Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະເຈົ້າຍິ່ງໃຫຍ່ - ຊົງລິດແລະໜ້າຢ້ານ

A GREAT GOD – MIGHTY AND TERRIBLE!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 11/1/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, January 11, 2015

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ເປັນປະໂຫຍດໃນການສອນ...”(2 ຕີໂມທຽວ 3:16)


ເມື່ອພວກເຮົາເປີດພຣະຄໍາພີພວກເຮົາກໍໄດ້ອ່ານເຖິງການເປີດເຜີຍຕົນເອງຂອງ ພຣະເຈົ້າ, ຂ້າພະເຈົ້າກໍາລັງຖອດຄວາມໝາຍຂອງ ດຣ.ດັບໂບຢູ.ເອ.ຄຣິສແວວ (1909-2002)-ມີຫຼາຍສິ່ງຫຼາຍຢ່າງທີ່ພວກເຮົາສາມາດຮຽນຮູ້ໄດ້ໂດຍການສຶກສາແລະການສັງເກດ ເບິ່ງ,ພວກເຮົາສາມາດຮຽນຮູ້ກ່ຽວກັບດິນແລະເມັດພືດຕ່າງໆ,ຕົ້ນໄມ້ແລະໝາກໄມ້,ນໍ້າແລະແຮ່,ປາແລະສັດລ້ຽງ, ພະລັງຂອງແຮງດຶງດູດແລະການເຄື່ອນໄຫວຂອງດວງດາວຕ່າງໆ, ໂດຍການສຶກສາແລະການສັງເກດພວກເຮົາກໍສາມາດຮຽນຮູ້ຫຼາຍສິ່ງຫຼາຍຢ່າງໃນໂລກແຫ່ງທໍາມະຊາດໄດ້, ແຕ່ແມ່ນຫຍັງຄືຄວາມຈິງທີ່ຢູ່ເບື້ອງຫຼັງ? ແມ່ນຫຍັງຄືຄວາມຈິງທີ່ຢູ່ເໜືອ ສິ່ງທີ່ພວກເຮົາສາມາດຮຽນຮູ້ແລະສັງເກດໃນໂລກຝ່າຍເນື້ອໜັງໄດ້? ແມ່ນຫຍັງຄືຄວາມ ໝາຍແລະເປົ້າໝາຍຂອງຊີວິດ? ນີ້ຄືສິ່ງທີ່ພວກເຮົາບໍ່ສາມາດຮຽນຮູ້ໂດຍການສຶກສາແລະ ການສັງເກດໄດ້, ແມ່ນໃຜລະແມ່ນໃຜທີ່ສ້າງໂລກ,ດາວຕ່າງໆແລະຈັກກະວານ? ເຫດຜົນ ການສັງເກດແລະການສຶກສາສາມາດໄປຮອດດຽວນີ້ເທົ່ານັ້ນ,ແຕ່ພວກເຮົາບໍ່ສາມາດໄປໄກ ກວ່າໃນສິ່ງທີ່ຢູ່ພາຍນອກແລະຝ່າຍເນື້ອໜັງໄດ້, ຄວາມໝາຍທີ່ວາງລົງກາຍສິ່ງທີ່ພວກເຮົາ ເຫັນ,ຮູ້ສຶກ, ດົມກິ່ນແລະໄດ້ຍິນ - ອັນນີ້ພວກເຮົາບໍ່ສາມາດຮຽນຮູ້ໄດ້.

ພວກເຮົາສາມາດແນມເບິ່ງດາວຕ່າງໆຕະຫຼອດໄປໄດ້ ແລະ ມາສະຫຼຸບວ່າຜູ້ສ້າງ ພວກມັນແມ່ນຜູ້ທີ່ຍິ່ງໃຫຍ່ແລະຊົງລິດອໍານາດທຸກຢ່າງ,ແຕ່ພຣະອົງຊື່ຫຍັງລະ?ພຣະອົງຊົງ ເປັນແບບໃດແດ່? ພຣະອົງຊົງຮູ້ຈັກພວກເຮົາບໍ? ພຣະອົງສາມາດເອີ້ນຊື່ພວກເຮົາໄດ້ບໍ? ພວກເຮົາສາມາດສຶກສາດວງດາວຕ່າງໆຕະຫຼອດໄປແລະຍັງບໍ່ຮູ້ຈັກພຣະອົງໄດ້.

ພວກເຮົາສາມາດສຶກສາຄວາມງາມຂອງຕາເວັນຕົກດິນ,ຄວາມງາມຂອງຕົນໄມ້ໃນສວນສາທາລະນະ,ດອກໄມ້ທີ່ງອກອອກມາຈາກພື້ນດິນ,ພວກເຮົາສາມາດສຶກສາຄວາມງົດ ງາມຂອງທໍາມະຊາດທຸກຢ່າງ,ພວກເຮົາສາມາດມາເຖິງຈຸດສະຫຼຸບທີ່ວ່າຜູ້ສ້າງພວກມັນຮັກ ຄວາມສວຍງາມ,ຄວາມສອດຄ່ອງແລະແລະສີໄດ້, ແຕ່ພຣະອົງເປັນໃຜລະ? ພຣະອົງຊົງ ເປັນແບບໃດແດ່? ພວກເຮົາສາມາດສຶກສາກ່ຽວກັບສາຍຮຸ້ງແລະເມກຕ່າງໆ,ເງົາຂອງສີໃນ ແກຣນແຄນຢອນໄດ້, ຄວາມງາມທີ່ເຮັດໃຫ້ເຫຼື້ອມຕາຂອງຕາເວັນຕົກດິນໃນອາຣິໂຊນາ, ພວກເຮົາສາມາດສຶກສາພວກມັນທຸກຢ່າງໄດ້ຕະຫຼອດແລະບໍ່ຮູ້ຈັກພຣະອົງກໍໄດ້.

ພວກເຮົາສາມາດແນມເບິ່ງໂຕເຮົາເອງ,ພວກເຮົາສາມາດສຶກສາວັດທະນາທໍາຂອງໂລກໄດ້, ການສຶກສາສັງຄົມວິທະຍາແລະສິນລະທໍາ,ພວກເຮົາສາມາດສະຫຼຸບໄດ້ວ່າຜູ້ທີ່ ສ້າງເຊື້ອຊາດມະນຸດມີຄວາມຮູ້ສຶກເລື່ອງລະບຽບແລະສິນລະທໍາ, ແຕ່ພຣະອົງແມ່ນໃຜແລະ ຊື່ວ່າແນວໃດ? ພຣະອົງຊົງຮູ້ຈັກພວກເຮົາບໍ? ພຣະເຈົ້າຊົງສ້າງເຮົາມາໃນທາງນີ້ໄດ້ແນວ ໃດ? ສິ່ງເຫຼົ່ານີ້ໄດ້ຖືກເຊື່ອງໄວ້ຈາກມະນຸດຢ່າງສິ້ນເຊີງ, ສິ່ງເຫຼົ່ານີ້ສາມາດຮູ້ໄດ້ໂດຍພຽງ ການເປີດເຜີຍຕົນເອງແລະການເປີດເຜີຍຕົນເອງຂອງພຣະເຈົ້າ, ຖ້າຫາກພຣະເຈົ້າບໍ່ເປີດ ເຜີຍພຣະອົງເອງ,ຈາກນັ້ນພວກເຮົາກໍບໍ່ສາມາດຮູ້ຈັກພຣະອົງໄດ້ (ດັດແປງມາຈາກ “ການ ເປີດເຜີຍຕົນເອງຂອງພຣະເຈົ້າ” ໂດຍ ດຣ.ດັບໂບຢູ.ເອ.ຄຣິສແວວ)

ແຕ່ພຣະເຈົ້າຊົງເປີດເຜີຍພຣະອົງເອງແກ່ເຮົາຜ່ານທາງພຣະຄໍາພີ,ພຣະຄໍາພີຄືການເປີດເຜີຍຕົວຕົນຂອງພຣະເຈົ້າຕໍ່ໂລກທີ່ຫຼົງຫາຍ,ເໝືອນດັ່ງທີ່ອັກຄະສາວົກເປໂຕໄດ້ກ່າວວ່າພຣະຄໍາພີຄື“ແສງສະຫວ່າງທີ່ສ່ອງມາໃນຄວາມມືດ”(2 ເປໂຕ 1:19),ຂ້າພະເຈົ້າໄດ້ສຶກສາ ສາສະໜາເປັນເວລາກວ່າເຄິ່ງສະຕະວັດ,ພວກເຮົາຖືກບອກວ່າໃນໂລກນີ້ມີປະມານ 600 ສາສະໜາ,ແຕ່ອັນໃດລະແມ່ນຂອງແທ້? ເຮົາສາມາດຮູ້ໄດ້ແນວໃດ? ພວກເຮົາສາມາດສຶກ ສາສາສະໜາຕ່າງໆຂອງໂລກຕະຫຼອດໄປແລະຍັງບໍ່ຮູ້ຈັກພຣະອົງໄດ້,ພຣະເຈົ້າໄດ້ຊົງເປີດ ເຜີຍພຣະອົງເອງແກ່ພວກເຮົາ,ນັ້ນແລະຄືສິ່ງທີ່ພຣະອົງຊົງເຮັດ,ພຣະເຈົ້າຊົງເປີດເຜີຍພຣະອົງເອງແກ່ມະນຸດໃນພຣະຄໍາພີຊື່ງໄດ້“ຮັບການດົນໃຈຈາກພຣະເຈົ້າ ແລະ ເປັນປະໂຫຍດ ໃນການສອນ...”(2 ຕີໂມທຽວ 3:16),ພຣະຄໍາພີຄືແຫຼ່ງທີ່ໜ້າເຊື່ອຖືຂອງຄວາມຮູ້ກ່ຽວກັບ ພຣະເຈົ້າ,ຖ້າປາສະຈາກພຣະຄໍາພີ,ພວກເຮົາກໍຈະບໍ່ຮູ້ຈັກກັບພຣະເຈົ້າໄດ້, ພວກເຮົາກໍຈະບໍ່ ຮູ້ຈັກວ່າພຣະເຈົ້າມີສາມພຣະພາກ, ພວກເຮົາກໍຈະບໍ່ຮູ້ຈັກພຣະລັກສະນະຂອງພຣະເຈົ້າ -ການຢູ່ທົ່ວໄປໃນທຸກແຫ່ງຫົນຂອງພຣະອົງ, ຄວາມສັບພັນຍູຂອງພຣະອົງ,ການມີອໍານາດບໍ່ ສິ້ນສຸດຂອງພຣະອົງ,ການບໍ່ປ່ຽນຮູບຂອງພຣະອົງ,ຄວາມບໍລິສຸດຂອງພຣະອົງ,ຄວາມຊອບທໍາຂອງພຣະອົງ, ຄວາມຍຸດຕິທໍາຂອງພຣະອົງ,ຄວາມດີຂອງພຣະອົງ,ຄວາມຈິງຂອງພຣະ ອົງ, ສິ່ງເຫຼົ່ານີ້ຄືສິ່ງຕ່າງໆທີ່ພວກເຮົາບໍ່ສາມາດຮູ້ຈັກກ່ຽວກັບພຣະເຈົ້າໄດ້ຖ້າພຣະອົງບໍ່ໄດ້ ເປີດເຜີຍພວກມັນແກ່ພວກເຮົາໃນພຣະຄໍາພີ,ທຸກສິ່ງທີ່ພວກເຮົາຮູ້ຈັກກ່ຽວກັບພຣະເຈົ້າແທ້ ນັ້ນມາຈາກພຣະຄໍາພີເພາະວ່າ:

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ເປັນປະໂຫຍດ ໃນການສອນ...”(2 ຕີໂມທຽວ 3:16)

ຈາກນັ້ນພວກເຮົາຈະເວົ້າຫຍັງແດ່ກ່ຽວກັບພຣະເຈົ້າຜູ້ຊົງລົງໂທດຄວາມບາບ? ດຣ.ຈອດຊ໌ບັດທຣິກຜູ້ປະຕິເສດພຣະຄໍາພີທີ່ເປັນບັນນາທິການຂອງໜັງສືຜູ້ແປພຣະຄໍາພີ ໄດ້ກ່າວວ່າ “ພຣະເຈົ້າຄືພະຍາມານຂອງຂ້ອຍ” ລາວເວົ້າວ່າພຣະເຈົ້າຂອງພຣະຄໍາພີຄື “ພະຍາມານ” ໂຣເບີດອິນເກີໂຊລເອີ້ນພຣະເຈົ້າຂອງພຣະຄໍາພີວ່າ“ນີ້ແມ່ນພຣະເຈົ້າທີ່ໂຫດ ຮ້າຍ” ແລະເວົ້າວ່າ “ຂ້ອຍຊັງລາວ” ຄວາມຊັງພຣະເຈົ້າຜູ້ຊື່ງລົງໂທດຄວາມບາບມັກຈະ ໄດ້ຍິນໂດຍພວກນັກຮຽນຈາກພວກສາສະດາຈານຂອງພວກເຂົາໃນວິທະຍາໄລ,ແຕ່ຈອດຊ໌ບັດທຣິກບໍ່ໄດ້ມີພື້ນຖານໃນການປະຕິເສດການພິພາກສາຂອງພຣະເຈົ້າ ແຕ່ແມ່ນອະຄະຕິ ຂອງໂຕລາວເອງ, ອິນເກີໂຊລບໍ່ໄດ້ມີພື້ນຖານໃນການເອີ້ນພຣະເຈົ້າວ່າ“ຄົນໂຫດຮ້າຍ”ແຕ່ ເປັນມາຈາກອະຄະຕິຂອງໂຕລາວເອງ, ແລະສາສະດາຈານວິທະຍາໄລຂອງພວກທ່ານກໍບໍ່ ໄດ້ມີພື້ນຖານໃນການປະຕິເສດພຣະເຈົ້າຜູ້ຊົງພິພາກສາຄວາມບາບແຕ່ເປັນມາຈາກອະຄະຕິຂອງເຂົາເອງ.

ພວກເຮົາຮູ້ໄດ້ແນວໃດວ່າພວກເຂົາຜິດ? ແລະພວກເຮົາຮູ້ຈັກພຣະເຈົ້າຫຼາຍກວ່າ ທີ່ພວກເຂົາຮູ້ໄດ້ແນວໃດ? ຄໍາຕອບຢູ່ໃນຂໍ້ພຣະຄໍາພີຂອງພວກເຮົາແລ້ວ:

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ເປັນປະໂຫຍດ ໃນການສອນ...”(2 ຕີໂມທຽວ 3:16)

ຄໍາພາສາຮິບຣູ ແລະ ພາສາກຣີກທຸກຄໍາຂອງພຣະຄໍາພີແມ່ນຖືກປະທານໃຫ້ໂດຍເທໂອນູ ໂຕສ(ການດົນໃຈ,ລົມຫາຍໃຈພຣະເຈົ້າ)ແລະເປັນປະໂຫຍດ(ໂອເຟລິໂມສ-ເປັນປະໂຫຍດ) ສໍາຫຼັບການສອນ(ດິດາສກາລຽນ-ຄໍາແນະນໍາ,ຫຼັກຄໍາສອນ),ນັກສຶກສາພຣະຄໍາພີຊາວເຢຍ ລະມັນດຣ.ຟຣິດໄຣເກີໄດ້ກ່າວໄວ້ວ່າ “ການຂຽນ(ຂອງພຣະຄໍາພີຄື)ລົມຫາຍໃຈພຣະເຈົ້າ... ຄໍາສອນຂອງກົດໝາຍຢິວຄືວ່າພຣະວິນຍານຂອງພຣະເຈົ້າພັກຢູ່ເທິງ ແລະໃນພວກຜູ້ທໍາ ນາຍແລະເວົ້າຜ່ານທາງພວກເຂົາເພື່ອທີ່ຄໍາຂອງເຂົາເຈົ້າຈະບໍ່ໄດ້ມາຈາກໂຕຂອງເຂົາເອງ ແຕ່ມາຈາກພຣະໂອດ(ປາກ)ຂອງພຣະເຈົ້າແລະພວກເຂົາກໍເວົ້າ ແລະ ຂຽນໂດຍພຣະວິນ ຍານບໍລິສຸດ, ຄຣິສຕະຈັກສະໄໝແລກໆເຫັນດ້ວຍເຕັມທີ່(ສົມບູນ)ກັບມຸມມອງນີ້” (Fritz Rienecker, Ph.D., A Linguistic Key to the Greek New Testament, translated from the German by Cleon L. Rogers, Jr.; note on II Timothy 3:16).

ສະນັ້ນພຣະຄໍາພີຈື່ງເປັນຄັງຊັບທີ່ສົມບູນແບບຂອງຖ້ອຍຄໍາທີ່ໄດ້ຮັບການດົນໃຈ ຂອງພຣະເຈົ້າ,ພາສາຮິບຣູແລະພາສາກຣີກທຸກຄໍາມາຈາກ“ພຣະໂອດຂອງພຣະເຈົ້າ”ເອງ! ແມ່ນຫຍັງກໍຕາມທີ່ພວກເຮົາຢາກຈະຮູ້ຈັກກ່ຽວກັບພຣະເຈົ້າຈະຕ້ອງມາຈາກພຣະຄໍາພີແລະບໍ່ມີບ່ອນໃດອື່ນອີກ, ຄືກັບທີ່ລູເທີໄດ້ກ່າວວ່າ“ໂຊລາສະຄຣິພທູຣາ”- ພຣະຄໍາພີອັນດຽວຄື ແຫຼ່ງແຫ່ງຄວາມເຊື່ອແລະຫຼັກຄໍາສອນຂອງພວກເຮົາ, ດຣ.ມາຕິນລອຍ-ໂຈນໄດ້ກ່າວໄວ້ ວ່າ“ໃນທີ່ສຸດມີພຽງສອງທິດທາງເທົ່ານັ້ນ,ວ່າເຮົາຈະຍອມຮັບພຣະຄໍາພີໃນຖານະເປັນສິດທິອໍານາດຫຼືພວກເຮົາວາງໃຈໃນຄວາມຄິດຂອງມະນຸດ...ເລື່ອງທັງໝົດຂອງພຣະຄໍາພີຄືເລື່ອງຊື່ງນີ້ແມ່ນການເປີດເຜີຍທີ່ບໍ່ຄືໃຜຂອງພຣະເຈົ້າ” (Fellowship with God, Crossway Books, 1993, p. 104)ດັ່ງນັ້ນເມື່ອຜູ້ຄົນເວົ້າວ່າ“ອັນນັ້ນແມ່ນຄວາມຄິດເຫັນຂອງເຈົ້າ” - ຂ້າພະເຈົ້າ ຕອບວ່າ“ບໍ່ແມ່ນ ອັນນັ້ນບໍ່ແມ່ນຄວາມຄິດເຫັນຂອງຂ້າພະເຈົ້າ,ອັນນັ້ນແມ່ນຄວາມຄິດເຫັນ ຂອງພຣະຄໍາພີ,ຫຼັກຄໍາສອນທີ່ຊັດເຈນຂອງພຣະຄໍາຂອງພຣະເຈົ້າ” ຫຼັງຈາກນັ້ນພວກເຂົາກໍ ເວົ້າວ່າ “ແຕ່ເຈົ້າແປມັນໄດ້ແນວໃດ? ຂ້າພະເຈົ້າກໍຕອບວ່າ “ແບບດຽວກັບທີ່ຂ້ອຍແປໜັງ ສືພິມ - ມັນໝາຍເຖິງສິ່ງທີ່ມັນກ່າວເຖິງ”

ຄົນທີ່ຫຼົງຫາຍບໍ່ມັກແບບນັ້ນ,ພວກທ່ານຮູ້ບໍວ່າເປັນຫຍັງ? ກໍເພາະວ່າພວກເຂົາກໍາ ລັງຟັງພະຍາມານ, ພະຍາມານໄດ້ເຮັດໃຫ້ແມ່ຜູ້ທໍາອິດຂອງເຮົາສັບສົນໂດຍການບອກນາງ ວ່າພຣະເຈົ້າບໍ່ໝາຍເຖິງໃນສິ່ງທີພຣະອົງກ່າວໄປນັ້ນ(ປະຖົມມະການ 3:1-5),ຄວາມຄິດທີ່ ວ່າທ່ານບໍ່ສາມາດວາງໃຈໃນພຣະວັດຈະນະຂອງພຣະເຈົ້າໄດ້ໄດ້ນໍາມາສູ່ການລົ້ມລົງຂອງ ມະນຸດແລະການທໍາລາຍລ້າງເຊື້ອຊາດຂອງມະນຸດ! ຂໍພຣະເຈົ້າໂຜດຊ່ວຍເຮົາແດ່! ທຸກສິ່ງ ທີ່ພວກເຮົາຮູ້ຈັກກ່ຽວກັບພຣະເຈົ້າແທ້ມາຈາກພຣະຄໍາພີພຽງຢ່າງດຽວ, ສັງເກດຂ້າພະເຈົ້າ ເວົ້າວ່າ“ທຸກສິ່ງທີ່ພວກເຮົາຮູ້ຈັກກ່ຽວກັບພຣະເຈົ້າແທ້...”ມາຈາກພຣະຄໍາພີພຽງຢ່າງດຽວ,ບໍ່ແມ່ນມາຈາກຄໍາພີໂຄຣັນ,ບໍ່ແມ່ນມາຈາກໜັງສືມໍມອນ,ບໍ່ແມ່ນມາຈາກໜັງສືຂອງມາຣີເບັກ ເກີເອັດດີ້ເລື່ອງວິທະຍາສາດແລະສຸຂະພາບ, ບໍ່ແມ່ນມາຈາກການຕັດອອກ,ການຕັ້ງໃຈແປ ຜິດຂອງຄໍາພີພວກພະຍານພຣະເຢໂຮວາ, ທຸກສິ່ງທີ່ພວກເຮົາຮູ້ຈັກກ່ຽວກັບພຣະເຈົ້າແທ້ ມາຈາກພຣະຄໍາພີພຽງເທົ່ານັ້ນ, ຕອນນີ້ພຣະຄໍາພີເວົ້າເຖິງພຣະເຈົ້າແນວໃດແດ່?ສິ່ງທີ່ພຣະ ຄໍາພີເວົ້າເຖິງພຣະເຈົ້າແມ່ນແຕກຕ່າງຈາກທີ່ຜູ້ຄົນເວົ້າເຖິງພຣະອົງໃນປະຈຸບັນນີ້, ໂດຍສະ ເລ່ຍແລ້ວຜູ້ຊາຍທີ່ຢູ່ຕາມທາງຄິດເຖິງໜື່ງໃນສອງສິ່ງກ່ຽວກັບພຣະເຈົ້າ,ເຂົາຄິດເຖິງພຣະອົງວ່າເປັນອັນໃດອັນໜື່ງ


1. ວ່າພຣະເຈົ້າບໍ່ມີຕົວຕົນ ຫຼື

2. ວ່າພຣະເຈົ້າຊົງເປັນພຣະເຈົ້າແຫ່ງຄວາມຮັກເທົ່ານັ້ນແລະຈະບໍ່ມີມື້ລົງໂທດ ຄວາມບາບຢ່າງເດັດຂາດ.


ແຕ່ບໍ່ແມ່ນວ່າຄວາມຄິດເຫຼົ່ານັ້ນຈະມາຈາກພຣະຄໍາພີ, ທັງສອງຄວາມຄິດມາຈາກມະນຸດ ແລະບໍ່ໄດ້ອະທິບາຍເຖິງພຣະເຈົ້າແທ້.

ແມ່ນແລ້ວພຣະຄໍາພີສອນວ່າພຣະອົງຊົງເປັນພຣະເຈົ້າແຫ່ງຄວາມຮັກ(1 ໂຢຮັນ 4:16), ແຕ່ພຣະເຈົ້າກໍຊົງເປັນພຣະເຈົ້າແຫ່ງການພິພາກສາເຊັ່ນດຽວກັນ, ພຣະພິໂລດ ແລະ ການພິພາກສາຂອງພຣະເຈົ້າຖືກເອີຍເຖິງໃນພຣະຄໍາພີຫຼາກວ່າເອີຍເຖິງຄວາມຮັກ ຂອງພຣະອົງ, ດຣ.ລອຍ-ໂຈນໄດ້ກ່າວວ່າ “ຖ້າທ່ານຫາກເອົາຄວາມຄິດແຫ່ງການພິພາກ ສາຂອງພຣະອົງອອກຈາກພຣະຄໍາພີພວກທ່ານກໍຈະເຫຼືອແຕ່ໜ້ອຍດຽວ” (The Heart of the Gospel, Crossway Books, 1991, p. 98). ໃນບ່ອນອື່ນດຣ.ລອຍ-ໂຈນໄດ້ກ່າວວ່າ“ບັນຫາສຸດ ທ້າຍຂອງຜູ້ຄົນທີ່ບໍ່ເຊື່ອໃນຫຼັກຄໍາສອນເລື່ອງພຣະພິໂລດຂອງພຣະເຈົ້າກໍຄືພວກເຂົາບໍ່ເຊື່ອ ເລື່ອງການເປີດເຜີຍທາງພຣະຄໍາພີຂອງພຣະເຈົ້າ,ພວກເຂົາມີພຣະເຈົ້າທີ່ພວກເຂົາສ້າງຂື້ນ ເອງ” (God’s Sovereign Purpose, Romans 9), The Banner of Truth Trust, 1991, p. 212).

ພຣະພິໂລດຂອງພຣະເຈົ້າແລະການພິພາກສາຂອງພຣະເຈົ້າແມ່ນຫຼັກຄໍາສອນຊື່ງ ປາກົດຜ່ານໃນພຣະຄໍາພີ,ທັງໃນພຣະຄໍາພີເດີມແລະພຣະຄໍາພີໃໝ່, ອາທິດແລ້ວນີ້ຂ້າພະ ເຈົ້າໄດ້ອ່ານເລື່ອງການພິພາກສາຂອງພຣະເຈົ້າໃນເລື່ອງນໍ້າຖ້ວມໃຫຍ່

“ພຣະເຢໂຮວາຕັດວ່າ "ເຮົາຈະທຳລາຍມະນຸດທີ່ເຮົາໄດ້ສ້າງມາຈາກພື້ນແຜ່ນດິນໂລກ”(ປະຖົມມະການ 6:7)

“ພຣະເຈົ້າຕັດແກ່ໂນອາວ່າ "ຕໍ່ໜ້າເຮົາບັນດາເນື້ອໜັງກໍມາເຖິງວາລະສຸດທ້າຍແລ້ວ ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມອຳມະຫິດເພາະພວກເຂົາ ແລະເບິ່ງເຖີດ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ” (ປະຖົມມະການ 6:13)

“ສິ່ງທີ່ມີຊີວິດທັງປວງທີ່ຢູ່ເທິງພື້ນແຜ່ນດິນໂລກຖືກທຳລາຍ ທັງມະນຸດ, ສັດໃຊ້ງານ, ສັດເລື້ອຍຄານ ແລະນົກໃນອາກາດ ແລະທຸກສິ່ງຖືກທຳລາຍຈາກແຜ່ນດິນໂລກ ເຫລືອຢູ່ແຕ່ໂນອາແລະທຸກສິ່ງທີ່ຢູ່ກັບທ່ານໃນນາວາ” (ປະຖົມມະການ 7:23)

ນັ້ນແລະຄືພຣະເຈົ້າແຫ່ງການພິພາກສາ! ຂ້າພະເຈົ້າກໍຍັງໄດ້ອ່ານກ່ຽວກັບການພິພາກສາ ຂອງເມືອງໂສໂດມແລະເມືອງໂກໂມຣາເຊັ່ນກັນວ່າ:

“ດັ່ງນັ້ນພຣະເຢໂຮວາຊົງໃຫ້ມາດແລະໄຟຈາກພຣະເຢໂຮວາຕົກມາຈາກຟ້າສະຫວັນລົງມາເທິງເມືອງໂສໂດມແລະເມືອງໂກໂມຣາ ພະອົງຊົງທຳລາຍລ້າງເມືອງທັງຫລາຍເຫລົ່ານັ້ນ ບັນດາທົ່ງຮາບພຽງ ຊາວເມືອງທັງປວງແລະສິ່ງທີ່ງອກຂຶ້ນມາເທິງແຜ່ນດິນ” (ປະຖົມມະການ 19:24-25)

ນັ້ນແລະຄືພຣະເຈົ້າແຫ່ງການພິພາກສາ! ຫຼັງຈາກນັ້ນຂ້າພະເຈົ້າກໍໄດ້ອ່ານກ່ຽວກັບການພິ ພາກສາທີ່ເປັນຕາຢ້ານຂອງພຣະເຈົ້າລົງມາສູ່ຊາວອີຢິບ - ພຣະເຈົ້າຊົງພິພາກສາເຂົາທີ່ ປະຕິເສດບໍ່ຍອມປ່ອຍໃຫ້ຄົນຮິບຣູເປັນອິດສະຫຼະ

“ຕໍ່ມາໃນເວລາທ່ຽງຄືນ ພຣະເຢໂຮວາຊົງປະຫານລູກກົກທຸກຄົນໃນປະເທດ ອີຢິບ ຕັ້ງແຕ່ລູກກົກຂອງຟາໂຣຜູ້ປະທັບເທິງພຣະທີ່ນັ່ງ ຈົນເຖິງລູກກົກ ຂອງຊະເລີຍເສິກທີ່ຢູ່ໃນຄຸກໃຕ້ດິນ ທັງລູກກົກຂອງສັດລ້ຽງທຸກໂຕ ຟາໂຣ ກັບຂ້າລາຊະການແລະຊາວອີຢິບທັງປວງຕື່ນຂື້ນໃນຕອນກາງຄືນ ມີສຽງ ຮ້ອງໄຫ້ຄໍ່າຄວນດັງທົ່ວອີຢິບ ເນື່ອງຈາກບໍ່ມີເຮືອນໃດເລີຍທີ່ບໍ່ມີຄົນຕາຍ” (ອົບພະຍົບ 12:29-30)

ນັ້ນແລະຄືພຣະເຈົ້າແຫ່ງການພິພາກສາ! ຈາກນັ້ນຂ້າພະເຈົ້າກໍອ່ານກ່ຽວກັບການພິພາກສາ ຂອງນາດັບແລະອາບີຮູລູກຊາຍຂອງອາໂລນ

“ຝ່າຍນາດັບແລະອາບີຮູລູກຊາຍຂອງອາໂລນຕ່າງຄົນກໍນໍາເອົາກະຖາງໄຟຂອງພວກເຂົາມາແລະເອົາໄຟໃສ່ໃນນັ້ນແລ້ວໃສ່ເຄື່ອງຫອມລົງໄປ ເອົາ ໄຟທີ່ຜິດຮູບແບບມາເຜົາຖະວາຍບູຊາຕໍ່ພຣະພັກພຣະເຢໂຮວາ ຊື່ງພຣະ ອົງບໍ່ໄດ້ຊົງບັນຊາໃຫ້ພວກເຂົາເຮັດແບບນັ້ນ ໄຟກໍພຸ່ງຂື້ນມາຈາກພຣະເຢ ໂຮວາໄໝ້ເຂົາທັງສອງແລະເຂົາກໍຕາຍຕໍ່ພຣະພັກພຣະເຢໂຮວາ” (ລະບຽບພວກເລວີ 10:1-2)

ນັ້ນແລະຄືພຣະເຈົ້າແຫ່ງການພິພາກສາ! ຈາກນັ້ນຂ້າພະເຈົ້າກໍອ່ານກ່ຽວກັບຜູ້ຊາຍຄົນໜື່ງ ທີ່ລະເມີດພຣະບັນຍັດໂດຍການໄປເກັບຟືນໃນວັນສະບາໂຕວ່າ

“ແລະພຣະເຢໂຮວາຕັດກັບໂມເສດວ່າຜູ້ຊາຍຄົນນັ້ນຕ້ອງຖືກໂທດເຖິງຕາຍ ຢ່າງແນ່ນອນ ທີ່ປະຊຸມທັງໝົດຕ້ອງເອົາກ້ອນຫີນແກວ່ງໃສ່ລາວຢູ່ນອກ ເມືອງ ແລະທີ່ປະຊຸມທັງໝົດຈື່ງພາລາວອອກມານອກຄ້າຍ ແລ້ວເອົາກ້ອນ ຫີນແກວ່ງໃສ່ລາວຈົນຕາຍ ຕາມທີ່ພຣະເຢໂຮວາຊົງບັນຊາໂມເສດ” (ຈົດເຊັນບັນຊີ 15:35-36)

ນັ້ນແລະຄືພຣະເຈົ້າແຫ່ງການພິພາກສາ! ຈາກນັ້ນຂ້າພະເຈົ້າກໍອ່ານກ່ຽວກັບໂຄຣາແລະຄົນ ທີ່ຕາມລາວໃນການກະບົດຕໍ່ສູ້ໂມເສດວ່າ

“ຕໍ່ມາເມື່ອທ່ານກ່າວບັນດາຄໍາເຫຼົ່ານີ້ຈົບ ແຜ່ນດິນທີ່ເຂົາເຫຼົ່ານັ້ນຢືນຢູ່ກໍແຍກ ອອກ ແລະ ດິນກໍອ້າປາກອອກກືນເຂົາທັງຫຼາຍ ກັບຄອບຄົວແລະບັນດາ ຄົນຂອງໂຄຣາແລະສິ່ງຂອງທັງໝົດຂອງເຂົາ ດັ່ງນັ້ນເຂົາທັງຫຼາຍພ້ອມ ກັບສິ່ວຂອງທັງໝົດຂອງເຂົາລົງໄປສູ່ແດນຄົນຕາຍທັງເປັນ ແລະແຜ່ນດິນ ກໍງັບເຂົາໄວ້ແລະເຂົາທັງຫຼາຍກໍພິນາດໄປຈາກຖ້າມກາງທີ່ປະຊຸມ ອິສຣາ ເອວທັງໝົດທີ່ຢູ່ຮອບເຂົາໄດ້ຍິນສຽງຮ້ອງຂອງເຂົາກໍໜີໄປ ເພາະເຂົາກ່າວ ວ່າຢ້ານວ່າແຜ່ນດິນຈະກືນເຮົາໄປ ແລະ ໄຟອອກມາຈາກພຣະເຢໂຮວາ ເຜົາຜານຄົນທັງສອງຮ້ອຍຫ້າສິບທີ່ໄດ້ຖະວາຍເຄື່ອງຫອມນັ້ນເສຍ” (ຈົດ ເຊັນບັນຊີ 16:31-35)

ນັ້ນແລະຄືພຣະເຈົ້າແຫ່ງການພິພາກສາ! ຈາກນັ້ນໃນໜັງສືພຣະລາຊະບັນຍັດຂ້າພະເຈົ້າກໍ ອ່ານວ່າ:

“ເພາະວ່າພຣະເຢໂຮວາພຣະເຈົ້າຂອງທ່ານເປັນພຣະເຈົ້າຂອງພະທັງຫຼາຍ ແລະເປັນຈອມຂອງເຈົ້າທັງປວງ ເປັນພຣະເຈົ້າທີ່ຍິ່ງໃຫຍ່,ຊົງລິດແລະໜ້າ ຢ້ານ ຊົງປາສະຈາກອະຄະຕິ ແລະບໍ່ຊົງເຫັນແກ່ສິນບົນ” (ສືພຣະລາຊະ ບັນຍັດ 10:17)

ແລະຫຼັງຈາກນັ້ນກໍເວົ້າວ່າ:

“ທ່ານທັງຫຼາຍຈົ່ງຢໍາເກງພຣະເຢໂຮວາ ຈົ່ງບົວລະບັດພຣະອົງ” (ພຣະລາຊະບັນຍັດ 10:20)

ນັ້ນແລະຄືພຣະເຈົ້າແຫ່ງການພິພາກສາເຊັ່ນກັນ.

ທັງໝົດນີ້ຖືກໃຫ້ໄວ້ໃນເພັນທະທູດ,ໜັງສືຫ້າເຫຼັ້ມຂອງໂມເສດ,ທັງໝົດນີ້ເປັນພຽງ ສ່ວນໜ້ອຍຂອງການພິພາກສາຂອງພຣະເຈົ້າໃນໜັງສືຫ້າເຫຼັ້ມແລກຂອງພຣະຄໍາພີ! ບ່ອນ ນັ້ນທີ່ພຣະອົງຖືກເອີ້ນວ່າ“ເປັນພຣະເຈົ້າຂອງພະທັງຫຼາຍ ແລະເປັນຈອມຂອງເຈົ້າທັງປວງ ເປັນພຣະເຈົ້າທີ່ຍິ່ງໃຫຍ່,ຊົງລິດແລະໜ້າຢ້ານ...” (ສືພຣະລາຊະບັນຍັດ 10:17)

ຫຼັງຈາກນັ້ນພຣະເຈົ້າໄດ້ຕັດຜ່ານທາງຜູ້ທໍານວາຍອິດສະຢາວ່າ“ເຮົາຈະຢຽບຜູ້ຄົນ ລົງດ້ວຍຄວາມຢາກຮ້າຍຂອງເຮົາ”(ອິດສະຢາ 63:3),ຜູ້ທໍານວາຍເນຫະມີໄດ້ເອີ້ນພຣະອົງ ວ່າ“ພຣະເຈົ້າຜູ້ຍິ່ງໃຫຍ່ແລະໜ້າຢ້ານ”(ເນຫະມີ 1:5) ຜູ້ທໍານວາຍດານຽນເອີ້ນພຣະອົງວ່າ “ຜູ້ຍິ່ງໃຫຍ່ແລະເປັນຕາຢ້ານ”(ດານຽນ 9:4)

ແຕ່ບາງຄົນອາດຈະເວົ້າວ່າ“ອັນນັ້ນແມ່ນພຣະເຈົ້າຂອງພຣະຄໍາພີເດີມ,ຂ້ອຍເຊື່ອໃນພຣະເຈົ້າຂອງພຣະຄໍາພີໃໝ່” ຊື່ງມັນໄດ້ສະແດງໃຫ້ເຫັນວ່າທ່ານເປັນຄົນທີ່ໂງ່ເລື່ອງພຣະ ຄໍາພີໃໝ່! ໃນພຣະຄໍາພີພວກເຮົາໄດ້ອ່ານວ່າ“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ ຊົງພຣະຊົນຢູ່ເປັນສິ່ງທີ່ໜ້າຢ້ານ”(ເຮັບເລີ 10:31), ໃນ 2 ໂກລິນໂທ 5 ອັກຄະສາວົກ ເປົາໄດ້ກ່າວໄວ້ວ່າ “ຮູ້ຈັກຄວາມໜ້າຢ້ານຂອງອົງພຣະຜູ້ເປັນເຈົ້າເຮົາຈຶ່ງຊັກຊວນຄົນທັງຫຼາຍ” ແລະພຣະເຢຊູຄຣິດກໍໄດ້ກ່າວເຖິງການພິພາກສາກັບນາຮົກຫຼາຍກວ່າຄົນອື່ນໆໃນ ພຣະຄໍາພີ, ພຣະຄຣິດຕັດວ່າ:

“ແລະພວກເຫລົ່ານີ້ຈະຕ້ອງອອກໄປຮັບໂທດຢູ່ເປັນນິດ”(ມັດທາຍ 25:46)

ພຣະຄຣິດຊົງກ່າວວ່າ:

“ຖ້າຕາຂອງທ່ານເຮັດໃຫ້ທ່ານຫລົງຜິດ ຈົ່ງຄວັກອອກແລະໂຍນມັນຖິ້ມເສຍຈາກທ່ານ ຊຶ່ງທ່ານຈະເຂົ້າສູ່ຊີວິດດ້ວຍຕາຂ້າງດຽວຍັງດີກວ່າມີສອງຕາແລະຕ້ອງຖືກຖິ້ມໄປໃນໄຟນາຮົກ”(ມັດທາຍ 18:9)

ພຣະຄຣິດຊົງກ່າວວ່າ:

“ບຸດມະນຸດຈະໃຊ້ພວກທູດສະຫວັນຂອງທ່ານອອກໄປເກັບກວາດທຸກສິ່ງທີ່ເຮັດໃຫ້ຫລົງຜິດ ແລະບັນດາຜູ້ທີ່ເຮັດຄວາມຊົ່ວຊ້າໄປຈາກອານາຈັກຂອງທ່ານ ແລະຈະຖິ້ມລົງໃນເຕົາໄຟອັນລຸກໂພງ ບ່ອນນັ້ນຈະມີການຮ້ອງໄຫ້ຂົບຂ້ຽວຫຍ້ຳແຂ້ວ”(ມັດທາຍ 13:41-42)

ພຣະຄຣິດຊົງກ່າວວ່າເສດຖີທີ່ບໍ່ລອດໄດ້ລົງໄປໃນນາຮົກ

“ແລ້ວເມື່ອຢູ່ໃນນາຮົກເປັນທຸກທໍລະມານຫຼາຍເສດຖີນັ້ນຈຶ່ງແຫງນເບິ່ງເຫັນອັບລາຮາມຢູ່ແຕ່ໄກແລະລາຊາລັດຢູ່ທີ່ເອິກຂອງທ່ານ ເສດຖີຈຶ່ງຮ້ອງວ່າ ອັບລາຮຳພໍ່ເຈົ້າຂ້າ ຂໍເອັນດູຂ້າພະເຈົ້າເຖີດ ຂໍໃຊ້ລາຊາລັດມາເພື່ອຈະເອົາປາຍນິ້ວຈຸ່ມນ້ຳມາແຕະລິ້ນຂອງຂ້າພະເຈົ້າໃຫ້ເຢັນ ດ້ວຍວ່າຂ້າພະເຈົ້າຕຳທຸກທໍລະມານຢູ່ໃນແປວໄຟນີ້”(ລູກາ 16:23-24)

ແລະໜັງສືສຸດທ້າຍຂອງພັນທະສັນຍາໃໝ່ກ່າວວ່າ:

“ຜູ້ນັ້ນຈະຕ້ອງດື່ມເຫລົ້າອະງຸ່ນແຫ່ງພຣະພິໂລດຂອງພຣະເຈົ້າ ຊຶ່ງບໍ່ໄດ້ປະສົມກັບສິ່ງໃດ ທີ່ໄດ້ຖອກລົງໃນຖ້ວຍພຣະພິໂລດຂອງພຣະອົງ ແລະເຂົາຈະຕ້ອງຖືກທໍລະມານດ້ວຍໄຟ ແລະ ມາດຕໍ່ໜ້າທູດສະຫວັນຜູ້ບໍລິສຸດທັງຫລາຍ ແລະຕໍ່ພຣະພັກພຣະເມສານ້ອຍ ແລະຄວັນແຫ່ງການທໍລະມານຂອງເຂົາພຸ່ງຂຶ້ນຕະຫລອດໄປເປັນນິດ ແລະຜູ້ທີ່ບູຊາສັດຮ້າຍແລະຮູບຂອງມັນ ແລະຜູ້ໃດກໍຕາມທີ່ຮັບເຄື່ອງໝາຍຊື່ຂອງມັນຈະບໍ່ມີການພັກຜ່ອນເລີຍທັງກາງເວັນແລະກາງຄືນ...”(ພະນິມິດ 14:10-11)

ບໍ! ພວກທ່ານບໍ່ສາມາດຫາບ່ອນຫຼົບໄພໃນພັນທະສັນຍາໃໝ່ໄດ້! ພຣະຄໍາພີທັງ ເຫຼັ້ມຈາກຕົ້ນຈົນຈົບ,ພຣະເຈົ້າຊົງສະຖິດຢູ່ໃນຖານະເປັນ“ພຣະເຈົ້າທີ່ຍິ່ງໃຫຍ່,ຊົງລິດແລະໜ້າຢ້ານ”(ພຣະລາຊະບັນຍັດ 10:17)

ຄວາມຫວັງດຽວທີ່ພວກທ່ານມີກໍຄືວາງໃຈໃນພຣະເຢຊູຄຣິດເຈົ້າ,ພຣະເຈົ້າຊົງສົ່ງ ພຣະອົງມາເພື່ອຕາຍເທິງໄມ້ກາງແຂນ-ເພື່ອຈ່າຍຄ່າບາບຂອງພວກທ່ານ,ແລະຊໍາລະລ້າງ ທ່ານດ້ວຍພຣະໂລຫິດຂອງພຣະອົງ, ບໍ່ມີທາງອື່ນອີກແລ້ວທີ່ຈະໜີໄປຈາກພຣະພິໂລດແລະ ການພິພາກສາຂອງພຣະເຈົ້າໄດ້! ອັກຄະສາວົກເປົາໂລໄດ້ກ່າວໄວ້ວ່າ“ຈົ່ງເຊື່ອວາງໃຈໃນ ພຣະເຢຊູຄຣິດເຈົ້າແລະທ່ານຈະລອດ”(ກິດຈະການ 16:31) ພຣະຄໍາພີກ່າວວ່າ“ຈົ່ງວາງ ໃຈໃນພຣະເຢໂຮວາດ້ວຍສຸດໃຈຂອງເຈົ້າ”(ສຸພາສິດ 3:5)ແລະພຣະເຢຊູຄຣິດເຈົ້າຕັດວ່າ:

“ຜູ້ທີ່ເຊື່ອແລະຮັບບັບຕິດສະມາກໍຈະລອດ ແຕ່ຜູ້ທີ່ບໍ່ເຊື່ອຈະຕ້ອງຖືກລົງພຣະອາຊະຍາ”(ມາລະໂກ 16:16)

ຂໍເຊີນທ້າວກຣິຟຟິດມາຮ້ອງວັກທີ່ໜື່ງກັບວັກທີ່ສອງແລະຂໍ້ຊໍ້າຂອງເພງ“ເມື່ອຂ້າເຫັນພຣະ ໂລຫິດ” ແດ່

ພຣະຄຣິດພຣະຜູ້ໄຖ່ຂອງເຮົາຕາຍເທິງໄມ້ກາງແຂນ
ຕາຍເພື່ອຄົນບາບ,ຈ່າຍໜີບາບທຸກຢ່າງ
ພົມຈິດວິນຍານຂອງທ່ານດ້ວຍເລືອດຂອງພຣະເມສານ້ອຍ
ແລ້ວຂ້າຈະຜ່ານ,ຈະຜ່ານໄປເໜືອທ່ານ
ເມື່ອຂ້າເຫັນພຣະໂລຫິດ,ເມື່ອຂ້າເຫັນພຣະໂລຫິດ
ເມື່ອຂ້າເຫັນພຣະໂລຫິດ,ຂ້າຈະຜ່ານຜ່ານໄປເໜືອທ່ານ
ທຸກສິ່ງທີ່ຊົງສັນຍາ ພຣະອົງຈະເຮັດຕາມ
ລ້າງໃນນໍ້າພຸທີ່ເປີດອອກເພື່ອຄວາມບາບ
ແລ້ວຂ້າຈະຜ່ານ,ຈະຜ່ານໄປເໜືອທ່ານ
ເມື່ອຂ້າເຫັນພຣະໂລຫິດ,ເມື່ອຂ້າເຫັນພຣະໂລຫິດ
ເມື່ອຂ້າເຫັນພຣະໂລຫິດ,ຂ້າຈະຜ່ານຜ່ານໄປເໜືອທ່ານ
(“When I See the Blood” by John G. Foote, 19th century).

ຂໍເຊີນດຣ.ແຊນມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄໍາພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ພະນິມິດ 14:9-11.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“When I See the Blood” (by John G. Foote, 19th century).