Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເກີດໃໝ່ - ເຊື່ອມຕໍ່ຄວາມຮັກຂອງຄຣິສຕຽນ

REGENERATION – THE LINK TO CHRISTIAN LOVE
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 15/3/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 15, 2015

“ຜູ້ໃດເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ຜູ້ນັ້ນກໍບັງເກີດຈາກພຣະເຈົ້າ ແລະທຸກຄົົນທີ່ຮັກພຣະອົງຜູ້ຊົງໃຫ້ກຳເນີດນັ້ນກໍຮັກຄົົນທີ່ບັງເກີດຈາກພຣະອົງດ້ວຍ” (1 ໂຢຮັນ 5:1)


ຂ້າພະເຈົ້າບໍ່ໄດ້ເຕີບໃຫຍ່ມາໃນໂບດ,ຂ້າພະເຈົ້າເລີ່ມເຂົ້າຮ່ວມຄຣິສຕະຈັກແບັບຕິດ ຕອນທີ່ຂ້າພະເຈົ້າໄດ້ສິບສາມປີ,ໜື່ງໃນສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ທັນທີກໍຄືພວກຄົນໜຸ່ມໃນຄຣິສຕະຈັກບໍ່ມີຄວາມຮັກຊື່ງກັນແລະກັນ,ພວກເຂົາບໍ່ຮັກຂ້າພະເຈົ້າແລະພວກເຂົາກໍບໍ່ຮັກ ພວກຜູ້ໃຫຍ່ແລະສິດຍາພິບານ,ພວກເຂົາເວົ້າຄໍາເປິະເປື້ອນຢອກກັນແລະເວົ້າລັບຫຼັງຊື່ງກັນແລະກັນ, ພວກເຂົາເວົ້າກະຊິບກັນແລະຂຽນເຈ້ຍນ້ອຍໃຫ້ກັນແລະກັນໃນຂະນະທີ່ອາຈານ ເທດສະໜາ,ຂ້າພະເຈົ້າຍັງໄດ້ຄົ້ນພົບວ່າພວກຜູ້ໃຫຍ່ໃນຄຣິສຕະຈັກນັ້ນກໍບໍ່ມີຄວາມຮັກຊື່ງກັນແລະກັນ,ຄວາມຈິງແລ້ວເບິ່ງຄືວ່າພວກເຂົາບໍ່ມັກຊື່ງກັນແລະກັນ ແລະມີຫຼາຍຄົນດູໝີ່ນ ກັນແລະກັນ,ພວກເຂົາມາຢູ່ຮ່ວມກັນສ່ວນຫຼາຍແລ້ວໂດຍການຖືກບັງຄັບ, ພວກເຂົາໃຊ້ເວ ຢູ່ຮ່ວມກັນແບບບໍ່ມີປະໂຫຍດ, ພວກເຂົາໃຊ້ເວລາສອງຊົ່ວໂມງໃນມື້ວັນອາທິດໂດຍເປັນນິ ໄສ,ມັນເປັນທໍານຽມຂອງເຂົາທີ່ຈະໄປໂບດ,ແຕ່ບໍ່ມີຄວາມຮັກຊື່ງກັນແລະກັນ, ເມື່ອສິດຍາພິ ບານຄົນນັ້ນໄປທີ່ຄຣິສຕະຈັກອື່ນ,ວຽກປະຈໍາຂອງພວກເຂົາໃນການເຂົ້າຮ່ວມກັບຄຣິສຕະ ຈັກກໍຖືກລົບກວນ, ໃນເວລາສັ້ັ້ນໆພວກເຂົາກໍແບ່ງແຍກເປັນສາມກຸ່ມແລ້ວເລີ່ມຕໍ່ສູ່ກັນ,ມີ ຫຼາຍຄົນອອກໄປຈາກຄຣິສຕະຈັກຢ່າງສົມບູນ,ຜູ້ທີ່ຢູ່ຕໍ່ກໍຕໍ່ສູ້ກັນປານກັບສັດປ່າ, ພວກເຂົາ ດຶກປື້ມເພງໃສ່ກັນແລະກັນໃນຊ່ວງນະມັດສະການວັນອາທິດ, ພວກເຂົາດ່າກັນແລະກັນ ດ້ວຍຄໍາໂງ່ໆໃນຕອນນະມັດສະການນັ້ນ.

ສຸດທ້າຍກຸ່ມຄຣິສຕະຈັກແບັບຕິດໃຕ້ກໍອອກໄປເປີດຄຣິສຕະຈັກອີກບ່ອນອື່ນ, ຂ້າ ພະເຈົ້າກໍໄປກັບເຂົາ,ແຕ່ໃນບໍ່ຊ້າຫຼັງຈາກທີ່ພວກເຮົາໄດ້ເປີດຄຣິສຕະຈັກອີກແຫ່ງໜື່ງແລ້ວ ເລື່ອງເດີມໆກໍເລີ່ມເກີດຂື້ນ! ຄົນໜຸ່ມສ່ວນຫຼາຍໄດ້ອອກໄປ, ສຸດທ້າຍຂ້າພະເຈົ້າກໍອອກໄປ ແລ້ວໄປເຂົ້າຮ່ວມກັບຄຣິສຕະຈັກຄົນຈີນບ່ອນທີ່ຂ້າພະເຈົ້າຍັງຄົງເປັນສະມາຊິກເປັນເວລາກວ່າຊາວສາມປີ,ແຕ່ເຖິງແມ່ນວ່າຄົນຈີນຈະບໍ່ໂຫດຮ້າຍຫຼາຍ, ແຕ່ກໍມີຄວາມຮັກໜ້ອຍໜື່ງ ລະຫວ່າງສະມາຊິກນໍາກັນຈົນພຣະເຈົ້າໄດ້ສົ່ງການຟື້ນຟູມາແລະສິ່ງຕ່າງໆໄດ້ປ່ຽນແປງໄປດີຂື້ນກວ່າເກົ່າ.

ແຕ່ໃນບໍ່ດົນຫຼັງຈາກທີ່ການຟື້ນຟູໄດ້ເລີ່ມຂື້ນຂ້າພະເຈົ້າກໍອອກໄປຢູ່ໂຮງຮຽນພຣະ ຄໍາພີ,ຂ້າພະເຈົ້າໄດ້ເລີ່ມຄຣິສຕະຈັກແຫ່ງໜື່ງໃກ້ໆກັບໂຮງຮຽນພຣະຄໍາພີ,ສິ່ງຕ່າງໆກໍໄປ ໄດ້ດີໃນໄລຍະໜື່ງ, ຫຼັງຈາກນັ້ນສິ່ງເກົ່າໆກໍເລີ່ມເກີດຂື້ນອີກເທື່ອໜື່ງ,ມີການຜິດກັນແລະ ຖຽງກັນແລ້ວຜູ້ຄົນກໍອອກໄປ, ມັນບໍ່ເປັນລະບຽບ, ຂ້າພະເຈົ້າຈື່ງອອກໄປແລ້ວກັບຄືນມາ ຫາລອສແອງເຈີລິສ.

ຂ້າພະເຈົ້າໄດ້ເລີ່ມຄຣິສຕະຈັກແຫ່ງນີ້ສີ່ສິບປີກ່ອນ,ຊື່ງສຸດທ້າຍກໍກາຍເປັນຄຣິສຕະຈັກນີ້ທີ່ພວກເຮົາຢູ່ໃນປະຈຸບັນນີ້,ແຕ່ຄຣິສຕະຈັກນີ້ກໍປະສົບກັບຄວາມປັ່ນປວນເຊັ່ນດຽວກັນ,ຕໍ່ສູ້ກັນແລະຄຣິສຕະຈັກກໍເກີດການແຕກແຍກ, ມັນຕ້ອງໃຊ້ເວລາປະມານຊາວຫ້າປີກວ່າ ສິ່ງຕ່າງໆຈະເຢັນລົງແລະກາຍມາເປັນໃນແບບປະຈຸບັນນີ້.

ຕອນນີ້ນັ້ນແລະຄືປະສົບການຂອງຂ້າພະເຈົ້າ, ພວກທ່ານອາດຈະສົງໄສວ່າຂ້າພະ ເຈົ້າໄດ້ຜ່ານສິ່ງທີ່ວົນວຽນຫຍຸ້ງຍາກສັບສົນຂອງຄວາມບ້າບໍໄດ້ແນວໃດ,ຂ້າພະເຈົ້າກໍມັກສົງໄສຕົນເອງຄືກັນ, ຂ້າພະເຈົ້າເວົ້າໄດ້ແຕ່ພຽງວ່າຜ່ານຈາກເລື່ອງທັງໝົດຂ້າພະເຈົ້າຮູ້ດີວ່າມີ ພຣະເຈົ້າອົງໜື່ງແລະຮູ້ດີວ່າພຣະຄໍາພີຄືພຣະວັດຈະນະຂອງພຣະເຈົ້າ,ຂ້າພະເຈົ້າບໍ່ພຽງແຕ່ເຊື່ອເລື່ອງພວກນັ້ນ,ແຕ່ຍັງຮູ້ຈັກເລື່ອງພວກນັ້ນເລິກໆໃນຈິດວິນຍານຂອງຕົນອີກດ້ວຍ,ຂ້າພະເຈົ້າຮູ້ຈັກສິ່ງເຫຼົ່ານັ້ນ “ບໍ່ແມ່ນໂດຍການກະທໍາທີ່ຊອບທໍາຂອງເຮົາເອງ...ແຕ່ໂດຍຕາມ ພຣະເມດຕາຂອງພຣະອົງ”(ຕີໂຕ 3:5).

ປະສົບການຂອງຂ້າພະເຈົ້າບໍ່ທໍາມະດາເລີຍ, ສ່ວນຫຼາຍແລ້ວນັກຂ່າວປະເສີດໜຸ່ມ ໄດ້ພົບຜ່ານປະສົບການທີ່ຄ້າຍຄືກັນ, ສິ່ງທີ່ເຮັດໃຫ້ປະສົບການຂອງຂ້າພະເຈົ້າບໍ່ທໍາມະດາ ນັ້ນກໍຄືວ່າຂ້າພະເຈົ້າໄດ້ພົບຜ່ານມັນແລະອອກຈາກມັນດ້ວຍການເຊື່ອໃນພຣະເຈົ້າ ແລະ ພຣະຄໍາພີຫຼາຍກວ່າແຕ່ກ່ອນ.

ແຕ່ກ່ອນທີ່ຂ້າພະເຈົ້າຈະໄປຕໍ່ຂ້າພະເຈົ້າຈະຂໍອ້າງອີງຄຣິສຕຽນວິກເກີຜູ້ຂຽນໜັງສື ເລື່ອງ of the Evangelical Nation: The Surprising Crisis Inside the Church (HarperOne, 2008).ນາງເວົ້າວ່າ

ຂ່າວປະເສີດຄຣິສຕຽນໃນປະເທດອາເມລິກາກໍາລັງຕາຍ, ການຄັບເຂື່ອນ ຂອງຂ່າວປະເສີດໃນປະຈຸບັນນີ້ບໍ່ແມ່ນແນວໜ້າ[ບໍ່ໄດ້ຢູ່ໃນແຖວໜ້າ],ພວກເຂົາເປັນເສດເລັກເສດນ້ອຍ,ແກ້ອອກຢູ່ໃນຂອບນອກ,ສະແຫວງຫາທຸກຫົນທາງທີ່ເຮົາມັກຢ່າງເຊັ່ນ:ການກັບໃຈໃໝ່,ບັບຕິດສະມາ.ການເປັນສະມາຊິກ...ການຖະວາຍຊັບ...ການເຂົ້າຮ່ວມຄຣິສຕະຈັກ...ທຸກຢ່າງຈະຫຼຸດລົງແລະຫຼຸດລົງ(ເຫຼັ້ມດຽວກັນ,ຄໍານຳ,ໜ້າ 9)

ແລະນາງໄດ້ສໍາຮອງຄໍາເວົ້າດ້ວຍຄວາມຈິງແລະສະຖິຕິທີ່ເປັນໄປບໍ່ໄດ້ທີ່ຈະພິສູດວ່າບໍ່ແມ່ ຈິງ, ໃນຂະນະທີ່ຂ້າພະເຈົ້າອ່ານໜັງສືນັ້ນຂ້າພະເຈົ້າຕ້ອງເຫັນດ້ວຍກັບທິດສະດີພື້ນຖານ ຂອງນາງທີ່ວ່າ: ຄຣິສຕະຈັກຂອງເຮົາຫຼາຍແຫ່ງແມ່ນຢູ່ໃນບັນຫາເລິກ.

ແຕ່ເລື່ອງນີ້ບໍ່ແມ່ນເລື່ອງໃໝ່, ຫົກສິບປີກ່ອນດຣ.ເອ.ດັບໂບຢູ.ໂທເຊີໄດ້ຂຽນແລ້ວ ຂຽນອີກກ່ຽວກັບບັນຫາທີ່ເກີດຂື້ນໃນຄຣິສຕະຈັກຂອງເຮົາ,ຕົວຢ່າງດຣ.ໂທເຊີກ່າວວ່າ:

ໂລກຂ່າວປະເສີດທັງໝົດແມ່ນບໍ່ໄດ້ອໍານວຍໃຫ້ຄຣິສຕຽນເຂັ້ມແຂງ, ແລະ ຂ້າພະເຈົ້າຄິດວ່າພວກສະໄໝໃໝ່(ເສລີນິຍົມ)ກໍເປັນຄືກັນ,ຂ້າພະເຈົ້າໝາຍເຖິງຝູງຊົນທີ່ເຊື່ອພຣະຄໍາພີທີ່ແບກຮັບຂອງດັ່ງເດີມ...ພວກເຮົາກໍາລັງເຮັດໃຫ້ການກັບໃຈເປັນຄວາມອ່ອນແອຂອງເຮົາ(ບໍ່ເກີດຜົນ,ເປເພ່) ປະເພດ ຂອງຄຣິສຕຽນທີ່ແບກຄວາມຄ້າຍຄືກັນນ້ອຍໜື່ງຂອງພຣະຄໍາພີໃໝ່...ຊັດ ເຈນພວກເຮົາຕ້ອງອອກຜົນເປັນຄຣິສຕຽນທີ່ດີກວ່າ(Of God and Men, Christian Publications, 1960, pp. 12, 13).

ດຣ.ໂທເຊີຖືກເອີ້ນວ່າຜູ້ທໍານວາຍຜູ້ໜື່ງໃນຍຸກຂອງລາວເອງ!

ເຮົາຈະສາມາດມີຄຣິສຕະຈັກທີ່ມີຄວາມຮັກໃນຖ້າມກາງຄວາມສັບສົນແລະການປະຖີ້ມຄວາມເຊື່ອໄດ້ແນວໃດ? ພວກເຮົາຕ້ອງເລີ່ມບ່ອນທີ່ພຣະຄໍາພີເລີ່ມ - ດ້ວຍການກັບໃຈ ໃໝ່, ທ່ານບໍ່ສາມາດມີຄຣິສຕະຈັກທີ່ມີຄວາມຮັກທີ່ສ້າງຂື້ນຈາກຄົນທີ່ຍັງບໍ່ກັບໃຈໃໝ່ໄດ້! ການກັບໃຈໃໝ່ແທ້ເປັນເຫດການທີ່ສະໜັບສະໜູນໃຫ້ມີການປ່ຽນແປງ, ດຣ.ມາຕິນລອຍ-ໂຈນນັກເທດຊາວອັງກິດຜູ້ຍິ່ງໃຫຍ່ໄດ້ກ່າວວ່າ:

ການມາເປັນຄຣິສຕຽນຄືວິກິດການໜື່ງ,ເຫດການຮ້າຍແຮງອັນໜື່ງ...ຊື່ງໃນພຣະຄໍາພີໃໝ່ໄດ້ອະທິບາຍຢູ່ໃນຮູບແບບຂອງການເກີດໃໝ່, ຫຼືການຊົງ ສ້າງໃໝ່, ຫຼືການເລີ່ມຕົ້ນໃໝ່, ຫຼາຍໄປກວ່ານັ້ນໄດ້ມີການອະທິບາຍເປັນ ການເຮັດວຽກທີ່ເໜືອທໍາມະຊາດໂດຍພຣະເຈົ້າເອງ,ບາງສິ່ງປຽບໄດ້ກັບຈິດວິນຍານທີ່ຕາຍແລ້ວກັບເຮັດໃຫ້ມີຊີວິດອີກ... ໃນແລະຜ່ານທາງພຣະເຢຊູ ຄຣິດພຣະບຸດຂອງພຣະອົງ(Martyn Lloyd-Jones, M.D., Evangelistic Sermons, The Banner of Truth Trust, 1990, p. 166).

ແລະມັນໄດ້ນໍາເຮົາກັບເຂົ້າສູ່ຫົວຂໍ້ພຣະຄໍາພີຂອງເຮົາ

“ຜູ້ໃດເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ຜູ້ນັ້ນກໍບັງເກີດຈາກພຣະເຈົ້າ ແລະທຸກຄົົນທີ່ຮັກພຣະອົງຜູ້ຊົງໃຫ້ກຳເນີດນັ້ນກໍຮັກຄົົນທີ່ບັງເກີດຈາກພຣະ ອົງດ້ວຍ”(1 ໂຢຮັນ 5:1)

I. ໜື່ງ ຄໍາວ່າ“ເຊື່ອ”ໝາຍເຖິງຫຍັງໃນຫົວຂໍ້ພຣະຄໍາພີ.

“ຜູ້ໃດເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ...”(1 ໂຢຮັນ 5:1)

ພາສາກຣີກແປຄໍາວ່າ“ເຊື່ອ”ແມ່ນ “ພິສເຕອອນ” ດຣ.ເອ.ທີ.ຣໍເບີດສັນກ່າວວ່າເລື່ອງນີ້“ບໍ່ ແມ່ນພຽງແຕ່ການສໍານຶກຜິດຂອງຜູ້ມີຄວາມຮູ້ເທົ່ານັ້ນແຕ່ຍັງອຸທິດທັງໂຕແດ່ພຣະເຢຊູຄຣິດ...ພິສເຕອອນໃນປະສາດສໍາພັດທີ່ເຕັມລົ້ນ” (A. T. Robertson, Litt.D., Word Pictures in the New Testament, volume VI, Broadman Press, 1953, p. 237; note on I John 5:1).

ສະບັບສະຕຣອງເວົ້າວ່າ“ພິສເຕອອນ”ໝາຍເຖິງ“ມີຄວາມເຊື່ອໃນ,ເທິງ... ບຸກຄົນ ໜື່ງ”(#4100).ສະເປີໂຈນກ່າວວ່າ“ຈົ່ງຊອກສັບພະນຸກົມພາສາກຣີກທຸກຄໍາທີ່ເຈົ້າມັກ ແລະ ທ່ານຈະພົບວ່າປະໂຫຍກພິສເຕອອນບໍ່ໄດ້ໝາຍເຖິງແຕ່ເຊື່ອເທົ່ານັ້ນແຕ່ຍັງໝາຍເຖິງການວາງໃຈ...ຄວາມໝາຍຂອງຄວາມເຊື່ອຄືຄວາມໝັ້ນໃຈໃນ,ເຊື່ອຖືໃນພຣະເຢຊູຄຣິດ,(ບໍ່ແມ່ນ)...ພຽງແຕ່ຄວາມເຊື່ອທີ່ເປັນຄວາມຄິດເຫັນເທົ່ານັ້ນ...(ຊື່ງ)ບໍ່ສາມາດຊ່ວຍຈິດວິນຍານຂອງ ທ່ານໃຫ້ພົ້ນໄດ້” (“Faith and Regeneration,” Metropolitan Tabernacle Pulpit, number 979, p. 138; note on I John 5:1).

ພວກພະຍາມານມີຄວາມເຊື່ອ“ທີ່ເປັນຄວາມຄິດເຫັນ”ໃນພຣະເຢຊູຄຣິດ,ທ່ານບໍ່ຈໍາ ເປັນຕ້ອງອ່ານພຣະຄໍາພີດົນໆກ່ອນທີ່ທ່ານຈະພົບຂໍ້ພຣະຄໍາພີຂໍ້ໜື່ງຄືກັບລູກາ 4:41

“ຜີກໍອອກມາຈາກຄົນຫລາຍຄົນດ້ວຍຮ້ອງວ່າ ທ່ານເປັນພຣະຄຣິດພຣະບຸດຂອງພຣະເຈົ້າ...ເພາະວ່າມັນຮູ້ແລ້ວວ່າພຣະອົງເປັນພຣະຄຣິດ” (ລູກາ 4:41)

ພະຍາມານເຫຼົ່ານີ້ເຂົ້າໃຈວ່າພຣະເຢຊູຄືພຣະຄຣິດ,ແຕ່ພວກມັນໄດ້ວາງໃຈໃນພຣະອົງ,ໂຢ ຮັນບໍ່ໄດ້ບອກເຮົາພຽງແຕ່ໃຫ້ເຊື່ອຄວາມຈິງທີ່ວ່າພຣະເຢຊູຄືພຣະຄຣິດ,ພຣະເມສິຢາເທົ່າ ນັ້ນ,ລາວກໍາລັງບອກເຮົາໃຫ້ວາງໃຈໃນພຣະຄຣິດ - ພິສເຕອອນ -“ໃຫ້ມີຄວາມເຊື່ອໃນ ແລະເທິງພຣະຄຣິດ,ວາງໃຈໃນພຣະອົງ”

ສະເປີໂຈນຍັງສືບຕໍ່ບອກເຮົາກ່ຽວກັບງູທອງເຫຼືອງ,ງູຫຼາຍໂຕໄດ້ພາກັນກັດຄົນອິດສະຣາເອນແລະຂ້າພວກເຂົາ, ພຣະເຈົ້າບອກໂມເສດໃຫ້ເຮັດງູທອງເຫຼືອງແລະຕັ້ງມັນຂື້ນ ເທິງເສົາ,ບໍ່ວ່າໃຜກໍຕາມທີ່ຖືກງູກັດແລະຕາຍຈາກງູກັດພຽງແຕ່ແນມເບິ່ງງູທອງເຫຼືອງກໍຈະ ໄດ້ຮັບການຮັກສາແລະມີຊີວິດ, ໃນໂຢຮັນ 3:14-15 ພຣະເຢຊູໄດ້ໃຊ້ເລື່ອງນັ້ນເພື່ອອະທິ ບາຍວ່າເຮົາລອດໄດ້ແນວໃດແດ່,ສະເປີໂຈນກ່າວວ່າ “ການເຊື່ອໃນພຣະເຢຊູຄື(ພຽງ)ແຕ່ ເສືອດຕາແຫ່ງຄວາມເຊື່ອເບິ່ງທີ່ພຣະອົງ,ວາງໃຈໃນພຣະອົງດ້ວຍຈິດໃຈຂອງທ່ານ”(ເຫຼັ້ມ ດຽວກັນໜ້າ 140),ບໍ່ວ່າຄວາມເຊື່ອຂອງເຮົາຈະໜ້ອຍປານໃດກໍຕາມຖ້າເຮົາຫາກເບິ່ງພຣະ ເຢຊູແລະມີຄວາມເຊື່ອໃນພຣະອົງຜູ້ດຽວ,ທ່ານມີຄວາມເຊື່ອວ່າໃນທຸກໆກໍລະນີໄດ້ສະແດງ ໃຫ້ເຫັນວ່າທ່ານໄດ້ບັງເກີດໃໝ່ແລ້ວ.

“ຜູ້ໃດເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ຜູ້ນັ້ນກໍບັງເກີດຈາກພຣະເຈົ້າ ...”(1 ໂຢຮັນ 5:1)

II. ສອງ ໃຜທີ່ວາງໃຈໃນພຣະເຢຊູໄດ້ບັງເກີດໃໝ່,ເກີດຈາກພຣະເຈົ້າ.

ຕອນນີ້ມີຫຼາຍຄົນທີ່ຍັງບໍ່ໄດ້ວາງໃຈໃນພຣະເຢຊູເວົ້າວ່າພວກເຂົາໄດ້ບັງເກີດໃໝ່ ແລ້ວ,ພວກເຂົາໄວ້ວາງໃຈສິ່ງອື່ນໆ, ດຣ.ເຄແກນ,ເມຍຂອງຂ້າພະເຈົ້າແລະຂ້າພະເຈົ້າໄດ້ ໄປງານສົບໃກ້ເມືອງຊານດິເອໂກ,ຕອນຄາກັບມາພວກເຮົາໄດ້ພາກັນແວ່ຢູ່ໜື່ງໃນຄຣິສຕະຈັກແບັບຕິດໃຕ້ທີ່ໃຫຍ່ທີ່ສຸດໃນລັດຄາລິຟໍເນຍ, ການນະມັດສະການແລງວັນເສົາຫາກໍຈົບ ລົງ,ເມື່ອພວກເຮົາອອກໄປຂ້າພະເຈົ້າກໍເຫັນຍິງສາວຄົນໜື່ງທີ່ເປັນຍາມ, ຂ້າພະເຈົ້າຖາມ ນາງວ່າຖ້ານາງຫາກເປັນຄຣິສຕຽນ,ນາງຕອບວ່າ“ເຈົ້າຂ້ອຍແມ່ນ”ຂ້າພະເຈົ້າຖາມນາງວ່າ “ເຈົ້າມາເປັນຄຣິສຕຽນໄດ້ແນວໃດ” ນາງຕອບວ່າ “ຂ້ອຍເປັນສະມາຊິກຂອງຄຣິສຕະຈັກນີ້ ມາຕະຫຼອດຊີວິດຂອງຂ້ອຍ” ຂ້າພະເຈົ້າຈື່ງຕອບວ່າ “ຂ້ອຍບໍ່ຄິດວ່າເຈົ້າເຂົ້າໃຈຄໍາຖາມ ຂອງຂ້ອຍ,ຂ້າພະເຈົ້າຈື່ງເວົ້າວ່າ ເຈົ້າກາຍມາເປັນຄຣິສຕຽນໄດ້ແນວໃດ?” ນາງຕອບວ່າ “ຂ້ອຍຮັບບັບຕິດສະມາແລ້ວ” ຂ້າພະເຈົ້າກໍເວົ້າອີກວ່າ “ເຈົ້າກາຍມາເປັນຄຣິສຕຽນໄດ້ ແນວໃດ?” ນາງຕອບວ່າ “ຂ້ອຍມາໂບດທຸກໆອາທິດ” ຂ້າພະເຈົ້າຈື່ງຍ່າງອອກໄປດ້ວຍ ຄວາມໂສກເສົ້າ,ຜູ້ສາວຈົນຄົນນັ້ນບໍ່ສາມາດຖືກໂນ້ມນ້າວໃຫ້ເວົ້າແມ່ນແຕ່ຄໍາດຽວກ່ຽວກັບ ພຣະເຢຊູ!ສິດຍາພິບານຂອງຄຣິສຕະຈັກແບັບຕິດໃຕ້ໃຫຍ່ນັ້ນຮູ້ຈັກກັນໄປທົ່ວໂລກ,ຜູ້ສາວຄົນນັ້ນໄດ້ຍິນລາວເທດສະໜາມາຕະຫຼອດຊີວິດຂອງນາງ,ແຕ່ນາງກໍຍັງໂງ່ໃນເລື່ອງລາວ ຂອງການບັງເກີດໃໝ່ຄືກັບນິໂຄເດມັສຜູ້ທີ່ເວົ້າກັບພຣະເຢຊູວ່າ“ສິ່ງເຫຼົ່າຈະເປັນໄປໄດ້ແນວໃດ?”(ໂຢຮັນ 3:9)

ຂໍພຣະເຈົ້າຊ່ວຍເຮົາແດ່! ບໍ່ສົງໄສເລີຍທີ່ນາງຄຣິສຕຽນວິກເກີກ່າວວ່າ“ຂ່າວປະ ເສີດຂອງຄຣິສຕຽນໃນປະເທດອາເມລິກາກໍາລັງຕາຍ” ບໍ່ສົງໄສເລີຍທີ່ດຣ.ໂທເຊີກ່າວວ່າ “ໂລກຂ່າວປະເສີດທັງໝົດແມ່ນບໍ່ໄດ້ອໍານວຍໃຫ້ຄຣິສຕຽນເຂັ້ມແຂງ” ປາສະຈາກການວາງ ໃຈໃນພຣະເຢຊູທ່ານກໍຍັງຫຼົງຫາຍຢູ່ຄືກັບຍິງສາວຄົນນັ້ນຜູ້ຊື່ງທັງຊີວິດຂອງລາວຄືສະມາ ຊິກຄົນໜື່ງຂອງຄຣິສຕະຈັກແບັບຕິດໃຕ້ໃຫຍ່, ຢ່າໄດ້ວາງໃຈໃນການເປັນສະມາຊິກຄຣິສ ຕະຈັກ! ຢ່າວາງໃຈໃນພິທີບັບຕິດສະມາ! ຢ່າວາງໃຈໃນຄວາມດີຂອງຕົນເອງ! ແລະບໍ່ວ່າ ທ່ານຈະເຮັດຫຍັງກໍຕາມຢ່າໄປໄວ້ໃຈໃນຄວາມຮູ້ສຶກແຫ່ງອາລົມຂອງຕົນ! ຈົ່ງວາງໃຈໃນ ພຣະເຢຊູຄຣິດ! ຈົ່ງໄດ້ຮັບການຊໍາລະລ້າງຈາກຄວາມຜິດບາບຂອງທ່ານໂດຍພຣະໂລຫິດ ພຣະຄຣິດທີ່ຫຼັ່ງລົງມາເທິງໄມ້ກາງແຂນ! ຄືກັບທີ່ສະເປີໂຈນກ່າວສະເໝີວ່າ “ຈົ່ງປັກທຸງລົງ ເທິງພຣະຄຣິດ” ຈົ່ງແນມເບິ່ງພຣະຄຣິດ,ຈົ່ງວາງໃຈພຣະຄຣິດ,ຈົ່ງແນມໄປຂ້າງໜ້າທີ່ພຣະ ຄຣິດ! ມັນບໍ່ຍາກເລີຍ! ຈົ່ງແນມເບິ່ງພຣະອົງຄືກັບທີ່ຄົນອິດສະຣາເອນແນມເບິ່ງງູທອງ ເຫຼືອງແລະໄດ້ຮັບການປົວໃຫ້ຫາຍດີ!

ຈົ່ງເບິ່ງແລະມີຊີວິດພີນ້ອງຂອງຂ້າຈົ່ງມີຊີວິດ
ຈົ່ງແນມເບິ່ງພຣະເຢຊູດຽວນີ້ແລ້ວມີຊີວິດຢູ່
ຕາມທີ່ບັນທຶກໄວ້ໃນພຣະຄໍາຂອງພຣະອົງ,ຮາເລລູຢາ
ມີພຽງແຕ່ເມື່ອທ່ານແນມເບິ່ງແລະມີຊີວິດ
   (“Look and Live” by William A. Ogden, 1841-1897).

III. ສາມ ສິ່ງທີ່ຫຼັ່ງອອກມາຈາກການເກີດໃໝ່.

“ຜູ້ໃດເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ຜູ້ນັ້ນກໍບັງເກີດຈາກພຣະເຈົ້າ ແລະທຸກຄົົນທີ່ຮັກພຣະອົງຜູ້ຊົງໃຫ້ກຳເນີດນັ້ນກໍຮັກຄົົນທີ່ບັງເກີດຈາກພຣະ ອົງດ້ວຍ” (1 ໂຢຮັນ 5:1)

ໃຫ້ສັງເກດປະໂຫຍກທີ່ສອງຂອງຂໍ້ພຣະຄໍາພີ“...ແລະທຸກຄົົນທີ່ຮັກພຣະອົງຜູ້ຊົງໃຫ້ກຳເນີດນັ້ນກໍຮັກຄົົນທີ່ບັງເກີດຈາກພຣະອົງດ້ວຍ”(1 ໂຢຮັນ 5:1),ຄວາມຮັກຂອງພີ່ນ້ອງຊາຍ ແລະຍິງໃນຄຣິສຕະຈັກຄືຜົນຂອງການເກີດໃໝ່, ການທົດສອບຂອງການກັບໃຈໃໝ່ແທ້ຄື ການທີ່ພວກເຮົາຮັກຄົນອື່ນໆຊື່ງເປັນຄົນທີ່ກັບໃຈໃໝ່ແທ້ເຊັ່ນດຽວກັນ, ດຣ.ເຈ.ເວີນັນແມັກ ກີ້ໄດ້ກ່າວວ່າ“ທ່ານໄດ້ບັງເກີດໃໝ່ເມື່ອທ່ານໄດ້ວາງໃຈໃນພຣະເຢຊູຄຣິດເຈົ້າ...ແລະຂໍ້ພິສູດກໍຄືວ່າທ່ານຮັກພຣະເຈົ້າ,ທ່ານຮັກ(ພຣະເຈົ້າ)ພຣະບິດາຂອງທ່ານ - ພຣະອົງໃຫ້ເຮົາເກີດ ມາ - ແລະທ່ານກໍຕ້ອງຮັກລູກຂອງພຣະອົງຄົນອື່ນໆເພາະເຂົາຄືພີ່ນ້ອງຊາຍແລະຍິງຂອງ ທ່ານ(Thru the Bible, Thomas Nelson, 1983; note on I John 5:1).

ຂ້າພະເຈົ້າສໍານຶກວ່ານີ້ແມ່ນເຫດຜົນຫຼັກໆທີ່ພວກເຮົາມີຄຣິສຕະຈັກຫຼາຍແຫ່ງບໍ່ຖືກ ກັນ,ແບ່ງແຍກກັນຫຼາຍຢ່າງ,ມີຫຼາຍຄົນອອກໄປຈາກຄຣິສຕະຈັກຕ່າງໆ,ໂດຍສະເພາະແມ່ນຄົນໜຸ່ມສາວ,ສິດຍາພິບານຂອງຂ້າພະເຈົ້າຫຼາຍສິບປີຄື ດຣ.ທິໂມທີລິນ ເພີ່ນໄດ້ຂຽນກ່ຽວ ກັບຄຣິສຕະຈັກທີ່ປະສົບກັບບັນຫາຫຼາຍຢ່າງວ່າ:

ຫຼາຍຄົນໃນຄຣິສຕະຈັກອ້າງຕົນວ່າເປັນຄຣິສຕຽນແຕ່ບໍ່ມີຊີວິດນິລັນດອນ,ພວກເຂົາຕໍ່ສູ້ເພື່ອສິດທິພິເສດແຕ່ຖອຍໜີໄປຈາກຄວາມຮັບຜິດຊອບ,ຢ່າງ ເຊັ່ນພວກສະມາຊິກທີ່ມັກຈະຮັບໃຊ້ຄຣິສຕະຈັກໃນທາງທີ່ຜິດ...ບໍ່ຄອ່ຍດີ ປານໃດທີ່ຜູ້ຄົນມັກຈະອະນຸຍາດໃຫ້ເຊວມະເຮັງ(ທີ່ຜູ້ຄົນຄົ້ນຫາບໍ່ພົບ)ຖືກ ສັກເຂົ້າໄປໃນຮ່າງກາຍຂອງພຣະຄຣິດ,ນີ້ເປັນເຫດຜົນວ່າເປັນຫຍັງ...ຄຣິສຕະຈັກຫຼາຍບ່ອນໃນປະຈຸບັນກໍາລັງທົນທຸກຈາກພະຍາດທີ່ຮ້າຍແຮງຕ່າງໆ (Timothy Lin, Ph.D., The Secret of Church Growth, FCBC, 1992, pp. 38-40).

ດຣ.ລອຍ-ໂຈນໄດ້ເວົ້າເຖິງບັນຫານີ້ເຊັ່ນກັນ,ລາວເວົ້າວ່າ:

ຄວາມຄິດນີ້ທີ່ເພາະຜູ້ຄົນເປັນສະມາຊິກຂອງຄຣິສຕະຈັກແລະເຂົ້າຮ່ວມ ເປັນປົກກະຕິຊື່ງພວກເຂົາຕ້ອງເປັນຄຣິສຕຽນຄືໜື່ງໃນການແກ້ງເຮັດທີ່ ຮ້າຍແຮງແລະຂ້າພະເຈົ້າຂໍແນະນໍາວ່າມັນເປັນເຫດຜົນຫຼັກຂອງສະພາບ (ບໍ່ດີ)ຂອງຄຣິສຕະຈັກໃນປະຈຸບັນນີ້ today (Martyn Lloyd-Jones, M.D., Preaching and Preachers, Zondervan Publishing House, 1981 edition, p. 149).

ຄົນທີ່ບໍ່ເຊື່ອສາມາດມາເປັນສະມາຊິກຂອງຄຣິສຕະຈັກແບັບຕິດແລະຂ່າວປະເສີດ ເກືອບທຸກແຫ່ງໄດ້ໂດຍບໍ່ມີການຖາມຈັກຄໍາຖາມ,ພວກເຂົາຈະຮັບທັນທີເລີຍ, ມີຫຼາຍຄົນບໍ່ ເຄີຍເປັນຄຣິສຕຽນແທ້, ຄືກັບທີ່ດຣ.ລິນໄດ້ກ່າວວ່າພວກເຂົາ“ອ້າງຕົນວ່າເປັນຄຣິສຕຽນແຕ່ ບໍ່ມີຊີວິດອັນຕະຫຼອດໄປເປັນນິດ” ແນ່ນອນລາວໝາຍຄວາມວ່າພວກເຂົາບໍ່ມີ ໂຊອິໄອໂອ ນິໂອ - ບໍ່ມີຊີວິດຂອງພຣະເຈົ້າຢູ່ໃນເຂົາ,ຊີວິດຂອງພຣະເຈົ້າເຂົ້າມາໃນຜູ້ຄົນເມື່ອເຂົາໄດ້ ກັບໃຈເສຍໃໝ່,ຄືກັບທີ່ຂໍ້ພຣະຄໍາພີຂອງເຮົາເວົ້າວ່າພວກເຂົາ“ໄດ້ເກີດຈາກພຣະເຈົ້າ”“ບັງ ເກີດຈາກພຣະເຈົ້າ” ນັກເທດຜູ້ຍິ່ງໃຫຍ່ຈອຊໄວຟິວ(1714-1770)ໄດ້ຮັບຄວາມລອດພາຍ ຫຼັງທີ່ລາວໄດ້ອ່ານປື້ມທີ່ຂຽນໂດຍເຮັນຣີ່ສະກອບກັລທີ່ມີຊື່ວ່າ“ຊີວິດຂອງພຣະເຈົ້າພາຍໃນ ຈິດວິນຍານຂອງມະນຸດ” ຊີວິດຂອງພຣະເຈົ້າໄດ້ໃຫ້ຜູ້ຄົນເກີດໃໝ່ໃນວິນາທີທີ່ເຂົາວາງໃຈ ໃນພຣະເຢຊູ,ພວກເຂົາອາດຈະບໍ່“ຮູ້ສຶກ”ຫຍັງເລີຍ,ແຕ່ຄຣິສຕຽນທີ່ຈະເລີນເຕີບໃຫຍ່ຈະເຂົ້າໃຈວ່າມີບາງສິ່ງບາງຢ່າງແຕກຕ່າງກັບຄົນໃໝ່ທີ່ກັບໃຈໃໝ່,ໜື່ງໃນສິ່ງທີ່ແຕກຕ່າງກໍຄືພວກເຂົາຈະຮັກຄົນອື່ນໆໃນຄຣິສຕະຈັກຊື່ງ “ບັງເກີດຈາກພຣະເຈົ້າ” ຜູ້ທີ່ “ເກີດຈາກພຣະເຈົ້າ”, ພວກເຂົາຈະມີຄວາມຮູ້ສຶກເຫຼົ່ານັ້ນສໍາຫຼັບຄົນທີ່ມີຊີວິດຂອງພຣະເຈົ້າໃນໂຕເຂົາ,ພວກເຂົາ ຈະມີຄວາມຮັກຂອງຄຣິສຕຽນສໍາຫຼັບເຂົາ,ຄວາມຮັກຕໍ່ໂລກທີ່ຫຼົງຫາຍຫຼືສະມາຊິກຄຣິສຕະ ຈັກທີ່ຍັງບໍ່ລອດ,ທີ່ບໍ່ເຂົ້າໃຈ, ດຣ.ລອຍ-ໂຈນກ່າວວ່າ“ພວກເຮົາຕ້ອງການທໍາມະຊາດພຣະ ເຈົ້າຢູ່ກັບເຮົາກ່ອນທີ່ພວກເຮົາຈະສາມາດຮັກຄົນອື່ນໄດ້” (The Love of God, Crossway, 1994, p. 45) ຄືກັບທີ່ອັກຄະສາວົກໂຢຮັນໄດ້ກ່າວໃນຕອນຕົ້ນຂອງຈົດໝາຍຂອງລາວ:

“ເຮົາທັງຫລາຍຮູ້ວ່າ ເຮົາໄດ້ພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ ກໍເພາະເຮົາຮັກພີ່ນ້ອງ ຜູ້ໃດທີ່ບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ” (1 ໂຢຮັນ 3:14)

ຄົນທີ່ຍັງຄົງຢູ່ໃນຖະນະທີ່ຝ່າຍວິນຍານຕາຍແລ້ວ,ພວກເຮົາຂໍອະທິຖານໃຫ້ທ່ານຜ່ານຈາກ ຄວາມຕາຍໄປສູ່ຊີວິດໃນເຊົ້ານີ້, ຈົ່ງເຊື່ອໃນພຣະເຢຊູ,ວາງໃຈໃນພຣະອົງ, ເຊື່ອໝັັ້ນໃນ ພຣະອົງ,ພຣະໂລຫິດຂອງພຣະອົງຈະຊົງລ້າງທ່ານອອກຈາກບາບຂອງທ່ານ, ການຟື້ນຂື້ນ ຈາກຕາຍຂອງພຣະອົງຈະຊົງປະທານຊີວິດໃຫ້ແກ່ທ່ານ,ໃນວິນາທີທີ່ທ່ານຫັນມາຫາພຣະເຢຊູແລະວາງໃຈໃນພຣະອົງພຽງຜູ້ດຽວ - ທ່ານຈະຜ່ານຈາກຄວາມຕາຍໄປສູ່ຊີວິດ, ຝ່າຍວິນ ຍານຂອງທ່ານຈະເປັນໜື່ງດຽວກັນໂດຍຄວາມຮັກທີ່ບໍລິສຸດກັບຄົນທີ່ຢູ່ຖ້າມກາງເຮົາຜູ້ຊື່ງ ໄດ້ວາງໃຈໃນພຣະເຢຊູຄຣິດເຊັ່ນດຽວກັນ.

“ແລະເຂົາຈະຮູ້ວ່າເຮົາເປັນຄຣິສຕຽນໂດຍຄວາມຮັກຂອງເຮົາ,ໂດຍຄວາມ ຮັກຂອງເຮົາ,ແມ່ນແລ້ວເຂົາຈະຮູ້ວ່າເຮົາເປັນຄຣິສຕຽນໂດຍຄວາມຮັກຂອງເຮົາ (Chorus by Peter R. Scholtes, 1938-2009).

ຂ້າພະເຈົ້າຫວັງວ່າເລື່ອງແບບນັ້ນຈະເປັນປະສົບການຂອງທ່ານໃນໄວໆນີ້! ຈົ່ງ ວາງໃຈໃນພຣະເຢຊູ, ພຣະອົງຈະຊົງຊໍາລະທ່ານຈາກຄວາມບາບໂດຍພຣະໂລຫິດທີ່ພຣະ ອົງຊົງຫຼັ່ງລົງມາເທິງໄມ້ກາງແຂນ, ພຣະອົງຈະຊ່ວຍທ່ານໃຫ້ພົ້ນຈາກບາບແລະປະທານຊີ ວິດນິລັນດອນໃຫ້ທ່ານ - ແມ່ນກະທັ່ງຊີວິດຂອງພຣະເຈົ້າ! ທ່ານຈະເກີດໃໝ່ອີກເທື່ອໜື່ງ, ເກີດຈາກເບື້ອງເທິງ!

ຂໍໃຫ້ຂ້າພະເຈົ້າຈົບບົດເທດນີ້ໂດຍການເຕືອນສະຕິພວກທ່ານໃນເລື່ອງຂອງ“ໂອລີ ເວີທະວິສທ໌” ໂອລີເວີເປັນເດັກກໍາພ້າຜູ້ຊາຍໂຕນ້ອຍໆອາຍຸປະມານ 9 ຫຼື 10 ປີ,ແມ່ຂອງ ລາວຕາຍຍ້ອນຄອດລາວມາແລະລາວກໍບໍ່ມີພີ່ນ້ອງຄົນອື່ນໆເລີຍ, ລາວເປັນເດັກກໍາພ້າ - ໂດ່ດດຽວໃນໂລກພຽງລໍາພັງ,ລາວຢູ່ໃນສູນລ້ຽງເດັກກໍາພ້າໃນປະເທດອັງກິດໃນສະຕະວັດທີ່19, ລາວອຶດຢາກ,ພວກເຂົາພຽງແຕ່ເອົາຖ້ວຍນ້ອຍໆທີ່ມີນໍ້າແກງແປ້ງເຂົ້າໂອດໃຫ້ເປັນ ອາຫານແລງທຸກໆຄືນ,ເດັກນ້ອຍຄົນໆທີ່ຢູ່ໃນໂຕະຂອງໂອລີເວີຊຶມໃສ່ຫູລາວວ່າ “ໄປຂໍຕື່ມ ອີກ” ສຸດທ້າຍເພາະບໍ່ຢາກຕາຍຍ້ອນຄວາມຫິວເດັກນ້ອຍຄົນນີ້ຈື່ງເອົາຖ້ວຍນ້ອຍຂອງຕົນ ຍ່າງໄປຫາຜູ້ຊາຍທີ່ໂຕໃຫຍ່ອ້ວນທີ່ຮັບຜິດຊອບ,ຜູ້ຊາຍໂຕໃຫຍ່ຄົນນັ້ນແນມລົງມາເບິ່ງລາວແລ້ວເວົ້າວ່າ“ເຈົ້າຕ້ອງການຫຍັງ?” ໃນສຽງທີ່ພິລຶກ,ໂອລີເວີກໍຕອບວ່າ “ທ່ານເອີຍ ຂ້າ ນ້ອຍຂໍຕື່ມອີກແດ່” ຊາຍໂຕໃຫຍ່ຕອບວ່າ “ແມ່ນຫຍັງ?” ເດັກກໍຕອບວ່າ“ທ່ານເອີຍ ຂ້າ ນ້ອຍຂໍຕື່ມອີກແດ່” ຊາຍໃຫຍ່ຄົນນັ້ນກໍຮ້ອງວ່າ“ແມ່ນຫຍັງ? ເຈົ້າຕ້ອງການແມ່ນຫຍັງຕື່ມ ອີກ? ຕື່ມອີກ! ເຈົ້າຕ້ອງການຕື່ມອີກ!” ໂອລີເວີຈື່ງຖືກຕີແລະຂັງໃສ່ໂຊ້,ພວກເຂົາເອົາລາວ ໄປຖີ້ມ,ອີກສອງມື້ລາວກໍຖືກສົ່ງອອກໄປເຮັດວຽກຈັດການມ້ຽນສົບ,ຊື່ງເຮັດໃຫ້ລາວນອນໃນຫ້ອງມືດ,ຢູ່ກ້ອງໂລງສົບ.

ຖ້າພວກທ່ານຫາກເຄີຍອ່ານໜັງສືທີ່ຂຽນໂດຍດິກເຄນຊ໌ ຫຼືຖ້າທ່ານຫາກເຄີຍເບິ່ງ ໜັງໃນປີ 1948,ພວກທ່ານກໍຈະບໍ່ເຄີຍລືມສາກນັ້ນເດັດຂາດ - ບ່ອນທີ່ຜູ້ຊາຍໂຕໃຫຍ່,ຕຸ້ຍ

“ຜູ້ຊ່ວຍບາດຫຼວງ”ປະຕິເສດທີ່ຈະເອົານໍ້າແກງເຂົ້າໂອດໃຫ້ເດັກທີ່ອຶດຢາກຄົນນັ້ນກິນ.

ຂ້າພະເຈົ້າຢ້ານວ່າພວກທ່ານບາງຄົນຈະຄິດເຖິງພຣະເຢຊູໃນແບບນັ້ນ, ທ່ານຄິດ ວ່າພຣະອົງໂຫດຮ້າຍແລະໃຈແຂງ, ທ່ານຄິດວ່າພຣະອົງບໍ່ຢາກມອບຄວາມລອດໃຫ້ແກ່ ທ່ານ,ພວກທ່ານຄິດຜິດຫຼາຍ! ພຣະຄຣິດຊົງຮັກພວກທ່ານ! ພຣະອົງຊົງພ້ອມແລ້ວທີ່ຈະ ມອບທຸກສິ່ງທີ່ທ່ານຕ້ອງການ - ແລະຕື່ມອີກ! ພຣະເຢຊູກ່າວວ່າ “ຈົ່ງມາຫາເຮົາ...ແລະ ເຮົາຈະໃຫ້ທ່ານຫາຍເມື່ອຍເປັນສຸກ”(ມັດທາຍ 11:28),ພຣະເຢຊູຊົງກ່າວວ່າ “ເຮົາມອບຊີ ວິດອັນຕະຫຼອດໄປເປັນນິດໃຫ້ແກ່ເຂົາ”(ໂຢຮັນ 10:28),ພຣະເຢຊູຊົງກ່າວ່າ “ເຮົາຈະໃຫ້ຜູ້ ນັ້ນດື່ມຈາກບໍ່ນໍ້າພຸໂດຍບໍ່ຕ້ອງເສຍອັນໃດເລີຍ”(ພະນິມິດ 21:6).

ພຣະເຢຊູຈະຊົງປະທານຄວາມລອດໃຫ້ແກ່ທ່ານລ້າໆ, ພຣະອົງຈະປະທານຊີວິດ ແລະສັນຕິສຸກໃຫ້ແກ່ທ່ານ,ພຣະອົງຈະຊົງປະທານຄວາມລອດຈາກບາບແກ່ທ່ານ, ພຣະອົງ ຈະຊົງປະທານຊີວິດນິລັນດອນໃຫ້ແກ່ທ່ານ, ສິ່ງທີ່ທ່ານຈະຕ້ອງເຮັດກໍຄືວາງໃຈໃນພຣະອົງ ຈົ່ງແນມເບິ່ງພຣະອົງແລະລອດ.

ຈົ່ງເບິ່ງແລະມີຊີວິດພີນ້ອງຂອງຂ້າຈົ່ງມີຊີວິດ
ຈົ່ງແນມເບິ່ງພຣະເຢຊູດຽວນີ້ແລ້ວມີຊີວິດຢູ່
ຕາມທີ່ບັນທຶກໄວ້ໃນພຣະຄໍາຂອງພຣະອົງ,ຮາເລລູຢາ
ມີພຽງແຕ່ເມື່ອທ່ານແນມເບິ່ງແລະມີຊີວິດ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວພຣຸດໂຮມ:1 ໂຢຮັນ 4:7-11;3:11-14.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
   “Blest Be the Tie” (by John Fawcett, 1740-1817)/
   “They’ll Know we are Christians by our Love” (by Peter R. Scholtes, 1938-2009).

ໂຄງຮ່າງບົດເທດສະໜາ

ການເກີດໃໝ່ - ເຊື່ອມຕໍ່ຄວາມຮັກຂອງຄຣິສຕຽນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຜູ້ໃດເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ຜູ້ນັ້ນກໍບັງເກີດຈາກພຣະເຈົ້າ ແລະທຸກຄົົນທີ່ຮັກພຣະອົງຜູ້ຊົງໃຫ້ກຳເນີດນັ້ນກໍຮັກຄົົນທີ່ບັງເກີດຈາກພຣະອົງດ້ວຍ”(1 ໂຢຮັນ 5:1)

(ຕີໂຕ 3:5)

I.   ໜື່ງ ຄໍາວ່າ“ເຊື່ອ”ໝາຍເຖິງຫຍັງໃນຫົວຂໍ້ພຣະຄໍາພີ. 1 ໂຢຮັນ 5:1ກ; ລູກາ 4:41.

II.  ສອງ ໃຜທີ່ວາງໃຈໃນພຣະເຢຊູໄດ້ບັງເກີດໃໝ່,ເກີດຈາກພຣະເຈົ້າ. 1 ໂຢຮັນ 3:9.

III. ສາມ ສິ່ງທີ່ຫຼັ່ງອອກມາຈາກການເກີດໃໝ່. 1 ໂຢຮັນ 5:1ຂ; 3:14; ມັດທາຍ 11:28;
ໂຢຮັນ 10:28; ພະນິມິດ 21:6.