Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກທູດສະຫວັນທີ່ລົ້ມລົງ - ຄໍາເຕືອນຕໍ່ຄົນທີ່ລົ້ມລົງ

(ບົດເທດສະໜາຕອນທີ່ 4 ໃນ 2 ເປໂຕ)
FALLEN ANGELS – A WARNING TO FALLEN MEN
(SERMON #4 ON II PETER)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 17/5/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, May 17, 2015

“ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນພວກທູດສະຫວັນທີ່ໄດ້ເຮັດບາບນັ້ນ ແຕ່ໄດ້ຊົງຜັກເຂົາລົງໄປສູ່ນາລົກ ແລະໄດ້ມັດເຂົາໄວ້ດ້ວຍເຄື່ອງຈອງຈຳແຫ່ງຄວາມມືດ ຄຸມໄວ້ຈົນກວ່າຈະເຖິງເວລາຊົງພິພາກສາ” ( 2 ເປໂຕ 2:4)


ພຣະຄໍາພີສອນວ່າຊາຕານເປັນທູດສະຫວັນໃຫຍ່ຊື່ງໄດ້ກະບົດຕໍ່ພຣະເຈົ້າແລະຖືກໄລ່ອອກຈາກສະຫວັນລົງມາສູ່ໂລກ,ຊາຕານທີ່ລົ້ມລົງຖືກບອກໄວ້ໃນເອເສຕຽນ 28:11-19, ແລະອິດສະຢາ 14:13-14, ມີທູດສະຫວັນຫຼາຍອົງຮ່ວມມືກັບຊາຕານໃນການກະບົດຂອງ ມັນ, ພວກມັນບາງຕົນຖືກປ່ອຍໃຫ້ເປັນໃນສິ່ງທີ່ພຣະຄໍາພີເອີ້ນວ່າ“ພະຍາມານ” ແຕ່ພວກ ມັນບາງຕົນກໍຖືກຖີ້ມລົງໄປໃນນາລົກ, ນີ້ຄືພວກພະຍາມານທີ່ເວົ້າເຖິງໃນຂໍ້ພຣະຄໍາພີຂອງ ພວກເຮົາ, ດຣ.ຊາລຊີ.ໄຣຣີ່ໄດ້ກ່າວວ່າ “ນີ້ຄືພວກທູດສະຫວັນທີ່ລົ້ມລົງຊື່ງໄດ້ເຮັດບາບ ຮ້າຍແຮງໂດຍການນອນກັບຜູ້ຍິງດັ່ງທີ່ຖືກອະທິບາຍໄວ້ໃນປະຖົມມະການ 6:1-4” (The Ryrie Study Bible, Moody Press, 1978; note on II Peter 2:4).

ເອເຟໂຊ 6:11-17 ສະແດງວ່າຊາຕານຍັງຄົງມີພວກພະຍາມານເປັນພັນໆຕົນຢູ່ ໃຕ້ການຄວບຄຸມຂອງມັນ - ແລະພວກມັນກໍມີບົດບາດຫຼາຍຢູ່ໃນໂລກປະຈຸບັນນີ້, ດຣ. ມາຕິນລອຍ-ໂຈນໄດ້ກ່າວວ່າ “ວິນຍານຊົ່ວມີເປັນພັນໆບາງເທື່ອອາດຈະມີເປັນລ້ານຕົນ” (Christian Unity, The Banner of Truth Trust, 1980, p. 58).

ຂ້າພະເຈົ້າເປັນຜູ້ກໍ່ຕັ້ງຄຣິສຕະຈັກສໍາຫຼັບຄົນໜຸຸ່ມພວກຮິບປີ້ໃນຕົ້ນປີ 1970,ມັນຍັງ ຄົງຢູ່ບ່ອນນັ້ນຊື່ງຄືຄຣິສຕະຈັກແບັບຕິດໃຕ້ໃນປະຈຸບັນນີ້, ປະສົບການນັ້ນໄດ້ເຮັດໃຫ້ຂ້າ ພະເຈົ້າລະວັງຫຼາຍໃນເລື່ອງອໍານາດຂອງພະຍາມານ, ຂ້າພະເຈົ້າໄດ້ເຫັນແລະໄດ້ຍິນສິ່ງ ຕ່າງໆທີ່ບໍ່ສາມາດເກີດຂື້ນຈາກແຫຼ່ງທໍາມະຊາດໃດໆເລີຍ.

ໃນໜັງສືຄລາສສິກທີ່ຊື່ພວກພະຍາມານໃນໂລກປະຈຸບັນຂອງດຣ.ເມີຣິລເອັຟ.ອັນ ເຈີຂອງໂຮງຮຽນພຣະຄໍາພີເມືອງດາລັສໄດ້ສະແດງໃຫ້ເຫັນເຖິງການເຮັດວຽກຂອງພະຍາ ມານໃນປະຈຸບັນ, ຊື່ບົດຕ່າງໆຄື “ພວກພະຍາມານແລະວິນຍານ” “ພວກພະຍາມານແລະ ມາຍາກົນ “ພວກພະຍາມານແລະການເຂົ້າສິງ” “ພວກພະຍາມານແລະສາສະໜາທຽມ ເທັດ” ແລະຫຼາຍເລື່ອງອີກ (Merrill F. Unger, Ph.D., Th.D., Demons in the World Today, Tyndale House Publishers, 1971).

ແຕ່ພວກພະຍາມານທີ່ເວົ້າເຖິງໃນຂໍ້ພຣະຄໍາພີຂອງເຮົາເຮັດຫຼາຍກວ່າພວກທີ່ເຮົາ ປະເຊີນໜ້າຢູ່ທຸກມື້ນີ້, ດຣ.ຈອນແມັກອາເທີເວົ້າຖືກຕ້ອງວ່າ“ພວກມັນເຂົ້າສິງຢູ່ໃນມະນຸດຜູ້ ຊື່ງຮ່ວມເພດນໍາຫຼາຍຄົນຢູ່ຮ່ວມກັນກັບຜູ້ຍິງ” (The MacArthur Study Bible, note on II Peter 2:4) ສິ່ງນີ້ໄດ້ກໍ່ໃຫ້ເກີດເຊື້ອສາຍຂອງຄົນທີ່ເປັນແບບພະຍາມານຊື່ງພຣະເຈົ້າໄດ້ສົ່ງ ນໍ້າຖ້ວມໃຫຍ່ມາທໍາລາຍພວກເຂົາໝົດທຸກຄົນ, ເພາະອາດຊະຍາກໍານັ້ນພະຍາມານກຸ່ມນີ້ຈື່ງຖືກໂຍນຖີ້ມລົງໄປໃນນາລົກ(ທາເທຣັສ)- ມັດໄວ້ໃນບ່ອນມືດ, ດຣ.ເຄນເນັດວູເອັທໄດ້ກ່າວວ່າ“ເປໂຕກໍາລັງເວົ້າເຖິງສະຖານທີ່ໃນໂລກທີ່ແນມບໍ່ເຫັນບ່ອນທີ່ທູດສະຫວັນທີ່ລົ້ມລົງ(ເຫຼົ່ານີ້)ຖືກຈອງຈໍາຢູ່ຈົນຮອດການພິພາກສາບັນລັງໃຫຍ່ສີຂາວ”ເມື່ອພວກມັນຈະຖືກຖີ້ມລົງໃນບຶງໄຟ (Kenneth S. Wuest, Wuest’s Word Studies From the Greek New Testament; volume 2, Eerdmans Publishing Company, 1954, note on II Peter 2:4).

ດຣ.ເຮັນຣີ່ເອັມ.ມໍຣິສໄດ້ກ່າວວ່າ“ປ່ຽງຂອງພວກທູດສະຫວັນຂອງຜູ້ຊົ່ວຮ້າຍບໍ່ພຽງ ແຕ່ຕາມຊາຕານໃນການ...ກະບົດຂອງຕໍ່ພຣະເຈົ້າຂອງມັນແຕ່ຍັງພະຍາຍາມເຮັດໃຫ້ມະນຸດທຸກຄົນເສື່ອມໂດຍການເຂົ້າສິງຝ່າຍຮ່າງກາຍຂອງ ‘ພວກລູກສາວຂອງມະນຸດ’(ປະຖົມມະ ການ 6:1-4; 2 ເປໂຕ 2:4),ພວກມັນ...ຖືກກັກຂັງໄວ້ບ່ອນຕໍາສຸດແລະໃນຫ້ອງມືດສຸດລໍ ຖ້າການພິພາກສາຄັ້ງສຸດທ້າຍ” (Henry M. Morris, Ph.D., The Defender’s Study Bible, World Publishing, 1995; note on Jude 6)

“ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນພວກທູດສະຫວັນທີ່ໄດ້ເຮັດບາບນັ້ນ ແຕ່ໄດ້ຊົງຜັກເຂົາລົງໄປສູ່ນາລົກ ແລະໄດ້ມັດເຂົາໄວ້ດ້ວຍເຄື່ອງຈອງຈຳແຫ່ງຄວາມມືດ ຄຸມໄວ້ຈົນກວ່າຈະເຖິງເວລາຊົງພິພາກສາ”( 2 ເປໂຕ 2:4)

ການຕັດສິນດ້ວຍເຫດຜົນຢູ່ບ່ອນນີ້ກໍຄືນັບຕັ້ງແຕ່ພຣະເຈົ້າຊົງລົງໂທດທູດສະຫວັນທີ່ລົ້ມລົງເຫຼົ່ານີ້,ພຣະອົງຈະຊົງຕັດສິນລົງໂທດທັງຊາຍແລະຍິງທີ່ລົ້ມລົງເຊັ່ນກັນຄືຜູ້ທີ່ບໍ່ຖືກ ໄຖ່ໂດຍພຣະເຢຊູ.

I. ໜື່ງ ຈົ່ງຄິດເຖິງຂໍ້ພຣະຄໍາພີຂອງເຮົາໃນຖານະເປັນຄໍາເຕືອນອັນໜື່ງ.

“ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນພວກທູດສະຫວັນທີ່ໄດ້ເຮັດບາບນັ້ນ ແຕ່ໄດ້ຊົງຜັກເຂົາລົງໄປສູ່ນາລົກ”

ຈົ່ງເບິ່ງໃນການຕັດສິນລົງໂທດເລື່ອງຄວາມບາບນີ້,ຈົ່ງເບິ່ງການແກ້ແຄ້ນໃນອະນາ ຄົດນີ້,ເພາະພວກມັນສົມຄວນຕໍ່ການພິພາກສາ! ສັງເກດວ່າທູດສະຫວັນເຫຼົ່ານີ້ທີ່ເຮັດບາບ ເທື່ອໜື່ງເຄີຍເປັນທູດສະຫວັນຢູ່ໃນສະຫວັນ!ພວກມັນເຄີຍອາໄສຢູ່ໃນສະຫວັນ, ພວກມັນບໍ່ ໄດ້ຕິດຕໍ່ກັບຄວາມຊົ່ວຮ້າຍ,ໝູ່ຄູ່ຂອງພວກມັນເປັນວິນຍານທີ່ສົມບູນແບບຄືກັບພວກມັນເອງພວກມັນແມ່ນມີຄວາມສາມາດໃນການເລືອກເຮັດຄວາມບາບ ແລະພວກມັນເລືອກບາບ, ຄວາມຊົ່ວຮ້າຍໄດ້ເຂົ້າມາຢູ່ໃນໃຈຂອງພວກທູດສະຫວັນເຫຼົ່ານີ້, ຄວາມອິດສາ,ຄວາມຫຍີ່ງ ແລະການກະບົດໄດ້ເຂົ້າມາຢູ່ໃນພວກມັນແລະພວກມັນກໍຖືກຖີ້ມລົງໄປສູ່ນາລົກ,ບໍ່ເຄີຍເປັນອິດສະຫຼະອີກເລີຍ.

ພວກທ່ານອາດຈະເປັນລູກຂອງພໍ່ແມ່ທີ່ເປັນແບບພຣະເຈົ້າ, ທ່ານອາດຈະໃຫຍ່ມາ ໃນຄຣິສຕະຈັກ, ແລະທ່ານອາດຈະຈົບລົງດ້ວຍການເປັນຄົນຫຼົງຫາຍແລະຖືກ“ມັດ...ໄວ້ດ້ວຍເຄື່ອງຈອງຈຳແຫ່ງຄວາມມືດ ຄຸມໄວ້ຈົນກວ່າຈະເຖິງເວລາຊົງພິພາກສາ”

ຮິດເລີຖືກຢືນຢັນວ່າຢູ່ໃນໂບດແລະຮັບບັບຕິດສະມາ,ຫຼັງຈາກນັ້ນຮິດເລີກໍໄປໂຮງ ຮຽນດົນຕີເພື່ອຮຽນຮ້ອງເພງກັບຄະນະປະສານສຽງ, ເມົາເຈີຕຸງໄດ້ໄປໂຮງຮຽນພຣະຄໍາພີ, ສະຕາລິນໄດ້ໄປໂຮງຮຽນສາສະໜາສາດຮຽນຮູ້ສໍາຫຼັບການຮັບໃຊ້, ດາວິນໄດ້ສຶກສາພຣະ ຄໍາພີແລະໄດ້ຮັບປະລິນຍາຕີໃນສາຂາສາສະໜາສາດ, ຄວາມຈິງແລ້ວອັນນັ້ນແມ່ນປະລິນ ຍາຕີດຽວທີ່ລາວມີ! ຄົນທີ່ສະຫຼາດເປັນພັນໆຄົນໃນປຸຈະບັນເຊື່ອໃນທິດສະດີເພີ້ຝັນແລະປ່າ ເຖື່ອນຂອງລາວຈາກຜູ້ຊາຍຄົນໜື່ງທີ່ການສຶກສາມີພຽງແຕ່ປະລິນຍາຕີໃນສາຂາສາສະໜາສາດ! ຈົ່ງຄິດເຖິງອັນຕະລາຍທີ່ບໍ່ຖືກເອີຍເຖິງຂອງຜູ້ຊາຍເຫຼົ່ານີ້ທີ່ເຮັດຕໍ່ມວນມະນຸດຊາດ! ຈົ່ງຄິດເຖິງຄວາມບ້າບໍແລະຄວາມບາບທີ່ນໍາພວກເຂົາໃຫ້ທໍາລາຍຊີວິດຈົນນັບບໍ່ຖ້ວນ!

ວິນເຊັນແວນກໍເປັນລູກຊາຍຂອງຜູ້ຮັບໃຊ້ຄົນໜື່ງ, ແວນກໍເອງໄດ້ເອົາຄໍາເທດສະ ໜາຂອງສະເປີໂຈນແລະເທດສະໜາຢູ່ໃນວິຫານຕ່າງໆຢູ່ເມືອງລອນດອນ,ແມ່ນແວນກໍໄດ້ ກາຍເປັນຄົນຕິດກັນຊາ,ເປັນບ້າຈາກຢາເສບຕິດແລະຂ້າຕົວຕາຍ! ນັກກະວີອີເມລີດິກຄິນ ສັນໄດ້ເຂົ້າຮ່ວມໂຮງຮຽນແຫ່ງໜື່ງທີ່ປະສົບກັບການຟື້ນຟູ, ໝູ່ຂອງນາງທຸກຄົນໄດ້ກັບໃຈ ໃໝ່ແຕ່ອີເມລີດິກຄິນສັນປະຕິເສດທີ່ຈະວາງໃຈໃນພຣະຄຣິດ, ນາງຈົບຊີວິດຂອງຕົນລົງໃນ ຖານະຜູ້ທີ່ຢູ່ຢ່າງໂດດດ່ຽວ,ຜູ້ຊື່ງບໍ່ເຄີຍອອກໄປຈາກຫ້ອງຂອງຕົນເລີຍໃນຂະນະທີ່ລາວຈົ່ມລົງໃນຄວາມບ້າບໍແລະສີ້ນຫວັງ, ພວກທ່ານອາດຈະເວົ້າວ່າ“ເລື່ອງແບບນັ້ນບໍ່ມີທາງທີ່ຈະ ເກີດຂື້ນກັບຂ້ອຍໄດ້ດອກ” ພວກທ່ານແນ່ໃຈບໍ? ພຣະຄໍາພີກ່າວວ່າ:

“ຄົົນທີ່ຄິດວ່າຕົວເອງຫມັ້ນຄົງດີແລ້ວ ກໍຈົ່ງລະວັງໃຫ້ດີ ຢ້ານວ່າຈະລົ້ມລົງ” (1 ໂກລິນໂທ 10:12)

ບໍ່ສໍາຄັນວ່າທ່ານຈະເຂັ້ມແຂງຫຼາຍປານໃດ,ບໍ່ສໍາຄັນວ່າທ່ານສະຫຼາດປານໃດຈົ່ງລະວັງ! ຖ້າພວກທູດສະຫວັນສາມາດລົ້ມລົງໄດ້ທ່ານກໍລົ້ມໄດ້ຄືກັນ! ທູດສະຫວັນໃຫຍ່ລູຊີເຟີ ບຸດແຫ່ງຍາມເຊົ້າເສື່ອມລົງເປັນຊາຕານ! ພວກທູດແຫ່ງເມືອງສະຫວັນລົ້ມລົງໃນຄວາມ ບາບ ແລະ ພວກມັນຫຼາຍຕົນກາຍເປັນພະຍາມານທີ່ບ້າກາມທີ່ປ່ອຍພິດສູ່ມະນຸດກ່ອນນໍ້າ ຖ້ວມ! ອັກຄະສາວົກຢູດາຜູ້ທີ່ເຮັດອັດສະຈັນແລະໄລ່ຜີຫຼາຍໂຕອອກກາຍເປັນ“ລູກແຫ່ງ ຄວາມພິນາດ”ຊື່ງໄດ້ທໍລະຍົດພຣະຄຣິດຂອງພຣະເຈົ້າ!

“ຄົົນທີ່ຄິດວ່າຕົວເອງຫມັ້ນຄົງດີແລ້ວ ກໍຈົ່ງລະວັງໃຫ້ດີ ຢ້ານວ່າຈະລົ້ມລົງ”

ເລື່ອງນີ້ຖືກດັດແປງມາຈາກບົດເທດໜື່ງທີ່ສະເປີໂຈນໄດ້ເທດສະໜາໃນຂໍ້ພຣະຄໍາພີດຽວກັນ,ຕໍາຫຼວດຄົນໜື່ງຢູ່ປະເທດອິນເດຍມີເສືອດາວທີ່ລື້ງຄົນໂຕໜື່ງ,ລາວລ້ຽງມັນຕັ້ງແຕ່ຕອນມັນຍັງເປັນລູກແມວຢູ່, ມັນແລ່ນອ້ອມເຮືອນຂອງລາວຄືກັບແມວແລະທຸກຄົນກໍຫຼີ້ນກັບ ມັນ,ຢູ່ມາມື້ໜື່ງຜູ້ຊາຍຄົນນັ້ນກໍນັ່ງຫຼັບຢູ່ເທິງຕັ້ງຂອງຕົນ, ເສືອດາວໄດ້ເລຍກິນມືຂອງລາວ, ໜັງຖືກຈີກຂາດແລະເສືອດາວໄດ້ຊີມເລືອດຂອງລາວ,ຕັ້ງແຕ່ເວລານັ້ນມັນກໍບໍພໍໃຈທີ່ຈະອາ ໄສຢູ່ໃນບ້ານນັ້ນອີກຕໍ່ໄປ,ມັນແລ່ນໄປເພື່ອຈະຂ້າແລະແລ່ນເຂົ້າໄປໃນປ່າ, ເສືອດາວໂຕນັ້ນ ມັນລື້ງຄົນແຕ່ມັນກໍຍັງເປັນເສືອດາວຢູ່ດີ, ດັ່ງນັ້ນມະນຸດຄົນໜື່ງອາດຈະເບິ່ງຄືວ່າເປັນຄຣິສ ຕຽນຄົນໜື່ງ,ແຕ່ໃຈຂອງເຂົາບໍ່ປ່ຽນແປງ,ດັ່ງນັ້ນເຂົາກໍຍັງເປັນມະນຸດທີ່ລົ້ມລົງຢູ່, ລົດຊາດ ຂອງຄວາມບາບໃນບໍ່ຊ້າຈະເປີດເປັນສັດປ່າຢູ່ໃນໂຕຂອງເຂົາ,ເປືອກນອກທີ່ບອບບາງຂອງຄວາມດີບໍ່ຊ້າກໍຈະຫາຍໄປລົງໃຕ້ການທົດລອງ, ທ່ານອາດຈະເບິ່ງຄືດູດີແຕ່ຈົນກວ່າທີ່ທ່ານ ຈະກັບໃຈໃໝ່ທ່ານກໍຍັງເກັ່ງໃນການເຮັດຊົ່ວຢູ່, ຂ້າພະເຈົ້າຮູ້ຈັກຫຼາຍຄົນທີ່ໄດ້ຮັບໃຊ້ແລະ ເທດສະໜາມ່ວນຫຼາຍຊື່ງໄດ້ກັບໄປຢູ່ໃນຄວາມບາບທີ່ຮ້າຍກວ່າເກົ່າ, ຂ້າພະເຈົ້າຮູ້ຈັກຊາຍ ຄົນໜື່ງທີ່ເປັນນັກເທດທີ່ດີ,ແຕ່ຫຼັງຈາກນັ້ນສອງສາມປີລາວກໍເລີ່ມຕິດຢາເສບຕິດ, ເມຍຂອງ ລາວໂຍນລາວອອກໄປນອກແລະລາວນອນຢູ່ຕາມຖະໜົນ, ຄືນໜື່ງລາວກໍຖືກຂ້າຢູ່ໃນສວນ ສາທາລະນະແຫ່ງໜື່ງ,ພວກເຂົາໜ້າຈະໄດ້ຍິນລາວຮ້ອງສຽງດັງ!ພຣະຄໍາພີກ່າວວ່າ:

“ພຶດຕິກຳໄດ້ເກີດກັບເຂົາຕາມສຸພາສິດຊຶ່ງເປັນຄວາມຈິງວ່າ "ໝາໄດ້ກັບກິນສິ່ງທີ່ມັນຮາກອອກມາແລ້ວ ແລະໝູທີ່ໄດ້ຊຳລະລ້າງໂຕແລ້ວກໍກັບລຸຍລົງໄປນອນໃນຂີ້ຕົມອີກ”(2 ເປໂຕ 2:22)

“ບັ້ນປາຍຂອງເຂົາກໍກັບຊົ່ວຮ້າຍຍິ່ງກວ່າຕອນຕົ້ນ”(2 ເປໂຕ 2:20)

“ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນພວກທູດສະຫວັນທີ່ໄດ້ເຮັດບາບນັ້ນ” ເປັນຫຍັງພຣະອົງ ຈື່ງຄວນຍົກເວັ້ນຄົນທີ່ບໍ່ກັບໃຈໃໝ່ລູກຂອງອາດາມຄືກັບພວກທ່ານລະ? ນອກຈາກທ່ານຈະ ປະສົບກັບການກັບໃຈໃໝ່ມາຫາພຣະຄຣິດແທ້, ຈົ່ງແນ່ໃຈໄດ້ເລີຍວ່າຄວາມບາບຂອງທ່ານ ຈະຄົ້ນພົບທ່ານ, ແລະພຣະເຈົ້າຈະຖີ້ມທ່ານລົງໃນບ່ອນທຸກທໍລະມານ,ທີ່ໄດ້ກຽມໄວ້ສໍາຫຼັບ ພະຍາມານແລະພວກສະມຸນຂອງມັນ, ພຣະເຈົ້າຈະຊົງລົງໂທດຄົນເຫຼົ່ານັ້ນທີ່ມີຊີວິດແລະ ຕາຍໃນຄວາມບາບຂອງຕົນ, ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນທູດສະຫວັນທີ່ເຮັດບາບ - ແລະ ພຣະອົງຈະບໍ່ຊົງຍົກເວັ້ນທ່ານຖ້າທ່ານຍັງສືບຕໍ່ຢູ່ໃນຖານະບໍ່ກັບໃຈໃໝ່ຂອງທ່ານ, ນັ້ນແລະ ຄືຄໍາເຕືອນທີ່ຖືກໃຫ້ໃນຂໍ້ພຣະຄໍາພີຂອງເຮົາ.

II. ສອງ ຈົ່ງຄິດເຖິງຄວາມຫວັງທີ່ໝາຍເຖິງໃນຂໍ້ພຣະຄໍາພີ.

ພວກທູດສະຫວັນທີ່ເຮັດບາບໝົດຫວັງແລ້ວໂດຍພຣະເຈົ້າ,ແຕ່ຄົນບາບທີ່ຫຼົງຫາຍຄືກັບທ່ານສາມາດຖືກໄຖ່ໄດ້, ໂດຍພຣະຄຸນຂອງພຣະເຈົ້າທັງຜູ້ຊາຍແລະຜູ້ຍິງທີ່ຖືກໄຖ່ແລ້ວ ຈະຢືນຢູ່ເຖິງແມ່ນວ່າພວກທູດສະຫວັນຈະລົ້ມລົງ! ພວກທູດສະຫວັນທີ່ເຮັດບາບພຣະຜູ້ ຊ່ວຍໃຫ້ພົ້ນບໍ່ເຄີຍຕາຍໃນບ່ອນຂອງເຂົາ, ພວກເຂົາບໍ່ເຄີຍຖືກພຣະວິນຍານບໍລິສຸດໂນ້ມ ນ້າວເຂົາແລະຊັກນໍາໃຫ້ມາຫາພຣະເຢຊູ, ພຣະໂລຫິດຂອງພຣະອົງບໍ່ເຄີຍພ້ອມທີ່ຈະຊໍາລະ ລ້າງຄວາມຜິດບາບຂອງພວກມັນ, ພວກມັນບໍ່ເຄີຍຖືກປະກາດຂ່າວປະເສີດ, ມັນເຮັດໃຫ້ ຂ້າພະເຈົ້າງຶດທີ່ພຣະເຈົ້າຈະຊົງອະໄພແລະມອບຄວາມລອດໃຫ້ກັບຜູ້ຊາຍແລະຜູ້ຍິງທີ່ຊົ່ວ, ຄວາມລອດບໍ່ເຄີຍຖືກສະເໜີໃຫ້ກັບພວກທູດສະຫວັນທີ່ເຮັດບາບ, ພວກມັນສິ້ນຫວັງທັນທີ ແລະຖືກມັດດ້ວຍໂຊ້ແຫ່ງຄວາມມືດຈົນກວ່າຈະເຖິງການພິພາກສາຄັ້ງສຸດທ້າຍແລະບຶງໄຟນາລົກ. ພຣະເຈົ້າບໍ່ໄດ້ປະທານໂອກາດເທື່ອທີ່ສອງແກ່ພວກທູດສະຫວັນ, ພຣະອົງບໍ່ໄດ້ລໍ ຖ້າຫຼາຍປີກ່ອນທີ່ພຣະອົງຈະພິພາກສາຄວາມບາບຂອງພວກມັນ, ເມື່ອພວກມັນເຮັດບາບ ພວກມັນກໍຖືກຕັດຖີ້ມໄປຕະຫຼອດເປັນນິດ.

ພວກທ່ານອາໄສຢູ່ໃນຄວາມບາບດົນປານໃດແລ້ວ? ພວກທ່ານບາງຄົນຍັງບໍ່ກັບ ໃຈໃໝ່ເປັນເວລາຫຼາຍປີ, ພວກທ່ານໄດ້ປະຕິເສດພຣະຄຣິດເປັນເວລາດົນນານເຖິງແມ່ນ ວ່າພວກທ່ານຈະໄດ້ຍິນຂ່າວປະເສີດເທດອອກໄປໃນທໍາມາດນີ້ທຸກວັນອາທິດກໍຕາມ! ຄວາມອົດທົນຂອງພຣະເຈົ້າທີ່ມີຕໍ່ທ່ານຊ່າງອັດສະຈັນແທ້! ພຣະອົງບໍ່ໄດ້ຍົກເວັ້ນພວກທູດ ທີ່ເຮັດບາບ,ແຕ່ພຣະອົງຊົງຍົກເວັ້ນພວກທ່ານ! ເປັນຫຍັງຈື່ງເປັນແບບນີ້?

ພວກທູດສະຫວັນບໍ່ເຄີຍຖືກຍື່ນຂ່າວປະເສີດໃຫ້, ເມື່ອພວກມັນລົ້ມລົງພວກມັນບໍ່ ໄດ້ມີໂອກາດເລື່ອງຄວາມລອດໃນອະນາຄົດ, ຄວາມລົ້ມລົງຂອງມັນບໍ່ເຄີຍລຸກຂື້ນມາໄດ້ ອີກ,ພວກທູດສະຫວັນບໍ່ເຄີຍມີການເສຍສະຫຼະ,ບໍ່ມີພຣະບຸດຂອງພຣະເຈົ້າທີ່ຕາຍເພື່ອພວກມັນ, ບໍ່ມີໂລຫິດທີ່ລ້າງບາບສໍາຫຼັບພວກມັນ, ພວກມັນບໍ່ມີນັກເທດທີ່ເທດຂ່າວປະເສີດແກ່ ພວກມັນ, ແມ່ນຂ້າພະເຈົ້າໄດ້ເອີ້ນພວກທ່ານໃຫ້ກັບໃຈແລະມາຫາພຣະເຢຊູຫຼາຍເທື່ອແລ້ວ ຂ້າພະເຈົ້າໄດ້ເອີ້ນພວກທ່ານໃຫ້ວາງໃຈໃນພຣະເຢຊູແລະມີຊີວິດຕະຫຼອດເປັນນິດ.

ບໍ່ມີການອະໄພແລະຄວາມຫວັງສໍາຫຼັບພວກພະຍາມານ, ແຕ່ມີການອະໄພ ແລະ ຄວາມຫວັງສໍາຫຼັບພວກທ່ານ, ອີກເທື່ອໜື່ງພຣະຄຣິດກ່າວກັບທ່ານວ່າ:

“ບັນດາຜູ້ທີ່ແບກພາລະໜັກແລະອິດເມື່ອຍ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ ທ່ານທັງຫຼາຍຫາຍເມື່ອເປັນສຸກ”( ມັດທາຍ 11:28)

ພຣະເຢຊູກ່າວຕໍ່ພວກທ່ານວ່າ“ຈົ່ງມາຫາເຮົາ” ພຣະອົງບໍ່ເຄີຍໃຫ້ຄໍາເຊີນນັ້ນຕໍ່ພວກທູດສະ ຫວັນທີ່ລົ້ມລົງ, ແຕ່ພຣະອົງຊົງໃຫ້ພວກທ່ານ,“ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ທ່ານທັງ ຫຼາຍເຊົາເມື່ອຍເປັນສຸກ” ຈົ່ງມາຫາເຮົາ,ວາງໃຈໃນເຮົາແລະເຮົາຈະລ້າງທ່ານຈາກຄວາມ ບາບທຸກຢ່າງຂອງທ່ານໂດຍໂລຫິດຂອງເຮົາ!

ພຣະອົງບໍ່ເຄີຍສະເໜີໃຫ້ແກ່ພວກທູດສະຫວັນທີ່ລົ້ມລົງ,ແຕ່ຊົງສະເໜີແກ່ທ່ານ! ນັ້ນແລະຄືຄວາມຮັກອັດສະຈັນທີ່ເວສລີຮ້ອງ,

“ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດ
ທີ່ພຣະອົງພຣະເຈົ້າຂອງຂ້າຄວນຕາຍເພື່ອຂ້າ”
(“And Can It Be?” by Charles Wesley, 1707-1788).

ພຣະເຢຊູຊົງພ້ອມແລ້ວໃນຕອນນີ້ທີ່ຈະຊ່ວຍທ່ານທຸກຄົນຜູ້ວາງໃຈໃນພຣະອົງ! ບໍ່ວ່າທ່ານ ຈະເຮັດບາບຫຼາຍປານໃດກໍຕາມ,ໃນວິນາທີທີ່ທ່ານໄດ້ວາງໃຈໃນພຣະອົງ,ພຣະອົງກໍຈະເຮັດໃຫ້ທ່ານສະອາດໂດຍພຣະໂລຫິດຂອງພຣະອົງ!

ມັນຍາກຫຼາຍປານໃດທີ່ຈະວາງໃຈໃນພຣະອົງ? ມັນງ່າຍຫຼາຍທີ່ຈະວາງໃຈໃນພຣະ ອົງ,ຂ້າພະເຈົ້າໄດ້ອ່ານໜັງສືຂອງອາຈານວູມແບຣນທໍລະມານເພື່ອພຣະຄຣິດຫຼາຍເທື່ອຕໍ່ ອາທິດໜື່ງ,ອາຈານໄດ້ເວົ້າວ່າ:

ຄັ້ງໜື່ງຂ້າພະເຈົ້າໄດ້ຮູ້ຈັກບາດຫຼວງອໍທໍດັອກໃນປະເທດໂຣມາເນຍ,ລາວ ເປັນຄົນຂອງພວກຄອມມູນິສທີ່ກ່າວຫາແກະຂອງຕົນເອງ, ຂ້າພະເຈົ້າຈັບມື ຂອງລາວລະຫວ່າງມືຂອງຕົນ ແລະບອກລາວເຖິງຄໍາອຸປະມາເລື່ອງລູກ ຊາຍນ້ອຍທີ່ຫຼົງຫາຍ,ມັນເປັນເວລາແລງຢູ່ໃນສວນຂອງລາວ, ຂ້າພະເຈົ້າ ເວົ້າວ່າ “ເຫັນບໍຄວາມຮັກທີ່ພຣະເຈົ້າຊົງຮັບຄົນບາບຄົນໜື່ງທີ່ກັບມາ,ພຣະ ອົງຊົງຕ້ອນຮັບດ້ວຍຄວາມຍິນດີແມ່ນແຕ່ບາບຫຼວງຄົນໜື່ງທີ່ກັບໃຈໃໝ່” ຂ້າພະເຈົ້າໄດ້ຮ້ອງເພງຄຣິສຕຽນໃຫ້ລາວຟັງ, ຜູ້ຊາຍຄົນນີ້ໄດ້ກັບໃຈໃໝ່ ແລ້ວ (Richard Wurmbrand, Tortured for Christ, Living Sacrifice Books, 1998, p. 90).

ບໍ່ສໍາຄັນດອກວ່າທ່ານໄດ້ເຮັດບາບຫຍັງແດ່,ຫຼືຄິດເຮັດຫຍັງແດ່,ພຣະເຢຊູຈະໃຫ້ອະໄພແກ່ທ່ານ,ພຣະອົງຈະຊົງໃຫ້ອະໄພທ່ານແລະທ່ານຈະຖືກຊໍາລະລ້າງໃຫ້ສະອາດໂດຍພຣະໂລ ຫິດຂອງພຣະອົງ, ສິ່ງທີ່ພຣະເຢຊູຊົງເຮັດເພື່ອບາດຫຼວງອໍທໍດັອກຄົນນັ້ນພຣະອົງຈະເຮັດ ເພື່ອທ່ານ,ພຽງແຕ່ວາງໃຈໃນພຣະອົງ! ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ,ພຣະເຢຊູກ່າວວ່າ

ຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖີ້ມເຂົາໄປຈັກເທື່ອ”(ໂຢຮັນ 6:37)

ພຣະເຢຊູເຈົ້າຊົງເຊີນທ່ານໃຫ້ມາຫາພຣະອົງ,ເມື່ອຂ້າພະເຈົ້າຄິດເຖິງເລື່ອງທີ່ພຣະ ເຢຊູຂໍຮ້ອງຄົນບາບໃຫ້ມາຫາພຣະອົງແລະວາງໃຈໃນພຣະອົງ,ຂ້າພະເຈົ້າກໍແປກໃຈ, ສໍາ ຫຼັບຂ້າພະເຈົ້າເບິ່ງຄືວ່າພວກຄົນບາບຄວນຂໍ້ຮ້ອງໃຫ້ພຣະເຢຊູຊ່ວຍເຂົາໃຫ້ພົ້ນ! ແຕ່ຊົງ ເປັນພຣະເຢຊູທີ່ຂໍຮ້ອງຄົນບາບໃຫ້ມາຫາພຣະອົງ! ຄືພຣະວິນຍານບໍລິສຸດທີ່ຂໍຮ້ອງໃຫ້ພວກ ຄົນບາບມາຫາພຣະອົງ, ຄືຄຣິສຕະຈັກທີ່ຂໍຮ້ອງກັບຄົນບາບໃຫ້ມາຫາພຣະອົງ! ຄືພວກ ຄຣິສຕຽນທີ່ອະທິຖານເພື່ອພວກເຂົາໃຫ້ມາຫາພຣະອົງ!

“ພຣະວິນຍານແລະເຈົ້າສາວກ່າວວ່າ ເຊົນມາເຖີດ ແລະໃຫ້ຜູ້ທີ່ໄດ້ຍິນກ່າວວ່າ "ເຊີນມາເຖີດ" ແລະໃຫ້ຜູ້ທີ່ກະຫາຍເຂົ້າ”(ພະນິມິດ 22:17)

ແມ່ນຫຍັງທີ່ພວກເຮົາອະທິຖານເພື່ອ? ພວກເຮົາອະທິຖານເພື່ອທ່ານໃຫ້ມາຫາພຣະເຢຊູ! ແມ່ນຫຍັງຄືສິ່ງທີ່ພຣະວິນຍານບໍລິສຸດເຮັດ? ພຣະອົງຊົງເອີ້ນພວກທ່ານໃຫ້ມາຫາພຣະເຢຊູ ແມ່ນຫຍັງຄືສິ່ງທີ່ພຣະເຢຊູຕັດ? ພຣະອົງຕັດວ່າ“ຈົ່ງມາຫາເຮົາ” ແມ່ນຫຍັງຄືສິ່ງທີ່ພຣະເຢ ຊູບອກພວກເຮົາໃຫ້ເຮັດ? ພຣະອົງຕັດວ່າ“ຈົ່ງເລັ່ງລັດເຂົາໃຫ້ເຂົ້າມາ”(ລູກາ 14:23),ພວກ ເຮົາທຸກຄົນຢາກໃຫ້ພວກທ່ານມາຫາພຣະເຢຊູແລະລອດ, ພວກເຮົາບໍ່ໄດ້ເວົ້າແບບນີ້ຕໍ່ພວກ ທູດສະຫວັນທີ່ລົ້ມລົງແຕ່ພວກເຮົາເວົ້າກັບພວກທ່ານ! ຈົ່ງມາ! ຈົ່ງມາ! ຈົ່ງມາ! ຈົ່ງມາຫາ ພຣະເຢຊູແລະຮັບຄວາມລອດ! ຈົ່ງມາຫາພຣະເຢຊູພ້ອມກັບຄວາມສົງໄສທຸກຢ່າງຂອງ ທ່ານ! ຈົ່ງມາຫາພຣະອົງພ້ອມກັບຄວາມຢ້ານທຸກຢ່າງຂອງທ່ານ! ຈົ່ງມາຫາພຣະອົງພ້ອມ ກັບຄວາມບາບທຸກຢ່າງຂອງທ່ານ!

ທີ່ນັ້ນເພື່ອຂ້າພຣະຜູ້ຊ່ວຍຊົງຢືນ
ຍຶດຖືດ້ວຍມືທີ່ມີແຜຂອງພຣະອົງ
ພຣະເຈົ້າຄືຄວາມຮັກ ຂ້າຮູ້ ຂ້າຮູ້ສຶກ
ພຣະເຢຊູຊົງຮ້ອງໄຫ້ແລະຍັງຊົງຮັກຂ້າຢູ່
(“Depth of Mercy” by Charles Wesley, 1707-1788).

ພຣະບິດາ ຂ້າພະອົງຂໍອະທິຖານເພື່ອຄົນບາບບາງຄົນທີ່ຈະມາຫາພຣະເຢຊູພຣະ ບຸດຂອງພຣະອົງແລະຮັບເອົາຄວາມພົ້ນ! ໃນພຣະນາມຂອງພຣະເຢຊູເຈົ້າ,ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປຫາ ດຣ.ໄຮເມີ ແລະບອກເພີ່ນທີ່- rlhymersjr@sbcglobal.net (ກົດທີ່ນີ້),ທ່ານສາມາດຂຽນໄປ ຫາດຣ.ໄຮເມີພາສາໃດກໍໄດ້ແຕ່ຈົ່ງຂຽນເປັນພາສາອັງກິດຖ້າທ່ານໄດ້.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ: 2 ເປໂຕ 2:4-9.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Depth of Mercy” (by Charles Wesley, 1707-1788; sung to the tune of “Just As I Am”).

ໂຄງຮ່າງບົດເທດສະໜາ

ພວກທູດສະຫວັນທີ່ລົ້ມລົງ - ຄໍາເຕືອນຕໍ່ຄົນທີ່ລົ້ມລົງ

(ບົດເທດສະໜາທີ່ 4 ໃນ 2 ເປໂຕ)
FALLEN ANGELS – A WARNING TO FALLEN MEN
(SERMON #4 ON II PETER)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນພວກທູດສະຫວັນທີ່ໄດ້ເຮັດບາບນັ້ນ ແຕ່ໄດ້ຊົງຜັກເຂົາລົງໄປສູ່ນາລົກ ແລະໄດ້ມັດເຂົາໄວ້ດ້ວຍເຄື່ອງຈອງຈຳແຫ່ງຄວາມມືດ ຄຸມໄວ້ຈົນກວ່າຈະເຖິງເວລາຊົງພິພາກສາ”( 2 ເປໂຕ 2:4)

(ເອເສຄຽນ 28:11-19; ອິດສະຢາ 14:13-14; ປະຖົມມະການ 6:1-4;
ເອເຟໂຊ 6:11-17)

I. ໜື່ງ ຈົ່ງຄິດເຖິງຂໍ້ພຣະຄໍາພີຂອງເຮົາໃນຖານະເປັນຄໍາເຕືອນອັນໜື່ງ. 2 ເປໂຕ
2:4ກ; 1 ໂກລິນໂທ 10:12; 2 ເປໂຕ 2:22, 20.

II. ສອງ ຈົ່ງຄິດເຖິງຄວາມຫວັງທີ່ໝາຍເຖິງໃນຂໍ້ພຣະຄໍາພີ. ມັດທາຍ 11:28;
ໂຢຮັນ 6:37; ພະນິມິດ 22:17; ລູກາ 14:23.