Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໜັງສືຕ່າງໆແລະໜັງສືເຫຼັ້ມໜື່ງ

(ບົດເທດສະໜາເລື່ອງການພິພາກສາຄັ້ງສຸດທ້າຍ)
THE BOOKS AND THE BOOK
(A Sermon on the Last Judgment)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 25/1/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, January 25, 2015

“ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຍືນຢູ່ຈຳເພາະພຣະພັກພຣະເຈົ້າ ແລະຫນັງສືຕ່າງໆກໍເປີດອອກ ຫນັງສືອີກມ້ວນໜຶ່ງກໍເປີດອອກດ້ວຍ ຄືຫນັງສືແຫ່ງຊີວິດ ແລະຜູ້ທີ່ຕາຍໄປແລ້ວກໍຖືກພິພາກສາຕາມຂໍ້ຄວາມທີ່ຈາລຶກໄວ້ໃນຫນັງສືເຫລົ່ານັ້ນ ຕາມທີ່ເຂົາໄດ້ກະທຳ ທະເລກໍສົ່ງຄືນຄົນທັງຫລາຍທີ່ຕາຍໃນທະເລ ຄວາມຕາຍແລະນາລົກກໍສົ່ງຄືນຄົນທັງຫລາຍທີ່ຢູ່ໃນທີ່ເຫລົ່ານັ້ນ ແລະຄົນທັງຫລາຍກໍຖືກພິພາກສາຕາມການກະທຳຂອງຕົນໝົດທຸກຄົນ ແລ້ວຄວາມຕາຍແລະນາລົກກໍຖືກໂຍນຖິ້ມລົງໄປໃນບຶງໄຟ ນີ້ແລະເປັນຄວາມຕາຍເທື່ອທີ່ສອງ” (ພະນິມິດ 20:12-14)


ຕອນທີ່ຂ້າພະເຈົ້າກັບເມຍແຕ່ງງານກັນໃໝ່ໆພວກເຮົາກໍໄປປະເທດອິດສະຣາເອນ,ຕອນຂາກັບພວກເຮົາກໍແວ່ໄປນະຄອນໂລມສອງສາມມື້,ຖ້າມກາງສະຖານທີ່ຕ່າງໆພວກເຮົາກໍໄດ້ໄປນະຄອນວາຕີກັນ, ໄປວິຫານນັກບຸນເປໂຕບ່ອນທີ່ສັນຕະປະປາຄວບຄຸມຢູ່ແລະ ເປັນບ່ອນທີ່ຊັບສົມບັດທາງສິນລະປະຫຼາຍສະຕະວັດວາງຢູ່, ຂ້າພະເຈົ້າຢາກຈະເຫັນເພ ດານວິຫານຊິສທີນສະເໝີ,ຢູ່ຫັ້ນມີເຊວອັງເຈໂລ (1475-1564) ໄດ້ສ້າງໜື່ງໃນຊິ້ນສ່ວນຂອງ ສິນລະປະໜື່ງທີ່ຍິ່ງໃຫຍ່ທີ່ສຸດໃນໂລກ,ມັນສະແດງໃຫ້ເຫັນເຖິງຍຸກສະໄໝທີ່ດີຂອງພຣະຄໍາພີ,ການຊົງສ້າງຂອງມະນຸດ,ການລົ້ມລົງຂອງມະນຸດ, ພໍ່ແມ່ຄູ່ທໍາອິດຂອງເຮົາຖືກໄລ່ອອກ ຈາກສວນແລະອື່ນໆຜ່ານທາງພຣະຄໍາພີ,ນັ້ນຄືຮູບແຕ້ມໃສ່ຝາທີ່ຍິ່ງໃຫຍ່ທີ່ປົກຄຸມເພດານ, ສັນຕະປະປາອີກຄົນໜື່ງໄດ້ສັ່ງໃຫ້ມີເຊວອັງເຈໂລຫຸມຝາດ້ານໜ້າດ້ວຍຮູບແຕ້ມໃສ່ຝາຂອງການພິພາກສາຄັ້ງສຸດທ້າຍ,ມັນຄືມຸມມອງໜື່ງທີ່ໜ້າຫວາດສຽວຂອງການທີ່ພຣະເຈົ້າສົ່ງຄົນ ເຫຼົ່ານັ້ນລົງໃຕ້ໂລກຂອງນາລົກ,ໜື່ງໃນຄົນພວກນັ້ນທີ່ກໍາລັງຈົ່ມລົງໃນແປວໄຟຈ້ອງຕາເບິ່ງທ່ານຢູ່ດ້ວຍຄວາມຄວາມຢ້ານຫຼາຍແລະໃບໜ້າທີ່ຕົກຕະລຶງເທິງຂອງລາວ, ຂ້າພະເຈົ້າຢືນ ແນມເບິ່ງຮູບແຕ້ມໃສ່ຝາໃຫຍ່ນັ້ນ,ທີ່ບັນຍາຍເຖິງການພິພາກສາຄັ້ງສຸດທ້າຍຂອງພຣະເຈົ້າ,ຂ້າພະເຈົ້າສົງໄສວ່າມີຈັກເທື່ອທີ່ສັນຕະປະປາຫຼືຄາດິນັລຢືນຢູ່ຕໍ່ໜ້າຂອງຮູບແຕ້ມເຫຼົ່ານັ້ນໃນ ຊ່ວງຫຼາຍຮ້ອຍປີທີ່ຜ່ານມາແລະເທດເລື່ອງການພິພາກສາຄັ້ງສຸດທ້າຍ,ຂ້າພະເຈົ້າຄິດວ່າບໍ່ມີ ຈັກຄົນທີ່ເຮັດແບບນັ້ນ.

ຄຣິສຕະຈັກແບັບຕິດແລະໂປແຕສແຕນຂອງເຮົາຫຼາຍແຫ່ງກໍບໍ່ໄດ້ດີກວ່າ,ຄວາມຈິງແລ້ວພວກເຮົາຂີ້ຮ້າຍລົງຊ້ຳ,ຢ່າງໜ້ອຍເຂົາກໍມີຮູບທີ່ມີຊື່ສຽງໂດ່ງດັງເພື່ອເຕືອນສະຕິຜູ້ຄົນ,ຖ້າມັນຫາກແມ່ນຄຣິສຕະຈັກແບັບຕິດ, ໜື່ງໃນຜູ້ຍິງທີ່ສໍາຄັນເຊັ່ນເປັນເຈົ້າໜ້າທີ່ທີ່ຮັບຜິດ ຊອບໂຮງຮຽນວັນອາທິດຫຼື ເປັນອໍານວຍການຂອງໂຮງຮຽນຄຣິສຕຽນກໍຈະຄິດວ່າມັນຮຸນ ແຮງໂພດ,ເປັນຕາຢ້ານເກີນໄປສໍາຫຼັບເດັກນ້ອຍທີ່ຈະເຫັນມັນ, ບ່າຍມື້ໜື່ງສິດຍາພິບານ ອາດຈະຍ່າງເຂົ້າມາແລ້ວເຫັນວ່າຜູ້ຍິງຄົນນີ້ປ່ອຍໃຫ້ຄົນເຂົ້າມາແລະທາສີໄວໆປົກຄຸມດ້ວຍສີຂາວ! ຮູບແຕ້ມການພິພາກສາຄັ້ງສຸດທ້າຍຂອງມີເຊວອັງເຈໂລຢູ່ເທິງຝາໃນວິຫານຊິສທີນ ເປັນເວລາ 450 ປີມາແລ້ວ, ຂ້າພະເຈົ້າສົງໄສວ່າຜູ້ຍິງໂຮງຮຽນວັນອາທິດຫຼາຍຄົນຈະ ຍອມປ່ອຍໃຫ້ມັນຢູ່ເປັນເວລາສີ່ປີໃນຄຣິສຕະຈັກແບັບຕິດ ຫຼືໃນຄຣິສຕະຈັກຂ່າວປະເສີດ!

ພວກທ່ານຄິດວ່າຂ້າພະເຈົ້າກໍາລັງແຂງກະດ້າງເກີນໄປບໍຕໍ່ແບັບຕິດຂອງເຮົາແລະ ພວກຄຣິສຕະຈັກຂ່າວປະເສີດທັງຫຼາຍ? ຂ້າພະເຈົ້າໜ້າຈະບໍ່ແຂງພຽງພໍເທື່ອ!!!

ເມື່ອໃດຄືຄັ້ງສຸດທ້າຍທີ່ທ່ານໄດ້ຍິນສິດຍາພິບານແບັບຕິດເທດສະໜາເລື່ອງນາລົກ?ເມື່ອໃດຄືຄັ້ງສຸດທ້າຍທີ່ທ່ານໄດ້ຍິນສິດຍາພິບານຂ່າວປະເສີດຫຼືຄາຣິສເມຕິກເທດເລື່ອງນາລົກ? ບໍ່ຕ້ອງສົງໄສເລີຍທີ່ພວກເຮົາບໍ່ປະສົບກັບການຟື້ນຟູລະດັບຊາດເປັນເວລາກວ່າ 150 ປີມາແລ້ວ!

ດຣ.ມາຕິນລອຍ-ໂຈນຄືນັກນັກຮຽນແລະນັກຂຽນທີ່ຍິ່ງໃຫຍ່ໃນເລື່ອງການຟື້ນຟູ, ລາວເວົ້າວ່າ“...ຈົນພວກຜູ້ຊາຍແລະຜູ້ຍິງໃນໂບດຄຣິສຕຽນຖ່ອມໃຈ,ຖ່ອມຕົວລົງແລະລົ້ມ ລົງເທິງດິນຕໍ່ໜ້າຜູ້ບໍລິສຸດແລະຊອບທໍາອົງນີ້,ແມ່ນ ພຣະເຈົ້າຊົງຢາກຮ້າຍ, ຂ້າພະເຈົ້າກໍບໍ່ ເຫັນມີຄວາມຫວັງແຫ່ງການຟື້ນຟູຫຍັງເລີຍ” (Martyn Lloyd-Jones, M.D., Revival, Crossway Books, 1987, p. 42)ນັ້ນແລະເປັນຫຍັງນັກເທດຜູ້ຍິ່ງໃຫຍ່ນີ້ຈື່ງເວົ້າວ່າຂ້າພະເຈົ້າ ຈະຂໍພະຍາຍາມດ້ວຍສຸດຄວາມສາມາດຂອງຂ້າພະເຈົ້າເພື່ອເຕືອນພວກທ່ານເຖິງພາບທີ່ ເປັນຕາຢ້ານຂອງນາລົກ, ຄວາມສໍານຶກຜິດເປັນນິດ,ຄວາມທຸກທໍລະມານເປັນນິດ, ຄວາມເປັນຕາສົມເພດເປັນນິດ,ຄວາມທໍລະມານທີ່ບໍ່ປ່ຽນແປງ, ທຸກຄົນທີ່ພໍໃຈຕົນເອງດ້ວຍການ ເຫັນດ້ວຍແລະເພີດເພີນໄປກັບຂ່າວປະເສີດ,ຊື່ງເປັນຜູ້ທີ່...ບໍ່ເຄີຍປະຖີ້ມສິ່ງອື່ນໃດແລະຮັບ ເອົາມັນທັງຫົວໃຈ” (Lloyd-Jones, Evangelistic Sermons, The Banner of Truth Trust, 1990, p. 161)

ແນ່ນອນຄົນໃດກໍຕາມທີ່ຮູ້ຈັກໜ້ອຍໜື່ງກ່ຽວກັບປະຫວັດສາດຂອງຄຣິສຕຽນກໍຮູ້ຈັກຊື່ຂອງຈອນເວສລີ! ເວສລີ(1703-1791)ເປັນຄົນທີ່ພວກເຮົາອາດຈະເອີ້ນວ່າ“ບາດຫຼວງເອ ພິສໂຄເພລຽນ” ແຕ່ພຣະເຈົ້າຊົງໃຊ້ລາວໃນຖານະເປັນຜູ້ນໍາຄົນໜື່ງຂອງການຟື້ນຟູລະດັບ ຊາດທີ່ໃຫຍ່ທີ່ສຸດໃນປະຫວັດສາດການຕື່ນຂື້ນຂອງນິກາຍເມໂຕດິສ,ຈົ່ງຟັງໃນສິ່ງທີ່ຈອນ ເວສລີເວົ້າເຖິງກ່ຽວກັບນາລົກ.

“ຄົນຊົ່ວ...ຈະຖີ້ມລົງໃນນາລົກ,ແມ່ນແຕ່ທຸກຄົນທີ່ລືມພຣະເຈົ້າ, ພວກເຂົາຈະຖືກ “ລົງໂທດດ້ວຍການທໍາລາຍເປັນນິດຈາກພຣະພັກຂອງພຣະເຈົ້າ ແລະ ຈາກສະຫງ່າລາສີ ແຫ່ງລິດອໍານາດຂອງພຣະອົງ” ພວກເຂົາຈະຖືກໂຍນຖີ້ມໃນ ‘ບຶງໄຟທີ່ໄໝ້ດ້ວຍມາດ’ທີ່ ຕອນຕົ້ນໄດ້ ‘ກຽມໄວ້ສໍາຫຼັບພະຍາມານແລະສະມຸນຂອງມັນ’ ບ່ອນທີ່ພວກມັນຈະກັດລິ້ນ ດ້ວຍຄວາມທໍລະມານແລະເຈັບປວດ,ພວກເຂົາຈະດ່າພຣະເຈົ້າແລະແນມຂື້ນໄປ, ມີພວກ ໝາແຫ່ງນາລົກ - ຄວາມຫຍິ່ງ,ຄວາມຄິດຮ້າຍ,ການແກ້ແຄ້ນ,ຄວາມໂມໂຫ,ຄວາມຢ້ານ ຫຼາຍ,ຄວາມໝົດຫວັງ-ສືບຕໍ່ເຜົາຫົວໃຈຂອງເຂົາ, ບໍ່ມີການຢຸດພັກທັງກາງເວັນແລະກາງ ຄືນມີແຕ່ຄວັນແຫ່ງການທໍລະມານຂອງເຂົາພຸ່ງຂື້ນຕະຫຼອດໄປເປັນນິດ! ເພາະໂຕນອນກໍບໍ່ ຕາຍແລະໄຟກໍບໍ່ດັບ” (John Wesley, M.A., “The Great Assize,” The Works of John Wesley, volume V, Baker Book House, 1979 edition, p. 179).

ໃນສະໄໝທີ່ລາວຕາຍມີແປດສິບພັນຄົນໃນສະມາຄົມເມໂຕດິສພາຍໃຕ້ການເບິ່ງ ແຍງຂອງລາວ(ເຫຼັ້ມດຽວກັນໜ້າ 45),ໃນປີ 1834 ມີສະມາຊິກ 619,771, ນັກປະກາດ ຂ່າວປະເສີດຜູ້ຍິ່ງໃຫຍ່ນີ້ບໍ່ຢ້ານທີ່ຈະເທດສະໜາເລື່ອງນາລົກ,ເຊັ່ນດຽວກັນກັບການກັບໃຈ ໃໝ່ແທ້ຊື່ງເປັນສິ່ງທີ່ຈໍາເປັນສໍາຫຼັບທຸກຄົນທີ່ຈະເຂົ້າໄປໃນແຜ່ນດິນສະຫວັນ, ຄຣິສຕະຈັກ ສະຫະລັດເມໂຕດິສໃນປະຈຸບັນນີ້ກໍາລັງລະລາຍເປັນຝຸ່ນເພາະພວກເຂົາໄດ້ປະຖີ້ມເສັ້ນທາງການເທດສະໜາຂອງເວສລີດົນມາແລ້ວ! ພວກເຂົາຕ້ອງກັບໄປໃຊ້ຫົວຂໍ້ຄໍາເທດສະໜາ ຂອງເວສລີເພື່ອຊ່ວຍນິກາຍຂອງເຂົາໃຫ້ລອດ, ແຕ່ບໍ່ຕ້ອງກັນລົມຫາຍໃຈຂອງທ່ານ! ປະ ຫວັດສາດໄດ້ສະແດງໃຫ້ເຫັນວ່າຄົນທີ່ປະຖີ້ມຄວາມເຊື່ອເກືອບຈະຍັງຄົງປະຖີ້ມຄວາມເຊື່ອຕະຫຼອດ!

ຕອນນີ້ໃຫ້ເຮົາຟັງສະເປີໂຈນ,ດຣ.ຈອນບຣາວເວົ້າເຖິງເລື່ອງສະເປີໂຈນໃນບົດບັນ ຍາຍຢູ່ທີ່ມະຫາວິທະຍາໄລເຢວໃນປີ 1899,ລາວສັນເສີນການຮັບໃຊ້ຂອງສະເປີໂຈນໃນຖາ ນະ“ປະສົບຄວາມສໍາເລັດຢ່າງແນ່ນອນບໍ່ມີໃຜທຽບໄດ້ໃນປະເທດອັງກິດນັບຕັ້ງແຕ່ສະໄໝ ຂອງໄວຟິວແລະເວສລີ” ດຣ.ດັບໂບຢູ.ເອ.ຄຣິສແວວສິດຍາພິບານຂອງຄຣິສຕຈັກເຟີສ ແບັບຕິດແຫ່ງເມືອງດາລັສລັດເທັກຊັສ, ເປັນປະທານເທື່ອທີ່ສອງຂອງຄະນະກໍາມະການ ແບັບຕິດໃຕ້ໄດ້ກ່າວວ່າ“ສະເປີໂຈນຄືໜື່ງໃນເທດທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການແລະຄໍາເທດສະໜາຂອງລາວແມ່ນມີຄວາມກ່ຽວພັນກັບສິ່ງທີ່ກໍາລັງເວົ້າຢູ່ແລະກ່ຽວຂ້ອງກັບທຸກຊົ່ວອາຍຸ ຄົນ” ຕອນນີ້ໃຫ້ເຮົາຟັງໃນສິ່ງທີ່ສະເປີໂຈນຜູ້ຍິ່ງໃຫຍ່ເທດສະໜາກ່ຽວກັບນາລົກ.

“ການພິພາກສາອັນນີ້ຈະຖິ້ມທັງຮ່າງກາຍແລະຈິດວິນຍານລົງໄປໃນບຶງໄຟ...ນາລົກເປັນສະຖານທີ່ພຣະເຈົ້າບໍ່ຢູ່ນໍາ - ສະຖານທີ່ສໍາຫຼັບການພັດທະນາຂອງບາບ,ບ່ອນທີ່ຄວາມ ຫຼົງໄຫຼທຸກຢ່າງບໍ່ມີການບັງຄັບແລະບ່ອນທີ່ຕັນຫາທຸກຢ່າງບໍ່ມີການຈໍາກັດ - ບ່ອນທີ່ພຣະ ເຈົ້າລົງໂທດທັງກາງເວັນແລະກາງຄືນສໍາຫຼັບຄົນທີ່ເຮັດບາບທັງກາງເວັນແລະກາງຄືນ - ບ່ອນທີ່ບໍ່ມີການນອນຫຼືພັກຜ່ອນ,ຫຼືຄວາມຫວັງ - ເປັນບ່ອນທີ່ນໍ້າທຸກຢອດຖືກປະຕິເສດເຖິງ ແມ່ນວ່າຄວາມກະຫາຍຈະເຜົາໄໝ້ລິ້ນກໍຕາມ - ເປັນບ່ອນທີ່ຄວາມພໍໃຈບໍ່ໄດ້ສູດລົມຫາຍ ໃຈ,ບ່ອນທີ່ຄວາມສະຫວ່າງບໍ່ເຄີຍປາກົດຂື້ນ, ບ່ອນທີ່ຄໍາປອບໃຈທຸກຢ່າງບໍ່ເຄີຍໄດ້ຍິນ -ເປັນບ່ອນທີ່ຂ່າວປະເສີດຖືກປະຕິເສດ,ບ່ອນທີ່ຄວາມເມດຕາພັບປີກຂອງມັນລົງແລະຕາຍ...ເປັນບ່ອນແຫ່ງຄວາມໂມໂຫແລະການເຜົາໄໝ້- ເປັນບ່ອນທີ່ຈິນຕະນາການບໍ່ເຄີຍນຶກພາບ ເຫັນ,ຂໍພຣະເຈົ້າຍອມຮັບວ່າມັນເປັນສະຖານທີ່ທີ່ທ່ານຈະບໍ່ມີມື້ເຫັນ...ຄວາມຕາຍ,ຄົນບາບ ແລະການບິນໄປຈາກນາລົກເປັນເລື່ອງທີ່ເປັນໄປບໍ່ໄດ້, ທ່ານຫຼົງຫາຍໄປ,ຈາກນັ້ນກໍນິລັນ ດອນ...ຈົ່ງຄິດ! ຈົ່ງຄິດ! ການເຕືອນອັນນີ້ອາດຈະເປັນຄັ້ງສຸດທ້າຍທີ່ທ່ານຈະໄດ້ຍິນ” C. H. Spurgeon, “The First Resurrection,” The Metropolitan Tabernacle Pulpit, volume VII, Pilgrim Publications, 1986 reprint, p. 352).

ຂ້າພະເຈົ້າສາມາດສືບຕໍ່ແລະເອົາຄໍາອ້າງອີງເລື່ອງນາລົກໂດຍລູເທີ,ບັນຢັນ,ເອັດ ເວີດ,ວິດຟິວ,ມູດີ້,ດຣ.ຈອນອາ.ໄຣສ໌ແລະນັກເທດຜູ້ຍິ່ງໃຫຍ່ຄົນອື່ນໆຜ່ານຫຼາຍສະໄໝມາ ໄດ້,ແຕ່ວ່າອັນນີ້ກໍພຽງພໍແລ້ວ, ຂໍໃຫ້ຂ້າພະເຈົ້າເວົ້າແບບງ່າຍໆວ່າສິດຍາພິບານທີ່ບໍ່ເຄີຍ ເທດເລື່ອງນາລົກບໍ່ແມ່ນຄົນທີ່ສັດຊື່, ບໍ່ຈິງໃຈຕໍ່ພຣະຄໍາພີແລະບໍ່ແມ່ນຄົນທີ່ຜູ້ໃດຄວນຟັງ, ເປັນຫຍັງລະ? ກໍເພາະວ່າລາວບໍ່ໄດ້ເທດສະໜາ“ພຣະດໍາລິທຸກຄໍາຂອງພຣະເຈົ້າ”(ກິດຈະ ການ 20:27), ລາວບໍ່ໄດ້ເທດຄືກັບເປົາໂລຫຼືເປໂຕ, ຫຼືພຣະເຢຊູເອງ - ຊື່ງໄດ້ເທດເລື່ອງ ການພິພາກສາແລະນາລົກຫຼາຍກວ່າຄົນອື່ນໆທີ່ຖືກບັນທຶກໄວ້ໃນພຣະຄໍາພີ, ຢ່າໄປຟັງຄົນ ແບບນັ້ນ! ຖ້າທ່ານບໍ່ສາມາດໄວ້ໃຈເຂົາກ່ຽວກັບການພິພາກສາແລະນາລົກໄດ້ ພວກທ່ານ ຈະສາມາດໄວ້ວາງໃຈລາວກ່ຽວກັບເລື່ອງອັນອື່ນໄດ້ແນວໃດ?

ຕອນນີ້ເປີດໄປໃນຂໍ້ພຣະຄໍາພີ,ແລ້ວເຊີນຢືນຂື້ນໃນເວລາທີ່ຂ້າພະເຈົ້າຈະອ່ານອີກ ເທື່ອໜື່ງ.

“ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຍືນຢູ່ຈຳເພາະພຣະພັກພຣະເຈົ້າ ແລະຫນັງສືຕ່າງໆກໍເປີດອອກ ຫນັງສືອີກມ້ວນໜຶ່ງກໍເປີດອອກດ້ວຍ ຄືຫນັງສືແຫ່ງຊີວິດ ແລະຜູ້ທີ່ຕາຍໄປແລ້ວກໍຖືກພິພາກສາຕາມຂໍ້ຄວາມທີ່ຈາລຶກໄວ້ໃນຫນັງສືເຫລົ່ານັ້ນ ຕາມທີ່ເຂົາໄດ້ກະທຳ ທະເລກໍສົ່ງຄືນຄົນທັງຫລາຍທີ່ຕາຍໃນທະເລ ຄວາມຕາຍແລະນາລົກກໍສົ່ງຄືນຄົນທັງຫລາຍທີ່ຢູ່ໃນທີ່ເຫລົ່ານັ້ນ ແລະຄົນທັງຫລາຍກໍຖືກພິພາກສາຕາມການກະທຳຂອງຕົນໝົດທຸກຄົນ ແລ້ວຄວາມຕາຍແລະນາລົກກໍຖືກໂຍນຖິ້ມລົງໄປໃນບຶງໄຟ ນີ້ແລະເປັນຄວາມຕາຍເທື່ອທີ່ສອງ” (ພະນິມິດ 20:12-14)

ຂໍເຊີນນັ່ງລົງ, ຂໍໃຫ້ທ່ານເປີດພຣະຄໍາພີຂໍ້ນີ້ປະໄວ້

ອັນນີ້ເອີ້ນວ່າ“ການພິພາກສາຄັ້ງສຸດທ້າຍ”ເພາະວ່າບໍ່ມີການພິພາກສາແບບອື່ນອີກແລ້ວຫຼັງຈາກນີ້,ມັນຄືອັນສຸດທ້າຍ, ພຣະຄຣິດຈະປະທັບນັ່ງເທິງບັນລັງໃຫຍ່ສີຂາວ, ກິດຈະ ການ 17:31 ແລະຂໍ້ພຣະຄໍາພີອື່ນໆໄດ້ສະແດງໃຫ້ເຮົາເຫັນວ່າພຣະຄຣິດຈະເປັນຜູ້ຕັດ ສິນ,ພຣະຄຣິດຈະບໍ່ແມ່ນພຣະຜູ້ຊ່ວຍໃຫ້ລອດອີກຕໍ່ໄປ, ວັນເວລາແຫ່ງຄວາມລອດຕອນນີ້ ໄດ້ຈົບລົງແລ້ວ,ພຣະຄຣິດຈະບໍ່ແມ່ນຄົນທີ່ຊ່ວຍຄົນບາບໃຫ້ລອດອີກຕໍ່ໄປ,ຕອນນີ້ພຣະອົງ ຈະຊົງພິພາກສາຄົນບາບຜູ້ຫຼົງຫາຍ,ການພິພາກສາອັນນີ້ຈະບໍ່ກໍານົດວ່າໃຜແດ່ທີ່ລອດແລ້ວແລະໃຜແດ່ທີ່ຍັງບໍ່ລອດ, ນັ້ນແມ່ນການຕັດສິນໃຈໃນຊີວິດນີ້,ຖ້າພວກທ່ານຫາກຕາຍໄປ ໃນຖານະເປັນຄົນທີ່ຫຼົງຫາຍພວກທ່ານກໍຈະຖືກພິພາກສາໃນເວລານີ້ແລະ, ຂໍ້ 12 ເວົ້າເຖິງ ພຽງແຕ່ຄົນທີ່ບໍເຊື່ອເທົ່ານັ້ນ,ຊື່ງກ່າວວ່າ

“ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຍືນຢູ່ຈຳເພາະພຣະພັກພຣະເຈົ້າ ແລະຫນັງສືຕ່າງໆກໍເປີດອອກ ຫນັງສືອີກມ້ວນໜຶ່ງກໍເປີດອອກດ້ວຍ ຄືຫນັງສືແຫ່ງຊີວິດ ແລະຜູ້ທີ່ຕາຍໄປແລ້ວກໍຖືກພິພາກສາຕາມຂໍ້ຄວາມທີ່ຈາລຶກໄວ້ໃນຫນັງສືເຫລົ່ານັ້ນ ຕາມທີ່ເຂົາໄດ້ກະທຳ”(ພະນິມິດ 20:12)

ພວກເຮົາຖືກບອກວ່າຈະມີ“ໜັງສືຕ່າງໆ”ແລະ“ໜັງສືແຫ່ງຊີວິດ” “ໜັງສືຕ່າງໆ” ແມ່ນບັນທຶກ“ການກະທໍາ”ຂອງທ່ານໃນລະຫວ່າງທີ່ມີຊີວິດຢູ່,ຜູ້ທີ່ຕາຍແລ້ວທັງຜູ້ໃຫຍ່ແລະຜູ້ນ້ອຍ[ຈະ]ຢືນຢູ່ຈຳເພາະພຣະພັກພຣະເຈົ້າ(20:12) ເສດຖີແລະຄົນທີ່ມີຊື່ສຽງຈະຢູ່ບ່ອນ ນັ້ນ,“ຜູ້ນ້ອຍ”ກໍຈະຢູ່ບ່ອນນັ້ນເຊັ່ນກັນ, ບໍ່ມີຄົນທີ່ຍັງບໍ່ລອດຄົນໃດທີ່ຈະໜີຈາກການພິພາກ ສາໄດ້, ຄົນທີ່ບໍ່ລອດທີ່ຕາຍແລ້ວຈະຢືນຕໍ່ໜ້າພຣະຄຣິດໃນການພິພາກສາ,ຄົນທີ່ຈົ່ມຫຼືທີ່ຖືກ ຝັງຢູ່ໃນທະເລຈະຟື້ນຄືນມາພ້ອມຮ່າງກາຍຢືນຢູ່ທີ່ນັ້ນ,ສົບຂອງພວກເຂົາຖືກລະລາຍຢູ່ໃນ ນໍ້າທະເລແລ້ວ,ແຕ່ພຣະເຈົ້າຈະເອົາອາຕອມພວກເຂົາໃສ່ນໍາກັນອີກແລະໃຫ້ຮ່າງກາຍເຂົາ ຟື້ນຂື້ນມາເພື່ອພິພາກສາ,ຫຼຸມຝັງສົບໃນໂລກນີ້ຈະເປີດສົບເຂົາຂື້ນແລະນາລົກບ່ອນທີ່ວິນ ຍານທີ່ຫຼົງຫາຍໄປຈະ“ສົ່ງຄົນທີ່ຕາຍແລ້ວຄືນ”ວິນຍານແລະຮ່າງກາຍຂອງເຂົາຈະກັບເຂົ້າ ມາຮ່ວມກັນອີກແລະພວກເຂົາຈະຢືນຢູ່ຕໍ່ໜ້າບັນລັງໃຫຍ່ສີຂາວ,ພຣະເຈົ້າບໍ່ມີບັນຫາຫຍັງໃນການເຮັດແບບນີ້,ພຣະອົງຊົງມີລິດອໍານາດທຸກຢ່າງ, ໃຫ້ເຮົາຟັງຂໍ້ 12 ອີກເທື່ອໜື່ງ.

“ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຍືນຢູ່ຈຳເພາະພຣະພັກພຣະເຈົ້າ ແລະຫນັງສືຕ່າງໆກໍເປີດອອກ ຫນັງສືອີກມ້ວນໜຶ່ງກໍເປີດອອກດ້ວຍ ຄືຫນັງສືແຫ່ງຊີວິດ ແລະຜູ້ທີ່ຕາຍໄປແລ້ວກໍຖືກພິພາກສາຕາມຂໍ້ຄວາມທີ່ຈາລຶກໄວ້ໃນຫນັງສືເຫລົ່ານັ້ນ ຕາມທີ່ເຂົາໄດ້ກະທຳ”(ພະນິມິດ 20:12)

ຖ້າທ່ານຫາກຍັງບໍ່ລອດໃນຕອນນີ້,ໃນຊີວິດນີ້ທ່ານຈະຖືກພິພາກສາ“ຕາມຂໍ້ຄວາມທີ່ຈາລຶກໄວ້ໃນຫນັງສືເຫລົ່ານັ້ນ ຕາມທີ່ເຂົາໄດ້ກະທຳ”ຕາມທຸກສິ່ງທີ່ທ່ານໄດ້ເຮັດໃນຊີວິດນີ້.

ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ“ຊາຍຄົນໜື່ງກ່ອນທີ່ຈະຂາດໃຈຕາຍເວົ້າກັບຂ້າ ພະເຈົ້າວ່າ ‘ນັກເທດເຈົ້າບໍ່ຈໍາເປັນຈະຕ້ອງເວົ້າກັບຂ້ອຍເລື່ອງອະນາຄົດ ຂ້ອຍຈະເລືອກໂອ ກາດຂອງຂ້ອຍເອງ, ຂ້ອຍເຊື່ອວ່າພຣະເຈົ້າຊົງຍຸດຕິທໍາແລະຊອບທໍາ,ຂໍໃຫ້ຂ້ອຍລາຍງານ ການກະທໍາຂອງຂ້ອຍເອງ’”ດຣ.ແມັກກີ້ຕອບວ່າ“ເຈົ້າເວົ້າຖືກແລ້ວ,ພຣະອົງຊົງຍຸດຕິທໍາແລະ ຊອບທໍາແລະພຣະອົງຈະໃຫ້ເຈົ້ານໍາສະເໜີການກະທໍາຂອງເຈົ້າເອງ,ນັ້ນແລະຄືສິ່ງທີ່ພຣະ ອົງຕັດວ່າພຣະອົງກໍາລັງຈະເຮັດ,ແຕ່ຂ້ອຍມີຂ່າວສໍາຫຼັບເຈົ້າ,ໃນການພິພາກສານັ້ນບໍ່ມີຈັກ ຄົນທີ່ລອດແລ້ວເພາະເຈົ້າບໍ່ສາມາດລອດໄດ້ໂດຍການກະທໍາຂອງເຈົ້າ...ການກະທໍານ້ອຍໆຂອງເຈົ້າຈະບໍ່ມີຄວາມໝາຍຍັງອີກຕໍ່ໄປ” ” (Thru the Bible, volume V, Thomas Nelson Publishers, 1983, p. 1060; note on Revelation 20:11).

ແມ່ນ,ທ່ານຈະໄດ້“ຄວາມຍຸດຕິທໍາ” “ໜັງສືຕ່າງໆ”ປະກອບດ້ວຍທຸກສິ່ງທຸກຢ່າງທີ່ ທ່ານໄດ້ເຮັດໃນຊີວິດນີ້, ດຣ.ແມັກກີ້ໄດ້ປຽບທຽບ“ໜັງສືຕ່າງໆ”ກັບວິດີໂອຊີວິດຂອງທ່ານ, ລາວບອກວ່າ“ຊີວິດຂອງທ່ານຢູ່ໃນກະແຊັດວິດີໂອແລະບັງເອີ້ນວ່າພຣະຄຣິດຊົງມີວິດີໂອ ນັ້ນ, ເມື່ອພຣະອົງເປີດມັນທ່ານກໍຈະສາມາດຟັງ[ແລະເບິ່ງ]ມັນໄດ້, ແລະມັນກໍຈະບໍ່ຄ່ອຍດີ ກັບທ່ານປານໃດ, ທ່ານພ້ອມແລ້ວທີ່ຈະຢືນຢູ່ຕໍ່ໜ້າພຣະເຈົ້າແລະໃຫ້ພຣະອົງເປີດວິດີໂອຊີ ວິດຂອງທ່ານບໍ? ຂ້າພະເຈົ້າຄິດວ່າພຣະອົງຈະເປີດມັນຂື້ນໜ້າຈໍໂທລະພາບເພື່ອທີ່ທ່ານຈະ ສາມາດເບິ່ງມັນໄດ້ເຊັ່ນກັນ, ພວກທ່ານຄິດວ່າຊີວິດຂອງຕົນຈະສາມາດຢືນຢັດຕໍ່ການທົດ ສອບໄດ້ບໍ? ຂ້າພະເຈົ້າບໍ່ຮູ້ຈັກກ່ຽວກັບພວກທ່ານ,ແຕ່ຂ້າພະເຈົ້າ[ຈະ]ບໍ່ເຮັດມັນ...ຄືຊາມູ ເອວຈອນສັນ[ຜູ້ຂຽນວັດຈະນານຸກົມຜູ້ຍິ່ງໃຫຍ່]ຜູ້ຊື່ງເວົ້າວ່າ“ທຸກຄົນຮູ້ຈັກຕົວເອງດີຊື່ງເຂົາບໍ່ກ້າທີ່ຈະບອກໃຫ້ໝູ່ທີ່ຮັກທີ່ສຸດຮູ້” ທ່ານຮູ້ຈັກໂຕທ່ານເອງ ແມ່ນບໍ? ທ່ານຮູ້ຈັກສິ່ງທີ່ທ່ານ ໄດ້ປົກປິດໄວ້ແລະປິດວ່າຈະບໍ່ເປີດເຜີຍໃຫ້ຜູ້ໃດໃນໂລກຮູ້ຈັກ, [ພຣະເຈົ້າ]ຈະຊົງນໍາມັນ ອອກມາໃນວັນພິພາກສານີ້ໃນຂະນະທີ່ທ່ານກໍາລັງນໍາສະເໜີ[ຄວາມດີ]ໜ້ອຍໜື່ງຂອງຕົນ,ພຣະອົງຈະຊົງບອກທ່ານກ່ຽວກັບໂຕທ່ານເອງ”(ແມັກກີ້ເຫຼັ້ມດຽວກັນ), ຈາກນັ້ນດຣ.ແມັກກີ້ ກ່າວວ່າ “ການພິພາກສາບັນລັງໃຫຍ່ສີຂາວແມ່ນການພິພາກສາຂອງຄົນທີ່ບໍ່ໄດ້ຮັບຄວາມ ລອດ,[ຜູ້ຄົນ]ເປັນຈໍານວນຫຼວງຫຼາຍຕ້ອງຖືກຕັດສິນໂດຍການກະທໍາຂອງເຂົາ, ນີ້ແມ່ນໂອ ກາດຂອງເຂົາເຈົ້າ, ການພິພາກສາແມ່ນຍຸດຕິທໍາແຕ່ບໍ່ມີໃຜລອດໂດຍການກະທໍາ[ດີ](ເຫຼັ້ມ ດຽວກັນ).

ໃຫ້ສັງເກດວ່າພຣະເຈົ້າຊົງເວົ້າເຖິງ“ໜັງສືຕ່າງໆ”ແລະຫຼັງຈາກນັ້ນພຣະອົງຊົງກ່າວເຖິງ“ໜັງສືແຫ່ງຊີວິດ”,“ໜັງສືແຫ່ງຊີວິດ”ປະກອບດ້ວຍຊື່ຕ່າງໆຂອງທຸກຄົນທີ່ໄດ້ຮັບຄວາມລອດໂດຍພຣະເຢຊູ,ທຸກຄົນທີ່ຖືກ“ໄຖ່ໄປຫາພຣະເຈົ້າໂດຍພຣະໂລຫິດ[ຂອງພຣະຄຣິດ]” ໃນຊີວິດນີ້(ພະນິມິດ 5:9)ພຣະໂລຫິດຂອງພຣະເຢຊູຄຣິດໄດ້ຊົງຊໍາລະລ້າງພວກເຂົາອອກ ຈາກຄວາມຜິດບາບຂອງເຂົາເມື່ອເຂົາໄດ້ວາງໃຈເຊື່ອໃນພຣະເຢຊູໃນຊີວິດນີ້, ຄົນເຫຼົ່ານັ້ນຄື ພວກດຽວເທົ່ານັ້ນທີ່ຊື່ຂອງເຂົາຖືກຈົດໄວ້ໃນ“ໜັງສືແຫ່ງຊີວິດ” ພວກເຂົາເປັນພວກທີ່ສາ ມາດຮ້ອງເພງແລະສັນລະເສີນ“ພຣະອົງຜູ້ໄດ້ຊົງຊຳລະບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ” (ພະນິມິດ 1:5), ມີພຽງຄົນທີ່ລອດໂດຍພຣະເຢຊູໃນຊີວິດນີ້ເທົ່ານັ້ນແລະໄດ້ຊໍາ ລະລ້າງໃຫ້ສະອາດໂດຍພຣະໂລຫິດຂອງພຣະອົງໃນຊີວິດນີ້ເທົ່ານັ້ນ, ມີພຽງຄົນເຫຼົ່ານັ້ນ ເທົ່ານັ້ນທີ່ຊື່ຂອງເຂົາຖືກຈົດໄວ້ໃນ“ໜັງສືແຫ່ງຊີວິດ”ແລ້ວ.

ໃຫ້ສັງເກດວ່າ“ໜັງສືແຫ່ງຊີວິດ”ມີພຽງເຫຼັ້ມດຽວ - ແຕ່ “ໜັງສືຕ່າງໆ”ມີຫຼາຍເຫຼັ້ມ ທີ່ປະກອບດດ້ວຍບັນທຶກເລື່ອງຄວາມບາບຕ່າງໆຂອງຄົນທີ່ຍັງບໍ່ເຄີຍໄດ້ຮັບຄວາມລອດ! ຂ້າພະເຈົ້າຈື່ໄດ້ວ່າໄດ້ຍິນນັກເທດຄົນໜື່ງເວົ້າວ່າ “ມີ ‘ໜັງສືຕ່າງໆ’ຫຼາຍເຫຼັ້ມເພາະຄົນສ່ວນ ຫຼາຍບໍ່ລອດ, ແຕ່ ‘ໜັງສືແຫ່ງຊີວິດ’ພຽງເຫຼັ້ມດຽວເທົ່ານັ້ນເພາະມີຄົນລອດໜ້ອຍຄົນ” ແລະ ຈາກນັ້ນໃຫ້ເຮົາເບິ່ງຂໍ້ທີ່ສິບຫ້າ

“ແລະຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນຫນັງສືແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໄປໃນບຶງໄຟ”(ພະນິມິດ 20:15)

“ບຶງໄຟນາລົກ”ຄືນາລົກອັນຕະຫຼອດໄປເປັນນິດ,ທໍລະມານເປັນນິດ,ທຸກທໍລະມານເປັນນິດ,ພຣະເຢຊູຄຣິດເຈົ້າກ່າວວ່າມີສອງຫົນທາງແລະທຸກຄົນກໍໄປໜື່ງໃນສອງທາງນັ້ນ, ພຣະອົງ ຕັດວ່າ

“ຈົ່ງເຂົ້າໄປທາງປະຕູແຄບ ເພາະວ່າປະຕູໃຫຍ່ແລະທາງກວ້າງນັ້ນນຳໄປເຖິງຄວາມພິນາດ ແລະຄົົນທີ່ເຂົ້າໄປທາງນັ້ນມີຫລາຍ ເພາະວ່າປະຕູຊຶ່ງນຳໄປເຖິງຊີວິດນັ້ນກໍຄັບແລະທາງກໍແຄບ ຜູ້ທີ່ຫາພົບກໍມີນ້ອຍ” (ມັດທາຍ 7:13-14)

ພຣະຄຣິດຕັດວ່າ“ຄົນທີ່ຫາພົບກໍມີໜ້ອຍ[ທາງທີ່ຖືກຕ້ອງ]ຊື່ງນໍາໄປສູ່ຊີວິດ” “ຜູ້ທີ່ຫາພົບກໍມີໜ້ອຍ”ທ່ານຈະເປັນຄົນຈໍານວນໜ້ອຍທີ່ຊື່ຖືກຈົດໄວ້ໃນ“ໜັງສືແຫ່ງຊີວິດ”ບໍ?ຫົນທາງດຽວທີ່ຈະໜີຈາກການພິພາກສາແລະນາລົກໄດ້ - ທາງດຽວເທົ່ານັ້ນ -ກໍຄືໂດຍການວາງໃຈໃນ ພຣະເຢຊູຕອນນີ້ໃນຊີວິດນີ້, ຈົ່ງຫັນຫຼັງໃຫ້ຄວາມບາບແລ້ວຫັນມາຫາພຣະເຢຊູ! ພຣະຄໍາພີກ່າວວ່າ “ຈົ່ງຫັນກັບຈາກທາງຊົ່ວຂອງເຈົ້າ ຍອມຕາຍເຮັດຫຍັງ?”(ເອເສຄຽວ 33:11),ໃນໜັງສືກິດຈະການ “ຄົນເປັນອັນຫຼາຍໄດ້ເຊື່ອຖືແລະກັບມາຫາອົງພຣະຜູ້ເປັນເຈົ້າ”(ກິດຈະການ 11:21) ຈົ່ງຫັນກັບຈາກຄວາມເຫັນແກ່ຕົວຂອງທ່ານ,ທາງບາບຕ່າງໆ-ແລ້ວຫັນມາຫາພຣະເຢຊູເຈົ້າ,

“ໃນພຣະເຢຊູນັ້ນ ເຮົາໄດ້ຮັບການໄຖ່ໂດຍພຣະໂລຫິດຂອງພຣະອົງ ຄືໄດ້ຮັບການອະໄພໂທດບາບຂອງເຮົາ”(ເອເຟໂຊ 1:7)

ພຣະໂລຫິດຂອງພຣະເຢຊູຈະຊົງປົກຄຸມຄວາມບາບທຸກຢ່າງຂອງທ່ານ,ເພື່ອທີ່ພຣະເຈົ້າຈະແນມບໍ່ເຫັນມັນ! ໜັງສືໂລມກ່າວວ່າ:

“ຄົນທັງຫລາຍ...ພຣະເຈົ້າຊົງກົບເກື່ອນບາບຂອງເຂົາແລ້ວກໍເປັນສຸກ” (ໂລມ 4:7)

ພຣະໂລຫິດຂອງພຣະເຢຊູຈະຊົງ“ປົກຄຸມ”ຄວາມບາບຂອງທ່ານເພື່ອທີ່ພຣະເຈົ້າຈະແນມບໍ່ ເຫັນມັນໄດ້! ແລະພຣະໂລຫິດຂອງພຣະເຢຊູຈະຊົງຊໍາລະລ້າງຄວາມບາບຂອງທ່ານອອກ ໄປເພື່ອທີ່ພຣະເຈົ້າຈະບໍ່ມີວັນທີ່ຈະແນມເບິ່ງມັນອີກ! ອີກເທື່ອໜື່ງທີ່ໜັງສືໂລມກ່າວວ່າ:

“ບັດນີ້ເຮົາຈຶ່ງເປັນຄົນຊອບທຳແລ້ວໂດຍພຣະໂລຫິດຂອງພຣະອົງ ຍິ່ງກວ່ານັ້ນ ເຮົາຈະພົ້ນຈາກພຣະພິໂລດໂດຍພຣະອົງ”(ໂລມ 5:9)

ແລະພະນິມິດ 1:5 ບອກວ່າຄົນທີ່ລອດແລ້ວກໍລອດເພາະພຣະເຢຊູຊົງຮັກເຮົາແລະ “ລ້າງ ເຮົາຈາກຄວາມບາບໂດຍພຣະໂລຫິດຂອງພຣະອົງເອງ” ເອແມນ! ສັນລະເສີນພຣະນາມ ຂອງພຣະເຢຊູ! ດຣ.ມາຕິນລອຍ-ໂຈນ ນັກເທດຜູ້ຍິ່ງໃຫຍ່ຊາວເວວສ໌ໄດ້ກ່າວວ່າ:

ວິທີແກ້ໄຂຂອງໂລກທຸກຢ່າງບໍ່ພຽງພໍທີ່ຈະກໍາຈັດຮ້ອຍເປື້ອນ ຂອງບາບຂ້າໄດ້,ແຕ່ນີ້ຄືພຣະໂລຫິດພຣະບຸດຂອງພຣະເຈົ້າ, ບໍ່ມີມົນທິນ,ຮອຍດ່າງແລະຂ້າຮູ້ສຶກໄດ້ວ່ານີ້ເປັນລິດອໍານາດ

     ມີອໍານາດ,ລິດອໍານາດ,ລິດອໍານາດທີ່ອັດສະຈັນ
     ໃນໂລຫິດອັນປະເສີດຂອງພຣະໂຢຊູ
     ພຣະໂລຫິດພຣະອົງສາມາດລ້າງຄົນໂງ່ໃຫ້ສະອາດໄດ້
     ພຣະໂລຫິດພຣະອົງຊົງພ້ອມເພື່ອຂ້າ
      (ຊາລສ໌ ເວສລີ)

ນີ້ຄືການປອບໂຍນແລະການປອບໃຈ. (Martyn Lloyd-Jones, M.D., Fellowship with God, Crossway Books, 1994, p. 144).

ພຣະເຈົ້າຂ້າ ບາບຂ້າມີຫຼວງຫຼາຍດັ່ງຊາຍໃນທະເລ
ແຕ່ພຣະໂລຫິດພຣະອົງ,ພຣະຜູ້ຊ່ວຍຂອງຂ້າ ພຽງພໍຕໍ່ຂ້າ
ເພາະຄໍາສັນຍາພຣະອົງຊົງບັນທຶກໄວ້ ໃນໜັງສືແຈ້ງທີ່ເບີກບານ
“ເຖິງວ່າບາບຂອງເຈົ້າຈະແດງຢ່າງຜ້າແດງ,ເຮົາຈະເຮັດໃຫ້ຂາວຄືຫິມະ”
ແມ່ນແລ້ວ ຊື່ຂ້າຈົດໄວ້ແລ້ວ ເທິງໜ້າເຈ້ຍຂາວ ແລະງາມ
ໃນໜັງສືແຫ່ງອານາຈັກພຣະອົງ,ແມ່ນແລ້ວຊື່ຂອງຂ້າຈົດໄວ້ແລ້ວ
(“ຊື່ຂອງຂ້າຈົດໄວ້ຫຼືຫຍັງ” ໂດຍແມຣີ່ເອ.ຄິດເດີ 1820-1905)

ທ່ານເວົ້າແບບນັ້ນໄດ້ບໍ? ໃນເຊົ້ານີ້ທ່ານເວົ້າແບບນັ້ນໄດ້ບໍ? ບາບຂອງທ່ານຖືກຊໍາລະລ້າງ ໂດຍພຣະໂລຫິດພຣະເຢຊູທີ່ຫຼັ່ງລົງມາເທິງໄມ້ກາງແຂນຫຼືຍັງ? ຈົ່ງມາຫາພຣະອົງໂດຍ ຄວາມເຊື່ອແລະພຣະອົງຈະຊົງເຮັດໃຫ້ທ່ານສະອາດໃນສາຍພຣະເນດຂອງພຣະເຈົ້າ! ຂໍ ເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄໍາພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ພະນິມິດ 20:11-15
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Is My Name Written There?” (by Mary A. Kidder, 1820-1905).
“ຊື່ຂອງຂ້າຈົດໄວ້ຫຼືຫຍັງ?”(ໂດຍແມຣີ່ເອ.ຄິດເດີ 1820-1905)