Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະເຈົ້າແຫ່ງການຟື້ນຟູ

(ຄໍາເທດສະໜາຕອນທີ່ 14 ເລື່ອງການຟື້ນຟູ)
THE GOD OF REVIVAL
(SERMON NUMBER 14 ON REVIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 2/11/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, November 2, 2014

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄດ້ໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບໄຟທີ່ເຮັດໃຫ້ລະລາຍ ໄໝ້ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກ ແກ່ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ເຖິງ ພຣະອົງສະເດັດລົງມາ ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1-3)


ຄົນອິດສະຣາເອນຕົກຢູ່ໃນສະຖານະການທີ່ບໍ່ດີເລີຍ, ພວກເຂົາມີຄວາມຢ້ານແລະ ຄວາມໂສກເສົ້າ, ແຕ່ຜູ້ທໍານາຍກໍໄດ້ອະທິຖານເພື່ອໃຫ້ພຣະເຈົ້າຟື້ນຟູພວກເຂົາຄືນໃຫມ່, ລາວໄດ້ເຕືອນສະຕິພຣະເຈົ້າເຖິງສິ່ງທີ່ພຣະອົງຊົງເຮັດເພື່ອພວກເຂົາໃນອະດີດທີ່ຜ່ານມາ, ລາວຂໍຮ້ອງໃຫ້ພຣະເຈົ້າເຮັດແບບນັ້ນອີກເທື່ອໜື່ງ, ພຣະເຈົ້າບໍ່ເຄີຍປ່ຽນແປງ, ພຣະອົງຊົງ ເປັນເໝືອນເດີມໃນມື້ວານນີ້,ມື້ນີ້ແລະຕະຫຼອດໄປ, ສິ່ງທີ່ພຣະອົງຊົງເຮັດໃນອະດີດພຣະ ອົງກໍຊົງສາມາດເຮັດໄດ້ອີກເທື່ອໜື່ງໃນມື້ນີ້,ດັ່ງນັ້ນຜູ້ທໍານາຍຈື່ງໄດ້ເຕືອນສະຕິພຣະເຈົ້າວ່າ

“ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ເຖິງ ພຣະອົງ ສະເດັດລົງມາ ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:3)

ຈາກພຣະຄໍາພີຂໍ້ນີ້ພວກເຮົາເຫັນຢູ່ສາມປະການ.

I. ໜື່ງ ພຣະພັກຂອງພຣະເຈົ້າຄືຄວາມຫວັງດຽວຂອງພວກເຮົາ.

ອິດສະຢາໄດ້ເຫັນເລື່ອງນີ້ຕອນທີ່ທ່ານອະທິຖານຢູ່ໃນຂໍ້ທີ່ໜື່ງ“ໂອ ຖ້າຫາກວ່າພຣະ ອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ”(ອິດສະຢາ 64:1) ກ່ອນໜ້ານີ້ລາວໄດ້ ອະທິຖານຂໍໃຫ້ພຣະເຈົ້າ“ທອດພຣະເນດລົງມາຈາກສະຫວັນ”(ອິດສະຢາ 63:15),ແຕ່ຄໍາ ອະທິຖານຂອງລາວກໍໄດ້ເຕີບໃຫຍ່ຂື້ນ, ລາວເລີ່ມຕົ້ນໂດຍການຂໍໃຫ້ພຣະເຈົ້າແນມລົງມາ, ແຕ່ຕອນນີ້ລາວໄດ້ຮ້ອງອອກມາວ່າ“ສະເດັດລົງມາ”, ຕອນນີ້ລາວອະທິຖານຂໍໃຫ້ພຣະເຈົ້າ ຈີກທ້ອງຟ້າອອກເປັນສອງສ່ວນ - ແລະລົງມາຈາກສະຫວັນເພື່ອຊ່ວຍຄົນຂອງພຣະອົງ.

ພຣະຄຣິດຊົງເປີດຫົນທາງໃຫ້ກັບພວກເຮົາເພື່ອເຂົ້າໄປຫາພຣະເຈົ້າ,ພຣະອົງບໍ່ໄດ້ຍົກຜ້າກັ້ງໃນພຣະວິຫານຂື້ນມາ,ບໍ່ແມ່ນ! ພຣະອົງຊົງຈີກມັນອອກເປັນສອງສ່ວນຈາກເທິງ ລົງລຸ່ມ, ດັ່ງນັ້ນຫົນທາງໄປຫາພຣະເຈົ້າຈື່ງຖືກເປີດໄປຕະຫຼອດເປັນນິດ! ພຣະຄຣິດຊົງ ສະເດັດຂື້ນຜ່ານທາງຟ້າທີ່ເປີດອອກເຂົ້າສູ່ເມືອງສະຫວັນ! ແລະໂດຍຜ່ານຟ້າທີ່ເປີດອອກ ນັ້ນພຣະວິນຍານບໍລິສຸດຈື່ງໄດ້ສະເດັດລົງມາສູ່ຄຣິສຕະຈັກໃນວັນເພັນເທດສະເຕ.

ພວກເຮົາຄວນຈະອະທິຖານຂໍໃຫ້ພຣະວິນຍານຂອງພຣະເຈົ້າສະເດັດລົງມາຫາ ພວກເຮົາອີກເທື່ອໜື່ງ! ໃນວັນນີ້ຂໍໃຫ້ພວກເຮົາອະທິຖານດ້ວຍໃຈຂອງເຮົາຂໍໃຫ້ພຣະເຈົ້າ ສະເດັດລົງມາແລະສະຖິດຢູ່ຖ້າມກາງພວກເຮົາ! ສິດຍາພິບານທີ່ຍາວນານຂອງຂ້າພະເຈົ້າ ທີ່ຄຣິສຕະຈັກແບັບຕິດຈີນຄືດຣ.ທິໂມທີລິນ ດຣ.ລິນໄດ້ກ່າວໄວ້ວ່າ:

         ໃນສະໄໝພຣະຄໍາພີເດີມ[ຂໍ້ຮຽກຮ້ອງ]ສໍາຫຼັບຄົນຂອງພຣະເຈົ້າເພື່ອທີ່ຈະໄດ້ຮັບພຣະພອນກໍຄືການມີພຣະພັກຂອງພຣະເຈົ້າຢູ່ນໍາ…
">         ຕົວຢ່າງທີ່ດີກໍຄືອິສສະອັກ(ອີຊາກ),ໃນຊ່ວງສະໄໝຂອງລາວຢູ່ໃນດິນແດນຂອງຊາວຟີລິສຕາຍລາວມີຄວາມສາມາດທີ່ຈະເກັບກ່ຽວໄດ້ໜື່ງຮ້ອຍ ເທົ່າຢູ່ຖ້າມກາງເຊື້ອຊາດທີ່ແຕກຕ່າງກັນແລະຖືກການຂົ່ມເຫງ - ຍ້ອນວ່າ ມີພຣະພັກຂອງພຣະເຈົ້າ…ແມ່ນແຕ່ກະສັດຂອງຊາວຟີລິສຕາຍກໍເວົ້າກັບ ລາວວ່າ “ພວກເຮົາເຫັນຊັດເຈນແລ້ວວ່າພຣະເຢໂຮວາຊົງສະຖິດຢູ່ກັບ ທ່ານ” (ປະຖົມມະການ 26:28)…
">         ເລື່ອງຂອງໂຢເຊບກໍເຊັ່ນດຽວກັນ, ຖືກຂາຍໄປເປັນທາດໃນຕ່າງປະ ເທດ…ແລະຖືກຂັງຄຸກໂດຍບໍ່ຍຸດຕິທໍາ,ສຸດທ້າຍໂຢເຊບກໍສາມາດທີ່ຈະຖິ້ມ[ເສື້ອຜ້າ]ຂອງນັກໂທດອອກເພື່ອສວມເສື້ອລິນິນແລະປົກຄອງຢູ່ເໜືອແຜ່ນດິນອີຢິບ, ມີພຽງເຫດຜົນດຽວທີ່ເລື່ອງທີ່ຕື່ນເຕັ້ນນີ້ເກີດຂື້ນໄດ້ກໍຄືພຣະພັກ ຂອງພຣະເຈົ້າຊົງຢູ່ກັບລາວ “ພຣະເຢໂຮວາຊົງສະຖິດຢູ່ກັບທ່ານ ແລະ ການງານໃດທີ່ທ່ານເຮັດພຣະເຢໂຮວາກໍຊົງໂຜດໃຫ້ຈະເລີນ” (ປະຖົມມະ ການ 39:23)…
">         ຄວາມສໍາຄັນຂອງພຣະການມີພຣະພັກຂອງພຣະເຈົ້າຢູ່ນໍາກາຍເປັນ ຄວາມໝັ້ນໃຈໃນຄຣິສຕະຈັກຊ່ວງຍຸກຕົ້ນໆ…ຄວາມລັບຂອງການຈະເລີນ ເຕີບໃຫຍ່ຂອງຄຣິສຕະຈັກໃນຊ່ວງຄຣິສຕະຈັກຍຸກຕົ້ນໆກໍຄືການຊົງສະຖິດຢູ່ນໍາຂອງພຣະເຈົ້າແລະວຽກຂອງພຣະວິນຍານບໍລິສຸດເປັນຫຼັກຖານທີ່ແນ່ນອນເຖິງການສະຖິດຢູ່ນໍາຂອງພຣະອົງ, ຄຣິສຕະຈັກທີ່ຢູ່ໃນຍຸກສຸດທ້າຍ ຈະຕ້ອງມີພຣະພັກຂອງພຣະເຈົ້າຢູ່ນໍາຖ້າຫາກຢາກຈະຈະເລີນເຕີບໃຫຍ່ຫຼື ທຸກຄວາມພະຍາຍາມກໍຈະບໍ່ມີປະໂຫຍດຫຍັງເລີຍ(Timothy Lin, Ph.D., The Secret of Church Growth, FCBC, 1992, pp. 2-6).

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...” (ອິດສະຢາ 63:1)

ພຣະພັກຂອງພຣະເຈົ້າຊົງສະຖິດຢູ່ກັບໂມເສດ - ແລະພຣະເຈົ້າຊົງປົດປ່ອຍຄົນ ຂອງພຣະອົງອອກຈາກການເປັນທາດໃນປະເທດອີຢິບ, ພຣະພັກຂອງພຣະເຈົ້າຊົງຢູ່ກັບ ພວກເຂົາໃນຂະນະທີ່ພວກເຂົາວົນວຽນຢູ່ໃນຖີ່ນທຸລະກັນດານ, ພຣະອົງຊົງຢູ່ທີ່ນັ້ນໃນເສົາ ເມກແລະເສົາໄຟຊື່ງໄດ້ນໍາພາທາງຂອງພວກເຂົາ, ເມື່ອ “ພຣະເຈົ້າຊົງຢູ່ກັບພວກເຮົາ”ຖືກ ຂຽນຂື້ນຢູ່ທຸງຂອງພວກອິສຣາເອນພວກເຂົາກໍສາມາດເອົາຊະນະຈາກທະເລນີ້ໄປທະເລນັ້ນໄດ້, ແຕ່ເມື່ອພວກເຂົາເຮັດໃຫ້ພຣະເຈົ້າເສຍພຣະໄທພວກເຂົາກໍກາຍເປັນຊົນຊາດທີ່ອ່ອນ ແອ, ພວກເຂົາຖືກຈັບໄປເປັນຊະເລີຍເສິກຢູ່ເມືອງບາບິໂລນ, ພຣະພັກຂອງພຣະເຈົ້າຄືສະ ຫງ່າລາສີຂອງອິດສະຣາເອນ, ແຕ່ເມື່ອປາສະຈາກພຣະພັກຂອງພຣະເຈົ້າພວກເຂົາກໍບໍ່ສາ ມາດເຮັດຫຍັງໄດ້ເລີຍ.

ມື້ເຫຼົ່ານີ້ເປັນມື້ທີ່ມືດມົວແລະຂີ້ຮ້າຍຫຼາຍ,ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາອ່ອນ ແອ,ນັກເທດຂອງເຮົາຫຼາຍຄົນບໍ່ມີລິດອໍານາດ,ພວກເຮົາຢູ່ທີ່ນີ້ຊື່ງເປັນໃຈກາງຂອງເມືອງທີ່ ບາບໜາ - ເປັນເມືອງທີ່ມືດແລະເປັນເມືອງໂສໂດມນອກສາສະໜາຂອງໂລກຕາເວັນຕົກ! ການບັງຄັບຂອງນາຮົກໄດ້ເຮັດສິ່ງຊົ່ວຮ້າຍສຸດໆເພື່ອຢຸດຢັ້ງພວກເຮົາ,ແຕ່ພຣະເຈົ້າຊົງຢູ່ກັບພວກເຮົາ! ຕອນນີ້ຕຶກຄຣິສຕະຈັກຂອງເຮົາໄດ້ຈ່າຍໄປໝົດແລ້ວ - ຊື່ງເປັນເລື່ອງອັດສະ ຈັນ! ພຣະເຈົ້າຊົງຢູ່ກັບພວກເຮົາແລະຕອນນີ້ຄໍາເທດສະໜາເຫຼົ່ານີ້ກໍຖືກປ່ອຍອອກທາງ ອິນເຕີເນັດສູ່ຜູ້ຄົນ 80,000 ຄົນທຸກໆເດືອນ! ພຣະເຈົ້າຊົງຢູ່ກັບພວກເຮົາ, ແຕ່ຕອນນີ້ ພວກເຮົາຕ້ອງນໍາຄົນໜຸ່ມໃຫ້ເຂົ້າມາຫຼາຍໆແລ້ວສ້າງຄຣິສຕະຈັກຂື້ນ, ພວກທ່ານເວົ້າວ່າ “ມັນເບິ່ງຄືວ່າເປັນໄປບໍ່ໄດ້” ແມ່ນຂ້າພະເຈົ້າຮູ້ຈັກຄວາມຮູ້ສຶກນັ້ນ ແຕ່ຄວາມຮູ້ສຶກນັ້ນມາ ຈາກເນື້ອໜັງຂອງພວກເຮົາແລະຈາກຊາຕານ, ພວກເຮົາຕ້ອງລະນຶກເຖິງສິ່ງທີ່ພຣະເຈົ້າຊົງ ເຮັດເພື່ອເຮົາເມື່ອພຣະອົງຊົງຊ່ວຍຕຶກຄຣິສຕະຈັກຂອງເຮົາໃຫ້ຈ່າຍເງີນຄົບ ,ພວກທ່ານທີ່ ເປັນຄົນໜຸ່ມພວກທ່ານຈະຕ້ອງອະທິຖານໃນແບບທີ່ທ່ານບໍ່ເຄີຍເຮັດມາກ່ອນເພື່ອພຣະພັກ ຂອງພຣະເຈົ້າຜູ້ຊົງລິດໃນການປະກາດຂ່າວປະເສີດຂອງເຮົາແລະໃນການນະມັດສະການ ຂອງເຮົາ!

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...” (ອິດສະຢາ 63:1)

ພຣະພັກຂອງພຣະເຈົ້າເປັນຄວາມຫວັງດຽວຂອງພວກເຮົາ! ບໍ່ມີໃຜຈັກຄົນຈະຢູ່, ບໍ່ມີຈັກ ຄົນທີ່ຈະໄດ້ຮັບຄວາມລອດ, ບໍ່ມີຈັກຄົນທີ່ຈະກາຍເປັນສະມາຊິກທີ່ເຂັ້ມແຂງຂອງຄຣິສຕະ ຈັກ - ນອກຈາກວ່າພຣະເຈົ້າຊົງສະເດັດລົງມາຈາກສະຫວັນຢູ່ຖ້າມກາງພວກເຮົາ!

II. ສອງ ພຣະພັກຂອງພຣະເຈົ້າສ້າງຄວາມປະຫຼາດໃຈ.

ຂໍ້ພຣະຄໍາພີກ່າວວ່າ“ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ ເຖິງ ພຣະອົງສະເດັດລົງມາ” ສະບັບຕ່າງໆທີ່ແປໃໝ່ແປຄໍາວ່າ “ໜ້າຢ້ານ” ເປັນ “ສຸດຍອດ”, ຂ້າພະເຈົ້າບໍ່ສົນໃຈຄໍາພວກນັ້ນເພາະມັນຖືກໃຊ້ການມາຫຼາຍໂພດແລ້ວ, ມັນ ຈະດີກວ່າທີ່ຈະຄິດເຖິງເລື່ອງນີ້ໃນຖານະເປັນ“ສິ່ງທີ່ໜ້າຕົກໃຈຊື່ງພວກເຮົາບໍ່ໄດ້ສະແຫວງ ຫາ” ຄົນອິສຣາເອນມັກຈະເວົ້າວ່າ “ພຣະອົງຄືພຣະເຈົ້າຜູ້ຊົງກະທໍາການມະຫັດສະຈັນ” (ເພງສັນລະເສີນ 77:14).

ພວກທ່ານຄິດວ່າຄົນອິສຣາເອນຄາດຫວັງທີ່ຈະຍ່າງຜ່ານທາງທະເລແດງໂດຍທີ່ມີ ນໍ້າກອງຕັ້ງສູງຂື້ນທັງສອງຂ້າງບໍ? ແມ່ນແລ້ວພວກເຂົາຄາດຫວັງແບບນັ້ນ -ແລະພວກ ອີຢິບທີ່ໄລ່ຕາມພວກເຂົາໄປກໍຈົ່ມນໍ້າໃນຕອນທີ່ນໍ້າກັບມາລວມເຂົ້າກັນອີກ, ພວກທ່ານຄິດ ວ່າພວກເຂົາຄາດຫວັງວ່າຄ້າຍຂອງພວກເຂົາທີ່ຢູ່ໃນຖີ່ນທຸລະກັນດານຖືກເປີດໄຟທຸກໆຄືນ ໂດຍແສງໄຟທີ່ດີກວ່າໄຟຟ້າຂອງພວກເຮົາບໍ? ແມ່ນມັນຖືກເປີດໄຟໂດຍເສົາໄຟທຸກໆຄືນ ຕອນທີ່ພວກເຂົາຫິວພວກເຂົາຄາດຫວັງທີ່ຈະໄດ້ກິນມານາຈາກສະຫວັນບໍ? ຕອນທີ່ພວກ ເຂົາຢາກນໍ້າພວກເຂົາຄາດຫວັງທີ່ຈະໃຫ້ນໍ້າໄຫຼອອກມາຈາກກ້ອນຫີນເລີຍບໍ? ຕອນທີ່ພວກ ເຂົາຍ່າງອ້ອມເມືອງເຢຣິໂຄພວກເຂົາຄາດຫວັງໃຫ້ກໍາແພງຂອງເມືອງນັ້ນພັງລົງມາໃນ ຕອນທີ່ພວກເຂົາເປົ່າແກແລະຮ້ອງສຽງດັງບໍ? ບໍເລີຍ ປະຫວັດສາດຂອງອິສຣາເອນຖືກຕື່ມ ເຕັມໄປດ້ວຍສິ່ງທີ່ໜ້າຢ້ານ,ສິ່ງທີ່ໜ້າຢ້ານແບບນັ້ນ“ທີ່ພວກເຮົາຄາດບໍ່ເຖິງ(ບໍ່ໄດ້ສະແຫວງຫາ)”ຕອນທີ່ພຣະເຈົ້າສະເດັດລົງມາ.

ແມ່ນໃຜກໍຕາມທີ່ຄາດຫວັງໃຫ້ພຣະເຈົ້າສະເດັດລົງມາໃນແບບບຸກຄົນຂອງພຣະ ຄຣິດ? ແມ່ນໃຜກໍຕາມທີ່ຄາດຫວັງວ່າພຣະອົງຈະຕາຍເທິງໄມ້ກາງແຂນ“ຄົນຊອບທໍາເພື່ອ ຜູ້ບໍ່ຊອບທໍາ”ເພື່ອພາເຮົາໄປສະຫວັນ? (1 ເປໂຕ 3:18)ແມ່ນໃຜກໍຕາມທີ່ຄິດວ່າພວກສາ ວົກທີ່ຢ້ານເຫຼົ່ານັ້ນລີ້ຢູ່ໃນຫ້ອງທີ່ລັອກຢ່າງດີຈະເອົາຂ່າວປະເສີດຂອງພຣະຄຣິດໄປສູ່ໂລກ ຊາວໂຣມັນ? ໃຜກໍຕາມທີ່ຄິດວ່າເກາະທີ່ຂາດແຄນອາວຸດຊື່ງນໍາໂດຍຊາຍເຖົ້າຄົນໜື່ງຜູ້ຊື່ງ ຈໍາເປັນຕ້ອງໄມ້ຄອນເທົ້າຈະສູ້ກັບກອງທັບທີ່ມີອໍານາດຂອງຮິດເລີແລະຊະນະໄດ້? ໃຜກໍ ຕາມທີ່ຄິດວ່າພວກຢິວທີ່ກະຈັກກະກາຍໄປທົ່ວໂລກຈະໄດ້ກັບມາປະເທດອິດສະຣາເອນ ພາຍຫຼັງສອງພັນປີແຫ່ງການເນລະເທດ? ແມ່ນໃຜກໍຕາມທີ່ຄິດວ່າຊົນຊາດອິສຣາເອວ ນ້ອຍໆຈະສາມາດຢືນຢັດຕໍ່ສູ້ຄື້ນທະເລຂອງພວກມູສະລິມຫຼາຍກວ່າຫົກສິບປີໄດ້? ໃຜກໍ ຕາມທີ່ຄິດວ່າພວກຄຣິສຕຽນຄົນຈີນຈໍານວນໜ້ອຍຈະສືບຕໍ່ມີຢູ່ເປັນເວລາກວ່າເຄິ່ງສະຕະ ວັດພາຍໃຫ້ການຂົ່ງເຫງໜັກສຸດໆຂອງເມົາເຈີຕຸງກັບພວກທະຫານແດງຂອງລາວ? ແມ່ນ ໃຜແດ່ທີ່ຄິດວ່າຈາກ“ຄຣິສຕະຈັກຕາມບ້ານ”ນ້ອຍໆຂອງພວກເຂົາຈະເກີດການຟື້ນຟູທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງໂລກ? ແມ່ນໃຜແດ່ທີ່ຄິດວ່າການມາຮ່ວມຕົວກັນຂອງຈິດວິນ ຍານຫຼາຍດວງຈະມາເຖິງພວກເປີອຍກາຍເຄິ່ງໜື່ງ,ພວກຮິບປີ້ທີ່ຕິດຢາໃນທ້າຍປີ 1960 ແລະຕົ້ນປີ 1970? ໃຜກໍຕາມທີ່ຄິດວ່າຄຣິສຕະຈັກຂອງເຮົາຈະລອດພົ້ນການການແຕກ ແຍກທີ່ຮ້າຍສຸດໆທີ່ຂ້າພະເຈົ້າເຄີຍໄດ້ຍິນມາໄດ້ບໍ? ໃຜແດ່ທີ່ຄິດວ່າສາມສິບເກົ້າຄົນຈະສາ ມາດຖະວາຍເງີນສິບຫົກພັນໂດລາທຸກເດືອນເປັນເວລາຊາວປີເພື່ອຈ່າຍຄ່າຕຶກໄດ້? ໃຜແດ່ ທີ່ຄິດວ່າພຣະເຈົ້າຈະສົ່ງເມຍຂອງສິດຍາພິບານທີ່ໜ້າອັດສະຈັນທີ່ສຸດໃຫ້ກັບຂ້າພະເຈົ້າ? ໃຜແດ່ທີ່ຄິດວ່າຂ້າພະເຈົ້າມີລູກຊາຍສອງຄົນທີ່ເຂັ້ມແຂງຢູ່ກັບຂ້າພະເຈົ້າທຸກໆວັນອາທິດ? ແມ່ນໃຜແດ່ທີ່ຄິດວ່າພຣະເຈົ້າຈະສົ່ງຜູ້ຊາຍຄົນໜື່ງທີ່ຈົບປະລິນຍາເອກສອງສາຂາແລະເປັນໝໍທາງດ້ານການຢາເພື່ອມາຊ່ວຍນໍາຄຣິສຕະຈັກຂອງພວກເຮົາ? ແລະແມ່ນໃຜແດ່ ໃນ ຄວາມຝັນຂອງເຂົາຈະມີຄວາມຄິດທີ່ວ່າແມ່ທີ່ຍາກຈົນ, ແລະໂສກເສົ້າຂອງຂ້າພະເຈົ້າຂະ ກາຍມາເປັນຄຣິສຕຽນທີ່ເດັ່ນໃນຊ່ວງອາຍຸແປດສິບປີໄດ້?

“ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ເຖິງ ພຣະອົງ ສະເດັດລົງມາ...” (ອິດສະຢາ 64:3)

ເມື່ອພຣະເຈົ້າສະເດັດລົງມາພຣະອົງຊົງເຮັດໃນສິ່ງທີ່ຕື່ນເຕັ້ນທີ່ບໍ່ມີໃຜຄາດຄິດໄດ້!

ພຣະເຈົ້າຂອງຂ້າ ພຣະອົງຊົງອັດສະຈັນຫຼາຍ
ຄວາມເປັນກະສັດຂອງພຣະອົງຊົງເຫຼື້ອມແຈ້ງ
ບັນລັງພຣະເມດຕາຂອງພຣະອົງຊົງງົດງາມ
ໃນຫ່ວງເລິກຂອງແສງທີ່ລຸກໄໝ້
ໃນຫ່ວງເລິກຂອງແສງທີ່ລຸກໄໝ້

ຊ່າງໜ້າອັດສະຈັກ ຊ່າງງົດງາມ
ສາຍຕາຂອງພຣະອົງຕ້ອງເປັນ
ສະຕິປັນຍາທີ່ບໍ່ສິ້ນສຸດຂອງພຣະອົງອໍານາດທີ່ຜູກມັດບໍ່ໄດ້
ແລະຊົງບໍລິສຸດໜ້າຢ້ານ
ແລະຊົງບໍລິສຸດໜ້າຢ້ານ
(“My God, How Wonderful Thou Art” by Frederick W. Faber, 1814-1863).

ຂ້າພະເຈົ້າກໍາລັງເອົາຄໍາເທດສະໜາບາງອັນຂອງສະເປີໂຈນໃຫ້ກັບພວກທ່ານໃນ ຄໍ່າຄືນນີ້,ຂ້າພະເຈົ້າພຽງແຕ່ໃຊ້ໂຄງຮ່າງກັບຄວາມຄິດຂອງລາວໜ້ອຍໜື່ງ,“ເຈົ້າຊາຍແຫ່ງ ນັກເທດ”ຜູ້ຍິ່ງໃຫຍ່ໄດ້ກ່າວວ່າ:

ເມື່ອພຣະເຈົ້າລົງມາຖ້າມກາງຜູ້ຄົນພຣະອົງຊົງເຮັດໃນສິ່ງທີ່ພວກເຮົາບໍ່ໄດ້ສະແຫວງຫາ…ພຣະອົງສາມາດຊ່ວຍຄົນທີ່ດື້ດຶງທຸກຄົນໄດ້ແລະນໍາຄົນທີ່ຕໍ່ຕ້ານມາທີ່ພຣະບາດຂອງພຣະເຢຊູໄດ້,[ອະທິຖານ]ຂໍໃຫ້ພຣະອົງເຮັດແບບນັ້ນ (C. H. Spurgeon, “Divine Surprises,” MTP, volume XXVI, Pilgrim Publications, 1972 reprint, p. 298).

III. ສາມ ພຣະພັກຂອງພຣະເຈົ້າຊົງຊະນະບັນຫາໃຫຍ່ແລະອຸປະສັກຕ່າງໆ

“ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ເຖິງ ພຣະອົງ ສະເດັດລົງມາ ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64: 3)

ນີ້ຄືວັກທີ່ໜ້າອັດສະຈັນ“ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ”

ເມື່ອພຣະເຈົ້າສະເດັດລົງມາຫາອິສສະຣາເອນສັດຕູທີ່ມີອໍານາດທີ່ຖ້ວມເໜືອເຂົາ ເໝືອນພູເຂົາໃຫຍ່ກໍຖືກປາບລົງແລະພູເຫຼົ່ານີ້ເຄື່ອນທີ່ລົງມາກໍເພາະພຣະພັກຂອງພຣະເຈົ້າ, ເມື່ອພຣະວິນຍານບໍລິສຸດລົງມາໃນການຟື້ນຟູ,ຈິດໃຈທີ່ແຂງກະດ້າງກໍຈະໄຫຼລົງມາທີ່ພຣະ ພັກຂອງພຣະເຈົ້າ! ມີຄົນບາງຄົນທີ່ຢູ່ຖ້າມກາງພວກເຮົາມີໃຈທີ່ແຂງຄືກັບກ້ອນຫີນ,ພວກ ເຮົາອະທິຖານເພື່ອເຂົາ,ພວກເຮົາເທດສະໜາໃຫ້ເຂົາຟັງແຕ່ກໍບໍ່ມີຫຍັງເກີດຂື້ນ, ເບິ່ງຄືວ່າ ພວກເຂົາຈະບໍ່ມີມື້ທີ່ຈະກັບໃຈໃໝ່, ແຕ່ເມື່ອພຣະເຈົ້າສະເດັດລົງມາໃຈທີ່ແຂງກະດ້າງທີ່ສຸດ ກໍຈະແຕກສະລາຍ, ພວກເຂົາຈະຮູ້ສຶກທັນທີເຖິງຄວາມຜິດບາບຂອງຕົນ, ພວກເຂົາຈະ ເຫັນທັນທີເລີຍວ່າມີພຽງພຣະເຢຊູອົງດຽວທີ່ສາມາດຊ່ວຍເຂົາໃຫ້ພົ້ນໄດ້, ເມື່ອພຣະເຈົ້າສະ ເດັດລົງມາພວກເຂົາກໍຈະມີຄວາມຮູ້ສຶກວ່າຕ້ອງການພຣະໂລຫິດຂອງພຣະເຢຊູເພື່ອຊໍາລະລ້າງພວກເຂົາອອກຈາກບາບຂອງເຂົາ, ນໍ້າຕາແຫ່ງການສໍານຶກຈະເຮັດໃຫ້ໃຈທີ່ແຂງກະ ດ້າງທີ່ສຸດອ່ອນລົງ, ຫຼັງຈາກນັ້ນພວກເຂົາກໍຈະຮູ້ຈັກວ່າກາບກອນບົດນີ້ໝາຍເຖິງຫຍັງ:

ລະລາຍໂດຍຄວາມເມດຕາຂອງພຣະອົງຂ້າຈື່ງລົ້ມລົງພື້ນດິນ
ແລະຮ້ອງໄຫ້ສັນລະເສີນຄວາມເມດຕາທີ່ຂ້າໄດ້ພົບແລ້ວ

ນັ້ນແລະຄືສິ່ງທີ່ມັກເກີດຂື້ນໃນການຟື້ນຟູ, ດຣ.ລອຍ-ໂຈນໄດ້ໃຫ້ນິຍາມນີ້ໃນເລື່ອງການ ຟື້ນຟູວ່າ:

ການຟື້ນຟູຄືການຖອກເທຂອງພຣະວິນຍານບໍລິສຸດຂອງພຣະເຈົ້າ…ຄື ການທີ່ພຣະວິນຍານໄດ້ສະເດັດລົງມາເໜືອຜູ້ຄົນ.

ຫຼັງຈາກນັ້ນລາວກໍເວົ້າເຖິງຮາວເວວແຮຣິສນັກເທດຊາວເວລສ໌ຜູ້ຍິ່ງໃຫຍ່,ຮາວເວວແຮຣິສໄດ້ກັບໃຈໃໝ່ໃນພິທີສິນມະຫາສະໜິດ, ລາວໄດ້ປະສົບກັບບັນຫາພາຍໃນເປັນເວ ລາດົນນານພໍສົມຄວນ, ພະຍາມານພະຍາຍາມທີ່ສັ່ນຄ່ອນຄວາມເຊື່ອຂອງລາວໃນທຸກໆສິ່ງ ແຕ່ເມື່ອລາວມາເພື່ອຈະຮັບພິທີສິນ “ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກຂອງ[ພຣະເຈົ້າ]” ຮາວເວວແຮຣິສໄດ້ກ່າວວ່າ:

ພຣະຄຣິດທີ່ຫຼັ່ງເລືອດຢູ່ເທິງໄມ້ກາງແຂນໄດ້ຕິດຕາຂອງຂ້າພະເຈົ້າຢ່າງ ໜັກແໜ້ນ,ແລະພະລັງໄດ້ຖືກປະທານໃຫ້ກັບຂ້າພະເຈົ້າໃຫ້ເຊື່ອວ່າຂ້າພະ ເຈົ້າກໍາລັງໄດ້ຮັບການອະໄພ[ສໍາຫຼັບຄວາມຜິດບາບຂອງຕົນ]ໃນຄຸນຄ່າ ແຫ່ງໂລຫິດນັ້ນ, ຂ້າພະເຈົ້າຈື່ງກັບບ້ານເຕັ້ນດ້ວຍຄວາມຍິນດີ…ຊື່ງຂ້າ ພະເຈົ້າຈະຍັງຄົງລະນຶກເຖິງວັນນັ້ນດ້ວຍຄວາມຂອບຄຸນບໍ່ມີວັນລືມ(Martyn Lloyd-Jones, M.D., “Howell Harris and Revival,” The Puritans: Their Origins and Successors, Banner of Truth, 1996 edition, pp. 289, 285).

ຮາວເວວແຮຣິສກາຍເປັນໜື່ງໃນນັກເທດທີ່ມີລິດອໍານາດຫຼາຍໃນຊ່ວງຂອງການຟື້ນຕື່ນຂື້ນອັນຍິ່ງໃຫຍ່ຄັ້ງທີ່ໜື່ງ,ຖ້າພວກທ່ານຫາກອ່ານບັນທຶກປະຈໍາວັນຂອງລາວພວກທ່ານກໍຈະເຫັນແລ້ວເຫັນອີກວ່າການຟື້ນຟູມາໄດ້ແນວໃດແດ່, ຄົນຫຼົງຫາຍໄດ້ກັບໃຈໃຫມ່ເມື່ອ ພຣະວິນຍານບໍລິສຸດລົງມາໃນລິດອໍານາດ, ແຮຣິສໄດ້ກ່າວວ່າ“ລົມພາຍຸໃຫຍ່[ລົມແຮງຂອງ ພຣະວິນຍານ]ໄດ້ລົງມາເມື່ອຂ້າພະເຈົ້າໄດ້ສະແດງເຖິງນິຍາມຄວາມຕາຍຂອງພຣະຜູ້ຊ່ວຍໃຫ້ລອດ” “ພຣະເຈົ້າສະເດັດລົງມາໃນລິດອໍານາດ” “ລົມພາຍຸແຮງໄດ້ລົງມາເມື່ອຂ້າພະ ເຈົ້າໄດ້ສະແດງໃຫ້ເຫັນເຖິງຄວາມຍິ່ງໃຫຍ່ແຫ່ງຄວາມລອດ” ຜູ້ຊາຍທໍາມະດາຄົນນີ້ໄດ້ ເທດແລະຄົນເປັນພັນຄົນໄດ້ກັບໃຈໃໝ່ຢູ່ໃນປະເທດອັງກິດແລະໃນປະເທດເວວສ໌ເຊັ່ນກັນ.

ພວກເຮົາສາມາດມີການຟື້ນຟູໃນຄຣິສຕະຈັກຂອງພວກເຮົາໄດ້ບໍ? ໄດ້ ແຕ່ພວກ ເຮົາຕ້ອງຕ້ອງການມັນແທ້ໆ, ຂ້າພະເຈົ້າໄດ້ອ່ານໜັງສືນ້ອຍໆທີ່ອັດສະຈັນທີ່ຂຽນໂດຍຜູ້ຍິງ ຊາວນໍເວຄົນໜື່ງຊື່ງເປັນມິດຊັນນາລີໄປປະເທດຈີນຈາກປີ 1900 ເຖິງປີ 1927, ລາວໄດ້ ອະທິຖານເພື່ອການຟື້ນຟູເປັນເວລາຫຼາຍປີ, ລາວໄດ້ອົດອາຫານແລະອະທິຖານ, ໃນປີ 1907 ລາວໄດ້ອ່ານກ່ຽວກັບການຟື້ນຟູທີ່ຍິ່ງໃຫຍ່ທີ່ເກີດຂື້ນໃນປະເທດເກົາຫຼີ, ລາວຢາກ ໃຫ້ຫານຟື້ນຟູເກີດຂື້ນໃນປະເທດຈີນ, ລາວຕ້ອງການການຟື້ນຟູແທ້, ມັນຈື່ງເກີດຂື້ນໃນ ທັນທີທັນໃດໃນຖ້າມກາງກຸ່ມຜູ້ຍິງຄົນຈີນ, ຫຼັງຈາກນັ້ນກໍຂະຫຍາຍອອກໄປແລະຄົນເປັນ ຮ້ອຍໄດ້ກັບໃຈໃໝ່ກ່ອນທີ່ລາວຈະອອກໄປຈາກປະເທດຈີນແລ້ວກັບໄປປະເທດນໍເວ.

ພວກເຮົາສາມາດມີການຟື້ນຟູເລັກນ້ອຍໃນຄຮິສຕະຈັກຂອງເຮົາໄດ້ບໍ? ໄດ້ ແຕ່ ພວກເຮົາຕ້ອງອະທິຖານໃນແບບທີ່ພວກເຮົາບໍ່ເຄີຍອະທິຖານມາກ່ອນ, ພວກເຮົາຕ້ອງອະທິ ຖານແບບອິດສະຢາທີ່ຢູ່ໃນຂໍ້ທີ່ໜື່ງວ່າ:

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄດ້ໄຫຼລົງມາຕໍ່ພຣະພັກພຣະອົງ...”(ອິດສະຢາ 63:1)

ຖ້າພວກທ່ານຍັງບໍ່ໄດ້ຮັບຄວາມລອດເທື່ອ, ພວກເຮົາຈະຂໍອະທິຖານເພື່ອທ່ານ, ພວກເຮົາຈະຂໍອະທິຖານເພື່ອໃຫ້ພຣະເຈົ້າໂນ້ມນ້າວທ່ານໃນເລື່ອງບາບຂອງທ່ານແລະເພື່ອ ໃຫ້ພຣະອົງຊົງຊັກນໍາທ່ານເຂົ້າໄປຫາພຣະຄຣິດ.

ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງທ່ານ, ພຣະອົງຊົງຟື້ນ ຄືນຈາກຕາຍແລະຊົງສະຖິດຢູ່ເທິງສະຫວັນຊັ້ນທີ່ສາມອະທິຖານເພື່ອທ່ານ, ແຕ່ພວກທ່ານ ຈະຕ້ອງກັບໃຈໃໝ່ແລະເຊື່ອວາງໃຈໃນພຣະອົງເພື່ອທີ່ຈະພົ້ນຈາກຄວາມບາບຂອງທ່ານ.

ພວກທ່ານອາດຈະເວົ້າວ່າ “ຂ້ອຍບໍ່ແມ່ນຄົນບາບ, ຂ້ອຍເປັນຄົນດີຄົນໜື່ງ” ແຕ່ ພຣະຄໍາພີກ່າວວ່າ “ຖ້າເຮົາກ່າວວ່າ ເຮົາບໍ່ໄດ້ເຮັດບາບ ກໍເທົ່າກັບວ່າເຮົາເຮັດໃຫ້ພຣະອົງ ເປັນຄົນຂີ້ຕົວະ ແລະພຣະດໍາລັດຂອງພຣະອົງກໍບໍ່ໄດ້ຢູ່ໃນເຮົາທັງຫຼາຍເລີຍ”(1 ໂຢຮັນ 1:10) ພວກເຮົາກໍາລັງອະທິຖານເພື່ອທີ່ພຣະວິນຍານບໍລິສຸດຈະຊົງສະແດງໃຫ້ທ່ານເຫັນ ເຖິງຄວາມບາບຂອງທ່ານ ແລະຫຼັງຈາກນັ້ນກໍຊັກນໍາທ່ານເຂົ້າມາຫາພຣະເຢຊູເພື່ອຊໍາລະ ລ້າງບາບຂອງທ່ານໂດຍພຣະໂລຫິດຂອງພຣະອົງ, ຂໍເຊີນ ດຣ.ແຊນ ມານໍາພວກເຮົາ ອະທິຖານແດ່, ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ອິດສະຢາ 64:1-3
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“My God, How Wonderful Thou Art” (by Frederick W. Faber, 1814-1863;
to the tune of “Majestic Sweetness Sits Enthroned”).

ໂຄງຮ່າງບົດເທດສະໜາ

ພຣະເຈົ້າແຫ່ງການຟື້ນຟູ

(ຄໍາເທດສະໜາຕອນທີ່ 14 ເລື່ອງການຟື້ນຟູ)
THE GOD OF REVIVAL
(SERMON NUMBER 14 ON REVIVAL)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄດ້ໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບໄຟທີ່ເຮັດໃຫ້ລະລາຍ ໄໝ້ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກ ແກ່ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ ເມື່ອພຣະອົງຊົງກະທໍາສິ່ງທີ່ໜ້າຢ້ານທີ່ພວກຂ້າພະອົງຄາດບໍ່ເຖິງ ພຣະອົງສະເດັດລົງມາ ພູເຂົາກໍເຄື່ອນທີ່ລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1-3)

I. ໜື່ງ ພຣະພັກຂອງພຣະເຈົ້າຄືຄວາມຫວັງດຽວຂອງພວກເຮົາ. ອິດສະຢາ 64:1;
63:15; ປະຖົມມະການ 26:28; 39:23.

II. ສອງ ພຣະພັກຂອງພຣະເຈົ້າສ້າງຄວາມປະຫຼາດ. ເພງສັນລະເສີນ 77:14;
1 ເປໂຕ 3:18; ອິດສະຢາ 64:3.

III. ສາມ ພຣະພັກຂອງພຣະເຈົ້າຊົງຊະນະບັນຫາໃຫຍ່ແລະອຸປະສັກຕ່າງໆ
ອິດສະຢາ 64:3, 1; 1 ໂຢຮັນ 1:10.