Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍ້ຜິດພາດສະໄໝໃໝ່ຫົກຢ່າງກ່ຽວກັບການຟື້ນຟູ

(ຄໍາເທດສະໜາຕອນທີ່ 15 ເລື່ອງການຟື້ນຟູ)
SIX MODERN ERRORS ABOUT REVIVAL
(SERMON NUMBER 15 ON REVIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 16/11/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, November 16, 2014


ຫົວຂໍ້ບົດເທດສະໜາຂອງຂ້າພະເຈົ້າໃນຄືນນີ້ກໍຄື “ຂໍ້ຜິດພາດສະໄໝໃໝ່ຫົກຢ່າງ ກ່ຽວກັບການຟື້ນຟູ” ຕອນທໍາອິດຂ້າພະເຈົ້າສົນໃຈໃນການຟື້ນຟູຍ້ອນກັບໄປໃນປີ 1961 ຂ້າພະເຈົ້າໄດ້ຊື້ປື້ມນ້ອຍເຫຼັ້ມໜື່ງຮ້ານຂາຍປື້ມໄບໂອລາກ່ຽວກັບການຟື້ນຕື່ນຂື້ນອັນຍິ່ງ ໃຫຍ່ຄັ້ງທີ່ໜື່ງ,ມັນມີການເອົາອອກມາຈາກໜັງສືຂອງຈອນເວສລີແລະຖືກພິມໂດຍໂຮງພິມມູດີ, ຂ້າພະເຈົ້າໃຊ້ເວລາຄິດເຖິງເລື່ອງການຟື້ນຟູແລະໄດ້ອະທິຖານເພື່ອເລື່ອງນີ້ເປັນເວລາ ຫຼາຍກວ່າຫ້າສິບສາມປີມາແລ້ວ, ມັນເປັນສິດທິພິເສດຂອງຂ້າພະເຈົ້າທີ່ໄດ້ປະສົບກັບ ການຟື້ນຟູທີ່ຜິດປົກກະຕິຢູ່ໃນຄຮິສຕະຈັກແບັບຕິດຫຼາຍແຫ່ງ, ການປະຊຸມເຫຼົ່ານີ້ບໍ່ແມ່ນ ຂອງພວກຂ່າວປະເສີດຫຼືການປະຊຸມຂອງພວກ“ຕາຣິສເມຕິກ” ພວກມັນຄືປະເພດຂອງ ການຟື້ນຟູທີ່ພວກເຮົາໄດ້ອ່ານໃນໜັງສືຕ່າງໆຂອງປະຫວັດສາດຄຣິສຕຽນ, ຂ້າພະເຈົ້າຍັງ ໄດ້ເຫັນພຣະເຈົ້າສົ່ງການຟື້ນຟູມາໃນຊ່ວງ“ກະແສພຣະເຢຊູ”ຂອງທ້າຍປີ 1960 ແລະຕົ້ນ ປີ 1970.

ຫຼັງຈາກຫ້າສິບສາມປີແຫ່ງການອ່ານແລະການຄິດກ່ຽວກັບຫົວຂໍ້ນີ້,ຂ້າພະເຈົ້າບໍ່ໄດ້ພິຈາລະນາຕົນເອງວ່າເປັນຜູ້ມີສິດອໍານາດໃນເລື່ອງການຟື້ນຟູ, ຂ້າພະເຈົ້າພຽງແຕ່ເລີ່ມທີ່ ຈະເຂົ້າໃຈເຖິງຄວາມຈິງທີ່ສໍາຄັນບາງຢ່າງທີ່ກ່ຽວຂ້ອງກັບການຟື້ນຟູ.

ຂ້າພະເຈົ້າໄດ້ເຮັດຜິດກ່ຽວກັບການຟື້ນຟູໃນອະດີດ,ປະມານສອງສາມປີທີ່ຂ້າພະ ເຈົ້າໄດ້ຫຼົງທາງຜິດໂດຍງານຂຽນຂອງຊາລສ໌ຈີ.ຟິນນີ່,ແມ່ນແຕ່ຕອນນີ້ຂ້າພະເຈົ້າກໍຍັງບໍ່ແນ່ ໃຈວ່າຕົນເອງເຂົ້າໃຈເລື່ອງນີ້ດີຄົບຖ້ວນບໍ.

“ເພາະວ່າດຽວນີ້ເຮົາເຫັນມົວໆເໝືອນເບິ່ງໃນແວ່ນແຍງ” (1ໂກລິນໂທ 13:12)

ແຕ່ໃນຄືນນີ້ຂ້າພະເຈົ້າຈະຂໍເອົາຂໍ້ຜິດພາດຫົກຢ່າງກ່ຽວກັບການຟື້ນຟູໃຫ້ກັບພວກ ທ່ານ,ເປັນສິ່ງທີ່ຂ້າພະເຈົ້າເຕີຍປະຕິເສດມາ, ຂ້າພະເຈົ້າຫວັງວ່າປະເດັ່ນເຫຼົ່ານີ້ຈະຊ່ວຍ ພວກທ່ານໃນເວລາທີ່ທ່ານອະທິຖານເພື່ອໃຫ້ພຣະເຈົ້າສົ່ງການຟື້ນຟູມາໃນຄຣິສຕະຈັກຂອງພວກເຮົາ.

I. ໜື່ງ ຂໍ້ຜິດພາດທີ່ວ່າບໍ່ສາມາດມີການຟື້ນຟູໃນປະຈຸບັນນີ້ໄດ້.

ຂ້າພະເຈົ້າຈະບໍ່ໃຊ້ເວລາຫຼາຍກັບເລື່ອງນີ້, ແຕ່ຂ້າພະເຈົ້າຕ້ອງຂໍເວົ້າເຖິງມັນເພາະ ມີຫຼາຍຄົນທີ່ເຊື່ອເລື່ອງນີ້ຶ, ພວກເຂົາເວົ້າແບບນີ້ວ່າ “ວັນແຫ່ງການຟື້ນຟູໃຫຍ່ໄດ້ຜ່ານໄປ ແລ້ວ, ພວກເຮົາຢູ່ໃນຍຸກສຸດທ້າຍ, ບໍ່ມີການຟື້ນຟູອີກຕໍ່ໄປແລ້ວ” ນີ້ຄືຄວາມຄິດທົ່ວໆໄປ ໃນຖ້າມກາງຄຣິສຕຽນຫຼາຍຄົນທີ່ເຊື່ອພຣະຄໍາພີໃນປະຈຸບັນນີ້.

ແຕ່ຂ້າພະເຈົ້າເຊື່ອວ່ານີ້ແມ່ນຄວາມຜິດພາດດ້ວຍເຫດຜົນສາມປະການ:

(1) ພຣະຄໍາພີກ່າວວ່າ “ພຣະສັນຍານັ້ນຕົກແກ່ທ່ານທັງຫຼາຍກັບລູກຫຼານຂອງ ທ່ານ ແລະແກ່ຄົນທັງຫຼາຍທີ່ຢູ່ໄກ ຕືທຸກຄົນທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າ ຂອງເຮົາຊົງເອີ້ນມາເຝົ້າພຣະອົງ” (ກິດຈະການ 2:39), ອັກຄະສາວົກ ເປໂຕໄດ້ເວົ້າເຖິງກ່ຽວກັບການຟື້ນຟູອັນຍິ່ງໃຫຍ່ໃນວັນເພັນເທດສະເຕວ່າ ຈະມີການຖອກເທລົງມາຂອງພຣະວິນຍານຂອງພຣະເຈົ້າຈົນສີ້ນສຸດຍຸກນີ້

(2) ການຟື້ນຟູທີ່ຍິ່ງໃຫຍ່ທີ່ສຸດຈະມາເຖິງໃນກາງຍຸກເຈັດປີພາຍໃຕ້ຜູ້ທໍລະຍົດ ຕໍ່ພຣະຄຣິດໃນຍຸກສຸດທ້າຍນີ້(ອ້າງອີງຈາກພະນິມິດ 7:1-14)

(3) ການຟື້ນຟູທີ່ໃຫຍ່ທີ່ສຸດທັງໝົດໃນປະຫວັດສາດອັນແສນຍາວໄກກໍາລັງ ເກີດໃນຕອນນີ້, ໃນຄືນນີ້ ໃນສາທາລະນະລັດປະຊາຊົນຈີນແລະປະ ເທດອື່ນອີກໃນໂລກທີ່ສາມ, ການຟື້ນຟູທີ່ໃຫຍ່ທີ່ສຸດແຫ່ງສະໄໝໃໝ່ກໍາລັງ ເກີດຂື້ນໃນຕອນນີ້!


ມັນຄືຄວາມຜິດພາດທີ່ຮ້າງແຮງທີ່ຈະຄິດວ່າບໍ່ສາມາດມີການຟື້ນຟູໃນປະຈຸບັນນີ້ໄດ້

II. ສອງ ຄວາມຜິດພາດທີ່ວ່າການຟື້ນຟູຂື້ນກັບຜົນການປະກາດຂ່າວປະເສີດຂອງເຮົາ

ອັນນີ້ແມ່ນຂໍ້ຜິດພາດທົ່ວໆໄປຢູ່ຖ້າມກາງພວກແບັບຕິດໃຕ້ແລະພວກອື່ນໆອີກ, ຄວາມນີ້ໄດ້ຄັດກອງລົງມາສູ່ພວກເຂົາຈາກຊາລສ໌ຈີ.ຟິນນີ່, ຟິນນີ່ໄດ້ກ່າວວ່າ “ການຟື້ນຟູ ຄືຜົນທາງທໍມະຊາດແຫ່ງການໃຊ້ວິທີທີ່ເໝາະສົມ ໃນທາງການເກັບກ່ຽວຄືການໃຊ້ວິທີທີ່ ເໝາະສົມ” (C. G. Finney, Lectures on Revival, Revell, n.d., p. 5). ຄຣິສຕະຈັກ ຫຼາຍແຫ່ງຍັງຄົງໂຄສະໜາ“ການຟື້ນຟູອັນໜື່ງ”ທີ່ຈະເລີ່ມໃນວັນທີ່ແນ່ນອນ - ແລະສິ້ນສຸດ ໃນວັນທີ່ແນ່ນອນ! ນີ້ຄືລັດທິຟີ້ນນີ່ທີ່ບໍລິສຸດ! ການຟື້ນຟູບໍ່ໄດ້ຂື້ນກັບການປະກາດຂ່າວປະ ເສີດແລະຄວາມພະຍາຍາມການເປັນພະຍານຂອງພວກເຮົາ!

ໃຫ້ເຮົາຟັງກິດຈະການ 13:48-49:

“ຝ່າຍຄົນຕ່າງຊາດເມື່ອໄດຍິນຢ່າງນັ້ນກໍມີຄວາມຍິນດີ ແລະສັນລະເສີນ ພຣະວັດຈະນະຂອງອົງພຣະຜູ້ເປັນເຈົ້າ ແລະຄົນທັງຫຼາຍທີ່ຊົງໝາຍໄວ້ ແລ້ວເພື່ອຈະໄດ້ຊີວິດນິລັນກໍໄດ້ເຊື່ອຖື ແລະພຣະວັດຈະນະຂອງອົງພຣະ ຜູ້ເປັນເຈົ້າຈື່ງແພ່ໄປຕະຫຼອດທົ່ວເຂດແດນນັ້ນ”

ຂ້າພະເຈົ້າຄິດວ່າພຣະຄໍາພີສອງຂໍ້ນີ້ໄດ້ທໍາລາຍຄວາມຄິດທີ່ວ່າການຟື້ນຟູຂື້ນກັບຄວາມພະຍາຍາມປະກາດຂ່າວປະເສີດຂອງພວກເຮົາ, ເຖິງແມ່ນວ່າຂ່າວປະເສີດ“ຈື່ງແພ່ໄປຕະຫຼອດ ທົ່ວເຂດແດນນັ້ນ” ມີພຽງແຕ່ຄົນເຫຼົ່ານັ້ນທີ່ຖືກ “ໝາຍໄວ້ແລ້ວເພື່ອຈະໄດ້ຊີວິດນິລັນກໍໄດ້ ເຊື່ອຖື”

ແມ່ນ, ພວກເຮົາຖືກບອກໃຫ້“ປະກາດຂ່າວປະເສີດແກ່ມະນຸດທຸກຄົນ”(ມາລະໂກ 16:15)-ແຕ່ບໍ່ແມ່ນມະນຸດທຸກຄົນຈະເຊື່ອ! ໃນເວລາແຫ່ງການຟື້ນຟູຈະມີຄົນເຊື່ອເພີ່ມຂື້ນ ຫຼາຍກວ່າເວລາໃດໆ-ແຕ່ມັນຄ່ອນຂ້າງຊັດເຈນແລ້ວວ່າການຟື້ນຟູບໍ່ໄດ້ຂື້ນກັບຄວາມພະຍາ ຍາມການປະກາດຂ່າວປະເສີດຂອງພວກເຮົາພຽງຢ່າງດຽວ.

III. ສາມ ຄວາມຜິດພາດທີ່ວ່າການຟື້ນຟູຂື້ນກັບການອຸທິດຕົວຂອງຄຣິສຕຽນ.

ຂ້າພະເຈົ້າຮູ້ດີວ່າມີຫຼາຍຄົນອ້າງໜັງສື 2 ພົງສະວະດານ 7:14 ແຕ່ມັນເບິ່ງຄື ແປກໆວ່າພວກເຂົາບໍ່ໄດ້ອ້າງຂໍ້ພຣະຄໍາພີໃໝ່ເພື່ອສະໜັບສະໜູນທິດສະດີຂອງພວກເຂົາທີ່ວ່າການຟື້ນຟູຂື້ນກັບພວກຄຣິສຕຽນ“ທີ່ຈະເຮັດໃຫ້ຖືກຕ້ອງກັບພຣະເຈົ້າ”, ເປັນຫຍັງພຣະ ຄໍາພີຂໍ້ນີ້ທີ່ໃຫ້ໂດຍຊາໂລມອນຖືກໃຊ້ໃນຖານະເປັນຂໍ້ທີ່ມີຊື່ສຽງສໍາຫຼັບການຟື້ນຟູໃນຄຣິສ ຕະຈັກພັນທະສັນຍາໃຫມ່? ຂ້າພະເຈົ້າບໍ່ເຫັນວ່າມີເຫດຜົນໃດຫຼາຍກວ່າທີ່ນັກເທດຄົນໜື່ງ ທີ່ຈະສົ່ງເຮືອຈາກຄຣິສຕະຈັກຂອງເຂົາ“ເພື່ອນໍາເອົາ,ເງີນ,ງາຊ້າງ,ລີງແລະນົກຍູງມາ”ຄືກັບທີ່ຊາໂລມອນເຮັດໃນ 2 ພົງສະວະດານ 9:21 ອີກສອງບົດຕໍ່ມາ.

ອຽນເອັຊ.ເມີເຣໄດ້ກ່າວເຖິງ 2 ພົງສາວະດານ 7:14 ວ່າ“ສິ່ງທໍາອິດທີ່ຈະເວົ້າກໍຄື ແນ່ນອນວ່າສິ່ງທີ່ເປັນສັນຍາບໍ່ແມ່ນການຟື້ນຟູ[ພັນທະສັນຍາໃຫມ່], ເພື່ອທີ່ຄໍາສັນຍາຈະ ຕ້ອງໄດ້ຮັບຄວາມເຂົ້າໃຈໃນກໍລະນີທໍາອິດໃນຄວາມສໍາພັນຕໍ່ຊ່ວງເວລາທີ່ຖືກປະທານໃຫ້, ມັນຄືຂອງອິສຣາເອນພັນທະສັນຍາເດີມແລະການຮັກສາແຜ່ນດິນໃຫ້ຫາຍຊື່ງເວົ້າເຖິງທີ່ນີ້” (ເຫຼັ້ມດຽວກັນໜ້າ 13)ຄວາມຄິດທີ່ວ່າການຟື້ນຟູຂື້ນກັບການອຸທິດຊີວິດຂອງພວກຄຣິສ ຕຽນແມ່ນມາຈາກຟີນນີ່. ມີເທື່ອໜື່ງທີ່ວິນສຕັນເຊີດຊີວໄດ້ຂຽນຈົດໝາຍໄປຫາຫຼານຊາຍຂອງລາວບອກໃຫ້ ລາວສຶກສາເລື່ອງປະຫວັດສາດເພາະວ່າປະຫວັດສາດຈະມອບວິທີທີ່ດີທີ່ສຸດສໍາຫຼັບການ ຄາດເດົາກ່ຽວກັບອະນາຄົດ,ຕາມສຸພາສິດຂອງເຊີດຊີວ“ສຶກສາເລື່ອງປະຫວັດສາດ ”ພວກ ເຮົາພົບວ່າຄວາມຄິດເລື່ອງການຟື້ນຟູຂື້ນກັບ“ການອຸທິດຊີວິດຢ່າງເຕັມລົ້ນ”ຂອງພວກຄຣິສຕຽນບໍ່ແມ່ນຄວາມຈິງ, ຜູ້ທໍານາຍໂຢນາບໍ່ໄດ້ອຸທິດຊີວິດຢ່າງເຕັມທີ່ຕໍ່ພຣະເຈົ້າ, ອ່ານບົດ ສຸດທ້າຍຂອງໜັງສືໂຢນາແລ້ວພວກທ່ານຈະເຫັນຈຸດອ່ອນແລະການຂາດຄວາມເຊື່ອຂອງ ໂຢນາ, ບໍ່ແມ່ນ ການຟື້ນຟູທີ່ໃຫຍາທີ່ສຸດຖ້າມກາງພວກຕ່າງຊາດໃນພັນທະສັນຍາເດີມ ບໍ່ໄດ້ຂື້ນກັບ“ການອຸທິດຢ່າງຄົບຖ້ວນ”ຫຼື“ສົມບູນແບບ”ຂອງຜູ້ທໍານາຍ, ຈອນຄາລວິນເປັນ ດ້ອຍກວ່າຄົນທີ່ສົມບູນແບບ,ລາວໄດ້ເຜົາຊາຍຄົນໜື່ງໃສ່ຫຼັກໃນຂໍ້ຫາອອກນອນລູ່ນອກທາງ-ຍາກທີ່ຈະສະແດງໃຫ້ເຫັນເຖິງທັດສະນະຄະຕິພັນທະສັນຍາໃຫມ່! ພຣະເຈົ້າຊົງສົ່ງການ ຟື້ນຟູອັນຍິ່ງໃຫຍ່ພາຍໃຕ້ການຮັບໃຊ້ແລະງານຂຽນຕ່າງໆຂອງລາວ, ລູເທີມີອາລົມທີ່ຊົ່ວ ຮ້າຍຫຼາຍເທື່ອແລະມີເທື່ອໜື່ງທີ່ລາວເວົ້າວ່າໂຮງທໍາຂອງພວກຢິວຄວນຖືກເຜົາ, ເຖິງແມ່ນ ວ່າຫຼາຍເທື່ອທີ່ຄວາມເຈັບແສບ,ຄວາມບາບແລະການຕໍ່ຕ້ານພວກຢິວຂອງລູເທີພຣະເຈົ້າກໍ ຍັງສົ່ງການຟື້ນຟູມາພາຍໃຕ້ການຮັບໃຊ້ຂອງລາວ, ພວກເຮົາໃຫ້ອະໄພຄາວິນກັບລູເທີ ເພາະພວກເຮົາເຂົ້າໃຈວ່າພວກເຂົາເປັນຄົນແຫ່ງສະໄໝກາງຄືລະຫວ່າງຄ.ສ 1100-1500 ຊື່ງຍັງຄົງໄດ້ຮັບອິດທິພົນຈາກລັດທິຄາທໍລິກ,ເຖິງແມ່ນວ່າພວກເຂົາຈະມີຈຸດອ່ອນພຣະເຈົ້າກໍຍັງສົ່ງການປະຕິຮູບການຟື້ນຟູອັນຍິ່ງໃຫຍ່ມາພາຍໃຕ້ການຮັບໃຊ້ຂອງພວກເຂົາ,ວິດຟິວ ບາງເທື່ອກໍເຮັດຜິດພາດດ້ວຍການ“ສ້າງຄວາມປະທັບໃຈພາຍໃນ” ວ່າຄວາມຄິດຜິດຂອງ ລາວເປັນມາຈາກພຣະເຈົ້າ, ເວສລີຫັນໄປຂໍຄວາມຊ່ວຍເຫຼືອການແກວ່ງຫຼາຍເທື່ອ(ໝາກ ກະລ໋ອກເພື່ອກໍານົດນໍ້າພຣະໄທຂອງພຣະເຈົ້າ,ແມ່ນວິດຟິວ,ເວສລີ,ລູເທີແລະຕາວິນໄດ້ເຫັນການຟື້ນຟູອັນຍິ່ງໃຫຍ່ໃຝນການຮັບໃຊ້ຂອງພວກເຂົາ.

ພວກເຮົາເຫັນຈາກຕົວຢ່າງເຫຼົ່ານີ້ໃນປະຫວັດສາດວ່າຄົນທີ່ບໍ່ສົມບູນແບບ,ບາງເທື່ອກໍບໍ່ບໍລິສຸດຫຼືອຸທິດໃນແບບທີ່ຄວນຈະເປັນກໍຖືກໃຊ້ຢ່າງໜ້າອັດສະຈັນໂດຍພຣະເຈົ້າໃນຊ່ວງເວລາແຫ່ງການຟື້ນຟູໄດ້, ພວກເຮົາຕ້ອງສະຫຼຸບວ່າຟິນນີ່ກັບຜູ້ຕິດຕາມຂອງລາວຜິດເມື່ອ ພວກເຂົາເວົ້າວ່າການຟື້ນຟູຂື້ນກັບພວກຄຣິສຕຽນທີ່ອຸທິດຊີວິດຢ່າງເຕັມທີ່, ອັກຄະສາວົກ ເປົາໂລບອກພວກເຮົາວ່າ:

“ແຕ່ວ່າເຮົາມີຊັບສົມບັດນີ້ຢູ່ໃນພາຊະນະດິນ ເພື່ອໃຫ້ເຫັນວ່າລິດເດດອັນເລີດນັ້ນເປັນຂອງພຣະເຈົ້າ ບໍ່ໄດ້ມາຈາກຕົວເຮົາເອງ” (2 ໂກລິນໂທ 4: 7)

ຂ້າພະເຈົ້າຈະຂໍຈົບປະເດັ່ນນີ້ໂດຍການອ້າງອີງບົດເທດຂອງສະເຕເຟັນຕໍ່ພວກສານຊານເຮດຣິນ,ພວກເຮົາຖືກບອກແບບເຈາະຈົງວ່າສະເຕເຟັນ“ເຕັມໄປດ້ວຍຄວາມເຊື່ອແລະລິດເດດຈື່ງເຮັດການມະຫັດສະຈັນແລະການອັດສະຈັນໃຫຍ່ຖ້າມປະຊາຊົນ”(ກິດຈະການ 6:8) ຢ່າງໃດກໍຕາມສະເຕເຟັນກໍຍັງບໍ່ເຫັນການຟື້ນຟູທີ່ມາຈາກຄໍາເທດສະໜາຂອງຕົນ, ລາວພັດຖືກແກ່ວງຫີນໃສ່ຈົນຕາຍແທນ, ລາວເປັນຄົນໜື່ງທີ່ບໍລິສຸດແລະຊອບທໍາແຕ່ສິ່ງນີ້ ກໍບໍ່ໄດ້ເຮັດໃຫ້ເກີດການຟື້ນຟູແບບອັດຕະໂນມັດຂື້ນໃນການຮັບໃຊ້ຂອງລາວເລີຍ, ພວກ ເຮົາສາມາດອັດອາຫານແລະອະທິຖານແລະກາຍເປັນຄຣິສຕຽນທີ່ອັດສະຈັນແທ້ຈິງໄດ້ແຕ່ ສິ່ງນີ້ຈະບໍ່ບັງຄັບພຣະເຈົ້າໃຫ້ສົ່ງການຟື້ນຟູມາຢ່າງເດັດຂາດ, ເປັນຫຍັງ? ອັກຄະສາວົກ ເປົາໂລໄດ້ໃຫ້ຄໍາຕອບໄວ້ວ່າ:

“ເພາະສະນັ້ນ ຄົົນທີ່ປູກແລະຄົົນທີ່ຮົດນ້ຳບໍ່ສຳຄັນອັນໃດ ແຕ່ພຣະເຈົ້າຜູ້ຊົງໂຜດໃຫ້ເຕີບໃຫຍ່ນັ້ນຕ່າງຫາກທີ່ສຳຄັນ” (1 ໂກລິນໂທ 3:7)

ແມ່ນ, ພວກເຮົາຄວນຈະອະທິຖານຢ່າງສະໝໍ່າສະເໝີແລະບາງເທື່ອກໍອົດອາຫານເພື່ອ ການຟື້ນຟູໃນເວລາດຽວກັນໄດ້,ຈົ່ງຈື່ໄວ້ສະເໝີວ່າ“ແຕ່ພຣະເຈົ້າ...ຊົງໂຜດໃຫ້ເຕີບໃຫຍ່ຂື້ນ”(1 ໂກລິນໂທ 3:7) ມັນເປັນລິດອໍານາດອະທິປະໄຕຂອງພຣະເຈົ້າພຽງອົງດຽວທີ່ເຮັດໃຫ້ ເກີດການຟື້ນຟູທີ່ແທ້ຈິງໄດ້!

IV. ສີ່ ຄວາມຜິດພາດທີ່ວ່າການຟື້ນຟູຄືສະພາບປົກກະຕິທີ່ພວກເຮົາຄວນຄາດ ຫວັງໃນຄຣິສຕະຈັກຂອງເຮົາ.

ພຣະວິນຍານບໍລິສຸດຖືກຖອກລົງມາເທິງພວກອັກຄະສາວົກໃນວັນເພັນເທດສະເຕ,ພວກເຂົາຈື່ງໄດ້ເທດສະໜາຕໍ່ຜູ້ຄົນດ້ວຍພາສາຕ່າງໆຂອງເຂົາເຈົ້າເອງແລະມີສາມພັນຄົນ ໄດ້ກັບໃຈໃໝ່ໃນການຟື້ນຟູທີ່ຊົງລິດນີ້ຊື່ງຖືກບັນທຶກໄວ້ໃນກິດຈະການບົດທີ່ສອງ, ແຕ່ເຮົາ ພົບວ່າພວກເຂົາຈໍາເປັນຕ້ອງໄດ້ຮັບການປະກອບດ້ວຍພຣະວິນຍານບໍລິສຸດອີກເທື່ອໜື່ງດັ່ງທີ່ໄດ້ບັນທຶກໄວ້ໃນກິດຈະການ 4:31:

“ເມື່ອເຂົາອະທິຖານແລ້ວ ທີ່ຊຶ່ງເຂົາປະຊຸມຢູ່ນັ້ນໄດ້ຫວັ່ນໄຫວ ແລະຄົນເຫລົ່ານັ້ນປະກອບດ້ວຍພຣະວິນຍານບໍລິສຸດ ໄດ້ກ່າວພຣະວັດຈະນະຂອງພຣະເຈົ້າດ້ວຍໃຈກ້າຫານ”(ກິດຈະການ 4:31)

ຂໍ້ນີ້ສະແດງໃຫ້ເຮົາເຫັນວ່າມີລະດູການແຫ່ງການຟື້ນຟູຢູ່ໃນຄຣິສຕະຈັກຍຸກແລກໆ,ເວລາທີ່ຜິດປົກກະຕິຂອງການຟື້ນຟູ, ແຕ່ກໍມີຊ່ວງອື່ນໆເມື່ອວຽກຂອງຄຣິສຕະຈັກຕ່າງໆດໍາ ເນີນຕໍ່ໄປໃນແບບປົກກະຕິມື້ຕໍ່ມື້, ຂ້າພະເຈົ້າຄິດວ່ານີ້ແມ່ນສິ່ງທີ່ອາຈານເປົາໂລໝາຍເຖິງ ຕອນທີ່ລາວກ່າວວ່າ“ທັງເວລາທີ່ມີໂອກາດແລະບໍ່ມີໂອກາດ”(2 ຕີໂມທຽວ 4:2) ນີ້ໝາຍ ຄວາມວ່າພວກເຮົາຄວນຈະສືບຕໍ່ປະກາດ, ອະທິຖານແລະເປັນພະຍານເຖິງແມ່ນວ່າຈະມີ ການຟື້ນຟູຫຼືບໍມີກໍຕາມ,ພຣະຄຣິດຊົງເອີ້ນພວກເຮົາໃຫ້ເຊື່ອຟັງພຣະບັນຊາອັນຍິ່ງໃຫຍ່ຂອງພຣະອົງ(ມັດທາຍ 28:19-20) ແລະ“ປະກາດຂ່າວປະເສີດແກ່ມະນຸດທຸກຄົນ”(ມາລະໂກ 16:15)ບໍ່ວ່າຈະມີການຟື້ນຟູຫຼືບໍ່ມີກໍຕາມ! ບາງຄົນຈະໄດ້ຮັບຄວາມລອດແມ່ນແຕ່ຕອນທີ່ ບໍ່ມີການເຄື່ອນໄຫວທີ່ຜິດປົກກະຕິຂອງພຣະເຈົ້າກໍຕາມ.

ຖ້າພວກເຮົາຫາກຄິດວ່າການຟື້ນຟູຄືຫົນທາງປົກກະຕິທີ່ພຣະເຈົ້າຊົງເຮັດວຽກ,ພວກເຮົາກໍຈະເກີດຄວາມທໍ້ຖອຍ, ອຽນເອັຊ.ເມີເຣໄດ້ກ່າວວ່າ:

ມັນຢູ່ເໜືອປະເດັ່ນນີ້ທີ່ຈອຊວິດຟິວຕ້ອງເຕືອນເພື່ອນຂອງລາວຊື່ວິລລ່ຽມ ແມັກຄູລອຊບາດຫຼວງແຫ່ງແຄມບັສແລງ(ປະເທດສະກັອດແລນ), ໃນປີ 1749 ແມັກຄູລອຊເກີດຄວາມທໍ້ຖອຍເພາະລາວບໍ່ເຫັນວ່າພວກເຂົາໄດ້ ເປັນພະຍານໃນການຟື້ນຕື່ນຂື້ນແຫ່ງປີ 1742 ອີກຕໍ່ໄປ,ຄວາມຮັບຜິດ ຊອບຂອງວິດຟິວກໍຄືເພື່ອເຕືອນສະຕິລາວວ່າປີ 1742 ບໍ່ແມ່ນບັນທັດຖານ ຂອງຄຣິສຕະຈັກ “ຂ້ອຍຈະມີຄວາມຍິນດີທີ່ໄດ້ເລື່ອງ[ອື່ນອີກ]ການຟື້ນຟູຢູ່ ທີ່ແຄມບັສແລງ, ແຕ່ທ່ານ ພວກທ່ານໄດ້ເຫັນສິ່ງຕ່າງໆໃນແບບທີ່ຄ່ອນ ຂ້າງຢູ່ເທິງຄັ້ງໜື່ງ[ຫຼາຍກວ່າເທື່ອໜື່ງ]ໃນສະຕະວັດໜື່ງ” ມາຕິນລອຍ-ໂຈນອ້າງອີງຕົວຢ່າງທີ່ຄ້າຍຄືກັນໃນກໍລະນີຂອງການການຮັບໃຊ້ຂອງຄົນ ເວວຜູ້ຊື່ງ“ການຮັບໃຊ້ທັງໝົດໄດ້ຮັບຄວາມເສຍຫາຍ”ໂດຍການແນມກັບ ໄປຂອງລາວຫາສິ່ງທີ່ລາວເຄີຍເຫັນແລະປະສົບການໃນການຟື້ນຟູຂອງປີ 1904 “ຕອນທີ່ການຟື້ນຟູໄດ້ສິ້ນສຸດລົງ…ລາວຍັງຄົງຄາດຫວັງຄວາມຜິດ ປົກກະຕິຢູ່ແລະມັນບໍ່ໄດ້ເກີດຂື້ນ,ດັ່ງນັ້ນລາວຈື່ງເກີດຄວາມຊຶມເສົ້າແລະໃຊ້ເວລາສີ່ສິບປີໃນຊີວິດຂອງລາວໃນສະພາບທີ່ເປັນໝັນ,ບໍ່ມີຄວາມສຸກແລະບໍ່ມີຄ່າຍັງເລີຍ”(ອຽນເອັຊ.ເມີເຣເຫຼັ້ມດຽວກັນໜ້າ 29).

ຖ້າພຣະເຈົ້າບໍ່ສົ່ງການຟື້ນຟູມາ,ພວກເຮົາຕ້ອງບໍ່ໃຫ້ມັນເຮັດໃຫ້ພວກເຮົາທໍ້ແທ້ໃຈ, ພວກເຮົາຈະຕ້ອງສືບຕໍ່ໄປ“ທັງທີ່ມີໂອກາດແລະບໍ່ມີໂອກາດ”ປະກາດຂ່າວປະເສີດແລະນໍາ ຄົນບາບມາຫາພຣະເຢຊູເທື່ອລະຄົນແຕ່ໃນເວລາດຽວກັນພວກເຮົາຄວນສືບຕໍ່ອະທິຖານຂໍ ໃຫ້ພຣະເຈົ້າສົ່ງເວລາພິເສດແຫ່ງການຟື້ນຕື່ນຂື້ນແລະການຟື້ນຟູມາ, ຖ້າພຣະເຈົ້າຫາກສົ່ງ ການຟື້ນຟູອັນໜື່ງມາໃຫ້ພວກເຮົາຈະມີຄວາມຊື່ນຊົມຍິນດີ, ແຕ່ຖ້າພຣະອົງບໍ່ໄດ້ສົ່ງການ ຟື້ນຟູມາພວກເຮົາກໍຂະຍັງສືບຕໍ່ນໍາຈິດວິນຍານຫຼາຍດວງມາໃຫ້ພຣະຄຣິດໃນເວລາໃດໜື່ງ!ພວກເຮົາຈະບໍ່ທໍ້ແທ້ໃຈ! ພວກເຮົາຈະບໍ່ສິ້ນຫວັງ! ພວກເຮົາຈະເຮັດທັງທີ່ມີໂອກາດແລະ ບໍ່ມີໂອກາດ!

V. ຫ້າ ຄວາມຜິດພາດທີ່ວ່າບໍ່ມີເງື່ອນໄຂໃດໆທີ່ຈະເຊື່ອມຕໍ່ກັບການຟື້ນຟູ.

ພຣະຄໍາພີແລະປະຫວັດສາດທັງສອງຢ່າງໄດ້ສະແດງໃຫ້ເຮົາເຫັນວ່າການຟື້ນຟູບໍ່ ໄດ້ຂື້ນກັບຄວາມພະຍາຍາມປະກາດຂ່າວປະເສີດຂອງມະນຸດຫຼືການອຸທິດຊີວິດຢ່າງເຕັມທີ່ຂອງພວກຄຣິສຕຽນ, ແຕ່ມີເງື່ອນໄຂຕ່າງໆແນ່ນອນທີ່ຈະຕ້ອງສໍາເລັດລົງ, ສິ່ງເຫຼົ່ານີ້ແມ່ນ ພື້ນຖານຫຼັກຄໍາສອນທີ່ຖືກຕ້ອກັບການອະທິຖານ, ພວກເຮົາຕ້ອງອະທິຖານເພື່ອການຟື້ນຟູ ແລະພວກເຮົາຕ້ອງອະທິຖານເພື່ອທີ່ຈະມີຫຼັກຄໍາສອນທີ່ຖືກຕ້ອງທີ່ກ່ຽວຂ້ອງກັບຄວາມບາບແລະຄວາມລອດເຊັ່ນດຽວກັນ.

ໃນໜັງສືເລື່ອງການຟື້ນຟູຂອງດຣ.ມາຕິນລອຍ-ໂຈນ(Crossway Books, 1992)ມີ ສອງບົດທີ່ມີຊື່ວ່າ “ຄວາມບໍ່ບໍລິສຸດຂອງຫຼັກຄໍາສອນ”ແລະ “ຄວາມຕາຍຂອງລັດທິອໍທໍ ດອກ” ໃນສອງບົດນີ້ຜູ້ຊາຍຄົນນີ້ຜູ້ຊື່ງເຫັນການຟື້ນຟູໃນຊ່ວງການເທດສະໜາຕອນຕົ້ນ ຂອງຕົນບອກເຮົາວ່າມີຫຼັກຄໍາສອນຕ່າງໆທີ່ແນ່ນອນຊື່ງຈະຕ້ອງຖືກເທດແລະເຊື່ອຖ້າພວກ ເຮົາຫາກຄາດຫວັງໃຫ້ພຣະເຈົ້າສົ່ງການຟື້ນຟູມາໃຫ້, ຂ້າພະເຈົ້າຈະຂໍເວົ້າເຖິງຫຼັກຄໍາສອນ ສີ່ຢ່າງທີ່ລາວເອົາໃຫ້:


1. ການລົ້ມລົງແລະຫາຍະນະຂອງມະນຸດ - ຄວາມຊົ່ວຊ້າທັງໝົດ

2. ການບັງເກີດໃຫມ່ - ໃນຖານະເປັນວຽກຂອງພຣະເຈົ້າບໍ່ແມ່ນຂອງມະນຸດ

3. ຄວາມຊອບທໍາໂດຍຄວາມເຊື່ອໃນພຣະຄຣິດເທົ່ານັ້ນ - ບໍ່ແມ່ນຄວາມ ເຊື່ອໃນ“ການຕັດສິນໃຈ”ຊອງທຸກປະເພດ.

4. ຜົນຂອງພຣະໂລຫິດຂອງພຣະຄຣິດກໍເພື່ອຊໍາລະລ້າງບາບ-ທັງບາບບຸກຄົນ ແລະບາບຕົ້ນກໍາເນີດ.


ຫຼັກຄໍາສອນສີ່ຂໍ້ນີ້ຖືກໂຈມຕີໂດຍຊາລສ໌ຈີ.ຟິນນີ່ແລະໄດ້ຖືກຫຼຸດຄຸນຄ່າຫຼືປະຕິເສດຕັ້ງແຕ່ນັ້ນມາ, ບໍ່ສົງໄສເລີຍວ່າພວກເຮົາເຫັນການຟື້ນຟູໜ້ອຍເກີນໄປນັບຕັ້ງແຕ່ປີ 1859! ຂ້າພະ ເຈົ້າບໍ່ສາມາດບອກລາຍລະອຽດທັງໝົດໄດ້ແຕ່ສິ່ງເຫຼົ່ານີ້ເປັນຫຼັກຄໍາສອນທີ່ຈໍາເປັນຕໍ່ຊີວິດ ຊື່ງອີກເທື່ອໜື່ງຈະຕ້ອງຖືກເທດສະໜາອອກໄປຖ້າພວກເຮົາຫາກຫວັງທີ່ຈະເຫັນການຟື້ນຟູມາໃນຄຣິສຕະຈັກທັງຫຼາຍຂອງພວກເຮົາ, ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາປະກອບ ດ້ວຍຄົນທີ່ຍັງບໍ່ລອດຜູ້ຊື່ງຈະບໍ່ມີມື້ກັບໃຈໃໝ່ຈັກເທື່ອນອກຈາກວ່າພວກເຮົາຈະເທດສະໜາຫົວຂໍ້ເຫຼົ່ານີ້ດ້ວຍຄວາມເຂັ້ມແຂງ,ໜັກແໜ້ນແລະເທດແລ້ວເທດອີກ!

ດຣ.ມລອຍ-ໂຈນໄດ້ກ່າວວ່າ:

ຈົ່ງເບິ່ງໃນປະຫວັດສາດແຫ່ງການຟື້ນຟູແລະພວກທ່ານຈະພົບພວກຜູ້ຊາຍແລະພວກຜູ້ຍິງຮູ້ສຶກໝົດຫວັງ,ພວກເຂົາຮູ້ດີວ່າຄວາມດີທຸກຢ່າງຂອງເຂົາ ເປັນຄືກັບຜ້າຂາດທີ່ສົກກະປົກແລະວ່າຄວາມຊອບທໍາທຸກຢ່າງຂອງເຂົາບໍ່ມີຄຸນຄ່າຍັງເລີຍ, ແລະພວກເຂົາຮູ້ສຶກວ່າພວກເຂົາບໍ່ສາມາດເຮັດຫຍັງໄດ້ ເລີຍແລ້ວຮ້ອງຫາພຣະເຈົ້າຂໍຄວາມເມດຕາແລະຄວາມກະລຸນາ, ຄວາມ ຊອບທໍາໂດຍຄວາມເຊື່ອ, ການກະທໍາຂອງພຣະເຈົ້າ“ຖ້າພຣະເຈົ້າຫາກບໍ່ ເຮັດແບບນັ້ນຕໍ່ພວກເຮົາ”ພວກເຂົາເວົ້າວ່າ“ຈາກນັ້ນພວກເຮົາຍັງຫຼົງຫາຍ” ດັ່ງນັ້ນພວກເຂົາ[ຮູ້ສຶກວ່າ] ການຂາດຄວາມຊ່ວຍເຫຼືອທັງໝົດຂອງເຂົາຕໍ່ ໜ້າພຣະອົງ, ພວກເຂົາບໍ່ໄດ້ເອົາໃຈໃສ່ແລະບໍ່ໄດ້ໃຫ້ຄວາມສໍາຄັນຫຍັງຕໍ່ ການເຄັ່ງຄັດໃນອະດີດທັງໝົດຂອງເຂົາ ແລະຄວາມສັດຊື່ທຸກຢ່າງຂອງ ພວກເຂົາໃນການເຂົ້າຮ່ວມນະມັດສະການທີ່ຄຣິສຕະຈັກແລະມີຫຼາຍສິ່ງ ຫຼາຍຢ່າງອີກ, ພວກເຂົາເຫັນວ່າທຸກສິ່ງທຸກຢ່າງລ້ວນແລ້ວແຕ່ບໍ່ດີແມ່ນ ແຕ່ສາສະໜາຂອງພວກເຂົາກໍບໍ່ມີຄຸນຄ່າຫຍັງເລີຍ,ບໍ່ມີຫຍັງຈັກຢ່າງທີ່ມີຄຸນຄ່າ, ພຣະເຈົ້າຈະຕ້ອງເຮັດໃຫ້ຄົນທີ່ບໍ່ຕາມທາງຂອງພຣະເຈົ້າເປັນຜູ້ຊອບ ທໍາ,ສະນັ້ນອັນນັ້ນແລະເປັນຄໍາເທດສະໜາອັນຍິ່ງໃຫຍ່ທີ່ອອກມາໃນຊ່ວງ ເວລາແຫ່ງການຟື້ນຟູທຸກໆເທື່ອ (ມາຕິນລອຍ-ໂຈນເຫຼັ້ມດຽວກັນໜ້າ55-56)

“ສ່ວນຄົົນທີ່ບໍ່ໄດ້ອາໄສການກະທຳ ແຕ່ໄດ້ເຊື່ອໃນພຣະອົງ ຜູ້ຊົງໂຜດໃຫ້ຄົນອະທຳເປັນຄົນຊອບທຳໄດ້ ຄວາມເຊື່ອຂອງຄົນນັ້ນຕ້ອງຖືວ່າເປັນຄວາມຊອບທຳ” (ໂລມ 4:5)

“ພຣະເຢຊູຄຣິດ:ພຣະເຈົ້າໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນທີ່ລົບລ້າງພຣະອາ ຊະຍາໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”( ໂລມ 3:24-25)

VI. ຫົກ ຄວາມຜິດພາດທີ່ວ່າການຟື້ນຟູເລີ່ມຕົ້ນດ້ວຍຄວາມຍິນດີແລະສຽງຫົວ.

ອັນທີ່ເອີ້ນວ່າ“ການຟື້ນຟູການຫົວ”ບໍ່ແມ່ນການຟື້ນຟູທີ່ແທ້ຈິງໃນທຸກໆຄວາມຮູ້ສຶກ, ຂ້າພະເຈົ້າເຫັນໜື່ງໃນການປະຊຸມຂອງພວກເຂົາພ້ອມກັບໝູ່ຂອງຂ້າພະເຈົ້າດຣ.ອາເທີບີ. ຮຸກ,ມັນເປັນເລື່ອງລໍ້ການຟື້ນຟູທີ່ແທ້ຈິງອັນໜື່ງ, ມັນສອດຄ່ອງກັບສິ່ງທີ່ຜູ້ຄົນຄິດກ່ຽວກັບ ຄວາມລອດໃນປະຈຸບັນນີ້, ດຣ.ຈອນອາມສະຕຣອງໄດ້ກ່າວວ່າ “ສິ່ງທີ່ພວກເຂົາຕ້ອງການ ກໍຄືຄວາມສຸກ,ການເຕີມເຕັມແລະຄວາມເພີ່ງພໍໃຈ” (True Revival, Harvest House, 2001, p. 231), ພວກເຂົາບໍ່ໄດ້ຄິດເຖິງຄວາມຕ້ອງການເລື່ອງຄວາມລອດຈາກຄວາມຜິດບາບຂອງ ຂອງພວກເຂົາ!

ແຕ່ສິ່ງນັ້ນປ່ຽນແປງໃນການກັບໃຈໃໝ່ທີ່ແທ້ຈິງແລະໃນການຟື້ນຟູທີ່ແທ້ຈິງ, ໃນ ການຟື້ນຟູແລະການກັບໃຈໃໝ່ທີ່ສະເພາະເຈາະຈົງ“ໃຈທີ່ແຕກຫັກ,ພຣະຄຣິດເປັນສູນກາງ ການສາລະພາບແລະການກັບໃຈໃໝ່ຈະມີລັກສະນະການຂັບເຄື່ອນຂອງພຣະວິນຍານຢ່າງແທ້ຈິງ, ຜູ້ຄົນຈະ…ຮ້ອງໄຫ້ພາຍໃຕ້ຄວາມນຶກຄິດຢ່າງເລິກເຊີ່ງເລື່ອງຄວາມບາບ”(ອາສະ ຕຣອງເຫຼັ້ມດຽວກັນໜ້າ 63).

ມັນໄດກາຍເປັນປະສົບການຂອງຂ້າພະເຈົ້າວ່າເກືອບໝົດທຸກຄົນທີ່ປະສົບກັບການກັບໃຈທີ່ແທ້ຈິງຈະຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເສຍດາຍແລກຄວາມໂສກເສົ້າເພາະ ຄວາມຜິດບາບຂອງເຂົາ,ແລະນັ້ນເຄີຍເປັນຄວາມຈິງກັບຫຼາຍໆຄົນໃນການຟື້ນຟູຕ່າງໆທີ່ ຂ້າພະເຈົ້າເຄີຍເຫັນດ້ວຍຕາຂອງຕົນເອງ, ແລະມັນກໍເປັນຄວາມຈິງສະເໝີທີ່ຢູ່ໃນການ ຟື້ນຟູພິເສດຂອງອະດີດທີ່ຜ່ານມາ.

ພວກເຮົາຂໍອະທິຖານເພື່ອໃຫ້ພຣະວິນຍານບໍລິສຸດສະເດັດລົງມາເທິງພວກທ່ານ! ພວກເຮົາອະທິຖານວ່າພຣະອົງຈະເປັນສາເຫດໃຫ້ທ່ານໂສກເສົ້າແລະຮ້ອງໄຫ້ເພາະຄວາມບາບທີ່ຕໍ່ຕ້ານພຣະເຈົ້າຂອງທ່ານ, ພວກເຮົາຂໍອະທິຖານເພື່ອທີ່ທ່ານຈະຖືກຊໍາລະລ້າງຈາກ ຄວາມຜິດບາບຂອງທ່ານໂດຍພຣະໂລຫິດອັນປະເສີດຂອງພຣະຄຣິດ! “ພຣະໂລຫິດຂອງ ພຣະກໍຊໍາລະລ້າງເຮົາໃຫ້ພົ້ນຈາກບາບທັງສິ້ນ”(1 ໂຢຮັນ 1:7), ເອແມນ ຂໍເຊີນດຣ.ແຊນ

ມາຊ່ວຍນໍາພວກເຮົາອະທິຖານເພື່ອໃຫ້ພຣະເຈົ້າສົ່ງການຟື້ນຟູມາໃຫ້ຄຣິສຕະຈັກຂອງເຮົາ ແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ເສຄາຣິຢາ 12:10; 13:1.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Revive Thy Work, O Lord” (by Albert Midlane, 1825-1909).

ໂຄງຮ່າງບົດເທດສະໜາ

ຂໍ້ຜິດພາດສະໄໝໃໝ່ຫົກຢ່າງກ່ຽວກັບການຟື້ນຟູ

(ຄໍາເທດສະໜາຕອນທີ່ 15 ເລື່ອງການຟື້ນຟູ)
SIX MODERN ERRORS ABOUT REVIVAL
(SERMON NUMBER 15 ON REVIVAL)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

(1 ໂກລິນໂທ 13:12)

I.    ໜື່ງ ຂໍ້ຜິດພາດທີ່ວ່າບໍ່ສາມາດມີການຟື້ນຟູໃນປະຈຸບັນນີ້ໄດ້.
ກິດຈະການ 2:39; ພະນິມິດ 7:1-14.

II.   ສອງ ຄວາມຜິດພາດທີ່ວ່າການຟື້ນຟູຂື້ນກັບຜົນການປະກາດຂ່າວປະເສີດ
ຂອງເຮົາ. ກິດຈະການ 13:48-49; ມາລະໂກ 16:15.

III.  ສາມ ຄວາມຜິດພາດທີ່ວ່າການຟື້ນຟູຂື້ນກັບການອຸທິດຕົວຂອງຄຣິສຕຽນ.
2 ພົງສະວະດານ 9:21; 2 ໂກລິນໂທ 4:7; ກິດຈະການ 6:8;
1 ໂກລິນໂທ 3:7.

IV.  ສີ່ ຄວາມຜິດພາດທີ່ວ່າການຟື້ນຟູຄືສະພາບປົກກະຕິທີ່ພວກເຮົາຄວນຄາດ
ຫວັງໃນຄຣິສຕະຈັກຂອງເຮົາ. ກິດຈະການ 4:31; 2 ຕີໂມທຽວ 4:2;
ມາລະໂກ 16:15.

V.   ຫ້າ ຄວາມຜິດພາດທີ່ວ່າບໍ່ມີເງື່ອນໄຂໃດໆທີ່ຈະເຊື່ອມຕໍ່ກັບການຟື້ນຟູ.
ໂລມ 4:5; 3:24-25.

VI.  ຫົກ ຄວາມຜິດພາດທີ່ວ່າການຟື້ນຟູເລີ່ມຕົ້ນດ້ວຍຄວາມຍິນດີແລະສຽງ
ຫົວ. 1 ໂຢຮັນ 1:7.