Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍ້ພຣະຄໍາພີຂອງລູເທີ

LUTHER’S TEXT
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 26/10/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, October 26, 2014

“ດ້ວຍວ່າຂ້າພະເຈົ້າບໍ່ມີຄວາມອາຍໃນເລື່ອງຂ່າວປະເສີດຂອງພຣະຄຣິດ ເພາະວ່າຂ່າວປະເສີດນັ້ນເປັນລິດເດດຂອງພຣະເຈົ້າ ເພື່ອໃຫ້ທຸກຄົົນທີ່ເຊື່ອໄດ້ຮັບຄວາມພົ້ນ ພວກຢິວກ່ອນ ແລະພວກກຣີກດ້ວຍ ເພາະວ່າໃນຂ່າວປະເສີດນັ້ນຄວາມຊອບທຳຂອງພຣະເຈົ້າກໍໄດ້ສະແດງອອກ ໂດຍເລີ່ມຕົ້ນກໍຄວາມເຊື່ອ ສຸດທ້າຍກໍຄວາມເຊື່ອ ຕາມທີ່ມີຂຽນໄວ້ແລ້ວວ່າ `ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ”(ໂລມ 1:16, 17).


ໃນນີ້ອັກຄະສາວົກເປົາໂລກໍາລັງເວົ້າກັບພວກຄຣິສຕຽນໃນເມືອງໂລມ, ນະຄອນ ຫຼວງໂລມເປັນເມືອງຫຼວງຂອງໂລກໃນສະໄໝນັ້ນ, ຢູ່ໃນເມືອງອັນຍິ່ງໃຫຍ່ນັ້ນມີວິຫານຫີນ ອ່ອນຕ່າງໆແລະມີຮູບປັ້ນໃຫຍ່ຕ່າງໆຂອງຊາວໂລມັນຕັ້ງຢູ່, ຢູ່ຫັ້ນບໍ່ມີຕຶກຂອງຄຣິສຕະ ຈັກຫຍັງເລີຍ, ພວກຄຣີສຕຽນທີ່ຢູ່ໃນເມືອງໂລມນັ້ນມີຈໍານວນໜ້ອຍ,ຖືກກຽດຊັງ - ບໍ່ແມ່ນ ສາສະໜາທີ່ເປັນທີ່ຍອມຮັບອີກຕໍ່ໄປ, ແຕ່ເປົາໂລກໍກ່າວດ້ວຍຄວາມກ້າຫານວ່າ “ຂ້າພະເຈົ້າບໍ່ມີຄວາມອາຍໃນເລື່ອງຂ່າວປະເສີດຂອງພຣະຄຣິດ”

ລາວເວົ້າແບບນັ້ນໄດ້ແນວໃດ? ລາວມີຄວາມໝັ້ນໃຈທີ່ຈະເວົ້າແບບນັ້ນໄດ້ແນວ ໃດ? “ຂ້າພະເຈົ້າບໍ່ມີຄວາມອາຍໃນເລື່ອງຂ່າວປະເສີດຂອງພຣະຄຣິດ” ຂ່າວປະເສີດຂອງພຣະຄຣິດເວົ້າເຖິງຄວາມຕາຍຂອງພຣະອົງເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງພວກ ເຮົາ,ແລະການຟື້ນຄືນພຣະຊົນຂອງພຣະອົງກໍເພື່ອຈະປະທານຊີວິດໃຫ້ແກ່ເຮົາ, ເປົາໂລ ກ່າວວ່າ “ຂ້າພະເຈົ້າບໍ່ມີຄວາມອາຍໃນເລື່ອງນັ້ນອີກຕໍ່ໄປ” ເປັນຫຍັງລະ?“ເພາະວ່າຂ່າວປະເສີດນັ້ນເປັນລິດເດດຂອງພຣະເຈົ້າສູ່ຄວາມລອດ” ພາສາກຣີກແປຄໍາວ່າ“ລິດເດດ” ຄື “ດູນາມິສ” ພວກເຮົາໄດ້ພາສາອັງກິດຄໍາວ່າ“ໄດນາໄມ”ມາຈາກພາສາກຣີກຄໍານີ້ແລະ, ມີ ລິດເດດຢູ່ໃນຂ່າວປະເສີດ! ດຣ.ມາວິນອາ.ວິນເຊັນເອີ້ນມັນວ່າ “ພະລັງພຣະເຈົ້າ” ຂ່າວປະ ເສີດຂອງພຣະຄຣິດເຕັມໄປດ້ວຍລິດເດດ! ຂ່າວປະເສີດໃຫ້ຊີວິດໃໝ່ແກ່ຈິດວິນຍານທີ່ຕາຍ ແລ້ວ, ຈິດວິນຍານທີ່ຕາຍແລ້ວມີຊີວິດໃໝ່ຜ່ານທາງຂ່າວປະເສີດ!

ພວກທ່ານມາທີ່ຄຣິສຕະຈັກທີ່ນີ້ແລະສິ່ງທີ່ພວກທ່ານໄດ້ຍິນກ່ຽວກັບພຣະເຈົ້າແລະ ພຣະຄຣິດບໍ່ມີຄວາມໝາຍຈັກຢ່າງຕໍ່ທ່ານ, ແຕ່ຂ້າພະເຈົ້າກໍເທດສະໜາຂ່າວປະເສີດແກ່ ພວກທ່ານ, ພວກທ່ານເວົ້າ “ເປັນຫຍັງລາວຈື່ງສືບຕໍ່ເວົ້າແບບນັ້ນ? ລາວເວົ້າແລ້ວເວົ້າອີກ ກ່ຽວກັບພຣະຄຣິດເທິງໄມ້ກາງແຂນແລະການທີ່ພຣະຄຣິດຟື້ນຂື້ນມາຈາກຕາຍ, ເປັນຫຍັງ ລາວຄືບໍ່ເວົ້າເລື່ອງອື່ນແດ່ລະ?” ແມ່ນແລ້ວ ເພື່ອນຂອງຂ້າພະເຈົ້າ,ຂ້າພະເຈົ້າຮູ້ດີວ່າບໍ່ມີ ຫຍັງອີກແລ້ວທີ່ສາມາດປ່ຽນທ່ານຈາກຄົນບາບຄົນໜື່ງໃຫ້ມາເປັນຄຣິສຕຽນແທ້ຄົນໜື່ງໄດ້ ຂ້າພະເຈົ້າບໍ່ສາມາດສອນພວກທ່ານໃຫ້ເປັນຄຣິສຕຽນໄດ້! ແຕ່ຂ້າພະເຈົ້າສາມາດເທດສະ ໜາຂ່າວປະເສີດແກ່ພວກທ່ານໄດ້, ຖ້າທ່ານຫາກເປັນຄົນໜື່ງທີ່ຖືກເລືອກ,ພຣະເຈົ້າກໍຈະ ເອົາຂ່າວປະເສີດຂອງພຣະຄຣິດແລະໃຊ້ມັນຄືກັບໄດນາໄມ - ເພື່ອທໍາລາຍຄວາມຄິດ ຜິດໆຂອງພວກທ່ານລົງມາ - ເພື່ອເປີດໃຈຂອງທ່ານໃຫ້ກັບພຣະຄຣິດ - ເພື່ອນໍາຈິດວິນ ຍານຂອງທ່ານມາເຖິງຊີວິດ! ເມື່ອຂ່າວປະເສີດຍຶດຖືພວກທ່ານໄວ້ແລ້ວ,ທ່ານກໍມາເຖິງຊີວິດ ໃນຝ່າຍວິນຍານ - ທ່ານໄດ້ເຊື່ອວາງໃຈໃນພຣະຄຣິດແລະໄດ້ຮັບການບັງເກີດໃໝ່! ກໍບໍ່ມີ ຫຍັງນອກຈາກຂ່າວປະເສີດຂອງພຣະຄຣິດທີ່ມີລິດອໍານາດທີ່ຈະເຮັດແບບນັ້ນ! ບໍ່ເຄີຍມີໃຜ ເວົ້າວ່າມັນດີຫຼາຍກວ່າຊາລເວສລີ

ພຣະອົງຊົງທໍາລາຍລິດຂອງມະເຮັງບາບ
ພຣະອົງຊົງປ່ອຍນັກໂທດໃຫ້ມີອິດສະຫຼະ
ໂລຫິດພຣະອົງເຮັດໃຫ້ຄົນໂງ່ສະອາດໄດ້
ໂລຫິດພຣະອົງຊົງພ້ອມເພື່ອຂ້າ
   (“O For a Thousand Tongues” by Charles Wesley, 1707-1788).

ຫຼັງຈາກນັ້ນອັກຄະສາວົກກໍກ່າວວ່າ “ຂ່າວປະເສີດນັ້ນເປັນລິດເດດຂອງພຣະເຈົ້າ ເພື່ອໃຫ້ທຸກຄົົນທີ່ເຊື່ອໄດ້ຮັບຄວາມພົ້ນ”ລິດເດດແຫ່ງຂ່າວປະເສີດຂອງພຣະຄຣິດໄດ້ນໍາຊີ ວິດແລະຄວາມລອດພົ້ນມາສູ່ທຸກຄົນທີ່ເຊື່ອ, ຂ່າວປະເສີດບໍ່ໄດ້ຊ່ວຍທຸກຄົນໃຫ້ລອດພົ້ນ, ມີ ຫຼາຍຄົນທີ່ຫົວຂວັນໃສ່ມັນ, ມີຫຼາຍຄົນຄິດວ່າພວກເຂົາສາມາດໄດ້ຮັບຄວາມລອດໂດຍຫົນ ທາງອື່ນໄດ້, ມີພຽງພຣະຄຣິດເທົ່ານັ້ນທີ່ຊ່ວຍຄົນທີ່ເຊື່ອຟັງຂ່າວປະເສີດແລະວາງໃຈໃນ ພຣະອົງໃຫ້ພົ້ນໄດ້, ພວກເຂົາຄືພວກດຽວເທົ່ານັ້ນທີ່ມີປະສົບການກັບ“ລິດເດດຂອງພຣະເຈົ້າສູ່ຄວາມລອດພົ້ນ”

ຫຼັງຈາກນັ້ນອັກຄະສາວົກກໍກ່າວວ່າ “ເພາະວ່າໃນຂ່າວປະເສີດນັ້ນຄວາມຊອບທຳຂອງພຣະເຈົ້າກໍໄດ້ສະແດງອອກ” “ໃນຂ່າວປະເສີດນັ້ນ”, ໃນຂ່າວປະເສີດຂອງພຣະຄຣິດ ຄວາມຊອບທຳຂອງພຣະເຈົ້າກໍໄດ້ສະແດງອອກ, ພຣະເຈົ້າໄດ້ສົ່ງພຣະບຸດຂອງພຣະອົງຄື ພຣະເຢຊູຄຣິດມາໄຖ່ບາບຂອງເຮົາທັງຫຼາຍເທິງໄມ້ກາງແຂນ, ພຣະເຈົ້າອາດຈະເປັນຜູ້ ບໍ່ຊອບທໍາຖ້າຫາກວ່າພຣະອົງພຽງແຕ່ແນມເບິ່ງບາບຂອງເຮົາເທົ່ານັ້ນ, ພຣະອົງໄດ້ສົ່ງພຣະ ເຢຊູມາເພື່ອຕາຍເທິງໄມ້ກາງແຂນໃນຖານະເປັນຜູ້ຮັບແທນຂອງພວກເຮົາ, ເພື່ອຈ່າຍໜີ້ ບາບຂອງເຮົາ, ເມື່ອທ່ານວາງໃຈເຊື່ອໃນພຣະເຢຊູທ່ານກໍຖືກປົກຄຸມໃນສິ່ງທີ່ລູເທີເອີ້ນວ່າ “ຄວາມຊອບທໍາແປກໆ” ທ່ານບໍ່ໄດ້ປົກຄຸມໃນຄວາມຊອບທໍາຂອງທ່ານເອງທີ່ໄດ້ຮັບ ໂດຍການເປັນຄົນ“ດີ” ເມື່ອເຊື່ອວາງໃຂໃນພຣະເຢຊູທ່ານກໍຖືກປົກຄຸມໃນຄວາມຊອບທໍາ ຂອງພຣະອົງ, ມັນຄື“ຄວາມຊອບທໍາແປກໆ”ເພາະມັນບໍ່ແມ່ນຂອງທ່ານ - ມັນຄືຄວາມ ຊອບທໍາຂອງພຣະຄຣິດທີ່ຊ່ວຍທ່ານໃຫ້ພົ້ນໄດ້, ພຣະອົງຊົງປົກຄຸມທ່ານດ້ວຍຄວາມຊອບ ທໍາຂອງພຣະອົງ.

ແລະຫຼັງຈາກນັ້ນອັກຄະສາວົກກໍກ່າວວ່າ “ຕາມທີ່ມີຂຽນໄວ້ແລ້ວວ່າ `ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ”(ໂລມ 1:17) “ຕາມທີ່ມີຂຽນໄວ້ແລ້ວວ່າ” ລາວກໍາລັງ ອ້າງອີງຈາກໜັງສືຮາບາກຸກຂອງພຣະຄໍາພີເດີມ, ທີ່ຜູ້ທໍານວາຍຮາບາກຸກໄດ້ກ່າວໄວ້ວ່າ “ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ”(ຮາບາກຸກ 2:4), ເປົາໂລໄດ້ອ້າງອີງຂໍ້ ພຣະຄໍາພີຈາກໜັງສືຮາບາກຸກນັ້ນສາມເທື່ອໃນພຣະຄໍາພີໃໝ່ - ໂລມ1:17, ກາລາເຕຍ 3:11 ແລະ ເຮັບເລີ 10:38, ໃນແຕ່ລະກໍລະນີກໍໄດ້ກ່າວວ່າ “ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ” ນີ້ຄືຂໍ້ພຣະຄໍາພີທີ່ພຣະເຈົ້າເຄີຍໃຊ້ເພື່ອເປີດຕາຂອງມາຕິນລູເທີ, ນີ້ຄືຂໍ້ພຣະຄໍາພີປ່ຽນແປງໂລກແລະໄດ້ນໍາການຟື້ນຟູໃຫຍ່ທີ່ເອີ້ນວ່າ “ການປະຕິຮູບ”ເຂົ້າມາ ນີ້ຄືສິ່ງທີ່ດຣ.ແມັກກີ້ກ່າວເຖິງກ່ຽວກັບປະໂຫຍກຄໍາວ່າ “ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ”.

ຄວາມຊອບທໍາໂດຍຄວາມເຊື່ອໝາຍຄວາມວ່າຄົນບາບຄົນໜື່ງຜູ້ຊື່ງເຊື່ອ ໃນພຣະຄຣິດບໍ່ພຽງແຕ່ໄດ້ຮັບການອະໄພບາບເພາະພຣະຄຣິດຊົງຕາຍ ເທົ່ານັ້ນ ແຕ່ຍັງເຂົາຍັງໄດ້ຢືນຢູ່ຕໍ່ໜ້າພຣະເຈົ້າຢ່າງສົມບູນໃນພຣະຄຣິດ ເຊັ່ນດຽວກັນ,ມັນບໍ່ພຽງແຕ່ໝາຍເຖິງການລົບລ້າງບາບເທົ່ານັ້ນແຕ່ຍັງໝາຍ ເຖິງການບວກຄວາມຊອບທໍາເຂົ້າຕື່ມອີກ, ພຣະຄຣິດ“ຊົງຖືກມອບໄວ້ເພາະການລະເມີດຂອງເຮົາ ແລະໄດ້ຊົງຟື້ນຂຶ້ນຈາກຄວາມຕາຍເພື່ອໃຫ້ເຮົາເປັນຄົນຊອບທຳ”(ໂລມ 4:25) - ເພື່ອທີ່ເຮົາຈະໄດ້ຢືນຢູ່ຕໍ່ໜ້າພຣະ ເຈົ້າຢ່າງສົມບູນແບບໃນພຣະຄຣິດ(J. Vernon McGee, Th.D., Thru the Bible, volume IV, p. 651; note on Romans 1:17).

ພວກທ່ານອາດຈະເວົ້າວ່າ “ອັນນັ້ນມັນມີຫຼາຍໂພດທີ່ຈະຈື່ໄດ້” ແມ່ນແຕ່ທັງໝົດນັ້ນ ກໍໄດ້ເຮັດໃຫ້ຊັດເຈນແລ້ວຢູ່ໃນຊີວິດຂອງມາຕິນລູເທີ, ລາວມີຊີວິດຈາກປີ 1483 ຈົນ ຮອດປີ 1546, ລູເທີຄືຄົນໜື່ງທີ່ຢູ່ໃນປະເພດທີ່ໜ້ອຍຄົນທີ່ຈະໄດ້ຕໍາແໜ່ງນີ້, ລາວເປັນຄື ກັບເປົາໂລ, ໂຄລໍາບັສ, ເມເກແລນ ຫຼືເອດີສັນ, ຫຼືໄອສະໄຕ - ຊາຍຜູ້ຊື່ງໄດ້ປ່ຽນໂລກ ແລະວິທີທາງຂອງປະຫວັດສາດມະນຸດ, ແຕ່ຄວາມຕ້ອງການຄວາມລອດຂອງລາວກໍບໍ່ ແຕກຕ່າງຫຍັງກັບຂອງພວກທ່ານ.

ພວກນັກຂຽນສະໄໝໃໝ່ເອີ້ນລູເທີວ່າຄົນ“ແຫ່ງສະໄໝກາງ” ພວກເຂົາວິຈານ ຄວາມເຊື່ອຂອງລາວໃນເລື່ອງທູດສະຫວັນ, ພວກຜີ ແລະຊາຕານ, ພວກເຂົາຄິດວ່າທັດ ສະນະຄະຕິຂອງລາວທີ່ວ່າເຊື້ອສາຍມະນຸດຖືກລັອກໄວ້ຢູ່ໃນການຕໍ່ສູ້ລະຫວ່າງພຣະເຈົ້າ ແລະພະຍາມານຄືການເວົ້າເກີນຄວາມຈິງ, ໂດຍສະເພາະພວກເຂົາມີປະຕິກິລິຍາຕໍ່ສູ້ຄວາມ ຢ້ານຂອງລາວຕໍ່ພຣະພິໂລດຂອງພຣະເຈົ້າແລະຄວາມທຸກທໍລະມານໃຈຢ່າງເລິກເຊີ່ງທີ່ຢູ່ ເໜືອຄວາມບາບຂອງລາວ, ສໍາຫຼັບຂ້າພະເຈົ້າເລື່ອງນີ້ໄດ້ສະແດງໃຫ້ເຫັນຫຼາຍຂື້ນກ່ຽວກັບ ພວກນັກຂຽນສະໄໝໃໝ່ເອງຫຼາຍກວ່າທີ່ຈະເປັນກ່ຽວກັບລູເທີ, ມັນໄດ້ສະແດງໃຫ້ເຫັນວ່າ ພວກນັກຂຽນ“ນັກປະກາດຂ່າວປະເສີດໃໝ່”ເຫຼົ່ານີ້ບໍເຊື່ອໃນເລື່ອງທູດສະຫວັນ,ພວກຜີແລະຊາຕານ ມັນໄດ້ສະແດງໃຫ້ເຫັນວ່າພວກເຂົາບໍ່ເຊື່ອໃນສິ່ງທີ່ພຣະຄໍາພີສອນກ່ຽວກັບການ ຕໍ່ສູ້ກັນລະຫວ່າງຄວາມດີແລະຄວາມຊົ່ວ! ແລະໂດຍສະເພາະໄດ້ສະແດງໃຫ້ເຫັນວ່າ“ນັກ ປະກາດຂ່າວປະເສີດໃໝ່”ເຫຼົ່ານີ້ບໍ່ມີຄວາມຢ້ານຢໍາພຣະເຈົ້າແລະບໍ່ມີການສໍານຶກເລື່ອງບາບ ລູເທີກາຍເປັນຄົນທີ່ເບິ່ງຄືກັບຄຣິສຕຽນທໍາມະດາຄົນໜື່ງ! ນັກປະກາດຂ່າວປະເສີດໃໝ່ຜູ້ທີ່ ວິຈານລາວເບິ່ງຄືກັບຄົນຫຼົງຫາຍທີ່ຍ້າຍຈາກໂບດໃຫ້ມາຢູ່ໃນອໍານາດຂອງບ້ານເມືອງ - ບໍ່ ແມ່ນຄຣິສຕຽນອີກຕໍໄປ! ຂໍພຣະເຈົ້າໂຜດຊ່ວຍພວກເຮົາແດ່!

ຂ້າພະເຈົ້າຄົ້ນພົບວ່າຄວາມຄິດເຫັນຂອງລູເທີໃນໜັງສືໂລມເກືອບບໍ່ມີຂໍ້ຍົກເວັ້ນ, ຊັດເຈນແລະຖືກຕ້ອງ, ຂ້າພະເຈົ້າເລີ່ມຄົ້ນພົບວ່າລາວເວົ້າຖືກແມ່ນແຕ່ເລື່ອງກ່ຽວກັບຄົນ ຢິວ, ລາວເວົ້າວ່າ “ຈາກຂໍ້ນີ້ສະຫຼຸບໂດຍທົ່ວໄປແລ້ວວ່າພວກຢິວໃນຍຸກສຸດທ້າຍຂອງໂລກ ຈະປ່່ຽນແປງຄວາມເຊື່ອມາໃນພຣະເຢຊູຄຣິດ.

ພວກຢິວຜູ້ຊື່ງຕອນນີ້ໄດ້ລົ້ມລົງ,ຈະກັບໃຈໃໝ່ແລະຮັບຄວາມລອດພາຍຫຼັງຄວາມບໍ່ເຊື່ອອີງຕາມຄວາມບໍລິບູນຂອງຄົນທີ່ຖືກເລືອກທີ່ເຂົ້າມາ, ພວກເຂົາຈະບໍ່ສືບຕໍ່ຢູ່ຂ້າງນອກ ອີກຕໍ່ໄປແຕ່ໃນເວລາຂອງເຂົາເອງພວກເຂົາກໍຈະກັບໃຈໃໝ່” (Luther’s Commentary on Romans, Kregel Publications, 1976 edition, pp. 161, 162; note on Romans 11:25-36).

ອັນນັ້ນເບິ່ງຄືວ່າໃກ້ຄຽງກັບສິ່ງທີ່ພຣະຄໍາພີສອນ, ຕໍ່ມາຂ້າພະເຈົ້າກໍຮູ້ວ່າລາວໄດ້ ເວົ້າບາງສິ່ງບາງຢ່າງທີ່ໂຫດຮ້າຍຫຼາຍໃນຕອນທີ່ລາວເຖົ້າແລະປ່ວຍຢູ່ແຕ່ພວກເຮົາກໍຄວນ ຈະຍົກໂທດໃຫ້ລາວ, ທັດສະນະຄະຕິຂອງລາວມາຈາກຄາທໍລິກ“ທິດສະດີມາແທນທີ່”ເຊື່ອ ວ່າຄຣິສຕະຈັກມາແທນທີ່ປະເທດອິສຣາເອນ - ເປັນຫຼັກຄໍາສອນຜິດຢ່າງໜື່ງຊື່ງຍັງຍຶດ ຖືກັນໃນປະຈຸບັນນີ້ໂດຍພວກລັດທິຄາວານິສຊຶມແລະພວກອື່ນໆອີກ, ຂໍພຣະເຈົ້າມີເມດຕາ ຈິດຕໍ່ພວກເຮົາແດ່ທ້ອນ! ພຣະເຈົ້າຍັງຄົງມີພັນທະສັນຍາໃນໂລກນີ້ກັບປະເທດອິສຣາເອນ ກັບຄົນຢິວດັ່ງທີ່ມີຄໍາເວົ້າທີ່ຊັດເຈນຫຼາຍຢູ່ໃນໜັງສືໂລມ 11:25-27.

ພໍ່ຂອງລູເທີເປັນຄົນຂຸດແຮ່ຜູ້ຊື່ງຢາກໃຫ້ລູກຂອງຕົນເປັນທະນາຍຄວາມ,ລາວເລີ່ມສຶກສາເພື່ອເປົ້າໝາຍນັ້ນ,ແຕ່ມີມື້ໜື່ງລາວກໍາລັງຍ່າງໃນຂະນະທີ່ຝົນທີ່ມີພາຍຸແລະຟ້າແມບ,ຟ້າໄດ້ຜ່າລົງມາໃກ້ໆລາວ,ລາວຈື່ງລົ້ມລົງພື້ນດິນແລ້ວຮ້ອງວ່າ “ນັກບຸນແອນຊ່ວຍຂ້ອຍແດ່, ຂ້ອຍຈະເປັນນັກບວດ” ໝາຍຄວາມວ່າລາວຈະເຂົ້າຮ່ວມບວດແລະຕັດຈາກໂລກພາຍນອກ ແຕ່ການພົວພັນທີ່ເລິກເຊີ່ງຂອງລາວໃນການປະຕິບັດຕາມສາສະໜາບໍ່ໄດ້ຊ່ວຍລາວໃຫ້ພົບກັບສັນຕິສຸກໃນພຣະເຈົ້າເລີຍ, ພວກນັກຂຽນ“ຂ່າວປະເສີດໃໝ່”ສະໄໝໃໝ່ຕັ້ງໃຈທີ່ຈະເວົ້າ ວ່າຄວາມຢ້ານຢໍາພຣະເຈົ້າຂອງລາວຜິດແລະ“ຢູ່ໃນສະໄໝກາງ” ຜິດໄດ້ແນວໃດ! ຜິດຢ່າງ ສິ້ນເຊີງແນວໃດແດ່? ຄວາມຢ້ານຢໍາພຣະເຈົ້າຂອງລູເທີຖືກຕ້ອງຢ່າງສົມບູນແບບ, ພຣະ ຄໍາພີເວົ້າເຖິງມະນຸດທີ່ບໍ່ເຊື່ອຕອນທີ່ກ່າວໄວ້ວ່າ “ໃນແວວຕາຂອງເຂົາບໍ່ມີຄວາມຢ້ານຢ້ຳພຣະເຈົ້າ”(ໂລມ 3:18) ລູເທີກ່າວວ່າ “ໂດຍທາງທໍາມະຊາດພວກເຮົາເປັນຄົນບໍ່ຊອບທໍາ ແລະບໍ່ມີຄວາມຢ້ານຢໍາພຣະເຈົ້າ, ສະນັ້ນພວກເຮົາຈື່ງຕ້ອງຖ່ອມໃຈຂອງເຮົາລົງຢ່າງສຸດຊື້ງ ແລະສາລະພາບຄວາມຊົ່ວຊ້າຂອງເຮົາແລະຄວາມໂງ່ຕໍ່ໜ້າພຣະເຈົ້າ”(ລູເທີເຫຼັ້ມດຽວກັນ ໜ້າ 47 ບັນທຶກເລື່ອງໂລມ 3:18), ມັນຄືພຣະຄຸນຂອງພຣະເຈົ້າທີ່ປຸກຄົນບາບຄົນໜື່ງ ໃຫ້ຕື່ນຂື້ນຕໍ່ສະຖານະການທີ່ຫຼົງຫາຍຂອງເຂົາ, ຄືກັບທີ່ຈອນນິວຕັນ(1725-1807) ໄດ້ ກ່າວເຖິງວ່າ“ ພຣະຄຸນສອນໃຫ້ໃຈຂ້າຢໍາເກງ”(ເພງພຣະຄຸນພຣະເຈົ້າ) ການຂາດຄວາມ ຢ້ານຢໍາເປັນສັນຍາລັກໜື່ງຂອງການກະທໍາຂອງຄົນທີ່ບໍ່ເຊື່ອພຣະເຈົ້າ.

ລູເທີເປັນຄົນທີ່ຮູ້ສຶກຕົວເຖິງຄວາມບາບຂອງຕົນເອງຫຼາຍ,ລາວເອີ້ນມັນວ່າໄພພິບັດແຫ່ງໃຈຂອງຕົນເອງ, ບໍ່ມີອັນໃດທີ່ລາວສາມາດເຊື່ອຖືປະສາດສໍາພັດແຫ່ງຄວາມຊົ່ວຊ້າ ຂອງຕົນໄດ້, ໃນຂະນະທີ່ລາວໄດ້ສຶກສາພຣະຄໍາພີລາວກໍຄິດເຖິງຄໍາເວົ້າຂອງໂຢຮັນ ສະຕາວພິດຜູ້ເປັນຄູສອນຂອງລາວ,ຜູ້ຊື່ງບອກລາວວ່າ “ຈົ່ງເບິ່ງບາດແຜຂອງພຣະຜູ້ຊ່ວຍຜູ້ ອ່ອນຫວານ” ໃນການສຶກສາຂອງລາວໆໄດ້ເຫັນໄມ້ກາງແຂນຂອງພຣະເຢຊູ, ລາວໄດ້ເຫັນ ເຖິງພຣະພິໂລດ ແລະຄວາມຮັກຂອງພຣະເຈົ້າວ່າເປັນສິ່ງທີ່ໄປພ້ອມໆກັນໃນພຣະຄຣິດ ເທິງໄມ້ກາງແຂນ, ລູເທີໄດ້ຂຽນຈົດໝາຍໄປຫາແມ່ຂອງຕົນວ່າ:

ທັງເວັ້ນທັງຄືນທີ່ລູກໄດ້ພິຈາລະນາຈົນລູກໄດ້ເຫັນການເສື່ອມຕໍ່ກັນລະ ຫວ່າງຄວາມຍຸດຕິທໍາຂອງພຣະເຈົ້າແລະຄໍາເວົ້າທີ່ວ່າ“ຄົນຊອບທໍາຈະມີຊີ ວິດດໍາລົງຢູ່ໂດຍຄວາມເຊື່ອ” ຫຼັງຈາກນັ້ນລູກຈື່ງເຂົ້າໃຈວ່າຄວາມຍຸດຕິທໍາ ຂອງພຣະເຈົ້າຄືຄວາມຊອບທໍາຊື່ງມາໂດຍຜ່ານທາງພຣະຄຸນແລະພຣະ ເມດຕາຂອງພຣະເຈົ້າໄດ້ເຮັດໃຫ້ເຮົາເປັນຄົນຊອບທໍາຜ່ານທາງຄວາມເຊື່ອ[ໃນພຣະຄຣິດ], ດັ່ງນັ້ນລູກຈື່ງຮູ້ສຶກວ່າຕົນເອງຈະຕ້ອງບັງເກີດໃໝ່ອີກ ເທື່ອໜື່ງແລະເພື່ອຈະໄດ້ໄປປະຕູຊື່ງເປີດສູ່ສະຫວັນ, ພຣະຄໍາພີທຸກຕອນມີ ຄວາມໝາຍໃໝ່ໆຕະຫຼອດ (Roland H. Bainton, Here I Stand, Mentor Books, 1977, page 49).

ຈາກເວລານັ້ນທິດສະດີຂອງລູເທີຖືກເອີ້ນວ່າ“ທິດສະດີແຫ່ງໄມ້ກາງແຂນ” ລາວ ກ່າວໄວ້ວ່າ “ໄມ້ກາງແຂນຢ່າງດຽວຄືທິດສະດີຂອງພວກເຮົາ” ຖ້າພວກທ່ານຫາກກໍາລັງຈະ ລອດພົ້ນຈາກບາບຂອງທ່ານແລ້ວ,ມັນກໍຕ້ອງຜ່ານທາງຄວາມເຊື່ອໃນການຕາຍຂອງພຣະ ຄຣິດ! ການຕາຍຂອງພຣະຄຣິດເທິງໄມ້ກາງແຂນເທົ່ານັ້ນ! ບໍ່ມີທາງອື່ນອີກແລ້ວທີ່ ຈະໄປຢູ່ເບື້ອງໜ້າພຣະເຈົ້າຜູ້ບໍລິສຸດໄດ້.

ຢູ່ໃນການສຶກສາຂອງລາວລູເທີໄດ້ເຫັນເລື່ອງນີ້, ລາວເຫັນວ່າຄວາມຊອບທໍາຂອງ ພຣະເຈົ້າໃນຂໍ້ພຣະຄໍາພີຂອງເຮົາບໍ່ໄດ້ແນ່ໃສ່ລັກສະນະຂອງພຣະເຈົ້າ - ມັນເປັນຄວາມ ຊອບທໍາທີ່ພຣະເຈົ້າຊົງປະທານໃຫ້ເຮົາແລະພຣະອົງຊົງປະທານໃຫ້ກັບພວກເຮົາຜ່ານທາງ ຄວາມເຊື່ອໃນພຣະເຢຊູ “ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ”(ໂລມ 1:17), ດຣ.ລອຍ-ໂຈນໄດ້ກ່າວວ່າ “ຄວາມເຊື່ອຂອງພວກເຮົາບໍ່ໄດ້ເຮັດໃຫ້ເຮົາເປັນຄົນຊອບທໍາ, ມັນຄືຄວາມຊອບທໍາຂອງພຣະເຢຊູຄຣິດທີ່ເຮັດໃຫ້ເຮົາເປັນຜູ້ຊອບທໍາ - ແລະບໍ່ມີອັນໃດ ອີກ...ພຣະເຈົ້າຊົງປົກປ້ອງເຮົາຈາກການປ່ຽນຄວາມເຊື່ອມາເປັນການກະທໍາແລະການພະ ຍາຍາມເປັນຄົນຊອບທໍາໂດຍຄວາມເຊື່ອຂອງເຮົາເອງ, ມັນຄືຄວາມຊອບທໍາຂອງພຣະ ຄຣິດທີ່ເຮັດໃຫ້ຂ້າພະເຈົ້າຖືກຕ້ອງ ແລະມັນມາເຖິງຂ້າພະເຈົ້າຜ່ານທາງຄວາມເຊື່ອ, ຄວາມເຊື່ອຄື...ຊ່ອງທາງຊື່ງຄວາມຊອບທໍາຂອງພຣະຄຣິດນີ້ໄດ້ຊົງປະທານໃຫ້ແກ່ຂ້າ...” (Martyn Lloyd-Jones, M.D., Romans – Exposition of Chapter 1, The Gospel of God, Banner of Truth, 1985 edition, p. 307).

ເມື່ອລູເທີໄດ້ອ່ານຄໍາວ່າ “ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ” ລາວກໍ ເວົ້າວ່າ “ຖ້ອຍຄໍາຂອງເປົາໂລນີ້ໄດ້ກາຍມາເປັນຂ້າພະເຈົ້າ...ເປັນປະຕູສູ່ສະຫວັນ” ດຣ. ລອຍ-ໂຈນ ໄດ້ກ່າວວ່າ “ມັນຄືການເປີດເຜີຍ! ມັນຄືການປະຕິຮູບ! ຈາກນັກບວດທີ່ ໂສກເສົ້າ, ເປັນຕາສົມເພດ, ແລະບໍ່ມີຄວາມສຸກ, ຖືວ່ານໍ້າເຫື່ອຂອງຕົນ,ການອະທິຖານ, ເຫື່ອໄຫຼແລະການອົດອາຫານແລະການຮູ້ສຶກຕົວເຖິງຄວາມລົ້ມເຫຼວອັນອື່ນອີກຫຼາຍຢ່າງສູ່ ການເປັນນັກເທດຂ່າວປະເສີດຜູ້ມີລາສີ,ຊື່ນຊົມຍິນດີໃນ“ເສລີພາບແຫ່ງສະຫງ່າລາສີຂອງ ລູກຂອງພຣະເຈົ້າ”(ລອຍ-ໂຈນເຫຼັ້ມດຽວກັນໜ້າ 309). ໃນບົດເພງທີ່ກຣິຟຟິດໄດ້ຮ້ອງໄປ ເມື່ອບໍ່ດົນມານີ້ ຄາວຊິນເຊັນດອຟໄດ້ກ່າວໄວ້ວ່າ:

ພຣະເຢຊູ ໂລຫິດແລະຄວາມຊອບທໍາພຣະອົງ
ຄວາມງາມຂອງຂ້າ,ສະງ່າລາສີຂອງຂ້າ
ລະຫວ່າງໂລກທີ່ລຸກໄໝ້ໃນຂະບວນເຫຼົ່ານີ້
ດ້ວຍຄວາມຍິນດີຂ້າຈະຍົກຫົວຂື້ນ
(“Jesus, Thy Blood and Righteousness”
   by Count Nicolaus von Zinzendorf, 1700-1760).

ຫຼືຄືກັບທີ່ເອັດເວີດໂມດໄດ້ຂຽນວ່າ

ຄວາມຫວັງຂອງຂ້າບໍ່ໄດ້ຖືກສ້າງຂື້ນເທິງຢ່າງອື່ນໃດ
ນອກຈາກພຣະໂລຫິດແລະຄວາມຊອບທໍາພຣະເຢຊູ
ຕົບແຕ່ງໃນຄວາມຊອບທໍາຂອງພຣະອົງຜູ້ດຽວ
ບໍ່ມີຄວາມຜິດທີ່ຈະຢືນຢູ່ຕໍ່ໜ້າບັນລັງ
ເທິງພຣະເຢຊູຜູ້ເປັນສີລາຂ້າຈື່ງຢືນຢູ່
ພື້ນດິນທຸກແຫ່ງຄືຊາຍທີ່ຈົ່ມລົງ
ພື້ນດິນທຸກແຫ່ງຄືຊາຍທີ່ຈົ່ມລົງ
   (“The Solid Rock” by Edward Mote, 1797-1874).

ຂ້າພະເຈົ້າຂໍຮ້ອງໃຫ້ພວກທ່ານເຊື່ອວາງໃຈໃນພຣະເຢຊູໃນຄໍ່າຄືນນີ້ “ລູກແກະ ຂອງພຣະເຈົ້າຜູ້ຊື່ງຮັບເອົາຄວາມຜິດບາບຂອງໂລກໄປເສຍ”(ໂຢຮັນ 1:29), ໃນວິນາທີທີ່ ທ່ານວາງໃຈເຊື່ອພຣະເຢຊູ,ທ່ານກໍລອດແລ້ວ,ຊອບທໍາ ແລະປອດໄພໄປຕະຫຼອດເປັນນິດ, ຂ້າພະເຈົ້າຫວັງວ່າພວກທ່ານຈະເຊື່ອວາງໃຈພຣະເຢຊູໃນຄໍ່າຄືນນີ້, ຄືກັບລູເທີ ທ່ານກໍຈະ ໄດ້“ບັງເກີດໃຫມ່ແລະ[ໄປ]ຜ່ານປະຕູທີ່ເປີດອ້າຢູ່ເຂົ້າສູ່ສະຫວັນ” ຄືກັບທີ່ໂຈຮັນສະຕາວພິດ ບອກລູເທີ “ຈົ່ງແນມເບິ່ງບາດແຜຂອງພຣະຜູ້ຊ່ວຍຜູ້ອ່ອນຫວານ”

“ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ”(ໂລມ 1:17)

ຂໍເຊີນ ດຣ.ແຊນ ມາອະທິຖານເພື່ອຄົນທີ່ຈະວາງໃຈເຊື່ອໃນພຣະເຢຊູແລະຮັບເອົາຄວາມ ລອດແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ໂລມ 1:15-17.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Jesus, Thy Blood and Righteousness”
(by Count Nicolaus von Zinzendorf, 1700-1760;
translated by John Wesley, 1703-1791).