Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄຳນີ້ກໍຖືກປິດປັງໄວ້ຈາກພວກເຂົາ

THIS SAYING WAS HID FROM THEM
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 22/3/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 22, 2015

“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້ກໍຖືກປິດປັງໄວ້ຈາກເຂົາ ແລະເຂົາບໍ່ຮູ້ຈັກໃຈຄວາມຊຶ່ງພຣະອົງກ່າວນັ້ນ”(ລູກາ 18:34)


ນີ້ແມ່ນເທື່ອທີ່ສາມໃນຂ່າວປະເສີດລູກາທີ່ພຣະເຢຊູຊົງບອກພວກສາວົກສິບສອງ ຄົນວ່າພຣະອົງກໍາລັງຈະຕ້ອງຕາຍ(ລູກາ 9:22; 9:44), ໃນລູກາ 18:31-33 ພຣະເຢຊູ ໄດ້ເຮັດໃຫ້ມັນຊັດເຈນຫຼາຍເມື່ອພຣະອົງຊົງກ່າວວ່າ:

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວຕັດກັບເຂົາວ່າ"ເບິ່ງເຖີດເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມ ແລະສິ່ງສາລະພັດຊຶ່ງພວກຜູ້ທໍານວາຍໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ເພາະວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດແລະເຂົາຈະເຍາະເຍີ້ຍທ່ານ ເຮັດຫຍາບຄາຍແກ່ທ່ານ ຖົ່ມນ້ຳລາຍຮົດທ່ານ ເຂົາຈະຂ້ຽນຕີແລະຂ້າທ່ານເສຍ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່”(ລູກາ 18:31-33)

ເລື່ອງນີ້ຈະມີອັນໃດຊັດເຈນໄປກວ່ານີ້? ແມ່ນ“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້ກໍຖືກປິດປັງໄວ້ຈາກເຂົາ ແລະເຂົາບໍ່ຮູ້ຈັກໃຈຄວາມຊຶ່ງພຣະອົງກ່າວນັ້ນ”(ລູກາ 18:34), ມາລະໂກ 9:23 ກ່າວວ່າ “ແຕ່ຖ້ອຍຄຳນີ້ເຫລົ່າສາວົກກໍບໍ່ເຂົ້າໃຈ” ດຣ.ເອ.ທີ.ຣໍເບີດສັນໄດ້ອອກຄວາມເຫັນໃນ ມາລະໂກ 9:32 ວ່າ“ພວກເຂົາສືບ ຕໍ່ບໍ່ເຂົ້າໃຈ,ພວກເຂົາເປັນພວກບໍ່ເຊື່ອເລື່ອງພຣະເຈົ້າ(ຄົນບໍ່ເຊື່ອ)ໃນເລື່ອງຂອງ[ຂອງພຣະຄຣິດ]ຄວາມຕາຍແລະການຟື້ນຂື້ນຈາກຕາຍ” (A. T. Robertson, Litt.D., Word Pictures in the New Testament, Broadman Press, 1930, volume I, p. 344; note on Mark 9:32).

ຂ່າວປະເສີດຂອງພຣະຄຣິດເປັນເລື່ອງຫຍໍ້ໆ ແລະຊັດເຈນໂດຍອັກຄະສາວົກ ເປົາໂລ

“ເລື່ອງຊຶ່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫລາຍກ່ອນ ຄືວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ ແລະຊົງຖືກຝັງໄວ້ ແລ້ວວັນທີ່ສາມພຣະອົງຊົງເປັນຂຶ້ນມາໃໝ່ຕາມທີ່ມີຂຽນໄວ້ໃນພຣະຄຳພີນັ້ນ” (1 ໂກລິນໂທ 15:3-4)

ແມ່ນແລ້ວ,ໃນເວລານີ້ພວກສາວົກສິບສອງຄົນຍັງບໍ່ເຂົ້າໃຈຫຼືເຊື່ອຂ່າວປະເສີດເທື່ອ.

“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້ກໍຖືກປິດປັງໄວ້ຈາກເຂົາແລະເຂົາບໍ່ຮູ້ຈັກໃຈຄວາມຊຶ່ງພຣະອົງກ່າວນັ້ນ”(ລູກາ 18:34)

ຄືກັບທີ່ດຣ.ເອ.ທີ.ຣໍເບີດສັນໄດ້ກ່າວວ່າ “ພວກເຂົາເປັນພວກບໍ່ເຊື່ອເລື່ອງພຣະເຈົ້າ(ຄົນບໍ່ ເຊື່ອ)ໃນເລື່ອງຂອງ[ຂອງພຣະຄຣິດ]ຄວາມຕາຍແລະການຟື້ນຂື້ນຈາກຕາຍ”(ເຫຼັ້ມດຽວກັນ) ພວກສາວົກສິບສອງຄົນຍັງບໍ່ເຊື່ອຂ່າວປະເສີດເທື່ອ, ການອອກຄວາມຄິດເຫັນໃນມາລະ ໂກ 9:30-32 ດຣ.ເຈ.ເວີນັນແມັກກີ້ ໄດ້ກ່າວວ່າ “ອັນນີ້ບໍ່ແມ່ນເທື່ອທໍາອິດທີ່ທີ່ພຣະເຢຊູ ຊົງປະກາດເຖິງການຕາຍແລະການຟື້ນຂື້ນຈາກຕາຍຂອງພຣະອົງໃຫ້ພວກເຂົາຟັງ ແລະ ພວກເຂົາກໍຍັງບໍ່ເຂົ້າໃຈ” ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 201; note on Mark 9:30-32).

“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້ກໍຖືກປິດປັງໄວ້ຈາກເຂົາແລະເຂົາບໍ່ຮູ້ຈັກໃຈຄວາມຊຶ່ງພຣະອົງກ່າວນັ້ນ”(ລູກາ 18:34)

ສາມປະໂຫຍກໃນຂໍ້ພຣະຄໍາພີບອກເຮົາເຖິງຄວາມບໍ່ເຊື່ອຂອງເຂົາໃນເລື່ອງຂ່າວປະເສີດ

I. ໜື່ງ ພວກເຂົາບໍ່ເຂົ້າໃຈຂ່າວປະເສີດ.

“ເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ” ພາສາກຣີກແປຄໍາວ່າ“ເຂົ້າໃຈ” ໝາຍເຖິງ “ເຂົ້າໃຈໃນໃຈ”(ສະບັບສະຕຣອງ),ເຖິງແມ່ນວ່າພຣະເຢຊູຈະກ່າວຢ່າງຊັດເຈນ ແລະເປັນຖ້ອຍເປັນຄໍາພວກສາວົກກໍບໍ່ສາມາດເຂົ້າໃຈຄວາມໝາຍໃນສິ່ງທີ່ພຣະອົງກ່າວໄດ້ ຂໍ້ພຣະຄໍາພີບອກວ່າ “ເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ” ມັດທິວພູກ່າວວ່າ “ຄໍາເວົ້າຕ່າງໆງ່າຍພໍທີ່ຈະເຂົ້າໃຈ” (A Commentary on the Whole Bible, The Banner of Truth Trust, 1990 reprint, volume 3, p. 258; note on Luke 18:34), ແມ່ນເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ພວກສາວົກບໍ່ເຂົ້າໃຈວ່າພຣະຄຣິດຈະ“ຖືກມອບໄວ້ກັບ ຄົນຕ່າງຊາດ” ພວກເຂົາບໍ່ເຂົ້າໃຈວ່າພຣະອົງຈະຖືກ“ເຍາະເຍີ້ຍທ່ານເຮັດຫຍາບຄາຍແກ່ທ່ານ ຖົ່ມນ້ຳລາຍຮົດທ່ານ” ພວກເຂົາບໍ່ເຂົ້າໃຈວ່າພຣະອົງຈະຖືກ“ຂ້ຽນຕີ”ຖືກແສ້ຈົນຮອດ ກະດູກຫຼັງຂອງພຣະອົງ, ພວກເຂົາບໍ່ເຂົ້າໃຈວ່າພຣະອົງຈະຖືກ“ຂ້າ”ຢູ່ເທິງໄມ້ກາງແຂນ, ພວກເຂົາບໍ່ເຂົ້າໃຈວ່າພຣະອົງຈະຟື້ນຂື້ນມາຈາກຄວາມຕາຍໃນ“ວັນຖ້ວນສາມ”ຄືກັບທີ່ເຮົາຖືກບອກໄວ້ໃນໜັງສືມາລະໂກ.

“ບຸດມະນຸດຈະຕ້ອງຖືກມອບໄວ້ໃນເງື້ອມມືຂອງຄົນທັງຫລາຍ ແລະເຂົາຈະປະຫານທ່ານເສຍ ເມື່ອປະຫານແລ້ວ ໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່ ແຕ່ຖ້ອຍຄຳນີ້ເຫລົ່າສາວົກກໍບໍ່ເຂົ້າໃຈ ຄັ້ນຈະທູນຖາມພຣະອົງກໍເກງໃຈ”( ມາລະໂກ 9:31-32)

ຄໍາຕອບຂອງມະນຸດຕໍ່ຄວາມໂງ່ຂອງເຂົາຖືກອະທິບາຍໂດຍວິລລ່ຽມແມັກໂດນໍວ່າ

ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດຕ່າງໆຂອງຜູ້ຊ່ວຍຊົ່ວຄາວຜູ້ ຊື່ງຈະຊ່ວຍກູ້ເຂົາຈາກໂລມແລະຕັ້ງອານາຈັກຂື້ນທັນທີຊື່ງພວກເຂົາປະຕິ ເສດທີ່ຈະເພີດເພີນໄປກັບລາຍການອື່ນໆ(William MacDonald, Believer’s Bible Commentary, Thomas Nelson Publishers, 1989 edition, p. 1440; note on Luke 18:34).

ຄວາມຄິດຂອງພວກເຂົາມີອະຄະຕິຕໍ່ຕ້ານຄວາມເຊື່ອໃນຄວາມທຸກທໍລະມານຂອງພຣະເມສິອາ(ພຣະເມສິອາຕະກູນໂຢເຊບ)ເພາະຄົນຢິວສ່ວນຫຼາຍໃນສະໄໝນັ້ນກໍາລັງສະແຫວງຫາພຣະເມສິອາຜູ້ຊື່ງຈະປົດປ່ອຍພວກເຂົາອອກຈາກໂລມ(ເມສິອາຕະກູນດາວິດ),ພວກເຂົາບໍ່ ເຂົ້າໃຈ ວ່າທັງສອງພຣະເມສິອາເປັນອົງດຽວກັນ, ຈົ່ງຟັງບົດເທດຂອງຂ້າພະເຈົ້າເລື່ອງ “ຄວາມຢ້ານຂອງພວກສາວົກ” - ກົດອ່ານທີ່ນີ້, ແຕ່ມີອີກເຫດຜົນອື່ນສໍາຫຼັບຄວາມໂງ່ຂອງ ພວກເຂົາໃນເລື່ອງຂ່າວປະເສີດ.

II. ສາມ ຂ່າວປະເສີດຖືກປິດບັງໄວ້ຈາກພວກເຂົາ.

“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້ກໍຖືກປິດປັງໄວ້ຈາກເຂົາ... ”(ລູກາ 18:34)

ຄໍາວ່າ“ປິດບັງ”ຖືກແປມາຈາກພາສາກຣີກຊື່ງໝາຍເຖິງ“ປົກປິດ,ເຊື່ອງ”(ສະບັບສະຕຣອງ), ມັນເປັນຄໍາກຣີກດຽວກັນທີ່ພົບໃນ ໂຢຮັນ 8:59 ຊື່ງກ່າວວ່າ “ພຣະເຢຊູຊົງປິດ ບັງພຣະອົງ” ດັ່ງນັ້ນໃນຂໍ້ພຣະຄໍາພີຂອງເຮົາ “ຄໍານີ້ກໍຖືກປິດບັງໄວ້ຈາກເຂົາ”ມັນມີອົງປະ ກອບທີ່ອັດສະຈັນທີ່ກ່ຽວຂ້ອງກັນເມື່ອພຣະເຢຊູຊົງປິດບັງພຣະອົງເອງໃນຂະນະທີ່ພວກເຂົາຈັບກ້ອນຫີນຈະດືກໃສ່ພຣະອົງໃນພຣະວິຫານ(ໂຢຮັນ 8:59),ເຊັ່ນດຽວກັນກໍມີອົງປະກອບ ທີ່ອັດສະຈັນໃນພຣະຄໍາພີຂອງເຮົາ “ແລະຄໍານີ້ກໍຖືກປິດບັງໄວ້ຈາກເຂົາ”ເວົ້າເຖິງຄໍາພວກ ນີ້ໃນລູກາ 18:34 ດຣ.ແຟຣັງເກບີລຽນໄດ້ອະທິບາຍວ່າ “ລູກາໄດ້ໃຫ້ເຫດຜົນຄວາມໂງ່ ຂອງພວກສາວົກຕໍ່ສິ່ງອັດສະຈັນທີ່ເຫັນກັບຕາທີ່ຢັບຢັ້ງຄວາມເຂົ້າໃຈໄວ້”, Frank E. Gaebelein, D.D., general editor, The Expositor’s Bible Commentary, Zondervan Publishing House, 1984 edition, volume 8, p. 1005; note on Luke 18:34)ນັ້ນ ແລະຄືສິ່ງທີ່ຂ້າພະເຈົ້າຄິດວ່າຂໍ້ພຣະຄໍາພີໝາຍເຖິງ,ມັນຄືຄວາມອັດສະຈັນທີ່ຢັບຢັ້ງຄວາມ ເຂົ້າໃຈໄວ້, ແລະຄໍານີ້[ຂ່າວປະເສີດ]ກໍຖືກປິດບັງໄວ້ຈາກເຂົາ”

ຕອນນີ້ພວກເຮົາເຫັນວ່າພວກສາວົກບໍ່ແມ່ນສິດທິຊົນທີ່ຍິ່ງໃຫຍ່ໃນເວລານີ້, ພວກ ເຂົາເປັນພຽງແຕ່ຄົນ,ພວກເຂົາກໍເປັນຄົນຄືກັບພວກເຮົາທຸກຄົນ,ລູກຫຼານຂອງອາດາມ, ສະ ນັ້ນພວກເຂົາຈື່ງຕາຍໃນການລະເມີດແລະການບາບ”ຄືກັບທີ່ຂ້າພະເຈົ້າເປັນເປັນເວລາເຈັດປີໃນຄຣິສຕະຈັກກ່ອນທີ່ຂ້າພະເຈົ້າຈະໄດ້ຮັບຄວາມລອດ,ແລະພວກທ່ານບາງຄົນກໍຍັງເປັນຢູ່(ເອເຟໂຊ 2:1,5),ໃນຖານະເປັນລູກຫຼານຂອງອາດາມ,ຄວາມຄິດຝ່າຍເນື້ອໜັງຂອງເຂົາ ຈື່ງເປັນ“ສັດຕູຕໍ່ພຣະເຈົ້າ”(ໂລມ 8:7),ໃນຖານະລູກຫຼານຂອງອາດາມພວກເຂົາເປັນພຽງ ແຕ່ມະນຸດທໍາມະດາເທົ່ານັ້ນ,ແລະ“ມະນຸດທໍາມະດາຈະຮັບສິ່ງເຫຼົ່ານັ້ນຊື່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້”(1 ໂກລິນໂທ 2:14), ໃນຖານະເປັນລູກຫຼານຂອງອາດາມ“ຄົນ ທັງຫຼາຍທີ່ກໍາລັງຈິບຫາຍກໍເຫັນວ່າການປະກາດເລື່ອງພຣະຄຣິດເປັນເລື່ອງໂງ່”(1 ໂກລິນ ໂທ 1:18) ກໍຄືກັບຄວາມຈິງທີ່ພຣະຄຣິດກ່າວກັບນິໂຄເດມັສວ່າ“ທ່ານຕ້ອງບັງເກີດໃໝ່” (ໂຢຮັນ 3:7),ດັ່ງນັ້ນພວກສາວົກ“ຕ້ອງບັງເກີດໃໝ່”ພວກເຂົາບໍ່ສາມາດເກີດໃໝ່ໄດ້ໂດຍ ການປະຖີ້ມອາຊີບຂອງຕົນແລ້ວຕິດຕາມພຣະເຢຊູ, ອັນນັ້ນຈະເປັນຄວາມລອດພົ້ນໂດຍ ການກະທໍາ! ນັ້ນແລະຄືຫົນທາງທີ່ພວກໂຣມັນຄາທໍລິກແປມັນ! ແຕ່ພວກເຮົາເຊື່ອໃນ ຄວາມລອດພົ້ນໂດຍພຣະຄຸນ, ດັ່ງນັ້ນພວກເຂົາຈື່ງບໍ່ສາມາດລອດໂດຍການຕິດຕາມພຣະ ອົງໄດ້.

“ດ້ວຍວ່າຊຶ່ງທ່ານທັງຫລາຍລອດນັ້ນກໍລອດໂດຍພຣະຄຸນເພາະຄວາມເຊື່ອ ແລະບໍ່ແມ່ນໂດຍຕົວທ່ານທັງຫລາຍເອງ ແຕ່ພຣະເຈົ້າຊົງປະທານໃຫ້ ຄວາມພົ້ນນັ້ນຈະເນື່ອງດ້ວຍການກະທຳກໍຫາບໍ່ໄດ້ເພື່ອບໍ່ໃຫ້ຄົນໜຶ່ງຄົນໃດອວດໄດ້”(ເອເຟໂຊ 2:8-9)

ຢູດາຄືໜື່ງໃນສາວົກສິບສອງຄົນ, ລາວໄດ້ເກີດໃໝ່ບໍ? ພຣະຄຣິດກ່າວວ່າລາວ ເປັນຄົນ“ຫຼົງຫາຍ”ແລະເອີ້ນລາວວ່າ“ລູກແຫ່ງຄວາມພິນາດ”(ໂຢຮັນ 17:12),ໂທມັດໄດ້ ເກີດໃໝ່ບໍ? ຫຼັງຈາກການຟື້ນພຣະຊົນ,ໂທມັດກໍເວົ້າຢ່າງເດັດດ່ຽວວ່າ“ຂ້ອຍຈະບໍ່ເຊື່ອ”(ໂຢ ຮັນ 20:25) ຂ້າພະເຈົ້າຮູ້ດີວ່າເປໂຕມີການສ່ອງແສງບາງຢ່າງຈາກພຣະເຈົ້າ(ມັດທາຍ 16:17)ແຕ່ບໍ່ພໍເທົ່າໃດນາທີຕໍ່ມາລາວກໍຕໍານິພຣະເຢຊູທີ່ບອກພວກເຂົາວ່າພຣະອົງຈະຖືກ “ຂ້າແລະຟື້ນຂື້ນມາໃໝ່ໃນວັນຖ້ວນສາມ”(ມັດທາຍ 16:21-22),ແລະພຣະເຢຊູ“ກ່າວກັບ ເປໂຕວ່າອ້າຍຊາຕານຈົ່ງຖອຍໄປຂ້າງຫຼັງເຮົາ ເຈົ້າເປັນເຄື່ອງກີດຂວາງເຮົາ ເພາະເຈົ້າບໍ່ ໄດ້ຄິດຕາມພຣະດໍາລິຂອງພຣະເຈົ້າແຕ່ຕາມຄວາມຄິດຂອງມະນຸດ”(ມັດທາຍ 16:23),ເປ ໂຕໄດ້ປະຕິເສດຂ່າວປະເສີດຢ່າງຈະແຈ້ງແລະໄດ້ຮັບອິດທິພົນຈາກຊາຕານເພື່ອປະຕິເສດການຄຶງເທິງໄມ້ກາງແຂນແລະການຟື້ນຂື້ນຈາກຕາຍຂອງພຣະຄຣິດ.

“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້[ເລື່ອງຂ່າວ ປະເສີດ]ກໍຖືກປິດປັງໄວ້ຈາກເຂົາ...”(ລູກາ 18:34)

ອັກຄະສາວົກເປົາໂລໄດ້ກ່າວວ່າ:

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫລົ່ານັ້ນທີ່ກຳລັງຈະພິນາດ ສ່ວນຄົົນທີ່ບໍ່ເຊື່ອນັ້ນ ພະຂອງຍຸກນີ້[ຊາຕານ]ໄດ້ເຮັດໃຫ້ໃຈຂອງເຂົາມືດໄປ...”( 2ໂຄລິນ 4:3-4)

ແມ່ນ,ມີການຕາບອດທີ່“ອັດສະຈັນ”,ຊາຕານເຮັດໃຫ້ພວກສາວົກຕາບອດ,ເຊັ່ນດຽວກັບທີ່ຂ່າວປະເສີດຖືກເຮັດໃຫ້ບອດໄປຈາກເນື້ອໜັງຂອງເຂົາເອງ ສັນດານຈາກອາດາມ, ພຣະເຢຊູຊົງກ່າວວ່າ “ຖ້າທ່ານບໍ່ກັບໃຈເປັນເໝືອນເດັກນ້ອຍໆທ່ານຈະເຂົ້າໃນອານາຈັກ ແຫ່ງສະຫວັນບໍ່ໄດ້”(ມັດທາຍ 18:1).ຂໍເຊີນຢືນຂື້ນແລ້ວອ່ານມັດທາຍ 18:1-3

“ໃນເວລານັ້ນເຫລົ່າສາວົກມາເຝົ້າພຣະເຢຊູທູນວ່າ ໃຜເປັນໃຫຍ່ທີ່ສຸດໃນອານາຈັກແຫ່ງສະຫວັນ ພຣະເຢຊູຈຶ່ງຊົງເອີ້ນເດັກເລັກໆຄົນໜຶ່ງມາໃຫ້ຢູ່ທ່າມກາງເຂົາ ແລ້ວຕັດວ່າ "ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ ຖ້າພວກທ່ານບໍ່ກັບໃຈເປັນເໝືອນເດັກນ້ອຍໆ ທ່ານຈະເຂົ້າໃນອານາຈັກແຫ່ງສະຫວັນບໍ່ໄດ້ເລີຍ”(ມັດທາຍ 18:1-3)

ຂໍເຊີນນັ່ງລົງ,ພວກສາວົກຕ້ອງການຮູ້ວ່າຜູ້ໃດຈະໄດ້ເປັນໃຫຍ່ທີ່ສຸດໃນອານາຈັກແຫ່ງສະ ຫວັນ(ມັດທາຍ 18:1),ພຣະເຢຊູບອກກັບພວກສາວົກວ່າ“ຖ້າພວກທ່ານບໍ່ກັບໃຈ...ທ່ານຈະເຂົ້າໃນອານາຈັກແຫ່ງສະຫວັນບໍ່ໄດ້ເລີຍ”(ມັດທາຍ 18:3).

“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້[ເລື່ອງຂ່າວ ປະເສີດ]ກໍຖືກປິດປັງໄວ້ຈາກເຂົາ...”(ລູກາ 18:34)

III. ສາມ ພວກເຂົາບໍ່ຮູ້ຈັກຂ່າວປະເສີດໂດຍປະສົບການ.

ຕອນທ້າຍຂອງຂໍ້ພຣະຄໍາພີຂອງເຮົາເວົ້າວ່າ“ເຂົາບໍ່ຮູ້ໃຈຄວາມຊຶ່ງພຣະອົງຕັດນັ້ນ” (ລູກາ 18:34),ພາສາກຣີກແປຄໍາວ່າ“ຮູ້ຈັກ”ໝາຍເຖິງ“ຮູ້ຕົວ”“ແນ່ໃຈ” “ມີສະຕິໂດຍຜ່ານ ປະສົບການ” (George Ricker Berry, A Greek-English Lexicon of New Testament Synonyms, coded to Strong, number 1097) ຄໍາດຽວກັນຖືກໃຊ້ໃນຟີລິບປອຍ 3:10“ເພື່ອ ຂ້າພະເຈົ້າຈະໄດ້ຮູ້ຈັກພຣະອົງແລະລິດເດດແຫ່ງການຟື້ນຄືນພຣະຊົນຂອງພຣະອົງ ແລະ ຮ່ວມທຸກກັບພຣະອົງ...”ພວກສາວົກບໍ່ໄດ້ຮູ້ຈັກຂ່າວປະເສີດໂດຍປະສົບການ,ພວກເຂົາໄດ້ຍິນຄໍາເວົ້າຕ່າງໆແຕ່ບໍ່ມີປະສົບການກັບເລື່ອງຂ່າວປະເສີດແທ້, ຕອນນີ້ຂໍໃຫ້ພວກເຮົາຢືນ ຂື້ນແລະອ່ານຂໍ້ພຣະຄໍາພີໝົດຂໍ້ດັງໆອີກເທື່ອໜື່ງໃນລູກາ 18:31-34.

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວຕັດກັບເຂົາວ່າ"ເບິ່ງເຖີດເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມແລະສິ່ງສາລະພັດຊຶ່ງເຫລົ່າສາດດາພະຍາກອນໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ດ້ວຍວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດແລະເຂົາຈະເຍາະເຍີ້ຍທ່ານເຮັດຫຍາບຄາຍແກ່ທ່ານຖົ່ມນ້ຳລາຍຮົດທ່ານ ເຂົາຈະໂບຍຕີແລະຂ້າທ່ານເສຍແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່ ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍແລະຄຳນັ້ນກໍຖືກປິດບັງໄວ້ຈາກເຂົາແລະເຂົາບໍ່ຮູ້ໃຈຄວາມຊຶ່ງພຣະອົງຕັດນັ້ນ”(ລູກາ 18:31-34)

ຂໍເຊີນນັ່ງລົງ.

ພວກທ່ານເຫັນມັນແລ້ວບໍຕອນນີ້?“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍແລະຄຳນັ້ນກໍຖືກປິດບັງໄວ້ຈາກເຂົາແລະເຂົາບໍ່ຮູ້ໃຈຄວາມຊຶ່ງພຣະອົງຕັດນັ້ນ”

ຈົ່ງຟັງຄໍາພະຍານຂອງ ຊີ.ເອັຊ.ສະເປີໂຈນ,ລາວຖືກລ້ຽງມາໃນຄອບຄົວຂອງສິດ ຍາພິບານທີ່ເທດສະໜາຂ່າວປະເສີດ - ພໍ່ຂອງລາວເອງ,ລາວໃຊ້ເວລາຊ່ວງພັກແລງຢູ່ໃນ ບ້ານປູຂອງລາວຊື່ງກໍເປັນນັກເທດຂ່າວປະເສີດເຊັ່ນດຽວກັນ, ລາວໄດ້ຍິນຄໍາເທດສະໜາ ຂ່າວປະເສີດທຸກວັນອາທິດ,ຕະຫຼອດຊີວິດຂອງລາວ,ແຕ່ລາວກໍຍັງເປັນຄົນທີ່ຍັງບໍ່ໄດ້ກັບໃຈໃໝ່ຄືກັບທີ່ພວກສາວົກເປັນກ່ອນການຟື້ນຄືນຈາກຕາຍ,ສະເປີໂຈນກ່າວວ່າ:

ຂ້າພະເຈົ້າໄດ້ຍິນແຜນການຂອງຄວາມລອດໂດຍການເສຍສະຫຼະຂອງ ພຣະເຢຊູຕັ້ງແຕ່ຊ່ວງຍັງໜຸ່ມນ້ອຍ,ແຕ່ຂ້າພະເຈົ້າກໍບໍ່ຮູ້ຈັກຍັງຫຼາຍກ່ຽວກັບເລື່ອງນີ້ໃນສ່ວນເລິກໆໃນຈິດໃຈຂອງຕົນຫຼາຍໄປກວ່າຖ້າຫາກຂ້າພະເຈົ້າ ໄດ້ບັງເກີດໃໝ່[ໃນດິນແດນປ່າເຖື່ອນ],ມັນໄດ້ມາຫາຂ້າພະເຈົ້າໃນຖານະ ການເປີດເຜີຍໃໝ່,ໃນຖານະສົດສໍາກັບວ່າຂ້າພະເຈົ້າບໍ່ເຄີຍອ່ານພຣະຄໍາພີ...(ຫຼັງຈາກນັ້ນ)ຂ້າພະເຈົ້າກໍເຂົ້າໃຈ ແລະເຫັນໂດຍຄວາມເຊື່ອວ່າພຣະ ອົງຜູ້ຊົງເປັນພຣະບຸດຂອງພຣະເຈົ້າກາຍມາເປັນມະນຸດແລະໃນບຸກຄົນທີ່ ເປັນພຣະພອນຂອງພຣະອົງໄດ້ແບກບາບຂອງຂ້າພະເຈົ້າໃນຮ່າງກາຍ ຂອງພຣະອົງເອງເທິງຕົ້ນໄມ້[ເທິງໄມ້ກາງແຂນ]... ພວກທ່ານເຄີຍເຫັນ ແບບນັ້ນບໍ? (C. H. Spurgeon, How Can a Just God Justify Guilty Man?, Chapel Library, Pensacola, Florida).

ສະເປີໂຈນຮູ້ຈັກດີກ່ຽວກັບພຣະຄຣິດ,ລາວໄດ້ຍິນແຜນການແຫ່ງຄວາມລອດ,ແຕ່ລາວ“ບໍ່ ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍແລະຄຳນັ້ນ[ຂ່າວປະເສີດ]ກໍຖືກປິດບັງໄວ້ຈາກ[ລາວ]ແລະລາວບໍ່ຮູ້[ໂດຍປະສົບການ]ໃຈຄວາມຊຶ່ງພຣະອົງຕັດນັ້ນ” ຂ່າວປະເສີດມາຫາລາວທັນທີຄື ກັບຖືກບັງຄັບຊື່ງລາວກ່າວວ່າ“ມັນໄດ້ມາຫາຂ້າພະເຈົ້າໃນຖານະການເປີດເຜີຍໃໝ່,ໃນຖານະສົດສໍາກັບວ່າຂ້າພະເຈົ້າບໍ່ເຄີຍອ່ານພຣະຄໍາພີ”

ນັ້ນແລະຄືການກັບໃຈໃໝ່ແທ້ - ເມື່ອຈິດໃຈຂອງທ່ານຖືກເຮັດໃຫ້ຮູ້ສຶກເຖິງນໍ້າໜັກ ຂອງຄວາມບາບຂອງທ່ານ- ແລະທ່ານກໍຖືກຊັກນໍາໃຫ້ມາຫາພຣະຄຣິດຜູ້ຊົງຟື້ນຈາກຕາຍ ມີບາງຄົນເວົ້າກັບຂ້າພະເຈົ້າວ່າ“ຢູ່ໃສທີ່ພຣະຄໍາພີສອນວ່າພວກສາວົກໄດ້ກັບໃຈໃໝ່ໂດຍ ການປະເຊີນໜ້າກັບພຣະຄຣິດຜູ້ຟື້ນຈາກຕາຍ?” ຄໍາຕອບກໍງ່າຍໆ - ໃນຕອນທ້າຍຂອງ ຂ່າວປະເສີດໝົດທັງສີ່ເຫຼັ້ມ - ໃນມັດທາຍ 28; ໃນມາລະໂກ 16; ໃນລູກາ 24(ໂດຍສະ ເພາະຊັດເຈນຫຼາຍໃນຂໍ້ 36-45); ແລະໃນໂຢຮັນ 20:19-22, ດຣ.ເຈ.ເວີນັນແມັກກີ້ຄູ ສອນພຣະຄໍາພີທີ່ຮູ້ຈັກກັນດີໃນປະເທດອາເມລິກາເວົ້າເຖິງໂຢຮັນ 20:22 ວ່າ“ໂດຍສ່ວນ ຕົວແລ້ວຂ້າພະເຈົ້າເຊື່ອວ່າໃນຊົ່ວວິນາທີທີ່ອົງພຣະຜູ້ເປັນເຈົ້າຂອງເຮົາລະບາບລົມຫາຍໃຈເໜືອພວກເຂົາແລະກ່າວວ່າ“ພວກທ່ານຈົ່ງຮັບພຣະວິນຍານບໍລິສຸດເຖີດ” ພວກຜູ້ຊາຍເຫຼົ່າ ນີ້ກໍໄດ້ບັງເກີດໃໝ່[ເກີດໃໝ່],ກ່ອນໜ້ານີ້ພວກເຂົາບໍ່ມີພຣະວິນຍານຂອງພຣະເຈົ້າສະຖິດຢູ່ນໍາ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, volume IV, p. 498; note on John 20:21).ພວກທ່ານສາມາດຟັງດຣ.ແມັກກີ້ເທດສະໜາຢູ່ເທິງອິນເຕີ ເນັດໄດ້ທີ່ www.thruthebible.org.

ຕອນນີ້ມັນເປັນຄໍາອະທິຖານຂອງພວກເຮົາທີ່ທ່ານຈະຖືກໂນ້ມນ້າວເລື່ອງບາບຂອງທ່ານໂດຍພຣະວິນຍານບໍລິສຸດແລະເພື່ອພຣະວິນຍານຂອງພຣະເຈົ້າຈະເປີດໃຈຂອງທ່ານ ແລະຊັກນໍາທ່ານໃຫ້ມາຫາພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າທີ່ຊົງຟື້ນຄືນຈາກຕາຍ, ເພື່ອຊໍາລະລ້າງທ່ານອອກຈາກບາບໂດຍພຣະໂລຫິດອັນປະເສີດຂອງພຣະອົງ.

ທຸກໆລາຍການຂອງດຣ.ແມັກກີ້ຈົບລົງດ້ວຍບົດເພງ“ພຣະເຢຊູຈ່າຍໝົດແລ້ວ” ມັນ ຢູ່ໃນບົດທີ່ສີ່ໃນປື້ມເພງຂອງທ່ານ,ຂໍເຊີນຢືນຂື້ນແລ້ວຮ້ອງພ້ອມກັນ.

ໄດ້ຍິນຜູ້ໄຖ່ກ່າວວ່າ “ກໍາລັງຂອງເຈົ້າມີນ້ອຍ
ຜູ້ອ່ອນກໍາລັງຈົ່ງມາ ສະແຫວງຫາເຮົາຢ່າຖອຍ
ອົງພຣະເຢຊູເຈົ້າ ຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືກມົວໜັກໜາ ພຣະອົງລ້າງໃຫ້ສະອາດ

ແທ້ຈິງຂ້າໄດ້ເຫັນແລ້ວ ພຣະອົງຜູ້ດຽວຊົງລິດ
ຄົນປ່ວຍດີຈາກພະຍາດ ໃຈແຂງໃຫ້ອ່ອນລະລາຍ
ອົງພຣະເຢຊູເຈົ້າ ຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືກມົວໜັກໜາ ພຣະອົງລ້າງໃຫ້ສະອາດ

ຄຸນຄວາມດີຂ້າບໍ່ເຄີຍມີ ມີແຕ່ພຣະຄຸນພຣະອົງ
ພຣະອົງຊໍາລະໃຫ້ເສາະໃສ ດ້ວຍໂລຫິດຂອງພຣະຜູ້ໄຖ່
ອົງພຣະເຢຊູເຈົ້າ ຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືກມົວໜັກໜາ ພຣະອົງລ້າງໃຫ້ສະອາດ

ເມື່ອຢູ່ຕໍ່ໜ້າບັນລັງ ເຝົ້າຕໍ່ພຣະພັກພຣະອົງ
ພຣະອົງຕາຍໄຖ່ບາບຂອງຂ້າ ຂ້າຂອບຄຸນຕໍ່ໄປບໍ່ລາ
ອົງພຣະເຢຊູເຈົ້າ ຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືກມົວໜັກໜາ ພຣະອົງລ້າງໃຫ້ສະອາດ
(“Jesus Paid It All” by Elvina M. Hall, 1820-1889).

ຂໍເຊີນດຣ.ແຊນມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວພຣຸດໂຮມ: ລູກາ 18:31-34,
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Open My Eyes” (by Clara H. Scott, 1841-1897).

ໂຄງຮ່າງບົດເທດສະໜາ

ຄຳນີ້ກໍຖືກປິດປັງໄວ້ຈາກພວກເຂົາ

THIS SAYING WAS HID FROM THEM

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນີ້ກໍຖືກປິດປັງໄວ້ຈາກເຂົາ ແລະເຂົາບໍ່ຮູ້ຈັກໃຈຄວາມຊຶ່ງພຣະອົງກ່າວນັ້ນ”(ລູກາ 18:34)

(ລູກາ 18:31-33; ມາລະໂກ 9:32; 1 ໂກລິນໂທ 15:3-4)

I. ໜື່ງ ພວກເຂົາບໍ່ເຂົ້າໃຈຂ່າວປະເສີດ. ລູກາ 18:34ກ;ມາລະໂກ 9:31-32.

II. ສາມ ຂ່າວປະເສີດຖືກປິດບັງໄວ້ຈາກພວກເຂົາ. ລູກາ 18:34ຂ; ໂຢຮັນ 8:59;
ເອເຟໂຊ 2:1,5; ໂລມ 8:7; 1 ໂກລິນໂທ 2:25; 1:18; ໂຢຮັນ 3:7; ເອເຟໂຊ 2:8-9; ໂຢຮັນ 17:12; 20:25; ມັດທາຍ 16:17; ມັດທາຍ 16:21-22,23; 2 ໂກລິນໂທ 4:3-4; ມັດທາຍ 18:1-3.

III. ສາມ ພວກເຂົາບໍ່ຮູ້ຈັກຂ່າວປະເສີດໂດຍປະສົບການ. ລູກາ 18:34ຄ;
ຟີລິບປອຍ 3:10.