Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຊົງເລືອກ

ELECTION
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 1/2/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, February 1, 2015

“ຝ່າຍຄົນຕ່າງຊາດເມື່ອໄດ້ຍິນຢ່າງນັ້ນກໍມີຄວາມຍິນດີ ແລະໄດ້ສັນເສີນພຣະຄໍາຂອງອົງພຣະຜູ້ເປັນເຈົ້າ ແລະຄົນທັງຫລາຍທີ່ຊົງໝາຍໄວ້ແລ້ວເພື່ອໃຫ້ໄດ້ຊີວິດນິລັນດອນກໍໄດ້ເຊື່ອຖື” (ກິດຈະການ 13:48)


ໃນການເດີນທາງຂອງພວກເຂົາເປົາໂລແລະຜູ້ຮ່ວມເດີນທາງຂອງລາວໄດ້ໄປເມືອງອັນທິໂອກໃນແຂວງປິຊິເດຍຂອງພວກໂລມ,ພວກເຂົາໄດ້ເຂົ້າໄປໃນທໍາມະສາລາ, ພວກຜູ້ ນໍາໃນທໍາມະສາລານັ້ນຈື່ງເຊີນໃຫ້ເປົາໂລເທດສະໜາ, ເມື່ອພວກຜູ້ອາວຸໂສຊາວຢິວໄປທີ່ ເມືອງອັນທິໂອກເຂົາກໍຈະເຊີນໃຫ້ເວົ້າອັນໃດອັນໜື່ງຕາມປະເພນີ, ພວກເຂົາຕ້ອງການໄດ້ ຍິນກ່ຽວກັບສິ່ງທີ່ເກີດຂື້ນຢູ່ໃນຈຸດສູນກາງສາສະໜາແຫ່ງເມືອງເຢລູຊາເລັມ, ອັນນີ້ໄດ້ເປີດ ໂອກາດແກ່ເປົາໂລທີ່ຈະເທດສະໜາ,ເປົາໂລຈື່ງຢືນຂື້ນແລ້ວເລີ່ມເວົ້າ,ລາວໄດ້ເລົ່າປະຫວັດສາດຂອງອິດສະຣາເອນ,ລາວເວົ້າເຖິງການມາຂອງພຣະເຢຊູ,ການຕາຍເທິງໄມ້ກາງແຂນ ຂອງພຣະອົງ,ການຟື້ນຂື້ນຈາກຕາຍຂອງພຣະອົງ,ເມື່ອເປົາໂລເທດແລ້ວກໍມີພວກຢິວບາງ ຄົນແລະ ພວກຕ່າງຊາດຫຼາຍຄົນທີ່ປ່ຽນມານັບຖືສາສະໜາຢູດາມີຄວາມສົນໃຈຫຼາຍໃນ ການຟັງຂ່າວປະເສີດເພີ່ມຕື່ມ.

ໃນວັນສະບາໂຕຕໍ່ມາເກືອບໝົດທັງເມືອງໄດ້ມາຟັງເປົາໂລເທດສະໜາຂ່າວດີເລື່ອງແຫ່ງຄວາມລອດ.

“ຝ່າຍຄົນຕ່າງຊາດເມື່ອໄດ້ຍິນຢ່າງນັ້ນກໍມີຄວາມຍິນດີ ແລະໄດ້ສັນເສີນພຣະຄໍາຂອງອົງພຣະຜູ້ເປັນເຈົ້າ ແລະຄົນທັງຫລາຍທີ່ຊົງໝາຍໄວ້ແລ້ວເພື່ອໃຫ້ໄດ້ຊີວິດນິລັນດອນກໍໄດ້ເຊື່ອຖື” (ກິດຈະການ 13:48)

ແນ່ນອນ“ຄົນທັງຫລາຍທີ່ຊົງໝາຍໄວ້ແລ້ວເພື່ອໃຫ້ໄດ້ຊີວິດນິລັນດອນກໍໄດ້ເຊື່ອຖື” ພຣະເຈົ້າໄດ້ຊົງເລືອກຄົນເຫຼົ່ານີ້ລ່ວງໜ້າມາແລ້ວ, ຕອນນີ້ພຣະເຈົ້າຊົງຊັກນໍາເຂົາໃຫ້ມາຫາ ພຣະຄຣິດໂດຍຄວາມເຊື່ອ, ລູກາໄດ້ໃຊ້ປະໂຫຍກຮັບວ່າ“ທີ່ຊົງແຕ່ງຕັ້ງ” -ທີ່ຊົງໝາຍໄວ້ແລ້ວ”ສະແດງໃຫ້ເຫັນວ່າພຣະເຈົ້າຄືຜູ້ທີ່ເຮັດວຽກນີ້,ມີພຽງພຣະເຈົ້າເທົ່ານັ້ນທີ່ໃຫ້ຊີວິດນິລັນ ດອນໄດ້, ນີ້ແມ່ນໜື່ງໃນຄໍາກ່າວທີ່ຊັດເຈນທີ່ສຸດແຫ່ງວຽກທີ່ຊົງອໍານາດອະທິປະໄຕຂອງ ພຣະເຈົ້າໃນການຊ່ວຍຄົນບາບໃຫ້ລອດ, ພຣະເຈົ້າຊົງເລືອກຄົນຊື່ງຈະໄດ້ຮັບຄວາມລອດ, ພຣະອົງຊົງເອີ້ນເຂົາ,ພຣະອົງຊົງຊັກນໍາເຂົາ, ຊົງປ່ຽນແປງພວກເຂົາ “ຄົນທັງຫລາຍທີ່ຊົງໝາຍໄວ້ແລ້ວເພື່ອໃຫ້ໄດ້ຊີວິດນິລັນດອນກໍໄດ້ເຊື່ອຖື” ດຣ.ດັບໂບຢູ.ເອ.ຄຣິສແວວໄດ້ເວົ້າ ເຖິງຂໍ້ພຣະຄໍາພີນີ້ວ່າ:

ຄົນເຫຼົ່ານັ້ນທີ່ບໍ່ຖືກແຕ່ງຕັ້ງເຖິງຊີວິດນິລັນດອນກໍບໍ່ເຊື່ອ ຄົນທີ່ຖືກເລືອກແລ້ວກໍໄດ້ເຊື່ອຖື(“Election: God’s Sovereign Purpose Achieved”)

ມັນງ່າຍໆແບບນັ້ນແລະ! ຫຼັກຄໍາສອນເລື່ອງການຊົງເລືອກແມ່ນຫຼັກຄໍາສອນຂອງພຣະຄໍາພີ ມັນຢູ່ທົ່ວໄປໃນພຣະຄໍາພີ.

ພວກເຮົາອ່ານເລື່ອງຂອງໂນອາອາໄສຢູ່ໃນໂລກແຫ່ງຄວາມເສື່ອມຊາມ,ສັນດານ ຊົ່ວແລະຄວາມບາບທີ່ຊົ່ວຮ້າຍ“ແຕ່ໂນອາໄດ້ພົບພຣະຄຸນໃນສາຍພຣະເນດຂອງພຣະເຈົ້າ” (ປະຖົມມະການ 6:8) ໂນອາກັບຄອບຄົວຂອງລາວໄດ້ຮັບຄວາມພົ້ນຈາກນໍ້າຖ້ວມໃຫຍ່ ເພາະພຣະເຈົ້າຊົງເລືອກພວກເຂົາແລະຊ່ວຍເຂົາໃຫ້ພົ້ນໂດຍພຣະຄຸນ,ນັ້ນແລະຄືການຊົງ ເລືອກ.

ພວກເຮົາອ່ານເລື່ອງຂອງອັບຣາຮາມຊື່ງຖືກເອີ້ນອອກມາຈາກເມືອງເອີຂອງຊາວ ເຄວເດຍ,ໜື່ງໃນເມືອງທີ່ບູຊາຮູບເຄົາລົບຫຼາຍທີ່ສຸດໃນໂລກສະໄໝບູຮານ, ພຣະເຈົ້າຊົງ ເອີ້ນອັບຣາຮາມອອກຈາກເມືອງແຫ່ງຮູບເຄົາລົບນັ້ນແລະຊ່ວຍລາວໃຫ້ລອດພົ້ນແລະເຮັດ ໃຫ້ລາວເປັນຊົນຊາດໃຫຍ່ຊາດໜື່ງ, ນັ້ນແລະຄືການຊົງເລືອກ.

ພວກເຮົາອ່ານເລື່ອງຂອງໂລດທີ່ອາໄສຢູ່ໃນເມືອງໂສໂດມທີ່ບາບໜາ, ເມືອງຖືກ ທໍາລາຍລົງ, ໂລດບໍ່ຢາກອອກໄປຈາກເມືອງ

“ຂະນະທີ່ພວກເຂົາຍັງລໍຊ້າຢູ່ ທູດເຫລົ່ານັ້ນຈຶ່ງຄວ້າຈັບມືລາວ ມືເມຍຂອງລາວແລະມືລູກສາວທັງສອງຂອງລາວ ພຣະເຢໂຮວາຊົງມີຄວາມເມດຕາຕໍ່ລາວ ທູດເຫລົ່ານັ້ນຈຶ່ງນຳລາວອອກມາແລະໃຫ້ລາວຢູ່ທີ່ນອກເມືອງ” (ປະຖົມມະການ 19:16)

ນັ້ນແລະຄືການຊົງເລືອກ! “ແຕ່ເມຍຂອງເຂົາຜູ້ຕາມຂ້າງຫຼັງເຂົາໄດ້ຫຼຽວກັບໄປແນມເບິ່ງ ແລະນາງຈື່ງກາຍເປັນເສົາເກືອ”(ປະຖົມມະການ 19:26) ເປັນຫຍັງມັນຈື່ງເກີດຂື້ນກັບເມຍ ຂອງໂລດ? ລາວບໍ່ແມ່ນໜື່ງໃນຄົນທີ່ຖືກເລືອກ,ນັ້ນແລະຄືເຫດຜົນທີ່ນາງຈິບຫາຍໄປ!

ພວກເຮົາອ່ານເລື່ອງຂອງພວກລູກຫຼານອິດສະຣາເອນທີ່ເປັນທາດໃນປະເທດອີຢິບ,ພຣະເຈົ້າກໍຊົງໃຊ້ໂມເສດໄປເພື່ອຊ່ວຍເຂົາ,ໃນພຸ່ມໄມ້ທີ່ໄໝ້ຢູ່ໃນຖີ່ນທຸລະກັນດານພຣະເຈົ້າກ່າວກັບໂມເສດວ່າ:

“ແລະເຮົາລົງມາເພື່ອຈະຊ່ວຍເຂົາໃຫ້ລອດພົ້ນຈາກມືຂອງຊາວອີຢິບ ແລະນຳເຂົາອອກຈາກປະເທດນັ້ນ ໄປຍັງແຜ່ນດິນທີ່ອຸດົມກວ້າງຂວາງ ເປັນແຜ່ນດິນທີ່ມີນ້ຳນົມແລະນ້ຳຜຶ້ງໄຫລບໍລິບູນ”(ອົບພະຍົບ 3:8)

ນັ້ນແລະຄືການຊົງເລືອກ! ແລະເລື່ອງນັ້ນກໍຖືກສອນແລ້ວສອນອີກຢູ່ທົ່ວພຣະຄໍາພີເດີມ.

ໃນສະໄໝຂອງຜູ້ທໍານາຍອິດສະຢາ,ຊົນຊາດອິດສະຣາເອນໄດ້ປ່ຽນໄປບູຊາຮູບເຄົາລົບແລະແລະເຮັດຊົ່ວ, ໃນສະໄໝນັ້ນຜູ້ທໍານາຍກ່າວວ່າ:

“ຖ້າພຣະເຢໂຮວາບໍ່ໄດ້ເຫຼືອຄົນໄວ້ໃຫ້ເຮົາແດ່ໜ້ອຍໜື່ງແລ້ວ ພວກເຮົາກໍ ຈະເປັນເໝືອນເມືອງໂສໂດມ ແລະຈະເປັນເໝືອນເມືອງໂກໂມຣາ” (ອິດສະຢາ 1:9)

ມີພຽງໜ້ອຍໜື່ງທີ່ໄດ້ຮັບຄວາມລອດ,ອັນນັ້ນແມ່ນຄົນທີ່ຊົງເລືອກເຊັ່ນກັນ!

ໃນພັນທະສັນຍາໃໝ່ພວກເຮົາໄດ້ອ່ານອີກເທື່ອໜື່ງເຖິງອໍານາດອະທິປະໄຕ, ພຣະ ຄຸນການຊົງເລືອກຂອງພຣະເຈົ້າ, ໃນໜັງສືໂລມພວກເຮົາອ່ານວ່າ:

“ເຊັ່ນນັ້ນແຫລະບັດນີ້ກໍຍັງມີພວກທີ່ເຫລືອຢູ່ຕາມທີ່ໄດ້ຊົງເລືອກໄວ້ໂດຍພຣະຄຸນ...ຖ້າເຊັ່ນນັ້ນຈະເປັນຢ່າງໃດ ພວກອິດສະຣາເອນບໍ່ພົບສິ່ງທີ່ເຂົາສະແຫວງຫາ ແຕ່ຄົົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນເປັນຜູ້ໄດ້ພົບ ແລະຄົນນອກນັ້ນກໍຕາບອດໄປ” (ໂລມ 11:5, 7)

ໃນໜັງສືເອເຟໂຊພວກເຮົາອ່ານວ່າ:

“ພຣະອົງຊົງກຳນົດເຮົາໄວ້ກ່ອນຕາມທີ່ພໍພຣະໄທພຣະອົງໃຫ້ເປັນລູກໂດຍພຣະເຢຊູຄຣິດ... ພຣະອົງໄດ້ຊົງໂປດໃຫ້ເຮົາຮູ້ຄວາມເລິກລັບໃນພຣະໄທຂອງພຣະອົງ ຕາມພຣະເຈດຕະນາລົມຂອງພະອົງຊຶ່ງພຣະອົງຊົງດຳລິໄວ້ໃນພຣະອົງເອງ ປະສົງວ່າເມື່ອເວລາກຳນົດຄົບບໍລິບູນແລ້ວ ພຣະອົງຈະຊົງຮວບຮວມທຸກສິ່ງທັງທີ່ຢູ່ໃນສະຫວັນແລະໃນແຜ່ນດິນໂລກໄວ້ໃນພຣະຄຣິດ ແລະໃນພຣະອົງນັ້ນເຮົາໄດ້ຮັບມໍລະດົກທີ່ຊົງດຳລິໄວ້ຕາມພຣະປະ ສົງຂອງພຣະອົງ ຜູ້ຊົງກະທຳທຸກສິ່ງຕາມທີ່ໄດ້ຊົງຕຶກຕອງໄວ້ສົມກັບພຣະໄທຂອງພຣະອົງ” (ເອເຟໂຊ 1:5, 9-11)

ໃນໜັງສື II ເທສະໂລນິກາ ພວກເຮົາອ່ານວ່າ:

“ພີ່ນ້ອງທັງຫລາຍ ຜູ້ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າ ເຮົາຈຳເປັນຕ້ອງຂອບຄຸນພຣະເຈົ້າເພາະທ່ານຢູ່ສະເໝີ ເພາະວ່າພຣະເຈົ້າໄດ້ຊົງເລືອກທ່ານໄວ້ຕັ້ງແຕ່ເລິມຕົ້ນໃຫ້ເຖິງທີ່ລອດພົ້ນ ໂດຍພຣະວິນຍານຊົງຊຳລະຕັ້ງທ່ານໄວ້ໃຫ້ບໍລິສຸດ ແລະໂດຍທ່ານໄດ້ເຊື່ອຄວາມຈິງ ພຣະອົງໄດ້ຊົງເອີ້ນທ່ານທັງຫລາຍໂດຍທາງຂ່າວປະເສີດຂອງເຮົາ ເພື່ອຈະໄດ້ຮັບສະຫງ່າລາສີຂອງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ” ( II ເທສະໂລນິກາ 2:13-14)

ພຣະເຈົ້າຊົງເລືອກ,ພຣະເຈົ້າຊົງເອີ້ນແລະຊົງເລືອກຄົນຂອງພຣະອົງ, ບໍ່ວ່າພວກ ນັກການເມືອງຈະເວົ້າຫຍັງກໍຕາມຫຼືສານແຫ່ງຊາດຈະເວົ້າອັນໃດ ຫຼືພວກຜູ້ກໍ່ການຮ້າຍຊາວ ມູສະລິມຈະເວົ້າອັນໃດກໍຕາມ ພຣະເຈົ້າໄດ້ຊົງສັນຍາດິນແດນຂອງປະເທດອິດສະຣາເອນຕໍ່ ອັບຣາຮາມແລະເຊື້ອສາຍຂອງລາວຕະຫຼອດໄປເປັນນິດ, ດິນແດນນັ້ນເປັນຂອງພວກເຂົາ, ມັນເປັນເພາະພຣະປະສົງແຫ່ງການຊົງເລືອກຂອງພຣະເຈົ້າທີ່ອິດສະຣາເອນໄດ້ກະຈັດກະ ຈາຍໄປແລະໄດ້ກັບຄືນມາສູ່ແຜ່ນດິນທີ່ພຣະເຈົ້າໄດ້ຊົງປະທານໃຫ້ພວກເຂົາ,ແລະບໍ່ມີຊາດໃດຫຼືຜູ້ກໍ່ການຮ້າຍໃດທີ່ຈະສາມາດເອົາມັນໄປຈາກພວກເຂົາໄດ້,ນັ້ນຄືການຊົງເລືອກ!

ມີບາງຄົນເວົ້າວ່າຖ້າເຈົ້າເຊື່ອໃນການຊົງເລືອກເຈົ້າກໍຈະບໍ່ຊະນະວິນຍານ, ຂ້າພະ ເຈົ້າຄາດວ່າພວກເຂົາເຫັນພວກຄາວິນິສທີ່ບໍ່ອອກໄປຊະນະວິນຍານ, ແຕ່ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າພວກເຂົາບໍ່ແມ່ນພວກຄາວິນິສແທ້,ພວກເຂົາພຽງແຕ່ມີຄວາມເຊື່ອຂອງເຂົາໃນຖານະເປັນ“ປັດຊະຍາ”ອັນໜື່ງເທົ່ານັ້ນ, ຄົນທີ່ເຊື່ອແທ້ໆໃນການຊົງເລືອກໄດ້ກາຍເປັນຜູ້ ຊະນະວິນຍານທີ່ຍິ່ງໃຫຍ່ທີ່ສຸດຜ່ານມາຫຼາຍຍຸກສະໄໝ - ໄວຟິວນັກປະກາດຂ່າວປະເສີດ ຜູ້ຍິ່ງໃຫຍ່,ວິລລ່ຽມແຄຣີມິດຊັນນາຣີໄປຕ່າງແດນ, ອາໂດນິຣໍາຈັດສັນມິດຊັນນາຣີຊາວອາ ເມລິກາຄົນທໍາອິດ, ດຣ.ເດວິດລິຟວິງສະໂຕນອັກຄະສາວົກໄປປະເທດອັຟຣິກາ,ຊີ.ເອັຊ. ສະເປີໂຈນນັກເທດແບັບຕິດຜູ້ຍິ່ງໃຫຍ່ທີ່ສຸດຕະຫຼອດເວລາ - ຄົນເຫຼົ່ານີ້ລ້ວນແຕ່ເຊື່ອໃນ ການຊົງເລືອກ!

ຂ້າພະເຈົ້າໄດ້ເລີ່ມຄຣິສຕະຈັກນີ້ເມື່ອສີ່ສິບປີກ່ອນໃນເດືອນສີ່,ຂ້າພະເຈົ້າບໍ່ເຊື່ອໃນ ເລື່ອງການຊົງເລືອກ,ຂ້າພະເຈົ້າຄິດວ່າທຸກຢ່າງມັນຂື້ນກັບຕົນເອງ,ມັນເກືອບທຸບຂ້າພະເຈົ້າ ລົງທີ່ຕ້ອງແບກຂອງໜັກນັ້ນ! ແຕ່ໃນຂະນະທີ່ຂ້າພະເຈົ້າເລີ່ມເຫັນຄວາມຈິງອັນຍິ່ງໃຫຍ່ ຂອງພຣະຄຸນການຊົງເລືອກຂອງພຣະເຈົ້າ,ວຽກຂອງການປະກາດຂ່າວປະເສີດໄດ້ກາຍມາ ເປັນຄວາມຍິນດີແກ່ຂ້າພະເຈົ້າໃນແບບທີ່ຂ້າພະເຈົ້າຫວັງວ່າມີຕໍ່ພວກທ່ານເຊັ່ນກັນ! ທ່ານບໍ່ ສາມາດລົ້ມເຫຼວໄດ້! ພວກເຮົາໄດ້ອອກໄປຕາມຖະໜົນແລະຫ້າງຂອງເມືອງໃຫຍ່ແລະຊົ່ວ ຊ້ານີ້ - ແລະປັນຍາຂອງມະນຸດອາດຈະເວົ້າວ່າ “ເຈົ້າບໍ່ເຮັດບໍ່ໄດ້ດອກ,ມັນຈະບໍ່ສໍາເລັດ! ທຸກຄົນທີ່ເຈົ້າພາມາໂບດຈະຫາຍໄປ” ແຕ່ອັນນັ້ນແມ່ນສຽງຂອງຊາຕານ! ພຣະຄໍາຂອງ ພຣະເຈົ້າກ່າວວ່າ:

“ແລະຄົນທັງຫລາຍທີ່ຊົງໝາຍໄວ້ແລ້ວເພື່ອໃຫ້ໄດ້ຊີວິດນິລັນດອນກໍໄດ້ເຊື່ອຖື” (ກິດຈະການ 13:48)

ພວກເຮົາລົ້ມເຫຼວບໍ່ໄດ້! ຄົນທີ່ຊົງເລືອກຈະເຂົ້າມາແລະຢູ່! ຄົນທີ່ຊົງເລືອກຈະໄດ້ຮັບຄວາມ ລອດ! ຈົ່ງອອກໄປແລ້ວນໍາພວກເຂົາມາ! ຈົ່ງອອກໄປ! ຈົ່ງອອກໄປ! ຈົ່ງອອກໄປ! ແລະ ພຣະຄຣິດຈະໄດ້ຮັບກຽດທາງພວກເຂົາ! ຄົນທີ່ຊົງເລືອກຈະໄດ້ຮັບຄວາມລອດ!“ພາເຂົາມາ” ໃຫ້ຮ້ອງເພງນີ້:

ພາເຂົາມາ ພາເຂົາມາ
ພາເຂົາເຂົ້າມາຈາກທາງຜິດບາບໜາ
ພາເຂົາມາ ພາເຂົາມາ
ພາຄົນຫຼົງທາງມາຫາພຣະເຢຊູ
(“ພາເຂົາມາ” by Alexcenah Thomas, 19th century).

ພະຍາມານຈະເວົ້າວ່າ “ຈະບໍ່ມີການຟື້ນຟູເດັດຂາດ! ເຈົ້າເຄີຍລອງມາແລ້ວ! ມັນ ຈະບໍ່ເກີດຂື້ນເດັດຂາດ” ແຕ່ໃນແຜນການການຊົງເລືອກຂອງພຣະເຈົ້າມັນສາມາດເກີດຂື້ນ ໄດ້! ແລະຂ້າພະເຈົ້າເຊື່ອວ່າມັນຈະເກີດຂື້ນ! ພຣະເຈົ້າສາມາດເຮັດໃນສິ່ງທີ່ພວກເຮົາເຮັດບໍ່ ໄດ້! ພຣະອົງເຈົ້າໂຜດສົ່ງການຟື້ນຟູມາດ້ວຍເທີນ! ຈົ່ງຮ້ອງມັນ!

ພຣະອົງເຈົ້າໂຜດຊົງການຟື້ນຟູມາ
ພຣະອົງເຈົ້າໂຜດຊົງການຟື້ນຟູມາ
ພຣະອົງເຈົ້າໂຜດຊົງການຟື້ນຟູມາ
ແລະຂໍໃຫ້ມັນເລີ່ມໃນໂຕຂ້າ

ແຕ່ມີຄໍາເຕືອນທີ່ເປັນຕາຢ້ານໃນພຣະຄໍາພີຊື່ງປະຍຸກໃຊ້ກັບພວກເຮົາໃນປະຈຸບັນນີ້ມັນຄື,

“ແຕ່ຄົົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນເປັນຜູ້ໄດ້ພົບມັນ ແລະຄົນນອກນັ້ນກໍຕາບອດໄປ” (ໂລມ 11:7)

“ມັນ”ແນ່ໃສ່ຄວາມລອດ,ແລະຂໍ້ພຣະຄໍາພີກໍປະຍຸກໃຊ້ກັບພວກເຮົາໃນຄຣິສຕະຈັກຂອງເຮົາ

ເປັນຫຍັງຄົນທີ່ຊົງເລືອກຈື່ງໄດ້ຮັບມັນ? ກໍເພາະພຣະເຈົ້າໄດ້ປະທານຫູຂອງເຂົາ ໃຫ້ໄດ້ຍິນແລະຕາຂອງເຂົາໃຫ້ເຫັນ,ພວກເຂົາຟັງຄໍາເທດສະໜາດ້ວຍຄວາມລະມັດລະວັງ, ພວກເຂົາເຫັນຄວາມບາບຂອງເຂົາ, ພວກເຂົາວາງໃຈເຊື່ອໃນພຣະຄຣິດ,ມັນງ່າຍໆແບບ ນັ້ນແລະ“ແລະຄົນນອກນັ້ນກໍຕາບອດໄປ” ຂ້າພະເຈົ້າຫວັງວ່າມັນຈະບໍ່ເກີດຂື້ນກັບທ່ານ,ແຕ່ ຂ້າພະເຈົ້າຢ້ານວ່າມັນຈະເປັນ“ແຕ່ຄົົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນເປັນຜູ້ໄດ້ພົບມັນ ແລະຄົນນອກນັ້ນກໍຕາບອດໄປ”

ພວກທ່ານເຫັນບໍ່ວ່າ“ຄົນນອກນັ້ນ”ເຄີຍໄດ້ຍິນມັນມາແລ້ວ,ດັ່ງນັ້ນພວກເຂົາຈື່ງປິດ ໃຈຂອງເຂົາຕໍ່ມັນ,ພວກເຂົາເຄີຍເຫັນວິດີໂອແຜເປັນຂອງອາຈານວູມແບຣນ,ທີ່ໄດ້ຮັບຈາກ ການເອົາເຫຼັກແດງນາບໃສ່,ທໍລະມານເພື່ອພຣະຄຣິດ, ພວກເຂົາເຄີຍເຫັນມາແລ້ວ,ແລະນັບ ຕັ້ງທີ່ເຂົາເຫັນມັນຈິດໃຈຂອງເຂົາກໍຖືກປິດລົງ, ພວກເຂົາບໍ່ໄດ້ຍິນມັນແລະພວກເຂົາກໍບໍ່ໄດ້ ຄິດໃນສິ່ງທີ່ອາຈານວູມແບຣນເວົ້າເຖິງ!ພວກເຂົາເຄີຍໄດ້ຍິນດຣ.ແຊນເວົ້າເຖິງ-ຫຼາຍເທື່ອ, ແລະສຽງທີ່ເຂົ້າໃຈງ່າຍຂອງຫົວໃຈຂອງລາວ,ຄວາມຊື່ສັດໂປ່ງໃສແລະຄວາມຈິງຈັງຂອງ ບົດເທດສະໜາຂອງລາວບໍ່ໄດ້ແຕະຕ້ອງໃຈເຂົາເລີຍ, ພວກເຂົາເຄີຍໄດ້ຍິນລາວເທດແລະ ອະທິຖານ,ດັ່ງນັ້ນໃຈຂອງເຂົາກໍຖືກປິດຕໍ່ສິ່ງທີ່ລາວເວົ້າ, ພວກເຂົາໄດ້ຍິນຂ້າພະເຈົ້າເທດ -ຫຼາຍຕໍ່ຫຼາຍເທື່ອ,ແລະບໍ່ມີສຽງຟ້າຜ່າຂອງຂ້າພະເຈົ້າສາມາດຊອດກໍາແພງແຫ່ງການຕໍ່ຕ້ານຂອງເຂົາເຂົ້າໄປໄດ້, ພວກເຂົາເຄີຍໄດ້ຍິນການປະໜາມແລະການຂໍຮ້ອງຂອງຂ້າພະເຈົ້າ ແລ້ວ,ແຕ່ຄໍາເທດສະໜາຂອງຂ້າພະເຈົ້າກໍບໍ່ໄດ້ແຕະຕ້ອງເຂົາເລີຍ,ໃຈຂອງເຂົາປິດຕໍ່ສິ່ງທີ່ ຂ້າພະເຈົ້າເທດອອກໄປ.

ແຕ່ຄົນທີ່ຊົງເລືອກບໍ່ເປັນແບບນັ້ນ,ຕອນທີ່ພວກເຂົາໄດ້ຍິນອາຈານວູມແບຣນໃນວິດີໂອນັ້ນ,ພວກເຂົາກໍແທງດ້ວຍຄວາມຢໍາເກງແລະອັດສະຈັນ,ພວກເຂົານັ່ງຟັງລາວຄືກັບວ່າ ລາວເປັນອັກຄະສາວົກເປົາໂລທີ່ຟື້ນມາຈາກໂຊ້ແລະຄຸກມືດຂອງພວກໂຣມັນ,ພວກເຂົາໄດ້ຍິນ ດຣ.ແຊນ ເທດຄືກັບວ່າລາວເປັນທ່ານໝໍລູກາຟື້ນຈາກການພະເຊີນໜ້າກັບພຣະເຈົ້າ, ພວກເຂົາໄດ້ຍິນຄໍາເທດສະໜາຟ້າຜ່າຂອງຂ້າພະເຈົ້າຄືກັບວ່າຂ້າພະເຈົ້າເປັນລູເທີ,ປະກາດຄວາເປັນຕາຢ້ານຂອງພຣະບັນຍັດຂອງພຣະເຈົ້າແລະ ການປອບໃຈທີ່ພົບໄດ້ໃນບາດແຜ ເລືອດໄຫຼຂອງພຣະຄຣິດ.

“ແຕ່ຄົົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນເປັນຜູ້ໄດ້ພົບ ແລະຄົນນອກນັ້ນກໍຕາບອດໄປ” (ໂລມ 11:7)

ກ່ອນທີ່ອາຈານວູມແບຣນຈະຖືກກັກຂັງຢູ່ຄົນດຽວລາວມີໂອກາດໄດ້ເວົ້າກັບນັກ ໂທດຄົນອື່ນໆທີ່ຢູ່ໃນບ່ອນຂັງນັກໂທດການເມືອງຂອງພວກຄອມມູນິດ,ມີຜູ້ຊາຍຄົນໜື່ງຊື່ ສະຕັນຄູເວົ້າກັບລາວວ່າ:

[ຈອຊ]ເບີນາດຊໍຄັ້ງໜື່ງເຄີຍບອກວ່າຜູ້ຄົນທີ່ຖືກຊັກຢາໃນໄວເດັກດ້ວຍຢາຈໍານວນໜ້ອຍຂອງຊາວຄຣິສຕຽນຊື່ງເຮັດໃຫ້ພວກເຂົາບໍ່ຄ່ອຍຈະໄດ້ຈັບສິ່ງທີ່ແທ້ຈິງ(Richard Wurmbrand, In God’s Underground, Living Sacrifice Book Co., 2004 reprint, page 120).

ມັນເຄີຍເກີດຂື້ນຕໍ່ພວກທ່ານບໍ? ພວກທ່ານເຄີຍຖືກຊັກຢາບໍ? ພວກທ່ານເຄີຍໄດ້ຮັບຢາຈໍາ ນວນໜ້ອຍຂອງຊາວຄຣິສຕຽນຊື່ງເຮັດໃຫ້ພວກທ່ານບໍ່ສາມາດໄດ້ຮັບສິ່ງທີ່ແທ້ຈິງເລີຍບໍ?

ເພື່ອທີ່ຈະປະສົບກັບການກັບໃຈໃໝ່ແທ້ພວກທ່ານຕ້ອງເຫັນທຸກສິ່ງດ້ວຍຕາໃໝ່ ແລະໄດ້ຍິນທຸກສິ່ງດ້ວຍຫູໃໝ່, ຄວາມຈິງທີ່ພວກທ່ານອ່ານໃນພຣະຄໍາພີຈະຕ້ອງມີຄ່າຕໍ່ ທ່ານ,ຄວາມສໍາຄັນຂອງຈິດໃຈທ່ານ,ຄວາມບາບຂອງຫົວໃຈຂອງທ່ານ,ຄວາມໜ້າຢ້ານຂອງການແຍກຈາກພຣະຄຣິດເປັນນິດ - ສິ່ງເຫຼົ່ານີ້ຈະຕ້ອງດຶງດູດໃຈຂອງທ່ານໃນຫົນທາງ ໃໝ່ໆ ຫຼື ກໍບໍ່ມີຄວາມລອດເລີຍ.

ດຣ.ເຄແກນກັບຂ້າພະເຈົ້າເຄີຍເຫັນຜູ້ຄົນທີ່ພວກເຮົາຄິດວ່າຈະບໍ່ມີມື້ລອດເລີຍ,ທັນໃດກໍປະເຊີນໜ້າກັບຄວາມບາບຂອງເຂົາແລະໃຈຊົ່ວຂອງເຂົາ, ພວກເຮົາເຄີຍເຫັນເຂົາ ຮ້ອງໄຫ້ເພາະບາບຂອງເຂົາ, ພວກເຮົາໄດ້ເຫັນເຂົາວາງໃຈໃນພຣະເຢຊູ,ພວກເຮົາເຄີຍ ເຫັນເຂົາຂ້າມຜ່ານແດນຂອງໂລກນີ້ແລ້ວປະເຊີນກັບພຣະຄຣິດໂດຍຄວາມເຊື່ອໃນອານາ ຈັກຂອງຝ່າຍວິນຍານ, ພວກເຮົາບໍ່ສາມາດອະທິບາຍຢ່າງມີເຫດຜົນເຖິງຄວາມເຊື່ອກະທັນ ຫັນນີ້ໄດ້,ນີ້ເປັນການປະເຊີນໜ້າລະຫວ່າງມະນຸດກັບພຣະເຈົ້າ, ມັນບໍ່ແມ່ນໝາກຜົນຈາກ ສິ່ງໃດໜື່ງພິເສດທີ່ພວກເຮົາເວົ້າຫຼືເຮັດ,ແຕ່ໃນທັນທີທັນໃດພຣະເຈົ້າໄດ້ເວົ້າໃນໃຈຂອງເຂົາ,ພວກເຂົາຮູ້ສຶກເຖິງຄວາມຊົ່ວແຫ່ງສັນດານບາບຂອງເຂົາ,ພວກເຂົາແລ່ນໄປຫາພຣະຄຣິດ ໂດຍຄວາມເຊື່ອ,ພວກເຂົາຖືກລ້າງໃຫ້ສະອາດຈາກຄວາມຜິດບາບຂອງເຂົາໂດຍພຣະໂລ ຫິດຂອງພຣະອົງ,ພວກເຂົາບັງເກີດໃໝ່ເປັນຂອງພຣະເຈົ້າ,ຕອນນີ້ພວກເຂົາຢູ່ໃນພຣະເຢຊູຄຣິດ, ນີ້ຄືອັດສະຈັນຂອງການກັບໃຈໃໝ່,ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະອົງຈື່ງຫຼັ່ງພຣະ ໂລຫິດຂອງພຣະອົງອອກ - ເພື່ອທີ່ຄວາມບາບຂອງທ່ານຈະໄດ້ຮັບການລ້າງອອກໄປຕະ ຫຼອດເປັນນິດ! ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະອົງຈື່ງຟື້ນຄືນມາຈາກຕາຍ-ເພື່ອປະທານຊີ ວິດໃຫ້ແກ່ທ່ານ.

“ແຕ່ຄົົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນເປັນຜູ້ໄດ້ພົບ ແລະຄົນນອກນັ້ນກໍຕາບອດໄປ” (ໂລມ 11:7)

“ອາຈານ” ບາງຄົນອາດຈະເວົ້າວ່າ “ຂ້ອຍບໍ່ຢາກເປັນຄົນຕາບອດ, ຂ້ອຍຢາກຈະ ເປັນຄົນໜື່ງໃນພວກທີ່ຊົງເລືອກ” ຈາກນັ້ນ “ຈົ່ງເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງ ເລືອກນັ້ນ”(2 ເປໂຕ 1:10),ຢ່າປະຕິເສດພຣະວິນຍານຂອງພຣະເຈົ້າທີ່ກ່າວກັງວານແກ່ ທ່ານແລະເປີດເຜີຍແກ່ທ່ານຕໍ່ໃຈທີ່ສົກກະປົກແລະລໍ້ລວງຂອງທ່ານ, ຢ່າຕໍ່ສູ້ພຣະວິນຍານ ຂອງພຣະເຈົ້າໃນຂະນະທີ່ພຣະອົງຊັກນໍາທ່ານມາຫາພຣະຄຣິດ, ຈົ່ງໂດດລົງຢູ່ໃຕ້ພຣະໂລ ຫິດທີ່ຫຼັ່ງອອກມາຂອງພຣະອົງ.

ແມ່ຂອງຂ້າພະເຈົ້າເຄີຍເຂົ້າອອກຈາກໂບດເປັນເວລາຫຼາຍເທື່ອໃນຊີວິດຂອງເພີ່ນ, ແມ່ນຄວາມຄິດຂອງລາວຖືກໝອກໜາແລະ ຄວາມບໍ່ຊັດເຈນກ່ຽວກັບຂ່າວປະເສີດບັງໄວ້, ລາວບໍ່ສາມາດເຂົ້າໃຈມັນໄດ້,ມັນເບິ່ງຄືແປກປະຫຼາດໃນໃຈຂອງລາວ,ລາວເປັນຄົນຫຼົງຫາຍຫຼັງຈາກນັ້ນລາວໄດ້ຍິນລູກຊາຍສອງຄົນຂອງຂ້າພະເຈົ້າຮ້ອງເພງຢູ່ສວນຫຼັງບ້ານຂອງພວກ ເຮົາ,ພວກເຂົາອາຍຸໄດ້ພຽງປະມານເຈັດປີ,ລາວໄດ້ຍິນເຂົາຮ້ອງເພງວ່າ:

ຈິດວິນຍານຂອງທ່ານພຣະເຢຊູລ້າງແລ້ວຫຼື?
ເສື້ອຂອງທ່ານສະອາດແລ້ວຫຼື ຂາວເໝື້ອນສໍາລີຫຼື?
ຄືໄດ້ລ້າງໃນໂລຫິດນັ້ນຫຼືບໍ
(“ຈິດວິນຍານຂອງທ່ານພຣະເຢຊູລ້າງແລ້ວຫຼື”ໂດຍ
   Elisha A. Hoffman, 1839-1929).

ລາວອອກຄວາມເຫັນຕໍ່ເລື່ອງນີ້ກັບຂ້າພະເຈົ້າຕໍ່ມາໃນມື້ນັ້ນວ່າ“ ເປັນເພງທີ່ແປກປະຫຼາດ ສໍາຫຼັບເດັກໂຕນ້ອຍໆທີ່ຈະຮ້ອງມັນ ‘ຈິດວິນຍານຂອງທ່ານພຣະເຢຊູລ້າງແລ້ວຫຼື’ເປັນເພງ ທີ່ແປກປະຫຼາດ”

ເວລາຕໍ່ມາອີກບໍ່ດົນ,ມັນບໍ່ເບິ່ງຄືແປກສໍາຫຼັບເພີ່ນອີກຕໍ່ໄປ,ລາວໄດ້ມາຫາພຣະຄຣິດແລະໄດ້ກັບໃຈໃໝ່, ລາວບອກກັບຂ້າພະເຈົ້າວ່າ “ພຣະເຢຊູມີອີຫຼີໂຣເບີດ,ຕອນທີ່ພຣະອົງ ມາແມ່,ພຣະອົງຊົງກິ່ນຫອມສະອາດແລະສົດຊື່ນຫຼາຍ” ຂ້າພະເຈົ້າບໍ່ເຄີຍໄດ້ຍິນຜູ້ໃດເວົ້າ ແບບນັ້ນມາກ່ອນ,ຂ້າພະເຈົ້າບໍ່ເຄີຍອ່ານເຈີຈັກເທື່ອ, ຂ້າພະເຈົ້າບໍ່ຮູ້ຈັກຜູ້ໃດທີ່ມີປະສົບການ ໃນການກັບໃຈໃໝ່ແບບນັ້ນມີແຕ່ແມ່ຜູ້ດຽວ, ແມ່ນອັນນັ້ນແມ່ນປະສົບການແມ່ຂອງຂ້າພະ ເຈົ້າຕອນທີ່ລາວໄດ້ມາຫາພຣະເຢຊູໂດຍຄວາມເຊື່ອ, ລາວຖືກ“ລ້າງໃນພຣະໂລຫິດຂອງ ພຣະເຢຊູ” ແລ້ວ.

ພວກທ່ານຕ້ອງບໍ່ຄາດຫວັງວ່າເຫດການແບບດຽວກັນຈະເກີດຂື້ນກັບທ່ານ - ແຕ່ ເມື່ອທ່ານມາຫາພຣະເຢຊູໂດຍຄວາມເຊື່ອ,ເຊັ່ນກັນທ່ານກໍຈະຖືກລ້າງໃນໂລຫິດຂອງພຣະ ເມສານ້ອຍຂອງພຣະເຈົ້າຊື່ງໄດ້ຍົກເອົາຄວາມຜິດບາບຂອງໂລກໄປເສຍ, ເຖິງແມ່ນວ່າ ທ່ານຈະບໍ່ມີປະສົບການທີ່ລາວມີກໍຕາມ, ພຣະເຢຊູຊົງສັນຍາວ່າ“ເຈົ້າຈະສະແຫວງຫາເຮົາ ແລະພົບເຮົາເມື່ອເຈົ້າສະແຫວງຫາເຮົາດ້ວຍສຸດໃຈຂອງເຈົ້າ”(ເຢເລມີ 29:13),ເມື່ອທ່ານ ວາງໃຈໃນພຣະເຢຊູ, ທ່ານກໍຖືກເປີດເຜີຍໃນຖານະເປັນຄົນໜື່ງທີ່ຊົງເລືອກແລ້ວເຊັ່ນກັນ! ຂໍເຊີນ ດຣ.ແຊນ ມາອະທິຖານເພື່ອຄົນທີ່ຈະວາງໃຈເຊື່ອພຣະເຢຊູໃນມື້ນີ້ແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄໍາພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ກິດຈະການ 13:44-48
ເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“I’ve Found a Friend” (by James G. Small, 1817-1888).