໃຫ້ເຮົາຮັກສາບັນດາຜູ້ທີ່ພຣະອົງໄດ້ຊົງມອບໄວ້ກັບເຮົາ ບໍ່ໃຫ້ຫາຍໄປຈັກຄົນດຽວ ແຕ່ໃຫ້ຟື້ນຂຶ້ນມາໃນວັນສຸດທ້າຍ”(ໂຢຮັນ 6:39)

ອີກເທື່ອໜື່ງດຣ.ຣໍເບີດສັນໄດ້ອີງໃສ່ໂຢຮັນ 17:12 “ຂ້າພະອົງກໍໄດ້ພິທັກຮັກສາພວກເຂົາໄວ້... ຜູ້ຊຶ່ງພຣະອົງໄດ້ປະທານແກ່ຂ້າພະອົງ ຂ້າພະອົງໄດ້ປົກປ້ອງເຂົາໄວ້ແລະບໍ່ມີຜູ້ໜຶ່ງຜູ້ໃດເສຍໄປ...”ແລະອີງເທື່ອໜື່ງລາວໄດ້ອ້າງອີງໃສ່ໂກໂລຊາຍ 3:3 “ຊີວິດຂອງທ່ານເຊື່ອງໄວ້ກັບພຣະຄຣິດໃນພຣະເຈົ້າ” ສະບັບນິວຄິງເຈມສ໌ໄດ້ກ່າວວ່າ“ຫຼືຈະບໍ່ມີຜູ້ໃດຍາດ ຊີງແກະນັ້ນໄປຈາກມືຂອງເຮົາໄດ້”

ສະເປີໂຈນກ່າວວ່າ“ທ່ານຮູ້ຢູ່ໃນຂໍ້ກ່ອນເຮົາວ່າພວກເຮົາບໍ່ຈໍາເປັນຕ້ອງອ່ານຄໍາວ່າ“ຜູ້”ເພາະມັນບໍ່ໄດ້ຢູ່ໃນພາສາກຣີກຕົ້ນສະບັບ..ແລະດັ່ງນັ້ນພວກເຮົາໜ້າຈະອ່ານມັນວ່າ“ຫຼື ຈະບໍ່ມີຜູ້ໃດຍາດຊີງແກະເຫຼົ່ານັ້ນໄປຈາກມືຂອງເຮົາໄດ້” ບໍ່ພຽງແຕ່-‘ຜູ້ໃດ’ ແຕ່ແມ່ນພະຍາ ມານໃດໆເຊັ່ນກັນ...ມັນບໍ່ພຽງແຕ່ລວມເຖິງມະນຸດເທົ່ານັ້ນຜູ້ຊື່ງບາງເທື່ອເປັນສັດຕູຂອງ ພວກເຮົາ...ມັນຍັງລວມເຖິງວິນຍານທີ່ລົ້ມລົງ,ແຕ່ບໍ່ມີຈັກອັນທີ່ຈະສາມາດຍາດຊີງເຮົາໄປ ຈາກມືຂອງພຣະອົງໄດ້,ແລະບໍ່ມີຄວາມເປັນໄປໄດ້ທີ່ໃຜຈະມີຄວາມສາມາດ,ໂດຍການວາງແຜນຂອງເຂົາໃດໆທີ່ຈະຍ້າຍເຮົາອອກໄປຈາການເປັນຊັບສົມບັດຂອງພຣະອົງ,ລູກທີ່ຮັກ ຂອງພຣະອົງລູກທີ່ຮັບການປົກປ້ອງຂອງພຣະອົງໄດ້,ໂອຊ່າງເປັນພຣະສັນຍາທີ່ເປັນພຣະ ພອນແທ້”(ເຫຼັ້ມ ດຽວກັນ).

ຈື່ອາຈານວູມແບຣນໄດ້ບໍ,ບາງເທື່ອພວກທ່ານອາດຈະສົງໄສວ່າເປັນຫຍັງຂ້າພະ ເຈົ້າຈື່ງອ່ານໜັງສືຂອງເພີ່ນເລື່ອງທໍລະມານເພື່ອພຣະຄຣິດ ອ່ານແລ້ວອ່ານອີກ,ພວກທ່ານ ອາດຈະສົງໄສວ່າເປັນຫຍັງຂ້າພະເຈົ້າຈື່ງຮັກທີ່ຈະອ່ານໜັງສືທີ່ເປັນຕາຢ້ານ, ນີ້ຄືເຫດຜົນທີ່ ຂ້າພະເຈົ້າບໍ່ໄດ້ອ່ານເພາະສົນໃຈເລື່ອງໂຣກຫຼືຄວາມຮັກຕໍ່ເລືອດແລະເລືອດທີ່ໄຫຼຈາກບາດແຜເທົ່ານັ້ນ,ຂ້າພະເຈົ້າອ່ານໜັງສືຂອງເພີ່ນເພາະມັນໄດ້ດຶງດູດຂ້າພະເຈົ້າໂດຍການສະແດງລິດອໍານາດທີ່ພຣະເຢຊູໄດ້ຊົງຮັກສາພຣະສັນຍາຂອງພຣະອົງ,ພວກຄອມມູນິດໄດ້ທໍລະ ມານອາຈານວູມແບຣນເພາະການເທດສະໜາຂ່າວປະເສີດ,ພວກເຂົາຕີພື້ນຕີນຂອງລາວຈົນລາວບໍ່ສາມາດຢືນເທດສະໜາໄດ້,ຕອນທີ່ລາວມາເທດສະໜາຢູ່ໂບດຂອງເຮົາລາວຕ້ອງປົດເກີບຂອງຕົນອອກແລ້ວນັ່ງຢູ່ເທິງຕັ່ງຍ້ອນແຜເປັນທີ່ເລິກຢູ່ໃນຕີນຂອງລາວ, ພວກເຂົາໄດ້ ເອົາເຫຼັກແດງມານາບໃສ່ຫຼັງຂອງລາວສິບແປດຮູ, ພວກເຂົາໃຫ້ລາວຢືນເປັນເວລາຫຼາຍຊົ່ວ ໂມງ, ພວກເຂົາປ່ອຍໃຫ້ລາວອຶດຢາກ,ພວກເຂົາຂັງລາວດ້ວຍໂສ້ຢູ່ໃນຫ້ອງທີ່ມີໜູເຕັມ, ພວກເຂົາເອົາລາວໄປຂັງດ່ຽວບ່ອນທີ່ລາວບໍ່ໄດ້ຍິນສຽງຂອງຄົນເປັນເວລາຫຼາຍເດືອນ,ແມ່ນລາວຜ່ານມັນມາໄດ້ໝົດ - ແລະໄດ້ເທດສະໜາສອງສາມເທື່ອຢູ່ໂບດຂອງເຮົາ, ທ່ານເວົ້າ ວ່າ“ລາວຕ້ອງມີໃຈເຫຼັກຢ່າງແນ່ນອນ”ບໍ່ເລີຍ ລາວຈະເປັນຄົນທໍາອິດທີ່ບອກທ່ານວ່າລາວ ເປັນຄົນທີ່ອ່ອນແອຫຼາຍ,ລາວຜ່ານພາການທໍລະມານທຸກຢ່າງໄດ້ເພາະພຣະສັນຍາຂອງ ພຣະຄຣິດຄືຄວາມຈິງ.

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)

ຂ້າພະເຈົ້າຮູ້ດີວ່າມັນຄືຄວາມຈິງເພາະຂ້າພະເຈົ້າກໍມີປະສົບການຄວາມຈິງນີ້ເຊັ່ນກັນກັບບັນຫາໜ້ອຍກວ່າໃນຊີວິດຂອງຂ້າພະເຈົ້າເອງ,ຈົ່ງສະຫງົບຢູ່ໃນພຣະເຢຊູແລະທ່ານຈະມີຊີວິດອັນຕະຫຼອດໄປເປັນນິດ,ພຣະເຢຊູບໍ່ສາມາດຕົວະໄດ້.

ຕອນນີ້ຂ້າພະເຈົ້າຈະຕ້ອງຂໍຈົບໂດຍການອ້າງເຖິງສະເປີໂຈນອີກເທື່ອໜື່ງ “ຂ້ອຍ ເຫັນໃນຂະນະທີ່ຂ້ອຍກໍຍັງເປັນ(ໜຸ່ມ)ເດັກນ້ອຍຫຼາຍຄົນທີ່ມີແວວເຮັດໃຫ້ເຮືອຈົ່ມລົງໃນ ຕອນຕົ້ນຊີວິດຂອງເຂົາໂດຍການຕົກເຂົ້າສູ່ຄວາມຊົ່ວຮ້າຍຂັ້ນຕົ້ນ(ແລະບາບ),ຂ້ອຍຮູ້ສຶກໃນ ໃຈ(ຊັງ)ເລື່ອງຄວາມບາບທີ່ຂ້ອຍໄດ້ຍິນວ່າພວກເຂົາເຮັດ, ຂ້ອຍຖືກກັ້ນຈາກພວກເຂົາ (ໂດຍພໍ່ແມ່ຂອງຂ້ອຍ),ຂ້ອຍຍັງຄົງຢ້ານວ່າຄວາມບາບທີ່ຄົນໜຸ່ມສາວເຫຼົ່ານີ້ໄດ້ເຂົ້າສູ່ອາດ ຈະເປັນເຈົ້ານາຍຂ້ອຍ, ຄວາມຊົ່ວແຫ່ງໃຈຂອງຂ້ອຍເອງເຮັດໃຫ້ຂ້ອຍບໍ່ໄວ້ໃຈຕົນເອງ, ຂ້ອຍເຊື່ອວ່າຖ້າຂ້ອຍໄດ້ກັບໃຈໃໝ່,ບັງເກີດໃໝ່ແລະໄດ້ຮັບຊີວິດໃໝ່,ຂ້ອຍກໍບໍ່ມີຄວາມ ປອດໄພ,ບໍ່ດັ່ງນັ້ນຂ້ອຍອາດຈະກິນເຫຍື່ອຂອງພະຍາມານ,ຂ້ອຍຢ້ານວ່າຂ້ອຍອາດຈະເສຍໜ້າທາງສິນລະທໍາຄືກັບທີ່ໄວ້ລຸ້ນຜູ້ຊາຍຄົນອື່ນໄດ້ເຮັດ, ຄວາມຄິດໄດ້ເຮັດໃຫ້ຂ້ອຍຕົກໃຈ, ແຕ່ເມື່ອຂ້ອຍໄດ້ຍິນດີວ່າພຣະເຢຊູຈະຊົງຮັກສາຂ້ອຍຈາກຫຼັກຄໍາສອນສະເໜ່ທີ່ລົ້ມລົງໃສ່ ຂ້ອຍແລະເຮັດໃຫ້ຂ້ອຍມີຄວາມຫວັງວ່າພຣະອົງສາມາດຊ່ວຍຂ້ອຍໃຫ້ພົ້ນໄດ້, ຂ້ອຍຄິດວ່າ ‘ຖ້າຂ້ອຍໄປຫາພຣະເຢຊູແລະເອົາຫົວໃຈໃໝ່ຈາກພຣະອົງແລະຈິດວິນຍານທີ່ຖືກຕ້ອງ, ຂ້ອຍກໍຈະຖືກຮັກສາຈາກຄວາມບາບຊື່ງຄົນອື່ນໄດ້ຕົກລົງໄປນັ້ນ, ຂ້ອຍຈະຕ້ອງຖືກປົກ ປ້ອງໂດຍພຣະອົງ’ ຄວາມຄິດນັ້ນໄດ້ດຶງດູດຂ້ອຍໃຫ້ວາງໃຈໃນພຣະເຢຊູ,ຂ້ອຍດີໃຈທີ່ໄດ້ ຍິນວ່າພຣະເຢຊູຊົງເປັນຜູ້ຮັກສາທີ່ສັດຊື່ຕໍ່ທຸກຄົນທີ່ຍອມຕໍ່ພຣະອົງ,ວ່າພຣະອົງຊົງສາມາດ ແລະເຕັມໃຈທີ່ຈະຮັບຄົນໜຸ່ມຄົນໜື່ງແລ້ວເຮັດໃຫ້ທາງຂອງເຂົາສະອາດແລະຮັກສາເຂົາໄວ້ຈົນເຖິງສຸດທ້າຍ, ໂອຄົນໜຸ່ມສາວບໍ່ມີຄວາມໝັ້ນໃຈໃນຊີວິດໃດຄືກັບການເຊື່ອໃນພຣະເຢຊູ ຄຣິດ” (C. H. Spurgeon, ibid., somewhat simplified by Dr. Hymers for modern hearers).

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)

ມີອີກຄວາມຄິດໜື່ງທີ່ອາດຈະເກີດກັບທ່ານ,ຂ້າພະເຈົ້າຂໍເວົ້າວ່າບໍ່ມີສັດຕູມະນຸດຄົນໃດແລະບໍ່ມີຜີປີສາດໃດສາມາດຍາດຊີງທ່ານໄປຈາກພຣະຫັດຂອງພຣະຜູ້ຊ່ວຍໄດ້, “ແຕ່” ພວກທ່ານພັດເວົ້າວ່າ “ຈະເກີດຫຍັງຂື້ນຖ້າໂຕຂ້ອຍເອງຫັນຫຼັງໃຫ້ພຣະເຢຊູ? ຈະເກີດ ຫຍັງຂື້ນຖ້າຂ້ອຍຖີ້ມໂບດນີ້ແລ້ວກັບໄປຫາໂລກ?” ເພື່ອນທີ່ຮັກ “ຂ້ອຍເອງ” ແມ່ນລວມຢູ່ ໃນຄໍາວ່າ“ທຸກຄົນ” ຂ້າພະເຈົ້າຮູ້ດີວ່າມີຄົນອື່ນໆຫຼາຍຄົນຊື່ງມີການກັບໃຈທີ່ຜິດໆໄດ້ຖີ້ມ ໂບດແລ້ວກັບໄປຫາໂລກອີກ, ຂ້າພະເຈົ້າກໍຍັງຮູ້ດີວ່າພວກເຂົາບໍ່ເຄີຍມີສັນຍາລັກແຫ່ງ ຄວາມເປັນແກະຂອງພຣະເຢຊູເອງເລີຍ,ພວກເຂົາບໍ່ເຄີຍໄດ້ຍິນສຽງຂອງພຣະອົງ,ພວກເຂົາບໍ່ເຄີຍຮູ້ຈັກໂດຍພຣະອົງ,ພວກເຂົາບໍ່ເຄີຍຕິດຕາມພຣະອົງ,ພວກເຂົາພຽງແຕ່ຕັດສິນໃຈ ແບບຜິວເພີນເທົ່ານັ້ນແລະຫຼັງຈາກນັ້ນກໍເອົາມັນຄືນ, ແຕ່ຂ້າພະເຈົ້າບໍ່ໄດ້ຂໍໃຫ້ພວກທ່ານ ເຮັດແບບນັ້ນ, ຂ້າພະເຈົ້າກໍາລັງຂໍໃຫ້ພວກທ່ານມາຫາພຣະເຢຊູຊາວນາຊາເຣັດພຣະບຸດ ຂອງພຣະເຈົ້າ, ຂ້າພະເຈົ້າຂໍຮ້ອງໃຫ້ທ່ານວາງໃຈໃນພຣະອົງແລະສະຫງົບຢູ່ໃນພຣະອົງ, ສະເປີໂຈນໄດ້ກ່າວວ່າ“ໂອຄົນບາບເອີຍ ຂໍໃຫ້ທ່ານຖືກນໍາໃນມື້ນີ້ໃຫ້ມາພັກທີ່ພຣະເຢຊູແລະ ເທິງພຣະເຢຊູເທົ່ານັ້ນ,ແລະຈາກນັ້ນກໍເອົາຂໍ້ພຣະຄໍາພີໄປ,ຢ່າຢ້ານມັນເລີຍ -“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ເຫຼັ້ມດຽວກັນ).

ພຣະອົງຈະຖືຂ້າໄວ້ໝັ້ນຄົງ ພຣະອົງຈະຖືຂ້າໄວ້ໝັ້ນຄົງ
ເພາະພຣະຜູ້ຊ່ວຍຊົງຮັກເຈົ້າຫຼາຍ ພຣະອົງຈະຖືຂ້າໄວ້ໝັ້ນຄົງ

ພຣະບິດາຂ້າພະອົງຂໍອະທິຖານເພື່ອບາງຄົນທີ່ກໍາລັງຟັງຫຼືອ່ານບົດເທດນີ້ທີ່ຈະພົບຄວາມສະຫງົບສຸກໂດຍການວາງໃຈພຣະເຢຊູ, ຜູ້ຊື່ງຈະມອບຊີວິດນິລັນດອນໃຫ້ແກ່ເຂົາ, ໃນພຣະນາມຂອງພຣະເຢຊູ, ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປຫາ ດຣ.ໄຮເມີ ແລະບອກເພີ່ນທີ່- rlhymersjr@sbcglobal.net (ກົດທີ່ນີ້),ທ່ານສາມາດຂຽນໄປ ຫາດຣ.ໄຮເມີພາສາໃດກໍໄດ້ແຕ່ຈົ່ງຂຽນເປັນພາສາອັງກິດຖ້າທ່ານໄດ້.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ:ໂຢຮັນ 10:22-29.
ບັນເລງເພງກ່ອນເທດສະໜາໂດຍທ້າວ ແຈັກງັນ: “ພຣະອົງຈະຊົງຖືຂ້ອຍໄດ້ຢ່າງໝັ້ນຄົງ”
(by Ada R. Habershon, 1861-1918).

ໂຄງຮ່າງບົດເທດສະໜາ

ພຣະອົງຈະຊົງຖືທ່ານໄວ້ຢ່າງໝັ້ນຄົງ

HE WILL HOLD YOU FAST!

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະແກະນັ້ນຈະບໍ່ຈິບຫາຍເລີຍ ແລະ ຈະບໍ່ມີຜູ້ໃດຍາດຊີງແກະເຫລົ່ານັ້ນໄປຈາກມືຂອງເຮົາໄດ້”(ໂຢຮັນ 10:28)

(ໂຢຮັນ 10:31,27; ກາລາເຕຍ 5:6; 1 ໂກລິນໂທ 2:7)

I.    ໜື່ງ ມີຂອງຂັວນຂອງພຣະຄຣິດ ໂຢຮັນ 10:28ກ; 4:14;ເອເຟໂຊ 2:5.

II.   ສອງ ມີພຣະສັນຍາຂອງພຣະຄຣິດ ໂຢຮັນ 10:28ຂ; ເພງສັນລະເສີນ 142:4; ເພງສັນລະເສີນ 94:18.

III.  ສາມ ມີລິດອໍານາດຂອງພຣະຄຣິດ ໂຢຮັນ 10:28ຂ; 6:39; 17:12; ໂກໂລຊາຍ 3:3.