Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໜັງສືລົມຫາຍໃຈຂອງພຣະເຈົ້າ

THE GOD-BREATHED BOOK
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 30/11/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, November 30, 2014

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດ ໃນການສອນ ການຕັກເຕືອນວ່າກ່າວ ການປັບປຸງແກ້ໄຂຄົນໃຫ້ດີ ແລະ ການອົບຮົມໃນເລື່ອງຄວາມຊອບທໍາ ເພື່ອຄົນຂອງພຣະເຈົ້າຈະດີຮອບ ຄອບພຽບພ້ອມທີ່ຈະກະທໍາການດີທຸກຢ່າງ”(2 ຕີໂມທຽວ 3:16,17)


ຂ້າພະເຈົ້າຖືກເອີ້ນວ່າ“ເປັນຄົນປຸກຝູງຊົນໃຫ້ເກີດຄວາມວຸ່ນວາຍ” ໂດຍພວກນັກ ເທດທີ່ຢ້ານທີ່ຈະຢືນຢັດເພື່ອຄວາມຈິງ,ຂ້າພະເຈົ້າຖືກເອີ້ນວ່າ “ເປັນຄົນທີ່ບ້ານໍາສິ່ງໃດໜື່ງ” ໂດຍພວກນັກເທດຜູ້ຊື່ງມີເຫດຜົນພຽງແຕ່ເພື່ອຮັກສາອາຊີບຂອງເຂົາເອົາໄວ້ເທົ່ານັ້ນ, ຂ້າ ພະເຈົ້າຖືກເອີ້ນວ່າເປັນ“ຄົນສ້າງບັນຫາ”ໂດຍພວກຜູ້ຊາຍທີ່ເປົ້າໝາຍໃນຊີວິດກໍຄືເພື່ອເຮັດໃຫ້ສະມາຊິກໃນຄຣິສຕະຈັກຂອງພວກເຂົາພໍໃຈ, ແລະແມ່ນແລ້ວຂ້າພະເຈົ້າຖືກເອີ້ນວ່າ ເປັນ “ຄົນຫົວຮຸນແຮງ” ໂດຍພວກຜູ້ນໍາຄຣິສຕະຈັກທີ່ບໍ່ສົນໃຈທີ່ຈະປົກປ້ອງພຣະຄໍາພີອັນ ບໍລິສຸດອີກຕໍ່ໄປ.

ຈຸດຢືນຂອງຂ້າພະເຈົ້າເລື່ອງພຣະຄໍາພີຍັງຄືເກົ່າສະເໝີ,ຂ້າພະເຈົ້າເວົ້າສະເໝີວ່າ ພຣະຄໍາພີທັງໝົດທຸກເຫຼັ້ມແຕ່ຕົ້ນຈົນສຸດທ້າຍເປັນພຣະຄໍາຂອງພຣະເຈົ້າ,ທຸກຄໍາໃນພາສາຮິບຣູແລະພາສາກຣີກຖືກປະທານໃຫ້“ໂດຍການດົນໃຈຂອງພຣະເຈົ້າ”(2 ຕີໂມທຽວ 3:16), ພວກຜູ້ນໍາແບັບຕິດໃຕ້ບອກວ່າຂ້າພະເຈົ້າຈະຖືກ“ຫ້າມບໍ່ໃຫ້ເປັນສະມາຊິກ”ແລະຈະບໍ່ມີມື້ທີ່ຈະມີຄຣິສຕະຈັກໄດ້ຖ້າຂ້າພະເຈົ້າຫາກຍັງສືບຕໍ່ເວົ້າແບບນັ້ນ! ຫຼັງຈາກນັ້ນຂ້າພະເຈົ້າກໍ ກາຍເປັນພວກເນັ້ນຮາກຖານເດີມ - ແລະພວກທີ່ເອີ້ນວ່າພວກເນັ້ນຮາກຖານເດີມໄດ້ເລີ່ມ ໂຈມຕີຂ້າພະເຈົ້າທີ່ເວົ້າແບບດຽວກັນທີ່ພວກເສລີແບັບຕິດໃຕ້ມີປະຕິກິລິຍາຕໍ່ສູ້!

ລັດທິຣັກແມນແມ່ນພວກທີ່ເຊື່ອວ່າຄໍາເວົ້າໃນພຣະຄໍາພີຄິງເຈມສ໌ຖືກໃຫ້ໂດຍການ ດົນໃຈແລະບໍ່ມີຂໍ້ຜິດພາດໃນພາສາອັງກິດ,ບາງຄົນແຮງໄປໄກໂດຍການເວົ້າວ່າຄໍາພາສາ ອັງກິດໃນສະບັບຄິງເຈມສ໌ຖືກຕ້ອງກັບພາສາກຣີກແລະຮິບຣູ, ຄວາມຄິດທີ່ແປກແລະເປັນ ແບບຊາຕານເຫຼົ່ານີ້ບໍ່ເຄີຍມີຈັກຄົນທີ່ເຊື່ອກ່ອນປີ 1950,ແຕ່ຖືກເຮັດໃຫ້ເປັນທີ່ນິຍົມໂດຍ ດຣ.ປີເຕີເອັສ.ຣັກແມນ(1921-), ລັດທິຣັກແມນເປັນເຫດໃຫ້ເກີດການແບ່ງແຍກແລະແຕກ ແຍກໂດຍສະເພາະແມ່ນຢູ່ຖ້າມກາງພວກແບັບຕິດອິດສະຫຼະເນັ້ນຮາກຖານເດີມ,ຂ້າພະເຈົ້າໄດ້ຂຽນໜັງສືເຫຼັ້ມໜື່ງຊື່ວ່າ“ເປີດໂປ່ງລັດທິຣັກແມນ”ຊື່ງທ່ານຈະໄດ້ໂດຍການສົ່ງອີເມວມາຫາຂ້າພະເຈົ້າທີ່rlhymersjr@sbcglobal.net ການແປຕ່າງໆຂອງພຣະຄໍາພີຖືກແປໂດຍກົງ ຈາກສະບັບຄິງເຈມສ໌ພາສາອັງກິດຫຼາຍກວ່າຈາກພາສາຮິບຣູແລະພາສາກຣີກ,ໃນພາສາສະເປນ,ເກົາຫຼີ,ຣັດເຊຍແລະພາສາອື່ນໆອີກ,ສະນັ້ນການເຜີຍແພ່ຫຼັກຄໍາສອນທີ່ຜິດແລະເປັນ ແບບພະຍາມານຂອງລັດທິຣັກແມນຈື່ງໄປທົ່ວໂລກ, ມີຜູ້ຊາຍພວກຣັກແມນຄົນໜື່ງໄດ້ຍົກ ເລີກບໍ່ໃຫ້ຂ້າພະເຈົ້າເທດໃນງານໝັ້ນຢູ່ທີ່ວິທະຍາໄລພຣະຄໍາພີແບັບຕິດເມືອງສະປຣິງຟິວ ເພາະເວົ້າແບບນັ້ນ! ມີນັກເທດທີ່ໃຈຮ້າຍຄົນໜື່ງທີ່ຢູ່ເມືອງນິວຢອກໄດ້ຍົກເລີກບໍ່ໃຫ້ຂ້າພະ ເຈົ້າເທດຍ້ອນເວົ້າແບບນັ້ນ,ລູກຊາຍທີ່ເປັນໝູ່ສະໜິດຂອງພໍ່ເຖົ້າຂອງຂ້າພະເຈົ້າໄດ້ໄປໂບດຂອງຜູ້ຊາຍຄົນນີ້, ລາວເວົ້າລັບຫຼັງຂ້າພະເຈົ້າແລະຫຍໍ້າຂ້າພະເຈົ້າຢ່າງໜັກແລ້ວອອກໄປ ຈາກຄຣິສຕະຈັກດ້ວຍຄວາມງົງແລະຍັງບໍ່ລອດຈົນຮອດທຸກມື້ນີ້,ຂ້າພະເຈົ້າໄດ້ຮັບຄວາມທຸກທັງຈາກສາຍສະລິງແລະລູກທະນູຂອງທັງສອງກຸ່ມພວກເສລີແລະພວກເນັ້ນຮາກຖານເດີມ,ຈາກທຸກໆດ້ານເພາະຈຸດຢືນຕາມປະຫວັດສາດວ່າພຣະຄໍາພີພາສາກຣີກແລະຮິບຣູໄດ້ຮັບ ການດົນໃຈຈາກພຣະເຈົ້າຢ່າງບໍ່ມີຜິດພ້ຽນແລ້ວຖືກແປເປັນສະບັບຄິງເຈມສ໌!ຂ້າພະເຈົ້າໄດ້ ເອົາພຣະຄໍາພີສະບັບຄິງເຈມສ໌ເຂົ້າໄປກັບຂ້າພະເຈົ້າຢູ່ໃນຫ້ອງຮຽນໃນໂຮງນຽນສາສະໜາສາດສອງແຫ່ງໃນຈະນະທີ່ນັກຮຽນຄົນອື່ນໆມີສະບັບຣີໄວສ໌ສະແຕນດາດສະບັບແປສາຍເສລີ,ຈົນຮອດທຸກມື້ນີ້ຂ້າພະເຈົ້າໄດ້ເອົາພຣະຄໍາພີສະບັບຄິງເຈມສ໌ໄປທີ່ທໍາມາດແລະເທດສະໜາຈາກປື້ມເຫຼັ້ມນີ້ທຸກໆເທື່ອທີ່ມີນະມັດສະການ.

ດຣ.ມາຕິນລອຍ- ໂຈນໄດ້ກ່າວວ່າຄວາມຄິດທີ່ວ່າພວກເຮົາຕ້ອງມີການແປໃໝ່ໆ ສະບັບຕ່າງໆວ່າ “…ບໍ່ມີຫຍັງເລີຍມີແຕ່ຄວາມໄຮ້ສາລະທັງສີ້ນ”ລາວເວົ້າວ່າຜູ້ຄົນບໍ່ໄດ້ຢຸດ ອ່ານພຣະຄໍາພີ“ເພາະພວກເຂົາບໍ່ສາມາດເຂົ້າໃຈພາສາມັນໄດ້ ແຕ່ເປັນເພາະພວກເຂົາບໍ່ ເຊື່ອມັນ,ພວກເຂົາບໍ່ເຊື່ອໃນພຣະເຈົ້າ…ບັນຫາຂອງພວກເຂົາບໍ່ແມ່ນເປັນເພາະພາສາແລະຄໍາສັບ, ແຕ່ມັນຄືສະພາບຂອງຫົວໃຈຕ່າງຫາກ” ” (Martyn Lloyd-Jones, M.D., Knowing the Times, The Banner of Truth Trust, 1989, pp. 112, 114).

ຂ້າພະເຈົ້າສອນສະເໝີວ່າພຣະຄໍາພີໃນພາສາຮິບຣູແລະກຣີກໄດ້ຮັບການດົນໃຈ ດ້ານຖ້ອຍຄໍາທຸກຄໍາ,ອັນນັ້ນແລະຄືສິ່ງທີ່ອັກຄະສາວົກເປົາໂລໄດ້ກ່າວໄວ້ໃນຂໍ້ພຣະຄໍາພີ ຂອງເຮົາວ່າ:

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດ ໃນການສອນ ການຕັກເຕືອນວ່າກ່າວ ການປັບປຸງແກ້ໄຂຄົນໃຫ້ດີ ແລະ ການອົບຮົມໃນເລື່ອງຄວາມຊອບທໍາ ເພື່ອຄົນຂອງພຣະເຈົ້າຈະດີຮອບ ຄອບພຽບພ້ອມທີ່ຈະກະທໍາການດີທຸກຢ່າງ”(2 ຕີໂມທຽວ 3:16,17)

ຂ້າພະເຈົ້າໄດ້ເທດສະໜາເປັນເວລາເກືອບຫົກສິບປີມາແລ້ວ,ແລະຂ້າພະເຈົ້າກໍບໍ່ໄດ້ມີເຈດ ຕະນາທີ່ຈະປ່ຽນແປງຫຍັງ,ຈະເອົາຫຼືຖີ້ມ! ນັ້ນແລະຄືສິ່ງທີ່ພຣະຄໍາພີເວົ້າເຖິງໂຕມັນເອງ.

I. ໜື່ງ ຂ້າພະເຈົ້າເຊື່ອວ່າພຣະຄໍາພີ“ຖືກໃຫ້ໂດຍການດົນໃຈຂອງພຣະເຈົ້າ”

ພາສາກຣີກແປຄໍາວ່າ“ການດົນໃຈ” ແມ່ນ “ເທໂອນູໂຕສ” ໝາຍເຖິງ“ລົມຫາຍໃຈ ພຣະເຈົ້າ” ພຣະຄໍາພີບໍລິສຸດຖືກ“ຫາຍໃຈອອກໂດຍພຣະເຈົ້າ” ອັກຄະສາວົກເປໂຕບອກ ພວກເຮົາວ່າພວກຜູ້ຂຽນພຣະຄໍາພີ “ໄດ້ກ່າວຄໍາຕາມທີ່ພຣະວິນຍານບໍລິສຸດໄດ້ຊົງເຄື່ອນ ໄຫວເຂົາ”(2 ເປໂຕ 1:21) ພາສາກຣີກແປຄໍາວ່າ“ຂັບເຄື່ອນ”ແມ່ນມາຈາກຄໍາວ່າ“ເຟໂຣ” ແລະໝາຍເຖິງ“ແບກ” ຈາກ 2 ຕີໂມທຽວ 3:16 ແລະ 2 ເປໂຕ 1:21 ພວກເຮົາເຫັນ ວ່າພຣະວິນຍານບໍລິສຸດຊົງແບກຄວາມຄິດຂອງພວກນັກຂຽນຕາບໃດທີ່ພວກເຂົາຂຽນລົມ ຖ້ອຍຄໍາຫາຍໃຈຂອງພຣະເຈົ້າຂອງພຣະຄໍາພີລົງໄປ,ຕົວຢ່າງໃນເຢເຣມີ 1:9 ເວົ້າວ່າ:

“ພຣະເຈົ້າກ່າວກັບຂ້າພະເຈົ້າວ່າ ເບິ່ງແມ້ເຮົາເອົາຖ້ອຍຄໍາຂອງເຮົາໃສ່ ໃນປາກຂອງເຈົ້າ”(ເຢເຣມີ 1:9)

ພຣະເຢຊູເອງໄດ້ທໍານາຍລ່ວງໜ້າເຖິງການດົນໃຈຂອງພຣະຄໍາພີພັນທະສັນຍາໃໝ່ເມື່ອ ພຣະອົງຕັດວ່າ:

“ຟ້າແລະດິນຈະລ່ວງໄປ ແຕ່ຖ້ອຍຄໍາຂອງເຮົາຈະລ່ວງໄປກໍບໍ່ໄດ້ເລີຍ” (ມາລະໂກ 13:31)

ມັນບໍ່ແມ່ນຄວາມຄິດເຫັນຕ່າງໆໃນພຣະຄໍາພີທີ່ຖືກໃຫ້ໂດຍພຣະເຈົ້າ,ມັນບໍ່ແມ່ນຄວາມຄິດ ຕ່າງໆໃນພຣະຄໍາພີທີ່ຖືກໃຫ້ໂດຍພຣະເຈົ້າ, ມັນຄືຖ້ອຍຄໍາຕ່າງໆທີ່ພຣະເຈົ້າຫາຍໃຈອອກ ມາ! ມັນຄືຖ້ອຍຄໍາຕ່າງໆຂອງພຣະຄໍາພີທີ່ນໍາການພິພາກສາມາ“ເພາະພວກເຂົາກະບົດຕໍ່ ພຣະວັດຈະນະຂອງພຣະເຈົ້າ”(ເພງສັນລະເສີນ 107:11)

ກະສັດເຢໂຮຢາຄິມຄົນຊົ່ວຖາມບາຣຸກວ່າລາວເອົາໜັງສືເຢເຣມີມາຈາກໃສ,ບາຣຸກຕອບວ່າຜູ້ທໍານາຍ“ໄດ້ບອກຖ້ອຍຄໍາເຫຼົ່ານີ້ທັງສິ້ນແກ່ຂ້າພະເຈົ້າ…ແລະຂ້າພະເຈົ້າກໍຂຽນ ມັນໄວ້ດ້ວຍນໍ້າໝຶກໃນໜັງສືມ້ວນ”(ເຢເຣມີ 36:18), ຢ່າເຊື່ອໃຜກໍຕາມທີ່ບອກທ່ານວ່າ ຖ້ອຍຄໍາຕ່າງໆບໍ່ໄດ້ຮັບການດົນໃຈ! ທຸກໆຄໍາໃນພຣະຄໍາພີເດີມພາສາຮິບຣູແລະທຸກໆຄໍາ ໃນພຣະຄໍາພີໃໝ່ພາສາກຣີກ - ທຸກຖ້ອຍຄໍາໃນພຣະຄໍາພີ - ແມ່ນ“ລົມຫາຍໃຈພຣະເຈົ້າ” “ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ”(2 ຕີໂມທຽວ 3:16) ແລະໄດ້ນໍາ ເຮົາໄປສູ່ຈຸດຕໍ່ໄປ.

II. ສອງ ຂ້າພະເຈົ້າເຊື່ອວ່າພຣະຄໍາພີທຸກຕອນຖືກໃຫ້ໂດຍການດົນໃຈຂອງພຣະເຈົ້າ

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ…” (2 ຕີໂມທຽວ 3:16)

ນັ້ນໝາຍຄວາມວ່າທັງພາສາຮິບຣູ ແລະພາສາກຣີກທຸກຖ້ອຍຄໍາຂອງພຣະຄໍາພີຕັ້ງແຕ່ປະ ຖົມມະການຮອດພະນິມິດແມ່ນພຣະເຈົ້າຊົງດົນໃຈ,ຖ້ອຍຄໍາລົມຫາຍໃຈພຣະເຈົ້າ,ພວກນັກສຶກສາພຣະຄໍາພີເອີ້ນເລື່ອງນີ້ວ່າ“ການດົນໃຈດ້ານຖ້ອຍຄໍາທຸກໆຂໍ້ຂອງພຣະຄໍາພີ” “ຖ້ອຍ ຄໍາ”ໝາຍຄວາມວ່າຄໍາຕ່າງໆໄດ້ຮັບການດົນໃຈ,“ທຸກໆຂໍ້ໍ”ໝາຍເຖິງ“ທັງໝົດ”ພຣະຄໍາພີທັງ ເຫຼັ້ມຖືກດົນໃຈ,ຖືກໃຫ້ໂດຍການດົນໃຈ.

ດຣ.ດັບໂບຢູຄຣິສແວວສິດຍາພິບານຜູ້ຍິ່ງໃຫຍ່ຂອງຄຣິສຕະຈັກເຟີສແບັບຕິດແຫ່ງເມືອງດາລັສລັດເທັກຊັສໄດ້ກ່າວໄວ້ວ່າ:

“ມັນຄືທຸກຢ່າງທີ່ຢູ່ໃນຄວາມຮູ້ສຶກທັງໝົດ,ພຣະຄໍາພີທຸກຕອນຖືກດົນໃຈ, ທັງໝົດຄືລົມຫາຍໃຈພຣະເຈົ້າແລະມັນຄືຖ້ອຍຄໍາທີ່ຢູ່ໃນຄວາມຮູ້ສຶກທີ່ວ່າທຸກໆສ່ວນນ້ອຍໆແລະຈຸດເຄື່ອງໝາຍຂອງມັນໄດ້ຮັບການດົນໃຈ…”(W. A. Criswell, Ph.D., The Bible for Today’s World, Zondervan Publishing House, 1967 edition, p. 49)

ພຣະເຢຊູຕັດວ່າ “ເຖິງຟ້າແລະດິນຈະລ່ວງໄປ ແມ່ນແຕ່ອັກສອນໜື່ງຫຼືຈຸດໆໜື່ງກໍຈະບໍ່ສູນ ໄປຈາກພຣະລາຊະບັນຍັດ”(ມັດທາຍ 5:18)

“ສ່ວນນ້ອຍໆ”ແນ່ໃສ່ອັກສອນຮິບຣູທີ່ນ້ອຍທີ່ສຸດຊື່ງຄືກັບໝາຍຈຸດ,ເຄື່ອງໝາຍນ້ອຍໆ,“ຈຸດ ເຄື່ອງໝາຍ”ຄືຈຸດນ້ອຍໆທີ່ຢູ່ເທິງອັກສອນພາສາຮິບຣູ, ແມ່ນແຕ່ສໍານຽງນ້ອຍເຫຼົ່ານີ້ທີ່ຢູ່ໃນ ພຣະຄໍາພີພາສາຮິບຣູກໍຖືກໃສ່ໂດຍການດົນໃຈແບບເໜືອທໍາມະຊາດຂອງພຣະເຈົ້າຜູ້ຊົງ ລິດອໍານາດ.

ເມື່ອຂ້າພະເຈົ້າຖືພຣະຄໍາພີນີ້ໄວ້ໃນມືຂອງຂ້າພະເຈົ້າ,ຂ້າພະເຈົ້າກໍກໍາລັງຖືຊັບສົມ ບັດອັນຍິ່ງໃຫຍ່, ມັນຄືການແປຄໍາຕໍ່ຄໍາຂອງຖ້ອຍຄໍາລົມຫາຍໃຈຂອງພຣະເຈົ້າຂອງເຮົາ! ຂ້າພະເຈົ້າຖືຢູ່ໃນມືນີ້ຄືການແປຄໍາຕໍ່ຄໍາຂອງພຣະຄໍາຂອງພຣະເຈົ້າ!ຖ້າຂ້າພະເຈົ້າຢາກຈະຮູ້ວ່າພຣະເຈົ້າຊົງຄິດຫຍັງແດ່ກ່ຽວກັບເລື່ອງໜື່ງ,ຂ້າພະເຈົ້າບໍ່ໄດ້ຊອກຫາໃນສິ່ງທີ່ນັກປັດຊະ ຍາຄົນໜື່ງຄິດຫຼືນັກສຶກສາທາງໂລກຄິດ,ເມື່ອຂ້າພະເຈົ້າຢາກຈະຮູ້ໃນສິ່ງທີ່ພຣະເຈົ້າຄິດກ່ຽວກັບເລື່ອງໜື່ງຂ້າພະເຈົ້າຈະເປີດພຣະຄໍາພີຂອງຕົນແລ້ວອ່ານຖ້ອຍຄໍາດົນໃຈທີ່ພຣະເຈົ້າໄດ້ຊົງປະທານໃຫ້,ແລະຂ້າພະເຈົ້າຈະຕ້ອງບໍ່“ປີ້ນ”ຖ້ອຍຄໍາຕ່າງ, ຂ້າພະເຈົ້າຈະຕ້ອງນໍາ ໃຊ້ມັນໃນຄວາມໝາຍທີ່ຊັດເຈນ, ເມື່ອພຣະເຈົ້າເວົ້າເຖິງເລື່ອງຕົ້ນໄມ້ຕົ້ນໜື່ງພຣະອົງຊົງ ໝາຍເຖິງຕົ້ນໄມ້ຕົ້ນໜື່ງ,ເມື່ອພຣະອົງເວົ້າເຖິງເລື່ອງແທ່ນບູຊາແທ່ນໜື່ີງພຣະອົງຊົງໝາຍ ເຖິງແທ່ນບູຊາແທ່ນໜື່ງ.

ອັນນັ້ນແລະຄືສິ່ງທີ່ເຮັດໃຫ້ຂ້າພະເຈົ້າເສຍໃຈກ່ຽວກັບດຣ.ແມັກອາເທີ,ລາວມີຫຼາຍ ສິ່ງຫຼາຍຢ່າງທີ່ຈະເວົ້າ,ແຕ່ຫຼັງຈາກນັ້ນລາວເວົ້າວ່າ“ພຣະໂລຫິດຄືສິ່ງທີ່ຖືກໃຊ້ເພື່ອແທນຄໍາວ່າຄວາມຕາຍ” (The MacArthur Study Bible; note on Hebrews 9:14) ລາວເວົ້າເຖິງ ກ່ຽວກັບຖ້ອຍຄໍາ“ຍິ່ງກວ່ານັ້ນຈັກເທົ່າໃດພຣະໂລຫິດຂອງພຣະຄຣິດ…ຊໍາລະທ່ານໃຫ້ພົ້ນ ຈາກການກະທຳທີ່ຕາຍແລ້ວ”, ແຕ່ວ່ານັບຕັ້ງແຕ່ທີ່ຂ້າພະເຈົ້າໄດ້ເຊື່ອເລື່ອງການດົນໃຈດ້ານ ຖ້ອຍຄໍາຂອງພຣະຄໍາພີ,ຂ້າພະເຈົ້າກໍຮູ້ດີວ່າລາວເວົ້າບໍ່ຖືກ,ລາວເວົ້າວ່າ“ພຣະໂລຫິດ”ຂອງພຣະຄຣິດ“ເປັນຕົວແທນຂອງຄວາມຕາຍ”,ມັນຜິດແທ້! ຄວາມຕາຍຂອງພຣະຄຣິດບໍ່ໄດ້ຊໍາ ລະລ້າງຈິດສໍານຶກຂອງເຮົາ,ມີພຽງພຣະໂລຫິດຂອງພຣະຄຣິດເທົ່ານັ້ນທີ່ຊົງເຮັດແບບນັ້ນໄດ້ຄວາມຜິດພາດຂອງລາວໄດ້ສະແດງໃຫ້ເຫັນວ່າມັນມີຄວາມສໍາຄັນຫຼາຍທີ່ຈະຮູ້ວ່າທຸກຖ້ອຍຄໍາຂອງພຣະຄໍາພີຢູ່ຫັ້ນໂດຍການດົນໃຈ -ສົ່ງມາຈາກພຣະເຈົ້າທຸກໆສ່ວນນ້ອຍໆແລະຈຸດ ເຄື່ອງໝາຍ,ພາສາກຣີກໃນເຮັບເລີ 9:14 ຄືຄໍາວ່າ“ໄຮມາ“ໝາຍເຖິງ“ເລືອດ”ພວກເຮົາມີ ພາສາອັງກິດຄືຄໍາວ່າ“ເລືອດໄຫຼອອກບໍ່ຢຸດ”ຈາກພາສາກຣີກນີ້, “ໂລຫິດວິທະຍາ” ໃນດ້ານ ການຢາແນ່ໃສ່ການສຶກສາກ່ຽວກັບເລືອດ, ພາສາອັງກິດທັງສອງຄໍານີ້ມາຈາກພາສາກຣີກ ຄໍາວ່າ“ໄຮມາ”, ເລື່ອງນີ້ຊັດເຈນຊື່ງສະແດງໃຫ້ເຫັນວ່າດຣ.ແມັກອາເທີຜິດພາດຕອນທີ່ລາວ ເວົ້າວ່າ “ພຣະໂລຫິດຄືຄໍາທີ່ໃຊ້ແທນຄໍາວ່າຕາຍ”, ບໍ່ມີພາສາກຣີກໄຮມາໃດທີ່ໝາຍເຖິງ ເລືອດສາມາດໝາຍເຖິງ“ຄວາມຕາຍ”ໄດ້, ພາສາກຣີກຄໍາວ່າຄວາມຕາຍແມ່ນ“ຕານາໂຕສ” ຄໍາພາສາກຣີກໄດ້ເຂົ້າມາໃນພາສາອັງກິດຢູ່ໃນຄໍາວ່າ“ຢູຕານາເຊຍ” ຕານາສ່ວນຂອງພາ ສາອັງກິດມາຈາກຄໍາວ່າ“ຕານາໂຕສ”ໝາຍເຖິງຄວາມຕາຍ, “ຢູ”ໝາຍເຖິງ “ດີ”ໃນພາສາ ກຣີກ, ດັ່ງນັ້ນ“ຢູຕານາເຊຍ”ຄວາມຈິງແລ້ວໝາຍເຖິງ“ຄວາມຕາຍດີ”, ອັນນັ້ນແລະເປັນຫົນ ທາງທີ່ພວກເສລີເວົ້າເຖິງການຊ່ວຍເຫຼືອການຂ້າຕົວຕາຍ,ປະເດັ່ນກໍຄື- “ໄຮມາ”ໝາຍເຖິງ, ເລືອດ,“ຕານາໂຕສ”ໝາຍຄວາມຕາຍ, ແມັກອາເທີຜິດທີ່ເວົ້າວ່າ“ພຣະໂລຫິດເປັນຄໍາທີ່ໃຊ້ ແທນຄໍາວ່າຄວາມຕາຍ” ອັກຄະສາວົກເປົາໂລໝາຍເຖິງເລືອດ, ຖ້າລາວໝາຍເຖິງຄວາມ ຕາຍລາວໜ້າຈະໃຊ້ພາສາກຣີກຄໍາວ່າ“ຕານາໂຕສ” The Reformation Study Bible ກ່າວວ່າ “ບໍ່ມີວິທີແປກໆທີ່ບໍ່ຄໍານຶງເຖິງການສະແດງຄວາມຄິດເຫັນຂອງຜູ້ຂຽນດັ້ງເດີມໃນ ຄວາມໝາຍທີ່ເໝາະສົມໄດ້”(note on p. 844, “Understanding God’s Word”)ຂ້າພະເຈົ້າ ຄິດວ່າດຣ.ແມັກອາເທີຮຽນຮູ້ທີ່ຈະປ່ຽນແປງຄໍາວ່າ“ເລືອດ”ໄປເປັນ“ຄວາມຕາຍ” ຈາກພັນ ເອກອາ.ບີ.ທີມ,ຂ້າພະເຈົ້າຢູ່ທີ່ນັ້ນໃນຊ່ວງລະດູໃບໄມ້ລົ່ນໃນປີ 1961,ແລະເປັນພະຍານ ດ້ວຍຕາໄດ້, ຂ້າພະເຈົ້າໄດ້ເຫັນຈອນແມັກອາເທີທີ່ຍັງໜຸ່ມຊື່ງໄດ້ຂຽນຄໍານີ້ລົງໄປເປັນຫົວຂໍ້ ແລ້ວກ່າວແກ່ເຂົາວ່າ “ພຣະໂລຫິດຄືຄໍາທີ່ໃຊ້ເປັນຕົວແທນຂອງຄໍາວ່າຄວາມຕາຍ”, ແນ່ ນອນພວກນັກສຶກສາພຣະຄໍາພີຮູ້ດີວ່ານາຍພັນທີມເວົ້າຜິດໃນຈຸດນີ້,ນາຍພັນທີມເບິ່ງຄືວ່າມີຄວາມກຽດຊັງ,ບໍ່ມັກພຣະໂລຫິດຂອງພຣະຄຣິດ,ແລະຄວາມຜິດພາດຂອງລາວໄດ້ເຂົ້າມາ ຫາພວກເຮົາຜ່ານທາງດຣ.ແມັກອາເທີ, ພວກເຮົາຈະຕ້ອງບໍ່ປີ້ນພາສາກຣີກຄໍາໜື່ງໄປເປັນ ຄວາມໝາຍຢ່າງອື່ນ,ເພາະມັນໄດ້ປະຕິເສດວິທີການສະແດງຄວາມຄິດເຫັນຂອງຜູ້ຂຽນດັ້ງ ເດີມ(ຣິໂຟເມຊັນສະຕາດີໄບໂບເຫຼັ້ມດຽວກັນ)

ຂ້າພະເຈົ້າໄດ້ໃຊ້ບັນຫາຂອງແມັກອາເທີເພື່ອຍົກພາບປະກອບເຖິງສິ່ງທີ່ສໍາຄັນ ຂອງການດົນໃຈດ້ານຖ້ອຍຄໍາຂອງພຣະຄໍາພີ,ຄໍາສອນທີ່ວ່າພຣະເຈົ້າຊົງຫາຍໃຈອອກທຸກໆ ຖ້ອຍຄໍາຂອງພຣະຄໍາພີໃນພາສາຮິບຣູແລະພາສາກຣີກ.

ດຣ.ແຮໂຣລິນເຊວເປັນນັກສຶກສາພຣະຄໍາພີທີ່ິຍິ່ງໃຫຍ່ຄົນໜື່ງ ແລະເປັນຄົນປົກ ປ້ອງຄວາມບໍ່ຜິດພາດຂອງພຣະຄໍາພີທີ່ຍິ່ງໃຫຍ່ຄົນໜື່ງ,ໜັງສືຂອງລາວການຕໍ່ສູ້ເພື່ອພຣະ ຄໍາພີ ບໍ່ຕ້ອງສົງໄສເລີຍວ່າມັນຄືໜື່ງໃນໜັງສືທີ່ສໍາຄັນທີ່ສຸດໃນສະໄໝຂອງເຮົາ, ດຣ.ລິນ ເຊວ ໄດ້ກ່າວໄວ້ວ່າ“ການດົນໃຈກວມເອົາທຸກໆຄໍາຂອງພຣະຄໍາທີ່ຂຽນຂື້ນຂອງພຣະເຈົ້າ ແລະລວມເຖິງການຊົງນໍາຂອງພຣະວິນຍານບໍລິສຸດແມ່ນແຕ່ໃນການເລືອກຖ້ອຍຄໍາຕ່າງໆຂອງພຣະຄໍາພີ” (Harold Lindsell, Ph.D., The Battle for the Bible, Zondervan Publishing House, 1978 edition, p. 31; emphasis mine),ແນ່ນອນດຣ.ລິນເຊວໄດ້ແນ່ໃສ່ຄໍາພາສາຮິບຣູ ແລະພາສາກຣີກ,ເມື່ອລາວເວົ້າວ່າພຣະວິນຍານບໍລິສຸດຊົງນໍາພວກຜູ້ຂຽນພຣະຄໍາພີ “ແມ່ນ ແຕ່ໃນການເລືອກຖ້ອຍຄໍາຕ່າງໆຂອງພຣະຄໍາພີ”, ດຣ.ເຮັນຣີ່ເອັມ.ມໍຣິສ ໄດ້ກ່າວວ່າເປົາ ໂລໄດ້“ຢືນຢັນຢ່າງໜັກແໜ້ນເຫຼືອເກີນເຖິງເລື່ອງການດົນໃຈດ້ານຖ້ອຍຄໍາ”ຂອງຄໍາຕ່າງໆ ໃນພຣະຄໍາພີໃນໜັງສືກາລາເຕຍ 3:16, ລາວບອກວ່າເປົາໂລອີງໃສ່ການໂຕ້ແຍງຂອງ ລາວຢູ່ຫັ້ນວ່າ“ບໍ່ແມ່ນພຽງແຕ່ເປັນຄໍາດຽວແຕ່ເປັນຈົດໝາຍສະບັບໜື່ງ” ‘ເມັດພືດ’ແທນທີ່ ‘ເມັດພືດຕ່າງໆ” (Henry M. Morris, Ph.D., The Defender’s Study Bible, World Publishing, 1995 edition, p. 1296; note on Galatians 3:16; emphasis mine).

ຂ້າພະເຈົ້າເຫັນດ້ວຍຢ່າງເຕັມທີ່ກັບດຣ.ລິນເຊວແລະດຣ.ມໍຣິສ,ຂ້າພະເຈົ້າຮູ້ຈັກທັງສອງຄົນແລະພວກເຂົາກໍເວົ້າຖືກ, ນັ້ນແລະເປັນເຫດຜົນທີ່ຂ້າພະເຈົ້າເປັນຫ່ວງຫຼາຍຕໍ່ຄໍາ ເວົ້າຂອງດຣ.ແມັກອາເທີທີ່ວ່າ“ພຣະໂລຫິດເປັນຄໍາທີ່ໃຊ້ແທນຄໍາວ່າຄວາມຕາຍ” ພວກເຮົາ ຕ້ອງບໍ່ເຮັດແບບນັ້ນຖ້າພວກເຮົາຫາກເປັນຄົນທີ່ເຊື່ອແທ້ໆໃນການດົນໃຈດ້ານຖ້ອຍຄໍາຂອງ ພຣະຄໍາພີ, ພຣະເຈົ້າຊົງໃຊ້ວິທີໃນສິ່ງທີ່ພຣະອົງກ່າວໄວ້ໃນພຣະຄໍາພີ, ແລະທ່ານກໍສາ ມາດເຊື່ອຢ່າງເຕັມທີ່ໃນສິ່ງທີ່ພຣະຄໍາພີກ່າວໄວ້ໃນພຣະຄໍາພີພາສາຮິບຣູແລະພາສາກຣີກ, ພຣະເຢຊູຕັດວ່າ“ມະນຸດຈະບໍາລຸງຊີວິດດ້ວຍອາຫານຢ່າງດຽວກໍບໍ່ໄດ້ແຕ່ບໍາລຸງດ້ວຍພຣະ ວັດຈະນະທຸກຄໍາທີ່ອອກມາຈາກພຣະໂອດຂອງພຣະເຈົ້າ(ມັດທາຍ 4:4 ອ້າງອີງໂດຍພຣະ ຄຣິດຈາກໜັງສືພຣະລາຊະບັນຍັດ 8:3).

ເມື່ອພວກທ່ານອ່ານພຣະຄໍາພີພວກທ່ານສາມາດແນ່ໃຈວ່າທ່ານກໍາລັງອ່ານພຣະຄໍາຂອງພຣະເຈົ້າ, ເມື່ອທ່ານອ່ານພຣະຄໍາ“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິສເຈົ້າແລະທ່ານຈະ ລອດ”ທ່ານສາມາດວາງໃຈໃນສິ່ງທີ່ພຣະເຈົ້າກ່າວໄວ້ໃນກິດຈະການ 16:31, ເມື່ອໂຕຂອງ ທ່ານເອງໄດ້“ເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ” ທ່ານກໍຈະລອດຈາກຄວາມຜິດບາບຂອງ ທ່ານໂດຍພຣະບຸດຂອງພຣະເຈົ້າ, ເມື່ອທ່ານອ່ານຄໍາຕັດຂອງພຣະເຢຊູ “ຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖີ້ມຜູ້ນັ້ນເລີຍ” ທ່ານສາມາດແນ່ໃຈໄດ້ວ່າພຣະເຢຊູຈະບໍ່ຖີ້ມທ່ານໄປຈັກເທື່ອເມື່ອ ທ່ານມາຫາພຣະອົງ(ໂຢຮັນ 6:37), ເມື່ອທ່ານອ່ານຄໍາຕັດຂອງພຣະເຢຊູ“ບັນດາຜູ້ທີ່ເຮັດ ວຽກອິດເມື່ອຍແລະແບກພາລະໜັກຈົ່ງມາຫາເຮົາແລະເຮົາຈະໃຫ້ທ່ານທັງຫຼາຍຫາຍເມື່ອຍ ເປັນສຸກ”ທ່ານສາມາດແນ່ນອນໃຈວ່າເມື່ອທ່ານມາຫາພຣະເຢຊູພຣະອົງຈະຊົງປະທານການຢຸດເມື່ອຍໃຫ້ແກ່ທ່ານ(ມັດທາຍ 11:28), ເມື່ອທ່ານໄດ້ອ່ານຄໍາຕັດຂອງພຣະເຢຊູ“ເພາະ ວ່າພຣະເຈົ້າຊົງຮັກໂລກຈົນໄດ້ຊົງປະທານພຣະບຸດອົງດຽວຂອງພຣະອົງທີ່ບັງເກີດມາ ເພື່ອ ຜູ້ໃດທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ” ທ່ານສາມາດ ແນ່ໃຈໄດ້ວ່າທ່ານຈະບໍ່ຈິບຫາຍແຕ່ມີຊີວິດອັນຕະຫຼອດໄປເປັນນິດເມື່ອເຊື່ອໃນພຣະອົງ(ໂຢຮັນ 3:16), ເມື່ອທ່ານອ່ານຄໍາວ່າ “ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊໍາລະເຮົາທັງຫຼາຍໃຫ້ປາສະບາບທັງສິ້ນ” ທ່ານສາມາດແນ່ໃຈໄດ້ວ່າ“ພຣະໂລຫິດຂອງ ພຣະຄຣິດ”ຊົງສາມາດຊໍາລະທ່ານ“ໃຫ້ພົ້ນຈາກບາບທັງສິ້ນ” (1 ໂຢຮັນ 1:7)

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດ ໃນການສອນ ການຕັກເຕືອນວ່າກ່າວ ການປັບປຸງແກ້ໄຂຄົນໃຫ້ດີ ແລະ ການອົບຮົມໃນເລື່ອງຄວາມຊອບທໍາ ເພື່ອຄົນຂອງພຣະເຈົ້າຈະດີຮອບ ຄອບພຽບພ້ອມທີ່ຈະກະທໍາການດີທຸກຢ່າງ” (2 ຕີໂມທຽວ 3:16,17)

ຖ້າພວກທ່ານເຊື່ອວ່າຖ້ອຍຄໍາຕ່າງໆໃນພຣະຄໍາພີເຫຼົ່ານັ້ນເປັນຄວາມຈິງ,ແລ້ວເປັນຫຍັງຈື່ງບໍ່ເຊື່ອໃນພຣະອົງລະ? ແລະລອດຈາກຄວາມຜິດບາບຂອງທ່ານໂດຍພຣະອົງລະ? ຖ້າພວກທ່ານຫາກເຊື່ອໃນສິ່ງທີ່ພຣະເຈົ້າບອກ, ເຊີນມາແລະເຊື່ອວາງໃຈໃນພຣະບຸດຂອງ ພຣະອົງທີ່ຊົງຮັກທ່ານແລະຕາຍເຖິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກຄວາມບາບ, ຄວາມຕາຍ ແລະນາລົກ! ໃຫ້ເວົ້າຕາມຄໍາເວົ້າໃນເພງເກົ່າໆທີ່ວ່າ

ພຣະເຈົ້າຂ້າ ຂ້າກໍາລັງມາ
ມາຫາພຣະອົງດຽວນີ້
ຊົງລ້າງຂ້າ,ຊໍາລະຂ້າໃນພຣະໂລຫິດ
ທີ່ຫຼັ່ງລົງມາເທິງໄມ້ກາງແຂນ
   (“I Am Coming, Lord” by Lewis Hartsough, 1828-1919).

ເອແມນ. ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: 2 ຕີໂມທຽວ 3:12-17.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“I Know the Bible is True” (by Dr. B. B. McKinney, 1886-1952).

ໂຄງຮ່າງບົດເທດສະໜາ

ໜັງສືລົມຫາຍໃຈຂອງພຣະເຈົ້າ

THE GOD-BREATHED BOOK
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດ ໃນການສອນ ການຕັກເຕືອນວ່າກ່າວ ການປັບປຸງແກ້ໄຂຄົນໃຫ້ດີ ແລະ ການອົບຮົມໃນເລື່ອງຄວາມຊອບທໍາ ເພື່ອຄົນຂອງພຣະເຈົ້າຈະດີຮອບ ຄອບພຽບພ້ອມທີ່ຈະກະທໍາການດີທຸກຢ່າງ” (2 ຕີໂມທຽວ 3:16,17)

I. ໜື່ງ ຂ້າພະເຈົ້າເຊື່ອວ່າພຣະຄໍາພີ“ຖືກໃຫ້ໂດຍການດົນໃຈຂອງພຣະເຈົ້າ” 2 ເປໂຕ 1:21; ເຢເຣມີ 1:9; ມາລະໂກ 13:31; ເພງສັນລະເສີນ 107:11; ເຢເຣມີ 36:18.

II. ສອງ ຂ້າພະເຈົ້າເຊື່ອວ່າພຣະຄໍາພີທຸກຕອນຖືກໃຫ້ໂດຍການດົນໃຈຂອງພຣະເຈົ້າ ມັດທາຍ 5:18; 4:4; ກິດຈະການ 16:31; ໂຢຮັນ 6:37; ມັດທາຍ 11:28; ໂຢຮັນ 3:16; 1 ໂຢຮັນ 1:7.